“ບົດທີ 4: ສະແຫວງຫາ ແລະ ເພິ່ງອາໄສພຣະວິນຍານ,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ (2023)
“ບົດທີ 4: ສະແຫວງຫາ ແລະ ເພິ່ງອາໄສພຣະວິນຍານ,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ
ບົດທີ 4
ສະແຫວງຫາ ແລະ ເພິ່ງອາໄສພຣະວິນຍານ
ສະແຫວງຫາການນຳພາຈາກພຣະວິນຍານບໍລິສຸດ
ຂອງປະທານແຫ່ງພຣະວິນຍານບໍລິສຸດເປັນຂອງຂວັນທີ່ພຣະເຈົ້າໄດ້ປະທານໃຫ້ລູກໆຂອງພຣະອົງ. ມັນເປັນສິ່ງສຳຄັນໃນວຽກງານຂອງທ່ານໃນຖານະຜູ້ສອນສາດສະໜາ. ທ່ານຕ້ອງການອຳນາດຂອງການນຳພາ ແລະ ການເປີດເຜີຍຈາກພຣະວິນຍານບໍລິສຸດ ຂະນະທີ່ທ່ານຊ່ວຍຜູ້ຄົນໃຫ້ຮັບບັບຕິສະມາ, ການຢືນຢັນ, ແລະ ປ່ຽນໃຈເຫລື້ອມໃສ.
ການໄດ້ຮັບການນຳພາຈາກພຣະວິນຍານບໍລິສຸດໃນຊີວິດຂອງທ່ານຮຽກຮ້ອງວຽກງານທາງວິນຍານ. ວຽກງານນີ້ແມ່ນລວມທັງການອະທິຖານຢ່າງແຮງກ້າ ແລະ ການສຶກສາພຣະຄຳພີຢ່າງສະໝ່ຳສະເໝີ. ມັນຍັງລວມທັງການຮັກສາພັນທະສັນຍາ ແລະ ພຣະບັນຍັດຂອງພຣະເຈົ້ານຳອີກ (ເບິ່ງ ໂມໄຊຢາ 18:8–10, 13). ມັນລວມທັງການຮັບສ່ວນສິນລະລຶກຢ່າງມີຄ່າຄວນໃນແຕ່ລະອາທິດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:77, 79).
ທ່ານປະເຊີນກັບຄວາມຕ້ອງການ ແລະ ສະຖານະການທີ່ແຕກຕ່າງກັນທຸກວັນ. ການກະຕຸ້ນຈາກພຣະວິນຍານຈະຊ່ວຍໃຫ້ທ່ານຮູ້ວ່າຄວນເຮັດຫຍັງ ແລະ ເວົ້າຫຍັງ. ຂະນະທີ່ທ່ານສະແຫວງຫາ ແລະ ກະທຳຕາມການກະຕຸ້ນເຫລົ່ານີ້, ພຣະວິນຍານບໍລິສຸດຈະຂະຫຍາຍຄວາມສາມາດ ແລະ ການຮັບໃຊ້ຂອງທ່ານ ໃຫ້ຫລາຍເກີນກວ່າທີ່ທ່ານຈະສາມາດເຮັດໄດ້ດ້ວຍຕົນເອງ. ພຣະອົງຈະຊ່ວຍເຫລືອທ່ານໃນທຸກດ້ານຂອງການຮັບໃຊ້ເຜີຍແຜ່ ແລະ ໃນຊີວິດສ່ວນຕົວຂອງທ່ານ. (ເບິ່ງ 2 ນີໄຟ 32:2–5; ແອວມາ 17:3; ຮີລາມັນ 5:17–19; ຄຳສອນ ແລະ ພັນທະສັນຍາ 43:15–16; 84:85.)
“ໃນອະນາຄົດ, ມັນເປັນໄປບໍ່ໄດ້ ທີ່ເຮົາຈະປອດໄພທາງວິນຍານ ຖ້າປາດສະຈາກການນຳພາ, ການຊີ້ນຳ, ການປອບໂຍນ, ແລະ ອິດທິພົນທີ່ບໍ່ເຄີຍຂາດຂອງພຣະວິນຍານບໍລິສຸດ” (“Revelation for the Church, Revelation for Our Lives,” Liahona, May 2018, 96).
ຄວາມສະຫວ່າງຂອງພຣະຄຣິດ
ຄວາມສະຫວ່າງຂອງພຣະຄຣິດ “ໄດ້ຖືກມອບໃຫ້ແກ່ມະນຸດທຸກຄົນ, ເພື່ອເຂົາຈະຮູ້ຈັກຄວາມດີຈາກຄວາມຊົ່ວ” (ໂມໂຣໄນ 7:16; ເບິ່ງ ຂໍ້ທີ 14–19; ເບິ່ງ ໂຢຮັນ 1:9 ນຳອີກ). ຄວາມສະຫວ່າງຂອງພຣະຄຣິດຄືຄວາມກະຈ່າງ, ຄວາມຮູ້, ແລະ ອິດທິພົນທີ່ຖືກມອບໃຫ້ຜ່ານທາງພຣະເຢຊູຄຣິດ. ອິດທິພົນນີ້ແມ່ນເບື້ອງຕົ້ນຕໍ່ການໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ. ມັນຈະນຳພາຜູ້ທີ່ເປີດຮັບການຮຽນຮູ້ ແລະ ດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ພຣະວິນຍານບໍລິສຸດ
ພຣະກາຍຂອງພຣະວິນຍານບໍລິສຸດ
ພຣະວິນຍານບໍລິສຸດເປັນສະມາຊິກອົງທີສາມຢູ່ໃນຝ່າຍພຣະເຈົ້າ. ພຣະອົງມີພຣະກາຍທີ່ເປັນວິນຍານ ແລະ ບໍ່ມີພຣະກາຍທີ່ເປັນເນື້ອໜັງ ແລະ ກະດູກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 130:22). ພຣະອົງເປັນພຣະຜູ້ປອບໂຍນ, ຜູ້ທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສັນຍາວ່າ ຈະສິດສອນຜູ້ຕິດຕາມຂອງພຣະອົງໃນທຸກສິ່ງ ແລະ ເຮັດໃຫ້ເຂົາເຈົ້າລະນຶກເຖິງສິ່ງທີ່ພຣະເຢຊູໄດ້ສິດສອນ (ເບິ່ງ ໂຢຮັນ 14:26).
ອຳນາດຂອງພຣະວິນຍານບໍລິສຸດ
ພະຍານທີ່ມາເຖິງຜູ້ສະແຫວງຫາຄວາມຈິງກ່ອນການບັບຕິສະມາ ຈະມາເຖິງຜ່ານທາງອຳນາດຂອງພຣະວິນຍານບໍລິສຸດ. ທຸກຄົນສາມາດຮັບປະຈັກພະຍານເຖິງພຣະເຢຊູຄຣິດ ແລະ ການຟື້ນຟູພຣະກິດຕິຄຸນຂອງພຣະອົງໄດ້ ຜ່ານທາງອຳນາດຂອງພຣະວິນຍານບໍລິສຸດ. “ໂດຍອຳນາດຂອງພຣະວິນຍານບໍລິສຸດ [ເຮົາ] ຈະຮູ້ຈັກຄວາມຈິງຂອງທຸກເລື່ອງ” (ໂມໂຣໄນ 10:5).
ຂອງປະທານແຫ່ງພຣະວິນຍານບໍລິສຸດ
ຂອງປະທານແຫ່ງພຣະວິນຍານບໍລິສຸດແມ່ນສິດທິທີ່ຈະມີຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດຢູ່ນຳຕະຫລອດເວລາເມື່ອເຮົາມີຄ່າຄວນ. ເຮົາຮັບຂອງປະທານແຫ່ງພຣະວິນຍານບໍລິສຸດຫລັງຈາກເຮົາຮັບບັບຕິສະມາດ້ວຍນ້ຳ. ມັນຖືກມອບໃຫ້ຜ່ານທາງພິທີການຂອງການຢືນຢັນ.
ສາດສະດາໂຈເຊັບ ສະມິດ ໄດ້ກ່າວວ່າ: “ມັນມີຄວາມແຕກຕ່າງລະຫວ່າງພຣະວິນຍານບໍລິສຸດ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ. ໂກເນລີໂອໄດ້ຮັບພຣະວິນຍານບໍລິສຸດ ກ່ອນເພິ່ນໄດ້ຮັບບັບຕິສະມາ, ຊຶ່ງເປັນອຳນາດທີ່ໜ້າເຊື່ອຖືຂອງພຣະເຈົ້າຕໍ່ເພິ່ນ ເຖິງຄວາມຈິງຂອງພຣະກິດຕິຄຸນ, ແຕ່ເພິ່ນບໍ່ສາມາດໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ ຈົນກວ່າຫລັງຈາກເພິ່ນໄດ້ຮັບບັບຕິສະມາ” (Teachings of Presidents of the Church: Joseph Smith [2007], 97).
ມັນເປັນໂດຍຂອງປະທານ ແລະ ອຳນາດຂອງພຣະວິນຍານບໍລິສຸດ ທີ່ເຮົາໄດ້ຮັບການຊຳລະໃຫ້ບໍລິສຸດ—ເຮັດໃຫ້ບໍລິສຸດຫລາຍຂຶ້ນ, ສົມບູນຫລາຍຂຶ້ນ, ເຕັມສ່ວນຫລາຍກວ່າ, ເໝືອນດັ່ງພຣະເຈົ້າຫລາຍກວ່າ. ມັນເປັນໂດຍການໄຖ່ຂອງພຣະຄຣິດ ແລະ ອຳນາດແຫ່ງການຊຳລະໃຫ້ບໍລິສຸດຂອງພຣະວິນຍານບໍລິສຸດ ທີ່ເຮົາເກີດໃໝ່ທາງວິນຍານ ເມື່ອເຮົາຮັກສາພັນທະສັນຍາທີ່ເຮົາເຮັດໄວ້ກັບພຣະເຈົ້າ (ເບິ່ງ ໂມໄຊຢາ 27:25–26).
ພຣະວິນຍານສັກສິດແຫ່ງຄຳສັນຍາ
ພຣະວິນຍານບໍລິສຸດຍັງຖືກເອີ້ນວ່າ ພຣະວິນຍານສັກສິດແຫ່ງຄຳສັນຍານຳອີກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 88:3). ໃນຖານະນີ້, ພຣະວິນຍານບໍລິສຸດຢືນຢັນວ່າ ພິທີການຂອງຖານະປະໂລຫິດທີ່ເຮົາໄດ້ຮັບ ແລະ ພັນທະສັນຍາທີ່ເຮົາໄດ້ເຮັດ ເປັນທີ່ຍອມຮັບຕໍ່ພຣະເຈົ້າ. ຜູ້ທີ່ໄດ້ຮັບການຜະນຶກໂດຍພຣະວິນຍານສັກສິດແຫ່ງຄຳສັນຍາ ຈະໄດ້ຮັບທຸກສິ່ງທີ່ພຣະບິດາມີ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 76:51–60; ເອເຟໂຊ 1:13–14; ຄູ່ມືພຣະຄຳພີ, “ພຣະວິນຍານສັກສິດແຫ່ງຄຳສັນຍາ”).
ພິທີການ ແລະ ພັນທະສັນຍາທັງໝົດ ຈະຕ້ອງຖືກຜະນຶກໂດຍພຣະວິນຍານສັກສິດແຫ່ງຄຳສັນຍາ ຈຶ່ງຈະໃຊ້ໄດ້ຫລັງຈາກຊີວິດນີ້ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 132:7, 18–19, 26). ການຜະນຶກນັ້ນຂຶ້ນຢູ່ກັບຄວາມຊື່ສັດຢ່າງຕໍ່ເນື່ອງຂອງເຮົາ.
ຂອງປະທານແຫ່ງພຣະວິນຍານ
ພຣະຜູ້ເປັນເຈົ້າປະທານຂອງປະທານແຫ່ງພຣະວິນຍານໃຫ້ ເພື່ອເປັນພອນໃຫ້ແກ່ເຮົາ ແລະ ເພື່ອໃຊ້ໃນການເປັນພອນໃຫ້ແກ່ຄົນອື່ນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 46:8–9, 26). ຍົກຕົວຢ່າງ, ຜູ້ສອນສາດສະໜາທີ່ຮຽນພາສາໃໝ່ ອາດຈະໄດ້ຮັບຂອງປະທານໃນການເວົ້າພາສາ ເພື່ອຊ່ວຍເຫລືອເຂົາເຈົ້າໃນການສິດສອນຄົນອື່ນໃນພາສາແມ່ຂອງພວກເຂົາ.
ຂອງປະທານແຫ່ງພຣະວິນຍານຫລາຍຢ່າງມີອະທິບາຍໄວ້ໃນ ໂມໂຣໄນ 10:8–18, ຄຳສອນ ແລະ ພັນທະສັນຍາ 46:11–33, ແລະ 1 ໂກຣິນໂທ 12:1–12. ສິ່ງເຫລົ່ານີ້ແມ່ນບາງສ່ວນຂອງຂອງປະທານຢ່າງຫລວງຫລາຍຂອງພຣະວິນຍານ. ພຣະຜູ້ເປັນເຈົ້າອາດໃຫ້ພອນເຮົາດ້ວຍຂອງປະທານຢ່າງອື່ນ ຂຶ້ນຢູ່ກັບຄວາມຊື່ສັດ, ຄວາມຕ້ອງການຂອງເຮົາ, ແລະ ຄວາມຕ້ອງການຂອງຄົນອື່ນ.
ພຣະຜູ້ຊ່ວຍໃຫ້ລອດເຊື້ອເຊີນໃຫ້ເຮົາສະແຫວງຫາຂອງປະທານທາງວິນຍານຢ່າງພາກພຽນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 46:8; 1 ໂກຣິນໂທ 14:1, 12). ຂອງປະທານເຫລົ່ານີ້ມີມາໂດຍການອະທິຖານ, ສັດທາ, ແລະ ຄວາມພະຍາຍາມ—ແລະ ຕາມພຣະປະສົງຂອງພຣະເຈົ້າ.
ອຳນາດຂອງພຣະວິນຍານໃນການປ່ຽນໃຈເຫລື້ອມໃສ
ການປ່ຽນໃຈເຫລື້ອມໃສເກີດຂຶ້ນຜ່ານທາງອຳນາດຂອງພຣະວິນຍານບໍລິສຸດ. ບົດບາດຂອງທ່ານແມ່ນເພື່ອຊ່ວຍນຳອຳນາດຂອງພຣະວິນຍານມາສູ່ຊີວິດຂອງບຸກຄົນ. ບາງວິທີທີ່ທ່ານສາມາດເຮັດສິ່ງນີ້ໄດ້ ມີແນະນຳຢູ່ຂ້າງລຸ່ມ.
-
ສະແຫວງຫາທີ່ຈະມີພຣະວິນຍານສະຖິດຢູ່ນຳທ່ານ ຜ່ານທາງການອະທິຖານ, ການຄົ້ນຄວ້າພຣະຄຳພີ, ແລະ ການຮັກສາພັນທະສັນຍາ.
-
ສິດສອນໂດຍພຣະວິນຍານກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ຂ່າວສານເລື່ອງການຟື້ນຟູ. ເຮັດຕາມການນຳພາຂອງພຣະວິນຍານ ໃນການປັບຂ່າວສານຂອງທ່ານຕາມຄວາມຕ້ອງການຂອງແຕ່ລະຄົນ.
-
ເປັນພະຍານວ່າທ່ານຮູ້ຈັກໂດຍອຳນາດຂອງພຣະວິນຍານບໍລິສຸດ ວ່າສິ່ງທີ່ທ່ານສິດສອນເປັນຄວາມຈິງ. ຂະນະທີ່ທ່ານເປັນພະຍານ, ພຣະວິນຍານບໍລິສຸດສາມາດເປັນພະຍານກັບຄົນອື່ນ.
-
ເຊື້ອເຊີນຜູ້ຄົນໃຫ້ກະທຳ, ແລະ ສະໜັບສະໜູນເຂົາເຈົ້າໃນການຮັກສາພຣະບັນຍັດຂອງເຂົາເຈົ້າ. ເມື່ອຜູ້ຄົນຮັກສາຄຳໝັ້ນສັນຍາ, ເຂົາເຈົ້າຈະຮູ້ສຶກເຖິງອຳນາດຂອງພຣະວິນຍານບໍລິສຸດຫລາຍຂຶ້ນ. ເບິ່ງ ບົດທີ 11.
-
ຕິດຕາມຜົນໂດຍການຖາມຜູ້ຄົນກ່ຽວກັບປະສົບການຂອງເຂົາເຈົ້າ ຂະນະທີ່ເຂົາເຈົ້າກະທຳຕາມຄຳເຊື້ອເຊີນ. ສັດທາຂອງເຂົາເຈົ້າຈະເຕີບໂຕເມື່ອເຂົາເຈົ້າກັບໃຈ, ເຊື່ອຟັງພຣະບັນຍັດ, ແລະ ຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ. ຊ່ວຍໃຫ້ເຂົາເຈົ້າຮັບຮູ້ວ່າ ພຣະວິນຍານກຳລັງເຮັດວຽກງານກັບເຂົາເຈົ້າ.
ປະທານເອັມ ຣະໂຊ ບາເລີດ ໄດ້ສິດສອນວ່າ: “ການປ່ຽນໃຈເຫລື້ອມໃສທີ່ແທ້ຈິງເກີດຂຶ້ນຜ່ານທາງອຳນາດຂອງພຣະວິນຍານ. ເມື່ອພຣະວິນຍານສຳຜັດຫົວໃຈ, ຫົວໃຈຈະປ່ຽນແປງ. ເມື່ອບຸກຄົນ … ຮູ້ສຶກເຖິງພຣະວິນຍານກຳລັງເຮັດວຽກງານກັບເຂົາເຈົ້າ, ຫລື ເມື່ອເຂົາເຈົ້າເຫັນຫລັກຖານແຫ່ງຄວາມຮັກ ແລະ ຄວາມເມດຕາຂອງພຣະຜູ້ເປັນເຈົ້າໃນຊີວິດຂອງເຂົາເຈົ້າ, ແລ້ວເຂົາເຈົ້າຈະໄດ້ຮັບຄວາມຮູ້ແຈ້ງ ແລະ ຖືກເຮັດໃຫ້ເຂັ້ມແຂງທາງວິນຍານ ແລະ ສັດທາຂອງເຂົາເຈົ້າໃນພຣະອົງຈະເພີ່ມຂຶ້ນ. ປະສົບການເຫລົ່ານີ້ກັບພຣະວິນຍານເປັນໄປຕາມທຳມະຊາດ ເມື່ອບຸກຄົນເຕັມໃຈທີ່ຈະທົດລອງພຣະຄຳ [ເບິ່ງ ແອວມາ 32:27]. ນີ້ຄືວິທີທີ່ເຮົາມາ ຮູ້ສຶກ ເຖິງພຣະກິດຕິຄຸນວ່າເປັນຄວາມຈິງ” (“Now Is the Time,” Ensign, Nov. 2000, 75).
ອະທິຖານດ້ວຍສັດທາໃນພຣະເຢຊູຄຣິດ
ເພື່ອຊ່ວຍໃຫ້ຄົນອື່ນປ່ຽນໃຈເຫລື້ອມໃສ, ທ່ານຕ້ອງສິດສອນໂດຍອຳນາດຂອງພຣະວິນຍານ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 50:13–14, 17–22). ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ແລະ ພຣະວິນຍານຈະຖືກມອບໃຫ້ແກ່ເຈົ້າໂດຍການອະທິຖານດ້ວຍສັດທາ; ແລະ ຖ້າຫາກພວກເຈົ້າບໍ່ໄດ້ຮັບພຣະວິນຍານ ພວກເຈົ້າຈະບໍ່ສິດສອນ” (ຄຳສອນ ແລະ ພັນທະສັນຍາ 42:14).
ເມື່ອທ່ານອະທິຖານຂໍຄວາມຊ່ວຍເຫລືອໃນການສິດສອນຂອງທ່ານ, ອຳນາດຂອງພຣະວິນຍານບໍລິສຸດຈະນຳຄຳສອນຂອງທ່ານ “ໄປຫາໃຈຂອງລູກຫລານມະນຸດ” (2 ນີໄຟ 33:1). ເມື່ອທ່ານສິດສອນໂດຍພຣະວິນຍານ ແລະ ຄົນອື່ນໄດ້ຮັບໂດຍພຣະວິນຍານ, ທ່ານຈະ “ເຂົ້າໃຈກັນ” ແລະ “ຮຽນຮູ້ ແລະ ປິຕິຍິນດີນຳກັນ” (ຄຳສອນ ແລະ ພັນທະສັນຍາ 50:22).
ວິທີອະທິຖານ
ພຣະເຢຊູໄດ້ສິດສອນເຮົາເຖິງວິທີອະທິຖານ (ເບິ່ງ ມັດທາຍ 6:9–13; 3 ນີໄຟ 18:19). ອະທິຖານຢ່າງຈິງໃຈ ແລະ ດ້ວຍເຈດຕະນາອັນແທ້ຈິງ ເພື່ອກະທຳຕາມການກະຕຸ້ນທີ່ທ່ານໄດ້ຮັບຈາກພຣະວິນຍານບໍລິສຸດ. ການອະທິຖານທີ່ມີປະສິດທິພາບຮຽກຮ້ອງຄວາມພະຍາຍາມທີ່ຖ່ອມຕົວ ແລະ ຍືນຍົງ (ເບິ່ງ ໂມໂຣໄນ 10:3–4; ຄຳສອນ ແລະ ພັນທະສັນຍາ 8:10).
ໃຊ້ພາສາທີ່ສະແດງເຖິງຄວາມສຳພັນທີ່ມີຄວາມຮັກ ແລະ ນະມັດສະການກັບພຣະເຈົ້າ. ໃນພາສາອັງກິດ, ໃຫ້ໃຊ້ພາສາຕາມພຣະຄຳພີ ດັ່ງເຊັ່ນ Thee [ພຣະອົງ], Thou [ພຣະອົງ], Thy [ຂອງພຣະອົງ], ແລະ Thine [ຂອງພຣະອົງ] ແທນທີ່ຈະໃຊ້ຄຳສັບພະນາມທົ່ວໄປວ່າ you [ທ່ານ], your [ຂອງທ່ານ], ແລະ yours [ຂອງທ່ານ].
ກ່າວສະແດງຄວາມກະຕັນຍູສະເໝີ. ຄວາມພະຍາຍາມຢ່າງມີສະຕິທີ່ຈະຂອບຄຸນຈະຊ່ວຍໃຫ້ທ່ານຮັບຮູ້ວ່າ ພຣະເຈົ້າມີເມດຕາກັບທ່ານຫລາຍພຽງໃດໃນຊີວິດຂອງທ່ານ. ມັນຈະເປີດໃຈ ແລະ ຈິດໃຈຂອງທ່ານຕໍ່ການດົນໃຈ.
ອະທິຖານ “ດ້ວຍສຸດພະລັງແຫ່ງໃຈ” ເພື່ອຄວາມໃຈບຸນຈະຖືກມອບໃຫ້ແກ່ທ່ານ (ໂມໂຣໄນ 7:48). ອະທິຖານເພື່ອຄົນອື່ນໂດຍກ່າວຊື່. ອະທິຖານເພື່ອຜູ້ທີ່ທ່ານກຳລັງສິດສອນ. ສະແຫວງຫາການດົນໃຈສຳລັບວິທີທີ່ທ່ານຈະເຊື້ອເຊີນ ແລະ ຊ່ວຍເຂົາເຈົ້າໃຫ້ມາຫາພຣະຄຣິດ.
ເວລາທີ່ຈະອະທິຖານ
ທ່ານຄວນອະທິຖານເມື່ອໃດ? ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ຈົ່ງຄົ້ນຫາຢ່າງພາກພຽນ, ອະທິຖານສະເໝີ, ແລະ ມີຄວາມເຊື່ອ, ແລ້ວທຸກສິ່ງທັງປວງຈະທຳງານນຳກັນໄປເພື່ອຄວາມດີຂອງພວກເຈົ້າ” (ຄຳສອນ ແລະ ພັນທະສັນຍາ 90:24).
ແອວມາໄດ້ກ່າວວ່າ, “ຈົ່ງປຶກສານຳພຣະຜູ້ເປັນເຈົ້າໃນການກະທຳທັງໝົດຂອງລູກ, ແລະ ພຣະອົງຈະຊີ້ທາງໃຫ້ລູກເພື່ອຄວາມດີ; ແທ້ຈິງແລ້ວ, ເວລາລູກນອນລົງຕອນກາງຄືນກໍຈົ່ງນອນຢູ່ກັບພຣະຜູ້ເປັນເຈົ້າ, ເພື່ອພຣະອົງຈະໄດ້ດູແລລູກເວລາລູກນອນ; ແລະ ເວລາລູກຕື່ນຂຶ້ນຕອນເຊົ້າ ກໍຂໍໃຫ້ໃຈຂອງລູກເຕັມໄປດ້ວຍຄວາມຂອບພຣະໄທພຣະເຈົ້າ” (ແອວມາ 37:37; ເບິ່ງ 34:17–27 ນຳອີກ).
ພຣະຜູ້ເປັນເຈົ້າເຊື້ອເຊີນທ່ານໃຫ້ສະຫງວນເວລາງຽບໆ, ເປັນສ່ວນຕົນເພື່ອອະທິຖານ: “ເຂົ້າໄປໃນຫ້ອງ ແລະ … ອະທິຖານຫາພຣະບິດາຂອງເຈົ້າ” (3 ນີໄຟ 13:6; ເບິ່ງ ຂໍ້ທີ 7–13 ນຳອີກ).
ປະທານກໍດອນ ບີ ຮິງລີ ໄດ້ສິດສອນວ່າ: “ທຸກເຊົ້າ … , ຜູ້ສອນສາດສະໜາຄວນຄຸເຂົ່າ ແລະ ວິງວອນພຣະເຈົ້າໃຫ້ມາຍລີ້ນຂອງເຂົາເຈົ້າ ແລະ ກ່າວຜ່ານທາງເຂົາເຈົ້າ ເພື່ອເປັນພອນໃຫ້ແກ່ຜູ້ທີ່ເຂົາເຈົ້າຈະສິດສອນ. ຖ້າຫາກເຂົາເຈົ້າຈະເຮັດສິ່ງນີ້, ແສງສະຫວ່າງໃໝ່ຈະເຂົ້າມາໃນຊີວິດຂອງເຂົາເຈົ້າ. ຈະມີຄວາມກະຕືລືລົ້ນໃນການເຮັດວຽກງານຫລາຍຂຶ້ນ. ເຂົາເຈົ້າຈະມາຮູ້ຈັກສິ່ງນັ້ນໃນຄວາມເປັນຈິງແທ້ໆ, ວ່າເຂົາເຈົ້າເປັນຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າທີ່ເວົ້າແທນພຣະອົງ” (“Missionary Service,” First Worldwide Leadership Training Meeting, Jan. 11, 2003, 20).
ການໄວ້ວາງໃຈພຣະເຈົ້າເມື່ອເຮົາອະທິຖານ
ການມີສັດທາໃນພຣະເຈົ້າໝາຍເຖິງການໄວ້ວາງໃຈພຣະອົງ. ສິ່ງນີ້ແມ່ນລວມທັງການໄວ້ວາງໃຈພຣະປະສົງຂອງພຣະອົງ ແລະ ເວລາຂອງພຣະອົງ ໃນການຕອບຄຳຖາມຂອງທ່ານ (ເບິ່ງ ເອຊາຢາ 55:8–9). ປະທານດາລິນ ເອັຈ ໂອກສ໌ ໄດ້ສິດສອນວ່າ:
“ບໍ່ວ່າສັດທາຂອງເຮົາຈະເຂັ້ມແຂງພຽງໃດກໍຕາມ, ມັນບໍ່ສາມາດສ້າງຜົນທີ່ກົງກັນຂ້າມກັບພຣະປະສົງຂອງພຣະອົງ ຜູ້ທີ່ເຮົາມີສັດທາ. ຈົ່ງຈື່ຈຳສິ່ງນີ້ໄວ້ ເມື່ອຄຳອະທິຖານຂອງທ່ານເບິ່ງຄືວ່າຈະບໍ່ໄດ້ຮັບຄຳຕອບໃນວິທີ ຫລື ໃນເວລາທີ່ທ່ານປາດຖະໜາ. ການໃຊ້ສັດທາໃນອົງພຣະເຢຊູຄຣິດເຈົ້າຢູ່ພາຍໃຕ້ລະບຽບຂອງສະຫວັນ, ຄວາມດີ ແລະ ພຣະປະສົງ ແລະ ປັນຍາ ແລະ ເວລາຂອງພຣະຜູ້ເປັນເຈົ້າສະເໝີ. ເມື່ອເຮົາມີສັດທາ ແລະ ໄວ້ວາງໃຈໃນພຣະຜູ້ເປັນເຈົ້າເຊັ່ນນັ້ນ, ເຮົາກໍມີຄວາມໝັ້ນຄົງ ແລະ ຄວາມສະຫງົບສຸກທີ່ແທ້ຈິງໃນຊີວິດຂອງເຮົາ” (“The Atonement and Faith,” Ensign, Apr. 2010, 30).
ກ່ຽວກັບຄຳອະທິຖານທີ່ອາດເບິ່ງຄືວ່າບໍ່ໄດ້ຮັບຄຳຕອບ, ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ:
“ຂ້າພະເຈົ້າຮູ້ຄວາມຮູ້ສຶກເຊັ່ນນັ້ນ! ຂ້າພະເຈົ້າຮູ້ເຖິງຄວາມຢ້ານກົວ ແລະ ນ້ຳຕາໃນຊ່ວງເວລາເຊັ່ນນັ້ນ. ແຕ່ຂ້າພະເຈົ້າຮູ້ວ່າ ຄຳອະທິຖານຂອງເຮົາບໍ່ເຄີຍຖືກລະເລີຍ. ສັດທາຂອງເຮົາບໍ່ເຄີຍຖືກມອງຂ້າມ. ຂ້າພະເຈົ້າຮູ້ວ່າ ທັດສະນະຂອງພຣະບິດາເທິງສະຫວັນຜູ້ຮອບຮູ້ນັ້ນກວ້າງໄກກວ່າທັດສະນະຂອງເຮົາຫລາຍ. ໃນຂະນະທີ່ເຮົາຮູ້ເຖິງບັນຫາ ແລະ ຄວາມເຈັບປວດໃນຊ່ວງມະຕະຂອງເຮົາ, ພຣະອົງຮູ້ເຖິງຄວາມກ້າວໜ້າ ແລະ ສັກກະຍະພາບອະມະຕະຂອງເຮົາ. ຖ້າຫາກເຮົາອະທິຖານເພື່ອຈະໄດ້ຮູ້ຈັກພຣະປະສົງຂອງພຣະອົງ ແລະ ຍອມເຮັດຕາມດ້ວຍຄວາມອົດທົນ ແລະ ຄວາມກ້າຫານ, ແລ້ວການປິ່ນປົວຈາກສະຫວັນສາມາດມາແທນທີ່ໃນວິທີ ແລະ ເວລາຂອງພຣະອົງເອງ” (“Jesus Christ—the Master Healer,” Liahona, Nov. 2005, 86).
ຮຽນຮູ້ທີ່ຈະຮັບຮູ້ການກະຕຸ້ນຂອງພຣະວິນຍານ
ມັນສຳຄັນສຳລັບທ່ານ ແລະ ຜູ້ຄົນທີ່ທ່ານສິດສອນໃຫ້ຮຽນຮູ້ທີ່ຈະຮັບຮູ້ການສື່ສານຈາກພຣະວິນຍານ. ຕາມປົກກະຕິແລ້ວ ພຣະວິນຍານສື່ສານຢ່າງງຽບໆ, ຜ່ານທາງຄວາມຮູ້ສຶກ, ຈິດໃຈ, ແລະ ຫົວໃຈ. ສາດສະດາເອລີຢາໄດ້ພົບເຫັນວ່າ ສຸລະສຽງຂອງພຣະຜູ້ເປັນເຈົ້າບໍ່ໄດ້ຢູ່ໃນລົມ, ແຜ່ນດິນໄຫວ, ຫລື ໄຟ—ແຕ່ “ເບົາໆດັງແວ່ວມາ” (1 ກະສັດ 19:12). ມັນ “ບໍ່ແມ່ນສຽງຟ້າຮ້ອງ,” ແຕ່ວ່າມັນ “ເປັນສຽງອ່ອນຫວານຂອງຄວາມນິ້ມນວນຢ່າງແຈ່ມແຈ້ງ, ຄ້າຍຄືກັບວ່າເປັນສຽງສື່ມໃສ່ຫູ,” ແຕ່ມັນສາມາດ “ສຽບແທງເຂົ້າໄປໃນຈິດວິນຍານທຸກດວງ” (ຮີລາມັນ 5:30).
ການສື່ສານຈາກພຣະວິນຍານສາມາດຮູ້ສຶກແຕກຕ່າງກັບແຕ່ລະຄົນ. ບໍ່ວ່າການສື່ສານເຫລົ່ານີ້ຈະຮູ້ສຶກແນວໃດ, ພຣະຄຳພີສິດສອນວິທີທີ່ຈະຮັບຮູ້ມັນ. ຍົກຕົວຢ່າງ, ພຣະວິນຍານໃຫ້ຄວາມຮູ້ແກ່ທ່ານ ແລະ ນຳພາທ່ານໃຫ້ເຮັດຄວາມດີ. ພຣະອົງຈະໃຫ້ຄວາມກະຈ່າງແກ່ຈິດໃຈຂອງທ່ານ. ພຣະອົງຈະນຳພາທ່ານໃຫ້ເດີນໄປໃນຄວາມຖ່ອມ ແລະ ຕັດສິນຢ່າງຊອບທຳ. (ເບິ່ງ ຄຳສອນ ແລະ ພັນທະສັນຍາ 11:12–14 ແລະ ຊ່ອງ “ການສຶກສາສ່ວນຕົວ” ໃນສ່ວນຫລັງຂອງພາກນີ້.)
ໃນການຕອບຄຳຖາມທີ່ວ່າ “ເຮົາຮັບຮູ້ການກະຕຸ້ນຂອງພຣະວິນຍານໄດ້ແນວໃດ?” ປະທານກໍດອນ ບີ ຮິງລີ ໄດ້ອ່ານ ໂມໂຣໄນ 7:13, 16–17. ແລ້ວເພິ່ນໄດ້ກ່າວວ່າ:
“ນັ້ນຄືການທົດສອບ, ຖ້າຈະເວົ້າແລ້ວ. ມັນຊັກຊວນໃຫ້ຄົນເຮັດຄວາມດີ, ລຸກຂຶ້ນ, ຢືນສູງ, ເຮັດສິ່ງທີ່ຖືກຕ້ອງ, ມີເມດຕາ, ເອື້ອເຟື້ອເພື່ອແຜ່ບໍ? ແລ້ວ ມັນກໍມາຈາກພຣະວິນຍານຂອງພຣະເຈົ້າ. …
“… ຖ້າມັນເຊື້ອເຊີນໃຫ້ເຮັດຄວາມດີ, ມັນກໍມາຈາກພຣະເຈົ້າ. ຖ້າມັນເຊື້ອເຊີນໃຫ້ເຮັດຄວາມຊົ່ວ, ມັນກໍມາຈາກມານ. … ແລະ ຖ້າທ່ານກຳລັງເຮັດສິ່ງທີ່ຖືກຕ້ອງ ແລະ ຖ້າຫາກທ່ານດຳລົງຊີວິດໃນທາງທີ່ຖືກຕ້ອງ, ທ່ານຈະຮູ້ໃນໃຈຂອງທ່ານວ່າ ພຣະວິນຍານກຳລັງກ່າວສິ່ງໃດກັບທ່ານ.
“ທ່ານຮັບຮູ້ການກະຕຸ້ນຂອງພຣະວິນຍານ ໂດຍຜົນຂອງພຣະວິນຍານ—ສິ່ງທີ່ໃຫ້ຄວາມກະຈ່າງ, ສິ່ງທີ່ເສີມສ້າງ, ສິ່ງທີ່ເປັນທາງບວກ ແລະ ຢືນຢັນ ແລະ ຍົກລະດັບ ແລະ ນຳພາເຮົາໄປຫາຄວາມຄິດທີ່ດີກວ່າ ແລະ ຄຳເວົ້າທີ່ດີກວ່າ ແລະ ການກະທຳທີ່ດີກວ່າ ແມ່ນມາຈາກພຣະວິນຍານຂອງພຣະເຈົ້າ” (Teachings of Gordon B. Hinckley [1997], 260–61).
ເມື່ອທ່ານສະແຫວງຫາ ແລະ ເຮັດຕາມການນຳພາຂອງພຣະວິນຍານບໍລິສຸດ, ຄວາມສາມາດຂອງທ່ານທີ່ຈະຫລິງເຫັນ ແລະ ເຂົ້າໃຈການກະຕຸ້ນຂອງພຣະອົງຈະພັດທະນາຂຶ້ນຕາມການເວລາ (ເບິ່ງ 2 ນີໄຟ 28:30). ໃນບາງວິທີ, ການປັບໃຫ້ເຂົ້າກັບການນຳພາຂອງພຣະວິນຍານຫລາຍຂຶ້ນ ກໍຄືກັນກັບການຮຽນພາສາອື່ນ. ມັນເປັນຂະບວນການທີ່ຄ່ອຍເປັນຄ່ອຍໄປ ຊຶ່ງຮຽກຮ້ອງຄວາມພະຍາຍາມຢ່າງພາກພຽນ ແລະ ອົດທົນ.
ສະແຫວງຫາການນຳພາຈາກພຣະວິນຍານບໍລິສຸດດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ. ຖ້າຫາກທ່ານໝົກໝຸ້ນຢູ່ກັບສິ່ງອື່ນ, ທ່ານອາດບໍ່ຮູ້ສຶກເຖິງສຽງສື່ມຂອງພຣະວິນຍານ. ຫລື ພຣະອົງອາດລໍຖ້າການສື່ສານຈົນກວ່າທ່ານຈະສະແຫວງຫາອິດທິພົນຂອງພຣະອົງ ດ້ວຍຄວາມເຕັມໃຈທີ່ຖ່ອມຕົວ ທີ່ຈະກະທຳຕາມການກະຕຸ້ນຂອງພຣະອົງ.
ສຽງໃນໂລກແຂ່ງຂັນກັນເພື່ອຮຽກຮ້ອງຄວາມສົນໃຈຂອງທ່ານ. ສຽງເຫລົ່ານີ້ສາມາດປິດບັງຄວາມປະທັບໃຈທາງວິນຍານໄດ້ຢ່າງງ່າຍດາຍ ຍົກເວັ້ນແຕ່ທ່ານຈະໃຫ້ພຣະວິນຍານຢູ່ໃນໃຈທ່ານ. ຈົ່ງຈື່ຈຳຄຳແນະນຳນີ້ຈາກພຣະຜູ້ເປັນເຈົ້າ: “ຈົ່ງງຽບສະຫງົບຢູ່, ແລະ ຈົ່ງຮູ້ເຖີດວ່າເຮົາຄືພຣະເຈົ້າ” (ເພງສັນລະເສີນ 46:10; ເບິ່ງ ຄຳສອນ ແລະ ພັນທະສັນຍາ 101:16 ນຳອີກ).
“ພຣະເຈົ້າໃຊ້ແບບແຜນຫລາກຫລາຍເພື່ອຖ່າຍທອດການເປີດເຜີຍຕໍ່ບຸດ ແລະ ທິດາຂອງພຣະອົງ, ດັ່ງເຊັ່ນຄວາມຄິດຕໍ່ຈິດໃຈ ແລະ ຄວາມຮູ້ສຶກຕໍ່ຫົວໃຈ, ຄວາມຝັນ, … ແລະ ການດົນໃຈ. ການເປີດເຜີຍບາງຢ່າງອາດໄດ້ຮັບໂດຍທັນທີ ແລະ ມີພະລັງ; ບາງຢ່າງອາດເປັນແບບຄ່ອຍເປັນຄ່ອຍໄປ ແລະ ລະອຽດອ່ອນ. ການຮັບ, ການຮັບຮູ້, ແລະ ການຕອບຮັບການເປີດເຜີຍຈາກພຣະເຈົ້າເປັນຂອງປະທານທາງວິນຍານທີ່ເຮົາທຸກຄົນຄວນປາດຖະໜາ ແລະ ສະແຫວງຫາຢ່າງເໝາະສົມ” (David A. Bednar, “The Spirit of Revelation in the Work,” 2018 mission leadership seminar).
ການສຶກສາສ່ວນຕົວ
ສຶກສາພຣະຄຳພີໃນຕາຕະລາງດັ່ງຕໍ່ໄປນີ້. ໃຫ້ຄິດເຖິງເວລາທີ່ທ່ານໄດ້ປະສົບກັບຄວາມຮູ້ສຶກ, ຄວາມຄິດ, ຫລື ຄວາມປະທັບໃຈໃດໆ ທີ່ບັນຍາຍໃນຂໍ້ເຫລົ່ານີ້. ເມື່ອທ່ານສຶກສາ ແລະ ມີປະສົບການ, ໃຫ້ເພີ່ມຂໍ້ພຣະຄຳພີໃສ່ໃນລາຍການນີ້. ໃຫ້ຄິດວ່າທ່ານຈະໃຊ້ຫລັກທຳເຫລົ່ານີ້ຊ່ວຍໃຫ້ຄົນອື່ນຮູ້ສຶກ ແລະ ຮັບຮູ້ພຣະວິນຍານໄດ້ແນວໃດ.
ຄຳສອນ ແລະ ພັນທະສັນຍາ 6:23; 11:12–14; 88:3; ໂຢຮັນ 14:26–27; ໂຣມ 15:13; ຄາລາເຕຍ 5:22–23 |
ໃຫ້ຄວາມຮູ້ສຶກຂອງຄວາມຮັກ, ຄວາມຊື່ນຊົມ, ສັນຕິສຸກ, ການປອບໂຍນ, ຄວາມອົດທົນ, ຄວາມອ່ອນນ້ອມ, ຄວາມອ່ອນໂຍນ, ສັດທາ, ແລະ ຄວາມຫວັງ. |
ແອວມາ 32:28; ຄຳສອນ ແລະ ພັນທະສັນຍາ 6:14–15; 8:2–3; 1 ໂກຣິນໂທ 2:9–11 |
ໃຫ້ຄວາມກະຈ່າງ ແລະ ໃຫ້ຄວາມຄິດໃນຈິດໃຈ ແລະ ຄວາມຮູ້ສຶກໃນຫົວໃຈ. |
ຊ່ວຍໃຫ້ພຣະຄຳພີມີຜົນກະທົບຢ່າງຫລວງຫລາຍ. | |
ແທນຄວາມມືດດ້ວຍແສງສະຫວ່າງ. | |
ເພີ່ມຄວາມປາດຖະໜາທີ່ຈະຫລີກລ້ຽງຈາກຄວາມຊົ່ວຮ້າຍ ແລະ ເຊື່ອຟັງພຣະບັນຍັດ. | |
ໂມໂຣໄນ 10:5; ຄຳສອນ ແລະ ພັນທະສັນຍາ 21:9; 100:8; ໂຢຮັນ 14:26; 15:26; 16:13 |
ສິດສອນຄວາມຈິງ ແລະ ນຳມັນມາສູ່ຄວາມຊົງຈຳ. |
ນຳພາ ແລະ ປົກປ້ອງຈາກການຫລອກລວງ. | |
2 ນີໄຟ 31:18; ຄຳສອນ ແລະ ພັນທະສັນຍາ 20:27; ໂຢຮັນ 16:13–14 |
ສັນລະເສີນ ແລະ ເປັນພະຍານເຖິງພຣະເຈົ້າອົງເປັນພຣະບິດາ ແລະ ພຣະເຢຊູຄຣິດ. |
ຄຳສອນ ແລະ ພັນທະສັນຍາ 42:16; 84:85; 100:5–8; ລູກາ 12:11–12 |
ແນະນຳຄຳເວົ້າຂອງຄູສອນທີ່ຖ່ອມຕົວ. |
ໂມໂຣໄນ 10:8–17; ຄຳສອນ ແລະ ພັນທະສັນຍາ 46:8–26; 1 ໂກຣິນໂທ 12 |
ໃຫ້ຂອງປະທານແຫ່ງພຣະວິນຍານ. |
ບອກສິ່ງທີ່ຈະອະທິຖານທູນຂໍ. | |
ບອກສິ່ງທີ່ຈະເຮັດ. | |
ຊ່ວຍໃຫ້ຄົນຊອບທຳກ່າວດ້ວຍພະລັງ ແລະ ສິດອຳນາດ. | |
ຊຳລະໃຫ້ບໍລິສຸດ ແລະ ນຳການປົດບາບມາໃຫ້. | |
ນຳຄວາມຈິງເຂົ້າສູ່ຫົວໃຈຂອງຜູ້ຟັງ. | |
ເສີມສ້າງທັກສະ ແລະ ຄວາມສາມາດ. | |
1 ນີໄຟ 7:15; 2 ນີໄຟ 28:1; 32:7; ແອວມາ 14:11; ມໍມອນ 3:16; ອີເທີ 12:2 |
ກະຕຸ້ນໃຫ້ໄປຂ້າງໜ້າ ຫລື ຖອຍຫລັງ. |
ໃຫ້ຄວາມຮູ້ທັງຄູສອນ ແລະ ນັກຮຽນ. |
ເພິ່ງອາໄສພຣະວິນຍານ
ໃນຖານະຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ, ທ່ານຕ້ອງເຮັດວຽກງານຂອງພຣະອົງ ໃນວິທີຂອງພຣະອົງ ແລະ ໂດຍອຳນາດຂອງພຣະອົງ. ສາດສະດາໂຈເຊັບ ສະມິດ ໄດ້ສິດສອນວ່າ “ບໍ່ມີຄົນໃດສາມາດສັ່ງສອນພຣະກິດຕິຄຸນປາດສະຈາກພຣະວິນຍານບໍລິສຸດ” (Teachings: Joseph Smith, 332).
ໄວ້ວາງໃຈພຣະວິນຍານເພື່ອນຳພາທ່ານໃນທຸກດ້ານຂອງວຽກງານຂອງທ່ານ. ພຣະອົງຈະໃຫ້ຄວາມກະຈ່າງ ແລະ ດົນໃຈທ່ານ. ພຣະອົງຈະຊ່ວຍໃຫ້ທ່ານພົບເຫັນຜູ້ຄົນທີ່ຈະສິດສອນ ແລະ ຈະນຳພະລັງມາສູ່ການສິດສອນຂອງທ່ານ. ພຣະອົງຈະຊ່ວຍເຫລືອທ່ານຂະນະທີ່ທ່ານຊ່ວຍເຫລືອສະມາຊິກ, ສະມາຊິກທີ່ກັບຄືນມາ, ແລະ ຜູ້ປ່ຽນໃຈເຫລື້ອມໃສໃໝ່ ເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຂົາເຈົ້າ.
ຜູ້ສອນສາດສະໜາບາງຄົນຮູ້ສຶກໝັ້ນໃຈໃນຕົນເອງ. ບາງຄົນຂາດຄວາມໝັ້ນໃຈດັ່ງກ່າວ. ຈົ່ງໝັ້ນໃຈ ແລະ ມີສັດທາໃນພຣະເຢຊູຄຣິດຢ່າງຖ່ອມຕົວ, ບໍ່ແມ່ນໃນຕົນເອງ. ເພິ່ງອາໄສພຣະວິນຍານຫລາຍກວ່າພອນສະຫວັນ ແລະ ຄວາມສາມາດຂອງຕົນເອງ. ພຣະວິນຍານບໍລິສຸດຈະຂະຫຍາຍຄວາມພະຍາຍາມຂອງທ່ານ ເກີນກວ່າທີ່ທ່ານສາມາດເຮັດໄດ້ດ້ວຍຕົນເອງ.
ຂໍ້ຄວນລະວັງ
ຢືນຢັນຄວາມປະທັບໃຈຂອງທ່ານດ້ວຍແຫລ່ງຂໍ້ມູນທີ່ເຊື່ອຖືໄດ້
ຂະນະທີ່ທ່ານອະທິຖານຂໍການດົນໃຈ, ໃຫ້ປຽບທຽບຄວາມປະທັບໃຈທາງວິນຍານຂອງທ່ານໃສ່ກັບຂໍ້ພຣະຄຳພີ ແລະ ຄຳສອນຂອງສາດສະດາທີ່ມີຊີວິດຢູ່. ຄວາມປະທັບໃຈຈາກພຣະວິນຍານຈະສອດຄ່ອງກັບແຫລ່ງເຫລົ່ານີ້.
ສະແຫວງຫາການເປີດເຜີຍພາຍໃນການມອບໝາຍຂອງທ່ານ
ຈົ່ງແນ່ໃຈວ່າຄວາມຮູ້ສຶກທີ່ທ່ານໄດ້ຮັບແມ່ນສອດຄ່ອງກັບການມອບໝາຍຂອງທ່ານ. ເວັ້ນເສຍແຕ່ທ່ານຖືກເອີ້ນໂດຍສິດອຳນາດທີ່ຖືກຕ້ອງ, ຄວາມປະທັບໃຈຈາກພຣະວິນຍານບໍ່ໄດ້ຖືກມອບໃຫ້ ເພື່ອໃຫ້ທ່ານແນະນຳ ຫລື ຕັກເຕືອນຄົນອື່ນ. ຍົກຕົວຢ່າງ, ທ່ານຈະບໍ່ໄດ້ຮັບການເປີດເຜີຍເພື່ອໃຫ້ບອກອະທິການເຖິງສິ່ງທີ່ເພິ່ນຄວນເຮັດໃນການເອີ້ນຂອງເພິ່ນ.
ຫລິງເຫັນອິດທິພົນທີ່ແທ້ຈິງຂອງພຣະວິນຍານ
ປະທານຮາວເວີດ ດັບເບິນຢູ ຮັນເທີ ໄດ້ແນະນຳວ່າ: “ຂ້າພະເຈົ້າຂໍເຕືອນໄວ້ກ່ອນ. … ຂ້າພະເຈົ້າຄິດວ່າ ຖ້າຫາກເຮົາບໍ່ລະມັດລະວັງ … , ເຮົາອາດເລີ່ມພະຍາຍາມປອມແປງອິດທິພົນທີ່ແທ້ຈິງຂອງພຣະວິນຍານຂອງພຣະຜູ້ເປັນເຈົ້າ ດ້ວຍວິທີທີ່ບໍ່ສົມຄວນ ແລະ ອຸບາຍລໍ້ລວງ. ຂ້າພະເຈົ້າມີຄວາມເປັນຫ່ວງເມື່ອເບິ່ງຄືກັບວ່າອາລົມທີ່ຮຸນແຮງ ຫລື ນ້ຳຕາທີ່ໄຫລອອກມາ ຈະທຽບໄດ້ກັບການສະຖິດຢູ່ຂອງພຣະວິນຍານ. ແນ່ນອນວ່າພຣະວິນຍານຂອງພຣະຜູ້ເປັນເຈົ້າສາມາດນຳຄວາມຮູ້ສຶກທາງອາລົມທີ່ຮຸນແຮງ, ລວມທັງນ້ຳຕາມາໃຫ້, ແຕ່ການສະແດງອອກພາຍນອກນັ້ນບໍ່ຄວນສັບສົນກັບການປະທັບຢູ່ຂອງພຣະວິນຍານນັ້ນເອງ” (The Teachings of Howard W. Hunter [1997], 184).
ຢ່າພະຍາຍາມບັງຄັບເລື່ອງທາງວິນຍານ
ເລື່ອງທາງວິນຍານບໍ່ສາມາດຖືກບັງຄັບໄດ້. ທ່ານສາມາດປູກຝັງທັດສະນະຄະຕິ ແລະ ສະພາບແວດລ້ອມທີ່ເຊື້ອເຊີນພຣະວິນຍານ, ແລະ ທ່ານສາມາດກຽມຕົວເອງ, ແຕ່ທ່ານບໍ່ສາມາດກຳນົດວ່າ ການດົນໃຈນັ້ນຈະມາເຖິງໃນວິທີໃດ ແລະ ເມື່ອໃດ. ຈົ່ງອົດທົນ ແລະ ໄວ້ວາງໃຈວ່າ ທ່ານຈະໄດ້ຮັບສິ່ງທີ່ທ່ານຕ້ອງການ ເມື່ອເຖິງເວລາທີ່ເໝາະສົມ.
ຮັກສາປະສົບການທາງວິນຍານໃຫ້ສັກສິດ
ໃນຖານະຜູ້ສອນສາດສະໜາ, ທ່ານອາດຮັບຮູ້ປະສົບການທາງວິນຍານຫລາຍກວ່າທີ່ທ່ານເຄີຍມີມາກ່ອນໃນຊີວິດຂອງທ່ານ. ປະສົບການເຫລົ່ານີ້ແມ່ນສັກສິດ ແລະ ໂດຍທົ່ວໄປແລ້ວ ມີໄວ້ເພື່ອການໃຫ້ຄວາມຮູ້, ໃຫ້ຄຳແນະນຳ, ຫລື ການແກ້ໄຂ.
ປະສົບການຫລາຍຢ່າງເຫລົ່ານີ້ຈະດີທີ່ສຸດຖ້າເກັບໄວ້ເປັນສ່ວນຕົວ. ແບ່ງປັນສະເພາະເມື່ອພຣະວິນຍານລະບຸວ່າ ທ່ານສາມາດເປັນພອນໃຫ້ແກ່ຄົນອື່ນໂດຍການເຮັດເຊັ່ນນັ້ນ (ເບິ່ງ ແອວມາ 12:9; ຄຳສອນ ແລະ ພັນທະສັນຍາ 63:64; 84:73).
ໃຫ້ໃຊ້ການຕັດສິນໃຈທີ່ດີທີ່ສຸດຂອງທ່ານເອງໃນບາງກໍລະນີ
ບາງຄັ້ງເຮົາຕ້ອງການໃຫ້ພຣະວິນຍານນຳພາໃນທຸກສິ່ງ. ເຖິງຢ່າງໃດກໍຕາມ, ສ່ວນຫລາຍພຣະຜູ້ເປັນເຈົ້າຕ້ອງການໃຫ້ເຮົາກະທຳໂດຍການໃຊ້ການຕັດສິນໃຈທີ່ດີທີ່ສຸດຂອງເຮົາເອງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 60:5; 61:22; 62:5). ປະທານດາລິນ ເອັຈ ໂອກສ໌ ໄດ້ສິດສອນວ່າ:
“ຄວາມປາດຖະໜາໃຫ້ພຣະເຈົ້ານຳພາເປັນພະລັງ, ແຕ່ຕ້ອງມາພ້ອມກັບຄວາມເຂົ້າໃຈວ່າ ພຣະບິດາເທິງສະຫວັນປ່ອຍໃຫ້ການຕັດສິນໃຈຫລາຍຢ່າງເປັນການເລືອກສ່ວນຕົວຂອງເຮົາ. ການຕັດສິນໃຈສ່ວນຕົວເປັນໜຶ່ງໃນແຫລ່ງທີ່ມາຂອງການເຕີບໂຕ ທີ່ເຮົາຕ້ອງປະສົບໃນຊ່ວງມະຕະ. ບຸກຄົນທີ່ພະຍາຍາມສົ່ງການຕັດສິນໃຈທັງໝົດໄປໃຫ້ພຣະຜູ້ເປັນເຈົ້າ ແລະ ທູນຂໍການເປີດເຜີຍໃຫ້ກັບທຸກການເລືອກ ບໍ່ດົນຈະພົບເຫັນສະຖານະການ ຊຶ່ງໃນນັ້ນເຂົາເຈົ້າອະທິຖານຂໍການນຳພາ ແລະ ບໍ່ໄດ້ຮັບ. ຍົກຕົວຢ່າງ, ສິ່ງນີ້ອາດຈະເກີດຂຶ້ນໃນຫລາຍໆສະຖານະການ ຊຶ່ງໃນນັ້ນການເລືອກບໍ່ສຳຄັນ ຫລື ການເລືອກໃດໜຶ່ງເປັນທີ່ຍອມຮັບໄດ້.
“ເຮົາຄວນສຶກສາສິ່ງຕ່າງໆໃນຄວາມຄິດຂອງເຮົາ, ໂດຍການໃຊ້ພະລັງແຫ່ງເຫດຜົນທີ່ພຣະຜູ້ສ້າງຂອງເຮົາໄດ້ເອົາໃສ່ໄວ້ໃນຕົວເຮົາ. ແລ້ວເຮົາຄວນອະທິຖານເພື່ອການນຳພາ ແລະ ກະທຳຕາມ ຖ້າເຮົາໄດ້ຮັບ. ຖ້າຫາກເຮົາບໍ່ໄດ້ຮັບການນຳພາ, ເຮົາຄວນກະທຳຕາມການຕັດສິນໃຈທີ່ດີທີ່ສຸດຂອງເຮົາ. ບຸກຄົນທີ່ບາກບັ່ນໃນການສະແຫວງຫາການນຳພາທີ່ເປີດເຜີຍກ່ຽວກັບເລື່ອງທີ່ພຣະຜູ້ເປັນເຈົ້າບໍ່ໄດ້ເລືອກໃຫ້ຊີ້ນຳເຮົາ ອາດຄິດຫາຄຳຕອບຈາກການຈິນຕະນາການ ຫລື ອັກຄະຕິຂອງຕົນເອງ ຫລື ອາດໄດ້ຮັບຄຳຕອບຜ່ານສື່ຂອງການເປີດເຜີຍທີ່ບໍ່ຈິງ” (“Our Strengths Can Become Our Downfall,” Ensign, Oct. 1994, 13–14).
ແນວຄິດສຳລັບການສຶກສາ ແລະ ການນຳໃຊ້
ການສຶກສາສ່ວນຕົວ
-
ແບ່ງໜ້າເຈ້ຍອອກເປັນສອງຖັນ. ຖັນໜຶ່ງໃສ່ຊື່ວ່າ “ສິ່ງທີ່ພຣະຜູ້ເປັນເຈົ້າໄດ້ເຮັດ” ແລະ ອີກຖັນໜຶ່ງໃສ່ຊື່ວ່າ “ສິ່ງທີ່ລີໄຮ ຫລື ນີໄຟໄດ້ເຮັດ.” ອ່ານເລື່ອງລາວກ່ຽວກັບເລຍໂຮນາ ແລະ ຄັນທະນູຫັກ (1 ນີໄຟ 16:9–31) ຫລື ເລື່ອງລາວກ່ຽວກັບນີໄຟສ້າງເຮືອ (1 ນີໄຟ 17:7–16; 18:1–6). ຂຽນລາຍການຈາກເລື່ອງລາວໃສ່ໃນຖັນທີ່ເໝາະສົມ. ພິຈາລະນາສິ່ງທີ່ເລື່ອງລາວສາມາດສິດສອນທ່ານກ່ຽວກັບລັກສະນະຂອງການດົນໃຈ.
-
ເບິ່ງໃນບັນທຶກຂອງທ່ານ ແລະ ຊອກຫາໂອກາດທີ່ທ່ານຖືກນຳພາໂດຍພຣະວິນຍານ ຫລື ເຄີຍປະສົບກັບຂອງປະທານແຫ່ງພຣະວິນຍານ. ຄິດກ່ຽວກັບວ່າປະສົບການເຫລົ່ານີ້ໄດ້ເກີດຂຶ້ນເມື່ອໃດ, ຢູ່ໃສ, ແລະ ເປັນຫຍັງ. ພຣະຫັດຂອງພຣະຜູ້ເປັນເຈົ້າສະແດງໃຫ້ປະຈັກແນວໃດ? ທ່ານໄດ້ຮູ້ສຶກແນວໃດ? ການຈື່ຈຳປະສົບການເຫລົ່ານີ້ສາມາດຊ່ວຍໃຫ້ທ່ານຮັບຮູ້ພຣະວິນຍານ.
-
ສຶກສາ ແອວມາ 33:1–12 ແລະ ແອວມາ 34:17–31. ຄຳຖາມໃດແດ່ທີ່ແອວມາ ແລະ ແອມມິວເລັກໄດ້ຕອບ? (ທົບທວນ ແອວມາ 33:1–2.) ພວກເພິ່ນໄດ້ຕອບຄຳຖາມເຫລົ່ານີ້ແນວໃດ? ພວກເພິ່ນໄດ້ຮັບຮອງຫຍັງແດ່?
-
ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ ພຣະວິນຍານຈະນຳພາເຮົາໃນຫລາຍວິທີທີ່ສຳຄັນ. ຂະນະທີ່ທ່ານອ່ານຂໍ້ພຣະຄຳພີເຫລົ່ານີ້, ໃຫ້ລະບຸແງ່ມຸມຂອງວຽກງານຂອງທ່ານ ທີ່ຮຽກຮ້ອງການນຳພາຈາກພຣະວິນຍານ. ຫລັກທຳໃນຂໍ້ພຣະຄຳພີດັ່ງຕໍ່ໄປນີ້ໝາຍຄວາມວ່າແນວໃດສຳລັບການສຶກສາສ່ວນຕົວ ແລະ ກັບຄູ່ສອນຂອງທ່ານ? ການປະຊຸມສະພາທ້ອງຖິ່ນ, ກອງປະຊຸມອະນາເຂດ, ພິທີບັບຕິສະມາ, ແລະ ການປະຊຸມອື່ນໆ?
ອະທິຖານ
ການດຳເນີນການປະຊຸມ
ການສຶກສາກັບຄູ່ສອນ ແລະ ການສັບປ່ຽນຄູ່ສອນ
-
ເວົ້າລົມກ່ຽວກັບຄຳອະທິຖານທີ່ທ່ານກ່າວໃນຖານະຄູ່ສອນ. ມັນຖືກນຳພາໂດຍພຣະວິນຍານບໍລິສຸດບໍ? ທ່ານໄດ້ຮັບຄຳຕອບຕໍ່ຄຳອະທິຖານຂອງທ່ານ ໃນຖານະຄູ່ສອນແນວໃດ? ເມື່ອທ່ານອະທິຖານໃນຖານະຄູ່ສອນ, ທ່ານ:
-
ເຊື່ອວ່າພຣະເຈົ້າຈະປະທານສິ່ງທີ່ທ່ານທູນຂໍໃນຄວາມຊອບທຳ ແລະ ຕາມພຣະປະສົງຂອງພຣະອົງບໍ?
-
ຮັບຮູ້ ແລະ ຂອບພຣະໄທສຳລັບຄຳຕອບຕໍ່ຄຳອະທິຖານຂອງທ່ານບໍ?
-
ອະທິຖານເພື່ອຜູ້ຄົນໂດຍກ່າວຊື່ ແລະ ພິຈາລະນາຄວາມຕ້ອງການຂອງເຂົາເຈົ້າບໍ?
-
ອະທິຖານເພື່ອກັນແລະກັນ ແລະ ຂໍໃຫ້ພຣະວິນຍານຊົງນຳທ່ານບໍ?
-
ຮັບຮູ້ຄຳຕອບຕໍ່ຄຳອະທິຖານຂອງທ່ານບໍ?
-
ອະທິຖານດ້ວຍຄຳໝັ້ນສັນຍາທີ່ຈະກະທຳຕາມການກະຕຸ້ນທີ່ທ່ານໄດ້ຮັບບໍ?
-
-
ສົນທະນາວິທີທີ່ທ່ານຈະສະແຫວງຫາພຣະວິນຍານຢ່າງພາກພຽນຫລາຍກວ່າເກົ່າ.
-
ສົນທະນາວິທີທີ່ແຕກຕ່າງທີ່ຜູ້ຄົນບັນຍາຍເຖິງອິດທິພົນຂອງພຣະວິນຍານບໍລິສຸດ. ບັນທຶກຄວາມຄິດເຫັນຂອງຜູ້ທີ່ທ່ານສິດສອນກ່ຽວກັບປະສົບການຂອງເຂົາເຈົ້າກັບພຣະວິນຍານໄວ້ໃນບັນທຶກການສຶກສາຂອງທ່ານ. ທ່ານຈະສາມາດຊ່ວຍໃຫ້ຄົນອື່ນຮັບຮູ້ອິດທິພົນອັນສັກສິດນີ້ໄດ້ແນວໃດ?
ສະພາທ້ອງຖິ່ນ, ກອງປະຊຸມອະນາເຂດ, ແລະ ສະພາຜູ້ນຳເຂດເຜີຍແຜ່
-
ເມື່ອເໝາະສົມ, ໃຫ້ຜູ້ສອນສາດສະໜາແບ່ງປັນເລື່ອງລາວ ຫລື ປະສົບການທີ່ເຂົາເຈົ້າໄດ້ຍິນ ໃນກອງປະຊຸມສະແດງປະຈັກພະຍານເມື່ອບໍ່ດົນມານີ້, ປະສົບການການສິດສອນ, ຫລື ໃນສະພາບແວດລ້ອມອື່ນໆ. ເລື່ອງລາວ ແລະ ປະສົບການທາງວິນຍານທີ່ຄົນອື່ນແບ່ງປັນ ສາມາດຊ່ວຍໃຫ້ທ່ານພັດທະນາສັດທາ ແລະ ຮັບຮູ້ວ່າອິດທິພົນຂອງພຣະວິນຍານກໍຖືກສະແດງໃຫ້ປະຈັກຢ່າງກວ້າງຂວາງ ແລະ ເລື້ອຍໆ.
-
ຂໍໃຫ້ຜູ້ສອນສາດສະໜາກ່າວຄຳປາໄສກ່ຽວກັບພາລະກິດ ແລະ ອຳນາດຂອງພຣະວິນຍານບໍລິສຸດ.
-
ສົນທະນາວ່າການສະແດງຄວາມກະຕັນຍູຊ່ວຍໃຫ້ທ່ານເຫັນວິທີເລັກໆນ້ອຍໆ ແຕ່ສຳຄັນທີ່ພຣະຜູ້ເປັນເຈົ້າອວຍພອນທ່ານແນວໃດ (ເບິ່ງ ອີເທີ 3:5; ຄຳສອນ ແລະ ພັນທະສັນຍາ 59:21). ສົນທະນາວິທີທີ່ຈະສະແດງຄວາມກະຕັນຍູ.
-
ພິຈາລະນາຂໍໃຫ້ສະມາຊິກໃໝ່ບອກວິທີທີ່ລາວໄດ້ຮັບອິດທິພົນຈາກພຣະວິນຍານ ໃນເວລາທີ່ຮຽນຮູ້ກ່ຽວກັບສາດສະໜາຈັກແນວໃດ. ຂໍໃຫ້ບຸກຄົນນັ້ນແບ່ງປັນສະເພາະປະສົບການທີ່ເຂົາເຈົ້າຮູ້ສຶກວ່າເໝາະສົມ.
ຜູ້ນຳເຜີຍແຜ່ ແລະ ທີ່ປຶກສາເຜີຍແຜ່
-
ທ່ານອາດຂໍໃຫ້ຜູ້ສອນສາດສະໜາລວມປະສົບການທາງວິນຍານທີ່ເໝາະສົມໄວ້ໃນຈົດໝາຍປະຈຳອາທິດທີ່ສົ່ງເຖິງທ່ານ.
-
ໃນການສຳພາດ ຫລື ໃນການສົນທະນາ, ບາງເທື່ອໃຫ້ຖາມຜູ້ສອນສາດສະໜາກ່ຽວກັບການອະທິຖານໃນຕອນເຊົ້າ ແລະ ຕອນແລງຂອງເຂົາເຈົ້າ. ຖ້າຈຳເປັນ, ປຶກສາກັບເຂົາເຈົ້າກ່ຽວກັບວິທີທີ່ຈະເຮັດໃຫ້ການອະທິຖານຂອງເຂົາເຈົ້າມີຄວາມໝາຍຫລາຍຂຶ້ນ.
-
ຖາມຜູ້ສອນສາດສະໜາກ່ຽວກັບວິທີທີ່ເຂົາເຈົ້າຊ່ວຍໃຫ້ຜູ້ຄົນທີ່ເຂົາເຈົ້າສິດສອນຮູ້ສຶກ ແລະ ຮັບຮູ້ພຣະວິນຍານແນວໃດ.