ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 41


ພາກ​ທີ 41

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ສາດ​ສະ​ໜາ​ຈັກ, ທີ່​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ວັນ​ທີ 4 ເດືອນ​ກຸມ​ພາ, 1831. ການ​ເປີດ​ເຜີຍ​ນີ້ ແນະ​ນຳ​ສາດ​ສະ​ດາ ແລະ ພວກ​ແອວ​ເດີ​ຂອງ​ສາດ​ສະ​ໜາ​ຈັກ ໃຫ້​ອະ​ທິ​ຖານ ເພື່ອ​ຈະ​ໄດ້​ຮັບ “ກົດ” ຂອງ​ພຣະ​ເຈົ້າ (ເບິ່ງ ພາກ​ທີ 42). ໂຈ​ເຊັບ ສະ​ມິດ ຫາ​ກໍ​ໄດ້​ມາ​ເຖິງ​ເມືອງ​ເຄີດ​ແລນ ຈາກ​ລັດ​ນິວ​ຢອກ, ແລະ ລີ​ມັນ ຄອບ​ລີ, ສະ​ມາ​ຊິກ​ຄົນ​ໜຶ່ງ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ອາ​ໄສ​ຢູ່​ໃກ້​ເມືອງ​ທອມ​ສັນ, ລັດ​ໂອ​ໄຮ​ໂອ, “ໄດ້​ຮຽກ​ຮ້ອງ​ໃຫ້​ບຣາ​ເດີ ໂຈ​ເຊັບ ແລະ ຊິດ​ນີ [ຣິກ​ດອນ] … ອາ​ໄສ​ຢູ່​ກັບ​ລາວ ແລະ ລາວ​ຈະຈັດ​ຫາ​ທີ່​ພັກ​ອາ​ໄສ ແລະ ສະ​ບຽງ​ອາ​ຫານ​ໃຫ້.” ການ​ເປີດ​ເຜີຍ​ດັ່ງ​ຕໍ່​ໄປ​ນີ້ ໃຫ້​ຄວາມ​ແຈ່ມ​ແຈ້ງ ເຖິງ​ບ່ອນ​ທີ່​ໂຈ​ເຊັບ ແລະ ຊິດ​ນີ ຄວນອາ​ໄສ​ຢູ່ ແລະ ໄດ້​ເອີ້ນ ເອດ​ເວີດ ພາດ​ທຣິດ ໃຫ້​ເປັນ​ອະ​ທິ​ການ​ຄົນ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ.

1–3, ພວກ​ແອວ​ເດີ​ຈະ​ປົກ​ຄອງ​ສາດ​ສະ​ໜາ​ຈັກ​ໂດຍ​ພຣະ​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ; 4–6, ສາ​ນຸ​ສິດ​ທີ່​ແທ້​ຈິງ​ຈະ​ໄດ້​ຮັບ ແລະ ຮັກ​ສາ​ກົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 7–12, ເອດ​ເວີດ ພາດ​ທຣິດ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ອະ​ທິ​ການ​ສຳ​ລັບ​ສາດ​ສະ​ໜາ​ຈັກ.

1 ຈົ່ງ​ເຊື່ອ​ຟັງ ແລະ ຟັງ, ໂອ້ ພວກ​ເຈົ້າ​ຜູ້​ຄົນ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ, ເຈົ້າ​ຜູ້​ຊຶ່ງ​ເຮົາ​ຍິນ​ດີ​ຈະ ອວຍ​ພອນ​ດ້ວຍ​ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ບັນ​ດາ​ພອນ​ທັງ​ໝົດ, ພວກ​ເຈົ້າ​ທີ່​ຟັງ​ເຮົາ; ແລະ ພວກ​ເຈົ້າ​ທີ່​ບໍ່​ຟັງ​ເຮົາ, ເຮົາ​ຈະ ສາບ​ແຊ່ງ, ທີ່ ອ້າງ​ນາມ​ຂອງ​ເຮົາ, ດ້ວຍ​ການ​ສາບ​ແຊ່ງ​ອັນ​ສາ​ຫັດ​ທີ່​ສຸດ​ໃນ​ບັນ​ດາ​ການ​ສາບ​ແຊ່ງ​ທັງ​ໝົດ.

2 ຈົ່ງ​ເຊື່ອ​ຟັງ, ໂອ້ ພວກ​ເຈົ້າ​ແອວ​ເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ ຜູ້​ຊຶ່ງ​ເຮົາ​ໄດ້​ເອີ້ນ, ຈົ່ງ​ເບິ່ງ ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ພວກ​ເຈົ້າ, ວ່າ​ພວກ​ເຈົ້າ​ຈະ​ຮ່ວມ​ຊຸມ​ນຸມ​ກັນ​ເພື່ອ ເຫັນ​ພ້ອມ​ນຳ​ກັນ​ກ່ຽວ​ກັບ​ຄຳ​ຂອງ​ເຮົາ;

3 ແລະ ໂດຍ​ຄຳ​ອະ​ທິ​ຖານ​ດ້ວຍ​ສັດ​ທາ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ຈະ​ໄດ້​ຮັບ ກົດ​ຂອງ​ເຮົາ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຮູ້​ວິ​ທີ​ປົກ​ຄອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ ແລະ ໃຫ້​ທຸກ​ສິ່ງ​ຖືກ​ຕ້ອງ​ຕໍ່​ໜ້າ​ເຮົາ.

4 ແລະ ເຮົາ​ຈະ​ເປັນ ຜູ້​ປົກ​ຄອງ​ຂອງ​ພວກ​ເຈົ້າ​ເມື່ອ​ເຮົາ ມາ; ແລະ ຈົ່ງ​ເບິ່ງ, ເຮົາ​ມາ​ຢ່າງ​ໄວ, ແລະ ພວກ​ເຈົ້າ​ຈະ​ເບິ່ງ​ວ່າ ກົດ​ຂອງ​ເຮົາ​ຖືກ​ຮັກ​ສາ.

5 ຄົນ​ໃດ​ທີ່​ຍອມ ຮັບ​ກົດ​ຂອງ​ເຮົາ ແລະ ປະ​ຕິ​ບັດ​ຕາມ, ຄົນໆ​ນັ້ນ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ; ແລະ ຄົນ​ໃດ​ທີ່​ກ່າວ​ວ່າ​ເຂົາ​ຍອມ​ຮັບ​ມັນ ແລະ ບໍ່​ປະ​ຕິ​ບັດ​ຕາມ, ຄົນໆ​ນັ້ນ​ບໍ່​ໄດ້​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ, ແລະ ຈະ​ຖືກ ຂັບ​ໄລ່​ອອກ​ຈາກ​ບັນ​ດາ​ພວກ​ເຈົ້າ;

6 ເພາະ​ບໍ່​ເປັນ​ການ​ສົມ​ຄວນ​ທີ່​ຈະ​ມອບ​ສິ່ງ​ຕ່າງໆ​ທີ່​ເປັນ​ຂອງ​ລູກໆ​ຂອງ​ອາ​ນາ​ຈັກ​ໃຫ້​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ບໍ່​ມີ​ຄ່າ​ຄວນ, ຫລື ໃຫ້ ໝາ, ຫລື ໂຍນ ໄຂ່​ມຸກ​ໃສ່​ຕໍ່​ໜ້າ​ໝູ.

7 ແລະ ອີກ​ຢ່າງ​ໜຶ່ງ, ເປັນ​ການ​ສົມ​ຄວນ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ຈະ​ສ້າງ ເຮືອນ​ເພື່ອ​ພັກ​ພາ​ອາ​ໄສ ແລະ ແປ.

8 ແລະ ອີກ​ຢ່າງ​ໜຶ່ງ, ເປັນ​ການ​ສົມ​ຄວນ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດ​ນີ ຣິກ​ດອນ ຈະ​ດຳ​ລົງ​ຊີ​ວິດ​ຕາມ​ທີ່​ລາວ​ເຫັນ​ວ່າ​ດີ, ຕາບ​ໃດ​ທີ່​ລາວ​ຍັງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ.

9 ແລະ ອີກ​ຢ່າງ​ໜຶ່ງ, ເຮົາ​ໄດ້​ເອີ້ນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດ​ເວີດ ພາດ​ທຣິດ; ແລະ ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ, ວ່າ​ລາວ​ຄວນ​ໄດ້​ຮັບ​ການ​ກຳ​ນົດ​ໂດຍ​ສຽງ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ຮັບ​ການ​ແຕ່ງ​ຕັ້ງ​ເປັນ ອະ​ທິ​ການ ສຳ​ລັບ​ສາດ​ສະ​ໜາ​ຈັກ, ໂດຍ​ປະ​ສິນ​ຄ້າ​ຂອງ​ລາວ ແລະ ໃຊ້​ເວ​ລາ​ທັງ​ໝົດ​ຂອງ​ລາວ​ໃນ​ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ;

10 ເພື່ອ​ໃຫ້​ດູ​ແລ​ທຸກ​ສິ່ງ​ຕາມ​ທີ່​ຈະ​ກຳ​ນົດ​ໃຫ້​ລາວ​ໃນ​ກົດ​ຂອງ​ເຮົາ ໃນ​ວັນ​ທີ່​ເຮົາ​ຈະ​ມອບ​ມັນ​ໃຫ້.

11 ແລະ ນີ້​ເພາະ​ໃຈ​ຂອງ​ລາວ​ບໍ​ລິ​ສຸດ​ຕໍ່​ເຮົາ, ເພາະ​ລາວ​ເປັນ​ເໝືອນ​ດັ່ງ ນະ​ທາ​ນາ​ເອັນ​ໃນ​ສະ​ໄໝ​ກ່ອນ, ຊຶ່ງ​ໃນ​ຕົວ​ລາວ​ບໍ່​ມີ ອຸ​ບາຍ.

12 ເຮົາ​ມອບ​ຄຳ​ເຫລົ່າ​ນີ້​ໃຫ້​ແກ່​ພວກ​ເຈົ້າ, ແລະ ມັນ​ບໍ​ລິ​ສຸດ​ຕໍ່​ເຮົາ; ດັ່ງ​ນັ້ນ, ຈົ່ງ​ລະ​ວັງ​ວ່າ​ພວກ​ເຈົ້າ​ຈະ​ຍຶດ​ຖື​ມັນ​ແນວ​ໃດ, ເພາະ​ມັນ​ຈະ​ຕອບ​ຢູ່​ເທິງ​ຈິດ​ວິນ​ຍານ​ຂອງ​ພວກ​ເຈົ້າ​ໃນ​ວັນ​ແຫ່ງ​ການ​ພິ​ພາກ​ສາ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາ​ແມນ.