“ບົດທີ 9: ຊອກຫາຜູ້ຄົນເພື່ອສິດສອນ,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ (2023)
“ບົດທີ 9,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ
ບົດທີ 9
ຊອກຫາຜູ້ຄົນເພື່ອສິດສອນ
ພຣະຜູ້ຊ່ວຍໃຫ້ລອດທີ່ໄດ້ຟື້ນຄືນພຣະຊົນແລ້ວ ໄດ້ບອກສານຸສິດຂອງພຣະອົງວ່າ, “ພວກເຈົ້າຈົ່ງອອກໄປ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ໃຫ້ພວກເຂົາຮັບບັບຕິສະມາໃນພຣະນາມຂອງພຣະບິດາ, ແລະ ຂອງພຣະບຸດ, ແລະ ຂອງພຣະວິນຍານບໍລິສຸດ” (ມັດທາຍ 28:19; ເບິ່ງ ມາຣະໂກ 16:15 ນຳອີກ). ພຣະຜູ້ເປັນເຈົ້າໄດ້ຢ້ຳເຖິງການມອບໝາຍໃນວັນເວລາຂອງເຮົາ, ໂດຍກ່າວວ່າ, “ພວກເຈົ້າຈົ່ງອອກໄປທົ່ວໂລກ, ສັ່ງສອນພຣະກິດຕິຄຸນຕໍ່ມະນຸດສະໂລກທັງໝົດ” (ຄຳສອນ ແລະ ພັນທະສັນຍາ 68:8; ເບິ່ງ 50:14 ນຳອີກ).
ວຽກງານເຜີຍແຜ່ແມ່ນການຊອກຫາຜູ້ຄົນ, ການສິດສອນເຂົາເຈົ້າ, ແລະ ການຊ່ວຍໃຫ້ເຂົາເຈົ້າກຽມພ້ອມສຳລັບການບັບຕິສະມາ. ທ່ານຈະເຮັດພາລະກິດຂອງພຣະຜູ້ເປັນເຈົ້າໃນການສິດສອນພຣະກິດຕິຄຸນຂອງພຣະອົງ ແລະ ໃຫ້ບັບຕິສະມາແກ່ຜູ້ປ່ຽນໃຈເຫລື້ອມໃສ ເມື່ອທ່ານ “ພົບຄົນທີ່ຮັບເອົາພວກເຈົ້າ” (ຄຳສອນ ແລະ ພັນທະສັນຍາ 42:8). ບໍ່ມີຫຍັງເກີດຂຶ້ນໃນວຽກງານເຜີຍແຜ່ຈົນກວ່າທ່ານພົບຄົນທີ່ຈະສິດສອນ. ຈົ່ງສັງເກດເບິ່ງຕະຫລອດເວລາສຳລັບໂອກາດທີ່ຈະແນະນຳພຣະກິດຕິຄຸນ. ຮຽນຮູ້ທີ່ຈະໃຊ້ວິທີການທີ່ມີປະສິດທິພາບຢູ່ໃນເຂດຂອງທ່ານ.
ມັນສຳຄັນໂດຍສະເພາະທີ່ຈະເຮັດວຽກງານກັບສະມາຊິກໃນການຊອກຫາ. ຕັ້ງໃຈເຮັດວຽກເພື່ອໃຫ້ໄດ້ຮັບຄວາມໄວ້ວາງໃຈຈາກເຂົາເຈົ້າ. ເມື່ອສະມາຊິກໄວ້ວາງໃຈຜູ້ສອນສາດສະໜາ, ເຂົາເຈົ້າມີແນວໂນ້ມທີ່ຈະເຊື້ອເຊີນໝູ່ເພື່ອນ ແລະ ສະມາຊິກຄອບຄົວມາພົບກັບທ່ານ. ຜູ້ຄົນເຫລົ່ານີ້ມີແນວໂນ້ມທີ່ຈະປ່ຽນໃຈເຫລື້ອມໃສຕໍ່ພຣະຜູ້ເປັນເຈົ້າ, ຮັບບັບຕິສະມາ, ແລະ ກ້າວໜ້າໃນເສັ້ນທາງແຫ່ງພຣະກິດຕິຄຸນ.
ການຊອກຫາຈະເກີດຂຶ້ນຕາມຄວາມພ້ອມຂອງບຸກຄົນທີ່ຈະຟັງພຣະກິດຕິຄຸນ. ໄລຍະເວລາຈະແຕກຕ່າງສຳລັບແຕ່ລະຄົນ. ການຊອກຫາສາມາດເປັນຜົນມາຈາກການປະຕິສຳພັນຄັ້ງທຳອິດ ຫລື ການປະຕິສຳພັນຫລາຍເທື່ອ ໃນໄລຍະເວລາທີ່ຍາວນານ. ຫລາຍຄົນມີການປະຕິສຳພັນຫລາຍເທື່ອກັບຜູ້ສອນສາດສະໜາ ຫລື ສະມາຊິກຂອງສາດສະໜາຈັກ ກ່ອນເລີ່ມສຶກສາພຣະກິດຕິຄຸນຢ່າງຈິງຈັງ. ຢ່າລັງເລໃຈທີ່ຈະຕິດຕໍ່ເຂົາເຈົ້າອີກຄັ້ງ.
ຄວາມພະຍາຍາມຂອງທ່ານທີ່ຈະຊອກຫາ ອາດເກີດຜົນຫລັງຈາກທ່ານຖືກຍ້າຍ ຫລື ແມ່ນແຕ່ຫລັງຈາກທ່ານໄດ້ຈົບການເຜີຍແຜ່ຂອງທ່ານແລ້ວ. ບໍ່ວ່າຈັງຫວະເວລາ ຫລື ຜົນໄດ້ຮັບຈະເປັນແນວໃດ, ພຣະຜູ້ເປັນເຈົ້າສຳນຶກຄຸນສຳລັບຄວາມພະຍາຍາມຂອງທ່ານຢູ່.
ບົດນີ້ສະຫລຸບຫລັກທຳ ແລະ ແນວຄິດທີ່ຊ່ວຍໃຫ້ທ່ານຊອກຫາ. ຫລັກທຳເຫລົ່ານີ້ແມ່ນທົ່ວໄປ. ເຖິງຢ່າງໃດກໍຕາມ, ຜູ້ສອນສາດສະໜາ ແລະ ຜູ້ນຳເຜີຍແຜ່ອາດຕ້ອງໄດ້ປັບມັນໃຫ້ເຂົ້າກັບສະຖານະການຂອງເຂົາເຈົ້າ.
ໃຊ້ສັດທາໃນການຊອກຫາຜູ້ຄົນເພື່ອສິດສອນ
ບໍ່ວ່າທ່ານຈະຮັບໃຊ້ຢູ່ບ່ອນໃດ, ພຣະຜູ້ເປັນເຈົ້າໄດ້ເອີ້ນທ່ານໃຫ້ອອກແຮງ “ເພື່ອຄວາມລອດຂອງຈິດວິນຍານ” (ຄຳສອນ ແລະ ພັນທະສັນຍາ 100:4). ເພື່ອເຮັດສິ່ງນີ້, ທ່ານຕ້ອງໄດ້ໃຊ້ສັດທາໃນພຣະຄຣິດ ໃນການຊອກຫາຜູ້ຄົນເພື່ອສິດສອນ ເພື່ອວ່າເຂົາເຈົ້າຈະສາມາດເລືອກທີ່ຈະຕິດຕາມພຣະອົງ ແລະ ຮັບບັບຕິສະມາ.
ສັດທາເປັນຫລັກທຳຂອງການກະທຳ ແລະ ພະລັງ. ຈົ່ງມີສັດທາວ່າ ພຣະຜູ້ເປັນເຈົ້າໄດ້ກຽມຜູ້ຄົນໃຫ້ຮັບເອົາພຣະກິດຕິຄຸນທີ່ຖືກຟື້ນຟູໄວ້ແລ້ວ. ຈົ່ງມີຄວາມໝັ້ນໃຈທີ່ອົດທົນວ່າ ພຣະອົງຈະນຳທ່ານໄປຫາເຂົາເຈົ້າ, ຫລື ເຂົາເຈົ້າມາຫາທ່ານ. ປະຕິບັດຕາມສັດທາຂອງທ່ານໂດຍການຕັ້ງເປົ້າໝາຍ, ການວາງແຜນ, ແລະ ການປະຕິບັດແຜນການຂອງທ່ານໃນການຊອກຫາຜູ້ຄົນເພື່ອສິດສອນ (ເບິ່ງ ບົດທີ 8).
ອະທິຖານດ້ວຍສັດທາ ຂະນະທີ່ທ່ານສະແຫວງຫາຄວາມຊ່ວຍເຫລືອຈາກພຣະເຈົ້າ ໃນການຊອກຫາຜູ້ຄົນເພື່ອສິດສອນ. ເມື່ອແອວມາໄດ້ນຳພາວຽກງານເຜີຍແຜ່ໄປຫາຊາວໂຊຣຳ, ເພິ່ນໄດ້ອະທິຖານ: “ໂອ້ ພຣະຜູ້ເປັນເຈົ້າ, ຂໍພຣະອົງຈົ່ງປະທານ ໃຫ້ພວກຂ້ານ້ອຍ ເພື່ອພວກຂ້ານ້ອຍຈະມີຄວາມສຳເລັດໃນການນຳພາຜູ້ຄົນເຫລົ່ານີ້ມາຫາພຣະອົງໃນພຣະຄຣິດອີກ. ຂໍຈົ່ງທອດພຣະເນດເຖີດ, ໂອ້ ພຣະຜູ້ເປັນເຈົ້າ, ຈິດວິນຍານຂອງພວກເຂົາປະເສີດ … ; ສະນັ້ນ, ໂອ້ ພຣະຜູ້ເປັນເຈົ້າ, ຂໍຈົ່ງໂປດປະທານພະລັງ ແລະ ປັນຍາໃຫ້ແກ່ພວກຂ້ານ້ອຍດ້ວຍເຖີດ, ເພື່ອພວກຂ້ານ້ອຍຈະໄດ້ນຳ [ພວກເຂົາ] ເຫລົ່ານີ້ມາຫາພຣະອົງອີກ” (ແອວມາ 31:34–35).
ຜູ້ຄົນທີ່ທ່ານພົບ ສ່ວນຫລາຍບໍ່ຮູ້ວ່າເຂົາເຈົ້າກຳລັງຊອກຫາພຣະກິດຕິຄຸນທີ່ຖືກຟື້ນຟູ ຈົນກວ່າເຂົາເຈົ້າໄດ້ພົບເຫັນ. ຍົກຕົວຢ່າງ, ຜູ້ປ່ຽນໃຈເຫລື້ອມໃສຄົນໜຶ່ງໄດ້ເວົ້າວ່າ, “ເມື່ອຂ້ອຍໄດ້ຍິນພຣະກິດຕິຄຸນ, ມັນເຕີມເຕັມຊ່ອງວ່າງໃນຫົວໃຈຂ້ອຍ ຊຶ່ງຂ້ອຍບໍ່ຮູ້ວ່າຕົວເອງມີ.” ຄົນໜຶ່ງອີກເວົ້າວ່າ, “ຂ້ອຍໄດ້ສຳເລັດການຄົ້ນຫາ ທີ່ຂ້ອຍບໍ່ຮູ້ວ່າຕົວເອງໄດ້ເຮັດ.” ຄົນອື່ນໆກຳລັງຊອກຫາຄວາມຈິງ ແຕ່ບໍ່ຮູ້ວ່າຈະຊອກຫາມັນໄດ້ຢູ່ບ່ອນໃດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 123:12).
ສະແຫວງຫາການນຳພາຈາກພຣະວິນຍານ ຂະນະທີ່ທ່ານຊອກຫາຜູ້ຄົນເພື່ອສິດສອນ. ການຊອກຫາໂດຍພຣະວິນຍານກໍສຳຄັນເທົ່າໆກັບການສິດສອນໂດຍພຣະວິນຍານ. ມີສັດທາວ່າທ່ານຈະຮູ້ວິທີທີ່ຈະຊອກຫາຜູ້ທີ່ຈະຮັບທ່ານ.
ຂະຫຍາຍວິໄສທັດຂອງທ່ານໃນການວາງແຜນທີ່ຈະຊອກຫາ
ຂະນະທີ່ທ່ານສະແຫວງຫາໃນການຊອກຫາຜູ້ຄົນເພື່ອສິດສອນ, ຈົ່ງຮູ້ເຖິງຄວາມແຕກຕ່າງລະຫວ່າງ ການກຳນົດເວລາ ແລະ ການວາງແຜນ. ການກຳນົດເວລາ ແມ່ນການຕື່ມຂໍ້ມູນໃສ່ໃນແຜນການ ແລະ ມື້ຂອງທ່ານ. ການວາງແຜນ ແມ່ນຄວາມພະຍາຍາມດ້ວຍການອະທິຖານ ແລະ ດ້ວຍຈຸດປະສົງ ທີ່ຈະສຸມໃສ່ຜູ້ຄົນ ແລະ ວິທີທີ່ດີທີ່ສຸດເພື່ອຊອກຫາເຂົາເຈົ້າ.
ກິດຈະກຳທີ່ເໝາະສົມ, ໃນເວລາທີ່ເໝາະສົມ ແລະ ໃນສະຖານທີ່ ທີ່ເໝາະສົມ, ສາມາດຊ່ວຍໃຫ້ທ່ານຊອກຫາຜູ້ຄົນເພື່ອສິດສອນໄດ້. ຖາມຕົວເອງດ້ວຍຄຳຖາມດັ່ງຕໍ່ໄປນີ້:
-
ເຮົາຈະພົບຜູ້ຄົນທີ່ພຣະຜູ້ເປັນເຈົ້າໄດ້ຈັດກຽມໄວ້ແລ້ວແນວໃດ?
-
ສະຖານທີ່ ແລະ ປະເພດຂອງກິດຈະກຳທີ່ດີທີ່ສຸດ ເພື່ອຊອກຫາຜູ້ຄົນ ໃນເວລາສະເພາະຂອງມື້ນັ້ນ ຫລື ອາທິດນັ້ນແມ່ນຢູ່ໃສ ແລະ ແມ່ນຫຍັງ?
-
ເຮົາຈະສາມາດສະແດງຄວາມຮັກ, ຮັບໃຊ້ເຂົາເຈົ້າ, ຫລື ນຳຄຸນຄ່າມາສູ່ຊີວິດຂອງເຂົາເຈົ້າໃນເວລານີ້ໄດ້ແນວໃດ?
-
ເຮົາຈະສາມາດໃຊ້ພະລັງ, ທັກສະ, ແລະ ພອນສະຫວັນສ່ວນຕົວ ເພື່ອຍົກລະດັບເຂົາເຈົ້າໄດ້ແນວໃດ?
-
ແມ່ນຫຍັງຄືແຜນການສຳລອງຂອງເຮົາ ຖ້າຫາກບາງສິ່ງບາງຢ່າງບໍ່ໄດ້ຜົນ?
ພະຍາຍາມຮັບຮູ້ວິທີທີ່ພຣະຜູ້ເປັນເຈົ້າໄດ້ກຽມຜູ້ຄົນ. ເຂົາເຈົ້າເຕັມໃຈທີ່ຈະເວົ້າລົມກັບທ່ານຫລືບໍ່? ເຂົາເຈົ້າສະແຫວງຫາຄວາມຊ່ວຍເຫລືອ ຫລື ການປອບໂຍນຫລືບໍ່?
ຄິດກ່ຽວກັບຄວາມພະຍາຍາມໃນການຊອກຫາທີ່ປະສົບຜົນສຳເລັດ. ການປະຕິສຳພັນຄັ້ງທຳອິດຢູ່ໃສ? ຄວາມພະຍາຍາມໄດ້ລວມທັງສະມາຊິກໃນທ້ອງຖິ່ນຫລືບໍ່? ໄດ້ໃຊ້ເທັກໂນໂລຈີຫລືບໍ່?
ເລີ່ມຕົ້ນການວາງແຜນຂອງທ່ານ ໂດຍການສຸມໃສ່ວິທີທີ່ທ່ານສາມາດເປັນພອນໃຫ້ກັບຜູ້ຄົນ, ແລະ ແລ້ວການກຳນົດເວລາຂອງທ່ານຈະເປັນຮູບເປັນຮ່າງ.
ການສຶກສາກັບຄູ່ສອນ
ກັບຄູ່ສອນຂອງທ່ານ, ໃຫ້ໃຊ້ຕາຕະລາງຢູ່ຂ້າງລຸ່ມ ເພື່ອປະເມີນຄວາມພະຍາຍາມຂອງພວກທ່ານໃນການຊອກຫາຜູ້ຄົນເພື່ອສິດສອນ. ວາງແຜນທີ່ຈະລອງແນວຄິດບາງຢ່າງທີ່ໃໝ່ຕໍ່ພວກທ່ານ.
ຄວາມພະຍາຍາມໃນການຊອກຫາ |
ບາງຄັ້ງ |
ເລື້ອຍໆ |
ເກືອບຕະຫລອດເວລາ |
---|---|---|---|
ພວກເຮົາໄດ້ຮູ້ຈັກສະມາຊິກ ແລະ ສະໜັບສະໜູນເຂົາເຈົ້າໃນຄວາມພະຍາຍາມຂອງເຂົາເຈົ້າທີ່ຈະແບ່ງປັນພຣະກິດຕິຄຸນ, ລວມທັງສະມາຊິກໃໝ່, ຊາວໜຸ່ມ, ຜູ້ທີ່ກຽມຮັບໃຊ້ເຜີຍແຜ່, ອະດີດຜູ້ສອນສາດສະໜາ, ຄອບຄົວທີ່ເປັນສະມາຊິກບາງສ່ວນ, ແລະ ຜູ້ຄາດຫວັງເປັນແອວເດີ. | |||
ພວກເຮົາເຮັດວຽກງານເພື່ອໃຫ້ໄດ້ຄວາມໄວ້ວາງໃຈຈາກສະມາຊິກ ເພື່ອວ່າເຂົາເຈົ້າຈະຮູ້ສຶກສະບາຍໃຈທີ່ຈະເຊື້ອເຊີນສະມາຊິກໃນຄອບຄົວຂອງເຂົາເຈົ້າ ແລະ ໝູ່ເພື່ອນໃຫ້ມາພົບກັບພວກເຮົາ. | |||
ພວກເຮົາເຮັດວຽກກັບຜູ້ນຳໃນຫວອດ ໃນການປະຊຸມປະສານງານປະຈຳອາທິດ ເພື່ອສະໜັບສະໜູນຄວາມພະຍາຍາມໃນການຊອກຫາຂອງພວກເຮົາ ແລະ ສອບຖາມວ່າມີຜູ້ຄົນທີ່ພວກເຮົາສາມາດຕິດຕໍ່ຫລືບໍ່. | |||
ພວກເຮົາເຮັດວຽກງານກັບຜູ້ຄົນທີ່ກຳລັງຮັບການສິດສອນ, ຜູ້ຄົນທີ່ໄດ້ສິດສອນຜ່ານມາ, ແລະ ຜູ້ຄົນທີ່ຖືກແນະນຳໃຫ້ຊອກຫາ. | |||
ພວກເຮົາເວົ້າລົມກັບຫລາຍຄົນເທົ່າທີ່ພວກເຮົາສາມາດເຮັດໄດ້ໃນແຕ່ລະວັນ. | |||
ພວກເຮົາກຽມພ້ອມທາງວິນຍານ ແລະ ອະທິຖານຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ ຂະນະທີ່ພວກເຮົາວາງແຜນໃນການຊອກຫາຜູ້ຄົນເພື່ອສິດສອນ. | |||
ພວກເຮົາເຊື່ອວ່າພຣະຜູ້ເປັນເຈົ້າໄດ້ກຽມຜູ້ຄົນໄວ້ໃຫ້ພວກເຮົາເພື່ອສິດສອນ. | |||
ພວກເຮົາພິຈາລະນາວ່າຈະຊ່ວຍຜູ້ທີ່ພວກເຮົາພົບໃຫ້ຮູ້ສຶກເຖິງອິດທິພົນຂອງພຣະວິນຍານບໍລິສຸດ. | |||
ພວກເຮົາໄດ້ຕັ້ງເປົ້າໝາຍການຊອກຫາປະຈຳອາທິດ ແລະ ປະຈຳວັນ (ເບິ່ງ ບົດທີ 8). | |||
ພວກເຮົາຊອກຫາຜູ້ຄົນເພື່ອສິດສອນສະເໝີ. | |||
ພວກເຮົາມີຄວາມຄິດສ້າງສັນ ແລະ ໃຊ້ຫລາກຫລາຍວິທີເພື່ອຊອກຫາຜູ້ຄົນ. ພວກເຮົາລອງວິທີໃໝ່ ແລະ ຫລີກເວັ້ນຈາກການຕິດຢູ່ກັບກິດຈະວັດປະຈຸບັນ. | |||
ພວກເຮົາວາງແຜນສະເພາະເພື່ອຊອກຫາ. ພວກເຮົາວາງແຜນວ່າພວກເຮົາຈະສຸມໃສ່ເມື່ອໃດ, ຢູ່ໃສ, ແລະ ວິທີໃດ. | |||
ພວກເຮົາພິຈາລະນາວ່າສະຖານທີ່ໃດ ແລະ ເວລາໃດແມ່ນດີທີ່ສຸດໃນການຊອກຫາຜູ້ຄົນເພື່ອສິດສອນ. | |||
ພວກເຮົາພິຈາລະນາວ່າກິດຈະກຳການຊອກຫາໃດທີ່ມີປະສິດທິພາບໃນອະດີດ. | |||
ພວກເຮົາປັບແຜນການຊອກຫາຂອງພວກເຮົາຕາມຄວາມຈຳເປັນ ແລະ ມີແຜນສຳລອງເມື່ອລາຍການບໍ່ເປັນຕາມຕາຕະລາງທີ່ຈັດໄວ້. | |||
ພວກເຮົາໃຊ້ແອັບ Preach My Gospel ເພື່ອຊອກຫາ, ເພື່ອຕັ້ງເປົ້າໝາຍ ແລະ ວາງແຜນ, ແລະ ເພື່ອທົບທວນ ແລະ ອັບເດດບັນທຶກປະຈຳວັນຂອງພວກເຮົາ. | |||
ພວກເຮົາໃຊ້ພອນສະຫວັນ ແລະ ຄວາມເຂັ້ມແຂງສ່ວນບຸກຄົນຂອງພວກເຮົາເພື່ອຊ່ວຍຊອກຫາ. | |||
ພວກເຮົາວາງແຜນວ່າຈະໃຊ້ສື່ສັງຄົມ ແລະ ເທັກໂນໂລຈີເມື່ອໃດ ແລະ ວິທີໃດ ໃນການຊອກຫາຜູ້ຄົນເພື່ອສິດສອນ. | |||
ພວກເຮົາໃຊ້ການໂຄສະນາສື່ມວນຊົນ ແລະ ການສະເໜີໃນທ້ອງຖິ່ນ ທີ່ຕອບສະໜອງຄວາມສົນໃຈ ແລະ ຄວາມຕ້ອງການຂອງຜູ້ຄົນຢູ່ໃນເຂດຂອງພວກເຮົາ. | |||
ພວກເຮົາຕອບຢ່າງວ່ອງໄວຕໍ່ການຮ້ອງຂໍທາງອອນລາຍ ແລະ ຂໍ້ຄວາມຈາກຜູ້ທີ່ອາດຈະສົນໃຈ. | |||
ພວກເຮົາວາງແຜນການໂພສໃນສື່ສັງຄົມຂອງພວກເຮົາລ່ວງໜ້າ ແລະ ເຮັດວຽກງານກັບສະມາຊິກເພື່ອຊອກຫາທາງອອນລາຍ. |
ຈົ່ງພາກພຽນໃນການຊອກຫາ
ເຮັດໃຫ້ການຊອກຫາເປັນຄວາມພະຍາຍາມຕະຫລອດເວລາ
ໃນສະໄໝເລີ່ມຕົ້ນຂອງສາດສະໜາຈັກທີ່ຖືກຟື້ນຟູ, ພຣະຜູ້ເປັນເຈົ້າໄດ້ແນະນຳກຸ່ມອ້າຍນ້ອງຊ້ຳແລ້ວຊ້ຳອີກໃຫ້ສິດສອນພຣະກິດຕິຄຸນຂອງພຣະອົງ “ທີ່ແຄມທາງ” ໃນຂະນະທີ່ພວກເພິ່ນເດີນທາງ. ພຣະອົງຕ້ອງການໃຫ້ພວກເພິ່ນໃຊ້ທຸກໂອກາດເພື່ອແບ່ງປັນພຣະກິດຕິຄຸນ. (ເບິ່ງ ຄຳສອນ ແລະ ພັນທະສັນຍາ 52:9–10, 22–23, 25–27.)
ນຳໃຊ້ຄຳແນະນຳນີ້ກັບການຊອກຫາຂອງທ່ານ. ໃຊ້ຄວາມພະຍາຍາມຢ່າງພາກພຽນເພື່ອຊອກຫາຕະຫລອດທັງວັນ. ວາງແຜນຄວາມພະຍາຍາມໃນການຊອກຫາຂອງທ່ານ—ແລະ ຊອກຫາໂອກາດທີ່ບໍ່ໄດ້ວາງແຜນລ່ວງໜ້ານຳອີກ. ການຊອກຫາຄົນໃໝ່ເພື່ອສິດສອນແມ່ນຄວາມຈຳເປັນຕະຫລອດເວລາ.
ສະແຫວງຫາການດົນໃຈ ແລະ ເຕັມໃຈທີ່ຈະໃຊ້ຫລາກຫລາຍວິທີ. ສຸມໃສ່ວິທີທີ່ມີປະສິດທິພາບຫລາຍທີ່ສຸດຢູ່ໃນເຂດຂອງທ່ານ.
ວາງສາຍໄວ້ໃນນ້ຳ
ກ່ຽວກັບວຽກງານຂອງຜູ້ສອນສາດສະໜາ, ປະທານດາລິນ ເອັຈ ໂອກສ໌ ໄດ້ກ່າວວ່າ:
“ບໍ່ມີໃຜໃນພວກເຮົາຄວນເປັນເໝືອນດັ່ງຊາວປະມົງທີ່ຄິດວ່າລາວຫາປາຕະຫລອດມື້ ແຕ່ໃນຄວາມເປັນຈິງແລ້ວ ລາວໄດ້ໃຊ້ເວລາສ່ວນໃຫຍ່ກັບການເດີນທາງໄປກັບ, ກິນເຂົ້າສວຍ, ແລະ ຫຍຸ້ງຢູ່ກັບອຸປະກອນຂອງລາວ. ຄວາມສຳເລັດໃນການຫາປາແມ່ນກ່ຽວຂ້ອງກັບໄລຍະເວລາທີ່ທ່ານວາງສາຍໄວ້ໃນນ້ຳ, ບໍ່ແມ່ນໄລຍະເວລາທີ່ທ່ານຢູ່ຫ່າງຈາກອາພາດເມັນຂອງທ່ານ. ຊາວປະມົງບາງຄົນອອກເຮືອນໄປສິບສອງຊົ່ວໂມງ ແລະ ວາງສາຍໄວ້ໃນນ້ຳສິບຊົ່ວໂມງ. ຊາວປະມົງບາງຄົນອອກເຮືອນໄປສິບສອງຊົ່ວໂມງ ແລະ ວາງສາຍໄວ້ໃນນ້ຳພຽງສອງຊົ່ວໂມງ. ປະເພດສຸດທ້າຍນີ້ອາດສົງໄສວ່າເປັນຫຍັງເຂົາຈຶ່ງບໍ່ປະສົບຜົນສຳເລັດເໝືອນດັ່ງຄົນອື່ນ.
“ຫລັກທຳອັນດຽວກັນນີ້ໃຊ້ໄດ້ກັບຜູ້ສອນສາດສະໜາ, ຜູ້ທີ່ພຣະອາຈານເອີ້ນວ່າ ‘ຜູ້ຫາຄົນ’ [ມັດທາຍ 4:19]. ສາຍຂອງຜູ້ສອນສາດສະໜາຄວນຢ່ອນລົງໄປໃນນ້ຳຈັບປາທັນທີທີ່ເຂົາເຈົ້າອອກຈາກອາພາດເມັນໄປ” (ປະຊຸມສຳມະນາສຳລັບປະທານເຜີຍແຜ່ໃໝ່, ວັນທີ 20 ເດືອນມິຖຸນາ, 2000).
ແອວເດີ ຄວິນຕິນ ແອວ ຄຸກ ໄດ້ຂະຫຍາຍຄວາມກ່ຽວກັບການປຽບທຽບນີ້. ນອກເໜືອໄປຈາກການຮັກສາ “ສາຍ [ຂອງທ່ານ] ໄວ້ໃນນ້ຳ” ເປັນເວລາດົນນານແລ້ວ, ເພິ່ນສິດສອນວ່າ ຜູ້ສອນສາດສະໜາຜູ້ທີ່ຊອກຫາຜູ້ຄົນເພື່ອສິດສອນ “ມີສາຍເບັດ ຫລາຍ ສາຍຢູ່ໃນນ້ຳຢ່າງສະໝ່ຳສະເໝີ. …
“ເຂົາເຈົ້າລະບຸ ແລະ ຕິດຕໍ່ຄອບຄົວທີ່ເປັນສະມາຊິກບາງສ່ວນ.
“ເຂົາເຈົ້າຄົ້ນໃນ [ແອັບ Preach My Gospel] ເພື່ອຊອກຫາຄົນທີ່ເຄີຍໄດ້ຮັບການສິດສອນໃນອະດີດ ເພື່ອຕິດຕໍ່ຫາທາງໂທລະສັບ ແລະ ການສົ່ງຂໍ້ຄວາມ.
“ເຂົາເຈົ້າສະເໜີການຮັບໃຊ້ຕໍ່ສະມາຊິກ, ຜູ້ຄົນທີ່ເຄີຍໄດ້ຮັບການສິດສອນໃນອະດີດ, ຜູ້ຄົນໃນປະຈຸບັນທີ່ເຂົາເຈົ້າກຳລັງສິດສອນ, ແລະ ຊຸມຊົນໂດຍລວມ. …
“ເຂົາເຈົ້າຊ່ວຍສະມາຊິກສ້າງຂ່າວສານພຣະກິດຕິຄຸນເພື່ອແບ່ງປັນດ້ວຍຕົວເອງ … ຢູ່ທີ່ຖານສື່ສັງຄົມ.
“ເຂົາເຈົ້າຮັບເອົາລາຍຊື່ຜູ້ຖືກແນະນຳຈາກຜູ້ຄົນທີ່ເຂົາເຈົ້າຢ້ຽມຢາມ ແລະ ສິດສອນ,” (“Be Spiritual Pathfinders and Influencers,” missionary devotional, Sept. 10, 2020; ເນັ້ນຄຳເນີ້ງ).
ເວົ້າລົມກັບທຸກຄົນ
ພັດທະນາຄວາມປາດຖະໜາຢ່າງເລິກເຊິ່ງທີ່ຈະນຳຈິດວິນຍານມາຫາພຣະຄຣິດ (ເບິ່ງ ໂມໄຊຢາ 28:3). ເມື່ອທ່ານຮູ້ສຶກເຖິງຄວາມປາດຖະໜານີ້, ຄວາມຮັກ ແລະ ຄວາມຫ່ວງໃຍຂອງທ່ານຈະສະທ້ອນຢູ່ໃນຄວາມພະຍາຍາມຂອງທ່ານທີ່ຈະຊອກຫາ. ຄວາມຮັກຂອງທ່ານກໍຈະສະທ້ອນຢູ່ໃນການສົນທະນາຂອງທ່ານນຳອີກ.
ເວົ້າລົມກັບຫລາຍໆຄົນເທົ່າທີ່ທ່ານສາມາດເຮັດໄດ້ໃນແຕ່ລະວັນ. ເວົ້າລົມກັບເຂົາເຈົ້າໃນທຸກບ່ອນທີ່ທ່ານໄປ. ເມື່ອເໝາະສົມ, ໃຫ້ໄປຈາກເຮືອນໜຶ່ງຫາອີກເຮືອນໜຶ່ງ. ພຣະຜູ້ເປັນເຈົ້າໄດ້ແນະນຳແອວເດີບາງຄົນໃນສະໄໝເລີ່ມຕົ້ນສາດສະໜາຈັກວ່າໃຫ້, “ເປີດປາກປະກາດພຣະກິດຕິຄຸນຂອງເຮົາ.” ແລ້ວພຣະອົງໄດ້ສັນຍາວ່າ ປາກຂອງເຂົາເຈົ້າຈະ “ຖືກເຮັດໃຫ້ເຕັມ” ດ້ວຍສິ່ງທີ່ຈະສິດສອນ (ຄຳສອນ ແລະ ພັນທະສັນຍາ 30:5; ເບິ່ງ 33:7–10 ນຳອີກ).
ຄ້າຍຄືກັນ, ພຣະຜູ້ເປັນເຈົ້າໄດ້ບອກໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ວ່າ, “ຈົ່ງເປັ່ງສຽງຂອງພວກເຈົ້າແກ່ຜູ້ຄົນພວກນີ້; ກ່າວຄວາມຄິດທີ່ເຮົາຈະເອົາໃສ່ໃນໃຈຂອງພວກເຈົ້າ.” ແລ້ວພຣະອົງໄດ້ສັນຍາວ່າ, “ມັນຈະຖືກມອບໃຫ້ພວກເຈົ້າ … ໃນເວລານັ້ນເອງ, ສິ່ງທີ່ພວກເຈົ້າຈະກ່າວ” (ຄຳສອນ ແລະ ພັນທະສັນຍາ 100:5–6).
ຂະນະທີ່ທ່ານພົບຜູ້ຄົນ, ສ່ວນຫລາຍທ່ານຈະຮູ້ສຶກວ່າພຣະວິນຍານຊ່ວຍເຫລືອທ່ານໃຫ້ຮູ້ຈັກສິ່ງທີ່ຈະເວົ້າ. ເຖິງຢ່າງໃດກໍຕາມ, ຖ້າຫາກທ່ານບໍ່ຮູ້ສຶກເຖິງການກະຕຸ້ນ, ກໍໃຫ້ເລີ່ມຕົ້ນໃນຈຸດໃດກໍໄດ້—ບາງທີໂດຍການຖາມຄຳຖາມ ແລະ ຟັງຄຳຕອບຂອງເຂົາເຈົ້າ (ເບິ່ງ “ຊອກຫາຜູ້ຄົນໃນບ່ອນທີ່ເຂົາເຈົ້າຢູ່” ໃນບົດນີ້). ຫລື ບາງທີເວົ້າເຖິງອົງພຣະເຢຊູຄຣິດເຈົ້າ ຫລື ເຖິງການເອີ້ນຂອງໂຈເຊັບ ສະມິດ ໃຫ້ເປັນສາດສະດາຂອງພຣະເຈົ້າ.
ແນວຄິດດັ່ງຕໍ່ໄປນີ້ສາມາດຊ່ວຍຂະນະທີ່ທ່ານເວົ້າລົມກັບຜູ້ທີ່ທ່ານພົບເຫັນ:
-
ອົບອຸ່ນ, ຈິງໃຈ, ແລະ ເປັນມິດ. ຫາວິທີເຊື່ອມຕໍ່ກັບບຸກຄົນ ແລະ ເລີ່ມຕົ້ນການສົນທະນາ.
-
ຟັງຢ່າງຈິງໃຈກັບສິ່ງທີ່ຜູ້ຄົນເວົ້າ. ສະແຫວງຫາທີ່ຈະເຂົ້າໃຈຄວາມຕ້ອງການ ແລະ ຄວາມສົນໃຈຂອງບຸກຄົນ. ສະເໜີໃຫ້ຄວາມຊ່ວຍເຫລືອເປັນສ່ວນບຸກຄົນຕາມຄວາມເໝາະສົມ.
-
ພິຈາລະນາວິທີທີ່ພຣະກິດຕິຄຸນສາມາດຊ່ວຍສະໜອງຄວາມຕ້ອງການຂອງເຂົາເຈົ້າ. ແລ້ວສິດສອນຄວາມຈິງຂອງພຣະກິດຕິຄຸນຂັ້ນພື້ນຖານ ແລະ ເຊື້ອເຊີນເຂົາເຈົ້າໃຫ້ຮຽນຮູ້ເພີ່ມເຕີມ. ແບ່ງປັນວິທີທີ່ພຣະກິດຕິຄຸນທີ່ຖືກຟື້ນຟູ ສາມາດນຳຄວາມຫວັງ ແລະ ຄວາມໝາຍມາສູ່ຊີວິດຂອງເຂົາເຈົ້າຫລາຍຂຶ້ນໄດ້ແນວໃດ.
-
ຖາມກ່ຽວກັບຄອບຄົວຂອງເຂົາເຈົ້າ. ຊ່ວຍໃຫ້ເຂົາເຈົ້າເຫັນວ່າພຣະກິດຕິຄຸນທີ່ຖືກຟື້ນຟູສາມາດເປັນພອນໃຫ້ແກ່ຄອບຄົວຂອງເຂົາເຈົ້າໄດ້ແນວໃດ. ສະເໜີຊ່ວຍເຫລືອເຂົາເຈົ້າຊອກຫາລາຍຊື່ບັນພະບຸລຸດທີ່ລ່ວງລັບໄປແລ້ວຂອງເຂົາເຈົ້າ.
-
ເຊື້ອເຊີນເຂົາເຈົ້າໃຫ້ມາຮ່ວມກອງປະຊຸມສິນລະລຶກ.
-
ສະເໜີມອບແຜ່ນພັບ ຫລື ເອກະສານຢ່າງອື່ນຂອງສາດສະໜາຈັກ, ທັງຊະນິດເປັນເຈ້ຍ ແລະ ດິຈິຕັນ.
-
ແບ່ງປັນຈຸດປະສົງໃນຖານະຜູ້ສອນສາດສະໜາຂອງທ່ານກັບເຂົາເຈົ້າ ແລະ ເຫດຜົນທີ່ທ່ານໄດ້ຕັດສິນໃຈຮັບໃຊ້ເຜີຍແຜ່.
ຫລັກທຳເຫລົ່ານີ້ກໍນຳໃຊ້ໄດ້ໃນການປະຕິສຳພັນຂອງທ່ານກັບສະມາຊິກ.
ມັນເປັນເລື່ອງທຳມະຊາດທີ່ຈະມີຄວາມເປັນຫ່ວງກ່ຽວກັບການສົນທະນາກັບຜູ້ຄົນ. ຈົ່ງອະທິຖານຂໍສັດທາ ແລະ ຄວາມກ້າຫານທີ່ຈະສິດສອນພຣະກິດຕິຄຸນທີ່ຖືກຟື້ນຟູ. ທຸກຄົນທີ່ທ່ານພົບເປັນອ້າຍນ້ອງ ຫລື ເອື້ອຍນ້ອງຂອງທ່ານ ໃນຄອບຄົວຂອງພຣະເຈົ້າ. ຈື່ໄດ້ບໍວ່າພຣະອົງ “ບໍ່ປະຕິເສດຜູ້ໃດທີ່ມາຫາພຣະອົງເລີຍ, ບໍ່ວ່າດຳ ແລະ ຂາວ, ຂ້າທາດ ແລະ ຜູ້ເປັນອິດສະລະ, ຊາຍ ແລະ ຍິງ; … ທຸກຄົນເທົ່າທຽມກັນໝົດສຳລັບພຣະເຈົ້າ” (2 ນີໄຟ 26:33).
ເປັນອັນໜຶ່ງດຽວກັນກັບສະມາຊິກ
“ການເຊື້ອເຊີນທຸກຄົນໃຫ້ຮັບເອົາພຣະກິດຕິຄຸນ ເປັນພາກສ່ວນໜຶ່ງຂອງວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ” (ຄູ່ມືທົ່ວໄປ, 23.0). ເຮັດວຽກງານກັບສະມາຊິກຂອງສາດສະໜາຈັກໃນການຊອກຫາຜູ້ຄົນເພື່ອສິດສອນ. ເມື່ອສະມາຊິກແນະນຳບາງຄົນໃຫ້ທ່ານ ແລະ ແລ້ວເຂົ້າຮ່ວມໃນບົດຮຽນ, ຜູ້ຄົນມີແນວໂນ້ມຫລາຍຂຶ້ນທີ່ຈະຮັບບັບຕິສະມາ ແລະ ຍັງຄົງເຂັ້ມແຂງຢູ່ໃນສາດສະໜາຈັກ.
ສ້າງຄວາມສຳພັນທີ່ແໜ້ນແຟ້ນກັບຜູ້ນຳໃນທ້ອງຖິ່ນ
ສ້າງຄວາມສຳພັນທີ່ແໜ້ນແຟ້ນກັບຝ່າຍອະທິການ ແລະ ຜູ້ນຳຄົນອື່ນໆໃນຫວອດ. ຜູ້ນຳເຜີຍແຜ່ປະຈຳຫວອດ (ຖ້າຄົນໃດຄົນໜຶ່ງຖືກເອີ້ນ) ແລະ ກຸ່ມແອວເດີ ແລະ ຝ່າຍປະທານສະມາຄົມສະຕີສົງເຄາະ ເປັນຈຸດຕິດຕໍ່ຫລັກຂອງທ່ານ. ສະແຫວງຫາການນຳພາຂອງເຂົາເຈົ້າ, ແລະ ສະໜັບສະໜູນເຂົາເຈົ້າໃນການປະຊຸມປະສານງານປະຈຳອາທິດ (ເບິ່ງ ບົດທີ 13).
ລະຫວ່າງການປະຊຸມປະສານງານປະຈຳອາທິດ, ໃຫ້ເຮັດວຽກງານກັບຜູ້ຊ່ວຍກຸ່ມປະໂລຫິດ ແລະ ປະທານຫ້ອງຍິງໜຸ່ມສຳລັບຫ້ອງອາຍຸສູງສຸດ. ຊາວໜຸ່ມເຫລົ່ານີ້ມີບົດບາດທີ່ສຳຄັນໃນການແບ່ງປັນພຣະກິດຕິຄຸນ. ຊ່ວຍເຂົາເຈົ້າຊຸກຍູ້ກຸ່ມ ແລະ ສະມາຊິກຫ້ອງຮຽນເພື່ອແບ່ງປັນພຣະກິດຕິຄຸນ. ວິທີໜຶ່ງແມ່ນໃຫ້ຊາວໜຸ່ມເຊື້ອເຊີນໝູ່ເພື່ອນມາຮ່ວມກິດກະຈຳ.
ຖາມຕົວເອງເປັນປະຈຳວ່າ, “ເຮົາເປັນພອນໃຫ້ແກ່ຜູ້ນຳໃນທ້ອງຖິ່ນຫລືບໍ່?” ພັດທະນາທັດສະນະຄະຕິທີ່ວ່າ “ໃຫ້ເຮົາຊ່ວຍຫຍັງໄດ້ບໍ?” ເຊັ່ນດຽວກັນກັບ ອຳໂມນຢູ່ໃນພຣະຄຳພີມໍມອນ, ໃຫ້ເຂົ້າຫາຜູ້ນຳໃນທ້ອງຖິ່ນດ້ວຍທັດສະນະຄະຕິແຫ່ງການຮັບໃຊ້ (ເບິ່ງ ແອວມາ 17:23–25).
ຕໍ່ຜູ້ນຳເຜີຍແຜ່, ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ: “ຂ້າພະເຈົ້າຫວັງວ່າ ພວກທ່ານຈະຮຽນຮູ້ທີ່ຈະຮັກຜູ້ນຳ ແລະ ສະມາຊິກໃນທ້ອງຖິ່ນ. ຍົກເຂົາເຈົ້າ ແລະ ດົນໃຈເຂົາເຈົ້າ. ຄວາມສາມາດຂອງທ່ານທີ່ຈະເຊື່ອມຕໍ່ຄວາມກະຕືລືລົ້ນຂອງຜູ້ສອນສາດສະໜາເຂົ້າກັບຄວາມໝັ້ນຄົງ ແລະ ຄວາມພະຍາຍາມດ້ວຍຄວາມຮັກຂອງສະມາຊິກ ບໍ່ສາມາດເນັ້ນເກີນ. ຄວາມສຳເລັດຂອງທ່ານຈະທະວີຄູນຢ່າງວ່ອງໄວ” (“Hopes of My Heart,” seminar for new mission leaders, June 23, 2019).
ສະໜັບສະໜູນສະມາຊິກໃນຄວາມພະຍາຍາມຂອງເຂົາເຈົ້າທີ່ຈະແບ່ງປັນພຣະກິດຕິຄຸນ
ມີຫລາຍວິທີທາງທີ່ຈະສະໜັບສະໜູນ ແລະ ຊຸກຍູ້ສະມາຊິກໃນການແບ່ງປັນພຣະກິດຕິຄຸນ. ຊ່ວຍເຂົາເຈົ້າສະທ້ອນເຖິງວິທີທີ່ພຣະກິດຕິຄຸນໄດ້ເປັນພອນໃຫ້ແກ່ຊີວິດຂອງເຂົາເຈົ້າແນວໃດ. ຊຸກຍູ້ເຂົາເຈົ້າໃຫ້ “ຍົກຄວາມສະຫວ່າງ [ຂອງພວກເຂົາ] ຂຶ້ນເພື່ອມັນຈະສ່ອງແສງໄປທົ່ວໂລກ.” (3 ນີໄຟ 18:24).
ຊ່ວຍສະມາຊິກນຳໃຊ້ຫລັກທຳແຫ່ງຄວາມຮັກ, ແບ່ງປັນ, ແລະ ເຊື້ອເຊີນ. ໃຫ້ຕົວຢ່າງຂອງວິທີແບບປົກກະຕິ ແລະ ທຳມະຊາດ ທີ່ເຂົາເຈົ້າສາມາດນຳໃຊ້ຫລັກທຳເຫລົ່ານີ້.
ຄວາມຮັກ. ວິທີໜຶ່ງທີ່ຈະສະແດງຄວາມຮັກຕໍ່ພຣະເຈົ້າແມ່ນໂດຍການຮັກ ແລະ ຮັບໃຊ້ລູກໆຂອງພຣະອົງ. ຊຸກຍູ້ສະມາຊິກໃຫ້ເອື້ອມອອກຫາສະມາຊິກໃນຄອບຄົວ, ໝູ່ເພື່ອນ, ເພື່ອນບ້ານ, ແລະ ຄົນອື່ນໆດ້ວຍຄວາມຮັກ. ຄວາມພະຍາຍາມໃດທີ່ສະແດງຄວາມຮັກເປັນວິທີທີ່ສຳຄັນໃນການຮັກສາພັນທະສັນຍາທີ່ເຂົາເຈົ້າໄດ້ເຮັດກັບພຣະເຈົ້າ (ເບິ່ງ ໂມໄຊຢາ 18:9–10).
ແບ່ງປັນ. ເພາະຄວາມຮັກຂອງເຂົາເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ລູກໆຂອງພຣະອົງ, ສະມາຊິກຈຶ່ງຕ້ອງການທີ່ຈະແບ່ງປັນພອນທີ່ພຣະອົງໄດ້ປະທານໃຫ້ເຂົາເຈົ້າໂດຍທຳມະຊາດ (ເບິ່ງ ໂຢຮັນ 13:34–35). ຊຸກຍູ້ສະມາຊິກໃຫ້ບອກຄົນອື່ນກ່ຽວກັບວ່າພຣະກິດຕິຄຸນເປັນພອນໃຫ້ແກ່ຊີວິດຂອງເຂົາເຈົ້າແນວໃດ. ຊຸກຍູ້ເຂົາເຈົ້າໃຫ້ເວົ້າເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ອິດທິພົນຂອງພຣະອົງ. ຊ່ວຍໃຫ້ເຂົາເຈົ້າຮູ້ສຶກເຖິງຄວາມສຸກຂອງການແບ່ງປັນຄວາມຮັກ, ເວລາ, ແລະ ເຫດການໃນຊີວິດຂອງເຂົາເຈົ້າ. ຊ່ວຍໃຫ້ເຂົາເຈົ້າຮຽນຮູ້ວິທີການແບ່ງປັນຕາມປົກກະຕິ ແລະ ທຳມະຊາດ—ພຽງແຕ່ເປັນສ່ວນໜຶ່ງຂອງສິ່ງທີ່ເຂົາເຈົ້າເຮັດຢູ່ແລ້ວໃນຊີວິດຂອງເຂົາເຈົ້າ.
ເຮົາທຸກຄົນແບ່ງປັນບາງສິ່ງກັບຄົນອື່ນ. “ເຮົາເຮັດແບບນັ້ນເລື້ອຍໆ. ເຮົາແບ່ງປັນໜັງລະຄອນ ແລະ ອາຫານທີ່ເຮົາມັກ, ສິ່ງຕະຫລົກທີ່ເຮົາເຫັນ, ສະຖານທີ່ ທີ່ເຮົາຢ້ຽມຢາມ, ຜົນງານສິລະປະທີ່ເຮົາເຫັນຄຸນຄ່າ, ຂໍ້ຄວາມທີ່ດົນໃຈເຮົາ.
“ເຮົາຈະຕື່ມສິ່ງທີ່ເຮົາມັກກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ ໃສ່ໃນສິ່ງທີ່ເຮົາໄດ້ແບ່ງປັນແລ້ວໄດ້ແນວໃດ? … ໂດຍການແບ່ງປັນປະສົບການທີ່ເປັນທາງບວກໃນພຣະກິດຕິຄຸນກັບຄົນອື່ນ, ເຮົາມີສ່ວນຮ່ວມໃນການບັນລຸພຣະບັນຊາທີ່ຍິ່ງໃຫຍ່ຂອງພຣະຜູ້ຊ່ວຍໃຫ້ລອດ” (Gary E. Stevenson, “Love, Share, Invite,” Liahona, May 2022, 86).
ເຊື້ອເຊີນ. ພຣະຜູ້ຊ່ວຍໃຫ້ລອດເຊື້ອເຊີນທຸກຄົນໃຫ້ຮັບເອົາພຣະກິດຕິຄຸນ ແລະ ກຽມພ້ອມສຳລັບຊີວິດນິລັນດອນ (ເບິ່ງ ແອວມາ 5:33–34). ເຊັ່ນດຽວກັບການແບ່ງປັນ, ການເຊື້ອເຊີນມັກຈະເປັນເລື່ອງຂອງການລວມຄອບຄົວ, ໝູ່ເພື່ອນ, ເພື່ອນບ້ານ ເຂົ້າໃນສິ່ງທີ່ສະມາຊິກກຳລັງເຮັດຢູ່ແລ້ວ. ຊຸກຍູ້ສະມາຊິກໃຫ້ອະທິຖານກ່ຽວກັບການເຊື້ອເຊີນຜູ້ຄົນໃນວິທີດັ່ງຕໍ່ໄປນີ້:
-
ມາ ແລະ ເບິ່ງເອົາ. ເຊື້ອເຊີນຜູ້ຄົນໃຫ້ “ມາ ແລະ ເບິ່ງເອົາ” ພອນທີ່ເຂົາເຈົ້າສາມາດໄດ້ຮັບຜ່ານທາງພຣະເຢຊູຄຣິດ, ພຣະກິດຕິຄຸນຂອງພຣະອົງ, ແລະ ສາດສະໜາຈັກຂອງພຣະອົງ.
1:17 -
ມາ ແລະ ຮັບໃຊ້. ເຊື້ອເຊີນຜູ້ຄົນໃຫ້ “ມາ ແລະ ຮັບໃຊ້” ຄົນອື່ນທີ່ຂັດສົນ.
-
ມາ ແລະ ເປັນພາກສ່ວນ. ເຊື້ອເຊີນຜູ້ຄົນໃຫ້ “ມາ ແລະ ເປັນພາກສ່ວນ” ໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ແອວເດີ ແກຣີ ອີ ສະຕີບເວັນສັນ ໄດ້ກ່າວວ່າ: “ມີການເຊື້ອເຊີນເປັນຮ້ອຍໆທີ່ເຮົາສາມາດສະເໜີຕໍ່ຄົນອື່ນ. ເຮົາສາມາດເຊື້ອເຊີນຄົນອື່ນໃຫ້ “ມາ ແລະ ເບິ່ງເອົາ” ທີ່ການປະຊຸມສິນລະລຶກ, ກິດຈະກຳໃນຫວອດ, ຢູ່ໃນວິດີໂອອອນລາຍທີ່ອະທິບາຍພຣະກິດຕິຄຸນຂອງພຣະເຢຊູຄຣິດ. “ມາ ແລະ ເບິ່ງເອົາ,” ສາມາດເປັນການເຊື້ອເຊີນໃຫ້ອ່ານພຣະຄຳພີມໍມອນ ຫລື ທ່ຽວຊົມພຣະວິຫານຕອນເປີດໃຫ້ຊົມກ່ອນການອຸທິດ. ບາງເທື່ອ ການເຊື້ອເຊີນກໍເປັນສິ່ງທີ່ເຮົາມອບໃຫ້ພາຍໃນ—ໃຫ້ຕົວເຮົາເອງ, ໃຫ້ການຮັບຮູ້ ແລະ ຄວາມສາມາດທີ່ຈະເຫັນໂອກາດທີ່ຢູ່ອ້ອມຮອບເຮົາ ທີ່ເຮົາສາມາດລົງມືກະທຳ” (“Love, Share, Invite,” 86).
ຢ່າລືມຊ່ວຍໃຫ້ຊາວໜຸ່ມຮັກ, ແບ່ງປັນ, ແລະ ເຊື້ອເຊີນ. ຊາວໜຸ່ມມີພອນສະຫວັນເປັນພິເສດໂດຍສະເພາະການຮັກໝູ່ເພື່ອນ, ການແບ່ງປັນສິ່ງທີ່ຢູ່ໃນໃຈ, ແລະ ການເຊື້ອເຊີນເຂົາເຈົ້າມາຮ່ວມກິດຈະກຳ.
ຊ່ວຍສະມາຊິກໃຫ້ເຂົ້າໃຈວ່າ ຄວາມພະຍາຍາມໃດໆທີ່ຈະດຳລົງຊີວິດຕາມຫລັກທຳແຫ່ງຄວາມຮັກ, ແບ່ງປັນ, ແລະ ເຊື້ອເຊີນນັ້ນ ເປັນໄປໃນທາງບວກ, ບໍ່ວ່າຄົນໃດຄົນໜຶ່ງຈະພົບກັບຜູ້ສອນສາດສະໜາ ຫລື ເຂົ້າຮ່ວມສາດສະໜາຈັກ.
ຊ່ວຍໃຫ້ສະມາຊິກເພິ່ງຄວາມເຂັ້ມແຂງຂອງເຂົາເຈົ້າ ໃນການແບ່ງປັນພຣະກິດຕິຄຸນ. ບາງຄົນເກັ່ງໃນການຊອກຫາຜູ້ຄົນເພື່ອສິດສອນ, ແລະ ບາງຄົນເປັນຄູທີ່ຍອດຍ້ຽມ. ບາງຄົນມີຄວາມສາມາດໃນການເຊື່ອມຕໍ່ກັບໝູ່ເພື່ອນໂດຍທຳມະຊາດ, ຂະນະທີ່ຄົນອື່ນມັກອະທິຖານເພື່ອໝູ່ເພື່ອນຂອງເຂົາເຈົ້າ. ຊ່ວຍໃຫ້ເຂົາເຈົ້າເຫັນວ່າ ມີວິທີສຳລັບທຸກຄົນທີ່ຈະເຂົ້າຮ່ວມ.
ເມື່ອທ່ານຢ້ຽມຢາມສະມາຊິກ, ໃຫ້ເຮັດດ້ວຍຈຸດປະສົງ. ສະແດງໃຫ້ເຫັນວ່າທ່ານກະຕືລືລົ້ນໃນວຽກງານການຊອກຫາ ແລະ ສິດສອນ. ເຄົາລົບເວລາ ແລະ ຕາຕະລາງຂອງເຂົາເຈົ້າ.
ສະມາຊິກບາງຄົນອາດຍິນດີທີ່ທ່ານຈະສິດສອນຂ່າວສານຈາກບົດຮຽນບົດໜຶ່ງ. ຄວາມຈິງຂອງພຣະກິດຕິຄຸນປ່ຽນແປງຊີວິດ. ການເສີມສ້າງຄວາມເຂົ້າໃຈໃນພຣະກິດຕິຄຸນຂອງສະມາຊິກຈະເພີ່ມຄວາມໄວ້ວາງໃຈໃນຕົວທ່ານ ແລະ ສ້າງຄວາມຕື່ນເຕັ້ນທີ່ຈະແບ່ງປັນມັນ. ຊ່ວຍໃຫ້ເຂົາເຈົ້າຮັບຮູ້ພຣະວິນຍານ ແລະ ປະຕິບັດຕາມການກະຕຸ້ນ.
ສະແຫວງຫາໃນການຊອກຫາຜູ້ຄົນເພື່ອສິດສອນ ຜ່ານທາງຄອບຄົວທີ່ເປັນສະມາຊິກບາງສ່ວນ, ຜູ້ຄາດຫວັງເປັນແອວເດີ, ສະມາຊິກທີ່ກັບຄືນມາ, ແລະ ສະມາຊິກໃໝ່. ເຂົາເຈົ້າມີແນວໂນ້ມທີ່ຈະມີສະມາຊິກໃນຄອບຄົວ ແລະ ໝູ່ເພື່ອນຫລາຍຄົນທີ່ນັບຖືສາດສະໜາອື່ນ.
ໃນທຸກສິ່ງທີ່ທ່ານເຮັດນຳສະມາຊິກ, ໃຫ້ເຮັດຕາມພຣະວິນຍານ ແລະ ສະແຫວງຫາທີ່ຈະສ້າງສັດທາຂອງເຂົາເຈົ້າໃນພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ.
ສຳລັບແນວຄິດເພີ່ມເຕີມ ແລະ ແຫລ່ງຂໍ້ມູນກ່ຽວກັບວິທີທີ່ທ່ານສາມາດສະໜັບສະໜູນສະມາຊິກໃນການແບ່ງປັນພຣະກິດຕິຄຸນ, ໃຫ້ເບິ່ງ:
-
“Sharing the Gospel” ໃນຫ້ອງສະໝຸດພຣະກິດຕິຄຸນ.
-
ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ, ບົດທີ 13.
-
ຄູ່ມືທົ່ວໄປ, ບົດທີ 23.
ພອນທີ່ສັນຍາສຳລັບການແບ່ງປັນພຣະກິດຕິຄຸນ
ຊ່ວຍໃຫ້ສະມາຊິກເຂົ້າໃຈພອນທີ່ໜ້າອັດສະຈັນຂອງການແບ່ງປັນພຣະກິດຕິຄຸນ. ສິ່ງເຫລົ່ານີ້ແມ່ນລວມທັງ:
-
ຄວາມຊື່ນຊົມ ແລະ ສັນຕິສຸກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 18:10–16; ແອວມາ 26:11, 13, 35; ແອວມາ 36:24–28).
-
ອຳນາດທີ່ຍືນຍົງຈາກພຣະເຈົ້າ (ເບິ່ງ ໂມໄຊຢາ 18:8–13; ໂຢຮັນ 15:4–5).
-
ການປົກປ້ອງຈາກການລໍ້ລວງ (ເບິ່ງ 3 ນີໄຟ 18:24–25).
-
ການໃຫ້ອະໄພຈາກບາບ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 62:3).
ຊອກຫາຜ່ານທາງແອັບ Preach My Gospel
ແອັບ Preach My Gospel ເປັນແຫລ່ງຂໍ້ມູນທີ່ດີເລີດສຳລັບການຊອກຫາຜູ້ຄົນເພື່ອສິດສອນ. ຜູ້ສອນສາດສະໜາທີ່ໃຊ້ຄຸນລັກສະນະຢູ່ໃນແອັບນີ້ຢ່າງສະໝ່ຳສະເໝີ ຈະພົບຄວາມສຳເລັດຫລາຍຂຶ້ນ. ເພື່ອທີ່ຈະຄຸ້ນເຄີຍກັບຄຸນລັກສະນະເຫລົ່ານີ້, ໃຫ້ເບິ່ງການຝຶກອົບຮົມຢູ່ພາຍໃນແອັບ. ໃຫ້ມີຄວາມຮູ້ສຶກໄວຕໍ່ການກະຕຸ້ນທາງວິນຍານທີ່ທ່ານອາດໄດ້ຮັບຂະນະທີ່ທ່ານທົບທວນຊື່ຂອງຜູ້ຄົນ.
ແອັບນີ້ລວມຂໍ້ມູນກ່ຽວກັບຜູ້ຄົນທີ່ເຄີຍຖືກແນະນຳ, ເຄີຍຕິດຕໍ່, ຫລື ເຄີຍສິດສອນ. ຜູ້ຄົນເຫລົ່ານີ້ບາງຄົນອາດຢາກພົບກັບຜູ້ສອນສາດສະໜາອີກ. ເຂົາເຈົ້າອາດຮູ້ຈັກຄົນອື່ນທີ່ອາດສົນໃຈຮຽນຮູ້ກ່ຽວກັບພຣະກິດຕິຄຸນ.
ໃນການວາງແຜນຂອງທ່ານ, ໃຫ້ໃຊ້ແຜນທີ່ ແລະ ສິ່ງກັ່ນຕອງຢູ່ໃນແອັບ ເພື່ອຈັດລຳດັບຄວາມສຳຄັນຂອງຜູ້ຄົນທີ່ຈະໄປຢ້ຽມຢາມ. ເບິ່ງຂໍ້ມູນຂອງເຂົາເຈົ້າ ແລະ ຮຽນຮູ້ວ່າເຂົາເຈົ້າໄດ້ຖືກພົບເຫັນແນວໃດ. ເບິ່ງວ່າມີບັນທຶກກ່ຽວກັບສະມາຊິກຜູ້ໄດ້ຊ່ວຍເຂົາເຈົ້າຫລືບໍ່. ໃຊ້ຂໍ້ມູນນີ້ເພື່ອກຳນົດວິທີທີ່ດີທີ່ສຸດໃນການຕິດຕໍ່ເຂົາເຈົ້າອີກຄັ້ງ.
ໃຊ້ຄຸນລັກສະນະກັ່ນຕອງຢູ່ໃນແອັບເພື່ອລະບຸຜູ້ທີ່:
-
ເຄີຍມີກຳນົດວັນບັບຕິສະມາ ແຕ່ບໍ່ໄດ້ຮັບບັບຕິສະມາ.
-
ໄດ້ເຂົ້າຮ່ວມກອງປະຊຸມສິນລະລຶກຢ່າງໜ້ອຍໜຶ່ງຄັ້ງ ແຕ່ບໍ່ໄດ້ຮັບບັບຕິສະມາ.
-
ໄດ້ຮັບບົດຮຽນຫລາຍກວ່າສາມບົດ.
-
ບໍ່ໄດ້ຮັບການຕິດຕໍ່ເມື່ອບໍ່ດົນມານີ້.
ຖ້າຫາກຜູ້ຄົນທີ່ທ່ານຕິດຕໍ່ບໍ່ສົນໃຈຮັບການສິດສອນ ຫລື ເລືອກທີ່ຈະຢຸດຮັບການຢ້ຽມຢາມ, ໃຫ້ບັນທຶກຂໍ້ມູນນັ້ນໄວ້ໃນແອັບ. ບັນທຶກວິທີທີ່ທ່ານຈະຕິດຕໍ່ກັບເຂົາເຈົ້າ ແລະ ບຳລຸງລ້ຽງເຂົາເຈົ້າຈົນກວ່າເຂົາເຈົ້າພ້ອມທີ່ຈະຮຽນຮູ້ເພີ່ມເຕີມ. ຍົກຕົວຢ່າງ, ພິຈາລະນາເຊື້ອເຊີນເຂົາເຈົ້າໃຫ້ລົງທະບຽນສຳລັບຊຸດອີເມວ ເພື່ອຮັບຂໍ້ຄວາມກ່ຽວກັບພຣະເຢຊູຄຣິດ ຫລື ຫົວຂໍ້ພຣະກິດຕິຄຸນອື່ນໆ. ທ່ານອາດເຊື່ອມຕໍ່ເຂົາເຈົ້າກັບສະມາຊິກທີ່ສາມາດຕອບຄຳຖາມ ແລະ ບຳລຸງລ້ຽງຄວາມສົນໃຈ ແລະ ການເປັນມິດຂອງເຂົາເຈົ້ານຳອີກ. ຕັ້ງການແຈ້ງເຕືອນໃນແອັບ ເພື່ອຕິດຕາມຜົນກັບເຂົາເຈົ້າ. ຖາມວ່າເຂົາເຈົ້າຮູ້ຈັກໃຜອີກບໍ່ທີ່ອາດສົນໃຈ.
ທ່ານຍັງສາມາດຊອກຫາຜູ້ຄົນເພື່ອສິດສອນ ຜ່ານທາງແອັບ Preach My Gospel ໂດຍການໃຊ້ສິ່ງກັ່ນຕອງ ຫລື ກຸ່ມ ເພື່ອສົ່ງຂໍ້ຄວາມກຸ່ມນຳອີກ. ສິ່ງນີ້ສາມາດເປັນວິທີທີ່ຈະໃຫ້ຜູ້ຄົນຮູ້ກ່ຽວກັບເຫດການເຊັ່ນ ກິດຈະກຳຂອງຫວອດ ແລະ ພິທີບັບຕິສະມາ. ຕິດຕາມຜົນດ້ວຍຄຳເຊື້ອເຊີນໃຫ້ໄປຮ່ວມກິດຈະກຳເຫລົ່ານີ້.
ຊອກຫາຜ່ານທາງການຮັບໃຊ້
ຈັດຫາໂອກາດເພື່ອໃຫ້ຜູ້ຄົນມາ ແລະ ຮັບໃຊ້
ຜູ້ຄົນສາມາດມີປະສົບການໃນທາງບວກ ແລະ ເຊື່ອມຕໍ່ກັບຜູ້ສອນສາດສະໜາ ແລະ ສະມາຊິກໃນທ້ອງຖິ່ນໃນກິດຈະກຳການຮັບໃຊ້. ຫລາຍຄົນເຕັມໃຈທີ່ຈະແບ່ງປັນພອນສະຫວັນ, ທັກສະ, ຫລື ການຮັບໃຊ້ຂອງເຂົາເຈົ້າ ພຽງແຕ່ຕ້ອງຖືກຮັບເຊີນເທົ່ານັ້ນ.
ເຊື້ອເຊີນຜູ້ຄົນໃຫ້ເຂົ້າຮ່ວມກິດຈະກຳການຮັບໃຊ້ ທີ່ຫວອດຈັດຂຶ້ນ. ທ່ານຍັງສາມາດເຊື່ອມຕໍ່ຜູ້ຄົນກັບໂອກາດຮັບໃຊ້ ດັ່ງເຊັ່ນກິດຈະກຳຢູ່ໃນ JustServe.org ໃນບ່ອນທີ່ມີບໍລິການ. ຂະນະທີ່ທ່ານຮັບໃຊ້ກັບຄົນອື່ນ, ພວກທ່ານຈະມາລວມກັນຢ່າງມີພະລັງ.
ສະເໜີໃຫ້ການຮັບໃຊ້
ເຊັ່ນດຽວກັບພຣະຜູ້ຊ່ວຍໃຫ້ລອດ, “ໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ” (ກິດຈະການ 10:38; ເບິ່ງ “ໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ” ໃນ ບົດທີ 1 ນຳອີກ). ອະທິຖານເພື່ອຈະໄດ້ຮູ້ໂອກາດທີ່ຈະເຮັດຄວາມດີຕະຫລອດໃນແຕ່ລະວັນ. ບາງຄັ້ງການຮັບໃຊ້ຂອງທ່ານຈະຖືກວາງແຜນ, ແຕ່ສ່ວນຫລາຍມັກຈະບໍ່ໄດ້ວາງແຜນ. ຊອກຫາວິທີງ່າຍໆ ແລະ ທັນທີທັນໃດ ເພື່ອຮັບໃຊ້, ຊ່ວຍເຫລືອ, ແລະ ຍົກລະດັບຜູ້ຄົນ. ຈົ່ງຈື່ຈຳໄວ້ວ່າພຣະຜູ້ເປັນເຈົ້າໄດ້ຮັບເອົາໂອກາດທີ່ບໍ່ຄາດຄິດ ເພື່ອເອື້ອມອອກໄປ ແລະ ເປັນພອນໃຫ້ແກ່ຄົນອື່ນ.
ຮັບໃຊ້ດ້ວຍຄວາມປາດຖະໜາທີ່ຈິງໃຈທີ່ຈະຊ່ວຍຜູ້ຄົນ. ຖ້າຫາກການຮັບໃຊ້ນຳໄປສູ່ໂອກາດສິດສອນ, ຈົ່ງມີຄວາມກະຕັນຍູ. ຖ້າບໍ່ເປັນເຊັ່ນນັ້ນ, ກໍໃຫ້ມີຄວາມກະຕັນຍູທີ່ໄດ້ເຮັດຄວາມດີສຳລັບຄົນໃດຄົນໜຶ່ງ. ຕອບຄຳຖາມຖ້າຫາກຜູ້ຄົນຖາມ. ຖ້າຫາກຄົນໃດຄົນໜຶ່ງສະແດງຄວາມສົນໃຈ, ໃຫ້ຕອບສັ້ນໆ ແລະ ນັດພົບໃນເວລາທີ່ແຕກຕ່າງ ເພື່ອແບ່ງປັນຂ່າວສານ.
ໃຫ້ແນ່ໃຈວ່າ ຈະປະຕິບັດຕາມແນວທາງຊີ້ນຳສຳລັບການຮັບໃຊ້ຢູ່ໃນ Missionary Standards for Disciples of Jesus Christ, 2.7 ແລະ 7.2.
ຊອກຫາຜູ້ຄົນໃນບ່ອນທີ່ເຂົາເຈົ້າຢູ່
ການຊອກຫາຜູ້ຄົນໃນບ່ອນທີ່ເຂົາເຈົ້າຢູ່ເລີ່ມຕົ້ນດ້ວຍຄວາມພະຍາຍາມທີ່ຈະເຫັນເຂົາເຈົ້າດັ່ງທີ່ພຣະເຈົ້າເຫັນ. ສົມມຸດວ່າທ່ານໄດ້ຖືກນຳພາໃຫ້ເວົ້າລົມກັບບຸກຄົນນີ້, ຫລື ລາວອາດຖືກນຳພາມາຫາທ່ານ. ສະແຫວງຫາທີ່ຈະເຂົ້າໃຈຄວາມຕ້ອງການ ແລະ ຄວາມປາດຖະໜາທາງວິນຍານຂອງຜູ້ຄົນ. ຊອກຫາສິ່ງທີ່ສຳຄັນຫລາຍທີ່ສຸດຕໍ່ເຂົາເຈົ້າ, ໂດຍສະເພາະໃນຄວາມສຳພັນຂອງເຂົາເຈົ້າກັບຄອບຄົວ ແລະ ພຣະເຈົ້າ. ທ່ານອາດຖາມແບບຄຳຖາມຢູ່ຂ້າງລຸ່ມ—ແລະ ແລ້ວຟັງຢ່າງຈິງໃຈ:
-
ເຈົ້າໃຫ້ຄວາມສຳຄັນກັບອັນໃດຫລາຍທີ່ສຸດ?
-
ແມ່ນຫຍັງເຮັດໃຫ້ເຈົ້າມີຄວາມສຸກ?
-
ເຈົ້າຕ້ອງການຫຍັງເພື່ອອະນາຄົດຂອງຕົວເອງ ແລະ ຄົນທີ່ທ່ານຮັກ?
-
ການທ້າທາຍຢ່າງໃດແດ່ທີ່ເຈົ້າປະເຊີນໃນການບັນລຸຄວາມຫວັງ ແລະ ຄວາມຝັນຂອງເຈົ້າ?
-
ເຈົ້າຕ້ອງການປັບປຸງດ້ານໃດແດ່ໃນຊີວິດຂອງເຈົ້າ?
ສະແຫວງຫາການດົນໃຈຂະນະທີ່ທ່ານສະທ້ອນຄິດກ່ຽວກັບສິ່ງທີ່ທ່ານຮຽນຮູ້ກ່ຽວກັບຄວາມຫວັງ ແລະ ຄວາມປາດຖະໜາຂອງບຸກຄົນ. ຄວາມຈິງຂອງພຣະກິດຕິຄຸນຢ່າງໃດແດ່ທີ່ເຊື່ອມຕໍ່ສິ່ງທີ່ລາວຕ້ອງການໂດຍທຳມະຊາດ?
ພິຈາລະນາວິທີການຂອງທ່ານຈາກມຸມມອງຂອງບຸກຄົນນັ້ນ. ລາວຮູ້ຈັກຫຍັງແດ່ກ່ຽວກັບທ່ານ? ທ່ານສາມາດສະເໜີສິ່ງໃດທີ່ອາດເປັນປະໂຫຍດໄດ້ແດ່? ບຸກຄົນນັ້ນຮູ້ສຶກວ່າການປະຕິສຳພັນກັບທ່ານກຸ້ມຄ່າຫລືບໍ່?
ພິຈາລະນາເຫດຜົນຕ່າງໆທີ່ຜູ້ຄົນອາດຕ້ອງການທີ່ຈະໄດ້ຮູ້ຈັກທ່ານ, ສະມາຊິກຄົນອື່ນໆ, ຫລື ສາດສະໜາຈັກ. ບາງຕົວຢ່າງຂອງສິ່ງທີ່ທ່ານສາມາດສະໜອງ ແມ່ນມີອະທິບາຍໄວ້ຢູ່ຂ້າງລຸ່ມ.
ໃຫ້ປະສົບການ ຫລື ຂໍ້ມູນທີ່ເຂົາເຈົ້າຈະເຫັນຄຸນຄ່າ
ໃຊ້ແຫລ່ງຂໍ້ມູນຂອງສາດສະໜາຈັກ ແລະ ພອນສະຫວັນ ແລະ ຄວາມເຂັ້ມແຂງຂອງທ່ານເອງ ເພື່ອເຊື່ອມຕໍ່ເຂົ້າກັບຄວາມສົນໃຈຂອງຄົນໃດຄົນໜຶ່ງ. ສະແຫວງຫາຄວາມຊ່ວຍເຫລືອຈາກພຣະບິດາເທິງສະຫວັນ ໃນການສະເໜີຂໍ້ມູນ ຫລື ປະສົບການທີ່ຜູ້ຄົນຈະເຫັນຄຸນຄ່າ.
ເປີດຮັບການດົນໃຈ ແລະ ມີຄວາມຄິດສ້າງສັນຕາມທີ່ທ່ານຄິດເຖິງປະສົບການ ແລະ ຂໍ້ມູນທີ່ທ່ານສາມາດສະໜອງໃຫ້. ແນວຄິດບາງຢ່າງມີລະບຸໄວ້ຢູ່ຂ້າງລຸ່ມ.
-
ແບ່ງປັນລິ້ງໄປຫາແຫລ່ງຂໍ້ມູນຂອງສາດສະໜາຈັກ ທີ່ໃຫ້ຂໍ້ມູນກ່ຽວກັບບາງສິ່ງທີ່ເຂົາເຈົ້າອາດຈະສົນໃຈ.
-
ເປັນເຈົ້າພາບງານເຊັ່ນກອງປະຊຸມໃຫ້ຄຳດົນໃຈ (ດ້ວຍຕົນເອງ ຫລື ການສະຕຣີມສົດ).
-
ສະເໜີບາງສິ່ງຢູ່ໃນການຊຸມນຸມໃນທ້ອງຖິ່ນ ຫລື ໃນງານ (ຍົກຕົວຢ່າງ, ສ້າງຕົ້ນຕະກຸນປະຫວັດຄອບຄົວໃຫ້ຟຣີ ຢູ່ທີ່ຕະຫລາດໃນທ້ອງຖິ່ນ).
-
ສະເໜີສິດສອນຫ້ອງຮຽນ.
-
ຈັດຫ້ອງການສຶກສາພຣະຄຳພີ, ຫລື ສະເໜີອ່ານພຣະຄຣິສຕະທຳຄຳພີ ແລະ ພຣະຄຳພີອື່ນໆກັບເຂົາເຈົ້າ.
-
ສອນພາສາອັງກິດທີ່ເປັນພາສາທີສອງ.
-
ປະກາດກິດຈະກຳຂອງສາດສະໜາຈັກໃນທ້ອງຖິ່ນ ເຊັ່ນງານລ້ຽງວັນຢຸດພັກ ຫລື ຫ້ອງຮຽນການກຸ້ມຕົນເອງ. ໃຊ້ໃບປິວ ຫລື ສື່ສັງຄົມ.
-
ເຊື້ອເຊີນເຂົາເຈົ້າໄປຮ່ວມພິທີບັບຕິສະມາ.
-
ສະເໜີພາທ່ຽວຊົມອາຄານປະຊຸມໂບດໃນທ້ອງຖິ່ນ.
ປະສົບການອັນລ້ຳຄ່າທີ່ສຸດຢ່າງໜຶ່ງທີ່ທ່ານສາມາດຊ່ວຍຜູ້ຄົນໄດ້ ຄືການເຂົ້າຮ່ວມການຮັບໃຊ້ຂອງສາດສະໜາຈັກ. ເຊື້ອເຊີນເຂົາເຈົ້າ ແລະ ອະທິບາຍວ່າມັນຈະເປັນແນວໃດ. ບອກເຂົາເຈົ້າວ່າການໄປຮ່ວມກອງປະຊຸມສິນລະລຶກຈະເປັນພອນໃຫ້ແກ່ຊີວິດຂອງເຂົາເຈົ້າແນວໃດ.
ສົ່ງເສີມຄວາມສຳພັນທີ່ແທ້ຈິງ
ຫລາຍຄົນຕ້ອງການພົບປະຄົນອື່ນໃນຊຸມຊົນ ຫລື ທຳຄວາມຮູ້ຈັກເຂົາເຈົ້າໃຫ້ດີກວ່າເກົ່າ. ບາງຄົນໂດດດ່ຽວ. ແນວຄິດບາງຢ່າງສຳລັບການຊ່ວຍສົ່ງເສີມຄວາມສຳພັນທີ່ແທ້ຈິງມີລະບຸໄວ້ຢູ່ຂ້າງລຸ່ມ.
-
ຢ້ຽມຢາມຜູ້ຄົນທີ່ຫາກໍຍ້າຍເຂົ້າມາຢູ່ໃນທ້ອງຖິ່ນເມື່ອບໍ່ດົນມານີ້ ເພື່ອຕ້ອນຮັບເຂົາເຈົ້າ.
-
ແນະນຳຜູ້ຄົນໃນຊຸມຊົນໃຫ້ຮູ້ຈັກກັບສະມາຊິກທີ່ມີຄວາມສົນໃຈແບບດຽວກັນ.
-
ເຊື້ອເຊີນຜູ້ຄົນໄປຮ່ວມການປະຊຸມຫວອດ, ກິດຈະກຳ, ແລະ ການເປີດທ່ຽວຊົມ.
-
ສະເໜີຊ່ວຍເຂົາເຈົ້າເຊື່ອມຕໍ່ກັບຜູ້ນຳຝ່າຍພຣະວິຫານ ແລະ ປະຫວັດຄອບຄົວຫວອດ, ຜູ້ສາມາດຊ່ວຍເຂົາເຈົ້າຮຽນຮູ້ເພີ່ມເຕີມກ່ຽວກັບສະມາຊິກໃນຄອບຄົວທີ່ລ່ວງລັບໄປແລ້ວຂອງເຂົາເຈົ້າ.
-
ສະເໜີສິດສອນຜູ້ຄົນເຖິງວິທີຈັດການສັງສັນໃນຕອນແລງ ຫລື ອ່ານພຣະຄຳພີເປັນຄອບຄົວ. (ເບິ່ງ ຄູ່ມືທົ່ວໄປ, 2.2.4, ສຳລັບຫລັກທຳທີ່ເປັນປະໂຫຍດ ທີ່ສາມາດປັບໃຫ້ເຂົ້າກັບສະຖານະການຂອງຜູ້ຄົນ.)
-
ເຊື້ອເຊີນຜູ້ຄົນອາຍຸທີ່ເໝາະສົມໃຫ້ເຂົ້າຮ່ວມຫ້ອງຮຽນສາດສະໜາ, ເຂົ້າຮ່ວມສະຖາບັນ, ຫລື ເຂົ້າຮ່ວມ BYU–Pathway Worldwide.
ມີວິທີທີ່ໜ້າຍົກຍ້ອງຫລາຍວິທີ ເພື່ອຊອກຫາຜູ້ທີ່ກຳລັງຖືກກະກຽມໄວ້ສຳລັບພຣະກິດຕິຄຸນທີ່ຖືກຟື້ນຟູ. ເຮັດໃຫ້ດີທີ່ສຸດເທົ່າທີ່ທ່ານສາມາດເຮັດໄດ້ ເພື່ອຢູ່ໃນເສັ້ນທາງຂອງຜູ້ທີ່ກຳລັງຖືກກະກຽມໄວ້.
ຕິດຕໍ່ຜູ້ຄົນທີ່ຖືກແນະນຳໃຫ້ທ່ານ
ຜູ້ຄົນທີ່ຖືກແນະນຳໃຫ້ທ່ານອາດພ້ອມແລ້ວທີ່ຈະຮັບເອົາພຣະກິດຕິຄຸນຂອງພຣະເຢຊູຄຣິດ. ໃບແນະນຳນັ້ນອາດມາຈາກສະມາຊິກຂອງສາດສະໜາຈັກ, ຜູ້ສອນສາດສະໜາຄົນອື່ນໆ, ສຳນັກງານໃຫຍ່ຂອງສາດສະໜາຈັກ, ແລະ ຄວາມພະຍາຍາມທາງສື່ສັງຄົມໃນທ້ອງຖິ່ນ.
ເອື້ອມອອກໄປທັນທີ
ເມື່ອບຸກຄົນຖືກແນະນຳໃຫ້ທ່ານຜ່ານທາງສຳນັກງານໃຫຍ່ ຫລື ສື່ສັງຄົມໃນທ້ອງຖິ່ນ, ໃຫ້ທົບທວນຂໍ້ມູນຢູ່ໃນແອັບ Preach My Gospel ກ່ຽວກັບຄວາມສົນໃຈຂອງເຂົາເຈົ້າ. ພະຍາຍາມຕິດຕໍ່ເຂົາເຈົ້າໃຫ້ໄວເທົ່າທີ່ຈະເປັນໄປໄດ້.
ໃຊ້ແນວທາງຊີ້ນຳດັ່ງຕໍ່ໄປນີ້ ເມື່ອເຮັດວຽກກັບຜູ້ຄົນທີ່ຖືກແນະນຳໃຫ້ທ່ານ:
-
ຖ້າບຸກຄົນນັ້ນຖືກແນະນຳໂດຍສະມາຊິກ ຫລື ໂດຍຜູ້ສອນສາດສະໜາຄົນອື່ນໆ, ໃຫ້ຕິດຕໍ່ຜູ້ທີ່ສົ່ງໃບແນະນຳເພື່ອຮຽນຮູ້ເພີ່ມເຕີມ ຖ້າຫາກຜູ້ສອນສາດສະໜາໄດ້ແນະນຳຜູ້ຄົນ, ເຂົາເຈົ້າອາດສິດສອນກັບທ່ານທາງອອນລາຍ ຖ້າຫາກຜູ້ນຳເຜີຍແຜ່ຂອງເຂົາເຈົ້າອະນຸມັດ. ສະມາຊິກອາດເຂົ້າຮ່ວມກັບທ່ານດ້ວຍຕົນເອງ ຫລື ທາງອອນລາຍເພື່ອເຂົ້າຮ່ວມໃນການສິດສອນ.
-
ພະຍາຍາມຕິດຕໍ່ບຸກຄົນທັນທີຜ່ານທາງການຢ້ຽມຢາມ, ການໂທ, ການສົ່ງຂໍ້ຄວາມ, ການອີເມວ, ຫລື ການສື່ສານແບບອື່ນໆ. ຖ້າຫາກບຸກຄົນນັ້ນບໍ່ຕອບ, ໃຫ້ພະຍາຍາມຕິດຕໍ່ຫາລາວໃນເວລາອື່ນ ຫລື ໃນວັນອື່ນ.
-
ຖ້າຫາກການຕິດຕໍ່ເທື່ອທຳອິດເປັນການໂທ, ສົ່ງຂໍ້ຄວາມ, ຫລື ອີເມວ, ໃຫ້ກຳນົດເວລາທີ່ຈະພົບກັນດ້ວຍຕົນເອງ ຫລື ຜ່ານທາງເທັກໂນໂລຈີ.
-
ໃນຖານະຄູ່ສອນ, ໃຫ້ທົບທວນຄຳຮ້ອງຂໍຂອງບຸກຄົນ ແລະ ລະບຸຄວາມຕ້ອງການ ແລະ ຄວາມສົນໃຈຂອງລາວ. ກຳນົດວິທີທີ່ພຣະກິດຕິຄຸນສາມາດຊ່ວຍສະໜອງຄວາມຕ້ອງການເຫລົ່ານັ້ນ.
-
ເມື່ອພວກທ່ານພົບກັນ, ໃຫ້ເອົາສິ່ງທີ່ຮ້ອງຂໍໄປນຳ, ດັ່ງເຊັ່ນ ພຣະຄຳພີມໍມອນ. ແບ່ງປັນຄວາມຈິງຂອງພຣະກິດຕິຄຸນຈາກບົດຮຽນຜູ້ສອນສາດສະໜາທີ່ສະໜອງຄວາມສົນໃຈ ຫລື ຄວາມຕ້ອງການຂອງບຸກຄົນ.
ບາງຄັ້ງຜູ້ຄົນທີ່ຖືກແນະນຳ ສາມາດນຳພາທ່ານໄປຫາຄົນອື່ນທີ່ພຣະເຈົ້າກຳລັງກະກຽມຢູ່. ຖ້າຫາກຜູ້ຄົນທີ່ທ່ານຕິດຕໍ່ບໍ່ສົນໃຈ, ຖາມເຂົາເຈົ້າວ່າ ມີຄົນອື່ນທີ່ອາດສົນໃຈ ຫລື ຜູ້ຕ້ອງການຄວາມຫວັງໃນຊີວິດຂອງເຂົາເຈົ້າຫລືບໍ່. ບາງທີທ່ານໄດ້ຖືກນຳພາໄປຫາບຸກຄົນນີ້ ເພາະຄົນໃດຄົນໜຶ່ງອີກຢູ່ໃນບ້ານທີ່ພ້ອມສຳລັບພຣະກິດຕິຄຸນ.
ຖ້າຫາກການນັດໝາຍກັບຄົນໃດຄົນໜຶ່ງຖືກຍົກເລີກ, ໃຫ້ພິຈາລະນາວິທີທີ່ທ່ານສາມາດເຮັດວຽກງານເຜີຍແຜ່ຢ່າງອື່ນຢູ່ໃນຂົງເຂດນັ້ນ. ແອັບ Preach My Gospel ສາມາດຊ່ວຍໃຫ້ທ່ານຊອກຫາຜູ້ຄົນຢູ່ໃກ້ແຖວນັ້ນ ທີ່ເຄີຍຕິດຕໍ່ ຫລື ສິດສອນ.
ແນະນຳຜູ້ຄົນໃຫ້ຜູ້ສອນສາດສະໜາຢູ່ໃນເຂດອື່ນ
ເມື່ອທ່ານພົບຜູ້ຄົນທີ່ສົນໃຈໃນການຮຽນຮູ້ເພີ່ມເຕີມກ່ຽວກັບພຣະກິດຕິຄຸນ ແຕ່ອາໄສຢູ່ນອກເຂດທີ່ທ່ານຖືກມອບໝາຍ, ໃຫ້ແນະນຳເຂົາເຈົ້າຕໍ່ພຣະກິດຕິຄຸນ. ແລ້ວຊ່ວຍໃຫ້ເຂົາເຈົ້າກຽມພົບກັບຜູ້ສອນສາດສະໜາ ແລະ ສະມາຊິກໃນບ່ອນທີ່ເຂົາເຈົ້າອາໄສຢູ່.
ດ້ວຍການອະນຸມັດຈາກປະທານເຜີຍແຜ່ຂອງທ່ານ, ທ່ານອາດສືບຕໍ່ສະໜັບສະໜູນຜູ້ຄົນເຫລົ່ານີ້ ເພື່ອຊ່ວຍໃຫ້ເຂົາໄດ້ຮັບພຣະກິດຕິຄຸນ (ເບິ່ງ Missionary Standards, 7.5.4).
ໃຊ້ເທັກໂນໂລຈີ
ມີຫລາຍວິທີທາງທີ່ທ່ານສາມາດໃຊ້ເທັກໂນໂລຈີໃນການຊອກຫາຜູ້ຄົນເພື່ອສິດສອນ. ບາງຕົວຢ່າງຖືກລະບຸໄວ້ຢູ່ຂ້າງລຸ່ມ:
-
ໃຊ້ສື່ສັງຄົມເພື່ອເຮັດວຽກງານກັບສະມາຊິກເພື່ອຊອກຫາຜູ້ຄົນ.
-
ສ້າງຄວາມສຳພັນໂດຍການເອື້ອມອອກໄປຜ່ານທາງອີເມວ ແລະ ສື່ສັງຄົມ.
-
ແບ່ງປັນຂໍ້ພຣະຄຳພີ, ຄຳເວົ້າ, ແລະ ຂ່າວສານພຣະກິດຕິຄຸນທີ່ຍົກລະດັບ.
-
ຊ່ວຍໃຫ້ຜູ້ຄົນໃຊ້ FamilySearch.org ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບສະມາຊິກໃນຄອບຄົວທີ່ລ່ວງລັບໄປແລ້ວຂອງເຂົາເຈົ້າ.
-
ສະເໜີຫ້ອງຮຽນອອນລາຍເພື່ອສິດສອນທັກສະ.
-
ສ້າງການເຊື່ອມຕໍ່ທີ່ເໝາະສົມຜ່ານທາງການແບ່ງປັນກຸ່ມທີ່ມີຄວາມສົນໃຈແບບດຽວກັນ.
-
ສ້າງໂພສທີ່ບອກກ່ຽວກັບກິດຈະກຳຂອງຫວອດທີ່ຈະມາເຖິງ.
ການໃຊ້ເທັກໂນໂລຈີ ເປັນວິທີທີ່ສຳຄັນໃນການຮັກສາ “ສາຍໄວ້ໃນນ້ຳ” ຕະຫລອດທັງວັນ. ນອກເໜືອຈາກຄວາມພະຍາຍາມໃນການຊອກຫາອື່ນໆ, ໃຫ້ຮັກສາສາຍອິນເຕີເນັດຫລາຍສາຍໄວ້ໃນນ້ຳ.
ແອວເດີ ເດວິດ ເອ ແບ໊ດນາ ໄດ້ສິດສອນວ່າ: “ເທັກໂນໂລຈີໃຫ້ຊ່ອງທາງທີ່ມີພະລັງຢ່າງຫລວງຫລາຍ ຊຶ່ງຜ່ານທາງນີ້ ເຮົາສາມາດປະກາດເລື່ອງ ‘ພຣະເຢຊູຄຣິດ, ແລະ [ການຄຶງ] ຂອງພຣະອົງ’ ແລະ ‘ສັ່ງສອນເຖິງການກັບໃຈໃຫ້ແກ່ຜູ້ຄົນ’ [1 ໂກຣິນໂທ 2:2; ຄຳສອນ ແລະ ພັນທະສັນຍາ 44:3]. ຄົນລຸ້ນໃໝ່ໄດ້ຕຽມພ້ອມເປັນພິເສດທີ່ຈະໄດ້ຍິນ ແລະ ຮຽນຮູ້ກ່ຽວກັບພຣະກິດຕິຄຸນ ຜ່ານທາງວິທີການສື່ສານເຫລົ່ານີ້” (“They Should Proclaim These Things unto the World,” ການປະຊຸມສຳມະນາສຳລັບປະທານເຜີຍແຜ່ຄົນໃໝ່, ວັນທີ 24 ເດືອນມິຖຸນາ, 2016).
ໃຊ້ປະຫວັດຄອບຄົວ
ປະຫວັດຄອບຄົວເປັນອີກວິທີໜຶ່ງທີ່ທ່ານສາມາດຊອກຫາຜູ້ຄົນເພື່ອສິດສອນ. ຕະຫລອດທົ່ວໂລກ, ພຣະວິນຍານມີອິດທິພົນຕໍ່ຜູ້ຄົນຫລາຍລ້ານຄົນ ໃນການລະບຸບັນພະບຸລຸດທີ່ລ່ວງລັບໄປແລ້ວຂອງເຂົາເຈົ້າ. ຫລາຍຄົນຕ້ອງການການເຊື່ອມຕໍ່ທີ່ໝັ້ນຄົງກັບຍາດພີ່ນ້ອງຂອງເຂົາເຈົ້າ. ສິ່ງນີ້ສາມາດນຳໄປສູ່ຄວາມປາດຖະໜາທີ່ຈະຊອກຫາການເຊື່ອມຕໍ່ ແລະ ເອກະລັກ ໃນຖານະສ່ວນໜຶ່ງຂອງຄອບຄົວຂອງພຣະເຈົ້າ.
ບາງຄັ້ງສິ່ງທີ່ເຮົາເອີ້ນວ່າ ວິນຍານຂອງເອລີຢາ ຄືອິດທິພົນຂອງພຣະວິນຍານບໍລິສຸດທີ່ດຶງດູດຜູ້ຄົນໄປລະບຸຊື່, ບັນທຶກ, ແລະ ທະນຸຖະໜອມສະມາຊິກໃນຄອບຄົວຂອງເຂົາເຈົ້າ—ທັງໃນອະດີດ ແລະ ປະຈຸບັນ (ເບິ່ງ ມາລາກີ 4:5–6).
ໃນການຊອກຫາຂອງທ່ານ, ທ່ານອາດແນະນຳຜູ້ຄົນຕໍ່ FamilySearch ຫລື ເຊື້ອເຊີນເຂົາເຈົ້າໃຫ້ດາວໂຫລດແອັບ FamilySearch Tree ຫລື ແອັບ FamilySearch Memories. ທ່ານຍັງສາມາດມອບປຶ້ມນ້ອຍຊື່ ຄອບຄົວຂອງຂ້ອຍ: ເລື່ອງລາວທີ່ພາໃຫ້ເຮົາມາຢູ່ນຳກັນ. ແຫລ່ງຂໍ້ມູນເຫລົ່ານີ້ຊ່ວຍຜູ້ຄົນຄົ້ນພົບຍາດພີ່ນ້ອງ ແລະ ບັນພະບຸລຸດ ແລະ ຮວບຮວມເລື່ອງລາວຂອງເຂົາເຈົ້າ.
ກຳນົດແຫລ່ງປະຫວັດຄອບຄົວທີ່ມີບໍລິການໃນເຂດຂອງທ່ານ ແລະ ວ່າມັນສາມາດຊ່ວຍຜູ້ຄົນທີ່ທ່ານຕິດຕໍ່ແນວໃດ. ຜູ້ນຳຝ່າຍພຣະວິຫານ ແລະ ປະຫວັດຄອບຄົວຫວອດ ສາມາດຊ່ວຍຜູ້ຄົນລະບຸບັນພະບຸລຸດທີ່ລ່ວງລັບໄປແລ້ວຂອງເຂົາເຈົ້າ.
ເຊື້ອເຊີນຜູ້ຄົນໃຫ້ແບ່ງປັນຄວາມຊົງຈຳຂອງຄົນທີ່ເຂົາເຈົ້າຮັກກັບທ່ານ. ຂະນະທີ່ເຂົາເຈົ້າເຮັດ, ເຂົາເຈົ້າອາດຮູ້ສຶກເຖິງພຣະວິນຍານບໍລິສຸດເປັນພະຍານຕໍ່ເຂົາເຈົ້າກ່ຽວກັບຄວາມສຳຄັນຂອງຄອບຄົວໃນແຜນຂອງພຣະເຈົ້າ. ຊ່ວງເວລາເຫລົ່ານີ້ສາມາດນຳໄປສູ່ການສົນທະນາຕາມທຳມະຊາດກ່ຽວກັບຈຸດປະສົງຂອງຊີວິດ, ແຜນແຫ່ງຄວາມສຸກຂອງພຣະເຈົ້າ, ແລະ ບົດບາດຂອງພຣະຜູ້ຊ່ວຍໃຫ້ລອດໃນແຜນນັ້ນ.
ເມື່ອເໝາະສົມ, ໃຫ້ສິດສອນຄຳສອນໃຫ້ກັບຜູ້ຄົນກ່ຽວກັບວ່າເປັນຫຍັງສະມາຊິກຂອງສາດສະໜາຈັກຈຶ່ງເຮັດວຽກງານສືບປະຫວັດຄອບຄົວ ແລະ ມັນກ່ຽວຂ້ອງກັບພຣະວິຫານແນວໃດ.
ອະທິຖານໃຫ້ຮູ້ຈັກໂອກາດທີ່ຈະໃຊ້ປະຫວັດຄອບຄົວ ໃນຄວາມພະຍາຍາມໃນການຊອກຫາຂອງທ່ານ. ມີຄວາມຄິດສ້າງສັນ, ແລະ ຄຸ້ນເຄີຍກັບແຫລ່ງຂໍ້ມູນທີ່ມີໃຫ້.
ຊອກຫາເວລາທີ່ທ່ານສິດສອນ
ການຊອກຫາ ແລະ ການສິດສອນເປັນກິດຈະກຳທີ່ກ່ຽວຂ້ອງກັນ. ຜູ້ຄົນທີ່ທ່ານສິດສອນມັກມີໝູ່ເພື່ອນ ຫລື ຍາດພີ່ນ້ອງທີ່ກຽມພ້ອມແລ້ວທີ່ຈະຮັບເອົາພຣະກິດຕິຄຸນທີ່ຖືກຟື້ນຟູ. ເມື່ອຜູ້ຄົນທີ່ທ່ານສິດສອນປະສົບກັບພອນຂອງພຣະກິດຕິຄຸນ, ຄວາມປາດຖະໜາຂອງເຂົາເຈົ້າທີ່ຈະແບ່ງປັນຈະເພີ່ມຂຶ້ນ (ເບິ່ງ 1 ນີໄຟ 8:12). ໃນທຸກສະຖານະການ—ດັ່ງເຊັ່ນການຊອກຫາ, ການສິດສອນ, ແລະ ການເຮັດວຽກງານກັບສະມາຊິກ—ໃຫ້ຖາມ, “ເຈົ້າຮູ້ໃຜບໍທີ່ຈະໄດ້ຜົນປະໂຫຍດຈາກຂ່າວສານນີ້?”
ເມື່ອຜູ້ທີ່ທ່ານສິດສອນກຽມພ້ອມທີ່ຈະຮັບບັບຕິສະມາ, ໃຫ້ຖາມເຂົາເຈົ້າກ່ຽວກັບຄອບຄົວ ແລະ ໝູ່ເພື່ອນທີ່ເຂົາເຈົ້າຢາກເຊື້ອເຊີນໃຫ້ມາຮ່ວມການບັບຕິສະມາຂອງເຂົາເຈົ້າ. ວາງແຜນທີ່ຈະເຊື້ອເຊີນ ແລະ ຊຸກຍູ້ທຸກຄົນໃຫ້ມາ. ພຣະວິນຍານສາມາດຮູ້ສຶກໄດ້ຢ່າງມີພະລັງລະຫວ່າງພິທີບັບຕິສະມາ.
ສິດສອນໃນເວລາທີ່ທ່ານຊອກຫາ
ເມື່ອທ່ານພົບຜູ້ຄົນ ແລະ ລະບຸຄວາມສົນໃຈ ແລະ ຄວາມຕ້ອງການຂອງເຂົາເຈົ້າແລ້ວ, ໃຫ້ພັດທະນານິໄສຂອງການເລີ່ມຕົ້ນສິດສອນ ແລະ ແບ່ງປັນປະຈັກພະຍານຂອງທ່ານ. ທ່ານຈະພົບເຫັນຜູ້ຄົນທີ່ຈະສິດສອນຫລາຍຂຶ້ນ ເມື່ອທ່ານເປັນພະຍານເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນຂອງພຣະອົງ ແລະ ໃຫ້ເຂົາເຈົ້າຮູ້ສຶກເຖິງອຳນາດຂອງພຣະວິນຍານບໍລິສຸດ.
ພິຈາລະນາການສິດສອນໃນຫົວຂໍ້ດັ່ງເຊັ່ນ ຄວາມສຸກ, ຄວາມຍາກລຳບາກ, ຈຸດປະສົງຂອງຊີວິດ, ຫລື ຄວາມຕາຍ. ບໍ່ວ່າວິທີການໃນເບື້ອງຕົ້ນຂອງທ່ານຈະເປັນແນວໃດ, ໃຫ້ອ້າງເຖິງພຣະຜູ້ຊ່ວຍໃຫ້ລອດ, ພຣະກິດຕິຄຸນຂອງພຣະອົງ, ແລະ ການເອີ້ນຂອງພຣະອົງຕໍ່ສາດສະດາໂຈເຊັບ ສະມິດ ຢ່າງໄວ ແລະ ຢ່າງງ່າຍດາຍ. ນີ້ແມ່ນຂ່າວສານທີ່ເປັນເອກະລັກຂອງພວກເຮົາຕໍ່ໂລກ.
ພາກຕໍ່ໄປນີ້ເປັນຕົວຢ່າງຂອງວິທີທີ່ທ່ານອາດຈະສິດສອນສັ້ນໆກ່ຽວກັບການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ຄວາມສຳຄັນຂອງຄອບຄົວ.
ສິດສອນ ແລະ ເປັນພະຍານກ່ຽວກັບການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ
ເປັນພະຍານເຖິງພຣະເຢຊູຄຣິດ ແລະ ສິດສອນບົດສະຫລຸບສັ້ນໆກ່ຽວກັບຄວາມຈິງທີ່ຖືກຟື້ນຟູ. ຍົກຕົວຢ່າງ, ທ່ານສາມາດເປັນພະຍານເຖິງການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ ໃນສອງ ຫລື ສາມປະໂຫຍກ:
ຫລັງຈາກການສູນຫາຍໄປຫລາຍສັດຕະວັດ, ຄວາມຈິງໄດ້ຖືກຟື້ນຟູໂດຍພຣະເຈົ້າຜ່ານທາງສາດສະດາທີ່ມີຊີວິດຢູ່. ພວກເຮົາມີຫລັກຖານກ່ຽວກັບເລື່ອງນີ້ທີ່ເຈົ້າສາມາດຈັບໄວ້ໃນມື, ອ່ານ, ແລະ ໄຕ່ຕອງໃນໃຈຂອງເຈົ້າ. ພວກເຮົາເຊື້ອເຊີນເຈົ້າໃຫ້ອ່ານ ແລະ ອະທິຖານເພື່ອຮຽນຮູ້ຄວາມຈິງຂອງມັນສຳລັບຕົວເຈົ້າເອງ. ເຈົ້າຈະໃຫ້ພວກເຮົາ …
ຖ້າຫາກທ່ານມີເວລາຕື່ມອີກເລັກນ້ອຍ, ທ່ານສາມາດເວົ້າຕື່ມວ່າ:
ຂ່າວສານຂອງພວກເຮົາແມ່ນລຽບງ່າຍ. ພຣະເຈົ້າເປັນພຣະບິດາຂອງເຮົາ. ເຮົາເປັນລູກຂອງພຣະອົງ. ເຮົາເປັນພາກສ່ວນໃນຄອບຄົວຂອງພຣະອົງ. ພຣະອົງຮູ້ຈັກເຮົາເປັນສ່ວນຕົວ ແລະ ຮັກເຮົາ. ພຣະອົງຕ້ອງການໃຫ້ເຮົາປະສົບຄວາມສຸກ. ຈາກການເລີ່ມຕົ້ນຂອງໂລກ, ພຣະອົງໄດ້ດຳເນີນຕາມແບບແຜນຂອງການເອື້ອມອອກໄປ ໃນຄວາມຮັກ ເພື່ອເປີດເຜີຍພຣະກິດຕິຄຸນຂອງພຣະເຢຊູຄຣິດ ເພື່ອວ່າລູກໆຂອງພຣະອົງຈະຮູ້ຈັກວິທີກັບຄືນໄປຫາພຣະອົງ. ພຣະອົງໄດ້ເປີດເຜີຍພຣະກິດຕິຄຸນຕໍ່ສາດສະດາ ດັ່ງເຊັ່ນ ອາດາມ, ໂນອາ, ອັບຣາຮາມ, ແລະ ໂມເຊ. ແຕ່ຫລາຍຄົນໄດ້ເລືອກຊ້ຳແລ້ວຊ້ຳອີກທີ່ຈະປະຕິເສດພຣະກິດຕິຄຸນ ແລະ ສາດສະດາທີ່ໄດ້ສິດສອນມັນ. ເມື່ອສອງພັນປີກ່ອນ, ພຣະເຢຊູຄຣິດພຣະອົງເອງໄດ້ສິດສອນພຣະກິດຕິຄຸນຂອງພຣະອົງ. ຜູ້ຄົນໄດ້ປະຕິເສດແມ່ນແຕ່ພຣະເຢຊູ. ຫລັງຈາກການຕາຍຂອງອັກຄະສາວົກຂອງພຣະເຢຊູ, ຜູ້ຄົນໄດ້ບິດເບືອນຄຳສອນທີ່ແທ້ຈິງ, ດັ່ງເຊັ່ນ ກ່ຽວກັບຝ່າຍພຣະເຈົ້າ. ພວກເຂົາກໍໄດ້ປ່ຽນພິທີການນຳອີກ, ດັ່ງເຊັ່ນການບັບຕິສະມາ.
ຄຳເຊື້ອເຊີນຂອງພວກເຮົາຕໍ່ເຈົ້າ ແມ່ນການເພີ່ມຄວາມຈິງທີ່ເຈົ້າທະນຸຖະໜອມຢູ່ແລ້ວ. ລອງພິຈາລະນາຫລັກຖານວ່າ ພຣະບິດາເທິງສະຫວັນຂອງເຮົາໄດ້ເອື້ອມຫາລູກໆຂອງພຣະອົງອີກຄັ້ງໃນຄວາມຮັກ ແລະ ໄດ້ເປີດເຜີຍຄຳສອນ ແລະ ພິທີການທີ່ແທ້ຈິງຕໍ່ສາດສະດາ. ສາດສະດາທ່ານນີ້ຊື່ວ່າ ໂຈເຊັບ ສະມິດ. ຫລັກຖານຂອງຄວາມຈິງນີ້ມີຢູ່ໃນໜັງສື—ພຣະຄຳພີມໍມອນ. ເຈົ້າສາມາດຈັບມັນໄວ້ໃນມື, ອ່ານມັນ, ແລະ ໄຕ່ຕອງເຖິງຄວາມຈິງຂອງມັນຢູ່ໃນຈິດໃຈ ແລະ ຫົວໃຈຂອງເຈົ້າ. ພວກເຮົາເຊື້ອເຊີນເຈົ້າໃຫ້ໄປໂບດເພື່ອຮຽນຮູ້ເພີ່ມເຕີມ.
ສິດສອນ ແລະ ເປັນພະຍານກ່ຽວກັບຄວາມສຳຄັນຂອງຄອບຄົວ
ການກ່າວເຖິງຄວາມສຳຄັນຂອງຄອບຄົວຈະຊ່ວຍທ່ານຊອກຫາຜູ້ຄົນເພື່ອສິດສອນ, ບໍ່ວ່າເຂົາເຈົ້າມີພື້ນຖານເປັນຊາວຄຣິດຫລືບໍ່ກໍຕາມ. ທ່ານສາມາດບອກເລົ່າສິ່ງທີ່ຜູ້ຄົນສ່ວນໃຫຍ່ຮູ້ກ່ຽວກັບຄອບຄົວກັບແຜນແຫ່ງຄວາມລອດຂອງພຣະບິດາເທິງສະຫວັນ. ທ່ານສາມາດເວົ້າບາງສິ່ງແບບນີ້:
ຄອບຄົວຂອງເຮົາສາມາດເປັນໜຶ່ງໃນອິດທິພົນທີ່ສຳຄັນທີ່ສຸດໃນຊີວິດຂອງເຮົາ. ຄອບຄົວຂອງເຮົາຜູກມັດເຮົາເຂົ້າກັນ ແລະ ສາມາດຊ່ວຍໃຫ້ເຮົາຮູ້ສຶກເປັນທີ່ຕ້ອງການ ແລະ ເປັນທີ່ຮັກ.
ການມີຄອບຄົວທີ່ເຂັ້ມແຂງ ແລະ ມີຄວາມສຸກ ເປັນສິ່ງສຳຄັນທີ່ສຸດສຳລັບຫລາຍຄົນ. ການມີການແຕ່ງງານທີ່ເຂັ້ມແຂງ ແລະ ການລ້ຽງດູລູກໆຢູ່ໃນໂລກທຸກວັນນີ້ ສາມາດເປັນການທ້າທາຍຫລາຍໄດ້.
ແລ້ວທ່ານສາມາດປ່ຽນໄປຫາຂ່າວສານເລື່ອງການຟື້ນຟູ:
ເຈົ້າເປັນພາກສ່ວນຂອງຄອບຄົວຂອງພຣະເຈົ້າ ນັບຕັ້ງແຕ່ກ່ອນເຈົ້າມາເກີດ. ພຣະອົງເປັນພຣະບິດາຂອງເຮົາ. ພຣະບິດາເທິງສະຫວັນຕ້ອງການໃຫ້ເຮົາກັບຄືນໄປຢູ່ກັບພຣະອົງ. ເຈົ້າເປັນລູກຂອງພຣະອົງ, ແລະ ພຣະອົງຮັກເຈົ້າ. ພຣະອົງມີແຜນເພື່ອຊ່ວຍເຈົ້າກັບໄປຫາພຣະອົງ.
ຄວາມຈິງເຫລົ່ານີ້ ແລະ ອື່ນໆ ໄດ້ຖືກຟື້ນຟູສູ່ແຜ່ນດິນໂລກ ໂດຍພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ ຜ່ານທາງສາດສະດາທີ່ມີຊີວິດຢູ່. ຄວາມຈິງເຫລົ່ານີ້ຊ່ວຍໃຫ້ເຮົາເຂົ້າໃຈບ່ອນຂອງເຮົາໃນຄອບຄົວຂອງພຣະເຈົ້າ. ໃຫ້ພວກເຮົາສິດສອນເຈົ້າຕື່ມອີກກ່ຽວກັບຄວາມຈິງເຫລົ່ານີ້ໄດ້ບໍ? ເຈົ້າຊິໄປໂບດບໍ ເພື່ອວ່າເຈົ້າຈະສາມາດຮຽນຮູ້ເພີ່ມເຕີມ?
ບໍ່ມີຄວາມພະຍາຍາມໃດທີ່ໄຮ້ປະໂຫຍດ
ເມື່ອຜູ້ຄົນເລືອກບໍ່ຮຽນຕື່ມອີກກ່ຽວກັບພຣະກິດຕິຄຸນທີ່ຖືກຟື້ນຟູ, ຄວາມພະຍາຍາມຂອງທ່ານບໍ່ໄຮ້ປະໂຫຍດ. ບາງທີທ່ານໄດ້ປູກເມັດພືດທີ່ຈະເຕີບໂຕໃນເວລາອື່ນ. ບໍ່ວ່າຈະເກີດຂຶ້ນຫລືບໍ່, ການຮັບໃຊ້ຂອງທ່ານ ແລະ ການສະແດງອອກດ້ວຍຄວາມຮັກທີ່ແທ້ຈິງ ຈະເປັນພອນໃຫ້ທັງທ່ານ ແລະ ເຂົາເຈົ້າ.
ຖ້າຫາກຜູ້ຄົນບໍ່ພ້ອມທີ່ຈະຮັບເອົາພຣະກິດຕິຄຸນ, ໃຫ້ເບິ່ງວ່າທ່ານສາມາດເຮັດຫຍັງອີກ ເພື່ອເພີ່ມພູນຊີວິດຂອງເຂົາເຈົ້າ. ຄວາມສຳພັນທີ່ທ່ານພັດທະນາແມ່ນຍັງມີຄວາມໝາຍ ແລະ ມີຄຸນຄ່າຢູ່. ສືບຕໍ່ການເປັນເພື່ອນ.
ບາງຄັ້ງຜູ້ຄົນຕ້ອງການເວລາທີ່ຈະພິຈາລະນາການປ່ຽນແປງທີ່ຮຽກຮ້ອງຈາກເຂົາເຈົ້າ. ຊ່ວຍໃຫ້ເຂົາເຈົ້າໄດ້ຮັບຂ່າວສານຜ່ານທາງອີເມວ ແລະ ເວັບໄຊຂອງສາດສະໜາຈັກ. ຂ່າວສານເຫລົ່ານີ້ອາດຊ່ວຍກຽມຜູ້ຄົນໃຫ້ຮັບເອົາຄຳເຊື້ອເຊີນໃນອະນາຄົດທີ່ຈະຮຽນຮູ້ເພີ່ມເຕີມ.
ເມື່ອຄົນໃດຄົນໜຶ່ງບໍ່ຍອມຮັບພຣະກິດຕິຄຸນ, ເປັນເລື່ອງທຳມະດາທີ່ຈະຮູ້ສຶກຜິດຫວັງ. ເຖິງຢ່າງໃດກໍຕາມ, ເມື່ອທ່ານຫັນໄປຫາພຣະຜູ້ເປັນເຈົ້າໃນເວລາເຊັ່ນນັ້ນ, ພຣະອົງໄດ້ສັນຍາວ່າ, “ເຮົາຈະຊ່ວຍເຫລືອໃຫ້ພວກເຈົ້າໄດ້ເຂັ້ມແຂງ; ເຮົາຈະປົກປັກຮັກສາຊ່ວຍພວກເຈົ້າໃຫ້ພົ້ນ” (ເອຊາຢາ 41:10).
ຜ່ານທາງສັດທາໃນພຣະຄຣິດ, ທ່ານສາມາດພົບສັນຕິສຸກ ແລະ ຄວາມໝັ້ນໃຈກ່ຽວກັບຄວາມພະຍາຍາມຂອງທ່ານ. ຮັກສາວິໄສທັດຂອງຜູ້ຄົນທີ່ທ່ານເປັນ ແລະ ວ່າເປັນຫຍັງທ່ານຈຶ່ງຮັບໃຊ້ພຣະຜູ້ເປັນເຈົ້າ ໃນຖານະຜູ້ສອນສາດສະໜາ. ສັດທາຈະຊ່ວຍໃຫ້ທ່ານກ້າວເດີນໄປໜ້າ ແລະ ສືບຕໍ່ໃນຄວາມປາດຖະໜາທີ່ຊອບທຳ.
ແນວຄິດສຳລັບການສຶກສາ ແລະ ການນຳໃຊ້
ການສຶກສາສ່ວນຕົວ
-
ອ່ານ ໂຢຮັນ 15:12, ໂຢຮັນ 21:15–17, 1 ເທສະໂລນິກ 2, ແລະ ໂມໄຊຢາ 18:8–10. ທ່ານເຮັດໜ້າທີ່ຮັບຜິດຊອບຂອງທ່ານໃນຄວາມຮັກ ແລະ ຮັບໃຊ້ຄົນອື່ນໄດ້ດີປານໃດ? ທ່ານຈະປັບປຸງມັນແນວໃດ? ຂຽນຄຳຕອບຂອງທ່ານໄວ້ໃນບັນທຶກການສຶກສາຂອງທ່ານ.
-
ອ່ານ 3 ນີໄຟ 18:31–32, ແອວມາ 24:7–8, ແລະ ແອວມາ 32:41. ຂໍ້ເຫລົ່ານີ້ສິດສອນຫຍັງແດ່ກ່ຽວກັບການເຮັດວຽກງານກັບຜູ້ຄົນທີ່ໄດ້ຮັບການສິດສອນຜ່ານມາແລ້ວ? ບັນທຶກສິ່ງທີ່ທ່ານຮຽນຮູ້ລົງໄວ້ໃນບັນທຶກການສຶກສາຂອງທ່ານ. ສິດສອນມັນໃຫ້ກັບຄູ່ສອນຂອງທ່ານ.
ການສຶກສາກັບຄູ່ສອນ ແລະ ການສັບປ່ຽນຄູ່ສອນ
-
ວາງແຜນທີ່ຈະໄປພົບກັບສະມາຊິກໃໝ່ຢູ່ໃນເຂດຂອງທ່ານ. ຖ້າຈຳເປັນ, ໃຫ້ໃຊ້ແອັບ Preach My Gospel ເພື່ອລະບຸເຂົາເຈົ້າ. ຖາມຄຳຖາມແບບດັ່ງຕໍ່ໄປນີ້:
-
ເຈົ້າໄດ້ກະກຽມສຳລັບພຣະກິດຕິຄຸນແນວໃດ?
-
ເຈົ້າໄດ້ພົບກັບຜູ້ສອນສາດສະໜາຄັ້ງທຳອິດເມື່ອໃດ ແລະ ດ້ວຍວິທີໃດ?
-
ແມ່ນຫຍັງທີ່ກະຕຸ້ນເຈົ້າໃຫ້ພົບກັບຜູ້ສອນສາດສະໜາ?
-
ພວກເຮົາຈະສາມາດສະໜັບສະໜູນເຈົ້າໃຫ້ກ້າວໜ້າຕໍ່ໄປໄດ້ແນວໃດ?
ຈາກການພົບປະເຫລົ່ານີ້, ທ່ານຮຽນຮູ້ຫຍັງແດ່ກ່ຽວກັບການຊອກຫາຜູ້ຄົນ ທີ່ກ້າວໜ້າໄປສູ່ການບັບຕິສະມາ? ວາງແຜນທີ່ຈະນຳໃຊ້ສິ່ງທີ່ທ່ານຮຽນຮູ້ໃນອາທິດນີ້.
-
-
ທົບທວນແຕ່ລະຫົວຂໍ້ດັ່ງຕໍ່ໄປນີ້. ການໃຊ້ບົດຮຽນໃນ ບົດທີ 3, ກະກຽມວິທີການຊອກຫາແບບງ່າຍໆ. ຝຶກການສິດສອນໃນສະພາບແວດລ້ອມຂອງການຊອກຫາ.
-
ຮູ້ສຶກຕ້ອງການການຊີ້ນຳ ແລະ ຈຸດປະສົງໃນຊີວິດ
-
ຕ້ອງການຮູ້ສຶກໃກ້ຊິດກັບພຣະເຈົ້າຫລາຍຂຶ້ນ
-
ຕ້ອງການຄວາມຊ່ວຍເຫລືອກັບການຕັດສິນໃຈທີ່ສຳຄັນ
-
ສະພາທ້ອງຖິ່ນ, ກອງປະຊຸມອະນາເຂດ, ແລະ ສະພາຜູ້ນຳເຂດເຜີຍແຜ່
-
ອ່ານ ແລະ ສົນທະນາພາກ “ຂະຫຍາຍວິໄສທັດຂອງທ່ານໃນການວາງແຜນທີ່ຈະຊອກຫາ.” ໃຫ້ແຕ່ລະຄູ່ສຳເລັດການປະເມີນຜົນ.
-
ສົນທະນາວ່າຄວາມຄິດເຫລົ່ານີ້ໄດ້ຊ່ວຍຜູ້ສອນສາດສະໜາ ຊອກຫາຜູ້ຄົນເພື່ອສິດສອນແນວໃດ.
-
ຂຽນລາຍການແນວຄິດອື່ນງສຳລັບການຊອກຫາຜູ້ຄົນເພື່ອສິດສອນ. ເຊື້ອເຊີນຜູ້ສອນສາດສະໜາໃຫ້ສະແດງແນວຄິດຂອງເຂົາເຈົ້າ.
-
ເຊື້ອເຊີນຜູ້ສອນສາດສະໜາໃຫ້ຕັ້ງເປົ້າໝາຍສ່ວນຕົວເພື່ອປັບປຸງຄວາມພະຍາຍາມຂອງເຂົາເຈົ້າໃນການຊອກຫາ.
-
-
ສ້າງລາຍການຂອງໂອກາດໃນການຊອກຫາຫລາຍໆອັນ.
-
ມອບໝາຍໜຶ່ງໂອກາດໃຫ້ຜູ້ສອນສາດສະໜາແຕ່ລະຄົນ. ມອບເວລາໃຫ້ຜູ້ສອນສາດສະໜາແຕ່ລະຄົນຫ້ານາທີ ເພື່ອກະກຽມວິທີທີ່ລາວຈະສິດສອນພາກສ່ວນໜຶ່ງຂອງບົດຮຽນ ໃນສະຖານະການມອບໝາຍນັ້ນ.
-
ເນັ້ນຄວາມຕ້ອງການທີ່ຈະຮັກສາເວລາຂອງຂ່າວສານໃຫ້ເໝາະສົມກັບສະພາບແວດລ້ອມ.
-
ເຊື້ອເຊີນຜູ້ສອນສາດສະໜາຫລາຍຄົນສິດສອນບົດຮຽນທີ່ເຂົາເຈົ້າໄດ້ວາງແຜນໃນສະຖານະການມອບໝາຍຂອງເຂົາເຈົ້າ.
-
-
ເຊື້ອເຊີນຜູ້ສອນສາດສະໜາຝຶກຫັດການແບ່ງປັນຂ່າວສານພຣະກິດຕິຄຸນໃນໜຶ່ງນາທີກັບກັນແລະກັນ. ທ່ານອາດຕ້ອງການຈັດຫລາຍສະພາບແວດລ້ອມຂອງການຊອກຫາ, ດັ່ງເຊັ່ນການສິດສອນຢູ່ໃນບ້ານຂອງສະມາຊິກ, ການສິດສອນຢູ່ໜ້າປະຕູບ້ານ, ການສິດສອນຢູ່ແຄມທາງຍ່າງ, ຫລື ການຕິດຕໍ່ຜູ້ຖືກແນະນຳ. ໃຫ້ຜູ້ສອນສາດສະໜາຝຶກຫັດການສິດສອນຢູ່ໃນແຕ່ລະສະພາບແວດລ້ອມ.
ຜູ້ນຳເຜີຍແຜ່ ແລະ ທີ່ປຶກສາເຜີຍແຜ່
-
ເປັນຕົວຢ່າງໃນວຽກງານເຜີຍແຜ່ໂດຍສະມາຊິກຢູ່ໃນຄອບຄົວຂອງທ່ານ. ແບ່ງປັນປະສົບການຂອງທ່ານກັບຜູ້ສອນສາດສະໜາ ແລະ ສະມາຊິກ.
-
ປຶກສາຫາລືກັບຜູ້ນຳຖານະປະໂລຫິດ ແລະ ຜູ້ນຳອົງການໃນທ້ອງຖິ່ນກ່ຽວກັບວິທີທີ່ດີທີ່ສຸດສຳລັບຜູ້ສອນສາດສະໜາໃນການຊອກຫາຜູ້ຄົນເພື່ອສິດສອນຢູ່ໃນເຂດເຜີຍແຜ່ຂອງທ່ານ.
-
ຈັດກອງປະຊຸມໃຫ້ຄຳດົນໃຈສຳລັບຜູ້ສອນສາດສະໜາ ຊຶ່ງໃນທີ່ນັ້ນທ່ານສາມາດກ່າວກັບຜູ້ຄົນທີ່ກຳລັງຮັບການສິດສອນຢູ່ໃນເຂດຂອງທ່ານ. ປະສານງານກັບຜູ້ນຳຖານະປະໂລຫິດໃນທ້ອງຖິ່ນ ເພື່ອວ່າສະມາຊິກຈະສາມາດພາໝູ່ເພື່ອນຂອງເຂົາເຈົ້າມາ. ເຊື້ອເຊີນສະມາຊິກໃໝ່ໃຫ້ແບ່ງປັນປະຈັກພະຍານຂອງເຂົາເຈົ້າ ແລະ ເລົ່າເລື່ອງກ່ຽວກັບການປ່ຽນໃຈເຫລື້ອມໃສຂອງເຂົາເຈົ້າ ກ່ອນທ່ານຈະກ່າວ.
-
ບາງຄັ້ງໄປກັບຜູ້ສອນສາດສະໜາເພື່ອຊ່ວຍເຂົາເຈົ້າຊອກຫາຜູ້ຄົນເພື່ອສິດສອນ.