ພາກທີ 41
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ ແກ່ສາດສະໜາຈັກ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 4 ເດືອນກຸມພາ, 1831. ການເປີດເຜີຍນີ້ ແນະນຳສາດສະດາ ແລະ ພວກແອວເດີຂອງສາດສະໜາຈັກ ໃຫ້ອະທິຖານ ເພື່ອຈະໄດ້ຮັບ “ກົດ” ຂອງພຣະເຈົ້າ (ເບິ່ງ ພາກທີ 42). ໂຈເຊັບ ສະມິດ ຫາກໍໄດ້ມາເຖິງເມືອງເຄີດແລນ ຈາກລັດນິວຢອກ, ແລະ ລີມັນ ຄອບລີ, ສະມາຊິກຄົນໜຶ່ງຂອງສາດສະໜາຈັກ ທີ່ອາໄສຢູ່ໃກ້ເມືອງທອມສັນ, ລັດໂອໄຮໂອ, “ໄດ້ຮຽກຮ້ອງໃຫ້ບຣາເດີ ໂຈເຊັບ ແລະ ຊິດນີ [ຣິກດອນ] … ອາໄສຢູ່ກັບລາວ ແລະ ລາວຈະຈັດຫາທີ່ພັກອາໄສ ແລະ ສະບຽງອາຫານໃຫ້.” ການເປີດເຜີຍດັ່ງຕໍ່ໄປນີ້ ໃຫ້ຄວາມແຈ່ມແຈ້ງ ເຖິງບ່ອນທີ່ໂຈເຊັບ ແລະ ຊິດນີ ຄວນອາໄສຢູ່ ແລະ ໄດ້ເອີ້ນ ເອດເວີດ ພາດທຣິດ ໃຫ້ເປັນອະທິການຄົນທຳອິດຂອງສາດສະໜາຈັກ.
1–3, ພວກແອວເດີຈະປົກຄອງສາດສະໜາຈັກໂດຍພຣະວິນຍານແຫ່ງການເປີດເຜີຍ; 4–6, ສານຸສິດທີ່ແທ້ຈິງຈະໄດ້ຮັບ ແລະ ຮັກສາກົດຂອງພຣະຜູ້ເປັນເຈົ້າ; 7–12, ເອດເວີດ ພາດທຣິດ ໄດ້ຮັບການແຕ່ງຕັ້ງເປັນອະທິການສຳລັບສາດສະໜາຈັກ.
1 ຈົ່ງເຊື່ອຟັງ ແລະ ຟັງ, ໂອ້ ພວກເຈົ້າຜູ້ຄົນຂອງເຮົາ, ພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າຂອງພວກເຈົ້າໄດ້ກ່າວ, ເຈົ້າຜູ້ຊຶ່ງເຮົາຍິນດີຈະ ອວຍພອນດ້ວຍພອນອັນຍິ່ງໃຫຍ່ທີ່ສຸດໃນບັນດາພອນທັງໝົດ, ພວກເຈົ້າທີ່ຟັງເຮົາ; ແລະ ພວກເຈົ້າທີ່ບໍ່ຟັງເຮົາ, ເຮົາຈະ ສາບແຊ່ງ, ທີ່ ອ້າງນາມຂອງເຮົາ, ດ້ວຍການສາບແຊ່ງອັນສາຫັດທີ່ສຸດໃນບັນດາການສາບແຊ່ງທັງໝົດ.
2 ຈົ່ງເຊື່ອຟັງ, ໂອ້ ພວກເຈົ້າແອວເດີຂອງສາດສະໜາຈັກຂອງເຮົາ ຜູ້ຊຶ່ງເຮົາໄດ້ເອີ້ນ, ຈົ່ງເບິ່ງ ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ພວກເຈົ້າ, ວ່າພວກເຈົ້າຈະຮ່ວມຊຸມນຸມກັນເພື່ອ ເຫັນພ້ອມນຳກັນກ່ຽວກັບຄຳຂອງເຮົາ;
3 ແລະ ໂດຍຄຳອະທິຖານດ້ວຍສັດທາຂອງພວກເຈົ້າ, ພວກເຈົ້າຈະໄດ້ຮັບ ກົດຂອງເຮົາ, ເພື່ອວ່າພວກເຈົ້າຈະຮູ້ວິທີປົກຄອງສາດສະໜາຈັກຂອງເຮົາ ແລະ ໃຫ້ທຸກສິ່ງຖືກຕ້ອງຕໍ່ໜ້າເຮົາ.
4 ແລະ ເຮົາຈະເປັນ ຜູ້ປົກຄອງຂອງພວກເຈົ້າເມື່ອເຮົາ ມາ; ແລະ ຈົ່ງເບິ່ງ, ເຮົາມາຢ່າງໄວ, ແລະ ພວກເຈົ້າຈະເບິ່ງວ່າ ກົດຂອງເຮົາຖືກຮັກສາ.
5 ຄົນໃດທີ່ຍອມ ຮັບກົດຂອງເຮົາ ແລະ ປະຕິບັດຕາມ, ຄົນໆນັ້ນເປັນສານຸສິດຂອງເຮົາ; ແລະ ຄົນໃດທີ່ກ່າວວ່າເຂົາຍອມຮັບມັນ ແລະ ບໍ່ປະຕິບັດຕາມ, ຄົນໆນັ້ນບໍ່ໄດ້ເປັນສານຸສິດຂອງເຮົາ, ແລະ ຈະຖືກ ຂັບໄລ່ອອກຈາກບັນດາພວກເຈົ້າ;
6 ເພາະບໍ່ເປັນການສົມຄວນທີ່ຈະມອບສິ່ງຕ່າງໆທີ່ເປັນຂອງລູກໆຂອງອານາຈັກໃຫ້ແກ່ຄົນເຫລົ່ານັ້ນທີ່ບໍ່ມີຄ່າຄວນ, ຫລື ໃຫ້ ໝາ, ຫລື ໂຍນ ໄຂ່ມຸກໃສ່ຕໍ່ໜ້າໝູ.
7 ແລະ ອີກຢ່າງໜຶ່ງ, ເປັນການສົມຄວນທີ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ຈະສ້າງ ເຮືອນເພື່ອພັກພາອາໄສ ແລະ ແປ.
8 ແລະ ອີກຢ່າງໜຶ່ງ, ເປັນການສົມຄວນທີ່ຜູ້ຮັບໃຊ້ຂອງເຮົາ ຊິດນີ ຣິກດອນ ຈະດຳລົງຊີວິດຕາມທີ່ລາວເຫັນວ່າດີ, ຕາບໃດທີ່ລາວຍັງຮັກສາບັນຍັດຂອງເຮົາ.
9 ແລະ ອີກຢ່າງໜຶ່ງ, ເຮົາໄດ້ເອີ້ນຜູ້ຮັບໃຊ້ຂອງເຮົາ ເອດເວີດ ພາດທຣິດ; ແລະ ເຮົາຈະມອບບັນຍັດຂໍ້ໜຶ່ງ, ວ່າລາວຄວນໄດ້ຮັບການກຳນົດໂດຍສຽງຂອງສາດສະໜາຈັກ, ແລະ ຮັບການແຕ່ງຕັ້ງເປັນ ອະທິການ ສຳລັບສາດສະໜາຈັກ, ໂດຍປະສິນຄ້າຂອງລາວ ແລະ ໃຊ້ເວລາທັງໝົດຂອງລາວໃນວຽກງານຂອງສາດສະໜາຈັກ;
10 ເພື່ອໃຫ້ດູແລທຸກສິ່ງຕາມທີ່ຈະກຳນົດໃຫ້ລາວໃນກົດຂອງເຮົາ ໃນວັນທີ່ເຮົາຈະມອບມັນໃຫ້.
11 ແລະ ນີ້ເພາະໃຈຂອງລາວບໍລິສຸດຕໍ່ເຮົາ, ເພາະລາວເປັນເໝືອນດັ່ງ ນະທານາເອັນໃນສະໄໝກ່ອນ, ຊຶ່ງໃນຕົວລາວບໍ່ມີ ອຸບາຍ.
12 ເຮົາມອບຄຳເຫລົ່ານີ້ໃຫ້ແກ່ພວກເຈົ້າ, ແລະ ມັນບໍລິສຸດຕໍ່ເຮົາ; ດັ່ງນັ້ນ, ຈົ່ງລະວັງວ່າພວກເຈົ້າຈະຍຶດຖືມັນແນວໃດ, ເພາະມັນຈະຕອບຢູ່ເທິງຈິດວິນຍານຂອງພວກເຈົ້າໃນວັນແຫ່ງການພິພາກສາ. ແມ່ນເປັນດັ່ງນັ້ນ. ອາແມນ.