ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 32


ພາກທີ 32

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ພາ​ລີ ພີ ພະ​ແຣັດ ແລະ ຊີ​ບາ​ພີ​ເຕີສັນ, ໃນ​ເມືອງ​ແມນ​ເຈດ​ສະ​ເຕີ, ລັດ​ນິວ​ຢອກ, ຕົ້ນ​ເດືອນ​ຕຸ​ລາ 1830. ບັນ​ດາ​ແອວ​ເດີ​ຮູ້​ສຶກ​ມີ​ຄວາມ​ສົນ​ໃຈ ແລະ ມີ​ຄວາມ​ປາດ​ຖະ​ໜາ​ຫລາຍ​ໃນ​ເລື່ອງ​ຊາວ​ເລ​ມັນ, ຊຶ່ງ​ສາດ​ສະ​ໜາ​ຈັກ​ຫາ​ກໍ​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ເຖິງ​ພອນ​ຂອງ​ພວກ​ເຂົາ​ທີ່​ທຳ​ນາຍ​ໄວ້. ເນື່ອງ​ດ້ວຍ​ເຫດ​ນີ້, ຈຶ່ງ​ມີ​ການ​ອ້ອນ​ວອນ​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ສະ​ແດງ​ໃຫ້​ຮູ້​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ວ່າ ຄວນ​ສົ່ງ​ບັນ​ດາ​ແອວ​ເດີ​ໄປ​ຫາ​ຊາວ​ອິນ​ເດຍ​ແດງ​ຢູ່​ພາກ​ຕາ​ເວັນ​ຕົກ​ຫລື​ບໍ່​ໃນ​ເວ​ລາ​ນັ້ນ. ການ​ເປີດ​ເຜີຍ​ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ​ຕໍ່​ມາ.

1–3, ພາ​ລີ ພີ ພະ​ແຣັດ ແລະ ຊີ​ບາ ພີ​ເຕີສັນ ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ​ຊາວ​ເລ​ມັນ ແລະ ເດີນ​ທາງ​ໄປ​ກັບ​ອໍ​ລີ​ເວີ ຄາວ​ເດີ​ຣີ ແລະ ພີ​ເຕີ ວິດ​ເມີ ຜູ້​ລູກ; 4–5, ເຂົາ​ເຈົ້າ​ຕ້ອງ​ອະ​ທິ​ຖານ​ເພື່ອ​ໃຫ້​ເຂົ້າ​ໃຈ​ເລື່ອງ​ພຣະ​ຄຳ​ພີ.

1 ແລະ ບັດ​ນີ້ ກ່ຽວ​ກັບຜູ້​ຮັບ​ໃຊ້​ຂອງ​ເຮົາ ພາ​ລີ ພີ ພະ​ແຣັດ, ຈົ່ງ​ເບິ່ງ, ເຮົາກ່າວ​ກັບ​ລາວ​ວ່າ ເຮົາ​ມີ​ຊີ​ວິດ​ຢູ່​ສັນ​ໃດ ລາວ​ຈະ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ແລະ ຮຽນ​ຮູ້​ຈາກ​ເຮົາ​ສັນ​ນັ້ນ, ແລະ ຈົ່ງ​ອ່ອນ​ໂຍນ ແລະ ຕ່ຳ​ຕ້ອຍ​ໃນ​ໃຈ.

2 ແລະ ສິ່ງ​ທີ່​ເຮົາ​ໄດ້​ມອບ​ໝາຍ​ໃຫ້​ແກ່​ລາວ​ຄື ລາວ​ຈະ ໄປ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ອໍ​ລີ​ເວີ ຄາວ​ເດີ​ຣີ ແລະ ພີ​ເຕີ ວິດ​ເມີ, ຜູ້​ລູກ, ເຂົ້າ​ໄປ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ໃນ​ບັນ​ດາ ຊາວ​ເລ​ມັນ.

3 ແລະ ຊີ​ບາ ພີ​ເຕີ​ສັນ ກໍ​ຈະ​ໄປ​ນຳ​ພວກ​ເຂົາ​ຄື​ກັນ; ແລະ ເຮົາ​ເອງ​ກໍ​ຈະ​ໄປ​ນຳ​ພວກ​ເຂົາ ແລະ ຢູ່ ທ່າມ​ກາງ​ພວກ​ເຂົາ; ແລະ ເຮົາ​ເປັນ ຜູ້​ວິງ​ວອນ​ແທນ​ພວກ​ເຂົາ​ນຳ​ພຣະ​ບິ​ດາ, ແລະ ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ເອົາ​ຊະ​ນະ​ພວກ​ເຂົາ​ໄດ້.

4 ແລະ ພວກ​ເຂົາ​ຈະ ເອົາ​ໃຈ​ໃສ່​ຕໍ່​ເລື່ອງ​ທີ່​ມີ​ຂຽນ​ໄວ້, ແລະ ບໍ່​ອ້າງ​ເຖິງ ການ​ເປີດ​ເຜີຍ​ອື່ນ​ໃດ; ແລະ ພວກ​ເຂົາ​ຕ້ອງ​ອະ​ທິ​ຖານ​ສະ​ເໝີ ເພື່ອ​ວ່າ​ເຮົາ​ຈະ​ໄດ້ ເປີດ​ເຜີຍ​ເລື່ອງ​ນັ້ນ​ໃຫ້​ພວກ​ເຂົາ ເຂົ້າ​ໃຈ.

5 ແລະ ພວກ​ເຂົາ​ຈະ​ເອົາ​ໃຈ​ໃສ່​ຕໍ່​ຖ້ອຍ​ຄຳ​ເຫລົ່າ​ນັ້ນ ແລະ ບໍ່​ເຮັດ​ຫລິ້ນ, ແລະ ເຮົາ​ຈະ​ປະ​ທານ​ພອນ​ໃຫ້​ແກ່​ພວກ​ເຂົາ. ອາ​ແມນ.

ພິມ