“ບົດທີ 3: ສຶກສາ ແລະ ສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ (2023)
“ສຶກສາ ແລະ ສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ
ບົດທີ 3
ສຶກສາ ແລະ ສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ
ບົດຮຽນໃນບົດນີ້ບັນຈຸຄຳສອນ, ຫລັກທຳ, ແລະ ພຣະບັນຍັດຂອງພຣະກິດຕິຄຸນທີ່ສຳຄັນຂອງພຣະເຢຊູຄຣິດ. ບົດຮຽນເຫລົ່ານີ້ເປັນສິ່ງທີ່ສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່ໄດ້ແນະນຳໃຫ້ທ່ານຮຽນຮູ້ ແລະ ສິດສອນ. ມັນມີໄວ້ໃຫ້ຢູ່ທີ່ນີ້ເພື່ອທ່ານຈະສາມາດຊ່ວຍໃຫ້ຄົນອື່ນເຂົ້າໃຈຄຳສອນຂອງພຣະຄຣິດຢ່າງແຈ່ມແຈ້ງ.
ສ່ວນທຳອິດໃນບົດນີ້ຄືຄຳເຊື້ອເຊີນໃຫ້ບັບຕິສະມາ. ສ່ວນທີ່ເຫລືອຂອງບົດແມ່ນປະກອບດ້ວຍສີ່ບົດຮຽນດັ່ງຕໍ່ໄປນີ້:
ສຶກສາພຣະຄຳພີ ແລະ ສະສົມຄຳສອນໃນແຕ່ລະບົດຮຽນ. ເມື່ອທ່ານເຮັດ, ພຣະວິນຍານຈະເປັນພະຍານເຖິງຄວາມຈິງທີ່ທ່ານສຶກສາ. ພຣະອົງຈະຊ່ວຍທ່ານໃຫ້ຮູ້ວ່າ ຈະເວົ້າຫຍັງ ແລະ ເຮັດຫຍັງ ເພື່ອຊ່ວຍຄົນອື່ນໃຫ້ໄດ້ຮັບການເປັນພະຍານເຖິງຄວາມຈິງ. (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:85.)
ຜູ້ຄົນຈະມາຮູ້ຈັກພຣະຜູ້ຊ່ວຍໃຫ້ລອດຢ່າງເຕັມທີ່ຫລາຍຂຶ້ນ ເມື່ອເຂົາເຈົ້າເຮັດໃນສິ່ງທີ່ພຣະອົງເຊື້ອເຊີນໃຫ້ເຂົາເຈົ້າເຮັດ. ສະເໜີຄຳເຊື້ອເຊີນໃນແຕ່ລະບົດຮຽນ, ແລະ ຊ່ວຍໃຫ້ຜູ້ຄົນຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ. ເມື່ອຜູ້ຄົນຮັກສາຄຳໝັ້ນສັນຍາ, ເຂົາເຈົ້າເລີ່ມດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ຕຽມເຮັດພັນທະສັນຍາກັບພຣະເຈົ້າ.
ສິດສອນບົດຮຽນທັງໝົດ ກ່ອນ ແລະ ຫລັງຈາກບັບຕິສະມາ. ຜູ້ສອນສາດສະໜາເຕັມເວລາເປັນຜູ້ນຳໃນການສິດສອນບົດຮຽນທັງສອງຄັ້ງ. ຜູ້ສອນສາດສະໜາປະຈຳຫວອດ ຫລື ສະມາຊິກຄົນອື່ນໆມີສ່ວນຮ່ວມເມື່ອເປັນໄປໄດ້. ເບິ່ງ ບົດທີ 10 ແລະ 13 ສຳລັບຂໍ້ມູນກ່ຽວກັບການລວມທັງສະມາຊິກໃນການສິດສອນ.
ກຽມທີ່ຈະສິດສອນ
ຂະນະທີ່ທ່ານກຽມທີ່ຈະສິດສອນ, ໃຫ້ທົບທວນຂໍ້ມູນຂອງແຕ່ລະຄົນໃນແອັບ Preach My Gospel. ສ້າງແຜນການສິດສອນຕາມຄວາມຕ້ອງການຂອງບຸກຄົນນັ້ນ. ພິຈາລະນາສິ່ງທີ່ເຂົາເຈົ້າຄວນຮູ້ ແລະ ຮູ້ສຶກລະຫວ່າງການຢ້ຽມສອນຂອງທ່ານ. ພຣະວິນຍານຈະຂະຫຍາຍຄວາມພະຍາຍາມຂອງທ່ານ ເມື່ອທ່ານໃຊ້ເວລາກະກຽມ ແລະ ວາງແຜນ.
ຕໍ່ໄປນີ້ແມ່ນບາງຄຳຖາມສຳລັບທ່ານ ແລະ ຄູ່ສອນຂອງທ່ານ ເພື່ອພິຈາລະນາດ້ວຍການອະທິຖານ ໃນຂະນະທີ່ທ່ານກະກຽມທີ່ຈະສິດສອນ.
-
ເຮົາຈະສະເໜີຄຳເຊື້ອເຊີນອັນໃດແດ່ ເພື່ອຊ່ວຍໃຫ້ບຸກຄົນສ້າງສັດທາໃນພຣະຄຣິດ ແລະ ກ້າວໜ້າ? ການເຊື້ອເຊີນຄືວິທີທີ່ທ່ານຊ່ວຍຜູ້ຄົນໃຫ້ກັບໃຈ ແລະ ປະສົບກັບ “ອຳນາດຂອງພຣະຜູ້ໄຖ່” (ຮີລາມັນ 5:11). ພິຈາລະນາຄວາມກ້າວໜ້າ, ສະຖານະການ, ແລະ ຄວາມຕ້ອງການຂອງບຸກຄົນ. ແລ້ວລວມຄຳເຊື້ອເຊີນຢ່າງໜຶ່ງ ຫລື ຫລາຍກວ່ານັ້ນ ໃນແຜນການສິດສອນຂອງທ່ານ.
-
ຄຳສອນ ແລະ ຫລັກທຳໃດທີ່ຈະຊ່ວຍບຸກຄົນໃຫ້ຮັກສາຄຳໝັ້ນສັນຍາທີ່ເຮົາໄດ້ເຊື້ອເຊີນເຂົາເຈົ້າໃຫ້ເຮັດ? ດ້ວຍການອະທິຖານໃຫ້ກຳນົດຄຳສອນ ແລະ ຫລັກທຳທີ່ຈະຊ່ວຍໃຫ້ຜູ້ຄົນເຂົ້າໃຈວ່າ ເປັນຫຍັງການຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າຈຶ່ງສຳຄັນສຳລັບເຂົາເຈົ້າ ແລະ ຕໍ່ພຣະຜູ້ເປັນເຈົ້າ.
-
ເຮົາຈະຊ່ວຍໃຫ້ບຸກຄົນນັ້ນຮຽນຮູ້ຄຳສອນໄດ້ແນວໃດ? ເພື່ອກຽມທີ່ຈະສິດສອນຄຳສອນ, ໃຫ້ຈັດລະບຽບ ແລະ ສະຫລຸບສິ່ງທີ່ທ່ານຈະສິດສອນ ໂດຍການໃຊ້ ບົດຮຽນທີ 1–4. ລະບຸຄຳຖາມ, ຂໍ້ພຣະຄຳພີ, ຕົວຢ່າງ, ແລະ ສື່ທີ່ເໝາະສົມ ທີ່ຈະຊ່ວຍໃຫ້ບຸກຄົນເຂົ້າໃຈສິ່ງທີ່ທ່ານສິດສອນ. ເບິ່ງ ບົດທີ 10 ສຳລັບຂໍ້ມູນກ່ຽວກັບວິທີປັບປຸງການສິດສອນຂອງທ່ານ.
-
ພຣະເຈົ້າໄດ້ສັນຍາພອນຢ່າງໃດແດ່ ສຳລັບການຮັບເອົາ ແລະ ການຮັກສາຄຳໝັ້ນສັນຍາ? ຂະນະທີ່ທ່ານສຶກສາຄຳສອນ, ໃຫ້ລະບຸພອນທີ່ພຣະເຈົ້າສັນຍາໄວ້. ຂະນະທີ່ທ່ານສິດສອນ, ໃຫ້ສັນຍາ ແລະ ສະແດງປະຈັກພະຍານເຖິງສິ່ງເຫລົ່ານັ້ນ.
-
ສະມາຊິກຄົນໃດສາມາດເຂົ້າຮ່ວມໄດ້? ໃນການປະຊຸມປະສານງານປະຈຳອາທິດ, ໃຫ້ກຳນົດວ່າສະມາຊິກຄົນໃດສາມາດຊ່ວຍທ່ານສິດສອນ ແລະ ສະໜັບສະໜູນບຸກຄົນນັ້ນ. ກ່ອນບົດຮຽນ, ໃຫ້ສົນທະນາການມີສ່ວນຮ່ວມຂອງເຂົາເຈົ້າ. ເບິ່ງ ບົດທີ 10.
-
ເຮົາຈະເຮັດຫຍັງແດ່ເພື່ອຊ່ວຍຜູ້ຄົນໃຫ້ຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ ຫລັງຈາກທີ່ເຮົາຈາກໄປ? ຕິດຕາມຜົນໂດຍການຕິດຕໍ່ປະຈຳວັນສັ້ນໆ ເພື່ອຊ່ວຍໃຫ້ຜູ້ຄົນຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ. ຊອກຫາວິທີລວມສະມາຊິກເຂົ້ານຳ ໃນການຊ່ວຍໃຫ້ຄົນທີ່ທ່ານສິດສອນຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ. ການຕິດຕໍ່ນີ້ອາດລວມທັງການອ່ານບົດໜຶ່ງຈາກພຣະຄຳພີມໍມອນ ຫລື ພຣະຄຳພີອື່ນໆ. ຖ້າຫາກຜູ້ໃດຜູ້ໜຶ່ງບໍ່ໄດ້ຮັກສາຄຳໝັ້ນສັນຍາທີ່ຜ່ານມາ, ມັນອາດຈະດີກວ່າທີ່ຈະຊ່ວຍໃນເລື່ອງນັ້ນ ກ່ອນທີ່ຈະສະເໜີໃຫ້ຄຳໝັ້ນສັນຍາຂໍ້ອື່ນ. ເບິ່ງ ບົດທີ 11.
-
ເຮົາຈະສາມາດຊ່ວຍເຂົາເຈົ້າໄດ້ດີກວ່າເກົ່າໄດ້ແນວໃດໃນຄັ້ງຕໍ່ໄປ? ຫລັງຈາກສະຖານະການການສິດສອນທຸກຄັ້ງ, ໃຫ້ປະເມີນປະສົບການຂອງຜູ້ຄົນທີ່ທ່ານກຳລັງສິດສອນ. ສັດທາຂອງເຂົາເຈົ້າໃນພຣະຄຣິດເຕີບໂຕຫລືບໍ່? ເຂົາເຈົ້າຮູ້ສຶກເຖິງພຣະວິນຍານຫລືບໍ່? ເຂົາເຈົ້າກັບໃຈ ແລະ ເຮັດ ແລະ ຮັກສາຄຳໝັ້ນສັນຍາຫລືບໍ່? ເຂົາເຈົ້າອະທິຖານ, ສຶກສາພຣະຄຳພີມໍມອນ, ແລະ ໄປໂບດຫລືບໍ່? ວາງແຜນທີ່ຈະຊ່ວຍເຂົາເຈົ້າ.
ສິດສອນຈາກໃຈຂອງທ່ານ ຕາມທີ່ຖືກຊົງນຳໂດຍພຣະວິນຍານ
ໃນການກ່າວກັບກຸ່ມແອວເດີ ແລະ ຊິດສະເຕີ, ຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ ໄດ້ກ່າວວ່າ:
“ຈຸດປະສົງຂອງພວກເຮົາແມ່ນເພື່ອສິດສອນຂ່າວສານຂອງພຣະກິດຕິຄຸນທີ່ຖືກຟື້ນຟູ ໃນວິທີທີ່ຈະອະນຸຍາດໃຫ້ພຣະວິນຍານຊີ້ນຳ ທັງຜູ້ສອນສາດສະໜາ ແລະ ຜູ້ທີ່ຮັບການສິດສອນ. ການຮຽນຮູ້ແນວຄິດຂອງ [ບົດຮຽນ] ເປັນສິ່ງສຳຄັນ, ແຕ່ສິ່ງເຫລົ່ານີ້ບໍ່ຄວນຖືກສິດສອນໂດຍການນຳສະເໜີແບບທ່ອງຈຳ. ຜູ້ສອນສາດສະໜາຄວນຮູ້ສຶກໃຊ້ຄຳຂອງຕົນເອງ ຕາມທີ່ຖືກກະຕຸ້ນໂດຍພຣະວິນຍານ. ລາວບໍ່ຄວນໃຫ້ຄຳບັນຍາຍທີ່ທ່ອງຈຳ, ແຕ່ເວົ້າຈາກໃຈໃນເງື່ອນໄຂຂອງຕົນເອງ. ລາວອາດຈະອອກຈາກລຳດັບຂອງບົດຮຽນ ໂດຍໃຫ້ສິ່ງທີ່ລາວໄດ້ຮັບການດົນໃຈໃຫ້ເຮັດ, ຕາມຄວາມສົນໃຈ ແລະ ຄວາມຕ້ອງການຂອງ [ບຸກຄົນ]. ໃນການເວົ້າດ້ວຍຄວາມເຊື່ອໝັ້ນຂອງຕົນເອງ ແລະ ດ້ວຍຖ້ອຍຄຳຂອງຕົນເອງ, ລາວຄວນສະແດງປະຈັກພະຍານເຖິງຄວາມຈິງຂອງການສິດສອນຂອງລາວ.”
ສິດສອນ ແລະ ເຊື້ອເຊີນຕາມຄວາມຕ້ອງການສ່ວນຕົວ
ທ່ານສາມາດປັບຕົວງ່າຍກັບການສິດສອນບົດຮຽນ ໃນທາງໃດກໍຕາມທີ່ຊ່ວຍໃຫ້ຜູ້ຄົນກຽມພ້ອມຢ່າງເຕັມທີ່ ສຳລັບການບັບຕິສະມາ ແລະ ການຢືນຢັນ. ບົດຮຽນໃດທີ່ທ່ານສິດສອນ, ເວລາໃດທີ່ທ່ານສິດສອນມັນ, ແລະ ທ່ານໃຊ້ເວລາຫລາຍປານໃດນັ້ນ ແມ່ນຖືກກຳນົດໂດຍຄວາມຕ້ອງການຂອງບຸກຄົນທີ່ທ່ານກຳລັງສິດສອນ ແລະ ການນຳພາຂອງພຣະວິນຍານ. ຍົກຕົວຢ່າງ, ເມື່ອສິດສອນຜູ້ຄົນທີ່ມາຈາກພື້ນຖານທີ່ບໍ່ແມ່ນຊາວຄຣິດ, ທ່ານອາດເລີ່ມຕົ້ນໂດຍການຊ່ວຍໃຫ້ເຂົາເຈົ້າພັດທະນາການເຊື່ອມໂຍງກັບພຣະບິດາເທິງສະຫວັນ ແລະ ເຂົ້າໃຈກ່ຽວກັບແຜນຂອງພຣະອົງຫລາຍຂຶ້ນ (ເບິ່ງ “ການສິດສອນຜູ້ຄົນຈາກພື້ນຖານທີ່ບໍ່ແມ່ນຊາວຄຣິດ” ໃນ ບົດທີ 10).
ໃຫ້ພຣະວິນຍານນຳພາທ່ານວ່າຄວນສະເໜີຄຳເຊື້ອເຊີນໃນເລື່ອງໃດ ແລະ ເມື່ອໃດຄວນສະເໜີຄຳເຊື້ອເຊີນ. ຄຳເຊື້ອເຊີນທີ່ເໝາະສົມ ໃນເວລາທີ່ເໝາະສົມ ສາມາດກະຕຸ້ນຜູ້ຄົນໃຫ້ເຮັດສິ່ງທີ່ຈະສ້າງສັດທາຂອງເຂົາເຈົ້າ. ການກະທຳເຫລົ່ານີ້ສາມາດນຳໄປສູ່ການປ່ຽນແປງອັນໃຫຍ່ຫລວງໃນໃຈໄດ້ (ເບິ່ງ ໂມໄຊຢາ 5:2; ແອວມາ 5:12–14).
ສິດສອນບົດຮຽນທີ່ລຽບງ່າຍ, ແຈ່ມແຈ້ງ, ແລະ ສັ້ນໆ. ຕາມປົກກະຕິແລ້ວ, ການຢ້ຽມສອນບໍ່ຄວນດົນກວ່າ 30 ນາທີ, ແລະ ທ່ານສາມາດສິດສອນບຸກຄົນໄດ້ໃນເວລາພຽງ 5 ນາທີ.
ຕາມປົກກະຕິແລ້ວ ທ່ານຈະຕ້ອງໄດ້ພົບກັບເຂົາເຈົ້າຫລາຍເທື່ອ ເພື່ອສິດສອນຫລັກທຳໃນບົດຮຽນດຽວ. ຜູ້ຄົນມັກຈະເຂົ້າໃຈຂ່າວສານຂອງທ່ານໄດ້ດີກວ່າ ຖ້າທ່ານສິດສອນບົດຮຽນສັ້ນໆ, ສິດສອນເລື້ອຍໆ, ແລະ ສິດສອນເນື້ອຫາໜ້ອຍໆ.