ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 70


ພາກ​ທີ 70

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ໄຮ​ຣຳ, ລັດ​ໂອ​ໄຮ​ໂອ, ວັນ​ທີ 12 ເດືອນ​ພະ​ຈິກ, 1831. ປະ​ຫວັດ​ຂອງ​ສາດ​ສະ​ດາ ບອກ​ວ່າ ກອງ​ປະ​ຊຸມ​ໃຫຍ່​ພິ​ເສດ​ສີ່​ຄັ້ງ​ຖືກ​ຈັດ​ຂຶ້ນ​ລະ​ຫວ່າງ​ວັນ​ທີ 1 ຫາ​ວັນ​ທີ 12 ຂອງ​ເດືອນ​ພະ​ຈິກ. ໃນ​ກອງ​ປະ​ຊຸມ​ພາກ​ສຸດ​ທ້າຍ, ໄດ້​ມີ​ການ​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເປີດ​ເຜີຍ ຊຶ່ງ​ໄດ້​ຖືກ​ຈັດ​ພິມ​ໃນ​ເວ​ລາ​ຕໍ່​ມາ ເປັນ Book of Commandments (ປຶ້ມ​ພຣະ​ບັນ​ຍັດ), ແລະ ຫລັງ​ຈາກ​ນັ້ນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ໄດ້​ຖືກ​ພິ​ຈາ​ລະ​ນາ. ການ​ເປີດ​ເຜີຍ​ນີ້ ໄດ້​ຖືກ​ມອບ​ໃຫ້​ຫລັງ​ຈາກ​ການ​ອອກ​ສຽງ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ວ່າ ການ​ເປີດ​ເຜີຍ “ມີ​ຄ່າ​ຕໍ່​ສາດ​ສະ​ໜາ​ຈັກ ເກີນ​ກວ່າ​ຄວາມ​ຮັ່ງ​ມີ​ໃດໆ​ຢູ່​ໃນ​ໂລກ​ນີ້.” ປະ​ຫວັດ​ຂອງ​ໂຈ​ເຊັບ ສະ​ມິດ ອ້າງ​ເຖິງ​ການ​ເປີດ​ເຜີຍ ວ່າ​ເປັນ “ຮາກ​ຖານ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ຍຸກ​ສຸດ​ທ້າຍ​ນີ້, ແລະ ເປັນ​ປະ​ໂຫຍດ​ຕໍ່​ໂລກ, ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຂໍ​ກະ​ແຈ​ແຫ່ງ​ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ຖືກ​ຝາກ​ຝັງ​ໄວ້​ກັບ​ມະ​ນຸດ​ອີກ​ເທື່ອ​ໜຶ່ງ.”

1–5, ຜູ້​ພິ​ທັກ​ຮັກ​ສາ​ໄດ້​ຖືກ​ກຳ​ນົດ​ໃຫ້​ພິມ​ການ​ເປີດ​ເຜີຍ; 6–13, ຄົນ​ທີ່​ທຳ​ງານ​ໃນ​ເລື່ອງ​ທາງ​ວິນ​ຍານ​ກໍ​ເໝາະ​ສົມ​ກັບ​ຄ່າ​ຈ້າງ​ຂອງ​ເຂົາ; 14–18, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຄວນ​ເທົ່າ​ທຽມ​ກັນ​ໃນ​ສິ່ງ​ຂອງ​ທາງ​ໂລກ.

1 ຈົ່ງ​ເບິ່ງ, ແລະ ຈົ່ງ​ເຊື່ອ​ຟັງ, ໂອ້ ເຈົ້າ​ຜູ້​ອາ​ໄສ​ຂອງ​ຊີ​ໂອນ, ແລະ ເຈົ້າ​ທຸກ​ຄົນ​ຜູ້​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຜູ້​ຢູ່​ຫ່າງ​ໄກ, ແລະ ຈົ່ງ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ເຮົາ​ຈະ​ມອບ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ແລະ ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ມາ​ຕິນ ແຮ​ຣິສ, ແລະ ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ຄາວ​ເດີ​ຣີ, ແລະ ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ວິດ​ເມີ, ແລະ ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດ​ນີ ຣິກ​ດອນ, ແລະ ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວ​ລຽມ ດັບ​ເບິນ​ຢູ ແຟ້ວສ໌ ນຳ​ອີກ, ໂດຍ​ທາງ​ບັນ​ຍັດ​ແກ່​ພວກ​ເຂົາ.

2 ເພາະ​ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຂົາ; ດັ່ງ​ນັ້ນ ຈົ່ງ​ເຊື່ອ​ຟັງ ແລະ ຟັງ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ເຂົາ​ດັ່ງ​ນີ້—

3 ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກຳ​ນົດ​ພວກ​ເຂົາ, ແລະ ແຕ່ງ​ຕັ້ງ​ພວກ​ເຂົາ​ໃຫ້​ເປັນ ຜູ້​ພິ​ທັກ​ຮັກ​ສາ​ການ​ເປີດ​ເຜີຍ ແລະ ບັນ​ຍັດ​ທັງ​ຫລາຍ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຂົາ, ແລະ ຊຶ່ງ​ເຮົາ​ຈະ​ມອບ​ໃຫ້​ແກ່ ພວກ​ເຂົາ​ຕໍ່​ໄປ​ໃນ​ພາຍ​ຂ້າງ​ໜ້າ;

4 ແລະ ເລື່ອງ​ລາວ​ຂອງ​ສິ່ງ​ທີ່​ຢູ່​ໃນ​ການ​ພິ​ທັກ​ຮັກ​ສາ​ນີ້ ເຮົາ​ຈະ​ຮຽກ​ຮ້ອງ​ຈາກ​ພວກ​ເຂົາ​ໃນ​ວັນ​ເວ​ລາ​ແຫ່ງ​ການ​ພິ​ພາກ​ສາ.

5 ດັ່ງ​ນັ້ນ, ເຮົາ​ຈຶ່ງ​ໄດ້​ກຳ​ນົດ​ພວກ​ເຂົາ, ແລະ ນີ້​ຄື​ພາ​ລະ​ກິດ​ຂອງ​ພວກ​ເຂົາ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ, ເພື່ອ​ໃຫ້​ດູ​ແລ​ສິ່ງ​ເຫລົ່າ​ນີ້ ແລະ ສິ່ງ​ທີ່​ກ່ຽວ​ພັນ​ກັບ​ມັນ, ແທ້​ຈິງ​ແລ້ວ, ຜົນ​ປະ​ໂຫຍດ​ຂອງ​ມັນ.

6 ດັ່ງ​ນັ້ນ, ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຂົາ, ວ່າ​ພວກ​ເຂົາ​ຈະ​ບໍ່​ມອບ​ສິ່ງ​ເຫລົ່າ​ນີ້​ໃຫ້​ແກ່​ສາດ​ສະ​ໜາ​ຈັກ, ທັງ​ບໍ່​ໃຫ້​ແກ່​ໂລກ;

7 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາບ​ໃດ​ທີ່​ພວກ​ເຂົາ​ໄດ້​ຮັບ​ຫລາຍ​ກວ່າ​ຄວາມ​ຈຳ​ເປັນ ແລະ ຄວາມ​ຕ້ອງ​ການ, ແລ້ວ​ຄວນ​ມອບ​ມັນ​ເຂົ້າ ຄັງ​ຂອງ​ເຮົາ;

8 ແລະ ຜົນ​ປະ​ໂຫຍດ​ຈະ​ຖືກ​ອຸ​ທິດ​ຖວາຍ​ເພື່ອ​ມອບ​ໃຫ້​ແກ່​ຜູ້​ອາ​ໄສ​ຂອງ​ຊີ​ໂອນ, ແລະ ໃຫ້​ແກ່​ລູກ​ຫລານ​ຂອງ​ພວກ​ເຂົາ, ຕາບ​ໃດ​ທີ່​ພວກ​ເຂົາ​ກາຍ​ເປັນ ທາ​ຍາດ​ອີງ​ຕາມ​ກົດ​ຂອງ​ອາ​ນາ​ຈັກ.

9 ຈົ່ງ​ເບິ່ງ, ນີ້​ຄື​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ຈາກ​ມະ​ນຸດ​ທຸກ​ຄົນ​ໃນ​ການ​ເປັນ ຜູ້​ພິ​ທັກ​ຮັກ​ສາ​ຂອງ​ເຂົາ, ດັ່ງ​ທີ່​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກຳ​ນົດ ຫລື ຈະ​ກຳ​ນົດ​ຄົນ​ໃດ​ຄົນ​ໜຶ່ງ​ຕໍ່​ໄປ​ໃນ​ພາຍ​ຂ້າງ​ໜ້າ.

10 ແລະ ຈົ່ງ​ເບິ່ງ, ບໍ່​ມີ​ຄົນ​ໃດ​ຖືກ​ຍົກ​ເວັ້ນ​ຈາກ​ກົດ​ນີ້ ຜູ້​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່;

11 ແທ້​ຈິງ​ແລ້ວ, ທັງ​ບໍ່​ແມ່ນ​ອະ​ທິ​ການ, ທັງ​ບໍ່​ແມ່ນ ຕົວ​ແທນ​ທີ່​ຮັກ​ສາ​ຄັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ທັງ​ບໍ່​ແມ່ນ ຜູ້​ໄດ້​ຖືກ​ກຳ​ນົດ​ໃຫ້​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ເລື່ອງ​ທາງ​ໂລກ.

12 ຄົນ​ໃດ​ທີ່​ຖືກ​ກຳ​ນົດ​ໃຫ້​ປະ​ຕິ​ບັດ​ເລື່ອງ​ທາງ​ວິນ​ຍານ, ຄົນໆ​ນັ້ນກໍ ເໝາະ​ສົມ​ກັບ​ຄ່າ​ຈ້າງ​ຂອງ​ເຂົາ, ເໝືອນ​ດັ່ງ​ຄົນ​ທີ່​ໄດ້​ຖືກ​ກຳ​ນົດ​ໃຫ້​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ເພື່ອ​ປະ​ຕິ​ບັດ​ເລື່ອງ​ທາງ​ໂລກ;

13 ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ຫລວງ​ຫລາຍ​ກວ່າ​ນັ້ນ, ຊຶ່ງ​ຄວາມ​ຫລວງ​ຫລາຍ​ນັ້ນ​ຈະ​ເພີ່ມ​ທະ​ວີ​ຂຶ້ນ​ແກ່​ເຂົາ ຜ່ານ​ການ​ສະ​ແດງ​ໃຫ້​ປະ​ຈັກ​ຂອງ​ພຣະ​ວິນ​ຍານ.

14 ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ເລື່ອງ​ທາງ​ໂລກ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ຕ້ອງ ເທົ່າ​ທຽມ​ກັນ, ແລະ ສິ່ງ​ນີ້​ບໍ່​ແມ່ນ​ຢ່າງ​ບໍ່​ເຕັມ​ໃຈ, ຖ້າ​ບໍ່​ດັ່ງ​ນັ້ນ​ຄວາມ​ຫລວງ​ຫລາຍ​ຂອງ​ການ​ສະ​ແດງ​ໃຫ້​ປະ​ຈັກ​ຂອງ​ພຣະ​ວິນ​ຍານ ຈະ​ຖືກ​ກັກ​ໄວ້.

15 ບັດ​ນີ້, ເຮົາ​ຈະ​ມອບ ບັນ​ຍັດ​ຂໍ້​ນີ້​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ເພື່ອ​ເປັນ​ຜົນ​ປະ​ໂຫຍດ​ແກ່​ພວກ​ເຂົາ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ຍັງ​ຢູ່, ເພື່ອ​ການ​ສະ​ແດງ​ໃຫ້​ປະ​ຈັກ​ຂອງ​ພອນ​ຂອງ​ເຮົາ​ຢູ່​ເທິງ​ຫົວ​ຂອງ​ພວກ​ເຂົາ, ແລະ ເພື່ອ​ລາງ​ວັນ​ສຳ​ລັບ ຄວາມ​ພາກ​ພຽນ​ຂອງ​ພວກ​ເຂົາ ແລະ ເພື່ອ​ຄວາມ​ປອດ​ໄພ​ຂອງ​ພວກ​ເຂົາ;

16 ເພື່ອ​ອາ​ຫານ ແລະ ເພື່ອ ເຄື່ອງ​ນຸ່ງ​ຫົ່ມ; ເພື່ອ​ມູນ​ມໍ​ລະ​ດົກ; ເພື່ອ​ບ້ານ​ເຮືອນ ແລະ ເພື່ອ​ແຜ່ນ​ດິນ, ໃນ​ສະ​ພາບ​ການ​ໃດໆ​ກໍ​ຕາມ​ທີ່​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ວາງ​ພວກ​ເຂົາ​ໄວ້, ແລະ ບ່ອນ​ໃດ​ກໍ​ຕາມ​ທີ່​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ສົ່ງ​ພວກ​ເຂົາ​ໄປ.

17 ເພາະ​ພວກ​ເຂົາ​ໄດ້​ຊື່​ສັດ​ໃນ ຫລາຍ​ສິ່ງ, ແລະ ເຮັດ​ໄດ້​ດີ​ຕາບ​ໃດ​ທີ່​ພວກ​ເຂົາ​ບໍ່​ໄດ້​ເຮັດ​ບາບ.

18 ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ມີ ເມດ​ຕາ ແລະ ຈະ​ໃຫ້​ພອນ​ແກ່​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ເຂົ້າ​ໄປ​ໃນ​ຄວາມ​ຊື່ນ​ຊົມ​ຂອງ​ເລື່ອງ​ເຫລົ່າ​ນີ້. ແມ່ນ​ເປັນ​ດັ່ງ​ນັ້ນ. ອາ​ແມນ.