ພາກທີ 70
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງໄຮຣຳ, ລັດໂອໄຮໂອ, ວັນທີ 12 ເດືອນພະຈິກ, 1831. ປະຫວັດຂອງສາດສະດາ ບອກວ່າ ກອງປະຊຸມໃຫຍ່ພິເສດສີ່ຄັ້ງຖືກຈັດຂຶ້ນລະຫວ່າງວັນທີ 1 ຫາວັນທີ 12 ຂອງເດືອນພະຈິກ. ໃນກອງປະຊຸມພາກສຸດທ້າຍ, ໄດ້ມີການພິຈາລະນາເຖິງຄວາມສຳຄັນຂອງການເປີດເຜີຍ ຊຶ່ງໄດ້ຖືກຈັດພິມໃນເວລາຕໍ່ມາ ເປັນ Book of Commandments (ປຶ້ມພຣະບັນຍັດ), ແລະ ຫລັງຈາກນັ້ນ ຄຳສອນ ແລະ ພັນທະສັນຍາ ໄດ້ຖືກພິຈາລະນາ. ການເປີດເຜີຍນີ້ ໄດ້ຖືກມອບໃຫ້ຫລັງຈາກການອອກສຽງຢູ່ໃນກອງປະຊຸມໃຫຍ່ວ່າ ການເປີດເຜີຍ “ມີຄ່າຕໍ່ສາດສະໜາຈັກ ເກີນກວ່າຄວາມຮັ່ງມີໃດໆຢູ່ໃນໂລກນີ້.” ປະຫວັດຂອງໂຈເຊັບ ສະມິດ ອ້າງເຖິງການເປີດເຜີຍ ວ່າເປັນ “ຮາກຖານຂອງສາດສະໜາຈັກໃນຍຸກສຸດທ້າຍນີ້, ແລະ ເປັນປະໂຫຍດຕໍ່ໂລກ, ທີ່ສະແດງໃຫ້ເຫັນວ່າ ຂໍກະແຈແຫ່ງຄວາມລຶກລັບຂອງອານາຈັກຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ຖືກຝາກຝັງໄວ້ກັບມະນຸດອີກເທື່ອໜຶ່ງ.”
1–5, ຜູ້ພິທັກຮັກສາໄດ້ຖືກກຳນົດໃຫ້ພິມການເປີດເຜີຍ; 6–13, ຄົນທີ່ທຳງານໃນເລື່ອງທາງວິນຍານກໍເໝາະສົມກັບຄ່າຈ້າງຂອງເຂົາ; 14–18, ໄພ່ພົນຂອງພຣະເຈົ້າຄວນເທົ່າທຽມກັນໃນສິ່ງຂອງທາງໂລກ.
1 ຈົ່ງເບິ່ງ, ແລະ ຈົ່ງເຊື່ອຟັງ, ໂອ້ ເຈົ້າຜູ້ອາໄສຂອງຊີໂອນ, ແລະ ເຈົ້າທຸກຄົນຜູ້ເປັນຂອງສາດສະໜາຈັກຂອງເຮົາຜູ້ຢູ່ຫ່າງໄກ, ແລະ ຈົ່ງຟັງພຣະຄຳຂອງພຣະຜູ້ເປັນເຈົ້າ ຊຶ່ງເຮົາຈະມອບໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ມາຕິນ ແຮຣິສ, ແລະ ໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ອໍລີເວີ ຄາວເດີຣີ, ແລະ ໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ຈອນ ວິດເມີ, ແລະ ໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ຊິດນີ ຣິກດອນ, ແລະ ໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ວິວລຽມ ດັບເບິນຢູ ແຟ້ວສ໌ ນຳອີກ, ໂດຍທາງບັນຍັດແກ່ພວກເຂົາ.
2 ເພາະເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຂົາ; ດັ່ງນັ້ນ ຈົ່ງເຊື່ອຟັງ ແລະ ຟັງ, ເພາະພຣະຜູ້ເປັນເຈົ້າໄດ້ກ່າວກັບພວກເຂົາດັ່ງນີ້—
3 ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ກຳນົດພວກເຂົາ, ແລະ ແຕ່ງຕັ້ງພວກເຂົາໃຫ້ເປັນ ຜູ້ພິທັກຮັກສາການເປີດເຜີຍ ແລະ ບັນຍັດທັງຫລາຍ ຊຶ່ງເຮົາໄດ້ມອບໃຫ້ແກ່ພວກເຂົາ, ແລະ ຊຶ່ງເຮົາຈະມອບໃຫ້ແກ່ ພວກເຂົາຕໍ່ໄປໃນພາຍຂ້າງໜ້າ;
4 ແລະ ເລື່ອງລາວຂອງສິ່ງທີ່ຢູ່ໃນການພິທັກຮັກສານີ້ ເຮົາຈະຮຽກຮ້ອງຈາກພວກເຂົາໃນວັນເວລາແຫ່ງການພິພາກສາ.
5 ດັ່ງນັ້ນ, ເຮົາຈຶ່ງໄດ້ກຳນົດພວກເຂົາ, ແລະ ນີ້ຄືພາລະກິດຂອງພວກເຂົາຢູ່ໃນສາດສະໜາຈັກຂອງພຣະເຈົ້າ, ເພື່ອໃຫ້ດູແລສິ່ງເຫລົ່ານີ້ ແລະ ສິ່ງທີ່ກ່ຽວພັນກັບມັນ, ແທ້ຈິງແລ້ວ, ຜົນປະໂຫຍດຂອງມັນ.
6 ດັ່ງນັ້ນ, ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຂົາ, ວ່າພວກເຂົາຈະບໍ່ມອບສິ່ງເຫລົ່ານີ້ໃຫ້ແກ່ສາດສະໜາຈັກ, ທັງບໍ່ໃຫ້ແກ່ໂລກ;
7 ເຖິງຢ່າງໃດກໍຕາມ, ຕາບໃດທີ່ພວກເຂົາໄດ້ຮັບຫລາຍກວ່າຄວາມຈຳເປັນ ແລະ ຄວາມຕ້ອງການ, ແລ້ວຄວນມອບມັນເຂົ້າ ຄັງຂອງເຮົາ;
8 ແລະ ຜົນປະໂຫຍດຈະຖືກອຸທິດຖວາຍເພື່ອມອບໃຫ້ແກ່ຜູ້ອາໄສຂອງຊີໂອນ, ແລະ ໃຫ້ແກ່ລູກຫລານຂອງພວກເຂົາ, ຕາບໃດທີ່ພວກເຂົາກາຍເປັນ ທາຍາດອີງຕາມກົດຂອງອານາຈັກ.
9 ຈົ່ງເບິ່ງ, ນີ້ຄືສິ່ງທີ່ພຣະຜູ້ເປັນເຈົ້າຮຽກຮ້ອງຈາກມະນຸດທຸກຄົນໃນການເປັນ ຜູ້ພິທັກຮັກສາຂອງເຂົາ, ດັ່ງທີ່ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ກຳນົດ ຫລື ຈະກຳນົດຄົນໃດຄົນໜຶ່ງຕໍ່ໄປໃນພາຍຂ້າງໜ້າ.
10 ແລະ ຈົ່ງເບິ່ງ, ບໍ່ມີຄົນໃດຖືກຍົກເວັ້ນຈາກກົດນີ້ ຜູ້ເປັນຂອງສາດສະໜາຈັກຂອງພຣະເຈົ້າທີ່ຊົງພຣະຊົນຢູ່;
11 ແທ້ຈິງແລ້ວ, ທັງບໍ່ແມ່ນອະທິການ, ທັງບໍ່ແມ່ນ ຕົວແທນທີ່ຮັກສາຄັງຂອງພຣະຜູ້ເປັນເຈົ້າ, ທັງບໍ່ແມ່ນ ຜູ້ໄດ້ຖືກກຳນົດໃຫ້ເປັນຜູ້ພິທັກຮັກສາເລື່ອງທາງໂລກ.
12 ຄົນໃດທີ່ຖືກກຳນົດໃຫ້ປະຕິບັດເລື່ອງທາງວິນຍານ, ຄົນໆນັ້ນກໍ ເໝາະສົມກັບຄ່າຈ້າງຂອງເຂົາ, ເໝືອນດັ່ງຄົນທີ່ໄດ້ຖືກກຳນົດໃຫ້ເປັນຜູ້ພິທັກຮັກສາເພື່ອປະຕິບັດເລື່ອງທາງໂລກ;
13 ແທ້ຈິງແລ້ວ, ແມ່ນແຕ່ຫລວງຫລາຍກວ່ານັ້ນ, ຊຶ່ງຄວາມຫລວງຫລາຍນັ້ນຈະເພີ່ມທະວີຂຶ້ນແກ່ເຂົາ ຜ່ານການສະແດງໃຫ້ປະຈັກຂອງພຣະວິນຍານ.
14 ເຖິງຢ່າງໃດກໍຕາມ, ໃນເລື່ອງທາງໂລກຂອງພວກເຈົ້າ, ພວກເຈົ້າຕ້ອງ ເທົ່າທຽມກັນ, ແລະ ສິ່ງນີ້ບໍ່ແມ່ນຢ່າງບໍ່ເຕັມໃຈ, ຖ້າບໍ່ດັ່ງນັ້ນຄວາມຫລວງຫລາຍຂອງການສະແດງໃຫ້ປະຈັກຂອງພຣະວິນຍານ ຈະຖືກກັກໄວ້.
15 ບັດນີ້, ເຮົາຈະມອບ ບັນຍັດຂໍ້ນີ້ໃຫ້ແກ່ຜູ້ຮັບໃຊ້ຂອງເຮົາເພື່ອເປັນຜົນປະໂຫຍດແກ່ພວກເຂົາ ໃນຂະນະທີ່ພວກເຂົາຍັງຢູ່, ເພື່ອການສະແດງໃຫ້ປະຈັກຂອງພອນຂອງເຮົາຢູ່ເທິງຫົວຂອງພວກເຂົາ, ແລະ ເພື່ອລາງວັນສຳລັບ ຄວາມພາກພຽນຂອງພວກເຂົາ ແລະ ເພື່ອຄວາມປອດໄພຂອງພວກເຂົາ;
16 ເພື່ອອາຫານ ແລະ ເພື່ອ ເຄື່ອງນຸ່ງຫົ່ມ; ເພື່ອມູນມໍລະດົກ; ເພື່ອບ້ານເຮືອນ ແລະ ເພື່ອແຜ່ນດິນ, ໃນສະພາບການໃດໆກໍຕາມທີ່ເຮົາ, ພຣະຜູ້ເປັນເຈົ້າ, ຈະວາງພວກເຂົາໄວ້, ແລະ ບ່ອນໃດກໍຕາມທີ່ເຮົາ, ພຣະຜູ້ເປັນເຈົ້າ, ຈະສົ່ງພວກເຂົາໄປ.
17 ເພາະພວກເຂົາໄດ້ຊື່ສັດໃນ ຫລາຍສິ່ງ, ແລະ ເຮັດໄດ້ດີຕາບໃດທີ່ພວກເຂົາບໍ່ໄດ້ເຮັດບາບ.
18 ຈົ່ງເບິ່ງ, ເຮົາ, ພຣະຜູ້ເປັນເຈົ້າ, ມີ ເມດຕາ ແລະ ຈະໃຫ້ພອນແກ່ພວກເຂົາ, ແລະ ພວກເຂົາຈະເຂົ້າໄປໃນຄວາມຊື່ນຊົມຂອງເລື່ອງເຫລົ່ານີ້. ແມ່ນເປັນດັ່ງນັ້ນ. ອາແມນ.