ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 26


ພາກທີ 26

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ອໍ​ລີ​ເວີ ຄາວ​ເດີ​ຣີ, ແລະ ຈອນ ວິດ​ເມີ, ທີ່​ເມືອງ​ຮາມ​ໂມ​ນີ ລັດ​ເພັນ​ໂຊ​ເວ​ເນຍ, ເດືອນ​ກໍ​ລະ​ກົດ 1830 (ເບິ່ງ ຫົວ​ຂໍ້​ຂອງ ພາກ​ທີ 24).

1, ເຂົາ​ເຈົ້າ​ໄດ້​ຮັບ​ການ​ແນະ​ນຳ​ໃຫ້​ສຶກ​ສາ​ພຣະ​ຄຳ​ພີ ແລະ ໃຫ້​ສັ່ງ​ສອນ; 2, ກົດ​ແຫ່ງ​ຄວາມ​ເຫັນ​ຊອບ​ນຳ​ກັນ​ໄດ້​ຮັບ​ອະ​ນຸ​ມັດ.

1 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ຈົ່ງ​ອຸ​ທິດ​ເວ​ລາ​ແກ່ ການ​ສຶກ​ສາ​ພຣະ​ຄຳ​ພີ, ແລະ ແກ່​ການ​ສັ່ງ​ສອນ, ແລະ ແກ່​ການ​ຢືນ​ຢັນ​ສາດ​ສະ​ໜາ​ຈັກ​ຢູ່​ເມືອງ ໂຄນ​ສະ​ວຽວ, ແລະ ແກ່​ການ​ປະ​ຕິ​ບັດ​ງານ​ຂອງ​ພວກ​ເຈົ້າ​ເທິງ​ຜືນ​ແຜ່ນ​ດິນ, ດັ່ງ​ທີ່​ຈຳ​ເປັນ, ຈົນ​ກວ່າ​ພວກ​ເຈົ້າ​ຈະ​ໄປ​ພາກ​ຕາ​ເວັນ​ຕົກ​ເພື່ອ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ເທື່ອ​ຕໍ່​ໄປ; ແລະ ຈາກ​ນັ້ນ ຈະ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຈົ້າ ວ່າ​ພວກ​ເຈົ້າ​ຈະ​ເຮັດ​ສິ່ງ​ໃດ.

2 ແລະ ທຸກ​ສິ່ງ​ຈະ​ຕ້ອງ​ເປັນ​ໄປ​ດ້ວຍ ການ​ເຫັນ​ຊອບ​ນຳ​ກັນ​ໃນ​ສາດ​ສະ​ໜາ​ຈັກ, ໂດຍ​ການ​ອະ​ທິ​ຖານ ແລະ ມີ​ສັດ​ທາ​ຢ່າງ​ຫລວງ​ຫລາຍ, ສຳ​ລັບ​ທຸກ​ສິ່ງ​ທີ່​ພວກ​ເຈົ້າ​ຈະ​ໄດ້​ຮັບ​ໂດຍ​ສັດ​ທາ. ອາ​ແມນ.

ພິມ