ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 3: ບົດ​ຮຽນ​ທີ 3—ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ


“ບົດ​ທີ 3: ບົດ​ຮຽນ​ທີ 3—ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ບົດ​ທີ 3: ບົດ​ຮຽນ​ທີ 3,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ບົດ​ທີ 3: ບົດ​ຮຽນ​ທີ 3

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ
ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ, ໂດຍ ແຮ​ຣີ ແອນ​ເດີ​ສັນ

ຜູ້​ຄົນ​ອາດ​ສົງ​ໄສ

  • ພຣະ​ເຢ​ຊູ​ຄຣິດ​ແມ່ນ​ໃຜ? ພຣະ​ອົງ​ຈະ​ຊ່ວຍ​ຂ້ອຍ​ກັບ​ຄອບ​ຄົວ​ຂອງ​ຂ້ອຍ​ໄດ້​ແນວ​ໃດ?

  • ການ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ການ​ມີ​ສັດ​ທາ​ໃນ​ພຣະ​ອົງ​ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຂ້ອຍ​ໄດ້​ແນວ​ໃດ?

  • ການ​ກັບ​ໃຈ​ໝາຍ​ຄວາມ​ວ່າ​ແນວ​ໃດ?

  • ຂ້ອຍ​ຈະ​ຮູ້​ສຶກ​ເຖິງ​ສັນ​ຕິ​ສຸກ ແລະ ການ​ໃຫ້​ອະ​ໄພ​ຂອງ​ພຣະ​ເຈົ້າ ຫລັງ​ຈາກ​ຂ້ອຍ​ໄດ້​ເລືອກ​ເຮັດ​ສິ່ງ​ທີ່​ບໍ່​ດີ​ໄດ້​ແນວ​ໃດ?

  • ແມ່ນ​ຫຍັງ​ຄື​ຈຸດ​ປະ​ສົງ​ຂອງ​ການ​ບັບ​ຕິ​ສະ​ມາ?

  • ແມ່ນ​ຫຍັງ​ຄື​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ?

  • ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື​ວິ​ທີ​ທີ່​ເຮົາ​ມາ​ຫາ​ພຣະ​ຄຣິດ. ມັນ​ງ່າຍ​ດາຍ​ພຽງ​ພໍ​ທີ່​ເດັກ​ນ້ອຍ​ກໍ​ສາ​ມາດ​ເຂົ້າ​ໃຈ​ມັນ​ໄດ້. ບົດ​ຮຽນ​ນີ້​ສຸມ​ໃສ່​ພຣະ​ກິດ​ຕິ​ຄຸນ ແລະ ຄຳ​ສອນ​ຂອງ​ພຣະ​ຄຣິດ, ລວມ​ທັງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ການ​ກັບ​ໃຈ, ການ​ບັບ​ຕິ​ສະ​ມາ, ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ. ມັນ​ກໍ​ຍັງ​ສຸມ​ໃສ່​ວິ​ທີ​ທີ່​ພຣະ​ກິດ​ຕິ​ຄຸນ​ເປັນ​ພອນ​ໃຫ້​ແກ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ນຳ​ອີກ.

ຄຳ​ວ່າ ພຣະ​ກິດ​ຕິ​ຄຸນ ຕາມ​ຈິງ​ແລ້ວ​ໝາຍ​ເຖິງ “ຂ່າວ​ປະ​ເສີດ.” ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຂ່າວ​ປະ​ເສີດ ເພາະ​ມັນ​ໃຫ້​ຄຳ​ສອນ—ຄວາມ​ຈິງ​ນິ​ລັນ​ດອນ—ທີ່​ເຮົາ​ຕ້ອງ​ການ​ເພື່ອ​ມາ​ຫາ​ພຣະ​ອົງ ແລະ ໄດ້​ຮັບ​ຄວາມ​ລອດ (ເບິ່ງ 1 ນີ​ໄຟ 15:14). ພຣະ​ກິດ​ຕິ​ຄຸນ​ສິດ​ສອນ​ເຮົາ​ເຖິງ​ວິ​ທີ​ການ​ດຳ​ລົງ​ຊີ​ວິດ​ທີ່​ດີ ແລະ ມີ​ຄວາມ​ໝາຍ. ຂ່າວ​ປະ​ເສີດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈັດ​ກຽມ​ຫົນ​ທາງ​ໃຫ້​ເຮົາ​ເພື່ອ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ບາບ, ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ, ແລະ ການ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.

ຄຳ​ແນະ​ນຳ​ສຳ​ລັບ​ການ​ສິດ​ສອນ

ພາກ​ນີ້​ມີ​ໂຄງ​ຮ່າງ​ຕົວ​ຢ່າງ ເພື່ອ​ຊ່ວຍ​ໃຫ້​ທ່ານ​ກະ​ກຽມ​ທີ່​ຈະ​ສິດ​ສອນ. ມັນ​ຍັງ​ມີ​ຕົວ​ຢ່າງ​ຂອງ​ຄຳ​ຖາມ ແລະ ຄຳ​ເຊື້ອ​ເຊີນ​ທີ່​ທ່ານ​ອາດ​ໃຊ້​ນຳ​ອີກ.

ຂະ​ນະ​ທີ່​ທ່ານ​ກຽມ​ພ້ອມ​ທີ່​ຈະ​ສິດ​ສອນ, ໃຫ້​ພິ​ຈາ​ລະ​ນາ​ດ້ວຍ​ການ​ອະ​ທິ​ຖານ​ກ່ຽວ​ກັບ​ສະ​ຖາ​ນະ​ການ ແລະ ຄວາມ​ຕ້ອງ​ການ​ທາງວິນ​ຍານ​ຂອງ​ບຸກ​ຄົນ. ຕັດ​ສິນ​ໃຈ​ວ່າ​ອັນ​ໃດ​ຈະ​ເປັນ​ປະ​ໂຫຍດ​ຫລາຍ​ທີ່​ສຸດ​ທີ່​ຈະ​ສິດ​ສອນ. ກຽມ​ນິ​ຍາມ​ສັບ​ທີ່​ຜູ້​ຄົນ​ອາດ​ບໍ່​ເຂົ້າ​ໃຈ. ວາງ​ແຜນ​ຕາມ​ເວ​ລາ​ທີ່​ທ່ານ​ຈະ​ມີ, ຈື່​ຈຳ​ໄວ້​ວ່າ​ໃຫ້​ບົດ​ຮຽນ​ສັ້ນໆ.

ເລືອກ​ຂໍ້​ພຣະ​ຄຳ​ພີ​ເພື່ອ​ໃຊ້​ຂະ​ນະ​ທີ່​ທ່ານ​ສິດ​ສອນ. ພາກ “ພື້ນ​ຖານ​ຄຳ​ສອນ” ຂອງ​ບົດ​ຮຽນ​ປະ​ກອບ​ດ້ວຍ​ຂໍ້​ພຣະ​ຄຳ​ພີ​ທີ່​ເປັນ​ປະ​ໂຫຍດ​ຫລາຍ​ຂໍ້.

ພິ​ຈາ​ລະ​ນາ​ວ່າ​ຈະ​ຖາມ​ຄຳ​ຖາມ​ໃດ​ຂະ​ນະ​ທີ່​ທ່ານ​ສິດ​ສອນ. ວາງ​ແຜນ​ເຊື້ອ​ເຊີນ​ທີ່​ຈະ​ຊຸກ​ຍູ້​ແຕ່​ລະ​ຄົນ​ໃຫ້​ປະ​ຕິ​ບັດ.

ເນັ້ນ​ພອນ​ທີ່​ພຣະ​ເຈົ້າ​ໄດ້​ສັນ​ຍາ​ໄວ້, ແລະ ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສິດ​ສອນ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ​ຄອບ​ຄົວ​ໜຶ່ງ

ສິ່ງ​ທີ່​ທ່ານ​ອາດ​ຈະ​ສິດ​ສອນ​ຜູ້​ຄົນ​ພາຍ​ໃນ 15-25 ນາ​ທີ

ເລືອກ​ຫລັກ​ທຳ​ຂໍ້​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ​ດັ່ງ​ຕໍ່​ໄປ​ນີ້​ເພື່ອ​ສິດ​ສອນ. ພື້ນ​ຖານ​ຄຳ​ສອນ​ສຳ​ລັບ​ແຕ່​ລະ​ຫລັກ​ທຳ​ແມ່ນ​ມີ​ໃຫ້​ຫລັງ​ຈາກ​ໂຄງ​ຮ່າງ​ນີ້.

ພາ​ລະ​ກິດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຢ​ຊູ​ຄຣິດ

  • ພຣະ​ເຈົ້າ​ໄດ້​ສົ່ງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມາ​ສູ່​ໂລກ ເພື່ອ​ໄຖ່​ເຮົາ​ຈາກ​ບາບ ແລະ ຄວາມ​ຕາຍ.

  • ເພາະ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ, ເຮົາ​ຈຶ່ງ​ສາ​ມາດ​ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ຈາກ​ບາບ​ຂອງ​ເຮົາ ແລະ ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ​ເມື່ອ​ເຮົາ​ກັບ​ໃຈ.

  • ຫລັງ​ຈາກ​ພຣະ​ເຢ​ຊູ​ໄດ້​ຖືກ​ຄຶງ, ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ. ເພາະ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ເຮົາ​ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ​ຫລັງ​ຈາກ​ເຮົາ​ຕາຍ. ນີ້​ໝາຍ​ຄວາມ​ວ່າ ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ແຕ່​ລະ​ຄົນ​ຈະ​ກັບ​ມາ​ລວມ​ກັນ​ອີກ​ຄັ້ງ, ແລະ ເຮົາ​ແຕ່​ລະ​ຄົນ​ຈະ​ມີ​ຊີ​ວິດ​ຕະ​ຫລອດ​ໄປ ໃນ​ຮ່າງ​ກາຍ​ທີ່​ສົມ​ບູນ​ແບບ ແລະ ຟື້ນ​ຄືນ​ຊີ​ວິດ​ແລ້ວ.

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

  • ສັດ​ທາ​ແມ່ນ​ຫລັກ​ທຳ​ຂໍ້​ທຳ​ອິດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ລວມ​ທັງ​ການ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ ການ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ.

  • ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຫລັກ​ທຳ​ຂອງ​ການ​ກະ​ທຳ ແລະ ພະ​ລັງ.

  • ເຮົາ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ​ໂດຍ​ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ແລະ ການ​ເຊື່ອ​ຟັງ​ພຣະ​ວິນ​ຍານ.

ການ​ກັບ​ໃຈ

  • ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ນຳ​ເຮົາ​ໄປ​ສູ່​ການ​ກັບ​ໃຈ. ການ​ກັບ​ໃຈ​ແມ່ນ​ຂະ​ບວນ​ການ​ທີ່​ຫັນ​ມາ​ຫາ​ພຣະ​ເຈົ້າ ແລະ ຫັນ​ຫລັງ​ໃຫ້​ບາບ. ເມື່ອ​ເຮົາ​ກັບ​ໃຈ, ການ​ກະ​ທຳ, ຄວາມ​ປາດ​ຖະ​ໜາ, ແລະ ຄວາມ​ຄິດ​ຂອງ​ເຮົາ​ຈະ​ປ່ຽນ​ໄປ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ.

  • ເມື່ອ​ເຮົາ​ກັບ​ໃຈ​ຢ່າງ​ຈິງ​ໃຈ, ພຣະ​ເຈົ້າ​ໃຫ້​ອະ​ໄພ​ແກ່​ເຮົາ. ການ​ໃຫ້​ອະ​ໄພ​ເປັນ​ໄປ​ໄດ້​ເພາະ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ.

  • ເມື່ອ​ເຮົາ​ກັບ​ໃຈ, ເຮົາ​ຮູ້​ສຶກ​ສະ​ຫງົບ ຂະ​ນະ​ທີ່​ຄວາມ​ຮູ້​ສຶກ​ຜິດ ແລະ ຄວາມ​ໂສກ​ເສົ້າ​ຂອງ​ເຮົາ​ຖືກ​ປິ່ນ​ປົວ.

  • ການ​ກັບ​ໃຈ​ເປັນ​ຂະ​ບວນ​ການ​ຕະ​ຫລອດ​ຊີ​ວິດ. ພຣະ​ເຈົ້າ​ຍິນ​ດີ​ຕ້ອນ​ຮັບ​ເຮົາ​ກັບ​ມາ ທຸກ​ເທື່ອ​ທີ່​ເຮົາ​ກັບ​ໃຈ. ພຣະ​ອົງ​ຈະ​ບໍ່​ມີ​ວັນ​ຍອມ​ແພ້​ກັບ​ເຮົາ.

ການ​ບັບ​ຕິ​ສະ​ມາ: ພັນ​ທະ​ສັນ​ຍາ​ທຳ​ອິດ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ

  • ການ​ບັບ​ຕິ​ສະ​ມາ​ແມ່ນ​ວິ​ທີ​ທີ່​ເຮົາ​ເຂົ້າ​ສູ່​ຄວາມ​ສຳ​ພັນ​ໃນ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ເປັນ​ຄັ້ງ​ທຳ​ອິດ.

  • ການ​ບັບ​ຕິ​ສະ​ມາ​ມີ​ສອງ​ສ່ວນ: ການ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ແລະ ດ້ວຍ​ພຣະ​ວິນ​ຍານ. ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ເຮົາ​ໄດ້​ຮັບ​ການ​ຊຳ​ລະ​ຈາກ​ບາບ​ຂອງ​ເຮົາ, ແລະ ເຮັດ​ໃຫ້​ເຮົາ​ເລີ່ມ​ຕົ້ນ​ໃໝ່​ໃນ​ຊີ​ວິດ.

  • ເຮົາ​ຮັບ​ບັບ​ຕິ​ສະ​ມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ, ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ.

  • ເດັກ​ນ້ອຍ​ບໍ່​ຕ້ອງ​ຮັບ​ບັບ​ຕິ​ສະ​ມາ ຈົນ​ກວ່າ​ເຂົາ​ມີ​ອາ​ຍຸ​ແປດ​ປີ. ເດັກ​ນ້ອຍ​ຜູ້​ໄດ້​ຕາຍ​ກ່ອນ​ອາ​ຍຸ​ນັ້ນ ໄດ້​ຖືກ​ໄຖ່​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ທຸກ​ອາ​ທິດ​ໃນ​ການ​ລະ​ນຶກ​ເຖິງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ ແລະ ເພື່ອ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ.

ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

  • ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ສະ​ມາ​ຊິກ​ອົງ​ທີ​ສາມ​ໃນ​ຝ່າຍ​ພຣະ​ເຈົ້າ.

  • ຫລັງ​ຈາກ​ທີ່​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ, ເຮົາ​ກໍ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຜ່ານ​ທາງ​ພິ​ທີ​ການ​ແຫ່ງ​ການ​ຢືນ​ຢັນ.

  • ເມື່ອ​ເຮົາ​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເຮົາ​ສາ​ມາດ​ມີ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ອົງ ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ ຖ້າ​ຫາກ​ເຮົາ​ຊື່​ສັດ.

  • ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຊຳ​ລະ​ເຮົາ​ໃຫ້​ບໍ​ລິ​ສຸດ, ນຳ​ພາ​ເຮົາ, ປອບ​ໂຍນ​ເຮົາ, ແລະ ຊ່ວຍ​ໃຫ້​ເຮົາ​ຮູ້​ຄວາມ​ຈິງ.

ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ

  • ການ​ອົດ​ທົນ​ແມ່ນ​ລວມ​ທັງ​ການ​ສືບ​ຕໍ່​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ​ທຸກ​ວັນ. ເຮົາ​ສືບ​ຕໍ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ, ສະ​ແຫວງ​ຫາ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ຮັບ​ສ່ວນ​ສິນ​ລະ​ລຶກ.

  • ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ຢ່າງ​ຊື່​ສັດ, ພຣະ​ເຈົ້າ​ສັນ​ຍາ​ວ່າ ເຮົາ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ພອນ​ແກ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ

  • ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຊື່ນ​ຊົມ​ຫລາຍ​ຂຶ້ນ, ເປັນ​ແຮງ​ບັນ​ດານ​ໃຈ​ໃນ​ການ​ກະ​ທຳ​ຂອງ​ເຮົາ, ແລະ ເສີມ​ສ້າງ​ຄວາມ​ສຳ​ພັນ​ຂອງ​ເຮົາ.

  • ເຮົາ​ມັກ​ຈະ​ມີ​ຄວາມ​ສຸກ—ທັງ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ—ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ຜ່ານ​ທາງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຄອບ​ຄົວ​ໄດ້​ຮັບ​ພອນ​ໃນ​ຊີ​ວິດ​ນີ້ ແລະ ສາ​ມາດ​ຢູ່​ນຳ​ກັນ​ຊົ່ວ​ນິ​ລັນ​ດອນ ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.

ຄຳ​ຖາມ​ທີ່​ທ່ານ​ອາດ​ຈະ​ໃຊ້​ຖາມ​ຜູ້​ຄົນ

ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້​ແມ່ນ​ຕົວ​ຢ່າງ​ຂອງ​ສິ່ງ​ທີ່​ທ່ານ​ອາດ​ຈະ​ຖາມ​ຜູ້​ຄົນ. ຄຳ​ຖາມ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ມີ​ການ​ສົນ​ທະ​ນາ​ທີ່​ມີ​ຄວາມ​ໝາຍ ແລະ ເຂົ້າ​ໃຈ​ຄວາມ​ຕ້ອງ​ການ ແລະ ທັດ​ສະ​ນະ​ຂອງ​ບຸກ​ຄົນ.

  • ເຈົ້າ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ?

  • ການ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ເຈົ້າ?

  • ເຈົ້າ​ຢາກ​ປ່ຽນ​ຫຍັງ​ແດ່​ໃນ​ຊີ​ວິດ​ຂອງ​ເຈົ້າ?

  • ເຈົ້າ​ເຂົ້າ​ໃຈ​ຫຍັງ​ແດ່​ກ່ຽວ​ກັບ​ການ​ກັບ​ໃຈ?

  • ເຈົ້າ​ເຂົ້າ​ໃຈ​ຫຍັງ​ແດ່​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ? ຕອນ​ນີ້​ເຈົ້າ​ສາ​ມາດ​ເຮັດ​ຫຍັງ​ແດ່ ເພື່ອ​ກຽມ​ພ້ອມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ?

  • ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ສາ​ມາດ​ຊ່ວຍ​ເຈົ້າ​ໃນ​ການ​ເດີນ​ທາງ​ຂອງ​ເຈົ້າ​ກັບ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໄດ້​ແນວ​ໃດ?

  • ມີ​ການ​ທ້າ​ທາຍ​ໃດ​ແດ່​ທີ່​ເຈົ້າ ຫລື ຄອບ​ຄົວ​ຂອງ​ເຈົ້າ​ກຳ​ລັງ​ປະ​ເຊີນ​ຢູ່? ຂໍ​ໃຫ້​ພວກ​ເຮົາ​ແບ່ງ​ປັນ​ບາງ​ວິ​ທີ​ທີ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ເຫລືອ​ຊິ​ໄດ້​ບໍ?

ຄຳ​ເຊື້ອ​ເຊີນ​ທີ່​ທ່ານ​ອາດ​ຈະ​ໃຊ້

  • ເຈົ້າ​ຈະ​ທູນ​ຖາມ​ພຣະ​ເຈົ້າ​ໃນ​ຄຳ​ອະ​ທິ​ຖານ​ຫລື​ບໍ່ ເພື່ອ​ຊ່ວຍ​ໃຫ້​ເຈົ້າ​ຮູ້​ວ່າ​ສິ່ງ​ທີ່​ພວກ​ເຮົາ​ສິດ​ສອນ​ນັ້ນ​ເປັນ​ຄວາມ​ຈິງ? (ເບິ່ງ “ຄວາມ​ຮູ້​ແຈ້ງ​ດ້ານ​ການ​ສິດ​ສອນ: ການ​ອະ​ທິ​ຖານ” ໃນ​ພາກ​ສຸດ​ທ້າຍ​ຂອງ​ບົດ​ຮຽນ​ທີ 1.)

  • ເຈົ້າ​ຈະ​ໄປ​ໂບດ​ໃນ​ວັນ​ອາ​ທິດ​ນີ້​ຫລື​ບໍ່ ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ສິດ​ສອນ?

  • ເຈົ້າ​ຈະ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ແລະ ອະ​ທິ​ຖານ​ຫລື​ບໍ່ ເພື່ອ​ຈະ​ໄດ້​ຮູ້​ວ່າ​ມັນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ? (ທ່ານ​ອາດ​ຈະ​ແນະ​ນຳ​ບົດ ຫລື ຂໍ້​ສະ​ເພາະ​ໃດ​ໜຶ່ງ.)

  • ເຈົ້າ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ ແລະ ຮັບ​ບັບ​ຕິ​ສະ​ມາ​ຫລື​ບໍ່? (ເບິ່ງ “ການ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ,” ຊຶ່ງ​ຢູ່​ກ່ອນ​ໜ້າ​ບົດ​ຮຽນ​ທີ 1 ທັນ​ທີ.)

  • ພວກ​ເຮົາ​ຈະ​ກຳ​ນົດ​ເວ​ລາ​ສຳ​ລັບ​ການ​ຢ້ຽມ​ຢາມ​ຄັ້ງ​ຕໍ່​ໄປ​ຂອງ​ພວກ​ເຮົາ​ຊິ​ໄດ້​ບໍ?

ພຶ້ນ​ຖານ​ຄຳ​ສອນ

ພາກ​ນີ້​ມີ​ຄຳ​ສອນ ແລະ ຂໍ້​ພຣະ​ຄຳ​ພີ​ໃຫ້​ທ່ານ​ສຶກ​ສາ​ເພື່ອ​ເສີມ​ສ້າງ​ຄວາມ​ຮູ້ ແລະ ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ແລະ ເພື່ອ​ຊ່ວຍ​ທ່ານ​ສິດ​ສອນ.

ຮູບ​ພາບ
ພຣະ​ເຢ​ຊູ​ໄດ້​ໃຊ້​ສິບ​ສອງ​ຄົນ​ນີ້​ອອກ​ໄປ, ໂດຍ ວາວ​ເຕີ ເຣນ

ພາ​ລະ​ກິດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຢ​ຊູ​ຄຣິດ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສົ່ງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມາ​ສູ່​ໂລກ ເພື່ອ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທຸກ​ຄົນ ທີ່​ຈະ​ປະ​ສົບ​ກັບ​ຄວາມ​ສຸກ​ຢູ່​ໃນ​ໂລກ​ນີ້ ແລະ ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ. “ແລະ ນີ້​ຄື​ພຣະ​ກິດ​ຕິ​ຄຸນ, ຂ່າວ​ອັນ​ໜ້າ​ຊື່ນ​ຊົມ, … ວ່າ [ພຣະ​ເຢ​ຊູ​ຄຣິດ] ໄດ້​ມາ​ສູ່​ໂລກ … ເພື່ອ​ຮັບ​ເອົາ​ບາບ​ຂອງ​ໂລກ, ແລະ ເພື່ອ​ເຮັດ​ໃຫ້​ໂລກ​ບໍ​ລິ​ສຸດ, ແລະ ເພື່ອ​ຊຳ​ລະ​ລ້າງ​ມັນ​ຈາກ​ຄວາມ​ບໍ່​ຊອບ​ທຳ​ທັງ​ໝົດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:40–42).

ໂດຍ​ທີ່​ເປັນ​ມະ​ຕະ, ເຮົາ​ທຸກ​ຄົນ​ຈະ​ເຮັດ​ບາບ, ແລະ ເຮົາ​ທຸກ​ຄົນ​ຈະ​ຕາຍ. ບາບ ແລະ ຄວາມ​ຕາຍ​ຈະ​ກີດ​ກັນ​ເຮົາ​ຈາກ​ການ​ມີ​ຊີ​ວິດ​ນິ​ລັນ​ດອນ​ກັບ​ພຣະ​ເຈົ້າ ເວັ້ນ​ເສຍ​ແຕ່​ເຮົາ​ຈະ​ມີ​ພຣະ​ຜູ້​ໄຖ່ (ເບິ່ງ 2 ນີ​ໄຟ 9). ກ່ອນ​ໂລກ​ໄດ້​ຖືກ​ສ້າງ​ຂຶ້ນ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເລືອກ​ເອົາ​ພຣະ​ເຢ​ຊູ​ຄຣິດ​ເພື່ອ​ໄຖ່​ເຮົາ. ໃນ​ການ​ສະ​ແດງ​ຄວາມ​ຮັກ​ອັນ​ສູງ​ສົ່ງ, ພຣະ​ເຢ​ຊູ​ໄດ້​ມາ​ສູ່​ໂລກ ແລະ ສຳ​ເລັດ​ພາ​ລະ​ກິດ​ອັນ​ສູງ​ສົ່ງ​ນີ້. ພຣະ​ອົງ​ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ຖືກ​ໄຖ່​ຈາກ​ບາບ​ຂອງ​ເຮົາ, ແລະ ພຣະ​ອົງ​ໄດ້​ຮັບ​ຮອງ​ວ່າ ເຮົາ​ຈະ​ຟື້ນ​ຄືນ​ຊີ​ວິດ​ຫລັງ​ຈາກ​ເຮົາ​ຕາຍ.

ພຣະ​ເຢ​ຊູ​ໄດ້​ມີ​ຊີ​ວິດ​ທີ່​ບໍ່​ມີ​ບາບ. ໃນ​ຕອນ​ທ້າຍ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ໃນ​ຊ່ວງ​ມະ​ຕະ, ພຣະ​ອົງ​ໄດ້​ຮັບ​ເອົາ​ບາບ​ຂອງ​ເຮົາ ໂດຍ​ການ​ຮັບ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ເຄັດ​ເຊ​ມາ​ເນ ເມື່ອ​ພຣະ​ອົງ​ໄດ້​ເສຍ​ສະ​ລະ (ເບິ່ງ 1 ນີ​ໄຟ 11:33). ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ເຢ​ຊູ​ຍິ່ງ​ໃຫຍ່ ຈົນ​ເຮັດ​ໃຫ້​ພຣະ​ອົງ “ຕ້ອງ​ສັ່ນ​ເພາະ​ຄວາມ​ເຈັບ​ປວດ, ແລະ ເລືອດ​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:18). ຫລັງ​ຈາກ​ການ​ຄຶງ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ຟື້ນ​ຄືນ​ພຣະ​ຊົນ, ຮັບ​ໄຊ​ຊະ​ນະ​ເໜືອ​ຄວາມ​ຕາຍ. ຮ່ວມ​ກັນ, ເຫດ​ການ​ເຫລົ່າ​ນີ້​ເປັນ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ບາບ​ຂອງ​ເຮົາ​ເຮັດ​ໃຫ້​ເຮົາ​ບໍ່​ສະ​ອາດ​ທາງ​ວິນ​ຍານ, ແລະ “ສິ່ງ​ທີ່​ເປິ​ເປື້ອນ​ຈະ​ບໍ່​ສາ​ມາດ​ຢູ່​ກັບ​ພຣະ​ເຈົ້າ​ໄດ້” (1 ນີ​ໄຟ 10:21). ນອກ​ເໜືອ​ຈາກ​ນີ້, ກົດ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ຮຽກ​ຮ້ອງ​ຜົນ​ສະ​ທ້ອນ​ສຳ​ລັບ​ບາບ​ຂອງ​ເຮົາ.

ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຈັດ​ຫາ​ວິ​ທີ​ໃຫ້​ເຮົາ​ເພື່ອ​ຮັບ​ການ​ຊຳ​ລະ​ໃຫ້​ສະ​ອາດ​ຈາກ​ບາບ ແລະ ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ​ເມື່ອ​ເຮົາ​ກັບ​ໃຈ. ມັນ​ຍັງ​ຈັດ​ຫາ​ວິ​ທີ​ຕອບ​ສະ​ໜອງ​ການ​ຮຽກ​ຮ້ອງ​ຂອງ​ຄວາມ​ຍຸດ​ຕິ​ທຳ​ນຳ​ອີກ (ເບິ່ງ ແອວ​ມາ 42:15, 23–24). ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ເຮົາ … ໄດ້​ທົນ​ທຸກ​ທໍ​ລະ​ມານ​ກັບ​ສິ່ງ​ເຫລົ່າ​ນີ້​ແທນ​ທຸກ​ຄົນ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ບໍ່​ໄດ້​ທົນ​ທຸກ​ທໍ​ລະ​ມານ​ຖ້າ​ຫາກ​ພວກ​ເຂົາ​ຈະ​ກັບ​ໃຈ; ແຕ່​ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ ພວກ​ເຂົາ​ຈະ​ຕ້ອງ​ທົນ​ທຸກ​ທໍ​ລະ​ມານ​ແມ່ນ​ແຕ່​ເໝືອນ​ດັ່ງ​ເຮົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:16–17). ຖ້າ​ຫາກ​ບໍ່​ແມ່ນ​ເພາະ​ພຣະ​ເຢ​ຊູ​ຄຣິດ, ບາບ​ຈະ​ຢຸດ​ຕິ​ຄວາມ​ຫວັງ​ທັງ​ໝົດ​ສຳ​ລັບ​ການ​ດຳ​ລົງ​ຢູ່​ໃນ​ອະ​ນາ​ຄົດ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ໃນ​ການ​ຖວາຍ​ພຣະ​ອົງ​ເອງ​ເປັນ​ເຄື່ອງ​ບູ​ຊາ​ແທນ​ເຮົາ, ພຣະ​ເຢ​ຊູ​ບໍ່​ໄດ້​ກຳ​ຈັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສ່ວນ​ຕົວ​ຂອງ​ເຮົາ. ເຮົາ​ຕ້ອງ​ມີ​ສັດ​ທາ​ໃນ​ພຣະ​ອົງ, ແລະ ພະ​ຍາ​ຍາມ​ເຊື່ອ​ຟັງ​ພຣະ​ບັນ​ຍັດ. ເມື່ອ​ເຮົາ​ກັບ​ໃຈ, ພຣະ​ເຢ​ຊູ​ຈະ​ທວງ​ເອົາ​ສິດ​ທິ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ຈາກ​ພຣະ​ບິ​ດາ​ແທນ​ເຮົາ (ເບິ່ງ ໂມ​ໂຣ​ໄນ 7:27–28). ເພາະ​ການ​ອ້ອນວອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ໃຫ້​ອະ​ໄພ​ແກ່​ເຮົາ, ຜ່ອນ​ຄາຍ​ເຮົາ​ຈາກ​ພາ​ລະ ແລະ ຄວາມ​ຮູ້​ສຶກ​ຜິດ​ຈາກ​ບາບ​ຂອງ​ເຮົາ (ເບິ່ງ ໂມ​ໄຊ​ຢາ 15:7–9). ເຮົາ​ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ທາງ​ວິນ​ຍານ ແລະ ໃນ​ທີ່​ສຸດ​ສາ​ມາດ​ຖືກ​ຕ້ອນ​ຮັບ​ເຂົ້າ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.

ພາ​ລະ​ກິດ​ທີ່​ສູງ​ສົ່ງ​ຂອງ​ພຣະ​ເຢ​ຊູ​ກໍ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ລອດ​ຈາກ​ຄວາມ​ຕາຍ​ນຳ​ອີກ. ເພາະ​ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ, ເຮົາ​ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ​ຫລັງ​ຈາກ​ເຮົາ​ຕາຍ. ນີ້​ໝາຍ​ຄວາມ​ວ່າ ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ແຕ່​ລະ​ຄົນ​ຈະ​ກັບ​ມາ​ລວມ​ກັນ​ອີກ​ຄັ້ງ, ແລະ ເຮົາ​ແຕ່​ລະ​ຄົນ​ຈະ​ມີ​ຊີ​ວິດ​ຕະ​ຫລອດ​ໄປ ໃນ​ຮ່າງ​ກາຍ​ທີ່​ສົມ​ບູນ​ແບບ ແລະ ຟື້ນ​ຄືນ​ຊີ​ວິດ​ແລ້ວ. ຖ້າ​ຫາກ​ບໍ່​ແມ່ນ​ເພາະ​ພຣະ​ເຢ​ຊູ​ຄຣິດ, ຄວາມ​ຕາຍ​ຈະ​ຢຸດ​ຕິ​ຄວາມ​ຫວັງ​ທັງ​ໝົດ​ສຳ​ລັບ​ການ​ດຳ​ລົງ​ຢູ່​ໃນ​ອະ​ນາ​ຄົດ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ພຣະ​ເຈົ້າ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ

ຄວາມ​ລອດ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

ຫລັກ​ທຳ​ຂໍ້​ທຳ​ອິດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ສັດ​ທາ​ເປັນ​ພື້ນ​ຖານ​ສຳ​ລັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ອື່ນໆ​ທັງ​ໝົດ.

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ລວມ​ທັງ​ການ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ພຣະ​ອົງ​ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ. ມັນ​ລວມ​ທັງ​ການ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ—ວ່າ​ພຣະ​ອົງ​ເປັນ​ພຽງ​ທາງ​ດຽວ​ເທົ່າ​ນັ້ນ​ຂອງ​ເຮົາ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​​ເຈົ້າ (ເບິ່ງ ກິດ​ຈະ​ການ 4:10–12; ໂມ​ໄຊ​ຢາ 3:17; 4:6–8). ເຮົາ​ຖືກ​ເຊື້ອ​ເຊີນ​ໃຫ້​ໃຊ້ “ສັດ​ທາ​ອັນ​ບໍ່​ສັ່ນ​ສະ​ເທືອນ​ໃນ​ພຣະ​ອົງ, ໄວ້​ວາງ​ໃຈ​ຢ່າງ​ເຕັມ​ທີ່​ໃນ​ພຣະ​ຄຸນ​ຄວາມ​ດີ​ຂອງ​ພຣະ​ອົງ ຜູ້​ຊົງ​ອາ​ນຸ​ພາບ​ເພື່ອ​ຊ່ວຍ​ໃຫ້​ລອດ” (2 ນີ​ໄຟ 31:19).

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ລວມ​ທັງ​ການ​ເຊື່ອ​ວ່າ ພຣະ​ອົງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ແທນ​ບາບ​ຂອງ​ເຮົາ ໃນ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ເພາະ​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ, ເຮົາ​ຈຶ່ງ​ສາ​ມາດ​ຖືກ​ເຮັດ​ໃຫ້​ສະ​ອາດ ແລະ ຖືກ​ໄຖ່​ເມື່ອ​ເຮົາ​ກັບ​ໃຈ. ການ​ຊຳ​ລະ​ລ້າງ​ນີ້​ຊ່ວຍ​ໃຫ້​ເຮົາ​ພົບ​ສັນ​ຕິ​ສຸກ ແລະ ຄວາມ​ຫວັງ​ໃນ​ຊີ​ວິດ​ນີ້. ມັນ​ຍັງ​ຊ່ວຍ​ໃຫ້​ເຮົາ​ໄດ້​ຮັບ​ຄວາມ​ສົມ​ບູນ​ແຫ່ງ​ຄວາມ​ຊື່ນ​ຊົມ ຫລັງ​ຈາກ​ເຮົາ​ຕາຍ​ນຳ​ອີກ.

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ລວມ​ທັງ​ການ​ໄວ້​ວາງ​ໃຈ​ວ່າ ຜ່ານ​ທາງ​ພຣະ​ອົງ, ເຮົາ​ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ​ຫລັງ​ຈາກ​ເຮົາ​ຕາຍ. ສັດ​ທາ​ນີ້​ສາ​ມາດ​ສະ​ໜັບ​ສະ​ໜູນ ແລະ ປອບ​ໂຍນ​ເຮົາ​ໃນ​ເວ​ລາ​ທີ່​ສູນ​ເສຍ. ຄວາມ​ໂສກ​ເສົ້າ​ຂອງ​ການ​ຕາຍ​ສາ​ມາດ​ຖືກ​ກຳ​ຈັດ​ອອກ​ໄປ​ໂດຍ​ຄຳ​ສັນ​ຍາ​ຂອງ​ການ​ຟື້ນ​ຄືນ​ຊີ​ວິດ.

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ລວມ​ທັງ​ການ​ເຊື່ອ ແລະ ການ​ໄວ້​ວາງ​ໃຈ​ວ່າ ພຣະ​ອົງ​ໄດ້​ຮັບ​ເອົາ​ຄວາມ​ທຸກ ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ​ໄວ້​ກັບ​ພຣະ​ອົງ​ເອງ (ເບິ່ງ ເອ​ຊາ​ຢາ 53:3–5). ພຣະ​ອົງ​ຮູ້​ໂດຍ​ປະ​ສົບ​ການ​ຂອງ​ພຣະ​ອົງ​ວ່າ​ຈະ​ສະ​ໜັບ​ສະ​ໜູນ​ເຮົາ​ຢ່າງ​ມີ​ເມດ​ຕາ​ຜ່ານ​ການ​ທ້າ​ທາຍ​ໃນ​ຊີ​ວິດ​ໄດ້​ແນວ​ໃດ (ເບິ່ງ ແອວ​ມາ 7:11–12; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 122:8). ເມື່ອ​ເຮົາ​ໃຊ້​ສັດ​ທາ, ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ກ້າວ​ໄປ​ໜ້າ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ.

ຜ່ານ​ທາງ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ອົງ, ພຣະ​ເຢ​ຊູ​ສາ​ມາດ​ປິ່ນ​ປົວ​ເຮົາ​ທາງ​ກາຍ ແລະ ທາງວິນ​ຍານ. ພຣະ​ອົງ​ພ້ອມ​ສະ​ເໝີ​ທີ່​ຈະ​ຊ່ວຍ​ເຮົາ ເມື່ອ​ເຮົາ​ຈື່​ຈຳ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ ທີ່​ຈະ “ເບິ່ງ​ທີ່​ເຮົາ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ, ຢ່າ​ສົງ​ໄສ, ຢ່າ​ສູ່​ຢ້ານ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36).

ຫລັກ​ທຳ​ຂອງ​ການ​ກະ​ທຳ ແລະ ພະ​ລັງ

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ນຳ​ພາ​ໄປ​ສູ່​ການ​ກະ​ທຳ. ເຮົາ​ສະ​ແດງ​ສັດ​ທາ​ຂອງ​ເຮົາ​ໂດຍ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ ແລະ ການ​ເຮັດ​ຄວາມ​ດີ​ທຸກ​ວັນ. ເຮົາ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ. ເຮົາ​ຈົງ​ຮັກ​ພັກ​ດີ​ຕໍ່​ພຣະ​ອົງ. ເຮົາ​ພະ​ຍາ​ຍາມ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.

ເມື່ອ​ເຮົາ​ໃຊ້​ສັດ​ທາ, ເຮົາ​ສາ​ມາດ​ປະ​ສົບ​ກັບ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ. ເຮົາ​ຈະ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ​ເອງ. ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ເຕີບ​ໂຕ ແລະ ຕ້ານ​ທານ​ກັບ​ການ​ລໍ້​ລວງ.

ເພີ່ມ​ພູນ​ສັດ​ທາ​ຂອງ​ເຮົາ

ສາດ​ສະ​ດາ​ແອວ​ມາ​ໄດ້​ສິດ​ສອນ​ວ່າ ການ​ສ້າງ​ສັດ​ທາ​ສາ​ມາດ​ເລີ່ມ​ຕົ້ນ​ດ້ວຍ “​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຊື່ອ” ທີ່​ລຽບ​ງ່າຍ (ແອວ​ມາ 32:27). ແລ້ວ, ເພື່ອ​ໃຫ້​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເຕີບ​ໂຕ, ເຮົາ​ຕ້ອງ​ບຳ​ລຸງ​ລ້ຽງ​ມັນ​ໂດຍ​ການ​ຮຽນ​ຮູ້​ພຣະ​ຄຳ​ຂອງ​ພຣະ​ອົງ, ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະ​ອົງ, ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ແອວ​ມາ​ໄດ້​ສິດ​ສອນ​ວ່າ ເມື່ອ​ເຮົາ​ບຳ​ລຸງ​ລ້ຽງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ໃຈ​ເຮົາ​ດ້ວຍ​ຄວາມ​ອົດ​ທົນ ແລະ ພາກ​ພຽນ, “ມັນ​ຈະ​ແຕກ​ຮາກ [ແລະ ກາຍ​ເປັນ] ຕົ້ນ​ທີ່​ງອກ​ງາມ​ໄປ​ສູ່​ຊີ​ວິດ​ອັນ​ເປັນ​ນິດ”—ຈຶ່ງ​ເຮັດ​ໃຫ້​ສັດ​ທາ​ຂອງ​ເຮົາ​ເຂັ້ມ​ແຂງ​ຂຶ້ນ (ແອວ​ມາ 32:41; ເບິ່ງ ຂໍ້​ທີ 26–43).

ການ​ສຶກ​ສາ​ພຣະ​ຄຳ​ພີ

ສັດ​ທາ, ພະ​ລັງ, ແລະ ຄວາມ​ລອດ

ຄຳ​ສອນ​ແຫ່ງ​ສັດ​ທາ

ຕົວ​ຢ່າງ​ແຫ່ງ​ສັດ​ທາ

ວຽກ​ງານ ແລະ ການ​ເຊື່ອ​ຟັງ

ສັດ​ທາ​ໄປ​ສູ່​ການ​ກັບ​ໃຈ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ການ​ກັບ​ໃຈ

ການ​ກັບ​ໃຈ​ຄື​ຫຍັງ?

ການ​ກັບ​ໃຈ ຄື​ຫລັກ​ທຳ​ຂໍ້​ທີ​ສອງ​ຂອງ​ພຣະ​ກິດ​ຕິ​ຄຸນ. ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ອົງ​ນຳ​ເຮົາ​ໄປ​ສູ່​ການ​ກັບ​ໃຈ (ເບິ່ງ ຮີ​ລາ​ມັນ 14:13). ການ​ກັບ​ໃຈ​ແມ່ນ​ຂະ​ບວນ​ການ​ທີ່​ຫັນ​ມາ​ຫາ​ພຣະ​ເຈົ້າ ແລະ ຫັນ​ຫລັງ​ໃຫ້​ບາບ. ເມື່ອ​ເຮົາ​ກັບ​ໃຈ, ການ​ກະ​ທຳ, ຄວາມ​ປາດ​ຖະ​ໜາ, ແລະ ຄວາມ​ຄິດ​ຂອງ​ເຮົາ​ຈະ​ປ່ຽນ​ໄປ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ. ການ​ໃຫ້​ອະ​ໄພ​ຈາກ​ບາບ​ຖືກ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ການ​ກັບ​ໃຈ​ແມ່ນ​ເປັນ​ຫລາຍ​ກວ່າ​ພຽງ​ແຕ່​ການ​ໃຊ້​ຄວາມ​ຕັ້ງ​ໃຈ​ເພື່ອ​ປ່ຽນ​ແປງ​ພຶດ​ຕິ​ກຳ ຫລື ການ​ເອົາ​ຊະ​ນະ​ຄວາມ​ອ່ອນ​ແອ​ເທົ່າ​ນັ້ນ. ການ​ກັບ​ໃຈ​ແມ່ນ​ການ​ຫັນ​ມາ​ຫາ​ພຣະ​ຄຣິດ​ຢ່າງ​ຈິງ​ໃຈ, ຜູ້​ປະ​ທານ​ພະ​ລັງ​ໃຫ້​ເຮົາ​ເພື່ອ​ປະ​ສົບ​ກັບ “ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່” ໃນ​ໃຈ​ຂອງ​ເຮົາ (ແອວ​ມາ 5:12–14). ເມື່ອ​ເຮົາ​ປະ​ສົບ​ກັບ​ການ​ປ່ຽນ​ແປງ​ນີ້​ໃນ​ໃຈ, ເຮົາ​ໄດ້​ເກີດ​ໃໝ່​ທາງ​ວິນ​ຍານ (ເບິ່ງ ໂມ​ໄຊ​ຢາ 27:24–26).

ຜ່ານ​ທາງ​ການ​ກັບ​ໃຈ, ເຮົາ​ພັດ​ທະ​ນາ​ມຸມ​ມອງ​ໃໝ່​ກ່ຽວ​ກັບ​ພຣະ​ເຈົ້າ, ຕົວ​ເຮົາ​ເອງ, ແລະ ໂລກ. ເຮົາ​ຮູ້​ສຶກ​ໃໝ່​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ເຮົາ ໃນ​ຖາ​ນະ​ລູກ​ຂອງ​ພຣະ​ອົງ—ແລະ ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ມີ​ຕໍ່​ເຮົາ. ໂອ​ກາດ​ທີ່​ຈະ​ກັບ​ໃຈ​ເປັນ​ໜຶ່ງ​ໃນ​ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ເຮົາ​ຜ່ານ​ທາງ​ພຣະ​ບຸດ​ຂອງ​ພຣະ​ອົງ.

ຂະ​ບວນ​ການ​ຂອງ​ການ​ກັບ​ໃຈ

ເມື່ອ​ເຮົາ​ກັບ​ໃຈ, ເຮົາ​ຮັບ​ຮູ້​ບາບ​ຂອງ​ເຮົາ ແລະ ຮູ້​ສຶກ​ເສຍ​ໃຈ​ແທ້ໆ. ເຮົາ​ສາ​ລະ​ພາບ​ບາບ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ແລະ ທູນ​ຂໍ​ການ​ໃຫ້​ອະ​ໄພ​ຈາກ​ພຣະ​ອົງ. ເຮົາ​ຍັງ​ສາ​ລະ​ພາບ​ບາບ​ທີ່​ຮ້າຍ​ແຮງ​ຕໍ່​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ໄດ້​ຮັບ​ສິດ​ອຳ​ນາດ, ຜູ້​ຈະ​ສະ​ໜັບ​ສະ​ໜູນ​ເຮົາ​ເມື່ອ​ເຮົາ​ກັບ​ໃຈ. ເຮົາ​ເຮັດ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ເພື່ອ​ທົດ​ແທນ, ຊຶ່ງ​ໝາຍ​ຄວາມ​ວ່າ ການ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາ​ຂອງ​ການ​ກະ​ທຳ​ຂອງ​ເຮົາ ທີ່​ເຮົາ​ໄດ້​ເຮັດ​ໄປ​ນັ້ນ. ການ​ກັບ​ໃຈ​ທີ່​ແທ້​ຈິງ​ສະ​ແດງ​ໃຫ້​ເຫັນ​ໄດ້​ດີ​ທີ່​ສຸດ ໂດຍ​ການ​ກະ​ທຳ​ທີ່​ຊອບ​ທຳ​ໃນ​ຊ່ວງ​ໄລ​ຍະ​ໜຶ່ງ.

ການ​ກັບ​ໃຈ​ເປັນ​ຂະ​ບວນ​ການ​ປະ​ຈຳ​ວັນ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ. “ທຸກ​ຄົນ​ໄດ້​ເຮັດ​ຜິດ​ບາບ, ແລະ ຂາດ​ຈາກ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ” (ໂຣມ 3:23). ເຮົາ​ຄວນ​ສືບ​ຕໍ່​ກັບ​ໃຈ, ຈື່​ຈຳ​ວ່າ ເຮົາ “ສາ​ມາດ​ສູ້​ກັບ​ທຸກ​ສິ່ງ​ໄດ້​ໂດຍ​ພຣະ​ອົງ​ຜູ້​ຊົງ​ຊູ​ກຳ​ລັງ” ເຮົາ (ຟີ​ລິບ​ປອຍ 4:13). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ຮອງ​ເຮົາ​ວ່າ “ເຖິງ​ແມ່ນ​ວ່າ​ຜູ້​ຄົນ​ຂອງ​ເຮົາ​ຈະ​ກັບ​ໃຈ​ເທົ່າ​ໃດ​ເທື່ອ​ກໍ​ຕາມ ເຮົາ​ກໍ​ຈະ​ໃຫ້​ອະ​ໄພ​ແກ່​ເຂົາ” (ໂມ​ໄຊ​ຢາ 26:30).

ພອນ​ຂອງ​ການ​ກັບ​ໃຈ

ການ​ກັບ​ໃຈ​ເປັນ​ຫລັກ​ທຳ​ໃນ​ທາງ​ບວກ ທີ່​ນຳ​ຄວາມ​ຊື່ນ​ຊົມ ແລະ ສັນ​ຕິ​ສຸກ​ມາ​ໃຫ້. ມັນ​ນຳ​ເຮົາ “ໄປ​ຫາ​ອຳ​ນາດ​ຂອງ​ພຣະ​ຜູ້​ໄຖ່, ໄປ​ຫາ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ [ຂອງ​ເຮົາ]” (ຮີ​ລາ​ມັນ 5:11).

ເມື່ອ​ເຮົາ​ກັບ​ໃຈ, ຄວາມ​ຮູ້​ສຶກ​ຜິດ ແລະ ຄວາມ​ໂສກ​ເສົ້າ​ຂອງ​ເຮົາ​ໄດ້​ຖືກ​ປິ່ນ​ປົວ ໃນ​ຂະ​ບວນ​ການ​ຂອງ​ເວ​ລາ. ເຮົາ​ຈະ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ຢ່າງ​ລົ້ນ​ເຫລືອ. ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ເຮັດ​ຕາມ​ພຣະ​ເຈົ້າ​ຈະ​ເຕີບ​ໂຕ​ຂຶ້ນ.

ຮູບ​ພາບ
ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ

“ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ຄິດ​ວ່າ ການ​ກັບ​ໃຈ​ເປັນ​ການ​ລົງ​ໂທດ—ເປັນ​ບາງ​ສິ່ງ​ທີ່​ຕ້ອງ​ຫລີກ​ເວັ້ນ. … ແຕ່​ຄວາມ​ຮູ້​ສຶກ​ວ່າ​ຕົວ​ເອງ​ຖືກ​ລົງ​ໂທດ​ແມ່ນ​ມາ​ຈາກ​ຊາ​ຕານ. ມັນ​ພະ​ຍາ​ຍາມ​ກີດ​ກັນ​ເຮົາ​ບໍ່​ໃຫ້​ຫວັງ​ເພິ່ງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ຢືນ​ວາ​ແຂນ​ຢູ່, ດ້ວຍ​ຄວາມ​ຫວັງ ແລະ ຄວາມ​ເຕັມ​ພຣະ​ໄທ ທີ່​ຈະ​ປິ່ນ​ປົວ, ໃຫ້​ອະ​ໄພ, ຊຳ​ລະ​ລ້າງ, ຊູ​ກຳ​ລັງ, ເຮັດ​ໃຫ້​ເຮົາ​ສະ​ອາດ, ແລະ ບໍ​ລິ​ສຸດ” (Russell M. Nelson, “We Can Do Better ແລະ Be Better,” Liahona, May 2019, 67).

ການ​ສຶກ​ສາ​ພຣະ​ຄຳ​ພີ

ການ​ກັບ​ໃຈ

ການ​ໄຖ່ ແລະ ການ​ໃຫ້​ອະ​ໄພ

ຄວາມ​ເມດ​ຕາ​ສຳ​ລັບ​ຜູ້​ທີ່​ກັບ​ໃຈ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮູບ​ພາບ
ຍິງ​ໜຸ່ມ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ

ການ​ບັບ​ຕິ​ສະ​ມາ: ພັນ​ທະ​ສັນ​ຍາ​ທຳ​ອິດ​ກັບ​ພຣະ​ເຈົ້າ

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ກັບ​ໃຈ​ກະ​ກຽມ​ເຮົາ​ສຳ​ລັບ​ພິ​ທີ​ການ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ການ​ບັບ​ຕິ​ສະ​ມາ​ເປັນ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ​ຢ່າງ​ທຳ​ອິດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເມື່ອ​ເຮົາ​ຮັບ​ເອົາ​ພິ​ທີ​ການ​ແຫ່ງ​ຄວາມ​ຫວັງ​ອັນ​ໜ້າ​ຍິນ​ດີ​ນີ້, ເຮົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ທຳ​ອິດ​ກັບ​ພຣະ​ເຈົ້າ.

ພິ​ທີ​ການ​ແມ່ນ​ການ​ກະ​ທຳ ຫລື ພິ​ທີ​ທີ່​ສັກ​ສິດ ທີ່​ປະ​ຕິ​ບັດ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ພິ​ທີ​ການ​ບາງ​ຢ່າງ, ເຊັ່ນ ການ​ບັບ​ຕິ​ສະ​ມາ, ແມ່ນ​ຈຳ​ເປັນ​ຕໍ່​ຄວາມ​ລອດ​ຂອງ​ເຮົາ.

ຜ່ານ​ທາງ​ພິ​ທີ​ການ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ. ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້​ແມ່ນ​ຄຳ​ສັນ​ຍາ​ສັກ​ສິດ​ລະ​ຫວ່າງ​ເຮົາ​ກັບ​ພຣະ​ເຈົ້າ. ພຣະ​ອົງ​ສັນ​ຍາ​ວ່າ​ຈະ​ອວຍ​ພອນ​ເຮົາ ເມື່ອ​ເຮົາ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ອົງ. ເຮົາ​ຄວນ​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ເຂັ້ມ​ແຂງ ທີ່​ຈະ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ.

ພຣະ​ເຈົ້າ​ໄດ້​ຈັດ​ຫາ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ ເພື່ອ​ຊ່ວຍ​ເຮົາ​ໃຫ້​ມາ​ຫາ​ພຣະ​ອົງ ແລະ ມີ​ຊີ​ວິດ​ນິ​ລັນ​ດອນ. ເມື່ອ​ເຮົາ​ຮັບ​ເອົາ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ, ເຮົາ​ສາ​ມາດ​ປະ​ສົບ​ກັບ “ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ” ໃນ​ຊີ​ວິດ​ຂອງ​ເຮົາ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:20).

ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ວ່າ ການ​ບັບ​ຕິ​ສະ​ມາ​ແມ່ນ​ຈຳ​ເປັນ​ສຳ​ລັບ​ເຮົາ​ທີ່​ຈະ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ສະ​ຫວັນ (ເບິ່ງ ໂຢ​ຮັນ 3:5). ມັນ​ກໍ​ຍັງ​ຈຳ​ເປັນ​ສຳ​ລັບ​ເຮົາ​ທີ່​ຈະ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນຳ​ອີກ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ຕັ້ງ​ຕົວ​ຢ່າງ​ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ (ເບິ່ງ ມັດ​ທາຍ 3:13–17).

ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ພຣະ​ເຈົ້າ​ສັນ​ຍາ​ວ່າ​ຈະ​ໃຫ້​ອະ​ໄພ​ແກ່​ບາບ​ຂອງ​ເຮົາ (ເບິ່ງ ກິດ​ຈະ​ການ 22:16; 3 ນີ​ໄຟ 12:1–2). ພອນ​ທີ່​ຍິ່ງ​ໃຫຍ່​ນີ້​ເປັນ​ໄປ​ໄດ້​ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່ “ຮັກ​ເຮົາ, ແລະ ໄດ້​ຊົງ​ປົດ​ປ່ອຍ​ພວກ​ເຮົາ​ຈາກ​ການ​ຜິດ​ບາບ ດ້ວຍ​ໂລ​ຫິດ​ຂອງ​ພຣະ​ອົງ” (ພຣະ​ນິ​ມິດ 1:5). ພຣະ​ເຈົ້າ​ກໍ​ຍັງ​ສັນ​ຍາ​ວ່າ​ຈະ​ອວຍ​ພອນ​ເຮົາ​ດ້ວຍ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ອີກ ເພື່ອ​ວ່າ​ເຮົາ​ຈະ​ຖືກ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ, ນຳ​ພາ, ແລະ ປອບ​ໂຍນ.

ໃນ​ພາກ​ສ່ວນ​ຂອງ​ເຮົາ​ໃນ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ, ເຮົາ​ເປັນ​ພະ​ຍານ​ວ່າ ເຮົາ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ກໍ​ຍັງ​ສັນ​ຍາ​ວ່າ​ຈະ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ເຮົາ​ສັນ​ຍາ​ທີ່​ຈະ​ຮັກ ແລະ ຮັບ​ໃຊ້​ຄົນ​ອື່ນ, “ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ; … ຈະ​ປອບ​ໃຈ​ຄົນ​ທີ່​ຕ້ອງ​ການ​ຄວາມ​ປອບ​ໃຈ, ແລະ ຈະ​ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ” (ໂມ​ໄຊ​ຢາ 18:9; ເບິ່ງ ຂໍ້​ທີ 8–10, 13). ເຮົາ​ສະ​ແດງ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຢ​ຊູ​ຄຣິດ ຈົນ​ເຖິງ​ທີ່​ສຸດ​ຂອງ​ຊີ​ວິດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37; ໂມ​ໄຊ​ຢາ 2:17).

ຄຳ​ໝັ້ນ​ສັນ​ຍາ​ຂອງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ບັບ​ຕິ​ສະ​ມາ ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ຍິ່ງ​ໃຫຍ່. ມັນ​ກໍ​ຍັງ​ເປັນ​ການ​ດົນ​ໃຈ ແລະ ຊື່ນ​ຊົມ​ນຳ​ອີກ. ມັນ​ສ້າງ​ຄວາມ​ສຳ​ພັນ​ພິ​ເສດ​ລະ​ຫວ່າງ​ເຮົາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຊຶ່ງ​ຜ່ານ​ທາງ​ນັ້ນ​ພຣະ​ອົງ​ໄດ້​ຂະ​ຫຍາຍ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕະ​ຫລອດ​ໄປ.

ການ​ບັບ​ຕິ​ສະ​ມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ ເຮົາ​ຕ້ອງ​ຮັບ​ບັບ​ຕິ​ສະ​ມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ເພື່ອ​ການ​ປົດ​ບາບ​ຂອງ​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:72–74). ການ​ບັບ​ຕິ​ສະ​ມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ເປັນ​ສັນ​ຍາ​ລັກ​ຂອງ​ການ​ສິ້ນ​ພຣະ​ຊົນ, ການ​ຖືກ​ຝັງ, ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ໂຣມ 6:3–6).

ການ​ບັບ​ຕິ​ສະ​ມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ກໍ​ມີ​ສັນ​ຍາ​ລັກ​ທີ່​ມີ​ພະ​ລັງ​ສຳ​ລັບ​ເຮົາ​ເປັນ​ການ​ສ່ວນ​ຕົວ. ມັນ​ເປັນ​ຕົວ​ແທນ​ຂອງ​ການ​ຕາຍ​ຂອງ​ຊີ​ວິດ​ເກົ່າ, ການ​ຝັງ​ສົບ​ຂອງ​ຊີ​ວິດ​ນັ້ນ, ແລະ ການ​ຂຶ້ນ​ມາ​ຂອງ​ເຮົາ ໃນ​ການ​ເກີດ​ໃໝ່​ທາງ​ວິນ​ຍານ. ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ເລີ່ມ​ຕົ້ນ​ຂະ​ບວນ​ການ​ຂອງ​ການ​ເກີດ​ໃໝ່ ແລະ ກາຍ​ເປັນ​ບຸດ ແລະ ທິ​ດາ​ທາງ​ວິນ​ຍານ​ຂອງ​ພຣະ​ຄຣິດ (ເບິ່ງ ໂມ​ໄຊ​ຢາ 5:7–8; ໂຣມ 8:14–17).

ເດັກ​ນ້ອຍ

ເດັກ​ນ້ອຍ​ຈະ​ບໍ່​ຮັບ​ບັບ​ຕິ​ສະ​ມາ​ຈົນ​ກວ່າ​​ເຂົາ​ເຖິງ​ອາ​ຍຸ​ຂອງ​ການ​ຮັບ​ຜິດ​ຊອບ, ຊຶ່ງ​ມີ​ອາ​ຍຸ​ແປດ​ປີ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:27). ເດັກ​ນ້ອຍ​ຜູ້​ໄດ້​ຕາຍ​ໄປ​ກ່ອນ​ອາ​ຍຸນັ້ນ ຖືກ​ໄຖ່​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ໂມ​ໂຣ​ໄນ 8:4–24; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:10). ກ່ອນ​ເດັກ​ນ້ອຍ​ຈະ​ຮັບ​ບັບ​ຕິ​ສະ​ມາ, ພວກ​ເຂົາ​ຄວນ​ໄດ້​ຮັບ​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ ເພື່ອ​ວ່າ​ພວກ​ເຂົາ​ຈະ​ພ້ອມ​ສຳ​ລັບ​ຂັ້ນ​ຕອນ​ທີ່​ສຳ​ຄັນ​ນີ້​ໃນ​ຊີ​ວິດ​ຂອງ​ພວກ​ເຂົາ ເພື່ອ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ.

ສິນ​ລະ​ລຶກ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຕ້ອງ​ການ​ໃຫ້​ເຮົາ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ພຣະ​ອົງ. ເພື່ອ​ຊ່ວຍ​ເຮົາ​ເຮັດ​ສິ່ງ​ນີ້, ພຣະ​ອົງ​ໄດ້​ບັນ​ຊາ​ເຮົາ​ໃຫ້​ພົບ​ກັນ​ເລື້ອຍໆ​ເພື່ອ​ຮັບ​ສ່ວນ​ສິນ​ລະ​ລຶກ. ສິນ​ລະ​ລຶກ​ເປັນ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ພຣະ​ເຢ​ຊູ​ໄດ້​ແນະ​ນຳ​ຕໍ່​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ກ່ອນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ເປັນ​ຈຸດ​ປະ​ສົງ​ຫລັກ​ຂອງ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ໃນ​ແຕ່​ລະ​ອາ​ທິດ. ເຂົ້າ​ຈີ່ ແລະ ນ້ຳ​ຖືກອວຍ​ພອນ ແລະ ຢາຍ​ໃຫ້​ຜູ້​ຄົນ​ຢູ່​ໃນ​ບ່ອນ​ຊຸມ​ນຸມ. ເຂົ້າ​ຈີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ການ​ເສຍ​ສະ​ລະ​ພຣະ​ກາຍ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພື່ອ​ເຮົາ. ນ້ຳ​ເປັນ​ຕົວ​ແທນ​ໃຫ້​ແກ່​ໂລ​ຫິດ​ຂອງ​ພຣະ​ອົງ, ຊຶ່ງ​ໄດ້​ຫລັ່ງ​ເພື່ອ​ເຮົາ.

ການ​ຮັບ​ສ່ວນ​ເຄື່ອງ​ໝາຍ​ເຫລົ່າ​ນີ້ ແມ່ນ​ເພື່ອ​ການ​ລະ​ນຶກ​ເຖິງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເພື່ອ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ. ເຮົາ​ຮັບ​ເອົາ​ຄຳ​ສັນ​ຍາ​ໃໝ່​ວ່າ ພຣະ​ວິນ​ຍານ​ຈະ​ສະ​ຖິດ​ຢູ່​ກັບ​ເຮົາ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຕົວ​ຢ່າງ​ຂອງ​ພຣະ​ຄຣິດ

ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ

ຄຸນ​ສົມ​ບັດ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ

ພອນ​ທີ່​ສັນ​ຍາ​ໄວ້​ຂອງ​ການ​ບັບ​ຕິ​ສະ​ມາ

ຄວາມ​ຈຳ​ເປັນ​ສຳ​ລັບ​ສິດ​ອຳ​ນາດ

ພຣະ​ເຢ​ຊູ​ໄດ້​ຈັດ​ຕັ້ງ​ສິນ​ລະ​ລຶກ

ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ

ການ​ຮັບ​ສ່ວນ​ສິນ​ລະ​ລຶກ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮູບ​ພາບ
ພຣະ​ຄຣິດ​ວາງ​ພຣະ​ຫັດ​ເທິງ​ຫົວ​ຜູ້​ຍິງ

ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ການ​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ການ​ບັບ​ຕິ​ສະ​ມາ​ມີ​ສອງ​ສ່ວນ. ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ ເຮົາ​ຕ້ອງ​ໄດ້ “ບັງ​ເກີດ​ຈາກ​ນ້ຳ ແລະ ຈາກ​ພຣະ​ວິນ​ຍານ” ເພື່ອ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ (ໂຢ​ຮັນ 3:5; ເນັ້ນ​ຄຳ​ເນີ້ງ). ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ, “ການ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ເປັນ​ພຽງ​ເຄິ່ງ​ໜຶ່ງ​ຂອງ​ການ​ບັບ​ຕິ​ສະ​ມາ, ແລະ ບໍ່​ມີ​ປະ​ໂຫຍດ​ຫຍັງ​ເລີຍ ຖ້າ​ປາດ​ສະ​ຈາກ​ອີກ​ເຄິ່ງ​ໜຶ່ງ—ນັ້ນ​ຄື, ການ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (Teachings of Presidents of the Church: Joseph Smith [2007], 95).

ການ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ​ຈະ​ຕ້ອງ​ຕິດ​ຕາມ​ດ້ວຍ​ການ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ຈຶ່ງ​ຈະ​ສົມ​ບູນ. ເມື່ອ​ເຮົາ​ໄດ້​ຮັບ​ການ​ບັບ​ຕິ​ສະ​ມາ​ທັງ​ສອງ​ຄັ້ງ​ນີ້, ເຮົາ​ໄດ້​ຮັບ​ການ​​ຊຳ​ລະ​ໃຫ້​ສະ​ອາດ​ຈາກ​ບາບ ແລະ ເກີດ​ໃໝ່​ທາງວິນ​ຍານ. ແລ້ວ​ເຮົາ​ເລີ່ມ​ຕົ້ນ​ຊີ​ວິດ​ທາງ​ວິນ​ຍານ​ໃໝ່ ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ.

ເຮົາ​ໄດ້​ຮັບ​ການ​ບັບ​ຕິ​ສະ​ມາ​ທາງວິນ​ຍານ​ຜ່ານ​ທາງ​ພິ​ທີ​ການ​ທີ່​ເອີ້ນ​ວ່າ ການ​ຢືນ​ຢັນ. ພິ​ທີ​ການ​ນີ້​ຖືກ​ປະ​ຕິ​ບັດ​ໂດຍ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ໜຶ່ງ​ຄົນ ຫລື ຫລາຍ​ກວ່າ​ນັ້ນ ຜູ້​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ເຮົາ. ທຳ​ອິດ ພວກ​ເພິ່ນ​ຢືນ​ຢັນ​ເຮົາ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ແລ້ວ​ພວກ​ເພິ່ນ​ຈະ​ມອບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ເຮົາ. ນີ້​ເປັນ​ພິ​ທີ​ການ​ອັນ​ດຽວ​ກັນ​ທີ່​ອ້າງ​ເຖິງ​ໃນ​ພຣະ​ຄຳ​ພີ​ໃໝ່ ແລະ ພຣະ​ຄຳ​ພີ​ມໍ​ມອນ (ເບິ່ງ ກິດ​ຈະ​ການ 8:14–17; 3 ນີ​ໄຟ 18:36–37).

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ສະ​ມາ​ຊິກ​ອົງ​ທີ​ສາມ​ໃນ​ຝ່າຍ​ພຣະ​ເຈົ້າ. ພຣະ​ອົງ​ເຮັດ​ວຽກ​ງານ​ເປັນ​ໜຶ່ງ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ເມື່ອ​ເຮົາ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເຮົາ​ສາ​ມາດ​ມີ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ອົງ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ ເມື່ອ​ເຮົາ​ຊື່​ສັດ.

ວິ​ທີ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ອວຍ​ພອນ​ເຮົາ

ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ໜຶ່ງ​ໃນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ຊຳ​ລະ​ເຮົາ​ໃຫ້​ສະ​ອາດ ແລະ ເຮັດ​ໃຫ້​ເຮົາ​ບໍ​ລິ​ສຸດ, ເຮັດ​ໃຫ້​ເຮົາ​ບໍ​ລິ​ສຸດ​ຫລາຍ​ຂຶ້ນ, ສົມ​ບູນ​ຫລາຍ​ຂຶ້ນ, ແລະ ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ (ເບິ່ງ 3 ນີ​ໄຟ 27:20). ພຣະ​ອົງ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ ແລະ ເຕີບ​ໂຕ​ທາງ​ວິນ​ຍານ ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ເຈົ້າ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຊ່ວຍ​ເຮົາ​ຮຽນ​ຮູ້ ແລະ ຮັບ​ຮູ້​ຄວາມ​ຈິງ (ເບິ່ງ ໂມ​ໂຣ​ໄນ 10:5). ພຣະ​ອົງ​ຍັງ​ຢືນ​ຢັນ​ຄວາມ​ຈິງ​ຕໍ່​ຫົວ​ໃຈ ແລະ ຈິດ​ໃຈ​ຂອງ​ເຮົາ​ນຳ​ອີກ. ນອກ​ເໜືອ​ຈາກ​ນີ້, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຍັງ​ຊ່ວຍ​ເຮົາ​ຮຽນ​ຮູ້​ຄວາມ​ຈິງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:14). ເມື່ອ​ເຮົາ​ຮຽນ​ຮູ້ ແລະ ສິດ​ສອນ​ຄວາມ​ຈິງ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພຣະ​ອົງ​ຈະ​ນຳ​ມັນ​ເຂົ້າ​ສູ່​ຫົວ​ໃຈ​ຂອງ​ເຮົາ (ເບິ່ງ 2 ນີ​ໄຟ 33:1).

ເມື່ອ​ເຮົາ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ດ້ວຍ​ຄວາມ​ຖ່ອມ​ຕົວ, ພຣະ​ອົງ​ຈະ​ນຳ​ພາ​ເຮົາ (ເບິ່ງ 2 ນີ​ໄຟ 32:5). ສິ່ງ​ນີ້​ແມ່ນ​ລວມ​ທັງ​ການ​ກະ​ຕຸ້ນ​ເຮົາ​ໃນ​ວິ​ທີ​ທີ່​ເຮົາ​ສາ​ມາດ​ຮັບ​ໃຊ້​ຄົນ​ອື່ນ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ ເພື່ອ​ຊ່ວຍ​ໃຫ້​ເຮົາ​ເອົາ​ຊະ​ນະ​ຄວາມ​ອ່ອນ​ແອ. ພຣະ​ອົງ​ຊ່ວຍ​ໃຫ້​ເຮົາ​ຕ້ານ​ທານ​ກັບ​ການ​ລໍ້​ລວງ. ພຣະ​ອົງ​ສາ​ມາດ​ເຕືອນ​ເຮົາ​ເຖິງ​ສິ່ງ​ອັນ​ຕະ​ລາຍ​ທາງວິນ​ຍານ ແລະ ທາງ​ຮ່າງ​ກາຍ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຊ່ວຍ​ເຮົາ​ຜ່ານ​ຜ່າ​ການ​ທ້າ​ທາຍ​ຂອງ​ຊີ​ວິດ. ພຣະ​ອົງ​ຈະ​ປອບ​ໂຍນ​ເຮົາ​ລະ​ຫວ່າງ​ເວ​ລາ​ທີ່​ມີ​ການ​ທົດ​ລອງ ຫລື ໂສກ​ເສົ້າ, ເຕີມ​ເຕັມ​ເຮົາ​ດ້ວຍ​ຄວາມ​ຫວັງ (ເບິ່ງ ໂມ​ໂຣ​ໄນ 8:26). ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ເຮົາ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ລັກ​ສະ​ນະ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ພອນ ແລະ ອິດ​ທິ​ພົນ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ຄວາມ​ສຳ​ຄັນ​ຂອງ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮູບ​ພາບ
ພຣະ​ເຢ​ຊູ​ກອດ​ເດັກ​ນ້ອຍ

ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ

ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ເຮົາ​ໄດ້​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ. ໃນ​ບັນ​ດາ​ສິ່ງ​ອື່ນໆ, ເຮົາ​ສັນ​ຍາ​ວ່າ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ ຮັບ​ໃຊ້​ພຣະ​ອົງ​ຕະ​ຫລອດ​ຊີ​ວິດ​ທີ່​ເຫລືອ​ຢູ່​ຂອງ​ເຮົາ (ເບິ່ງ ໂມ​ໄຊ​ຢາ 18:8–10, 13; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37).

ຫລັງ​ຈາກ​ເຮົາ​ໄດ້​ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຜ່ານ​ທາງ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແລ້ວ, ເຮົາ​ຈະ​ເຮັດ​ທຸກ​ວິ​ທີ​ທາງ​ເພື່ອ​ຢູ່​ໃນ​ເສັ້ນ​ທາງ​ນັ້ນ. ເມື່ອ​ເຮົາ​ອອກ​ໄປ​ຈາກ​ເສັ້ນ​ທາງ ແມ່ນ​ແຕ່​ເລັກ​ນ້ອຍ, ເຮົາ​ຈະ​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ​ເພື່ອ​ກັບ​ໃຈ. ພອນ​ຂອງ​ການ​ກັບ​ໃຈ​ເຮັດ​ໃຫ້​ເຮົາ​ໄດ້​ກັບ​ຄືນ​ສູ່​ເສັ້ນ​ທາງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ແລະ ຮັກ​ສາ​ພອນ​ແຫ່ງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ. ເມື່ອ​ເຮົາ​ກັບ​ໃຈ​ຢ່າງ​ຈິງ​ໃຈ, ພຣະ​ເຈົ້າ​ຈະ​ເຕັມ​ພຣະ​ໄທ​ສະ​ເໝີ ທີ່​ຈະ​ໃຫ້​ອະ​ໄພ ແລະ ຕ້ອນ​ຮັບ​ເຮົາ​ກັບ​ຄືນ.

ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ໝາຍ​ເຖິງ​ການ​ຊື່​ສັດ​ຕໍ່​ພຣະ​ເຈົ້າ ຈົນ​ເຖິງ​ທີ່​ສຸດ​ຂອງ​ຊີ​ວິດ​ເຮົາ—​ຜ່ານ​ຊ່ວງ​ເວ​ລາ​ທີ່​ດີ ແລະ ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ, ຜ່ານ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ຄວາມ​ຍາກ​ລຳ​ບາກ. ເຮົາ​ຍອມ​ໃຫ້​ພຣະ​ຄຣິດ​ຫລໍ່​ຫລອມ​ເຮົາ ແລະ ເຮັດ​ໃຫ້​ເຮົາ​ເປັນ​ເໝືອນ​ພຣະ​ອົງ​ຫລາຍ​ຂຶ້ນ. ເຮົາ​ຫວັງ​ເພິ່ງ​ພຣະ​ຄຣິດ​ດ້ວຍ​ສັດ​ທາ, ຄວາມ​ໄວ້​ວາງ​ໃຈ, ແລະ ຄວາມ​ຫວັງ ບໍ່​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຮົາ​ກໍ​ຕາມ.

ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດບໍ່​ໄດ້​ໝາຍ​ເຖິງ​ພຽງ​ແຕ່​ຍຶດ​ໝັ້ນ​ຈົນ​ເຖິງ​ມື້​ເຮົາ​ຕາຍ. ແຕ່, ມັນ​ໝາຍ​ເຖິງ​ການ​ສຸມ​ຊີ​ວິດ, ຄວາມ​ຄິດ, ແລະ ການ​ກະ​ທຳ​ຂອງ​ເຮົາ​ໄວ້​ທີ່​ພຣະ​ເຢ​ຊູ​ຄຣິດ. ມັນ​ລວມ​ທັງ​ການ​ສືບ​ຕໍ່​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ​ໃນ​ແຕ່​ລະ​ວັນ. ເຮົາ​ຍັງ​ສືບ​ຕໍ່​ກັບ​ໃຈ, ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ, ແລະ ສະ​ແຫວງ​ຫາ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ອີກ.

ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ແມ່ນ​ລວມ​ທັງ “[ການ] ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ, ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະ​ນຸດ​ທັງ​ປວງ.” ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ສັນ​ຍາ​ວ່າ ເມື່ອ​ເຮົາ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ເຮົາ “ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ” (2 ນີ​ໄຟ 31:20).

ການ​ສຶກ​ສາ​ພຣະ​ຄຳ​ພີ

ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ

ພອນ​ສຳ​ລັບ​ຜູ້​ທີ່​ອົດ​ທົນ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮູບ​ພາບ
ຄອບ​ຄົວ​ຍິ້ມ

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ພອນ​ແກ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ມີ​ໃຫ້​ສຳ​ລັບ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ. ພຣະ​ຄຳ​ພີ​ສິດ​ສອນ​ວ່າ “ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ຕໍ່​ພຣະ​ເຈົ້າ” ບໍ່​ວ່າ​ພື້ນ​ຖານ ຫລື ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ. ພຣະ​ອົງ​ເຊື້ອ​ເຊີນ “ທັງ​ໝົດ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ອົງ ແລະ ຮັບ​ສ່ວນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ; ແລະ ພຣະ​ອົງ​ບໍ່​ປະ​ຕິ​ເສດ​ຜູ້​ໃດ​ທີ່​ມາ​ຫາ​ພຣະ​ອົງ​ເລີຍ” (2 ນີ​ໄຟ 26:33).

ພຣະ​ກິດ​ຕິ​ຄຸນ​ເປັນ​ພອນ​ໃຫ້​ແກ່​ເຮົາ​ຕະ​ຫລອດ​ຊີ​ວິດ​ມະ​ຕະ ແລະ ຕະ​ຫລອດ​ນິ​ລັນ​ດອນ. ເຮົາ​ມັກ​ຈະ​ມີ​ຄວາມ​ສຸກ—ທັງ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ—ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ໂມ​ໄຊ​ຢາ 2:41; “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ChurchofJesusChrist.org). ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຊື່ນ​ຊົມ​ຫລາຍ​ຂຶ້ນ, ເປັນ​ແຮງ​ບັນ​ດານ​ໃຈ​ໃນ​ການ​ກະ​ທຳ​ຂອງ​ເຮົາ, ແລະ ເສີມ​ສ້າງ​ຄວາມ​ສຳ​ພັນ​ຂອງ​ເຮົາ.

ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຍັງ​ສາ​ມາດ​ປົກ​ປ້ອງ​ເຮົາ​ຈາກ​ການ​ເລືອກ​ທີ່​ຈະ​ທຳ​ຮ້າຍ​ເຮົາ​ທາງ​ຮ່າງ​ກາຍ ຫລື ທາງວິນ​ຍານ. ມັນ​ຊ່ວຍ​ເຮົາ​ພົບ​ຄວາມ​ເຂັ້ມ​ແຂງ ແລະ ປອບ​ໂຍນ​ໃນ​ເວ​ລາ​ທີ່​ມີ​ການ​ທົດ​ລອງ ແລະ ໂສກ​ເສົ້າ. ມັນ​ໃຫ້​ຫົນ​ທາງ​ສູ່​ຊີ​ວິດ​ນິ​ລັນ​ດອນ​ທີ່​ຊື່ນ​ຊົມ.

ຂ່າວ​ສານ​ສຳ​ຄັນ​ຢ່າງ​ໜຶ່ງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄື ເຮົາ​ທຸກ​ຄົນ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ. ເຮົາ​ເປັນ​ບຸດ ແລະ ທິ​ດາ​ທີ່​ຮັກ​ຂອງ​ພຣະ​ອົງ. ບໍ່​ວ່າ​ສະ​ຖາ​ນະ​ການ​ໃນ​ຄອບ​ຄົວ​ຂອງ​ເຮົາ​ຢູ່​ເທິງ​ໂລກ​ນີ້​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ເຮົາ​ແຕ່​ລະ​ຄົນ​ກໍ​ເປັນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ.

ພາກ​ສ່ວນ​ໜຶ່ງ​ທີ່​ຍິ່ງ​ໃຫຍ່​ອີກ​ຢ່າງ​ໜຶ່ງ​ຂອງ​ຂ່າວ​ສານ​ຂອງ​ເຮົາ​ຄື ຄອບ​ຄົວ​ສາ​ມາດ​ຢູ່​ນຳ​ກັນ​ຊົ່ວ​ນິ​ລັນ​ດອນ. ຄອບ​ຄົວ​ແມ່ນ​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ໂດຍ​ພຣະ​ເຈົ້າ. ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເຮັດ​ໃຫ້​ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ​ຍືນ​ຍົງ​ຕໍ່​ໄປ​ຫລັງ​ຈາກ​ຄວາມ​ຕາຍ. ພິ​ທີ​ການ​ພຣະ​ວິ​ຫານ​ທີ່​ສັກ​ສິດ ແລະ ພັນ​ທະ​ສັນ​ຍາ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ຄອບ​ຄົວ​ທີ່​ຈະ​ຢູ່​ນຳ​ກັນ​ຕະ​ຫລອດ​ໄປ.

ຜ່ານ​ທາງ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ, ຄອບ​ຄົວ​ສາ​ມາດ​ແກ້​ໄຂ​ຄວາມ​ເຂົ້າ​ໃຈ​ຜິດ, ການ​ຂັດ​ແຍ້ງ, ແລະ ການ​ທ້າ​ທາຍ​ໄດ້. ຄອບ​ຄົວ​ທີ່​ແຕກ​ແຍກ​ໂດຍ​ຄວາມ​ບໍ່​ລົງ​ລອຍ​ກັນ ສາ​ມາດ​ໄດ້​ຮັບ​ການ​ປິ່ນ​ປົວ​ຜ່ານ​ທາງ​ການ​ກັບ​ໃຈ, ການ​ໃຫ້​ອະ​ໄພ, ແລະ ສັດ​ທາ​ໃນ​ອຳ​ນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຊ່ວຍ​ໃຫ້​ເຮົາ​ພັດ​ທະ​ນາ​ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ​ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ. ບ້ານ​ເປັນ​ສະ​ຖານ​ທີ່ ທີ່​ດີ​ທີ່​ສຸດ​ເພື່ອ​ສິດ​ສອນ ແລະ ຮຽນ​ຮູ້​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. ບ້ານ​ທີ່​ຕັ້ງ​ຢູ່​ເທິງ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ຈະ​ເປັນ​ບ່ອນ​ຫລົບ​ໄພ ແລະ ປອດ​ໄພ. ມັນ​ຈະ​ເປັນ​ສະ​ຖານ​ທີ່ ທີ່​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ສະ​ຖິດ​ຢູ່.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ໂຄງ​ຮ່າງ​ບົດ​ຮຽນ​ສັ້ນ​ຫາ​ປານ​ກາງ

ແນວ​ທາງ​ຊີ້​ນຳ​ດັ່ງ​ຕໍ່​ໄປ​ນີ້​ເປັນ​ຕົວ​ຢ່າງ​ຂອງ​ສິ່ງ​ທີ່​ທ່ານ​ອາດ​ຈະ​ສິດ​ສອນ​ຄົນ​ໃດ​ຄົນ​ໜຶ່ງ ຖ້າ​ຫາກ​ທ່ານ​ມີ​ເວ​ລາ​ໜ້ອຍ. ເມື່ອ​ໃຊ້​ໂຄງ​ຮ່າງ​ນີ້, ໃຫ້​ເລືອກ​ຫລັກ​ທຳ​ໜຶ່ງ​ຂໍ້ ຫລື ຫລາຍ​ກວ່າ​ນັ້ນ​ເພື່ອ​ສິດ​ສອນ. ພື້ນ​ຖານ​ຄຳ​ສອນ​ສຳ​ລັບ​ຫລັກ​ທຳ​ແຕ່​ລະ​ຂໍ້​ແມ່ນ​ມີ​ໃຫ້​ກ່ອນ​ໜ້າ​ນີ້ ໃນ​ບົດ​ຮຽນ.

ຂະ​ນະ​ທີ່​ທ່ານ​ສິດ​ສອນ, ໃຫ້​ຖາມ​ຄຳ​ຖາມ ແລະ ຟັງ. ສະ​ເໜີ​ຄຳ​ເຊື້ອ​ເຊີນ​ທີ່​ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ. ຄຳ​ເຊື້ອ​ເຊີນ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​ຄື​ການ​ໃຫ້​ບຸກ​ຄົນ​ນັ້ນ​ໄດ້​ພົບ​ກັບ​ທ່ານ​ຕື່ມ​ອີກ. ຄວາມ​ຍາວ​ຂອງ​ບົດ​ຮຽນ​ຈະ​ຂຶ້ນ​ກັບ​ຄຳ​ຖາມ​ທີ່​ທ່ານ​ຖາມ ແລະ ການ​ຟັງ​ທີ່​ທ່ານ​ເຮັດ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ​ພວກ​ຜູ້​ຍິງ

ສິ່ງ​ທີ່​ທ່ານ​ອາດ​ຈະ​ສິດ​ສອນ​ຜູ້​ຄົນ​ພາຍ​ໃນ 3–10 ນາ​ທີ

  • ພຣະ​ເຈົ້າ​ໄດ້​ສົ່ງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມາ​ສູ່​ໂລກ ເພື່ອ​ໄຖ່​ເຮົາ​ຈາກ​ບາບ ແລະ ຄວາມ​ຕາຍ.

  • ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຫລັກ​ທຳ​ຂອງ​ການ​ກະ​ທຳ ແລະ ພະ​ລັງ. ສັດ​ທາ​ຊ່ວຍ​ໃຫ້​ເຮົາ​ປະ​ສົບ​ກັບ​ອຳ​ນາດ​ທີ່​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຊີ​ວິດ​ຂອງ​ເຮົາ.

  • ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ນຳ​ເຮົາ​ໄປ​ສູ່​ການ​ກັບ​ໃຈ. ການ​ກັບ​ໃຈ​ແມ່ນ​ຂະ​ບວນ​ການ​ທີ່​ຫັນ​ມາ​ຫາ​ພຣະ​ເຈົ້າ ແລະ ຫັນ​ຫລັງ​ໃຫ້​ບາບ. ເມື່ອ​ເຮົາ​ກັບ​ໃຈ, ການ​ກະ​ທຳ, ຄວາມ​ປາດ​ຖະ​ໜາ, ແລະ ຄວາມ​ຄິດ​ຂອງ​ເຮົາ​ຈະ​ປ່ຽນ​ໄປ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ.

  • ເມື່ອ​ເຮົາ​ກັບ​ໃຈ, ພຣະ​ເຈົ້າ​ໃຫ້​ອະ​ໄພ​ແກ່​ເຮົາ. ການ​ໃຫ້​ອະ​ໄພ​ເປັນ​ໄປ​ໄດ້​ເພາະ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ.

  • ການ​ບັບ​ຕິ​ສະ​ມາ​ມີ​ສອງ​ສ່ວນ: ການ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ແລະ ດ້ວຍ​ພຣະ​ວິນ​ຍານ. ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ເຮົາ​ໄດ້​ຮັບ​ການ​ຊຳ​ລະ​ຈາກ​ບາບ​ຂອງ​ເຮົາ, ແລະ ເຮັດ​ໃຫ້​ເຮົາ​ເລີ່ມ​ຕົ້ນ​ໃໝ່​ໃນ​ຊີ​ວິດ.

  • ຫລັງ​ຈາກ​ທີ່​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ​ແລ້ວ, ເຮົາ​ກໍ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຜ່ານ​ທາງ​ພິ​ທີ​ການ​ແຫ່ງ​ການ​ຢືນ​ຢັນ.

  • ເມື່ອ​ເຮົາ​ເດີນ​ຕາມ​ເສັ້ນ​ທາງ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ​ຂອງ​ຊີ​ວິດ​ເຮົາ, ພຣະ​ເຈົ້າ​ສັນ​ຍາ​ວ່າ ເຮົາ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.

ພິມ