ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 3: ບົດ​ຮຽນ​ທີ 2—ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ


“ບົດ​ທີ 3: ບົດ​ຮຽນ​ທີ 2—ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ບົດ​ທີ 3: ບົດ​ຮຽນ​ທີ 2,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ບົດ​ທີ 3: ບົດ​ຮຽນ​ທີ 2

ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ

ຮູບ​ພາບ
ຮູບ​ປັ້ນ​ພຣະ​ຄຣິດ

ຜູ້​ຄົນ​ອາດ​ສົງ​ໄສ

  • ແມ່ນ​ຫຍັງ​ຄື​ຈຸດ​ປະ​ສົງ​ຂອງ​ຊີ​ວິດ?

  • ຂ້ອຍ​ມາ​ຈາກ​ໃສ?

  • ມີ​ພຣະ​ເຈົ້າ​ທີ່​ຫ່ວງ​ໃຍ​ຂ້ອຍ​ບໍ? ຂ້ອຍ​ຈະ​ສາ​ມາດ​ຮູ້​ສຶກ​ວ່າ​ພຣະ​ອົງ​ຫ່ວງ​ໃຍ​ໄດ້​ແນວ​ໃດ?

  • ຂ້ອຍ​ຈະ​ສາ​ມາດ​ເຊື່ອ​ໃນ​ພຣະ​ເຈົ້າ ເມື່ອ​ມີ​ສິ່ງ​ທີ່​ບໍ່​ດີ​ຫລາຍ​ຢ່າງ​ເກີດ​ຂຶ້ນ​ໄດ້ແນວ​ໃດ?

  • ເປັນ​ຫຍັງ​ບາງ​ຄັ້ງ​ຊີ​ວິດ​ຈຶ່ງ​ຍາກ​ຫລາຍ​ແທ້? ຂ້ອຍ​ຈະ​ສາ​ມາດ​ຊອກ​ຫາ​ຄວາມ​ເຂັ້ມ​ແຂງ​ໃນ​ຊ່ວງ​ເວ​ລາ​ເຫລົ່າ​ນີ້​ໄດ້​ແນວ​ໃດ​?

  • ຂ້ອຍ​ຈະ​ສາ​ມາດ​ກາຍ​ເປັນ​ຄົນ​ທີ່​ດີ​ກວ່າ​ເກົ່າ​ໄດ້​ແນວ​ໃດ?

  • ຈະ​ເກີດ​ຫຍັງ​ຂຶ້ນ​ຫລັງ​ຈາກ​ຂ້ອຍ​ຕາຍ​ໄປ?

ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ ຊ່ວຍ​ໃຫ້​ເຮົາ​ຕອບ​ຄຳ​ຖາມ​ທີ່​ສຳ​ຄັນ​ຂອງ​ຈິດ​ວິນ​ຍານ. ຜ່ານ​ທາງ​ພຣະ​ກິດ​ຕິ​ຄຸນ, ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ ແລະ ສັກ​ກະ​ຍະ​ພາບ​ນິ​ລັນ​ດອນ​ຂອງ​ເຮົາ ໃນ​ຖາ​ນະ​ລູກ​ຂອງ​ພຣະ​ເຈົ້າ. ພຣະ​ກິດ​ຕິ​ຄຸນ​ໃຫ້​ຄວາມ​ຫວັງ ແລະ ຊ່ວຍ​ໃຫ້​ເຮົາ​ພົບ​ສັນ​ຕິ​ສຸກ, ຄວາມ​ສຸກ, ແລະ ຄວາມ​ໝາຍ. ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຊ່ວຍ​ໃຫ້​ເຮົາ​ເຕີບ​ໂຕ ແລະ ພົບ​ຄວາມ​ເຂັ້ມ​ແຂງ ຂະ​ນະ​ທີ່​ເຮົາ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຂອງ​ຊີ​ວິດ.

ພຣະ​ເຈົ້າ​ຕ້ອງ​ການ​ສິ່ງ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ ແລະ ປາດ​ຖະ​ໜາ​ທີ່​ຈະ​ປະ​ທານ​ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ອົງ​ໃຫ້​ເຮົາ, ຊຶ່ງ​ເປັນ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ (ເບິ່ງ ໂມ​ເຊ 1:39; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:7). ເພາະ​ພຣະ​ອົງ​ຮັກ​ເຮົາ, ພຣະ​ອົງ​ຈຶ່ງ​ໄດ້​ຈັດ​ຕຽມ​ແຜນ​ໃຫ້​ເຮົາ ເພື່ອ​ຈະ​ໄດ້​ຮັບ​ພອນ​ເຫລົ່າ​ນີ້. ໃນ​ພຣະ​ຄຳ​ພີ, ແຜນ​ນີ້​ຖືກ​ເອີ້ນ​ວ່າ ແຜນ​ແຫ່ງ​ຄວາມ​ລອດ, ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່, ແລະ ແຜນ​ແຫ່ງ​ການ​ໄຖ່ (ເບິ່ງ ແອວ​ມາ 42:5, 8, 11, 13, 15, 16, 31).

ໃນ​ແຜນ​ຂອງ​ພຣະ​ເຈົ້າ, ເຮົາ​ແຕ່​ລະ​ຄົນ​ເດີນ​ທາງ​ຜ່ານ​ຊີ​ວິດ​ກ່ອນ​ເກີດ, ການ​ເກີດ, ຊີ​ວິດ​ມະ​ຕະ, ຄວາມ​ຕາຍ, ແລະ ຊີ​ວິດ​ຫລັງ​ຈາກ​ຄວາມ​ຕາຍ. ພຣະ​ເຈົ້າ​ໄດ້​ຈັດ​ຫາ​ສິ່ງ​ທີ່​ເຮົາ​ຕ້ອງ​ການ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ນີ້ ເພື່ອ​ວ່າ​ຫລັງ​ຈາກ​ເຮົາ​ຕາຍ​ໄປ, ໃນ​ທີ່​ສຸດ​ເຮົາ​ຈະ​ໄດ້​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ອົງ ແລະ ຮັບ​ຄວາມ​ຊື່ນ​ຊົມ​ຢ່າງ​ເຕັມ​ປ່ຽມ.

ພຣະ​ເຢ​ຊູ​ຄຣິດ​ເປັນ​ສູນ​ກາງ​ໃນ​ແຜນ​ຂອງ​ພຣະ​ເຈົ້າ. ຜ່ານ​ທາງ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ​ທີ່​ຈະ​ໄດ້​ຮັບ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ.

ໃນ​ຊ່ວງ​ຊີ​ວິດ​ຂອງ​ເຮົາ​ຢູ່​ເທິງ​ໂລກ, ເຮົາ​ບໍ່​ຈື່​ຈຳ​ຊີ​ວິດ​ກ່ອນ​ເກີດ​ຂອງ​ເຮົາ. ເຮົາ​ກໍ​ບໍ່​ເຂົ້າ​ໃຈ​ຢ່າງ​ຖີ່​ຖ້ວນ​ກ່ຽວ​ກັບ​ຊີ​ວິດ​ຫລັງ​ຈາກ​ຄວາມ​ຕາຍ​ເຊັ່ນ​ກັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ຫລາຍ​ຢ່າງ​ກ່ຽວ​ກັບ​ພາກ​ສ່ວນ​ນີ້​ຂອງ​ການ​ເດີນ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ. ຄວາມ​ຈິງ​ເຫລົ່າ​ນີ້​ໃຫ້​ຄວາມ​ຮູ້​ພຽງ​ພໍ​ສຳ​ລັບ​ເຮົາ​ທີ່​​ຈະ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ຊີ​ວິດ, ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ, ແລະ ມີ​ຄວາມ​ຫວັງ​ໃນ​ສິ່ງ​ທີ່​ດີ​ທີ່​ຈະ​ມາ​ເຖິງ. ຄວາມ​ຮູ້​ນີ້​ເປັນ​ສົມ​ບັດ​ອັນ​ສັກ​ສິດ​ທີ່​ນຳ​ພາ​ເຮົາ​ໃນ​ຂະ​ນະ​ທີ່​ເຮົາ​ຢູ່​ໃນ​ໂລກ.

ຄຳ​ແນະ​ນຳ​ສຳ​ລັບ​ການ​ສິດ​ສອນ

ພາກ​ນີ້​ມີ​ໂຄງ​ຮ່າງ​ຕົວ​ຢ່າງ ເພື່ອ​ຊ່ວຍ​ໃຫ້​ທ່ານ​ກະ​ກຽມ​ພ້ອມ​ທີ່​ຈະ​ສິດ​ສອນ. ມັນ​ຍັງ​ມີ​ຕົວ​ຢ່າງ​ຂອງ​ຄຳ​ຖາມ ແລະ ຄຳ​ເຊື້ອ​ເຊີນ​ທີ່​ທ່ານ​ອາດ​ໃຊ້​ນຳ​ອີກ.

ຂະ​ນະ​ທີ່​ທ່ານ​ກຽມ​ທີ່​ຈະ​ສິດ​ສອນ, ໃຫ້​ພິ​ຈາ​ລະ​ນາ​ດ້ວຍ​ການ​ອະ​ທິ​ຖານ​ກ່ຽວ​ກັບ​ສະ​ຖາ​ນະ​ການ ແລະ ຄວາມ​ຕ້ອງ​ການ​ທາງວິນ​ຍານ​ຂອງ​ບຸກ​ຄົນ. ຕັດ​ສິນ​ໃຈ​ວ່າ​ອັນ​ໃດ​ຈະ​ເປັນ​ປະ​ໂຫຍດ​ຫລາຍ​ທີ່​ສຸດ​ທີ່​ຈະ​ສິດ​ສອນ. ກຽມ​ນິ​ຍາມ​ສັບ​ທີ່​ຜູ້​ຄົນ​ອາດ​ບໍ່​ເຂົ້າ​ໃຈ. ວາງ​ແຜນ​ຕາມ​ເວ​ລາ​ທີ່​ທ່ານ​ຈະ​ມີ, ຈື່​ຈຳ​ໄວ້​ວ່າ​ໃຫ້​ບົດ​ຮຽນ​ສັ້ນໆ.

ເລືອກ​ຂໍ້​ພຣະ​ຄຳ​ພີ​ເພື່ອ​ໃຊ້​ຂະ​ນະ​ທີ່​ທ່ານ​ສິດ​ສອນ. ພາກ “ພື້ນ​ຖານ​ຄຳ​ສອນ” ຂອງ​ບົດ​ຮຽນ​ແມ່ນ​ປະ​ກອບ​ດ້ວຍ​ຂໍ້​ພຣະ​ຄຳ​ພີ​ທີ່​ເປັນ​ປະ​ໂຫຍດ​ຫລາຍ​ຂໍ້.

ພິ​ຈາ​ລະ​ນາ​ວ່າ​ຈະ​ຖາມ​ຄຳ​ຖາມ​ໃດ​ຂະ​ນະ​ທີ່​ທ່ານ​ສິດ​ສອນ. ວາງ​ແຜນ​ເຊື້ອ​ເຊີນ​ທີ່​ຈະ​ຊຸກ​ຍູ້​ແຕ່​ລະ​ຄົນ​ໃຫ້​ປະ​ຕິ​ບັດ.

ເນັ້ນ​ພອນ​ທີ່​ພຣະ​ເຈົ້າ​ໄດ້​ສັນ​ຍາ​ໄວ້, ແລະ ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສິດ​ສອນ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ​ຄອບ​ຄົວ​ໜຶ່ງ

ສິ່ງ​ທີ່​ທ່ານ​ອາດ​ຈະ​ສິດ​ສອນ​ຜູ້​ຄົນ​ພາຍ​ໃນ 15–25 ນາ​ທີ

ເລືອກ​ຫລັກ​ທຳ​ຂໍ້​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ​ດັ່ງ​ຕໍ່​ໄປ​ນີ້​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ ເພື່ອ​ສິດ​ສອນ. ພື້ນ​ຖານ​ຄຳ​ສອນ​ສຳ​ລັບ​ແຕ່​ລະ​ຫລັກ​ທຳ​ແມ່ນ​ມີ​ໃຫ້​ຫລັງ​ຈາກ​ໂຄງ​ຮ່າງ​ນີ້.

ຊີ​ວິດ​ກ່ອນ​ເກີດ: ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ ແລະ ແຜນ​ສຳ​ລັບ​ເຮົາ

  • ເຮົາ​ທຸກ​ຄົນ​ເປັນ​ລູກ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ໄດ້​ສ້າງ​ເຮົາ​ໃນ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ອົງ​ເອງ.

  • ເຮົາ​ໄດ້​ອາ​ໄສ​ຢູ່​ກັບ​ພຣະ​ເຈົ້າ​ກ່ອນ​ເຮົາ​ໄດ້​ມາ​ເກີດ​ຢູ່​ໃນ​ໂລກ​ນີ້. ເຮົາ​ເປັນ​ສະ​ມາ​ຊິກ​ຂອງ​ຄອບ​ຄົວ​ຂອງ​ພຣະ​ອົງ. ພຣະ​ອົງ​ຮູ້​ຈັກ ແລະ ຮັກ​ເຮົາ​ແຕ່​ລະ​ຄົນ.

  • ພຣະ​ເຈົ້າ​ໄດ້​ຈັດ​ກຽມ​ແຜນ​ໄວ້​ສຳ​ລັບ​ຄວາມ​ສຸກ ແລະ ຄວາມ​ກ້າວ​ໜ້າ​ຂອງ​ເຮົາ ໃນ​ຊີ​ວິດ​ນີ້ ແລະ ໃນ​ນິ​ລັນ​ດອນ.

  • ໃນ​ຊີ​ວິດ​ກ່ອນ​ເກີດ​ຂອງ​ເຮົາ, ເຮົາ​ເລືອກ​ທີ່​ຈະ​ຕິດ​ຕາມ​ແຜນ​ຂອງ​ພຣະ​ເຈົ້າ. ນີ້​ໝາຍ​ເຖິງ​ການ​ມາ​ສູ່​ໂລກ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ກ້າວ​ໄປ​ສູ່​ຂັ້ນ​ຕໍ່​ໄປ ໃນ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ເຮົາ.

  • ພຣະ​ເຢ​ຊູ​ຄຣິດ​ເປັນ​ສູນ​ກາງ​ໃນ​ແຜນ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ໄດ້​ຮັບ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ.

ການ​ສ້າງ

  • ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ເຈົ້າ, ພຣະ​ເຢ​ຊູ​ຄຣິດ​ໄດ້​ສ້າງ​ແຜ່ນ​ດິນ​ໂລກ.

ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ

  • ອາ​ດາມ ແລະ ເອ​ວາ​ໄດ້​ເປັນ​ຜູ້​ທຳ​ອິດ​ຂອງ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ ທີ່​ໄດ້​ມາ​ສູ່​ໂລກ. ພຣະ​ເຈົ້າ​ໄດ້​ສ້າງ​ຮ່າງ​ກາຍ​ຂອງ​ເຂົາ​ເຈົ້າ ແລະ ໄດ້​ວາງ​ເຂົາ​ເຈົ້າ​ໄວ້​ໃນ​ສວນ​ເອ​ເດນ.

  • ອາ​ດາມ ແລະ ເອ​ວາ​ໄດ້​ລ່ວງ​ລະ​ເມີດ, ຖືກ​ຂັບ​ໄລ່​ອອກ​ຈາກ​ສວນ, ແລະ ຖືກ​ແຍກ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. ເຫດ​ການ​ນີ້​ເອີ້ນ​ວ່າ ການ​ຕົກ.

  • ຫລັງ​ຈາກ​ການ​ຕົກ, ອາ​ດາມ ແລະ ເອ​ວາ​ໄດ້​ກາຍ​ເປັນ​ມະ​ຕະ. ໂດຍ​ທີ່​ເປັນ​ມະ​ຕະ, ເຂົາ​ເຈົ້າ​ສາ​ມາດ​ຮຽນ​ຮູ້, ກ້າວ​ໜ້າ, ແລະ ມີ​ລູກ. ເຂົາ​ເຈົ້າ​ຍັງ​ປະ​ສົບ​ກັບ​ຄວາມ​ໂສກ​ເສົ້າ, ບາບ, ແລະ ຄວາມ​ຕາຍ​ນຳ​ອີກ.

  • ການ​ຕົກ​ໄດ້​ເປັນ​ບາດ​ກ້າວ​ໄປ​ໜ້າ​ຂອງ​ມະ​ນຸດ. ການ​ຕົກ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ໄດ້​ມາ​ເກີດ​ຢູ່​ໃນ​ໂລກ ແລະ ກ້າວ​ໜ້າ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ຊີ​ວິດ​ຂອງ​ເຮົາ​ຢູ່​ໃນ​ໂລກ

  • ໃນ​ແຜນ​ຂອງ​ພຣະ​ເຈົ້າ, ເຮົາ​ຕ້ອງ​ມາ​ສູ່​ໂລກ ເພື່ອ​ຮັບ​ເອົາ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ, ຮຽນ​ຮູ້, ແລະ ເຕີບ​ໂຕ.

  • ຢູ່​ໃນ​ໂລກ, ເຮົາ​ຮຽນ​ຮູ້​ທີ່​ຈະ​ເດີນ​ໄປ​ດ້ວຍ​ສັດ​ທາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ບໍ່​ໄດ້​ປະ​ຖິ້ມ​ເຮົາ​ໄວ້​ຕາມ​ລຳ​ພັງ. ພຣະ​ອົງ​ໄດ້​ຈັດ​ຫາ​ຂອງ​ປະ​ທານ ແລະ ການ​ນຳ​ພາ​ຫລາຍ​ຢ່າງ ເພື່ອ​ຊ່ວຍ​ໃຫ້​ເຮົາ​ກັບ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ອົງ.

ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ

  • ເຮົາ​ແຕ່​ລະ​ຄົນ​ເຮັດ​ບາບ, ແລະ ເຮົາ​ແຕ່​ລະ​ຄົນ​ຈະ​ຕາຍ. ເພາະ​ພຣະ​ເຈົ້າ​ຮັກ​ເຮົາ, ພຣະ​ອົງ​ຈຶ່ງ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມາ​ສູ່​ໂລກ ເພື່ອ​ໄຖ່​ເຮົາ​ຈາກ​ບາບ ແລະ ຄວາມ​ຕາຍ.

  • ເພາະ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ, ເຮົາ​ຈຶ່ງ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ ແລະ ຖືກ​ເຮັດ​ໃຫ້​ສະ​ອາດ​ຈາກ​ບາບ​ຂອງ​ເຮົາ. ຫົວ​ໃຈ​ຂອງ​ເຮົາ​ຖືກ​ປ່ຽນ​ແປງ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ​ເມື່ອ​ເຮົາ​ກັບ​ໃຈ. ສິ່ງ​ນີ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ຮັບ​ຄວາມ​ຊື່ນ​ຊົມ​ອັນ​ເຕັມ​ປ່ຽມ.

  • ເພາະ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ, ເຮົາ​ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ​ຫລັງ​ຈາກ​ເຮົາ​ຕາຍ. ນີ້​ໝາຍ​ຄວາມ​ວ່າ ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ແຕ່​ລະ​ຄົນ​ຈະ​ກັບ​ມາ​ລວມ​ກັນ​ອີກ​ຄັ້ງ, ແລະ ເຮົາ​ແຕ່​ລະ​ຄົນ​ຈະ​ມີ​ຊີ​ວິດ​ຕະ​ຫລອດ​ໄປ ໃນ​ຮ່າງ​ກາຍ​ທີ່​ສົມ​ບູນ​ແບບ ແລະ ຟື້ນ​ຄືນ​ຊີ​ວິດ​ແລ້ວ.

  • ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເໜີ​ມອບ​ການ​ປອບ​ໂຍນ, ຄວາມ​ຫວັງ, ແລະ ການ​ປິ່ນ​ປົວ. ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ອັນ​ສູງ​ສຸດ​ຂອງ​ພຣະ​ອົງ. ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ບໍ່​ຍຸດ​ຕິ​ທຳ​ໃນ​ຊີ​ວິດ​ສາ​ມາດ​ຖືກ​ແກ້​ໄຂ​ໃຫ້​ຖືກ​ຕ້ອງ​ໄດ້ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ໂລກ​ວິນ​ຍານ

  • ເມື່ອ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ​ຕາຍ​ໄປ, ວິນ​ຍານ​ຂອງ​ເຮົາ​ມີ​ຊີ​ວິດ​ຕໍ່​ໄປ ເພື່ອ​ອາ​ໄສ​ຢູ່​ໃນ​ໂລກ​ວິນ​ຍານ. ນີ້​ແມ່ນ​ສະ​ພາ​ວະ​ຊົ່ວ​ຄາວ​ຂອງ​ການ​ຮຽນ​ຮູ້ ແລະ ການ​ກຽມ​ພ້ອມ​ກ່ອນ​ການ​ຟື້ນ​ຄືນ​ຊີ​ວິດ.

  • ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຖືກ​ສິດ​ສອນ​ຢູ່​ໃນ​ໂລກ​ວິນ​ຍານ, ແລະ ເຮົາ​ສາ​ມາດ​ສືບ​ຕໍ່​ເຕີບ​ໂຕ ແລະ ກ້າວ​ໜ້າ.

ການ​ຟື້ນ​ຄືນ​ຊີ​ວິດ, ຄວາມ​ລອດ, ແລະ ຄວາມ​ສູງ​ສົ່ງ

  • ຫລັງ​ຈາກ​ເວ​ລາ​ຂອງ​ເຮົາ​ຢູ່​ໃນ​ໂລກ​ວິນ​ຍານ, ການ​ຟື້ນ​ຄືນ​ຊີ​ວິດ​ເປັນ​ຂັ້ນ​ຕອນ​ຕໍ່​ໄປ ໃນ​ການ​ເດີນ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ.

  • ການ​ຟື້ນ​ຄືນ​ຊີ​ວິດ​ແມ່ນ​ການ​ນຳ​ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ເຮົາ​ກັບ​ມາ​ລວມ​ກັນ​ອີກ​ຄັ້ງ. ເຮົາ​ແຕ່​ລະ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ ແລະ ມີ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ​ທີ່​ສົມ​ບູນ​ແບບ. ເຮົາ​ຈະ​ມີ​ຊີ​ວິດ​ຕະ​ຫລອດ​ໄປ. ສິ່ງ​ນີ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ໂດຍ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ການ​ພິ​ພາກ​ສາ ແລະ ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ

  • ເມື່ອ​ເຮົາ​ຟື້ນ​ຄືນ​ຊີ​ວິດ, ພຣະ​ເຢ​ຊູ​ຄຣິດ​ຈະ​ເປັນ​ຜູ້​ພິ​ພາກ​ສາ​ຂອງ​ເຮົາ. ໂດຍ​ມີ​ຂໍ້​ຍົກ​ເວັ້ນ​ໜ້ອຍ​ທີ່​ສຸດ, ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ຈະ​ໄດ້​ຮັບ​ບ່ອນ​ຢູ່​ໃນ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ.

  • ເຖິງ​ແມ່ນ​ວ່າ​ເຮົາ​ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ, ແຕ່​ເຮົາ​ທຸກ​ຄົນ​ຈະ​ບໍ່​ໄດ້​ຮັບ​ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ​ທີ່​ເໝືອນ​ກັນ. ພຣະ​ເຢ​ຊູ​ຈະ​ພິ​ພາກ​ສາ​ເຮົາ​ອີງ​ຕາມ​ສັດ​ທາ, ວຽກ​ງານ, ແລະ ການ​ກັບ​ໃຈ ໃນ​ຊ່ວງ​ມະ​ຕະ ແລະ ໃນ​ໂລກວິນ​ຍານ. ເຮົາ​ສາ​ມາດ​ກັບ​ຄືນ​ໄປ​ອາ​ໄສ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ຖ້າ​ຫາກ​ເຮົາ​ຊື່​ສັດ.

ຄຳ​ຖາມ​ທີ່​ທ່ານ​ອາດ​ຈະ​ຖາມ​ຜູ້​ຄົນ

ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້​ແມ່ນ​ຕົວ​ຢ່າງ​ຂອງ​ສິ່ງ​ທີ່​ທ່ານ​ອາດ​ຈະ​ຖາມ​ຜູ້​ຄົນ. ຄຳ​ຖາມ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ມີ​ການ​ສົນ​ທະ​ນາ​ທີ່​ມີ​ຄວາມ​ໝາຍ ແລະ ເຂົ້າ​ໃຈ​ຄວາມ​ຕ້ອງ​ການ ແລະ ທັດ​ສະ​ນະ​ຂອງ​ບຸກ​ຄົນ.

  • ເຈົ້າ​ຮູ້​ສຶກວ່າ​ແມ່ນ​ຫຍັງ​ຄື​ຈຸດ​ປະ​ສົງ​ຂອງ​ຊີ​ວິດ?

  • ແມ່ນ​ຫຍັງ​ນຳ​ຄວາມ​ສຸກ​ມາ​ໃຫ້​ເຈົ້າ?

  • ມີ​ການ​ທ້າ​ທາຍ​ຢ່າງ​ໃດ​ແດ່​ທີ່​ເຈົ້າ​ຢາກ​ໃຫ້​ພຣະ​ເຈົ້າ​ຊ່ວຍ​ເຫລືອ?

  • ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ທ້າ​ທາຍ​ທີ່​ເຈົ້າ​ໄດ້​ປະ​ເຊີນ?

  • ເຈົ້າ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ? ພຣະ​ຊົນ​ຊີບ ແລະ ພາ​ລະ​ກິດ​ຂອງ​ພຣະ​ອົງ​ມີ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ເຈົ້າ​ແນວ​ໃດ?

ຄຳ​ເຊື້ອ​ເຊີນ​ທີ່​ທ່ານ​ອາດ​ຈະ​ໃຊ້

  • ເຈົ້າ​ຈະ​ທູນ​ຖາມ​ພຣະ​ເຈົ້າ​ໃນ​ຄຳ​ອະ​ທິ​ຖານ​ຫລື​ບໍ່ ເພື່ອ​ຊ່ວຍ​ໃຫ້​ເຈົ້າ​ຮູ້​ວ່າ​ສິ່ງ​ທີ່​ພວກ​ເຮົາ​ສິດ​ສອນ​ນັ້ນ​ເປັນ​ຄວາມ​ຈິງ? (ເບິ່ງ “ຄວາມ​ຮູ້​ແຈ້ງ​ດ້ານ​ການ​ສິດ​ສອນ: ການ​ອະ​ທິ​ຖານ” ໃນ​ພາກ​ສຸດ​ທ້າຍ​ຂອງ​ບົດ​ຮຽນ​ທີ 1.)

  • ເຈົ້າ​ຈະ​ໄປ​ໂບດ​ໃນ​ວັນ​ອາ​ທິດ​ນີ້​ກັບ​ພວກ​ເຮົາ​ຫລື​ບໍ່ ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ສິດ​ສອນ?

  • ເຈົ້າ​ຈະ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ແລະ ອະ​ທິ​ຖານ​ຫລື​ບໍ່ ເພື່ອ​ຈະ​ໄດ້​ຮູ້​ວ່າ​ມັນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ? (ທ່ານ​ອາດ​ຈະ​ແນະ​ນຳ​ບົດ ຫລື ຂໍ້​ສະ​ເພາະ​ໃດ​ໜຶ່ງ.)

  • ເຈົ້າ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ ແລະ ຮັບ​ບັບ​ຕິ​ສະ​ມາ​ຫລື​ບໍ່? (ເບິ່ງ “ການ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ,” ຊຶ່ງ​ຢູ່​ກ່ອນ​ໜ້າ​ບົດ​ຮຽນ​ທີ 1 ທັນ​ທີ.)

  • ພວກ​ເຮົາ​ຈະ​ກຳ​ນົດ​ເວ​ລາ​ສຳ​ລັບ​ການ​ຢ້ຽມ​ຢາມ​ຄັ້ງ​ຕໍ່​ໄປ​ຂອງ​ພວກ​ເຮົາ​ຊິ​ໄດ້​ບໍ?

ຮູບ​ພາບ
ແຜນ​ພາບ​ຂອງ​ແຜນ​ແຫ່ງ​ຄວາມ​ລອດ

ພຶ້ນ​ຖານ​ຄຳ​ສອນ

ພາກ​ນີ້​ມີ​ຄຳ​ສອນ ແລະ ຂໍ້​ພຣະ​ຄຳ​ພີ​ໃຫ້​ທ່ານ​ສຶກ​ສາ​ເພື່ອ​ເສີມ​ສ້າງ​ຄວາມ​ຮູ້ ແລະ ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ແລະ ເພື່ອ​ຊ່ວຍ​ທ່ານ​ສິດ​ສອນ.

ຮູບ​ພາບ
ກາ​ລັກ​ຊີ

ຊີ​ວິດ​ກ່ອນ​ເກີດ: ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ ແລະ ແຜນ​ສຳ​ລັບ​ເຮົາ

ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ແລະ ເຮົາ​ໄດ້​ອາ​ໄສ​ຢູ່​ກັບ​ພຣະ​ອົງ​ກ່ອນ​ເຮົາ​ໄດ້​ມາ​ເກີດ

ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ຂອງ​ວິນ​ຍານ​ຂອງ​ເຮົາ. ເຮົາ​ເປັນ​ລູກ​ແທ້ໆ​ຂອງ​ພຣະ​ອົງ, ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ອົງ. ເຮົາ​ແຕ່​ລະ​ຄົນ​ມີ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ໃນ​ຖາ​ນະ​ລູກ​ຂອງ​ພຣະ​ເຈົ້າ. ຄວາມ​ຮູ້​ນີ້​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໄດ້ ແລະ ສາ​ມາດ​ດົນ​ໃຈ​ເຮົາ​ໃຫ້​ກາຍ​ເປັນ​ຄົນ​ທີ່​ດີ​ທີ່​ສຸດ.

ເຮົາ​ໄດ້​ອາ​ໄສ​ຢູ່​ກັບ​ພຣະ​ເຈົ້າ ໃນ​ຖາ​ນະ​ລູກ​ທາງວິນ​ຍານ​ຂອງ​ພຣະ​ອົງ ກ່ອນ​ເຮົາ​ໄດ້​ມາ​ເກີດ​ຢູ່​ໃນ​ໂລກ. ເຮົາ​ເປັນ​ສະ​ມາ​ຊິກ​ຂອງ​ຄອບ​ຄົວ​ຂອງ​ພຣະ​ອົງ.

ຮູບ​ພາບ
ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ

“ມີ​ເອ​ກະ​ລັກ​ສຳ​ຄັນ​ຢ່າງ​ໜຶ່ງ​ທີ່​ເຮົາ​ທຸກ​ຄົນ​ມີ​ນຳ​ກັນ ທັງ​ໃນ​ປະ​ຈຸ​ບັນ ແລະ ຕະ​ຫລອດ​ໄປ, ອັນ​ທີ່​ເຮົາ​ບໍ່​ຄວນ​ລະ​ສາຍ​ຕາ, ແລະ ອັນ​ທີ່​ເຮົາ​ຄວນ​ກະ​ຕັນ​ຍູ. ນີ້​ຄື​ທ່ານ​ໄດ້​ເປັນ ແລະ ຈະ​ເປັນ​ບຸດ ​ຫລື ທິ​ດາ​ຂອງ​ພຣະ​ເຈົ້າ​ຕະ​ຫລອດ​ໄປ ພ້ອມ​ດ້ວຍ​ຮາກ​ເຫງົ້າ​ວິນ​ຍານ​ໃນ​ນິ​ລັນ​ດອນ.

“… ການ​ເຂົ້າ​ໃຈ​ຄວາມ​ຈິງ​ນີ້—ການ​ເຂົ້າ​ໃຈ​ມັນ​ແທ້ໆ ແລະ ການ​ຮັບ​ເອົາ​ມັນ—ເປັນ​ການ​ປ່ຽນ​ແປງ​ຊີ​ວິດ. ມັນ​ເຮັດ​ໃຫ້​ທ່ານ​ມີ​ເອ​ກະ​ລັກ​ພິ​ເສດ​ທີ່​ບໍ່​ມີ​ໃຜ​ສາ​ມາດ​ເອົາ​ໄປ​ຈາກ​ທ່ານ​ໄດ້. ແຕ່​ຫລາຍ​ກວ່າ​ນັ້ນ, ມັນ​ຄວນ​ຈະ​ໃຫ້​ທ່ານ​ມີ​ຄວາມ​ຮູ້​ສຶກ​ເຖິງ​ຄຸນ​ຄ່າ​ມະ​ຫາ​ສານ ແລະ ຄວາມ​ຮູ້​ສຶກ​ເຖິງ​ຄຸນ​ຄ່າ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ທ່ານ. ສຸດ​ທ້າຍ​ນີ້, ມັນ​ໃຫ້​ຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ, ທີ່​ສູງ​ສົ່ງ, ແລະ ມີ​ຄ່າ​ຄວນ​ໃນ​ຊີ​ວິດ” (M. Russell Ballard, “Children of Heavenly Father” [Brigham Young University devotional, Mar. 3, 2020], 2, speeches.byu.edu).

ເຮົາ​ເລືອກ​ທີ່​ຈະ​ມາ​ສູ່​ໂລກ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຮັກ​ເຮົາ ແລະ ປາດ​ຖະ​ໜາ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ພຣະ​ອົງ​ເປັນ​ຜູ້​ທີ່​ໄດ້​ຮັບ​ຄວາມ​ສູງ​ສົ່ງ​ແລ້ວ ແລະ ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ​ທີ່​ສະ​ຫງ່າ​ລາ​ສີ.

ໃນ​ຊີ​ວິດ​ກ່ອນ​ເກີດ​ຂອງ​ເຮົາ, ເຮົາ​ໄດ້​ຮຽນ​ຮູ້​ວ່າ ພຣະ​ເຈົ້າ​ມີ​ແຜນ​ທີ່​ຈະ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ສ່ວນ​ໜຶ່ງ​ຂອງ​ແຜນ​ຂອງ​ພຣະ​ອົງ​ຄື ເຮົາ​ຈະ​ອອກ​ຈາກ​ບ້ານ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ ແລະ ມາ​ສູ່​ໂລກ​ເພື່ອ​ຮັບ​ເອົາ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ. ເຮົາ​ຍັງ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ປະ​ສົບ​ການ ແລະ ພັດ​ທະ​ນາ​ສັດ​ທາ​ໃນ​ຊ່ວງ​ລະ​ຫວ່າງ​ທີ່​ຢູ່​ຫ່າງ​ໄກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. ເຮົາ​ຈະ​ບໍ່​ຈື່​ຈຳ​ວ່າ​ໄດ້​ຢູ່​ກັບ​ພຣະ​ເຈົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ອົງ​ຈະ​ຈັດ​ຕຽມ​ສິ່ງ​ທີ່​ເຮົາ​ຕ້ອງ​ການ ເພື່ອ​ເຮົາ​ຈະ​ໄດ້​​ກັບ​ໄປ​ຢູ່​ກັບ​ພຣະ​ອົງ.

ອຳ​ເພີ​ໃຈ, ຫລື ເສ​ລີ​ພາບ ແລະ ຄວາມ​ສາ​ມາດ​ທີ່​ຈະ​ເລືອກ, ເປັນ​ສ່ວນ​ທີ່​ຈຳ​ເປັນ​ໃນ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຮົາ. ໃນ​ຊີ​ວິດ​ກ່ອນ​ເກີດ​ຂອງ​ເຮົາ, ເຮົາ​ແຕ່​ລະ​ຄົນ​ໄດ້​ເລືອກ​ທີ່​ຈະ​ເຮັດ​ຕາມ​ແຜນ​ຂອງ​ພຣະ​ເຈົ້າ ແລະ ມາ​ສູ່​ໂລກ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ກ້າວ​ໄປ​ສູ່​ຂັ້ນ​ຕໍ່​ໄປ ໃນ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ເຮົາ. ເຮົາ​ໄດ້​ເຂົ້າ​ໃຈ​ວ່າ ຂະ​ນະ​ທີ່​ເຮົາ​ຢູ່​ທີ່​ນີ້, ເຮົາ​ຈະ​ມີ​ຫລາຍ​ໂອ​ກາດ​ໃໝ່ໆ ທີ່​ຈະ​ເຕີບ​ໂຕ ແລະ ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ. ເຮົາ​ຍັງ​ໄດ້​ເຂົ້າ​ໃຈ​ອີກ​ວ່າ ເຮົາ​ຈະ​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ. ເຮົາ​ຈະ​ປະ​ສົບ​ກັບ​ການ​ລໍ້​ລວງ, ການ​ທົດ​ລອງ, ຄວາມ​ໂສກ​ເສົ້າ, ແລະ ຄວາມ​ຕາຍ.

ໃນ​ການ​ເລືອກ​ມາ​ສູ່​ໂລກ, ເຮົາ​ໄດ້​ໄວ້​ວາງ​ໃຈ​ໃນ​ຄວາມ​ຮັກ ແລະ ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ເຈົ້າ. ເຮົາ​ໄດ້​ໄວ້​ວາງ​ໃຈ​ໃນ​ແຜນ​ຂອງ​ພຣະ​ອົງ​ສຳ​ລັບ​ຄວາມ​ລອດ​ຂອງ​ເຮົາ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເລືອກ​ພຣະ​ເຢ​ຊູ​ຄຣິດ​ເພື່ອ​ໄຖ່​ເຮົາ

ພຣະ​ເຢ​ຊູ​ຄຣິດ​ເປັນ​ສູນ​ກາງ​ໃນ​ແຜນ​ຂອງ​ພຣະ​ເຈົ້າ. ກ່ອນ​ມາ​ສູ່​ໂລກ, ເຮົາ​ໄດ້​ຮູ້​ວ່າ​ເຮົາ​ບໍ່​ສາ​ມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໄດ້​ດ້ວຍ​ຕົນ​ເອງ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເລືອກ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຫົວ​ປີ​ຂອງ​ພຣະ​ອົງ, ເພື່ອ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ກັບ​ໄປ​ຫາ​ພຣະ​ອົງ ແລະ ມີ​ຊີ​ວິດ​ນິ​ລັນ​ດອນ.

ພຣະ​ເຢ​ຊູ​ໄດ້​ຍອມ​ຮັບ​ຢ່າງ​ເຕັມ​ພຣະ​ໄທ. ພຣະ​ອົງ​ໄດ້​ຕົກ​ລົງ​ມາ​ສູ່​ໂລກ ແລະ ໄຖ່​ເຮົາ ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ຈະ​ຊ່ວຍ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຮົາ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ລູກໆ​ຂອງ​ພຣະ​ເຈົ້າ

ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ

ຊີ​ວິດ​ກ່ອນ​ເກີດ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮູບ​ພາບ
ຕາ​ເວັນ​ຕົກ​ເທິງ​ມະ​ຫາ​ສະ​ໝຸດ

ການ​ສ້າງ

ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຈັດ​ໃຫ້​ມີ​ການ​ສ້າງ​ເທິງ​ແຜ່ນ​ດິນ​ໂລກ, ບ່ອນ​ທີ່​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ​ຈະ​ໄດ້​ຮັບ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ມີ​ປະ​ສົບ​ການ. ຊີ​ວິດ​ຂອງ​ເຮົາ​ຢູ່​ໃນ​ໂລກ​ແມ່ນ​ຈຳ​ເປັນ​ສຳ​ລັບ​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ.

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ເຢ​ຊູ​ຄຣິດ​ໄດ້​ສ້າງ​ແຜ່ນ​ດິນ​ໂລກ ແລະ ສິ່ງ​ທີ່​ມີ​ຊີ​ວິດ​ທັງ​ໝົດ. ແລ້ວ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສ້າງ​ມະ​ນຸດ​ຊາຍ ແລະ ຍິງ ໃນ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ອົງ​ເອງ. ການ​ສ້າງ​ເປັນ​ການ​ສະ​ແດງ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ພຣະ​ອົງ​ທີ່​ຈະ​ໃຫ້​ເຮົາ​ມີ​ໂອ​ກາດ​ເຕີບ​ໂຕ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮູບ​ພາບ
ການ​ໜີ​ຈາກ​ສວນ​ເອ​ເດນ, ໂດຍ ໂຈ​ເຊັບ ບຣິກ​ກີ

ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ

ກ່ອນ​ການ​ຕົກ

ອາ​ດາມ ແລະ ເອ​ວາ​ໄດ້​ເປັນ​ຜູ້​ທຳ​ອິດ​ຂອງ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ ທີ່​ໄດ້​ມາ​ສູ່​ໂລກ. ພຣະ​ເຈົ້າ​ໄດ້​ສ້າງ​ຮ່າງ​ກາຍ​ພວກ​ເພິ່ນ​ທີ່​ເປັນ​ເນື້ອ​ໜັງ​ໃນ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ອົງ​ເອງ ແລະ ໄດ້​ວາງ​ພວກ​ເພິ່ນ​ໄວ້​ໃນ​ສວນ​ເອ​ເດນ. ຢູ່​ໃນ​ສວນ ພວກ​ເພິ່ນ​ໄຮ້​ດຽງ​ສາ, ແລະ ພຣະ​ເຈົ້າ​ໄດ້​ຈັດ​ຫາ​ສິ່ງ​ທີ່​ພວກ​ເພິ່ນ​ຕ້ອງ​ການ.

ໃນ​ຂະ​ນະ​ທີ່​ອາ​ດາມ ແລະ ເອ​ວາ​ຢູ່​ໃນ​ສວນ, ພຣະ​ເຈົ້າ​ໄດ້​ບັນ​ຊາ​ພວກ​ເພິ່ນ​ບໍ່​ໃຫ້​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ດີ ແລະ ຮູ້​ຊົ່ວ. ຖ້າ​ຫາກ​ພວກ​ເພິ່ນ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂໍ້​ນີ້, ພວກ​ເພິ່ນ​ສາ​ມາດ​ຢູ່​ໃນ​ສວນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເພິ່ນ​ຈະ​ບໍ່​ສາ​ມາດ​ກ້າວ​ໜ້າ ໂດຍ​ການ​ຮຽນ​ຮູ້​ຈາກ​ສິ່ງ​ກົງ​ກັນ​ຂ້າມ ແລະ ການ​ທ້າ​ທາຍ​ຂອງ​ຊີ​ວິດ​ມະ​ຕະ. ພວກ​ເພິ່ນ​ຈະ​ບໍ່​ສາ​ມາດ​ຮູ້​ຄວາມ​ສຸກ ເພາະ​ວ່າ​ພວກ​ເພິ່ນ​ບໍ່​ສາ​ມາດ​ປະ​ສົບ​ກັບ​ຄວາມ​ໂສກ​ເສົ້າ ແລະ ຄວາມ​ເຈັບ​ປວດ.

ຊາ​ຕານ​ໄດ້​ລໍ້​ລວງ​ອາ​ດາມ ແລະ ເອ​ວາ​ເພື່ອ​ໃຫ້​ກິນ​ໝາກ​ໄມ້​ທີ່​ຕ້ອງ​ຫ້າມ, ແລະ ພວກ​ເພິ່ນ​ໄດ້​ເລືອກ​ເຮັດ​ເຊັ່ນ​ນັ້ນ. ຍ້ອນ​ການ​ເລືອກ​ນີ້, ພວກ​ເພິ່ນ​ຈຶ່ງ​ຖືກ​ຂັບ​ໄລ່​ອອກ​ຈາກ​ສວນ ແລະ ຖືກ​ແຍກ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. ເຫດ​ການ​ນີ້​ເອີ້ນ​ວ່າ ການ​ຕົກ.

ຫລັງ​ຈາກ​ການ​ຕົກ

ຫລັງ​ຈາກ​ການ​ຕົກ, ອາ​ດາມ ແລະ ເອ​ວາ​ໄດ້​ກາຍ​ເປັນ​ມະ​ຕະ. ພວກ​ເພິ່ນ​ບໍ່​ໄດ້​ຢູ່​ໃນ​ສະ​ພາ​ວະ​ໄຮ້​ດຽງ​ສາ​ອີກ​ຕໍ່​ໄປ, ພວກ​ເພິ່ນ​ໄດ້​ເຂົ້າ​ໃຈ ແລະ ມີ​ປະ​ສົບ​ການ​ກັບ​ທັງ​ຄວາມ​ດີ ແລະ ຄວາມ​ຊົ່ວ. ພວກ​ເພິ່ນ​ສາ​ມາດ​ໃຊ້​ອຳ​ເພີ​ໃຈ​ຂອງ​ພວກ​ເພິ່ນ ເພື່ອ​ເລືອກ​ລະ​ຫວ່າງ​ຄວາມ​ດີ ແລະ ຄວາມ​ຊົ່ວ. ເພາະ​ອາ​ດາມ ແລະ ເອ​ວາ​ໄດ້​ປະ​ເຊີນ​ກັບ​ສິ່ງ​ກົງ​ກັນ​ຂ້າມ ແລະ ການ​ທ້າ​ທາຍ, ພວກ​ເພິ່ນ​ຈຶ່ງ​ສາ​ມາດ​ຮຽນ​ຮູ້ ແລະ ກ້າວ​ໜ້າ. ເພາະ​ພວກ​ເພິ່ນ​ໄດ້​ປະ​ສົບ​ກັບ​ຄວາມ​ໂສກ​ເສົ້າ, ພວກ​ເພິ່ນ​ຈຶ່ງ​ສາ​ມາດ​ມີ​ຄວາມ​ສຸກ​ເຊັ່ນ​ກັນ. (ເບິ່ງ 2 ນີ​ໄຟ 2:22–25.)

ເຖິງ​ແມ່ນ​ຈະ​ມີ​ຄວາມ​ຍາກ​ລຳ​ບາກ, ແຕ່​ອາ​ດາມ ແລະ ເອ​ວາ​ຮູ້​ສຶກ​ວ່າ ການ​ເປັນ​ມະ​ຕະ​ເປັນ​ພອນ​ອັນ​ຍິ່ງ​ໃຫຍ່. ພອນ​ຢ່າງ​ໜຶ່ງ​ຄື ພວກ​ເພິ່ນ​ສາ​ມາດ​ມີ​ລູກ. ສິ່ງ​ນີ້​ໄດ້​ຕຽມ​ທາງ​ໃຫ້​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ມາ​ສູ່​ໂລກ ແລະ ຮັບ​ເອົາ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ.

ກ່ຽວ​ກັບ​ພອນ​ຂອງ​ການ​ຕົກ, ທັງ​ອາ​ດາມ ແລະ ເອ​ວາ​ປິ​ຕິ​ຍິນ​ດີ. ເອ​ວາ​ໄດ້​ເວົ້າ​ວ່າ, “ຖ້າ​ຫາກ​ບໍ່​ແມ່ນ​ເພາະ​ການ​ລ່ວງ​ລະ​ເມີດ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຄົງ​ບໍ່​ມີ​ພົງ​ພັນ, ແລະ ຄົງ​ບໍ່​ເຄີຍ​ຮູ້​ຈັກ​ຄວາມ​ດີ ແລະ ຄວາມ​ຊົ່ວ, ແລະ ຄວາມ​ສຸກ​ຂອງ​ການ​ໄຖ່, ແລະ ຊີ​ວິດ​ນິ​ລັນ​ດອນ​ຊຶ່ງ​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ທຸກ​ຄົນ​ທີ່​ເຊື່ອ​ຟັງ” (ໂມ​ເຊ 5:11; ເບິ່ງ ຂໍ້​ທີ 10 ນຳ​ອີກ).

ການ​ສຶກ​ສາ​ພຣະ​ຄຳ​ພີ

ໃນ​ສວນ

ການ​ຕົກ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຊີ​ວິດ​ຂອງ​ເຮົາ​ຢູ່​ໃນ​ໂລກ

ຫລາຍ​ຄົນ​ສົງ​ໄສ​ວ່າ, “ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ມາ​ຢູ່​ໃນ​ໂລກ​ນີ້?” ຊີ​ວິດ​ຂອງ​ເຮົາ​ຢູ່​ໃນ​ໂລກ​ເປັນ​ພາກ​ສ່ວນ​ທີ່​ຈຳ​ເປັນ​ໃນ​ແຜນ​ຂອງ​ພຣະ​ເຈົ້າ ສຳ​ລັບ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ເຮົາ. ຈຸດ​ປະ​ສົງ​ອັນ​ສູງ​ສຸດ​ຂອງ​ເຮົາ​ແມ່ນ​ການ​ກະ​ກຽມ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ຮັບ​ເອົາ​ຄວາມ​ຊື່ນ​ຊົມ​ອັນ​ເຕັມ​ປ່ຽມ. ໂຄງ​ຮ່າງ​ຢູ່​ຂ້າງ​ລຸ່ມ​ເປັນ​ບາງ​ວິ​ທີ​ທີ່​ຊີ​ວິດ​ກ່ອນ​ເກີດ​ກະ​ກຽມ​ເຮົາ​ສຳ​ລັບ​ສິ່ງ​ນີ້.

ຮູບ​ພາບ
ເດັກ​ຊາຍ​ຍິ້ມ

ຮັບ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ

ຈຸດ​ປະ​ສົງ​ໜຶ່ງ​ຂອງ​ການ​ມາ​ສູ່​ໂລກ​ຄື​ເພື່ອ​ຮັບ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ ຊຶ່ງ​ໃນ​ນັ້ນ​ວິນ​ຍານ​ຂອງ​ເຮົາ​ສາ​ມາດ​ອາ​ໄສ​ຢູ່. ຮ່າງ​ກາຍ​ຂອງ​ເຮົາ​ເປັນ​ສິ່ງ​ສັກ​ສິດ, ເປັນ​ການ​ສ້າງ​ທີ່​ອັດ​ສະ​ຈັນ​ຂອງ​ພຣະ​ເຈົ້າ. ດ້ວຍ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ, ເຮົາ​ສາ​ມາດ​ເຮັດ, ຮຽນ​ຮູ້, ແລະ ປະ​ສົບ​ກັບ​ຫລາຍ​ສິ່ງ​ທີ່​ວິນ​ຍານ​ຂອງ​ເຮົາ​ບໍ່​ສາ​ມາດ​ເຮັດ​ໄດ້. ເຮົາ​ສາ​ມາດ​ກ້າວ​ໜ້າ​ໃນ​ທາງ​ທີ່​ວິນ​ຍານ​ບໍ່​ສາ​ມາດ​ເຮັດ.

ເພາະ​ຮ່າງ​ກາຍ​ຂອງ​ເຮົາ​ເປັນ​ມະ​ຕະ, ເຮົາ​ຈຶ່ງ​ປະ​ສົບ​ກັບ​ຄວາມ​ເຈັບ​ປວດ, ພະ​ຍາດ, ແລະ ການ​ທົດ​ລອງ​ອື່ນໆ. ປະ​ສົບ​ການ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ຮຽນ​ຮູ້​ທີ່​ຈະ​ອົດ​ທົນ, ເຫັນ​ອົກ​ເຫັນ​ໃຈ, ແລະ ມີ​ຄຸນ​ສົມ​ບັດ​ອັນ​ສູງ​ສົ່ງ​ອື່ນໆ. ມັນ​ສາ​ມາດ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ເສັ້ນ​ທາງ​ໄປ​ສູ່​ຄວາມ​ຊື່ນ​ຊົມ​ໄດ້. ການ​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ ເມື່ອ​ມັນ​ເຮັດ​ໄດ້​ຍາກ ມັກ​ຈະ​ເຮັດ​ໃຫ້​ສັດ​ທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ ກາຍ​ເປັນ​ພາກ​ສ່ວນ​ໃນ​ລັກ​ສະ​ນະ​ຂອງ​ເຮົາ.

ຮຽນ​ຮູ້​ທີ່​ຈະ​ໃຊ້​ອຳ​ເພີ​ໃຈ​ຢ່າງ​ສະ​ຫລາດ

ຈຸດ​ປະ​ສົງ​ໜຶ່ງ​ຂອງ​ຄວາມ​ເປັນ​ມະ​ຕະ​ຄື​ການ​ຮຽນ​ຮູ້​ທີ່​ຈະ​ໃຊ້​ອຳ​ເພີ​ໃຈ​ຢ່າງ​ສະ​ຫລາດ—ທີ່​ຈະ​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ. ການ​ຮຽນ​ຮູ້​ທີ່​ຈະ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ​ຢ່າງ​ສະ​ຫລາດ​ເປັນ​ສິ່ງ​ຈຳ​ເປັນ​ໃນ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ສິດ​ສອນ​ເຮົາ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ປະ​ທານ​ພຣະ​ບັນ​ຍັດ​ໃຫ້​ເພື່ອ​ນຳ​ພາ​ເຮົາ​ໄປ​ສູ່​ຄວາມ​ສຸກ. ຊາ​ຕານ​ລໍ້​ລວງ​ເຮົາ​ໃຫ້​ເຮັດ​ຜິດ, ຢາກ​ໃຫ້​ເຮົາ​ທຸກ​ລຳ​ບາກ​ຄື​ກັບ​ມັນ. ເຮົາ​ປະ​ເຊີນ​ກັບ​ສິ່ງ​ກົງ​ກັນ​ຂ້າມ​ລະ​ຫວ່າງ​ຄວາມ​ດີ ແລະ ຄວາມ​ຊົ່ວ, ຊຶ່ງ​ຈຳ​ເປັນ​ໃນ​ການ​ຮຽນ​ຮູ້​ທີ່​ຈະ​ໃຊ້​ອຳ​ເພີ​ໃຈ (ເບິ່ງ 2 ນີ​ໄຟ 2:11).

ເມື່ອ​ເຮົາ​ເຊື່ອ​ຟັງ​ພຣະ​ເຈົ້າ, ເຮົາ​ເຕີບ​ໂຕ ແລະ ໄດ້​ຮັບ​ພອນ​ທີ່​ສັນ​ຍາ​ໄວ້. ເມື່ອ​ເຮົາ​ບໍ່​ເຊື່ອ​ຟັງ, ເຮົາ​ແຍກ​ຕົວ​ເອງ​ຈາກ​ພຣະ​ອົງ ແລະ ຮັບ​ເອົາ​ຜົນ​ສະ​ທ້ອນ​ຂອງ​ບາບ. ເຖິງ​ແມ່ນ​ວ່າ​ບາງ​ຄັ້ງ​ມັນ​ຈະ​ປະ​ກົດ​ເປັນ​ທາງ​ອື່ນ, ແຕ່​ໃນ​ທີ່​ສຸດ​ບາບ​ກໍ​ນຳ​ໄປ​ສູ່​ການ​ບໍ່​ມີ​ຄວາມ​ສຸກ. ສ່ວນ​ຫລາຍ​ແລ້ວ ພອນ​ແຫ່ງ​ການ​ເຊື່ອ​ຟັງ—ແລະ ຜົ​ນ​ກະ​ທົບ​ຂອງ​ບາບ—ບໍ່​ປະ​ກົດ​ແຈ້ງ​ທັນ​ທີ ຫລື ເຫັນ​ໄດ້​ພາຍ​ນອກ. ແຕ່​ມັນ​ແນ່​ນອນ, ເພາະ​ພຣະ​ເຈົ້າ​ຊົງ​ຍຸດ​ຕິ​ທຳ.

ເຖິງ​ແມ່ນ​ເຮົາ​ໄດ້​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ແລ້ວ, ເຮົາ​ທຸກ​ຄົນ​ກໍ​ເຮັດ​ບາບ ແລະ “ຂາດ​ຈາກ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ” (ໂຣມ 3:23). ໂດຍ​ທີ່​ຮູ້​ເລື່ອງ​ນີ້, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຈັດ​ຫາ​ວິ​ທີ​ໃຫ້​ເຮົາ​ກັບ​ໃຈ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ.

ການ​ກັບ​ໃຈ​ນຳ​ອຳ​ນາດ​ຂອງ​ພຣະ​ຜູ້​ໄຖ່, ພຣະ​ເຢ​ຊູ​ຄຣິດ, ມາ​ສູ່​ຊີ​ວິດ​ຂອງ​ເຮົາ (ເບິ່ງ ຮີ​ລາ​ມັນ 5:11). ເມື່ອ​ເຮົາ​ກັບ​ໃຈ, ເຮົາ​ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ຈາກ​ບາບ ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (ເບິ່ງ 3 ນີ​ໄຟ 27:16–20). ຜ່ານ​ທາງ​ການ​ກັບ​ໃຈ, ເຮົາ​ປະ​ສົບ​ກັບ​ຄວາມ​ສຸກ. ທາງ​ກັບ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເປີດ​ໃຫ້​ເຮົາ​ແລ້ວ, ເພາະ​ພຣະ​ອົງ​ຊົງ​ເມດ​ຕາ. (ເບິ່ງ “ການ​ກັບ​ໃຈ” ໃນ ບົດ​ຮຽນ​ທີ 3.)

ຮຽນ​ຮູ້​ທີ່​ຈະ​ເດີນ​ໄປ​ດ້ວຍ​ສັດ​ທາ

ຈຸດ​ປະ​ສົງ​ອີກ​ຢ່າງ​ໜຶ່ງ​ໃນ​ຊີ​ວິດນີ້​ແມ່ນ​ເພື່ອ​ຮັບ​ປະ​ສົບ​ການ​ທີ່​ສາ​ມາດ​ມາ​ເຖິງ​ພຽງ​ແຕ່​ຜ່ານ​ທາງ​ການ​ແຍກ​ຕົວ​ອອກ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເທົ່າ​ນັ້ນ. ເພາະ​ເຮົາ​ບໍ່​ເຫັນ​ພຣະ​ອົງ, ເຮົາ​ຈຶ່ງ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ເດີນ​ໄປ​ດ້ວຍ​ສັດ​ທາ (ເບິ່ງ 2 ໂກ​ຣິນ​ໂທ 5:6–7).

ພຣະ​ເຈົ້າ​ບໍ່​ໄດ້​ປ່ອຍ​ໃຫ້​ເຮົາ​ຢູ່​ຕາມ​ລຳ​ພັງ​ໃນ​ການ​ເດີນ​ທາງ​ນີ້. ພຣະ​ອົງ​ໄດ້​ສົ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ ເພື່ອ​ນຳ​ພາ, ເສີມ​ສ້າງ, ແລະ ເຮັດ​ໃຫ້​ເຮົາ​ບໍ​ລິ​ສຸດ. ພຣະ​ອົງ​ກໍ​ຍັງ​ໄດ້​ຈັດ​ຕຽມ​ພຣະ​ຄຳ​ພີ, ສາດ​ສະ​ດາ, ການ​ອະ​ທິ​ຖານ, ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄວ້​ໃຫ້​ນຳ​ອີກ.

ທຸກ​ພາກ​ສ່ວນ​ໃນ​ປະ​ສົບ​ການ​ທີ່​ເປັນ​ມະ​ຕະ​ຂອງ​ເຮົາ—ຄວາມ​ສຸກ ແລະ ຄວາມ​ໂສກ​ເສົ້າ, ຄວາມ​ສຳ​ເລັດ ແລະ ຄວາມ​ລົ້ມ​ເຫລວ—ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ເຕີບ​ໂຕ ຂະ​ນະ​ທີ່​ເຮົາ​ກະ​ກຽມ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພຣະ​ເຈົ້າ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ເວ​ລາ​ທີ່​ຈະ​ເຕີບ​ໂຕ ແລະ ກ້າວ​ໜ້າ

ທາງ​ເລືອກ

ຄວາມ​ດີ ແລະ ຄວາມ​ຊົ່ວ

ບາບ

ເຮົາ​ຕ້ອງ​ສະ​ອາດ​ເພື່ອ​ຈະ​ໄດ້​ຢູ່​ກັບ​ພຣະ​ເຈົ້າ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ

ເພາະ​ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ, ເຮົາ​ທຸກ​ຄົນ​ຕ້ອງ​ຢູ່​ພາຍ​ໃຕ້​ບາບ ແລະ ຄວາມ​ຕາຍ. ເຮົາ​ບໍ່​ສາ​ມາດ​ເອົາ​ຊະ​ນະ​ຜົນ​ກະ​ທົບ​ຂອງ​ບາບ ແລະ ຄວາມ​ຕາຍ​ໄດ້​ດ້ວຍ​ຕົວ​ເອງ. ໃນ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ອົງ​ໄດ້​ກຽມ​ວິ​ທີ​ເອົາ​ຊະ​ນະ​ຜົນ​ກະ​ທົບ​ຂອງ​ການ​ຕົກ ເພື່ອ​ເຮົາ​ຈະ​ສາ​ມາດ​ກັບ​ໄປ​ຫາ​ພຣະ​ອົງ. ກ່ອນ​ໂລກ​ໄດ້​ຖືກ​ສ້າງ​ຂຶ້ນ, ພຣະ​ອົງ​ໄດ້​ເລືອກ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ.

ພຽງ​ແຕ່​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ ທີ່​ສາ​ມາດ​ໄຖ່​ເຮົາ​ຈາກ​ບາບ ແລະ ຄວາມ​ຕາຍ. ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ໄດ້​ມີ​ຊີ​ວິດ​ທີ່​ບໍ່​ມີ​ບາບ, ເຊື່ອ​ຟັງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ໃນ​ທຸກ​ຢ່າງ. ພຣະ​ອົງ​ໄດ້​ກຽມ​ພ້ອມ ແລະ ເຕັມ​ພຣະ​ໄທ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ລວມ​ທັງ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ​ຢູ່​ໃນ​ເຄັດ​ເຊ​ມາ​ເນ, ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ ແລະ ການ​ສິ້ນ​ພຣະ​ຊົນ​ຢູ່​ເທິງ​ໄມ້​ກາງ​ແຂນ, ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ທີ່​ເກີນ​ກວ່າ​ຈະ​ເຂົ້າ​ໃຈ​ໄດ້—​ເຖິງ​ຂະ​ໜາດ​ທີ່​ໂລ​ຫິດ​ຂອງ​ພຣະ​ອົງ​ໄດ້​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:18).

ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ເຫດ​ການ​ທີ່​ສະ​ຫງ່າ​ລາ​ສີ ໃນ​ປະ​ຫວັດ​ສາດ​ຂອງ​ມະ​ນຸດ​ຊາດ​ທັງ​ໝົດ. ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ເຮັດ​ໃຫ້​ແຜນ​ຂອງ​ພຣະ​ບິ​ດາ​ເກີດ​ຜົນ. ເຮົາ​ຈະ​ສິ້ນ​ຫວັງ​ປາດ​ສະ​ຈາກ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ເພາະ​ເຮົາ​ບໍ່​ສາ​ມາດ​ຊ່ວຍ​ຕົວ​ເອງ​ໃຫ້​ລອດ​ຈາກ​ບາບ ແລະ ຄວາມ​ຕາຍ​ໄດ້ (ເບິ່ງ ແອວ​ມາ 22:12–15).

ການ​ເສຍ​ລະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ເປັນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ອັນ​ສູງ​ສົ່ງ​ຕໍ່​ພຣະ​ບິ​ດາ​ຂອງ​ພຣະ​ອົງ ແລະ ຕໍ່​ເຮົາ. “ຄວາມ​ກວ້າງ, ແລະ ຄວາມ​ຍາວ, ແລະ ຄວາມ​ເລິກ, ແລະ ຄວາມ​ສູງ” ຂອງ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ​ແມ່ນ​ເກີນ​ກວ່າ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ (ເອ​ເຟ​ໂຊ 3:18; ເບິ່ງ ຂໍ້​ທີ 19 ນຳ​ອີກ).

ຮູບ​ພາບ
ການ​ຄຶງ, ໂດຍ ແຮ​ຣີ ແອນ​ເດີ​ສັນ

ພຣະ​ເຢ​ຊູ​ຄຣິດ​ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ​ເພື່ອ​ທຸກ​ຄົນ

ເມື່ອ​ພຣະ​ເຢ​ຊູ​ຄຣິດ​ສິ້ນ​ພຣະ​ຊົນ​ຢູ່​ເທິງ​ໄມ້​ກາງ​ແຂນ, ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ໄດ້​ແຍກ​ອອກ​ຈາກ​ພຣະ​ກາຍ​ຂອງ​ພຣະ​ອົງ. ໃນ​ມື້​ທີ​ສາມ, ພຣະ​ວິນ​ຍານ​ຂອງ​ພຣະ​ອົງ ແລະ ພຣະ​ກາຍ​ຂອງ​ພຣະ​ອົງ​ໄດ້​ກັບ​ມາ​ລວມ​ກັນ, ຈະ​ບໍ່​ຖືກ​ແຍກ​ອອກ​ຈາກ​ກັນ​ອີກ. ພຣະ​ອົງ​ໄດ້​ປະ​ກົດ​ຕົວ​ຕໍ່​ຫລາຍ​ຄົນ, ສະ​ແດງ​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ ພຣະ​ອົງ​ມີ​ເນື້ອ​ໜັງ ແລະ ກະ​ດູກ​ທີ່​ເປັນ​ອະ​ມະ​ຕະ. ການ​ກັບ​ມາ​ລວມ​ກັນ​ຂອງ​ວິນ​ຍານ ແລະ ຮ່າງ​ກາຍ​ເອີ້ນ​ວ່າ ການ​ຟື້ນ​ຄືນ​ຊີ​ວິດ.

ໃນ​ຖາ​ນະ​ທີ່​ເປັນ​ມະ​ຕະ, ເຮົາ​ແຕ່​ລະ​ຄົນ​ຈະ​ຕາຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພາະ​ພຣະ​ເຢ​ຊູ​ໄດ້​ມີ​ໄຊ​ເໜືອ​ຄວາມ​ຕາຍ, ທຸກ​ຄົນ​ທີ່​ເກີດ​ມາ​ໃນ​ໂລກ​ຈະ​ຟື້ນ​ຄືນ​ຊີ​ວິດ. ການ​ຟື້ນ​ຄືນ​ຊີ​ວິດ​ເປັນ​ຂອງ​ປະ​ທານ​ອັນ​ສູງ​ສົ່ງ​ສຳ​ລັບ​ທຸກ​ຄົນ, ມອບ​ໃຫ້​ຜ່ານ​ທາງ​ຄວາມ​ເມດ​ຕາ ແລະ ພຣະ​ຄຸນ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ແຕ່​ລະ​ຄົນ​ຈະ​ກັບ​ມາ​ລວມ​ກັນ​ອີກ​ຄັ້ງ, ແລະ ເຮົາ​ແຕ່​ລະ​ຄົນ​ຈະ​ມີ​ຊີ​ວິດ​ຕະ​ຫລອດ​ໄປ ໃນ​ຮ່າງ​ກາຍ​ທີ່​ສົມ​ບູນ​ແບບ ແລະ ຟື້ນ​ຄືນ​ຊີ​ວິດ​ແລ້ວ. ຖ້າ​ຫາກ​ບໍ່​ແມ່ນ​ເພາະ​ພຣະ​ເຢ​ຊູ​ຄຣິດ, ຄວາມ​ຕາຍ​ຈະ​ຢຸດ​ຕິ​ຄວາມ​ຫວັງ​ທັງ​ໝົດ​ສຳ​ລັບ​ການ​ດຳ​ລົງ​ຢູ່​ໃນ​ອະ​ນາ​ຄົດ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ (ເບິ່ງ 2 ນີ​ໄຟ 9:8–12).

ພຣະ​ເຢ​ຊູ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ໄດ້​ຮັບ​ການ​ຊຳ​ລະ​ຈາກ​ບາບ​ຂອງ​ເຮົາ

ເພື່ອ​ຈະ​ເຂົ້າ​ໃຈ​ຄວາມ​ຫວັງ​ທີ່​ເຮົາ​ສາ​ມາດ​ໄດ້​ຮັບ​ຜ່ານ​ທາງ​ພຣະ​ຄຣິດ, ເຮົາ​ຕ້ອງ​ເຂົ້າ​ໃຈ​ກົດ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ. ນີ້​ແມ່ນ​ກົດ​ທີ່​ບໍ່​ປ່ຽນ​ແປງ ທີ່​ສົ່ງ​ຜົນ​ສະ​ທ້ອນ​ຕໍ່​ການ​ກະ​ທຳ​ຂອງ​ເຮົາ. ການ​ເຊື່ອ​ຟັງ​ພຣະ​ເຈົ້າ​ນຳ​ຜົນ​ສະ​ທ້ອນ​ທາງ​ບວກ​ມາ​ໃຫ້, ແລະ ການ​ບໍ່​ເຊື່ອ​ຟັງ​ນຳ​ຜົນ​ສະ​ທ້ອນ​ທາງ​ລົບ​ມາ​ໃຫ້. (ເບິ່ງ ແອວ​ມາ 42:14–18.) ເມື່ອ​ເຮົາ​ເຮັດ​ບາບ, ເຮົາ​ຈະ​ມີ​ມົນ​ທິນ​ທາງ​ວິນ​ຍານ, ແລະ ບໍ່​ມີ​ສິ່ງ​ທີ່​ບໍ່​ສະ​ອາດ​ຈະ​ມີ​ຊີ​ວິດ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໄດ້ (ເບິ່ງ 3 ນີ​ໄຟ 27:19).

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ອະ​ທິ​ຖານ​ຢູ່​ໃນ​ເຄັດ​ເຊ​ມາ​ເນ, ໂດຍ ແຮ​ຣີ ແອນ​ເດີ​ສັນ

ລະ​ຫວ່າງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ອົງ​ໄດ້​ຢືນ​ຢູ່​ໃນ​ບ່ອນ​ຂອງ​ເຮົາ, ຮັບ​ທຸກ​ທໍ​ລະ​ມານ, ແລະ ຈ່າຍ​ໂທດ​ແທນ​ບາບ​ຂອງ​ເຮົາ (ເບິ່ງ 3 ນີ​ໄຟ 27:16–20). ແຜນ​ຂອງ​ພຣະ​ເຈົ້າ​ມອບ​ອຳ​ນາດ​ໃຫ້​ແກ່​ພຣະ​ເຢ​ຊູ​ຄຣິດ ໃນ​ການ​ວິງ​ວອນ​ແທນ​ເຮົາ—ເພື່ອ​ຢູ່​ລະ​ຫວ່າງ​ເຮົາ ແລະ ຄວາມ​ຍຸດ​ຕິ​ທຳ (ເບິ່ງ ໂມ​ໄຊ​ຢາ 15:9). ເພາະ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ, ພຣະ​ອົງ​ສາ​ມາດ​ທວງ​ເອົາ​ສິດ​ທິ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ແທນ​ເຮົາ ເມື່ອ​ເຮົາ​ໃຊ້​ສັດ​ທາ​ໄປ​ສູ່​ການ​ກັບ​ໃຈ (ເບິ່ງ ໂມ​ໂຣ​ໄນ 7:27; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:3–5). “ຄວາມ​ເມດ​ຕາ​ສາ​ມາດ​ສະ​ໜອງ​ຂໍ້​ຮຽກ​ຮ້ອງ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ໄດ້, ແລະ ລ້ອມ [ເຮົາ] ໄວ້​ໃນ​ອ້ອມ​ແຂນ​ແຫ່ງ​ຄວາມ​ປອດ​ໄພ” (ແອວ​ມາ 34:16).

ພຽງ​ແຕ່​ຜ່ານ​ທາງ​ຂອງ​ປະ​ທານ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ກັບ​ໃຈ​ຂອງ​ເຮົາ​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຢູ່​ກັບ​ພຣະ​ເຈົ້າ​ໄດ້. ເມື່ອ​ເຮົາ​ກັບ​ໃຈ, ເຮົາ​ຖືກ​ໃຫ້​ອະ​ໄພ ແລະ ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ທາງ​ວິນ​ຍານ. ເຮົາ​ໄດ້​ຮັບ​ການ​ຜ່ອນ​ຄາຍ​ຈາກ​ພາ​ລະ​ຂອງ​ຄວາມ​ຮູ້​ສຶກ​ຜິດ​ບາບ​ຂອງ​ເຮົາ. ຈິດ​ວິນ​ຍານ​ທີ່​ບາດ​ເຈັບ​ຂອງ​ເຮົາ​ໄດ​ຮັບ​ການ​ປິ່ນ​ປົວ. ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ (ເບິ່ງ ແອວ​ມາ 36:24).

ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ສົມ​ບູນ​ແບບ ແລະ ອາດ​ລົ້ມ​ເຫລວ​ໄດ້, ແຕ່​ກໍ​ມີ​ພຣະ​ຄຸນ, ຄວາມ​ຮັກ, ແລະ ຄວາມ​ເມດ​ຕາ​ໃນ​ພຣະ​ເຢ​ຊູ​ຄຣິດ ຫລາຍ​ກວ່າ​ຄວາມ​ລົ້ມ​ເຫລວ, ຂໍ້​ບົກ​ພ່ອງ, ຫລື ບາບ​ຢູ່​ໃນ​ຕົວ​ເຮົາ. ພຣະ​ເຈົ້າ​ພ້ອມ​ສະ​ເໝີ ແລະ ກະ​ຕື​ລື​ລົ້ນ​ທີ່​ຈະ​ໂອບ​ກອດ​ເຮົາ ເມື່ອ​ເຮົາ​ຫັນ​ໄປ​ຫາ​ພຣະ​ອົງ ແລະ ກັບ​ໃຈ (ເບິ່ງ ລູ​ກາ 15:11–32). ບໍ່​ມີ​ສິ່ງ​ໃດ ແລະ ຄົນ​ໃດ “ສາ​ມາດ​ແຍກ​ພວກ​ເຮົາ​ອອກ​ຈາກ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ຊຶ່ງ​ມີ​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ” (ໂຣມ 8:39).

ພຣະ​ເຢ​ຊູ​ໄດ້​ຮັບ​ເອົາ​ຄວາມ​ເຈັບ​ປວດ, ຄວາມ​ທຸກ, ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ ໄວ້​ກັບ​ພຣະ​ອົງ​ເອງ

ໃນ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄ​ຣິ​ດ​ໄດ້​ຮັບ​ເອົາ​ຄວາມ​ເຈັບ​ປວດ, ຄວາມ​ທຸກ, ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ ໄວ້​ກັບ​ພຣະ​ອົງ​ເອງ. ເພາະ​ສິ່ງ​ນີ້, ພຣະ​ອົງ​ຈຶ່ງ​ຮູ້ “ຕາມ​ທາງ​ຂອງ​ເນື້ອ​ໜັງ​ວ່າ ຈະ​ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ພຣະ​ອົງ​ຕາມ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ” (ແອວ​ມາ 7:12; ເບິ່ງ ຂໍ້​ທີ 11 ນຳ​ອີກ). ພຣະ​ອົງ​ເຊື້ອ​ເຊີນ​ວ່າ, “ຈົ່ງ​ມາ​ຫາ​ເຮົາ,” ແລະ ເມື່ອ​ເຮົາ​ເຮັດ, ພຣະ​ອົງ​ຈະ​ໃຫ້​ເຮົາ​ໄດ້​ເຊົາ​ເມື່ອຍ, ໃຫ້​ຄວາມ​ຫວັງ, ພະ​ລັງ, ທັດ​ສະ​ນະ, ແລະ ການ​ປິ່ນ​ປົວ (ມັດ​ທາຍ 11:28; ເບິ່ງ ຂໍ້​ທີ 29–30 ນຳ​ອີກ).

ເມື່ອ​ເຮົາ​ເພິ່ງ​ອາ​ໄສ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ອົງ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ຕໍ່​ການ​ທົດ​ລອງ, ຄວາມ​ເຈັບ​ປ່ວຍ, ແລະ ຄວາມ​ເຈັບ​ປວດ​ຂອງ​ເຮົາ​ໄດ້. ເຮົາ​ສາ​ມາດ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ, ຄວາມ​ສະ​ຫງົບ, ແລະ ການ​ປອບ​ໂຍນ. ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ບໍ່​ຍຸດ​ຕິ​ທຳ​ໃນ​ຊີ​ວິດ​ສາ​ມາດ​ຖືກ​ແກ້​ໄຂ​ໃຫ້​ຖືກ​ຕ້ອງ​ໄດ້ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ການ​ຟື້ນ​ຄືນ​ພຣະ​ຊົນ, ການ​ຟື້ນ​ຄືນ​ຊີ​ວິດ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ຢ້ຽມ​ຢາມ​ປ່າ​ຊ້າ

ໂລກ​ວິນ​ຍານ

ຫລາຍ​ຄົນ​ສົງ​ໄສ​ວ່າ, “ຈະ​ເກີດ​ຫຍັງ​ຂຶ້ນ​ຫລັງ​ຈາກ​ຂ້ອຍ​ຕາຍ​ໄປ?” ແຜນ​ແຫ່ງ​ຄວາມ​ລອດ​ໃຫ້​ຄຳ​ຕອບ​ທີ່​ສຳ​ຄັນ​ບາງ​ຢ່າງ​ຕໍ່​ຄຳ​ຖາມ​ນີ້.

ຄວາມ​ຕາຍ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ “ແຜນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ” ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຮົາ (2 ນີ​ໄຟ 9:6). ແທນ​ທີ່​ຈະ​ເປັນ​ການ​ສິ້ນ​ສຸດ​ຂອງ​ການ​ດຳ​ລົງ​ຢູ່​ຂອງ​ເຮົາ, ຄວາມ​ຕາຍ​ເປັນ​ຂັ້ນ​ຕອນ​ຕໍ່​ໄປ ໃນ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ເຮົາ. ເພື່ອ​ຈະ​ກາຍ​ເປັນ​ເໝືອນ​ພຣະ​ເຈົ້າ, ເຮົາ​ຕ້ອງ​ປະ​ສົບ​ກັບ​ຄວາມ​ຕາຍ ແລະ ຕໍ່​ມາ​ໄດ້​ຮັບ​ຮ່າງ​ກາຍ​ທີ່​ສົມ​ບູນ ແລະ ຟື້ນ​ຄືນ​ແລ້ວ.

ເມື່ອ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ​ຕາຍ​ໄປ, ວິນ​ຍານ​ຂອງ​ເຮົາ​ມີ​ຊີ​ວິດ​ຕໍ່​ໄປ ເພື່ອ​ອາ​ໄສ​ຢູ່​ໃນ​ໂລກ​ວິນ​ຍານ. ນີ້​ແມ່ນ​ສະ​ພາ​ວະ​ຊົ່ວ​ຄາວ​ຂອງ​ການ​ຮຽນ​ຮູ້ ແລະ ກຽມ​ພ້ອມ​ກ່ອນ​ການ​ຟື້ນ​ຄືນ​ຊີ​ວິດ ແລະ ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ. ຄວາມ​ຮູ້​ຂອງ​ເຮົາ​ຈາກ​ຊີ​ວິດ​ມະ​ຕະ​ຍັງ​ຄົງ​ຢູ່​ກັບ​ເຮົາ.

ໃນ​ໂລກ​ວິນ​ຍານ, ຜູ້​ຄົນ​ທີ່​ໄດ້​ຮັບ​ເອົາ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ “ຖືກ​ຮັບ​ເຂົ້າ​ໃນ​ສະ​ພາບ​ແຫ່ງ​ຄວາມ​ສຸກ, ຊຶ່ງ​ເອີ້ນ​ວ່າ ທີ່​ສຸ​ຂະ​ເສີມ” (ແອວ​ມາ 40:12). ເດັກ​ນ້ອຍ​ກໍ​ຖືກ​ຮັບ​ເຂົ້າ​ໃນ​ທີ່​ສຸ​ຂະ​ເສີມ​ເຊັ່ນ​ກັນ​ເມື່ອ​ພວກ​ເຂົາ​ຕາຍ​ໄປ.

ວິນ​ຍານ​ໃນ​ທີ່​ສຸ​ຂະ​ເສີມ​ຈະ​ສະ​ຫງົບ​ສຸກ​ຈາກ​ບັນ​ຫາ ແລະ ຄວາມ​ໂສກ​ເສົ້າ. ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ເຕີບ​ໂຕ​ທາງ​ວິນ​ຍານ, ເຮັດ​ວຽກ​ງານ​ຂອງ​ພຣະ​ເຈົ້າ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ກັນ. ເຂົາ​ເຈົ້າ​ຈະ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຕໍ່​ຜູ້​ທີ່​ບໍ່​ໄດ້​ຮັບ​ເອົາ​ມັນ​ໃນ​ຊ່ວງ​ມະ​ຕະ​ຂອງ​ເຂົາ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:32–37, 57–59).

ໃນ​ໂລກ​ວິນ​ຍານ, ຜູ້​ຄົນ​ທີ່​ບໍ່​ສາ​ມາດ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ຫລື ຜູ້​ທີ່​ເລືອກ​ບໍ່​ຮັກ​ສາ​ພຣະ​ບັນ​ຍັດ, ຈະ​ປະ​ສົບ​ກັບ​ຂໍ້​ຈຳ​ກັດ​ບາງ​ຢ່າງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:6–37; ແອວ​ມາ 40:6–14). ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພາະ​ພຣະ​ເຈົ້າ​ຊົງ​ຍຸດ​ຕິ​ທຳ ແລະ ມີ​ເມດ​ຕາ, ເຂົາ​ເຈົ້າ​ຈະ​ມີ​ໂອ​ກາດ​ທີ່​ຈະ​ຮັບ​ການ​ສິດ​ສອນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຖ້າ​ຫາກ​ເຂົາ​ເຈົ້າ​ຮັບ​ເອົາ ແລະ ກັບ​ໃຈ, ເຂົາ​ເຈົ້າ​ຈະ​ຖືກ​ໄຖ່​ຈາກ​ບາບ​ຂອງ​ເຂົາ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:58; ເບິ່ງ 138:31–35; 128:22 ນຳ​ອີກ). ເຂົາ​ເຈົ້າ​ຈະ​ຖືກ​ຕ້ອນ​ຮັບ​ເຂົ້າ​ສູ່​ຄວາມ​ສະ​ຫງົບ​ຂອງ​ທີ່​ສຸ​ຂະ​ເສີມ. ໃນ​ທີ່​ສຸດ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ບ່ອນ​ຢູ່​ໃນ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ ອີງ​ຕາມ​ການ​ເລືອກ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ ໃນ​ຊ່ວງ​ມະ​ຕະ ແລະ ໃນ​ໂລກ​ວິນ​ຍານ.

ເຮົາ​ຢູ່​ໃນ​ໂລກ​ວິນ​ຍານ​ຈົນ​ກວ່າ​ເຮົາ​ຈະ​ຟື້ນ​ຄືນ​ຊີ​ວິດ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ການ​ຟື້ນ​ຄືນ​ຊີ​ວິດ, ຄວາມ​ລອດ, ແລະ ຄວາມ​ສູງ​ສົ່ງ

ການ​ຟື້ນ​ຄືນ​ຊີ​ວິດ

ແຜນ​ຂອງ​ພຣະ​ເຈົ້າ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ເຕີບ​ໂຕ ແລະ ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ. ຫລັງ​ຈາກ​ເວ​ລາ​ຂອງ​ເຮົາ​ຢູ່​ໃນ​ໂລກ​ວິນ​ຍານ, ການ​ຟື້ນ​ຄືນ​ຊີ​ວິດ​ເປັນ​ຂັ້ນ​ຕອນ​ຕໍ່​ໄປ ໃນ​ການ​ເຕີບ​ໂຕ​ນັ້ນ.

ການ​ຟື້ນ​ຄືນ​ຊີ​ວິດ​ເປັນ​ການ​ກັບ​ມາ​ລວມ​ກັນ​ອີກ​ຂອງ​ຮ່າງ​ກາຍ ແລະ ວິນ​ຍານ​ຂອງ​ເຮົາ. ເຮົາ​ແຕ່​ລະ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ. ສິ່ງ​ນີ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ໂດຍ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. (ເບິ່ງ ແອວ​ມາ 11:42–44.)

ເມື່ອ​ເຮົາ​ຟື້ນ​ຄືນ​ຊີ​ວິດ, ເຮົາ​ແຕ່​ລະ​ຄົນ​ຈະ​ມີ​ຮ່າງ​ກາຍ​​ທີ່​ເປັນ​ເນື້ອ​ໜັງ​ທີ່​ສົມ​ບູນ​ແບບ, ເປັນ​ອິດ​ສະ​ລະ​ຈາກ​ຄວາມ​ເຈັບ​ປວດ ແລະ ຄວາມ​ເຈັບ​ປ່ວຍ. ເຮົາ​ຈະ​ເປັນ​ອະ​ມະ​ຕະ, ດຳ​ລົງ​ຢູ່​ຕະ​ຫລອດ​ໄປ.

ຄວາມລອດ

ເພາະ​ເຮົາ​ຈະ​ສາ​ມາດ​ຟື້ນ​ຄືນ​ຊີ​ວິດ, ເຮົາ​ທຸກ​ຄົນ​ຈະ​ລອດ—ຫລື ໄດ້​ຮັບ​ຄວາມ​ລອດ—ຈາກ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ. ຂອງ​ປະ​ທານ​ນີ້​ຖືກ​ມອບ​ໃຫ້​ເຮົາ​ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເຮົາ​ກໍ​ສາ​ມາດ​ຖືກ​ຊ່ວຍ​ໃຫ້​ລອດ—ຫລື ໄດ້​ຮັບ​ຄວາມ​ລອດ—ຈາກ​ຜົນ​ສະ​ທ້ອນ​ທີ່​ກົດ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ຮຽກ​ຮ້ອງ​ສຳ​ລັບ​ບາບ​ຂອງ​ເຮົາ​ເຊັ່ນ​ກັນ. ຂອງ​ປະ​ທານ​ນີ້​ກໍ​ຍັງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ຜ່ານ​ທາງ​ພຣະ​ຄຸນ​ຄວາມ​ດີ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ເຢ​ຊູ​ຄຣິດ ເມື່ອ​ເຮົາ​ກັບ​ໃຈ. (ເບິ່ງ ແອວ​ມາ 42:13–15, 21–25.)

ຄວາມສູງສົ່ງ

ຄວາມ​ສູງ​ສົ່ງ, ຫລື ຊີ​ວິດ​ນິ​ລັນ​ດອນ, ເປັນ​ສະ​ພາ​ວະ​ທີ່​ສູງ​ສຸດ​ຂອງ​ຄວາມ​ສຸກ ແລະ ລັດ​ສະ​ໝີ​ພາບ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ. ຄວາມ​ສູງ​ສົ່ງ​ແມ່ນ​ຂອງ​ປະ​ທານ​ທີ່​ມີ​ເງື່ອນ​ໄຂ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ, “ເງື່ອນ​ໄຂ​ທີ່​ເໝາະ​ສົມ​ເຫລົ່າ​ນັ້ນ​ແມ່ນ​ລວມ​ທັງ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ການ​ກັບ​ໃຈ, ການ​ບັບ​ຕິ​ສະ​ມາ, ການ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ສືບ​ຕໍ່​ຊື່​ສັດ​ຕໍ່​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ” (“Salvation and Exaltation,” Liahona, May 2008, 9).

ຄວາມ​ສູງ​ສົ່ງ​ໝາຍ​ເຖິງ​ການ​ຢູ່​ກັບ​ພຣະ​ເຈົ້າ​ຕະ​ຫລອດ​ໄປ ໃນ​ຄອບ​ຄົວ​ນິ​ລັນ​ດອນ. ມັນ​ຄື​ການ​ຮູ້​ຈັກ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ, ການ​ກາຍ​ເປັນ​ເໝືອນ​ດັ່ງ​ພວກ​ພຣະ​ອົງ, ແລະ ມີ​ປະ​ສົບ​ການ​ໃນ​ຊີ​ວິດ​ເໝືອນ​ດັ່ງ​ທີ່​ພວກ​ພຣະ​ອົງ​ຊື່ນ​ຊົມ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮູບ​ພາບ
ແສງ​ຕາ​ເວັນ​ສ່ອງ​ຜ່ານ​ກ້ອນ​ເມກ

ການ​ພິ​ພາກ​ສາ ແລະ ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ

ໝາຍ​ເຫດ: ເມື່ອ​ສິດ​ສອນ​ກ່ຽວ​ກັບ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ເປັນ​ເທື່ອ​ທຳ​ອິດ, ໃຫ້​ສິດ​ສອນ​ໃນ​ລະ​ດັບ​ພື້ນ​ຖານ ຕາມ​ຄວາມ​ຕ້ອງ​ການ ແລະ ຄວາມ​ເຂົ້າ​ໃຈ​ຂອງ​ບຸກ​ຄົນ.

ເມື່ອ​ເຮົາ​ຟື້ນ​ຄືນ​ຊີ​ວິດ, ພຣະ​ເຢ​ຊູ​ຄຣິດ​ຈະ​ເປັນ​ຜູ້​ພິ​ພາກ​ສາ​ທີ່​ຍຸດ​ຕິ​ທຳ ແລະ ມີ​ເມດ​ຕາ​ຂອງ​ເຮົາ. ໂດຍ​ມີ​ຂໍ້​ຍົກ​ເວັ້ນ​ໜ້ອຍ​ທີ່​ສຸດ, ເຮົາ​ແຕ່​ລະ​ຄົນ​ຈະ​ໄດ້​ຮັບ​ບ່ອນ​ຢູ່​ໃນ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ. ເຖິງ​ແມ່ນ​ວ່າ​ເຮົາ​ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ, ແຕ່​ເຮົາ​ທຸກ​ຄົນ​ຈະ​ບໍ່​ໄດ້​ຮັບ​ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ​ທີ່​ເໝືອນ​ກັນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:22–24, 29–34; 130:20–21; 132:5).

ບຸກ​ຄົນ​ທີ່​ບໍ່​ໄດ້​ມີ​ໂອ​ກາດ​ທີ່​ຈະ​ເຂົ້າ​ໃຈ ແລະ ເຊື່ອ​ຟັງ​ກົດ​ຂອງ​ພຣະ​ເຈົ້າ​ຢ່າງ​ເຕັມ​ສ່ວນ​ໃນ​ຊ່ວງ​ຊີ​ວິດ​ມະ​ຕະ​ຂອງ​ເຂົາ​ເຈົ້າ ຈະ​ໄດ້​ຮັບ​ໂອ​ກາດ​ນັ້ນ​ຢູ່​ໃນ​ໂລກ​ວິນ​ຍານ. ພຣະ​ເຢ​ຊູ​ຈະ​ພິ​ພາກ​ສາ​ແຕ່​ລະ​ຄົນ​ຕາມ​ສັດ​ທາ, ວຽກ​ງານ, ຄວາມ​ປາດ​ຖະ​ໜາ, ແລະ ການ​ກັບ​ໃຈ​ຂອງ​ເຂົາ​ໃນ​ຊ່ວງ​ມະ​ຕະ ແລະ ໃນ​ໂລກ​ວິນ​ຍານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:32–34, 57–59).

ພຣະ​ຄຳ​ພີ​ສິດ​ສອນ​ເຖິງ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ຂອງ​ຊັ້ນ​ສູງ, ຊັ້ນ​ກາງ, ແລະ ຊັ້ນ​ຕ່ຳ. ແຕ່​ລະ​ແຫ່ງ​ເປັນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ, ຄວາມ​ຍຸດ​ຕິ​ທຳ, ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ.

ຜູ້​ທີ່​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ, ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ​ເຈົ້າ, ຮັບ​ເອົາ​ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ, ຮັກ​ສາ​ພັນ​ທະ​ສັນ​ຍາ, ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ຈະ​ໄດ້​ຮັບ​ຄວາມ​ລອດ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ. ອາ​ນາ​ຈັກ​ນີ້​ຍັງ​ຈະ​ລວມ​ທັງ​ຜູ້​ທີ່ບໍ່​ໄດ້​ມີ​ໂອ​ກາດ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ໃນ​ຊ່ວງ​ຊີ​ວິດ​ມະ​ຕະ​ຂອງ​ເຂົາ​ເຈົ້າ ແຕ່ “ຈະ​ຮັບ​ມັນ​ໄວ້​ດ້ວຍ​ສຸດ​ໃຈ​ຂອງ​ພວກ​ເຂົາ” ແລະ ໄດ້​ເຮັດ​ເຊັ່ນ​ນັ້ນ​ໃນ​ໂລກ​ວິນ​ຍານ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:8; ເບິ່ງ ຂໍ້​ທີ 7 ນຳ​ອີກ). ເດັກ​ນ້ອຍ​ທີ່​ໄດ້​ຕາຍ​ກ່ອນ​ອາ​ຍຸ​ທີ່​ຮັບ​ຜິດ​ຊອບ (ອາ​ຍຸ​ແປດ​ປີ) ກໍ​ຈະ​ໄດ້​ຮັບ​ຄວາມ​ລອດ​ເຊັ່ນ​ກັນ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:10).

ໃນ​ພຣະ​ຄຳ​ພີ, ອາ​ນາ​ຈັກ​ຊັ້ນ​ສູງ​ຖືກ​ປຽບ​ທຽບ​ໃສ່​ກັບ​ລັດ​ສະ​ໝີ​ພາບ ຫລື ຄວາມ​ສະ​ຫວ່າງ​ຂອງ​ດວງ​ຕາ​ເວັນ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:50–70.)

ຜູ້​ຄົນ​ທີ່​ໄດ້​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ກຽດ “ຜູ້​ທີ່​ບໍ່​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ໃນ​ເນື້ອ​ໜັງ, ແຕ່​ຕໍ່​ມາ​ໄດ້​ຮັບ​ເອົາ​ມັນ” ຈະ​ໄດ້​ຮັບ​ບ່ອນ​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ກາງ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:74). ເຊັ່ນ​ດຽວ​ກັນ​ສຳ​ລັບ​ຜູ້​ທີ່​ບໍ່​ກ້າ​ກ່າວ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ເຖິງ​ພຣະ​ເຢ​ຊູ. ອາ​ນາ​ຈັກ​ນີ້​ຖືກ​ປຽບ​ທຽບ​ໃສ່​ກັບ​ລັດ​ສະ​ໝີ​ພາບ​ຂອງ​ດວງ​ເດືອນ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:71–80.)

ຜູ້​ທີ່​ສືບ​ຕໍ່​ໃນ​ການ​ເຮັດ​ບາບ ແລະ ບໍ່​ກັບ​ໃຈ​ໃນ​ຊີ​ວິດ​ນີ້ ຫລື ບໍ່​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ໂລກ​ວິນ​ຍານ ຈະ​ໄດ້​ຮັບ​ລາງວັນ​ໃນ​ອາ​ນາ​ຈັກ​ຊັ້ນ​ຕ່ຳ. ອາ​ນາ​ຈັກ​ນີ້​ຖືກ​ປຽບ​ທຽບ​ໃສ່​ກັບ​ລັດ​ສະ​ໝີ​ພາບ​ຂອງ​ດວງ​ດາວ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:81–86.)

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ໂຄງ​ຮ່າງ​ບົດ​ຮຽນ​ສັ້ນ​ຫາ​ປານ​ກາງ

ແນວ​ທາງ​ຊີ້​ນຳ​ດັ່ງ​ຕໍ່​ໄປ​ນີ້​ເປັນ​ຕົວ​ຢ່າງ​ຂອງ​ສິ່ງ​ທີ່​ທ່ານ​ອາດ​ສິດ​ສອນ​ຄົນ​ໃດ​ຄົນ​ໜຶ່ງ ຖ້າ​ຫາກ​ທ່ານ​ມີ​ເວ​ລາ​ໜ້ອຍ. ເມື່ອ​ໃຊ້​ໂຄງ​ຮ່າງ​ນີ້, ໃຫ້​ເລືອກ​ຫລັກ​ທຳ​ໜຶ່ງ​ຂໍ້ ຫລື ຫລາຍ​ກວ່າ​ນັ້ນ​ເພື່ອ​ສິດ​ສອນ. ພື້ນ​ຖານ​ຄຳ​ສອນ​ສຳ​ລັບ​ຫລັກ​ທຳ​ແຕ່​ລະ​ຂໍ້​ແມ່ນ​ມີ​ໃຫ້​ກ່ອນ​ໜ້າ​ນີ້ ໃນ​ບົດ​ຮຽນ.

ຂະ​ນະ​ທີ່​ທ່ານ​ສິດ​ສອນ, ໃຫ້​ຖາມ​ຄຳ​ຖາມ ແລະ ຟັງ. ສະ​ເໜີ​ຄຳ​ເຊື້ອ​ເຊີນ​ທີ່​ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ. ຄຳ​ເຊື້ອ​ເຊີນ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​ຄື​ການ​ໃຫ້​ບຸກ​ຄົນ​ນັ້ນ​ໄດ້​ພົບ​ກັບ​ທ່ານ​ຕື່ມ​ອີກ. ຄວາມ​ຍາວ​ຂອງ​ບົດ​ຮຽນ​ຈະ​ຂຶ້ນ​ກັບ​ຄຳ​ຖາມ​ທີ່​ທ່ານ​ຖາມ ແລະ ການ​ຟັງ​ທີ່​ທ່ານ​ເຮັດ.

ສິ່ງ​ທີ່​ທ່ານ​ອາດ​ຈະ​ສິດ​ສອນ​ຜູ້​ຄົນ​ພາຍ​ໃນ 3–10 ນາ​ທີ

  • ເຮົາ​ທຸກ​ຄົນ​ເປັນ​ລູກ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ. ເຮົາ​ເປັນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພຣະ​ອົງ. ພຣະ​ອົງ​ຮູ້​ຈັກ ແລະ ຮັກ​ເຮົາ​ແຕ່​ລະ​ຄົນ.

  • ພຣະ​ເຈົ້າ​ໄດ້​ຈັດ​ກຽມ​ແຜນ​ໄວ້​ສຳ​ລັບ​ຄວາມ​ສຸກ ແລະ ຄວາມ​ກ້າວ​ໜ້າ​ຂອງ​ເຮົາ ໃນ​ຊີ​ວິດ​ນີ້ ແລະ ໃນ​ນິ​ລັນ​ດອນ.

  • ໃນ​ແຜນ​ຂອງ​ພຣະ​ເຈົ້າ, ເຮົາ​ຕ້ອງ​ມາ​ສູ່​ໂລກ ເພື່ອ​ຮັບ​ເອົາ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ, ຮຽນ​ຮູ້, ແລະ ເຕີບ​ໂຕ.

  • ພຣະ​ເຢ​ຊູ​ຄຣິດ​ເປັນ​ສູນ​ກາງ​ໃນ​ແຜນ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.

  • ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ເຈົ້າ, ພຣະ​ເຢ​ຊູ​ໄດ້​ສ້າງ​ແຜ່ນ​ດິນ​ໂລກ.

  • ປະ​ສົບ​ການ​ຂອງ​ເຮົາ​ຢູ່​ເທິງ​ໂລກ​ຖືກມອບ​ໃຫ້​ເຮົາ ເພື່ອ​ຊ່ວຍ​ໃຫ້​ເຮົາ​ກຽມ​ພ້ອມ​ທີ່​ຈະ​ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.

  • ເຮົາ​ແຕ່​ລະ​ຄົນ​ເຮັດ​ບາບ, ແລະ ເຮົາ​ແຕ່​ລະ​ຄົນ​ຈະ​ຕາຍ. ເພາະ​ພຣະ​ເຈົ້າ​ຮັກ​ເຮົາ, ພຣະ​ອົງ​ຈຶ່ງ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມາ​ສູ່​ໂລກ ເພື່ອ​ໄຖ່​ເຮົາ​ຈາກ​ບາບ ແລະ ຄວາມ​ຕາຍ.

  • ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ບໍ່​ຍຸດ​ຕິ​ທຳ​ໃນ​ຊີ​ວິດ​ສາ​ມາດ​ຖືກ​ແກ້​ໄຂ​ໃຫ້​ຖືກ​ຕ້ອງ​ໄດ້ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ເມື່ອ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ​ຕາຍ​ໄປ, ວິນ​ຍານ​ຂອງ​ເຮົາ​ມີ​ຊີ​ວິດ​ຕໍ່​ໄປ. ໃນ​ທີ່​ສຸດ​ເຮົາ​ຈະ​ຟື້ນ​ຄືນ​ຊີ​ວິດ. ນີ້​ໝາຍ​ຄວາມ​ວ່າ ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ແຕ່​ລະ​ຄົນ​ຈະ​ກັບ​ມາ​ລວມ​ກັນ​ອີກ​ຄັ້ງ, ແລະ ເຮົາ​ແຕ່​ລະ​ຄົນ​ຈະ​ມີ​ຊີ​ວິດ​ຕະ​ຫລອດ​ໄປ ໃນ​ຮ່າງ​ກາຍ​ທີ່​ສົມ​ບູນ​ແບບ ແລະ ຟື້ນ​ຄືນ​ຊີ​ວິດ​ແລ້ວ.

  • ເມື່ອ​ເຮົາ​ຟື້ນ​ຄືນ​ຊີ​ວິດ, ພຣະ​ເຢ​ຊູ​ຄຣິດ​ຈະ​ເປັນ​ຜູ້​ພິ​ພາກ​ສາ​ຂອງ​ເຮົາ. ໂດຍ​ມີ​ຂໍ້​ຍົກ​ເວັ້ນ​ໜ້ອຍ​ທີ່​ສຸດ, ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ຈະ​ໄດ້​ຮັບ​ບ່ອນ​ຢູ່​ໃນ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ. ເຮົາ​ສາ​ມາດ​ກັບ​ຄືນ​ໄປ​ອາ​ໄສ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ຖ້າ​ຫາກ​ເຮົາ​ຊື່​ສັດ.

ພິມ