ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 13: ຮ່ວມ​ມື​ກັບ​ຜູ້​ນຳ ແລະ ສະ​ມາ​ຊິກ​ໃນ​ການ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ


“ບົດ​ທີ 13: ຮ່ວມ​ມື​ກັບ​ຜູ້​ນຳ ແລະ ສະ​ມາ​ຊິກ​ໃນ​ການ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ບົດ​ທີ 13,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ຮູບ​ພາບ
ຈົ່ງ​ຟັງ​ທ່ານ, ໂດຍ ຊາຍ​ມັນ ດູ​ວີ

ບົດ​ທີ 13

ຮ່ວມ​ມື​ກັບ​ຜູ້​ນຳ ແລະ ສະ​ມາ​ຊິກ​ໃນ​ການ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

  • ເຮົາ​ຈະ​ສາ​ມາດ​ເຮັດ​ວຽກ​ງານ​ກັບ​ຜູ້​ນຳ​ໃນ​ຫວອດ ແລະ ສະ​ມາ​ຊິກ​ເພື່ອ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ໄດ້​ແນວ​ໃດ?

  • ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຜູ້​ນຳ​ສະ​ເຕກ ແລະ ຫວອດ​ໃນ​ວຽກ​ງານ​ເຜີຍ​ແຜ່​ມີ​ຢ່າງ​ໃດ​ແດ່?

  • ແມ່ນ​ຫຍັງ​ຄວນ​ເກີດ​ຂຶ້ນ​ຢູ່​ໃນ​ການ​ປະ​ຊຸມ​ປະ​ສານ​ງານ​ທຸກ​ອາ​ທິດ​ກັບ​ຜູ້​ນຳ​ໃນ​ຫວອດ?

  • ເຮົາ​ຈະ​ສາ​ມາດ​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ​ໄດ້​ແນວ​ໃດ?

ຜູ້​ສອນ​ສາດ​ສະ​ໜາ​ເຮັດ​ວຽກ​ງານ​ກັບ​ຜູ້​ນຳ ແລະ ສະ​ມາ​ຊິກ ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ ແລະ ນຳ​ພາ​ເຂົາ​ເຈົ້າ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພວກ​ທ່ານ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໂດຍ​ຄວາມ​ຮັກ​ທີ່​ພວກ​ທ່ານ​ມີ​ຕໍ່​ພຣະ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງ. ພຣະ​ອົງ​ຈະ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ໃນ​ລະ​ດັບ​ທີ່​ທ່ານ​ເຮັດ​ວຽກ​ງານ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ກັບ​ຜູ້​ນຳ ແລະ ສະ​ມາ​ຊິກ​ໃນ​ທ້ອງ​ຖິ່ນ. ເຮັດ​ໃຫ້​ການ​ເຮັດ​ວຽກ​ງານ​ກັບ​ເຂົາ​ເຈົ້າ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ໃນ​ເປົ້າ​ໝາຍ ແລະ ແຜນ​ຂອງ​ທ່ານ.

ເມື່ອ​ທ່ານ​ມາ​ຮູ້​ຈັກ ແລະ ຮັກ​ຜູ້​ນຳ ແລະ ສະ​ມາ​ຊິກ​ໃນ​ທ້ອງ​ຖິ່ນ, ທ່ານ​ຈະ​ເຫັນ​ວິ​ທີ​ທີ່​ທ່ານ​ສາ​ມາດ​ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ​ໃນ​ການ​ເອີ້ນ​ຂອງ​ເຂົາ​ເຈົ້າ ແລະ ໃນ​ຄວາມ​ພະ​ຍາ​ຍາມ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ. ສະ​ເໜີ​ມອບ​ຂອງ​ປະ​ທານ ແລະ ພອນ​ສະ​ຫວັນ​ຂອງ​ທ່ານ​ໃນ​ທາງ​ທີ່​ຍົກ​ລະ​ດັບ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຂົາ​ເຈົ້າ.

ບົດ​ນີ້​ອະ​ທິ​ບາຍ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເຮັດ​ວຽກ​ງານ​ກັບ​ສະ​ມາ​ຊິກ ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ. ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ໃຫ້​ເບິ່ງ ບົດ​ທີ 23 ຂອງ ຄູ່​ມື​ທົ່ວ​ໄປ.

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ທົບ​ທວນ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ກະ​ສັດ​ລາ​ໂມ​ໄນ, ມະ​ເຫ​ສີ​ຂອງ​ເພິ່ນ, ແລະ ຜູ້​ຄົນ​ຂອງ​ເພິ່ນ​ໃນ ແອວ​ມາ 18–19.

  • ນາງ​ເອ​ບິດ​ມີ​ບົດ​ບາດ​ຢ່າງ​ໃດ​ແດ່​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຄັ້ງ​ນີ້? ນາງ​ສາ​ມາດ​ເຮັດ​ສິ່ງ​ໃດ​ທີ່​ອຳ​ໂມນ​ບໍ່​ສາ​ມາດ​ເຮັດ​ໄດ້?

  • ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ນາງ​ກ່ຽວ​ກັບ​ສະ​ມາ​ຊິກ ແລະ ຜູ້​ສອນ​ສາດ​ສະ​ໜາ​ທີ່​ເຮັດ​ວຽກ​ງານ​ນຳ​ກັນ?

ພິ​ຈາ​ລະ​ນາ​ຕົວ​ຢ່າງ​ອື່ນໆ​ເຫລົ່າ​ນີ້​ຂອງ​ສະ​ມາ​ຊິກ​ທີ່​ຊ່ວຍ​ໃນ​ວຽກ​ງານ​ເຜີຍ​ແຜ່:

ທ່ານ​ສາ​ມາດ​ຊຸກ​ຍູ້​ຜູ້​ນຳ ແລະ ສະ​ມາ​ຊິກ​ໃຫ້​ຕິດ​ຕາມ​ຕົວ​ຢ່າງ​ຂອງ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

ສ້າງ​ຄວາມ​ສຳ​ພັນ​ກັບ​ຜູ້​ນຳ ແລະ ສະ​ມາ​ຊິກ​ໃນ​ທ້ອງ​ຖິ່ນ

ຜູ້​ນຳ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ​ແມ່ນ​ຄູ່​ຮ່ວມ​ງານ​ຂອງ​ທ່ານ​ໃນ​ວຽກ​ງານ​ຂອງ​ທ່ານ. ສ້າງ​ຄວາມ​ສຳ​ພັນ​ທີ່​ຊ່ວຍ​ໃຫ້​ທ່ານ​ເຮັດ​ວຽກ​ງານ​ນຳ​ກັນ ເພື່ອ​ນຳ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ມາ​ສູ່​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຄວາມ​ສຳ​ພັນ​ເຫລົ່າ​ນີ້​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ທ່ານ​ໄປ​ຕະ​ຫລອດ​ຊີ​ວິດ.

ສ້າງ​ຄວາມ​ໄວ້​ວາງ​ໃຈ ແລະ ຄວາມ​ສຳ​ພັນ​ທີ່​ແທ້​ຈິງ​ກັບ​ຜູ້​ນຳ ແລະ ສະ​ມາ​ຊິກ​ໃນ​ທ້ອງ​ຖິ່ນ. ຢ້ຽມ​ຢາມ​ເຂົາ​ເຈົ້າ ແລະ ຮຽນ​ຮູ້​ກ່ຽວ​ກັບ​ຄອບ​ຄົວ, ພື້ນ​ຖານ, ຄວາມ​ສົນ​ໃຈ, ແລະ ປະ​ສົບ​ການ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຂົາ​ເຈົ້າ. ໃຫ້​ຄວາມ​ສົນ​ໃຈ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ຢ່າງ​ແທ້​ຈິງ.

ເມື່ອ​ທ່ານ​ຢ້ຽມ​ຢາມ, ໃຫ້​ເຮັດ​ດ້ວຍ​ຈຸດ​ປະ​ສົງ. ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ກະ​ຕື​ລື​ລົ້ນ​ໃນ​ວຽກ​ງານ​ການ​ຊອກ​ຫາ ແລະ ສິດ​ສອນ. ເຄົາ​ລົບ​ເວ​ລາ ແລະ ຕາ​ຕະ​ລາງ​ຂອງ​ເຂົາ​ເຈົ້າ.

ເມື່ອ​ທ່ານ​ພົບ​ກັບ​ເຂົາ​ເຈົ້າ ແລະ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃນ​ບ້ານ​ຂອງ​ເຂົາ​ເຈົ້າ, ໃຫ້​ສະ​ແຫວງ​ຫາ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ. ສະ​ແຫວງ​ຫາ​ທີ່​ຈະ​ມີ​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ກັບ​ທ່ານ​ດ້ວຍ​ການ​ອະ​ທິ​ຖານ. ແບ່ງ​ປັນ​ປະ​ສົບ​ການ​ທີ່​ທ່ານ​ມີ​ກັບ​ວຽກ​ງານ​ເຜີຍ​ແຜ່​ຢູ່​ໃນ​ເຂດ​ຂອງ​ທ່ານ.

ຮູບ​ພາບ
ກຸ່ມ​ຄົນ​ກຳ​ລັງ​ປະ​ຊຸມ

ສະ​ໜັບ​ສະ​ໜູນ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ ໃນ​ບົດ​ບາດ​ຂອງ​ເຂົາ​ເຈົ້າ

ການ​ເອີ້ນ​ຂອງ​ຜູ້​ນຳ​ບາງ​ຄົນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ວຽກ​ງານ​ເຜີຍ​ແຜ່. ການ​ເຂົ້າ​ໃຈ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫລົ່າ​ນີ້ ຊ່ວຍ​ທ່ານ​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ເຫລົ່າ​ນີ້. ການ​ບັນ​ຍາຍ​ດັ່ງ​ຕໍ່​ໄປ​ນີ້​ແມ່ນ​ມາ​ຈາກ ບົດ​ທີ 23 ໃນ ຄູ່​ມື​ທົ່ວ​ໄປ.

ປະ​ທານ​ສະ​ເຕກ: ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ສະ​ເຕກ​ສຳ​ລັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ. ເພິ່ນ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ​ໃຫ້​ການ​ຊີ້​ນຳ​ໂດຍ​ລວມ​ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ເຫລົ່າ​ນີ້.

ຝ່າຍ​ອະ​ທິ​ການ: ປະ​ສານ​ງານ​ກັບ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຂະ​ນະ​ທີ່​ເຂົາ​ເຈົ້າ​ນຳ​ພາ​ຄວາມ​ພະ​ຍາ​ຍາມ​ຂອງ​ຫວອດ ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ.

ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ: ນຳ​ພາ​ຄວາມ​ພະ​ຍາ​ຍາມ​ປະ​ຈຳ​ວັນ​ຂອງ​ຫວອດ ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ. ເຂົາ​ເຈົ້າ​ເຮັດ​ວຽກ​ງານ​ນຳ​ກັນ​ໃນ​ການ​ນຳ​ພາ​ຄວາມ​ພະ​ຍາ​ຍາມ​ເຫລົ່າ​ນີ້​ກັບ​ສະ​ພາ​ຫວອດ, ພາຍ​ໃຕ້​ການ​ປະ​ສານ​ງານ​ຂອງ​ອະ​ທິ​ການ. ເບິ່ງ ຄູ່​ມື​ທົ່ວ​ໄປ, 8.2.3 ແລະ 9.2.3.

ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ (ຖ້າ​ຫາກ​ຖືກ​ເອີ້ນ): ປະ​ສານ​ວຽກ​ງານ​ຂອງ​ສະ​ມາ​ຊິກ ແລະ ຜູ້​ນຳ​ໃນ​ຫວອດ, ຜູ້​ສອນ​ສາດ​ສະ​ໜາ​ປະ​ຈຳ​ຫວອດ, ແລະ ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ. ຖ້າ​ຫາກ​ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ​ບໍ່​ໄດ້​ຖືກ​ເອີ້ນ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ຈະ​ເຮັດ​ບົດ​ບາດ​ນີ້. ເບິ່ງ ຄູ່​ມື​ທົ່ວ​ໄປ, 23.5.3.

ຖາມ​ຕົວ​ເອງ​ເປັນ​ປະ​ຈຳ​ວ່າ, “ເຮົາ​ເປັນ​ພອນ​ໃຫ້​ແກ່​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ຫລື​ບໍ່?” ພັດ​ທະ​ນາ​ທັດ​ສະ​ນະ​ຄະ​ຕິ​ທີ່​ວ່າ “ໃຫ້​ຂ້ອຍ​ຊ່ວຍ​ຫຍັງ​ໄດ້​ບໍ?”

ການ​ສຶກ​ສາ​ກັບ​ຄູ່​ສອນ

ກຳ​ນົດ​ເວ​ລາ​ໄປ​ຢ້ຽມ​ຢາມ​ບຶດ​ໜຶ່ງ​ກັບ​ຜູ້​ນຳ​ຫວອດ. ຖາມ​ວ່າ​ທ່ານ​ຈະ​ສາ​ມາດ​ສະ​ໜັບ​ສະ​ໜູນ​ລາວ​ໄດ້​ດີກວ່າ​ເກົ່າ​ໄດ້​ແນວ​ໃດ. ວາງ​ແຜນ​ເພື່ອ​ປັບ​ປຸງ.

ຮູບ​ພາບ
ການ​ປະ​ຊຸມ​ສະ​ພາ

ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ

ການ​ປະ​ສານ​ງານ​ກັບ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ—ລວມ​ທັງ​ຜູ້​ນຳ​ຊາວ​ໜຸ່ມ—ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ຄວາມ​ພະ​ຍາ​ຍາມ​ເຜີຍ​ແຜ່​ຂອງ​ທ່ານ. ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ, ລາວ​ຈະ​ດຳ​ເນີນ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ. ຖ້າ​ບໍ່​ດັ່ງ​ນັ້ນ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ຈະ​ເຮັດ​ບົດ​ບາດ​ນີ້​ໃນ​ການ​ເປັນ​ຜູ້​ດຳ​ເນີນ.

ໃນ​ການ​ປະ​ຊຸມ​ສັ້ນໆ ແລະ ເປັນ​ກັນ​ເອງ​ເຫລົ່າ​ນີ້, ຜູ້​ນຳ​ໃນ​ທ້ອງ​ຖິ່ນ ແລະ ທ່ານ​ຈະ​ປະ​ສານ​ງານ​ເພື່ອ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ (ເບິ່ງ ຄູ່​ມື​ທົ່ວ​ໄປ, 23.5.7). ການ​ປະ​ຊຸມ​ອາດ​ຈັດ​ຂຶ້ນ​ແບບ​ເຂົ້າ​ຮ່ວມ​ດ້ວຍ​ຕົນ​ເອງ ຫລື ເຂົ້າ​ຮ່ວມ​ທາງ​ໄກ. ການ​ປະ​ສານ​ງານ​ກໍ​ຄວນ​ເກີດ​ຂຶ້ນ​ໃນ​ວິ​ທີ​ອື່ນ​ລະ​ຫວ່າງ​ອາ​ທິດ, ລວມ​ທັງ​ການ​ໂທ​ລະ​ສັບ, ການ​ສົ່ງ​ຂໍ້​ຄວາມ, ແລະ ການ​ສົ່ງ​ອີ​ເມວ.

ຮູບ​ພາບ
ແອວ​ເດີ ຄວິນ​ຕິນ ແອວ ຄຸກ

“ຄວາມ​ພະ​ຍາ​ຍາມ ແລະ ການ​ສຸມ​ໃຈ​ໃສ່​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ໂດຍ​ທີ່​ການ​ວາງ​ແຜນ​ເຜີຍ​ແຜ່ ແລະ ການ​ຕັ້ງ​ເປົ້າ​ໝາຍ​ສອດ​ຄ່ອງ​ກັບ​ການ​ວາງ​ແຜນ ແລະ ການ​ຕັ້ງ​ເປົ້າ​ໝາຍ​ຂອງ​ຫວອດ ຫລື ສາ​ຂາ ສາ​ມາດ​ເປັນ​ປະ​ໂຫຍດ​ຕໍ່​ການ​ບັນ​ລຸ​ວຽກ​ງານ​ຂອງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ” (Quentin L. Cook, “Purpose and Planning,” ກອງ​ປະ​ຊຸມ​ສຳ​ມະ​ນາ​ຜູ້​ນຳ​ເຜີຍ​ແຜ່, ວັນ​ທີ 25 ເດືອນ​ມິ​ຖຸ​ນາ, 2019).

ກຽມ​ພ້ອມ​ສຳ​ລັບ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ

ສະ​ໜັບ​ສະ​ໜູນ​ຜູ້​ນຳ​ໃນ​ຫວອດ​ໂດຍ​ການ​ກຽມ​ພ້ອມ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ. ກ່ອນ​ການ​ປະ​ຊຸມ, ໃຫ້​ໃຊ້​ເວ​ລາ​ລະ​ຫລ່າງ​ການ​ສຶກ​ສາ​ກັບ​ຄູ່​ສອນ ເພື່ອ​ສົນ​ທະ​ນາ​ວິ​ທີ​ທີ່​ພວກ​ທ່ານ​ຈະ​ສາ​ມາດ​ມີ​ສ່ວນ​ຮ່ວມ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ໄດ້​ແນວ​ໃດ.

ອັບ​ເດດ​ບັນ​ທຶກ​ຂອງ​ທ່ານ​ຢູ່​ໃນ​ແອັບ Preach My Gospel ເພື່ອ​ວ່າ​ຜູ້​ນຳ​ຈະ​ມີ​ຂໍ້​ມູນ​ປະ​ຈຸ​ບັນ​ກ່ຽວ​ກັບ​ຜູ້​ທີ່​ທ່ານ​ກຳ​ລັງ​ສິດ​ສອນ. ກຽມ​ພ້ອມ​ທີ່​ຈະ​ລາຍ​ງານ​ການ​ມອບ​ໝາຍ​ຈາກ​ການ​ປະ​ຊຸມ​ທີ່​ຜ່ານ​ມາ.

ມີ​ສ່ວນ​ຮ່ວມ​ໃນ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ

ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ​ມີ​ຈຸດ​ປະ​ສົງ​ເພື່ອ​ສຸມ​ໃສ່​ຄວາມ​ຕ້ອງ​ການ​ຂອງ​ບຸກ​ຄົນ. ລະ​ຫວ່າງ​ການ​ປະ​ຊຸມ, ໃຫ້​ສະ​ເໜີ​ວິ​ທີ​ທີ່​ທ່ານ​ສາ​ມາດ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ຫວອດ, ລວມ​ທັງ​ຊາວ​ໜຸ່ມ, ໃນ​ການ​ຊ່ວຍ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ແຕ່​ລະ​ບຸກ​ຄົນ.

ຕາມ​ປົກ​ກະ​ຕິ​ແລ້ວ ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ​ຈະ​ກວມ​ສີ່​ຫົວ​ຂໍ້​ດັ່ງ​ຕໍ່​ໄປ​ນີ້:

ເຮົາ​ຈະ​ສາ​ມາດ​ຊ່ວຍ​ເຫລືອ​ຜູ້​ທີ່​ກຳ​ລັງ​ຮັບ​ການ​ສິດ​ສອນ​ໄດ້​ແນວ​ໃດ? ລາຍ​ການ​ສົນ​ທະ​ນາ​ທີ່​ເປັນ​ໄປ​ໄດ້:

  • ສະ​ມາ​ຊິກ​ຄົນ​ໃດ​ສາ​ມາດ​ເຂົ້າ​ຮ່ວມ​ບົດ​ຮຽນ​ໃນ​ອາ​ທິດ​ທີ່​ຈະ​ມາ​ເຖິງ​ນີ້? ໃຜ​ຈະ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ຮ່ວມ?

  • ມີ​ການ​ທ້າ​ທາຍ​ໃດ​ແດ່​ສຳ​ລັບ​ຜູ້​ທີ່​ກຳ​ລັງ​ຮັບ​ການ​ສິດ​ສອນ? ສະ​ມາ​ຊິກ​ຈະ​ຊ່ວຍ​ໄດ້​ແນວ​ໃດ?

  • ມີ​ຄວາມ​ຕ້ອງ​ການ​ໃດ​ແດ່​ສຳ​ລັບ​ຜູ້​ທີ່​ມີ​ກຳ​ນົດ​ວັນ​ບັບ​ຕິ​ສະ​ມາ? ມີ​ການ​ວາງ​ແຜນ​ການ​ບັບ​ຕິ​ສະ​ມາ​ແລ້ວ ຫລື ບໍ່? (ເບິ່ງ “ພິ​ທີ​ບັບ​ຕິ​ສະ​ມາ” ໃນ ບົດ​ທີ 12.)

ເຮົາ​ຈະ​ສາ​ມາດ​ຊ່ວຍ​ຜູ້​ທີ່​ຫາ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໄດ້​ແນວ​ໃດ? ລາຍ​ການ​ສົນ​ທະ​ນາ​ທີ່​ເປັນ​ໄປ​ໄດ້:

  • ສະ​ມາ​ຊິກ​ໃໝ່​ຄົນ​ໃດ​ໃນ​ປີ​ທຳ​ອິດ​ຂອງ​ການ​ເປັນ​ສະ​ມາ​ຊິກ​ຂອງ​ເຂົາ​ເຈົ້າ ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ? ເຮົາ​ຈະ​ສາ​ມາດ​ຊ່ວຍ​ຄົນ​ໃດ​ແດ່​ທີ່​ບໍ່​ມາ​ໂບດ?

  • ສະ​ມາ​ຊິກ​ໃໝ່​ຄົນ​ໃດ​ມີ​ໝູ່​ເພື່ອນ​ໃນ​ຫວອດ? ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສາ​ມາດ​ຊ່ວຍ​ຫຍັງ​ໄດ້​ແດ່? ກຸ່ມ​ຊາວ​ໜຸ່ມ ແລະ ຫ້ອງ​ຮຽນ​ສາ​ມາດ​ຊ່ວຍ​ຫຍັງ​ໄດ້​ແດ່?

  • ສະ​ມາ​ຊິກ​ໃໝ່​ຄົນ​ໃດ​ມີ​ການ​ມອບ​ໝາຍ ຫລື ການ​ເອີ້ນ?

  • ເຮົາ​ຈະ​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃໝ່​ເລີ່ມ​ຕົ້ນ​ຄົ້ນ​ຫາ​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຂົາ​ເຈົ້າ ເພື່ອ​ວ່າ​ພິ​ທີ​ການ​ພຣະ​ວິ​ຫານ​ຈະ​ຖືກ​ປະ​ຕິ​ບັດ​ແທນ​ເຂົາ​ເຈົ້າ​ໄດ້​ແນວ​ໃດ? ສະ​ມາ​ຊິກ​ໃໝ່​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ບໍ? ຖ້າ​ຫາກ​ພຣະ​ວິ​ຫານ​ຕັ້ງ​ຢູ່​ໃກ້, ເຮົາ​ຈະ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ໄປ​ພຣະ​ວິ​ຫານ ເພື່ອ​ປະ​ຕິ​ບັດ​ການ​ບັບ​ຕິ​ສະ​ມາ​ສຳ​ລັບ​ບັນ​ພະ​ບຸ​ລຸດ​ເຫລົ່າ​ນັ້ນ​ໄດ້​ແນວ​ໃດ?

  • ບົດ​ຮຽນ​ໃດ​ແດ່​ຈາກ ບົດ​ທີ 3 ທີ່​ຈະ​ຕ້ອງ​ສິດ​ສອນ​ຄືນ​ອີກ? ສະ​ມາ​ຊິກ​ສາ​ມາດ​ມີ​ສ່ວນ​ຮ່ວມ​ໄດ້​ແນວ​ໃດ?

  • ທົບ​ທວນ​ຄວາມ​ກ້າວ​ໜ້າ​ໃນ My Covenant Path ສຳ​ລັບ​ສະ​ມາ​ຊິກ​ໃໝ່​ແຕ່​ລະ​ຄົນ.

ເຮົາ​ຈະ​ຊ່ວຍ​ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ​ໄດ້​ແນວ​ໃດ? ລາຍ​ການ​ສົນ​ທະ​ນາ​ທີ່​ເປັນ​ໄປ​ໄດ້:

  • ຄອບ​ຄົວ​ທີ່​ເປັນ​ສະ​ມາ​ຊິກ​ບາງ​ສ່ວນ​ຄົນ​ໃດ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ສາ​ມາດ​ຢ້ຽມ​ຢາມ ແລະ ສິດ​ສອນ?

  • ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ​ຄົນ​ໃດ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ສາ​ມາດ​ຢ້ຽມ​ຢາມ ແລະ ສິດ​ສອນ?

  • ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ​ຄົນ​ໃດ​ມີ​ໝູ່​ເພື່ອນ​ຢູ່​ໃນ​ຫວອດ ແລະ ມີ​ໂອ​ກາດ​ເໝາະ​ສົມ​ທີ່​ຈະ​ຮັບ​ໃຊ້?

  • ເຮົາ​ຈະ​ສະ​ມາດ​ຊ່ວຍ​ສະ​ມາ​ຊິກ​ເຫລົ່າ​ນີ້​ໄດ້​ແນວ​ໃດ?

ເຮົາ​ຈະ​ສາ​ມາດ​ພົບ​ເຫັນ​ຜູ້​ຄົນ​ເພີ່ມ​ເພື່ອ​ສິດ​ສອນ​ໄດ້​ແນວ​ໃດ? ລາຍ​ການ​ສົນ​ທະ​ນາ​ທີ່​ເປັນ​ໄປ​ໄດ້:

  • ເຮົາ​ຈະ​ສາ​ມາດ​ຊ່ວຍ​ບຸກ​ຄົນ, ລວມ​ທັງ​ຊາວ​ໜຸ່ມ, ແລະ ຄອບ​ຄົວ​ໃຫ້​ນຳ​ໃຊ້​ຫລັກ​ທຳ​ແຫ່ງ​ຄວາມ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ​ໄດ້​ແນວ​ໃດ? (ເບິ່ງ “ຮ່ວມ​ມື​ກັບ​ສະ​ມາ​ຊິກ” ໃນ ບົດ​ທີ 9.)

  • ເຮົາ​ຈະ​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ, ລວມ​ທັງ​ຜູ້​ນຳ​ປະ​ຖົມ​ໄວ, ໃຫ້​ເຊື້ອ​ເຊີນ​ໝູ່​ເພື່ອນ​ໄປ​ຮ່ວມ​ກິດ​ຈະ​ກຳ​ຂອງ​ຫວອດ​ໄດ້​ແນວ​ໃດ?

ການ​ສຶກ​ສາ​ກັບ​ຄູ່​ສອນ

ເບິ່ງວິ​ດີ​ໂອ​ກ່ຽວ​ກັບ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ​ໃນ ຄູ່​ມື​ທົ່ວ​ໄປ, 23.5.7. ທ່ານ​ຮຽນ​ຮູ້​ຫຍັງ​ແດ່ ທີ່​ທ່ານ​ສາ​ມາດ​ນຳ​ໃຊ້​ໃນ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ​ຄັ້ງ​ຕໍ່​ໄປ? ທ່ານ​ຈະ​ສາ​ມາດ​ກຽມ​ພ້ອມ​ເພື່ອ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ ແລະ ວາງ​ແຜນ​ກັບ​ຜູ້​ນຳ​ໃນ​ຫວອດ​ໄດ້​ແນວ​ໃດ? ໃນ​ພາກ​ການ​ວາງ​ແຜນ​ຄັ້ງ​ຕໍ່​ໄປ​ຂອງ​ທ່ານ, ໃຫ້​ຕັ້ງ​ເປົ້າ​ໝາຍ​ສຳ​ລັບ​ວິ​ທີ​ທີ່​ທ່ານ​ຈະ​ພັດ​ທະ​ນາ.

ສະ​ໜັບ​ສະ​ໜູນ​ແຜນ​ຂອງ​ຫວອດ​ສຳ​ລັບ​ການ​ແປ່ງ​ປັນ​ພຣະ​ກິດ​ຕິ​ຄຸນ

ສະ​ພາ​ຫວອດ​ສ້າງ​ແຜນ​ທີ່​ລຽບ​ງ່າຍ​ສຳ​ລັບ​ການ​ແປ່ງ​ປັນ​ພຣະ​ກິດ​ຕິ​ຄຸນ (ເບິ່ງ ຄູ່​ມື​ທົ່ວ​ໄປ, 23.5.6). ທຳ​ຄວາມ​ຄຸ້ນ​ເຄີຍ​ກັບ​ແຜນ​ນີ້. ໃນ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ, ໃຫ້​ຊອກ​ຫາ​ວິ​ທີ​ທາງ​​ທີ່​ຈະ​ຊ່ວຍ​ຜູ້​ນຳ​ເຮັດ​ວຽກ​ງານ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ. ແຈ້ງ​ໃຫ້​ຜູ້​ນຳ​ຊາບ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ກຳ​ລັງ​ເຮັດ ເພື່ອ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ.

ຖ້າ​ຫາກ​ທ່ານ​ໄດ້​ຮັບ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ສະ​ພາ​ຫວອດ, ໃຫ້​ກຽມ​ພ້ອມ​ທີ່​ຈະ​ອັບ​ເດດ​ສັ້ນໆ ກ່ຽວ​ກັບ​ຄວາມ​ກ້າວ​ໜ້າ​ຂອງ​ຜູ້​ທີ່​ທ່ານ​ກຳ​ລັງ​ສິດ​ສອນ ແລະ ການ​ມອບ​ໝາຍ​ໃດໆ​ທີ່​ທ່ານ​ໄດ້​ຮັບ (ເບິ່ງ ຄູ່​ມື​ທົ່ວ​ໄປ, 29.2.5). ເບິ່ງ​ໂອ​ກາດ​ນີ້​ວ່າ​ເປັນ​ເວ​ລາ​ທີ່​ຈະ​ສ້າງ​ຄວາມ​ໝັ້ນ​ໃຈ ແລະ ຄວາມ​ໄວ້​ວາງ​ໃຈ​ຂອງ​ຜູ້​ນຳ​ໃນ​ຫວອດ.

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ຈັບ​ມື​ຖາມ​ສະ​ບາຍ​ດີ

ປັບ​ໃຫ້​ເຂົ້າ​ກັບ​ຄວາມ​ຕ້ອງ​ການ​ໃນ​ເຂດ​ຂອງ​ທ່ານ

ແຕ່​ລະ​ຫວອດ ຫລື ແຕ່​ລະ​ສາ​ຂາ​ໄດ້​ມີ​ຄວາມ​ຕ້ອງ​ການ​ສະ​ເພາະ​ສຳ​ລັບ​ທ່ານ​ທີ່​ຈະ​ປັບ​ຕົວ​ເຂົ້າ​ກັບ. ທ່ານ​ອາດ​ຮັບ​ໃຊ້​ໃນ​ສາ​ຂາ​ນ້ອຍ ຫລື ຫວອດ​ຜູ້​ໃຫຍ່​ໜຸ່ມ​ໂສດ, ຫລື ທ່ານ​ອາດ​ຮັບ​ໃຊ້​ໃນ​ຫລາຍໆ​ຫວອດ. ຜູ້​ນຳ​ບາງ​ຄົນ​ຈະ​ມີ​ປະ​ສົບ​ຫລາຍ​ກວ່າ ແລະ ບາງ​ຄົນ​ໜ້ອຍ​ກວ່າ. ຜູ້​ນຳ​ບາງ​ຄົນ​ຈະ​ມີ​ເວ​ລາ​ຫລາຍ​ກວ່າ​ຄົນ​ອື່ນໆ.

ໃຫ້​ຫາ​ທາງ​ຊ່ວຍ​ເຫລືອ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ. ເຂົາ​ເຈົ້າ​ອາດ​ຂໍ​ໃຫ້​ທ່ານ​ຊ່ວຍ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃນ​ວຽກ​ງານ​ມອບ​ໝາຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ອາດ​ຂໍ​ໃຫ້​ທ່ານ​ຊຸກ​ຍູ້​ສະ​ມາ​ຊິກ​ໃໝ່ ເພື່ອ​ເຊື້ອ​ເຊີນ​ໝູ່​ເພື່ອນ​ຂອງ​ເຂົາ​ເຈົ້າ​ໃຫ້​ມາ​ໂບດ. ທ່ານ​ສາ​ມາດ​ໃຫ້​ຄວາມ​ຮູ້​ແຈ້ງ​ອັນ​ມີ​ຄ່າ​ກ່ຽວ​ກັບ​ວຽກ​ງານ​ເຜີຍ​ແຜ່ ຂະ​ນະ​ທີ່​ຜູ້​ນຳ ແລະ ສະ​ມາ​ຊິກ​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ.

ບ່ອນ​ທີ່​ໜ່ວຍ​ສາດ​ສະ​ໜາ​ຈັກ​ຍັງ​ໃໝ່, ຜູ້​ນຳ​ໃນ​ສາ​ຂາ​ອາດ​ຂໍ​ໃຫ້​ທ່ານ​ຊ່ວຍ​ສະ​ມາ​ຊິກ​ໃໝ່​ໃຫ້​ເຂົ້າ​ໃຈ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ແນວ​ໃດ.

ວຽກ​ງານ​ຂອງ​ທ່ານ​ກັບ​ຜູ້​ນຳ​ອາດ​ແຕກ​ຕ່າງ​ກັນ​ໄປ​ໃນ​ແຕ່​ລະ​ເຂດ, ແຕ່​ກິດ​ຈະ​ກຳ​ເຫລົ່າ​ນີ້​ທັງ​ໝົດ​ແມ່ນ​ຈຳ​ເປັນ​ຕໍ່​ການ​ເປັນ​ພອນ​ໃຫ້​ແກ່​ສ່ວນ​ບຸກ​ຄົນ ແລະ ຕໍ່​ການ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຊ່ວຍ​ສະ​ມາ​ຊິກ ແລະ ຜູ້​ນຳ​ໃຫ້​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ

ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃນ​ວິ​ທີ​ທີ່​ປົກ​ກະ​ຕິ ແລະ ທຳ​ມາ​ຊາດ. ຄູ່​ມື​ທົ່ວ​ໄປ ມີ​ຄຳ​ແນະ​ນຳ ແລະ ວິ​ດີ​ໂອ ເພື່ອ​ຊ່ວຍ​ສະ​ມາ​ຊິກ ແລະ ຜູ້​ນຳ​ເຮັດ​ສິ່ງ​ນີ້​ໂດຍ​ການ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ແຫ່ງ​ຄວາມ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ (ເບິ່ງ ຄູ່​ມື​ທົ່ວ​ໄປ, 23.1.1, 23.1.2, ແລະ 23.1.3). ຮັກ​ສາ​ຫລັກ​ທຳ​ເຫລົ່າ​ນີ້​ໄວ້​ໃນ​ໃຈ​ຂະ​ນະ​ທີ່​ທ່ານ​ເຮັດ​ວຽກ​ງານ​ກັບ​ຜູ້​ນຳ.

ທ່ານ​ຈະ​ເປັນ​ພອນ​ໃຫ້​ແກ່​ຜູ້​ນຳ ຂະ​ນະ​ທີ່​ທ່ານ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ໃນ​ວຽກ​ງານ​ນີ້. ໃນ​ທາງ​ກັບ​ກັນ, ຕົວ​ຢ່າງ​ຂອງ​ເຂົາ​ເຈົ້າ​ຈະ​ຊ່ວຍ​ສະ​ມາ​ຊິກ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ແລະ ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ​ຫລາຍ​ກວ່າ​ເກົ່າ.

ເບິ່ງ “ຮ່ວມ​ມື​ກັບ​ສະ​ມາ​ຊິກ” ໃນ ບົດ​ທີ 9 ສຳ​ລັບ​ແນວ​ຄິດ​ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ສຶກ​ສາ​ຂໍ້​ດັ່ງ​ຕໍ່​ໄປ​ນີ້. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາ​ນຸ​ສິດ​ເຫລົ່າ​ນີ້ ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ​ແນວ​ໃດ? ການ​ກະ​ທຳ​ໃດ​ແດ່​ທີ່​ຕົວ​ຢ່າງ​ເຫລົ່າ​ນີ້​ດົນ​ໃຈ​ໃນ​ການ​ສິດ​ສອນ​ຂອງ​ທ່ານ? ທ່ານ​ຈະ​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃນ​ວິ​ທີ​ທາງ​ປົກ​ກະ​ຕິ ແລະ ເປັນ​ທຳ​ມະ​ຊາດ​ໄດ້​ແນວ​ໃດ?

ຄວາມ​ຮັກ

ແບ່ງ​ປັນ

ເຊື້ອ​ເຊີນ

ທຸກ​ເທື່ອ​ທີ່​ທ່ານ​ສຶກ​ສາ, ໃຫ້​ບັນ​ທຶກ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້.

ຮູບ​ພາບ
ພວກ​ຜູ້​ຊາຍ​ກຳ​ລັງ​ເວົ້າ​ລົມ​ກັນ

ສະ​ໜັບ​ສະ​ໜູນ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ໃນ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່

ເມື່ອ​ຜູ້​ຄົນ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ເຂົາ​ເຈົ້າ​ກາຍ​ເປັນ “ພົນ​ລະ​ເມືອງ​ອັນ​ດຽວ​ກັນ​ກັບ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ” (ເອ​ເຟ​ໂຊ 2:19; ເບິ່ງ 1 ໂກ​ຣິນ​ໂທ 12:12–27 ນຳ​ອີກ). ເຮັດ​ວຽກ​ງານ​ກັບ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃໝ່​ຮັບ​ການ “ບຳ​ລຸງ​ລ້ຽງ​ດ້ວຍ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ, ເພື່ອ​ຮັກ​ສາ​ເຂົາ​ຢູ່​ໃນ​ທາງ​ທີ່​ຖືກ​ຕ້ອງ, … ເພິ່ງ​ອາ​ໄສ​ແຕ່​ໃນ​ພຣະ​ຄຸນ​ຄວາມ​ດີ​ຂອງ​ພຣະ​ຄຣິດ​ຢ່າງ​ດຽວ” (ໂມ​ໂຣ​ໄນ 6:4).

ຮູບ​ພາບ
ແອວ​ເດີ ຢູ​ລິດ​ຊິສ໌ ໂຊ​ອາ​ເຣສ໌

“ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ເຂົ້າ​ມາ​ໃນ​ສາດ​ສະ​ໜາ​ຈັກ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ. ແລະ ເຮົາ​ຕ້ອງ​ສ້າງ​ຂຶ້ນ​ເທິງ​ຄວາມ​ກະ​ຕື​ລື​ລົ້ນ​ນັ້ນ​ທັນ​ທີ. … ຜູ້​ສອນ​ສາດ​ສະ​ໜາ​ສາ​ມາດ​ຊ່ວຍ​ແນະ​ນຳ ແລະ ເຊື່ອມ​ໂຍງ​ຜູ້​ຄົນ​ທີ່​ເຂົາ​ເຈົ້າ​ສິດ​ສອນ ແລະ ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ກັບ​ສະ​ມາ​ຊິກ​ທີ່​ຊື່​ສັດ ຜູ້​ຈະ​ເອື້ອມ​ອອກ​ໄປ​ຫາ​ເຂົາ​ເຈົ້າ, ຮັບ​ຟັງ​ເຂົາ​ເຈົ້າ, ນຳ​ພາ​ເຂົາ​ເຈົ້າ, ແລະ ຕ້ອນ​ຮັບ​ເຂົາ​ເຈົ້າ​ໃນ​ໂບດ ແມ່ນ​ແຕ່​ກ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ. … ຂະ​ນະ​ທີ່​ເຮົາ [ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ] ຕໍ່​ຜູ້​ທີ່ລົງ​ໄປ​ໃນ​ນ້ຳ​ແຫ່ງ​ບັບ​ຕິ​ສະ​ມາ, ເຮົາ​ຈະ​ເຫັນ​ລູກໆ​ຂອງ​ພຣະ​ເຈົ້າ​ຫລາຍ​ຄົນ​ຕື່ມ​ອີກ​ທີ່​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ແລະ ຮັບ​ເອົາ​ຊີ​ວິດ​ນິ​ລັນ​ດອນ” (Ulisses S. Soares, “Convert Retention,” ກອງ​ປະ​ຊຸມ​ສຳ​ມະ​ນາ​ຜູ້​ນຳ​ເຜີຍ​ແຜ່, ວັນ​ທີ 25 ເດືອນ​ມິ​ຖຸ​ນາ, 2018).

ສະ​ມາ​ຊິກ​ໃໝ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ

ທ່ານ​ມີ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ການ​ຊ່ວຍ​ສະ​ມາ​ຊິກ​ໃໝ່​ໃຫ້​ໄປ​ໂບດ. ເຮັດ​ວຽກ​ງານ​ຮ່ວມ​ກັບ​ຜູ້​ນຳ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ທ່ານ ຫລື ສະ​ມາ​ຊິກ​ຫວອດ​ຊ່ວຍ​ເຂົາ​ເຈົ້າ​ໄປ​ໂບດ. ຕົວ​ຊີ້​ບອກ​ສຳ​ຄັນສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສິນ​ລະ​ລຶກ​ຂອງ​ສະ​ມາ​ຊິກ​ໃໝ່ ສາ​ມາດ​ຊ່ວຍ​ໃຫ້​ທ່ານ ແລະ ຜູ້​ນຳ​ໃນ​ຫວອດ​ເຫັນ​ວ່າ ເມື່ອ​ໃດ​ທີ່​ລາວ​ຈະ​ຕ້ອງ​ການ​ການ​ຊຸກ​ຍູ້​ເພີ່ມ​ເຕີມ.

ສະ​ມາ​ຊິກ​ໃໝ່ມີ​ແນວ​ໂນ້ມ​ທີ່​ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ຮັບ​ສ່ວນ​ສິນ​ລະ​ລຶກ ເມື່ອ​ເຂົາ​ເຈົ້າ​ມີ​ໝູ່​ເພື່ອນ​ໃນ​ຫວອດ. ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້​ສຶກ​ເຖິງ​ການ​ເປັນ​ພາກ​ສ່ວນ, ໂດຍ​ສະ​ເພາະ​ລະ​ຫວ່າງ​ປີ​ທຳ​ອິດ​ຂອງ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:106, 108.)

ສິດ​ສອນ​ບົດ​ຮຽນ​ຕ່າງໆ​ຢູ່​ໃນ ບົດ​ທີ 3 ຄືນ​ອີກ.

ຊ່ວຍ​ສະ​ມາ​ຊິກ​ໃໝ່​ສືບ​ຕໍ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ຄວາມ​ຈິງ ແລະ ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ຢັ່ງ​ຮາກ​ເລິກ​ຫລາຍ​ຂຶ້ນ ເມື່ອ​ສະ​ມາ​ຊິກ​ໃໝ່​ສືບ​ຕໍ່​ຮຽນ​ຮູ້​ໂດຍ​ພຣະ​ວິນ​ຍານ.

ຫລັງ​ຈາກ​ການ​ຢືນ​ຢັນ, ໃຫ້​ສິດ​ສອນ​ບົດ​ຮຽນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ຄືນ​ອີກ. ທ່ານ​ນຳ​ພາ​ການ​ສິດ​ສອນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃຫ້​ປະ​ສານ​ງານ​ກັບ​ຜູ້​ນຳ​ໃນ​ຫວອດ ເພື່ອ​ວ່າ​ຜູ້​ສອນ​ສາດ​ສະ​ໜາ​ປະ​ຈຳ​ຫວອດ ຫລື ​ສະ​ມາ​ຊິກ​ຄົນ​ອື່ນໆ​ຈະ​ສາ​ມາດ​ເຂົ້າ​ຮ່ວມ. ການ​ສິດ​ສອນ​ບົດ​ຮຽນ​ຄືນ​ອີກ​ໃນ ບົດ​ທີ 3 ເປັນ​ວິ​ທີ​ທີ່​ສຳ​ຄັນ​ໃນ​ການ​ຊ່ວຍ​ສະ​ມາ​ຊິກ​ໃໝ່ ໃຫ້ “ບຳ​ລຸງ​ລ້ຽງ​ດ້ວຍ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ” (ໂມ​ໂຣ​ໄນ 6:4). ຂະ​ນະ​ທີ່​ທ່ານ​ສິດ​ສອນ, ຊຸກ​ຍູ້​ສະ​ມາ​ຊິກ​ໃໝ່​ໃຫ້​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ທັງ​ໝົດ​ຢູ່​ໃນ​ບົດ​ຮຽນ.

ອ່ານ​ພຣະ​ຄຳ​ພີ​ກັບ​ສະ​ມາ​ຊິກ​ໃໝ່, ໂດຍ​ສະ​ເພາະ​ພຣະ​ຄຳ​ພີ​ມໍ​ມອນ, ແລະ ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. ຊ່ວຍ​ເຂົາ​ເຈົ້າ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ໝູ່​ເພື່ອນ ແລະ ຄອບ​ຄົວ. ສະ​ມາ​ຊິກ​ໃໝ່​ແຕ່​ລະ​ຄົນ​ມີ​ຄວາມ​ຕ້ອງ​ການ​ພິ​ເສດ, ແລະ ທ່ານ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້​ສຶກ​ເປັນ​ທີ່​ຮັກ ແລະ ຖືກ​ຕ້ອນ​ຮັບ.

ໃບ​ລາຍ​ງານ Covenant Path Progress ແລະ My Covenant Path

ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ມີ​ແຫລ່ງ​ຂໍ້​ມູນ​ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ເຜີຍ​ແຜ່​ເຊັ່ນ​ດຽວ​ກັບ​ທ່ານ. ໜຶ່ງ​ໃນ​ໃບ​ລາຍ​ງານ Covenant Path Progress ເຫລົ່າ​ນີ້, ມີ​ຢູ່​ໃນ​ແອັບ Member Tools ຫລື ແຫລ່ງ​ຊ່ວຍ​ຜູ້​ນຳ ແລະ ສະ​ໝຽນ. ໃບ​ລາຍ​ງານ​ນີ້​ຊ່ວຍ​ໃຫ້​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ເຫັນ​ປະ​ສົບ​ການ​ສຳ​ຄັນ​ທີ່​ບຸກ​ຄົນ​ຕ້ອງ​ດຳ​ເນີນ​ຕໍ່​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ກ່ອນ ແລະ ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ.

My Covenant Path ແມ່ນ​ແຫລ່ງ​ຂໍ້​ມູນ​ທີ່​ຊ່ວຍ​ສະ​ມາ​ຊິກ​ໃໝ່​ໃຫ້ “ຍຶດ​ໝັ້ນ​ໃນ​ສັດ​ທາ [ຂອງ​ເຂົາ​ເຈົ້າ] ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຮູ້​ສຶກ​ສະ​ບາຍ​ໃຈ​ໃນ​ສາດ​ສະ​ໜາ​ຈັກ” (My Covenant Pathiv). ມັນ​ແນະ​ນຳ​ສະ​ມາ​ຊິກ​ໃໝ່​ໃຫ້​ຮູ້​ຈັກ​ກິດ​ຈະ​ກຳ ແລະ ໂອ​ກາດ​ຕ່າງໆ, ດັ່ງ​ເຊັ່ນ​ປະ​ຫວັດ​ຄອບ​ຄົວ ແລະ ຊ່ວຍ​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ໃຫ້​ໄດ້​ຮັບ​ພິ​ທີ​ການ​ສັກ​ສິດ​ໃນ​ພຣະ​ວິ​ຫານ. ຊຸກ​ຍູ້​ສະ​ມາ​ຊິກ​ໃນ​ທ້ອງ​ຖິ່ນ​ໃຫ້​ນຳ​ພາ​ສະ​ມາ​ຊິກ​ໃໝ່​ຜ່ານ​ທາງ​ປະ​ສົບ​ການ​ເຫລົ່າ​ນີ້. ໃຫ້​ການ​ສະ​ໜັບ​ສະ​ໜູນ​ຕາມ​ທີ່​ຮ້ອງ​ຂໍ.

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ສຶກ​ສາ My Covenant Path. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ບົດ​ບາດ​ຂອງ​ທ່ານ​ໃນ​ການ​ຊ່ວຍ​ສະ​ມາ​ຊິກ​ໃໝ່​ໃຫ້​ເຂັ້ມ​ແຂງ? ທ່ານ​ຈະ​ສາ​ມາດ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ພາ​ຫວອດ​ໄດ້​ແນວ​ໃດ? ແຕ່​ລະ​ຄັ້ງ​ທີ່​ທ່ານ​ສຶກ​ສາ​ບົດ​ນີ້, ໃຫ້​ບັນ​ທຶກ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້.

ສະ​ໜັບ​ສະ​ໜູນ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ໃນ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ

ສະ​ມາ​ຊິກ​ບາງ​ຄົນ​ເລືອກ​ທີ່​ຈະ​ຢຸດ​ຕິ​ການ​ມີ​ສ່ວນ​ຮ່ວມ​ໃນ​ສາດ​ສະ​ໜາ​ຈັກ. ຜູ້​ນຳ ແລະ ສະ​ມາ​ຊິກ​ຄົນ​ອື່ນໆ​ໃນ​ທ້ອງ​ຖິ່ນ ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ຄວາມ​ສຳ​ພັນ​ທີ່​ແໜ້ນ​ແຟ້ນ​ກັບ​ເຂົາ​ເຈົ້າ ແລະ ເອື້ອມ​ອອກ​ໄປ​ຫາ​ເຂົາ​ເຈົ້າ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ:

“ຈົ່ງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຄົນ​ນັ້ນ​ສະ​ເໝີ​ໄປ ເພາະ​ເຈົ້າ​ບໍ່​ສາ​ມາດ​ຈະ​ຮູ້​ໄດ້​ວ່າ ເຂົາ​ອາດ​ຈະ​ກັບ​ມາ ແລະ ກັບ​ໃຈ​ຫລື​ບໍ່, ແລະ ມາ​ຫາ​ເຮົາ​ດ້ວຍ​ຈຸດ​ປະ​ສົງ​ເຕັມ​ທີ່​ແຫ່ງ​ໃຈ, ແລະ ເຮົາ​ຈະ​ປິ່ນ​ປົວ​ເຂົາ; ແລະ ເຈົ້າ​ຈະ​ເປັນ​ທາງ​ນຳ​ຄວາມ​ລອດ​ມາ​ສູ່​ເຂົາ” (3 ນີ​ໄຟ 18:32).

ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ອາດ​ຂໍ​ໃຫ້​ທ່ານ​ຊ່ວຍ​ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ​ໃຫ້​ສ້າງ​ສັດ​ທາ​ຂອງ​ເຂົາ​ເຈົ້າ. ສ່ວນ​ຫລາຍ​ແລ້ວ​ການ​ມອບ​ໝາຍ​ເຫລົ່າ​ນີ້​ຈະ​ເປັນ​ກັບ​ຄອບ​ຄົວ​ທີ່​ເປັນ​ສະ​ມາ​ຊິກ​ບາງ​ສ່ວນ. ພິ​ຈາ​ລະ​ນາ​ດ້ວຍ​ການ​ອະ​ທິ​ຖານ​ວ່າ ທ່ານ​ຈະ​ສາ​ມາດ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ເຂົ້າ​ມາ​ໃນ​ບ້ານ​ຂອງ​ສະ​ມາ​ຊິກ ທີ່​ຫາ​ກໍ​ກັບ​ຄືນ​ມາ​ໄດ້​ແນວ​ໃດ ຂະ​ນະ​ທີ່​ທ່ານ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ໃຫ້​ເຂົາ​ເຈົ້າ ແລະ ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ປະ​ຕິ​ບັດ. ສະ​ແດງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄວາມ​ກັງ​ວົນ​ຂອງ​ເຂົາ​ເຈົ້າ.

ຕາມ​ທີ່​ສະ​ຖາ​ນະ​ການ​ຈະ​ເອື້ອ​ອຳ​ນວຍ, ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຄົວ​ເຮືອນ​ທີ່​ຍັງ​ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເທື່ອ. ຄວາມ​ຮັກ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ ສາ​ມາດ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ​ຢ່າງ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ ແລະ ເພີ່ມ​ຄວາມ​ປາດ​ຖະ​ໜາ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ.

ປະ​ສານ​ງານ​ກັບ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ ເມື່ອ​ທ່ານ​ເຮັດ​ວຽກ​ງານ​ກັບ​ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ. ຄວາມ​ພະ​ຍາ​ຍາມ​ເຫລົ່າ​ນີ້​ສາ​ມາດ​ມີ​ຜົນ​ກະ​ທົບ​ໄລ​ຍະ​ຍາວ​ຕໍ່​ບຸກ​ຄົນ ແລະ ​ກຸ່ມ​ຊຸມ​ນຸມ​ຊົນ​ໃນ​ທ້ອງ​ຖິ່ນ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ການ​ຊ່ວຍ​ຜູ້​ຄົນ​ທີ່​ອາດ​ກຳ​ລັງ​ຕໍ່​ສູ້​ດີ້ນ​ລົນ?

ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ສິດ​ສອນ​ຫລາຍ​ຄົນ​ທີ່​ຕົກ​ອອກ​ໄປ​ຈາກ​ສາດ​ສະ​ໜາ​ຈັກ. ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ຂອງ​ພວກ​ເພິ່ນ​ກ່ຽວ​ກັບ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ?


ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ ແລະ ການ​ນຳ​ໃຊ້

ການ​ສຶກ​ສາ​ສ່ວນ​ຕົວ

  • ໃຊ້​ແອັບ Preach My Gospel ເພື່ອ​ວາງ​ແຜນ​ທີ່​ຈະ​ເວົ້າ​ລົມ​ກັບ​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ຫາ​ກໍ​ກັບ​ຄືນ​ມາ ຜູ້​ກຳ​ລັງ​ປ່ຽນ​ແປງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ແລະ ໄປ​ໂບດ. ແມ່ນ​ຫຍັງ​ທີ່​ຊ່ວຍ​ເຂົາ​ເຈົ້າ​ໄດ້​ຫລາຍ​ທີ່​ສຸດ? ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ, ໃຫ້​ຂຽນ​ຄວາມ​ນຶກ​ຄິດ​ຂອງ​ທ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ. ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ທ່ານ​ເຮັດ​ວຽກ​ງານ​ກັບ​ຜູ້​ທີ່​ທ່ານ​ກຳ​ລັງ​ສິດ​ສອນ?

  • ສຶກ​ສາ 2 ນີ​ໄຟ 31:18–20, ແອວ​ມາ 26:1–7, ແອວ​ມາ 32:32–43, ແລະ ໂມ​ໂຣ​ໄນ 6. ຂຽນ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ຈາກ​ຂໍ້​ເຫລົ່າ​ນີ້​ກ່ຽວ​ກັບ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່.

ການ​ສຶກ​ສາ​ກັບ​ຄູ່​ສອນ ແລະ ການ​ສັບ​ປ່ຽນ​ຄູ່​ສອນ

  • ອ່ານ ແລະ ສົນ​ທະ​ນາ ບົດ​ທີ 23 ໃນ ຄູ່​ມື​ທົ່ວ​ໄປ. ທ່ານ​ຈະ​ສາ​ມາດ​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

  • ລະ​ຫວ່າງ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ, ຖາມ​ຜູ້​ນຳ​ໃນ​ຫວອດ​ວ່າ​ມີ​ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ​ບໍ​ໃນ​ເຂດ​ຂອງ​ທ່ານ ທີ່​ເຂົາ​ເຈົ້າ​ຢາກ​ໃຫ້​ທ່ານ​ໄປ​ຢ້ຽມ​ຢາມ​ໃນ​ອາ​ທິດ​ນີ້. ເມື່ອ​ທ່ານ​ຢ້ຽມ​ຢາມ​ເຂົາ​ເຈົ້າ, ໃຫ້​ສະ​ແຫວງ​ຫາ​ທີ່​ຈະ​ສ້າງ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ.

  • ລະ​ບຸ​ທຸກ​ຄົນ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ໃນ​ປີ​ແລ້ວ​ນີ້. ທົບ​ທວນ​ບັນ​ທຶກ​ໃດ​ໜຶ່ງ​ໃນ​ນັ້ນ ແລະ ສົນ​ທະ​ນາ​ວິ​ທີ​ທີ່​ພວກ​ທ່ານ​ສາ​ມາດ​ເຮັດ​ວຽກ​ງານ​ກັບ​ຜູ້​ນຳ​ໃນ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ​ຄັ້ງ​ຕໍ່​ໄປ ເພື່ອ​ຊ່ວຍ​ບຸກ​ຄົນ​ນີ້. ບັນ​ທຶກ​ແນວ​ຄິດ ແລະ ຄຳ​ແນະ​ນຳ​ຂອງ​ທ່ານ​ໃນ​ແອັບ Preach My Gospel. ເຮັດ​ສິ່ງ​ນີ້​ຄືນ​ສຳ​ລັບ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ເມື່ອ​ບໍ່​ດົນ​ມາ​ນີ້​ທຸກ​ຄົນ​ຢູ່​ໃນ​ເຂດ​ຂອງ​ທ່ານ.

ສະ​ພາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ອະ​ນາ​ເຂດ, ແລະ ສະ​ພາ​ຜູ້​ນຳ​ເຂດ​ເຜີຍ​ແຜ່

  • ເຊື້ອ​ເຊີນ​ອະ​ທິ​ການ ຫລື ຜູ້​ນຳ​ໃນ​ຫວອດ​ຄົນ​ອື່ນໆ​ໃຫ້​ເວົ້າ​ລົມ​ກ່ຽວ​ກັບ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ. ຂໍ​ໃຫ້​ບຸກ​ຄົນ​ນີ້​ເນັ້ນ​ວ່າ ຜູ້​ສອນ​ສາດ​ສະ​ໜາ​ຈະ​ສາ​ມາດ​ຊ່ວຍ​ໄດ້​ແນວ​ໃດ.

  • ສົນ​ທະ​ນາ​ຄຳ​ອຸ​ປະ​ມາ​ກ່ຽວ​ກັບ​ແກະ​ທີ່​ເສຍ, ເງິນ​ທີ່​ເສຍ, ແລະ ລູກ​ຊາຍ​ທີ່​ເສຍ (ເບິ່ງ ລູ​ກາ 15). ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້ ແລະ ວິ​ທີ​ທີ່​ເຂົາ​ເຈົ້າ​ສາ​ມາດ​ນຳ​ໃຊ້​ມັນ​ໃນ​ວຽກ​ງານ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ.

ຜູ້​ນຳ​ເຜີຍ​ແຜ່ ແລະ ທີ່​ປຶກ​ສາ​ເຜີຍ​ແຜ່

  • ເຮັດ​ວຽກ​ງານ​ກັບ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ເພື່ອ​ຊຸກ​ຍູ້​ເຂົາ​ເຈົ້າ​ໃນ​ການ​ຊ່ວຍ​ສະ​ມາ​ຊິກ​ໃໝ່:

    • ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ (ສຳ​ລັບ​ຜູ້​ຊາຍ​ທີ່​ມີ​ອາ​ຍຸ​ເໝາະ​ສົມ).

    • ຮັບ​ການ​ມອບ​ໝາຍ​ເປັນ​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ (ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສຳ​ລັບ​ຜູ້​ຍິງ).

    • ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ເພື່ອ​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ວິ​ຫານ​ແທນ​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຂົາ​ເຈົ້າ.

    • ກຽມ​ຊື່​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ ເພື່ອ​ເອົາ​ໄປ​ພຣະ​ວິ​ຫານ.

    • ຮັບ​ເອົາ​ການມອບ​ໝາຍ ຫລື ການ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ຫວອດ ຫລື ສາ​ຂາ​ຂອງ​ເຂົາ​ເຈົ້າ.

  • ໃນ​ການ​ປະ​ສານ​ງານ​ກັບ​ປະ​ທານ​ສະ​ເຕກ, ໃຫ້​ສິດ​ສອນ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ເຖິງວິ​ທີ​ຈັດ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ.

  • ຕິດ​ຕາມ​ຜົນ​ກັບ​ສະ​ມາ​ຊິກ​ໃໝ່​ເປັນ​ບາງ​ຄັ້ງ ເພື່ອ​ເບິ່ງ​ວ່າ​ເຂົາ​ເຈົ້າ​ເປັນ​ຈັ່ງ​ໃດ ແລະ ວ່າ​ຜູ້​ສອນ​ສາດ​ສະ​ໜາ ແລະ ສະ​ມາ​ຊິກ​ສາ​ມາດ​ຊ່ວຍ​ໄດ້​ແນວ​ໃດ.

  • ເຊື້ອ​ເຊີນ​ສະ​ມາ​ຊິກ​ໃໝ່​ໃຫ້​ເວົ້າ​ລົມ​ກັບ​ຜູ້​ສອນ​ສາດ​ສະ​ໜາ ແລະ ເລົ່າ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ໃນ​ສາດ​ສະ​ໜາ​ຈັກ.

ພິມ