ການ​ເອີ້ນ​ເຜີຍ​ແຜ່
ຄຳ​ນຳ​ຕໍ່ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ


“ຄຳ​ນຳ​ຕໍ່ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ຄຳ​ນຳ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ຄຳ​ນຳ​ຕໍ່ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ພຣະ​ຜູ້​ເປັນ​ເຈົ້າ​ແນະ​ນຳ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໃຫ້ “ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໂດຍ​ພຣະ​ວິນ​ຍານ, ແມ່ນ​ແຕ່​ພຣະ​ຜູ້​ປອບ​ໂຍນ ຊຶ່ງ​ຖືກ​ສົ່ງ​ອອກ​ໄປ​ເພື່ອ​ສິດ​ສອນ​ຄວາມ​ຈິງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:14).

ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ຖືກ​ອອກ​ແບບ​ເພື່ອ​ຊ່ວຍ​ທ່ານ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ທ່ານ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ. ມັນ​ສຸມ​ໃສ່​ຄວາມ​ສຳ​ຄັນ​ຂອງ​ວຽກ​ງານ​ເຜີຍ​ແຜ່. ມັນ​ບໍ່​ມີ​ຄຳ​ຕອບ​ໃຫ້​ທຸກ​ຄຳ​ຖາມ ຫລື ໃຫ້​ການ​ຊີ້​ນຳ​ສຳ​ລັບ​ທຸກ​ສະ​ຖາ​ນະ​ການ​ທີ່​ທ່ານ​ຈະ​ປະ​ເຊີນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ເປັນ​ແຫລ່ງ​ຂໍ້​ມູນ​ສຳ​ຄັນ​ສຳ​ລັບ​ທ່ານ​ເພື່ອ​ເຕີບ​ໂຕ​ໃນ​ພະ​ລັງ ແລະ ຄວາມ​ສາ​ມາດ​ທາງ​ວິນ​ຍານ. ຈົ່ງ​ສຶກ​ສາ ແລະ ນຳ​ໃຊ້​ຄຳ​ສອນ ແລະ ຫລັກ​ທຳ​ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ ແລະ ໃນ​ປຶ້ມ​ເຫລັ້ມ​ນີ້.

ຮູບ​ພາບ
ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ກຳ​ລັງ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ເຢ​ຊູ​ຄຣິດ

ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ຖືກ​ຈັດ​ຂຶ້ນ​ເພື່ອ​ຊ່ວຍ​ທ່ານ​ໃນ​ວິ​ທີ​ທາງ​ດັ່ງ​ຕໍ່​ໄປ​ນີ້:

ສຶກ​ສາ​ບົດ​ຮຽນ​ຄືນ​ອີກ​ຕະ​ຫລອດ​ໄລ​ຍະ​ການ​ເຜີຍ​ແຜ່​ຂອງ​ທ່ານ. ປະ​ເມີນ​ວຽກ​ງານ​ຂອງ​ທ່ານ. ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ​ເພື່ອ​ບັນ​ລຸ​ມັນ. ຜູ້​ສອນ​ສາດ​ສະ​ໜາ​ທີ່​ກຽມ​ພ້ອມ​ຕົນ​ເອງ​ທຸກ​ວັນ ແລະ ພັດ​ທະ​ນາ​ເປັນ​ປະ​ຈຳ​ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຜູ້​ທີ່​ເຂົາ​ເຈົ້າ​ສິດ​ສອນ ແລະ ຮັບ​ໃຊ້. ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ພອນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ເອງ​ເຊັ່ນ​ກັນ.

ໂອ​ກາດ​ສຳ​ລັບ​ການ​ສຶກ​ສາ ແລະ ການ​ຮຽນ​ຮູ້

ການ​ສຶກ​ສາ​ທີ່​ມີ​ປະ​ສິດ​ທິ​ພາບ​ລະ​ຫວ່າງ​ການ​ເຜີຍ​ແຜ່​ຂອງ​ທ່ານ ຈະ​ຊ່ວຍ​ໃຫ້​ທ່ານ​ເສີມ​ສ້າງ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ກິດ​ຕິ​ຄຸນ ແລະ ກາຍ​ເປັນ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຫລາຍ​ຂຶ້ນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ການ​ສຶກ​ສາ​ພຣະ​ຄຳ​ພີ ແລະ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ຈະ​ຊ່ວຍ​ທ່ານ​ສິດ​ສອນ​ດ້ວຍ​ພະ​ລັງ​ທາງ​ວິນ​ຍານ. ມັນ​ກໍ​ຈະ​ຊ່ວຍ​ທ່ານ​ເຮັດ​ໃຫ້​ການ​ສິດ​ສອນ​ຂອງ​ທ່ານ​ກ່ຽວ​ຂ້ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ບຸກ​ຄົນ​ນຳ​ອີກ.

ໂອ​ກາດ​ໃນ​ການ​ສຶກ​ສາ ແລະ ການ​ຮຽນ​ຮູ້​ແມ່ນ​ລວມ​ທັງ:

  • ການ​ສຶກ​ສາ​ສ່ວນ​ຕົວ.

  • ການ​ສຶກ​ສາ​ກັບ​ຄູ່​ສອນ.

  • ການ​ສັບ​ປ່ຽນ​ຄູ່​ສອນ.

  • ການ​ປະ​ຊຸມ​ສະ​ພາ​ທ້ອງ​ຖິ່ນ.

  • ກອງ​ປະ​ຊຸມ​ອະ​ນາ​ເຂດ

  • ສະ​ພາ​ຜູ້​ນຳ​ເຜີຍ​ແຜ່ (ສຳ​ລັບ​ຜູ້​ນຳ​ຜູ້​ສອນ​ສາດ​ສະ​ໜາ​ລຸ້ນ​ນ້ອງ).

ມື້​ສ່ວນ​ໃຫຍ່, ຕາ​ຕະ​ລາງ​ການ​ເຜີຍ​ແຜ່​ຂອງ​ທ່ານ​ແມ່ນ​ລວມ​ທັງ​ເວ​ລາ​ສຳ​ລັບ​ການ​ສຶກ​ສາ​ສ່ວນ​ຕົວ ແລະ ການ​ສຶກ​ສາ​ກັບ​ຄູ່​ສອນ. ເບິ່ງ Missionary Standards for Disciples of Jesus Christ, 2.4, ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ຕາ​ຕະ​ລາງ​ປະ​ຈຳ​ວັນ​ຂອງ​ທ່ານ.

ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ໃນ​ການ​ສຶກ​ສາ​ສ່ວນ​ຕົວ ຈະ​ຊ່ວຍ​ທ່ານ​ໃນ​ການ​ສຶກ​ສາ​ກັບ​ຄູ່​ສອນ ແລະ ໃນ​ໂອ​ກາດ​ຮຽນ​ຮູ້​ອື່ນໆ​ທີ່​ບັນ​ຈຸ​ຢູ່​ຂ້າງ​ເທິງ. ໃນ​ສະ​ພາບ​ແວດ​ລ້ອມ​ເຫລົ່າ​ນີ້ ທ່ານ​ຈະ “ສິດ​ສອນ​ຄຳ​ສອນ​ຂອງ​ອາ​ນາ​ຈັກ​ໃຫ້​ກັນ​ແລະ​ກັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:77).

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ສິດ​ສອນ

ແນວ​ຄິດ​ທີ່​ຈະ​ພັດ​ທະ​ນາ​ການ​ສຶກ​ສາ​ຂອງ​ທ່ານ​ໃນ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ປະ​ສົມ​ປະ​ສານ​ພຣະ​ຄຳ​ພີ ແລະ ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ເຂົ້າ​ກັນ ເພື່ອ​ຊ່ວຍ​ໃຫ້​ທ່ານ​ມາ​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ມັນ​ມີ​ຈຸດ​ປະ​ສົງ​ເພື່ອ​ຊ່ວຍ​ດຶງ​ດູດ​ທ່ານ​ເຂົ້າ​ໄປ​ໃນ​ພຣະ​ຄຳ​ພີ ແລະ ເສີມ​ຂະ​ຫຍາຍ​ການ​ສຶກ​ສາ​ຂອງ​ທ່ານ​ກ່ຽວ​ກັບ​ມັນ. ສຶກ​ສາ​ຂໍ້​ອ້າງ​ອີງ​ພຣະ​ຄຳ​ພີ​ໃນ​ແຕ່​ລະ​ບົດ​ຕະ​ຫລອດ​ໄລ​ຍະ​ການ​ເຜີຍ​ແຜ່​ຂອງ​ທ່ານ.

ແຕ່​ລະ​ບົດ​ໃນ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ລວມ​ດ້ວຍ​ແນວ​ຄິດ ແລະ ກິດ​ຈະ​ກຳ ເພື່ອ​ຊ່ວຍ​ທ່ານ​ສຶກ​ສາ ແລະ ນຳ​ໃຊ້​ສິ່ງ​ທີ່​ທ່ານ​ຮຽນ​ຮູ້. ໃຊ້​ສິ່ງ​ເຫລົ່າ​ນີ້​ໃນ​ການ​ສຶກ​ສາ​ສ່ວນ​ຕົວ ແລະ ການ​ສຶກ​ສາ​ກັບ​ຄູ່​ສອນ​ຂອງ​ທ່ານ (ເບິ່ງ Missionary Standards, 2.4). ທ່ານ​ກໍ​ຍັງ​ສາ​ມາດ​ໃຊ້​ມັນ​ລະ​ຫວ່າງ​ການ​ປະ​ຊຸມ​ສະ​ພາ​ທ້ອງ​ຖິ່ນ ແລະ ກອງ​ປະ​ຊຸມ​ອະ​ນາ​ເຂດ​ນຳ​ອີກ. ການ​ສຶກ​ສາ​ຂອງ​ທ່ານ​ຈະ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ ເມື່ອ​ທ່ານ​ພົບ​ເຫັນ​ວິ​ທີ​ທີ່​ຈະ​ນຳ​ໃຊ້​ສິ່ງ​ທີ່​ທ່ານ​ຮຽນ​ຮູ້.

ມັນ​ເປັນ​ປະ​ໂຫຍດ​ທີ່​ຈະ​ມີ​ແຜນ​ສຳ​ລັບ​ການ​ສຶກ​ສາ​ສ່ວນ​ຕົວ​ຂອງ​ທ່ານ. ທ່ານ​ສາ​ມາດ​ສ້າງ​ແຜນ​ຂອງ​ຕົນ​ເອງ​ທີ່​ໃຫ້​ຄວາມ​ສຳ​ຄັນ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ທີ່​ທ່ານ​ຢາກ​ເຂົ້າ​ໃຈ​ຫລາຍ​ຂຶ້ນ. ທ່ານ​ກໍ​ສາ​ມາດ​ສ້າງ​ແຜນ​ການ​ສຶກ​ສາ​ຕາມ​ບົດ​ຕ່າງໆ​ໃນ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ໃຊ້​ບົດ​ຮຽນ​ຕ່າງໆ​ໃນ ບົດ​ທີ 3 ເພື່ອ​ນຳ​ພາ​ການ​ສຶກ​ສາ​ຄຳ​ສອນ ແລະ ຫລັກ​ທຳ​ຂອງ​ທ່ານ ທີ່​ທ່ານ​ຈະ​ສິດ​ສອນ. ທ່ານ​ຈຳ​ເປັນ​ຕ້ອງ​ຮູ້​ບົດ​ຮຽນ​ເຫລົ່າ​ນີ້​ໃຫ້​ດີ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ ໃນ​ຖ້ອຍ​ຄຳ​ຂອງ​ທ່ານ​ເອງ.

ຈົດ​ບັນ​ທຶກ​ໃນ​ຂະ​ນະ​ທີ່​ທ່ານ​ສຶກ​ສາ. ໃຊ້​ບັນ​ທຶກ​ການ​ສຶກ​ສາ​ທີ່​ເປັນ​ເຈ້ຍ ຫລື ອີ​ເລັກ​ໂທຣ​ນິກ (ດັ່ງ​ເຊັ່ນ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ເພື່ອ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ, ຊີ້​ແຈງ, ແລະ ຈື່​ຈຳ​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້.

ເລີ່ມ​ຕົ້ນ​ການ​ສຶກ​ສາ​ຂອງ​ທ່ານ​ໂດຍ​ການ​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຊ່ວຍ​ທ່ານ​ຮຽນ​ຮູ້. ພຣະ​ອົງ​ຈະ​ນຳ​ຄວາມ​ຮູ້, ຄວາມ​ເຂົ້າ​ໃຈ, ແລະ ຄວາມ​ໝັ້ນ​ໃຈ​ມາ​ໃຫ້ ຊຶ່ງ​ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ ແລະ ໃຫ້​ທ່ານ​ເປັນ​ພອນ​ແກ່​ຄົນ​ອື່ນ. ເປີດ​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ທ່ານ​ຮັບ​ຄວາມ​ປະ​ທັບ​ໃຈ ແລະ ຄວາມ​ຮູ້​ແຈ້ງ​ທີ່​ທ່ານ​ໄດ້​ຮັບ​ຈາກ​ພຣະ​ອົງ. ລວມ​ຄວາມ​ຮູ້​ແຈ້ງ​ເຫລົ່າ​ນີ້​ໄວ້​ໃນ​ບັນ​ທຶກ​ຂອງ​ທ່ານ.

ທົບ​ທວນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ​ເປັນ​ປະ​ຈຳ ເພື່ອ​ຈື່​ຈຳ​ປະ​ສົບ​ການ​ທາງ​ວິນ​ຍານ, ເບິ່ງ​ຄວາມ​ຮູ້​ແຈ້ງ​ໃໝ່, ແລະ ຮັບ​ຮູ້​ການ​ເຕີບ​ໂຕ​ຂອງ​ທ່ານ.

ແອັບ​ພລິ​ເຄ​ຊັນ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ໃຊ້​ແອັບ Preach My Gospel ເພື່ອ​ຊ່ວຍ​ທ່ານ​ນຳ​ໃຊ້​ຫລັກ​ທຳ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້. ແອັບ​ນີ້​ມີ​ຢູ່​ໃນ​ອຸ​ປະ​ກອນ​ມື​ຖື​ຂອງ​ທ່ານ. ມັນ​ມີ​ຄຸນ​ລັກ​ສະ​ນະ​ທີ່​ຈະ​ຊ່ວຍ​ໃຫ້​ທ່ານ​ບັນ​ລຸ​ຈຸດ​ປະ​ສົງ​ການ​ເຜີຍ​ແຜ່​ຂອງ​ທ່ານ​ໄດ້​ດີ​ກວ່າ. ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ:

  • ຂໍ້​ມູນ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ ແລະ ຄວາມ​ກ້າວ​ໜ້າ​ຂອງ​ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ.

  • ຊ່ອງ​ວ່າງ​ໃຫ້​ບັນ​ທຶກ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ​ໄປ​ສູ່​ເປົ້າ​ໝາຍ​ຕົວ​ຊີ້​ບອກ​ທີ່​ສຳ​ຄັນ​ຂອງ​ທ່ານ.

  • ປະ​ຕິ​ທິນ​ເພື່ອ​ບັນ​ທຶກ​ແຜນ ແລະ ກຳ​ນົດ​ກິດ​ຈະ​ກຳ​ຂອງ​ທ່ານ.

  • ແຜນ​ທີ່​ເຂດ​ຂອງ​ທ່ານ ແລະ ຂໍ້​ມູນ​ທີ່​ສຳ​ຄັນ​ອື່ນໆ ເພື່ອ​ຊ່ວຍ​ທ່ານ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ທ່ານ.

ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ລວມ​ດ້ວຍ​ຫລາຍ​ແນວ​ຄິດ​ສຳ​ລັບ​ການ​ໃຊ້​ແອັບ ເພື່ອ​ຊ່ວຍ​ໃຫ້​ທ່ານ​ພົບ​ເຫັນ, ສິດ​ສອນ, ແລະ ໃຫ້​ບັບ​ຕິ​ສະ​ມາ​ແກ່​ຜູ້​ຄົນ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ການ​ໃຊ້ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ໂດຍ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ

ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ເປັນ​ແຫລ່ງ​ຂໍ້​ມູນ​ທີ່​ມີ​ຄ່າ ບໍ່​ແມ່ນ​ພຽງ​ແຕ່​ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ເທົ່າ​ນັ້ນ ແຕ່​ສຳ​ລັບ​ສະ​ມາ​ຊິກ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ເຊັ່ນ​ກັນ. ຍົກ​ຕົວ​ຢ່າງ, ການ​ສຶກ​ສາ​ຈະ​ຊ່ວຍ​ສະ​ມາ​ຊິກ:

  • ຮຽນ​ຮູ້ ແລະ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (ສຶກ​ສາ ບົດ​ທີ 1, 2, 3, ແລະ 10).

  • ຕອບ​ຄຳ​ຖາມ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ (ສຶກ​ສາ ບົດ​ທີ 3 ແລະ 5).

  • ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ການ​ສະ​ແຫວງ​ຫາ ແລະ ການ​ເພິ່ງ​ອາ​ໄສ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (ສຶກ​ສາ ບົດ​ທີ 4).

  • ເຂົ້າ​ໃຈ​ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ (ສຶກ​ສາ ບົດ​ທີ 5).

  • ສະ​ແຫວງ​ຫາ​ຄຸນ​ລັກ​ສະ​ນະ​ຢ່າງ​ພຣະ​ຄຣິດ (ສຶກ​ສາ ບົດ​ທີ 6).

  • ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ໂດຍ​ການ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ແຫ່ງ​ຄວາມ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ (ສຶກ​ສາ ບົດ​ທີ 9 ແລະ 13).

  • ສ້າງ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ (ສຶກ​ສາ ບົດ​ທີ 13).

ການ​ສຶກ​ສາ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ—ໂດຍ​ສະ​ເພາະ​ບົດ​ທີ 3—ຈະ​ເປັນ​ປະ​ໂຫຍດ​ໂດຍ​ສະ​ເພາະ​ສຳ​ລັບ​ຊາວ​ໜຸ່ມ ແລະ ຜູ້​ອາ​ວຸ​ໂສ ທີ່​ກຳ​ລັງ​ກະ​ກຽມ​ສຳ​ລັບ​ການ​ຮັບ​ໃຊ້​ເຜີຍ​ແຜ່.

ພິມ