ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 3: ການ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ


“ບົດ​ທີ 3: ການ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ການ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ບົດ​ທີ 3

ການ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ

ຮູບ​ພາບ
ຈົ່ງ​ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ, ໂດຍ ວາວ​ເຕີ ເຣນ

ພື້ນ​ຖານ​ຄຳ​ສອນ

ເຮົາ​ທຸກ​ຄົນ​ເປັນ​ລູກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ເຮົາ​ໄດ້​ມາ​ສູ່​ໂລກ​ເພື່ອ​ມີ​ໂອ​ກາດ​ທີ່​ຈະ​ຮຽນ​ຮູ້, ເຕີບ​ໂຕ, ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ອົງ (ເບິ່ງ ໂມ​ເຊ 1:39). ເຮົາ​ບໍ່​ສາ​ມາດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ ຫລື ກັບ​ໄປ​ຫາ​ພຣະ​ອົງ​ປາດ​ສະ​ຈາກ​ການ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມາ​ເພື່ອ​ຊົດ​ໃຊ້​ແທນ​ເຮົາ ແລະ ທຳ​ລາຍ​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ (ເບິ່ງ 3 ນີ​ໄຟ 27:13–22).

ເຮົາ​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ຄຣິດ​ໂດຍ​ການ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ​ຈົນ​ເຖິງ​ການ​ກັບ​ໃຈ, ການ​ຮັບ​ບັບ​ຕິ​ສະ​ມາ, ການ​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຜ່ານ​ທາງ​ການ​ຢືນ​ຢັນ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ. ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ເປັນ​ຂັ້ນ​ຕອນ​ທຳ​ອິດ​ໃນ​ການ​ຜູກ​ມັດ​ຕົວ​ເຮົາ​ເອງ​ກັບ​ພຣະ​ເຈົ້າ ເພື່ອ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ສາ​ມາດ​ຊຳ​ລະ​ລ້າງ, ເສີມ​ສ້າງ, ແລະ ປ່ຽນ​ແປງ​ທຳ​ມະ​ຊາດ​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ​ໄດ້. ການ​ປະ​ສົບ​ກັບ​ອິດ​ທິ​ພົນ​ແຫ່ງ​ການ​ຊຳ​ລະ​ໃຫ້​ສະ​ອາດ​ນີ້​ເອີ້ນ​ວ່າ ການ​ເກີດ​ໃໝ່​ທາງ​ວິນ​ຍານ. (ເບິ່ງ 2 ນີ​ໄຟ 31:7, 13–14, 20–21; ໂມ​ໄຊ​ຢາ 5:1–7; 18; 27:24; 3 ນີ​ໄຟ 27:20; ໂຢ​ຮັນ 3:5.)

ການ​ເກີດ​ໃໝ່​ທາງ​ວິນ​ຍານ​ເລີ່ມ​ຕົ້ນ​ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ແລະ ພຣະ​ວິນ​ຍານ. ການ​ບັບ​ຕິ​ສະ​ມາ​ເປັນ​ພິ​ທີ​ການ​ທີ່​ມີ​ຄວາມ​ສຸກ ແລະ ຄວາມ​ຫວັງ. ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ, ເຮົາ​ເລີ່ມ​ຕົ້ນ​ຊີ​ວິດ​ໃໝ່​ດ້ວຍ​ພະ​ລັງ​ທີ່​ຄ້ຳ​ຈູນ​ຂອງ​ພຣະ​ເຈົ້າ. ຫລັງ​ຈາກ​ທີ່​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ການ​ຢືນ​ຢັນ​ແລ້ວ, ເຮົາ​ສາ​ມາດ​ເຂັ້ມ​ແຂງ​ຕໍ່​ໄປ ໂດຍ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄ່າ​ຄວນ. (ເບິ່ງ 2 ນີ​ໄຟ 31:13; ໂມ​ໄຊ​ຢາ 18:7–16; ໂມ​ໂຣ​ໄນ 6:2; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37.)

ການ​ສະ​ເໜີ​ຄຳ​ເຊື້ອ​ເຊີນ

ເມື່ອ​ທ່ານ​ຮູ້​ສຶກ​ຖືກ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ, ໃຫ້​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ສິ່ງ​ນີ້​ອາດ​ເກີດ​ຂຶ້ນ​ລະ​ຫວ່າງ​ບົດ​ຮຽນ​ໃດ​ກໍ​ໄດ້.

ສິດ​ສອນ​ຄຳ​ສອນ​ຂອງ​ການ​ບັບ​ຕິ​ສະ​ມາ ແລະ ຊ່ວຍ​ໃຫ້​ຜູ້​ຄົນ​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ພຣະ​ຄຣິດ (ເບິ່ງ ບົດ​ຮຽນ​ທີ 3). ສິດ​ສອນ​ກ່ຽວ​ກັບ​ຄວາມ​ສຳ​ຄັນ ແລະ ຄວາມ​ຊື່ນ​ຊົມ​ຂອງ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ, ເຖິງ​ການ​ໄດ້​ຮັບ​ການ​ປົດ​ບາບ, ແລະ ເຖິງ​ການ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຜ່ານ​ທາງ​ການ​ຢືນ​ຢັນ.

ກະ​ກຽມ​ຜູ້​ຄົນ​ສຳ​ລັບ​ຄຳ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ ໂດຍ​ການ​ໃຫ້​ແນ່​ໃຈ​ວ່າ ເຂົາ​ເຈົ້າ​ເຂົ້າ​ໃຈ​ສິ່ງ​ທີ່​ທ່ານ​ໄດ້​ສິດ​ສອນ ແລະ ພັນ​ທະ​ສັນ​ຍາ​ທີ່​ເຂົາ​ເຈົ້າ​ຈະ​ເຮັດ. ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ ມີ​ດັ່ງ​ຕໍ່​ໄປ​ນີ້:

  • ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

  • ຮັບ​ໃຊ້​ພຣະ​ເຈົ້າ ແລະ ຄົນ​ອື່ນ.

  • ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ. (ເບິ່ງ ບົດ​ຮຽນ​ທີ 4.)

ທ່ານ​ອາດ​ແບ່ງ​ປັນ​ສິ່ງ​ຕໍ່​ໄປ​ນີ້:

“ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ ‘ເປັນ​ພະ​ຍານ​ຕໍ່ [ພຣະ​ເຈົ້າ] ວ່າ [ເຮົາ] ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ, ວ່າ [ເຮົາ] ຈະ​ຮັບ​ໃຊ້​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.’ ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັ​ນ​ຍາ​ນີ້, ພຣະ​ອົງ​ສັນ​ຍາ​ວ່າ ພຣະ​ອົງ​ຈະ ‘ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ [ເຮົາ] ຢ່າງ​ຫລວງ​ຫລາຍ’ (ໂມ​ໄຊ​ຢາ 18:10).”

ຄຳ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ຂອງ​ທ່ານ​ຄວນ​ເຈາະ​ຈົງ ແລະ ກົງ​ໄປ​ກົງ​ມາ. ທ່ານ​ອາດ​ເວົ້າ​ວ່າ:

“ເຈົ້າ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລື​ບໍ່ ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ​ຈາກ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ປະ​ຕິ​ບັດ​ພິ​ທີ​ການ​ນີ້? ພວກ​ເຮົາ​ຈະ​ຊ່ວຍ​ເຈົ້າ​ກະ​ກຽມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ. ພວກ​ເຮົາ​ເຊື່ອ​ວ່າ​ເຈົ້າ​ສາ​ມາດ​ກຽມ​ພ້ອມ​ໃນ [ວັນ​ທີ]. ເຈົ້າ​ຈະ​ກຽມ​ຮັບ​ບັບ​ຕິ​ສະ​ມາ​ໃນ​ວັນ​ນັ້ນ​ບໍ?”

ເຊັ່ນ​ດຽວ​ກັບ​ຄຳ​ເຊື້ອ​ເຊີນ​ໃດໆ​ທີ່​ທ່ານ​ສະ​ເໜີ, ສັນ​ຍາ​ວ່າ​ຜູ້​ຄົນ​ຈະ​ໄດ້​ຮັບ​ພອນ​ອັນ​ຍິ່ງ​ໃຫຍ່ ເມື່ອ​ເຂົາ​ເຈົ້າ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ. ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ພອນ​ເຫລົ່າ​ນີ້.

ສິດ​ສອນ​ວ່າ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ບໍ່​ແມ່ນ​ຈຸດ​ໝາຍ​ປາຍ​ທາງ​ສຸດ​ທ້າຍ. ແຕ່, ເປັນ​ຈຸດ​ຢູ່​ໃນ​ເສັ້ນ​​ທາງ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ທີ່​ນຳ​ຄວາມ​ຫວັງ, ຄວາມ​ຊື່ນ​ຊົມ, ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ​ມາ​ສູ່​ຊີ​ວິດ​ຂອງ​ບຸກ​ຄົນ​ຢ່າງ​ເຕັມ​ທີ່​ຫລາຍ​ຂຶ້ນ (ເບິ່ງ ໂມ​ໄຊ​ຢາ 27:25–26). ຫລັງ​ຈາກ​ຜູ້​ຄົນ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ແລ້ວ, ເຂົາ​ເຈົ້າ​ສາ​ມາດ​ຫວັງ​ທີ່​ຈະ​ໄດ້​ຮັບ​ການ​ເຮັດ​ໃຫ້​ບໍ​ລິ​ສຸດ​ຈາກ​ພຣະ​ວິນ​ຍານ ເມື່ອ​ເຂົາ​ເຈົ້າ​ເດີນ​ໄປ​ຕາມ​ເສັ້​ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ຖ້າ​ເປັນ​ໄປ​ໄດ້, ໃຫ້​ເຊື້ອ​ເຊີນ​ຜູ້​ທີ່​ທ່ານ​ກຳ​ລັງ​ສິດ​ສອນ​ໃຫ້​ໄປ​ຮ່ວມ​ພິ​ທີ​ບັບ​ຕິ​ສະ​ມາ ແລະ ກອງ​ປະ​ຊຸມ​ສິນ​ລະ​ລຶກ ໃນ​ລະ​ຫວ່າງ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ໄດ້​ຮັບ​ການ​ຢືນ​ຢັນ.

ແນວ​ຄິດ​ສຳ​ລັບ​ຄຳ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ

ພິ​ຈາ​ລະ​ນາ​ການ​ອ່ານ​ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ​ກ່ຽວ​ກັບ​ພຣະ​ເຢ​ຊູ​ໄດ້​ຮັບ​ບັບ​ຕິ​ສະ​ມາ (ເບິ່ງ ມັດ​ທາຍ 3:13–17). ທ່ານ​ກໍ​ສາ​ມາດ​ສາຍ Bible video ທີ່​ບັນ​ຍາຍ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຫລື Book of Mormon video ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ຂອງ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ.

ທ່ານ​ກໍ​ຍັງ​ສາ​ມາດ​ອ່ານ​ເລື່ອງ​ລາວ​ຂອງ​ນີ​ໄຟ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ເຢ​ຊູ​ນຳ​ອີກ (ເບິ່ງ 2 ນີ​ໄຟ 31:4–12). ການ​ອ່ານ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ເຢ​ຊູ​ຄຣິດ ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຜູ້​ທີ່​ກຳ​ລັງ​ຮັບ​ການ​ສິດ​ສອນ​ໄດ້.

ການ​ສຶກ​ສາ​ພຣະ​ຄຳ​ພີ

ສຶກ​ສາ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້:

ຂຽນ​ສະ​ຫລຸບ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້.

ພິມ