ພາກທີ 22
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງແມນເຈດສະເຕີ, ລັດນິວຢອກ, ວັນທີ 16 ເດືອນເມສາ, 1830. ການເປີດເຜີຍນີ້ຖືກມອບໃຫ້ແກ່ ສາດສະໜາຈັກເນື່ອງຈາກວ່າຄົນທີ່ໄດ້ຮັບບັບຕິສະມາແລ້ວມີຄວາມປາດຖະໜາຢາກເຂົ້າຮ່ວມສາດສະໜາຈັກໂດຍບໍ່ຕ້ອງໄດ້ຮັບບັບຕິສະມາອີກ.
1, ການບັບຕິສະມາຄືພັນທະສັນຍາໃໝ່ ແລະ ເປັນນິດ; 2–4, ການບັບຕິສະມາດ້ວຍສິດອຳນາດເປັນສິ່ງຈຳເປັນ.
1 ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ພັນທະສັນຍາ ເກົ່າທັງໝົດ ເຮົາໄດ້ເຮັດໃຫ້ໝົດໄປດ້ວຍເລື່ອງນີ້; ແລະ ນີ້ຄືພັນທະສັນຍາ ໃໝ່ ແລະ ເປັນນິດ, ແມ່ນແຕ່ສິ່ງນັ້ນທີ່ເປັນມາຕັ້ງແຕ່ຕົ້ນ.
2 ດັ່ງນັ້ນ, ເຖິງແມ່ນມະນຸດໄດ້ຮັບບັບຕິສະມາແລ້ວເປັນຮ້ອຍເທື່ອ ແຕ່ມັນກໍບໍ່ມີປະໂຫຍດຫຍັງກັບເຂົາ, ເພາະພວກເຈົ້າບໍ່ສາມາດເຂົ້າໄປໃນປະຕູຄັບແຄບໄດ້ໂດຍ ກົດຂອງໂມເຊ, ຫລື ໂດຍ ວຽກງານທີ່ຕາຍແລ້ວຂອງພວກເຈົ້າ.
3 ເປັນເພາະວຽກງານທີ່ຕາຍແລ້ວຂອງພວກເຈົ້ານັ້ນ ເຮົາຈຶ່ງໄດ້ເຮັດໃຫ້ມີການສ້າງພັນທະສັນຍາສຸດທ້າຍ ແລະ ສາດສະໜາຈັກນີ້ຖືກສ້າງຂຶ້ນໃຫ້ແກ່ເຮົາ, ແມ່ນແຕ່ເຊັ່ນດຽວກັບໃນສະໄໝບູຮານ.
4 ດັ່ງນັ້ນ, ພວກເຈົ້າຈົ່ງເຂົ້າທາງ ປະຕູ, ດັ່ງທີ່ເຮົາໄດ້ບັນຊາ, ແລະ ບໍ່ ສະແຫວງຫາທີ່ຈະແນະນຳພຣະເຈົ້າຂອງພວກເຈົ້າ. ອາແມນ.