ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 1: ບັນ​ລຸ​ຈຸດ​ປະ​ສົງ​ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ທ່ານ


“ບົດ​ທີ 1: ບັນ​ລຸ​ຈຸດ​ປະ​ສົງ​ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ທ່ານ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ບົດ​ທີ 1,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ຮູບ​ພາບ
ແດນ ໂຈນ ກຳ​ລັງ​ສັ່ງ​ສອນ

ແດນ ໂຈນ, ໜຶ່ງ​ໃນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຍຸກ​ສະ​ໄໝ​ນີ້, ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຢູ່​ປະ​ເທດ​ແວວສ໌.

© 1993 Clark Kelley Price. ຫ້າມ​ຄັດ​ລອກ

ບົດ​ທີ 1

ບັນ​ລຸ​ຈຸດ​ປະ​ສົງ​ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ທ່ານ

ຈຸດ​ປະ​ສົງ​ຂອງ​ທ່ານ: ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ຄຣິດ ໂດຍ​ການ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ຜ່ານ​ທາງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ການ​ກັບ​ໃຈ, ການ​ຮັບ​ບັບ​ຕິ​ສະ​ມາ, ການ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

  • ແມ່ນ​ຫຍັງ​ຄື​ເປົ້າ​ໝາຍ​ຂອງ​ເຮົາ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ?

  • ສິດ​ອຳ​ນາດ ແລະ ອຳ​ນາດ​ໃດ​ແດ່​ທີ່​ມາ​ພ້ອມ​ກັບ​ການ​ເອີ້ນ​ຂອງ​ເຮົາ?

  • ເຮົາ​ຈະ​ເພິ່ງ​ອາ​ໄສ, ຮັບ​ຮູ້, ແລະ ສິດ​ສອນ​ໂດຍ​ພຣະ​ວິນ​ຍານ​ໄດ້​ແນວ​ໃດ?

  • ແມ່ນ​ຫຍັງ​ຄື​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ?

  • ແມ່ນ​ຫຍັງ​ຄື​ຂ່າວ​ສານ​ຂອງ​ການ​ຟື້ນ​ຟູ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຫລາຍ​ແທ້?

  • ແມ່ນ​ຫຍັງ​ຄື​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ໃນ​ການ​ສະ​ຖາ​ປະ​ນາ ແລະ ເສີມ​ສ້າງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ?

  • ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ ເຮົາ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ປະ​ສົບ​ຜົນ​ສຳ​ເລັດ?

ໜ້າ​ທີ່​ມອບ​ໝາຍ​ຂອງ​ທ່ານ​ໃນ​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ

ທ່ານ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ຜູ້​ຄົນ. ທ່ານ​ຍ່າງ​ກາຍ​ເຂົາ​ເຈົ້າ​ຢູ່​ຫົນ​ທາງ ແລະ ເດີນ​ທາງ​ທ່າມ​ກາງ​ເຂົາ​ເຈົ້າ. ທ່ານ​ຢ້ຽມ​ຢາມ​ເຂົາ​ເຈົ້າ​ໃນ​ບ້ານ​ຂອງ​ເຂົາ​ເຈົ້າ ແລະ ຕິດ​ຕໍ່​ກັບ​ເຂົາ​ເຈົ້າ​ທາງ​ອອນ​ລາຍ. ເຂົາ​ເຈົ້າ​ທຸກໆ​ຄົນ​ເປັນ​ລູກ​ຂອງ​ພຣະ​ເຈົ້າ—ອ້າຍ​ເອື້ອຍ​ນ້ອງ​ຂອງ​ທ່ານ. ພຣະ​ເຈົ້າ​ຮັກ​ເຂົາ​ເຈົ້າ​ຄື​ກັນ​ກັບ​ທີ່​ພຣະ​ອົງ​ຮັກ​ທ່ານ.

ຫລາຍ​ຄົນ​ເຫລົ່າ​ນີ້​ກຳ​​ລັງ​ສະ​ແຫວງ​ຫາ​ເປົ້າ​ໝາຍ​ຂອງ​ຊີ​ວິດ. ເຂົາ​ເຈົ້າ​ເປັນ​ຫ່ວງ​ກັບ​ອະ​ນາ​ຄົດ​ຂອງ​ເຂົາ​ເຈົ້າ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຕ້ອງ​ການ​ຮູ້​ສຶກ​ເປັນ​ພາກ​ສ່ວນ ຊຶ່ງ​ມາ​ຈາກ​ການ​ຮູ້​ວ່າ ເຂົາ​ເຈົ້າ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ແລະ ເປັນ​ສະ​ມາ​ຊິກ​ຂອງ​ຄອບ​ຄົວ​ນິ​ລັນ​ດອນ​ຂອງ​ພຣະ​ອົງ. ເຂົາ​ເຈົ້າ​ຕ້ອງ​ການ​ຄວາມ​ຮູ້​ສຶກ​ປອດ​ໄພ ໃນ​ໂລກ​ທີ່​ຄຸນ​ຄ່າ​ຖືກ​ປ່ຽນ​ແປງ. ເຂົາ​ເຈົ້າ​ປາດ​ຖະ​ໜາ “ສັນ​ຕິ​ສຸກ​ຢູ່​ໃນ​ໂລກ​ນີ້ ແລະ ຊີ​ວິດ​ນິ​ລັນ​ດອນ​ຢູ່​ໃນ​ໂລກ​ທີ່​ຈະ​ມາ​ເຖິງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:23).

ຫລາຍ​ຄົນ “ໄດ້​ຖືກ​ກີດ​ກັນ​ຈາກ​ຄວາມ​ຈິງ ເພາະ​ພວກ​ເຂົາ​ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ມັນ​ໄດ້​ຢູ່​ບ່ອນ​ໃດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123:12). ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ, ໄດ້ໃຫ້​ຄວາມ​ຈິງ​ນິ​ລັນ​ດອນ. ຄວາມ​ຈິງ​ນີ້ແກ້​ໄຂ​ຄວາມ​ປາດ​ຖະ​ໜາ​ທາງ​ວິນ​ຍານ​ຂອງ​ຜູ້​ຄົນ ແລະ ຊ່ວຍ​ເຂົາ​ເຈົ້າ​ໃຫ້​ບັນ​ລຸ​ຄວາມ​ປາດ​ຖະ​ໜາ​ອັນ​ເລິກ​ເຊິ່ງ​ຂອງ​ເຂົາ​ເຈົ້າ.

ໃນ​ຖາ​ນະ​ເປັນ​ຕົວ​ແທນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ທ່ານ​ສິດ​ສອນ​ວ່າ “ການ​ໄຖ່​ມາ​ເຖິງ​ໂດຍ​ຜ່ານ​ທາງ​ພຣະ​ເມ​ຊີ​ອາ​ຜູ້​ບໍ​ລິ​ສຸດ” (2 ນີ​ໄຟ 2:6). ທ່ານ​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ມາ​ຫາ​ພຣະ​ຄຣິດ ເພື່ອ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ອົງ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ. ເມື່ອ​ເຂົາ​ເຈົ້າ​ຮັບ​ເອົາ​ການ​ເຊື້ອ​ເຊີນ​ຂອງ​ທ່ານ, ເຂົາ​ເຈົ້າ​ຈະ​ມີ​ຄວາມ​ສຸກ, ຄວາມ​ຫວັງ, ສັນ​ຕິ​ສຸກ, ແລະ ຈຸດ​ປະ​ສົງ​ຫລາຍ​ຂຶ້ນ.

ເພື່ອ​ຈະ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ຄົນ​ຕ້ອງ​ມີ​ສັດ​ທາ​ໃນ​ພຣະ​ອົງ. ທ່ານ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ພັດ​ທະ​ນາ​ສັດ​ທາ​ນີ້​ຂະ​ນະ​ທີ່​ທ່ານ:

  • ສິດ​ສອນ​ເຂົາ​ເຈົ້າ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ.

  • ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ເຮັດ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ມັນ.

  • ຕິດ​ຕາມ​ຜົນ ແລະ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ໄວ້.

  • ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ປະ​ສົບ​ການ ຊຶ່ງ​ໃນ​ນັ້ນ​ເຂົາ​ເຈົ້າ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (ເບິ່ງ 1 ນີ​ໄຟ 10:17–19).

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ກັບ​ໃຈ. ໂດຍ​ການ​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ, ພຣະ​ເຢ​ຊູ​ຈຶ່ງ​ເຮັດ​ໃຫ້​ການ​ກັບ​ໃຈ​ເປັນ​ໄປ​ໄດ້. ເມື່ອ​ຜູ້​ຄົນ​ກັບ​ໃຈ, ເຂົາ​ເຈົ້າ​ຈະ​ສະ​ອາດ​ຈາກ​ບາບ ແລະ ເຂົ້າ​ໃກ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ. ເຂົາ​ເຈົ້າ​ຈະ​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ ແລະ ສັນ​ຕິ​ສຸກ​ຂອງ​ການ​ໄດ້​ຮັບ​ການ​ໃຫ້​ອະ​ໄພ.

ການ​ກັບ​ໃຈ​ກະ​ກຽມ​ຜູ້​ຄົນ​ສຳ​ລັບ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. “ຈົ່ງ​ມາ​ຫາ​ເຮົາ,” ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ, “ແລະ ຮັບ​ບັບ​ຕິ​ສະ​ມາ​ໃນ​ນາມ​ຂອງ​ເຮົາ, ເພື່ອ​ເຈົ້າ​ຈະ​ໄດ້​ຖືກ​ຊຳ​ລະ​ລ້າງ​ໃຫ້​ບໍ​ລິ​ສຸດ​ໂດຍ​ການ​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເພື່ອ​ເຈົ້າ​ຈະ​ຢືນ​ຢູ່​ໂດຍ​ບໍ່​ມີ​ມົນ​ທິນ​ຕໍ່​ໜ້າ​ເຮົາ​ໃນ​ວັນ​ສຸດ​ທ້າຍ” (3 ນີ​ໄຟ 27:20).

ເມື່ອ​ຄວາມ​ເຂົ້າ​ໃຈ ແລະ ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ເຕີບ​ໂຕ​ຂຶ້ນ, ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກໍ​ຈະ​ເພີ່ມ​ພູນ​ຫລາຍ​ຂຶ້ນ. ທ່ານ​ຈະ​ຮູ້​ສຶກ, ດັ່ງ​ທີ່​ລີ​ໄຮ​ໄດ້​ຮູ້​ສຶກ, ວ່າ​ມັນ “ສຳ​ຄັນ​ພຽງ​ໃດ​ທີ່​ຈະ​ເຮັດ​ໃຫ້​ສິ່ງ​ເຫລົ່າ​ນີ້​ເປັນ​ທີ່​ຮູ້​ຈັກ​ແກ່​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ” (2 ນີ​ໄຟ 2:8).

ຮູບ​ພາບ
ພາບ​ນິ​ມິດ​ກ່ຽວ​ກັບ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ

The Tree of Life [ຕົ້ນ​ໄມ້​ແຫ່ງ​ຊີ​ວິດ], ໂດຍ ດາ​ເມຍ ຄຣິ​ເວັນ​ໂກ.

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ກວດ​ເບິ່ງ​ຮູບ​ພາບ​ປະ​ກອບ​ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພາບ​ນິ​ມິດ​ກ່ຽວ​ກັບ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ໃນ 1 ນີ​ໄຟ 8 ແລະ 11.

  • ແມ່ນ​ຫຍັງ​ຄື​ສັນ​ຍາ​ລັກ​ຂອງ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ໃນ​ພາບ​ນິ​ມິດ​ນີ້? (ເບິ່ງ 1 ນີ​ໄຟ 11:21–23.)

  • ລີ​ໄຮ​ປາດ​ຖະ​ໜາ​ສິ່ງ​ໃດ​ຫລັງ​ຈາກ​ທີ່​ເພິ່ນ​ໄດ້​ກິນ​ໝາກ​ໄມ້​ນັ້ນ​ແລ້ວ? (ເບິ່ງ 1 ນີ​ໄຟ 8:10–18.)

  • ໃນ​ພາບ​ນິ​ມິດ, ຜູ້​ຄົນ​ຕ້ອງ​ເຮັດ​ສິ່ງ​ໃດ​ເພື່ອ​ຈະ​ໄດ້​ກິນ​ໝາກ​ໄມ້? ທ່ານ​ຕ້ອງ​ເຮັດ​ສິ່ງ​ໃດ​ເພື່ອ​ຈະ​ໄດ້​ຮັບ​ພອນ​ທັງ​ໝົດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ໃນ​ທາງ​ໃດ​ທີ່​ຄຳ​ໝັ້ນ​ສັນ​ຍາ ແລະ ພັນ​ທະ​ສັນ​ຍາ​ຊ່ວຍ​ໃຫ້​ເຮົາ​ໄດ້​ຮັບ​ພອນ​ເຫລົ່າ​ນີ້?

  • ທ່ານ​ຈະ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ໄດ້​ກິນ​ໝາກ​ໄມ້​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ໄດ້​ແນວ​ໃດ?

ສິດ​ອຳ​ນາດ ແລະ ອຳ​ນາດ​ຂອງ​ການ​ເອີ້ນ​ຂອງ​ທ່ານ

ທ່ານ​ໄດ້​ຖືກ​ເອີ້ນ ແລະ ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ເພື່ອ​ໃຫ້ “ປະ​ກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ທີ່​ຍິ່ງ​ໃຫຍ່, ແມ່ນ​ແຕ່​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 79:1). ເໝືອນ​ດັ່ງ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ, ທ່ານ​ສາ​ມາດ​ສິດ​ສອນ​ດ້ວຍ​ສິດ​ອຳ​ນາດ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ (ເບິ່ງ ແອວ​ມາ 17:2–3).

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ຄຣິດ, ສິດ​ອຳ​ນາດ​ທີ່​ຈະ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ ໄດ້​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ. ເມື່ອ​ທ່ານ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ, ທ່ານ​ໄດ້​ຮັບ​ສິດ​ອຳ​ນາດ​ນີ້. ສິດ​ອຳ​ນາດ​ນີ້​ມາ​ພ້ອມ​ກັບ​ສິດ​ທິ, ສິດ​ທິ​ພິ​ເສດ, ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ ໃນ​ການ​ເປັນ​ຕົວ​ແທນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ສິດ​ອຳ​ນາດ​ນີ້​ແມ່ນ​ລວມ​ທັງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ​ກັບ​ການ​ເອີ້ນ​ຂອງ​ທ່ານ. ໃຫ້​ນັບ​ຖື​ການ​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ຂອງ​ທ່ານ​ຢ່າງ​ຈິງ​ຈັງ. ຢູ່​ໃຫ້​ຫ່າງ​ໄກ​ຈາກ​ບາບ ແລະ ຈາກ​ທຸກ​ສິ່ງ​ທີ່​ຫຍາບ​ຄາຍ ຫລື ຕ່ຳ​ຊ້າ. ຢູ່​ໃຫ້​ຫ່າງ​ໄກ​ຈາກວິ​ທີ​ທາງ ແລະ ຄວາມ​ຄິດ​ຂອງ​ໂລກ. ເຮັດ​ຕາມ​ມາດ​ຕະ​ຖານ​ໃນ Missionary Standards for Disciples of Jesus Christ. ໃນ​ຖາ​ນະ​ຜູ້​ຕາງ​ໜ້າ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈົ່ງ “ເປັນ​ແບບ​ຢ່າງ​ໃຫ້​ຄົນ​ທີ່​ເຊື່ອ” (1 ຕີ​ໂມ​ທຽວ 4:12). ໃຫ້​ກຽດ​ແກ່​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ກະ​ທຳ ແລະ ວາ​ຈາ​ຂອງ​ທ່ານ.

ນອກ​ເໜືອ​ໄປ​ຈາກ​ສິດ​ອຳ​ນາດ​ແລ້ວ, ທ່ານ​ຕ້ອງ​ການ​ພະ​ລັງ​ທາງ​ວິນ​ຍານ​ເພື່ອ​ເຮັດ​ການ​ເອີ້ນ​ຂອງ​ທ່ານ​ໃຫ້​ສຳ​ເລັດ. ພຣະ​ເຈົ້າ​ປະ​ທານ​ພະ​ລັງ​ທາງ​ວິນ​ຍານ​ໃຫ້ ເມື່ອ​ທ່ານ​ເຮັດ​ວຽກ​ຢ່າງ​ສະ​ໝ່ຳ​ສະ​ເໝີ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ແລະ ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ທ່ານ​ສິດ​ສອນ. ພຣະ​ອົງ​ປະ​ທານ​ພະ​ລັງ​ທາງ​ວິນ​ຍານ​ໃຫ້ ເມື່ອ​ທ່ານ​ອະ​ທິ​ຖານ, ສຶກ​ສາ​ພຣະ​ຄຳ​ພີ, ແລະ ສະ​ແຫວງ​ຫາ​ທີ່​ຈະ​ບັນ​ລຸ​ຈຸດ​ປະ​ສົງ​ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ທ່ານ. ພຣະ​ອົງ​ປະ​ທານ​ພະ​ລັງ​ທາງ​ວິນ​ຍານ​ໃຫ້ ເມື່ອ​ທ່ານ​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ ເມື່ອ​ທ່ານ​ໄດ້​ຮັບ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 35:24).

ພະ​ລັງ​ທາງວິນ​ຍານ​ສາ​ມາດ​ສະ​ແດງ​ໃຫ້​ປະ​ຈັກ​ເມື່ອ​ທ່ານ:

ການ​ສຶກ​ສາ​ພຣະ​ຄຳ​ພີ

ທ່ານ​ໄດ້​ຮັບ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ແນວ​ໃດ?

ທ່ານ​ໄດ້​ຮັບ​ພະ​ລັງ​ທາງ​ວິນ​ຍານ​ແນວ​ໃດ?

ການ​ສຶກ​ສາ​ສ່ວນ​ຕົວ

ທົບ​ທວນ ແລະ ໄຕ່​ຕອງ​ພັນ​ທະ​ສັນ​ຍາ​ດັ່ງ​ຕໍ່​ໄປ​ນີ້​ທີ່​ທ່ານ​ໄດ້​ເຮັດ​ກັບ​ພຣະ​ເຈົ້າ. ສຶກ​ສາ​ພອນ​ທີ່​ພຣະ​ເຈົ້າ​ໄດ້​ສັນ​ຍາ​ກັບ​ຜູ້​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້. ສະ​ທ້ອນ​ຄິດ​ກ່ຽວ​ກັບ​ພອນ​ທີ່​ທ່ານ​ໄດ້​ຮັບ ໂດຍ​ການ​ຮັກ​ສາ​ມັນ. ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.

ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ

ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ (ສຳ​ລັບ ແອວ​ເດີ)

ຂອງ​ປະ​ທານ​ສັກ​ສິດ​ຂອງ​ພຣະ​ວິ​ຫານ

  • ດຳ​ລົງ​ຊີ​ວິດ​ຕາມ​ກົດ​ແຫ່ງ​ການ​ເຊື່ອ​ຟັງ.

  • ເຊື່ອ​ຟັງ​ກົດ​ແຫ່ງ​ການ​ເສຍ​ສະ​ລະ.

  • ເຊື່ອ​ຟັງ​ກົດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ຮັກ​ສາ​ກົດ​ພົມ​ມະ​ຈັນ.

  • ຮັກ​ສາ​ກົດ​ແຫ່ງ​ການ​ອຸ​ທິດ​ຖວາຍ.

  • (ເບິ່ງ ຄູ່​ມື​ທົ່ວ​ໄປ, 27.2.)

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ອ່ານ ໂຢ​ຮັນ 15:1–16. ພຣະ​ຄຣິດ​ເປັນ​ເຄືອ​ອະ​ງຸ່ນ​ໃນ​ທາງ​ໃດ? ທ່ານ​ເປັນ​ກິ່ງ​ງ່າ​ຂອງ​ເຄືອ​ອະ​ງຸ່ນ​ນັ້ນ​ແນວ​ໃດ? ການ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ຂອງ​ທ່ານ​ກ່ຽວ​ຂ້ອງ​ກັບ​ຄວາມ​ສຳ​ພັນ​ນີ້​ແນວ​ໃດ?

ໃຫ້​ອ່ານ​ໃບ​ຢັ້ງ​ຢືນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ທ່ານ. ບັນ​ທຶກ​ຄວາມ​ຮູ້​ສຶກ ແລະ ຄວາມ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ອ່ານ. ແຕ່​ລະ​ຄັ້ງ​ທີ່​ທ່ານ​ສຶກ​ສາ​ບົດ​ນີ້, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ເຮັດ​ຊ້ຳ​ຂະ​ບວນ​ການ​ນີ້. ໃຫ້​ສັງ​ເກດ​ວ່າ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ປ່ຽນ​ໄປ​ແນວ​ໃດ​ຕາມ​ການ​ເວ​ລາ.

ການ​ສຶກ​ສາ​ສ່ວນ​ຕົວ

ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:13–15, 21–30, 38–39, 55–57. ຂໍ້​ເຫລົ່າ​ນີ້​ຖືກ​ຍົກ​ເອົາ​ມາ​ຈາກ​ຄຳ​ອະ​ທິ​ຖານ​ອຸ​ທິດ​ທີ່​ດົນ​ໃຈ​ຂອງ​ໂຈ​ເຊັບ ສະ​ມິດ ສຳ​ລັບ​ພຣະ​ວິ​ຫານ​ເຄີດ​ແລນ.

ໃຫ້​ຂຽນ​ພອນ​ຕ່າງໆ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ທູນ​ຂໍ​ສຳ​ລັບ​ຜູ້​ທີ່​ຊື່​ສັດ ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ​ໃນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພອນ​ເຫລົ່າ​ນີ້?

ສະ​ແຫວງ​ຫາ​ທີ່​ຈະ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ກັບ​ທ່ານ

ທ່ານ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຂະ​ນະ​ທີ່​ທ່ານ​ໄດ້​ຮັບ​ການ​ຢືນ​ຢັນ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ—ແລະ ຕະ​ຫລອດ​ຊີ​ວິດ​ຂອງ​ທ່ານ—ຄວາມ​ຕ້ອງ​ການ​ຫລາຍ​ທີ່​ສຸດ​ຢ່າງ​ໜຶ່ງ​ຈະ​ເປັນ​ການ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ນຳ​ທ່ານ (ເບິ່ງ 1 ນີ​ໄຟ 10:17; 3 ນີ​ໄຟ 19:9). ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ສະ​ມາ​ຊິກ​ອົງ​ທີ​ສາມ​ໃນ​ຝ່າຍ​ພຣະ​ເຈົ້າ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ພາ, ສິດ​ສອນ, ແລະ ປອບ​ໂຍນ​ທ່ານ. ພຣະ​ອົງ​ຊຳ​ລະ ແລະ ເຮັດ​ໃຫ້​ທ່ານ​ສະ​ອາດ. ພຣະ​ອົງ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ພຣະ​ບຸດ. ພຣະ​ອົງ​ຊ່ວຍ​ໃຫ້​ທ່ານ​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ຊ່ວຍ​ໃຫ້​ຄົນ​ທີ່​ທ່ານ​ສິດ​ສອນ​ປ່ຽນ​ໃຈ​ເຫລື້ອມ​ໃສ. (ເບິ່ງ 3 ນີ​ໄຟ 27:20; 28:11; ອີ​ເທີ 12:41; ໂມ​ໂຣ​ໄນ 8:26; 10:5; ໂຢ​ຮັນ 15:26.)

ພຣະ​ວິນ​ຍານ​ບໍ​ລິ​ສຸດ “ຈະ​ສະ​ແດງ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ​ໃຫ້​ແກ່​ພວກ​ທ່ານ” (2 ນີ​ໄຟ 32:5). ພຣະ​ອົງ​ຈະ​ຂະ​ຫຍາຍ​ຄວາມ​ສາ​ມາດ ແລະ ການ​ຮັບ​ໃຊ້​ຂອງ​ທ່ານ ເກີນ​ກວ່າ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົນ​ເອງ.

ການ​ສະ​ແຫວງ​ຫາ​ທີ່​ຈະ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ກັບ​ທ່ານ ຄວນ​ເປັນ​ໜຶ່ງ​ໃນ​ສິ່ງ​ທີ່​ທ່ານ​ປາດ​ຖະ​ໜາ​ຫລາຍ​ທີ່​ສຸດ. ທ່ານ​ຈະ​ຮູ້​ສຶກ​ເຖິງ​ການ​ເປັນ​ເພື່ອນ​ຂອງ​ພຣະ​ອົງ​ເມື່ອ​ທ່ານ:

ຮູບ​ພາບ
ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ

“ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ຈົ່ງ​ຂະ​ຫຍາຍ​ຄວາມ​ສາ​ມາດ​ທາງ​ວິນ​ຍານ​ຂອງ​ທ່ານ ເພື່ອ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ. … ໃຫ້​ເລືອກ​ເຮັດ​ສິ່ງ​ທີ່​ຈຳ​ເປັນ​ທາງ​ວິນ​ຍານ ເພື່ອ​ຈະ​ຊື່ນ​ຊົມ​ກັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ​ຫລາຍ​ກວ່າ​ເກົ່າ ແລະ ແຈ່ມ​ແຈ້ງ​ກວ່າ​ເກົ່າ” (Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 96).

ຮຽນ​ຮູ້​ທີ່​ຈະ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ

ທ່ານ​ຈະ​ບັນ​ລຸ​ຈຸດ​ປະ​ສົງ​ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ທ່ານ​ໄດ້​​ດີ​ກວ່າ​ເກົ່າ ເມື່ອ​ທ່ານ​ຮຽນ​ຮູ້​ທີ່​ຈະ​ຮູ້​ສຶກ ແລະ ເຮັດ​ຕາມ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຕາມ​ປົກ​ກະ​ຕິ​ແລ້ວ ພຣະ​ວິນ​ຍານ​ຈະ​ສື່​ສານ​ຢ່າງ​ງຽບໆ, ຜ່ານ​ທາງ​ຄວາມ​ຮູ້​ສຶກ ແລະ ຄວາມ​ຄິດ​ຂອງ​ທ່ານ. ອຸ​ທິດ​ຕົນ​ເພື່ອ​ສະ​ແຫວງ​ຫາ, ຮັບ​ຮູ້, ແລະ ເຮັດ​ຕາມ​ການ​ກະ​ຕຸ້ນ​ທີ່​ລະ​ອຽດ​ອ່ອນ​ເຫລົ່າ​ນີ້. ມັນ​ຈະ​ມາ​ໃນ​ຫລາຍ​ວິ​ທີ​ທາງ (ເບິ່ງ ບົດ​ທີ 4; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2–3; 11:12–14; ຄາ​ລາ​ເຕຍ 5:22–23) ນຳ​ອີກ.

ສິດ​ສອນ​ໂດຍ​ພຣະ​ວິນ​ຍານ

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ “ອຳ​ນາດ​ຂອງ​ພຣະ​ເຈົ້າ ເພື່ອ​ໃຫ້​ທຸກ​ຄົນ​ທີ່​ເຊື່ອ​ໄດ້​ຮັບ [ຄວາມ​ລອດ]” (ໂຣມ 1:16). ເພາະ​ດ້ວຍ​ເຫດ​ຜົນ​ນີ້, ຂ່າວ​ສານ​ຂອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຈຶ່ງ​ຈຳ​ເປັນ​ຕ້ອງ​ຖືກ​ສິດ​ສອນ​ດ້ວຍ​ອຳ​ນາດ​ຈາກ​ສະ​ຫວັນ—ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ພຣະ​ວິນ​ຍານ​ຈະ​ຖືກ​ມອບ​ໃຫ້​ແກ່​ເຈົ້າ​ໂດຍ​ການ​ອະ​ທິ​ຖານ​ດ້ວຍ​ສັດ​ທາ; ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ໄດ້​ຮັບ​ພຣະ​ວິນ​ຍານ ພວກ​ເຈົ້າ​ຈະ​ບໍ່​ສິດ​ສອນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:14; ເບິ່ງ 50:13–14, 17–22 ນຳ​ອີກ). ເມື່ອ​ທ່ານ​ສິດ​ສອນ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພຣະ​ອົງ​ຈະ:

  • ສິດ​ສອນ​ທ່ານ​ເຖິງ​ຄວາມ​ຈິງ ແລະ ນຳ​ຄຳ​ສອນ​ທີ່​ທ່ານ​ໄດ້​ສຶກ​ສາ​ມາ​ສູ່​ຄວາມ​ຊົງ​ຈຳ​ຂອງ​ທ່ານ (ເບິ່ງ ໂຢ​ຮັນ 14:26).

  • ມອບ​ຄຳ​ທີ່​ທ່ານ​ຕ້ອງ​ການ​ໃຫ້​ທ່ານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:85).

  • ນຳ​ຂ່າວ​ສານ​ຂອງ​ທ່ານ​ເຂົ້າ​ໃນ​ໃຈ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ (ເບິ່ງ 2 ນີ​ໄຟ 33:1).

  • ຊ່ວຍ​ທ່ານ—ແລະ ຜູ້​ທີ່​ຮັບ​ເອົາ​ໂດຍ​ພຣະ​ວິນ​ຍານ—ໃຫ້​ເຂົ້າ​ໃຈ​ກັນ ແລະ ຮຽນ​ຮູ້​ນຳ​ກັນ ແລະ ປິ​ຕິ​ຍິນ​ດີ​ນຳ​ກັນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:17–22).

  • ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ຂ່າວ​ສານ​ຂອງ​ທ່ານ ແລະ ຢືນ​ຢັນ​ຄຳ​ເວົ້າ​ຂອງ​ທ່ານ​ກັບ​ຜູ້​ທີ່​ຮັບ​ເອົາ​ທ່ານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 100:5–8).

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ທ່ານ​ຢ່າງ​ຫລວງ​ຫລາຍ ເມື່ອ​ທ່ານ​ສະ​ແຫວງ​ຫາ, ເພິ່ງ​ອາ​ໄສ, ແລະ ສິດ​ສອນ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (ເບິ່ງ ບົດ​ທີ 4 ແລະ 10).

ຮູບ​ພາບ
ເທື່ອ​ລະ​ຄົນ, ໂດຍ ວາວ​ເຕີ ເຣນ

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ ແລະ ຄຳ​ສອນ​ຂອງ​ພຣະ​ຄຣິດ

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກຳ​ນົດ​ທັງ​ຂ່າວ​ສານ​ຂອງ​ທ່ານ ແລະ ຈຸດ​ປະ​ສົງ​ຂອງ​ທ່ານ. ມັນ​ຍັງ​ໃຫ້​ຄຳ​ຕອບ​ຕໍ່​ຄຳ​ຖາມ​ທີ່​ວ່າ “ຄື​ຫຍັງ” ແລະ “ເປັນ​ຫຍັງ” ຂອງ​ການ​ຮັບ​ໃຊ້​ເຜີຍ​ແຜ່​ຂອງ​ທ່ານ​ນຳ​ອີກ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ແມ່ນ​ລວມ​ທັງ​ຄຳ​ສອນ, ຫລັກ​ທຳ, ກົດ, ພຣະ​ບັນ​ຍັດ, ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທີ່​ຈຳ​ເປັນ​ຕໍ່​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ.

ຂ່າວ​ສານ​ຂອງ​ພຣະ​ກິດ​ຕິ​ຄຸນ​ຄື ເຮົາ​ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ການ​ຊ່ວຍ​ໃຫ້​ລອດ ແລະ ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ, ການ​ກັບ​ໃຈ, ການ​ຮັບ​ບັບ​ຕິ​ສະ​ມາ, ການ​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ (ເບິ່ງ 3 ນີ​ໄຟ 27:13–22).

ສິ່ງ​ນີ້​ກໍ​ຍັງ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ​ເປັນ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ເຊັ່ນ​ກັນ. ການ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ນີ້ ຄື​ວິ​ທີ​ທີ່​ເຮົາ​ມາ​ຫາ​ພຣະ​ຄຣິດ ແລະ ຮັບ​ຄວາມ​ລອດ (ເບິ່ງ 1 ນີ​ໄຟ 15:14). ສິ່ງ​ນີ້​ໄດ້​ຖືກ​ສິດ​ສອນ​ຢ່າງ​ມີ​ພະ​ລັງ​ໃນ​ພຣະ​ຄຳ​ພີ​ມໍ​ມອນ (ເບິ່ງ 2 ນີ​ໄຟ 31; 32:1–6; 3 ນີ​ໄຟ 11:31–40). ຈຸດ​ປະ​ສົງ​ຂອງ​ທ່ານ​ຄື​ຊ່ວຍ​ໃຫ້​ຜູ້​ຄົນ​ມາ​ຫາ​ພຣະ​ຄຣິດ ໂດຍ​ການ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ.

ຮູບ​ພາບ
ໄຮ​ຣຳ ສະ​ມິດ

“ຈົ່ງ​ສັ່ງ​ສອນ​ຫລັກ​ທຳ​ຂໍ້​ທຳ​ອິດ​ຂອງ​ພຣະ​ກິດ​ຕິ​ຄຸນ—ຈົ່ງ​ສັ່ງ​ສອນ​ມັນ​ລຶ້ມ​ຄືນ​ຫລາຍໆ​ເທື່ອ; ທ່ານ​ຈະ​ເຫັນ​ວ່າ ວັນ​ແລ້ວ​ວັນ​ເລົ່າ, ແນວ​ຄິດ​ໃໝ່ ແລະ ຄວາມ​ເຂົ້າ​ໃຈ​ໃໝ່ ກ່ຽວ​ກັບ​ສິ່ງ​ເຫລົ່າ​ນັ້ນ ຈະ​ຖືກ​ເປີດ​ເຜີຍ​ແກ່​ທ່ານ. ທ່ານ​ສາ​ມາດ​ຂະ​ຫຍາຍ​ຄວາມ ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ. ແລ້ວ​ທ່ານ​ຈະ​ສາ​ມາດ​ເຮັດ​ໃຫ້​ຄົນ​ທີ່​ທ່ານ​ສິດ​ສອນ​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ​ຫລາຍ​ຂຶ້ນ” (Hyrum Smith, in History, 1838–1856, volume E-1 [1 July 1843–30 April 1844], 1994, josephsmithpapers.org).

ການ​ສຶກ​ສາ​ພຣະ​ຄຳ​ພີ

ຂໍ້​ພຣະ​ຄຳ​ພີ ແລະ ການ​ປະ​ກາດ​ດັ່ງ​ຕໍ່​ໄປ​ນີ້ ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ສອນ​ຂອງ​ພຣະ​ຄຣິດ? ໃຫ້​ຂຽນ​ໝາຍ​ເຫດ​ໄວ້​ໃນ​ບັນ​ທຶກ​ສຶກ​ສາ​ຂອງ​ທ່ານ ເພື່ອ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ ແລະ ຈື່​ຈຳ.

ຮູບ​ພາບ
ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ, ໂດຍ ເບັນ ຊໍ​ວອດ

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

ສັດ​ທາ​ເປັນ​ພື້ນ​ຖານ​ສຳ​ລັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ອື່ນໆ​ທັງ​ໝົດ. ມັນ​ເປັນ​ຫລັກ​ທຳ​ຂອງ​ການ​ກະ​ທຳ ແລະ ພະ​ລັງ.

ສັດ​ທາ​ຂອງ​ເຮົາ​ຕ້ອງ​ການ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ເປັນ​ຈຸດ​ສູນ​ກາງ ເພື່ອ​ນຳ​ພາ​ເຮົາ​ໄປ​ສູ່​ຄວາມ​ລອດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ວ່າ, “ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ໂລກ​ຫລາຍ​ທີ່​ສຸດ, ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ ແຕ່​ມີ​ຊີ​ວິດ​ອັນ​ຕະ​ຫລອດ​ໄປ​ເປັນ​ນິດ” (ໂຢ​ຮັນ 3:16).

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ລວມ​ທັງ​ການ​ເຊື່ອ​ວ່າ ພຣະ​ອົງ​ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ. ມັນ​ແມ່ນ​ການ​ໄວ້​ວາງ​ໃຈ​ພຣະ​ອົງ ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ (ເບິ່ງ ໂມ​ໄຊ​ຢາ 3:17; 4:6–10; ແອວ​ມາ 5:7–15). ມັນ​ແມ່ນ​ການ​ໝັ້ນ​ໃຈ​ເຕັມ​ທີ່​ໃນ​ພຣະ​ອົງ ແລະ ໃນ​ພຣະ​ຄຳ, ຄຳ​ສອນ, ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ອົງ. ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຄຣິດ​ເຕີບ​ໂຕ​ຂຶ້ນ​ເມື່ອ​ເຮົາ​ເຮັດ​ຕາມ​ຄຳ​ສອນ ແລະ ຕົວ​ຢ່າງ​ຂອງ​ພຣະ​ອົງ ດ້ວຍ​ຈຸດ​ປະ​ສົງ​ເຕັມ​ທີ່​ແຫ່ງ​ໃຈ (ເບິ່ງ 2 ນີ​ໄຟ 31:6–13; 3 ນີ​ໄຟ 27:21–22).

ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ, ຈົ່ງ​ຊ່ວຍ​ໃຫ້​ຜູ້​ຄົນ​ເຮັດ ແລະ ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ ທີ່​ສ້າງ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ. ຄຳ​ໝັ້ນ​ສັນ​ຍາ​ເຫລົ່າ​ນີ້​ກະ​ກຽມ​ເຂົາ​ເຈົ້າ​ໃຫ້​ຮັບ​ເອົາ​ພິ​ທີ​ການ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ສັກ​ສິດ​ກັບ​ພຣະ​ເຈົ້າ.

ການ​ກັບ​ໃຈ

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ນຳ​ພາ​ເຮົາ​ໄປ​ສູ່​ການ​ກັບ​ໃຈ (ເບິ່ງ ຮີ​ລາ​ມັນ 14:13). ການ​ກັບ​ໃຈ​ແມ່ນ​ຂະ​ບວນ​ການ​ທີ່​ຫັນ​ມາ​ຫາ​ພຣະ​ເຈົ້າ ແລະ ຫັນ​ຫລັງ​ໃຫ້​ບາບ. ເມື່ອ​ເຮົາ​ກັບ​ໃຈ, ການ​ກະ​ທຳ, ຄວາມ​ປາດ​ຖະ​ໜາ, ແລະ ຄວາມ​ຄິດ​ຂອງ​ເຮົາ​ຈະ​ປ່ຽນ​ໄປ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ.

ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຈ່າຍ​ແທນ​ບາບ​ຂອງ​ເຮົາ (ເບິ່ງ ໂມ​ໄຊ​ຢາ 15:9; ແອວ​ມາ 34:15–17). ເມື່ອ​ເຮົາ​ກັບ​ໃຈ, ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ ຍ້ອນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ, ເພາະ​ພຣະ​ອົງ​ໄດ້​ອ້າງ​ສິດ​ຂອງ​ພຣະ​ອົງ​ໃນ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ສຳ​ລັບ​ຜູ້​ທີ່​ສຳ​ນຶກ​ຜິດ (ເບິ່ງ ໂມ​ໂຣ​ໄນ 7:27–28). ໃນ​ຄຳ​ຂອງ​ສາດ​ສະ​ດາ​ລີ​ໄຮ, “ການ​ໄຖ່ [ຂອງ​ເຮົາ] … ມາ​ເຖິງ​ຜ່ານ​ທາງ​ພຣະ​ຄຸນ​ຄວາມ​ດີ, ແລະ ພຣະ​ເມດ​ຕາ, ແລະ ພຣະ​ຄຸນ​ຂອງ​ພຣະ​ເມ​ຊີ​ອາ” (2 ນີ​ໄຟ 2:6, 8).

ການ​ກັບ​ໃຈ​ແມ່ນ​ເປັນ​ຫລາຍ​ກວ່າ​ພຽງ​ແຕ່​ການ​ໃຊ້​ຄວາມ​ຕັ້ງ​ໃຈ​ເພື່ອ​ປ່ຽນ​ແປງ​ພຶດ​ຕິ​ກຳ ຫລື ການ​ເອົາ​ຊະ​ນະ​ຄວາມ​ອ່ອນ​ແອ​ເທົ່າ​ນັ້ນ. ການ​ກັບ​ໃຈ​ແມ່ນ​ການ​ຫັນ​ມາ​ຫາ​ພຣະ​ຄຣິດ​ຢ່າງ​ຈິງ​ໃຈ, ຜູ້​ປະ​ທານ​ພະ​ລັງ​ໃຫ້​ເຮົາ​ເພື່ອ​ປະ​ສົບ​ກັບ “ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່” ໃນ​ໃຈ​ຂອງ​ເຮົາ (ເບິ່ງ ແອວ​ມາ 5:12–14). ມັນ​ລວມ​ທັງ​ການ​ຍອມ​ຕົນ​ຕໍ່​ພຣະ​ວິນ​ຍານ ແລະ ຍິນ​ຍອມ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ. ເມື່ອ​ເຮົາ​ກັບ​ໃຈ, ເຮົາ​ຈະ​ຕັ້ງ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ. ເຮົາ​ໄດ້​ເກີດ​ໃໝ່​ທາງ​ວິນ​ຍານ​ໃນ​ພຣະ​ຄຣິດ.

ການ​ກັບ​ໃຈ​ເປັນ​ຫລັກ​ທຳ​ໃນ​ທາງ​ບວກ ທີ່​ນຳ​ຄວາມ​ຊື່ນ​ຊົມ ແລະ ສັນ​ຕິ​ສຸກ​ມາ​ໃຫ້. ມັນ​ນຳ​ເຮົາ “ໄປ​ຫາ​ອຳ​ນາດ​ຂອງ​ພຣະ​ຜູ້​ໄຖ່, ໄປ​ຫາ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ [ຂອງ​ເຮົາ]” (ຮີ​ລາ​ມັນ 5:11).

ຈົ່ງ​ກ້າ​ຫານ ແລະ ມີ​ຄວາມ​ຮັກ​ໃນ​ການ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ຄວນ​ກັບ​ໃຈ. ໂດຍ​ການ​ເຊື້ອ​ເຊີນ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ໃຫ້​ເຮັດ​ຄຳ​ໝັ້ນ​ສັນ​ຍາ, ທ່ານ​ໄດ້​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ກັບ​ໃຈ ແລະ ທ່ານ​ໄດ້​ສະ​ເໜີ​ມອບ​ຄວາມ​ຫວັງ​ໃຫ້​ແກ່​ເຂົາ​ເຈົ້າ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້​ກ່ຽວ​ກັບ​ການ​ປະ​ກາດ​ການ​ກັບ​ໃຈ?

ການ​ບັບ​ຕິ​ສະ​ມາ

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ກັບ​ໃຈ​ກະ​ກຽມ​ເຮົາ​ສຳ​ລັບ​ພິ​ທີ​ການ​ແຫ່ງ​ການ​ບັບ​ຕິ​ສະ​ມາ. “ຜົນ​ທຳ​ອິດ​ຂອງ​ການ​ກັບ​ໃຈ​ຄື ການ​ບັບ​ຕິ​ສະ​ມາ” (ໂມ​ໂຣ​ໄນ 8:25). ເຮົາ​ເຂົ້າ​ສູ່​ປະ​ຕູ​ຊີ​ວິດ​ນິ​ລັນ​ດອນ ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ ໂດຍ​ຜູ້​ທີ່​ໄດ້​ຮັບ​ສິດ​ອຳ​ນາດ​ຈາກ​ພຣະ​ເຈົ້າ.

ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ. ເມື່ອ​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ນີ້, ພຣະ​ເຈົ້າ​ສັນ​ຍາ​ວ່າ ຈະ​ປະ​ທານ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ແກ່​ເຮົາ, ໃຫ້​ອະ​ໄພ​ບາບ​ຂອງ​ເຮົາ, ໃຫ້​ສະ​ມາ​ຊິກ​ກະ​ພາບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແກ່​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79; ໂມ​ໂຣ​ໄນ 6:4). ເຮົາ​ຖືກ​ເຕົ້າ​ໂຮມ​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ເກີດ​ໃໝ່​ທາງ​ວິນ​ຍານ ຜ່ານ​ທາງ​ພິ​ທີ​ການ​ທີ່​ມີ​ຄວາມ​ສຸກ ແລະ ມີ​ຄວາມ​ຫວັງ.

ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ເປັນ​ຈຸດ​ໃຈ​ກາງ​ຂອງ​ຈຸດ​ປະ​ສົງ​ຂອງ​ທ່ານ. ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ວ່າ ເພື່ອ​ທີ່​ຈະ​ເໝາະ​ສົມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ, ເຂົາ​ເຈົ້າ​ຈຳ​ເປັນ​ຕ້ອງ​ເຮັດ​ຕາມ​ເງື່ອນ​ໄຂ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37.

ການ​ສຶກ​ສາ​ກັບ​ຄູ່​ສອນ

ຄົ້ນ​ຄວ້າ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້:

ຈາກ​ການ​ສຶກ​ສາ​ຂໍ້​ພຣະ​ຄຳ​ພີ​ຢູ່​ຂ້າງ​ເທິງ, ໃຫ້​ຂຽນ​ສອງ​ລາຍ​ການ​ດັ່ງ​ນີ້:

  1. ຄຸນ​ສົມ​ບັດ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ

  2. ພັນ​ທະ​ສັນ​ຍາ​ທີ່​ໄດ້​ເຮັດ​ຕອນ​ຮັບ​ບັບ​ຕິ​ສະ​ມາ

ສົນ​ທະ​ນາ​ກັບ​ຄູ່​ສອນ​ຂອງ​ທ່ານ ເຖິງ​ວິ​ທີ​ສິດ​ສອນ​ສິ່ງ​ນີ້​ໃຫ້​ແກ່​ຄົນ​ອື່ນ.

ການ​ຢືນ​ຢັນ ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ບັບ​ຕິ​ສະ​ມາ​ມີ​ສອງ​ສ່ວນ: ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ແລະ ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ. ຫລັງ​ຈາກ​ທີ່​ເຮົາ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ​ແລ້ວ, ບັບ​ຕິ​ສະ​ມາ​ຈະ​ສົມ​ບູນ​ເມື່ອ​ເຮົາ​ໄດ້​ຮັບ​ການ​ຢືນ​ຢັນ​ໂດຍ​ການ​ວາງ​ມື ໂດຍ​ຜູ້​ທີ່​ມີ​ສິດ​ອຳ​ນາດ​ຈາກ​ພຣະ​ເຈົ້າ. ຜ່ານ​ທາງ​ການ​ຢືນ​ຢັນ ເຮົາ​ຈຶ່ງ​ສາ​ມາດ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ການ​ປົດ​ບາບ​ຂອງ​ເຮົາ.

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ, “ການ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ເປັນ​ພຽງ​ເຄິ່ງ​ໜຶ່ງ​ຂອງ​ການ​ບັບ​ຕິ​ສະ​ມາ, ແລະ ບໍ່​ມີ​ປະ​ໂຫຍດ​ຫຍັງ​ເລີຍ ຖ້າ​ປາດ​ສະ​ຈາກ​ອີກ​ເຄິ່ງ​ໜຶ່ງ—ນັ້ນ​ຄື, ການ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (Teachings of Presidents of the Church: Joseph Smith [2007], 95).

ແອວ​ມາ​ໄດ້​ສິດ​ສອນ​ວ່າ, “ມະ​ນຸດ​ທັງ​ປວງ … ຕ້ອງ​ເກີດ​ໃໝ່​ເສຍ​ກ່ອນ; ແທ້​ຈິງ​ແລ້ວ, ແມ່ນ​ເກີດ​ຈາກ​ພຣະ​ເຈົ້າ, ເພື່ອ​ປ່ຽນ​ຈາກ​ສະ​ພາບ​ແຫ່ງ​ກາມ​ມະ​ລົມ ແລະ ຕົກ​ຕ່ຳ​ຂອງ​ພວກ​ເຂົາ, ມາ​ສູ່​ສະ​ພາບ​ແຫ່ງ​ຄວາມ​ຊອບ​ທຳ, ຖືກ​ໄຖ່​ໂດຍ​ພຣະ​ເຈົ້າ, ກາຍ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ; ແລະ ພວກ​ເຂົາ​ຈຶ່ງ​ກາຍ​ເປັນ​ຄົນ​ໃໝ່​ດັ່ງ​ນັ້ນ” (ໂມ​ໄຊ​ຢາ 27:25–26).

ສຳ​ລັບ​ຜູ້​ທີ່​ສຳ​ນຶກ​ຜິດ, ການ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ແລະ ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ເປັນ​ການ​ເກີດ​ໃໝ່​ທາງ​ວິນ​ຍານ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ມີ​ພອນ​ຢ່າງ​ໃດ​ແດ່​ຂອງ​ການ​ມີ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ?

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ປາດ​ຖະ​ໜາ​ທີ່​ຈະ​ມີ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ?

ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ

ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຄຳ​ໝັ້ນ​ສັນ​ຍາ​ຕະ​ຫລອດ​ຊີ​ວິດ. ເຮົາ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ໃນ​ຂະ​ນະ​ທີ່​ເຮົາ​ສືບ​ຕໍ່​ດຳ​ເນີນ​ຕະ​ຫລອດ​ຊີ​ວິດ ເພື່ອ​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ, ກັບ​ໃຈ​ທຸກ​ວັນ, ຮັບ​ເອົາ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທັງ​ໝົດ​ຂອງ​ພຣະ​ກິດ​ຕິ​ຄຸນ, ຮັກ​ສາ​ພັນ​ທະ​ສັນ​ຍາ, ແລະ ມີ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ສິ່ງ​ນີ້​ແມ່ນ​ລວມ​ທັງ​ການ​ຕໍ່​ພັນ​ທະ​ສັນ​ຍາ ທີ່​ເຮົາ​ໄດ້​ເຮັດ​ໂດຍ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ.

ຮູບ​ພາບ
ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ລ້ຽງ​ຂ້າ​ນ້ອຍ, ໂດຍ ຢອງ​ຊຸງ ຄິມ

The Lord Is My Shepherd [ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ລ້ຽງ​ຂ້າ​ນ້ອຍ], ໂດຍ ຢອງ​ຊຸງ ຄິມ. ຮູບ​ພາບ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ Havenlight.

ພຣະ​ກິດ​ຕິ​ຄຸນ—ເສັ້ນ​ທາງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ເພື່ອ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ.

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ປ່ຽນ​ແປງວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ ແລະ ຜູ້​ທີ່​ເຮົາ​ກາຍ​ເປັນ. ຫລັກ​ທຳ​ຂອງ​ມັນ​ບໍ່​ໄດ້​ເປັນ​ພຽງ​ຂັ້ນ​ຕອນ​ທີ່​ເຮົາ​ປະ​ສົບ​ພຽງ​ແຕ່​ຄັ້ງ​ດຽວ​ໃນ​ຊີ​ວິດ​ຂອງ​ເຮົາ. ເມື່ອ​ເຮົາ​ເຮັດ​ຊ້ຳ​ຕະ​ຫລອດ​ຊີ​ວິດ, ມັນ​ຈະ​ນຳ​ເຮົາ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ ແລະ ກາຍ​ເປັນ​ແບບ​ແຜນ​ທີ່​ມີ​ຜົນ​ປະ​ໂຫຍດ​ຫລາຍ​ຂຶ້ນ​ໃນ​ການ​ດຳ​ລົງ​ຊີ​ວິດ. ມັນ​ນຳ​ສັນ​ຕິ​ສຸກ, ການ​ປິ່ນ​ປົວ, ແລະ ການ​ໃຫ້​ອະ​ໄພ​ມາ​ໃຫ້. ມັນ​ກໍ​ຍັງ​ກຳ​ນົດ​ເສັ້ນ​ທາງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ປະ​ທານ​ໃຫ້ ເພື່ອ​ໃຫ້​ເຮົາ​ມີ​ຊີ​ວິດ​ນິ​ລັນ​ດອນ​ກັບ​ພຣະ​ອົງ.

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນຳ​ພາ​ວິ​ທີ​ທີ່​ທ່ານ​ເຮັດ​ວຽກ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ. ມັນ​ຍັງ​ສຸມ​ໃສ່​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ນຳ​ອີກ. ຊ່ວຍ​ຜູ້​ຄົນ​ໃຫ້​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ໄປ​ສູ່​ການ​ກັບ​ໃຈ (ເບິ່ງ ແອວ​ມາ 34:15–17). ສິດ​ສອນ ແລະ ເປັນ​ພະ​ຍານ​ວ່າ ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ຟື້ນ​ຟູ. ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ພອນ​ໃຫ້​ແກ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ມີ​ໃຫ້​ສຳ​ລັບ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ. ພຣະ​ຄຳ​ພີ​ສິດ​ສອນ​ວ່າ “ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ” ຕໍ່​ພຣະ​ເຈົ້າ. ພຣະ​ອົງ​ເຊື້ອ​ເຊີນ “ທັງ​ໝົດ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ອົງ ແລະ ຮັບ​ສ່ວນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ; ແລະ ພຣະ​ອົງ​ບໍ່​ປະ​ຕິ​ເສດ​ຜູ້​ໃດ​ທີ່​ມາ​ຫາ​ພຣະ​ອົງ​ເລີຍ” (2 ນີ​ໄຟ 26:33).

ພຣະ​ກິດ​ຕິ​ຄຸນ​ເປັນ​ພອນ​ໃຫ້​ແກ່​ເຮົາ​ຕະ​ຫລອດ​ຊີ​ວິດ​ມະ​ຕະ ແລະ ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ. ເຮົາ​ມັກ​ຈະ​ມີ​ຄວາມ​ສຸກ—ທັງ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ—ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ໂມ​ໄຊ​ຢາ 2:41; “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ChurchofJesusChrist.org). ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຊື່ນ​ຊົມ​ຫລາຍ​ຂຶ້ນ, ເປັນ​ແຮງ​ບັນ​ດານ​ໃຈ​ໃນ​ການ​ກະ​ທຳ​ຂອງ​ເຮົາ, ແລະ ເສີມ​ສ້າງ​ຄວາມ​ສຳ​ພັນ​ຂອງ​ເຮົາ.

ຂ່າວ​ສານ​ສຳ​ຄັນ​ຢ່າງ​ໜຶ່ງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄື ເຮົາ​ທຸກ​ຄົນ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ. ເຮົາ​ເປັນ​ບຸດ ແລະ ທິ​ດາ​ທີ່​ຮັກ​ຂອງ​ພຣະ​ອົງ. ບໍ່​ວ່າ​ສະ​ຖາ​ນະ​ການ​ໃນ​ຄອບ​ຄົວ​ຂອງ​ເຮົາ​ຢູ່​ເທິງ​ໂລກ​ນີ້​ຈະ​ເປັນ​ແນວ​ໃດ, ເຮົາ​ແຕ່​ລະ​ຄົນ​ກໍ​ເປັນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ.

ພາກ​ສ່ວນ​ໜຶ່ງ​ທີ່​ຍິ່ງ​ໃຫຍ່​ອີກ​ຢ່າງ​ໜຶ່ງ​ຂອງ​ຂ່າວ​ສານ​ຂອງ​ເຮົາ​ຄື ຄອບ​ຄົວ​ສາ​ມາດ​ຢູ່​ນຳ​ກັນ​ຊົ່ວ​ນິ​ລັນ​ດອນ. ຄອບ​ຄົວ​ແມ່ນ​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ໂດຍ​ພຣະ​ເຈົ້າ. ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ​ໄດ້​ສິດ​ສອນ​ວ່າ:

“ແຜນ​ແຫ່ງ​ຄວາມ​ສຸກ [ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ] ເຮັດ​ໃຫ້​ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ​ຍືນ​ຍົງ​ຕໍ່​ໄປ​ຫລັງ​ຈາກ​ຄວາມ​ຕາຍ. ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ສັກ​ສິດ​ຕ່າງໆ​ທີ່​ມີ​ໄວ້​ໃນ​ພຣະ​ວິ​ຫານ​ສັກ​ສິດ ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ຜູ້​ຄົນ​ທີ່​ຈະ​ກັບ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ໃຫ້​ຄອບ​ຄົວ​ຢູ່​ນຳ​ກັນ​ຊົ່ວ​ນິ​ລັນ​ດອນ​ໄດ້” (“ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ”).

ຫລາຍ​ຄົນ​ມີ​ໂອ​ກາດ​ຈຳ​ກັດ​ໃນ​ການ​ແຕ່ງ​ງານ ຫລື ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ​ທີ່​ມີ​ຄວາມ​ຮັກ. ຫລາຍ​ຄົນ​ໄດ້​ປະ​ສົບ​ກັບ​ການ​ຢ່າ​ຮ້າງ ແລະ ສະ​ພາບ​ຄອບ​ຄົວ​ທີ່​ຫ​ຍຸ້ງ​ຍາກ​ອື່ນໆ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ກິດ​ຕິ​ຄຸນ​ເປັນ​ພອນ​ໃຫ້​ແກ່​ເຮົາ​ເປັນ​ສ່ວນ​ຕົວ ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ຄອບ​ຄົວ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ເມື່ອ​ເຮົາ​ຊື່​ສັດ, ພຣະ​ເຈົ້າ​ຈະ​ຈັດ​ຫາ​ຫົນ​ທາງ​ໃຫ້​ເຮົາ ເພື່ອ​ຈະ​ໄດ້​ຮັບ​ພອນ​ຂອງ​ການ​ມີ​ຄອບ​ຄົວ​ທີ່​ມີ​ຄວາມ​ຮັກ, ບໍ່​ວ່າ​ໃນ​ຊີ​ວິດ​ນີ້ ຫລື ໃນ​ຊີ​ວິດ​ທີ່​ຈະ​ມາ​ເຖິງ (ເບິ່ງ ໂມ​ໄຊ​ຢາ 2:41).

ຂ່າວ​ສານ​ແຫ່ງ​ການ​ຟື້ນ​ຟູ: ພື້ນ​ຖານ​ແຫ່ງ​ສັດ​ທາ

ບໍ່​ວ່າ​ທ່ານ​ຮັບ​ໃຊ້​ຢູ່​ໃສ ຫລື ສິດ​ສອນ​ໃຜ​ກໍ​ຕາມ, ຈົ່ງ​ໃຫ້​ການ​ສິດ​ສອນ​ຂອງ​ທ່ານ​ມີ​ຈຸດ​ໃຈ​ກາງ​ຢູ່​ທີ່​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ເມື່ອ​ທ່ານ​ສຶກ​ສາ​ຄຳ​ສອນ​ໃນ​ບົດ​ຮຽນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ, ທ່ານ​ຈະ​ເຫັນ​ວ່າ​ເຮົາ​ມີ​ຂ່າວ​ສານ​ອັນ​ໜຶ່ງ: ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ຜ່ານ​ທາງ​ສາດ​ສະ​ດາ​ສະ​ໄໝ​ໃໝ່, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຟື້ນ​ຟູ​ຄວາມ​ຮູ້​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ອົງ​ສຳ​ລັບ​ຄວາມ​ລອດ​ຂອງ​ເຮົາ. ແຜນ​ນີ້​ມີ​ຈຸດ​ໃຈ​ກາງ​ຢູ່​ທີ່​ພຣະ​ເຢ​ຊູ​ຄຣິດ. ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ທຸກ​ຄົນ​ທີ່​ຈະ​ລອດ​ຈາກ​ບາບ ແລະ ຄວາມ​ຕາຍ ແລະ ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ຊ່ວຍ​ໃຫ້​ຄົນ​ທີ່​ທ່ານ​ສິດ​ສອນ​ເຂົ້າ​ໃຈ​ສິ່ງ​ດັ່ງ​ຕໍ່​ໄປ​ນີ້:

  • ພຣະ​ເຈົ້າ​ຄື​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ​ແທ້ໆ. ພຣະ​ອົງ​ຮັກ​ເຮົາ​ຢ່າງ​ສົມ​ບູນ. ທຸກ​ຄົນ​ຢູ່​ເທິງ​ໂລກ​ນີ້​ເປັນ​ລູກ​ຂອງ​ພຣະ​ເຈົ້າ ແລະ ເປັນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພຣະ​ອົງ.

  • ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຈັດ​ຕຽມ​ແຜນ​ໃຫ້​ເຮົາ ເພື່ອ​ຈະ​ໄດ້​ຮັບ​ຊີ​ວິດ​ອະ​ມະ​ຕະ ແລະ ນິ​ລັນ​ດອນ, ຊຶ່ງ​ເປັນ​ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ອົງ (ເບິ່ງ ໂມ​ເຊ 1:39). ເຮົາ​ໄດ້​ມາ​ສູ່​ໂລກ​ເພື່ອ​ຮຽນ​ຮູ້, ເຕີບ​ໂຕ, ແລະ ກຽມ​ພ້ອມ​ສຳ​ລັບ​ຄວາມ​ສົມ​ບູນ​ແຫ່ງ​ພອນ​ຂອງ​ພຣະ​ອົງ.

  • ພາກ​ສ່ວນ​ໜຶ່ງ​ໃນ​ແຜນ​ຂອງ​ພຣະ​ອົງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ພຣະ​ບັນ​ຍັດ ເພື່ອ​ນຳ​ພາ​ເຮົາ​ລະ​ຫວ່າງ​ຊີ​ວິດ​ນີ້ ແລະ ຊ່ວຍ​ເຮົາ​ໃຫ້​ກັບ​ຄືນ​ໄປ​ຫາ​ພຣະ​ອົງ (ເບິ່ງ, ຍົກ​ຕົວ​ຢ່າງ, ອົບ​ພະ​ຍົບ 20:3–17).

  • ໃນ​ຊີ​ວິດ​ນີ້, ເຮົາ​ທຸກ​ຄົນ​ຈະ​ເຮັດ​ບາບ, ແລະ ເຮົາ​ທຸກ​ຄົນ​ຈະ​ຕາຍ. ເພາະ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ມີ​ຕໍ່​ເຮົາ, ພຣະ​ອົງ​ຈຶ່ງ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມາ​ເພື່ອ​ໄຖ່​ເຮົາ​ຈາກ​ບາບ ແລະ ຄວາມ​ຕາຍ.

  • ເພາະ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ, ເຮົາ​ຈຶ່ງ​ສາ​ມາດ​ຊຳ​ລະ​ບາບ​ຂອງ​ເຮົາ​ໄດ້ ເມື່ອ​ເຮົາ​ກັບ​ໃຈ ແລະ ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ສິ່ງ​ນີ້​ເຮັດ​ໃຫ້​ເຮົາ​ມີ​ສັນ​ຕິ​ສຸກ ແລະ ເຮັດ​ໃຫ້​ເຮົາ​ສາ​ມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ຮັບ​ຄວາມ​ຊື່ນ​ຊົມ​ອັນ​ເຕັມ​ປ່ຽມ.

  • ເພາະ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ, ເຮົາ​ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ​ຫລັງ​ຈາກ​ເຮົາ​ຕາຍ. ນີ້​ໝາຍ​ຄວາມ​ວ່າ ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ແຕ່​ລະ​ຄົນ​ຈະ​ກັບ​ມາ​ລວມ​ກັນ​ອີກ​ຄັ້ງ ແລະ ມີ​ຊີ​ວິດ​ຕະ​ຫລອດ​ໄປ.

  • ຕະ​ຫລອດ​ປະ​ຫວັດ​ສາດ​ຂອງ​ພຣະ​ຄຳ​ພີ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ໄດ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ ຜ່ານ​ທາງ​ສາດ​ສະ​ດາ. ຊ້ຳ​ແລ້ວ​ຊ້ຳ​ອີກ, ຜູ້​ຄົນ​ສ່ວນ​ໃຫຍ່​ໄດ້​ປະ​ຕິ​ເສດ. ແບບ​ແຜນ​ຂອງ​ການ​ປະ​ຖິ້ມ​ພຣະ​ກິດ​ຕິ​ຄຸນ ແລະ ຄວາມ​ຈຳ​ເປັນ​ທີ່​ຈະ​ຟື້ນ​ຟູ​ໄດ້​ເລີ່ມ​ຕົ້ນ​ໃນ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ.

  • ຫລັງ​ຈາກ​ການ​ສິ້ນ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ນຳ​ພາ​ສາດ​ສະ​ໜາ​ຈັກ​ຊົ່ວ​ໄລ​ຍະ​ໜຶ່ງ. ໃນ​ທີ່​ສຸດ, ພວກ​ເພິ່ນ​ໄດ້​ຕາຍ​ໄປ, ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ສູນ​ຫາຍ, ແລະ ມີ​ຄັ້ງ​ໜຶ່ງ​ອີກ​ທີ່​ຜູ້​ຄົນ​ໄດ້​ຕົກ​ໄປ​ຈາກ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຜູ້​ຄົນ​ໄດ້​ປ່ຽນ​ຄຳ​ສອນ ແລະ ພິ​ທີ​ການ.

  • ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ຟື້ນ​ຟູ​ໂດຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ. ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ປະ​ກົດ​ຕໍ່​ໂຈ​ເຊັບ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1820. ຕໍ່​ມາ​ໂຈ​ເຊັບ ສະ​ມິດ ໄດ້​ຮັບ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ຖືກ​ຊີ້​ນຳ​ໃຫ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ອີກ​ຄັ້ງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ສິດ​ສອນ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ບໍ່​ແມ່ນ​ພຽງ​ແຕ່​ເປັນ​ສາດ​ສະ​ໜາ​ໜຶ່ງ​ເທົ່າ​ນັ້ນ. ມັນ​ບໍ່​ແມ່ນ​ໂບດ​ອາ​ເມ​ຣິ​ກາ. ແຕ່, ມັນ​ແມ່ນ​ການ​ຟື້ນ​ຟູ “ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ” ຂອງ​ພຣະ​ເຢ​ຊູ​ຄຣິດ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:23). ມັນ​ຈະ​ບໍ່​ຖືກ​ເອົາ​ໄປ​ຈາກ​ໂລກ​ນີ້​ອີກ.

ພຣະ​ຄຳ​ພີ​ມໍ​ມອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ພາ​ລະ​ກິດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ​ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ. ມັນ​ຍັງ​ເປັນ​ພະ​ຍານ​ທີ່​ມີ​ພະ​ລັງ​ວ່າ ພຣະ​ເຢ​ຊູ​ຄຣິດ​ໄດ້​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ນຳ​ອີກ. ເຊື້ອ​ເຊີນ ແລະ ຊ່ວຍ​ໃຫ້​ຜູ້​ຄົນ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ແລະ ອະ​ທິ​ຖານ​ກ່ຽວ​ກັບ​ຂ່າວ​ສານ​ຂອງ​ມັນ.

ໄວ້​ວາງ​ໃຈ​ໃນ​ຄຳ​ສັນ​ຍາ​ທີ່​ໜ້າ​ອັດ​ສະ​ຈັນ​ໃນ ໂມ​ໂຣ​ໄນ 10:3–5. ຊຸກ​ຍູ້​ຜູ້​ຄົນ​ໃຫ້​ທູນ​ຖາມ​ພຣະ​ເຈົ້າ​ດ້ວຍ​ຄວາມ​ຈິງ​ໃຈ ແລະ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຫລື​ບໍ່. ການ​ອະ​ທິ​ຖານ​ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ແທ້​ຈິງ ໝາຍ​ເຖິງ​ການ​ເຕັມ​ໃຈ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ຕອບ​ທີ່​ມາ​ຈາກ​ການ​ເປັນ​ພະ​ຍານ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພະ​ຍານ​ນັ້ນ​ກາຍ​ເປັນ​ພື້ນ​ຖານ​ຂອງ​ສັດ​ທາ​ຂອງ​ບຸກ​ຄົນ ວ່າ​ພຣະ​ຄຣິດ​ໄດ້​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຊ່ວຍ​ຄົນ​ທີ່​ທ່ານ​ສິດ​ສອນ​ໃຫ້​ສະ​ແຫວງ​ຫາ​ການ​ຢືນ​ຢັນ​ທາງວິນ​ຍານ​ນັ້ນ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ທ່ານ​ຄວນ​ໃຊ້​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ວຽກ​ງານ​ເຜີຍ​ແຜ່​ແນວ​ໃດ?

ການ​ສຶກ​ສາ​ສ່ວນ​ຕົວ

ໃຫ້​ຈິນ​ຕະ​ນາ​ການ​ວ່າ ທ່ານ​ກຳ​ລັງ​ຂຽນ​ວັກ​ໜຶ່ງ​ກ່ຽວ​ກັບ​ຂ່າວ​ສານ​ຂອງ​ການ​ຟື້ນ​ຟູ​ຢູ່​ໃນ​ສື່​ສັງ​ຄົມ ຫລື ສຳ​ລັບ​ສຳ​ນັກ​ງານ​ຂ່າວ​ທ້ອງ​ຖິ່ນ. ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ, ໃຫ້​ຂຽນ​ຫົວ​ຂໍ້​ທີ່​ບັນ​ຍາຍ​ຂໍ້​ຄວາມ​ຫລັກ​ຂອງ​ຂ່າວ​ສານ. ແລ້ວ​ໃຫ້​ບັນ​ທຶກ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ຂ່າວ​ສານ​ນີ້. ລວມ​ທັງ​ການ​ເຂົ້າ​ໃຈ​ມັນ​ດີ​ຂຶ້ນ ໄດ້​ປ່ຽນ​ວິ​ທີ​ທີ່​ທ່ານ​ໃຊ້​ຊີ​ວິດ ແລະ ວິ​ທີ​ທີ່​ທ່ານ​ເບິ່ງ​ໂລກ​ອ້ອມ​ຕົວ​ທ່ານ​ແນວ​ໃດ.

ສະ​ຖາ​ປະ​ນາ ແລະ ເສີມ​ສ້າງ​ສາດ​ສະ​ໜາ​ຈັກ

ເມື່ອ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ແນະ​ນຳ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລະ ຄົນ​ອື່ນໆ​ໃຫ້ “ສະ​ຖາ​ປະ​ນາ” ມັນ ແລະ “ເສີມ​ສ້າງ [​ສາດ​ສະ​ໜາ​ຈັກ]” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 31:7; 39:13). ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ສະ​ຖາ​ປະ​ນາ ແລະ ເສີມ​ສ້າງ ເມື່ອ​ຜູ້​​ມີ​ປະ​ຈັກ​ພະ​ຍານ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ຮັກ​ສາ​ພັນ​ທະ​ສັນ​ຍາ, ກຽມ​ພ້ອມ​ທີ່​ຈະ​ໄປ​ພຣະ​ວິ​ຫານ, ແລະ ຊ່ວຍ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຫວອດ ແລະ ສາ​ຂາ​ຂອງ​ເຂົາ​ເຈົ້າ.

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ອະ​ທິ​ຖານ

ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ, ທ່ານ​ໄດ້​ຊ່ວຍ​ສະ​ຖາ​ປະ​ນາ ແລະ ເສີມ​ສ້າງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ມີ​ຫລາຍ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເຮັດ​ສິ່ງ​ນີ້​ໄດ້. ທ່ານ​ສາ​ມາດ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ ເມື່ອ​ເຂົາ​ເຈົ້າ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ຜ່ານ​ທາງ​ຫລັກ​ທຳ​ແຫ່ງ​ຄວາມ​ຮັກ, ການ​ແບ່ງ​ປັນ, ແລະ ການ​ເຊື້ອ​ເຊີນ (ເບິ່ງ ຄູ່​ມື​ທົ່ວ​ໄປ, 23.1). ທ່ານ​ສາ​ມາດ​ຊ່ວຍ​ໃຫ້​ຜູ້​ຄົນ​ຮັບ​ບັບ​ຕິ​ສະ​ມາ ແລະ ເຕີບ​ໂຕ​ໃນ​ສັດ​ທາ​ຂອງ​ເຂົາ​ເຈົ້າ. ທ່ານ​ສາ​ມາດ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ໃໝ່​ປັບ​ຕົວ​ເຂົ້າ​ກັບ​ຊີ​ວິດ​ໃໝ່​ຂອງ​ເຂົາ​ເຈົ້າ ແລະ ສືບ​ຕໍ່​ເຕີບ​ໂຕ​ທາງ​ວິນ​ຍານ. ທ່ານ​ຍັງ​ສາ​ມາດ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ​ນຳ​ອີກ.

ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ​ເຕີບ​ໂຕ​ໃນ​ປະ​ຈັກ​ພະ​ຍານ ແລະ ສັດ​ທາ ເມື່ອ​ເຂົາ​ເຈົ້າ​ປະ​ສົບ​ກັບ​ພຣະ​ກິດ​ຕິ​ຄຸນ​ທຳ​ງານ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ເພື່ອ​ຊ່ວຍ​ເຮັດ​ໃຫ້​ເກີດ​ສິ່ງ​ນີ້, ມັນ​ສຳ​ຄັນ​ທີ່​ເຂົາ​ເຈົ້າ:

  • ມີ​ໝູ່​ເພື່ອນ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

  • ໄດ້​ຮັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ສາດ​ສະ​ໜາ​ຈັກ.

  • ໄດ້​ຮັບ​ການ​ບຳ​ລຸງ​ລ້ຽງ​ໂດຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

(ເບິ່ງ Gordon B. Hinckley, “Converts and Young Men,” Ensign, May 1997, 47.)

ຜູ້​ສອນ​ສາດ​ສະ​ໜາ, ຜູ້​ນຳ​ໃນ​ທ້ອງ​ຖິ່ນ, ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ ຄວນ​ຍິນ​ດີ​ຮັບ​ໂອ​ກາດ​ທີ່​ຈະ​ບຳ​ລຸ້ງ​ລ້ຽງ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ. ການ​ຮັບ​ໃຊ້​ນີ້​ຊ່ວຍ “ຮັກ​ສາ​ເຂົາ​ຢູ່​ໃນ​ທາງ​ທີ່​ຖືກ​ຕ້ອງ” (ໂມ​ໂຣ​ໄນ 6:4).

ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເຮັດ​ຄຸນ​ງາມ​ຄວາມ​ດີ

ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ໃນ​ໂລກ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ໃຊ້​ຄົນ​ອື່ນ. ພຣະ​ອົງ​ໄດ້​ໄປ​ທຸກ​ຫົນ​ທຸກ​ແຫ່ງ “ເຮັດ​ຄຸນ​ງາມ​ຄວາມ​ດີ” ແລະ “[ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ]” (ກິດ​ຈະ​ການ 10:38; ມັດ​ທາຍ 4:23). ເມື່ອ​ທ່ານ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ, ທ່ານ​ຈະ​ພົບ​ເຫັນ​ຜູ້​ຄົນ​ທີ່​ທ່ານ​ສາ​ມາດ​ຮັບ​ໃຊ້ ແລະ ຜູ້​ທີ່​ຈະ​ຮັບ​ເອົາ​ທ່ານ.

ຜ່ານ​ທາງ​ການ​ຮັບ​ໃຊ້, ທ່ານ​ໄດ້​ບັນ​ລຸ​ພຣະ​ບັນ​ຍັດ​ອັນ​ຍິ່ງ​ໃຫຍ່​ສອງ​ປະ​ການ ທີ່​ຈະ​ຮັກ​ພຣະ​ເຈົ້າ ແລະ ຮັກ​ເພື່ອນ​ບ້ານ​ຂອງ​ທ່ານ (ເບິ່ງ ມັດ​ທາຍ 22:36–40; 25:40; ໂມ​ໄຊ​ຢາ 2:17). ຜ່ານ​ທາງ​ການ​ຮັບ​ໃຊ້, ທ່ານ ແລະ ຄົນ​ອື່ນ​ອາດ​ຈະ​ມາ​ຮ່ວມ​ກັນ​ດ້ວຍ​ວິ​ທີ​ທີ່​ມີ​ພະ​ລັງ ແລະ ສ້າງ​ແຮງ​ບັນ​ດານ​ໃຈ.

ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ, ທ່ານ​ຮັບ​ໃຊ້ ຕາມ​ແຜນ ໃນ​ແຕ່​ລະ​ອາ​ທິດ (ເບິ່ງ Missionary Standards, 2.7 ແລະ 7.2, ສຳ​ລັບ​ຂໍ້​ມູນ ແລະ ແນວ​ທາງ​ຊີ້​ນຳ). ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະ​ທານ​ເຜີຍ​ແຜ່, ທ່ານ​ອາດ​ພົບ​ໂອ​ກາດ​ໃນ​ການ​ຮັບ​ໃຊ້​ໃນ​ຊຸມ​ຊົນ ຜ່ານ​ທາງ JustServe (ໃນ​ບ່ອນ​ທີ່​ຖືກ​ອະ​ນຸ​ມັດ) ແລະ ໂຄງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ ແລະ ໂຄງ​ການ​ຕອບ​ຮັບ​ໄພ​ພິ​ບັດ ຂອງ​ສາດ​ສະ​ໜາ​ຈັກ.

ຕະ​ຫລອດ​ທັງ​ວັນ, ຈົ່ງ​ອະ​ທິ​ຖານ ແລະ ຊອກ​ຫາ​ໂອ​ກາດ ທີ່ບໍ່​ໄດ້​ວາງ​ແຜນ ເພື່ອ​ເຮັດ​ຄວາມ​ດີ. ຟັງ​ພຣະ​ວິນ​ຍານ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ໂອ​ກາດ​ສຳ​ລັບ​ການ​ກະ​ທຳ​ເລັກ​ນ້ອຍ ຂອງ​ຄວາມ​ເມດ​ຕາ​ທີ່​ທ່ານ​ສາ​ມາດ​ສະ​ເໜີ​ມອບ​ໃຫ້.

ຮູບ​ພາບ
ປະ​ທານ​ກໍ​ດອນ ບີ ຮິງ​ລີ

“ທ່ານ​ຢາກ​ມີ​ຄວາມ​ສຸກ​ບໍ? ໃຫ້​ລືມ​ຕົວ​ເອງ ແລະ ຫລົງ​ໄປ​ກັບ​ອຸ​ດົມ​ການ​ທີ່​ຍິ່ງ​ໃຫຍ່​ນີ້. ໃຊ້​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຊ່ວຍ​ເຫລືອ​ຄົນ​ອື່ນ. … ຢືນ​ໃຫ້​ສູງ​ຂຶ້ນ, ຍົກ​ຫົວ​ເຂົ່າ​ອ່ອນ​ແອ, ຍົກ​ແຂນ​ທີ່​ເມື່ອຍ​ລ້າ. ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ” (Gordon B. Hinckley, Teachings of Presidents of the Church: Gordon B. Hinckley [2016], 209).

ການ​ສຶກ​ສາ​ພຣະ​ຄຳ​ພີ

ແມ່ນ​ຫຍັງ​ຄື​ບົດ​ບາດ​ຂອງ​ການ​ຮັບ​ໃຊ້​ໃນ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ແມ່ນ​ຫຍັງ​ຄື​ບົດ​ບາດ​ຂອງ​ການ​ຮັບ​ໃຊ້​ໃນ​ພາ​ລະ​ກິດ​ຂອງ​ອຳ​ໂມນ ແລະ ອາ​ໂຣນ?

ພຣະ​ຜູ້​ເປັນ​ເຈົ້າ​ເອີ້ນ​ທ່ານ​ໃຫ້​ເຮັດ​ຫຍັງ?

ຜູ້​ສອນ​ສາດ​ສະ​ໜາ​ທີ່​ປະ​ສົບ​ຜົນ​ສຳ​ເລັດ

ຄວາມ​ສຳ​ເລັດ​ຂອງ​ທ່ານ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ ແມ່ນ​ຖືກ​ກຳ​ນົດ​ໂດຍ​ຄວາມ​ປາດ​ຖະ​ໜາ ແລະ ຄຳ​​ໝັ້ນ​ສັນ​ຍາ​ຂອງ​ທ່ານ ທີ່​ຈະ​ຊອກ​ຫາ, ສິດ​ສອນ, ບັບ​ຕິ​ສະ​ມາ, ແລະ ຢືນ​ຢັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຂອງ​ພຣະ​ຄຣິດ ແລະ ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ (ເບິ່ງ ແອວ​ມາ 41:3).

ຄວາມ​ສຳ​ເລັດ​ຂອງ​ທ່ານ​ບໍ່​ໄດ້​ຖືກ​ກຳ​ນົດ​ໂດຍ​ຈຳ​ນວນ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ ຫລື ຊ່ວຍ​ນຳ​ໄປ​ສູ່​ການ​ບັບ​ຕິ​ສະ​ມາ. ທັງ​ບໍ່​ໄດ້​ຖືກ​ກຳ​ນົດ​ໂດຍ​ການ​ດຳ​ລົງ​ຕຳ​ແໜ່ງ​ຜູ້​ນຳ.

ຄວາມ​ສຳ​ເລັດ​ຂອງ​ທ່ານ​ບໍ່​ໄດ້​ຂຶ້ນ​ກັບ​ວິ​ທີ​ທີ່​ຄົນ​ອື່ນ​ເລືອກ​ທີ່​ຈະ​ຕອບ​ຮັບ​ທ່ານ, ຕອບ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ, ຫລື ຕອບ​ຮັບ​ການ​ສະ​ແດງ​ຄວາມ​ເມດ​ຕາ​ຢ່າງ​ຈິງ​ໃຈ​ຂອງ​ທ່ານ. ຜູ້​ຄົນ​ມີ​ອຳ​ເພີ​ໃຈ​ທີ່​ຈະ​ເລືອກ​ວ່າ ຈະ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຫລື​ບໍ່. ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທ່ານ​ແມ່ນ​ທີ່​ຈະ​ສິດ​ສອນ​ຢ່າງ​ແຈ່ມ​ແຈ້ງ ແລະ ມີ​ພະ​ລັງ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ເລືອກ​ອັນ​ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ເຂົາ​ເຈົ້າ.

ຄິດ​ກ່ຽວ​ກັບ​ຄຳ​ອຸ​ປະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກ່ຽວ​ກັບ​ເງິນ​ຕະ​ລັນ​ຕົນ​ໃນ ມັດ​ທາຍ 25:14–28. ເຈົ້າ​ນາຍ, ຜູ້​ເປັນ​ຕົວ​ແທນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ຍ້ອງ​ຍໍ​ຄົນ​ຮັບ​ໃຊ້​ທີ່​ຊື່​ສັດ​ສອງ​ຄົນ​ຂອງ​ເພິ່ນ ເຖິງ​ແມ່ນ​ວ່າ​ຂະ​ໜາດ​ຂອງ​ເຄື່ອງ​ຖວາຍ​ຂອງ​ພວກ​ເຂົາ​ແຕກ​ຕ່າງ​ກັນ (ເບິ່ງ ມັດ​ທາຍ 25:21, 23). ເພິ່ນ​ຍັງ​ໄດ້​ມອບ​ລາງ​ວັນ​ຢ່າງ​ດຽວ​ກັນ​ໃຫ້​ພວກ​ເຂົາ​ທັງ​ສອງ​ນຳ​ອີກ, ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້ “ມາ​ຮ່ວມ​ຊົມ​ຊື່ນ​ຍິນ​ດີ​ກັບ​ເຮົາ​ເຖີດ” ຍ້ອນ​ວ່າ​ພວກ​ເຂົາ​ໄດ້​ຂະ​ຫຍາຍ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຮັບ.

ພຣະ​ເຈົ້າ​ໄດ້​ປະ​ທານ​ຕະ​ລັນ​ຕົນ ແລະ ຂອງ​ປະ​ທານ​ໃຫ້​ທ່ານ ເພື່ອ​ໃຊ້​ໃນ​ການ​ຮັບ​ໃຊ້​ຂອງ​ພຣະ​ອົງ. ຕະ​ລັນ​ຕົນ ແລະ ຂອງ​ປະ​ທານ​ຂອງ​ທ່ານ​ແມ່ນ​ແຕກ​ຕ່າງ​ຈາກ​ຄົນ​ອື່ນໆ. ການ​ຮັບ​ຮູ້​ວ່າ ທັງ​ໝົດ​ແມ່ນ​ສຳ​ຄັນ, ລວມ​ທັງ​ອັນ​ທີ່​ບໍ່​ຄ່ອຍ​ສັງ​ເກດ​ເຫັນ. ເມື່ອ​ທ່ານ​ອຸ​ທິດ​ຖວາຍ​ຕະ​ລັນ​ຕົນ ແລະ ຂອງ​ປະ​ທານ​ໃຫ້​ພຣະ​ອົງ, ພຣະ​ອົງ​ຈະ​ຂະ​ຫຍາຍ​ມັນ ແລະ ເຮັດ​ການ​ມະ​ຫັດ​ສະ​ຈັນ​ດ້ວຍ​ສິ່ງ​ທີ່​ທ່ານ​ຖວາຍ.

ຫລີກ​ເວັ້ນ​ຈາກ​ການ​ປຽບ​ທຽບ​ຕົວ​ເອງ​ໃສ່​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນໆ ແລະ ວັດ​ຜົນ​ງານ​ພາຍ​ນອກ​ຂອງ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ກັບ​ຂອງ​ເຂົາ​ເຈົ້າ. ການ​ປຽບ​ທຽບ​ມັກ​ຈະ​ນຳ​ໄປ​ສູ່​ຜົນ​ໄດ້​ຮັບ​ທາງ​ລົບ, ດັ່ງ​ເຊັ່ນ ຄວາມ​ທໍ້​ແທ້ ຫລື ຄວາມ​ທະ​ນົງ​ໃຈ. ການ​ປຽບ​ທຽບ​ຍັງ​ມັກ​ຈະ​ເຮັດ​ໃຫ້​ເຂົ້າ​ໃຈ​ຜິດ​ນຳ​ອີກ. ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ແມ່ນ​ຄວາມ​ພະ​ຍາ​ຍາມ​ໃຫ້​ດີ​ທີ່​ສຸດ​ຂອງ​ທ່ານ​ເອງ—ເພື່ອ​ທ່ານ​ຈະ “ຮັບ​ໃຊ້​ດ້ວຍ​ສຸດ​ໃຈ, ພະ​ລັງ, ຄວາມ​ນຶກ​ຄິດ ແລະ ກຳ​ລັງ ຂອງ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 4:2; ເນັ້ນ​ຄຳ​ເນີ້ງ).

ທ່ານ​ອາດ​ຈະ​ເສຍ​ໃຈ​ຖ້າ​ຫາກ​ຜູ້​ຄົນ​ຍັງ​ບໍ່​ຍອມ​ຮັບ​ພຣະ​ກິດ​ຕິ​ຄຸນ. ບາງ​ຄັ້ງ​ທ່ານ​ອາດ​ຮູ້​ສຶກ​ທໍ້​ແທ້. ບາງ​ຄັ້ງ​ແມ່ນ​ແຕ່​ຜູ້​ສອນ​ສາດ​ສະ​ໜາ ແລະ ສາດ​ສະ​ດາ​ຜູ້​ຍິ່ງ​ໃຫຍ່​ໃນ​ພຣະ​ຄຳ​ພີ ກໍ​ຍັງ​ຮູ້​ສຶກ​ທໍ້​ແທ້ (ເບິ່ງ 2 ນີ​ໄຟ 4:17–19; ແອວ​ມາ 26:27). ໃນ​ຊ່ວງ​ເວ​ລາ​ເຊັ່ນ​ນັ້ນ, ຈົ່ງ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ນີ​ໄຟ ໂດຍ​ການ​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ໄວ້​ວາງ​ໃຈ​ໃນ​ພຣະ​ອົງ, ອະ​ທິ​ຖານ​ຂໍ​ຄວາມ​ເຂັ້ມ​ແຂງ, ແລະ ຈື່​ຈຳ​ສິ່ງ​ທີ່​ດີ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ທ່ານ (ເບິ່ງ 2 ນີ​ໄຟ 4:16–35).

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ສອງ​ຄົນ​ກຳ​ລັງ​ອະ​ທິ​ຖານ

ເມື່ອ​ທ່ານ​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ, ພຣະ​ອົງ​ໄດ້​ສັນ​ຍາ​ວ່າ, “ເຮົາ​ຈະ​ຊ່ວຍ​ເຫລືອ​ໃຫ້​ພວກ​ເຈົ້າ​ໄດ້​ເຂັ້ມ​ແຂງ; ເຮົາ​ຈະ​ປົກ​ປັກ​ຮັກ​ສາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ພົ້ນ” (ເອ​ຊາ​ຢາ 41:10). ຜ່ານ​ທາງ​ການ​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ, ທ່ານ​ສາ​ມາດ​ພົບ​ສັນ​ຕິ​ສຸກ ແລະ ຄວາມ​ໝັ້ນ​ໃຈ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ. ສັດ​ທາ​ຈະ​ຊ່ວຍ​ໃຫ້​ທ່ານ​ກ້າວ​ເດີນ​ໄປ​ໜ້າ ແລະ ສືບ​ຕໍ່​ໃນ​ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ.

ຈົ່ງ​ສຸມ​ໃສ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ທ່ານ​ຕໍ່​ພຣະ​ຄຣິດ ແລະ ຈຸດ​ປະ​ສົງ​ຂອງ​ການ​ເຜີຍ​ແຜ່​ຂອງ​ທ່ານ—ບໍ່​ແມ່ນ​ຜົນ​ໄດ້​ຮັບ​ພາຍ​ນອກ. ຜົນ​ໄດ້​ຮັບ​ເຫລົ່າ​ນີ້​ມັກ​ຈະ​ບໍ່​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ໃນ​ທັນ​ທີ. ໃນ​ເວ​ລາ​ດຽວ​ກັນ, ຈົ່ງ​ຮັກ​ສາ​ຄວາມ​ຄາດ​ຫວັງ​ຂອງ​ທ່ານ​ໃຫ້​ສູງ ໂດຍ​ບໍ່​ຄຳ​ນຶງ​ເຖິງ​ການ​ທ້າ​ທາຍ​ທີ່​ທ່ານ​ປະ​ເຊີນ. ຄວາມ​ຄາດ​ຫວັງ​ສູງ​ຈະ​ເພີ່ມ​ປະ​ສິດ​ທິ​ພາບ​ຂອງ​ທ່ານ, ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ, ແລະ ຄວາມ​ສາ​ມາດ​ຂອງ​ທ່ານ ທີ່​ຈະ​ເຮັດ​ຕາມ​ພຣະ​ວິນ​ຍານ.

ບາງ​ວິ​ທີ​ທີ່​ທ່ານ​ສາ​ມາດ​ປະ​ເມີນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ທ່ານ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໄດ້​ຖືກ​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ.

  • ສະ​ແຫວງ​ຫາ​ທີ່​ຈະ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ ແລະ ປັບ​ປຸງ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ (ເບິ່ງ ໂຢ​ຮັນ 8:31; 2 ນີ​ໄຟ 28:30).

  • ສະ​ແຫວງ​ຫາ​ຄຸນ​ລັກ​ສະ​ນະ​ຢ່າງ​ພຣະ​ຄຣິດ (ເບິ່ງ 2 ເປ​ໂຕ 1:2–9; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 4:5–6).

  • ຮັກ​ຜູ້​ຄົນ​ດ້ວຍ​ຄວາມ​ຈິງ​ໃຈ ແລະ ເຮັດ​ໃຫ້​ດີ​ທີ່​ສຸດ​ໃນ​ແຕ່​ລະ​ວັນ ເພື່ອ​ນຳ​ຈິດ​ວິນ​ຍານ​ມາ​ຫາ​ພຣະ​ຄຣິດ (ເບິ່ງ 1 ໂກ​ຣິນ​ໂທ 13; ໂມ​ໂຣ​ໄນ 7:45–48).

  • ເຊື້ອ​ເຊີນ ແລະ ຊ່ວຍ​ຜູ້​ຄົນ​ໃຫ້​ເຮັດ ແລະ ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ ທີ່​ສ້າງ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

  • ສຶກ​ສາ​ພຣະ​ຄຳ​ພີ, ແລະ ອະ​ທິ​ຖານ​ຢ່າງ​ພາກ​ພຽນ ເພື່ອ​ສະ​ແດງ​ຄວາມ​ຂອບ​ພຣະ​ຄຸນ ແລະ ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ (ເບິ່ງ ໂຢ​ຮັນ 5:39; 2 ນີ​ໄຟ 32:3; ເອ​ໂນດ 1:4; ແອວ​ມາ 37:37; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 26:1).

  • ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ​ຂອງ​ຜູ້​ສອນ​ສາດ​ສະ​ໜາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 35:24).

  • ດຳ​ລົງ​ຊີ​ວິດ​ເພື່ອ​ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ທ່ານ ວ່າ​ຈະ​ໄປ​ໃສ, ເຮັດ​ຫຍັງ, ແລະ ເວົ້າ​ຫຍັງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:18; 42:14).

  • ຕັ້ງ​ເປົ້າ​ໝາຍ​ດ້ວຍ​ການ​ອະ​ທິ​ຖານ, ວາງ​ແຜນ, ແລະ ເຮັດ​ວຽກ​ເພື່ອ​ເຮັດ​ໃຫ້​ມັນ​ສຳ​ເລັດ (ເບິ່ງ ລູ​ກາ 14:28; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:119).

  • ເສີມ​ສ້າງ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຫວອດ ແລະ ສາ​ຂາ​ບ່ອນ​ທີ່​ທ່ານ​ຖືກ​ມອບ​ໝາຍ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:5).

  • ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເຮັດ​ຄຸນ​ງາມ​ຄວາມ​ດີ ແລະ ຮັບ​ໃຊ້​ຜູ້​ຄົນ​ໃນ​ທຸກ​ໂອ​ກາດ, ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຮັບ​ເອົາ​ຂ່າວ​ສານ​ຂອງ​ທ່ານ​ຫລື​ບໍ່​ກໍ​ຕາມ (ເບິ່ງ ກິດ​ຈະ​ການ 10:38).

ເມື່ອ​ທ່ານ​ເຮັດ​ດີ​ທີ່​ສຸດ​ແລ້ວ, ທ່ານ​ອາດ​ຍັງ​ມີ​ຄວາມ​ຜິດ​ຫວັງ, ແຕ່​ທ່ານ​ຈະ​ບໍ່​ຜິດ​ຫວັງ​ໃນ​ຕົວ​ທ່ານ​ເອງ. ທ່ານ​ສາ​ມາດ​ຮູ້​ສຶກ​ໝັ້ນ​ໃຈ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພໍ​ພຣະ​ໄທ​ເມື່ອ​ທ່ານ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ທີ່​ເຮັດ​ວຽກ​ຜ່ານ​ທາງ​ທ່ານ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ວຽກ​ງານ? ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ອິດ​ທິ​ພົນ​ຕໍ່​ຜູ້​ທີ່​ເຂົາ​ເຈົ້າ​ຮັບ​ໃຊ້​ແນວ​ໃດ? ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ວຽກ​ງານ?

ການ​ສຶກ​ສາ​ສ່ວນ​ຕົວ

  • ອ່ານ ຮີ​ລາ​ມັນ 10:1–5 ແລະ 3 ນີ​ໄຟ 7:17–18. ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ເຫລົ່າ​ນີ້ ແລະ ການ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າ?

  • ຄິດ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ເຜີຍ​ແຜ່​ຂອງ​ອະ​ບີ​ນາ​ໄດ ແລະ ອຳ​ໂມນ (ເບິ່ງ ໂມ​ໄຊ​ຢາ 11–18; ແອວ​ມາ 17–20; 23–24). ເປັນ​ຫຍັງ​ຜູ້​ສອນ​ສາດ​ສະ​ໜາ​ທັງ​ສອງ​ຈຶ່ງ​ຖືກ​ຍອມ​ຮັບ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ ເຖິງ​ແມ່ນ​ວ່າ​ຜົນ​ຮັບ​ທັນ​ທີ​ຂອງ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເພິ່ນ​ແຕກ​ຕ່າງ​ກັນ?

  • ບັນ​ທຶກ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ລົງ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.


ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ ແລະ ການ​ນຳ​ໃຊ້

ການ​ສຶກ​ສາ​ສ່ວນ​ຕົວ

  • ພິ​ຈາ​ລະ​ນາ​ຄວາມ​ໝາຍ​ຂອງ​ການ​ເປັ່ງ​ສຽງ​ເຕືອນ (ເບິ່ງ ຢາ​ໂຄບ 3:12; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:4; 38:41; 63:57–58; 88:81; 112:5; ເອ​ເຊ​ກຽນ 3:17–21; 33:1–12). ຂຽນ​ໃນ​ຄຳ​ເວົ້າ​ຂອງ​ທ່ານ​ເອງ​ວ່າ ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ ທ່ານ​ເຮັດ​ມັນ​ໄດ້​ແນວ​ໃດ.

  • ພິ​ຈາ​ລະ​ນາ​ເຫດ​ການ​ໃນ​ຊີ​ວິດ​ຂອງ​ທ່ານ ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ ກ່ຽວ​ກັບ​ໂຈ​ເຊັບ ສະ​ມິດ ແລະ ການ​ຟື້ນ​ຟູ. ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ.

ການ​ສຶກ​ສາ​ກັບ​ຄູ່​ສອນ ແລະ ການ​ສັບ​ປ່ຽນ​ຄູ່​ສອນ

  • ເລືອກ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຍິ່ງ​ໃຫຍ່​ຄົນ​ໜຶ່ງ​ດັ່ງ​ຕໍ່​ໄປ​ນີ້, ແລະ ອ່ານ​ຂໍ້​ພຣະ​ຄຳ​ພີ​ທີ່​ລະ​ບຸ​ໄວ້. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ສົນ​ທະ​ນາ​ວິ​ທີ​ທີ່​ຜູ້​ສອນ​ສາດ​ສະ​ໜາ (1) ເຂົ້າ​ໃຈ ແລະ ຍຶດ​ໝັ້ນ​ຕົນ​ເອງ​ຕໍ່​ການ​ເອີ້ນ​ຂອງ​ເພິ່ນ, (2) ໄດ້​ສະ​ແດງ​ທ່າ​ທີ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເພິ່ນ​ຕໍ່​ວຽກ​ງານ, ແລະ (3) ໄດ້​ຊ່ວຍ​ຄົນ​ອື່ນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ.

  • ເລືອກ​ເພງ​ສວດ​ສອງ​ເພງ​ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ. ອ່ານ ຫລື ຮ້ອງ​ເພງ​ສວດ. ສົນ​ທະ​ນາ​ຄວາມ​ໝາຍ​ຂອງ​ເນື້ອ​ເພງ.

ສະ​ພາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ອະ​ນາ​ເຂດ, ແລະ ສະ​ພາ​ຜູ້​ນຳ​ເຂດ​ເຜີຍ​ແຜ່

  • ເຊື້ອ​ເຊີນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ສອງ ຫລື ສາມ​ຄົນ ໃຫ້​ແບ່ງ​ປັນ​ປະ​ສົບ​ການ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ຜູ້​ສອນ​ສາດ​ສະ​ໜາ? ເຂົາ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ສິ່ງ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ສິດ​ສອນ? ແມ່ນ​ຫຍັງ​ທີ່​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ? ແມ່ນ​ຫຍັງ​ມີ​ອິດ​ທິ​ພົນ​ຕໍ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຂົາ​ເຈົ້າ​ຫລາຍ​ທີ່​ສຸດ?

  • ຫລາຍ​ວັນ​ກ່ອນ​ການ​ປະ​ຊຸມ, ມອບ​ໝາຍ​ຜູ້​ສອນ​ສາດ​ສະ​ໜາ​ຫລາຍ​ຄົນ ໃຫ້​ໄຕ່​ຕອງ​ຄຳ​ຖາມ​ທີ່​ເລືອກ​ຈາກ “ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້” ໃນ​ຕອນ​ຕົ້ນ​ຂອງ​ບົດ. ຂໍ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ແຕ່​ລະ​ຄົນ​ກະ​ກຽມ​ຄຳ​ປາ​ໄສ​ສອງ​ສາມ​ນາ​ທີ​ສຳ​ລັບ​ຄຳ​ຖາມ​ທີ່​ມອບ​ໝາຍ​ໃຫ້. ລະ​ຫວ່າງ​ສະ​ພາ​ທ້ອງ​ຖິ່ນ ຫລື ກອງ​ປະ​ຊຸມ​ອະ​ນາ​ເຂດ, ໃຫ້​ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ກ່າວ​ປາ​ໄສ. ຫລັງ​ຈາກ​ກ່າວ​ປາ​ໄສ​ແລ້ວ, ໃຫ້​ສົນ​ທະ​ນາ​ວ່າ ໄດ້​ຮຽນ​ຮູ້​ຫຍັງ​ແດ່ ແລະ ຈະ​ນຳ​ໄປ​ໃຊ້​ໃນ​ວຽກ​ງານ​ເຜີຍ​ແຜ່​ແນວ​ໃດ.

  • ແຍກ​ຜູ້​ສອນ​ສາດ​ສະ​ໜາ​ອອກ​ເປັນ​ສີ່​ກຸ່ມ. ຂໍ​ໃຫ້​ແຕ່​ລະ​ກຸ່ມ​ຂຽນ​ຄວາມ​ຈິງ, ພັນ​ທະ​ສັນ​ຍາ, ແລະ ພິ​ທີ​ການ​ຫລາຍ​ຢ່າງ ເທົ່າ​ທີ່​ເຂົາ​ເຈົ້າ​ຈະ​ສາ​ມາດ​ເຮັດ​ໄດ້ ທີ່​ຖືກ​ຟື້ນ​ຟູ ແລະ ຖືກ​ເປີດ​ເຜີຍ​ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ. ຂໍ​ໃຫ້​ແຕ່​ລະ​ກຸ່ມ​ແບ່ງ​ປັນ​ລາຍ​ການ​ຂອງ​ຕົນ. ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ແບ່ງ​ປັນ​ວ່າ ຄວາມ​ຈິງ​ທີ່​ຖືກ​ເປີດ​ເຜີຍ​ຜ່ານ​ທາງ​ການ​ຟື້ນ​ຟູ​ມີ​ອິດ​ທິ​ພົນ​ຕໍ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ.

  • ສົນ​ທະ​ນາ​ຄວາມ​ໝາຍ​ຂອງ​ການ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ປະ​ສົບ​ຜົນ​ສຳ​ເລັດ. ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ຍົກ​ຕົວ​ຢ່າງ​ທີ່​ສະ​ເພາະ​ເຈາະ​ຈົງ.

ຜູ້​ນຳ​ເຜີຍ​ແຜ່ ແລະ ທີ່​ປຶກ​ສາ​ເຜີຍ​ແຜ່

  • ລະ​ຫວ່າງ​ການ​ສຳ​ພາດ ຫລື ການ​ເວົ້າ​ລົມ​ກັບ​ຜູ້​ສອນ​ສາດ​ສະ​ໜາ, ຂໍ​ໃຫ້​ເຂົາ​ເຈົ້າ​ແບ່ງ​ປັນ​ກັບ​ທ່ານ​ເປັນ​ບາງ​ຄັ້ງ​ບາງ​ຄາວ:

    • ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

    • ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ເຖິງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ແລະ ພາ​ລະ​ກິດ​ຂອງ​ໂຈ​ເຊັບ ສະ​ມິດ.

    • ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ.

    • ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ເຂົາ​ເຈົ້າ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ.

  • ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ບັນ​ທຶກ​ສິ່ງ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ​ວ່າ​ເປັນ​ຈຸດ​ປະ​ສົງ​ບາງ​ຢ່າງ​ຂອງ​ການ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ເຂົາ​ເຈົ້າ. ລະ​ຫວ່າງ​ການ​ສຳ​ພາດ ຫລື ໃນ​ການ​ສົນ​ທະ​ນາ, ຂໍ​ໃຫ້​ເຂົາ​ເຈົ້າ​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຂຽນ​ໄວ້.

  • ສົ່ງ​ຈົດ​ໝາຍ​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ສະ​ມາ​ຊິກ​ໃໝ່.

ພິມ