ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 5: ໃຊ້​ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ


“ບົດ​ທີ 5: ໃຊ້​ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ບົດ​ທີ 5,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ສິດ​ສອນ​ຢູ່​ຊີກ​ໂລກ​ເບື້ອງ​ຕາ​ເວັນ​ຕົກ (ພຣະ​ເຢ​ຊູ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ), ໂດຍ ຈອນ ສະ​ກາດ

ບົດ​ທີ 5

ໃຊ້​ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

  • ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ສີ​ລາ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຂອງ​ເຮົາ​ແນວ​ໃດ?

  • ເປັນ​ຫຍັງ​ພຣະ​ຄຳ​ພີ​ມໍ​ມອນ​ຈຶ່ງ​ມີ​ພະ​ລັງ​ຫລາຍ​ໃນ​ຂະ​ບວນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ?

  • ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ?

  • ເຮົາ​ຈະ​ສາ​ມາດ​ໃຊ້​ພຣະ​ຄຳ​ພີ​ມໍ​ມອນ​ເພື່ອ​ຊ່ວຍ​ຕົນ​ເອງ ແລະ ຄົນ​ອື່ນ​ໃຫ້​ຫຍັບ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ?

  • ພຣະ​ຄຳ​ພີ​ມໍ​ມອນ​ຕອບ​ຄຳ​ຖາມ​ຂອງ​ຈິດ​ວິນ​ຍານ​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ຊ່ວຍ​ຄົນ​ໃຫ້​ອ່ານ ແລະ ໄດ້​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ແນວ​ໃດ?

ພຣະ​ຄຳ​ພີ​ມໍ​ມອນ, ລວມ​ກັບ​ພຣະ​ວິນ​ຍານ, ເປັນ​ແຫລ່ງ​ທີ່​ມີ​ພະ​ລັງ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ທ່ານ​ແນວ​ໃດ? ໜັງ​ສື​ເຫລັ້ມ​ນີ້​ເປັນ​ບັນ​ທຶກ​ບູ​ຮານ​ທີ່​ສັກ​ສິດ ຖືກ​ຂຽນ​ເພື່ອ​ໃຫ້​ທຸກ​ຄົນ​ເຊື່ອ​ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ (ເບິ່ງ ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ). ດັ່ງ​ທີ່​ຄຳ​ບັນ​ຍາຍ​ກ່າວ​ວ່າ, ພຣະ​ຄຳ​ພີ​ມໍ​ມອນ​ເປັນ “ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ.” ມັນ​ຍັງ​ເປັນ​ຫລັກ​ຖານ​ທີ່​ໜ້າ​ສົນ​ໃຈ​ວ່າ ພຣະ​ເຈົ້າ​ໄດ້​ເອີ້ນ​ໂຈ​ເຊັບ ສະ​ມິດ ໃຫ້​ເປັນ​ສາດ​ສະ​ດາ ແລະ ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຜ່ານ​ທາງ​ເພິ່ນ.

ຮູບ​ພາບ
ປະ​ຕູ​ໂຂງ​ທີ່​ມີ​ສີ​ລາ​ສຳ​ຄັນ

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ສີ​ລາ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຂອງ​ເຮົາ.

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ “ສີ​ລາ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ” (ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ). ໃນ​ໂອ​ກາດ​ໜຶ່ງ​ອີກ​ເພິ່ນ​ໄດ້​ກ່າວ​ວ່າ: “ຖ້າ​ເອົາ​ພຣະ​ຄຳ​ພີ​ມໍ​ມອນ ແລະ ການ​ເປີດ​ເຜີຍ​ອອກ​ໄປ ແລ້ວ​ຈະ​ມີ​ຫຍັງ​ເຫລືອ​ໃນ​ສາດ​ສະ​ໜາ​ຂອງ​ເຮົາ? ເຮົາ​ບໍ່​ມີ​ຫຍັງ​ເລີຍ” (Teachings of Presidents of the Church: Joseph Smith [2007], 196).

ປະ​ຕູ​ໂຂງ​ແມ່ນ​ໂຄງ​ສ້າງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ແຂງ​ແກ່ນ​ຈາກ​ຊິ້ນ​ສ່ວນ​ຮູບ​ຫລ່ຽມ​ທີ່​ຕິດ​ກັນ. ຊິ້ນ​ສ່ວນ​ກາງ, ຫລື ສີ​ລາ​ສຳ​ຄັນ, ຕາມ​ປົກ​ກະ​ຕິ​ແລ້ວ ມີ​ຂະ​ໜາດ​ໃຫຍ່​ກວ່າ​ຊິ້ນ​ສ່ວນ​ອື່ນໆ ແລະ ຍຶດ​ຊິ້ນ​ສ່ວນ​ອື່ນໆ​ໃຫ້​ເຂົ້າ​ກັນ.

ປະ​ທານ​ເອ​ສະ​ຣາ ແທັບ ເບັນ​ສັນ ໄດ້​ກ່າວ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ສີ​ລາ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ ຢ່າງ​ໜ້ອຍ​ສາມ​ປະ​ການ:

ພະ​ຍານ​ຂອງ​ພຣະ​ຄຣິດ “ພຣະ​ຄຳ​ພີ​ມໍ​ມອນ ເປັນ​ສີ​ລາ​ສຳ​ຄັນ​ໃນ​ການ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ຊຶ່ງ​ພຣະ​ອົງ​ເອງ​ກໍ​ເປັນ​ສີ​ລາ​ເອກ​ຂອງ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ. ມັນ​ເປັນ​ພະ​ຍານ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ພຣະ​ອົງ​ດ້ວຍ​ພະ​ລັງ ແລະ ຄວາມ​ແຈ່ມ​ແຈ້ງ.”

ຄວາມ​ສົມ​ບູນ​ຂອງ​ຄຳ​ສອນ. “ພຣະ​ຜູ້​ເປັນ​ເຈົ້າ​ເອງ​ໄດ້​ກ່າວ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ບັນ​ຈຸ ‘ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:9; 27:5]. … ໃນ​ພຣະ​ຄຳ​ພີ​ມໍ​ມອນ ເຮົາ​ຈະ​ພົບ​ເຫັນ​ຄວາມ​ສົມ​ບູນ​ຂອງ [ຄຳ​ສອນ] ທີ່​ຈຳ​ເປັນ​ຕໍ່​ຄວາມ​ລອດ​ຂອງ​ເຮົາ. ແລະ [ມັນ] ຖືກ​ສິດ​ສອນ​ໃນ​ທາງ​ທີ່​ແຈ່ມ​ແຈ້ງ ແລະ ລຽບ​ງ່າຍ ແມ່ນ​ແຕ່​ເດັກ​ນ້ອຍ​ກໍ​ສາ​ມາດ​ຮຽນ​ຮູ້​ເຖິງ​ວິ​ທີ​ຂອງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ.”

ຮາກ​ຖານ​ຂອງ​ປະ​ຈັກ​ພະ​ຍານ. “ຄື​ກັນ​ກັບ​ປະ​ຕູ​ໂຂງ​ຈະ​ພັງ​ທະ​ລາຍ​ຖ້າ​ຫາກ​ສີ​ລາ​ສຳ​ຄັນ​ຖືກ​ຖອດ​ອອກ, ສາດ​ສະ​ໜາ​ຈັກ​ທັງ​ໝົດ​ຈະ​ຕັ້ງ​ຢູ່ ຫລື ພັງ​ທະ​ລາຍ​ດ້ວຍ​ຄວາມ​ຈິງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ເຊັ່ນ​ກັນ. … ຖ້າ​ຫາກ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ … ເຮົາ​ຕ້ອງ​ຍອມ​ຮັບ​ຄຳ​ກ່າວ​ອ້າງ​ຂອງ​ການ​ຟື້ນ​ຟູ.” (Teachings of Presidents of the Church: Ezra Taft Benson [2014], 129, 131128.)

ໂດຍ​ການ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ​ວ່າ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ເຮົາ​ສາ​ມາດ​ຮູ້​ວ່າ ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ. ຜ່ານ​ທາງ​ເພິ່ນ, ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ຟື້ນ​ຟູ​ໂດຍ​ຜູ້​ສົ່ງ​ຂ່າວ​ຈາກ​ສະ​ຫວັນ. ພຣະ​ເຈົ້າ​ກໍ​ໄດ້​ອະ​ນຸ​ຍາດ​ໃຫ້​ໂຈ​ເຊັບ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນຳ​ອີກ. ການ​ເປີດ​ເຜີຍ​ສືບ​ຕໍ່​ໃນ​ທຸກ​ວັນ​ນີ້​ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່.

ຮູບ​ພາບ
ຊາຍ​ໜຸ່ມ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ສິ່ງ​ສຳ​ຄັນ​ຕໍ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ສ່ວນ​ຕົວ

ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ແມ່ນ​ການ​ຮັບ​ເອົາ​ການ​ເປັນ​ພະ​ຍານ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ. ເມື່ອ​ທ່ານ​ອ່ານ ແລະ ສຶກ​ສາ​ມັນ​ຢ່າງ​ຈິງ​ໃຈ, ທ່ານ​ຈະ​ຮູ້​ສຶກ​ວ່າ​ຖ້ອຍ​ຄຳ​ຂອງ​ມັນ​ຂະ​ຫຍາຍ​ຈິດ​ວິນ​ຍານ​ຂອງ​ທ່ານ. ຖ້ອຍ​ຄຳ​ຂອງ​ມັນ​ຈະ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ແກ່​ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ​ກ່ຽວ​ກັບ​ຊີ​ວິດ, ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ, ແລະ ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ແອວ​ມາ 32:28). ຈົ່ງ​ອະ​ທິ​ຖານ​ກ່ຽວ​ກັບ​ໜັງ​ສື​ເຫລັ້ມ​ນີ້​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ ແລະ ດ້ວຍ​ສັດ​ທາ​ໃນ​ພຣະ​ຄຣິດ. ເມື່ອ​ທ່ານ​ເຮັດ, ທ່ານ​ຈະ​ໄດ້​ຮັບ​ການ​ເປັນ​ພະ​ຍານ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ວ່າ​ມັນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ (ເບິ່ງ ໂມ​ໂຣ​ໄນ 10:4–5).

ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເອງ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ​ສາ​ມາດ​ນຳ​ໄປ​ສູ່​ສັດ​ທາ​ທີ່​ເລິກ​ເຊິ່ງ ແລະ ໝັ້ນ​ຄົງ​ໃນ​ພະ​ລັງ​ຂອງ​ມັນ ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ປ່ຽນ​ໃຈ​ເຫລື້ອມ​ໃສ. ຊ່ວຍ​ໃຫ້​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ຮັບ​ຮູ້​ຄວາມ​ກະ​ຈ່າງ​ແຈ້ງ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ​ຂະ​ນະ​ທີ່​ເຂົາ​ເຈົ້າ​ອ່ານ​ມັນ​​ຢ່າງ​ຈິງ​ໃຈ. ເນັ້ນ​ເຖິງ​ການ​ເປັນ​ພະ​ຍານ​ທີ່​ມີ​ພະ​ລັງ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ອະ​ທິ​ຖານ ເພື່ອ​ຮັບ​ການ​ເປັນ​ພະ​ຍານ​ຂອງ​ຕົນ​ເອງວ່າ ໜັງ​ສື​ນີ້​ເປັນ​ຄວາມ​ຈິງ.

ການ​ຊຸກ​ຍູ້​ຜູ້​ຄົນ​ໃຫ້​ສະ​ແຫວງ​ຫາ​ການ​ເປັນ​ພະ​ຍານ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ ຄວນ​ເປັນ​ຈຸດ​ສຸມ​ຫລັກ​ຂອງ​ການ​ສິດ​ສອນ​ຂອງ​ທ່ານ. ພຣະ​ຄຳ​ພີ​ມໍ​ມອນ​ສາ​ມາດ​ປ່ຽນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ຕະ​ຫລອດ​ໄປ.

ໃຊ້​ພຣະ​ຄຳ​ພີ​ມໍ​ມອນ​ເພື່ອ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ວ່າ, “ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ພີ​ທີ່​ຖືກ​ຕ້ອງ​ທີ່​ສຸດ​ໃນ​ໂລກ” (ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ). ມັນ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ ແລະ ສິດ​ສອນ​ຄຳ​ສອນ​ຂອງ​ພຣະ​ອົງ​ຢ່າງ​ຊັດ​ເຈນ (ເບິ່ງ 2 ນີ​ໄຟ 31; 32:1–6; 3 ນີ​ໄຟ 11:31–39; 27:13–22). ມັນ​ສິດ​ສອນ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ຫລັກ​ທຳ ແລະ ພິ​ທີ​ການ​ທຳ​ອິດ​ຂອງ​ພຣະ​ກິດ​ຕິ​ຄຸນ ດັ່ງ​ທີ່​ສິດ​ສອນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ແມ່ນ​ທາງ​ໄປ​ສູ່​ຊີ​ວິດ​ອັນ​ອຸ​ດົມ​ສົມ​ບູນ.

ໃຊ້​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ແຫລ່ງ​ຕົ້ນ​ຕໍ​ຂອງ​ທ່ານ ເພື່ອ​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ. ຕາ​ຕະ​ລາງ​ດັ່ງ​ຕໍ່​ໄປ​ນີ້ບອກ​ເຖິງ​ຄວາມ​ຈິງ​ບາງ​ຢ່າງ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ທ່ານ​ຈະ​ສິດ​ສອນ.

ບົດ​ຮຽນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ໃນ ບົດ​ທີ 3

ຄຳ​ສອນ

ແຫລ່ງ​ອ້າງ​ອີງ

ບົດ​ຮຽນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ໃນ ບົດ​ທີ 3

ຂ່າວ​ສານ​ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

ຄຳ​ສອນ

ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ການ​ຕົກ​ໄປ, ການ​ຟື້ນ​ຟູ, ໂຈ​ເຊັບ ສະ​ມິດ, ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ແຫລ່ງ​ອ້າງ​ອີງ

1 ນີ​ໄຟ 12–14

2 ນີ​ໄຟ 3; 26–29

ໂມ​ໄຊ​ຢາ 2–5

ບົດ​ຮຽນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ໃນ ບົດ​ທີ 3

ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ

ຄຳ​ສອນ

“ແຜນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ​ຜູ້​ສະ​ຖິດ​ນິ​ລັນ​ດອນ,” ລວມ​ທັງ​ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ, ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ຟື້ນ​ຄືນ​ພຣະ​ຊົນ, ແລະ ການ​ພິ​ພາກ​ສາ

ແຫລ່ງ​ອ້າງ​ອີງ

2 ນີ​ໄຟ 29

ໂມ​ໄຊ​ຢາ 3; 15–16

ແອວ​ມາ 12; 34:9; 40–42

ບົດ​ຮຽນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ໃນ ບົດ​ທີ 3

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

ຄຳ​ສອນ

ສັດ​ທາ​ໃນ​ພຣະ​ຄຣິດ, ການ​ກັບ​ໃຈ, ການ​ບັບ​ຕິ​ສະ​ມາ, ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ

ແຫລ່ງ​ອ້າງ​ອີງ

2 ນີ​ໄຟ 31–32

3 ນີ​ໄຟ 11; 27:13–22

ບົດ​ຮຽນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ໃນ ບົດ​ທີ 3

ການ​ກາຍ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄປ​ຕະ​ຫລອດ​ຊີ​ວິດ

ຄຳ​ສອນ

ພິ​ທີ​ການ​ເຊັ່ນ​ການ​ບັບ​ຕິ​ສະ​ມາ, ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ແລະ ສິນ​ລະ​ລຶກ

ແຫລ່ງ​ອ້າງ​ອີງ

3 ນີ​ໄຟ 11:22–2818

ໂມ​ໂຣ​ໄນ 2–6

ການ​ສຶກ​ສາ​ພຣະ​ຄຳ​ພີ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກ່າວ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ?

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ

ຈຸດ​ປະ​ສົງ​ຫລັກ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ເພື່ອ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ມັນ​ຢືນ​ຢັນ​ເຖິງ​ຄວາມ​ຈິງ​ແທ້​ຂອງ​ພຣະ​ຊົນ​ຊີບ, ພາ​ລະ​ກິດ, ການ​ຟື້ນ​ຄືນ​ພຣະ​ຊົນ, ແລະ ອຳ​ນາດ​ຂອງ​ພຣະ​ອົງ. ມັນ​ສິດ​ສອນ​ຄຳ​ສອນ​ທີ່​ແທ້​ຈິງ​ກ່ຽວ​ກັບ​ພຣະ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ສາດ​ສະ​ດາ​ຫລາຍ​ທ່ານ​ທີ່​ໄດ້​ຂຽນ ແລະ ຮັກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເຫັນ​ພຣະ​ຄຣິດ​ກັບ​ຕາ. ນ້ອງ​ຊາຍ​ຂອງ​ຢາ​ເຣັດ, ນີ​ໄຟ, ແລະ ຢາ​ໂຄບ ໄດ້​ເຫັນ​ພຣະ​ຄຣິດ​ກ່ອນ​ພຣະ​ອົງ​ມາ​ກຳ​ເນີດ. ຝູງ​ຊົນ​ໄດ້​ຢູ່​ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ບັນ​ດາ​ຊາວ​ນີ​ໄຟ (ເບິ່ງ 3 ນີ​ໄຟ 11–28). ຕໍ່​ມາ, ມໍ​ມອນ ແລະ ໂມ​ໂຣ​ໄນ ໄດ້​ເຫັນ​ພຣະ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ (ເບິ່ງ ມໍ​ມອນ 1:15; ອີ​ເທີ 12:39).

ເມື່ອ​ຜູ້​ຄົນ​ອ່ານ ແລະ ອະ​ທິ​ຖານ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ, ເຂົາ​ເຈົ້າ​ຈະ​ມາ​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ດີ​ຂຶ້ນ ແລະ ປະ​ສົບ​ກັບ​ຄວາມ​ຮັກ​ຂອງ​ພຣະ​ອົງ. ເຂົາ​ເຈົ້າ​ຈະ​ເຕີບ​ໂຕ​ໃນ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ເຖິງ​ພຣະ​ອົງ. ເຂົາ​ເຈົ້າ​ຈະ​ຮູ້​ຈັກ​ວິ​ທີ​ທີ່​ຈະ​ມາ​ຫາ​ພຣະ​ອົງ ແລະ ໄດ້​ຮັບ​ຄວາມ​ລອດ. (ເບິ່ງ 1 ນີ​ໄຟ 15:14–15.)

ຮູບ​ພາບ
ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ

“ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ໃຫ້​ຄວາມ​ເຂົ້າ​ໃຈ​ທີ່​ສົມ​ບູນ ແລະ ເຊື່ອ​ຖື​ໄດ້​ທີ່​ສຸດ ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ຫລາຍ​ກວ່າ​ໃນ​ໜັງ​ສື​ເຫລັ້ມ​ອື່ນໆ. ມັນ​ສອນ​ເຖິງ​ຄວາມ​ໝາຍ​ຂອງ​ການ​ເກີດ​ໃໝ່​ຢ່າງ​ແຈ່ມ​ແຈ້ງ. … ເຮົາ​ຮູ້​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ມາ​ຢູ່​ໃນ​ໂລກ​ນີ້. ຄວາມ​ຈິງ​ເຫລົ່າ​ນີ້ ແລະ ຄວາມ​ຈິງ​ອື່ນໆ ແມ່ນ​ມີ​ພະ​ລັງ ແລະ ຈູງ​ໃຈ​ຫລາຍ ຊຶ່ງ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ຫລາຍ​ກວ່າ​ຈາກ​ໜັງ​ສື​ເຫລັ້ມ​ອື່ນໆ. ພະ​ລັງ​ອັນ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ບັນ​ຈຸ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ” (Russell M. Nelson, “The Book of Mormon: What Would Your Life Be Like without It?Liahona, Nov. 2017, 62).

ການ​ສຶກ​ສາ​ສ່ວນ​ຕົວ

ຕະ​ຫລອດ​ໄລ​ຍະ​ການ​ເຜີຍ​ແຜ່​ຂອງ​ທ່ານ, ໃຫ້​ຂຽນ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ:

  • ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຈາກ​ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ຂອງ​ທ່ານ?

  • ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ຂອງ​ທ່ານ​ມີ​ອິດ​ທິ​ພົນ​ຕໍ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ?

  • ທ່ານ​ຈະ​ສາ​ມາດ​ໃຊ້​ພຣະ​ຄຳ​ພີ​ມໍ​ມອນ ເພື່ອ​ຊ່ວຍ​ຜູ້​ຄົນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ແນວ​ໃດ?

ການ​ສຶກ​ສາ​ພຣະ​ຄຳ​ພີ

ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ເຫດ​ຜົນ​ຢ່າງ​ໃດ​ແດ່​ສຳ​ລັບ​ການ​ຂຽນ​ບັນ​ທຶກ​ຂອງ​ພວກ​ເພິ່ນ?

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ພຣະ​ຄຳ​ພີ​ມໍ​ມອນ​ຖືກ​ຂຽນ​ໄວ້ “ເພື່ອ​ເຮັດ​ໃຫ້ [ທຸກ​ຄົນ] ຮັບ​ຮູ້​ວ່າ​ພຣະ​ເຢ​ຊູ​ຄື ພຣະ​ຄຣິດ” (ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ). ຕາ​ຕະ​ລາງ​ດັ່ງ​ຕໍ່​ໄປ​ນີ້​ສະ​ແດງ​ພຣະ​ຄຳ​ພີ​ມໍ​ມອນ​ບາງ​ບົດ​ທີ່​ເປັນ​ພະ​ຍານ​ເຖິງ​ພຣະ​ຊົນ​ຊີບ, ຄຳ​ສອນ, ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເລືອກ​ຂໍ້​ພຣະ​ຄຳ​ພີ​ເພື່ອ​ສຶກ​ສາ​ຕະ​ຫລອດ​ໄລ​ຍະ​ການ​ເຜີຍ​ແຜ່​ຂອງ​ທ່ານ.

ນອກ​ເໜືອ​ຈາກ​ນີ້, ໃຫ້​ຄິດ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ​ນຳ​ອີກ. ວາງ​ແຜນ​ທີ່​ຈະ​ອ່ານ​ຂໍ້​ພຣະ​ຄຳ​ພີ​ບາງ​ຂໍ້​ເຫລົ່າ​ນີ້​ກັບ​ເຂົາ​ເຈົ້າ ເພື່ອ​ເສີມ​ສ້າງ​ຄວາມ​ຮູ້ ແລະ ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ໜ້າ​ວິ​ເຄາະ​ສະ​ບັບ ແລະ ຄຳ​ນຳ

ລະ​ບຸ​ຈຸດ​ປະ​ສົງ​ຂອງ​ໜັງ​ສື​ຢ່າງ​ແຈ່ມ​ແຈ້ງ.

1 ນີ​ໄຟ 10–11

ລີ​ໄຮ ແລະ ນີ​ໄຟ​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

2 ນີ​ໄຟ 29

ລີ​ໄຮ ແລະ ຢາ​ໂຄບ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

2 ນີ​ໄຟ 31–33

ນີ​ໄຟ​ສິດ​ສອນ​ຄຳ​ສອນ​ຂອງ​ພຣະ​ຄຣິດ.

ໂມ​ໄຊ​ຢາ 2–5

ກະ​ສັດ​ເບັນ​ຢາ​ມິນ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ.

ແອວ​ມາ 57

ແອວ​ມາ​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ແອວ​ມາ 36

ແອວ​ມາ​ປະ​ສົບ​ກັບ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ.

3 ນີ​ໄຟ 9–10

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ມາ​ຫາ​ພຣະ​ອົງ.

3 ນີ​ໄຟ 11–18

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສິດ​ສອນ​ຊາວ​ນີ​ໄຟ​ເຖິງ​ພຣະ​ບິ​ດາ ແລະ ຄຳ​ສອນ​ຂອງ​ພຣະ​ອົງ.

3 ນີ​ໄຟ 27

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ອີ​ເທີ 12

ອີ​ເທີ ແລະ ໂມ​ໂຣ​ໄນ​ສິດ​ສອນ​ວ່າ ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຫລັກ​ທຳ​ຂອງ​ການ​ກະ​ທຳ ແລະ ພະ​ລັງ.

ໂມ​ໂຣ​ໄນ 7–8

ມໍ​ມອນ​ສິດ​ສອນ​ເຖິງ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ໂມ​ໂຣ​ໄນ 10

ໂມ​ໂຣ​ໄນ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ຄຣິດ ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ.

ພຣະ​ຄຳ​ພີ​ມໍ​ມອນ​ຊ່ວຍ​ໃຫ້​ເຮົາ​ຫຍັບ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ

ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ, ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ວ່າ, “[ຊາຍ ຫລື ຍິງ] ຈະ​ໄດ້​ເຂົ້າ​ໃກ້​ພຣະ​ເຈົ້າ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ຄຳ​ພີ​ນີ້​ຫລາຍ​ກວ່າ​ປະ​ຕິ​ບັດ​ຕາມ​ໜັງ​ສື​ເຫລັ້ມ​ອື່ນໆ” (ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ). ໃນ​ການ​ສິດ​ສອນ ແລະ ການ​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ທ່ານ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ພັດ​ທະ​ນາ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຫຍັບ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ.

ພຣະ​ຄຳ​ພີ​ມໍ​ມອນ​ເສີມ​ສ້າງ​ປະ​ຈັກ​ພະ​ຍານ ແລະ ເຊື້ອ​ເຊີນ​ການ​ເປີດ​ເຜີຍ​ສ່ວນ​ຕົວ. ໃຊ້​ພຣະ​ຄຳ​ພີ​ມໍ​ມອນ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ມີ​ປະ​ສົບ​ການ​ທາງ​ວິນ​ຍານ, ໂດຍ​ສະ​ເພາະ​ການ​ເປັນ​ພະ​ຍານ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ວ່າ​ໜັງ​ສື​ນັ້ນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຂໍ້​ພຣະ​ຄຳ​ພີ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ເມື່ອ​ທ່ານ​ສິດ​ສອນ. ມັນ​ມີ​ອຳ​ນາດ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເມື່ອ​ທ່ານ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໂດຍ​ການ​ໃຊ້​ພຣະ​ຄຳ​ພີ​ມໍ​ມອນ, ການ​ສິດ​ສອນ​ຂອງ​ທ່ານ​ຈະ​ສະ​ທ້ອນ​ເຖິງ​ພະ​ລັງ ແລະ ຄວາມ​ຊັດ​ເຈນ​ໃນ​ໃຈ ແລະ ຄວາມ​ຄິດ.

ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ສິດ​ສອນ​ວ່າ “ຄົນ​ທີ່​ອ່ານ [ພຣະ​ຄຳ​ພີ​ມໍ​ມອນ] ດ້ວຍ​ການ​ອະ​ທິ​ຖານ, ບໍ່​ວ່າ​ເຂົາ​ຈະ​ຮັ່ງ​ມີ ຫລື ຍາກ​ຈົນ, ໄດ້​ຮຽນ​ຮູ້ ຫລື ບໍ່​ໄດ້​ຮຽນ​ຮູ້, ຈະ​ເຕີບ​ໂຕ​ພາຍ​ໃຕ້​ພະ​ລັງ​ຂອງ​ມັນ.” ເພິ່ນ​ໄດ້​ສິດ​ສອນ​ຕື່ມ​ອີກ​ວ່າ:

“ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ໂດຍ​ບໍ່​ລັງ​ເລ​ໃຈ​ວ່າ ຖ້າ​ຫາກ​ທ່ານ​ຈະ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ການ​ອະ​ທິ​ຖານ, ບໍ່​ວ່າ​ທ່ານ​ເຄີຍ​ອ່ານ​ມາ​ແລ້ວ​ຈັກ​ເທື່ອ​ກໍ​ຕາມ, ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຂົ້າ​ມາ​ໃນ​ໃຈ​ຂອງ​ທ່ານ​ທີ່​ເພີ່ມ​ເຕີມ​ຫລາຍ​ຂຶ້ນ. ຈະ​ມີ​ຄວາມ​ຕັ້ງ​ໃຈ​ແນ່ວ​ແນ່​ຫລາຍ​ຂຶ້ນ ທີ່​ຈະ​ດຳ​ເນີນ​ຊີ​ວິດ​ດ້ວຍ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ຈະ​ມີ​ປະ​ຈັກ​ພະ​ຍານ​ທີ່​ເຂັ້ມ​ແຂງ​ເຖິງ​ການ​ຊົງ​ພຣະ​ຊົນ​ຈິງ​ແທ້​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ” (“The Power of the Book of Mormon,” Ensign, June 1988, 6).

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ພຣະ​ຄຳ​ພີ​ມໍ​ມອນ​ຕອບ​ຄຳ​ຖາມ​ຂອງ​ຈິດ​ວິນ​ຍານ

ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ ສາ​ມາດ​ຊ່ວຍ​ຜູ້​ຄົນ​ພົບ​ເຫັນ​ຄຳ​ຕອບ ຫລື ຄວາມ​ຮູ້​ແຈ້ງ​ຕໍ່​ຄຳ​ຖາມ​ສ່ວນ​ຕົວ—ຫລື ຄຳ​ຖາມ​ຂອງ​ຈິດ​ວິນ​ຍານ. ຊ່ວຍ​ໃຫ້​ຜູ້​ຄົນ​ເຫັນ​ວ່າ​ຄຳ​ສອນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ຕອບ​ຄຳ​ຖາມ​ຂອງ​ຊີ​ວິດ​ແນວ​ໃດ.

ຄຳ​ຖາມ​ບາງ​ຢ່າງ​ເຫລົ່າ​ນີ້​ຖືກ​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ, ພ້ອມ​ກັບ​ແຫລ່ງ​ອ້າງ​ອີງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ທີ່​ຕອບ​ຄຳ​ຖາມ​ເຫລົ່າ​ນັ້ນ.

ພຣະ​ຄຳ​ພີ​ມໍ​ມອນ​ກໍ​ຍັງ​ໃຫ້​ການ​ນຳ​ພາ​ກ່ຽວ​ກັບ​ຄຳ​ຖາມ​ທີ່​ສຳ​ຄັນ​ອື່ນໆ​ນຳ​ອີກ, ດັ່ງ​ເຊັ່ນ:

ຮູບ​ພາບ
ປະ​ທານ​ດາ​ລິນ ເອັຈ ໂອກສ໌

“ຜູ້​ສອນ​ສາດ​ສະ​ໜາ​ຕ້ອງ​ຮູ້​ວິ​ທີ​ໃຊ້​ພຣະ​ຄຳ​ພີ​ເພື່ອ​ຕອບ​ຄຳ​ຖາມ​ຂອງ​ຕົນ​ເອງ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ໃຊ້​ພຣະ​ຄຳ​ພີ​ນີ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ເພື່ອ​ຊ່ວຍ​ໃຫ້​ຜູ້​ອື່ນ​ຮຽນ​ຮູ້​ທີ່​ຈະ​ເຮັດ​ເຊັ່ນ​ກັນ. … ເຂົາ​ເຈົ້າ​ຕ້ອງ​ມີ​ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ຢູ່​ໃນ​ຕົວ ໃນ​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ, ກ່ອນ​ອື່ນ​ໝົດ ໂດຍ​ການ​ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ຂອງ​ຕົນ​ເອງ ແລະ ແລ້ວ​ໂດຍ​ການ​ແບ່ງ​ປັນ​ມັນ​ກັບ​ຜູ້​ທີ່​ເຂົາ​ເຈົ້າ​ສິດ​ສອນ” (Dallin H. Oaks, “Counsel for Mission Leaders,” seminar for new mission leaders, June 25, 2022).

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ຂຽນ​ຄຳ​ຖາມ​ກ່ຽວ​ກັບ​ຈິດ​ວິນ​ຍານ​ທີ່​ທ່ານ​ມີ ຫລື ທີ່​ທ່ານ​ເຄີຍ​ໄດ້​ຍິນ​ຈາກ​ຄົນ​ອື່ນ. ຊອກ​ຫາ​ຂໍ້​ຕ່າງໆ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ທີ່​ຊ່ວຍ​ຕອບ​ຄຳ​ຖາມ​ເຫລົ່າ​ນີ້. ຂຽນ​ຄວາມ​ຮູ້​ແຈ້ງ ແລະ ຂໍ້​ອ້າງ​ອີງ​ພຣະ​ຄຳ​ພີ​ມໍ​ມອນ​ໃສ່​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ. ໃຊ້​​ມັນ​ຂະ​ນະ​ທີ່​ທ່ານ​ສິດ​ສອນ.

ພຣະ​ຄຳ​ພີ​ມໍ​ມອນ ແລະ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ສະ​ໜັບ​ສະ​ໜູນ​ຊຶ່ງ​ກັນ​ແລະ​ກັນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ​ໃຫ້ “ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ຊຶ່ງ​ມີ​ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍມອນ, ຊຶ່ງ​ໃນ​ນັ້ນ​ຄື​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:12). ໄພ່​ພົນ​ຍຸກ​ສຸດ​ທ້າຍ “ເຊື່ອ​ວ່າ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຕາບ​ໃດ​ທີ່​ແປ​ມັນ ຖືກ​ຕ້ອງ” (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:8; ເບິ່ງ 1 ນີ​ໄຟ 13:29 ນຳ​ອີກ). ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເປັນ​ພຣະ​ຄຳ​ພີ​ສັກ​ສິດ. ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ພີ​ສັກ​ສິດ​ຄຽງ​ຄູ່ ທີ່​ບັນ​ຈຸ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ​ສົ່ງ​ເສີມ ແລະ ເຕີມ​ເຕັມ​ໃຫ້​ກັນ​ແລະ​ກັນ (ເບິ່ງ ເອ​ເຊ​ກຽນ 37:16–17; 1 ນີ​ໄຟ 13:40; ມໍ​ມອນ 7:8–9). ພຣະ​ຄຳ​ພີ​ທັງ​ສອງ​ເຫລັ້ມ​ເປັນ​ການ​ຮວບ​ຮວມ​ຄຳ​ສອນ​ທີ່​ບັນ​ທຶກ​ໂດຍ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ. ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ບອກ​ເຖິງ​ການ​ປະ​ຕິ​ສຳ​ພັນ​ຂອງ​ພຣະ​ເຈົ້າ​ກັບ​ຜູ້​ຄົນ​ຢູ່​ໃນ​ຊີກ​ໂລກ​ເບື້ອງ​ຕາ​ເວັນ​ອອກ​ເປັນ​ເວ​ລາ​ຫລາຍ​ພັນ​ປີ. ພຣະ​ຄຳ​ພີ​ມໍ​ມອນບອກ​ເຖິງ​ການ​ປະ​ຕິ​ສຳ​ພັນ​ຂອງ​ພຣະ​ເຈົ້າ​ກັບ​ຜູ້​ຄົນ​ຢູ່​ໃນ​ອາ​ເມ​ຣິ​ກາ​ໃນ​ສະ​ໄໝ​ບູ​ຮານ​ເປັນ​ເວ​ລາ​ຫລາຍ​ກວ່າ​ໜຶ່ງ​ພັນ​ປີ.

ຮູບ​ພາບ
ບຸກ​ຄົນ​ກຳ​ລັງ​ໝາຍ​ເນັ້ນ​ຂໍ້​ພຣະ​ຄຳ​ພີ

ສຳ​ຄັນ​ທີ່​ສຸດ, ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ​ສົ່ງ​ເສີມ​ກັນ​ແລະ​ກັນ​ໃນ​ການ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ໃຫ້​ເລື່ອງ​ລາວ​ຂອງ​ການ​ກຳ​ເນີດ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະ​ຕະ, ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ—ລວມ​ທັງ​ການ​ສິ້ນ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. ພຣະ​ຄຳ​ພີ​ມໍ​ມອນ​ລວມ​ຄຳ​ທຳ​ນາຍ​ເຖິງ​ການ​ກຳ​ເນີດ ແລະ ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຄຳ​ສອນ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ແລະ ເລື່ອງ​ລາວ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ໃນ​ອາ​ເມ​ຣິ​ກາ. ພຣະ​ຄຳ​ພີ​ມໍ​ມອນ​ຢືນ​ຢັນ ແລະ ຂະ​ຫຍາຍ​ປະ​ຈັກ​ພະ​ຍານ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ວ່າ​ພຣະ​ເຢ​ຊູ​ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ ແລະ ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ.

ທັງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ກົດ​ຂອງ​ພະ​ຍານ​ວ່າ: “ຕ້ອງ​ມີ​ພະ​ຍານ​ສອງ ຫລື ສາມ​ປາກ​ຈຶ່ງ​ເປັນ​ທີ່​ເຊື່ອ​ຖື​ໄດ້” (2 ໂກ​ຣິນ​ໂທ 13:1; ເບິ່ງ 2 ນີ​ໄຟ 11:2–3 ນຳ​ອີກ). ໂດຍ​ທີ່​ສອດ​ຄ່ອງ​ກັບ​ກົດ​ນີ້, ໜັງ​ສື​ພຣະ​ຄຳ​ພີ​ທັງ​ສອງ​ເຫລັ້ມ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ 2 ນີ​ໄຟ 29:8).

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ຊອກ​ຫາ​ການ​ອ້າງ​ອີງ​ໃສ່​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ດັ່ງ​ຕໍ່​ໄປ​ນີ້​ໃນ​ພຣະ​ຄຳ​ພີ​ມໍ​ມອນ ແລະ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ຕົວ​ຢ່າງ​ມີ​ໃຫ້​ຢູ່​ໃນ​ວົງ​ເລັບ​ຫລັງ​ຈາກ​ແຕ່​ລະ​ຫົວ​ຂໍ້. ເພີ່ມ​ເຕີມ​ຫົວ​ຂໍ້ ແລະ ຂໍ້​ພຣະ​ຄຳ​ພີ​ຂອງ​ທ່ານ​ເອງ.

ຊ່ວຍ​ໃຫ້​ຜູ້​ຄົນ​ອ່ານ ແລະ ເຂົ້າ​ໃຈ​ພຣະ​ຄຳ​ພີ​ມໍ​ມອນ

ຜູ້​ທີ່ບໍ່​ອ່ານ ຫລື ບໍ່​ເຂົ້າ​ໃຈ​ພຣະ​ຄຳ​ພີ​ມໍ​ມອນ​ຈະ​ມີ​ບັນ​ຫາ​ໃນ​ການ​ຮັບ​ພະ​ຍານ​ວ່າ ມັນ​ເປັນ​ຄວາມ​ຈິງ. ທ່ານ​ສາ​ມາດ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ພຣະ​ຄຳ​ພີ ໂດຍ​ການ​ອ່ານ​ມັນ​ກັບ​ເຂົາ​ເຈົ້າ. ອ່ານ​ໃນ​ລະ​ຫວ່າງ​ການ​ນັດ​ໝາຍ​ສິດ​ສອນ, ລະ​ຫວ່າງ​ການ​ຢ້ຽມ​ຕິດ​ຕາມ​ຜົນ, ຫລື ຜ່ານ​ທາງ​ເທັກ​ໂນ​ໂລ​ຈີ. ທ່ານ​ຍັງ​ສາ​ມາດ​ຈັດ​ໃຫ້​ສະ​ມາ​ຊິກ​ອ່ານ​ກັບ​ເຂົາ​ເຈົ້າ​ນຳ​ອີກ. ການ​ເບິ່ງວິ​ດີ​ໂອ​ພຣະ​ຄຳ​ພີ​ມໍ​ມອນ ແລະ ແລ້ວ​ອ່ານ​ບົດ​ທີ່​ກ່ຽວ​ຂ້ອງ ສາ​ມາດ​ເປັນ​ປະ​ໂຫຍດ​ຫລາຍ.

ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ ຂະ​ນະ​ທີ່​ທ່ານ​ເລືອກ​ຂໍ້​ພຣະ​ຄຳ​ພີ​ທີ່​​ແກ້​ໄຂ​ຄວາມ​ກັງ​ວົນ ແລະ ຄວາມ​ຕ້ອງ​ການ​ຂອງ​ຜູ້​ຄົນ. ອ່ານ ແລະ ສົນ​ທະ​ນາ​ຂໍ້​ພຣະ​ຄຳ​ພີ​ທີ່​ສັ້ນໆ, ດັ່ງ​ເຊັ່ນ 1 ນີ​ໄຟ 3:7 ຫລື ໂມ​ໄຊ​ຢາ 2:17. ພ້ອມ​ທັງ​ອ່ານ ແລະ ສົນ​ທະ​ນາ​ຂໍ້​ພຣະ​ຄຳ​ພີ​ທີ່​ຍາວໆ ຫລື ອ່ານ​ຈົນ​ຈົບ​ບົດ​ນຳ​ອີກ, ດັ່ງ​ເຊັ່ນ 2 ນີ​ໄຟ 31, ແອວ​ມາ 7, ຫລື 3 ນີ​ໄຟ 18. ຊຸກ​ຍູ້​ໃຫ້​ຜູ້​ຄົນ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ຈາກ​ຕອນ​ຕົ້ນ, ລວມ​ທັງ​ປະ​ຈັກ​ພະ​ຍານ​ຂອງ ສາມ​ຄົນ ແລະ ພະ​ຍານ​ແປດ​ຄົນ ແລະ ປະ​ຈັກ​ພະ​ຍານ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ.

ຮູບ​ພາບ
ຫ້ອງ​ຮຽນ​ຂອງ​ໂຮງ​ຮຽນ​ວັນ​ອາ​ທິດ

ພິ​ຈາ​ລະ​ນາ​ຄຳ​ແນະ​ນຳ​ດັ່ງ​ຕໍ່​ໄປ​ນີ້​ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ກັບ​ຜູ້​ຄົນ:

  • ອະ​ທິ​ຖານ​ກ່ອນ​ທີ່​ຈະ​ອ່ານ. ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ໃນ​ຄວາມ​ເຂົ້າ​ໃຈ. ອະ​ທິ​ຖານ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ພະ​ຍານ​ຕໍ່​ເຂົາ​ເຈົ້າ​ວ່າ ພຣະ​ຄຳ​ພີ​ເປັນ​ຄວາມ​ຈິງ.

  • ປ່ຽນ​ກັນ​ອ່ານ. ອ່ານ​ຕາມ​ຄວາມ​ໄວ​ທີ່​ເຂົາ​ເຈົ້າ​ສະ​ດວກ​ສະ​ບາຍ. ອະ​ທິ​ບາຍ​ຄຳ​ສັບ ແລະ ວະ​ລີ​ທີ່​ບໍ່​ຄຸ້ນ​ເຄີຍ.

  • ຢຸດ​ເປັນ​ບາງ​ຄັ້ງ​ເພື່ອ​ສົນ​ທະ​ນາ​ສິ່ງ​ທີ່​ທ່ານ​ອ່ານ.

  • ອະ​ທິ​ບາຍ​ຄວາມ​ເປັນ​ມາ ແລະ ສະ​ພາບ​ການ​ຂອງ​ຂໍ້​ພຣະ​ຄຳ​ພີ ເຊັ່ນ​ວ່າ​ໃຜ​ກຳ​ລັງ​ເວົ້າ, ຄົນ​ນັ້ນ​ເປັນ​ແນວ​ໃດ, ແລະ ສະ​ຖາ​ນະ​ການ​ເປັນ​ແບບ​ໃດ. ຖ້າ​ຫາກ​ມີ​ວິ​ດີ​ໂອ​ພຣະ​ຄຳ​ພີ​ມໍ​ມອນ​ທີ່​ກ່ຽວ​ຂ້ອງ, ໃຫ້​ຄິດ​ທີ່​ຈະ​ສາຍ​ມັນ.

  • ຊີ້​ໃຫ້​ເຫັນ​ຂໍ້​ພຣະ​ຄຳ​ພີ​ທີ່​ສຳ​ຄັນ ຫລື ຄຳ​ສອນ​ທີ່​ຈະ​ຊອກ​ຫາ.

  • ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ ແລະ ຄວາມ​ຮູ້​ແຈ້ງ, ຄວາມ​ຮູ້​ສຶກ, ແລະ ປະ​ສົບ​ການ​ສ່ວນ​ຕົວ​ທີ່​ເໝາະ​ສົມ.

  • ສິດ​ສອນ​ຄຳ​ສອນ​ໂດຍ​ກົງ​ຈາກ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ສິ່ງ​ນີ້​ຈະ​ຊ່ວຍ​ຜູ້​ຄົນ​ໃຫ້​ຮູ້​ສຶກ​ເຖິງ​ພະ​ລັງ​ທາງ​ວິນ​ຍານ​ຂອງ​ໜັງ​ສື​ນັ້ນ.

  • ຊ່ວຍ​ໃຫ້​ຜູ້​ຄົນ “ປຽບ​ທຽບ” ສິ່ງ​ທີ່​ເຂົາ​ເຈົ້າ​ອ່ານ​ກັບ​ຊີ​ວິດ​ຂອງ​ຕົນ​ເອງ (1 ນີ​ໄຟ 19:23). ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ ພຣະ​ຄຳ​ພີ​ກ່ຽວ​ຂ້ອງ​ກັບ​ເຂົາ​ເຈົ້າ​ເປັນ​ສ່ວນ​ຕົວ​ແນວ​ໃດ.

ເມື່ອ​ທ່ານ​ນຳ​ໃຊ້​ຫລັກ​ທຳ​ເຫລົ່າ​ນີ້, ທ່ານ​ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ພັດ​ທະ​ນາ​ຄວາມ​ສາ​ມາດ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ຕົວ​ເອງ. ເນັ້ນ​ວ່າ​ການ​ອ່ານ​ພຣະ​ຄຳ​ພີ​ທຸກ​ວັນ​ເປັນ​ສິ່ງ​ສຳ​ຄັນ​ເພື່ອ​ກ້າວ​ໄປ​ສູ່​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໄປ​ຕະ​ຫລອດ​ຊີ​ວິດ.

ເພິ່ງ​ອາ​ໄສ​ຄຳ​ສັນ​ຍາ​ຢູ່​ໃນ ໂມ​ໂຣ​ໄນ 10:3–5. ຊຸກ​ຍູ້​ໃຫ້​ຜູ້​ຄົນ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ຢ່າງ​ຈິງ​ໃຈ ແລະ ອະ​ທິ​ຖານ​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ ເພື່ອ​ໃຫ້​ຮູ້​ວ່າ​ພຣະ​ຄຳ​ພີ​ເປັນ​ຄວາມ​ຈິງ​ຫລື​ບໍ່. ອະ​ທິ​ບາຍ​ວ່າ ເຈດ​ຕະ​ນາ​ອັນ​ແທ້​ຈິງ​ໝາຍ​ເຖິງ​ການ​ເຕັມ​ໃຈ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ຕອບ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ທຸກ​ຄົນ​ທີ່​ອ່ານ ແລະ ອະ​ທິ​ຖານ​ຢ່າງ​ຈິງ​ໃຈ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ ສາ​ມາດ​ຮູ້​ເຖິງ​ຄວາມ​ຈິງ​ຂອງ​ມັນ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ທ່ານ​ກໍ​ຄວນ​ນຳ​ໃຊ້​ຄຳ​ສັນ​ຍາ​ນີ້​ເປັນ​ປະ​ຈຳ​ນຳ​ອີກ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເອງ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ. ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ຈະ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ທ່ານ​ວ່າ ຜູ້​ທີ່​ນຳ​ໃຊ້​ຄຳ​ສັນ​ຍາ​ນີ້​ຈະ​ໄດ້​ຮັບ​ການ​ເປັນ​ພະ​ຍານ​ວ່າ ໜັງ​ສື​ນັ້ນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.


ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ ແລະ ການ​ນຳ​ໃຊ້

ການ​ສຶກ​ສາ​ສ່ວນ​ຕົວ

  • ອ່ານ 2 ນີ​ໄຟ 2; 9; 30; 3132. ຂີດ​ໝາຍ​ເນັ້ນ​ຂໍ້​ອ້າງ​ອີງ​ແຕ່​ລະ​ຂໍ້​ເຖິງ​ພຣະ​ເຢ​ຊູ​ຄຣິດ. ຂຽນ​ລາຍ​ການ​ກ່ຽວ​ກັບ​ພຣະ​ນາມ ແລະ ຕຳ​ແໜ່ງ​ທີ່​ແຕກ​ຕ່າງ​ກັນ​ສຳ​ລັບ​ພຣະ​ຄຣິດ​ໃນ​ບົດ​ເຫລົ່າ​ນີ້. ໝາຍ​ພຣະ​ຄຳ​ຂອງ​ພຣະ​ອົງ. ໝາຍ​ເນັ້ນ​ຄຸນ​ລັກ​ສະ​ນະ ແລະ ການ​ກະ​ທຳ​ຂອງ​ພຣະ​ອົງ.

  • ຂະ​ນະ​ທີ່​ທ່ານ​ອ່ານ​ທຸກ​ວັນ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ, ໃຫ້​ບັນ​ທຶກ​ຂໍ້​ພຣະ​ຄຳ​ພີ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ​ສຳ​ລັບ​ທ່ານ ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ. ຂຽນ​ວິ​ທີ​ທີ່​ທ່ານ​ຈະ​ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ຂອງ​ທ່ານ.

  • ຂຽນ​ໄວ້​ໃນ​ບັນ​ທຶກ​ສຶກ​ສາ​ຂອງ​ທ່ານ​ວ່າ ທ່ານ​ຮູ້​ສຶກ​ແນວ​ໃດ​ເມື່ອ​ທ່ານ​ໄດ້​ຮັບ​ການ​ເປັນ​ພະ​ຍານ​ຄັ້ງ​ທຳ​ອິດ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ.

  • ຂຽນ​ສາມ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ. ຕະ​ຫລອດ​ໄລ​ຍະ​ການ​ເຜີຍ​ແຜ່​ຂອງ​ທ່ານ, ໃຫ້​ເພີ່ມ​ຄຳ​ຕອບ​ໃສ່​ກັບ​ຄຳ​ຖາມ​ເຫລົ່າ​ນີ້.

    • ຊີ​ວິດ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ຖ້າ​ປາດ​ສະ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ?

    • ແມ່ນ​ຫຍັງ​ທີ່​ເຮົາ​ຈະ​ບໍ່ ຮູ້ ຖ້າ​ປາດ​ສະ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ?

    • ແມ່ນ​ຫຍັງ​ທີ່​ເຮົາ​ຈະ​ບໍ່ ມີ ຖ້າ​ປາດ​ສະ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ?

  • ອ່ານ​ຄຳ​ເທດ​ສະ​ໜາ​ທີ່​ໂນນ​ພູ​ໃນ ມັດ​ທາຍ 5–7 ແລະ ຄຳ​ເທດ​ສະ​ໜາ​ຂອງ​ພຣະ​ຄຣິດ​ຢູ່​ທີ່​ພຣະ​ວິ​ຫານ​ໃນ 3 ນີ​ໄຟ 12–14. ການ​ອ່ານ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ນຳ​ກັນ ຈະ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ​ແນວ​ໃດ?

  • ສຶກ​ສາ​ແຕ່​ລະ​ຕົວ​ຢ່າງ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ທີ່​ກ່າວ​ເຖິງ​ບາງ​ຄົນ​ທີ່​ອະ​ທິ​ຖານ. ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ, ໃຫ້​ຂຽນ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ກ່ຽວ​ກັບ​ການ​ອະ​ທິ​ຖານ.

  • ຈາກ​ຫົວ​ບົດ​ຂອງ ໂມ​ໄຊ​ຢາ 11–16, ໃຫ້​ຂຽນ​ບົດ​ສະ​ຫລຸບ​ກ່ຽວ​ກັບ​ສິ່ງ​ທີ່​ອະ​ບີ​ນາ​ໄດ​ໄດ້​ສິດ​ສອນ. ແລ້ວ​ໃຫ້​ອ່ານ​ບົດ​ເຫລົ່າ​ນີ້ ແລະ ຂະ​ຫຍາຍ​ບົດ​ສະ​ຫລຸບ​ຂອງ​ທ່ານ.

  • ຈາກ​ຫົວ​ບົດ​ຂອງ ໂມ​ໄຊ​ຢາ 2–5, ໃຫ້​ຂຽນ​ບົດ​ສະ​ຫລຸບ​ກ່ຽວ​ກັບ​ສິ່ງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ. ແລ້ວ​ໃຫ້​ອ່ານ​ບົດ​ເຫລົ່າ​ນີ້ ແລະ ຂະ​ຫຍາຍ​ບົດ​ສະ​ຫລຸບ​ຂອງ​ທ່ານ.

ການ​ສຶກ​ສາ​ກັບ​ຄູ່​ສອນ ແລະ ການ​ສັບ​ປ່ຽນ​ຄູ່​ສອນ

  • ອ່ານ​ຂໍ້​ພຣະ​ຄຳ​ພີ​ມໍ​ມອນ​ນຳ​ກັນ. ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້ ແລະ ຮູ້​ສຶກ. ສົນ​ທະ​ນາ​ວິ​ທີ​ທີ່​ທ່ານ​ຈະ​ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ຂອງ​ທ່ານ.

  • ອ່ານ ແອວ​ມາ 26 ແລະ 29 ນຳ​ກັນ. ແບ່ງ​ປັນ​ວ່າ​ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ເຜີຍ​ແຜ່​ຂອງ​ທ່ານ. ຂຽນ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.

  • ອ່ານ ແອວ​ມາ 37:9 ແລະ ສົນ​ທະ​ນາ​ວ່າ​ພຣະ​ຄຳ​ພີ​ມີ​ຄວາມ​ສຳ​ຄັນ​ຕໍ່​ອຳ​ໂມນ ແລະ ເພື່ອນ​ສອນ​ສາດ​ສະ​ໜາ​ຂອງ​ລາວ​ແນວ​ໃດ. ຊອກ​ຫາ​ຂໍ້​ອ້າງ​ອີງ​ທີ່​ບັນ​ຍາຍ​ວິ​ທີ​ທີ່​ເຂົາ​ເຈົ້າ​ໄດ້​ໃຊ້​ພຣະ​ຄຳ​ພີ.

  • ອ່ານ ແອວ​ມາ 11–14, ໂດຍ​ມີ​ຄົນ​ໜຶ່ງ​ໃນ​ພວກ​ທ່ານ​ຮັບ​ບົດ​ບາດ​ເປັນ​ແອວ​ມາ ຫລື ແອມ​ມິວ​ເລັກ ແລະ ຄົນ​ອື່ນໆ​ຮັບ​ບົດ​ບາດ​ເປັນ​ຜູ້​ລົບ​ກວນ. ສົນ​ທະ​ນາ​ວິ​ທີ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ຕອບ​ຄຳ​ຖາມ​ທີ່​ຍາກໆ​ແນວ​ໃດ.

ສະ​ພາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ອະ​ນາ​ເຂດ, ແລະ ສະ​ພາ​ຜູ້​ນຳ​ເຂດ​ເຜີຍ​ແຜ່

  • ຝຶກ​ການ​ໃຊ້​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ແຕ່​ລະ​ວິ​ທີ​ທີ່​ກ່າວ​ມາ​ໃນ​ຫົວ​ຂໍ້​ໃຫຍ່​ຂອງ​ບົດ​ນີ້.

  • ຂຽນ​ຄຳ​ຖາມ​ທີ່​ຖາມ​ໂດຍ​ຜູ້​ທີ່​ທ່ານ​ກຳ​ລັງ​ສິດ​ສອນ. ອະ​ທິ​ບາຍ​ກັບ​ກັນ​ແລະ​ກັນ​ວ່າ ທ່ານ​ຈະ​ຕອບ​ຄຳ​ຖາມ​ເຫລົ່າ​ນີ້​ແນວ​ໃດ ໂດຍ​ໃຊ້​ພຣະ​ຄຳ​ພີ​ມໍ​ມອນ.

  • ອ່ານ​ຂໍ້​ພຣະ​ຄຳ​ພີ​ມໍ​ມອນ​ນຳ​ກັນ. ແບ່ງ​ປັນ​ຄວາມ​ຮູ້, ຄວາມ​ຮູ້​ສຶກ, ແລະ ປະ​ຈັກ​ພະ​ຍານ.

  • ຝຶກ​ການ​ໃຊ້​ພຣະ​ຄຳ​ພີ​ມໍ​ມອນ​ເພື່ອ​ຢືນ​ຢັນ​ຂ່າວ​ສານ​ຂອງ​ການ​ຟື້ນ​ຟູ.

  • ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ແບ່ງ​ປັນ​ປະ​ສົບ​ການ ຊຶ່ງ​ໃນ​ນັ້ນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຊ່ວຍ​ເຂົາ​ເຈົ້າ ແລະ ຜູ້​ທີ່​ເຂົາ​ເຈົ້າ​ໄດ້​ສິດ​ສອນ ໃນ​ຂະ​ບວນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ແນວ​ໃດ.

  • ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ມໍ​ມອນ​ທີ່​ໂປດ​ປານ ທີ່​ຊ່ວຍ​ຕອບ​ຄຳ​ຖາມ​ຂອງ​ຈິດ​ວິນ​ຍານ.

  • ເຊື້ອ​ເຊີນ​ສະ​ມາ​ຊິກ​ຜູ້​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ ໃຫ້​ແບ່ງ​ປັນ​ບົດ​ບາດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຂົາ​ເຈົ້າ.

ຜູ້​ນຳ​ເຜີຍ​ແຜ່ ແລະ ທີ່​ປຶກ​ສາ​ເຜີຍ​ແຜ່

  • ສິດ​ສອນ​ຜູ້​ສອນ​ສາດ​ສະ​ໜາ​ເຖິງ​ວິ​ທີ​ການ​ໃຊ້​ພຣະ​ຄຳ​ພີ​ມໍ​ມອນ​ເພື່ອ​ຢືນ​ຢັນ​ຄວາມ​ຈິງ​ຂອງ​ຂ່າວ​ສານ​ແຫ່ງ​ການ​ຟື້ນ​ຟູ.

  • ອ່ານ 1 ນີ​ໄຟ 1 ກັບ​ຜູ້​ສອນ​ສາດ​ສະ​ໜາ ແລະ ປຽບ​ທຽບ​ມັນ​ໃສ່​ກັບ​ປະ​ສົບ​ການ​ຂອງ​ໂຈ​ເຊັບ ສະ​ມິດ.

  • ຈັດ​ຫາ​ພຣະ​ຄຳ​ພີ​ມໍ​ມອນ​ຊະ​ນິດ​ໜ້າ​ປົກ​ອ່ອນ​ທີ່​ສະ​ອາດ​ໃຫ້​ແກ່​ຜູ້​ສອນ​ສາດ​ສະ​ໜາ. ເຊື້ອ​ເຊີນ​ໃຫ້​ເຂົາ​ເຈົ້າ​ອ່ານ ແລະ ໝາຍ​ພຣະ​ຄຳ​ພີ​ສອງ​ເທື່ອ​ໃນ​ໄລ​ຍະ​ການ​ຍ້າຍ​ປ່ຽນ​ຄູ່​ສອນ ສອງ​ສາມ​ເທື່ອ​ຂອງ​ເຂົາ​ເຈົ້າ.

    • ໃນ​ການ​ອ່ານ​ຄັ້ງ​ທຳ​ອິດ, ຂໍ​ໃຫ້​ເຂົາ​ເຈົ້າ​ໝາຍ​ທຸກ​ສິ່ງ​ທີ່​ຊີ້​ໄປ​ຫາ​ການ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

    • ໃນ​ການ​ອ່ານ​ຄັ້ງ​ທີ​ສອງ, ຂໍ​ໃຫ້​ເຂົາ​ເຈົ້າ​ໝາຍ​ຄຳ​ສອນ ແລະ ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ.

    ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້ ແລະ ຮູ້​ສຶກ. ແອວ​ເດີ ຣອນ​ໂນ ເອ ແຣັສ໌​ແບນ ໄດ້​ບັນ​ຍາຍ​ວ່າ ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ວິ​ທີ​ນີ້ ມີ​ຜົນ​ກະ​ທົບ​ຕໍ່​ເພິ່ນ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ແນວ​ໃດ:

ຮູບ​ພາບ
ແອວ​ເດີ ຣອນ​ໂນ ເອ ແຣັສ໌​ແບນ

“ການ​ອ່ານ​ຂອງ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ພຽງ​ແຕ່​ການ​ຂີດ​ໝາຍ​ພຣະ​ຄຳ​ພີ​ເທົ່າ​ນັ້ນ. ແຕ່​ລະ​ເທື່ອ​ທີ່​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ພະ​ຍານ​ທີ່​ຈຳ​ເປັນ ແລະ ເລິກ​ເຊິ່ງ​ເຖິງ​ຄວາມ​ຈິງ​ຂອງ​ຄຳ​ສອນ​ຂອງ​ພຣະ​ອົງ ແລະ ວ່າ​ມັນ​ກ່ຽວ​ຂ້ອງ​ກັບ ‘ມື້​ນີ້’ ແນວ​ໃດ. ໜັງ​ສື​ເຫລັ້ມ​ນີ້​ເໝາະ​ສົມ​ດີ​ກັບ​ຊື່​ຂອງ​ມັນ, ‘ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ.’ ດ້ວຍ​ການ​ສຶກ​ສາ​ນັ້ນ ແລະ ການ​ເປັນ​ພະ​ຍານ​ທາງ​ວິນ​ຍານ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ, ຂ້າ​ພະ​ເຈົ້າ​ໄດ້​ກາຍ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ແລະ ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ” (“This Day,” Liahona, Nov. 2022, 25).

  • ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ມໍ​ມອນ​ກັບ​ທ່ານ ທີ່​ມີ​ຄວາມ​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

  • ລະ​ບຸ​ຄຳ​ຖາມ​ຂອງ​ຈິດ​ວິນ​ຍານ​ສຳ​ລັບ​ຜູ້​ຄົນ​ໃນ​ເຂດ​ເຜີຍ​ແຜ່​ຂອງ​ທ່ານ. ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ​ມໍ​ມອນ​ທີ່​ຊ່ວຍ​ຕອບ​ຄຳ​ຖາມ​ເຫລົ່າ​ນີ້.

ພິມ