ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 12: ຊ່ວຍ​ຜູ້​ຄົນ​ກຽມ​ພ້ອມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ


“ບົດ​ທີ 12: ຊ່ວຍ​ຜູ້​ຄົນ​ກຽມ​ພ້ອມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ບົດ​ທີ 12,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ຮູບ​ພາບ
ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ກຳ​ລັງ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ເຢ​ຊູ, ໂດຍ ​ກະ​ເຣກ ເຄ ອໍ​ເຊັນ

ບົດ​ທີ 12

ຊ່ວຍ​ຜູ້​ຄົນ​ກຽມ​ພ້ອມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

  • ເຮົາ​ຈະ​ສາ​ມາດ​ຊ່ວຍ​ຜູ້​ຄົນ​ກຽມ​ພ້ອມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ທຳ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ​ແນວ​ໃດ?

  • ພິ​ທີ​ບັບ​ຕິ​ສະ​ມາ​ທີ່​ຍົກ​ລະ​ດັບ​ຖືກ​ວາງ​ແຜນ ແລະ ດຳ​ເນີນ​ແນວ​ໃດ?

  • ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ປະ​ກອບ ແລະ ສົ່ງ​ຟອມ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ?

  • ເຮົາ​ຈະ​ສາ​ມາດ​ສົ່ງ​ເສີມ​ສະ​ມາ​ຊິກ​ໃໝ່​ໄດ້​ແນວ​ໃດ?

ການ​ບັບ​ຕິ​ສະ​ມາ​ເປັນ​ພິ​ທີ​ການ​ແຫ່ງ​ຄວາມ​ຫວັງ​ທີ່​ມີ​ຄວາມ​ສຸກ ທີ່​ນຳ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ມາ​ສູ່​ຊີ​ວິດ​ຂອງ​ບຸກ​ຄົນ. ອຳ​ນາດ​ນັ້ນ​ມາ​ເຖິງ​ຜ່ານ​ທາງ​ການ​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ມັນ​ຈະ​ຕໍ່​ເນື່ອງ​ເມື່ອ​ບຸກ​ຄົນ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ໃນ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ.

ຈຸດ​ປະ​ສົງ​ຂອງ​ການ​ສິດ​ສອນ​ຂອງ​ທ່ານ​ແມ່ນ​ເພື່ອ​ຊ່ວຍ​ຄົນ​ອື່ນ​ພັດ​ທະ​ນາ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ຄຣິດ, ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ​ເຈົ້າ, ແລະ ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ຈິງ​ໃຈ​ໃນ​ການ​ຕິດ​ຕາມ​ພຣະ​ຄຣິດ. ດັ່ງ​ທີ່​ມໍ​ມອນ​ໄດ້​ສິດ​ສອນ​ວ່າ, “ຜົນ​ທຳ​ອິດ​ຂອງ​ການ​ກັບ​ໃຈ​ຄື ການ​ບັບ​ຕິ​ສະ​ມາ” (ໂມ​ໂຣ​ໄນ 8:25). ເມື່ອ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ທ່ານ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ເຮັດ, ເຂົາ​ເຈົ້າ​ຈະ​ກຽມ​ພ້ອມ​ທີ່​ຈະ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ຊື່ນ​ຊົມ​ກັບ​ພອນ​ທີ່​ສັນ​ຍາ​ໄວ້.

ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ບໍ່​ແມ່ນ​ຈຸດ​ໝາຍ​ປາຍ​ທາງ​ສຸດ​ທ້າຍ. ແຕ່, ພິ​ທີ​ການ​ເຫລົ່າ​ນີ້​ແມ່ນ​ປະ​ຕູ ຊຶ່ງ​ໂດຍ​ທາງ​ນັ້ນ​ລູກໆ​ຂອງ​ພຣະ​ເຈົ້າ​ຈະ​ເຂົ້າ​ໄປ​ສູ່​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ເສັ້ນ​ທາງ​ນີ້​ນຳ​ໄປ​ສູ່​ພິ​ທີ​ການ, ພັນ​ທະ​ສັນ​ຍາ, ແລະ ​ພອນ​ທີ່​ມີ​ຄວາມ​ສຸກ​ຂອງ​ພຣະ​ວິ​ຫານ—ແລະ ໃນ​ທີ່​ສຸດ ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ (ເບິ່ງ 3 ນີ​ໄຟ 11:20–40).

ຄຸນ​ສົມ​ບັດ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ

ພຣະ​ເຈົ້າ​ເຊື້ອ​ເຊີນ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ​ໃຫ້​ມາ​ຫາ​ພຣະ​ອົງ ຜ່ານ​ທາງ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ (ເບິ່ງ 2 ນີ​ໄຟ 26:33; 3 ນີ​ໄຟ 27:20). ຄຸນ​ສົມ​ບັດ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ​ແມ່ນ​ຄື​ກັນ​ສຳ​ລັບ​ທຸກ​ຄົນ.

ຈາກ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37:

  • ໃຫ້​ຖ່ອມ​ຕົວ​ລົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

  • ປາດ​ຖະ​ໜາ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ.

  • ອອກ​ມາ​ດ້ວຍ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ.

  • ກັບ​ໃຈ​ຈາກ​ບາບ​ທັງ​ໝົດ​ຂອງ​ທ່ານ ແລະ ອະ​ທິ​ຖານ​ຂໍ​ການ​ໃຫ້​ອະ​ໄພ.

  • ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ.

  • ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ຄຣິດ​ຈົນ​ເຖິງ​ທີ່​ສຸດ.

  • ສະ​ແດງ​ອອກ​ໂດຍ​ວຽກ​ງານ​ຂອງ​ທ່ານ ວ່າ​ທ່ານ​ໄດ້​ຮັບ​ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ​ໄປ​ສູ່​ການ​ປົດ​ບາບ​ຂອງ​ທ່ານ.

ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ

  • ຕອບ​ຢ່າງ​ເໝາະ​ສົມ​ຕໍ່​ຄຳ​ຖາມ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ.

  • ໄດ້​ຮັບ​ບົດ​ຮຽນ​ທັງ​ໝົດ​ຂອງ​ຜູ້​ສອນ​ສາດ​ສະ​ໜາ.

  • ພົບ​ກັບ​ປະ​ທານ​ກຸ່ມ​ແອວ​ເດີ, ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ແລະ ອະ​ທິ​ການ.

  • ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຫລາຍ​ຄັ້ງ.

ຄຸນ​ສົມ​ບັດ​ເຫລົ່າ​ນີ້​ລະ​ບຸ​ເຖິງ​ຄວາມ​ກ້າວ​ໜ້າ​ທາງ​ວິນ​ຍານ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ. ເມື່ອ​ຜູ້​ຄົນ​ມີ​ຄຸນ​ສົມ​ບັດ​ເຫລົ່າ​ນີ້, ເຂົາ​ເຈົ້າ​ກໍ​ພ້ອມ​ແລ້ວ​ສຳ​ລັບ​ພິ​ທີ​ການ​ສັກ​ສິດ​ຂອງ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ.

ເມື່ອ​ບຸກ​ຄົນ​ໄດ້​ກຳ​ນົດ​ວັນ​ທີ​ທີ່​ແນ່​ນອນ:

  • ໃຫ້​ທົບ​ທວນ​ບັນ​ທຶກ​ຂອງ​ລາວ​ຢ່າງ​ລະ​ອຽດ​ໃນ​ແອັບ Preach My Gospel ເພື່ອ​ໃຫ້​ແນ່​ໃຈ​ວ່າ ທ່ານ​ໄດ້​ສິດ​ສອນ​ຄຳ​ສອນ ແລະ ພຣະ​ບັນ​ຍັດ​ທີ່​ຈຳ​ເປັນ.

  • ສ້າງ​ຕາ​ຕະ​ລາງ​ສຳ​ລັບ​ລາຍ​ການ​ທີ່​ຈຳ​ເປັນ​ຕໍ່​ການ​ກະ​ກຽມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ທົບ​ທວນ​ຕາ​ຕະ​ລາງ​ນີ້​ກັບ​ບຸກ​ຄົນ.

  • ຖ້າ​ເປັນ​ໄປ​ໄດ້, ເຊື້ອ​ເຊີນ​ບຸກ​ຄົນ​ໃຫ້​ໄປ​ຮ່ວມ​ພິ​ທີ​ບັບ​ຕິ​ສະ​ມາ​ກ່ອນ​ການ​ບັບ​ຕິ​ສະ​ມາ​ຂອງ​ລາວ​ເອງ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ສຶກ​ສາ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້. ທ່ານ​ຈະ​ສາ​ມາດ​ຊ່ວຍ​ຜູ້​ທີ່​ທ່ານ​ສິດ​ສອນ​ກະ​ກຽມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ໄດ້​ແນວ​ໃດ? ບັນ​ທຶກ​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້​ຈາກ​ການ​ສຶກ​ສາ​ຂອງ​ທ່ານ.

ຮູບ​ພາບ
ຜູ້​ປິ່ນ​ປົວ​ທີ່​ອ່ອນ​ໂຍນ, ໂດຍ ກະ​ເຣກ ເຄ ອໍ​ສັນ

ຊ່ວຍ​ຜູ້​ຄົນ​ກຽມ​ພ້ອມ​ສຳ​ລັບ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ​ຂອງ​ເຂົາ​ເຈົ້າ

ການ​ສຳ​ພາດ​ບັບ​ຕິ​ສະ​ມາ​ແມ່ນ​ຂັ້ນ​ຕອນ​ສຳ​ຄັນ​ໃນ​ການ​ໃຫ້​ແນ່​ໃຈ​ວ່າ ບຸກ​ຄົນ​ມີ​ຄຸນ​ສົມ​ບັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ. ກຳ​ນົດ​ເວ​ລາ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ​ພຽງ​ແຕ່​ເມື່ອ​ບຸກ​ຄົນ​ພ້ອມ​ເທົ່າ​ນັ້ນ.

ຊ່ວຍ​ຜູ້​ຄົນ​ກຽມ​ພ້ອມ​ສຳ​ລັບ​ການ​ສຳ​ພາດ​ນີ້ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ຮູ້​ສຶກ​ສະ​ບາຍ​ໃຈ​ກ່ຽວ​ກັບ​ມັນ. ອະ​ທິ​ບາຍ​ວ່າ​ມັນ​ຈະ​ເປັນ​ຈັ່ງ​ໃດ. ບອກ​ເຂົາ​ເຈົ້າ​ວ່າ​ເຂົາ​ເຈົ້າ​ຈະ​ຕ້ອງ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ອີກ​ຄົນ​ໜຶ່ງ​ທີ່​ຄື​ກັນ​ກັບ​ທ່ານ.

ອະ​ທິ​ບາຍ​ຈຸດ​ປະ​ສົງ​ຂອງ​ການ​ສຳ​ພາດ. ມັນ​ເປັນ​ໂອ​ກາດ​ສຳ​ລັບ​ເຂົາ​ເຈົ້າ​ທີ່​ຈະ​ເປັນ​ພະ​ຍານ​ວ່າ ເຂົາ​ເຈົ້າ “ໄດ້​ກັບ​ໃຈ​ຢ່າງ​ແທ້​ຈິງ​ຈາກ​ບາບ​ທັງ​ໝົດ​ຂອງ​ເຂົາ [ແລະ] ​ສະ​ແດງ​ໃຫ້​ປະ​ຈັກ​ຢ່າງ​ແທ້​ຈິງ​ດ້ວຍ​ວຽກ​ງານ​ຂອງ​ເຂົາ ວ່າ​ເຂົາ​ໄດ້​ຮັບ​ເອົາ​ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ​ໄປ​ສູ່​ການ​ປົດ​ບາບ​ຂອງ​ເຂົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37).

ແບ່ງ​ປັນ​ຄຳ​ຖາມ​ທີ່​ຜູ້​ສຳ​ພາດ​ຈະ​ຖາມ (ເບິ່ງ​ຂ້າງ​ຫລຸ່ມ). ສິ່ງ​ນີ້​ຈະ​ຊ່ວຍ​ບຸກ​ຄົນ​ໃຫ້​ກຽມ​ພ້ອມ​ທີ່​ຈະ​ຕອບ.

ໃຫ້​ແນ່​ໃຈ​ວ່າ​ບຸກ​ຄົນ​ເຂົ້າ​ໃຈ​ສິ່ງ​ທີ່​ທ່ານ​ໄດ້​ສິດ​ສອນ ແລະ ພັນ​ທະ​ສັນ​ຍາ​ທີ່​ລາວ​ຈະ​ເຮັດ​ຕອນ​ຮັບ​ບັບ​ຕິ​ສະ​ມາ. ພັນ​ທະ​ສັນ​ຍາ​ນີ້​ແມ່ນ​ທີ່​ຈະ:

  • ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

  • ຮັບ​ໃຊ້​ພຣະ​ເຈົ້າ ແລະ ຄົນ​ອື່ນ.

  • ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ (ເບິ່ງ ບົດ​ຮຽນ​ທີ 4.)

ສະ​ແດງ​ປະ​ຈັກ​ພະ​ຍານ​ກ່ຽວ​ກັບ​ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ມາ​ຈາກ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ. ພອນ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ການ​ປົດ​ບາບ ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ການ​ດຳ​ເນີນ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ

ແຕ່​ລະ​ຄົນ​ຜູ້​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ ຈະ​ໄດ້​ຮັບ​ການ​ສຳ​ພາດ​ໂດຍ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ. ໃນ​ເຂດ​ເຜີຍ​ແຜ່, ບຸກ​ຄົນ​ນີ້​ຈະ​ເປັນ​ຜູ້​ນຳ​ທ້ອງ​ຖິ່ນ ຫລື ຜູ້​ນຳ​ອະ​ນາ​ເຂດ. ເພິ່ນ​ດຳ​ເນີນ​ການ​ສຳ​ພາດ​ສຳ​ລັບ:

  • ບຸກ​ຄົນ​ອາ​ຍຸ 9 ປີ​ຂຶ້ນ​ໄປ ທີ່​ບໍ່​ເຄີຍ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ.

  • ເດັກ​ນ້ອຍ​ອາ​ຍຸ 8 ປີ​ຂຶ້ນ​ໄປ ຜູ້​ທີ່​ພໍ່​ແມ່​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

  • ເດັກ​ນ້ອຍ​ອາ​ຍຸ 8 ປີ​ຂຶ້ນ​ໄປ ຜູ້​ທີ່​ພໍ່​ແມ່​ຄົນ​ໜຶ່ງ​ກຳ​ລັງ​ຈະ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ເຊັ່ນ​ກັນ

ແນວ​ທາງ​ຊີ້​ນຳ​ສຳ​ລັບ​ການ​ສຳ​ພາດ​ມີ​ຢູ່​ຂ້າງ​ລຸ່ມ.

  • ຈັດ​ການ​ສຳ​ພາດ​ໃນ​ສະ​ຖານ​ທີ່​ສະ​ດວກ ແລະ ເປັນ​ສ່ວນ​ຕົວ ບ່ອນ​ທີ່​ສາ​ມາດ​ຮູ້​ສຶກ​ພຣະ​ວິນ​ຍານ​ໄດ້.

  • ເມື່ອ​ສຳ​ພາດ​ເດັກ​ນ້ອຍ, ຊາວ​ໜຸ່ມ, ຫລື ຜູ້​ຍິງ​ທີ່​ເປັນ​ຜູ້​ໃຫຍ່, ຄູ່​ຂອງ​ຜູ້​ສຳ​ພາດ​ຄວນ​ຢູ່​ໃກ້​ໃນ​ຫ້ອງ​ຖັດ​ໄປ, ໃນ​ຫ້ອງ​ໂຖງ, ຫລື ຢູ່​ບ່ອນ​ທາງ​ຍ່າງ. ຖ້າ​ຫາກ​ບຸກ​ຄົນ​ປາດ​ຖະ​ໜາ, ກໍ​ສາ​ມາດ​ເຊື້ອ​ເຊີນ​ຜູ້​ໃຫຍ່​ຄົນ​ໜຶ່ງ​ໃຫ້​ເຂົ້າ​ຮ່ວມ​ການ​ສຳ​ພາດ​ກໍ​ໄດ້. ຜູ້​ສອນ​ສາດ​ສະ​ໜາ​ຄວນ​ຫລີກ​ເວັ້ນ​ຈາກ​ທຸກ​ສະ​ຖາ​ນະ​ການ ທີ່​ຈະ​ກໍ່​ໃຫ້​ເກີດ​ການ​ເຂົ້າ​ໃຈ​ຜິດ.

  • ເລີ່ມ​ຕົ້ນ​ດ້ວຍ​ການ​ອະ​ທິ​ຖານ.

  • ຊ່ວຍ​ບຸກ​ຄົນ​ໃຫ້​ຮູ້​ສຶກ​ສະ​ບາຍ​ໃຈ.

  • ເຮັດ​ໃຫ້​ການ​ສຳ​ພາດ​ເປັນ​ປະ​ສົບ​ການ​ທີ່​ຍົກ​ລະ​ດັບ​ທາງ​ວິນ​ຍານ.

  • ເຮັດ​ໃຫ້​ແນ່​ໃຈ​ວ່າ ບຸກ​ຄົນ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ການ​ສຳ​ພາດ.

  • ຖາມ​ຄຳ​ຖາມ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ​ທີ່​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ. ປັບ​ຄຳ​ຖາມ​ຕາມ​ອາ​ຍຸ, ວຸດ​ທິ​ພາ​ວະ, ແລະ ສະ​ຖາ​ນະ​ການ​ຂອງ​ບຸກ​ຄົນ​ຕາມ​ຄວາມ​ຈຳ​ເປັນ.

  • ຕອບ​ຄຳ​ຖາມ​ຂອງ​ບຸກ​ຄົນ.

  • ທົບ​ທວນ​ຂໍ້​ມູນ​ຢູ່​ໃນ​ຟອມ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ເພື່ອ​ຄວາມ​ຖືກ​ຕ້ອງ. ຖ້າ​ຫາກ​ບຸກ​ຄົນ​ເປັນ​ຄົນ​ໄວ​ລຸ້ນ, ພໍ່​ແມ່ ຫລື ຜູ້​ປົກ​ຄອງ​ຄົນ​ໜຶ່ງ​ຈຳ​ເປັນ​ຕ້ອງ​ເຊັນ​ຟອມ​ກ່ອນ​ການ​ບັບ​ຕິ​ສະ​ມາ (ເບິ່ງ​ພາກ “ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ: ຄຳ​ຖາມ ແລະ ຄຳ​ຕອບ” ໃນ​ບົດ​ນີ້).

  • ເຊື້ອ​ເຊີນ​ບຸກ​ຄົນ​ໃຫ້​ສະ​ແດງ​ປະ​ຈັກ​ພະ​ຍານ ຫລື ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ລາວ.

  • ສະ​ແດງ​ຄວາມ​ຂອບ​ໃຈ​ທີ່​ສາ​ມາດ​ພົບ​ກັບ​ບຸກ​ຄົນ​ນັ້ນ.

ຄຳ​ຖາມ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ

ຄຳ​ຖາມ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ​ມີ​ດັ່ງ​ຕໍ່​ໄປ​ນີ້:

  1. ເຈົ້າ​ເຊື່ອ​ວ່າ​ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຮົາ​ບໍ່? ເຈົ້າ​ເຊື່ອ​ວ່າ​ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ເຈົ້າ ແລະ ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ໂລກ​ບໍ?

  2. ເຈົ້າ​ເຊື່ອ​ວ່າ​ສາດ​ສະ​ໜາ​ຈັກ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ບໍ? ເຈົ້າ​ເຊື່ອ​ບໍ​ວ່າ [ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ປະ​ຈຸ​ບັນ] ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ? ສິ່ງ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ເຈົ້າ?

  3. ການ​ກັບ​ໃຈ​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ເຈົ້າ? ເຈົ້າ​ຮູ້​ສຶກ​ວ່າ​ເຈົ້າ​ໄດ້​ກັບ​ໃຈ​ຈາກ​ບາບ​ທີ່​ຜ່ານ​ມາ​ແລ້ວ​ບໍ?

  4. ເຈົ້າ​ໄດ້​ຖືກ​ສິດ​ສອນ​ວ່າ ການ​ເປັນ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແມ່ນ​ລວມ​ທັງ​ການ​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ຂອງ​ພຣະ​ກິດ​ຕິ​ຄຸນ. ເຈົ້າ​ເຂົ້າ​ໃຈ​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ການ​ເຮັດ​ຕາມ​ມາດ​ຕະ​ຖານ​ດັ່ງ​ຕໍ່​ໄປ​ນີ້? ເຈົ້າ​ເຕັມ​ໃຈ​ທີ່​ຈະ​ເຊື່ອ​ຟັງ​ມັນ​ບໍ?

    • ກົດ​ພົມ​ມະ​ຈັນ, ຊຶ່ງ​ຫ້າມ​ບໍ່​ໃຫ້​ມີ​ຄວາມ​ສຳ​ພັນ​ທາງ​ເພດ​ນອກ​ພັນ​ທະ​ຂອງ​ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ ລະ​ຫວ່າງ​ຊາຍ ແລະ ຍິງ

    • ກົດ​ສ່ວນ​ສິບ

    • ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ

    • ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ, ລວມ​ທັງ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ທຸກ​ອາ​ທິດ ແລະ ຮັບ​ໃຊ້​ຄົນ​ອື່ນ

  5. ເຈົ້າ​ເຄີຍ​ເຮັດ​ການ​ອາ​ຊະ​ຍາ​ກຳ​ທີ່​ຮ້າຍ​ແຮງ​ບໍ? ຖ້າ​ເປັນ​ເຊັ່ນ​ນັ້ນ, ຕອນ​ນີ້​ເຈົ້າ​ຢູ່​ໃນ​ສະ​ພາບ​ອະ​ນຸ​ໂລມ ຫລື ຖືກ​ປ່ອຍ​ຕົວ​ອອກ​ຈາກ​ຄຸກ​ບໍ?

  6. ເຈົ້າ​ເຄີຍ​ທຳ​ແທ້ງ​ບໍ? (ເບິ່ງ ຄູ່​ມື​ທົ່ວ​ໄປ, 38.6.1.)

  7. ເມື່ອ​ເຈົ້າ​ບັບ​ຕິ​ສະ​ມາ, ເຈົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ວ່າ​ເຈົ້າ​ເຕັມ​ໃຈ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ຮັບ​ໃຊ້​ຄົນ​ອື່ນ, ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ເວ​ລາ, ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຕະ​ຫລອດ​ຊີ​ວິດ​ຂອງ​ເຈົ້າ. ເຈົ້າ​ກຽມ​ພ້ອມ​ທີ່​ຈະ​ເຮັດ​ພັນ​ທະ​ສັນ​ຍາ ແລະ ພະ​ຍາ​ຍາມ​ຊື່​ສັດ​ຕໍ່​ມັນ​ບໍ?

ສຳ​ລັບ​ຄຳ​ແນະ​ນຳ​ຖ້າ​ບຸກ​ຄົນ​ຕອບ​ຄຳ​ຖາມ​ຂໍ້​ທີ 5 ຫລື 6 ວ່າ ແມ່ນ​ແລ້ວ, ເບິ່ງ ຄູ່​ມື​ທົ່ວ​ໄປ, 38.2.8.7 ແລະ 38.2.8.8.

ໃຫ້​ຄຸ້ນ​ເຄີຍ​ກັບ​ນະ​ໂຍ​ບາຍ ແລະ ແນວ​ທາງ​ຊີ້​ນຳ​ຕໍ່​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ໃນ ຄູ່​ມື​ທົ່ວ​ໄປ, 38.2.8. ນະ​ໂຍ​ບາຍ​ບາງ​ຢ່າງ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ສະ​ຖາ​ນະ​ການ​ສະ​ເພາະ ທີ່​ທ່ານ​ອາດ​ປະ​ເຊີນ.

ຫລັງ​ຈາກ​ການ​ສຳ​ພາດ, ຜູ້​ສອນ​ສາດ​ສະ​ໜາ ແລະ ຜູ້​ສະ​ໝັກ​ຈະ​ເຂົ້າ​ຮ່ວມ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນ​ອີກ​ຄັ້ງ. ຖ້າ​ຫາກ​ບຸກ​ຄົນ​ພ້ອມ​ແລ້ວ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ, ຜູ້​ສອນ​ສາດ​ສະ​ໜາ​ຈະ​ອະ​ທິ​ບາຍ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ພິ​ທີ​ບັບ​ຕິ​ສະ​ມາ. ພວກ​ເພິ່ນ​ຍັງ​ອະ​ທິ​ບາຍ​ວ່າ ຕາມ​ປົກ​ກະ​ຕິ​ແລ້ວ ການ​ຢືນ​ຢັນ​ຈະ​ເກີດ​ຂຶ້ນ​ທີ່ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຂອງ​ຫວອດ ບ່ອນ​ທີ່​ບຸກ​ຄົນ​ນັ້ນ​ອາ​ໄສ​ຢູ່.

ເມື່ອ​ການ​ບັບ​ຕິ​ສະ​ມາ​ຕ້ອງ​ຖືກ​ເລື່ອນ

ບາງ​ເທື່ອ​ການ​ບັບ​ຕິ​ສະ​ມາ​ຕ້ອງ​ຖືກ​ເລື່ອນ ຍ້ອນ​ຄວາມ​ທ້າ​ທາຍ​ເລື່ອງ​ປະ​ຈັກ​ພະ​ຍານ ຫລື ຄວາມ​ມີ​ຄ່າ​ຄວນ. ເມື່ອ​ສິ່ງ​ນີ້​ເກີດ​ຂຶ້ນ, ໃຫ້​ຈັດ​ການ​ກັບ​ສະ​ຖາ​ນະ​ການ​ຢ່າງ​ລະ​ອຽດ​ອ່ອນ ແລະ ເປັນ​ສ່ວນ​ຕົວ. ຊ່ວຍ​ບຸກ​ຄົນ​ໃຫ້​ເຂົ້າ​ໃຈ​ວິ​ທີ​ການ​ກຽມ​ພ້ອມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ​ໃນ​ວັນ​ໃໝ່​ໃນ​ອະ​ນາ​ຄົດ.

ຊຸກ​ຍູ້​ບຸກ​ຄົນ ແລະ ໃຫ້​ຄວາມ​ຫວັງ​ໃນ​ພຣະ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ຂໍ​ໃຫ້​ສະ​ມາ​ຊິກ​ໃຫ້​ຄວາມ​ເປັນ​ມິດ. ສືບ​ຕໍ່​ສິດ​ສອນ​ຫລັກ​ທຳ​ຂັ້ນ​ພື້ນ​ຖານ​ຂອງ​ພຣະ​ກິດ​ຕິ​ຄຸນ ຈົນ​ກວ່າ​ບຸກ​ຄົນ​ນັ້ນ​ກຽມ​ພ້ອມ​ທີ່ຈະ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ຖ້າ​ຈົນ​ເຖິງ​ເວ​ລາ​ນັ້ນ​ໃນ​ການ​ກຳ​ນົດ​ເວ​ລາ​ວັນ​ຮັບ​ບັບ​ຕິ​ສະ​ມາ.

ຄຳ​ຖາມ ແລະ ຄຳ​ຕອບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ

ຂ້ອຍ​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ເພື່ອ​ໃຫ້​ບັບ​ຕິ​ສະ​ມາ​ຄົນ​ໄວ​ລຸ້ນ​ຫລື​ບໍ່? ສາດ​ສະ​ໜາ​ຈັກ​ຫ່ວງ​ໃຍ​ກັບ​ຄວາມ​ຜາ​ສຸກ​ຂອງ​ເດັກ​ນ້ອຍ ແລະ ຄວາມ​ປອງ​ດອງ​ໃນ​ສະ​ພາບ​ແວດ​ລ້ອມ​ຂອງ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ. ຕາມ​ທີ່​ກຳ​ນົດ​ໄວ້​ໂດຍ​ກົດ​ໝາຍ​ໃນ​ທ້ອງ​ຖິ່ນ, ຄົນ​ໄວ​ລຸ້ນ​ສາ​ມາດ​ຮັບ​ບັບ​ຕິ​ສະ​ມາ​ໄດ້ ຕາມ​ເງື່ອນ​ໄຂ​ສອງ​ຢ່າງ​ດັ່ງ​ຕໍ່​ໄປ​ນີ້:

  1. ພໍ່ ຫລື ແມ່​ຜູ້​ມີ​ສິດ​ຕາມ​ກົດ​ໝາຍ ຫລື ຜູ້​ປົກ​ຄອງ​ຕາມ​ກົດ​ໝາຍ ອະ​ນຸ​ຍາດ​ເປັນ​ລາຍ​ລັກ​ອັກ​ສອນ. ເຂົາ​ເຈົ້າ​ຄວນ​ເຂົ້າ​ໃຈ​ທົ່ວ​ໄປ​ກ່ຽວ​ກັບ​ຄຳ​ສອນ​ທີ່​ລູກ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ສິດ​ສອນ ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ເຂົາ​ເຈົ້າ​ກໍ​ຄວນ​ເຕັມ​ໃຈ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ລູກ​ໃນ​ການ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ.

  2. ບຸກ​ຄົນ​ທີ່​ທຳ​ການ​ສຳ​ພາດ​ຫລິງ​ເຫັນ​ວ່າ ເດັກ​ເຂົ້າ​ໃຈ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ. ເພິ່ນ​ຄວນ​ຮູ້​ສຶກ​ໝັ້ນ​ໃຈ​ວ່າ ເດັກ​ຈະ​ພະ​ຍາ​ຍາມ​ຮັກ​ສາ​ພັນ​ທະ​ສັນ​ຍາ ໂດຍ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ, ລວມ​ທັງ​ການ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ.

ຂ້ອຍ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ຄູ່​ຄອງ​ກ່ອນ​ຈະ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ສາ​ມີ ຫລື ພັນ​ລະ​ຍາ​ຂອງ​ເຂົາ​ເຈົ້າ​ຫລື​ບໍ່? ແມ່ນ​ແລ້ວ. ບຸກ​ຄົນ​ທີ່​ແຕ່ງ​ງານ​ແລ້ວ​ຄວນ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ຄູ່​ຄອງ​ຂອງ​ຕົນ ກ່ອນ​ຈະ​ຮັບ​ບັບ​ຕິ​ສະ​ມາ.

ຖ້າ​ຫາກ​ພໍ່ ຫລື ແມ່​ໃນ​ຄອບ​ຄົວ​ບໍ່​ພ້ອມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ, ຂ້ອຍ​ຄວນ​ໃຫ້​ບັບ​ຕິ​ສະ​ມາ​ສະ​ມາ​ຊິກ​ຄົນ​ອື່ນໆ​ບໍ ຫລື ຕ້ອງ​ລໍ​ຖ້າ​ຈົນ​ກວ່າ​ພໍ່ ຫລື ແມ່​​ກຽມ​ພ້ອມ? ດີ​ທີ່​ສຸດ​ຖ້າ​ຫາກ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຮັບ​ບັບ​ຕິ​ສະ​ມາ​ພ້ອມ​ກັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ​ຍັງ​ບໍ່​ກຽມ​ພ້ອມ, ບຸກ​ຄົນ​ອື່ນ​ໃນ​ຄອບ​ຄົວ​ສາ​ມາດ​ຮັບ​ບັບ​ຕິ​ສະ​ມາ​ໄດ້ ຕາບ​ໃດ​ທີ່​ໄດ້​ຮັບ​ການ​ອະ​ນຸ​ຍາດ​ທີ່​ຈຳ​ເປັນ.

ຄວນ​ລໍ​ການ​ບັບ​ຕິ​ສະ​ມາ​ໄວ້​ກ່ອນ​ບໍ ຈົນ​ກວ່າ​ພໍ່​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ປະ​ຕິ​ບັດ​ການ​ບັບ​ຕິ​ສະ​ມາ​ດ້ວຍ​ຕົວ​ລາວ​ເອງ? ບໍ່. ອ້າຍ​ນ້ອງ​ທີ່​ຫາ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຈະ​ບໍ່​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໃນ​ວັນ​ທີ່​ເຂົາ​ເຈົ້າ​ຮັບ​ບັບ​ຕິ​ສະ​ມາ. ກ່ອນ​ອື່ນ​ໝົດ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຮັບ​ການ​ສຳ​ພາດ​ໂດຍ​ອະ​ທິ​ການ ແລະ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

ຂ້ອຍ​ຄວນ​ສິດ​ສອນ ແລະ ໃຫ້​ບັບ​ຕິ​ສະ​ມາ​ແກ່​ບຸກ​ຄົນ​ທີ່​ໄດ້​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ສາດ​ສະ​ໜາ​ຈັກ​ບໍ ຫລື ຜູ້​ທີ່​ສະ​ມາ​ຊິກ​ກະ​ພາບ​ຖືກ​ຖອນ​ບໍ່? ຜູ້​ຄົນ​ທີ່​ໄດ້​ລາ​ອອກ​ຈາກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ສາດ​ສະ​ໜາ​ຈັກ ຫລື ຜູ້​ທີ່​ສະ​ມາ​ຊິກ​ກະ​ພາບ​ຖືກ​ຖອນ ອາດ​ຖືກ​ຮັບ​ເຂົ້າ​ໂດຍ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ຖ້າ​ຫາກ​ເຂົາ​ເຈົ້າ​ຕ້ອງ​ການ​ຮັບ​ການ​ສິດ​ສອນ, ໃຫ້​ປຶກ​ສາ​ກັບ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ໃນ​ທ້ອງ​ຖິ່ນ ແລະ ປະ​ທານ​ເຜີຍ​ແຜ່​ຂອງ​ທ່ານ​ກ່ຽວ​ກັບ​ບົດ​ບາດ​ໃດໆ​ທີ່​ທ່ານ​ອາດ​ມີ.

ໃນ​ສະ​ເຕກ, ການ​ຮັບ​ເຂົ້າ​ຄືນ​ໂດຍ​ການ​ບັບ​ຕິ​ສະ​ມາ​ແມ່ນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະ​ທິ​ການ ຫລື ປະ​ທານ​ສະ​ເຕກ. ໃນ​ເຂດ​ເຜີຍ​ແຜ່, ການ​ຮັບ​ເຂົ້າ​ຄືນ​ແມ່ນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະ​ທານ​ເຜີຍ​ແຜ່. ຜູ້​ນຳ​ເຫລົ່າ​ນີ້​ຈະ​ໄດ້​ຮັບ​ການ​ນຳ​ພາ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ​ຕາມ​ຄວາມ​ຈຳ​ເປັນ. ຜູ້​ສອນ​ສາດ​ສະ​ໜາ​ບໍ່​ດຳ​ເນີນ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ​ເຫລົ່າ​ນີ້ ຫລື ປະ​ກອບ​ຟອມ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ​ອາດ​ຖືກ​ເຊື້ອ​ເຊີນ​ໃຫ້​ປະ​ຕິ​ບັດ​ການ​ບັບ​ຕິ​ສະ​ມາ.

ອະ​ດີດ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຜູ້​ກັບ​ມາ​ເຂົ້າ​ຮ່ວມ​ອີກ​ຄັ້ງ​ບໍ່​ແມ່ນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບາງ​ຄັ້ງ​ຜູ້​ສອນ​ສາດ​ສະ​ໜາ​ສາ​ມາດ​ມີ​ບົດ​ບາດ​ທີ່​ສຳ​ຄັນ ໃນ​ການ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຊື່ນ​ຊົມ​ກັບ​ພອນ​ຂອງ​ສະ​ມາ​ຊິກ​ກະ​ພາບ​ຂອງ​ສາດ​ສະ​ໜາ​ຈັກ​ອີກ​ຄັ້ງ.

ຄວນ​ເຮັດ​ແນວ​ໃດ​ຖ້າ​ຫາກ​ບຸກ​ຄົນ​ມີ​ວັນ​ກຳ​ນົດ​ບັບ​ຕິ​ສະ​ມາ ແຕ່​ບໍ່​ໄດ້​ຮັກ​ສາ​ພັນ​ທະ​ສັນ​ຍາ? ລໍ​ນັດ​ສຳ​ພາດ​ການ​ບັບ​ຕິ​ສະ​ມາ​ຈົນ​ກວ່າ​ບຸກ​ຄົນ​ນັ້ນ​ຈະ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ ແລະ ມີ​ຄຸນ​ສົມ​ບັດ​ເໝາະ​ສົມ​ກັບ​ການ​ບັບ​ຕິ​ສະ​ມາ. ເບິ່ງ “ເມື່ອ​ການ​ບັບ​ຕິ​ສະ​ມາ​ຕ້ອງ​ຖືກ​ເລື່ອນ” ໃນ​ບົດ​ນີ້.

ຈະ​ເຮັດ​ແນວ​ໃດ​ຖ້າ​ຫາກ​ຄູ່​ຮັກ​ຢາກ​ຮັບ​ບັບ​ຕິ​ສະ​ມາ ແຕ່​ເຂົາ​ເຈົ້າ​ຢູ່​ກິນ​ນຳ​ກັນ? ຄູ່​ຮັກ​ທີ່​ຢູ່​ກິນ​ນຳ​ກັນ​ນອກ​ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ​ລະ​ຫວ່າງ​ຊາຍ ແລະ ຍິງ ບໍ່​ສາ​ມາດ​ຮັບ​ບັບ​ຕິ​ສະ​ມາ ຈົນ​ກວ່າ​ເຂົາ​ເຈົ້າ​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ພົມ​ມະ​ຈັນ. ນີ້​ໝາຍ​ເຖິງ​ການ​ບໍ່​ຢູ່​ນຳ​ກັນ​ອີກ​ຕໍ່​ໄປ—ບໍ່​ວ່າ​ຈະ​ເປັນ​ຄູ່​ຮັກ​ຕ່າງ​ເພດ ຫລື ຄູ່​ຮັກ​ເພດ​ດຽວ​ກັນ—ຫລື, ສຳ​ລັບ​ຊາຍ ແລະ ຍິງ, ຊຶ່ງ​ໝາຍ​ເຖິງ​ການ​ແຕ່ງ​ງານ. ມັນ​ກໍ​ຍັງ​ລວມ​ທັງ​ການ​ໃຊ້​ສັດ​ທາ​ໄປ​ສູ່​ການ​ກັບ​ໃຈ ດັ່ງ​ທີ່​ອະ​ທິ​ບາຍ​ໄວ້​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37. ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ ເປັນ​ສ່ວນ​ຈຳ​ເປັນ​ໃນ​ແຜນ​ຂອງ​ພຣະ​ເຈົ້າ.

ຄຳ​ຖາມ​ຂໍ້​ທີ 5 ແລະ 6 ໃນ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ​ຖາມ ຖ້າ​ຫາກ​ບຸກ​ຄົນ​ໄດ້​ເຮັດ​ອາ​ຊະ​ຍາ​ກຳ​ທີ່​ຮ້າຍ​ແຮງ ຫລື ມີ​ສ່ວນ​ຮ່ວມ​ໃນ​ການ​ແທ້ງ​ລູກ. ຂ້ອຍ​ຄວນ​ເຮັດ​ແນວ​ໃດ​ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ​ຕອບ “ແມ່ນ​ແລ້ວ” ກັບ​ຄຳ​ຖາມ​ຂໍ້​ໃດ​ໜຶ່ງ​ເຫລົ່າ​ນີ້? ຖ້າ​ຫາກ​ທ່ານ​ຮູ້​ຈັກ​ສະ​ຖາ​ນະ​ການ​ໃດ​ໜຶ່ງ​ເຫລົ່າ​ນີ້​ລະ​ຫວ່າງ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ, ບໍ່​ຕ້ອງ​ຖາມ​ກ່ຽວ​ກັບ​ລາຍ​ລະ​ອຽດ. ບໍ່​ຕ້ອງ​ສັນ​ຍາ​ວ່າ ບຸກ​ຄົນ​ຈະ​ຖືກ​ອະ​ນຸ​ຍາດ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ. ແຕ່, ໃຫ້​ສະ​ແດງ​ຄວາມ​ຮັກ ແລະ ອະ​ທິ​ບາຍ​ຢ່າງ​ອ່ອນ​ໂຍນ​ວ່າ ຄົນ​ໃດ​ຄົນ​ໜຶ່ງ​ທີ່​ວຸດ​ທິ​ພາ​ວະ​ສູງ​ກວ່າ ແລະ ມີ​ປະ​ສົບ​ການ​ຫລາຍ​ກວ່າ ຈະ​ເວົ້າ​ລົມ​ກັບ​ບຸກ​ຄົນ​ນັ້ນ ແລະ ຊ່ວຍ​ເຫລືອ.

ສົ່ງ​ໃບ​ຮ້ອງ​ຂໍ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ​ໄປ​ໃຫ້​ປະ​ທານ​ເຜີຍ​ແຜ່​ຂອງ​ທ່ານ. ເພິ່ນ ຫລື ທີ່​ປຶກ​ສາ​ຄົນ​ໜຶ່ງ​ຂອງ​ເພິ່ນ​ຈະ​ພົບ​ກັບ​ບຸກ​ຄົນ​ນັ້ນ. ເບິ່ງ ຄູ່​ມື​ທົ່ວ​ໄປ, 38.2.8.7 ແລະ 38.2.8.8.

ຂ້ອຍ​ຄວນ​ເຮັດ​ສິ່ງ​ໃດ ຖ້າ​ຫາກ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ໄດ້​ຖືກ​ສ້າງ​ກ່ອນ​ຂ້ອຍ​ສົ່ງ​ຟອມ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ? ຕິດ​ຕໍ່​ຫາ​ປະ​ທານ​ເຜີຍ​ແຜ່​ຂອງ​ທ່ານ​ສຳ​ລັບ​ການ​ແນະ​ນຳ.

ການ​ສຶກ​ສາ​ສ່ວນ​ຕົວ

ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ອາດ​ຮູ້​ສຶກ ຖ້າ​ຫາກ​ທ່ານ​ກຳ​ລັງ​ຮັບ​ການ​ສຳ​ພາດ. ພິ​ຈາ​ລະ​ນາ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້, ແລະ ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ.

  • ການ​ສຳ​ພາດ​ເບິ່ງ​ຄື​ວ່າ​ບໍ່​ສະ​ບາຍ​ໃຈ​ຕໍ່​ທ່ານ​ແນວ​ໃດ? ຜູ້​ສຳ​ພາດ​ຄວນ​ເຮັດ​ຫຍັງ ຫລື ເວົ້າ​ຫຍັງ ເພື່ອ​ໃຫ້​ທ່ານ​ຮູ້​ສຶກ​ສະ​ບາຍ​ໃຈ​ຂຶ້ນ?

  • ທ່ານ​ຢາກ​ໃຫ້​ຜູ້​ສຳ​ພາດ​ທ່ານ​ປະ​ຕິ​ສຳ​ພັນ​ກັບ​ທ່ານ​ໃນ​ທາງ​ໃດ?

  • ທ່ານ​ຢາກ​ໃຫ້​ຜູ້​ສຳ​ພາດ​ທ່ານ​ຕອບ​ຮັບ​ແນວ​ໃດ ຖ້າ​ຫາກ​ທ່ານ​ສະ​ແດງ​ຄວາມ​ສົງ​ໄສ ຫລື ບໍ່​ເຂົ້າ​ໃຈ ຫລື ຖ້າ​ຫາກ​ທ່ານ​ສາ​ລະ​ພາບ​ບາບ​ອັນ​ຮ້າຍ​ແຮງ?

ຮູບ​ພາບ
ການ​ບັບ​ຕິ​ສະ​ມາ

ພິ​ທີ​ບັບ​ຕິ​ສະ​ມາ

ພິ​ທີ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ຄວນ​ເປັນ​ຄວາມ​ສຳ​ຄັນ​ທາງ​ວິນ​ຍານ​ສຳ​ລັບ​ສະ​ມາ​ຊິກ​ໃໝ່. ພິ​ທີ​ບັບ​ຕິ​ສະ​ມາ​ຄວນ​ຖືກ​ກຳ​ນົດ​ເວ​ລາ​ທັນ​ທີ​ທີ່​ບຸກ​ຄົນ​ມີ​ຄຸນ​ສົມ​ບັດ​ເໝາະ​ສົມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ. ອະ​ທິ​ບາຍ​ສິ່ງ​ທີ່​ຖືກ​ວາງ​ແຜນ ແລະ ເຫດ​ຜົນ. ສົນ​ທະ​ນາ​ການ​ນຸ່ງ​ຖື​ທີ່​ເໝາະ​ສົມ, ລວມ​ທັງ​ວ່າ​ບຸກ​ຄົນ​ຈະ​ໄດ້​ຮັບ​ເຄື່ອງ​ນຸ່ງ​ສີ​ຂາວ​ເພື່ອ​ໃຫ້​ໃສ່​ສຳ​ລັບ​ການ​ບັບ​ຕິ​ສະ​ມາ.

ພິ​ທີ​ບັບ​ຕິ​ສະ​ມາ​ສຳ​ລັບ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຖືກ​ວາງ​ແຜນ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອະ​ທິ​ການ. ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ (ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ຖືກ​ເອີ້ນ) ຫລື ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ຜູ້​ນຳ​ພາ​ວຽກ​ງານ​ເຜີຍ​ແຜ່ ຈະ​ວາງ​ແຜນ ແລະ ດຳ​ເນີນ​ພິ​ທີ​ເຫລົ່າ​ນີ້. ລາວ​ປະ​ສານ​ງານ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ. ພິ​ທີ​ບັບ​ຕິ​ສະ​ມາ​ຄວນ​ລຽບ​ງ່າຍ, ສັ້ນ, ແລະ ຍົກ​ລະ​ດັບ​ທາງ​ວິນ​ຍານ.

ເຊື້ອ​ເຊີນ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ແລະ ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ (ຖ້າ​ຫາກ​ລາວ​ບໍ່​ໄດ້​ດຳ​ເນີນ​ພິ​ທີ) ໃຫ້​ໄປ​ຮ່ວມ​ພິ​ທີ​ບັບ​ຕິ​ສະ​ມາ. ເມື່ອ​ເໝາະ​ສົມ, ໃຫ້​ເຊື້ອ​ເຊີນ​ຜູ້​ນຳ​ອົງ​ການ​ຕ່າງໆ, ຜູ້​ນຳ​ຊາວ​ໜຸ່ມ, ແລະ ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ (ຖ້າ​ຖືກມອບ​ໝາຍ). ເຮັດ​ວຽກ​ກັບ​ບຸກ​ຄົນ​ທີ່​ກຳ​ລັງ​ຈະ​ຮັບ​ບັບ​ຕິ​ສະ​ມາ ເພື່ອ​ເຊື້ອ​ເຊີນ​ໝູ່​ເພື່ອນ ແລະ ຍາດ​ພີ່​ນ້ອງ ເພື່ອ​ໄປ​ຮ່ວມ​ພິ​ທີ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ.

ພິ​ຈາ​ລະ​ນາ​ເຊື້ອ​ເຊີນ​ຄົນ​ອື່ນໆ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ. ປະ​ສົບ​ການ​ເຫລົ່າ​ນີ້​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ ແລະ ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຫລາຍ​ຂຶ້ນ. ຫລັງ​ຈາກ​ພິ​ທີ, ໃຫ້​ຕິດ​ຕາມ​ຜົນ​ເພື່ອ​ສົນ​ທະ​ນາ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ ແລະ ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຮັບ​ການ​ຮຽນ​ຮູ້.

ພິ​ທີ​ບັບ​ຕິ​ສະ​ມາ​ອາດ​ລວມ​ທັງ​ສິ່ງ​ດັ່ງ​ຕໍ່​ໄປ​ນີ້:

  1. ດົນ​ຕີ​ກ່ອນ​ພິ​ທີ

  2. ກ່າວ​ຄຳ​ຕ້ອນ​ຮັບ​ສັ້ນໆ ຈາກ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຜູ້​ດຳ​ເນີນ​ພິ​ທີ (ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ຄວນ​ຄວບ​ຄຸມ​ຖ້າ​ເປັນ​ໄປ​ໄດ້)

  3. ເພງ​ສວດ​ເປີດ ແລະ ການ​ອະ​ທິ​ຖານ

  4. ຂ່າວ​ສານ​ສັ້ນໆ ໜຶ່ງ ຫລື ສອງ​ຢ່າງ​ກ່ຽວ​ກັບ​ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ, ດັ່ງ​ເຊັ່ນ​ການ​ບັບ​ຕິ​ສະ​ມາ ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

  5. ເພງ​ພິ​ເສດ

  6. ການ​ບັບ​ຕິ​ສະ​ມາ

  7. ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ຄາ​ລະ​ວະ ຂະ​ນະ​ທີ່​ຜູ້​ມີ​ສ່ວນ​ໃນ​ການ​ບັບ​ຕິ​ສະ​ມາ​ກຳ​ລັງ​ປ່ຽນ​ເຄື່ອງ​ນຸ່ງ. (ເພງ​ສວດ ຫລື ເພງ​ປະ​ຖົມ​ໄວ ອາດ​ຖືກ​ຫລິ້ນ ຫລື ຮ້ອງ​ເພງ​ລະ​ຫວ່າງ​ເວ​ລາ​ນີ້. ຫລື ຜູ້​ສອນ​ສາດ​ສະ​ໜາ​ສາ​ມາດ​ສະ​ເໜີ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ສັ້ນໆ.)

  8. ສະ​ແດງ​ປະ​ຈັກ​ພະ​ຍານ​ໂດຍ​ສະ​ມາ​ຊິກ​ໃໝ່, ຖ້າ​ປາດ​ຖະ​ໜາ

  9. ເພງ​ສວດ​ປິດ ແລະ ການ​ອະ​ທິ​ຖານ

  10. ດົນ​ຕີ​ຫລັງ​ພິ​ທີ

ຖ້າ​ຫາກ​ທ່ານ​ກຳ​ນົດ​ເວ​ລາ​ຈັດ​ການ​ບັບ​ຕິ​ສະ​ມາ​ໃນ​ວັນ​ອາ​ທິດ, ໃຫ້​ເລືອກ​ເວ​ລາ​ທີ່​ຂັດ​ກັບ​ການ​ປະ​ຊຸມ​ໃນ​ວັນ​ອາ​ທິດ​ຕາມ​ປົກ​ກະ​ຕິ​ໃຫ້​ໜ້ອຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້.

ຮູບ​ພາບ
ການ​ຢືນ​ຢັນ

ການ​ຢືນ​ຢັນ

ບຸກ​ຄົນ​ຮັບ​ພິ​ທີ​ການ​ຂອງ​ການ​ຢືນ​ຢັນ​ຫລັງ​ຈາກ​ລາວ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:41). ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ຖືກ​ພິ​ຈາ​ລະ​ນາ​ວ່າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຫລັງ​ຈາກ​ພິ​ທີ​ການ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ສຳ​ເລັດ​ເສັດ​ສິ້ນ ແລະ ຖືກ​ບັນ​ທຶກ​ໄວ້​ຢ່າງ​ຖືກ​ຕ້ອງ.

ການ​ຢືນ​ຢັນ​ແມ່ນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະ​ທິ​ການ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນບໍ່​ດຳ​ເນີນ​ການ​ສຳ​ພາດ​ແຍກ​ຕ່າງ​ຫາກ​ສຳ​ລັບ​ການ​ຢືນ​ຢັນ.

ເຮັດ​ວຽກ​ງານ​ຢ່າງ​ໃກ້​ຊິດ​ກັບ​ອະ​ທິ​ການ ແລະ ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ (ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ​ຖືກ​ເອີ້ນ) ເພື່ອ​ໃຫ້​ແນ່​ໃຈ​ວ່າ ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ໄດ້​ຮັບ​ການ​ຢືນ​ຢັນ. ການ​ຢືນ​ຢັນ​ຄວນ​ເກີດ​ຂຶ້ນ​ທັນ​ທີ​ຢ່າງ​ສົມ​ເຫດ​ສົມ​ຜົນ​ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ, ຈະ​ດີ​ທີ່​ສຸດ​ແມ່ນ​ວັນ​ອາ​ທິດ​ຖັດ​ໄປ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ອະ​ທິ​ການ​ສາ​ມາດ​ອະ​ນຸ​ຍາດ​ໃຫ້​ມີ​ການ​ຢືນ​ຢັນ​ຢູ່​ທີ່​ພິ​ທີ​ບັບ​ຕິ​ສະ​ມາ​ເປັນ​ຂໍ້​ຍົກ​ເວັ້ນ (ເບິ່ງ ຄູ່​ມື​ທົ່ວ​ໄປ, 18.8).

ຕາມ​ປົກ​ກະ​ຕິ​ແລ້ວ ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຖືກ​ຢືນ​ຢັນ​ຢູ່​ທີ່​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ໃນ​ຫວອດ​ທີ່​ເຂົາ​ເຈົ້າ​ອາ​ໄສ​ຢູ່. ຕາມ​ປົກ​ກະ​ຕິ​ແລ້ວ ອະ​ທິ​ການ​ຈະ​ເຊື້ອ​ເຊີນ​ແອວ​ເດີ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຮັບ​ໃຊ້​ໃນ​ຫວອດ ມາ​ຮ່ວມ​ໃນ​ການ​ຢືນ​ຢັນ. ຖ້າ​ຫາກ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ​ປະ​ຕິ​ບັດ​ການ​ຢືນ​ຢັນ, ລາວ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ປະ​ທານ​ເຜີຍ​ແຜ່​ຂອງ​ລາວ​ນຳ​ອີກ (ເບິ່ງ ຄູ່​ມື​ທົ່ວ​ໄປ, 18.8.1). ຢ່າງ​ໜ້ອຍ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ເຂົ້າ​ຮ່ວມ​ນຳ.

ສຳ​ເລັດ​ການ​ປະ​ກອບ​ຟອມ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ

ມັນ​ສຳ​ຄັນ​ທີ່​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຖືກ​ສ້າງ​ຂຶ້ນ​ຢ່າງ​ທັນ​ທີ ຫລັງ​ຈາກ​ບຸກ​ຄົນ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ກ່ຽວ​ກັບ​ບັນ​ທຶກ​ເຊັ່ນ​ນັ້ນ​ໃນ​ວັນ​ເວ​ລາ​ຂອງ​ເພິ່ນ, ໂມ​ໂຣ​ໄນ​ໄດ້​ຂຽນ​ວ່າ ສະ​ມາ​ຊິກ​ໃໝ່ “ຈຶ່ງ​ໄດ້​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ; ແລະ ຊື່​ຂອງ​ເຂົາ​ຖືກ​ຮັບ​ໄວ້, ເພື່ອ​ເຂົາ​ຈະ​ໄດ້​ຖືກ​ຈົດ​ຈຳ ແລະ ບຳ​ລຸງ​ລ້ຽງ​ດ້ວຍ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ, ເພື່ອ​ຮັກ​ສາ​ເຂົາ​ຢູ່​ໃນ​ທາງ​ທີ່​ຖືກ​ຕ້ອງ” (ໂມ​ໂຣ​ໄນ 6:4).

ຂະ​ນະ​ທີ່​ທ່ານ​ສິດ​ສອນ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ກຳ​ລັງ​ກຽມ​ຮັບ​ບັບ​ຕິ​ສະ​ມາ, ໃຫ້​ເລີ່ມ​ຕົ້ນ​ປະ​ກອບ​ຟອມ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ ໃນ​ແອັບ Preach My Gospel. ອະ​ທິ​ບາຍ​ວ່າ ຟອມ​ນີ້​ຈະ​ຖືກ​ໃຊ້​ເພື່ອ​ສ້າງ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ. ບັນ​ທຶກ​ນີ້​ຈະ​ບັນ​ຈຸ​ຂໍ້​ມູນ​ສຳ​ຄັນ​ກ່ຽວ​ກັບ​ພິ​ທີ​ການ​ທີ່​ບຸກ​ຄົນ​ໄດ້​ຮັບ. ເມື່ອ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຍ້າຍ​ບ່ອນ​ຢູ່, ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ສົ່ງ​ຕໍ່​ໄປ​ໃຫ້​ຫວອດ​ໃໝ່​ຂອງ​ເຂົາ​ເຈົ້າ ເພື່ອ​ວ່າ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ ແລະ ສະ​ມາ​ຊິກ​ຈະ​ສາ​ມາດ​ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ.

ທັນ​ທີ​ທີ່​ສະ​ມາ​ຊິກ​ໃໝ່​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ໃຫ້​ອັບ​ເດດ​ຟອມ​ດ້ວຍ​ຂໍ້​ມູນ​ກ່ຽວ​ກັບ​ແຕ່​ລະ​ພິ​ທີ​ການ, ລວມ​ທັງ​ຜູ້​ປະ​ຕິ​ບັດ​ພິ​ທີ​ການ. ເມື່ອ​ທ່ານ​ປະ​ກອບ​ຟອມ​ແລ້ວ, ໃຫ້​ບັນ​ທຶກ​ຂໍ້​ມູນ​ໄວ້​ໃນ​ແອັບ Preach My Gospel ແລະ ສົ່ງ​ມັນ​ໄປ​ໃຫ້​ສະ​ໝຽນ​ຫວອດ​ທາງ​ອີ​ເລັກ​ໂທຣ​ນິກ. ທັນ​ທີ​ທີ່​ສະ​ໝຽນ​ໄດ້​ຮັບ​ຟອມ, ລາວ​ຈະ​ກວດ​ເບິ່ງ ແລະ ສ້າງ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ.

ຫລັງ​ຈາກ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ໄດ້​ຖືກ​ສ້າງ, ສະ​ໝຽນ​ຈະ​ກຽມ​ໃບ​ຢັ້ງ​ຢືນ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ໃບ​ຢັ້ງ​ຢືນ​ນີ້​ຈະ​ຖືກ​ເຊັນ​ໂດຍ​ອະ​ທິ​ການ ແລະ ມອບ​ມັນ​ໃຫ້​ບຸກ​ຄົນ.

ຊື່ ແລະ ເພດ ຢູ່​ໃນ​ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຄວນ​ກົງ​ກັບ​ຢູ່​ໃນ​ໃບ​ຢັ້ງ​ຢືນ​ການ​ເກີດ​ຂອງ​ບຸກ​ຄົນ, ທະ​ບຽນ​ການ​ເກີດ​ຂອງ​ພົນ​ລະ​ເມືອງ, ຫລື ຊື່​ຕາມ​ກົດ​ໝາຍ​ໃນ​ປະ​ຈຸ​ບັນ.

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ສຶກ​ສາ ໂມ​ໄຊ​ຢາ 6:1–3 ແລະ ໂມ​ໂຣ​ໄນ 6:1–4. ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ການ​ຮັກ​ສາ​ບັນ​ທຶກ​ຂອງ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ໃຫ້​ຖືກ​ຕ້ອງ​ແນວ​ໃດ?

ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ

ສືບ​ຕໍ່​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ສືບ​ຕໍ່​ຜູກ​ມິດ ແລະ ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃໝ່ ຫລັງ​ຈາກ​ເຂົາ​ເຈົ້າ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ຊ່ວຍ​ເຂົາ​ເຈົ້າ​ໃຫ້​ໄປ​ໂບດ ແລະ ສ້າງ​ຄວາມ​ສຳ​ພັນ​ກັບ​ສະ​ມາ​ຊິກ. ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ກັບ​ເຂົາ​ເຈົ້າ, ແລະ ຊ່ວຍ​ເຂົາ​ເຈົ້າ​ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ໝູ່​ເພື່ອນ. ແນະ​ນຳ​ເຂົາ​ເຈົ້າ​ຕໍ່​ປຶ້ມ​ນ້ອຍ My Covenant Path. ສືບ​ຕໍ່​ການ​ໃຊ້​ແອັບ Preach My Gospel ເພື່ອ​ບັນ​ທຶກ​ຄວາມ​ກ້າວ​ໜ້າ​ຂອງ​ເຂົາ​ເຈົ້າ, ດັ່ງ​ເຊັ່ນ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ບົດ​ຮຽນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ.

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ໂອບ​ກອດ​ກັນ

ຫລັງ​ຈາກ​ການ​ຢືນ​ຢັນ, ໃຫ້​ສິດ​ສອນ​ບົດ​ຮຽນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ຄືນ​ອີກ. ທ່ານ​ນຳ​ພາ​ການ​ສິດ​ສອນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃຫ້​ປະ​ສານ​ງານ​ກັບ​ຜູ້​ນຳ​ໃນ​ຫວອດ ເພື່ອ​ວ່າ​ຜູ້​ສອນ​ສາດ​ສະ​ໜາ​ປະ​ຈຳ​ຫວອດ ຫລື ​ສະ​ມາ​ຊິກ​ຄົນ​ອື່ນໆ​ຈະ​ສາ​ມາດ​ເຂົ້າ​ຮ່ວມ. ຂະ​ນະ​ທີ່​ທ່ານ​ສິດ​ສອນ, ຊຸກ​ຍູ້​ສະ​ມາ​ຊິກ​ໃໝ່​ໃຫ້​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ທັງ​ໝົດ​ຢູ່​ໃນ​ບົດ​ຮຽນ.

ໃນ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ, ໃຫ້​ປຶກ​ສາ​ກ່ຽວ​ກັບ​ວ່າ ສະ​ມາ​ຊິກ​ຈະ​ສາ​ມາດ​ສະ​ໜັບ​ສະ​ໜູນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່ ແລະ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂັ້ມ​ແຂງ​ໃນ​ສາດ​ສະ​ໜາ​ຈັກ​ຕໍ່​ໄປ​ໄດ້​ແນວ​ໃດ. ວາງ​ແຜນ​ວ່າ​ໃຜ​ຈະ​ແນະ​ນຳ​ເຂົາ​ເຈົ້າ​ໃຫ້​ຮູ້​ຈັກ​ຜູ້​ນຳ​ກຸ່ມ ຫລື ຜູ້​ນຳ​ອົງ​ການ. ປະ​ສານ​ງານ​ການ​ມີ​ສ່ວນ​ຮ່ວມ​ຂອງ​ສະ​ມາ​ຊິກ​ຄົນ​ອື່ນໆ ຂະ​ນະ​ທີ່​ທ່ານ​ສິດ​ສອນ​ບົດ​ຮຽນ​ຄືນ​ອີກ. ຂໍ​ໃຫ້​ມອບ​ໝາຍ​ບາງ​ຄົນ​ເປັນ​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ (ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສຳ​ລັບ​ຜູ້​ຍິງ).

ຫລັງ​ຈາກ​ຜູ້​ຊາຍ​ໄດ້​ຮັບ​ການ​ຢືນ​ຢັນ​ແລ້ວ, ລາວ​ກໍ​ເໝາະ​ສົມ​ທີ່​ຈະ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຖ້າ​ຫາກ​ເຂົາ​ເຈົ້າ​ຈະ​ມີ​ອາ​ຍຸ​ຢ່າງ​ໜ້ອຍ 12 ປີ ໃນ​ທ້າຍ​ປີ. ພິ​ທີ​ການ​ແຕ່ງ​ຕັ້ງ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ແມ່ນ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະ​ທິ​ການ (ເບິ່ງ ຄູ່​ມື​ທົ່ວ​ໄປ, 38.2.9.1).

ຕາມ​ຄວາມ​ເໝາະ​ສົມ, ໃຫ້​ຕິດ​ຕໍ່​ຫາ​ຜູ້​ທີ່​ທ່ານ​ໄດ້​ສິດ​ສອນ​ຕະ​ຫລອດ​ຊີ​ວິດ​ຂອງ​ທ່ານ. ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ​ໃນ​ການ​ຮັບ​ພອນ​ທັງ​ໝົດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ແອວ​ເດີ ແກ​ຣິດ ດັບ​ເບິນ​ຢູ ກອງ

“ເມື່ອ​ເຮົາ​ມາ​ພ້ອມ​ດ້ວຍ​ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ, ເຮົາ​ສາ​ມາດ​ພົບ​ເຫັນ​ສຸ​ລະ​ສຽງ​ໃນ​ພຣະ​ເຢ​ຊູ​ຄຣິດ, ແລະ ຖືກ​ໂອບ​ກອດ​ໄວ້​ໃນ​ອ້ອມ​ແຂນ​ທີ່​ປອດ​ໄພ​ຂອງ​ພຣະ​ອົງ. ພິ​ທີ​ການ​ສັກ​ສິດ​ສະ​ເໜີ​ມອບ​ພັນ​ທະ​ສັນ​ຍາ​ຂອງ​ການ​ໄດ້​ເປັນ​ພາກ​ສ່ວນ ແລະ ‘ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:20]. ດ້ວຍ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ທີ່​ຊົງ​ຮັກ ແລະ ການ​ອົດ​ກັ້ນ​ຂອງ​ພຣະ​ອົງ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ກາຍ​ເປັນ​ໂຮງ​ແຮມ​ຂອງ​ພຣະ​ອົງ” (Gerrit W. Gong, “Room in the Inn,” Liahona, May 2021, 27).

ຊ່ວຍ​ໃຫ້​ສະ​ມາ​ຊິກ​ໃໝ່​ມີ​ສ່ວນ​ຮ່ວມ​ໃນ​ພອນ​ຂອງ​ພຣະ​ວິ​ຫານ

ສະ​ມາ​ຊິກ​ໃໝ່​ຕາມ​ອາ​ຍຸ​ທີ່​ເໝາະ​ສົມ​ອາດ​ໄດ້​ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ເພື່ອ​ຮັບ​ບັບ​ຕິ​ສະ​ມາ​ແທນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຂົາ​ເຈົ້າ (ເບິ່ງ ຄູ່​ມື​ທົ່ວ​ໄປ, 26.4.2). ເຂົາ​ເຈົ້າ​ໄດ້​ຮັບ​ໃບ​ຮັບ​ຮອງ​ນີ້​ຈາກ​ອະ​ທິ​ການ. ຊຸກ​ຍູ້ ແລະ ຊ່ວຍ​ໃຫ້​ສະ​ມາ​ຊິກ​ໃໝ່​ໄດ້​ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ທັນ​ທີ​ທີ່​ສົມ​ເຫດ​ສົມ​ຜົນ. ຖ້າ​ຫາກ​ມີ​ພຣະ​ວິ​ຫານ​ຢູ່​ໃກ້, ໃຫ້​ພິ​ຈາ​ລະ​ນາ​ສະ​ເໜີ​ຄຳ​ເຊື້ອ​ເຊີນ​ສຳ​ລັບ​ເວ​ລາ​ໃດ​ໜຶ່ງ​ສະ​ເພາະ ເພື່ອ​ໃຫ້​ສະ​ມາ​ຊິກ​ໃໝ່​ປະ​ຕິ​ບັດ​ການ​ບັບ​ຕິ​ສະ​ມາ​ແທນ​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ.

ໃນ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ, ໃຫ້​ວາງ​ແຜນ​ວ່າ​ໃຜ​ຈະ​ແນະ​ນຳ​ສະ​ມາ​ຊິກ​ໃຫ້​ຮູ້​ຈັກ​ກັບ​ຜູ້​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຂອງ​ຫວອດ. ຜູ້​ນຳ​ຄົນ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ກຽມ​ພ້ອມ​ທີ່​ຈະ​ຮັບ​ພອນ​ຂອງ​ພຣະ​ວິ​ຫານ ໂດຍ​ການ​ເຮັດ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ສຳ​ລັບ​ຕົນ​ເອງ.


ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ ແລະ ການ​ນຳ​ໃຊ້

ການ​ສຶກ​ສາ​ສ່ວນ​ຕົວ

  • ຂຽນ​ລາຍ​ການ ການ​ທ້າ​ທາຍ​ທີ່​ຜູ້​ສະ​ໝັກ​ຮັບ​ບັບ​ຕິ​ສະ​ມາ​ອາດ​ປະ​ເຊີນ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ບຸກ​ຄົນ​ຮູ້​ສຶກ​ເຖິງ​ຄວາມ​ຮັກ ແລະ ມິດ​ຕະ​ພາບ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ?

  • ສຶກ​ສາ ໂມ​ໂຣ​ໄນ 6 ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:68–69. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ກ່ຽວ​ກັບ​ການ​ຊ່ວຍ​ກະ​ກຽມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ? ຂຽນ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້. ແບ່ງ​ປັນ​ຄວາມ​ຄິດ​ຂອງ​ທ່ານ​ກັບ​ຄູ່​ສອນ​ຂອງ​ທ່ານ​ລະ​ຫວ່າງ​ການ​ສຶກ​ສາ​ກັບ​ຄູ່​ສອນ.

ການ​ສຶກ​ສາ​ກັບ​ຄູ່​ສອນ ແລະ ການ​ສັບ​ປ່ຽນ​ຄູ່​ສອນ

  • ປະ​ທານ​ເຮັນ​ຣີ ບີ ຮິງ​ລີ ໄດ້​ອະ​ທິ​ບາຍ​ວ່າ ເປັນ​ຫຍັງ​ມາດ​ຕະ​ຖານ​ພຣະ​ກິດ​ຕິ​ຄຸນ​ຈຶ່ງ​ສຳ​ຄັນ. ສົນ​ທະ​ນາ​ຄຳ​ແນະ​ນຳ​ດັ່ງ​ຕໍ່​ໄປ​ນີ້. ທ່ານ​ຈະ​ສາ​ມາດ​ຊຸກ​ຍູ້​ຜູ້​ຄົນ​ໃຫ້​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ​ເຫລົ່າ​ນີ້​ໄດ້​ແນວ​ໃດ?

    “ພຣະ​ຜູ້​ເປັນ​ເຈົ້າ​ຕັ້ງ​ມາດ​ຕະ​ຖານ​ຂອງ​ພຣະ​ອົງ​ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ​ອວຍ​ພອນ​ເຮົາ. ຄິດ​ກ່ຽວ​ກັບ​ພອນ​ເຫລົ່າ​ນັ້ນ: ພຣະ​ອົງ​ສັນ​ຍາ​ຜູ້​ທີ່​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ ວ່າ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພຣະ​ອົງ​ສັນ​ຍາ​ຄວາມ​ສະ​ຫງົບ​ສຸກ​ສ່ວນ​ຕົວ. ພຣະ​ອົງ​ສັນ​ຍາ​ໂອ​ກາດ​ທີ່​ຈະ​ໄດ້​ຮັບ​ພິ​ທີ​ການ​ສັກ​ສິດ​ໃນ​ບ້ານ​ຂອງ​ພຣະ​ອົງ. ແລະ ພຣະ​ອົງ​ສັນ​ຍາ​ຜູ້​ທີ່​ອົດ​ທົນ​ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ຂອງ​ພຣະ​ອົງ ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ. …

    “ຍ້ອນ​ເຮົາ​ຮັກ​ຜູ້​ຄົນ​ທີ່​ເຮົາ​ຮັບ​ໃຊ້, ເຮົາ​ທຸກ​ຄົນ​ຈຶ່ງ​ຕ້ອງ​ການ​ທີ່​ຈະ​ເຮັດ​ໃຫ້​ດີ​ຂຶ້ນ​ໃນ​ການ​ຍົກ​ລະ​ດັບ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເຖິງ​ຄວາມ​ຊື່​ສັດ ແລະ ຄວາມ​ບໍ​ລິ​ສຸດ ທີ່​ເຂົາ​ເຈົ້າ​ຕ້ອງ​ການ ເພື່ອ​ຈະ​ໄດ້​ຮັບ​ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. …

    “… ທ່ານ​ເລີ່ມ​ຕົ້ນ​ໂດຍ​ການ​ຍຶດ​ຖື​ໃນ​ມາດ​ຕະ​ຖານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ແຈ້ງ​ຊັດ ແລະ ປາດ​ສະ​ຈາກ​ການ​ຂໍ​ອະ​ໄພ. ແລະ ຍິ່ງ​ໂລກ​ເຫີນ​ຫ່າງ​ຈາກ​ມາດ​ຕະ​ຖານ​ນັ້ນ ແລະ ເຍາະ​ເຍີ້ຍ​ມັນ​ຫລາຍ​ຂຶ້ນ​ເທົ່າ​ໃດ, ເຮົາ​ຍິ່ງ​ຕ້ອງ​ກ້າ​ຫານ​ໃນ​ການ​ເຮັດ​ສິ່ງ​ນັ້ນ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ” (“Standards of Worthiness,” First Worldwide Leadership Training Meeting, Jan. 2003, 10–11).

  • ທົບ​ທວນ​ຄຳ​ຖາມ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ. ພິ​ຈາ​ລະ​ນາ​ວ່າ​ທ່ານ​ຈະ​ຈັດ​ການ​ກັບ​ສະ​ຖາ​ນະ​ການ​ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້​ແນວ​ໃດ:

    • ບຸກ​ຄົນ​ນັ້ນ​ບໍ່​ໄດ້​ບອກ​ທ່ານ​ວ່າ​ລາວ​ຖືກ​ອະ​ນຸ​ໂລມ​ສຳ​ລັບ​ການ​ອາ​ຊະ​ຍາ​ກຳ.

    • ບຸກ​ຄົນ​ນັ້ນ​ຍັງ​ບໍ່​ໄດ້​ຮັບ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ວ່າ ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ.

    • ບຸກ​ຄົນ​ນັ້ນ​ໄດ້​ສູບ​ຢາ​ໃນ​ສອງ​ມື້​ກ່ອນ.

    • ບຸກ​ຄົນ​ນັ້ນ​ບໍ່​ແນ່​ໃຈ​ວ່າ ລາວ​ໄດ້​ຮັບ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ລາວ.

    • ຄອບ​ຄົວ​ນັ້ນ​ໄດ້​ຮັບ​ການ​ກົດ​ດັນ​ຈາກ​ໝູ່​ເພື່ອນ ແລະ ບໍ່​ແນ່​ໃຈ​ວ່າ​ເຂົາ​ເຈົ້າ​ພ້ອມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ​ຫລື​ບໍ່.

  • ທົບ​ທວນ​ຟອມ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ເປັນ​ຫຍັງ​ຂໍ້​ມູນ​ທີ່​ທ່ານ​ໃຫ້​ໄວ້​ຈຶ່ງ​ຄວນ​ຖືກ​ຕ້ອງ ແລະ ຄົບ​ຖ້ວນ?

ສະ​ພາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ອະ​ນາ​ເຂດ, ແລະ ສະ​ພາ​ຜູ້​ນຳ​ເຂດ​ເຜີຍ​ແຜ່

  • ທົບ​ທວນ​ຄວາມ​ສຳ​ຄັນ​ຂອງ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ. ສົນ​ທະ​ນາ​ວິ​ທີ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ສາ​ມາດ​ຊ່ວຍ​ຜູ້​ຄົນ​ກຽມ​ພ້ອມ​ສຳ​ລັບ​ການ​ສຳ​ພາດ.

  • ສົນ​ທະ​ນາ​ວິ​ທີ​ທີ່​ຈະ​ໃຊ້​ພິ​ທີ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ໃຫ້​ເປັນ​ໂອ​ກາດ​ຊອກ​ຫາ.

ຜູ້​ນຳ​ເຜີຍ​ແຜ່ ແລະ ທີ່​ປຶກ​ສາ​ເຜີຍ​ແຜ່

  • ເຮັດ​ວຽກ​ງານ​ກັບ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ ແລະ ຜູ້​ນຳ​ອົງ​ການ​ໃນ​ທ້ອງ​ຖິ່ນ ເພື່ອ​ໃຫ້​ແນ່​ໃຈ​ວ່າ ເຂົາ​ເຈົ້າ​ກຳ​ລັງ​ໃຊ້ Covenant Path Progress report ຢ່າງ​ມີ​ປະ​ສິດ​ທິ​ພາບ.

  • ສິດ​ສອນ​ຜູ້​ນຳ​ທ້ອງ​ຖິ່ນ, ຜູ້​ນຳ​ອະ​ນາ​ເຂດ, ແລະ ຊິດ​ສະ​ເຕີ​ຜູ້​ນຳ​ການ​ຝຶກ​ອົບ​ຮົມ ກ່ຽວ​ກັບ​ວິ​ທີ​ກຽມ​ຜູ້​ຄົນ​ສຳ​ລັບ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ. ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຝຶກ​ອົບ​ຮົມ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນໆ ເພື່ອ​ກຽມ​ຜູ້​ຄົນ​ສຳ​ລັບ​ການ​ສຳ​ພາດ.

  • ສິດ​ສອນ​ຜູ້​​ນຳ​ທ້ອງ​ຖິ່ນ ແລະ ຜູ້​ນຳ​ອະ​ນາ​ເຂດ​ວິ​ທີ​ດຳ​ເນີນ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ.

  • ສິດ​ສອນ​ວິ​ທີ​ຕອບ​ຮັບ​ໃນ​ການ​ສຳ​ພາດ​ບັບ​ຕິ​ສະ​ມາ ເມື່ອ​ຄົນ​ໃດ​ຄົນ​ໜຶ່ງ​ເປີດ​ເຜີຍ​ວ່າ ເຂົາ​ໄດ້​ເຮັດ​ບາບ​ອັນ​ຮ້າຍ​ແຮງ.

  • ເມື່ອ​ເປັນ​ໄປ​ໄດ້, ໃຫ້​ໄປ​ຮ່ວມ​ພິ​ທີ​ບັບ​ຕິ​ສະ​ມາ​ສຳ​ລັບ​ສະ​ມາ​ຊິກ​ໃໝ່. ເວົ້າ​ລົມ​ກັບ​ສະ​ມາ​ຊິກ​ໃໝ່ ແລະ ຮຽນ​ຮູ້​ກ່ຽວ​ກັບ​ປະ​ສົບ​ການ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຂົາ​ເຈົ້າ. ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ກັບ​ຄູ່​ສອນ​ຂອງ​ທ່ານ ແລະ ກັບ​ຜູ້​ສອນ​ສາດ​ສະ​ໜາ.

ພິມ