ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 9: ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ


“ບົດ​ທີ 9: ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ບົດ​ທີ 9,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ຮູບ​ພາບ
ພຣະ​ຜູ້​ລ້ຽງ​ທີ່​ດີ, ໂດຍ ແດວ ພາ​ສັນ

ບົດ​ທີ 9

ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

  • ເຮົາ​ຈະ​ສາ​ມາດ​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ຂະ​ຫຍາຍ​ວິ​ໄສ​ທັດ ແລະ ປັບ​ປຸງ​ແຜນ​ຂອງ​ເຮົາ​ເພື່ອ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ເຕີບ​ໂຕ​ໃນ​ຄວາມ​ສາ​ມາດ ແລະ ຄວາມ​ໝັ້ນ​ໃຈ​ທີ່​ຈະ​ເວົ້າ​ລົມ​ກັບ​ຜູ້​ຄົນ​ທີ່​ເຮົາ​ພົບ​ໃນ​ແຕ່​ລະ​ວັນ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ກັບ​ສະ​ມາ​ຊິກ ແລະ ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໄດ້​ແນວ​ໃດ?

  • ເຮົາ​ຄວນ​ເຮັດ​ຫຍັງ​ເມື່ອ​ເຮົາ​ໄດ້​ຮັບ​ລາຍ​ຊື່​ຜູ້​ຄົນ​ທີ່​ຖືກ​ແນະ​ນຳ​ໃຫ້​ເຮົາ?

  • ມີ​ແນວ​ຄິດ​ບາງ​ຢ່າງ​ໃດ​ແດ່​ສຳ​ລັບ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ ທີ່​ເຮົາ​ຍັງ​ບໍ່​ເຄີຍ​ລອງ​ເທື່ອ?

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ ໄດ້​ບອກ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ, “ພວກ​ເຈົ້າ​ຈົ່ງ​ອອກ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກ​ສິດ ໃຫ້​ພວກ​ເຂົາ​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ບິ​ດາ, ແລະ ຂອງ​ພຣະ​ບຸດ, ແລະ ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (ມັດ​ທາຍ 28:19; ເບິ່ງ ມາ​ຣະ​ໂກ 16:15 ນຳ​ອີກ). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢ້ຳ​ເຖິງ​ການ​ມອບ​ໝາຍ​ໃນ​ວັນ​ເວ​ລາ​ຂອງ​ເຮົາ, ໂດຍ​ກ່າວ​ວ່າ, “ພວກ​ເຈົ້າ​ຈົ່ງ​ອອກ​ໄປ​ທົ່ວ​ໂລກ, ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຕໍ່​ມະ​ນຸດ​ສະ​ໂລກ​ທັງ​ໝົດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:8; ເບິ່ງ 50:14 ນຳ​ອີກ).

ວຽກ​ງານ​ເຜີຍ​ແຜ່​ແມ່ນ​ການ​ຊອກ​ຫາ​ຜູ້​ຄົນ, ການ​ສິດ​ສອນ​ເຂົາ​ເຈົ້າ, ແລະ ການ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ກຽມ​ພ້ອມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ. ທ່ານ​ຈະ​ເຮັດ​ພາ​ລະ​ກິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ໃຫ້​ບັບ​ຕິ​ສະ​ມາ​ແກ່​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ ເມື່ອ​ທ່ານ “ພົບ​ຄົນ​ທີ່​ຮັບ​ເອົາ​ພວກ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:8). ບໍ່​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ວຽກ​ງານ​ເຜີຍ​ແຜ່​ຈົນ​ກວ່າ​ທ່ານ​ພົບ​ຄົນ​ທີ່​ຈະ​ສິດ​ສອນ. ຈົ່ງ​ສັງ​ເກດ​ເບິ່ງ​ຕະ​ຫລອດ​ເວ​ລາ​ສຳ​ລັບ​ໂອ​ກາດ​ທີ່​ຈະ​ແນະ​ນຳ​ພຣະ​ກິດ​ຕິ​ຄຸນ. ຮຽນ​ຮູ້​ທີ່​ຈະ​ໃຊ້​ວິ​ທີ​ການ​ທີ່​ມີ​ປະ​ສິດ​ທິ​ພາບ​ຢູ່​ໃນ​ເຂດ​ຂອງ​ທ່ານ.

ມັນ​ສຳ​ຄັນ​ໂດຍ​ສະ​ເພາະ​ທີ່​ຈະ​ເຮັດ​ວຽກ​ງານ​ກັບ​ສະ​ມາ​ຊິກ​ໃນ​ການ​ຊອກ​ຫາ. ຕັ້ງ​ໃຈ​ເຮັດ​ວຽກ​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ເຂົາ​ເຈົ້າ. ເມື່ອ​ສະ​ມາ​ຊິກ​ໄວ້​ວາງ​ໃຈ​ຜູ້​ສອນ​ສາດ​ສະ​ໜາ, ເຂົາ​ເຈົ້າ​ມີ​ແນວ​ໂນ້ມ​ທີ່​ຈະ​ເຊື້ອ​ເຊີນ​ໝູ່​ເພື່ອນ ແລະ ສະ​ມາ​ຊິກ​ຄອບ​ຄົວ​ມາ​ພົບ​ກັບ​ທ່ານ. ຜູ້​ຄົນ​ເຫລົ່າ​ນີ້​ມີ​ແນວ​ໂນ້ມ​ທີ່​ຈະ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ຮັບ​ບັບ​ຕິ​ສະ​ມາ, ແລະ ກ້າວ​ໜ້າ​ໃນ​ເສັ້ນ​ທາງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ.

ການ​ຊອກ​ຫາ​ຈະ​ເກີດ​ຂຶ້ນ​ຕາມ​ຄວາມ​ພ້ອມ​ຂອງ​ບຸກ​ຄົນ​ທີ່​ຈະ​ຟັງ​ພຣະ​ກິດ​ຕິ​ຄຸນ. ໄລ​ຍະ​ເວ​ລາ​ຈະ​ແຕກ​ຕ່າງ​ສຳ​ລັບ​ແຕ່​ລະ​ຄົນ. ການ​ຊອກ​ຫາ​ສາ​ມາດ​ເປັນ​ຜົນ​ມາ​ຈາກ​ການ​ປະ​ຕິ​ສຳ​ພັນ​ຄັ້ງ​ທຳ​ອິດ ຫລື ການ​ປະ​ຕິ​ສຳ​ພັນ​ຫລາຍ​ເທື່ອ ໃນ​ໄລ​ຍະ​ເວ​ລາ​ທີ່​ຍາວ​ນານ. ຫລາຍ​ຄົນ​ມີ​ການ​ປະ​ຕິ​ສຳ​ພັນ​ຫລາຍ​ເທື່ອ​ກັບ​ຜູ້​ສອນ​ສາດ​ສະ​ໜາ ຫລື ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ກ່ອນ​ເລີ່ມ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ຈິງ​ຈັງ. ຢ່າ​ລັງ​ເລ​ໃຈ​ທີ່​ຈະ​ຕິດ​ຕໍ່​ເຂົາ​ເຈົ້າ​ອີກ​ຄັ້ງ.

ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຊອກ​ຫາ ອາດ​ເກີດ​ຜົນ​ຫລັງ​ຈາກ​ທ່ານ​ຖືກ​ຍ້າຍ ຫລື ແມ່ນ​ແຕ່​ຫລັງ​ຈາກ​ທ່ານ​ໄດ້​ຈົບ​ການ​ເຜີຍ​ແຜ່​ຂອງ​ທ່ານ​ແລ້ວ. ບໍ່​ວ່າ​ຈັງ​ຫວະ​ເວ​ລາ ຫລື ຜົນ​ໄດ້​ຮັບ​ຈະ​ເປັນ​ແນວ​ໃດ, ພຣະ​ຜູ້​ເປັນ​ເຈົ້າ​ສຳ​ນຶກ​ຄຸນ​ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ຢູ່.

ບົດ​ນີ້​ສະ​ຫລຸບ​ຫລັກ​ທຳ ແລະ ແນວ​ຄິດ​ທີ່​ຊ່ວຍ​ໃຫ້​ທ່ານ​ຊອກ​ຫາ. ຫລັກ​ທຳ​ເຫລົ່າ​ນີ້​ແມ່ນ​ທົ່ວ​ໄປ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜູ້​ສອນ​ສາດ​ສະ​ໜາ ແລະ ຜູ້​ນຳ​ເຜີຍ​ແຜ່​ອາດ​ຕ້ອງ​ໄດ້​ປັບ​ມັນ​ໃຫ້​ເຂົ້າ​ກັບ​ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ.

ໃຊ້​ສັດ​ທາ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ

ບໍ່​ວ່າ​ທ່ານ​ຈະ​ຮັບ​ໃຊ້​ຢູ່​ບ່ອນ​ໃດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ທ່ານ​ໃຫ້​ອອກ​ແຮງ “ເພື່ອ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 100:4). ເພື່ອ​ເຮັດ​ສິ່ງ​ນີ້, ທ່ານ​ຕ້ອງ​ໄດ້​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ ແລະ ຮັບ​ບັບ​ຕິ​ສະ​ມາ.

ສັດ​ທາ​ເປັນ​ຫລັກ​ທຳ​ຂອງ​ການ​ກະ​ທຳ ແລະ ພະ​ລັງ. ຈົ່ງ​ມີ​ສັດ​ທາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກຽມ​ຜູ້​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ໄວ້​ແລ້ວ. ຈົ່ງ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ອົດ​ທົນ​ວ່າ ພຣະ​ອົງ​ຈະ​ນຳ​ທ່ານ​ໄປ​ຫາ​ເຂົາ​ເຈົ້າ, ຫລື ເຂົາ​ເຈົ້າ​ມາ​ຫາ​ທ່ານ. ປະ​ຕິ​ບັດ​ຕາມ​ສັດ​ທາ​ຂອງ​ທ່ານ​ໂດຍ​ການ​ຕັ້ງ​ເປົ້າ​ໝາຍ, ການ​ວາງ​ແຜນ, ແລະ ການ​ປະ​ຕິ​ບັດ​ແຜນ​ການ​ຂອງ​ທ່ານ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ (ເບິ່ງ ບົດ​ທີ 8).

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ອະ​ທິ​ຖານ

ອະ​ທິ​ຖານ​ດ້ວຍ​ສັດ​ທາ ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ. ເມື່ອ​ແອວ​ມາ​ໄດ້​ນຳ​ພາ​ວຽກ​ງານ​ເຜີຍ​ແຜ່​ໄປ​ຫາ​ຊາວ​ໂຊ​ຣຳ, ເພິ່ນ​ໄດ້​ອະ​ທິ​ຖານ: “ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ຂໍ​ພຣະ​ອົງ​ຈົ່ງ​ປະ​ທານ ໃຫ້​ພວກ​ຂ້າ​ນ້ອຍ ເພື່ອ​ພວກ​ຂ້າ​ນ້ອຍ​ຈະ​ມີ​ຄວາມ​ສຳ​ເລັດ​ໃນ​ການ​ນຳ​ພາ​ຜູ້​ຄົນ​ເຫລົ່າ​ນີ້​ມາ​ຫາ​ພຣະ​ອົງ​ໃນ​ພຣະ​ຄຣິດ​ອີກ. ຂໍ​ຈົ່ງ​ທອດ​ພຣະ​ເນດ​ເຖີດ, ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ປະ​ເສີດ … ; ສະ​ນັ້ນ, ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ຂໍ​ຈົ່ງ​ໂປດ​ປະທານ​ພະ​ລັງ ແລະ ປັນ​ຍາ​ໃຫ້​ແກ່​ພວກ​ຂ້າ​ນ້ອຍ​ດ້ວຍ​ເຖີດ, ເພື່ອ​ພວກ​ຂ້າ​ນ້ອຍ​ຈະ​ໄດ້​ນຳ [ພວກ​ເຂົາ] ເຫລົ່າ​ນີ້​ມາ​ຫາ​ພຣະ​ອົງ​ອີກ” (ແອວ​ມາ 31:34–35).

ຜູ້​ຄົນ​ທີ່​ທ່ານ​ພົບ ສ່ວນ​ຫລາຍບໍ່​ຮູ້​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ຊອກ​ຫາ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ຈົນ​ກວ່າ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ. ຍົກ​ຕົວ​ຢ່າງ, ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຄົນ​ໜຶ່ງ​ໄດ້​ເວົ້າ​ວ່າ, “ເມື່ອ​ຂ້ອຍ​ໄດ້​ຍິນ​ພຣະ​ກິດ​ຕິ​ຄຸນ, ມັນ​ເຕີມ​ເຕັມ​ຊ່ອງ​ວ່າງ​ໃນ​ຫົວ​ໃຈ​ຂ້ອຍ ຊຶ່ງ​ຂ້ອຍ​ບໍ່​ຮູ້​ວ່າ​ຕົວ​ເອງ​ມີ.” ຄົນ​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ໄດ້​ສຳ​ເລັດ​ການ​ຄົ້ນ​ຫາ ທີ່​ຂ້ອຍ​ບໍ່​ຮູ້​ວ່າ​ຕົວ​ເອງ​ໄດ້​ເຮັດ.” ຄົນ​ອື່ນໆ​ກຳ​ລັງ​ຊອກ​ຫາ​ຄວາມ​ຈິງ ແຕ່​ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ມັນ​ໄດ້​ຢູ່​ບ່ອນ​ໃດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123:12).

ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ ຂະ​ນະ​ທີ່​ທ່ານ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ. ການ​ຊອກ​ຫາ​ໂດຍ​ພຣະ​ວິນ​ຍານ​ກໍ​ສຳ​ຄັນ​ເທົ່າໆ​ກັບ​ການ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ. ມີ​ສັດ​ທາ​ວ່າ​ທ່ານ​ຈະ​ຮູ້​ວິ​ທີ​ທີ່​ຈະ​ຊອກ​ຫາ​ຜູ້​ທີ່​ຈະ​ຮັບ​ທ່ານ.

ການ​ສຶກ​ສາ​ກັບ​ຄູ່​ສອນ

ອາດ​ມີ​ສະ​ມາ​ຊິກ​ຢູ່​ໃນ​ເຂດ​ຂອງ​ທ່ານ​ທີ່​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ. ຖາມ​ວ່າ​ເຂົາ​ເຈົ້າ​ໄດ້​ຮູ້​ຈັກ​ສາດ​ສະ​ໜາ​ຈັກ​ໄດ້​ແນວ​ໃດ. ຄຳ​ຕອບ​ຂອງ​ເຂົາ​ເຈົ້າ​ອາດ​ໃຫ້​ຄວາມ​ຮູ້​ແຈ້ງ​ແກ່​ທ່ານ​ເຖິງ​ວິ​ທີ​ທີ່​ຈະ​ຊອກ​ຫາ. ຖາມ​ອີກ​ວ່າ​ເຂົາ​ເຈົ້າ​ໄດ້​ມາ​ຮູ້​ຈັກ​ວ່າ​ຜູ້​ສອນ​ສາດ​ສະ​ໜາ​ສິດ​ສອນ​ຄວາມ​ຈິງ​ໃຫ້​ເຂົາ​ເຈົ້າ​ແນວ​ໃດ. ສະ​ຫລຸບ​ປະ​ສົບ​ຂອງ​ເຂົາ​ເຈົ້າ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ລູກໆ​ຂອງ​ພຣະ​ເຈົ້າ​ໄດ້​ກຽມ ແລະ ຖືກ​ນຳ​ພາ​ມາ​ຫາ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ແນວ​ໃດ?

ຂະ​ຫຍາຍ​ວິ​ໄສ​ທັດ​ຂອງ​ທ່ານ​ໃນ​ການ​ວາງ​ແຜນ​ທີ່​ຈະ​ຊອກ​ຫາ

ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ, ຈົ່ງ​ຮູ້​ເຖິງ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ ການ​ກຳ​ນົດ​ເວ​ລາ ແລະ ການ​ວາງ​ແຜນ. ການ​ກຳ​ນົດ​ເວ​ລາ ແມ່ນ​ການ​ຕື່ມ​ຂໍ້​ມູນ​ໃສ່​ໃນ​ແຜນ​ການ ແລະ ມື້​ຂອງ​ທ່ານ. ການ​ວາງ​ແຜນ ແມ່ນ​ຄວາມ​ພະ​ຍາ​ຍາມ​ດ້ວຍ​ການ​ອະ​ທິ​ຖານ ແລະ ດ້ວຍ​ຈຸດ​ປະ​ສົງ ທີ່​ຈະ​ສຸມ​ໃສ່​ຜູ້​ຄົນ ແລະ ວິ​ທີ​ທີ່​ດີ​ທີ່​ສຸດ​ເພື່ອ​ຊອກ​ຫາ​ເຂົາ​ເຈົ້າ.

ກິດ​ຈະ​ກຳ​ທີ່​ເໝາະ​ສົມ, ໃນ​ເວ​ລາ​ທີ່​ເໝາະ​ສົມ ແລະ ໃນ​ສະ​ຖານ​ທີ່ ທີ່​ເໝາະ​ສົມ, ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ​ໄດ້. ຖາມ​ຕົວ​ເອງ​ດ້ວຍ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

  • ເຮົາ​ຈະ​ພົບ​ຜູ້​ຄົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ກຽມ​ໄວ້​ແລ້ວ​ແນວ​ໃດ?

  • ສະ​ຖານ​ທີ່ ແລະ ປະ​ເພດ​ຂອງ​ກິດ​ຈະ​ກຳ​ທີ່​ດີ​ທີ່​ສຸດ ເພື່ອ​ຊອກ​ຫາ​ຜູ້​ຄົນ ໃນ​ເວ​ລາ​ສະ​ເພາະ​ຂອງ​ມື້​ນັ້ນ ຫລື ອາ​ທິດ​ນັ້ນ​ແມ່ນ​ຢູ່​ໃສ ແລະ ແມ່ນ​ຫຍັງ?

  • ເຮົາ​ຈະ​ສາ​ມາດ​ສະ​ແດງ​ຄວາມ​ຮັກ, ຮັບ​ໃຊ້​ເຂົາ​ເຈົ້າ, ຫລື ນຳ​ຄຸນ​ຄ່າ​ມາ​ສູ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ໃນ​ເວ​ລາ​ນີ້​ໄດ້​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ໃຊ້​ພະ​ລັງ, ທັກ​ສະ, ແລະ ພອນ​ສະ​ຫວັນ​ສ່ວນ​ຕົວ ເພື່ອ​ຍົກ​ລະ​ດັບ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

  • ແມ່ນ​ຫຍັງ​ຄື​ແຜນ​ການ​ສຳ​ລອງ​ຂອງ​ເຮົາ ຖ້າ​ຫາກ​ບາງ​ສິ່ງ​ບາງ​ຢ່າງ​ບໍ່​ໄດ້​ຜົນ?

ພະ​ຍາ​ຍາມ​ຮັບ​ຮູ້​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກຽມ​ຜູ້​ຄົນ. ເຂົາ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ເວົ້າ​ລົມ​ກັບ​ທ່ານ​ຫລື​ບໍ່? ເຂົາ​ເຈົ້າ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ ຫລື ການ​ປອບ​ໂຍນ​ຫລື​ບໍ່?

ຄິດ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຊອກ​ຫາ​ທີ່​ປະ​ສົບ​ຜົນ​ສຳ​ເລັດ. ການ​ປະ​ຕິ​ສຳ​ພັນ​ຄັ້ງ​ທຳ​ອິດ​ຢູ່​ໃສ? ຄວາມ​ພະ​ຍາ​ຍາມ​ໄດ້​ລວມ​ທັງ​ສະ​ມາ​ຊິກ​ໃນ​ທ້ອງ​ຖິ່ນ​ຫລື​ບໍ່? ໄດ້​ໃຊ້​ເທັກ​ໂນ​ໂລ​ຈີ​ຫລື​ບໍ່?

ເລີ່ມ​ຕົ້ນ​ການ​ວາງ​ແຜນ​ຂອງ​ທ່ານ ໂດຍ​ການ​ສຸມ​ໃສ່​ວິ​ທີ​ທີ່​ທ່ານ​ສາ​ມາດ​ເປັນ​ພອນ​ໃຫ້​ກັບ​ຜູ້​ຄົນ, ແລະ ແລ້ວ​ການ​ກຳ​ນົດ​ເວ​ລາ​ຂອງ​ທ່ານ​ຈະ​ເປັນ​ຮູບ​ເປັນ​ຮ່າງ.

ການ​ສຶກ​ສາ​ກັບ​ຄູ່​ສອນ

ກັບ​ຄູ່​ສອນ​ຂອງ​ທ່ານ, ໃຫ້​ໃຊ້​ຕາ​ຕະ​ລາງ​ຢູ່​ຂ້າງ​ລຸ່ມ ເພື່ອ​ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ທ່ານ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ. ວາງ​ແຜນ​ທີ່​ຈະ​ລອງ​ແນວ​ຄິດ​ບາງ​ຢ່າງ​ທີ່​ໃໝ່​ຕໍ່​ພວກ​ທ່ານ.

ຄວາມ​ພະ​ຍາ​ຍາມ​ໃນ​ການ​ຊອກ​ຫາ

ບາງ​ຄັ້ງ

ເລື້ອຍໆ

ເກືອບ​ຕະ​ຫລອດ​ເວ​ລາ

ພວກ​ເຮົາ​ໄດ້​ຮູ້​ຈັກ​ສະ​ມາ​ຊິກ ແລະ ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ, ລວມ​ທັງ​ສະ​ມາ​ຊິກ​ໃໝ່, ຊາວ​ໜຸ່ມ, ຜູ້​ທີ່​ກຽມ​ຮັບ​ໃຊ້​ເຜີຍ​ແຜ່, ອະ​ດີດ​ຜູ້​ສອນ​ສາດ​ສະ​ໜາ, ຄອບ​ຄົວ​ທີ່​ເປັນ​ສະ​ມາ​ຊິກ​ບາງ​ສ່ວນ, ແລະ ຜູ້​ຄາດ​ຫວັງ​ເປັນ​ແອວ​ເດີ.

ພວກ​ເຮົາ​ເຮັດ​ວຽກ​ງານ​ເພື່ອ​ໃຫ້​ໄດ້​ຄວາມ​ໄວ້​ວາງ​ໃຈ​ຈາກ​ສະ​ມາ​ຊິກ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ຮູ້​ສຶກ​ສະ​ບາຍ​ໃຈ​ທີ່​ຈະ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ແລະ ໝູ່​ເພື່ອນ​ໃຫ້​ມາ​ພົບ​ກັບ​ພວກ​ເຮົາ.

ພວກ​ເຮົາ​ເຮັດ​ວຽກ​ກັບ​ຜູ້​ນຳ​ໃນ​ຫວອດ ໃນ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ ເພື່ອ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຊອກ​ຫາ​ຂອງ​ພວກ​ເຮົາ ແລະ ສອບ​ຖາມ​ວ່າ​ມີ​ຜູ້​ຄົນ​ທີ່​ພວກ​ເຮົາ​ສາ​ມາດ​ຕິດ​ຕໍ່​ຫລື​ບໍ່.

ພວກ​ເຮົາ​ເຮັດ​ວຽກ​ງານ​ກັບ​ຜູ້​ຄົນ​ທີ່​ກຳ​ລັງ​ຮັບ​ການ​ສິດ​ສອນ, ຜູ້​ຄົນ​ທີ່​ໄດ້​ສິດ​ສອນ​ຜ່ານ​ມາ, ແລະ ຜູ້​ຄົນ​ທີ່​ຖືກ​ແນະ​ນຳ​ໃຫ້​ຊອກ​ຫາ.

ພວກ​ເຮົາ​ເວົ້າ​ລົມ​ກັບ​ຫລາຍ​ຄົນ​ເທົ່າ​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໄດ້​ໃນ​ແຕ່​ລະ​ວັນ.

ພວກ​ເຮົາ​ກຽມ​ພ້ອມ​ທາງ​ວິນ​ຍານ ແລະ ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ ຂະ​ນະ​ທີ່​ພວກ​ເຮົາ​ວາງ​ແຜນ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ.

ພວກ​ເຮົາ​ເຊື່ອ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກຽມ​ຜູ້​ຄົນ​ໄວ້​ໃຫ້​ພວກ​ເຮົາ​ເພື່ອ​ສິດ​ສອນ.

ພວກ​ເຮົາ​ພິ​ຈາ​ລະ​ນາ​ວ່າ​ຈະ​ຊ່ວຍ​ຜູ້​ທີ່​ພວກ​ເຮົາ​ພົບ​ໃຫ້​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ພວກ​ເຮົາ​ໄດ້​ຕັ້ງ​ເປົ້າ​ໝາຍ​ການ​ຊອກ​ຫາ​ປະ​ຈຳ​ອາ​ທິດ ແລະ ປະ​ຈຳ​ວັນ (ເບິ່ງ ບົດ​ທີ 8).

ພວກ​ເຮົາ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ​ສະ​ເໝີ.

ພວກ​ເຮົາ​ມີ​ຄວາມ​ຄິດ​ສ້າງ​ສັນ ແລະ ໃຊ້​ຫລາກ​ຫລາຍ​ວິ​ທີ​ເພື່ອ​ຊອກ​ຫາ​ຜູ້​ຄົນ. ພວກ​ເຮົາ​ລອງ​ວິ​ທີ​ໃໝ່ ແລະ ຫລີກ​ເວັ້ນ​ຈາກ​ການ​ຕິດ​ຢູ່​ກັບ​ກິດ​ຈະ​ວັດ​ປະ​ຈຸ​ບັນ.

ພວກ​ເຮົາ​ວາງ​ແຜນ​ສະ​ເພາະ​ເພື່ອ​ຊອກ​ຫາ. ພວກ​ເຮົາ​ວາງ​ແຜນ​ວ່າ​ພວກ​ເຮົາ​ຈະ​ສຸມ​ໃສ່​ເມື່ອ​ໃດ, ຢູ່​ໃສ, ແລະ ວິ​ທີ​ໃດ.

ພວກ​ເຮົາ​ພິ​ຈາ​ລະ​ນາ​ວ່າ​ສະ​ຖານ​ທີ່​ໃດ ແລະ ເວ​ລາ​ໃດ​ແມ່ນ​ດີ​ທີ່​ສຸດ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ.

ພວກ​ເຮົາ​ພິ​ຈາ​ລະ​ນາ​ວ່າ​ກິດ​ຈະ​ກຳ​ການ​ຊອກ​ຫາ​ໃດ​ທີ່​ມີ​ປະ​ສິດ​ທິ​ພາບ​ໃນ​ອະ​ດີດ.

ພວກ​ເຮົາ​ປັບ​ແຜນ​ການ​ຊອກ​ຫາ​ຂອງ​ພວກ​ເຮົາ​ຕາມ​ຄວາມ​ຈຳ​ເປັນ ແລະ ມີ​ແຜນ​ສຳ​ລອງ​ເມື່ອ​ລາຍ​ການ​ບໍ່​ເປັນ​ຕາມ​ຕາ​ຕະ​ລາງ​ທີ່​ຈັດ​ໄວ້.

ພວກ​ເຮົາ​ໃຊ້​ແອັບ Preach My Gospel ເພື່ອ​ຊອກ​ຫາ, ເພື່ອ​ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ, ແລະ ເພື່ອ​ທົບ​ທວນ ແລະ ອັບ​ເດດ​ບັນ​ທຶກ​ປະ​ຈຳ​ວັນ​ຂອງ​ພວກ​ເຮົາ.

ພວກ​ເຮົາ​ໃຊ້​ພອນ​ສະ​ຫວັນ ແລະ ຄວາມ​ເຂັ້ມ​ແຂງ​ສ່ວນ​ບຸກ​ຄົນ​ຂອງ​ພວກ​ເຮົາ​ເພື່ອ​ຊ່ວຍ​ຊອກ​ຫາ.

ພວກ​ເຮົາ​ວາງ​ແຜນ​ວ່າ​ຈະ​ໃຊ້​ສື່​ສັງ​ຄົມ ແລະ ເທັກ​ໂນ​ໂລ​ຈີ​ເມື່ອ​ໃດ ແລະ ວິ​ທີ​ໃດ ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ.

ພວກ​ເຮົາ​ໃຊ້​ການ​ໂຄ​ສະ​ນາ​ສື່​ມວນ​ຊົນ ແລະ ການ​ສະ​ເໜີ​ໃນ​ທ້ອງ​ຖິ່ນ ທີ່​ຕອບ​ສະ​ໜອງ​ຄວາມ​ສົນ​ໃຈ ແລະ ຄວາມ​ຕ້ອງ​ການ​ຂອງ​ຜູ້​ຄົນ​ຢູ່​ໃນ​ເຂດ​ຂອງ​ພວກ​ເຮົາ.

ພວກ​ເຮົາ​ຕອບ​ຢ່າງວ່ອງ​ໄວ​ຕໍ່​ການ​ຮ້ອງ​ຂໍ​ທາງ​ອອນ​ລາຍ ແລະ ຂໍ້​ຄວາມ​ຈາກ​ຜູ້​ທີ່​ອາດ​ຈະ​ສົນ​ໃຈ.

ພວກ​ເຮົາ​ວາງ​ແຜນ​ການ​ໂພສ​ໃນ​ສື່​ສັງ​ຄົມ​ຂອງ​ພວກ​ເຮົາ​ລ່ວງ​ໜ້າ ແລະ ເຮັດ​ວຽກ​ງານ​ກັບ​ສະ​ມາ​ຊິກ​ເພື່ອ​ຊອກ​ຫາ​ທາງ​ອອນ​ລາຍ.

ຈົ່ງ​ພາກ​ພຽນ​ໃນ​ການ​ຊອກ​ຫາ

ເຮັດ​ໃຫ້​ການ​ຊອກ​ຫາ​ເປັນ​ຄວາມ​ພະ​ຍາ​ຍາມ​ຕະ​ຫລອດ​ເວ​ລາ

ໃນ​ສະ​ໄໝ​ເລີ່ມ​ຕົ້ນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ກຸ່ມ​ອ້າຍ​ນ້ອງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ໃຫ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ “ທີ່​ແຄມ​ທາງ” ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ເດີນ​ທາງ. ພຣະ​ອົງ​ຕ້ອງ​ການ​ໃຫ້​ພວກ​ເພິ່ນ​ໃຊ້​ທຸກ​ໂອ​ກາດ​ເພື່ອ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:9–10, 22–23, 25–27.)

ນຳ​ໃຊ້​ຄຳ​ແນະ​ນຳ​ນີ້​ກັບ​ການ​ຊອກ​ຫາ​ຂອງ​ທ່ານ. ໃຊ້​ຄວາມ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ​ເພື່ອ​ຊອກ​ຫາ​ຕະ​ຫລອດ​ທັງ​ວັນ. ວາງ​ແຜນ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຊອກ​ຫາ​ຂອງ​ທ່ານ—ແລະ ຊອກ​ຫາ​ໂອ​ກາດ​ທີ່​ບໍ່​ໄດ້​ວາງ​ແຜນ​ລ່ວງ​ໜ້າ​ນຳ​ອີກ. ການ​ຊອກ​ຫາ​ຄົນ​ໃໝ່​ເພື່ອ​ສິດ​ສອນ​ແມ່ນ​ຄວາມ​ຈຳ​ເປັນ​ຕະ​ຫລອດ​ເວ​ລາ.

ສະ​ແຫວງ​ຫາ​ການ​ດົນ​ໃຈ ແລະ ເຕັມ​ໃຈ​ທີ່​ຈະ​ໃຊ້​ຫລາກ​ຫລາຍ​ວິ​ທີ. ສຸມ​ໃສ່​ວິ​ທີ​ທີ່​ມີ​ປະ​ສິດ​ທິ​ພາບ​ຫລາຍ​ທີ່​ສຸດ​ຢູ່​ໃນ​ເຂດ​ຂອງ​ທ່ານ.

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ເອີ້ນ​ເປ​ໂຕ ແລະ ອັນ​ເດ​ອາ, ໂດຍ ເຈມສ໌ ທີ ຮາ​ວູດ

ວາງ​ສາຍ​ໄວ້​ໃນ​ນ້ຳ

ກ່ຽວ​ກັບ​ວຽກ​ງານ​ຂອງ​ຜູ້​ສອນ​ສາດ​ສະ​ໜາ, ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ກ່າວ​ວ່າ:

“ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ຄວນ​ເປັນ​ເໝືອນ​ດັ່ງ​ຊາວ​ປະ​ມົງ​ທີ່​ຄິດ​ວ່າ​ລາວ​ຫາ​ປາ​ຕະ​ຫລອດມື້ ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ ລາວ​ໄດ້​ໃຊ້​ເວ​ລາ​ສ່ວນ​ໃຫຍ່​ກັບ​ການ​ເດີນ​ທາງ​ໄປ​ກັບ, ກິນ​ເຂົ້າ​ສວຍ, ແລະ ຫຍຸ້ງ​ຢູ່​ກັບ​ອຸ​ປະ​ກອນ​ຂອງ​ລາວ. ຄວາມ​ສຳ​ເລັດ​ໃນ​ການ​ຫາ​ປາ​ແມ່ນ​ກ່ຽວ​ຂ້ອງ​ກັບ​ໄລ​ຍະ​ເວ​ລາ​ທີ່​ທ່ານ​ວາງ​ສາຍ​ໄວ້​ໃນ​ນ້ຳ, ບໍ່​ແມ່ນ​ໄລ​ຍະ​ເວ​ລາ​ທີ່​ທ່ານ​ຢູ່​ຫ່າງ​ຈາກ​ອາ​ພາດ​ເມັນ​ຂອງ​ທ່ານ. ຊາວ​ປະ​ມົງ​ບາງ​ຄົນ​ອອກ​ເຮືອນ​ໄປ​ສິບ​ສອງ​ຊົ່ວ​ໂມງ ແລະ ວາງ​ສາຍ​ໄວ້​ໃນ​ນ້ຳ​ສິບ​ຊົ່ວ​ໂມງ. ຊາວ​ປະ​ມົງ​ບາງ​ຄົນ​ອອກ​ເຮືອນ​ໄປ​ສິບ​ສອງ​ຊົ່ວ​ໂມງ ແລະ ວາງ​ສາຍ​ໄວ້​ໃນ​ນ້ຳ​ພຽງ​ສອງ​ຊົ່ວ​ໂມງ. ປະ​ເພດ​ສຸດ​ທ້າຍ​ນີ້​ອາດ​ສົງ​ໄສ​ວ່າ​ເປັນ​ຫຍັງ​ເຂົາ​ຈຶ່ງ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ເໝືອນ​ດັ່ງ​ຄົນ​ອື່ນ.

“ຫລັກ​ທຳ​ອັນ​ດຽວ​ກັນ​ນີ້​ໃຊ້​ໄດ້​ກັບ​ຜູ້​ສອນ​ສາດ​ສະ​ໜາ, ຜູ້​ທີ່​ພຣະ​ອາ​ຈານ​ເອີ້ນ​ວ່າ ‘ຜູ້​ຫາ​ຄົນ’ [ມັດ​ທາຍ 4:19]. ສາຍ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ຄວນ​ຢ່ອນ​ລົງ​ໄປ​ໃນ​ນ້ຳ​ຈັບ​ປາ​ທັນ​ທີ​ທີ່​ເຂົາ​ເຈົ້າ​ອອກ​ຈາກ​ອາ​ພາດ​ເມັນ​ໄປ” (ປະ​ຊຸມ​ສຳ​ມະ​ນາ​ສຳ​ລັບ​ປະ​ທານ​ເຜີຍ​ແຜ່​ໃໝ່, ວັນ​ທີ 20 ເດືອນ​ມິ​ຖຸ​ນາ, 2000).

ຮູບ​ພາບ
ຄັນ​ເບັດ​ຫລາຍ​ຄັນ

ແອວ​ເດີ ຄວິນ​ຕິນ ແອວ ຄຸກ ໄດ້​ຂະ​ຫຍາຍ​ຄວາມ​ກ່ຽວ​ກັບ​ການ​ປຽບ​ທຽບ​ນີ້. ນອກ​ເໜືອ​ໄປ​ຈາກ​ການ​ຮັກ​ສາ “ສາຍ [ຂອງ​ທ່ານ] ໄວ້​ໃນ​ນ້ຳ” ເປັນ​ເວ​ລາ​ດົນ​ນານ​ແລ້ວ, ເພິ່ນ​ສິດ​ສອນ​ວ່າ ຜູ້​ສອນ​ສາດ​ສະ​ໜາ​ຜູ້​ທີ່​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ “ມີ​ສາຍ​ເບັດ ຫລາຍ ສາຍ​ຢູ່​ໃນ​ນ້ຳ​ຢ່າງ​ສະ​ໝ່ຳ​ສະ​ເໝີ. …

“ເຂົາ​ເຈົ້າ​ລະ​ບຸ ແລະ ຕິດ​ຕໍ່​ຄອບ​ຄົວ​ທີ່​ເປັນ​ສະ​ມາ​ຊິກ​ບາງ​ສ່ວນ.

“ເຂົາ​ເຈົ້າ​ຄົ້ນ​ໃນ [ແອັບ Preach My Gospel] ເພື່ອ​ຊອກ​ຫາ​ຄົນ​ທີ່​ເຄີຍ​ໄດ້​ຮັບ​ການ​ສິດ​ສອນ​ໃນ​ອະ​ດີດ ເພື່ອ​ຕິດ​ຕໍ່​ຫາ​ທາງ​ໂທ​ລະ​ສັບ ແລະ ການ​ສົ່ງ​ຂໍ້​ຄວາມ.

“ເຂົາ​ເຈົ້າ​ສະ​ເໜີ​ການ​ຮັບ​ໃຊ້​ຕໍ່​ສະ​ມາ​ຊິກ, ຜູ້​ຄົນ​ທີ່​ເຄີຍ​ໄດ້​ຮັບ​ການ​ສິດ​ສອນ​ໃນ​ອະ​ດີດ, ຜູ້​ຄົນ​ໃນ​ປະ​ຈຸ​ບັນ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ສິດ​ສອນ, ແລະ ຊຸມ​ຊົນ​ໂດຍ​ລວມ. …

“ເຂົາ​ເຈົ້າ​ຊ່ວຍ​ສະ​ມາ​ຊິກ​ສ້າງ​ຂ່າວ​ສານ​ພຣະ​ກິດ​ຕິ​ຄຸນ​ເພື່ອ​ແບ່ງ​ປັນ​ດ້ວຍ​ຕົວ​ເອງ … ຢູ່​ທີ່​ຖານ​ສື່​ສັງ​ຄົມ.

“ເຂົາ​ເຈົ້າ​ຮັບ​ເອົາ​ລາຍ​ຊື່​ຜູ້​ຖືກ​ແນະ​ນຳ​ຈາກ​ຜູ້​ຄົນ​ທີ່​ເຂົາ​ເຈົ້າ​ຢ້ຽມ​ຢາມ ແລະ ສິດ​ສອນ,” (“Be Spiritual Pathfinders and Influencers,” missionary devotional, Sept. 10, 2020; ເນັ້ນ​ຄຳ​ເນີ້ງ).

ການ​ສຶກ​ສາ​ກັບ​ຄູ່​ສອນ

ສົນ​ທະ​ນາ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

  • ມີ​ວິ​ທີ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ຮັກ​ສາ “ສາຍ [ຂອງ​ທ່ານ] ໄວ້​ໃນ​ນ້ຳ” ເປັນ​ເວ​ລາ​ດົນ​ນານ​ລະ​ຫວ່າງ​ວັນ?

  • ມີ​ວິ​ທີ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ຮັກ​ສາ​ຫລາຍ​ສາຍ​ຢູ່​ໃນ​ນ້ຳ ຂະ​ນະ​ທີ່​ທ່ານ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ?

  • ມີ​ຄຸນ​ລັກ​ສະ​ນະ​ຢ່າງ​ໃດ​ແດ່​ຢູ່​ໃນ​ແອັບ Preach My Gospel ທີ່​ສາ​ມາດ​ຊ່ວຍ​ທ່ານ​ໄດ້?

  • ທ່ານ​ຈະ​ໃຊ້​ເທັກ​ໂນ​ໂລ​ຈີ​ເພື່ອ​ຊ່ວຍ​ໃຫ້​ທ່ານ​ຮັກ​ສາ​ຫລາຍ​ສາຍ​ໄວ້​ໃນ​ນ້ຳ​ໄດ້​ແນວ​ໃດ?

ເວົ້າ​ລົມ​ກັບ​ທຸກ​ຄົນ

ພັດ​ທະ​ນາ​ຄວາມ​ປາດ​ຖະ​ໜາ​ຢ່າງ​ເລິກ​ເຊິ່ງ​ທີ່​ຈະ​ນຳ​ຈິດ​ວິນ​ຍານ​ມາ​ຫາ​ພຣະ​ຄຣິດ (ເບິ່ງ ໂມ​ໄຊ​ຢາ 28:3). ເມື່ອ​ທ່ານ​ຮູ້​ສຶກ​ເຖິງ​ຄວາມ​ປາດ​ຖະ​ໜາ​ນີ້, ຄວາມ​ຮັກ ແລະ ຄວາມ​ຫ່ວງ​ໃຍ​ຂອງ​ທ່ານ​ຈະ​ສະ​ທ້ອນ​ຢູ່​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຊອກ​ຫາ. ຄວາມ​ຮັກ​ຂອງ​ທ່ານ​ກໍ​ຈະ​ສະ​ທ້ອນ​ຢູ່​ໃນ​ການ​ສົນ​ທະ​ນາ​ຂອງ​ທ່ານ​ນຳ​ອີກ.

ເວົ້າ​ລົມ​ກັບ​ຫລາຍໆ​ຄົນ​ເທົ່າ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ໃນ​ແຕ່​ລະ​ວັນ. ເວົ້າ​ລົມ​ກັບ​ເຂົາ​ເຈົ້າ​ໃນ​ທຸກ​ບ່ອນ​ທີ່​ທ່ານ​ໄປ. ເມື່ອ​ເໝາະ​ສົມ, ໃຫ້​ໄປ​ຈາກ​ເຮືອນ​ໜຶ່ງ​ຫາ​ອີກ​ເຮືອນ​ໜຶ່ງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ແອວ​ເດີ​ບາງ​ຄົນ​ໃນ​ສະ​ໄໝ​ເລີ່ມ​ຕົ້ນ​ສາດ​ສະ​ໜາ​ຈັກ​ວ່າ​ໃຫ້, “ເປີດ​ປາກ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ.” ແລ້ວ​ພຣະ​ອົງ​ໄດ້​ສັນ​ຍາ​ວ່າ ປາກ​ຂອງ​ເຂົາ​ເຈົ້າ​ຈະ “ຖືກ​ເຮັດ​ໃຫ້​ເຕັມ” ດ້ວຍ​ສິ່ງ​ທີ່​ຈະ​ສິດ​ສອນ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 30:5; ເບິ່ງ 33:7–10 ນຳ​ອີກ).

ຄ້າຍ​ຄື​ກັນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂຈ​ເຊັບ ສະ​ມິດ ແລະ ຊິດ​ນີ ຣິກ​ດອນ ວ່າ, “ຈົ່ງ​ເປັ່ງ​ສຽງ​ຂອງ​ພວກ​ເຈົ້າ​ແກ່​ຜູ້​ຄົນ​ພວກ​ນີ້; ກ່າວ​ຄວາມ​ຄິດ​ທີ່​ເຮົາ​ຈະ​ເອົາ​ໃສ່​ໃນ​ໃຈ​ຂອງ​ພວກ​ເຈົ້າ.” ແລ້ວ​ພຣະ​ອົງ​ໄດ້​ສັນ​ຍາ​ວ່າ, “ມັນ​ຈະ​ຖືກ​ມອບ​ໃຫ້​ພວກ​ເຈົ້າ … ໃນ​ເວ​ລາ​ນັ້ນ​ເອງ, ສິ່ງ​ທີ່​ພວກ​ເຈົ້າ​ຈະ​ກ່າວ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 100:5–6).

ຂະ​ນະ​ທີ່​ທ່ານ​ພົບ​ຜູ້​ຄົນ, ສ່ວນ​ຫລາຍ​ທ່ານ​ຈະ​ຮູ້​ສຶກ​ວ່າ​ພຣະ​ວິນ​ຍານ​ຊ່ວຍ​ເຫລືອ​ທ່ານ​ໃຫ້​ຮູ້​ຈັກ​ສິ່ງ​ທີ່​ຈະ​ເວົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ທ່ານ​ບໍ່​ຮູ້​ສຶກ​ເຖິງ​ການ​ກະ​ຕຸ້ນ, ກໍ​ໃຫ້​ເລີ່ມ​ຕົ້ນ​ໃນ​ຈຸດ​ໃດ​ກໍ​ໄດ້—ບາງ​ທີ​ໂດຍ​ການ​ຖາມ​ຄຳ​ຖາມ ແລະ ຟັງ​ຄຳ​ຕອບ​ຂອງ​ເຂົາ​ເຈົ້າ (ເບິ່ງ “ຊອກ​ຫາ​ຜູ້​ຄົນ​ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່” ໃນ​ບົດ​ນີ້). ຫລື ບາງ​ທີ​ເວົ້າ​ເຖິງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຫລື ເຖິງ​ການ​ເອີ້ນ​ຂອງ​ໂຈ​ເຊັບ ສະ​ມິດ ໃຫ້​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ.

ແນວ​ຄິດ​ດັ່ງ​ຕໍ່​ໄປ​ນີ້​ສາ​ມາດ​ຊ່ວຍ​ຂະ​ນະ​ທີ່​ທ່ານ​ເວົ້າ​ລົມ​ກັບ​ຜູ້​ທີ່​ທ່ານ​ພົບ​ເຫັນ:

  • ອົບ​ອຸ່ນ, ຈິງ​ໃຈ, ແລະ ເປັນ​ມິດ. ຫາ​ວິ​ທີ​ເຊື່ອມ​ຕໍ່​ກັບ​ບຸກ​ຄົນ ແລະ ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ.

  • ຟັງ​ຢ່າງ​ຈິງ​ໃຈ​ກັບ​ສິ່ງ​ທີ່​ຜູ້​ຄົນ​ເວົ້າ. ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ຕ້ອງ​ການ ແລະ ຄວາມ​ສົນ​ໃຈ​ຂອງ​ບຸກ​ຄົນ. ສະ​ເໜີ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ເປັນ​ສ່ວນ​ບຸກ​ຄົນ​ຕາມ​ຄວາມ​ເໝາະ​ສົມ.

  • ພິ​ຈາ​ລະ​ນາ​ວິ​ທີ​ທີ່​ພຣະ​ກິດ​ຕິ​ຄຸນ​ສາ​ມາດ​ຊ່ວຍ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ. ແລ້ວ​ສິດ​ສອນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂັ້ນ​ພື້ນ​ຖານ ແລະ ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຮຽນ​ຮູ້​ເພີ່ມ​ເຕີມ. ແບ່ງ​ປັນ​ວິ​ທີ​ທີ່​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ສາ​ມາດ​ນຳ​ຄວາມ​ຫວັງ ແລະ ຄວາມ​ໝາຍ​ມາ​ສູ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ.

  • ຖາມ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ. ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໄດ້​ແນວ​ໃດ. ສະ​ເໜີ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ຊອກ​ຫາ​ລາຍ​ຊື່​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຂົາ​ເຈົ້າ.

  • ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ມາ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ.

  • ສະ​ເໜີ​ມອບ​ແຜ່ນ​ພັບ ຫລື ເອ​ກະ​ສານ​ຢ່າງ​ອື່ນ​ຂອງ​ສາດ​ສະ​ໜາ​ຈັກ, ທັງ​ຊະ​ນິດ​ເປັນ​ເຈ້ຍ ແລະ ດິ​ຈິ​ຕັນ.

  • ແບ່ງ​ປັນ​ຈຸດ​ປະ​ສົງ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ທ່ານ​ກັບ​ເຂົາ​ເຈົ້າ ແລະ ເຫດ​ຜົນ​ທີ່​ທ່ານ​ໄດ້​ຕັດ​ສິນ​ໃຈ​ຮັບ​ໃຊ້​ເຜີຍ​ແຜ່.

ຫລັກ​ທຳ​ເຫລົ່າ​ນີ້​ກໍ​ນຳ​ໃຊ້​ໄດ້​ໃນ​ການ​ປະ​ຕິ​ສຳ​ພັນ​ຂອງ​ທ່ານ​ກັບ​ສະ​ມາ​ຊິກ.

ມັນ​ເປັນ​ເລື່ອງ​ທຳ​ມະ​ຊາດ​ທີ່​ຈະ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ສົນ​ທະ​ນາ​ກັບ​ຜູ້​ຄົນ. ຈົ່ງ​ອະ​ທິ​ຖານ​ຂໍ​ສັດ​ທາ ແລະ ຄວາມ​ກ້າ​ຫານ​ທີ່​ຈະ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ. ທຸກ​ຄົນ​ທີ່​ທ່ານ​ພົບ​ເປັນ​ອ້າຍ​ນ້ອງ ຫລື ເອື້ອຍ​ນ້ອງ​ຂອງ​ທ່ານ ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ. ຈື່​ໄດ້​ບໍ​ວ່າ​ພຣະ​ອົງ “ບໍ່​ປະ​ຕິ​ເສດ​ຜູ້​ໃດ​ທີ່​ມາ​ຫາ​ພຣະ​ອົງ​ເລີຍ, ບໍ່​ວ່າ​ດຳ ແລະ ຂາວ, ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ຊາຍ ແລະ ຍິງ; … ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ” (2 ນີ​ໄຟ 26:33).

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ອ່ານ​ເລື່ອງ​ລາວ​ຈາກ Victor Manuel Cabrera ໃນ “Thirsting for the Living Water,” Ensign, Aug. 2001, 60–61. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ຊອກ​ຫາ​ວິ​ທີ​ທີ່​ທ່ານ​ກຽມ​ຮັບ​ຜູ້​ສອນ​ສາດ​ສະ​ໜາ ແລະ ວິ​ທີ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ໃຊ້​ໂອ​ກາດ​ທີ່​ບໍ່​ໄດ້​ວາງ​ແຜນ​ລ່ວງ​ໜ້າ ເພື່ອ​ສິດ​ສອນ​ລາວ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ແນວ​ໃດ.

  • ຊາຍ​ຄົນ​ນີ້​ໄດ້​ຖືກ​ກຽມ​ສຳ​ລັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ແນວ​ໃດ?

  • ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ຫາກ​ພວກ​ແອວ​ເດີ​ບໍ່​ໄດ້​ແບ່ງ​ປັນ​ຂ່າວ​ສານ​ພຣະ​ກິດ​ຕິ​ຄຸນ​ກັບ​ລາວ?

  • ທົບ​ທວນ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ມື້​ວານ​ນີ້. ທ່ານ​ໄດ້​ເວົ້າ​ລົມ​ກັບ​ຫລາຍໆ​ຄົນ​ເທົ່າ​ທີ່​ທ່ານ​ສາ​ມາດ​ບໍ? ຖ້າ​ບໍ່, ໃຫ້​ຕັ້ງ​ເປົ້າ​ໝາຍ ແລະ ວາງ​ແຜນ​ທີ່​ຈະ​ເວົ້າ​ລົມ​ກັບ​ຜູ້​ຄົນ​ຫລາຍ​ຂຶ້ນ​ໃນ​ມື້​ນີ້.

ການ​ສຶກ​ສາ​ພຣະ​ຄຳ​ພີ

ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້​ກ່ຽວ​ກັບ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ? ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ຄວນ​ສິດ​ສອນ? ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ຫຍັງ​ແດ່?

ເປັນ​ອັນ​ໜຶ່ງ​ດຽວ​ກັນ​ກັບ​ສະ​ມາ​ຊິກ

“ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ” (ຄູ່​ມື​ທົ່ວ​ໄປ, 23.0). ເຮັດ​ວຽກ​ງານ​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ. ເມື່ອ​ສະ​ມາ​ຊິກ​ແນະ​ນຳ​ບາງ​ຄົນ​ໃຫ້​ທ່ານ ແລະ ແລ້ວ​ເຂົ້າ​ຮ່ວມ​ໃນ​ບົດ​ຮຽນ, ຜູ້​ຄົນ​ມີ​ແນວ​ໂນ້ມ​ຫລາຍ​ຂຶ້ນ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ ແລະ ຍັງ​ຄົງ​ເຂັ້ມ​ແຂງ​ຢູ່​ໃນ​ສາດ​ສະ​ໜາ​ຈັກ.

ສ້າງ​ຄວາມ​ສຳ​ພັນ​ທີ່​ແໜ້ນ​ແຟ້ນ​ກັບ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ

ສ້າງ​ຄວາມ​ສຳ​ພັນ​ທີ່​ແໜ້ນ​ແຟ້ນ​ກັບ​ຝ່າຍ​ອະ​ທິ​ການ ແລະ ຜູ້​ນຳ​ຄົນ​ອື່ນໆ​ໃນ​ຫວອດ. ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ (ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ຖືກ​ເອີ້ນ) ແລະ ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ເປັນ​ຈຸດ​ຕິດ​ຕໍ່​ຫລັກ​ຂອງ​ທ່ານ. ສະ​ແຫວງ​ຫາ​ການ​ນຳ​ພາ​ຂອງ​ເຂົາ​ເຈົ້າ, ແລະ ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ​ໃນ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ (ເບິ່ງ ບົດ​ທີ 13).

ລະ​ຫວ່າງ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ, ໃຫ້​ເຮັດ​ວຽກ​ງານ​ກັບ​ຜູ້​ຊ່ວຍ​ກຸ່ມ​ປະ​ໂລ​ຫິດ ແລະ ປະ​ທານ​ຫ້ອງ​ຍິງ​ໜຸ່ມ​ສຳ​ລັບ​ຫ້ອງ​ອາ​ຍຸ​ສູງ​ສຸດ. ຊາວ​ໜຸ່ມ​ເຫລົ່າ​ນີ້​ມີ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ຊ່ວຍ​ເຂົາ​ເຈົ້າ​ຊຸກ​ຍູ້​ກຸ່ມ ແລະ ສະ​ມາ​ຊິກ​ຫ້ອງ​ຮຽນ​ເພື່ອ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ວິ​ທີ​ໜຶ່ງ​ແມ່ນ​ໃຫ້​ຊາວ​ໜຸ່ມ​ເຊື້ອ​ເຊີນ​ໝູ່​ເພື່ອນ​ມາ​ຮ່ວມ​ກິດ​ກະ​ຈຳ.

ຖາມ​ຕົວ​ເອງ​ເປັນ​ປະ​ຈຳ​ວ່າ, “ເຮົາ​ເປັນ​ພອນ​ໃຫ້​ແກ່​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ຫລື​ບໍ່?” ພັດ​ທະ​ນາ​ທັດ​ສະ​ນະ​ຄະ​ຕິ​ທີ່​ວ່າ “ໃຫ້​ເຮົາ​ຊ່ວຍ​ຫຍັງ​ໄດ້​ບໍ?” ເຊັ່ນ​ດຽວ​ກັນ​ກັບ ອຳ​ໂມນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ໃຫ້​ເຂົ້າ​ຫາ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ດ້ວຍ​ທັດ​ສະ​ນະ​ຄະ​ຕິ​ແຫ່ງ​ການ​ຮັບ​ໃຊ້ (ເບິ່ງ ແອວ​ມາ 17:23–25).

ຕໍ່​ຜູ້​ນຳ​ເຜີຍ​ແຜ່, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ: “ຂ້າ​ພະ​ເຈົ້າ​ຫວັງ​ວ່າ ພວກ​ທ່ານ​ຈະ​ຮຽນ​ຮູ້​ທີ່​ຈະ​ຮັກ​ຜູ້​ນຳ ແລະ ສະ​ມາ​ຊິກ​ໃນ​ທ້ອງ​ຖິ່ນ. ຍົກ​ເຂົາ​ເຈົ້າ ແລະ ດົນ​ໃຈ​ເຂົາ​ເຈົ້າ. ຄວາມ​ສາ​ມາດ​ຂອງ​ທ່ານ​ທີ່​ຈະ​ເຊື່ອມ​ຕໍ່​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ເຂົ້າ​ກັບ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ພະ​ຍາ​ຍາມ​ດ້ວຍ​ຄວາມ​ຮັກ​ຂອງ​ສະ​ມາ​ຊິກ ບໍ່​ສາ​ມາດ​ເນັ້ນ​ເກີນ. ຄວາມ​ສຳ​ເລັດ​ຂອງ​ທ່ານ​ຈະ​ທະ​ວີ​ຄູນ​ຢ່າງ​ວ່ອງ​ໄວ” (“Hopes of My Heart,” seminar for new mission leaders, June 23, 2019).

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ​ຜູ້​ຍິງ

ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ

ມີ​ຫລາຍ​ວິ​ທີ​ທາງ​ທີ່​ຈະ​ສະ​ໜັບ​ສະ​ໜູນ ແລະ ຊຸກ​ຍູ້​ສະ​ມາ​ຊິກ​ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ຊ່ວຍ​ເຂົາ​ເຈົ້າ​ສະ​ທ້ອນ​ເຖິງວິ​ທີ​ທີ່​ພຣະ​ກິດ​ຕິ​ຄຸນ​ໄດ້​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ. ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້ “ຍົກ​ຄວາມ​ສະ​ຫວ່າງ [ຂອງ​ພວກ​ເຂົາ] ຂຶ້ນ​ເພື່ອ​ມັນ​ຈະ​ສ່ອງ​ແສງ​ໄປ​ທົ່ວ​ໂລກ.” (3 ນີ​ໄຟ 18:24).

ຊ່ວຍ​ສະ​ມາ​ຊິກ​ນຳ​ໃຊ້​ຫລັກ​ທຳ​ແຫ່ງ​ຄວາມ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ. ໃຫ້​ຕົວ​ຢ່າງ​ຂອງວິ​ທີ​ແບບ​ປົກ​ກະ​ຕິ ແລະ ທຳ​ມະ​ຊາດ ທີ່​ເຂົາ​ເຈົ້າ​ສາ​ມາດ​ນຳ​ໃຊ້​ຫລັກ​ທຳ​ເຫລົ່າ​ນີ້.

ຄວາມ​ຮັກ. ວິ​ທີ​ໜຶ່ງ​ທີ່​ຈະ​ສະ​ແດງ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ​ແມ່ນ​ໂດຍ​ການ​ຮັກ ແລະ ຮັບ​ໃຊ້​ລູກໆ​ຂອງ​ພຣະ​ອົງ. ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ເອື້ອມ​ອອກ​ຫາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ, ໝູ່​ເພື່ອນ, ເພື່ອນ​ບ້ານ, ແລະ ຄົນ​ອື່ນໆ​ດ້ວຍ​ຄວາມ​ຮັກ. ຄວາມ​ພະ​ຍາ​ຍາມ​ໃດ​ທີ່​ສະ​ແດງ​ຄວາມ​ຮັກ​ເປັນ​ວິ​ທີ​ທີ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ກັບ​ພຣະ​ເຈົ້າ (ເບິ່ງ ໂມ​ໄຊ​ຢາ 18:9–10).

ແບ່ງ​ປັນ. ເພາະ​ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ພຣະ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງ, ສະ​ມາ​ຊິກ​ຈຶ່ງ​ຕ້ອງ​ການ​ທີ່​ຈະ​ແບ່ງ​ປັນ​ພອນ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ເຂົາ​ເຈົ້າ​ໂດຍ​ທຳ​ມະ​ຊາດ (ເບິ່ງ ໂຢ​ຮັນ 13:34–35). ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ວ່າ​ພຣະ​ກິດ​ຕິ​ຄຸນ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ. ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ເວົ້າ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ອິດ​ທິ​ພົນ​ຂອງ​ພຣະ​ອົງ. ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ຂອງ​ການ​ແບ່ງ​ປັນ​ຄວາມ​ຮັກ, ເວ​ລາ, ແລະ ເຫດ​ການ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮຽນ​ຮູ້​ວິ​ທີ​ການ​ແບ່ງ​ປັນ​ຕາມ​ປົກ​ກະ​ຕິ ແລະ ທຳ​ມະ​ຊາດ—ພຽງ​ແຕ່​ເປັນ​ສ່ວນ​ໜຶ່ງ​ຂອງ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັ​ດ​ຢູ່​ແລ້ວ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ຮູບ​ພາບ
ແອວ​ເດີ ແກ​ຣີ ອີ ສະ​ຕີບ​ເວັນ​ສັນ

ເຮົາ​ທຸກ​ຄົນ​ແບ່ງ​ປັນ​ບາງ​ສິ່ງ​ກັບ​ຄົນ​ອື່ນ. “ເຮົາ​ເຮັດ​ແບບ​ນັ້ນ​ເລື້ອຍໆ. ເຮົາ​ແບ່ງ​ປັນ​ໜັງ​ລະ​ຄອນ ແລະ ອາ​ຫານ​ທີ່​ເຮົາ​ມັກ, ສິ່ງ​ຕະ​ຫລົກ​ທີ່​ເຮົາ​ເຫັນ, ສະ​ຖານ​ທີ່ ທີ່​ເຮົາ​ຢ້ຽມ​ຢາມ, ຜົນ​ງານ​ສິ​ລະ​ປະ​ທີ່​ເຮົາ​ເຫັນ​ຄຸນ​ຄ່າ, ຂໍ້​ຄວາມ​ທີ່​ດົນ​ໃຈ​ເຮົາ.

“ເຮົາ​ຈະ​ຕື່ມ​ສິ່ງ​ທີ່​ເຮົາ​ມັກ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃສ່​ໃນ​ສິ່ງ​ທີ່​ເຮົາ​ໄດ້​ແບ່ງ​ປັນ​ແລ້ວ​ໄດ້​ແນວ​ໃດ? … ໂດຍ​ການ​ແບ່ງ​ປັນ​ປະ​ສົບ​ການ​ທີ່​ເປັນ​ທາງ​ບວກ​ໃນ​ພຣະ​ກິດ​ຕິ​ຄຸນ​ກັບ​ຄົນ​ອື່ນ, ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ການ​ບັນ​ລຸ​ພຣະ​ບັນ​ຊາ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ” (Gary E. Stevenson, “Love, Share, Invite,” Liahona, May 2022, 86).

ເຊື້ອ​ເຊີນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ ແລະ ກຽມ​ພ້ອມ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ (ເບິ່ງ ແອວ​ມາ 5:33–34). ເຊັ່ນ​ດຽວ​ກັບ​ການ​ແບ່ງ​ປັນ, ການ​ເຊື້ອ​ເຊີນ​ມັກ​ຈະ​ເປັນ​ເລື່ອງ​ຂອງ​ການ​ລວມ​ຄອບ​ຄົວ, ໝູ່​ເພື່ອນ, ເພື່ອນ​ບ້ານ ເຂົ້າ​ໃນ​ສິ່ງ​ທີ່​ສະ​ມາ​ຊິກ​ກຳ​ລັງ​ເຮັດ​ຢູ່​ແລ້ວ. ຊຸກ​ຍູ້​ສະ​ມາ​ຊິກ​ໃຫ້​ອະ​ທິ​ຖານ​ກ່ຽວ​ກັບ​ການ​ເຊື້ອ​ເຊີນ​ຜູ້​ຄົນ​ໃນ​ວິ​ທີ​ດັ່ງ​ຕໍ່​ໄປ​ນີ້:

  • ມາ ແລະ ເບິ່ງ​ເອົາ. ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້ “ມາ ແລະ ເບິ່ງ​ເອົາ” ພອນ​ທີ່​ເຂົາ​ເຈົ້າ​ສາ​ມາດ​ໄດ້​ຮັບ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

  • ມາ ແລະ ຮັບ​ໃຊ້. ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້ “ມາ ແລະ ຮັບ​ໃຊ້” ຄົນ​ອື່ນ​ທີ່​ຂັດ​ສົນ.

  • ມາ ແລະ ເປັນ​ພາກ​ສ່ວນ. ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້ “ມາ ແລະ ເປັນ​ພາກ​ສ່ວນ” ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ແອວ​ເດີ ແກ​ຣີ ອີ ສະ​ຕີບ​ເວັນ​ສັນ ໄດ້​ກ່າວ​ວ່າ: “ມີ​ການ​ເຊື້ອ​ເຊີນ​ເປັນ​ຮ້ອຍໆ​ທີ່​ເຮົາ​ສາ​ມາດ​ສະ​ເໜີ​ຕໍ່​ຄົນ​ອື່ນ. ເຮົາ​ສາ​ມາດ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້ “ມາ ແລະ ເບິ່ງ​ເອົາ” ທີ່​ການ​ປະ​ຊຸມ​ສິນ​ລະ​ລຶກ, ກິດ​ຈະ​ກຳ​ໃນ​ຫວອດ, ຢູ່​ໃນ​ວິ​ດີ​ໂອ​ອອນ​ລາຍ​ທີ່​ອະ​ທິ​ບາຍ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. “ມາ ແລະ ເບິ່ງ​ເອົາ,” ສາ​ມາດ​ເປັນ​ການ​ເຊື້ອ​ເຊີນ​ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ຫລື ທ່ຽວ​ຊົມ​ພຣະ​ວິ​ຫານ​ຕອນ​ເປີດ​ໃຫ້​ຊົມ​ກ່ອນ​ການ​ອຸ​ທິດ. ບາງ​ເທື່ອ ການ​ເຊື້ອ​ເຊີນ​ກໍ​ເປັນ​ສິ່ງ​ທີ່​ເຮົາ​ມອບ​ໃຫ້​ພາຍ​ໃນ—ໃຫ້​ຕົວ​ເຮົາ​ເອງ, ໃຫ້​ການ​ຮັບ​ຮູ້ ແລະ ຄວາມ​ສາ​ມາດ​ທີ່​ຈະ​ເຫັນ​ໂອ​ກາດ​ທີ່​ຢູ່​ອ້ອມ​ຮອບ​ເຮົາ ທີ່​ເຮົາ​ສາ​ມາດ​ລົງ​ມື​ກະ​ທຳ” (“Love, Share, Invite,” 86).

ຢ່າ​ລືມ​ຊ່ວຍ​ໃຫ້​ຊາວ​ໜຸ່ມ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ. ຊາວ​ໜຸ່ມ​ມີ​ພອນ​ສະ​ຫວັນ​ເປັນ​ພິ​ເສດ​ໂດຍ​ສະ​ເພາະການ​ຮັກ​ໝູ່​ເພື່ອນ, ການ​ແບ່ງ​ປັນ​ສິ່ງ​ທີ່​ຢູ່​ໃນ​ໃຈ, ແລະ ການ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ມາ​ຮ່ວມ​ກິດ​ຈະ​ກຳ.

ຊ່ວຍ​ສະ​ມາ​ຊິກ​ໃຫ້​ເຂົ້າ​ໃຈ​ວ່າ ຄວາມ​ພະ​ຍາ​ຍາມ​ໃດໆ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ແຫ່ງ​ຄວາມ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ​ນັ້ນ ເປັນ​ໄປ​ໃນ​ທາງ​ບວກ, ບໍ່​ວ່າ​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ ຫລື ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ.

ຊ່ວຍ​ໃຫ້​ສະ​ມາ​ຊິກ​ເພິ່ງ​ຄວາມ​ເຂັ້ມ​ແຂງ​ຂອງ​ເຂົາ​ເຈົ້າ ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ບາງ​ຄົນ​ເກັ່ງ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ, ແລະ ບາງ​ຄົນ​ເປັນ​ຄູ​ທີ່​ຍອດ​ຍ້ຽມ. ບາງ​ຄົນ​ມີ​ຄວາມ​ສາ​ມາດ​ໃນ​ການ​ເຊື່ອມ​ຕໍ່​ກັບ​ໝູ່​ເພື່ອນ​ໂດຍ​ທຳ​ມະ​ຊາດ, ຂະ​ນະ​ທີ່​ຄົນ​ອື່ນ​ມັກ​ອະ​ທິ​ຖານ​ເພື່ອ​ໝູ່​ເພື່ອນ​ຂອງ​ເຂົາ​ເຈົ້າ. ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ ມີ​ວິ​ທີ​ສຳ​ລັບ​ທຸກ​ຄົນ​ທີ່​ຈະ​ເຂົ້າ​ຮ່ວມ.

ເມື່ອ​ທ່ານ​ຢ້ຽມ​ຢາມ​ສະ​ມາ​ຊິກ, ໃຫ້​ເຮັດ​ດ້ວຍ​ຈຸດ​ປະ​ສົງ. ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ກະ​ຕື​ລື​ລົ້ນ​ໃນ​ວຽກ​ງານ​ການ​ຊອກ​ຫາ ແລະ ສິດ​ສອນ. ເຄົາ​ລົບ​ເວ​ລາ ແລະ ຕາ​ຕະ​ລາງ​ຂອງ​ເຂົາ​ເຈົ້າ.

ສະ​ມາ​ຊິກ​ບາງ​ຄົນ​ອາດ​ຍິນ​ດີ​ທີ່​ທ່ານ​ຈະ​ສິດ​ສອນ​ຂ່າວ​ສານ​ຈາກ​ບົດ​ຮຽນ​ບົດ​ໜຶ່ງ. ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ປ່ຽນ​ແປງ​ຊີ​ວິດ. ການ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ສະ​ມາ​ຊິກ​ຈະ​ເພີ່ມ​ຄວາມ​ໄວ້​ວາງ​ໃຈ​ໃນ​ຕົວ​ທ່ານ ແລະ ສ້າງ​ຄວາມ​ຕື່ນ​ເຕັ້ນ​ທີ່​ຈະ​ແບ່ງ​ປັນ​ມັນ. ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮັບ​ຮູ້​ພຣະ​ວິນ​ຍານ ແລະ ປະ​ຕິ​ບັດ​ຕາມ​ການ​ກະ​ຕຸ້ນ.

ສະ​ແຫວງ​ຫາ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ ຜ່ານ​ທາງ​ຄອບ​ຄົວ​ທີ່​ເປັນ​ສະ​ມາ​ຊິກ​ບາງ​ສ່ວນ, ຜູ້​ຄາດ​ຫວັງ​ເປັນ​ແອວ​ເດີ, ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ, ແລະ ສະ​ມາ​ຊິກ​ໃໝ່. ເຂົາ​ເຈົ້າ​ມີ​ແນວ​ໂນ້ມ​ທີ່​ຈະ​ມີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ໝູ່​ເພື່ອນ​ຫລາຍ​ຄົນ​ທີ່​ນັບ​ຖື​ສາດ​ສະ​ໜາ​ອື່ນ.

ໃນ​ທຸກ​ສິ່ງ​ທີ່​ທ່ານ​ເຮັດ​ນຳ​ສະ​ມາ​ຊິກ, ໃຫ້​ເຮັດ​ຕາມ​ພຣະ​ວິນ​ຍານ ແລະ ສະ​ແຫວງ​ຫາ​ທີ່​ຈະ​ສ້າງ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ ແລະ ແຫລ່ງ​ຂໍ້​ມູນ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ, ໃຫ້​ເບິ່ງ:

  • share.ChurchofJesusChrist.org.

  • Sharing the Gospel” ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  • ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ບົດ​ທີ 13.

  • ຄູ່​ມື​ທົ່ວ​ໄປ, ບົດ​ທີ 23.

ພອນ​ທີ່​ສັນ​ຍາ​ສຳ​ລັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ

ຊ່ວຍ​ໃຫ້​ສະ​ມາ​ຊິກ​ເຂົ້າ​ໃຈ​ພອນ​ທີ່​ໜ້າ​ອັດ​ສະ​ຈັນ​ຂອງ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ສິ່ງ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ:

ການ​ສຶກ​ສາ​ກັບ​ຄູ່​ສອນ

  • ທົບ​ທວນ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ​ເທື່ອ​ແລ້ວ​ນີ້​ຂອງ​ທ່ານ. ທ່ານ​ຈະ​ເຮັດ​ໃຫ້​ມັນ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ? ທົບ​ທວນ​ຄຳ​ຮ້ອງ​ຂໍ​ຈາກ​ຜູ້​ນຳ​ໃນ​ຫວອດ ແລະ ວາງ​ແຜນ​ວ່າ​ຈະ​ຕອບ​ຮັບ​ແນວ​ໃດ ແລະ ເມື່ອ​ໃດ.

  • ວາງ​ແຜນ​ວ່າ​ທ່ານ​ຈະ​ປະ​ສານ​ງານ​ຄວາມ​ພະ​ຍາ​ຍາມ​ເຜີຍ​ແຜ່​ຂອງ​ທ່ານ​ໃນ​ການ​ປະ​ຊຸມ​ປະ​ສານ​ງານ​ຄັ້ງ​ຕໍ່​ໄປ​ແນວ​ໃດ.

  • ຮຽນ​ຮູ້​ຊື່​ຂອງ​ຜູ້​ນຳ​ໃນ​ຫວອດ (ຊາຍ ແລະ ຍິງ). ວາງ​ແຜນ​ວ່າ​ທ່ານ​ຈະ​ເຮັດ​ຫຍັງ​ໃນ​ເດືອນ​ໜ້າ ເພື່ອ​ພັດ​ທະ​ນາ​ຄວາມ​ສຳ​ພັນ​ທີ່​ແໜ້ນ​ແຟ້ນ​ກວ່າ​ເກົ່າ​ກັບ​ເຂົາ​ເຈົ້າ ແລະ ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ​ໃນ​ຄວາມ​ພະ​ຍາ​ຍາມ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ.

ຊອກ​ຫາ​ຜ່ານ​ທາງ​ແອັບ Preach My Gospel

ແອັບ Preach My Gospel ເປັນ​ແຫລ່ງ​ຂໍ້​ມູນ​ທີ່​ດີ​ເລີດ​ສຳ​ລັບ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ. ຜູ້​ສອນ​ສາດ​ສະ​ໜາ​ທີ່​ໃຊ້​ຄຸນ​ລັກ​ສະ​ນະ​ຢູ່​ໃນ​ແອັບ​ນີ້​ຢ່າງ​ສະ​ໝ່ຳ​ສະ​ເໝີ ຈະ​ພົບ​ຄວາມ​ສຳ​ເລັດ​ຫລາຍ​ຂຶ້ນ. ເພື່ອ​ທີ່​ຈະ​ຄຸ້ນ​ເຄີຍ​ກັບ​ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້, ໃຫ້​ເບິ່ງ​ການ​ຝຶກ​ອົບ​ຮົມ​ຢູ່​ພາຍ​ໃນ​ແອັບ. ໃຫ້​ມີ​ຄວາມ​ຮູ້​ສຶກ​ໄວ​ຕໍ່​ການ​ກະ​ຕຸ້ນ​ທາງ​ວິນ​ຍານ​ທີ່​ທ່ານ​ອາດ​ໄດ້​ຮັບ​ຂະ​ນະ​ທີ່​ທ່ານ​ທົບ​ທວນ​ຊື່​ຂອງ​ຜູ້​ຄົນ.

ແອັບ​ນີ້​ລວມ​ຂໍ້​ມູນ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ເຄີຍ​ຖືກ​ແນະ​ນຳ, ເຄີຍ​ຕິດ​ຕໍ່, ຫລື ເຄີຍ​ສິດ​ສອນ. ຜູ້​ຄົນ​ເຫລົ່າ​ນີ້​ບາງ​ຄົນ​ອາດ​ຢາກ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ອີກ. ເຂົາ​ເຈົ້າ​ອາດ​ຮູ້​ຈັກ​ຄົນ​ອື່ນ​ທີ່​ອາດ​ສົນ​ໃຈ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ.

ໃນ​ການ​ວາງ​ແຜນ​ຂອງ​ທ່ານ, ໃຫ້​ໃຊ້​ແຜນ​ທີ່ ແລະ ສິ່ງ​ກັ່ນ​ຕອງ​ຢູ່​ໃນ​ແອັບ ເພື່ອ​ຈັດ​ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ຜູ້​ຄົນ​ທີ່​ຈະ​ໄປ​ຢ້ຽມ​ຢາມ. ເບິ່ງ​ຂໍ້​ມູນ​ຂອງ​ເຂົາ​ເຈົ້າ ແລະ ຮຽນ​ຮູ້​ວ່າ​ເຂົາ​ເຈົ້າ​ໄດ້​ຖືກ​ພົບ​ເຫັນ​ແນວ​ໃດ. ເບິ່ງ​ວ່າ​ມີ​ບັນ​ທຶກ​ກ່ຽວ​ກັບ​ສະ​ມາ​ຊິກ​ຜູ້​ໄດ້​ຊ່ວຍ​ເຂົາ​ເຈົ້າ​ຫລື​ບໍ່. ໃຊ້​ຂໍ້​ມູນ​ນີ້​ເພື່ອ​ກຳ​ນົດ​ວິ​ທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ຕິດ​ຕໍ່​ເຂົາ​ເຈົ້າ​ອີກ​ຄັ້ງ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສຶກ​ສາ​ທາງ​ໂທ​ລະ​ສັບ

ໃຊ້​ຄຸນ​ລັກ​ສະ​ນະ​ກັ່ນ​ຕອງ​ຢູ່​ໃນ​ແອັບ​ເພື່ອ​ລະ​ບຸ​ຜູ້​ທີ່:

  • ເຄີຍ​ມີ​ກຳ​ນົດ​ວັນ​ບັບ​ຕິ​ສະ​ມາ ແຕ່ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ.

  • ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຢ່າງ​ໜ້ອຍ​ໜຶ່ງ​ຄັ້ງ ແຕ່​ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ.

  • ໄດ້​ຮັບ​ບົດ​ຮຽນ​ຫລາຍ​ກວ່າ​ສາມ​ບົດ.

  • ບໍ່​ໄດ້​ຮັບ​ການ​ຕິດ​ຕໍ່​ເມື່ອ​ບໍ່​ດົນ​ມາ​ນີ້.

ຖ້າ​ຫາກ​ຜູ້​ຄົນ​ທີ່​ທ່ານ​ຕິດ​ຕໍ່​ບໍ່​ສົນ​ໃຈ​ຮັບ​ການ​ສິດ​ສອນ ຫລື ເລືອກ​ທີ່​ຈະ​ຢຸດ​ຮັບ​ການ​ຢ້ຽມ​ຢາມ, ໃຫ້​ບັນ​ທຶກ​ຂໍ້​ມູນ​ນັ້ນ​ໄວ້​ໃນ​ແອັບ. ບັນ​ທຶກ​ວິ​ທີ​ທີ່​ທ່ານ​ຈະ​ຕິດ​ຕໍ່​ກັບ​ເຂົາ​ເຈົ້າ ແລະ ບຳ​ລຸງ​ລ້ຽງ​ເຂົາ​ເຈົ້າ​ຈົນ​ກວ່າ​ເຂົາ​ເຈົ້າ​ພ້ອມ​ທີ່​ຈະ​ຮຽນ​ຮູ້​ເພີ່ມ​ເຕີມ. ຍົກ​ຕົວ​ຢ່າງ, ພິ​ຈາລະ​ນາ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ລົງ​ທະ​ບຽນ​ສຳ​ລັບ​ຊຸດ​ອີ​ເມວ ເພື່ອ​ຮັບ​ຂໍ້​ຄວາມ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຫລື ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ​ອື່ນໆ. ທ່ານ​ອາດ​ເຊື່ອມ​ຕໍ່​ເຂົາ​ເຈົ້າ​ກັບ​ສະ​ມາ​ຊິກ​ທີ່​ສາ​ມາດ​ຕອບ​ຄຳ​ຖາມ ແລະ ບຳ​ລຸງ​ລ້ຽງ​ຄວາມ​ສົນ​ໃຈ ແລະ ການ​ເປັນ​ມິດ​ຂອງ​ເຂົາ​ເຈົ້າ​ນຳ​ອີກ. ຕັ້ງ​ການ​ແຈ້ງ​ເຕືອນ​ໃນ​ແອັບ ເພື່ອ​ຕິດ​ຕາມ​ຜົນ​ກັບ​ເຂົາ​ເຈົ້າ. ຖາມ​ວ່າ​ເຂົາ​ເຈົ້າ​ຮູ້​ຈັກ​ໃຜ​ອີກ​ບໍ່​ທີ່​ອາດ​ສົນ​ໃຈ.

ທ່ານ​ຍັງ​ສາ​ມາດ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ ຜ່ານ​ທາງ​ແອັບ Preach My Gospel ໂດຍ​ການ​ໃຊ້​ສິ່ງ​ກັ່ນ​ຕອງ ຫລື ກຸ່ມ ເພື່ອ​ສົ່ງ​ຂໍ້​ຄວາມ​ກຸ່ມ​ນຳ​ອີກ. ສິ່ງ​ນີ້​ສາ​ມາດ​ເປັນ​ວິ​ທີ​ທີ່​ຈະ​ໃຫ້​ຜູ້​ຄົນ​ຮູ້​ກ່ຽວ​ກັບ​ເຫດ​ການ​ເຊັ່ນ ກິດ​ຈະ​ກຳ​ຂອງ​ຫວອດ ແລະ ພິ​ທີ​ບັບ​ຕິ​ສະ​ມາ. ຕິດ​ຕາມ​ຜົນ​ດ້ວຍ​ຄຳ​ເຊື້ອ​ເຊີນ​ໃຫ້​ໄປ​ຮ່ວມ​ກິດ​ຈະ​ກຳ​ເຫລົ່າ​ນີ້.

ການ​ສຶກ​ສາ​ກັບ​ຄູ່​ສອນ

ເພື່ອ​ເບິ່ງ​ວ່າ​ແອັບ Preach My Gospel ເປັນ​ແຫລ່ງ​ດີ​ຂະ​ໜາດ​ໃດ​ໃນ​ການ​ຊອກ​ຫາ, ໃຫ້​ລອງ​ເຮັດ​ກິດ​ຈະ​ກຳ​ດັ່ງ​ຕໍ່​ໄປ​ນີ້. ຂະ​ນະ​ທີ່​ທ່ານ​ເຮັດ, ໃຫ້​ເອົາ​ໃຈ​ໃສ່​ກັບ​ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ໄດ້​ຮັບ.

  • ການ​ໃຊ້​ສິ່ງ​ກັ່ນ​ຕອງ, ລະ​ບຸ​ທຸກ​ຄົນ​ທີ່​ເຄີຍ​ຮັບ​ການ​ສິດ​ສອນ​ສາມ​ບົດ​ຮຽນ ຫລື ຫລາຍ​ກວ່າ​ນັ້ນ. ເຊື້ອ​ເຊີນ​ເຂົາ​ເຈົ້າ​ເປັນ​ສ່ວນ​ບຸກ​ຄົນ​ໃຫ້​ໄປ​ໂບດ​ໃນ​ວັນ​ອາ​ທິດ​ນີ້.

  • ສ້າງ​ສິ່ງ​ກັ່ນ​ຕອງ ແລະ ຊອກ​ຫາ​ທຸກ​ຄົນ​ທີ່​ໄດ້ມີ​ການ​ກຳ​ນົດ​ວັນ​ບັບ​ຕິ​ສະ​ມາ ແລະ ໄດ້​ໄປ​ໂບດ​ຢ່າງ​ໜ້ອຍ​ສອງ​ຄັ້ງ.

  • ວາງ​ແຜນ​ສົ່ງ​ຂໍ້​ຄວາມ​ໄປ​ຫາ​ແຕ່​ລະ​ຄົນ ເພື່ອ​ໄປ​ຮ່ວມ​ກິດ​ຈະ​ກຳ ຫລື ໂຄງ​ການ​ຮັບ​ໃຊ້. ບາງ​ຄັ້ງ​ທ່ານ​ອາດ​ຕ້ອງ​ການ​ສົ່ງ​ຂໍ້​ຄວາມ​ກຸ່ມ ແລະ ຕິດ​ຕາມ​ຜົນ​ກັບ​ແຕ່​ລະ​ຄົນ.

  • ສົນ​ທະ​ນາ​ກັບ​ຄູ່​ສອນ​ຂອງ​ທ່ານ​ກ່ຽວ​ກັບ​ຜູ້​ທີ່​ທ່ານ​ຮູ້​ສຶກ​ປະ​ທັບ​ໃຈ. ວາງ​ແຜນ​ໄປ​ຢ້ຽມ​ຢາມ ຫລື ຕິດ​ຕໍ່​ເຂົາ​ເຈົ້າ​ໃນ​ໄວໆ​ນີ້.

ຊອກ​ຫາ​ຜ່ານ​ທາງ​ການ​ຮັບ​ໃຊ້

ຈັດ​ຫາ​ໂອ​ກາດ​ເພື່ອ​ໃຫ້​ຜູ້​ຄົນ​ມາ ແລະ ຮັບ​ໃຊ້

ຜູ້​ຄົນ​ສາ​ມາດ​ມີ​ປະ​ສົບ​ການ​ໃນ​ທາງ​ບວກ ແລະ ເຊື່ອມ​ຕໍ່​ກັບ​ຜູ້​ສອນ​ສາດ​ສະ​ໜາ ແລະ ສະ​ມາ​ຊິກ​ໃນ​ທ້ອງ​ຖິ່ນ​ໃນ​ກິດ​ຈະ​ກຳ​ການ​ຮັບ​ໃຊ້. ຫລາຍ​ຄົນ​ເຕັມ​ໃຈ​ທີ່​ຈະ​ແບ່ງ​ປັນ​ພອນ​ສະ​ຫວັນ, ທັກ​ສະ, ຫລື ການ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າ ພຽງ​ແຕ່​ຕ້ອງ​ຖືກ​ຮັບ​ເຊີນ​ເທົ່າ​ນັ້ນ.

ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ການ​ຮັບ​ໃຊ້ ທີ່​ຫວອດ​ຈັດ​ຂຶ້ນ. ທ່ານ​ຍັງ​ສາ​ມາດ​ເຊື່ອມ​ຕໍ່​ຜູ້​ຄົນ​ກັບ​ໂອ​ກາດ​ຮັບ​ໃຊ້ ດັ່ງ​ເຊັ່ນ​ກິດ​ຈະ​ກຳ​ຢູ່​ໃນ JustServe.org ໃນ​ບ່ອນ​ທີ່​ມີ​ບໍ​ລິ​ການ. ຂະ​ນະ​ທີ່​ທ່ານ​ຮັບ​ໃຊ້​ກັບ​ຄົນ​ອື່ນ, ພວກ​ທ່ານ​ຈະ​ມາ​ລວມ​ກັນ​ຢ່າງ​ມີ​ພະ​ລັງ.

ສະ​ເໜີ​ໃຫ້​ການ​ຮັບ​ໃຊ້

ເຊັ່ນ​ດຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, “ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເຮັດ​ຄຸນ​ງາມ​ຄວາມ​ດີ” (ກິດ​ຈະ​ການ 10:38; ເບິ່ງ “ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເຮັດ​ຄຸນ​ງາມ​ຄວາມ​ດີ” ໃນ ບົດ​ທີ 1 ນຳ​ອີກ). ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ໂອ​ກາດ​ທີ່​ຈະ​ເຮັດ​ຄວາມ​ດີ​ຕະ​ຫລອດ​ໃນ​ແຕ່​ລະ​ວັນ. ບາງ​ຄັ້ງ​ການ​ຮັບ​ໃຊ້​ຂອງ​ທ່ານ​ຈະ​ຖືກ​ວາງ​ແຜນ, ແຕ່​ສ່ວນ​ຫລາຍ​ມັກ​ຈະ​ບໍ່​ໄດ້​ວາງ​ແຜນ. ຊອກ​ຫາ​ວິ​ທີ​ງ່າຍໆ ແລະ ທັນ​ທີ​ທັນ​ໃດ ເພື່ອ​ຮັບ​ໃຊ້, ຊ່ວຍ​ເຫລືອ, ແລະ ຍົກ​ລະ​ດັບ​ຜູ້​ຄົນ. ຈົ່ງ​ຈື່​ຈຳ​ໄວ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ເອົາ​ໂອ​ກາດ​ທີ່​ບໍ່​ຄາດ​ຄິດ ເພື່ອ​ເອື້ອມ​ອອກ​ໄປ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ.

ຮັບ​ໃຊ້​ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ຈິງ​ໃຈ​ທີ່​ຈະ​ຊ່ວຍ​ຜູ້​ຄົນ. ຖ້າ​ຫາກ​ການ​ຮັບ​ໃຊ້​ນຳ​ໄປ​ສູ່​ໂອ​ກາດ​ສິດ​ສອນ, ຈົ່ງ​ມີ​ຄວາມ​ກະ​ຕັນ​ຍູ. ຖ້າ​ບໍ່​ເປັນ​ເຊັ່ນ​ນັ້ນ, ກໍ​ໃຫ້​ມີ​ຄວາມ​ກະ​ຕັນ​ຍູ​ທີ່​ໄດ້​ເຮັດ​ຄວາມ​ດີ​ສຳ​ລັບ​ຄົນ​ໃດ​ຄົນ​ໜຶ່ງ. ຕອບ​ຄຳ​ຖາມ​ຖ້າ​ຫາກ​ຜູ້​ຄົນ​ຖາມ. ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ​ສະ​ແດງ​ຄວາມ​ສົນ​ໃຈ, ໃຫ້​ຕອບ​ສັ້ນໆ ແລະ ນັດ​ພົບ​ໃນ​ເວ​ລາ​ທີ່​ແຕກ​ຕ່າງ ເພື່ອ​ແບ່ງ​ປັນ​ຂ່າວ​ສານ.

ໃຫ້​ແນ່​ໃຈ​ວ່າ ຈະ​ປະ​ຕິ​ບັດ​ຕາມ​ແນວ​ທາງ​ຊີ້​ນຳ​ສຳ​ລັບ​ການ​ຮັບ​ໃຊ້​ຢູ່​ໃນ Missionary Standards for Disciples of Jesus Christ, 2.7 ແລະ 7.2.

ຊອກ​ຫາ​ຜູ້​ຄົນ​ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່

ການ​ຊອກ​ຫາ​ຜູ້​ຄົນ​ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່​ເລີ່ມ​ຕົ້ນ​ດ້ວຍ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເຫັນ​ເຂົາ​ເຈົ້າ​ດັ່ງ​ທີ່​ພຣະ​ເຈົ້າ​ເຫັນ. ສົມ​ມຸດ​ວ່າ​ທ່ານ​ໄດ້​ຖືກ​ນຳ​ພາ​ໃຫ້​ເວົ້າ​ລົມ​ກັບ​ບຸກ​ຄົນ​ນີ້, ຫລື ລາວ​ອາດ​ຖືກ​ນຳ​ພາ​ມາ​ຫາ​ທ່ານ. ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ຕ້ອງ​ການ ແລະ ຄວາມ​ປາດ​ຖະ​ໜາ​ທາງ​ວິນ​ຍານ​ຂອງ​ຜູ້​ຄົນ. ຊອກ​ຫາ​ສິ່ງ​ທີ່​ສຳ​ຄັນ​ຫລາຍ​ທີ່​ສຸດ​ຕໍ່​ເຂົາ​ເຈົ້າ, ໂດຍ​ສະ​ເພາະ​ໃນ​ຄວາມ​ສຳ​ພັນ​ຂອງ​ເຂົາ​ເຈົ້າ​ກັບ​ຄອບ​ຄົວ ແລະ ພຣະ​ເຈົ້າ. ທ່ານ​ອາດ​ຖາມ​ແບບ​ຄຳ​ຖາມ​ຢູ່​ຂ້າງ​ລຸ່ມ—ແລະ ແລ້ວ​ຟັງ​ຢ່າງ​ຈິງ​ໃຈ:

  • ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ກັບ​ອັນ​ໃດ​ຫລາຍ​ທີ່​ສຸດ?

  • ແມ່ນ​ຫຍັງ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ?

  • ເຈົ້າ​ຕ້ອງ​ການ​ຫຍັງ​ເພື່ອ​ອະ​ນາ​ຄົດ​ຂອງ​ຕົວ​ເອງ ແລະ ຄົນ​ທີ່​ທ່ານ​ຮັກ?

  • ການ​ທ້າ​ທາຍ​ຢ່າງ​ໃດ​ແດ່​ທີ່​ເຈົ້າ​ປະ​ເຊີນ​ໃນ​ການ​ບັນ​ລຸ​ຄວາມ​ຫວັງ ແລະ ຄວາມ​ຝັນ​ຂອງ​ເຈົ້າ?

  • ເຈົ້າ​ຕ້ອງ​ການ​ປັບ​ປຸງ​ດ້ານ​ໃດ​ແດ່​ໃນ​ຊີ​ວິດ​ຂອງ​ເຈົ້າ?

ສະ​ແຫວງ​ຫາ​ການ​ດົນ​ໃຈ​ຂະ​ນະ​ທີ່​ທ່ານ​ສະ​ທ້ອນ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ຫວັງ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ບຸກ​ຄົນ. ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ໃດ​ແດ່​ທີ່​ເຊື່ອມ​ຕໍ່​ສິ່ງ​ທີ່​ລາວ​ຕ້ອງ​ການ​ໂດຍ​ທຳ​ມະ​ຊາດ?

ພິ​ຈາ​ລະ​ນາ​ວິ​ທີ​ການ​ຂອງ​ທ່ານ​ຈາກ​ມຸມ​ມອງ​ຂອງ​ບຸກ​ຄົນ​ນັ້ນ. ລາວ​ຮູ້​ຈັກ​ຫຍັງ​ແດ່​ກ່ຽວ​ກັບ​ທ່ານ? ທ່ານ​ສາ​ມາດ​ສະ​ເໜີ​ສິ່ງ​ໃດ​ທີ່​ອາດ​ເປັນ​ປະ​ໂຫຍດ​ໄດ້​ແດ່? ບຸກ​ຄົນ​ນັ້ນ​ຮູ້​ສຶກ​ວ່າ​ການ​ປະ​ຕິ​ສຳ​ພັນ​ກັບ​ທ່ານ​ກຸ້ມ​ຄ່າ​ຫລື​ບໍ່?

ພິ​ຈາ​ລະ​ນາ​ເຫດ​ຜົນ​ຕ່າງໆ​ທີ່​ຜູ້​ຄົນ​ອາດ​ຕ້ອງ​ການ​ທີ່​ຈະ​ໄດ້​ຮູ້​ຈັກ​ທ່ານ, ສະ​ມາ​ຊິກ​ຄົນ​ອື່ນໆ, ຫລື ສາດ​ສະ​ໜາ​ຈັກ. ບາງ​ຕົວ​ຢ່າງ​ຂອງ​ສິ່ງ​ທີ່​ທ່ານ​ສາ​ມາດ​ສະ​ໜອງ ແມ່ນ​ມີ​ອະ​ທິ​ບາຍ​ໄວ້​ຢູ່​ຂ້າງ​ລຸ່ມ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ເວົ້າ​ກັບ​ຜູ້​ຍິງ

ໃຫ້​ປະ​ສົບ​ການ ຫລື ຂໍ້​ມູນ​ທີ່​ເຂົາ​ເຈົ້າ​ຈະ​ເຫັນ​ຄຸນ​ຄ່າ

ໃຊ້​ແຫລ່ງ​ຂໍ້​ມູນ​ຂອງ​ສາດ​ສະ​ໜາ​ຈັກ ແລະ ພອນ​ສະ​ຫວັນ ແລະ ຄວາມ​ເຂັ້ມ​ແຂງ​ຂອງ​ທ່ານ​ເອງ ເພື່ອ​ເຊື່ອມ​ຕໍ່​ເຂົ້າ​ກັບ​ຄວາມ​ສົນ​ໃຈ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ. ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ໃນ​ການ​ສະ​ເໜີ​ຂໍ້​ມູນ ຫລື ປະ​ສົບ​ການ​ທີ່​ຜູ້​ຄົນ​ຈະ​ເຫັນ​ຄຸນ​ຄ່າ.

ເປີດ​ຮັບ​ການ​ດົນ​ໃຈ ແລະ ມີ​ຄວາມ​ຄິດ​ສ້າງ​ສັນ​ຕາມ​ທີ່​ທ່ານ​ຄິດ​ເຖິງ​ປະ​ສົບ​ການ ແລະ ຂໍ້​ມູນ​ທີ່​ທ່ານ​ສາ​ມາດ​ສະ​ໜອງ​ໃຫ້. ແນວ​ຄິດ​ບາງ​ຢ່າງ​ມີ​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ.

  • ແບ່ງ​ປັນ​ລິ້ງ​ໄປ​ຫາ​ແຫລ່ງ​ຂໍ້​ມູນ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ​ອາດ​ຈະ​ສົນ​ໃຈ.

  • ເປັນ​ເຈົ້າ​ພາບ​ງານ​ເຊັ່ນ​ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ (ດ້ວຍ​ຕົນ​ເອງ ຫລື ການ​ສະ​ຕຣີມ​ສົດ).

  • ສະ​ເໜີ​ບາງ​ສິ່ງ​ຢູ່​ໃນ​ການ​ຊຸມ​ນຸມ​ໃນ​ທ້ອງ​ຖິ່ນ ຫລື ໃນ​ງານ (ຍົກ​ຕົວ​ຢ່າງ, ສ້າງ​ຕົ້ນ​ຕະ​ກຸນ​ປະ​ຫວັດ​ຄອບ​ຄົວ​ໃຫ້​ຟຣີ ຢູ່​ທີ່​ຕະ​ຫລາດ​ໃນ​ທ້ອງ​ຖິ່ນ).

  • ສະ​ເໜີ​ສິດ​ສອນ​ຫ້ອງ​ຮຽນ.

  • ຈັດ​ຫ້ອງ​ການ​ສຶກ​ສາ​ພຣະ​ຄຳ​ພີ, ຫລື ສະ​ເໜີ​ອ່ານ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ອື່ນໆ​ກັບ​ເຂົາ​ເຈົ້າ.

  • ສອນ​ພາ​ສາ​ອັງ​ກິດ​ທີ່​ເປັນ​ພາ​ສາ​ທີ​ສອງ.

  • ປະ​ກາດ​ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ ເຊັ່ນ​ງານ​ລ້ຽງ​ວັນ​ຢຸດ​ພັກ ຫລື ຫ້ອງ​ຮຽນ​ການ​ກຸ້ມ​ຕົນ​ເອງ. ໃຊ້​ໃບ​ປິວ ຫລື ສື່​ສັງ​ຄົມ.

  • ເຊື້ອ​ເຊີນ​ເຂົາ​ເຈົ້າ​ໄປ​ຮ່ວມ​ພິ​ທີ​ບັບ​ຕິ​ສະ​ມາ.

  • ສະ​ເໜີ​ພາ​ທ່ຽວ​ຊົມ​ອາ​ຄານ​ປະ​ຊຸມ​ໂບດ​ໃນ​ທ້ອງ​ຖິ່ນ.

ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ຢ່າງ​ໜຶ່ງ​ທີ່​ທ່ານ​ສາ​ມາດ​ຊ່ວຍ​ຜູ້​ຄົນ​ໄດ້ ຄື​ການ​ເຂົ້າ​ຮ່ວມ​ການ​ຮັບ​ໃຊ້​ຂອງ​ສາດ​ສະ​ໜາ​ຈັກ. ເຊື້ອ​ເຊີນ​ເຂົາ​ເຈົ້າ ແລະ ອະ​ທິ​ບາຍ​ວ່າ​ມັນ​ຈະ​ເປັນ​ແນວ​ໃດ. ບອກ​ເຂົາ​ເຈົ້າ​ວ່າ​ການ​ໄປ​ຮ່ວມກອງ​ປະ​ຊຸມ​ສິນ​ລະ​ລຶກ​ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ.

ສົ່ງ​ເສີມ​ຄວາມ​ສຳ​ພັນ​ທີ່​ແທ້​ຈິງ

ຫລາຍ​ຄົນ​ຕ້ອງ​ການ​ພົ​ບ​ປະ​ຄົນ​ອື່ນ​ໃນ​ຊຸມ​ຊົນ ຫລື ທຳ​ຄວາມ​ຮູ້​ຈັກ​ເຂົາ​ເຈົ້າ​ໃຫ້​ດີ​ກວ່າ​ເກົ່າ. ບາງ​ຄົນ​ໂດດ​ດ່ຽວ. ແນວ​ຄິດ​ບາງ​ຢ່າງ​ສຳ​ລັບ​ການ​ຊ່ວຍ​ສົ່ງ​ເສີມ​ຄວາມ​ສຳ​ພັນ​ທີ່​ແທ້​ຈິງ​ມີ​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ.

  • ຢ້ຽມ​ຢາມ​ຜູ້​ຄົນ​ທີ່​ຫາ​ກໍ​ຍ້າຍ​ເຂົ້າ​ມາ​ຢູ່​ໃນ​ທ້ອງ​ຖິ່ນ​ເມື່ອ​ບໍ່​ດົນ​ມາ​ນີ້ ເພື່ອ​ຕ້ອນ​ຮັບ​ເຂົາ​ເຈົ້າ.

  • ແນະ​ນຳ​ຜູ້​ຄົນ​ໃນ​ຊຸມ​ຊົນ​ໃຫ້​ຮູ້​ຈັກ​ກັບ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ສົນ​ໃຈ​ແບບ​ດຽວ​ກັນ.

  • ເຊື້ອ​ເຊີນ​ຜູ້​ຄົນ​ໄປ​ຮ່ວມ​ການ​ປະ​ຊຸມ​ຫວອດ, ກິດ​ຈະ​ກຳ, ແລະ ການ​ເປີດ​ທ່ຽວ​ຊົມ.

  • ສະ​ເໜີ​ຊ່ວຍ​ເຂົາ​ເຈົ້າ​ເຊື່ອມ​ຕໍ່​ກັບ​ຜູ້​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຫວອດ, ຜູ້​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽ​ວ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຂົາ​ເຈົ້າ.

  • ສະ​ເໜີ​ສິດ​ສອນ​ຜູ້​ຄົນ​ເຖິງ​ວິ​ທີ​ຈັດ​ການ​ສັງ​ສັນ​ໃນ​ຕອນ​ແລງ ຫລື ອ່ານ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ. (ເບິ່ງ ຄູ່​ມື​ທົ່ວ​ໄປ, 2.2.4, ສຳ​ລັບ​ຫລັກ​ທຳ​ທີ່​ເປັນ​ປະ​ໂຫຍດ ທີ່​ສາ​ມາດ​ປັບ​ໃຫ້​ເຂົ້າ​ກັບ​ສະ​ຖາ​ນະ​ການ​ຂອງ​ຜູ້​ຄົນ.)

  • ເຊື້ອ​ເຊີນ​ຜູ້​ຄົນ​ອາ​ຍຸ​ທີ່​ເໝາະ​ສົມ​ໃຫ້​ເຂົ້າ​ຮ່ວມ​ຫ້ອງ​ຮຽນ​ສາດ​ສະ​ໜາ, ເຂົ້າ​ຮ່ວມ​ສະ​ຖາ​ບັນ, ຫລື ເຂົ້າ​ຮ່ວມ BYU–Pathway Worldwide.

ມີ​ວິ​ທີ​ທີ່​ໜ້າ​ຍົກ​ຍ້ອງ​ຫລາຍ​ວິ​ທີ ເພື່ອ​ຊອກ​ຫາ​ຜູ້​ທີ່​ກຳ​ລັງ​ຖືກ​ກະ​ກຽມ​ໄວ້​ສຳ​ລັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ. ເຮັດ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ເພື່ອ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ຜູ້​ທີ່​ກຳ​ລັງ​ຖືກ​ກະ​ກຽມ​ໄວ້.

ການ​ສຶກ​ສາ​ກັບ​ຄູ່​ສອນ

ລະ​ບຸ​ແນວ​ຄິດ​ບາງ​ຢ່າງ​ໃນ​ພາກ​ນີ້​ທີ່​ທ່ານ​ຍັງ​ບໍ່​ໄດ້​ລອງ​ເທື່ອ. ວາງ​ແຜນ​ທີ່​ຈະ​ລອງ​ແນວ​ຄິດ​ບາງ​ຢ່າງ​ລະ​ຫວ່າງ​ອາ​ທິດ​ຕໍ່​ໄປ.

ຕິດ​ຕໍ່​ຜູ້​ຄົນ​ທີ່​ຖືກ​ແນະ​ນຳ​ໃຫ້​ທ່ານ

ຜູ້​ຄົນ​ທີ່​ຖືກ​ແນະ​ນຳ​ໃຫ້​ທ່ານ​ອາດ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໃບ​ແນະ​ນຳ​ນັ້ນ​ອາດ​ມາ​ຈາກ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນໆ, ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ, ແລະ ຄວາມ​ພະ​ຍາ​ຍາມ​ທາງ​ສື່​ສັງ​ຄົມ​ໃນ​ທ້ອງ​ຖິ່ນ.

ເອື້ອມ​ອອກ​ໄປ​ທັນ​ທີ

ເມື່ອ​ບຸກ​ຄົນ​ຖືກ​ແນະ​ນຳ​ໃຫ້​ທ່ານ​ຜ່ານ​ທາງ​ສຳ​ນັກ​ງານ​ໃຫຍ່ ຫລື ສື່​ສັງ​ຄົມ​ໃນ​ທ້ອງ​ຖິ່ນ, ໃຫ້​ທົບ​ທວນ​ຂໍ້​ມູນ​ຢູ່​ໃນ​ແອັບ Preach My Gospel ກ່ຽວ​ກັບ​ຄວາມ​ສົນ​ໃຈ​ຂອງ​ເຂົາ​ເຈົ້າ. ພະ​ຍາ​ຍາມ​ຕິດ​ຕໍ່​ເຂົາ​ເຈົ້າ​ໃຫ້​ໄວ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ເຄາະ​ປະ​ຕູ

ໃຊ້​ແນວ​ທາງ​ຊີ້​ນຳ​ດັ່ງ​ຕໍ່​ໄປ​ນີ້ ເມື່ອ​ເຮັດ​ວຽກ​ກັບ​ຜູ້​ຄົນ​ທີ່​ຖືກ​ແນະ​ນຳ​ໃຫ້​ທ່ານ:

  • ຖ້າ​ບຸກ​ຄົນ​ນັ້ນ​ຖືກ​ແນະ​ນຳ​ໂດຍ​ສະ​ມາ​ຊິກ ຫລື ໂດຍ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນໆ, ໃຫ້​ຕິດ​ຕໍ່​ຜູ້​ທີ່​ສົ່ງ​ໃບ​ແນະ​ນຳ​ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ ຖ້າ​ຫາກ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ແນະ​ນຳ​ຜູ້​ຄົນ, ເຂົາ​ເຈົ້າ​ອາດ​ສິດ​ສອນ​ກັບ​ທ່ານ​ທາງ​ອອນ​ລາຍ ຖ້າ​ຫາກ​ຜູ້​ນຳ​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ​ອະ​ນຸ​ມັດ. ສະ​ມາ​ຊິກ​ອາດ​ເຂົ້າ​ຮ່ວມ​ກັບ​ທ່ານ​ດ້ວຍ​ຕົນ​ເອງ ຫລື ທາງ​ອອນ​ລາຍ​ເພື່ອ​ເຂົ້າ​ຮ່ວມ​ໃນ​ການ​ສິດ​ສອນ.

  • ພະ​ຍາ​ຍາມ​ຕິດ​ຕໍ່​ບຸກ​ຄົນ​ທັນ​ທີ​ຜ່ານ​ທາງ​ການ​ຢ້ຽມ​ຢາມ, ການ​ໂທ, ການ​ສົ່ງ​ຂໍ້​ຄວາມ, ການ​ອີ​ເມວ, ຫລື ການ​ສື່​ສານ​ແບບ​ອື່ນໆ. ຖ້າ​ຫາກ​ບຸກ​ຄົນ​ນັ້ນ​ບໍ່​ຕອບ, ໃຫ້​ພະ​ຍາ​ຍາມ​ຕິດ​ຕໍ່​ຫາ​ລາວ​ໃນ​ເວ​ລາ​ອື່ນ ຫລື ໃນ​ວັນ​ອື່ນ.

  • ຖ້າ​ຫາກ​ການ​ຕິດ​ຕໍ່​ເທື່ອ​ທຳ​ອິດ​ເປັນ​ການ​ໂທ, ສົ່ງ​ຂໍ້​ຄວາມ, ຫລື ອີ​ເມວ, ໃຫ້​ກຳ​ນົດ​ເວ​ລາ​ທີ່​ຈະ​ພົບ​ກັນ​ດ້ວຍ​ຕົນ​ເອງ ຫລື ຜ່ານ​ທາງ​ເທັກ​ໂນ​ໂລ​ຈີ.

  • ໃນ​ຖາ​ນະ​ຄູ່​ສອນ, ໃຫ້​ທົບ​ທວນ​ຄຳ​ຮ້ອງ​ຂໍ​ຂອງ​ບຸກ​ຄົນ ແລະ ລະ​ບຸ​ຄວາມ​ຕ້ອງ​ການ ແລະ ຄວາມ​ສົນ​ໃຈ​ຂອງ​ລາວ. ກຳ​ນົດ​ວິ​ທີ​ທີ່​ພຣະ​ກິດ​ຕິ​ຄຸນ​ສາ​ມາດ​ຊ່ວຍ​ສະ​ໜອງ​ຄວາມ​ຕ້ອງ​ການ​ເຫລົ່າ​ນັ້ນ.

  • ເມື່ອ​ພວກ​ທ່ານ​ພົບ​ກັນ, ໃຫ້​ເອົາ​ສິ່ງ​ທີ່​ຮ້ອງ​ຂໍ​ໄປ​ນຳ, ດັ່ງ​ເຊັ່ນ ພຣະ​ຄຳ​ພີ​ມໍ​ມອນ. ແບ່ງ​ປັນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈາກ​ບົດ​ຮຽນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ສະ​ໜອງ​ຄວາມ​ສົນ​ໃຈ ຫລື ຄວາມ​ຕ້ອງ​ການ​ຂອງ​ບຸກ​ຄົນ.

ບາງ​ຄັ້ງ​ຜູ້​ຄົນ​ທີ່​ຖືກ​ແນະ​ນຳ ສາ​ມາດ​ນຳ​ພາ​ທ່ານ​ໄປ​ຫາ​ຄົນ​ອື່ນ​ທີ່​ພຣະ​ເຈົ້າ​ກຳ​ລັງ​ກະ​ກຽມ​ຢູ່. ຖ້າ​ຫາກ​ຜູ້​ຄົນ​ທີ່​ທ່ານ​ຕິດ​ຕໍ່​ບໍ່​ສົນ​ໃຈ, ຖາມ​ເຂົາ​ເຈົ້າ​ວ່າ ມີ​ຄົນ​ອື່ນ​ທີ່​ອາດ​ສົນ​ໃຈ ຫລື ຜູ້​ຕ້ອງ​ການ​ຄວາມ​ຫວັງ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ຫລື​ບໍ່. ບາງ​ທີ​ທ່ານ​ໄດ້​ຖືກ​ນຳ​ພາ​ໄປ​ຫາ​ບຸກ​ຄົນ​ນີ້ ເພາະ​ຄົນ​ໃດ​ຄົນ​ໜຶ່ງ​ອີກ​ຢູ່​ໃນ​ບ້ານ​ທີ່​ພ້ອມ​ສຳ​ລັບ​ພຣະ​ກິດ​ຕິ​ຄຸນ.

ຖ້າ​ຫາກ​ການ​ນັດ​ໝາຍ​ກັບ​ຄົນ​ໃດ​ຄົນ​ໜຶ່ງ​ຖືກ​ຍົກ​ເລີກ, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເຮັດ​ວຽກ​ງານ​ເຜີຍ​ແຜ່​ຢ່າງ​ອື່ນ​ຢູ່​ໃນ​ຂົງ​ເຂດ​ນັ້ນ. ແອັບ Preach My Gospel ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຊອກ​ຫາ​ຜູ້​ຄົນ​ຢູ່​ໃກ້​ແຖວ​ນັ້ນ ທີ່​ເຄີຍ​ຕິດ​ຕໍ່ ຫລື ສິດ​ສອນ.

ແນະ​ນຳ​ຜູ້​ຄົນ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ຢູ່​ໃນ​ເຂດ​ອື່ນ

ເມື່ອ​ທ່ານ​ພົບ​ຜູ້​ຄົນ​ທີ່​ສົນ​ໃຈ​ໃນ​ການ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ແຕ່​ອາ​ໄສ​ຢູ່ນອກ​ເຂດ​ທີ່​ທ່ານ​ຖືກມອບ​ໝາຍ, ໃຫ້​ແນະ​ນຳ​ເຂົາ​ເຈົ້າ​ຕໍ່​ພຣະ​ກິດ​ຕິ​ຄຸນ. ແລ້ວ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ກຽມ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ ແລະ ສະ​ມາ​ຊິກ​ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ອາ​ໄສ​ຢູ່.

ດ້ວຍ​ການ​ອະ​ນຸ​ມັດ​ຈາກ​ປະ​ທານ​ເຜີຍ​ແຜ່​ຂອງ​ທ່ານ, ທ່ານ​ອາດ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຜູ້​ຄົນ​ເຫລົ່າ​ນີ້ ເພື່ອ​ຊ່ວຍ​ໃຫ້​ເຂົາ​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ (ເບິ່ງ Missionary Standards7.5.4).

ການ​ສຶກ​ສາ​ກັບ​ຄູ່​ສອນ

ທົບ​ທວນ​ເບິ່ງ​ທຸກ​ຄົນ​ທີ່​ຖືກ​ແນະ​ນຳ​ໃນ​ເຂດ​ຂອງ​ທ່ານ ພາຍ​ໃນ​ເດືອນ​ແລ້ວ​ນີ້. ລະ​ບຸ​ຄົນ​ໃດ​ທີ່​ທ່ານ​ບໍ່​ສາ​ມາດ​ຕິດ​ຕໍ່, ແລະ ພະ​ຍາ​ຍາມ​ຕິດ​ຕໍ່​ເຂົາ​ເຈົ້າ​ອີກ​ຄັ້ງ. ຕັດ​ສິນ​ໃຈ​ວ່າ​ຜູ້​ໃດ​ທີ່​ທ່ານ​ໄດ້​ຕິດ​ຕໍ່​ແລ້ວ​ທີ່​ທ່ານ​ຄວນ​ຈະ​ໄປ​ຢ້ຽມ​ຢາມ​ອີກ​ຄັ້ງ. ອັບ​ເດດ​ບັນ​ທຶກ​ເຫລົ່າ​ນີ້​ໃນ​ແອັບ Preach My Gospel.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ເວົ້າ​ໂທ​ລະ​ສັບ

ໃຊ້​ເທັກ​ໂນ​ໂລ​ຈີ

ມີ​ຫລາຍ​ວິ​ທີ​ທາງ​ທີ່​ທ່ານ​ສາ​ມາດ​ໃຊ້​ເທັກ​ໂນ​ໂລ​ຈີ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ. ບາງ​ຕົວ​ຢ່າງ​ຖືກ​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ:

  • ໃຊ້​ສື່​ສັງ​ຄົມ​ເພື່ອ​ເຮັດ​ວຽກ​ງານ​ກັບ​ສະ​ມາ​ຊິກ​ເພື່ອ​ຊອກ​ຫາ​ຜູ້​ຄົນ.

  • ສ້າງ​ຄວາມ​ສຳ​ພັນ​ໂດຍ​ການ​ເອື້ອມ​ອອກ​ໄປ​ຜ່ານ​ທາງ​ອີ​ເມວ ແລະ ສື່​ສັງ​ຄົມ.

  • ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ, ຄຳ​ເວົ້າ, ແລະ ຂ່າວ​ສານ​ພຣະ​ກິດ​ຕິ​ຄຸນ​ທີ່​ຍົກ​ລະ​ດັບ.

  • ຊ່ວຍ​ໃຫ້​ຜູ້​ຄົນ​ໃຊ້ FamilySearch.org ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຂົາ​ເຈົ້າ.

  • ສະ​ເໜີ​ຫ້ອງ​ຮຽນ​ອອນ​ລາຍ​ເພື່ອ​ສິດ​ສອນ​ທັກ​ສະ.

  • ສ້າງ​ການ​ເຊື່ອມ​ຕໍ່​ທີ່​ເໝາະ​ສົມ​ຜ່ານ​ທາງ​ການ​ແບ່ງ​ປັນ​ກຸ່ມ​ທີ່​ມີ​ຄວາມ​ສົນ​ໃຈ​ແບບ​ດຽວ​ກັນ.

  • ສ້າງ​ໂພສ​ທີ່​ບອກ​ກ່ຽວ​ກັບ​ກິດ​ຈະ​ກຳ​ຂອງ​ຫວອດ​ທີ່​ຈະ​ມາ​ເຖິງ.

ການ​ໃຊ້​ເທັກ​ໂນ​ໂລ​ຈີ ເປັນ​ວິ​ທີ​ທີ່​ສຳ​ຄັນ​ໃນ​ການ​ຮັກ​ສາ “ສາຍ​ໄວ້​ໃນ​ນ້ຳ” ຕະ​ຫລອດ​ທັງ​ວັນ. ນອກ​ເໜືອ​ຈາກ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຊອກ​ຫາ​ອື່ນໆ, ໃຫ້​ຮັກ​ສາ​ສາຍ​ອິນ​ເຕີ​ເນັດ​ຫລາຍ​ສາຍ​ໄວ້​ໃນ​ນ້ຳ.

ຮູບ​ພາບ
ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ

ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ: “ເທັກ​ໂນ​ໂລ​ຈີ​ໃຫ້​ຊ່ອງ​ທາງ​ທີ່​ມີ​ພະ​ລັງ​ຢ່າງ​ຫລວງ​ຫລາຍ ຊຶ່ງ​ຜ່ານ​ທາງ​ນີ້ ເຮົາ​ສາ​ມາດ​ປະ​ກາດ​ເລື່ອງ ‘ພຣະ​ເຢ​ຊູ​ຄຣິດ, ແລະ [ການ​ຄຶງ] ຂອງ​ພຣະ​ອົງ’ ແລະ ‘ສັ່ງ​ສອນ​ເຖິງ​ການ​ກັບ​ໃຈ​ໃຫ້​ແກ່​ຜູ້​ຄົນ’ [1 ໂກ​ຣິນ​ໂທ 2:2; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 44:3]. ຄົນ​ລຸ້ນ​ໃໝ່​ໄດ້​ຕຽມ​ພ້ອມ​ເປັນ​ພິ​ເສດ​ທີ່​ຈະ​ໄດ້​ຍິນ ແລະ ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ຜ່ານ​ທາງ​ວິ​ທີ​ການ​ສື່​ສານ​ເຫລົ່າ​ນີ້” (“They Should Proclaim These Things unto the World,” ການ​ປະ​ຊຸມ​ສຳ​ມະ​ນາ​ສຳ​ລັບ​ປະ​ທານ​ເຜີຍ​ແຜ່​ຄົນ​ໃໝ່, ວັນ​ທີ 24 ເດືອນ​ມິ​ຖຸ​ນາ, 2016).

ການ​ສຶກ​ສາ​ກັບ​ຄູ່​ສອນ

ຊອກ​ຫາ​ສິ່ງ​ທີ່​ເຂດ​ເຜີຍ​ແຜ່​ຂອງ​ທ່ານ​ກຳ​ລັງ​ເຮັດ​ຢູ່​ກັບ​ສື່​ສັງ​ຄົມ. ສົນ​ທະ​ນາ​ກັບ​ຄູ່​ສອນ​ຂອງ​ທ່ານ​ວ່າ ພວກ​ທ່ານ​ຈະ​ສ້າງ​ໂພສ​ສື່​ສັງ​ຄົມ​ທີ່​ສອດ​ຄ່ອງ​ກັບ​ສິ່ງ​ນີ້​ໄດ້​ແນວ​ໃດ. ໂພສ​ຂອງ​ທ່ານ​ຄວນ​ສອດ​ຄ່ອງ​ກັບ​ນະ​ໂຍ​ບາຍ​ອິ​ເຕີ​ເນັດ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ “ອິນ​ເຕີ​ເນັດ” ໃນ​ພາກ​ທີ 38.8 ຂອງ ຄູ່​ມື​ທົ່ວ​ໄປ).

ຖ້າ​ຫາກ​ເຂດ​ເຜີຍ​ແຜ່​ຂອງ​ທ່ານ​ມີ​ຜູ້​ຊ່ຽວ​ຊານ​ດ້ານ​ສື່​ສັງ​ຄົມ, ໃຫ້​ເພິ່ງ​ຄວາມ​ຊຳ​ນານ​ຂອງ​ລາວ ຂະ​ນະ​ທີ່​ທ່ານ​ສ້າງ​ໂພສ​ສື່​ສັງ​ຄົມ.

ຮູບ​ພາບ
ຜູ້​ຍິງ​ສອງ​ຄົນ​ກຳ​ລັງ​ເວົ້າ​ລົມ​ກັນ

ໃຊ້​ປະ​ຫວັດ​ຄອບ​ຄົວ

ປະ​ຫວັດ​ຄອບ​ຄົວ​ເປັນ​ອີກ​ວິ​ທີ​ໜຶ່ງ​ທີ່​ທ່ານ​ສາ​ມາດ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ. ຕະ​ຫລອດ​ທົ່ວ​ໂລກ, ພຣະ​ວິນ​ຍານ​ມີ​ອິດ​ທິ​ພົນ​ຕໍ່​ຜູ້​ຄົນ​ຫລາຍ​ລ້ານ​ຄົນ ໃນ​ການ​ລະ​ບຸ​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຂົາ​ເຈົ້າ. ຫລາຍ​ຄົນ​ຕ້ອງ​ການ​ການ​ເຊື່ອມ​ຕໍ່​ທີ່​ໝັ້ນ​ຄົງ​ກັບ​ຍາດ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ. ສິ່ງ​ນີ້​ສາ​ມາດ​ນຳ​ໄປ​ສູ່​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຊອກ​ຫາ​ການ​ເຊື່ອມ​ຕໍ່ ແລະ ເອ​ກະ​ລັກ ໃນ​ຖາ​ນະ​ສ່ວນ​ໜຶ່ງ​ຂອງ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ.

ບາງ​ຄັ້ງ​ສິ່ງ​ທີ່​ເຮົາ​ເອີ້ນ​ວ່າ ວິນ​ຍານ​ຂອງ​ເອ​ລີ​ຢາ ຄື​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ທີ່​ດຶງ​ດູດ​ຜູ້​ຄົນ​ໄປ​ລະ​ບຸ​ຊື່, ບັນ​ທຶກ, ແລະ ທະ​ນຸ​ຖະ​ໜອມ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ—ທັງ​ໃນ​ອະ​ດີດ ແລະ ປະ​ຈຸ​ບັນ (ເບິ່ງ ມາ​ລາ​ກີ 4:5–6).

ໃນ​ການ​ຊອກ​ຫາ​ຂອງ​ທ່ານ, ທ່ານ​ອາດ​ແນະ​ນຳ​ຜູ້​ຄົນ​ຕໍ່ FamilySearch ຫລື ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ດາວ​ໂຫລດ​ແອັບ FamilySearch Tree ຫລື ແອັບ FamilySearch Memories. ທ່ານ​ຍັງ​ສາ​ມາດ​ມອບ​ປຶ້ມ​ນ້ອຍ​ຊື່ ຄອບ​ຄົວ​ຂອງ​ຂ້ອຍ: ເລື່ອງ​ລາວ​ທີ່​ພາ​ໃຫ້​ເຮົາ​ມາ​ຢູ່​ນຳ​ກັນ. ແຫລ່ງ​ຂໍ້​ມູນ​ເຫລົ່າ​ນີ້​ຊ່ວຍ​ຜູ້​ຄົນ​ຄົ້ນ​ພົບ​ຍາດ​ພີ່​ນ້ອງ ແລະ ບັນ​ພະ​ບຸ​ລຸດ ແລະ ຮວບ​ຮວມ​ເລື່ອງ​ລາວ​ຂອງ​ເຂົາ​ເຈົ້າ.

ກຳ​ນົດ​ແຫລ່ງ​ປະ​ຫວັດ​ຄອບ​ຄົວ​ທີ່​ມີ​ບໍ​ລິ​ການ​ໃນ​ເຂດ​ຂອງ​ທ່ານ ແລະ ວ່າ​ມັນ​ສາ​ມາດ​ຊ່ວຍ​ຜູ້​ຄົນ​ທີ່​ທ່ານ​ຕິດ​ຕໍ່​ແນວ​ໃດ. ຜູ້​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຫວອດ ສາ​ມາດ​ຊ່ວຍ​ຜູ້​ຄົນ​ລະ​ບຸ​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຂົາ​ເຈົ້າ.

ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ແບ່ງ​ປັນ​ຄວາມ​ຊົງ​ຈຳ​ຂອງ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ​ກັບ​ທ່ານ. ຂະ​ນະ​ທີ່​ເຂົາ​ເຈົ້າ​ເຮັດ, ເຂົາ​ເຈົ້າ​ອາດ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ພະ​ຍານ​ຕໍ່​ເຂົາ​ເຈົ້າ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ຄອບ​ຄົວ​ໃນ​ແຜນ​ຂອງ​ພຣະ​ເຈົ້າ. ຊ່ວງ​ເວ​ລາ​ເຫລົ່າ​ນີ້​ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ຕາມ​ທຳ​ມະ​ຊາດ​ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ຊີ​ວິດ, ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ, ແລະ ບົດ​ບາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ແຜນ​ນັ້ນ.

ເມື່ອ​ເໝາະ​ສົມ, ໃຫ້​ສິດ​ສອນ​ຄຳ​ສອນ​ໃຫ້​ກັບ​ຜູ້​ຄົນ​ກ່ຽວ​ກັບ​ວ່າ​ເປັນ​ຫຍັງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຈຶ່ງ​ເຮັດ​ວຽກ​ງານ​ສືບ​ປະ​ຫວັດ​ຄອບ​ຄົວ ແລະ ມັນ​ກ່ຽວ​ຂ້ອງ​ກັບ​ພຣະ​ວິ​ຫານ​ແນວ​ໃດ.

ອະ​ທິ​ຖານ​ໃຫ້​ຮູ້​ຈັກ​ໂອ​ກາດ​ທີ່​ຈະ​ໃຊ້​ປະ​ຫວັດ​ຄອບ​ຄົວ ໃນ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຊອກ​ຫາ​ຂອງ​ທ່ານ. ມີ​ຄວາມ​ຄິດ​ສ້າງ​ສັນ, ແລະ ຄຸ້ນ​ເຄີຍ​ກັບ​ແຫລ່ງ​ຂໍ້​ມູນ​ທີ່​ມີ​ໃຫ້.

ການ​ສຶກ​ສາ​ພຣະ​ຄຳ​ພີ

ໃຫ້​ສຶກ​ສາ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້​ກ່ຽວ​ກັບ​ປະ​ຫວັດ​ຄອບ​ຄົວ. ບັນ​ທຶກ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້.

ອຳ​ນາດ​ແຫ່ງ​ການ​ຜະ​ນຶກ​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ເອ​ລີ​ຢາ

ການ​ເຮັດ​ວຽກ​ແທນ​ຄົນ​ຕາຍ

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ລອງ​ເຮັດ​ກິດ​ຈະ​ກຳ​ຢ່າງ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ​ດັ່ງ​ຕໍ່​ໄປ​ນີ້ ເພື່ອ​ຊ່ວຍ​ທ່ານ​ຊອກ​ຫາ​ຜ່ານ​ທາງ​ປະ​ຫວັດ​ຄອບ​ຄົວ.

  • ຈັດ​ໃຫ້​ມີ​ການ​ຢ້ຽມ​ຢາມ​ກັບ​ສະ​ມາ​​ຊິກ​ຜູ້​ທີ່​ມີ​ປະ​ສົບ​ການ​ກ່ຽວ​ກັບ​ປະ​ຫວັດ​ຄອບ​ຄົວ. ຮຽນ​ຮູ້​ວ່າ​ການ​ບໍ​ລິ​ການ​ໃດ​ທີ່​ມີ​ໃຫ້​ໃຊ້​ຜ່ານ​ທາງ​ຜູ້​ນຳ​ຝ່າຍ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ຫວອດ​ຂອງ​ທ່ານ.

  • ຝຶກວິ​ທີ​ທີ່​ທ່ານ​ຈະ​ສະ​ເໜີ​ການ​ຊ່ວຍ​ເຫລືອ​ເລື່ອງ​ປະ​ຫວັດ​ຄອບ​ຄົວ​ໃຫ້​ກັບ​ຄົນ​ທີ່​ທ່ານ​ພົບ. ວາງ​ແຜນ​ທີ່​ຈະ​ສະ​ເໜີ​ປະ​ຫວັດ​ຄອບ​ຄົວ​ໃນ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຊອກ​ຫາ​ຂອງ​ທ່ານ.

  • ອ່ານ ແລະ ສົນ​ທະ​ນາ​ກ່ຽວ​ກັບ​ປຶ້ມ​ນ້ອຍ Families and Temples ເພື່ອ​ຮັບ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ວຽກ​ງານ​ປະ​ຫວັດ​ຄອບ​ຄົວ. ຂຽນ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ລົງ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.

  • ໃຊ້​ປຶ້ມ​ນ້ອຍ ຄອບ​ຄົວ​ຂອງ​ຂ້ອຍ ຫລື ແຫລ່ງ FamilySearch.org ຂະ​ນະ​ທີ່​ທ່ານ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ.

  • ເມື່ອ​ເປັນ​ໄປ​ໄດ້, ໃຫ້​ຈັດ​ງານ​ເປີດ​ໃຫ້​ຊົມ, ສິດ​ສອນ​ຫ້ອງ​ປະ​ຫວັດ​ຄອບ​ຄົວ​ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ, ຫລື ສະ​ເໜີ​ໃຫ້​ຄຳ​ປຶກ​ສາ.

ຊອກ​ຫາ​ເວ​ລາ​ທີ່​ທ່ານ​ສິດ​ສອນ

ການ​ຊອກ​ຫາ ແລະ ການ​ສິດ​ສອນ​ເປັນ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ​ກັນ. ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ມັກ​ມີ​ໝູ່​ເພື່ອນ ຫລື ຍາດ​ພີ່​ນ້ອງ​ທີ່​ກຽມ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ. ເມື່ອ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ປະ​ສົບ​ກັບ​ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ, ຄວາມ​ປາດ​ຖະ​ໜາ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ແບ່ງ​ປັນ​ຈະ​ເພີ່ມ​ຂຶ້ນ (ເບິ່ງ 1 ນີ​ໄຟ 8:12). ໃນ​ທຸກ​ສະ​ຖາ​ນະ​ການ—ດັ່ງ​ເຊັ່ນ​ການ​ຊອກ​ຫາ, ການ​ສິດ​ສອນ, ແລະ ການ​ເຮັດ​ວຽກ​ງານ​ກັບ​ສະ​ມາ​ຊິກ—ໃຫ້​ຖາມ, “ເຈົ້າ​ຮູ້​ໃຜ​ບໍ​ທີ່​ຈະ​ໄດ້​ຜົນ​ປະ​ໂຫຍດ​ຈາກ​ຂ່າວ​ສານ​ນີ້?”

ເມື່ອ​ຜູ້​ທີ່​ທ່ານ​ສິດ​ສອນ​ກຽມ​ພ້ອມ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ, ໃຫ້​ຖາມ​ເຂົາ​ເຈົ້າ​ກ່ຽວ​ກັບ​ຄອບ​ຄົວ ແລະ ໝູ່​ເພື່ອນ​ທີ່​ເຂົາ​ເຈົ້າ​ຢາກ​ເຊື້ອ​ເຊີນ​ໃຫ້​ມາ​ຮ່ວມ​ການ​ບັບ​ຕິ​ສະ​ມາ​ຂອງ​ເຂົາ​ເຈົ້າ. ວາງ​ແຜນ​ທີ່​ຈະ​ເຊື້ອ​ເຊີນ ແລະ ຊຸກ​ຍູ້​ທຸກ​ຄົນ​ໃຫ້​ມາ. ພຣະ​ວິນ​ຍານ​ສາ​ມາດ​ຮູ້​ສຶກ​ໄດ້​ຢ່າງ​ມີ​ພະ​ລັງ​ລະ​ຫວ່າງ​ພິ​ທີ​ບັບ​ຕິ​ສະ​ມາ.

ການ​ສຶກ​ສາ​ກັບ​ຄູ່​ສອນ

ທົບ​ທວນ​ບັນ​ຊີ​ລາຍ​ຊື່​ຂອງ​ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ. ສ້າງ​ບັນ​ຊີ​ລາຍ​ຊື່​ຜູ້​ທີ່​ທ່ານ​ໄດ້​ຮ້ອງ​ຂໍ​ໃຫ້​ແນະ​ນຳ ແລະ ຜູ້​ທີ່​ທ່ານ​ຍັງ​ບໍ່​ຮ້ອງ​ຂໍ. ຝຶກ​ວິ​ທີ​ທີ່​ທ່ານ​ຈະ​ສະ​ເໜີ​ຄຳ​ເຊື້ອ​ເຊີນ​ຜູ້​ຖືກ​ແນະ​ນຳ​ກັບ​ຜູ້​ທີ່​ຢູ່​ໃນ​ແຕ່​ລະ​ກຸ່ມ. ໃນ​ປຶ້ມ​ວາງ​ແຜນ​ຂອງ​ທ່ານ, ໃຫ້​ຂຽນ​ໝາຍ​ເຫດ​ກ່ຽວ​ກັບ​ການ​ຈະ​ສະ​ເໜີ​ຄຳ​ເຊື້ອ​ເຊີນ​ນີ້​ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ຕໍ່​ໄປ.

ຮູບ​ພາບ
ພວກ​ຜູ້​ຍິງ​ກຳ​ລັງ​ຫລຽວ​ເບິ່ງ​ໂທ​ລະ​ສັບ

ສິດ​ສອນ​ໃນ​ເວ​ລາ​ທີ່​ທ່ານ​ຊອກ​ຫາ

ເມື່ອ​ທ່ານ​ພົບ​ຜູ້​ຄົນ ແລະ ລະ​ບຸ​ຄວາມ​ສົນ​ໃຈ ແລະ ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ​ແລ້ວ, ໃຫ້​ພັດ​ທະ​ນາ​ນິ​ໄສ​ຂອງ​ການ​ເລີ່ມ​ຕົ້ນ​ສິດ​ສອນ ແລະ ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ. ທ່ານ​ຈະ​ພົບ​ເຫັນ​ຜູ້​ຄົນ​ທີ່​ຈະ​ສິດ​ສອນ​ຫລາຍ​ຂຶ້ນ ເມື່ອ​ທ່ານ​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ເຖິງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ພິ​ຈາ​ລະ​ນາ​ການ​ສິດ​ສອນ​ໃນ​ຫົວ​ຂໍ້​ດັ່ງ​ເຊັ່ນ ຄວາມ​ສຸກ, ຄວາມ​ຍາກ​ລຳ​ບາກ, ຈຸດ​ປະ​ສົງ​ຂອງ​ຊີ​ວິດ, ຫລື ຄວາມ​ຕາຍ. ບໍ່​ວ່າ​ວິ​ທີ​ການ​ໃນ​ເບື້ອງ​ຕົ້ນ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ, ໃຫ້​ອ້າງ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ການ​ເອີ້ນ​ຂອງ​ພຣະ​ອົງ​ຕໍ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ຢ່າງ​ໄວ ແລະ ຢ່າງ​ງ່າຍ​ດາຍ. ນີ້​ແມ່ນ​ຂ່າວ​ສານ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ພວກ​ເຮົາ​ຕໍ່​ໂລກ.

ພາກ​ຕໍ່​ໄປ​ນີ້​ເປັນ​ຕົວ​ຢ່າງ​ຂອງວິ​ທີ​ທີ່​ທ່ານ​ອາດ​ຈະ​ສິດ​ສອນ​ສັ້ນໆ​ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຄວາມ​ສຳ​ຄັນ​ຂອງ​ຄອບ​ຄົວ.

ສິດ​ສອນ ແລະ ເປັນ​ພະ​ຍານ​ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ສິດ​ສອນ​ບົດ​ສະ​ຫລຸບ​ສັ້ນໆ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ຖືກ​ຟື້ນ​ຟູ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ເປັນ​ພະ​ຍານ​ເຖິງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ສອງ ຫລື ສາມ​ປະ​ໂຫຍກ:

ຫລັງ​ຈາກ​ການ​ສູນ​ຫາຍ​ໄປ​ຫລາຍ​ສັດ​ຕະ​ວັດ, ຄວາມ​ຈິງ​ໄດ້​ຖືກ​ຟື້ນ​ຟູ​ໂດຍ​ພຣະ​ເຈົ້າ​ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ພວກ​ເຮົາ​ມີ​ຫລັກ​ຖານ​ກ່ຽວ​ກັບ​ເລື່ອງ​ນີ້​ທີ່​ເຈົ້າ​ສາ​ມາດ​ຈັບ​ໄວ້​ໃນ​ມື, ອ່ານ, ແລະ ໄຕ່​ຕອງ​ໃນໃຈ​ຂອງ​ເຈົ້າ. ພວກ​ເຮົາ​ເຊື້ອ​ເຊີນ​ເຈົ້າ​ໃຫ້​ອ່ານ ແລະ ອະ​ທິ​ຖານ​ເພື່ອ​ຮຽນ​ຮູ້​ຄວາມ​ຈິງ​ຂອງ​ມັນ​ສຳ​ລັບ​ຕົວ​ເຈົ້າ​ເອງ. ເຈົ້າ​ຈະ​ໃຫ້​ພວກ​ເຮົາ …

ຖ້າ​ຫາກ​ທ່ານ​ມີ​ເວ​ລາ​ຕື່ມ​ອີກ​ເລັກ​ນ້ອຍ, ທ່ານ​ສາ​ມາດ​ເວົ້າ​ຕື່ມ​ວ່າ:

ຂ່າວ​ສານ​ຂອງ​ພວກ​ເຮົາ​ແມ່ນ​ລຽບ​ງ່າຍ. ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ຂອງ​ເຮົາ. ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ. ເຮົາ​ເປັນ​ພາກ​ສ່ວນ​ໃນ​ຄອບ​ຄົວ​ຂອງ​ພຣະ​ອົງ. ພຣະ​ອົງ​ຮູ້​ຈັກ​ເຮົາ​ເປັນ​ສ່ວນ​ຕົວ ແລະ ຮັກ​ເຮົາ. ພຣະ​ອົງ​ຕ້ອງ​ການ​ໃຫ້​ເຮົາ​ປະ​ສົບ​ຄວາມ​ສຸກ. ຈາກ​ການ​ເລີ່ມ​ຕົ້ນ​ຂອງ​ໂລກ, ພຣະ​ອົງ​ໄດ້​ດຳ​ເນີນ​ຕາມ​ແບບ​ແຜນ​ຂອງ​ການ​ເອື້ອມ​ອອກ​ໄປ ໃນ​ຄວາມ​ຮັກ ເພື່ອ​ເປີດ​ເຜີຍ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ວ່າ​ລູກໆ​ຂອງ​ພຣະ​ອົງ​ຈະ​ຮູ້​ຈັກ​ວິ​ທີ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ. ພຣະ​ອົງ​ໄດ້​ເປີດ​ເຜີຍ​ພຣະ​ກິດ​ຕິ​ຄຸນ​ຕໍ່​ສາດ​ສະ​ດາ ດັ່ງ​ເຊັ່ນ ອາ​ດາມ, ໂນ​ອາ, ອັບ​ຣາ​ຮາມ, ແລະ ໂມ​ເຊ. ແຕ່​ຫລາຍ​ຄົນ​ໄດ້​ເລືອກ​ຊ້ຳ​ແລ້ວ​ຊ້ຳ​ອີກ​ທີ່​ຈະ​ປະ​ຕິ​ເສດ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ດາ​ທີ່​ໄດ້​ສິດ​ສອນ​ມັນ. ເມື່ອ​ສອງ​ພັນ​ປີ​ກ່ອນ, ພຣະ​ເຢ​ຊູ​ຄຣິດ​ພຣະ​ອົງ​ເອງ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ຜູ້​ຄົນ​ໄດ້​ປະ​ຕິ​ເສດ​ແມ່ນ​ແຕ່​ພຣະ​ເຢ​ຊູ. ຫລັງ​ຈາກ​ການ​ຕາຍ​ຂອງ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ເຢ​ຊູ, ຜູ້​ຄົນ​ໄດ້​ບິດ​ເບືອນ​ຄຳ​ສອນ​ທີ່​ແທ້​ຈິງ, ດັ່ງ​ເຊັ່ນ ກ່ຽວ​ກັບ​ຝ່າຍ​ພຣະ​ເຈົ້າ. ພວກ​ເຂົາ​ກໍ​ໄດ້​ປ່ຽນ​ພິ​ທີ​ການ​ນຳ​ອີກ, ດັ່ງ​ເຊັ່ນ​ການ​ບັບ​ຕິ​ສະ​ມາ.

ຄຳ​ເຊື້ອ​ເຊີນ​ຂອງ​ພວກ​ເຮົາ​ຕໍ່​ເຈົ້າ ແມ່ນ​ການ​ເພີ່ມ​ຄວາມ​ຈິງ​ທີ່​ເຈົ້າ​ທະ​ນຸ​ຖະ​ໜອມ​ຢູ່​ແລ້ວ. ລອງ​ພິ​ຈາ​ລະ​ນາ​ຫລັກ​ຖານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ເອື້ອມ​ຫາ​ລູກໆ​ຂອງ​ພຣະ​ອົງ​ອີກ​ຄັ້ງ​ໃນ​ຄວາມ​ຮັກ ແລະ ໄດ້​ເປີດ​ເຜີຍ​ຄຳ​ສອນ ແລະ ພິ​ທີ​ການ​ທີ່​ແທ້​ຈິງ​ຕໍ່​ສາດ​ສະ​ດາ. ສາດ​ສະ​ດາ​ທ່ານ​ນີ້​ຊື່​ວ່າ ໂຈ​ເຊັບ ສະ​ມິດ. ຫລັກ​ຖານ​ຂອງ​ຄວາມ​ຈິງ​ນີ້​ມີ​ຢູ່​ໃນ​ໜັງ​ສື—ພຣະ​ຄຳ​ພີ​ມໍ​ມອນ. ເຈົ້າ​ສາ​ມາດ​ຈັບ​ມັນ​ໄວ້​ໃນ​ມື, ອ່ານ​ມັນ, ແລະ ໄຕ່​ຕອງ​ເຖິງ​ຄວາມ​ຈິງ​ຂອງ​ມັນ​ຢູ່​ໃນ​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ເຈົ້າ. ພວກ​ເຮົາ​ເຊື້ອ​ເຊີນ​ເຈົ້າ​ໃຫ້​ໄປ​ໂບດ​ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ.

ສິດ​ສອນ ແລະ ເປັນ​ພະ​ຍານ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ຄອບ​ຄົວ

ການ​ກ່າວ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຄອບ​ຄົວ​ຈະ​ຊ່ວຍ​ທ່ານ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ, ບໍ່​ວ່າ​ເຂົາ​ເຈົ້າ​ມີ​ພື້ນ​ຖານ​ເປັນ​ຊາວ​ຄຣິດ​ຫລື​ບໍ່​ກໍ​ຕາມ. ທ່ານ​ສາ​ມາດ​ບອກ​ເລົ່າ​ສິ່ງ​ທີ່​ຜູ້​ຄົນ​ສ່ວນ​ໃຫຍ່​ຮູ້​ກ່ຽວ​ກັບ​ຄອບ​ຄົວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ທ່ານ​ສາ​ມາດ​ເວົ້າ​ບາງ​ສິ່ງ​ແບບ​ນີ້:

ຄອບ​ຄົວ​ຂອງ​ເຮົາ​ສາ​ມາດ​ເປັນ​ໜຶ່ງ​ໃນ​ອິດ​ທິ​ພົນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ເຮົາ. ຄອບ​ຄົວ​ຂອງ​ເຮົາ​ຜູກ​ມັດ​ເຮົາ​ເຂົ້າ​ກັນ ແລະ ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ຮູ້​ສຶກ​ເປັນ​ທີ່​ຕ້ອງ​ການ ແລະ ເປັນ​ທີ່​ຮັກ.

ການ​ມີ​ຄອບ​ຄົວ​ທີ່​ເຂັ້ມ​ແຂງ ແລະ ມີ​ຄວາມ​ສຸກ ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ຫລາຍ​ຄົນ. ການ​ມີ​ການ​ແຕ່ງ​ງານ​ທີ່​ເຂັ້ມ​ແຂງ ແລະ ການ​ລ້ຽງ​ດູ​ລູກໆ​ຢູ່​ໃນ​ໂລກ​ທຸກ​ວັນ​ນີ້ ສາ​ມາດ​ເປັນ​ການ​ທ້າ​ທາຍ​ຫລາຍ​ໄດ້.

ແລ້ວ​ທ່ານ​ສາ​ມາດ​ປ່ຽນ​ໄປ​ຫາ​ຂ່າວ​ສານ​ເລື່ອງ​ການ​ຟື້ນ​ຟູ:

ເຈົ້າ​ເປັນ​ພາກ​ສ່ວນ​ຂອງ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ ນັບ​ຕັ້ງ​ແຕ່​ກ່ອນ​ເຈົ້າ​ມາ​ເກີດ. ພຣະ​ອົງ​ເປັນ​ພຣະ​ບິ​ດາ​ຂອງ​ເຮົາ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕ້ອງ​ການ​ໃຫ້​ເຮົາ​ກັບ​ຄືນ​ໄປ​ຢູ່​ກັບ​ພຣະ​ອົງ. ເຈົ້າ​ເປັນ​ລູກ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ຮັກ​ເຈົ້າ. ພຣະ​ອົງ​ມີ​ແຜນ​ເພື່ອ​ຊ່ວຍ​ເຈົ້າ​ກັບ​ໄປ​ຫາ​ພຣະ​ອົງ.

ຄວາມ​ຈິງ​ເຫລົ່າ​ນີ້ ແລະ ອື່ນໆ ໄດ້​ຖືກ​ຟື້ນ​ຟູ​ສູ່​ແຜ່ນ​ດິນ​ໂລກ ໂດຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ຄວາມ​ຈິງ​ເຫລົ່າ​ນີ້​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ບ່ອນ​ຂອງ​ເຮົາ​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ. ໃຫ້​ພວກ​ເຮົາ​ສິດ​ສອນ​ເຈົ້າ​ຕື່ມ​ອີກ​ກ່ຽວ​ກັບ​ຄວາມ​ຈິງ​ເຫລົ່າ​ນີ້​ໄດ້​ບໍ? ເຈົ້າ​ຊິ​ໄປ​ໂບດ​ບໍ ເພື່ອ​ວ່າ​ເຈົ້າ​ຈະ​ສາ​ມາດ​ຮຽນ​ຮູ້​ເພີ່ມ​ເຕີມ?

ການ​ສຶກ​ສາ​ກັບ​ຄູ່​ສອນ

ກຽມ​ຂ່າວ​ສານ​ປະ​ມານ​ໜຶ່ງ​ນາ​ທີ​ຕາມ​ບົດ​ຮຽນ​ໜຶ່ງ​ໃນ ບົດ​ທີ 3. ຝຶກ​ການ​ແບ່ງ​ປັນ​ມັນ​ນຳ​ກັນ​ແລະ​ກັນ. ຄິດ​ຫາ​ວິ​ທີ​ທີ່​ທ່ານ​ອາດ​ແບ່ງ​ປັນ​ຂ່າວ​ສານ​ນີ້​ໃນ​ສະ​ຖາ​ນະ​ການ​ການ​ຊອກ​ຫາ. ວາງ​ແຜນ​ທີ່​ຈະ​ແບ່ງ​ປັນ​ມັນ​ໃນ​ສະ​ຖາ​ນະ​ການ​ທີ່​ເໝາະ​ສົມ ເພື່ອ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.

ບໍ່​ມີ​ຄວາມ​ພະ​ຍາ​ຍາມ​ໃດ​ທີ່​ໄຮ້​ປະ​ໂຫຍດ

ເມື່ອ​ຜູ້​ຄົນ​ເລືອກບໍ່​ຮຽນ​ຕື່ມ​ອີກ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ, ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ບໍ່​ໄຮ້​ປະ​ໂຫຍດ. ບາງ​ທີ​ທ່ານ​ໄດ້​ປູກ​ເມັດ​ພືດ​ທີ່​ຈະ​ເຕີບ​ໂຕ​ໃນ​ເວ​ລາ​ອື່ນ. ບໍ່​ວ່າ​ຈະ​ເກີດ​ຂຶ້ນ​ຫລື​ບໍ່, ການ​ຮັບ​ໃຊ້​ຂອງ​ທ່ານ ແລະ ການ​ສະ​ແດງ​ອອກ​ດ້ວຍ​ຄວາມ​ຮັກ​ທີ່​ແທ້​ຈິງ ຈະ​ເປັນ​ພອນ​ໃຫ້​ທັງ​ທ່ານ ແລະ ເຂົາ​ເຈົ້າ.

ຖ້າ​ຫາກ​ຜູ້​ຄົນ​ບໍ່​ພ້ອມ​ທີ່​ຈະ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ, ໃຫ້​ເບິ່ງ​ວ່າ​ທ່ານ​ສາ​ມາດ​ເຮັດ​ຫຍັງ​ອີກ ເພື່ອ​ເພີ່ມ​ພູນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ຄວາມ​ສຳ​ພັນ​ທີ່​ທ່ານ​ພັດ​ທະ​ນາ​ແມ່ນ​ຍັງ​ມີ​ຄວາມ​ໝາຍ ແລະ ມີ​ຄຸນ​ຄ່າ​ຢູ່. ສືບ​ຕໍ່​ການ​ເປັນ​ເພື່ອນ.

ບາງ​ຄັ້ງ​ຜູ້​ຄົນ​ຕ້ອງ​ການ​ເວ​ລາ​ທີ່​ຈະ​ພິ​ຈາ​ລະ​ນາ​ການ​ປ່ຽນ​ແປງ​ທີ່​ຮຽກ​ຮ້ອງ​ຈາກ​ເຂົາ​ເຈົ້າ. ຊ່ວຍ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ຂ່າວ​ສານ​ຜ່ານ​ທາງ​ອີ​ເມວ ແລະ ເວັບ​ໄຊ​ຂອງ​ສາດ​ສະ​ໜາ​ຈັກ. ຂ່າວ​ສານ​ເຫລົ່າ​ນີ້​ອາດ​ຊ່ວຍ​ກຽມ​ຜູ້​ຄົນ​ໃຫ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ໃນ​ອະ​ນາ​ຄົດ​ທີ່​ຈະ​ຮຽນ​ຮູ້​ເພີ່ມ​ເຕີມ.

ເມື່ອ​ຄົນ​ໃດ​ຄົນ​ໜຶ່ງ​ບໍ່​ຍອມ​ຮັບ​ພຣະ​ກິດ​ຕິ​ຄຸນ, ເປັນ​ເລື່ອງ​ທຳ​ມະ​ດາ​ທີ່​ຈະ​ຮູ້​ສຶກ​ຜິດ​ຫວັງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ທ່ານ​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ເວ​ລາ​ເຊັ່ນ​ນັ້ນ, ພຣະ​ອົງ​ໄດ້​ສັນ​ຍາ​ວ່າ, “ເຮົາ​ຈະ​ຊ່ວຍ​ເຫລືອ​ໃຫ້​ພວກ​ເຈົ້າ​ໄດ້​ເຂັ້ມ​ແຂງ; ເຮົາ​ຈະ​ປົກ​ປັກ​ຮັກ​ສາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ພົ້ນ” (ເອ​ຊາ​ຢາ 41:10).

ຜ່ານ​ທາງ​ສັດ​ທາ​ໃນ​ພຣະ​ຄຣິດ, ທ່ານ​ສາ​ມາດ​ພົບ​ສັນ​ຕິ​ສຸກ ແລະ ຄວາມ​ໝັ້ນ​ໃຈ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ. ຮັກ​ສາ​ວິ​ໄສ​ທັດ​ຂອງ​ຜູ້​ຄົນ​ທີ່​ທ່ານ​ເປັນ ແລະ ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ. ສັດ​ທາ​ຈະ​ຊ່ວຍ​ໃຫ້​ທ່ານ​ກ້າວ​ເດີນ​ໄປ​ໜ້າ ແລະ ສືບ​ຕໍ່​ໃນ​ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ.


ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ ແລະ ການ​ນຳ​ໃຊ້

ການ​ສຶກ​ສາ​ສ່ວນ​ຕົວ

  • ອ່ານ ໂຢ​ຮັນ 15:12, ໂຢ​ຮັນ 21:15–17, 1 ເທ​ສະ​ໂລ​ນິກ 2, ແລະ ໂມ​ໄຊ​ຢາ 18:8–10. ທ່ານ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທ່ານ​ໃນ​ຄວາມ​ຮັກ ແລະ ຮັບ​ໃຊ້​ຄົນ​ອື່ນ​ໄດ້​ດີ​ປານ​ໃດ? ທ່ານ​ຈະ​ປັບ​ປຸງ​ມັນ​ແນວ​ໃດ? ຂຽນ​ຄຳ​ຕອບ​ຂອງ​ທ່ານ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.

  • ອ່ານ 3 ນີ​ໄຟ 18:31–32, ແອວ​ມາ 24:7–8, ແລະ ແອວ​ມາ 32:41. ຂໍ້​ເຫລົ່າ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ການ​ເຮັດ​ວຽກ​ງານ​ກັບ​ຜູ້​ຄົນ​ທີ່​ໄດ້​ຮັບ​ການ​ສິດ​ສອນ​ຜ່ານ​ມາ​ແລ້ວ? ບັນ​ທຶກ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ລົງ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ. ສິດ​ສອນ​ມັນ​ໃຫ້​ກັບ​ຄູ່​ສອນ​ຂອງ​ທ່ານ.

ການ​ສຶກ​ສາ​ກັບ​ຄູ່​ສອນ ແລະ ການ​ສັບ​ປ່ຽນ​ຄູ່​ສອນ

  • ວາງ​ແຜນ​ທີ່​ຈະ​ໄປ​ພົບ​ກັບ​ສະ​ມາ​ຊິກ​ໃໝ່​ຢູ່​ໃນ​ເຂດ​ຂອງ​ທ່ານ. ຖ້າ​ຈຳ​ເປັນ, ໃຫ້​ໃຊ້​ແອັບ Preach My Gospel ເພື່ອ​ລະ​ບຸ​ເຂົາ​ເຈົ້າ. ຖາມ​ຄຳ​ຖາມ​ແບບ​ດັ່ງ​ຕໍ່​ໄປ​ນີ້:

    • ເຈົ້າ​ໄດ້​ກະ​ກຽມ​ສຳ​ລັບ​ພຣະ​ກິດ​ຕິ​ຄຸນ​ແນວ​ໃດ?

    • ເຈົ້າ​ໄດ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຄັ້ງ​ທຳ​ອິດ​ເມື່ອ​ໃດ ແລະ ດ້ວຍ​ວິ​ທີ​ໃດ?

    • ແມ່ນ​ຫຍັງ​ທີ່​ກະ​ຕຸ້ນ​ເຈົ້າ​ໃຫ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ?

    • ພວກ​ເຮົາ​ຈະ​ສາ​ມາດ​ສະ​ໜັບ​ສະ​ໜູນ​ເຈົ້າ​ໃຫ້​ກ້າວ​ໜ້າ​ຕໍ່​ໄປ​ໄດ້​ແນວ​ໃດ?

    ຈາກ​ການ​ພົບ​ປະ​ເຫລົ່າ​ນີ້, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ຊອກ​ຫາ​ຜູ້​ຄົນ ທີ່​ກ້າວ​ໜ້າ​ໄປ​ສູ່​ການ​ບັບ​ຕິ​ສະ​ມາ? ວາງ​ແຜນ​ທີ່​ຈະ​ນຳ​ໃຊ້​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ໃນ​ອາ​ທິດ​ນີ້.

  • ທົບ​ທວນ​ແຕ່​ລະ​ຫົວ​ຂໍ້​ດັ່ງ​ຕໍ່​ໄປ​ນີ້. ການ​ໃຊ້​ບົດ​ຮຽນ​ໃນ ບົດ​ທີ 3, ກະ​ກຽມ​ວິ​ທີ​ການ​ຊອກ​ຫາ​ແບບ​ງ່າຍໆ. ຝຶກ​ການ​ສິດ​ສອນ​ໃນ​ສະ​ພາບ​ແວດ​ລ້ອມ​ຂອງ​ການ​ຊອກ​ຫາ.

    • ຮູ້​ສຶກ​ຕ້ອງ​ການ​ການ​ຊີ້​ນຳ ແລະ ຈຸດ​ປະ​ສົງ​ໃນ​ຊີ​ວິດ

    • ຕ້ອງ​ການ​ຮູ້​ສຶກ​ໃກ້​ຊິດ​ກັບ​ພຣະ​ເຈົ້າ​ຫລາຍ​ຂຶ້ນ

    • ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ກັບ​ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ

ສະ​ພາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ອະ​ນາ​ເຂດ, ແລະ ສະ​ພາ​ຜູ້​ນຳ​ເຂດ​ເຜີຍ​ແຜ່

  • ອ່ານ ແລະ ສົນ​ທະ​ນາ​ພາກ “ຂະ​ຫຍາຍ​ວິ​ໄສ​ທັດ​ຂອງ​ທ່ານ​ໃນ​ການ​ວາງ​ແຜນ​ທີ່​ຈະ​ຊອກ​ຫາ.” ໃຫ້​ແຕ່​ລະ​​ຄູ່​ສຳ​ເລັດ​ການ​ປະ​ເມີນ​ຜົນ.

    • ສົນ​ທະ​ນາ​ວ່າ​ຄວາມ​ຄິດ​ເຫລົ່າ​ນີ້​ໄດ້​ຊ່ວຍ​ຜູ້​ສອນ​ສາດ​ສະ​ໜາ ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ​ແນວ​ໃດ.

    • ຂຽນ​ລາຍ​ການ​ແນວ​ຄິດ​ອື່ນງ​ສຳ​ລັບ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ. ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ສະ​ແດງ​ແນວ​ຄິດ​ຂອງ​ເຂົາ​ເຈົ້າ.

    • ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ຕັ້ງ​ເປົ້າ​ໝາຍ​ສ່ວນ​ຕົວ​ເພື່ອ​ປັບ​ປຸງ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ໃນ​ການ​ຊອກ​ຫາ.

  • ສ້າງ​ລາຍ​ການ​ຂອງ​ໂອ​ກາດ​ໃນ​ການ​ຊອກ​ຫາ​ຫລາຍໆ​ອັນ.

    • ມອບ​ໝາຍ​ໜຶ່ງ​ໂອ​ກາດ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ແຕ່​ລະ​ຄົນ. ມອບ​ເວ​ລາ​​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ແຕ່​ລະ​ຄົນ​ຫ້າ​ນາ​ທີ ເພື່ອ​ກະ​ກຽມ​ວິ​ທີ​ທີ່​ລາວ​ຈະ​ສິດ​ສອນ​ພາກ​ສ່ວນ​ໜຶ່ງ​ຂອງ​ບົດ​ຮຽນ ໃນ​ສະ​ຖາ​ນະ​ການ​ມອບ​ໝາຍ​ນັ້ນ.

    • ເນັ້ນ​ຄວາມ​ຕ້ອງ​ການ​ທີ່​ຈະ​ຮັກ​ສາ​ເວ​ລາ​ຂອງ​ຂ່າວ​ສານ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ແວດ​ລ້ອມ.

    • ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ຫລາຍ​ຄົນ​ສິດ​ສອນ​ບົດ​ຮຽນ​ທີ່​ເຂົາ​ເຈົ້າ​ໄດ້​ວາງ​ແຜນ​ໃນ​ສະ​ຖາ​ນະ​ການມອບ​ໝາຍ​ຂອງ​ເຂົາ​ເຈົ້າ.

  • ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ຝຶກ​ຫັດ​ການ​ແບ່ງ​ປັນ​ຂ່າວ​ສານ​ພຣະ​ກິດ​ຕິ​ຄຸນ​ໃນ​ໜຶ່ງ​ນາ​ທີ​ກັບ​ກັນ​ແລະ​ກັນ. ທ່ານ​ອາດ​ຕ້ອງ​ການ​ຈັດ​ຫລາຍ​ສະ​ພາບ​ແວດ​ລ້ອມ​ຂອງ​ການ​ຊອກ​ຫາ, ດັ່ງ​ເຊັ່ນ​ການ​ສິດ​ສອນ​ຢູ່​ໃນ​ບ້ານ​ຂອງ​ສະ​ມາ​ຊິກ, ການ​ສິດ​ສອນ​ຢູ່​ໜ້າ​ປະ​ຕູ​ບ້ານ, ການ​ສິດ​ສອນ​ຢູ່​ແຄມ​ທາງ​ຍ່າງ, ຫລື ການ​ຕິດ​ຕໍ່​ຜູ້​ຖືກ​ແນະ​ນຳ. ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ຝຶກ​ຫັດ​ການ​ສິດ​ສອນ​ຢູ່​ໃນ​ແຕ່​ລະ​ສະ​ພາບ​ແວດ​ລ້ອມ.

ຜູ້​ນຳ​ເຜີຍ​ແຜ່ ແລະ ທີ່​ປຶກ​ສາ​ເຜີຍ​ແຜ່

  • ເປັນ​ຕົວ​ຢ່າງ​ໃນ​ວຽກ​ງານ​ເຜີຍ​ແຜ່​ໂດຍ​ສະ​ມາ​ຊິກ​ຢູ່​ໃນ​ຄອບ​ຄົວ​ຂອງ​ທ່ານ. ແບ່ງ​ປັນ​ປະ​ສົບ​ການ​ຂອງ​ທ່ານ​ກັບ​ຜູ້​ສອນ​ສາດ​ສະ​ໜາ ແລະ ສະ​ມາ​ຊິກ.

  • ປຶກ​ສາ​ຫາ​ລື​ກັບ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ ແລະ ຜູ້​ນຳ​ອົງ​ການ​ໃນ​ທ້ອງ​ຖິ່ນ​ກ່ຽວ​ກັບ​ວິ​ທີ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ການ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ​ຢູ່​ໃນ​ເຂດ​ເຜີຍ​ແຜ່​ຂອງ​ທ່ານ.

  • ຈັດ​ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ ຊຶ່ງ​ໃນ​ທີ່​ນັ້ນ​ທ່ານ​ສາ​ມາດ​ກ່າວ​ກັບ​ຜູ້​ຄົນ​ທີ່​ກຳ​ລັງ​ຮັບ​ການ​ສິດ​ສອນ​ຢູ່​ໃນ​ເຂດ​ຂອງ​ທ່ານ. ປະ​ສານ​ງານ​ກັບ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ໃນ​ທ້ອງ​ຖິ່ນ ເພື່ອ​ວ່າ​ສະ​ມາ​ຊິກ​ຈະ​ສາ​ມາດ​ພາ​ໝູ່​ເພື່ອນ​ຂອງ​ເຂົາ​ເຈົ້າ​ມາ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃໝ່​ໃຫ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ ແລະ ເລົ່າ​ເລື່ອງ​ກ່ຽວ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຂົາ​ເຈົ້າ ກ່ອນ​ທ່ານ​ຈະ​ກ່າວ.

  • ບາງ​ຄັ້ງ​ໄປ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ຊອກ​ຫາ​ຜູ້​ຄົນ​ເພື່ອ​ສິດ​ສອນ.

ພິມ