ພາກທີ 51
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງທອມສັນ, ລັດໂອໄຮໂອ, ວັນທີ 20 ເດືອນພຶດສະພາ, 1831. ໃນເວລານີ້ໄພ່ພົນຂອງພຣະເຈົ້າທີ່ອົບພະຍົບມາຈາກລັດຕ່າງໆທາງຕາເວັນອອກໄດ້ເລີ່ມຕົ້ນມາເຖິງລັດໂອໄຮໂອ, ແລະ ຈຳເປັນຕ້ອງມີການຈັດຕຽມຢ່າງຄັກແນ່ສຳລັບການມາຕັ້ງຖິ່ນຖານຂອງພວກເຂົາ. ໃນເມື່ອວຽກງານນີ້ເປັນໜ້າທີ່ຂອງອະທິການໂດຍສະເພາະ, ອະທິການເອດເວີດ ພາດທຣິດ ຈຶ່ງໄດ້ສະແຫວງຫາຄຳແນະນຳກ່ຽວກັບເລື່ອງນີ້, ແລະ ສາດສະດາໄດ້ທູນຖາມພຣະຜູ້ເປັນເຈົ້າ.
1–8, ເອດເວີດ ພາດທຣິດ ໄດ້ຖືກກຳນົດໃຫ້ຄວບຄຸມສິ່ງທີ່ຢູ່ໃນການພິທັກຮັກສາ ແລະ ຊັບສິນຕ່າງໆ; 9–12, ໄພ່ພົນຂອງພຣະເຈົ້າຕ້ອງປະຕິບັດຕໍ່ກັນດ້ວຍຄວາມຊື່ສັດ ແລະ ໄດ້ຮັບຢ່າງເທົ່າທຽມກັນ; 13–15, ພວກເຂົາຕ້ອງມີຄັງຂອງອະທິການ ແລະ ຈັດການກັບຊັບສິນຕ່າງໆຕາມກົດຂອງພຣະຜູ້ເປັນເຈົ້າ; 16–20, ລັດໂອໄຮໂອຈະເປັນສະຖານທີ່ເຕົ້າໂຮມຊົ່ວຄາວ.
1 ຈົ່ງເຊື່ອຟັງເຮົາ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າໄດ້ກ່າວ, ແລະ ເຮົາຈະກ່າວກັບຜູ້ຮັບໃຊ້ຂອງເຮົາ ເອດເວີດ ພາດທຣິດ, ແລະ ໃຫ້ຄຳແນະນຳແກ່ລາວ; ເພາະຈຳເປັນທີ່ລາວຕ້ອງໄດ້ຮັບຄຳແນະນຳ ເຖິງວິທີຈັດວາງລະບຽບຜູ້ຄົນເຫລົ່ານີ້.
2 ເພາະຈຳເປັນທີ່ຈະຈັດວາງລະບຽບພວກເຂົາຕາມ ກົດຂອງເຮົາ; ຖ້າບໍ່ດັ່ງນັ້ນ, ພວກເຂົາຈະຖືກຕັດອອກ.
3 ດັ່ງນັ້ນ, ໃຫ້ຜູ້ຮັບໃຊ້ຂອງເຮົາ ເອດເວີດ ພາດທຣິດ, ແລະ ຄົນເຫລົ່ານັ້ນຜູ້ຊຶ່ງລາວໄດ້ເລືອກໄວ້, ຜູ້ຊຶ່ງ ເຮົາພໍໃຈຫລາຍ, ກຳນົດຊັບສິນທີ່ເປັນສ່ວນຂອງເຂົາໃຫ້ຜູ້ຄົນເຫລົ່ານັ້ນ, ທຸກຄົນ ເທົ່າກັນຕາມຄອບຄົວຂອງເຂົາ, ຕາມສະພາບການຂອງເຂົາ ແລະ ຕາມຄວາມຕ້ອງການ ແລະ ຄວາມຈຳເປັນຂອງເຂົາ.
4 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ເອດເວີດ ພາດທຣິດ, ເມື່ອລາວຈະກຳນົດຊັບສິນໃຫ້ຄົນໃດ, ໃຫ້ລາວມອບ ລາຍລັກອັກສອນໃຫ້ເຂົາ ເພື່ອເປັນສິ່ງປະກັນສ່ວນຂອງເຂົາ, ເພື່ອເຂົາຈະຖືໄວ້, ແມ່ນແຕ່ສິດນີ້ ແລະ ມໍລະດົກໃນສາດສະໜາຈັກ, ຈົນກວ່າເຂົາລ່ວງລະເມີດ ແລະ ນັບວ່າບໍ່ມີຄ່າຄວນໂດຍສຽງຂອງສາດສະໜາຈັກ, ຕາມກົດ ແລະ ພັນທະສັນຍາຂອງສາດສະໜາຈັກ, ທີ່ຈະເປັນຂອງສາດສະໜາຈັກ.
5 ແລະ ຖ້າຫາກເຂົາລ່ວງລະເມີດ ແລະ ນັບວ່າບໍ່ມີຄ່າຄວນທີ່ຈະເປັນຂອງສາດສະໜາຈັກ, ເຂົາຈະບໍ່ມີສິດທີ່ຈະທວງເອົາຊັບສິນສ່ວນນັ້ນ ຊຶ່ງເຂົາໄດ້ອຸທິດຖວາຍໃຫ້ແກ່ອະທິການສຳລັບຄົນຍາກຈົນ ແລະ ຄົນຂັດສົນໃນສາດສະໜາຈັກຂອງເຮົາ; ສະນັ້ນ, ເຂົາຈະບໍ່ມີຂອງປະທານນັ້ນອີກຕໍ່ໄປ, ແຕ່ຈະມີພຽງແຕ່ສ່ວນທີ່ໂອນໃຫ້ເຂົາເປັນເຈົ້າຂອງເທົ່ານັ້ນ.
6 ແລະ ຈະຕ້ອງເຮັດທຸກສິ່ງທຸກຢ່າງໃຫ້ຖືກຕ້ອງດັ່ງນັ້ນ, ຕາມ ກົດໝາຍຂອງແຜ່ນດິນ.
7 ແລະ ໃຫ້ກຳນົດສິ່ງທີ່ເປັນຂອງຜູ້ຄົນເຫລົ່ານີ້ໄວ້ກັບຜູ້ຄົນເຫລົ່ານີ້.
8 ແລະ ເງິນທີ່ເຫລືອຢູ່ໄວ້ໃຫ້ຜູ້ຄົນເຫລົ່ານີ້—ໃຫ້ກຳນົດຕົວແທນໃຫ້ແກ່ຜູ້ຄົນເຫລົ່ານີ້, ທີ່ຈະນຳ ເງິນໄປຈັດຫາອາຫານ ແລະ ເຄື່ອງນຸ່ງຫົ່ມ, ຕາມຄວາມຕ້ອງການຂອງຜູ້ຄົນເຫລົ່ານີ້.
9 ແລະ ໃຫ້ທຸກຄົນປະຕິບັດຕໍ່ກັນ ຢ່າງຊື່ສັດ, ແລະ ເທົ່າທຽມກັນໃນບັນດາຜູ້ຄົນເຫລົ່ານີ້, ແລະ ໄດ້ຮັບເທົ່າທຽມກັນ, ເພື່ອວ່າພວກເຈົ້າຈະໄດ້ເປັນອັນ ໜຶ່ງດຽວກັນ, ແມ່ນແຕ່ຕາມທີ່ເຮົາໄດ້ບັນຊາພວກເຈົ້າ.
10 ແລະ ຢ່າໃຫ້ສິ່ງທີ່ເປັນຂອງຜູ້ຄົນເຫລົ່ານີ້ຖືກເອົາໄປ ແລະ ມອບໃຫ້ບາງຄົນໃນ ໜ່ວຍອື່ນຂອງສາດສະໜາຈັກ.
11 ດັ່ງນັ້ນ, ຖ້າຫາກໜ່ວຍອື່ນຂອງສາດສະໜາຈັກຢາກໄດ້ເງິນຈາກສາດສະໜາຈັກໜ່ວຍນີ້, ກໍໃຫ້ເຂົາຈ່າຍຄືນໃຫ້ສາດສະໜາຈັກໜ່ວຍນີ້ ຕາມທີ່ພວກເຂົາໄດ້ຕົກລົງກັນ;
12 ແລະ ການນີ້ຈະດຳເນີນໄປໂດຍຜ່ານອະທິການ ຫລື ຜູ້ເປັນຕົວແທນ, ຊຶ່ງຈະຖືກກຳນົດໂດຍ ສຽງຂອງໜ່ວຍຂອງສາດສະໜາຈັກ.
13 ແລະ ອີກເທື່ອໜຶ່ງ, ໃຫ້ອະທິການກຳນົດ ຄັງແຫ່ງໜຶ່ງໃຫ້ແກ່ສາດສະໜາຈັກໜ່ວຍນີ້; ແລະ ໃຫ້ທຸກສິ່ງທັງເງິນຄຳ ແລະ ອາຫານການກິນ, ຊຶ່ງມີຫລາຍກວ່າ ຄວາມຕ້ອງການຂອງຜູ້ຄົນເຫລົ່ານີ້ ຖືກເກັບໄວ້ໃນມືຂອງອະທິການ.
14 ແລະ ໃຫ້ລາວເກັບຈຳນວນທີ່ລາວຕ້ອງການໄວ້ໃຫ້ຕົນນຳອີກ, ແລະ ສຳລັບຄວາມຕ້ອງການຂອງຄອບຄົວຂອງລາວ, ໃນຂະນະທີ່ລາວຖືກຈ້າງໃຫ້ມາເຮັດທຸລະກິດນີ້.
15 ແລະ ດັ່ງນັ້ນເຮົາຈຶ່ງມອບສິດທິພິເສດໃຫ້ແກ່ຜູ້ຄົນເຫລົ່ານີ້ ທີ່ຈະຈັດວາງລະບຽບຕົນຕາມ ກົດຂອງເຮົາ.
16 ແລະ ເຮົາອຸທິດ ທີ່ດິນນີ້ໄວ້ໃຫ້ພວກເຂົາຊົ່ວໄລຍະໜຶ່ງ, ຈົນກວ່າເຮົາ, ພຣະຜູ້ເປັນເຈົ້າ, ຈະຈັດຫາບ່ອນອື່ນໃຫ້ພວກເຂົາ, ແລະ ບັນຊາພວກເຂົາໃຫ້ໄປຈາກບ່ອນນີ້;
17 ແລະ ຊົ່ວໂມງ ແລະ ວັນ ຈະບໍ່ບອກໃຫ້ພວກເຂົາຮູ້, ດັ່ງນັ້ນ ໃຫ້ພວກເຂົາດຳລົງຊີວິດໃນແຜ່ນດິນນີ້ ປະມານຫລາຍປີ, ແລະ ການນີ້ຈະກັບເປັນຜົນດີໃຫ້ແກ່ພວກເຂົາ.
18 ຈົ່ງເບິ່ງ, ນີ້ຈະເປັນ ຕົວຢ່າງໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ເອດເວີດ ພາດທຣິດ, ໃນສະຖານທີ່ອື່ນໆ, ໃນທຸກໜ່ວຍຂອງສາດສະໜາຈັກ.
19 ແລະ ຜູ້ໃດທີ່ຖືກພົບວ່າຊື່ສັດ, ທ່ຽງທຳ, ແລະ ເປັນ ຜູ້ພິທັກຮັກສາທີ່ສະຫລາດ ຈະມີ ຄວາມຊົມຊື່ນກັບພຣະຜູ້ເປັນເຈົ້າ, ແລະ ຈະໄດ້ຮັບຊີວິດນິລັນດອນເປັນມູນມໍລະດົກ.
20 ຕາມຄວາມຈິງແລ້ວ, ເຮົາກ່າວກັບເຈົ້າວ່າ ເຮົາຄືພຣະເຢຊູຄຣິດ, ຜູ້ມາ ຢ່າງໄວ, ໃນ ຊົ່ວໂມງທີ່ເຈົ້າບໍ່ຄາດຄິດ. ແມ່ນເປັນດັ່ງນັ້ນ. ອາແມນ.