ຄຳສັ່ງຂອງແອວມາໃຫ້ແກ່ໂຄຣິອານທັນລູກຊາຍຂອງເພິ່ນ.
ມີຢູ່ໃນບົດທີ 39 ຈົນເຖິງບົດທີ 42.
ບົດທີ 39
ບາບທາງການຮ່ວມເພດເປັນສິ່ງທີ່ໜ້າກຽດຊັງ—ບາບຂອງໂຄຣິອານທັນໄດ້ກີດກັນຊາວໂຊຣຳຈາກການໄດ້ຮັບພຣະຄຳ—ການໄຖ່ຂອງພຣະຄຣິດມີຜົນສະທ້ອນຄືນຫລັງເພື່ອໄຖ່ຜູ້ຄົນທີ່ຊອບທຳຜູ້ໄດ້ເສຍຊີວິດໄປກ່ອນ. ປະມານ 74 ປີ ກ່ອນ ຄ.ສ.
1 ແລະ ບັດນີ້, ລູກຂອງພໍ່, ພໍ່ມີບາງສິ່ງທີ່ຈະເວົ້າກັບລູກຫລາຍກວ່າທີ່ພໍ່ໄດ້ເວົ້າໄປແລ້ວກັບອ້າຍຂອງລູກ; ເພາະຈົ່ງເບິ່ງ, ລູກບໍ່ໄດ້ສັງເກດຄວາມແນ່ນອນຂອງອ້າຍຂອງລູກບໍ, ຄວາມຊື່ສັດຂອງລາວ, ແລະ ຄວາມພາກພຽນຂອງລາວໃນການຮັກສາພຣະບັນຍັດຂອງພຣະເຈົ້າ? ຈົ່ງເບິ່ງ, ລາວບໍ່ໄດ້ເປັນຕົວຢ່າງທີ່ດີໃຫ້ແກ່ລູກບໍ?
2 ເພາະວ່າລູກບໍ່ໄດ້ເອົາໃຈໃສ່ຕໍ່ຄຳເວົ້າຂອງພໍ່ຫລາຍຄືກັນກັບອ້າຍຂອງລູກຢູ່ໃນບັນດາ ຊາວໂຊຣຳ. ບັດນີ້, ນີ້ຄືເລື່ອງທີ່ພໍ່ບໍ່ພໍໃຈກັບລູກ; ລູກໄດ້ອວດອ້າງກຳລັງ ແລະ ປັນຍາຂອງລູກເອງ.
3 ແລະ ນີ້ຍັງບໍ່ໝົດ, ລູກຂອງພໍ່. ລູກໄດ້ເຮັດສິ່ງຊຶ່ງເປັນການໂສກເສົ້າແກ່ພໍ່ຫລາຍ; ເພາະລູກໄດ້ປະຖິ້ມການປະຕິບັດສາດສະໜາກິດ, ແລະ ໄດ້ໄປຫາແຜ່ນດິນໄຊຣັນ ຊຶ່ງຢູ່ລະຫວ່າງຊາຍແດນຂອງຊາວເລມັນ ເພື່ອຕິດຕາມອິດສະເບນ ຍິງໂສເພນີຄົນນັ້ນ.
4 ແທ້ຈິງແລ້ວ, ນາງໄດ້ ລັກເອົາໃຈຂອງຫລາຍຄົນໄປ; ແຕ່ນີ້ບໍ່ແມ່ນຂໍ້ແກ້ຕົວສຳລັບລູກ, ລູກຂອງພໍ່. ລູກຄວນເອົາໃຈໃສ່ໃນການປະຕິບັດສາດສະໜາກິດ ຊຶ່ງເປັນສິ່ງທີ່ລູກໄດ້ຮັບມອບໝາຍ.
5 ລູກບໍ່ຮູ້ບໍ, ລູກຂອງພໍ່, ວ່າ ສິ່ງເຫລົ່ານີ້ເປັນໜ້າກຽດຊັງໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ໜ້າກຽດຊັງທີ່ສຸດເໜືອກວ່າບາບທັງປວງນອກຈາກການເຮັດໃຫ້ຜູ້ບໍລິສຸດຕ້ອງເສຍຊີວິດ ຫລື ການປະຕິເສດພຣະວິນຍານບໍລິສຸດ?
6 ເພາະຈົ່ງເບິ່ງ, ຖ້າຫາກລູກ ປະຕິເສດພຣະວິນຍານບໍລິສຸດ, ຊຶ່ງຄັ້ງໜຶ່ງສະຖິດຢູ່ໃນລູກ, ແລະ ລູກຮູ້ວ່າຕົນປະຕິເສດ, ຈົ່ງເບິ່ງ, ນີ້ເປັນບາບ ທີ່ອະໄພໃຫ້ບໍ່ໄດ້ເລີຍ; ແທ້ຈິງແລ້ວ, ແລະ ຜູ້ໃດກໍຕາມທີ່ເປັນຄາດຕະກອນຕໍ່ຄວາມສະຫວ່າງ ແລະ ຮູ້ເລື່ອງພຣະເຈົ້າ, ມັນບໍ່ແມ່ນຂອງງ່າຍສຳລັບພວກເຂົາທີ່ຈະໄດ້ຮັບ ການໃຫ້ອະໄພ; ແທ້ຈິງແລ້ວ, ພໍ່ເວົ້າກັບລູກ, ລູກຂອງພໍ່, ວ່າມັນບໍ່ງ່າຍສຳລັບພວກເຂົາທີ່ຈະໄດ້ຮັບການໃຫ້ອະໄພ.
7 ແລະ ບັດນີ້, ລູກຂອງພໍ່, ພໍ່ປາດຖະໜາຕໍ່ພຣະເຈົ້າວ່າ ລູກຈະບໍ່ມີ ຄວາມຜິດອັນໃຫຍ່ຫລວງເຊັ່ນນັ້ນ. ພໍ່ບໍ່ຢາກເວົ້າເຖິງຄວາມຜິດຂອງລູກ, ອັນຈະທໍລະມານຈິດວິນຍານຂອງລູກ, ຖ້າຫາກບໍ່ແມ່ນເພື່ອຄວາມດີຂອງລູກ.
8 ແຕ່ຈົ່ງເບິ່ງ, ລູກເຊື່ອງຄວາມຜິດຂອງລູກໃຫ້ພົ້ນຈາກພຣະເຈົ້າບໍ່ໄດ້; ແລະ ຖ້າຫາກລູກບໍ່ກັບໃຈ ມັນຈະຢືນເປັນປະຈັກພະຍານກ່າວໂທດລູກໃນວັນສຸດທ້າຍ.
9 ບັດນີ້ລູກຂອງພໍ່, ພໍ່ຢາກໃຫ້ລູກກັບໃຈ ແລະ ປະຖິ້ມບາບຂອງລູກ, ແລະ ບໍ່ຫລົງໄຫລ ແລະ ໄຝ່ຝັນຢູ່ກັບສິ່ງທີ່ເຫັນໄດ້, ແຕ່ຈົ່ງ ຫ້າມຕົນເອງຈາກສິ່ງທັງໝົດນີ້; ເພາະຖ້າຫາກລູກບໍ່ເຮັດດັ່ງນີ້ ລູກກໍບໍ່ມີທາງທີ່ຈະໄດ້ຮັບອານາຈັກຂອງພຣະເຈົ້າເປັນມູນມໍລະດົກໄດ້ເລີຍ. ໂອ້, ຈົ່ງຈຳໄວ້, ແລະ ຈົ່ງຖືເປັນໜ້າທີ່, ແລະ ຫ້າມຕົນເອງຈາກສິ່ງເຫລົ່ານີ້.
10 ແລະ ພໍ່ສັ່ງລູກໃຫ້ຖືເປັນໜ້າທີ່ ທີ່ຈະປຶກສາກັບພວກອ້າຍໃນການປະຕິບັດຂອງລູກ; ເພາະຈົ່ງເບິ່ງ, ລູກຍັງໜຸ່ມຢູ່, ແລະ ລູກຍັງຕ້ອງໃຫ້ພວກອ້າຍບຳລຸງລ້ຽງ, ແລະ ຈົ່ງເອົາໃຈໃສ່ຕໍ່ຄຳແນະນຳຂອງພວກເຂົາ.
11 ຢ່າຍອມໃຫ້ຕົນເອງຖືກຊັກນຳໄປໂດຍສິ່ງທີ່ບໍ່ມີປະໂຫຍດ ຫລື ໂງ່ຈ້າເລີຍ; ຢ່າຍອມໃຫ້ມານຊັກນຳໃຈຂອງລູກໃຫ້ຕິດຕາມພວກຍິງໂສເພນີທີ່ຊົ່ວຮ້າຍເຫລົ່ານັ້ນອີກ. ຈົ່ງເບິ່ງ, ໂອ້ ລູກຂອງພໍ່, ລູກໄດ້ນຳເອົາຄວາມຊົ່ວຮ້າຍອັນໃຫຍ່ຫລວງພຽງໃດມາໃຫ້ ຊາວໂຊຣຳ; ເພາະວ່າເມື່ອພວກເຂົາເຫັນ ການປະພຶດຂອງລູກ ພວກເຂົາບໍ່ຍອມເຊື່ອໃນຄຳເວົ້າຂອງພໍ່ເລີຍ.
12 ແລະ ບັດນີ້ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ກ່າວກັບພໍ່ວ່າ: ຈົ່ງ ສິດສອນ ພວກລູກຂອງເຈົ້າໃຫ້ສ້າງຄວາມດີ, ເພື່ອບໍ່ໃຫ້ພວກເຂົາຊັກນຳໃຈຂອງຫລາຍຄົນໄປສູ່ຄວາມພິນາດ; ສະນັ້ນພໍ່ສັ່ງລູກ, ລູກຂອງພໍ່, ດ້ວຍຄວາມເກງກົວພຣະເຈົ້າ, ໃຫ້ລູກລະເວັ້ນຈາກຄວາມຊົ່ວຮ້າຍຂອງລູກ;
13 ໃຫ້ລູກຫັນໜ້າໄປຫາພຣະຜູ້ເປັນເຈົ້າດ້ວຍສຸດຄວາມນຶກຄິດ, ຄວາມສາມາດ, ແລະ ກຳລັງ; ເພື່ອບໍ່ໃຫ້ລູກຊັກນຳໃຈຂອງຜູ້ໃດໃຫ້ເຮັດຄວາມຊົ່ວ; ແຕ່ແທ້ຈິງແລ້ວຈົ່ງກັບໄປຫາພວກເຂົາ, ແລະ ຍອມຮັບຄວາມຜິດຂອງລູກ ແລະ ຄວາມຜິດນັ້ນ ຊຶ່ງລູກໄດ້ກະທຳລົງໄປ.
14 ຢ່າ ຊອກຫາຂອງມີຄ່າ ຫລື ສິ່ງທີ່ບໍ່ມີປະໂຫຍດຂອງໂລກ; ເພາະຈົ່ງເບິ່ງ, ລູກຈະເອົາມັນໄປກັບລູກບໍ່ໄດ້.
15 ແລະ ບັດນີ້, ລູກຂອງພໍ່, ພໍ່ຢາກເວົ້າສິ່ງໜຶ່ງກັບລູກກ່ຽວກັບການສະເດັດມາຂອງພຣະຄຣິດ. ຈົ່ງເບິ່ງ, ພໍ່ເວົ້າກັບລູກວ່າ, ພຣະອົງຈະສະເດັດມາຢ່າງແນ່ນອນເພື່ອເອົາບາບຂອງໂລກໄປ; ແທ້ຈິງແລ້ວ, ພຣະອົງຈະສະເດັດມາເພື່ອປະກາດຂ່າວອັນໜ້າຊື່ນຊົມແຫ່ງຄວາມລອດໃຫ້ແກ່ຜູ້ຄົນຂອງພຣະອົງ.
16 ແລະ ບັດນີ້ລູກຂອງພໍ່, ນີ້ຄືການປະຕິບັດສາດສະໜາກິດ ຊຶ່ງເອີ້ນລູກມາ, ເພື່ອປະກາດຂ່າວອັນໜ້າຊື່ນຊົມເຫລົ່ານີ້ໃຫ້ແກ່ຜູ້ຄົນພວກນີ້, ເພື່ອຕຽມຈິດໃຈຂອງເຂົາ; ຫລື ແທ້ຈິງແລ້ວ ຄວາມລອດນັ້ນຈະມາຫາພວກເຂົາ, ເພື່ອພວກເຂົາຈະໄດ້ຕຽມຈິດໃຈຂອງ ລູກຫລານຂອງພວກເຂົາໃຫ້ໄດ້ຍິນພຣະຄຳໃນເວລາຂອງການສະເດັດມາຂອງພຣະອົງ.
17 ແລະ ບັດນີ້ພໍ່ຈະເຮັດໃຫ້ຈິດໃຈຂອງລູກສະບາຍຂຶ້ນກ່ຽວກັບເລື່ອງນີ້. ຈົ່ງເບິ່ງ, ລູກແປກໃຈຢູ່ວ່າເປັນດ້ວຍເຫດໃດສິ່ງເຫລົ່ານີ້ຈຶ່ງເປັນທີ່ຮູ້ກັນມາກ່ອນເປັນເວລາດົນນານເຖິງພຽງນີ້. ຈົ່ງເບິ່ງ, ພໍ່ກ່າວກັບລູກວ່າຈິດວິນຍານໃນເວລານີ້ບໍ່ແມ່ນບໍທີ່ມີຄ່າຕໍ່ພຣະເຈົ້າດັ່ງຈິດວິນຍານໃນເວລາຂອງການສະເດັດມາຂອງພຣະອົງ?
18 ມັນຈຳເປັນບໍ່ແມ່ນບໍທີ່ແຜນແຫ່ງການໄຖ່ຈະເປັນທີ່ຮູ້ຈັກແກ່ຜູ້ຄົນພວກນີ້ເຊັ່ນດຽວກັບເປັນທີ່ຮູ້ຈັກແກ່ລູກຫລານຂອງພວກເຂົາ?
19 ມັນງ່າຍບໍ່ແມ່ນບໍທີ່ພຣະຜູ້ເປັນເຈົ້າຈະສົ່ງທູດຂອງພຣະອົງມາປະກາດຂ່າວອັນໜ້າຊື່ນຊົມເຫລົ່ານີ້ແກ່ພວກເຮົາໃນເວລານີ້ດັ່ງແກ່ລູກຫລານຂອງພວກເຮົາ, ຫລື ດັ່ງພາຍຫລັງເວລາແຫ່ງການສະເດັດມາຂອງພຣະອົງ?