“ບົດທີ 6: ສະແຫວງຫາຄຸນລັກສະນະທີ່ເໝືອນດັ່ງພຣະຄຣິດ,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ (2023)
“ບົດທີ 6,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ
ບົດທີ 6
ສະແຫວງຫາຄຸນລັກສະນະທີ່ເໝືອນດັ່ງພຣະຄຣິດ
ຄຳນຳ
ໃນຕອນຕົ້ນຂອງການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງ, ພຣະເຢຊູໄດ້ຍ່າງໄປຕາມຝັ່ງທະເລຄາລີເລ ແລະ ໄດ້ເອີ້ນຊາວປະມົງສອງຄົນ, ເປໂຕ ແລະ ອັນເດອາ. “ຈົ່ງຕາມເຮົາມາ,” ພຣະອົງໄດ້ກ່າວ, “ແລະ ເຮົາຈະສອນພວກເຈົ້າໃຫ້ເປັນຜູ້ຫາຄົນ” (ມັດທາຍ 4:19; ເບິ່ງ ມາຣະໂກ 1:17 ນຳອີກ).
ພຣະຜູ້ເປັນເຈົ້າກໍໄດ້ເອີ້ນທ່ານສູ່ວຽກງານຂອງພຣະອົງເຊັ່ນກັນ, ແລະ ພຣະອົງກໍໄດ້ເຊື້ອເຊີນທ່ານໃຫ້ຕິດຕາມພຣະອົງນຳອີກ. “ເຈົ້າຄວນເປັນຄົນແນວໃດ?” ພຣະອົງໄດ້ຖາມ. “ຕາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ ເຖິງແມ່ນດັ່ງທີ່ເຮົາເປັນ” (3 ນີໄຟ 27:27).
ບາງບົດໃນ ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ ສຸມໃສ່ສິ່ງທີ່ທ່ານຕ້ອງເຮັດໃນຖານະຜູ້ສອນສາດສະໜາ, ດັ່ງເຊັ່ນ ວິທີການສຶກສາ, ວິທີສິດສອນ, ແລະ ວິທີຕັ້ງເປົ້າໝາຍ. ສິ່ງສຳຄັນພໍໆກັບສິ່ງທີ່ທ່ານເຮັດກໍຄືວ່າ ທ່ານເປັນໃຜ ແລະ ທ່ານຈະກາຍເປັນໃຜ. ນັ້ນແມ່ນຈຸດສຸມຂອງບົດນີ້.
ພຣະຄຳພີບັນຍາຍເຖິງຄຸນລັກສະນະທີ່ເໝືອນດັ່ງພຣະຄຣິດ ຊຶ່ງຈຳເປັນຕໍ່ທ່ານໃນການສະແຫວງຫາ ໃນຖານະຜູ້ສອນສາດສະໜາ ແລະ ຕະຫລອດຊີວິດຂອງທ່ານ. ຄຸນລັກສະນະທີ່ເໝືອນດັ່ງພຣະຄິດຄືຄຸນສົມບັດ ຫລື ລັກສະນະພິເສດຈຳເພາະຂອງທຳມະຊາດ ແລະ ລັກສະນະຂອງພຣະຜູ້ຊ່ວຍໃຫ້ລອດ. ບົດນີ້ບັນຍາຍຄຸນລັກສະນະບາງຢ່າງເຫລົ່ານັ້ນ. ສຶກສາສິ່ງເຫລົ່ານີ້ ແລະ ພຣະຄຳພີທີ່ກ່ຽວຂ້ອງກັບຄຸນລັກສະນະເຫລົ່ານັ້ນ. ຊອກຫາຄຸນລັກສະນະທີ່ເໝືອນດັ່ງພຣະຄຣິດຂະນະທີ່ທ່ານສຶກສາຂໍ້ພຣະຄຳພີອື່ນໆ.
“ສະແຫວງຫາພຣະເຢຊູອົງນີ້”
ສາດສະດາໂມໂຣໄນໄດ້ແນະນຳວ່າ, “ແລະ ບັດນີ້, ຂ້າພະເຈົ້າຂໍແນະນຳໃຫ້ທ່ານສະແຫວງຫາພຣະເຢຊູອົງນີ້ຜູ້ຊຶ່ງສາດສະດາ ແລະ ອັກຄະສາວົກໄດ້ຂຽນໄວ້” (ອີເທີ 12:41). ວິທີສຳຄັນວິທີໜຶ່ງໃນການສະແຫວງຫາພຣະເຢຊູຄືການພະຍາຍາມຢ່າງພາກພຽນເພື່ອຮຽນຮູ້ກ່ຽວກັບພຣະອົງ ແລະ ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ. ການເຜີຍແຜ່ຂອງທ່ານເປັນເວລາທີ່ເໝາະສົມ ທີ່ຈະສຸມໃຈໃສ່ສິ່ງນີ້.
ເມື່ອທ່ານພະຍາຍາມເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນ, ທ່ານຈະບັນລຸຈຸດປະສົງຂອງການເປັນຜູ້ສອນສາດສະໜາໄດ້ດີຂຶ້ນ. ທ່ານຈະປະສົບກັບຄວາມຊື່ນຊົມ, ຄວາມສະຫງົບ, ແລະ ການເຕີບໂຕທາງວິນຍານ ເມື່ອຄຸນລັກສະນະຂອງພຣະອົງກາຍເປັນພາກສ່ວນໜຶ່ງຂອງລັກສະນະຂອງທ່ານ. ທ່ານຍັງຈະສະຖາປະນາພື້ນຖານສຳລັບການສືບຕໍ່ຕິດຕາມພຣະອົງໄປຕະຫລອດຊີວິດຂອງທ່ານນຳອີກ.
ຂອງປະທານຈາກພຣະເຈົ້າ
ຄຸນລັກສະນະທີ່ເໝືອນດັ່ງພຣະຄຣິດເປັນຂອງປະທານຈາກພຣະເຈົ້າ. ເຊັ່ນດຽວກັບສິ່ງທີ່ດີທັງໝົດ, ຂອງປະທານເຫລົ່ານີ້ມີມາຜ່ານທາງ “ພຣະຄຸນຂອງພຣະເຈົ້າອົງເປັນພຣະບິດາ, ແລະ ຂອງອົງພຣະເຢຊູຄຣິດເຈົ້ານຳອີກ, ແລະ ພຣະວິນຍານບໍລິສຸດ” (ອີເທີ 12:41).
ຈົ່ງສຸມໃຈໃສ່ພຣະຄຣິດຂະນະທີ່ທ່ານສະແຫວງຫາທີ່ຈະປູກຝັງຄຸນລັກສະນະຂອງພຣະອົງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 6:36). ຄຸນລັກສະນະເຫລົ່ານີ້ບໍ່ແມ່ນລາຍການໃນໃບກວດສອບ. ມັນບໍ່ແມ່ນເຕັກນິກທີ່ທ່ານພັດທະນາໃນໂຄງການປັບປຸງຕົນເອງ. ບໍ່ສາມາດໄດ້ມັນມາພຽງແຕ່ຜ່ານທາງຄວາມມຸ່ງໝັ້ນສ່ວນບຸກຄົນເທົ່ານັ້ນ. ແຕ່, ທ່ານສາມາດໄດ້ຮັບເມື່ອທ່ານພະຍາຍາມກາຍເປັນສານຸສິດທີ່ອຸທິດຕົນຂອງພຣະເຢຊູຄຣິດຫລາຍຂຶ້ນ.
ຈົ່ງອະທິຖານເພື່ອພຣະເຈົ້າຈະໃຫ້ພອນແກ່ທ່ານດ້ວຍຄຸນລັກສະນະເຫລົ່ານີ້. ຮັບຮູ້ຄວາມອ່ອນແອຂອງທ່ານ ແລະ ຄວາມຕ້ອງການອຳນາດຂອງພຣະອົງໃນຊີວິດຂອງທ່ານດ້ວຍຄວາມຖ່ອມຕົນ. ເມື່ອທ່ານເຮັດ, ພຣະອົງຈະ “ເຮັດໃຫ້ສິ່ງທີ່ອ່ອນແອນັ້ນກັບມາເຂັ້ມແຂງສຳລັບ [ທ່ານ]” (ອີເທີ 12:27).
ຂະບວນການທີ່ຄ່ອຍເປັນຄ່ອຍໄປ
ການກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດເປັນຂະບວນການທີ່ຄ່ອຍເປັນຄ່ອຍໄປ, ຕະຫລອດຊີວິດ. ດ້ວຍຄວາມປາດຖະໜາທີ່ຈະເຮັດໃຫ້ພຣະເຈົ້າພໍພຣະໄທ, ຈົ່ງປັບປຸງການຕັດສິນໃຈເທື່ອລະຢ່າງ.
ອົດທົນກັບຕົວເອງ. ພຣະເຈົ້າຮູ້ວ່າການປ່ຽນແປງ ແລະ ການເຕີບໂຕຕ້ອງໃຊ້ເວລາ. ພຣະອົງພໍພຣະໄທໃນຄວາມປາດຖະໜາທີ່ຈິງໃຈຂອງທ່ານ ແລະ ຈະອວຍພອນທ່ານສຳລັບຄວາມພະຍາຍາມທີ່ທ່ານໄດ້ເຮັດ.
ເມື່ອທ່ານສະແຫວງຫາທີ່ຈະກາຍເປັນເໝືອນດັ່ງພຣະຄຣິດ, ຄວາມປາດຖະໜາ, ຄວາມຄິດ, ແລະ ການກະທຳຂອງທ່ານຈະປ່ຽນໄປ. ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ອຳນາດຂອງພຣະວິນຍານບໍລິສຸດ, ທຳມະຊາດຂອງທ່ານຈະຖືກຫລໍ່ຫລອມ (ເບິ່ງ ໂມໄຊຢາ 3:19).
ພຣະວິນຍານບໍລິສຸດຂະຫຍາຍ ແລະ ເປີດຄວາມສາມາດຂອງທ່ານໃຫ້ກວ້າງອອກ. ພຣະອົງ “ດົນໃຈຄຸນນະທຳ, ຄວາມເມດຕາ, ຄວາມດີ, ຄວາມອ່ອນໂຍນ, ແລະ ຄວາມໃຈບຸນ. … ສະຫລຸບແລ້ວ, ມັນເປັນ, ດັ່ງທີ່ມັນເຄີຍເປັນໄຂໃນກະດູກ, ຄວາມຊື່ນຊົມໃນໃຈ, ແສງສະຫວ່າງຕໍ່ດວງຕາ, ດົນຕີຕໍ່ຫູ, ແລະ ຊີວິດສູ່ທັງຕົວ” (Parley P. Pratt, Key to the Science of Theology [1855], 98–99).
ສັດທາໃນພຣະເຢຊູຄຣິດ
ເພື່ອໃຫ້ສັດທານຳໄປສູ່ຄວາມລອດ, ທ່ານຕ້ອງຕັ້ງມັນໄວ້ທີ່ພຣະເຢຊູຄຣິດ (ເບິ່ງ ກິດຈະການ 4:10–12; ໂມໄຊຢາ 3:17; ໂມໂຣໄນ 7:24–26). ເມື່ອທ່ານມີສັດທາໃນພຣະຄຣິດ, ທ່ານໄວ້ວາງໃຈໃນພຣະອົງ ໃນຖານະເປັນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ. ທ່ານໝັ້ນໃຈວ່າ ເມື່ອທ່ານກັບໃຈ, ທ່ານຈະໄດ້ຮັບການໃຫ້ອະໄພຈາກບາບຂອງທ່ານ ຜ່ານທາງການເສຍສະລະຊົດໃຊ້ຂອງພຣະອົງ ແລະ ຖືກເຮັດໃຫ້ສັກສິດໂດຍພຣະວິນຍານບໍລິສຸດ (ເບິ່ງ 3 ນີໄຟ 27:16, 20).
ສັດທາບໍ່ແມ່ນການມີຄວາມຮູ້ທີ່ສົມບູນແບບ. ແຕ່, ມັນເປັນການຮັບປະກັນຈາກພຣະວິນຍານເຖິງສິ່ງທີ່ທ່ານບໍ່ເຫັນ ແຕ່ເປັນຄວາມຈິງ. (ເບິ່ງ ແອວມາ 32:21.)
ການສະແດງສັດທາຂອງທ່ານຜ່ານທາງການກະທຳ. ການກະທຳເຫລົ່ານີ້ແມ່ນລວມທັງຄຳສອນ ແລະ ຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດດັ່ງຕໍ່ໄປນີ້. ມັນລວມທັງການຮັບໃຊ້ຄົນອື່ນ ແລະ ການຊ່ວຍໃຫ້ເຂົາເຈົ້າເລືອກທີ່ຈະຕິດຕາມພຣະຄຣິດ. ທ່ານຍັງສະແດງສັດທາຂອງທ່ານ ຜ່ານທາງຄວາມພາກພຽນ, ການກັບໃຈ, ແລະ ຄວາມຮັກນຳອີກ.
ສັດທາແມ່ນຫລັກທຳແຫ່ງອຳນາດ. ເມື່ອທ່ານໃຊ້ສັດທາໃນພຣະເຢຊູຄຣິດ, ທ່ານຈະໄດ້ຮັບພອນດ້ວຍອຳນາດຂອງພຣະອົງທີ່ເໝາະສົມກັບສະຖານະການຂອງທ່ານ. ທ່ານຈະສາມາດປະສົບກັບການອັດສະຈັນຕາມພຣະປະສົງຂອງພຣະຜູ້ເປັນເຈົ້າ. (ເບິ່ງ ຢາໂຄບ 4:4–7; ໂມໂຣໄນ 7:33; 10:7.)
ສັດທາຂອງທ່ານໃນພຣະເຢຊູຄຣິດຈະເຕີບໂຕ ເມື່ອທ່ານຄຸ້ນເຄີຍກັບພຣະອົງ ແລະ ຄຳສອນຂອງພຣະອົງຫລາຍຂຶ້ນ. ມັນຈະເພີ່ມຂຶ້ນເມື່ອທ່ານຄົ້ນຄວ້າພຣະຄຳພີ, ອະທິຖານຢ່າງຈິງໃຈ, ແລະ ເຊື່ອຟັງພຣະບັນຍັດ. ຄວາມສົງໄສ ແລະ ບາບທຳລາຍສັດທາ.
“ສັດທາບໍ່ແມ່ນພຽງແຕ່ຄວາມຮູ້ສຶກເທົ່ານັ້ນ; ມັນເປັນການຕັດສິນໃຈ. ດ້ວຍການອະທິຖານ, ການເຊື່ອຟັງ, ແລະ ພັນທະສັນຍາ, ເຮົາສ້າງ ແລະ ປ້ອງກັນສັດທາຂອງເຮົາ. ຄວາມເຊື່ອໝັ້ນຂອງເຮົາທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ວຽກງານໃນຍຸກສຸດທ້າຍຂອງພຣະອົງ ກາຍເປັນແວ່ນຂະຫຍາຍທີ່ມີພະລັງ ຊຶ່ງຜ່ານສິ່ງນີ້ເຮົາຕັດສິນສິ່ງອື່ນໆທັງໝົດ. ແລ້ວ, ເມື່ອເຮົາເຫັນຕົວເອງຢູ່ໃນເບົ້າຫລອມຂອງຊີວິດ, … ເຮົາກໍມີພະລັງທີ່ຈະເດີນໄປໃນເສັ້ນທາງທີ່ຖືກຕ້ອງ” (Neil L. Andersen, “It’s True, Isn’t It? Then What Else Matters?” Liahona, May 2007, 74).
ຄວາມຫວັງ
ຄວາມຫວັງບໍ່ແມ່ນພຽງແຕ່ການຄິດເພີ້ຝັນເທົ່ານັ້ນ. ກົງກັນຂ້າມ, ມັນເປັນຄວາມໝັ້ນໃຈທີ່ໝັ້ນຄົງ, ອີງໃສ່ສັດທາຂອງທ່ານໃນພຣະຄຣິດ, ວ່າພຣະເຈົ້າຈະເຮັດໃຫ້ຄຳສັນຍາທີ່ພຣະອົງປະທານໃຫ້ທ່ານເກີດຜົນ (ເບິ່ງ ໂມໂຣໄນ 7:42). ມັນເປັນຄວາມຄາດຫວັງ “ສຳລັບສິ່ງປະເສີດ ຊຶ່ງມາເຖິງແລ້ວ” ຜ່ານທາງພຣະຄຣິດ (ເຮັບເຣີ 9:11).
ແຫລ່ງຄວາມຫວັງສູງສຸດຂອງທ່ານຄືພຣະເຢຊູຄຣິດ. ສາດສະດາມໍມອນໄດ້ຖາມວ່າ, “ແມ່ນອັນໃດທີ່ທ່ານຈະມີຄວາມຫວັງຕໍ່?” ແລ້ວເພິ່ນຕອບວ່າ, “ທ່ານຈະມີຄວາມຫວັງໂດຍທາງການຊົດໃຊ້ຂອງພຣະຄຣິດ ແລະ ໂດຍອຳນາດຂອງການຟື້ນຄືນພຣະຊົນຂອງພຣະອົງ, ເພື່ອຖືກຍົກຂຶ້ນສູ່ຊີວິດນິລັນດອນ, ແລະ ນີ້ເພາະສັດທາຂອງທ່ານທີ່ມີໃນພຣະອົງຕາມສັນຍາ” (ໂມໂຣໄນ 7:41; ເບິ່ງ ຂໍ້ທີ 40–43).
ເມື່ອທ່ານຕັ້ງຄວາມຫວັງຂອງທ່ານໃນພຣະຄຣິດ, ທ່ານມີຄວາມໝັ້ນໃຈວ່າ ທຸກສິ່ງຈະທຳງານນຳກັນໄປເພື່ອຄວາມດີຂອງທ່ານ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 90:24). ຄວາມໝັ້ນໃຈນີ້ຊ່ວຍໃຫ້ທ່ານຮັກສາສັດທາ ເມື່ອທ່ານປະເຊີນກັບການທົດລອງ. ມັນຍັງສາມາດຊ່ວຍໃຫ້ທ່ານເຕີບໂຕຈາກການທົດລອງ ແລະ ພັດທະນາການປັບຕົວ ແລະ ພະລັງທາງວິນຍານນຳອີກ. ຄວາມຫວັງໃນພຣະຄຣິດເປັນສະໝໍສຳລັບຈິດວິນຍານຂອງທ່ານ (ເບິ່ງ ອີເທີ 12:4).
ຄວາມຫວັງເຮັດໃຫ້ທ່ານໝັ້ນໃຈວ່າພຣະເຈົ້າຈະຂະຫຍາຍຄວາມພະຍາຍາມທີ່ພາກພຽນ ແລະ ຊອບທຳຂອງທ່ານ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 123:17).
ວິທີໜຶ່ງທີ່ຈະເພີ່ມຄວາມຫວັງແມ່ນຜ່ານທາງການກັບໃຈ. ການຖືກຊຳລະໃຫ້ສະອາດ ແລະ ການໃຫ້ອະໄພຜ່ານທາງການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດ ກໍ່ໃຫ້ເກີດ ແລະ ຟື້ນຄວາມຫວັງ (ເບິ່ງ ແອວມາ 22:16).
ນີໄຟໄດ້ແນະນຳວ່າ, “ພວກທ່ານຕ້ອງມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ, ແລະ ຄວາມຮັກຂອງພຣະເຈົ້າ ແລະ ຂອງມະນຸດທັງປວງ” (2 ນີໄຟ 31:20). ເມື່ອທ່ານດຳລົງຊີວິດຕາມພຣະກິດຕິຄຸນ, ທ່ານຈະເຕີບໂຕໃນຄວາມສາມາດຂອງທ່ານ “ເພື່ອວ່າຄວາມຫວັງ … ຈະໄດ້ຈະເລີນຂຶ້ນ” (ໂຣມ 15:13).
“ໃນເວລາທີ່ມີຄວາມທຸກໃຈ, ເຮົາສາມາດຍຶດໝັ້ນກັບຄວາມຫວັງທີ່ວ່າສິ່ງຕ່າງໆຈະ ‘ທຳງານນຳກັນໄປເພື່ອຄວາມດີ [ຂອງເຮົາ]’ ເມື່ອເຮົາເຮັດຕາມຄຳແນະນຳຂອງສາດສະດາຂອງພຣະເຈົ້າ. ຄວາມຫວັງແບບນີ້ໃນພຣະເຈົ້າ, ພຣະກະລຸນາທິຄຸນຂອງພຣະອົງ, ແລະ ອຳນາດຂອງພຣະອົງເຮັດໃຫ້ເຮົາສົດຊື່ນດ້ວຍຄວາມກ້າຫານລະຫວ່າງມີການທ້າທາຍທີ່ຫຍຸ້ງຍາກ ແລະ ໃຫ້ຄວາມເຂັ້ມແຂງແກ່ຜູ້ທີ່ຮູ້ສຶກຖືກຄຸກຄາມຈາກກຳແພງແຫ່ງຄວາມຢ້ານກົວ, ຄວາມສົງໄສ, ແລະ ຄວາມສິ້ນຫວັງ” (Dieter F. Uchtdorf, “The Infinite Power of Hope,” Liahona, Nov. 2008, 23).
ຄວາມໃຈບຸນ ແລະ ຄວາມຮັກ
ຄັ້ງໜຶ່ງມີຄົນຖາມພຣະເຢຊູວ່າ, “ອາຈານເອີຍ, ໃນກົດບັນຍັດ ແມ່ນຂໍ້ໃດທີ່ເປັນຂໍ້ໃຫຍ່ສຳຄັນທີ່ສຸດ?” ພຣະເຢຊູໄດ້ຕອບວ່າ: “ຈົ່ງຮັກອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດຄວາມຄິດຂອງເຈົ້າ. ນັ້ນແຫລະ ແມ່ນກົດບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ. ຂໍ້ທີສອງກໍເໝືອນກັນຄື, ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ” (ມັດທາຍ 22:37–39).
ຄວາມໃຈບຸນຄື “ຄວາມຮັກອັນບໍລິສຸດຂອງພຣະຄຣິດ” [ໂມໂຣໄນ 7:47]. ມັນລວມທັງຄວາມຮັກນິລັນດອນຂອງພຣະເຈົ້າສຳລັບລູກໆທຸກຄົນຂອງພຣະອົງ.
ສາດສະດາມໍມອນສິດສອນວ່າ, “ອະທິຖານຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ, ເພື່ອທ່ານຈະເຕັມໄປດ້ວຍຄວາມຮັກນີ້” (ໂມໂຣໄນ 7:48). ເມື່ອທ່ານອະທິຖານຂໍໃຫ້ຄວາມໃຈບຸນເຕັມຢູ່ໃນໃຈທ່ານ, ທ່ານຈະໄດ້ຊີມລົດຊາດແຫ່ງຄວາມຮັກຂອງພຣະເຈົ້າ. ຄວາມຮັກຂອງທ່ານຕໍ່ຜູ້ຄົນຈະເພີ່ມຂຶ້ນ, ແລະ ທ່ານຈະມາຮູ້ສຶກເປັນຫ່ວງດ້ວຍຄວາມຈິງໃຈ ຕໍ່ຄວາມສຸກນິລັນດອນຂອງເຂົາເຈົ້າ. ທ່ານຈະເຫັນເຂົາເຈົ້າວ່າເປັນລູກຂອງພຣະເຈົ້າ ພ້ອມດ້ວຍສັກກະຍະພາບຂອງການກາຍເປັນເໝືອນດັ່ງພຣະອົງ, ແລະ ທ່ານຈະອອກແຮງເພື່ອເຂົາເຈົ້າ.
ເມື່ອທ່ານອະທິຖານທູນຂໍຂອງປະທານແຫ່ງຄວາມໃຈບຸນ, ທ່ານຈະມີແນວໂນ້ມໜ້ອຍລົງກັບຄວາມຮູ້ສຶກໃນທາງລົບ ດັ່ງເຊັ່ນຄວາມຄຽດແຄ້ນ ຫລື ຄວາມອິດສາ. ທ່ານຈະຕັດສິນ ຫລື ວິພາກວິຈານຄົນອື່ນໜ້ອຍລົງ. ທ່ານຈະມີຄວາມປາດຖະໜາຫລາຍຂຶ້ນໃນຄວາມພະຍາຍາມເຂົ້າໃຈເຂົາເຈົ້າ ແລະ ມຸມມອງຂອງເຂົາເຈົ້າ. ທ່ານຈະອົດທົນຫລາຍຂຶ້ນ ແລະ ພະຍາຍາມຊ່ວຍເຫລືອຜູ້ຄົນ ເມື່ອເຂົາເຈົ້າດີ້ນລົນ ຫລື ທໍ້ແທ້. (ເບິ່ງ ໂມໂຣໄນ 7:45.)
ຄວາມໃຈບຸນ, ເຊັ່ນດຽວກັບສັດທາ, ນຳໄປສູ່ການກະທຳ. ທ່ານເພີ່ມຄວາມເຂັ້ມແຂງໃຫ້ມັນ ຂະນະທີ່ທ່ານຮັບໃຊ້ຄົນອື່ນ ແລະ ໃຫ້ຕົວເອງ.
ຄວາມໃຈບຸນຄືການປ່ຽນແປງ. ພຣະບິດາເທິງສະຫວັນໄດ້ມອບມັນ “ໃຫ້ທຸກຄົນຊຶ່ງເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດ; … ເພື່ອວ່າ ເມື່ອພຣະອົງສະເດັດມາ ເຮົາຈະເປັນເໝືອນດັ່ງພຣະອົງ, … ເພື່ອເຮົາຈະຖືກເຮັດໃຫ້ບໍລິສຸດຄືກັນກັບພຣະອົງທີ່ບໍລິສຸດ” (ໂມໂຣໄນ 7:48).
ຄຸນນະທຳ
“ພວກເຮົາເຊື່ອໃນການເປັນຄົນ … ມີຄຸນນະທຳ,” ຫລັກແຫ່ງຄວາມເຊື່ອກ່າວ (1:13). ຄຸນນະທຳເປັນແບບແຜນຂອງຄວາມຄິດ ແລະ ການປະພຶດ ອີງຕາມມາດຕະຖານທາງສິນທຳຂັ້ນສູງ. ມັນເປັນຄວາມຊື່ສັດຕໍ່ພຣະເຈົ້າ ແລະ ຄົນອື່ນ. ສ່ວນສຳຄັນຂອງຄຸນນະທຳຄືຄວາມພະຍາຍາມໃຫ້ສະອາດ ແລະ ບໍລິສຸດທາງວິນຍານ ແລະ ທາງຮ່າງກາຍ.
ຄຸນນະທຳເກີດຂຶ້ນໃນຄວາມຄິດ ແລະ ຄວາມປາດຖະໜາ. “ໃຫ້ຄຸນນະທຳປະດັບຄວາມນຶກຄິດຂອງທ່ານ,” ພຣະຜູ້ເປັນເຈົ້າໄດ້ກ່າວ (ຄຳສອນ ແລະ ພັນທະສັນຍາ 121:45). ສຸມໃສ່ຄວາມຊອບທຳ, ຄວາມຄິດທີ່ຍົກລະດັບ. ເອົາຄວາມຄິດທີ່ບໍ່ສົມຄວນອອກໄປຈາກຈິດໃຈຂອງທ່ານ ແທນທີ່ຈະຢູ່ກັບມັນ.
ຈິດໃຈຂອງທ່ານກໍຄືກັນກັບເວທີໃນໂຮງລະຄອນ. ຖ້າຫາກທ່ານປ່ອຍໃຫ້ຄວາມຄິດທີ່ບໍ່ດີວົນວຽນຢູ່ເທິງເວທີຂອງຄວາມຄິດຂອງທ່ານ, ແລ້ວທ່ານຈະມີແນວໂນ້ມທີ່ຈະເຮັດບາບຫລາຍຂຶ້ນ. ຖ້າຫາກທ່ານໝັ່ນເຕີມຈິດໃຈຂອງທ່ານດ້ວຍສິ່ງທີ່ດີ, ທ່ານຈະມີແນວໂນ້ມທີ່ຈະຍອມຮັບສິ່ງທີ່ເປັນຄຸນນະທຳ ແລະ ຫລີກລ້ຽງຈາກສິ່ງທີ່ຊົ່ວຮ້າຍ. ຈົ່ງສະຫລາດກ່ຽວກັບສິ່ງທີ່ທ່ານປ່ອຍໃຫ້ເຂົ້າໄປ ແລະ ຢູ່ເທິງເວທີຂອງຈິດໃຈຂອງທ່ານ.
ເມື່ອທ່ານພະຍາຍາມດຳລົງຊີວິດຢ່າງມີຄຸນນະທຳ, “ຄວາມໝັ້ນໃຈຂອງທ່ານຈະແຂງແກ່ນຂຶ້ນໃນທີ່ປະທັບຂອງພຣະເຈົ້າ; ແລະ … ພຣະວິນຍານບໍລິສຸດເປັນເພື່ອນຂອງທ່ານສະເໝີ” (ຄຳສອນ ແລະ ພັນທະສັນຍາ 121:45–46).
ຄວາມຊື່ສັດ
ຄວາມຊື່ສັດມາຈາກພຣະບັນຍັດຂໍ້ທຳອິດທີ່ໃຫ້ຮັກພຣະເຈົ້າ (ເບິ່ງ ມັດທາຍ 22:37). ເພາະທ່ານຮັກພຣະເຈົ້າ, ທ່ານຈຶ່ງຊື່ສັດຕໍ່ພຣະອົງຕະຫລອດເວລາ. ເໝືອນດັ່ງພວກລູກຊາຍຂອງຮີລາມັນ, ທ່ານ “ເດີນໄປຢ່າງພາກພູມໃຈຕໍ່ພຣະພັກຂອງພຣະອົງ” (ແອວມາ 53:21).
ເມື່ອທ່ານມີຄວາມຊື່ສັດ, ທ່ານເຂົ້າໃຈວ່າ ມີສິ່ງຖືກ ແລະ ຜິດ ແລະ ມີຄວາມຈິງທີ່ສົມບູນ—ຄວາມຈິງຂອງພຣະເຈົ້າ. ທ່ານໃຊ້ອຳເພີໃຈຂອງທ່ານເພື່ອເລືອກຕາມຄວາມຈິງຂອງພຣະເຈົ້າ, ແລະ ທ່ານກັບໃຈທັນທີເມື່ອທ່ານບໍ່ເຮັດເຊັ່ນນັ້ນ. ສິ່ງທີ່ທ່ານເລືອກທີ່ຈະຄິດ—ແລະ ສິ່ງທີ່ທ່ານເຮັດເມື່ອທ່ານເຊື່ອວ່າບໍ່ມີໃຜກຳລັງເບິ່ງ—ເປັນສິ່ງວັດແທກຄວາມຊື່ສັດຂອງທ່ານ.
ຄວາມຊື່ສັດໝາຍຄວາມວ່າທ່ານບໍ່ລົດມາດຕະຖານ ຫລື ພຶດຕິກຳຂອງທ່ານ ເພື່ອໃຫ້ຜູ້ອື່ນປະທັບໃຈ ຫລື ເປັນທີ່ຍອມຮັບ. ທ່ານເຮັດສິ່ງທີ່ຖືກຕ້ອງແມ່ນແຕ່ເມື່ອຄົນອື່ນເຍາະເຍີ້ຍຄວາມປາດຖະໜາຂອງທ່ານ ທີ່ຈະຈິງໃຈຕໍ່ພຣະເຈົ້າ (ເບິ່ງ 1 ນີໄຟ 8:24–28). ທ່ານດຳລົງຊີວິດຢ່າງມີກຽດໃນທຸກສະພາບແວດລ້ອມ, ລວມທັງວິທີທີ່ທ່ານສະແດງຕົວຕົນຂອງທ່ານທາງອອນລາຍ.
ເມື່ອທ່ານມີຄວາມຊື່ສັດ, ທ່ານຮັກສາພັນທະສັນຍາຂອງທ່ານກັບພຣະເຈົ້າ ຕະຫລອດຫລັງຄຳໝັ້ນສັນຍາທີ່ຊອບທຳຂອງທ່ານຕໍ່ຄົນອື່ນ.
ຄວາມຊື່ສັດແມ່ນລວມທັງຄວາມສຸດຈະລິດກັບພຣະເຈົ້າ, ຕົວເອງ, ຜູ້ນຳຂອງທ່ານ, ແລະ ຄົນອື່ນໆ. ທ່ານບໍ່ເວົ້າຕົວະ, ບໍ່ໂກງ, ຫລື ບໍ່ຫລອກລວງ. ເມື່ອທ່ານເຮັດຄວາມຜິດ, ທ່ານຍອມຮັບຄວາມຮັບຜິດຊອບ ແລະ ກັບໃຈ ແທນທີ່ຈະພະຍາຍາມຫາເຫດຜົນ ຫລື ເຂົ້າຂ້າງຕົນເອງ.
ເມື່ອທ່ານດຳລົງຊີວິດດ້ວຍຄວາມຊື່ສັດ, ທ່ານຈະມີຄວາມສະຫງົບພາຍໃນ ແລະ ເຄົາລົບຕົນເອງ. ພຣະຜູ້ເປັນເຈົ້າ ແລະ ຄົນອື່ນໆຈະໄວ້ວາງໃຈທ່ານ.
ຄວາມຮູ້
ພຣະຜູ້ເປັນເຈົ້າໄດ້ແນະນຳວ່າ, “ຈົ່ງສະແຫວງຫາການຮຽນຮູ້, ແມ່ນແຕ່ໂດຍການສຶກສາ ແລະ ໂດຍສັດທານຳອີກ” (ຄຳສອນ ແລະ ພັນທະສັນຍາ 88:118). ລະຫວ່າງການເຜີຍແຜ່ຂອງທ່ານ ແລະ ຕະຫລອດຊີວິດຂອງທ່ານ, ຈົ່ງສະແຫວງຫາຄວາມຮູ້, ໂດຍສະເພາະຄວາມຮູ້ທາງວິນຍານ.
ສຶກສາພຣະຄຳພີທຸກວັນ, ຕະຫລອດທັງຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່. ຜ່ານທາງການສຶກສາ ແລະ ການອະທິຖານ, ຈົ່ງສະແຫວງຫາຄວາມຊ່ວຍເຫລືອສຳລັບຄຳຖາມສະເພາະ, ການທ້າທາຍ, ແລະ ໂອກາດ. ຊອກຫາຂໍ້ພຣະຄຳພີທີ່ທ່ານສາມາດໃຊ້ໃນການສິດສອນ ແລະ ໃນການຕອບຄຳຖາມກ່ຽວກັບພຣະກິດຕິຄຸນ.
ເມື່ອທ່ານສຶກສາຢ່າງພາກພຽນ ແລະ ດ້ວຍການອະທິຖານ, ພຣະວິນຍານບໍລິສຸດຈະໃຫ້ຄວາມກະຈ່າງແຈ້ງໃນຈິດໃຈຂອງທ່ານ. ພຣະອົງຈະສິດສອນທ່ານ ແລະ ປະທານຄວາມເຂົ້າໃຈໃຫ້ທ່ານ. ພຣະອົງຈະຊ່ວຍທ່ານນຳໃຊ້ຄຳສອນຂອງພຣະຄຳພີ ແລະ ຂອງສາດສະດາໃນຍຸກສຸດທ້າຍ ໃນຊີວິດຂອງທ່ານ. ເໝືອນດັ່ງນີໄຟ, ທ່ານສາມາດເວົ້າວ່າ:
“ຈິດວິນຍານຂອງຂ້າພະເຈົ້າເບີກບານໃນພຣະຄຳພີ, ແລະ ໃຈຂອງຂ້າພະເຈົ້າຄຳນຶງເຖິງຂໍ້ຄວາມເຫລົ່ານັ້ນ. … ຈົ່ງເບິ່ງ, ຈິດວິນຍານຂອງຂ້າພະເຈົ້າເບີກບານໃນເລື່ອງຂອງພຣະຜູ້ເປັນເຈົ້າ; ແລະ ໃຈຂອງຂ້າພະເຈົ້າຄິດຄຳນຶງຢູ່ຕະຫລອດເວລາເຖິງເລື່ອງທີ່ຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນມາ” (2 ນີໄຟ 4:15–16).
ຄວາມອົດທົນ
ຄວາມອົດທົນແມ່ນຄວາມສາມາດທີ່ໄວ້ວາງໃຈພຣະເຈົ້າຂະນະທີ່ທ່ານປະເຊີນກັບຄວາມຊັກຊ້າ, ການຕໍ່ຕ້ານ, ຫລື ຄວາມທຸກທໍລະມານ. ຜ່ານທາງສັດທາຂອງທ່ານ, ທ່ານໄວ້ວາງໃຈໃນເວລາຂອງພຣະເຈົ້າ ເພື່ອໃຫ້ຄຳສັນຍາທີ່ສັນຍາໄວ້ຂອງພຣະອົງເກີດສຳເລັດຜົນ.
ເມື່ອທ່ານອົດທົນ, ທ່ານເບິ່ງຊີວິດຈາກມຸມມອງນິລັນດອນ. ທ່ານບໍ່ໄດ້ຄາດຫວັງພອນ ຫລື ຜົນຮັບໃນທັນທີທັນໃດ. ຄວາມປາດຖະໜາທີ່ຊອບທຳຂອງທ່ານ ຕາມປົກກະຕິແລ້ວ ຈະເກີດຂຶ້ນ “ເປັນບັນທັດ, … ນີ້ໜ້ອຍໜຶ່ງ ແລະ ນັ້ນໜ້ອຍໜຶ່ງ” (2 ນີໄຟ 28:30). ຄວາມປາດຖະໜາທີ່ຊອບທຳບາງຢ່າງອາດບໍ່ເກີດຂຶ້ນຈົນກວ່າຫລັງຈາກຊີວິດນີ້.
ຄວາມອົດທົນບໍ່ແມ່ນຄວາມກຽດຄ້ານ ຫລື ການລາອອກຢ່າງເສີຍເມີຍ. ມັນແມ່ນ “[ການເຮັດ] ທຸກສິ່ງທຸກຢ່າງທີ່ຢູ່ໃນອຳນາດ [ຂອງທ່ານ]” ຂະນະທີ່ທ່ານຮັບໃຊ້ພຣະເຈົ້າ (ຄຳສອນ ແລະ ພັນທະສັນຍາ 123:17). ທ່ານປູກ, ຫົດນ້ຳ, ບຳລຸງລ້ຽງເມັດພືດ, ແລະ ພຣະເຈົ້າໃຫ້ເພີ່ມຂຶ້ນ “ໃນບໍ່ຊ້ານີ້” (ແອວມາ 32:42; ເບິ່ງ 1 ໂກຣິນໂທ 3:6–8 ນຳອີກ). ທ່ານເຮັດວຽກງານເປັນຫຸ້ນສ່ວນກັບພຣະເຈົ້າ, ໄວ້ວາງໃຈວ່າເມື່ອທ່ານໄດ້ເຮັດສ່ວນຂອງທ່ານແລ້ວ, ພຣະອົງຈະເຮັດວຽກງານຂອງພຣະອົງໃຫ້ສຳເລັດ ໃນເວລາຂອງພຣະອົງເອງ ແລະ ຕາມອຳເພີໃຈຂອງແຕ່ລະຄົນ.
ຄວາມອົດທົນຍັງໝາຍຄວາມວ່າ ເມື່ອສິ່ງໃດສິ່ງໜຶ່ງບໍ່ສາມາດປ່ຽນແປງໄດ້, ທ່ານຈະຍອມຮັບມັນດ້ວຍຄວາມກ້າຫານ, ດ້ວຍພຣະຄຸນ, ແລະ ດ້ວຍສັດທາ.
ພັດທະນາຄວາມອົດທົນກັບຄົນອື່ນ, ລວມທັງຄູ່ສອນຂອງທ່ານ ແລະ ຜູ້ທີ່ທ່ານຮັບໃຊ້. ໃຫ້ອົດທົນກັບຕົວທ່ານເອງເຊັ່ນດຽວກັນ. ພະຍາຍາມໃຫ້ດີທີ່ສຸດພາຍໃນຕົວທ່ານເອງ ໃນຂະນະທີ່ຮູ້ວ່າທ່ານຈະເຕີບໂຕຂຶ້ນເທື່ອລະກ້າວ.
ເຊັ່ນດຽວກັບຄຸນລັກສະນະທີ່ເໝືອນດັ່ງພຣະຄຣິດ, ການເຕີບໂຕໃນຄວາມອົດທົນເປັນຂະບວນການຕະຫລອດຊີວິດ. ການໃຊ້ຄວາມອົດທົນ ສາມາດມີອິດທິພົນຕໍ່ການປິ່ນປົວຈິດວິນຍານຂອງທ່ານ ແລະ ຕໍ່ຜູ້ທີ່ຢູ່ອ້ອມຂ້າງທ່ານ.
“ຄວາມອົດທົນໝາຍເຖິງການລໍຄອຍຢ່າງຫ້າວຫັນ ແລະ ດ້ວຍການອົດກັ້ນ. ມັນໝາຍເຖິງການຢູ່ກັບບາງສິ່ງບາງຢ່າງ ແລະ ເຮັດທຸກສິ່ງທີ່ເຮົາເຮັດໄດ້—ເຮັດວຽກ, ຫວັງ, ແລະ ໃຊ້ສັດທາ; ແບກຮັບຄວາມລຳບາກດ້ວຍຄວາມກ້າຫານ, ເຖິງແມ່ນວ່າຄວາມປາດຖະໜາຂອງໃຈເຮົາຈະຊັກຊ້າກໍຕາມ. ຄວາມອົດທົນບໍ່ແມ່ນພຽງແຕ່ການອົດກັ້ນເທົ່ານັ້ນ, ແຕ່ເປັນການອົດກັ້ນໄດ້ດີ!” (Dieter F. Uchtdorf, “Continue in Patience,” Liahona, May 2010, 57).
ຄວາມຖ່ອມຕົວ
ຄວາມຖ່ອມຕົວຄືຄວາມເຕັມໃຈທີ່ຈະຍອມເຮັດຕາມພຣະປະສົງຂອງພຣະຜູ້ເປັນເຈົ້າ ມັນເປັນການເຕັມໃຈທີ່ຈະຖວາຍພຣະກຽດແດ່ພຣະອົງໃນສິ່ງທີ່ສຳເລັດ. ມັນເປັນສິ່ງທີ່ສອນໄດ້ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 136:32). ຄວາມຖ່ອມຕົວແມ່ນລວມທັງຄວາມກະຕັນຍູຕໍ່ພອນຂອງພຣະເຈົ້າ ແລະ ການຍອມຮັບວ່າທ່ານຕ້ອງການຄວາມຊ່ວຍເຫລືອຈາກພຣະອົງຕະຫລອດເວລາ. ພຣະອົງຊ່ວຍຜູ້ທີ່ຖ່ອມຕົວ.
ຄວາມຖ່ອມຕົວເປັນສັນຍາລັກເຖິງຄວາມເຂັ້ມແຂງທາງວິນຍານ, ບໍ່ແມ່ນຄວາມອ່ອນແອ. ຄວາມຖ່ອມຕົວເປັນຕົວກະຕຸ້ນທີ່ສຳຄັນສຳລັບຄວາມເຕີບໂຕທາງວິນຍານ (ເບິ່ງ ອີເທີ 12:27).
ເມື່ອທ່ານໄວ້ວາງໃຈພຣະຜູ້ເປັນເຈົ້າຢ່າງຖ່ອມຕົວ, ທ່ານສາມາດມີຄວາມໝັ້ນໃຈໄດ້ວ່າ ພຣະບັນຍັດຂອງພຣະອົງແມ່ນເພື່ອຄວາມດີຂອງທ່ານ. ທ່ານຍັງໝັ້ນໃຈວ່າ ທ່ານສາມາດເຮັດສິ່ງໃດກໍຕາມທີ່ພຣະອົງຮຽກຮ້ອງຈາກທ່ານ ຖ້າຫາກທ່ານເພິ່ງອາໄສພຣະອົງ. ທ່ານຍັງເຕັມໃຈທີ່ຈະໄວ້ວາງໃຈຜູ້ຮັບໃຊ້ຂອງພຣະອົງ ແລະ ເຮັດຕາມຄຳແນະນຳຂອງພວກເພິ່ນນຳອີກ. ຄວາມຖ່ອມຕົວຈະຊ່ວຍໃຫ້ທ່ານເຊື່ອຟັງ, ຂະຫຍັນ, ແລະ ຮັບໃຊ້.
ກົງກັນຂ້າມກັບຄວາມຖ່ອມຕົວແມ່ນຄວາມທະນົງໃຈ. ຄວາມທະນົງໃຈໝາຍເຖິງການໄວ້ວາງໃຈໃນຕົວເອງຫລາຍກວ່າໃນພຣະເຈົ້າ. ມັນຍັງໝາຍເຖິງການວາງສິ່ງທີ່ເປັນຂອງໂລກໄວ້ເໜືອສິ່ງທີ່ເປັນຂອງພຣະເຈົ້າ. ຄວາມທະນົງໃຈເປັນການແຂ່ງຂັນ; ຜູ້ທີ່ມີຄວາມທະນົງໃຈຈະສະແຫວງຫາທີ່ຈະມີຫລາຍກວ່າ ແລະ ຖືວ່າເຂົາເຈົ້າດີກວ່າຄົນອື່ນ. ຄວາມທະນົງໃຈເປັນສິ່ງກີດຂວາງທີ່ຍິ່ງໃຫຍ່.
ຄວາມພາກພຽນ
ຄວາມພາກພຽນແມ່ນຄວາມພະຍາຍາມຢ່າງສະໝ່ຳສະເໝີ ແລະ ຈິງຈັງ. ໃນວຽກງານເຜີຍແຜ່, ຄວາມພາກພຽນເປັນການສະແດງອອກເຖິງຄວາມຮັກຂອງທ່ານຕໍ່ພຣະຜູ້ເປັນເຈົ້າ. ເມື່ອທ່ານພາກພຽນ, ທ່ານຈະພົບຄວາມຊື່ນຊົມ ແລະ ຄວາມເພິ່ງພໍໃຈໃນວຽກງານຂອງພຣະຜູ້ເປັນເຈົ້າ (ເບິ່ງ ແອວມາ 26:16).
ຄວາມພາກພຽນແມ່ນລວມທັງການເຮັດສິ່ງດີຫລາຍຢ່າງ ດ້ວຍຄວາມສະໝັກໃຈຂອງທ່ານເອງ ແທນທີ່ຈະລໍຖ້າໃຫ້ຜູ້ນຳບອກທ່ານວ່າໃຫ້ເຮັດຫຍັງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 58:27–29).
ສືບຕໍ່ເຮັດສິ່ງທີ່ດີ ເຖິງແມ່ນວ່າມັນຈະຍາກ ຫລື ທ່ານເມື່ອຍກໍຕາມ. ແຕ່ຈົ່ງຮັບຮູ້ເຖິງຄວາມຈຳເປັນຂອງຄວາມສົມດຸນ ແລະ ການພັກຜ່ອນ ເພື່ອວ່າທ່ານຈະບໍ່ “ແລ່ນໄວກວ່າກຳລັງ [ຂອງທ່ານ]” (ໂມໄຊຢາ 4:27).
ໃຫ້ໃຈ ແລະ ຄວາມສົນໃຈຂອງທ່ານຈົດຈໍ່ຢູ່ທີ່ພຣະຜູ້ເປັນເຈົ້າ ແລະ ວຽກງານຂອງພຣະອົງ. ຫລີກເວັ້ນຈາກສິ່ງທີ່ລົບກວນທ່ານຈາກລຳດັບຄວາມສຳຄັນຂອງທ່ານ. ສຸມເວລາ ແລະ ຄວາມພະຍາຍາມຂອງທ່ານໃສ່ກິດຈະກຳທີ່ຈະມີປະສິດທິພາບຫລາຍທີ່ສຸດ ໃນເຂດຂອງທ່ານ ແລະ ເປັນປະໂຫຍດທີ່ສຸດຕໍ່ຜູ້ຄົນທີ່ທ່ານກຳລັງສິດສອນ.
“ນີ້ຄືສາດສະໜາຈັກຂອງພຣະຜູ້ເປັນເຈົ້າ. ພຣະອົງເອີ້ນເຮົາ ແລະ ໄວ້ວາງໃຈໃນຕົວເຮົາ ເຖິງແມ່ນໃນຄວາມອ່ອນແອທີ່ພຣະອົງຮູ້ວ່າເຮົາມີ. ພຣະອົງຮູ້ຈັກການທົດລອງທີ່ເຮົາຈະປະເຊີນ. ໂດຍການຮັບໃຊ້ຢ່າງຊື່ສັດ ແລະ ຜ່ານທາງການຊົດໃຊ້ຂອງພຣະອົງ, ເຮົາສາມາດໄດ້ຮັບສິ່ງທີ່ພຣະອົງຕ້ອງການ ແລະ ເປັນສິ່ງທີ່ເຮົາຕ້ອງເປັນພອນໃຫ້ແກ່ຜູ້ທີ່ເຮົາຮັບໃຊ້ເພື່ອພຣະອົງ. ເມື່ອເຮົາຮັບໃຊ້ພຣະອົງດົນນານພໍ ແລະ ດ້ວຍຄວາມພາກພຽນ, ເຮົາຈະປ່ຽນແປງ. ເຮົາສາມາດກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນໄດ້” (Henry B. Eyring, “Act in All Diligence,” Liahona, May 2010, 62–63).
ການເຊື່ອຟັງ
ການຮັບໃຊ້ຂອງທ່ານໃນຖານະຜູ້ສອນສາດສະໜາເປັນສ່ວນເສີມພັນທະສັນຍາທີ່ທ່ານໄດ້ເຮັດກັບພຣະເຈົ້າ ຕອນຮັບບັບຕິສະມາ ແລະ ໃນພຣະວິຫານ. ເມື່ອທ່ານຮັບພິທີການບັບຕິສະມາ ແລະ ຂອງປະທານສັກສິດ, ທ່ານໄດ້ເຮັດພັນທະສັນຍາວ່າ ທ່ານຈະຮັກສາພຣະບັນຍັດຂອງພຣະອົງ.
ກະສັດເບັນຢາມິນໄດ້ສິດສອນວ່າ: “ແລະ ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າປາດຖະໜາໃຫ້ພວກທ່ານພິຈາລະນາເຖິງສະພາບອັນເປັນພອນ ແລະ ຄວາມສຸກຂອງຄົນທີ່ຮັກສາພຣະບັນຍັດຂອງພຣະເຈົ້າ. ເພາະຈົ່ງເບິ່ງ, ເຂົາໄດ້ຮັບພອນທຸກຢ່າງ ທັງຝ່າຍໂລກ ແລະ ຝ່າຍວິນຍານ; ແລະ ຖ້າຫາກເຂົາອົດທົນຢ່າງຊື່ສັດຈົນເຖິງທີ່ສຸດແລ້ວ, ເຂົາຈະຖືກຮັບເຂົ້າສູ່ສະຫວັນ, ແລ້ວເຂົາຈະໄດ້ຢູ່ກັບພຣະເຈົ້າໃນສະພາບແຫ່ງຄວາມສຸກທີ່ບໍ່ມີວັນສິ້ນສຸດ” (ໂມໄຊຢາ 2:41).
ການເຊື່ອຟັງພຣະບັນຍັດເປັນການສະແດງຄວາມຮັກຕໍ່ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ (ເບິ່ງ ໂຢຮັນ 14:15). ພຣະເຢຊູໄດ້ກ່າວວ່າ, “ຖ້າພວກເຈົ້າເຊື່ອຟັງບັນຍັດຂອງເຮົາ, ພວກເຈົ້າກໍຈະຕັ້ງຢູ່ໃນຄວາມຮັກຂອງເຮົາ ເໝືອນດັ່ງເຮົາໄດ້ເຊື່ອຟັງບັນຍັດຂອງພຣະບິດາຂອງເຮົາ ແລະ ຕັ້ງຢູ່ໃນຄວາມຮັກຂອງພຣະອົງ” (ໂຢຮັນ 15:10).
ເຮັດຕາມແນວທາງຊີ້ນຳໃນ ມາດຕະຖານຂອງຜູ້ສອນສາດສະໜາສຳລັບສານຸສິດຂອງພຣະເຢຊູຄຣິດ. ເຮັດຕາມຄຳແນະນຳຂອງປະທານເຜີຍແຜ່ຂອງທ່ານ ແລະ ພັນລະຍາຂອງເພິ່ນນຳອີກ ເມື່ອພວກເພິ່ນແນະນຳທ່ານໃນເລື່ອງຄວາມຊອບທຳ.
“ການເຊື່ອຟັງເປັນທາງເລືອກຂອງເຮົາ. ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວຢ່າງຊັດເຈນ. ດັ່ງທີ່ກ່າວຢູ່ໃນການແປຂອງໂຈເຊັບ ສະມິດ ຂອງ ລູກາ 14:28, ພຣະເຢຊູໄດ້ຊີ້ນຳວ່າ, ‘ດັ່ງນັ້ນ, ຈົ່ງຕົກລົງໃຈ, ວ່າພວກເຈົ້າຈະເຮັດສິ່ງທີ່ເຮົາຈະສິດສອນ, ແລະ ບັນຊາພວກເຈົ້າ.’ ມັນງ່າຍໆ. … ເມື່ອເຮົາເຮັດເຊັ່ນນັ້ນ, ຄວາມໝັ້ນຄົງທາງວິນຍານຂອງເຮົາຈະເພີ່ມຂຶ້ນຢ່າງຫລວງຫລາຍ. ເຮົາຈະຫລີກລ້ຽງຈາກການທຳລາຍແຫລ່ງທີ່ພຣະເຈົ້າປະທານໃຫ້ ແລະ ອອກນອກເສັ້ນທາງທີ່ບໍ່ເກີດຜົນ ແລະ ທຳລາຍຊີວິດຂອງເຮົາ” (Dale G. Renlund, “Constructing Spiritual Stability” [Brigham Young University devotional, Sept. 16, 2014], 2, speeches.byu.edu).
ແບບແຜນສຳລັບການກາຍເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນ
ແບບແຜນດັ່ງຕໍ່ໄປນີ້ສາມາດຊ່ວຍໃຫ້ທ່ານພັດທະນາ ແລະ ຮັບຄຸນລັກສະນະທີ່ບັນຍາຍໄວ້ໃນບົດນີ້ ແລະ ຄຸນລັກສະນະອື່ນໆທີ່ບັນຍາຍໄວ້ໃນພຣະຄຳພີ:
-
ລະບຸຄຸນລັກສະນະທີ່ທ່ານຕ້ອງການສະແຫວງຫາ.
-
ຂຽນລາຍລະອຽດຂອງຄຸນລັກສະນະ.
-
ຂຽນລາຍການ ແລະ ສຶກສາຂໍ້ພຣະຄຳພີທີ່ສະແດງຕົວຢ່າງຂອງຄຸນລັກສະນະ ຫລື ທີ່ສິດສອນກ່ຽວກັບມັນ.
-
ບັນທຶກຄວາມຮູ້ສຶກ ແລະ ຄວາມປະທັບໃຈຂອງທ່ານ.
-
ຕັ້ງເປົ້າໝາຍ ແລະ ວາງແຜນເພື່ອຄວາມກ້າວໜ້າໃນຄຸນລັກສະນະ.
-
ອະທິຖານຫາພຣະເຈົ້າເພື່ອຊ່ວຍທ່ານໃຫ້ພັດທະນາ ແລະ ຮັບຄຸນລັກສະນະ.
-
ປະເມີນຄວາມກ້າວໜ້າຂອງທ່ານເປັນໄລຍະໆ.
“ພຣະຜູ້ເປັນເຈົ້າອວຍພອນຜູ້ທີ່ ຕ້ອງການ ປັບປຸງ, ຜູ້ຍອມຮັບຄວາມຈຳເປັນທີ່ຕ້ອງມີພຣະບັນຍັດ ແລະ ພະຍາຍາມ ຮັກສາມັນໄວ້, ຜູ້ທະນຸຖະໜອມຄຸນນະທຳເໝືອນດັ່ງພຣະຄຣິດ ແລະ ພະຍາຍາມ ຈົນສຸດຄວາມສາມາດຂອງເຂົາເຈົ້າ ເພື່ອໃຫ້ໄດ້ມັນມາ. ຖ້າຫາກທ່ານສະດຸດໃນການສະແຫວງຫານັ້ນ, ທຸກຄົນກໍຄືກັນ; ພຣະຜູ້ຊ່ວຍໃຫ້ລອດຢູ່ໃກ້ ເພື່ອຊ່ວຍໃຫ້ທ່ານດຳເນີນຕໍ່ໄປ. … ອີກບໍ່ດົນທ່ານຈະປະສົບຜົນສຳເລັດຕາມທີ່ທ່ານສະແຫວງຫາ” (Jeffrey R. Holland, “Tomorrow the Lord Will Do Wonders among You,” Liahona, May 2016, 126).
ແນວຄິດສຳລັບການສຶກສາ ແລະ ການນຳໃຊ້
ການສຶກສາສ່ວນຕົວ
-
ໃຫ້ປະກອບໜ້າ “ກິດຈະກຳຄຸນລັກສະນະ” ຢູ່ທ້າຍຂອງບົດນີ້ເປັນໄລຍະໆ.
-
ລະບຸຄຸນລັກສະນະຢູ່ໃນບົດນີ້. ຖາມຕົວເອງ:
-
ເຮົາຈະຮຽນຮູ້ເພີ່ມເຕີມກ່ຽວກັບຄຸນລັກສະນະນີ້ໄດ້ແນວໃດ?
-
ການສະແຫວງຫາຄຸນລັກສະນະນີ້ຊ່ວຍໃຫ້ເຮົາກາຍເປັນຜູ້ປະຕິບັດສາດສະໜາກິດຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດແນວໃດ?
-
-
ຊອກຫາຕົວຢ່າງຂອງຄຸນລັກສະນະທີ່ເໝືອນດັ່ງພຣະຄຣິດ ໃນຊີວິດຂອງຊາຍ ແລະ ຍິງຢູ່ໃນພຣະຄຳພີ. ບັນທຶກຄວາມປະທັບໃຈຂອງທ່ານໄວ້ໃນບັນທຶກການສຶກສາຂອງທ່ານ.
-
ຊອກຫາຕົວຢ່າງຂອງຄຸນລັກສະນະທີ່ເໝືອນດັ່ງພຣະຄຣິດ ໃນເພງສັກສິດຂອງສາດສະໜາຈັກ. ຂະນະທີ່ທ່ານສະແຫວງຫາຄຸນລັກສະນະ, ໃຫ້ທ່ອງຈຳເນື້ອເພງສວດ ຫລື ເພງຕ່າງໆເພື່ອຊອກຫາຄວາມເຂັ້ມແຂງ ແລະ ພະລັງ. ເວົ້າຊ້ຳ ຫລື ຮ້ອງເພງນີ້ ເພື່ອສ້າງແຮງບັນດານໃຈ ແລະ ເຊື້ອເຊີນອິດທິພົນຂອງພຣະວິນຍານ.
ການສຶກສາກັບຄູ່ສອນ ແລະ ການສັບປ່ຽນຄູ່ສອນ
-
ສຶກສາການອ້າງອີງເຖິງຄຸນລັກສະນະທີ່ເໝືອນດັ່ງພຣະຄຣິດໃນຫ້ອງສະໝຸດພຣະກິດຕິຄຸນ ຫລື ແຫລ່ງຂໍ້ມູນອື່ນໆທີ່ໄດ້ຮັບການອະນຸມັດ. ສົນທະນາວິທີການນຳໃຊ້ສິ່ງທີ່ທ່ານຮຽນຮູ້. ທ່ານອາດຈະສົນທະນາສິ່ງທີ່ທ່ານໄດ້ຮຽນຮູ້ໃນຄວາມພະຍາຍາມສ່ວນຕົວຂອງທ່ານ ເພື່ອກາຍເປັນເໝືອນດັ່ງພຣະຄຣິດ.
ສະພາທ້ອງຖິ່ນ, ກອງປະຊຸມອະນາເຂດ, ແລະ ສະພາຜູ້ນຳເຂດເຜີຍແຜ່
-
ຫລາຍມື້ກ່ອນການປະຊຸມສະພາ ຫລື ກອງປະຊຸມ, ຂໍໃຫ້ຜູ້ສອນສາດສະໜາແຕ່ລະຄົນກະກຽມຄຳປາໄສປະມານຫ້ານາທີກ່ຽວກັບຄຸນລັກສະນະທີ່ເໝືອນດັ່ງພຣະຄຣິດ. ໃຫ້ເວລາໃນການປະຊຸມເພື່ອຜູ້ສອນສາດສະໜາສອງສາມຄົນຈະໄດ້ແບ່ງປັນຄຳປາໄສຂອງເຂົາເຈົ້າ.
-
ແຍກຜູ້ສອນສາດສະໜາອອກເປັນສີ່ກຸ່ມ ແລະ ມອບໝາຍວຽກງານດັ່ງຕໍ່ໄປນີ້ໃຫ້ເຂົາເຈົ້າ:
ກຸ່ມທີ 1: ອ່ານ 1 ນີໄຟ 17:7–16 ແລະ ຕອບຄຳຖາມດັ່ງຕໍ່ໄປນີ້:
-
ນີໄຟໃຊ້ສັດທາຂອງເພິ່ນແນວໃດ?
-
ນີໄຟໄດ້ເຮັດຫຍັງເພື່ອເປັນເໝືອນດັ່ງພຣະຄຣິດ?
-
ຄຳສັນຍາໃດແດ່ທີ່ພຣະຜູ້ເປັນເຈົ້າໄດ້ເຮັດກັບນີໄຟ?
-
ເລື່ອງລາວນີ້ກ່ຽວຂ້ອງກັບວຽກງານເຜີຍແຜ່ແນວໃດ?
ກຸ່ມທີ 2: ອ່ານ ມາຣະໂກ 5:24–34 ແລະ ຕອບຄຳຖາມດັ່ງຕໍ່ໄປນີ້:
-
ຜູ້ຍິງຄົນນີ້ໃຊ້ສັດທາໃນພຣະເຢຊູຄຣິດແນວໃດ?
-
ເປັນຫຍັງນາງຈຶ່ງໄດ້ຮັບການປິ່ນປົວ?
-
ເຮົາຈະສາມາດເຮັດຕາມຕົວຢ່າງຂອງນາງ ໃນຄວາມພະຍາຍາມເຜີຍແຜ່ຂອງເຮົາໄດ້ແນວໃດ?
ກຸ່ມທີ 3: ອ່ານ ຢາໂຄບ 7:1–15 ແລະ ຕອບຄຳຖາມດັ່ງຕໍ່ໄປນີ້:
-
ເປັນຫຍັງສັດທາຂອງຢາໂຄບຈຶ່ງເຂັ້ມແຂງພໍທີ່ຈະຕ້ານທານກັບການໂຈມຕີຂອງເຊເຣັມໄດ້?
-
ຢາໂຄບໃຊ້ສັດທາແນວໃດເມື່ອເພິ່ນເວົ້າກັບເຊເຣັມ?
-
ການກະທຳຂອງຢາໂຄບເປັນເໝືອນດັ່ງພຣະຄຣິດແນວໃດ?
ກຸ່ມທີ 4: ອ່ານ ໂຈເຊັບ ສະມິດ—ປະຫວັດ 1:8–18 ແລະ ຕອບຄຳຖາມດັ່ງຕໍ່ໄປນີ້:
-
ໂຈເຊັບ ສະມິດ ໄດ້ໃຊ້ສັດທາໃນພຣະເຢຊູຄຣິດໃນທາງໃດ?
-
ສັດທາຂອງເພິ່ນຖືກທົດລອງແນວໃດ?
-
ເພິ່ນໄດ້ເຮັດຫຍັງທີ່ເປັນເໝືອນພຣະຄຣິດ?
-
ເຮົາຈະສາມາດເຮັດຕາມຕົວຢ່າງຂອງໂຈເຊັບ ສະມິດ ໄດ້ແນວໃດ?
ຫລັງຈາກທຸກກຸ່ມແລ້ວໆ, ໃຫ້ຜູ້ສອນສາດສະໜາເຕົ້າໂຮມກັນ ແລະ ຂໍໃຫ້ເຂົາເຈົ້າແບ່ງປັນສິ່ງທີ່ເຂົາເຈົ້າໄດ້ສົນທະນາ.
-
ຜູ້ນຳເຜີຍແຜ່ ແລະ ທີ່ປຶກສາເຜີຍແຜ່
-
ຂໍໃຫ້ຜູ້ສອນສາດສະໜາອ່ານໜຶ່ງໃນພຣະທຳສີ່ເຫລັ້ມທຳອິດ ໃນພຣະຄຳພີໃໝ່ ຫລື 3 ນີໄຟ 11–28. ໃຫ້ເຂົາເຈົ້າຂີດກ້ອງສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດ ທີ່ເຂົາເຈົ້າສາມາດເຮັດເຊັ່ນກັນ.
-
ໃຊ້ການຕັ້ງເປົ້າໝາຍ ແລະ ວາງແຜນທີ່ຈະສິດສອນຜູ້ສອນສາດສະໜາກ່ຽວກັບຄວາມພາກພຽນ. ສະແດງໃຫ້ເຫັນວ່າ ຄວາມພາກພຽນໃນການສຸມໃສ່ຜູ້ຄົນເປັນການສະແດງຄວາມຮັກແນວໃດ.
-
ລະຫວ່າງການສຳພາດ ຫລື ການສົນທະນາ, ຂໍໃຫ້ຜູ້ສອນສາດສະໜາເວົ້າລົມກ່ຽວກັບຄຸນລັກສະນະທີ່ເໝືອນດັ່ງພຣະຄຣິດທີ່ເຂົາເຈົ້າສະແຫວງຫາ.
ກິດຈະກຳຄຸນລັກສະນະ
ຈຸດປະສົງຂອງກິດຈະກຳນີ້ແມ່ນເພື່ອຊ່ວຍໃຫ້ທ່ານລະບຸໂອກາດສຳລັບຄວາມເຕີບໂຕທາງວິນຍານ. ອ່ານແຕ່ລະລາຍການທີ່ຢູ່ຂ້າງລຸ່ມ. ຕັດສິນໃຈວ່າຄຳເວົ້ານັ້ນເປັນຄວາມຈິງກ່ຽວກັບທ່ານແນວໃດ, ແລະ ເລືອກຄຳຕອບທີ່ເໝາະສົມ. ຂຽນຄຳຕອບຂອງທ່ານໄວ້ໃນບັນທຶກການສຶກສາຂອງທ່ານ.
ບໍ່ມີໃຜສາມາດຕອບວ່າ “ຕະຫລອດເວລາ” ກັບທຸກຄຳເວົ້າ. ການເຕີບໂຕທາງວິນຍານເປັນຂະບວນການຕະຫລອດຊີວິດ. ນັ້ນຄືເຫດຜົນໜຶ່ງທີ່ເຮັດໃຫ້ຕື່ນເຕັ້ນ ແລະ ກຸ້ມຄ່າ—ເພາະມີໂອກາດຈົນນັບບໍ່ຖ້ວນທີ່ຈະເຕີບໂຕ ແລະ ປະສົບພອນຂອງການເຕີບໂຕ.
ໃຫ້ສະບາຍໃຈກັບການເລີ່ມຕົ້ນໃນຈຸດທີ່ທ່ານຢູ່. ໃຫ້ຄຳໝັ້ນສັນຍາກັບຕົວເອງທີ່ຈະເຮັດວຽກງານທາງວິນຍານທີ່ຈຳເປັນເພື່ອເຕີບໂຕ. ສະແຫວງຫາຄວາມຊ່ວຍເຫລືອຈາກພຣະເຈົ້າ. ເມື່ອທ່ານປະສົບຄວາມລົ້ມເຫລວ, ຈົ່ງໝັ້ນໃຈວ່າພຣະອົງຈະຊ່ວຍທ່ານ. ຂະນະທີ່ທ່ານອະທິຖານ, ຈົ່ງສະແຫວງຫາການນຳພາກ່ຽວກັບຄຸນລັກສະນະໃດ ທີ່ຄວນສຸມໃຈໃສ່ໃນເວລາຕ່າງໆ ລະຫວ່າງການເຜີຍແຜ່ຂອງທ່ານ.
ຄຳອະທິບາຍຄຳຕອບ
-
1 = ບໍ່ເຄີຍ
-
2 = ບາງຄັ້ງ
-
3 = ເລື້ອຍໆ
-
4 = ເກືອບຕະຫລອດເວລາ
-
5 = ຕະຫລອດເວລາ
ສັດທາ
-
ຂ້ອຍເຊື່ອໃນພຣະຄຣິດ ແລະ ຍອມຮັບພຣະອົງວ່າເປັນພຣະຜູ້ຊ່ວຍໃຫ້ລອດຂອງຂ້ອຍ. (2 ນີໄຟ 25:29)
-
ຂ້ອຍຮູ້ສຶກໝັ້ນໃຈວ່າພຣະເຈົ້າຮັກຂ້ອຍ. (1 ນີໄຟ 11:17)
-
ຂ້ອຍໄວ້ວາງໃຈພຣະຜູ້ຊ່ວຍໃຫ້ລອດພຽງພໍທີ່ຈະຮັບເອົາພຣະປະສົງຂອງພຣະອົງ ແລະ ເຮັດສິ່ງທີ່ພຣະອົງຂໍ. (1 ນີໄຟ 3:7)
-
ຂ້ອຍເຊື່ອວ່າຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ອຳນາດຂອງພຣະວິນຍານບໍລິສຸດ, ຂ້ອຍສາມາດໄດ້ຮັບການໃຫ້ອະໄພຈາກບາບຂອງຂ້ອຍ ແລະ ຖືກເຮັດໃຫ້ບໍລິສຸດເມື່ອຂ້ອຍກັບໃຈ. (ເອໂນດ 1:2–8)
-
ຂ້ອຍມີສັດທາວ່າພຣະເຈົ້າໄດ້ຍິນ ແລະ ຕອບຄຳອະທິຖານຂອງຂ້ອຍ. (ໂມໄຊຢາ 27:14)
-
ຂ້ອຍຄິດກ່ຽວກັບພຣະຜູ້ຊ່ວຍໃຫ້ລອດຕະຫລອດທັງວັນ ແລະ ຈື່ຈຳສິ່ງທີ່ພຣະອົງໄດ້ເຮັດເພື່ອຂ້ອຍ. (ຄຳສອນ ແລະ ພັນທະສັນຍາ 20:77, 79)
-
ຂ້ອຍມີສັດທາວ່າພຣະເຈົ້າຈະນຳສິ່ງທີ່ດີມາສູ່ຊີວິດຂອງຂ້ອຍ ແລະ ຊີວິດຂອງຄົນອື່ນໆ ເມື່ອພວກເຮົາອຸທິດຕົວເອງແດ່ພຣະອົງ ແລະ ພຣະບຸດຂອງພຣະອົງ. (ອີເທີ 12:12)
-
ຂ້ອຍຮູ້ໂດຍອຳນາດຂອງພຣະວິນຍານບໍລິສຸດວ່າ ພຣະຄຳພີມໍມອນເປັນຄວາມຈິງ. (ໂມໂຣໄນ 10:3–5)
-
ຂ້ອຍມີສັດທາທີ່ຈະສຳເລັດສິ່ງທີ່ພຣະຄຣິດຕ້ອງການໃຫ້ຂ້ອຍເຮັດ. (ໂມໂຣໄນ 7:33)
ຄວາມຫວັງ
-
ຄວາມປາດຖະໜາສູງສຸດຂອງຂ້ອຍຢ່າງໜຶ່ງຄື ການໄດ້ຮັບຊີວິດນິລັນດອນໃນອານາຈັກຊັ້ນສູງ. (ໂມໂຣໄນ 7:41)
-
ຂ້ອຍໝັ້ນໃຈວ່າຂ້ອຍຈະມີການເຜີຍແຜ່ທີ່ມີຄວາມສຸກ ແລະ ປະສົບຜົນສຳເລັດ. (ຄຳສອນ ແລະ ພັນທະສັນຍາ 31:3–5)
-
ຂ້ອຍຮູ້ສຶກສະຫງົບ ແລະ ຄິດໃນແງ່ດີກ່ຽວກັບອະນາຄົດ. (ຄຳສອນ ແລະ ພັນທະສັນຍາ 59:23)
-
ຂ້ອຍເຊື່ອວ່າມື້ໃດມື້ໜຶ່ງຂ້ອຍຈະໄດ້ຢູ່ກັບພຣະເຈົ້າ ແລະ ກາຍເປັນເໝືອນດັ່ງພຣະອົງ. (ອີເທີ 12:4)
ຄວາມໃຈບຸນ ແລະ ຄວາມຮັກ
-
ຂ້ອຍຮູ້ສຶກປາດຖະໜາຢ່າງຈິງໃຈເພື່ອຄວາມຜາສຸກ ແລະ ຄວາມສຸກນິລັນດອນຂອງຜູ້ອື່ນ. (ໂມໄຊຢາ 28:3)
-
ເມື່ອຂ້ອຍອະທິຖານ, ຂ້ອຍທູນຂໍຄວາມໃຈບຸນ—ຄວາມຮັກອັນບໍລິສຸດຂອງພຣະຄຣິດ. (ໂມໂຣໄນ 7:47–48)
-
ຂ້ອຍພະຍາຍາມເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ແລະ ເຫັນມຸມມອງຂອງເຂົາເຈົ້າ. (ຢູດາ 1:22)
-
ຂ້ອຍໃຫ້ອະໄພຄົນອື່ນຜູ້ໄດ້ລ່ວງເກີນ ຫລື ເຮັດຜິດຕໍ່ຂ້ອຍ. (ເອເຟໂຊ 4:32)
-
ຂ້ອຍເອື້ອມອອກໄປດ້ວຍຄວາມຮັກ ເພື່ອຊ່ວຍເຫລືອຜູ້ທີ່ໂດດດ່ຽວ, ດີ້ນລົນ, ຫລື ທໍ້ແທ້. (ໂມໄຊຢາ 18:9)
-
ເມື່ອເໝາະສົມ, ຂ້ອຍສະແດງຄວາມຮັກ ແລະ ຄວາມຫ່ວງໃຍຕໍ່ຄົນອື່ນ ໂດຍການປະຕິບັດສາດສະໜາກິດຕໍ່ເຂົາເຈົ້າ ຜ່ານທາງຄຳເວົ້າ ແລະ ການກະທຳ. (ລູກາ 7:12–15)
-
ຂ້ອຍຊອກຫາໂອກາດທີ່ຈະຮັບໃຊ້ຄົນອື່ນ. (ໂມໄຊຢາ 2:17)
-
ຂ້ອຍເວົ້າໃນແງ່ດີກ່ຽວກັບຄົນອື່ນ. (ຄຳສອນ ແລະ ພັນທະສັນຍາ 42:27)
-
ຂ້ອຍໃຈດີ ແລະ ອົດທົນກັບຄົນອື່ນ, ເຖິງແມ່ນວ່າເຂົາເຈົ້າຍາກທີ່ຈະເຂົ້າກັນໄດ້. (ໂມໂຣໄນ 7:45)
-
ຂ້ອຍພົບຄວາມຊື່ນຊົມໃນຄວາມສຳເລັດຂອງຄົນອື່ນ. (ແອວມາ 17:2–4)
ຄຸນນະທຳ
-
ຂ້ອຍສະອາດ ແລະ ບໍລິສຸດໃນໃຈ. (ເພງສັນລະເສີນ 24:3–4)
-
ຂ້ອຍປາດຖະໜາທີ່ຈະເຮັດສິ່ງທີ່ດີ. (ໂມໄຊຢາ 5:2)
-
ຂ້ອຍສຸມໃສ່ຄວາມຄິດທີ່ຊອບທຳ, ທີ່ຍົກລະດັບ ແລະ ກຳຈັດຄວາມຄິດທີ່ບໍ່ດີອອກໄປຈາກຈິດໃຈຂອງຂ້ອຍ. (ຄຳສອນ ແລະ ພັນທະສັນຍາ 121:45)
-
ຂ້ອຍກັບໃຈຈາກບາບຂອງຂ້ອຍ ແລະ ພະຍາຍາມເອົາຊະນະຄວາມອ່ອນແອຂອງຂ້ອຍ. (ຄຳສອນ ແລະ ພັນທະສັນຍາ 49:26–28; ອີເທີ 12:27)
-
ຂ້ອຍຮູ້ສຶກເຖິງອິດທິພົນຂອງພຣະວິນຍານບໍລິສຸດໃນຊີວິດຂອງຂ້ອຍ. (ຄຳສອນ ແລະ ພັນທະສັນຍາ 11:12–13)
ຄວາມຊື່ສັດ
-
ຂ້ອຍຈິງໃຈຕໍ່ພຣະເຈົ້າຕະຫລອດເວລາ. (ໂມໄຊຢາ 18:9)
-
ຂ້ອຍບໍ່ລົດມາດຕະຖານ ຫລື ການປະພຶດຂອງຂ້ອຍ ເພື່ອໃຫ້ຄົນອື່ນປະທັບໃຈ ຫລື ຍອມຮັບ. (1 ນີໄຟ 8:24–28)
-
ຂ້ອຍຊື່ສັດກັບພຣະເຈົ້າ, ຕົວເອງ, ຜູ້ນຳຂອງຂ້ອຍ, ແລະ ຄົນອື່ນໆ. (ຄຳສອນ ແລະ ພັນທະສັນຍາ 51:9)
-
ຂ້ອຍເປັນທີ່ເພິ່ງໄດ້. (ແອວມາ 53:20)
ຄວາມຮູ້
-
ຂ້ອຍຮູ້ສຶກໝັ້ນໃຈໃນຄວາມເຂົ້າໃຈຂອງຂ້ອຍເຖິງຄຳສອນ ແລະ ຫລັກທຳພຣະກິດຕິຄຸນ. (ແອວມາ 17:2–3)
-
ຂ້ອຍສຶກສາພຣະຄຳພີທຸກວັນ. (2 ຕີໂມທຽວ 3:16–17)
-
ຂ້ອຍສະແຫວງຫາເພື່ອຈະເຂົ້າໃຈຄວາມຈິງ ແລະ ພົບຄຳຕອບຕໍ່ຄຳຖາມຂອງຂ້ອຍ. (ຄຳສອນ ແລະ ພັນທະສັນຍາ 6:7)
-
ຂ້ອຍສະແຫວງຫາຄວາມຮູ້ ແລະ ການນຳພາຜ່ານທາງພຣະວິນຍານ. (1 ນີໄຟ 4:6)
-
ຂ້ອຍທະນຸຖະໜອມຄຳສອນ ແລະ ຫລັກທຳພຣະກິດຕິຄຸນ. (2 ນີໄຟ 4:15)
ຄວາມອົດທົນ
-
ຂ້ອຍລໍຖ້າດ້ວຍຄວາມອົດທົນເພື່ອໃຫ້ພອນ ແລະ ຄຳສັນຍາຂອງພຣະຜູ້ເປັນເຈົ້າເກີດສຳເລັດຜົນ. (2 ນີໄຟ 10:17)
-
ຂ້ອຍສາມາດລໍຖ້າສິ່ງຕ່າງໆໂດຍບໍ່ຕ້ອງເສຍໃຈ ຫລື ອຸກອັ່ງ. (ໂຣມ 8:25)
-
ຂ້ອຍອົດທົນກັບການທ້າທາຍຂອງການເປັນຜູ້ສອນສາດສະໜາ. (ແອວມາ 17:11)
-
ຂ້ອຍອົດທົນກັບຄົນອື່ນ. (ໂຣມ 15:1)
-
ຂ້ອຍອົດທົນກັບຕົວເອງ ແລະ ເພິ່ງອາໄສພຣະຜູ້ເປັນເຈົ້າ ຂະນະທີ່ຂ້ອຍໃຊ້ຄວາມພະຍາຍາມທີ່ຈະເອົາຊະນະຄວາມອ່ອນແອຂອງຂ້ອຍ. (ອີເທີ 12:27)
-
ຂ້ອຍປະເຊີນກັບຄວາມຍາກລຳບາກດ້ວຍຄວາມອົດທົນ ແລະ ສັດທາ. (ແອວມາ 34:40–41)
ຄວາມຖ່ອມຕົວ
-
ຂ້ອຍອ່ອນນ້ອມ ແລະ ຕ່ຳຕ້ອຍໃນໃຈ. (ມັດທາຍ 11:29)
-
ຂ້ອຍເພິ່ງອາໄສພຣະເຈົ້າເພື່ອຄວາມຊ່ວຍເຫລືອ. (ແອວມາ 26:12)
-
ຂ້ອຍກະຕັນຍູສຳລັບພອນທີ່ຂ້ອຍໄດ້ຮັບຈາກພຣະເຈົ້າ. (ແອວມາ 7:23)
-
ຄຳອະທິຖານຂອງຂ້ອຍແມ່ນຈິງຈັງ ແລະ ຈິງໃຈ. (ເອໂນດ 1:4)
-
ຂ້ອຍຂອບໃຈສຳລັບການຊີ້ນຳຈາກຜູ້ນຳ ຫລື ຄູສອນ. (2 ນີໄຟ 9:28–29)
-
ຂ້ອຍພະຍາຍາມຍອມເຮັດຕາມພຣະປະສົງຂອງພຣະເຈົ້າ. (ໂມໄຊຢາ 24:15)
ຄວາມພາກພຽນ
-
ຂ້ອຍເຮັດວຽກງານຢ່າງມີປະສິດທິພາບ, ແມ່ນແຕ່ໃນເວລາທີ່ຂ້ອຍບໍ່ໄດ້ຢູ່ພາຍໃຕ້ການດູແລຢ່າງໃກ້ຊິດກໍຕາມ. (ຄຳສອນ ແລະ ພັນທະສັນຍາ 58:26–27)
-
ຂ້ອຍສຸມຄວາມພະຍາຍາມຂອງຂ້ອຍໃສ່ສິ່ງທີ່ສຳຄັນທີ່ສຸດ. (ມັດທາຍ 23:23)
-
ຂ້ອຍໄດ້ອະທິຖານເປັນສ່ວນຕົວຢ່າງໜ້ອຍວັນລະສອງຄັ້ງ. (ແອວມາ 34:17–27)
-
ຂ້ອຍສຸມຄວາມຄິດຂອງຂ້ອຍໃສ່ການເອີ້ນຂອງຂ້ອຍໃນຖານະຜູ້ສອນສາດສະໜາ. (ຄຳສອນ ແລະ ພັນທະສັນຍາ 4:2, 5)
-
ຂ້ອຍຕັ້ງເປົ້າໝາຍ ແລະ ວາງແຜນເປັນປະຈຳ. (ຄຳສອນ ແລະ ພັນທະສັນຍາ 88:119)
-
ຂ້ອຍເຮັດວຽກໜັກຈົນກວ່າວຽກຈະສຳເລັດ. (ຄຳສອນ ແລະ ພັນທະສັນຍາ 10:4)
-
ຂ້ອຍພົບຄວາມຊື່ນຊົມ ແລະ ເພິ່ງພໍໃຈກັບວຽກງານຂອງຂ້ອຍ. (ແອວມາ 36:24–25)
ການເຊື່ອຟັງ
-
ເມື່ອຂ້ອຍອະທິຖານ, ຂ້ອຍທູນຂໍຄວາມເຂັ້ມແຂງ ເພື່ອຕໍ່ຕ້ານກັບການລໍ້ລວງ ແລະ ເຮັດສິ່ງທີ່ຖືກຕ້ອງ. (3 ນີໄຟ 18:15)
-
ຂ້ອຍມີຄ່າຄວນພໍທີ່ຈະມີໃບຮັບຮອງເຂົ້າພຣະວິຫານ. (ຄຳສອນ ແລະ ພັນທະສັນຍາ 97:8)
-
ຂ້ອຍເຕັມໃຈເຊື່ອຟັງກົດຂອງເຂດເຜີຍແຜ່ ແລະ ເຮັດຕາມຄຳແນະນຳຂອງຜູ້ນຳຂອງຂ້ອຍ. (ເຮັບເຣີ 13:17)
-
ຂ້ອຍພະຍາຍາມດຳລົງຊີວິດໃຫ້ສອດຄ່ອງກັບກົດ ແລະ ຫລັກທຳຂອງພຣະກິດຕິຄຸນ. (ຄຳສອນ ແລະ ພັນທະສັນຍາ 41:5)