ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 10: ສິດ​ສອນ​ໃຫ້​ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ


“ບົດ​ທີ 10: ສິດ​ສອນ​ໃຫ້​ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ບົດ​ທີ 10,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ຮູບ​ພາບ
ການ​ເທດ​ສະ​ໜາ​ຢູ່​ໂນນ​ພູ, ໂດຍ ແຮ​ຣີ ແອນ​ເດີ​ສັນ

ບົດ​ທີ 10

ສິດ​ສອນ​ໃຫ້​ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

  • ເຮົາ​ຈະ​ສາ​ມາດ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ສິດ​ສອນ​ຈາກ​ພຣະ​ຄຳ​ພີ​ໄດ້​ແນວ​ໃດ?

  • ເຮົາ​ຄວນ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເວ​ລາ​ກຳ​ລັງ​ສິດ​ສອນ​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ວາງ​ແຜນ ແລະ ປັບ​ການ​ສິດ​ສອນ​ຂອງ​ເຮົາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຄົນ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ຖາມ​ຄຳ​ຖາມ​ທີ່​ດີ​ກວ່າ ແລະ ເປັນ​ຜູ້​ຟັງ​ທີ່​ດີ​ກວ່າ​ເກົ່າ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ຊ່ວຍ​ຜູ້​ຄົນ​ໃຫ້​ພົບ​ເຫັນ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂອງ​ເຂົາ​ເຈົ້າ ແລະ ຮັບ​ການ​ນຳ​ພາ ແລະ ຄວາມ​ເຂັ້ມ​ແຂງ​ໄດ້​ແນວ​ໃດ?

ທ່ານ​ຖືກ​ເອີ້ນ​ໃຫ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃຫ້​ແກ່​ຫລາຍ​ຄົນ​ເທົ່າ​ທີ່​ຈະ​ຮັບ​ທ່ານ. ການ​ສິດ​ສອນ​ເປັນ​ສູນ​ກາງ​ຂອງ​ທຸກ​ສິ່ງ​ທີ່​ທ່ານ​ເຮັດ. ເມື່ອ​ທ່ານ​ເພິ່ງ​ອາ​ໄສ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຊ່ວຍ​ເຫລືອ, ພຣະ​ອົງ​ໄດ້​ສັນ​ຍາ​ວ່າ:

“ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຮັບ​ເອົາ​ພວກ​ເຈົ້າ, ທີ່​ນັ້ນ​ເຮົາ​ຈະ​ຢູ່​ນຳ​ຄື​ກັນ, ເພາະ​ເຮົາ​ຈະ​ອອກ​ໜ້າ​ພວກ​ເຈົ້າ. ເຮົາ​ຈະ​ຢູ່​ທາງ​ເບື້ອງ​ຂວາ​ມື​ພວກ​ເຈົ້າ ແລະ ທາງ​ຊ້າຍ​ພວກ​ເຈົ້າ, ແລະ ວິນ​ຍານ​ຂອງ​ເຮົາ​ຈະ​ຢູ່​ໃນ​ໃຈ​ຂອງ​ພວກ​ເຈົ້າ, ແລະ ທູດ​ຂອງ​ເຮົາ​ຈະ​ອ້ອມ​ຮອບ​ພວກ​ເຈົ້າ​ໄວ້, ເພື່ອ​ຄ້ຳ​ຊູ​ພວກ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:88).

ອະ​ທິ​ຖານ, ສຶກ​ສາ, ແລະ ຝຶກ​ຝົນ​ເພື່ອ​ພັດ​ທະ​ນາ​ຄວາມ​ສາ​ມາດ​ໃນ​ການ​ສິດ​ສອນ​ຂອງ​ທ່ານ. ນຳ​ໃຊ້​ຫລັກ​ທຳ​ໃນ​ບົດ​ນີ້ ແລະ ໃນ​ບົດ​ອື່ນໆ​ຂອງ​ປຶ້ມ​ນີ້. ສະ​ແຫວງ​ຫາ​ຂອງ​ປະ​ທານ​ແຫ່ງ​ການ​ສິດ​ສອນ​ຢ່າງ​ຕັ້ງ​ໃຈ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ ແລະ ຖວາຍ​ບາ​ລະ​ມີ​ແດ່​ພຣະ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ທ່ານ​ສິດ​ສອນ​ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ພຣະ​ອົງ ແລະ ຮຽນ​ຮູ້​ພຣະ​ຄຳ​ຂອງ​ພຣະ​ອົງ​ຢ່າງ​ພາກ​ພຽນ.

ສະ​ແຫວງ​ຫາ​ທີ່​ຈະ​ສິດ​ສອນ​ເໝືອນ​ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ

ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ໃນ​ໂລກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ “ໄດ້​ເດີນ​ທາງ​ໄປ​ທົ່ວ … [ສິດ​ສອນ] … , [ສັ່ງ​ສອນ] … , ແລະ [ປິ່ນ​ປົວ]” (ມັດ​ທາຍ 4:23). ພຣະ​ອົງ​ໄດ້​ສິດ​ສອນ​ໃນ​ຫລາຍ​ສະ​ພາບ​ແວດ​ລ້ອມ—ໃນ​ທຳ​ມະ​ສາ​ລາ, ໃນ​ບ້ານ​ເຮືອນ, ແລະ ຕາມ​ຖະ​ໜົນ​ຫົນ​ທາງ. ພຣະ​ອົງ​ໄດ້​ສິດ​ສອນ​ໃນ​ການ​ຊຸມ​ນຸມ​ໃຫຍ່ ແລະ ໃນ​ການ​ສົນ​ທະ​ນາ​ເປັນ​ສ່ວນ​ຕົວ. ການ​ປະ​ຕິ​ສຳ​ພັນ​ບາງ​ຄັ້ງ​ຂອງ​ພຣະ​ອົງ​ທີ່​ມີ​ພະ​ລັງ​ທີ່​ສຸດ​ແມ່ນ​ສັ້ນໆ ຫລື ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ຜິດ​ປົກ​ກະ​ຕິ. ພຣະ​ອົງ​ໄດ້​ສິດ​ສອນ​ຜ່ານ​ທາງ​ການ​ກະ​ທຳ​ຂອງ​ພຣະ​ອົງ ຕະ​ຫລອດ​ທັງ​ພຣະ​ວາ​ຈາ​ຂອງ​ພຣະ​ອົງ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ແຕ່​ລະ​ຄົນ​ຕາມ​ຄວາມ​ຕ້ອງ​ການ​ສະ​ເພາະ​ຂອງ​ເຂົາ​ເຈົ້າ. ຍົກ​ຕົວ​ຢ່າງ, ເມື່ອ​ຮັບ​ໃຊ້​ຊາຍ​ເປ້ຍ​ລ່ອຍ, ພຣະ​ອົງ​ໄດ້​ໃຫ້​ອະ​ໄພ​ບາບ ແລະ ປິ່ນ​ປົວ​ລາວ (ເບິ່ງ ມາ​ຣະ​ໂກ 2:1–12). ເມື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຍິງ​ຄົນ​ໜຶ່ງ​ຜູ້​ໄດ້​ຫລິ້ນ​ຊູ້, ພຣະ​ອົງ​ໄດ້​ປົກ​ປ້ອງ​ນາງ ແລະ ເຊື້ອ​ເຊີນ​ນາງ​ບໍ່​ໃຫ້​ເຮັດ​ບາບ​ອີກ​ຕໍ່​ໄປ (ເບິ່ງ ໂຢ​ຮັນ 8:2–11). ເມື່ອ​ກ່າວ​ເຖິງ​ເສດ​ຖີ​ໜຸ່ມ​ຜູ້​ປາດ​ຖະ​ໜາ​ຊີ​ວິດ​ນິ​ລັນ​ດອນ, ພຣະ​ອົງ “[ຮັກ​ລາວ]” ເຖິງ​ແມ່ນ​ຊາຍ​ໜຸ່ມ​ໄດ້​ປະ​ຕິ​ເສດ​ບໍ່​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ​ໃຫ້​ຕິດ​ຕາມ​ພຣະ​ອົງ​ກໍ​ຕາມ (ມາ​ຣະ​ໂກ 10:21; ເບິ່ງ ຂໍ້​ທີ 17–21).

ທ່ານ​ສາ​ມາດ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ທ່ານ​ໂດຍ​ການ​ຮຽນ​ຮູ້​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ແນວ​ໃດ. ຍົກ​ຕົວ​ຢ່າງ, ພຣະ​ອົງ​ຮັກ​ພຣະ​ບິ​ດາ ແລະ ຜູ້​ທີ່​ພຣະ​ອົງ​ສິດ​ສອນ. ພຣະ​ອົງ​ໄດ້​ອະ​ທິ​ຖານ. ພຣະ​ອົງ​ໄດ້​ສິດ​ສອນ​ຈາກ​ພຣະ​ຄຳ​ພີ. ພຣະ​ອົງ​ໄດ້​ກະ​ກຽມ​ທາງ​ວິນ​ຍານ. ພຣະ​ອົງ​ໄດ້​ຖາມ​ຄຳ​ຖາມ​ທີ່​ດົນ​ໃຈ. ພຣະ​ອົງ​ໄດ້​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ກະ​ທຳ​ໃນ​ສັດ​ທາ. ພຣະ​ອົງ​ໄດ້​ປຽບ​ທຽບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ກັບ​ທຸກ​ສິ່ງ​ທີ່​ມີ​ຊີ​ວິດ.

ການ​ສະ​ແຫວງ​ຫາ​ທີ່​ຈະ​ສິດ​ສອນ​ເໝືອນ​ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ແມ່ນ​ການ​ສະ​ແຫວງ​ຫາ​ຕະ​ຫລອດ​ຊີ​ວິດ. ມັນ​ຈະ​ມາ​ສູ່​ທ່ານ​ເທື່ອ​ລະ​ບັນ​ທັດ​ຂະ​ນະ​ທີ່​ທ່ານ​ຕິດ​ຕາມ​ພຣະ​ອົງ (ເບິ່ງ 2 ນີ​ໄຟ 28:30; ອີ​ເທີ 12:41).

“ສະ​ແຫວງ​ຫາ [ເພື່ອ​ຮັບ] ຄຳ​ຂອງ​ເຮົາ”

ເພື່ອ​ທີ່​ຈະ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ທ່ານ​ຕ້ອງ​ຮູ້​ຈັກ​ຄຳ​ສອນ ແລະ ຫລັກ​ທຳ​ຂັ້ນ​ພື້ນ​ຖານ. ທ່ານ​ຍັງ​ຕ້ອງ​ການ​ຄວາມ​ຮູ້ ແລະ ການ​ຢືນ​ຢັນ​ທາງ​ວິນ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ນຳ​ອີກ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ຢ່າ​ສະ​ແຫວງ​ຫາ​ທີ່​ຈະ​ປະ​ກາດ​ຄຳ​ຂອງ​ເຮົາ, ແຕ່​ກ່ອນ​ອື່ນ​ໝົດ ໃຫ້​ສະ​ແຫວງ ຫາ [ເພື່ອ​ຮັບ] ຄຳ​ຂອງ​ເຮົາ.”

ເພື່ອ “ຮັບ” ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໝາຍ​ເຖິງ​ການ​ສຶກ​ສາ​ມັນ ແລະ ໃຫ້​ມັນ​ຊຶມ​ເຂົ້າ​ໄປ​ໃນ​ສ່ວນ​ເລິກ​ຂອງ​ໃຈ​ທ່ານ. ເມື່ອ​ທ່ານ​ພະ​ຍາ​ຍາມ​ສິ່ງ​ນີ້, ພຣະ​ອົງ​ໄດ້​ສັນ​ຍາ​ວ່າ, “ເມື່ອ​ນັ້ນ ລີ້ນ​ຂອງ​ເຈົ້າ​ຈະ​ມາຍ​ອອກ; ຈາກ​ນັ້ນ, ຖ້າ​ຫາກ​ເຈົ້າ​ປາດ​ຖະ​ໜາ, ເຈົ້າ​ຈະ​ມີ​ວິນ​ຍານ​ຂອງ​ເຮົາ ແລະ ຄຳ​ຂອງ​ເຮົາ, ແທ້​ຈິງ​ແລ້ວ, ມີ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ການ​ໃຫ້​ມະ​ນຸດ​ຍອມ​ຮັບ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:21).

ຮູບ​ພາບ
ຄົນ​ກຳ​ລັງ​ໝາຍ​ພຣະ​ຄຳ​ພີ

ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຍັງ​ໄດ້​ກ່າວ​ອີກ​ວ່າ “ໃຫ້​ສະ​ສົມ​ຖ້ອຍ​ຄຳ​ແຫ່ງ​ຊີ​ວິດ​ໄວ້​ໃນ​ຈິດ​ໃຈ​ຂອງ​ພວກ​ເຈົ້າ​ເລື້ອຍ​ໄປ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:85). ການ​ສະ​ສົມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ເພີ່ມ​ຄວາມ​ຮູ້ ແລະ ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ. ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ສາ​ມາດ​ຂອງ​ທ່ານ​ທີ່​ຈະ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຈະ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ. (ເບິ່ງ ຢາ​ໂຄບ 4:6–7; ແອວ​ມາ 32:27–42; 36:26; 37:8–9.)

ຮັບ ແລະ ສະ​ສົມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໂດຍ​ການ​ສຶກ​ສາ​ພຣະ​ຄຳ​ພີ, ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ແລະ ບົດ​ຮຽນ​ໃນ ບົດ​ທີ 3.

ສິດ​ສອນ​ໂດຍ​ພຣະ​ວິນ​ຍານ

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ “ອຳ​ນາດ​ຂອງ​ພຣະ​ເຈົ້າ ເພື່ອ​ໃຫ້​ທຸກ​ຄົນ​ທີ່​ເຊື່ອ​ໄດ້​ຮັບ [ຄວາມ​ລອດ]” (ໂຣມ 1:16). ເພາະ​ດ້ວຍ​ເຫດ​ຜົນ​ນີ້, ຂ່າວ​ສານ​ຂອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຈຶ່ງ​ຈຳ​ເປັນ​ຕ້ອງ​ຖືກ​ສິດ​ສອນ​ດ້ວຍ​ອຳ​ນາດ​ຈາກ​ສະ​ຫວັນ—ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ມັນ​ສຳ​ຄັນ​ທີ່​ທ່ານ​ຈະ​ພັດ​ທະ​ນາ​ທັກ​ສະ​ການ​ສິດ​ສອນ. ມັນ​ສຳ​ຄັນ​ທີ່​ທ່ານ​ຈະ​ຮຽນ​ຮູ້​ຄຳ​ສອນ ແລະ ຫລັກ​ທຳ​ທີ່​ທ່ານ​ສິດ​ສອນ​ນຳ​ອີກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ສິດ​ສອນ​ຄວາມ​ຈິງ​ທາງ​ວິນ​ຍານ, ທ່ານ​ຈະ​ບໍ່​ເພິ່ງ​ອາ​ໄສ​ພຽງ​ແຕ່​ຄວາມ​ສາ​ມາດ ແລະ ຄວາມ​ຮູ້​ຂອງ​ຕົນ​ເອງ​ເທົ່າ​ນັ້ນ.

ຄວາມ​ຈິງ​ທາງ​ວິນ​ຍານ​ຖືກ​ສິດ​ສອນ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ພຣະ​ວິນ​ຍານ​ຈະ​ຖືກ​ມອບ​ໃຫ້​ແກ່​ເຈົ້າ​ໂດຍ​ການ​ອະ​ທິ​ຖານ​ດ້ວຍ​ສັດ​ທາ; ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ໄດ້​ຮັບ​ພຣະ​ວິນ​ຍານ ພວກ​ເຈົ້າ​ຈະ​ບໍ່​ສິດ​ສອນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:14; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:13–14, 17–22 ນຳ​ອີກ).

ສິດ​ສອນ​ໂດຍ​ພຣະ​ວິນ​ຍານ​ໝາຍ​ຄວາມ​ວ່າ​ແນວ​ໃດ

ເມື່ອ​ທ່ານ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ, ທ່ານ​ອະ​ທິ​ຖານ​ຂໍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ​ການ​ສິດ​ສອນ​ຂອງ​ທ່ານ. ທ່ານ​ຍັງ​ອະ​ທິ​ຖານ​ຂໍ​ໃຫ້​ຜູ້​ຄົນ​ຮັບ​ເອົາ​ຄວາມ​ຈິງ​ໂດຍ​ພຣະ​ວິນ​ຍານ​ນຳ​ອີກ. ຜູ້​ຄົນ​ອາດ​ເຊື່ອ​ຄວາມ​ຈິງ​ບາງ​ຢ່າງ, ແຕ່​ກ່ອນ​ຈະ​ປ່ຽນ​ໃຈ​ເຫລື້ອມ​ໃສ, ເຂົາ​ເຈົ້າ​ຕ້ອງ​ການ​ມີ​ປະ​ສົບ​ການ​ກັບ​ພຣະ​ວິນ​ຍານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2–3).

ກຽມ​ຕົວ​ເອງ​ເພື່ອ​ເປັນ​ເຄື່ອງ​ມື​ຜ່ານ​ທາງ​ຜູ້​ຊຶ່ງ​ພຣະ​ວິນ​ຍານ​ສາ​ມາດ​ສິດ​ສອນ. ໃຫ້​ຄິດ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ຄູ່​ສອນ​ຂອງ​ທ່ານ​ໃນ​ການ​ສິດ​ສອນ.

ເພິ່ນ​ອາ​ໄສ​ພຣະ​ວິນ​ຍານ​ເພື່ອ​ຊ່ວຍ​ໃຫ້​ທ່ານ​ຮູ້​ວ່າ​ຈະ​ເວົ້າ​ຫຍັງ. ພຣະ​ອົງ​ຈະ​ນຳ​ຄຳ​ສອນ​ທີ່​ທ່ານ​ໄດ້​ສຶກ​ສາ​ມາ​ສູ່​ຄວາມ​ຊົງ​ຈຳ​ຂອງ​ທ່ານ. ພຣະ​ອົງ​ຈະ​ຊ່ວຍ​ທ່ານ​ວາງ​ແຜນ ແລະ ປັບ​ປ່ຽນ​ສິ່ງ​ທີ່​ທ່ານ​ສິດ​ສອນ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ບຸກ​ຄົນ.

ເມື່ອ​ທ່ານ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ, ພຣະ​ອົງ​ຈະ​ນຳ​ຂ່າວ​ສານ​ຂອງ​ທ່ານ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ຜູ້​ຄົນ. ພຣະ​ອົງ​ຈະ​ຢືນ​ຢັນ​ຂ່າວ​ສານ​ຂອງ​ທ່ານ ຂະ​ນະ​ທີ່​ທ່ານ​ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ. ທ່ານ ແລະ ຜູ້​ທີ່​ຮັບ​ເອົາ​ສິ່ງ​ທີ່​ທ່ານ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ​ຮຽນ​ຮູ້​ນຳ​ກັນ, ເຂົ້າ​ໃຈ​ກັນ, ແລະ ປິ​ຕິ​ຍິນ​ດີ​ນຳ​ກັນ. (ເບິ່ງ 2 ນີ​ໄຟ 33:1; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:13–22.)

ຮູບ​ພາບ
ປະ​ທານ​ເອ​ສະ​ຣາ ແທັບ ເບັນ​ສັນ

“ພຣະ​ວິນ​ຍານ​ເປັນ​ອົງ​ປະ​ກອບ​ດຽວ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ວຽກ​ງານ​ນີ້. ດ້ວຍ​ພຣະ​ວິນ​ຍານ​ທີ່​ຂະ​ຫຍາຍ​ການ​ເອີ້ນ​ຂອງ​ທ່ານ, ທ່ານ​ຈະ​ສາ​ມາດ​ເຮັດ​ການ​ມະ​ຫັດ​ສະ​ຈັນ​ໄດ້​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ໃນ​ສະ​ໜາມ​ເຜີຍ​ແຜ່. ປາດ​ສະ​ຈາກ​ພຣະ​ວິນ​ຍານ, ທ່ານ​ຈະ​ບໍ່​ສຳ​ເລັດ ບໍ່​ວ່າ ທ່ານ​ຈະ​ມີ​ພອນ​ສະ​ຫວັນ ແລະ ຄວາມ​ສາ​ມາດ​ຫລາຍ​ປານ​ໃດ​ກໍ​ຕາມ” (Ezra Taft Benson, seminar for new mission presidents, June 25, 1986).

ຄຳ​ສັນ​ຍາ​ຂອງ​ການ​ເອີ້ນ​ຂອງ​ທ່ານ

ທ່ານ​ໄດ້​ຖືກ​ເອີ້ນ ແລະ ແຕ່ງ​ຕັ້ງ​ເປັນ​ທາງ​ການ​ເພື່ອ “ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໂດຍ​ພຣະ​ວິນ​ຍານ, ແມ່ນ​ແຕ່​ພຣະ​ຜູ້​ປອບ​ໂຍນ ຊຶ່ງ​ຖືກ​ສົ່ງ​ອອກ​ໄປ​ເພື່ອ​ສິດ​ສອນ​ຄວາມ​ຈິງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:14). ບາງ​ຄັ້ງ​ທ່ານ​ອາດ​ຈະ​ຮູ້​ສຶກ​ຢ້ານ ຫລື ບໍ່​ພຽບ​ພ້ອມ. ບາງ​ທີ​ທ່ານ​ກັງ​ວົນ​ວ່າ​ທ່ານ​ບໍ່​ຮູ້​ຫລາຍ​ພໍ ຫລື ວ່າ​ທ່ານ​ບໍ່​ມີ​ປະ​ສົບ​ການ​ຫລາຍ​ພໍ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ, ຜູ້​ຮູ້​ຈັກ​ທ່ານ​ດີ, ໄດ້​ເອີ້ນ​ທ່ານ​ຍ້ອນ​ສິ່ງ​ທີ່​ທ່ານ​ສາ​ມາດ​ມອບ​ໃຫ້ ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ທີ່​ມຸ່ງ​ໝັ້ນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ອົງ​ຈະ​ບໍ່​ປະ​ຖິ້ມ​ທ່ານ. ໄວ້​ວາງ​ໃຈ​ວ່າ​ພຣະ​ອົງ​ຈະ​ຂະ​ຫຍາຍ​ຄວາມ​ສາ​ມາດ​ຂອງ​ທ່ານ ແລະ ສິດ​ສອນ​ຄວາມ​ຈິງ​ໃຫ້​ກັບ​ຜູ້​ທີ່​ຮັບ​ເອົາ.

ຮູບ​ພາບ
ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ

ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ ໄດ້​ກ່າວ​ວ່າ: “ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄຕ່​ຕອງ​ການ​ທ້າ​ທາຍ​ຂອງ​ການ​ເຜີຍ​ແຜ່, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ບໍ່​ພຽບ​ພ້ອມ ແລະ ບໍ່​ພ້ອມ​ຫລາຍ​ແທ້ໆ. ຂ້າ​ພະ​ເຈົ້າ​ຈື່​ການ​ອະ​ທິ​ຖານ​ໄດ້​ວ່າ, ‘ພຣະ​ບິ​ດາ​ເທິງ​ສະ​ຫວັນ, ຂ້າ​ນ້ອຍ​ຈະ​ສາ​ມາດ​ຮັບ​ໃຊ້​ເຜີຍ​ແຜ່​ໄດ້​ແນວ​ໃດ ໃນ​ເມື່ອ​ຂ້າ​ນ້ອຍ​ຮູ້​ໜ້ອຍ​ແທ້ໆ?’ ຂ້າ​ພະ​ເຈົ້າ​ເຊື່ອ​ໃນ​ສາດ​ສະ​ໜາ​ຈັກ, ແຕ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ​ຄວາມ​ຮູ້​ທາງ​ວິນ​ຍານ​ມີ​ຈຳ​ກັດ​ຫລາຍ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ, ຄວາມ​ຮູ້​ສຶກ​ໄດ້​ເກີດ​ຂຶ້ນ: ‘ເຈົ້າບໍ່​ຮູ້​ທຸກ​ສິ່ງ, ແຕ່​ເຈົ້າ​ຮູ້​ພຽງ​ພໍ!’ ຄວາມ​ໝັ້ນ​ໃຈ​ນັ້ນ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ກ້າ​ຫານ​ທີ່​ຈະ​ກ້າວ​ເຂົ້າ​ໄປ​ໃນ​ສະ​ໜາມ​ເຜີຍ​ແຜ່” (“You Know Enough,” Liahona, Nov. 2008, 13).

ເຊື້ອ​ເຊີນ​ພຣະ​ວິນ​ຍານ​ຂະ​ນະ​ທີ່​ທ່ານ​ເລີ່ມ​ສິດ​ສອນ

ຊ່ວງ​ເວ​ລາ​ທຳ​ອິດ​ກັບ​ຜູ້​ຄົນ​ແມ່ນ​ສຳ​ຄັນ​ຫລາຍ. ຈົ່ງ​ຈິງ​ໃຈ ແລະ ເຄົາ​ລົບ. ສະ​ແດງ​ຄວາມ​ສົນ​ໃຈ ແລະ ຄວາມ​ຮັກ​ຢ່າງ​ຈິງ​ໃຈ. ສະ​ແຫວງ​ຫາ​ທີ່​ຈະ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ເຂົາ​ເຈົ້າ. ວິ​ທີ​ໜຶ່ງ​ທີ່​ຈະ​ຮັບ​ຄວາມ​ໄວ້​ວາງ​ໃຈ​ຄື ເມື່ອ​ຜູ້​ຄົນ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ກັບ​ທ່ານ.

ຖາມ​ຄຳ​ຖາມ​ງ່າຍໆ​ສອງ​ສາມ​ຂໍ້ ເພື່ອ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ພື້ນ​ຖານ ແລະ ຄວາມ​ຄາດ​ໝາຍ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ. ຕັ້ງ​ໃຈ​ຟັງ.

ກ່ອນ​ທ່ານ​ເລີ່ມ​ຕົ້ນ, ໃຫ້​ເຊື້ອ​ເຊີນ​ທຸກ​ຄົນ​ຢູ່​ໃນ​ນັ້ນ​ໃຫ້​ຮັບ​ຟັງ​ບົດ​ຮຽນ​ນຳ​ກັນ. ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​​ກຳ​ຈັດ​ສິ່ງ​ລົບ​ກວນ ເພື່ອ​ຈະ​ສາ​ມາດ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ອະ​ທິ​ບາຍ​ວ່າ​ທ່ານ​ຈະ​ເລີ່ມ​ຕົ້ນ ແລະ ຈົບ​ແຕ່​ລະ​ບົດ​ຮຽນ​ດ້ວຍ​ການ​ອະ​ທິ​ຖານ. ສະ​ເໜີ​ກ່າວ​ຄຳ​ອະ​ທິ​ຖານ​ເປີດ. ອະ​ທິ​ຖານ​ແບບ​ງ່າຍໆ ແລະ ຈິງ​ໃຈ ເພື່ອ​ວ່າ​ພຣະ​ເຈົ້າ​ຈະ​ປະ​ທານ​ໃຫ້​ແກ່​ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ​ໃນ​ທຸກ​ດ້ານ​ຂອງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ອະ​ທິ​ຖານ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຈິງ​ທີ່​ທ່ານ​ຈະ​ສິດ​ສອນ. ຈົ່ງ​ຈື່​ຈຳ​ວ່າ “ຄຳ​ອະ​ທິ​ຖານ​ຂອງ​ຜູ້​ຊອບ​ທຳ​ສັກ​ສິດ​ເຮັດ​ໃຫ້​ເກີດ​ຜົນ” (ຢາ​ໂກ​ໂບ 5:16).

ມີ​ສັດ​ທາ​ໃນ​ອຳ​ນາດ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເມື່ອ​ຖືກ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ, ທ່ານ​ອາດ​ສະ​ແດງ​ຄວາມ​ຄິດ​ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້ ຂະ​ນະ​ທີ່​ທ່ານ​ເລີ່ມ​ສິດ​ສອນ:

  • ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ. ເຮົາ​ທຸກ​ຄົນ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ. ພຣະ​ອົງ​ຕ້ອງ​ການ​ໃຫ້​ເຮົາ​ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ.

  • ເຮົາ​ທຸກ​ຄົນ​ມີ​ການ​ທ້າ​ທາຍ ແລະ ການ​ດີ້ນ​ລົນ. ບໍ່​ວ່າ​ເຈົ້າ​ກຳ​ລັງ​ປະ​ສົບ​ກັບ​ສິ່ງ​ໃດ​ຢູ່, ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ​ສາ​ມາດ​ຊ່ວຍ​ເຈົ້າ​ໄດ້. ພຣະ​ອົງ​ສາ​ມາດ​ຊ່ວຍ​ໃຫ້​ເຈົ້າ​ພົບ​ສັນ​ຕິ​ສຸກ, ການ​ປິ່ນ​ປົວ, ແລະ ຄວາມ​ສຸກ. ພຣະ​ເຢ​ຊູ​ສາ​ມາດ​ຊ່ວຍ​ໃຫ້​ເຈົ້າ​ມີ​ຄວາມ​ເຂັ້ມ​ແຂງ​ຫລາຍ​ຂຶ້ນ​ສຳ​ລັບ​ການ​ທ້າ​ທາຍ​ໃນ​ຊີ​ວິດ.

  • ເຮົາ​ທຸກ​ຄົນ​ເຮັດ​ຄວາມ​ຜິດ, ຊຶ່ງ​ສາ​ມາດ​ສ້າງ​ຄວາມ​ຮູ້​ສຶກ​ຜິດ, ອັບ​ອາຍ, ແລະ ກິນ​ແໜງ. ຄວາມ​ຮູ້​ສຶກ​ເຫລົ່າ​ນີ້​ຈະ​ໜີ​ໄປ​ພຽງ​ແຕ່​ເມື່ອ​ເຮົາ​ກັບ​ໃຈ ແລະ ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ​ຈາກ​ພຣະ​ເຈົ້າ. ພຽງ​ແຕ່​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ການ​ປິ່ນ​ປົວ​ໃຫ້​ຫາຍ​ດີ​ຈາກ​ບາບ​ຂອງ​ເຮົາ.

  • ພວກ​ເຮົາ​ຈະ​ໄດ້​ຮັບ​ການ​ນຳ​ພາ​ເພື່ອ​ວ່າ​ເຈົ້າ​ຈະ​ສາ​ມາດ​ຮຽນ​ຮູ້​ຄວາມ​ຈິງ​ຂອງ​ຂ່າວ​ສານ​ຂອງ​ພວກ​ເຮົາ​ສຳ​ລັບ​ຕົວ​ເຈົ້າ​ເອງ. ພວກ​ເຮົາ​ຈະ​ເຊື້ອ​ເຊີນ​ເຈົ້າ​ໃຫ້​ເຮັດ​ບາງ​ສິ່ງ, ດັ່ງ​ເຊັ່ນ​ການ​ອ່ານ, ການ​ອະ​ທິ​ຖານ, ແລະ ການ​ໄປ​ໂບດ. ບົດ​ບາດ​ຂອງ​ພວກ​ເຮົາ​ແມ່ນ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ປະ​ຕິ​ບັດ​ຕາມ​ຄຳ​ເຊື້ອ​ເຊີນ ແລະ ອະ​ທິ​ບາຍ​ພອນ​ທີ່​ເຈົ້າ​ສາ​ມາດ​ໄດ້​ຮັບ. ກະ​ລຸ​ນາ​ຖາມ​ຄຳ​ຖາມ.

  • ພວກ​ເຮົາ​ໄດ້​ຮັບ​ການ​ເອີ້ນ​ໂດຍ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ເພື່ອ​ແບ່ງ​ປັນ​ສິ່ງ​ທີ່​ພວກ​ເຮົາ​ຮູ້. ພວກ​ເຮົາ​ຮູ້​ວ່າ​ຂ່າວ​ສານ​ຂອງ​ພວກ​ເຮົາ​ເປັນ​ຄວາມ​ຈິງ.

  • ພວກ​ເຮົາ​ຈະ​ສອນ​ເຈົ້າ​ເຖິງ​ວິ​ທີ​ເຮັດ​ພັນ​ທະ​ສັນ​ຍາ, ຫລື ເຮັດ​ຄຳ​ສັນ​ຍາ​ສະ​ເພາະ, ກັບ​ພຣະ​ເຈົ້າ. ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້​ຈະ​ເຊື່ອມ​ຕໍ່​ເຈົ້າ​ເຂົ້າ​ກັບ​ພຣະ​ເຈົ້າ ແລະ ໃຫ້​ເຈົ້າ​ໄດ້​ຮັບ​ຄວາມ​ຊື່ນ​ຊົມ, ຄວາມ​ເຂັ້ມ​ແຂງ, ແລະ ຄຳ​ສັນ​ຍາ​ສະ​ເພາະ​ຈາກ​ພຣະ​ອົງ.

  • ເຈົ້າ​ຈະ​ຮຽນ​ຮູ້​ວິ​ທີ​ການ​ປ່ຽນ​ແປງ​ໃນ​ຊີ​ວິດ​ຂອງ​ເຈົ້າ ແລະ ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ. ຄຳ​ສອນ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແລະ ພັນ​ທະ​ສັນ​ຍາ​ຢ່າງ​ທຳ​ອິດ​ທີ່​ເຮົາ​ເຮັດ, ນັ້ນ​ຄື​ການ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ ແລະ ຮັບ​ບັບ​ຕິ​ສະ​ມາ​ໂດຍ​ສິດ​ອຳ​ນາດ​ທີ່​ເໝາະ​ສົມ (ເບິ່ງ ໂຢ​ຮັນ 3:5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 22).

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ອະ​ທິ​ຖານ

ກ່ອນ​ສິດ​ສອນ​ບົດ​ຮຽນ, ໃຫ້​ອະ​ທິ​ບາຍ​ພາບ​ລວມ​ທີ່​ລຽບ​ງ່າຍ​ເຖິງ​ສິ່ງ​ທີ່​ທ່ານ​ຈະ​ສິດ​ສອນ. ຊ່ວຍ​ຜູ້​ຄົນ​ໃຫ້​ເຫັນ​ວ່າ ມັນ​ຈະ​ກ່ຽວ​ຂ້ອງ​ກັບ​ເຂົາ​ເຈົ້າ​ແນວ​ໃດ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ເວົ້າ​ວ່າ, “ພວກ​ເຮົາ​ມາ​ນີ້​ເພື່ອ​ແບ່ງ​ປັນ​ຂ່າວ​ສານ​ວ່າ ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃນ​ທຸກ​ວັນ​ນີ້ ແລະ ໄດ້​ເອີ້ນ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ເພື່ອ​ນຳ​ພາ​ເຮົາ.” ຫລື ທ່ານ​ອາດ​ເວົ້າ​ວ່າ, “ພວກ​ເຮົາ​ມາ​ນີ້​ເພື່ອ​ຊ່ວຍ​ໃຫ້​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ຮັກ​ເຈົ້າ ແລະ ມີ​ແຜນ​ສຳ​ລັບ​ຄວາມ​ສຸກ​ຂອງ​ເຈົ້າ.”

ທຸກ​ຄົນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເມື່ອ​ເຂົາ​ເຈົ້າ​ຮັບ​ເອົາ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ອາດ​ໃຫ້​ພອນ​ແກ່​ຜູ້​ຄົນ​ທີ່​ທ່ານ​ພົບ​ເຫັນ​ແລ້ວ ດ້ວຍ​ການ​ກະ​ກຽມ​ທາງ​ວິນ​ຍານ​ທີ່​ມີ​ຄ່າ (ເບິ່ງ ແອວ​ມາ 16:16–17).

ການ​ເຊື້ອ​ເຊີນ​ພຣະ​ວິນ​ຍານ ແລະ ການ​ແບ່ງ​ປັນ​ຄວາມ​ຈິງ​ໃນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ຮັບ​ຮູ້​ທ່ານ ວ່າ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ໃຊ້​ຄຳ​ແນະ​ນຳ​ຢູ່​ໃນ​ພາກ​ນີ້​ເພື່ອ​ຝຶກ​ຫັດ​ວິ​ທີ​ຕ່າງໆ​ກ່ຽວ​ກັບ​ການ​ເລີ່ມ​ຕົ້ນ​ບົດ​ຮຽນ.

ໃຊ້​ພຣະ​ຄຳ​ພີ

ວຽກ​ງານ​ມາດ​ຕະ​ຖານ​ຂອງ​ສາດ​ສະ​ໜາ​ຈັກ​ເປັນ​ແຫລ່ງ​ພື້ນ​ຖານ​ຂອງ​ທ່ານ​ສຳ​ລັບ​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ. ມີ​ຫລາຍ​ເຫດ​ຜົນ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ໃຊ້​ພຣະ​ຄຳ​ພີ​ເປັນ​ພື້ນ​ຖານ​ສຳ​ລັບ​ການ​ສິດ​ສອນ​ຂອງ​ທ່ານ. ຍົກ​ຕົວ​ຢ່າງ:

  • ພຣະ​ຄຳ​ພີ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ເຂົ້າ​ມາ​ໃນ​ການ​ສິດ​ສອນ​ຂອງ​ທ່ານ (ເບິ່ງ ລູ​ກາ 24:13–32).

  • ພຣະ​ຄຳ​ພີ​ມີ​ຜົນ​ກະ​ທົບ​ທີ່​ມີ​ພະ​ລັງ​ຕໍ່​ຈິດ​ໃຈ​ຂອງ​ຜູ້​ຄົນ​ຫລາຍ​ກວ່າ​ສິ່ງ​ອື່ນໆ (ເບິ່ງ ແອວ​ມາ 31:5).

  • ພຣະ​ຄຳ​ພີ​ຕອບ​ຄຳ​ຖາມ​ທີ່​ຍິ່ງ​ໃຫຍ່​ຂອງ​ຈິດ​ວິນ​ຍານ (ເບິ່ງ ບົດ​ທີ 5; ເບິ່ງ 2 ນີ​ໄຟ 32:3; ຢາ​ໂຄບ 2:8 ນຳ​ອີກ).

  • ພຣະ​ຄຳ​ພີ​ໃຫ້​ສິດ​ອຳ​ນາດ ແລະ ຄວາມ​ຖືກ​ຕ້ອງ​ແກ່​ການ​ສິດ​ສອນ​ຂອງ​ທ່ານ.

  • ພຣະ​ຜູ້​ເປັນ​ເຈົ້າ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ​ໄດ້​ກ່າວ​ວ່າ​ໃຫ້​ເຮັດ​ເຊັ່ນ​ກັນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:12, 56–58; 71:1).

ໂດຍ​ການ​ໃຊ້​ພຣະ​ຄຳ​ພີ​ໃນ​ການ​ສິດ​ສອນ​ຂອງ​ທ່ານ, ທ່ານ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ເລີ່ມ​ຕົ້ນ​ສຶກ​ສາ​ພຣະ​ຄຳ​ພີ​ດ້ວຍ​ຕົນ​ເອງ. ເມື່ອ​ຄວາມ​ຮັກ​ທີ່​ທ່ານ​ມີ​ຕໍ່​ພຣະ​ຄຳ​ພີ​ເປັນ​ທີ່​ປະ​ຈັກ, ເຂົາ​ເຈົ້າ​ຈະ​ຖືກ​ຊຸກ​ຍູ້​ໃຫ້​ສຶກ​ສາ. ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສຶກ​ສາ​ພຣະ​ຄຳ​ພີ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ ແລະ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໄດ້​ແນວ​ໃດ. ຍົກ​ຕົວ​ຢ່າງ​ວ່າ​ພຣະ​ຄຳ​ພີ​ສາ​ມາດ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ພົບ​ເຫັນ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂອງ​ເຂົາ​ເຈົ້າ ແລະ ຮັບ​ການ​ນຳ​ພາ ແລະ ຄວາມ​ເຂັ້ມ​ແຂງ​ໄດ້​ແນວ​ໃດ.

ອຸ​ທິດ​ຕົນ​ເອງ​ກັບ​ການ​ສຶກ​ສາ​ພຣະ​ຄຳ​ພີ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ສິດ​ສອນ​ຈາກ​ພຣະ​ຄຳ​ພີ​ຢ່າງ​ມີ​ປະ​ສິດ​ທິ​ພາບ (ເບິ່ງ ບົດ​ທີ 2). ຄວາມ​ສາ​ມາດ​ຂອງ​ທ່ານ​ໃນ​ການ​ສິດ​ສອນ​ຈາກ​ພຣະ​ຄຳ​ພີ​ຈະ​ດີ​ຂຶ້ນ ເມື່ອ​ທ່ານ​ສຶກ​ສາ​ທຸກ​ວັນ, ທັງ​ເປັນ​ສ່ວນ​ຕົວ ແລະ ກັບ​ຄູ່​ສອນ​ຂອງ​ທ່ານ.

ຊ່ວຍ​ຜູ້​ຄົນ​ພັດ​ທະ​ນາ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ຜ່ານ​ທາງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຕ່າງໆ, ໂດຍ​ສະ​ເພາະ​ພຣະ​ຄຳ​ພີ​ມໍ​ມອນ. ຄຳ​ແນະ​ນຳ​ດັ່ງ​ຕໍ່​ໄປ​ນີ້​ອາດ​ຊ່ວຍ​ໄດ້.

ຮູບ​ພາບ
ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ກຸ່ມ

ແນະ​ນຳ​ພຣະ​ຄຳ​ພີ

ບັນ​ຍາຍ​ສັ້ນໆ​ກ່ຽວ​ກັບ​ທີ່​ມາ​ຂອງ​ຂ່າວ​ສານ. ເຮັດ​ຕາມ​ຕົວ​ຢ່າງ​ທີ່​ສະ​ແດງ​ບາງ​ວິ​ທີ​ໃນ​ການ​ແນະ​ນຳ​ພຣະ​ຄຳ​ພີ:

  • “ໃນ​ປະ​ຫວັດ​ຂອງ​ໂຈ​ເຊັບ ສະ​ມິດ, ໂຈ​ເຊັບ​ໄດ້​ໃຊ້​ຄຳ​ຂອງ​ເພິ່ນ​ເອງ​ເລົ່າ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ ເມື່ອ​ເພິ່ນ​ເຂົ້າ​ໄປ​ໃນ​ປ່າ​ເພື່ອ​ອະ​ທິ​ຖານ. ເພິ່ນ​ໄດ້​ກ່າວ​ວ່າ, ‘ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແສງ​ສະ​ຫວ່າງ​ເປັນ​ເລົາ​ລົງ​ມາ …’”

  • “ໃນ​ຂ່າວ​ສານ​ນີ້, ສາດ​ສະ​ດາ​ແອວ​ມາ​ກຳ​ລັງ​ສິດ​ສອນ​ຜູ້​ຄົນ​ທີ່​ຍາກ​ຈົນ​ໃຫ້​ໃຊ້​ສັດ​ທາ​ຂອງ​ພວກ​ເຂົາ​ໃນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ເພິ່ນ​ປຽບ​ທຽບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ກັບ​ເມັດ​ພືດ​ທີ່​ສາ​ມາດ​ປູກ​ໄວ້​ໃນ​ໃຈ​ຂອງ​ເຮົາ. ໃຫ້​ເຈົ້າ​ເລີ່ມ​ອ່ານ​ຂໍ້​ທີ່ … ຊິ​ໄດ້​ບໍ?”

ອ່ານ​ຂໍ້​ພຣະ​ຄຳ​ພີ

ອ່ານ​ຂໍ້​ເຫລົ່າ​ນີ້​ອອກ​ສຽງ ຫລື ຂໍ​ໃຫ້​ບຸກ​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ​ອ່ານ​ມັນ​ອອກ​ສຽງ. ໃຫ້​ຮູ້​ສຶກ​ໄວ​ກັບ​ຜູ້​ທີ່​ມີ​ບັນ​ຫາ​ເລື່ອງ​ການ​ອ່ານ. ຖ້າ​ຫາກ​ຂໍ້​ພຣະ​ຄຳ​ພີ​ຍາກ​ສຳ​ລັບ​ເຂົາ​ເຈົ້າ​ທີ່​ຈະ​ເຂົ້າ​ໃຈ, ໃຫ້​ອ່ານ​ກັບ​ເຂົາ​ເຈົ້າ ແລະ ອະ​ທິ​ບາຍ​ຖ້າ​ຈຳ​ເປັນ. ນິ​ຍາມ​ຄຳ​ສັບ ຫລື ວະ​ລີ​ໃດໆ​ທີ່​ຍາກໆ. ຫລື ມອບ​ຂໍ້​ພຣະ​ຄຳ​ພີ​ທີ່​ງ່າຍໆ​ໃຫ້​ອ່ານ. ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຊອກ​ຫາ​ຈຸດ​ໃດ​ໜຶ່ງ​ສະ​ເພາະ​ຢູ່​ໃນ​ຂໍ້​ພຣະ​ຄຳ​ພີ.

ນຳ​ໃຊ້​ພຣະ​ຄຳ​ພີ

ນີ​ໄຟ​ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ປຽບ​ທຽບ​ພຣະ​ຄຳ​ພີ​ທັງ​ໝົດ​ກັບ​ຕົວ​ຂອງ​ພວກ​ເຮົາ, ເພື່ອ​ມັນ​ຈະ​ໄດ້​ເປັນ​ຜົນ​ປະ​ໂຫຍດ ແລະ ເປັນ​ການ​ຮຽນ​ຮູ້​ຂອງ​ພວກ​ເຮົາ” (1 ນີ​ໄຟ 19:23). ການ “ປຽບ​ທຽບ” ໝາຍ​ເຖິງ​ການ​ນຳ​ໃຊ້​ພຣະ​ຄຳ​ພີ​ກັບ​ຊີ​ວິດ​ຂອງ​ທ່ານ.

ການ​ປຽບ​ທຽບ ພຣະ​ຄຳ​ພີ​ກັບ​ຜູ້​ທີ່​ທ່ານ​ສິດ​ສອນ ໂດຍ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ ເລື່ອງ​ລາວ ແລະ ຫລັກ​ທຳ​ກ່ຽວ​ຂ້ອງ​ກັບ​ເຂົາ​ເຈົ້າ​ເປັນ​ສ່ວນ​ຕົວ​ແນວ​ໃດ. ຍົກ​ຕົວ​ຢ່າງ:

  • “ຄື​ກັນ​ກັບ​ເຈົ້າ, ຜູ້​ຄົນ​ຂອງ​ແອວ​ມາ​ໄດ້​ມີ​ພາ​ລະ​ໜັກ​ໜ່ວງ, ເກືອບ​ເກີນ​ກວ່າ​ທີ່​ພວກ​ເຂົາ​ສາ​ມາດ​ແບກ​ຫາບ​ໄດ້. ແຕ່​ເມື່ອ​ພວກ​ເຂົາ​ໃຊ້​ສັດ​ທາ ແລະ ອະ​ທິ​ຖານ, ພຣະ​ເຈົ້າ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ພວກ​ເຂົາ ເພື່ອ​ວ່າ​ພວກ​ເຂົາ​ຈະ​ສາ​ມາດ​ອົດ​ທົນ​ກັບ​ການ​ທ້າ​ທາຍ​ນັ້ນ​ໄດ້. ແລ້ວ​ພຣະ​ອົງ​ໄດ້​ປົດ​ປ່ອຍ​ພວກ​ເຂົາ​ຈາກ​ການ​ທົດ​ລອງ​ຂອງ​ພວກ​ເຂົາ. ເຊັ່ນ​ດຽວ​ກັບ​ທີ່​ພຣະ​ອົງ​ໄດ້​ເຮັດ​ກັບ​ຜູ້​ຄົນ​ເຫລົ່າ​ນີ້, ຂ້ອຍ​ຮູ້​ວ່າ​ພຣະ​ອົງ​ຈະ​ຊ່ວຍ​ເຈົ້າ​ໃນ​ການ​ທົດ​ລອງ​ຂອງ​ເຈົ້າ ເມື່ອ​ເຈົ້າ …” (ເບິ່ງ ໂມ​ໄຊ​ຢາ 24.)

  • “ຄຳ​ແນະ​ນຳ​ຂອງ​ແອວ​ມາ​ຕໍ່​ຜູ້​ຄົນ​ຢູ່​ທີ່​ນ້ຳ​ມໍ​ມອນ ສາ​ມາດ​ນຳ​ໃຊ້​ກັບ​ເຮົາ​ໃນ​ທຸກ​ວັນ​ນີ້. ຈອນ, ເຈົ້າ​ເຕັມ​ໃຈ​ທີ່​ຈະ … ?” (ເບິ່ງ ໂມ​ໄຊ​ຢາ 18.)

ສິດ​ສອນ​ຜູ້​ຄົນ​ເຖິງ​ວິ​ທີ “ປຽບ​ທຽບ” ພຣະ​ຄຳ​ພີ​ກັບ​ຕົວ​ເຂົາ​ເຈົ້າ​ເອງ. ການ​ຄົ້ນ​ພົບ​ການ​ນຳ​ໃຊ້​ສ່ວນ​ຕົວ​ຈະ​ຊ່ວຍ​ເຂົາ​ເຈົ້າ​ນຳ​ໃຊ້ ແລະ ປະ​ສົບ​ກັບ​ພະ​ລັງ​ຂອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ເຊື້ອ​ເຊີນ ແລະ ຊ່ວຍ​ໃຫ້​ຜູ້​ຄົນ​ອ່ານ​ດ້ວຍ​ຕົນ​ເອງ

ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ຈຳ​ເປັນ​ຕ້ອງ​ອ່ານ​ພຣະ​ຄຳ​ພີ​ຕ່າງໆ, ໂດຍ​ສະ​ເພາະ​ພຣະ​ຄຳ​ພີ​ມໍ​ມອນ, ເພື່ອ​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ຄວາມ​ຈິງ. ໂດຍ​ການ​ໃຊ້​ພຣະ​ຄຳ​ພີ​ໃນ​ການ​ສິດ​ສອນ​ຂອງ​ທ່ານ​ຢ່າງ​ມີ​ປະ​ສິດ​ທິ​ພາບ, ທ່ານ​ສາ​ມາດ​ຊ່ວຍ​ຜູ້​ຄົນ​ເລີ່ມ​ຕົ້ນ​ສຶກ​ສາ​ພຣະ​ຄຳ​ພີ​ດ້ວຍ​ຕົນ​ເອງ.

ຫລັງ​ຈາກ​ການ​ຢ້ຽມ​ຢາມ​ແຕ່​ລະ​ຄັ້ງ, ໃຫ້​ແນະ​ນຳ​ບົດ ຫລື ຂໍ້​ສະ​ເພາະ​ໃດ​ໜຶ່ງ ໃຫ້​ເຂົາ​ເຈົ້າ​ອ່ານ. ແນະ​ນຳ​ຄຳ​ຖາມ​ໃຫ້​ເຂົາ​ເຈົ້າ​ເພື່ອ​ພິ​ຈາ​ລະ​ນາ​ຂະ​ນະ​ທີ່​ເຂົາ​ເຈົ້າ​ອ່ານ. ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ສຶກ​ສາ​ພຣະ​ຄຳ​ພີ​ທຸກ​ວັນ​ດ້ວຍ​ຕົນ​ເອງ ແລະ ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ. ທ່ານ​ອາດ​ຂໍ​ໃຫ້​ສະ​ມາ​ຊິກ​ອ່ານ​ກັບ​ເຂົາ​ເຈົ້າ​ຂັ້ນ​ລະ​ຫວ່າງ​ບົດ​ຮຽນ.

ກ່ອນ​ເລີ່ມ​ບົດ​ຮຽນ​ຕໍ່​ໄປ, ໃຫ້​ຕິດ​ຕາມ​ຜົນ​ໂດຍ​ການ​ສົນ​ທະ​ນາ​ສິ່ງ​ທີ່​ທ່ານ​ໄດ້​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ອ່ານ. ຕາມ​ຄວາມ​ຈຳ​ເປັນ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ ແລະ “ປຽບ​ທຽບ” ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້. ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ບັນ​ທຶກ​ຄວາມ​ຄິດ ແລະ ຄຳ​ຖາມ​ຂອງ​ເຂົາ​ເຈົ້າ.

ເມື່ອ​ທ່ານ​ຊ່ວຍ​ໃຫ້​ຜູ້​ຄົນ​ອ່ານ, ເຂົ້າ​ໃຈ, ແລະ ນຳ​ໃຊ້​ພຣະ​ຄຳ​ພີ​ຕ່າງໆ—ໂດຍ​ສະ​ເພາະ ພຣະ​ຄຳ​ພີ​ມໍ​ມອນ—ເຂົາ​ເຈົ້າ​ຈະ​ມີ​ປະ​ສົບ​ການ​ທາງ​ວິນ​ຍານ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ເຂົາ​ເຈົ້າ​ຈະ​ມີ​ແນວ​ໂນ້ມ​ທີ່​ຈະ​ອ່ານ​ດ້ວຍ​ຕົນ​ເອງ ແລະ ເຮັດ​ໃຫ້​ພຣະ​ຄຳ​ພີ​ເປັນ​ພາກ​ສ່ວນ​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ​ຄອບ​ຄົວ​ໜຶ່ງ

ຊ່ວຍ​ຜູ້​ຄົນ​ເຂົ້າ​ເຖິງ​ພຣະ​ຄຳ​ພີ

ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ມີ​ໃຫ້​ໃນ​ຫລາຍ​ທາງ ແລະ ພາ​ສາ ຫລາຍ​ກວ່າ​ແຕ່​ກ່ອນ. ຮຽນ​ຮູ້​ວ່າ​ມີ​ທາງ​ເລືອກ​ໃດ​ແດ່​ໃນ​ແບບ​ເປັນ​ປຶ້ມ ແລະ ດິ​ຈິ​ຕັນ ໃຫ້​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ. ຊ່ວຍ​ໃຫ້​ຜູ້​ຄົນ​ເຂົ້າ​ເຖິງ​ພຣະ​ຄຳ​ພີ​ໃນ​ທາງ​ທີ່​ກົງ​ກັບ​ຄວາມ​ຕ້ອງ​ການ ແລະ ຄວາມ​ມັກ​ຊອບ​ຂອງ​ເຂົາ​ເຈົ້າ. ພິ​ຈາ​ລະ​ນາ​ສິ່ງ​ດັ່ງ​ຕໍ່​ໄປ​ນີ້:

  • ຖາມ​ຜູ້​ຄົນ​ວ່າ​ເຂົາ​ເຈົ້າ​ຢາກ​ອ່ານ ຫລື ຟັງ​ພຣະ​ຄຳ​ພີ​ໃນ​ພາ​ສາ​ໃດ.

  • ຜູ້​ທີ່​ມີ​ບັນ​ຫາ​ໃນ​ການ​ອ່ານ, ຫລື ຜູ້​ມີ​ບັນ​ຫາ​ໃນ​ການ​ເຂົ້າ​ໃຈ​ສິ່ງ​ທີ່​ເຂົາ​ເຈົ້າ​ອ່ານ, ອາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ອ່ານ​ອອກ​ສຽງ​ນຳ​ກັນ ຫລື ຟັງ​ເທັບ​ສຽງ​ບັນ​ທຶກ. ສິ່ງ​ເຫລົ່າ​ນີ້​ມີ​ໃຫ້​ຟຣີ​ຜ່ານ​ທາງ​ແອັບ ແລະ ເວັບ​ໄຊ​ຂອງ​ສາດ​ສະ​ໜາ​ຈັກ.

  • ຖ້າ​ຫາກ​ບຸກ​ຄົນ​ໃດ​ບຸກ​ຄົນ​ໜຶ່ງ​ມີ​ອຸ​ປະ​ກອນ​ດິ​ຈິ​ຕັນ, ຊ່ວຍ​ລາວ​ເຂົ້າ​ເຖິງ​ພຣະ​ຄຳ​ພີ, ໂດຍ​ສະ​ເພາະ ພຣະ​ຄຳ​ພີ​ມໍ​ມອນ. ແອັບ​ພຣະ​ຄຳ​ພີ​ມໍ​ມອນ ແລະ ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ​ກໍ​ຟຣີ ແລະ ງ່າຍ​ທີ່​ຈະ​ແບ່ງ​ປັນ.

  • ຖ້າ​ຫາກ​ໃຊ້​ຂໍ້​ຄວາມ, ແຊັດ, ຫລື ອີ​ເມວ, ໃຫ້​ສົ່ງ​ລິ້ງ ຫລື ຮູບ​ພາບ​ຂອງ​ພຣະ​ຄຳ​ພີ. ເມື່ອ​ສິດ​ສອນ​ໃນ​ວິ​ດີ​ໂອ​ແຊັດ, ໃຫ້​ພິ​ຈາ​ລະ​​ນາ​ແບ່ງ​ປັນ​ໜ້າ​ຈໍ​ຂອງ​ທ່ານ ເພື່ອ​ວ່າ​ພວກ​ທ່ານ​ຈະ​ສາ​ມາດ​ອ່ານ​ຂໍ້​ພຣະ​ຄຳ​ພີ​ນຳ​ກັນ.

  • ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ເຖິງ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່.

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ໃຫ້​ແນ່​ໃຈ​ວ່າ​ທ່ານ ແລະ ຄູ່​ສອນ​ຂອງ​ທ່ານ​ໄດ້​ອັບ​ເດດ​ແຫລ່ງ​ຂໍ້​ມູນ​ຢູ່​ໃນ​ໂທ​ລະ​ສັບ​ຂອງ​ພວກ​ທ່ານ​ແລ້ວ, ລວມ​ທັງ​ແອັບ ພຣະ​ຄຳ​ພີ​ມໍ​ມອນ ແລະ ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ເລືອກ​ພຣະ​ຄຳ​ພີ​ໜຶ່ງ​ຂໍ້​ດັ່ງ​ຕໍ່​ໄປ​ນີ້: ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ; 3 ນີ​ໄຟ 11; ໂມ​ໂຣ​ໄນ 10:3–8; ໂຢ​ຮັນ 17:3; ໂຣມ 8:16–17; 1 ໂກ​ຣິນ​ໂທ 15:29; ຢາ​ໂກ​ໂບ 1:5; 1 ເປ​ໂຕ 3:19–20; ອາ​ໂມດ 3:7.

ຕັ້ງ​ໃຈ​ວ່າ​ທ່ານ​ຈະ:

  • ແນະ​ນຳ​ຂໍ້​ພຣະ​ຄຳ​ພີ.

  • ໃຫ້​ຄວາມ​ເປັນ​ມາ ແລະ ສະ​ພາບ​ການ.

  • ອ່ານ​ຂໍ້​ພຣະ​ຄຳ​ພີ ແລະ ອະ​ທິ​ບາຍ​ຄວາມ​ໝາຍ​ຂອງ​ມັນ.

  • ອະ​ທິ​ບາຍ​ຄຳ​ທີ່​ຍາກໆ.

  • ຊ່ວຍ​ຜູ້​ທີ່​ທ່ານ​ສິດ​ສອນ​ໃຫ້​ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ສິດ​ສອນ​ຈາກ​ພຣະ​ຄຳ​ພີ?

ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ

ປະ​ຈັກ​ພະ​ຍານ​ເປັນ​ພະ​ຍານ​ທາງ​ວິນ​ຍານ​ທີ່ມອບ​ໃຫ້​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເປັນ​ການ​ປະ​ກາດ​ທີ່​ລຽບ​ງ່າຍ ແລະ ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ຄວາມ​ຮູ້ ຫລື ຄວາມ​ເຊື່ອ​ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ. ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເປັນ​ການ​ເພີ່ມ​ພະ​ຍານ​ສ່ວນ​ຕົວ​ຂອງ​ທ່ານ ເຖິງ​ຄວາມ​ຈິງ​ທີ່​ທ່ານ​ໄດ້​ສິດ​ສອນ​ຈາກ​ພຣະ​ຄຳ​ພີ.

ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເປັນ​ວິ​ທີ​ທີ່​ມີ​ພະ​ລັງ​ໃນ​ການ​ເຊື້ອ​ເຊີນ​ພຣະ​ວິນ​ຍານ ແລະ ຊ່ວຍ​ໃຫ້​ຜູ້​ຄົນ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ອົງ. ພາ​ລະ​ກິດ​ຢ່າງ​ໜຶ່ງ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແມ່ນ​ການ​ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ພຣະ​ອົງ​ມັກ​ເຮັດ​ສິ່ງ​ນີ້​ໃນ​ການ​ເປັນ​ເພື່ອນ​ກັບ​ທ່ານ ຂະ​ນະ​ທີ່​ທ່ານ​ສະ​ແດງ​ປະ​ຈັກ​ພະ​ຍານ.

ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ​ແມ່ນ​ບໍ່​ຂຶ້ນ​ກັບ​ຄວາມ​ໂວ​ຫານ ຫລື ນ້ຳ​ສຽງ​ຂອງ​ທ່ານ—ແຕ່​ຂຶ້ນ​ກັບ​ຄວາມ​ເຊື່ອ​ໝັ້ນ ແລະ ຄວາມ​ຈິງ​ໃຈ​ຂອງ​ໃຈ​ທ່ານ. ຈົ່ງ​ລະ​ວັງ​ຢ່າ​ຮີບ​ຮ້ອນ ຫລື ປັບ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ໃຫ້​ເປັນ​ໜ້າ​ຕື່ນ​ເຕັ້ນ. ໃຫ້​ໂອ​ກາດ​ຜູ້​ຄົນ​ໃຫ້​ຮູ້​ສຶກ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ພະ​ຍານ​ວ່າ ສິ່ງ​ທີ່​ທ່ານ​ໄດ້​ສິດ​ສອນ​ເປັນ​ຄວາມ​ຈິງ.

ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ສາ​ມາດ​ເປັນ​ແບບ​ລຽບ​ງ່າຍ ເຊັ່ນ “ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ” ຫລື “ຂ້ອຍ​ໄດ້​ຮຽນ​ຮູ້​ດ້ວຍ​ຕົວ​ເອງວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ.” ທ່ານ​ຍັງ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ສັ້ນໆ​ກ່ຽວ​ກັບ​ວ່າ ທ່ານ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ນີ້​ແນວ​ໃດ.

ເມື່ອ​ທ່ານ​ສິດ​ສອນ, ໃຫ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເມື່ອ​ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ກະ​ຕຸ້ນ, ບໍ່​ແມ່ນ​ກ່າວ​ໃນ​ຕອນ​ຈົບ​ເທົ່າ​ນັ້ນ. ເມື່ອ​ຄູ່​ສອນ​ຂອງ​ທ່ານ​ກຳ​ລັງ​ສິດ​ສອນ, ໃຫ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ ເພື່ອ​ເປັນ​ພະ​ຍານ​ຄົນ​ທີ​ສອງ ເຖິງ​ສິ່ງ​ທີ່​ລາວ​ໄດ້​ສິດ​ສອນ.

ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ວ່າ ຫລັກ​ທຳ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ​ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ບຸກ​ຄົນ​ນັ້ນ ຖ້າ​ຫາກ​ລາວ​ຈະ​ປະ​ຕິ​ບັດ​ຕາມ. ບອກ​ວ່າ​ການ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ໄດ້​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ປະ​ຈັກ​ພະ​ຍານ​ທີ່​ຈິງ​ໃຈ​ຂອງ​ທ່ານ​ຈະ​ຊ່ວຍ​ສ້າງ​ບັນ​ຍາ​ກາດ​ໃຫ້​ຜູ້​ຄົນ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢືນ​ຢັນ​ຄວາມ​ຈິງ.

ການ​ສຶກ​ສາ​ສ່ວນ​ຕົວ

ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້​ເປັນ​ຕົວ​ຢ່າງ​ຂອງ​ການ​ສະ​ແດງ​ປະ​ຈັກ​ພະ​ຍານ. ພິ​ຈາ​ລະ​ນາ​ຄຳ​ຖາມ​ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ພຣະ​ຄຳ​ພີ​ແຕ່​ລະ​ຂໍ້. ບັນ​ທຶກ​ຄຳ​ຕອບ​ຂອງ​ທ່ານ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.

  • ໃນ​ຂໍ້​ເຫລົ່າ​ນີ້, ພຣະ​ເຢ​ຊູ ແລະ ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ​ເປັນ​ພະ​ຍານ​ເຖິງ​ສິ່ງ​ໃດ?

  • ທ່ານ​ຈະ​ບອກ​ໄດ້​ແນວ​ໃດ​ວ່າ ພວກ​ເພິ່ນ​ເຊື່ອ​ໝັ້ນ​ໃນ​ຄວາມ​ຈິງ​ທີ່​ພວກ​ເພິ່ນ​ກຳ​ລັງ​ເວົ້າ?

  • ເມື່ອ​ທ່ານ​ເວົ້າ​ວ່າ, “ຂ້ອຍ​ຮູ້​ວ່າ ເປັນ​ຄວາມ​ຈິງ,” ທ່ານ​ໝາຍ​ຄວາມ​ວ່າ​ແນວ​ໃດ? ມີ​ຄຳ​ອື່ນ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ໃຊ້ ເພື່ອ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ທ່ານ?

ການ​ສຶກ​ສາ​ພຣະ​ຄຳ​ພີ

ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ຫລັກ​ທຳ ແລະ ຄຳ​ສັນ​ຍາ​ຂອງ​ການ​ສະ​ແດງ​ປະ​ຈັກ​ພະ​ຍານ?

ວາງ​ແຜນ ແລະ ປັບ​ປ່ຽນ​ການ​ສິດ​ສອນ​ຂອງ​ທ່ານ​ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ

ແຕ່​ລະ​ຄົນ​ທີ່​ທ່ານ​ສິດ​ສອນ​ມີ​ເອ​ກະ​ລັກ​ສະ​ເພາະ. ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ສົນ​ໃຈ, ຄວາມ​ຕ້ອງ​ການ, ແລະ ຄວາມ​ຫ່ວງ​ໃຍ​ທາງ​ວິນ​ຍານ​ຂອງ​ລາວ. ຖາມ​ຄຳ​ຖາມ ແລະ ຕັ້ງ​ໃຈ​ຟັງ. ເຖິງ​ແມ່ນ​ວ່າ​ທ່ານ​ອາດບໍ່​ເຂົ້າ​ໃຈ​ຄວາມ​ຕ້ອງ​ການ​ຂອງ​ລາວ​ທັງ​ໝົດ, ແຕ່​ໃຫ້​ຈື່​ຈຳ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເຂົ້າ​ໃຈ​ທັງ​ໝົດ. ພຣະ​ອົງ​ຈະ​ນຳ​ພາ​ທ່ານ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ອາ​ວຸ​ໂສ​ຝ່າຍ​ສິດ​ສອນ

ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ລຳ​ດັບ​ຂອງ​ບົດ​ຮຽນ

ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ລຳ​ດັບ​ຂອງ​ບົດ​ຮຽນ​ທີ່​ທ່ານ​ສິດ​ສອນ. ທ່ານ​ສາ​ມາດ​ປັບ​ຕົວ​ງ່າຍ​ກັບ​ການ​ສິດ​ສອນ​ບົດ​ຮຽນ​ໃນ​ລຳ​ດັບ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ຄວາມ​ຕ້ອງ​ການ, ຄຳ​ຖາມ, ແລະ ສະ​ຖາ​ນະ​ການ​ຂອງ​ຜູ້​ທີ່​ທ່ານ​ສິດ​ສອນ.

ບາງ​ຄັ້ງ​ທ່ານ​ອາດ​ລວມ​ຫລັກ​ທຳ​ຈາກ​ບົດ​ຮຽນ​ອື່ນ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ ແລະ ຄວາມ​ສົນ​ໃຈ​ຂອງ​ບຸກ​ຄົນ. ເບິ່ງ​ສາມ​ຕົວ​ຢ່າງ​ດັ່ງ​ຕໍ່​ໄປ​ນີ້.

ນາງ​ຢູ​ກິ​ໄດ້​ພົບ​ເຫັນ​ທ່ານ​ທາງ​ອອນ​ລາຍ ແລະ ຖາມ​ວ່າ​ເປັນ​ຫຍັງ​ໝູ່​ເພື່ອນ​ຂອງ​ນາງ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຈຶ່ງ​ບໍ່​ສູບ​ຢາ ຫລື ດື່ມ​ເຫລົ້າ. ທ່ານ​ອາດ​ສິດ​ສອນ​ນາງ​ກ່ຽວ​ກັບ​ພອນ​ຂອງ​ພຣະ​ບັນ​ຍັດ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ພາກ​ຕ່າງໆ​ຈາກ ບົດ​ທີ 3:

ທ້າວ​ແຊມ​ໂຍ​ບໍ່​ຮູ້​ສຶກ​ວ່າ​ລາວ​ເປັນ​ພາກ​ສ່ວນ​ກັບ​ບ່ອນ​ໃດ. ທ່ານ​ອາດ​ສິດ​ສອນ​ລາວ​ກ່ຽວ​ກັບ​ເອ​ກະ​ລັກ​ຂອງ​ລາວ ແລະ ບ່ອນ​ຂອງ​ລາວ​ຢູ່​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ ໂດຍ​ການ​ໃຊ້​ພາກ​ຕ່າງໆ​ຈາກ ບົດ​ທີ 3:

ນາງ​ທັດ​ທີ​ອາ​ນາ​ໄດ້​ສຶກ​ສາ​ຫລາຍ​ສາດ​ສະ​ໜາ ແລະ ຕ້ອງ​ການ​ຮູ້​ວ່າ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ສາດ​ສະ​ໜາ​ຈັກ​ນີ້​ແຕກ​ຕ່າງ. ທ່ານ​ອາດ​ສິດ​ສອນ​ນາງ​ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ໃຊ້​ພາກ​ຕ່າງໆ​ຈາກ ບົດ​ທີ 3:

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ຈັກ​ລູກໆ​ຂອງ​ພຣະ​ອົງ, ສະ​ນັ້ນ​ຈົ່ງ​ສະ​ແຫວງ​ຫາ​ການ​ດົນ​ໃຈ​ໃນ​ການ​ໃຫ້​ການ​ຕັດ​ສິນ​ໃຈ​ເຫລົ່າ​ນີ້ ຂະ​ນະ​ທີ່​ທ່ານ​ກະ​ກຽມ​ທີ່​ຈະ​ສິດ​ສອນ. ອະ​ທິ​ຖານ​ທູນ​ຂໍ​ຂອງ​ປະ​ທານ​ແຫ່ງ​ການ​ຫລິງ​ເຫັນ ຂະ​ນະ​ທີ່​ທ່ານ​ຕັດ​ສິນ​ວ່າ​ຈະ​ສິດ​ສອນ​ສິ່ງ​ໃດ. ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ທີ່​ມາ​ສູ່​ທ່ານ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ໃຫ້​ເວ​ລາ​ຜູ້​ຄົນ​ນຳ​ໃຊ້​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້

ເມື່ອ​ທ່ານ​ສິດ​ສອນ, ໃຫ້​ເວ​ລາ​ຜູ້​ຄົນ​ນຳ​ໃຊ້​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້ (ເບິ່ງ 3 ນີ​ໄຟ 17:2–3). ຊອກ​ຫາ​ວິ​ທີ​ທີ່​ເໝາະ​ສົມ​ເພື່ອ​ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ​ໃນ​ການ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຂົາ​ເຈົ້າ. ສຸມ​ໃສ່​ການ​ຊ່ວຍ​ເຂົາ​ເຈົ້າ​ດ້ວຍ​ການ​ກະ​ທຳ​ທີ່​ຈະ​ສ້າງ​ພື້ນ​ຖານ​ແຫ່ງ​ສັດ​ທາ, ດັ່ງ​ເຊັ່ນ​ການ​ອະ​ທິ​ຖານ, ການ​ອ່ານ, ແລະ ການ​ໄປ​ໂບດ. ສິ່ງ​ນີ້​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ເຕີມ.

ຂະ​ນະ​ທີ່​ທ່ານ​ວາງ​ແຜນ ແລະ ສິດ​ສອນ, ໃຫ້​ຮູ້​ສຶກ​ໄວ​ກ່ຽວ​ກັບ​ວ່າ​ທ່ານ​ແບ່ງ​ປັນ​ຂໍ້​ມູນ​ຫລາຍ​ໜ້ອຍ​ປານ​ໃດ. ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ການ​ສິດ​ສອນ​ຂອງ​ທ່ານ​ແມ່ນ​ເພື່ອ​ຊ່ວຍ​ບຸກ​ຄົນ​ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ວ່າ​ມັນ​ຈະ​ນຳ​ໄປ​ສູ່​ການ​ກັບ​ໃຈ. ຈຸດ​ປະ​ສົງ​ຂອງ​ທ່ານ​ບໍ່​ແມ່ນ​ເພື່ອ​ເບິ່ງ​ວ່າ ທ່ານ​ສາ​ມາດ​ແຈກ​ຈ່າຍ​ຂໍ້​ມູນ​ໄດ້​ຫລາຍ​ໜ້ອຍ​ປານ​ໃດ.

ສິດ​ສອນ​ໃນ​ຈັງ​ຫວະ​ທີ່​ເໝາະ​ສົມ​ສຳ​ລັບ​ບຸກ​ຄົນ. ຖາມ​ຄຳ​ຖາມ ແລະ ຕັ້ງ​ໃຈ​ຟັງ ເພື່ອ​ວ່າ​ທ່ານ​ຈະ​ເຂົ້າ​ໃຈ​ວ່າ ລາວ​ກຳ​ລັງ​ຮຽນ​ຮູ້ ແລະ ນຳ​ໃຊ້​ສິ່ງ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ​ໄດ້​ດີ​ປານ​ໃດ.

ຄວາມ​ຈິງ​ທີ່​ທ່ານ​ສິດ​ສອນ, ບວກ​ກັບ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ສາ​ມາດ​ມີ​ອິດ​ທິ​ພົນ​ຕໍ່​ຜູ້​ຄົນ ເພື່ອ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຂົາ​ເຈົ້າ​ໃນ​ວິ​ທີ​ທີ່​ສ້າງ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ຄຣິດ. ຂະ​ນະ​ທີ່​ເຂົາ​ເຈົ້າ​ໃຊ້​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ການ​ນຳ​ໃຊ້​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້, ເຂົາ​ເຈົ້າ​ຈະ​ມາ​ຮູ້​ຈັກ​ໂດຍ​ພຣະ​ວິນ​ຍານ​ວ່າ ພຣະ​ກິດ​ຕິ​ຄຸນ​ເປັນ​ຄວາມ​ຈິງ.

ໃຊ້​ໂອ​ກາດ​ໃນ​ການ​ສິດ​ສອນ​ທີ່​ຫລາກ​ຫລາຍ

ໂອ​ກາດ​ໃນ​ການ​ສິດ​ສອນ​ມີ​ຫລາຍ​ຮູບ​ແບບ, ດັ່ງ​ເຊັ່ນ ການ​ໄປ​ຢ້ຽມ​ຢາມ​ດ້ວຍ​ຕົນ​ເອງ, ການ​ຢ້ຽມ​ຢາມ​ທາງ​ວິ​ດີ​ໂອ, ການ​ໂທ​ລະ​ສັບ, ການ​ສົ່ງ​ຂໍ້​ຄວາມ, ແລະ ສື່​ສັງ​ຄົມ.

ເຄົາ​ລົບ​ເວ​ລາ​ຂອງ​ຜູ້​ຄົນ

ຮັກ​ສາ​ການ​ສິດ​ສອນ​ຂອງ​ທ່ານ​ໃຫ້​ລຽບ​ງ່າຍ ແລະ ສັ້ນໆ. ຜູ້​ຄົນ​ຈະ​ມີ​ແນວ​ໂນ້ມ​ທີ່​ຈະ​ພົບ​ກັບ​ທ່ານ ເມື່ອ​ທ່ານ​ເຄົາ​ລົບ​ເວ​ລາ ແລະ ການ​ຮຽກ​ຮ້ອງ​ຂອງ​ເຂົາ​ເຈົ້າ. ຖາມ​ວ່າ​ເຂົາ​ເຈົ້າ​ມີ​ເວ​ລາ​ຫລາຍ​ເທົ່າ​ໃດ​ສຳ​ລັບ​ການ​ຢ້ຽມ​ຢາມ. ເລີ່ມ​ຕົ້ນ ແລະ ສິ້ນ​ສຸດ​ການ​ສົນ​ທະ​ນາ​ໃດໆ​ຕາມ​ເວ​ລາ​ທີ່​ຕົກ​ລົງ​ກັນ​ໄວ້, ບໍ່​ວ່າ​ຈະ​ເຫັນ​ການ​ສິດ​ສອນ​ດ້ວຍ​ຕົນ​ເອງ ຫລື ທາງ​ອອນ​ລາຍ​ກໍ​ຕາມ. ຈົ່ງ​ຮູ້​ໄວ້​ວ່າ ໃນ​ບາງ​ບ່ອນ, ການ​ໂທ​ຫາ ຫລື ວິ​ດີ​ໂອ​ແຊັດ ອາດ​ມີ​ລາ​ຄາ​ແພງ.

ພວກ​ທ່ານ​ຈະ​ຕ້ອງ​ໄດ້​ພົບ​ກັນ​ຫລາຍ​ຄັ້ງ​ເພື່ອ​ສິດ​ສອນ​ຫລັກ​ທຳ​ໃນ​ບົດ​ຮຽນ​ໜຶ່ງ. ຕາມ​ປົກ​ກະ​ຕິ​ແລ້ວ ການ​ຢ້ຽມ​ສອນ​ບໍ່​ຄວນ​ດົນ​ກວ່າ 30 ນາ​ທີ, ແລະ ທ່ານ​ສາ​ມາດ​ສິດ​ສອນ​ບຸກ​ຄົນ​ໄດ້​ໃນ​ເວ​ລາ​ພຽງ 5 ນາ​ທີ. ໃຫ້​ປັບ​ການ​ສິດ​ສອນ​ຂອງ​ທ່ານ​ຕາມ​ເວ​ລາ​ຂອງ​ຜູ້​ຄົນ.

ໃຊ້​ເທັກ​ໂນ​ໂລ​ຈີ​ຢ່າງ​ສະ​ຫລາດ

ທ່ານ​ມີ​ຫລາຍ​ໂອ​ກາດ​ທີ່​ຈະ​ສິດ​ສອນ​ຜູ້​ຄົນ​ໂດຍ​ການ​ໃຊ້​ເທັກ​ໂນ​ໂລ​ຈີ. ບາງ​ຄົນ​ມັກ​ຊອບ​ຄວາມ​ສະ​ດວກ ຫລື ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ການ​ປະ​ຕິ​ສຳ​ພັນ​ຜ່ານ​ທາງ​ວິ​ທີ​ການ​ທາງ​ອີ​ເລັກ​ໂທຣ​ນິກ. ແມ່ນ​ແຕ່​ຜູ້​ຄົນ​ທີ່​ທ່ານ​ຢ້ຽມ​ຢາມ​ດ້ວຍ​ຕົນ​ເອງ​ກໍ​ສາ​ມາດ​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ສະ​ໜັບ​ສະ​ໜູນ​ເພີ່ມ​ເຕີມ​ຜ່ານ​ທາງ​ເທັກ​ໂນ​ໂລ​ຈີ​ໄດ້. ສົນ​ທະ​ນາ​ກ່ຽວ​ກັບ​ແຫລ່ງ​ຂໍ້​ມູນ​ຕ່າງໆ​ທີ່​ມີ​ໃຫ້​ສື່​ສານ. ແລ້ວ​ຕິດ​ຕາມ​ຜົນ ແລະ ຕິດ​ຕໍ່​ຫາ​ກັນ​ດັ່ງ​ທີ່​ເຄີຍ. ໃຫ້​ການ​ມັກ​ຊອບ​ຂອງ​ແຕ່​ລະ​ບຸກ​ຄົນ​ນຳ​ພາ​ການ​ປະ​ຕິ​ສຳ​ພັນ​ຂອງ​ທ່ານ.

ເທັກ​ໂນ​ໂລ​ຈີ​ດັ່ງ​ເຊັ່ນ ການ​ໂທ​ທາງ​ວິ​ດີ​ໂອ ສາ​ມາດ​ເປັນ​ປະ​ໂຫຍດ​ຫລາຍ ສຳ​ລັບ​ການ​ສິດ​ສອນ​ຜູ້​ຄົນ​ທີ່​​ຫຍຸ້ງ​ກັບ​ກິດ​ຈະ​ວັດ​ປະ​ຈຳ​ວັນ ຫລື ອາ​ໄສ​ຢູ່​ໄກ. ບາງ​ເທື່ອ​ມັນ​ງ່າຍ​ກວ່າ​ສຳ​ລັບ​ສະ​ມາ​ຊິກ​ທີ່​ຈະ​ເຂົ້າ​ຮ່ວມ​ບົດ​ຮຽນ​ທາງ​ເທັກ​ໂນ​ໂລ​ຈີ.

ຊ່ວຍ​ຜູ້​ຮຽນ​ທີ່​ອາ​ຍຸ​ນ້ອຍ

ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ອົງ​ໄດ້​ບອກ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ, “ຈົ່ງ​ປ່ອຍ​ເດັກ​ນ້ອຍ​ໃຫ້​ເຂົ້າ​ມາ​ຫາ​ເຮົາ, ແລະ ຢ່າ​ຫ້າມ​ພວກ​ເຂົາ: ເພາະ​ອາ​ນາ​ຈັກ​ພຣະ​ເຈົ້າ​ເປັນ​ຂອງ​ຜູ້​ທີ່​ເປັນ​ເໝືອນ​ເດັກ​ນ້ອຍ​ເຫລົ່າ​ນີ້​ແຫລະ” (ມາ​ຣະ​ໂກ 10:14). ເມື່ອ​ທ່ານ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ປັບ​ວິ​ທີ​ການ ແລະ ຂ່າວ​ສານ​ຂອງ​ທ່ານ​ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ພວກ​ເຂົາ. ຊ່ວຍ​ພວກ​ເຂົາ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ໂດຍ​ການ​ສົນ​ທະ​ນາ​ສິ່ງ​ທີ່​ພວກ​ເຂົາ​ຄຸ້ນ​ເຄີຍ. ໃຫ້​ແນ່​ໃຈ​ວ່າ​ພວກ​ເຂົາ​ເຂົ້າ​ໃຈ​ສິ່ງ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:85. ຄຳ​ວ່າ ການ​ຈະ​ໄດ້ “ສ່ວນ​ທີ່​ຈະ​ຜອງ​ໃຫ້​ແກ່​ມະ​ນຸດ​ທຸກ​ຄົນ” ໝາຍ​ຄວາມ​ວ່າ​ແນວ​ໃດ? ທ່ານ​ຈະ​ສາ​ມາດ​ນຳ​ໃຊ້​ສິ່ງ​ນີ້​ໃນ​ການ​ສິດ​ສອນ​ຂອງ​ທ່ານ​ໄດ້​ແນວ​ໃດ?

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ສິ່ງ​ໃດ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຊື່​ສັດ​ກ່ຽວ​ກັບ​ການ​ຮູ້​ວ່າ​ຈະ​ເວົ້າ​ຫຍັງ?

ສິດ​ສອນ​ກັບ​ຄູ່​ສອນ​ຂອງ​ທ່ານ​ໃນ​ຄວາມ​ສາ​ມັກ​ຄີ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ພວກ​ເຈົ້າ​ຈະ​ອອກ​ໄປ​ໃນ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ຂອງ​ເຮົາ, ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ເປັນ​ຄູ່ໆ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:6). ພຣະ​ອົງ​ກໍ​ໄດ້​ບັນ​ຊາ​ທ່ານ ແລະ ຄູ່​ສອນ​ຂອງ​ທ່ານ​ໃຫ້​ເປັນ “ອັນ​ໜຶ່ງ​ດຽວ​ກັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 38:27). ການ​ສິດ​ສອນ​ຂອງ​ທ່ານ​ຈະ​ມີ​ພະ​ລັງ ແລະ ໜ້າ​ສົນ​ໃຈ​ຖ້າ​ຫາກ​ທ່ານ ແລະ ຄູ່​ສອນຂອງ​ທ່ານ​ເຮັດ​ວຽກ​ງານ​ນຳ​ກັນ​ໃນ​ຄວາມ​ສາ​ມັກ​ຄີ. ປ່ຽນ​ຜຽນ​ກັນ​ໃຫ້​ບົດ​ຮຽນ​ສັ້ນໆ.

ລະ​ຫວ່າງ​ການ​ສຶກ​ສາ​ກັບ​ຄູ່​ສອນ, ໃຫ້​ສົນ​ທະ​ນາ ແລະ ຝຶກ​ຫັດ​ວິ​ທີ​ທີ່​ພວກ​ທ່ານ​ຈະ​ສິດ​ສອນ ເພື່ອ​ວ່າ​ພວກ​ທ່ານ​ຈະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ກະ​ກຽມ​ວິ​ທີ​ທີ່​ພວກ​ທ່ານ​ຈະ​ເຮັດ​ວຽກ​ງານ​ນຳ​ກັນ ເມື່ອ​ສິດ​ສອນ​ທາງ​ອອນ​ລາຍ. ປະ​ຕິ​ບັດ​ຕາມ ມາດ​ຕະ​ການ​ປ້ອງ​ກັນ​ສຳ​ລັບ​ການ​ໃຊ້​ເທັກ​ໂນ​ໂລ​ຈີ, ທີ່​ລະ​ບຸ​ໄວ້​ໃນ ບົດ​ທີ 2.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ​ຜູ້​ຊາຍ

ເມື່ອ​ຄູ່​ສອນ​ຂອງ​ທ່ານ​ກຳ​ລັງ​ສິດ​ສອນ, ຈົ່ງ​ອະ​ທິ​ຖານ​ເພື່ອ, ຟັງ, ແລະ ເບິ່ງ​ລາວ. ສະ​ໜັບ​ສະ​ໜູນ​ຄູ່​ສອນ​ຂອງ​ທ່ານ ໂດຍ​ການ​ສະ​ເໜີ​ເປັນ​ພະ​ຍານ​ຄົນ​ທີ​ສອງ​ເຖິງ​ຄວາມ​ຈິງ​ທີ່​ລາວ​ໄດ້​ສິດ​ສອນ (ເບິ່ງ ແອວ​ມາ 12:1). ເຮັດ​ຕາມ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ ເມື່ອ​ພຣະ​ວິນ​ຍານ​ກະ​ຕຸ້ນ​ໃຫ້​ທ່ານ​ເວົ້າ​ບາງ​ຢ່າງ.

ສົນ​ໃຈ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ຢ່າງ​ຈິງ​ໃຈ. ຟັງ​ເຂົາ​ເຈົ້າ. ຈ້ອງ​ຕາ​ເມື່ອ​ເຂົາ​ເຈົ້າ ຫລື ທ່ານ​ກຳ​ລັງ​ເວົ້າ. ສັງ​ເກດ​ການ​ຕອບ​ຮັບ​ຂອງ​ເຂົາ​ເຈົ້າ​ຢ່າງ​ລະ​ມັດ​ລະ​ວັງ, ແລະ ຟັງ​ການ​ກະ​ຕຸ້ນ​ເຕືອນ​ທາງ​ວິນ​ຍານ.

ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ເຂົ້າ​ຮ່ວມ

ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ຊ່ວຍ​ທ່ານ​ສິດ​ສອນ ແລະ ສະ​ໜັບ​ສະ​ໜູນ​ຜູ້​ຄົນ​ທີ່​ທ່ານ​ກຳ​ລັງ​ເຮັດ​ວຽກ​ນຳ. ສິ່ງ​ນີ້​ອາດ​ເກີດ​ຂຶ້ນ​ດ້ວຍ​ຕົນ​ເອງ ຫລື ທາງ​ອອນ​ລາຍ. ລະ​ຫວ່າງ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ, ໃຫ້​ປຶກ​ສາ​ຫາ​ລື​ກັບ​ຜູ້​ນຳ​ໃນ​ຫວອດ​ກ່ຽວ​ກັບ​ວ່າ​ໃຜ​ສາ​ມາດ​ຊ່ວຍ​ໄດ້.

ເມື່ອ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ໃນ​ການ​ສິດ​ສອນ ແລະ ການ​ຜູກ​ມິດ, ເຂົາ​ເຈົ້າ​ສາ​ມາດ​ເພີ່ມ​ຄວາມ​ຮູ້​ແຈ້ງ ແລະ ສ້າງ​ການ​ເຊື່ອມ​ຕໍ່​ໃນ​ຖາ​ນະ​ເພື່ອນ. ເຂົາ​ເຈົ້າ​ຈະ​ຮູ້​ສຶກ​ຊື່ນ​ຊົມ​ກັບ​ວຽກ​ງານ​ເຜີຍ​ແຜ່.

ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ຊ່ວຍ​ທ່ານ​ສິດ​ສອນ

ກ່ອນ​ບົດ​ຮຽນ, ໃຫ້​ວາງ​ແຜນ​ກັບ​ສະ​ມາ​ຊິກວ່າ​ຈະ​ເຮັດ​ວຽກ​ງານ​ນຳ​ກັນ​ແນວ​ໃດ. ທ່ານ​ສາ​ມາດ​ໃຊ້​ການ​ສົ່ງ​ຂໍ້​ຄວາມ ຫລື ໂທ​ສັ້ນໆ ເພື່ອ​ຢືນ​ຢັນ​ສິ່ງ​ທີ່​ພວກ​ທ່ານ​ຈະ​ສິດ​ສອນ, ໃຜ​ຈະ​ອະ​ທິ​ຖານ, ໃຜ​ຈະ​ນຳ​ພາ​ການ​ສົນ​ທະ​ນາ, ແລະ ລາຍ​ລະ​ອຽດ​ຍ່ອຍ​ອື່ນໆ.

ບົດ​ບາດ​ຫລັກ​ຂອງ​ສະ​ມາ​ຊິກ​ໃນ​ບົດ​ຮຽນ​ແມ່ນ​ການ​ສະ​ເໜີ​ປະ​ຈັກ​ພະ​ຍານ​ສ່ວນ​ຕົວ​ສັ້ນໆ ແລະ ພັດ​ທະ​ນາ​ຄວາມ​ສຳ​ພັນ​ກັບ​ຜູ້​ທີ່​ກຳ​ລັງ​ຮັບ​ການ​ສິດ​ສອນ. ທ່ານ​ອາດ​ຂໍ​ໃຫ້​ສະ​ມາ​ຊິກ​ແບ່ງ​ປັນ​ວິ​ທີ​ທີ່​ເຂົາ​ເຈົ້າ​ສາ​ມາດ​ຮຽນ​ຮູ້, ຍອມ​ຮັບ, ແລະ ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ສະ​ເພາະ​ໃນ​ບົດ​ຮຽນ. ຖ້າ​ຫາກ​ເຂົາ​ເຈົ້າ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ, ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ແບ່ງ​ປັນ​ວ່າ​ເຂົາ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ແນວ​ໃດ.

ເມື່ອ​ສະ​ມາ​ຊິກ​ແນະ​ນຳ​ຄົນ​ໃດ​ຄົນ​ໜຶ່ງ, ຂໍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ໃນ​ການ​ສິດ​ສອນ. ສະ​ມາ​ຊິກ​ອາດ​ມີ​ສ່ວນ​ຮ່ວມ​ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນີ້​ຫລາຍ​ຂຶ້ນ. ປຶກ​ສາ​ຫາ​ລື​ກັບ​ເຂົາ​ເຈົ້າ​ກ່ຽວ​ກັບ​ວ່າ ເຂົາ​ເຈົ້າ​ຕ້ອງ​ການ​ມີ​ສ່ວນ​ຮ່ວມ​ແນວ​ໃດ.

ພິ​ຈາ​ລະ​ນາ​ວ່າ​ການ​ໃຊ້​ເທັກ​ໂນ​ໂລ​ຈີ​ເພື່ອ​ສິດ​ສອນ​ກັບ​ສະ​ມາ​ຊິກ​ອາດ​ເໝາະ​ສົມ​ແນວ​ໃດ. ເທັກ​ໂນ​ໂລ​ຈີ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ກັບ​ທ່ານ​ໄດ້ ໂດຍ​ບໍ່​ຕ້ອງ​ມີ​ຄຳ​ໝັ້ນ​​ສັນ​ຍາ​ໃນ​ການ​ມາ​ຢ້ຽມ​ຢາມ​ດ້ວຍ​ຕົນ​ເອງ.

ໃນ​ການ​ປະ​ຊຸມ​ປະ​ສານ​ງານ​ປະ​ຈຳ​ອາ​ທິດ, ວາງ​ແຜນ​ກັບ​ຜູ້​ນຳ​ໃນ​ຫວອດ​ເພື່ອ​ໃຫ້​ສະ​ມາ​ຊິກ​ຄົນ​ໜຶ່ງ​ເຂົ້າ​ຮ່ວມ​ບົດ​ຮຽນ​ໃຫ້​ຫລາຍ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ (ເບິ່ງ ບົດ​ທີ 13). ພິ​ຈາ​ລະ​ນາ​ທີ່​ຈະ​ໃຫ້​ສະ​ມາ​ຊິກ​ໃໝ່​ຊ່ວຍ​ທ່ານ​ສິດ​ສອນ.

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ລອງ​ນຶກ​ວາດ​ພາບ​ວ່າ​ພວກ​ທ່ານ​ມີ​ນັດ​ເພື່ອ​ສິດ​ສອນ​ບົດ​ຮຽນ​ໃຫ້​ຄອບ​ຄົວ​ໜຶ່ງ​ໃນ​ບ້ານ​ຂອງ​ສະ​ມາ​ຊິກ. ສົນ​ທະ​ນາ​ວິ​ທີ​ທີ່​ພວກ​ທ່ານ​ຈະ​ໃຫ້​ສະ​ມາ​ຊິກ​ແຕ່​ລະ​ຄົນ​ດັ່ງ​ຕໍ່​ໄປ​ນີ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຊ່ວຍ​ທ່ານ​ສິດ​ສອນ​ແນວ​ໃດ:

  • ຜູ້​ສອນ​ສາດ​ສະ​ໜາ​ປະ​ຈຳ​ຫວອດ​ທີ່​ຫາ​ກໍ​ກັບ​ມາ​ບ້ານ​ຈາກ​ການ​ເຜີຍ​ແຜ່​ເຕັມ​ເວ​ລາ

  • ປະ​ໂລ​ຫິດ

  • ສະ​ມາ​ຊິກ​ໃໝ່

  • ປະ​ທານ​ກຸ່ມ​ແອວ​ເດີ ຫລື ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ເຊື້ອ​ເຊີນ​ສະ​ມາ​ຊິກ​ໃຫ້​ສະ​ໜັບ​ສະ​ໜູນ

ສະ​ມາ​ຊິກ​ກໍ​ສາ​ມາດ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ມີ​ຄຸນ​ຄ່າ​ຕໍ່​ຜູ້​ຄົນ​ຂັ້ນ​ລະ​ຫວ່າງ​ການ​ຢ້ຽມ​ສອນ​ເຊັ່ນ​ກັນ. ເຂົາ​ເຈົ້າ​ສາ​ມາດ​ສົ່ງ​ຂໍ້​ຄວາມ, ອ່ານ​ພຣະ​ຄຳ​ພີ​ນຳ​ກັນ, ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ມາ​ບ້ານ​ຂອງ​ເຂົາ​ເຈົ້າ ຫລື ມາ​ຮ່ວມ​ກິດ​ຈະ​ກຳ, ຫລື ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ນັ່ງ​ນຳ​ຢູ່​ໂບດ. ເຂົາ​ເຈົ້າ​ສາ​ມາດ​ຕອບ​ຄຳ​ຖາມ ແລະ ສະ​ແດງ​ໃຫ້​ເຫັນ​ວ່າ ຊີ​ວິດ​ຂອງ​ເຂົາ​ເຈົ້າ​ເປັນ​ຈັ່ງ​ໃດ​ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ປະ​ສົບ​ການ​ຊີ​ວິດ ແລະ ທັດ​ສະ​ນະ​ຂອງ​ເຂົາ​ເຈົ້າ ສາ​ມາດ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຳ​ພັນ​ກັບ​ຜູ້​ຄົນ​ໃນ​ແບບ​ທີ່​ບາງ​ຄັ້ງ​ແຕກ​ຕ່າງ​ຫລາຍ​ຈາກ​ຄວາມ​ສຳ​ພັນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ.

ປຶກ​ສາ​ຫາ​ລື​ກັບ​ສະ​ມາ​ຊິກ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເຮັດ​ວຽກ​ງານ​ນຳ​ກັນ ເພື່ອ​ສະ​ໜັບ​ສະ​ໜູນ​ຜູ້​ຄົນ​ນອກ​ການ​ຢ້ຽມ​ສອນ​ແນວ​ໃດ.

ສິດ​ສອນ​ເພື່ອ​ຄວາມ​ເຂົ້າ​ໃຈ

ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ວ່າ​ຜູ້​ຄົນ​ຈະ​ເຂົ້າ​ໃຈ​ພຣະ​ກິດ​ຕິ​ຄຸນ. ສຶກ​ສາ​ພຣະ​ຄຳ​ພີ ແລະ ບົດ​ຮຽນ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ສິດ​ສອນ​ຢ່າງ​ແຈ່ມ​ແຈ້ງ​ຈາກ​ບົດ​ຮຽນ. ເມື່ອ​ທ່ານ​ສິດ​ສອນ​ຢ່າງ​ແຈ່ມ​ແຈ້ງ​ຫລາຍ​ຂຶ້ນ​ເທົ່າ​ໃດ, ໂອ​ກາດ​ສຳ​ລັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ທີ່​ຈະ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ກໍ​ຈະ​ມີ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

ຖາມ​ຄຳ​ຖາມ​ທີ່​ຊ່ວຍ​ໃຫ້​ຜູ້​ຄົນ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ສິດ​ສອນ. ແລ້ວ​ໃຫ້​ຟັງ​ເພື່ອ​ເບິ່ງວ່າ​ເຂົາ​ເຈົ້າ​ເຂົ້າ​ໃຈ ແລະ ຍອມ​ຮັບ​ຫລື​ບໍ່.

ສ່ວນ​ໜຶ່ງ​ຂອງ​ການ​ສິດ​ສອນ​ເພື່ອ​ຄວາມ​ເຂົ້າ​ໃຈ​ແມ່ນ​ການ​ອະ​ທິ​ບາຍ​ຄຳ, ວະ​ລີ, ແລະ ແນວ​ຄິດ. ທ່ານ​ສາ​ມາດ​ປັບ​ປຸງ​ຄວາມ​ສາ​ມາດ​ຂອງ​ທ່ານ​ໃນ​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໂດຍ:

  • ການ​ເຂົ້າ​ໃຈ​ຄຳ​ທີ່​ທ່ານ​ໃຊ້.

  • ການ​ໃຫ້​ນິ​ຍາມ​ຄຳ​ທີ່​ຄົນ​ອື່ນ​ອາດ​ບໍ່​ເຂົ້າ​ໃຈ.

  • ການ​ຖາມ​ຜູ້​ຄົນ​ຄຳ​ຖາມ​ເຊັ່ນ “ເຈົ້າ​ຈະ​ແບ່ງ​ປັນ​ເຖິງ​ຄວາມ​ເຂົ້າ​ໃຈ​ກັບ​ພວກ​ເຮົາ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຮົາ​ຫາ​ກໍ​ອະ​ທິ​ບາຍ​ຊິ​ໄດ້​ບໍ?” ຫລື “ເຈົ້າ​ເຕັມ​ໃຈ​ທີ່​ຈະ​ສະ​ຫລຸບ​ສິ່ງ​ທີ່​ພວກ​ເຮົາ​ເວົ້າ​ໄປ​ນັ້ນ​ບໍ?”

ຂະ​ນະ​ທີ່​ທ່ານ​ສິດ​ສອນ​ຄຳ​ສອນ​ໃນ ບົດ​ທີ 3, ໃຫ້​ສັງ​ເກດ​ເບິ່ງ​ວ່າ​ຄຳ, ວະ​ລີ, ແລະ ແນວ​ຄິດ​ໃດ​ທີ່​ຜູ້​ຄົນ​ອາດ​ບໍ່​ເຂົ້າ​ໃຈ. ໃຫ້​ນິ​ຍາມ​ສິ່ງ​ເຫລົ່າ​ນັ້ນ​ໂດຍ​ການ​ໃຊ້​ແຫລ່ງ​ຂໍ້​ມູນ​ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, ດັ່ງ​ເຊັ່ນ ຄູ່​ມື​ພຣະ​ຄຳ​ພີ, Bible Dictionary, ແລະ Gospel Topics.

ຮັກ​ສາ​ການ​ສິດ​ສອນ​ຂອງ​ທ່ານ​ໃຫ້​ລຽບ​ງ່າຍ ແລະ ສັ້ນໆ. ສຸມ​ໃສ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ສ້າງ​ຄວາມ​ເຂົ້າ​ໃຈ​ໃນ​ຄຳ​ສອນ ແລະ ຫລັກ​ທຳ​ຂັ້ນ​ພື້ນ​ຖານ. ຊ່ວຍ​ໃຫ້​ຜູ້​ຄົນ​ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ​ທີ່​ມາ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເມື່ອ​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ນີ້, ເຂົາ​ເຈົ້າ​ຈະ​ມາ​ເຊື່ອ​ຂ່າວ​ສານ​ຂອງ​ພຣະ​ກິດ​ຕິ​ຄຸນ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ອະ​ທິ​ບາຍ​ຄຳ​ສອນ​ຢ່າງ​ລະ​ມັດ​ລະ​ວັງ?

ເຮົາ​ຮຽນ​ຮູ້​ແນວ​ໃດ? ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ສິດ​ສອນ​ຂໍ້​ມູນ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ?

ເປັນ​ຫຍັງ​ຄວາມ​ແຈ່ມ​ແຈ້ງ​ຈຶ່ງ​ສຳ​ຄັນ?

ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຈົ້າ​ສື່​ສານ​ກັບ​ລູກໆ​ຂອງ​ພຣະ​ອົງ?

ຖາມ​ຄຳ​ຖາມ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຖາມ​ຄຳ​ຖາມ​ທີ່​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ຄິດ ແລະ ຮູ້​ສຶກ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ. ຄຳ​ຖາມ​ຂອງ​ພຣະ​ອົງ​ໄດ້​ກະ​ຕຸ້ນ​ການ​ຄົ້ນ​ຫາ​ຈິດ​ວິນ​ຍານ ແລະ ການ​ເຮັດ​ຄຳ​ໝັ້ນ​ສັນ​ຍາ.

ຄຳ​ຖາມ​ທີ່​ດີ​ມີ​ຄວາມ​ສຳ​ຄັນ​ໃນ​ການ​ສິດ​ສອນ​ຂອງ​ທ່ານ​ເຊັ່ນ​ກັນ. ມັນ​ຈະ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ຄວາມ​ສົນ​ໃຈ, ຄວາມ​ຫ່ວງ​ໃຍ, ແລະ ຄຳ​ຖາມ​ຂອງ​ຜູ້​ຄົນ. ຄຳ​ຖາມ​ທີ່​ດີ​ສາ​ມາດ​ເຊື້ອ​ເຊີນ​ພຣະ​ວິນ​ຍານ ແລະ ຊ່ວຍ​ຜູ້​ຄົນ​ໃຫ້​ຮຽນ​ຮູ້.

ຖາມ​ຄຳ​ຖາມ​ທີ່​ດົນ​ໃຈ

ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ໃນ​ການ​ຖາມ​ຄຳ​ຖາມ​ທີ່​ດີ. ຄຳ​ຖາມ​ທີ່​ເໝາະ​ສົມ ໃນ​ເວ​ລາ​ທີ່​ເໝາະ​ສົມ ສາ​ມາດ​ຊ່ວຍ​ຜູ້​ຄົນ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ ແລະ ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ໄດ້.

ຄຳ​ຖາມ​ທີ່​ດົນ​ໃຈ ແລະ ການ​ຟັງ​ທີ່​ຈິງ​ໃຈ​ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ຮູ້​ສຶກ​ສະ​ບາຍ​ໃຈ​ຫລາຍ​ຂຶ້ນ​ທີ່​ຈະ​ເວົ້າ​ຢ່າງ​ເປີດ​ໃຈ ແລະ ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ. ສິ່ງ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຄົ້ນ​ພົບ​ປະ​ຈັກ​ພະ​ຍານ​ທີ່​ກຳ​ລັງ​ເຕີບ​ໂຕ. ເຂົາ​ເຈົ້າ​ກໍ​ຈະ​ສະ​ບາຍ​ໃຈ​ຫລາຍ​ຂຶ້ນ​ທີ່​ຈະ​ຖາມ​ທ່ານ ເມື່ອ​ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ບາງ​ສິ່ງ ຫລື ມີ​ຄວາມ​ກັງ​ວົນ.

ຕາ​ຕະ​ລາງ​ດັ່ງ​ຕໍ່​ໄປ​ນີ້​ສະ​ແດງ​ໃຫ້​ເຫັນ​ຫລັກ​ທຳ​ບາງ​ຢ່າງ​ຂອງ​ການ​ຖາມ​ຄຳ​ຖາມ​ທີ່​ດົນ​ໃຈ, ພ້ອມ​ກັບ​ບາງ​ຕົວ​ຢ່າງ.

ຫລັກ​ທຳ ແລະ ຕົວ​ຢ່າງ​ຂອງ​ຄຳ​ຖາມ​ທີ່​ດົນ​ໃຈ

ຫລັກ​ທຳ

ຕົວ​ຢ່າງ

ຖາມ​ຄຳ​ຖາມ​ທີ່​ຊ່ວຍ​ໃຫ້​ຜູ້​ຄົນ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ.

  • ເຈົ້າ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ຕອນ​ເຈົ້າ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຈົ້າ​ຊິ​ໄດ້​ບໍ?

  • ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ເຈົ້າ​ແນວ​ໃດ?

ຖາມ​ຄຳ​ຖາມ​ທີ່​ລຽບ​ງ່າຍ ແລະ ງ່າຍ​ທີ່​ຈະ​ເຂົ້າ​ໃຈ.

  • ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ຈາກ​ພຣະ​ຄຳ​ພີ​ນີ້?

ຖາມ​ຄຳ​ຖາມ​ທີ່​ຊ່ວຍ​ໃຫ້​ຜູ້​ຄົນ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ກຳ​ລັງ​ສິດ​ສອນ.

  • ສິ່ງ​ນີ້​ຄ້າຍ​ຄື​ກັນ​ກັບ​ສິ່ງ​ທີ່​ເຈົ້າ​ເຊື່ອ​ຢູ່​ແລ້ວ​ແນວ​ໃດ? ມັນ​ແຕກ​ຕ່າງ​ແນວ​ໃດ?

ຖາມ​ຄຳ​ຖາມ​ທີ່​ຊ່ວຍ​ໃຫ້​ທ່ານ​ຮູ້​ວ່າ ຜູ້​ຄົນ​ເຂົ້າ​ໃຈ​ສິ່ງ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ​ຫລາຍ​ປານ​ໃດ.

  • ເຈົ້າ​ມີ​ຄຳ​ຖາມ​ໃດ​ແດ່​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຣົາ​ສິດ​ສອນ​ໃນ​ມື້​ນີ້?

  • ເຈົ້າ​ຈະ​ສະ​ຫລຸບ​ການ​ສົນ​ທະ​ນາ​ຂອງ​ພວກ​ເຮົາ​ໃນ​ມື້​ນີ້​ແນວ​ໃດ?

ຖາມ​ຄຳ​ຖາມ​ທີ່​ຊ່ວຍ​ໃຫ້​ຜູ້​ຄົນ​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮູ້​ສຶກ.

  • ພຣະ​ເຢ​ຊູ​ຄຣິດ​ໄດ້​ຊ່ວຍ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຈົ້າ​ແນວ​ໃດ?

  • ແມ່ນ​ຫຍັງ​ທີ່​ສຳ​ຄັນ​ທີ່​ສຸດ​ຕໍ່​ເຈົ້າ​ຈາກ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເວົ້າ​ລົມ​ກັນ​ມື້​ນີ້?

ຖາມ​ຄຳ​ຖາມ​ທີ່​ສະ​ແດງ​ເຖິງ​ຄວາມ​ຮັກ ແລະ ຄວາມ​ຫ່ວງ​ໃຍ.

  • ພວກ​ເຮົາ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?

ຖາມ​ຄຳ​ຖາມ​ທີ່​ຊ່ວຍ​ໃຫ້​ຜູ້​ຄົນ​ນຳ​ໃຊ້​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້.

  • ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ພຣະ​ຄຳ​ພີ​ນີ້?

  • ພຣະ​ຄຳ​ພີ​ນີ້​ຊ່ວຍ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຈົ້າ​ແນວ​ໃດ?

  • ດັ່ງ​ທີ່​ພວກ​ເຮົາ​ໄດ້​ເວົ້າ​ລົມ​ກັນ, ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ໃຫ້​ເຮັດ​ຫຍັງ ຈາກ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້?

ການ​ສຶກ​ສາ​ກັບ​ຄູ່​ສອນ

ທົບ​ທວນ​ແຜນ​ການ​ສິດ​ສອນ​ຂອງ​ທ່ານ​ຈາກ​ບົດ​ຮຽນ​ລ່າ​ສຸດ​ທີ່​ທ່ານ​ໄດ້​ສິດ​ສອນ. ຂຽນ​ຄຳ​ຖາມ​ໜຶ່ງ​ສຳ​ລັບ​ຫລັກ​ທຳ​ຂໍ້​ໃຫຍ່​ແຕ່​ລະ​ຂໍ້ ທີ່​ລະ​ບຸ​ໄວ້​ໃນ​ແຜນ​ຂອງ​ທ່ານ.

ທົບ​ທວນ​ຄຳ​ຖາມ​ຂອງ​ທ່ານ​ເພື່ອ​ເບິ່ງ​ວ່າ ມັນ​ສອດ​ຄ່ອງ​ກັບ​ຫລັກ​ທຳ​ໃນ​ພາກ​ນີ້​ຫລື​ບໍ່.

ຕໍ່​ໄປ, ຕອບ​ຄຳ​ຖາມ​ແຕ່​ລະ​ຂໍ້​ຄື​ກັບ​ວ່າ​ທ່ານ​ເປັນ​ຄົນ​ທີ່​ກຳ​ລັງ​ຮັບ​ການ​ສິດ​ສອນ.

ແບ່ງ​ປັນ​ຄຳ​ຖາມ​ຂອງ​ທ່ານ​ກັບ​ຄູ່​ສອນ​ຂອງ​ທ່ານ. ນຳ​ກັນ, ໃຫ້​ປະ​ເມີນ ແລະ ປັບ​ປຸງ​ຄຳ​ຖາມ​ຂອງ​ທ່ານ.

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ອາດ​ປະ​ສົບ​ກັບ​ປະ​ສົບ​ການ​ດັ່ງ​ຕໍ່​ໄປ​ນີ້:

  • ເຂົາ​ເຈົ້າ​ມີ​ປະ​ສົບ​ການ​ທາງ​ວິນ​ຍານ​ຂະ​ນະ​ທີ່​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ.

  • ເພື່ອນ​ທຳ​ງານ​ມັກ​ຈະ​ເວົ້າ​ຢອກ​ລໍ້​ເລື່ອງ​ທາງວິນ​ຍານ​ເປັນ​ປະ​ຈຳ.

  • ສະ​ມາ​ຊິກ​ໃນ​ຄອບ​ຄົວ​ເປັນ​ສະ​ມາ​ຊິກ​ທີ່​ເຂັ້ມ​ແຂງ​ຂອງ​ໂບດ​ອື່ນ.

  • ໝູ່​ເພື່ອນ​ເຊື່ອ​ວ່າ “ຄົນ​ມໍ​ມອນ” ບໍ່​ແມ່ນ​ຊາວ​ຄຣິດ.

ຄິດ​ຫາ​ຄຳ​ຖາມ​ທີ່​ທ່ານ​ອາດ​ຖາມ​ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ແຕ່​ລະ​ຢ່າງ​ເຫລົ່າ​ນີ້. ຂຽນ​ຄຳ​ຖາມ​ເຫລົ່າ​ນີ້​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ. ສົນ​ທະ​ນາ​ກັບ​ຄູ່​ສອນ​ຂອງ​ທ່ານ​ວ່າ​ທ່ານ​ຈະ​ປັບ​ປຸງ​ຄຳ​ຖາມ​ທີ່​ທ່ານ​ຂຽນ​ແນວ​ໃດ.

ຫລີກ​ເວັ້ນ​ຈາກ​ຄຳ​ຖາມ​ທີ່​ບໍ່​ໄດ້​ຜົນ ຫລື ຫລາຍ​ເກີນ​ໄປ

ພະ​ຍາ​ຍາມ​ບໍ່​ຖາມ​ຄຳ​ຖາມ​ທີ່:

  • ມີ​ຄຳ​ຕອບ​ທີ່​ຊັດ​ເຈນ.

  • ອາດ​ເຮັດ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ອັບ​ອາຍ​ຖ້າ​ຫາກ​ລາວ​ບໍ່​ຮູ້​ຄຳ​ຕອບ.

  • ລວມ​ຫລາຍ​ກວ່າ​ໜຶ່ງ​ແນວ​ຄິດ.

  • ບັນ​ຈຸ​ຄຳ​ສອນ​ທີ່​ທ່ານ​ຍັງ​ບໍ່​ໄດ້​ສິດ​ສອນ​ເທື່ອ.

  • ບໍ່​ມີ​ຈຸດ​ປະ​ສົງ​ທີ່​ແຈ່ມ​ແຈ້ງ.

  • ຫລາຍ​ເກີນ​ໄປ.

  • ສອດ​ຮູ້​ສອດ​ເຫັນ ຫລື ສາ​ມາດ​ເຮັດ​ໃຫ້​ຜູ້​ຄົນ​ຂຸ່ນ​ເຄືອງ ແລະ ບໍ່​ພໍ​ໃຈ.

ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ຄຳ​ຖາມ​ທີ່​ມີ​ປະ​ສິດ​ທິ​ພາບ​ໜ້ອຍ:

  • ແມ່ນ​ໃຜ​ເປັນ​ສາດ​ສະ​ດາ​ຜູ້​ທຳ​ອິດ? (ບຸກ​ຄົນ​ອາດ​ບໍ່​ຮູ້​ຈັກ​ຄຳ​ຕອບ.)

  • ການ​ຮັກ​ສາ​ຮ່າງ​ກາຍ​ຂອງ​ເຮົາ​ໃຫ້​ສະ​ອາດ ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ນຳ ແລະ ສະ​ແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຕັມ​ໃຈ​ທີ່​ຈະ​ເຮັດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ແນວ​ໃດ? (ມີ​ຫລາຍ​ກວ່າ​ໜຶ່ງ​ແນວ​ຄິດ.)

  • ມັນ​ສຳ​ຄັນ​ບໍ​ທີ່​ຈະ​ຮູ້​ຈັກ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ? (ນີ້​ແມ່ນ​ຄຳ​ຖາມ​ຕອບ ແມ່ນ-ບໍ່​ແມ່ນ, ແລະ ເປັນ​ຄຳ​ຕອບ​ທີ່​ຊັດ​ເຈນ.)

  • ແມ່ນ​ຫຍັງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ໃນ​ແຕ່​ລະ​ມື້ ເພື່ອ​ຊ່ວຍ​ໃຫ້​ເຮົາ​ຮູ້​ສຶກ​ໃກ້​ຊິດ​ກັບ​ພຣະ​ເຈົ້າ? (ນີ້​ແມ່ນ​ຄຳ​ຖາມ​ທີ່​ບໍ່​ຊັດ​ເຈນ ທີ່​ຊອກ​ຫາ​ຄຳ​ຕອບ​ສະ​ເພາະ: ອະ​ທິ​ຖານ.)

  • ໃຜ​ເປັນ​ສາດ​ສະ​ດາ​ຕໍ່​ຈາກ​ໂນ​ອາ? (ບຸກ​ຄົນ​ອາດ​ບໍ່​ຮູ້​ຄຳ​ຕອບ, ແລະ ຄຳ​ຖາມ​ບໍ່​ສຳ​ຄັນ​ສຳ​ລັບ​ຂ່າວ​ສານ​ຂອງ​ທ່ານ.)

  • ເຈົ້າ​ເຂົ້າ​ໃຈ​ສິ່ງ​ທີ່​ຂ້ອຍ​ກຳ​ລັງ​ເວົ້າ​ບໍ? (ບຸກ​ຄົນ​ອາດ​ຮູ້​ສຶກວ່າ​ທ່ານ​ກຳ​ລັງ​ເວົ້າ​ດູ​ຖູກ​ລາວ.)

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ພິ​ຈາ​ລະ​ນາ​ຄວາມ​ຕ້ອງ​ການ​ຂອງ​​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ. ສົນ​ທະ​ນາ​ວ່າ​ລາວ​ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ແນວ​ໃດ. ຈັດ​ຄຳ​ຖາມ​ບາງ​ຂໍ້​ທີ່​ຈະ​ຖາມ​ແນວ​ທາງ​ຊີ້​ນຳ​ດັ່ງ​ຕໍ່​ໄປ​ນີ້​ຢູ່​ໃນ​ພາກ​ນີ້. ສົນ​ທະ​ນາ​ວ່າ​ຄຳ​ຖາມ​ເຫລົ່າ​ນີ້​ສາ​ມາດ​ເຊື້ອ​ເຊີນ​ພຣະ​ວິນ​ຍານ ແລະ ຊ່ວຍ​ຜູ້​ຄົນ​ໃຫ້​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ແນວ​ໃດ.

ຟັງ

ເມື່ອ​ທ່ານ​ຕັ້ງ​ໃຈ​ຟັງ​ຄົນ​ອື່ນ, ທ່ານ​ເຂົ້າ​ໃຈ​ເຂົາ​ເຈົ້າ​ດີ​ຂຶ້ນ. ເມື່ອ​ເຂົາ​ເຈົ້າ​ຮູ້​ວ່າ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ​ສຳ​ຄັນ​ຕໍ່​ທ່ານ, ເຂົາ​ເຈົ້າ​ມີ​ແນວ​ໂນ້ມ​ທີ່​ຈະ​ຮັບ​ການ​ສິດ​ສອນ​ຂອງ​ທ່ານ, ແບ່ງ​ປັນ​ປະ​ສົບ​ການ​ສ່ວນ​ຕົວ, ແລະ ເຮັດ​ຄຳ​ໝັ້ນ​ສັນ​ຍາ.

ຂະ​ນະ​ທີ່​ທ່ານ​ຟັງ, ທ່ານ​ຈະ​ໄດ້​ຮັບ​ຄວາມ​ຮູ້​ແຈ້ງ​ເພີ່ມ​ເຕີມ​ເຖິງວິ​ທີ​ທີ່​ຈະ​ປັບ​ການ​ສິດ​ສອນ​ຂອງ​ທ່ານ​ໃຫ້​ເຂົ້າ​ກັບ​ຄວາມ​ຕ້ອງ​ການ ແລະ ຄວາມ​ສົນ​ໃຈ​ຂອງ​ເຂົາ​ເຈົ້າ. ທ່ານ​ຈະ​ເຂົ້າ​ໃຈ​ດີ​ຂຶ້ນ​ວ່າ ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ໃດ​ທີ່​ຈະ​ເປັນ​ປະ​ໂຫຍດ​ຫລາຍ​ທີ່​ສຸດ​ຕໍ່​ເຂົາ​ເຈົ້າ.

ໂດຍ​ສະ​ເພາະ​ໃຫ້​ຟັງ​ສຽງ​ສື່ມ​ຂອງ​ພຣະ​ວິນ​ຍານ. ເມື່ອ​ຄົນ​ອື່ນ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ອາດ​ກະ​ຕຸ້ນ​ທ່ານ​ດ້ວຍ​ຄວາມ​ຄິດ ຫລື ແນວ​ໃດ. ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ສິ່ງ​ທີ່​ຄົນ​ອື່ນ​ພະ​ຍາ​ຍາມ​ສະ​ແດງ​ອອກ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ເວົ້າ​ລົມ​ກັບ​ຄອບ​ຄົວ​ໜຶ່ງ

ຟັງ​ດ້ວຍ​ຄວາມ​ຫ່ວງ​ໃຍ​ຢ່າງ​ແທ້​ຈິງ

ການ​ຟັງ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ ແລະ ຄວາມ​ຫ່ວງ​ໃຍ​ຢ່າງ​ແທ້​ຈິງ. ໃນ​ຂະ​ນະ​ທີ່​ຄົນ​ອື່ນ​ເວົ້າ, ໃຫ້​ແນ່​ໃຈ​ວ່າ​ທ່ານ​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ. ຫລີກ​ເວັ້ນ​ຈາກ​ແນວ​ໂນ້ມ​ທີ່​ຈະ​ວາງ​ແຜນ​ສິ່ງ​ທີ່​ທ່ານ​ຈະ​ເວົ້າ.

ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ສິດ​ສອນ​ວ່າ: “ສິ່ງ​ທີ່​ສຳ​ຄັນ​ກວ່າ​ການ​ເວົ້າ ແມ່ນ​ການ​ຮັບ​ຟັງ. ຜູ້​ຄົນ​ເຫລົ່າ​ນີ້​ບໍ່​ແມ່ນ​ວັດ​ຖຸ​ທີ່​ໄຮ້​ຊີ​ວິດ ປອມ​ແປງ​ເປັນ​ສະ​ຖິ​ຕິ​ບັບ​ຕິ​ສະ​ມາ. … ຖາມ​ເພື່ອນ​ເຫລົ່າ​ນີ້​ວ່າ​ແມ່ນ​ຫຍັງ​ທີ່​ສຳ​ຄັນ​ທີ່​ສຸດ​ຕໍ່ ເຂົາ​ເຈົ້າ. ແມ່ນ​ຫຍັງ​ທີ່ ເຂົາ​ເຈົ້າ ທະ​ນຸ​ຖະ​ໜອມ, ແລະ ແມ່ນ​ຫຍັງ​ທີ່ ເຂົາ​ເຈົ້າ ຮັກ​ຫລາຍ? ແລະ ແລ້ວ​ໃຫ້​ຟັງ. ຖ້າ​ຫາກ​ສະ​ພາບ​ແວດ​ລ້ອມ​ເໝາະ​ສົມ ທ່ານ​ອາດ​ຖາມ​ວ່າ ເຂົາ​ເຈົ້າ​ຢ້ານ​ຫຍັງ, ເຂົາ​ເຈົ້າ​ປາດ​ຖະ​ໜາ​ຫຍັງ, ຫລື ວ່າ​ແມ່ນ​ຫຍັງ​ຄື​ສິ່ງ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ​ວ່າ​ຂາດ​ຫາຍ​ໄປ​ໃນ​ຊີ​ວິດ​ຂອງ​ເຈົ້າ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ບາງ​ສິ່ງ ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ​ຈະ​ເນັ້ນ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ສະ​ເໝີ ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສາ​ມາດ​ສະ​ແດງ​ປະ​ຈັກ​ພະ​ຍານ ແລະ ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສາ​ມາດ​ສະ​ເໜີ​ເພີ່ມ​ເຕີມ​ໄດ້. … ຖ້າ​ຫາກ​ເຮົາ​ຮັບ​ຟັງ​ດ້ວຍ​ຄວາມ​ຮັກ, ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຄິດ​ວ່າ ຕ້ອງ​ເວົ້າ​ສິ່ງ​ໃດ. ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ເຮົາ—ໂດຍ​ພຣະ​ວິນ​ຍານ ແລະ ໂດຍ​ໝູ່​ເພື່ອນ​ຂອງ​ເຮົາ” (“Witnesses unto Me,” Ensign, May 2001, 15).

ສັງ​ເກດ​ຂ່າວ​ສານ​ທີ່ບໍ່​ໄດ້​ເວົ້າ

ຜູ້​ຄົນ​ຍັງ​ສື່​ສານ​ຜ່ານ​ທາງ​ພາ​ສາ​ຮ່າງ​ກາຍ​ນຳ​ອີກ. ສັງ​ເກດ​ລັກ​ສະ​ນະ​ທີ່​ເຂົາ​ເຈົ້າ​ນັ່ງ, ສີ​ໜ້າ​ຂອງ​ເຂົາ​ເຈົ້າ​ທີ່​ສະ​ແດງ​ອອກ, ມື​ຂອງ​ເຂົາ​ເຈົ້າ​ເຮັດ​ຫຍັງ, ນ້ຳ​ສຽງ​ຂອງ​ເຂົາ​ເຈົ້າ​ເປັນ​ຈັ່ງ​ໃດ, ແລະ ເຂົາ​ເຈົ້າ​ຫລຽວ​ໄປ​ທາງ​ໃດ. ການ​ສັງ​ເກດ​ຂ່າວ​ສານ​ທີ່​ບໍ່​ໄດ້​ເວົ້າ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ຄວາມ​ຮູ້​ສຶກ​ຂອງ​ຜູ້​ທີ່​ທ່ານ​ສິດ​ສອນ​ໄດ້.

ພ້ອມ​ທັງ​ລະ​ວັງ​ພາ​ສາ​ຮ່າງ​ກາຍ​ຂອງ​ທ່ານ​ເອງ. ສົ່ງ​ຂ່າວ​ສານ​ເຖິງ​ຄວາມ​ສົນ​ໃຈ ແລະ ຄວາມ​ກະ​ຕື​ລື​ລົ້ນ ໂດຍ​ການ​ຟັງ​ຢ່າງ​ຈິງ​ໃຈ.

ໃຫ້​ເວ​ລາ​ຜູ້​ຄົນ​ໄດ້​ຄິດ ແລະ ຕອບ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມັກ​ຈະ​ຖາມ​ຄຳ​ຖາມ​ທີ່​ຜູ້​ຄົນ​ຕ້ອງ​ໃຊ້​ເວ​ລາ​ຕອບ. ເມື່ອ​ທ່ານ​ຖາມ​ຄຳ​ຖາມ, ໃຫ້​ຢຸດ​ບຶດ​ໜຶ່ງ​ເພື່ອ​ໃຫ້​ເວ​ລາ​ບຸກ​ຄົນ​ໄດ້​ຄິດ ແລະ ຕອບ. ຢ່າ​ຢ້ານ​ຄວາມ​ງຽບ. ຜູ້​ຄົນ​ມັກ​ຕ້ອງ​ການ​ເວ​ລາ​ທີ່​ຈະ​ຄິດ ແລະ ຕອບ​ຄຳ​ຖາມ ຫລື ສະ​ແດງ​ສິ່ງ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ.

ທ່ານ​ອາດ​ຢຸດ​ບຶດ​ໜຶ່ງ​ຫລັງ​ຈາກ​ຖາມ​ຄຳ​ຖາມ, ຫລັງ​ຈາກ​ແບ່ງ​ປັນ​ປະ​ສົບ​ການ​ທາງ​ວິນ​ຍານ, ຫລື ເມື່ອ​ຜູ້​ຄົນ​ມີ​ບັນ​ຫາ​ໃນ​ການ​ສະ​ແດງ​ຕົວ​ເອງ. ໃຫ້​ແນ່​ໃຈ​ວ່າ​ໄດ້​ໃຫ້​ເວ​ລາ​ເຂົາ​ເຈົ້າ​ເພື່ອ​ຄິດ​ແລ້ວ​ກ່ອນ​ທີ່​ທ່ານ​ຈະ​ຕອບ. ຢ່າ​ຂັດ​ຈັງ​ຫວະ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ເວົ້າ.

ຕອບ​ດ້ວຍ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ

ເມື່ອ​ບຸກ​ຄົນ​ຕອບ​ຄຳ​ຖາມ, ໃຫ້​ເລີ່ມ​ຕົ້ນ​ການ​ຕອບ​ສະ​ໜອງ​ຂອງ​ທ່ານ​ດ້ວຍ​ການ​ສະ​ແດງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ຖ້າ​ເໝາະ​ສົມ. ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ຫ່ວງ​ໃຍ​ຢ່າງ​ແທ້​ຈິງ. ຫລີກ​ລ້ຽງ​ຈາກ​ການ​ຟ້າວ​ສະ​ຫລຸບ, ສະ​ເໜີ​ວິ​ທີ​ແກ້​ໄຂ​ທັນ​ທີ, ຫລື ປະ​ກົດ​ວ່າ​ມີ​ຄຳ​ຕອບ​ທັງ​ໝົດ.

ຢືນ​ຢັນ​ວ່າ​ທ່ານ​ເຂົ້າ​ໃຈ​ສິ່ງ​ທີ່​ຜູ້​ຄົນ​ເວົ້າ

ເມື່ອ​ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ຜູ້​ຄົນ​ກຳ​ລັງ​ເວົ້າ, ຖາມ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ທ່ານ​ເຂົ້າ​ໃຈ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ຖາມ, “ສິ່ງ​ທີ່​ເຈົ້າ​ເວົ້າ​ແມ່ນ . ແມ່ນ​ບໍ່?” ຫລື “ຖ້າ​ຂ້ອຍ​ເຂົ້າ​ໃຈ​ຖືກ​ຕ້ອງ, ເຈົ້າ​ກຳ​ລັງ​ຮູ້​ສຶກ​ວ່າ .” ເມື່ອ​ທ່ານ​ບໍ່​ແນ່​ໃຈ​ວ່າ​ທ່ານ​ເຂົ້າ​ໃຈ​ຫລື​ບໍ່, ໃຫ້​ຖາມ​ບຸກ​ຄົນ​ນັ້ນ​ເພື່ອ​ຄວາມ​ແຈ່ມ​ແຈ້ງ.

ນຳ​ທາງ​ການ​ປະ​ຕິ​ສຳ​ພັນ​ທີ່​ທ້າ​ທາຍ

ທ່ານ​ຈະ​ຊ່ວຍ​ຜູ້​ຄົນ​ໄດ້​ຫລາຍ​ທີ່​ສຸດ​ໂດຍ​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ກັບ​ເຂົາ​ເຈົ້າ. ບາງ​ຄົນ​ອາດ​ຕ້ອງ​ການ​ເວົ້າ​ເປັນ​ສ່ວນ​ໃຫຍ່. ບາງ​ຄັ້ງ​ຜູ້​ຄົນ​ພຽງ​ຕ້ອງ​ການ​ໃຫ້​ມີ​ໃຜ​ຈັກ​ຄົນ​ທີ່​ຈະ​ຮັບ​ຟັງ​ການ​ດີ້ນ​ລົນ ແລະ ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ. ບາງ​ຄົນ​ອາດ​ສະ​ແຫວງ​ຫາ​ທີ່​ຈະ​ຄອບ​ງຳ ຫລື ໂຕ້​ແຍ້ງ.

ຮຽນ​ຮູ້​ທີ່​ຈະ​ຈັດ​ການ​ກັບ​ສະ​ຖາ​ນະ​ການ​ເຊັ່ນ​ນັ້ນ ຢ່າງ​ແນບ​ນຽນ ແລະ ດ້ວຍ​ຄວາມ​ຮັກ. ທ່ານ​ອາດ​ສາ​ມາດ​ປັບ​ການ​ສິດ​ສອນ​ຂອງ​ທ່ານ​ໃຫ້​ເຂົ້າ​ກັບ​ບາງ​ສິ່ງ​ທີ່​ບຸກ​ຄົນ​ໄດ້​ແບ່ງ​ປັນ. ຫລື ທ່ານ​ອາດ​ຕ້ອງ​ໄດ້​ເວົ້າ​ຢ່າງ​ສຸ​ພາບ​ວ່າ ທ່ານ​ຢາກ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ກັງ​ວົນ​ຂອງ​ເຂົາ​ເຈົ້າ​ໃນ​ເວ​ລາ​ອື່ນ. ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຮູ້​ຈັກ​ວິ​ທີ​ຕອບ​ສະ​ໜອງ​ໃນ​ສະ​ຖາ​ນະ​ການ​ທີ່​ທ້າ​ທາຍ.

ຊ່ວຍ​ຜູ້​ຄົນ​ໃຫ້​ຮູ້​ສຶກ​ສະ​ບາຍ​ໃຈ​ໃນ​ການ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ທີ່​ແທ້​ຈິງ

ເພື່ອ​ຫລີກ​ເວັ້ນ​ຄວາມ​ອັບ​ອາຍ, ບາງ​ຄົນ​ຈະ​ຕອບ​ຄຳ​ຖາມ​ທີ່​ເຂົາ​ເຈົ້າ​ຄິດ​ວ່າ​ທ່ານ​ຕ້ອງ​ການ​ໃຫ້​ເຂົາ​ເຈົ້າ​ຕອບ​ແທນ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ທີ່​ແທ້​ຈິງ​ຂອງ​ເຂົາ​ເຈົ້າ. ສະ​ແຫວງ​ຫາ​ທີ່​ຈະ​ພັດ​ທະ​ນາ​ຄວາມ​ສຳ​ພັນ​ທີ່​ໃຫ້​ເຂົາ​ເຈົ້າ​ສະ​ບາຍ​ໃຈ​ໃນ​ການ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ທີ່​ແທ້​ຈິງ​ຂອງ​ເຂົາ​ເຈົ້າ​ກັບ​ທ່ານ.

ການ​ເຂົ້າ​ໃຈ ແລະ ການ​ເຊື່ອມ​ຕໍ່​ກັບ​ຜູ້​ຄົນ​ຈະ​ເຮັດ​ໃຫ້​ທ່ານ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ, ສະ​ໜອງ​ຄວາມ​ສົນ​ໃຈ ແລະ ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ, ແລະ ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ມີ​ຕໍ່​ເຂົາ​ເຈົ້າ. ສ້າງ​ຄວາມ​ສຳ​ພັນ​ແຫ່ງ​ຄວາມ​ໄວ້​ວາງ​ໃຈ ໂດຍ​ການ​ຊື່​ສັດ​ກັບ​ເຂົາ​ເຈົ້າ, ການ​ຮັກ​ສາ​ຄວາມ​ສຳ​ພັນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ເໝາະ​ສົມ, ແລະ ການ​ສະ​ແດງ​ຄວາມ​ເຄົາ​ລົບ.

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ສະ​ທ້ອນ​ຄິດ​ວ່າ​ທ່ານ​ຟັງ​ຄົນ​ອື່ນ​ໄດ້​ດີ​ສ່ຳ​ໃດ. ຂຽນ​ຄຳ​ຕອບ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ ໃສ່​ຄຳ​ຖາມ​ທີ່​ຢູ່​ຂ້າງ​ລຸ່ມ. ຫລື ສົນ​ທະ​ນາ​ກ່ຽວ​ກັບ​ມັນ​ກັບ​ຄູ່​ສອນ​ຂອງ​ທ່ານ.

ກ = ບໍ່​ເຄີຍ​ຈິງ​ກັບ​ຂ້ອຍ, ຂ = ບາງ​ເທື່ອ​ຈິງ​ກັບ​ຂ້ອຍ, ຄ = ຕາມ​ປົກ​ກະ​ຕິ​ກໍ​ຈິງ​ກັບ​ຂ້ອຍ, ງ = ຈິງ​ສະ​ເໝີ​ກັບ ຂ້ອຍ

  • ເມື່ອ​ຄົນ​ອື່ນ​ເວົ້າ​ກັບ​ຂ້ອຍ, ຂ້ອຍ​ຄິດ​ກ່ຽວ​ກັບ​ປະ​ສົບ​ການ​ທີ່​ຄ້າຍ​ຄື​ກັນ ທີ່​ຂ້ອຍ​ສາ​ມາດ​ແບ່ງ​ປັນ ແທນ​ທີ່​ຈະ​ຕັ້ງ​ໃຈ​ຟັງ.

  • ເມື່ອ​ຄົນ​ອື່ນ​ບອກ​ຂ້ອຍ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ, ຂ້ອຍ​ພະ​ຍາ​ຍາມ​ເອົາ​ເພິ່ນ​ມາ​ໃສ່​ໂຕ ເພື່ອ​ເບິ່ງ​ວ່າ​ຂ້ອຍ​ຈະ​ຮູ້​ສຶກ​ແນວ​ໃດ.

  • ເມື່ອ​ຂ້ອຍ​ສິດ​ສອນ​ຜູ້​ຄົນ, ຂ້ອຍ​ຄິດ​ກ່ຽວ​ກັບ​ວ່າ​ຂ້ອຍ​ຈະ​ເວົ້າ ຫລື ສິດ​ສອນ​ຕໍ່​ໄປ.

  • ຂ້ອຍ​ງຸດ​ງິດ​ໃຈ​ເມື່ອ​ຜູ້​ຄົນ​ເວົ້າ​ຫລາຍ.

  • ຂ້ອຍ​ມີ​ບັນ​ຫາ​ໃນ​ການ​ຕິດ​ຕາມ ຫລື ເຂົ້າ​ໃຈ​ສິ່ງ​ທີ່​ຄົນ​ອື່ນ​ພະ​ຍາ​ຍາມ​ບອກ​ຂ້ອຍ.

  • ຂ້ອຍ​ມັກ​ໃຈ​ລອຍ​ຂະ​ນະ​ທີ່​ຄູ່​ສອນ​ຂອງ​ຂ້ອຍ​ກຳ​ລັງ​ສິດ​ສອນ.

  • ຂ້ອຍ​ອາ​ລົມ​ເສຍ​ຖ້າ​ຫາກ​ຄົນ​ໃດ​ຄົນ​ໜຶ່ງ​ກຳ​ລັງ​ເວົ້າ​ກັບ​ຂ້ອຍ ແລະ ຄົນ​ອື່ນ​ເວົ້າ​ຕັດ ຫລື ລົບ​ກວນ​ຄວາມ​ສົນ​ໃຈ​ຂອງ​ຂ້ອຍ.

  • ຂ້ອຍ​ໄດ້​ຮັບ​ການ​ກະ​ຕຸ້ນ​ທາງ​ວິນ​ຍານ​ໃຫ້​ເວົ້າ ຫລື ເຮັດ​ບາງ​ສິ່ງ, ແຕ່​ຂ້ອຍ​ບໍ່​ສົນ​ໃຈ.

ຊ່ວຍ​ຜູ້​ຄົນ​ໃຫ້​ພົບ​ເຫັນ​ຄຳ​ຕອບ​ຕໍ່​ຄຳ​ຖາມ ແລະ ຄວາມ​ກັງ​ວົນ​ຂອງ​ເຂົາ​ເຈົ້າ

ພະ​ຍາ​ຍາມ​ຢ່າງ​ຈິງ​ຈັງ​ເພື່ອ​ຕອບ​ຄຳ​ຖາມ​ຂອງ​ຜູ້​ຄົນ ແລະ ຊ່ວຍ​ເຂົາ​ເຈົ້າ​ແກ້​ໄຂ​ຄວາມ​ກັງ​ວົນ​ຂອງ​ເຂົາ​ເຈົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ບໍ່​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທ່ານ​ທີ່​ຈະ​ຕອບ​ທຸກໆ​ຄຳ​ຖາມ. ໃນ​ທີ່​ສຸດ, ຜູ້​ຄົນ​ຈະ​ຕ້ອງ​ແກ້​ໄຂ​ຄຳ​ຖາມ ແລະ ຄວາມ​ກັງ​ວົນ​ຂອງ​ເຂົາ​ເຈົ້າ​ເອງ.

ຮັບ​ຮູ້​ວ່າ​ບໍ່​ແມ່ນ​ຄຳ​ຖາມ ແລະ ຄວາມ​ກັງ​ວົນ​ທັງ​ໝົດ​ຈະ​ສາ​ມາດ​ໄດ້​ຮັບ​ຄຳ​ຕອບ​ຢ່າງ​ສົມ​ບູນ. ຄຳ​ຕອບ​ບາງ​ຢ່າງ​ຈະ​ແຈ້ງ​ຊັດ​ຕາມ​ເວ​ລາ. ບາງ​ຄຳ​ຕອບ​ກໍ​ຍັງ​ບໍ່​ຖືກ​ເປີດ​ເຜີຍ​ເທື່ອ. ສຸມ​ໃສ່​ການ​ສ້າງ​ຮາກ​ຖານ​ທີ່​ໝັ້ນ​ຄົງ​ຂອງ​ຄວາມ​ຈິງ​ຂັ້ນ​ພື້ນ​ຖານ ແລະ ຈຳ​ເປັນ​ຕໍ່​ພຣະ​ກິດ​ຕິ​ຄຸນ. ຮາກ​ຖານ​ນີ້​ຈະ​ຊ່ວຍ​ທ່ານ ແລະ ຜູ້​ທີ່​ທ່ານ​ສິດ​ສອນ​ດຳ​ເນີນ​ໄປ​ໜ້າ​ດ້ວຍ​ຄວາມ​ອົດ​ທົນ ແລະ ສັດ​ທາ​ເມື່ອ​ມີ​ຄຳ​ຖາມ​ທີ່​ບໍ່​ໄດ້​ຮັບ​ຄຳ​ຕອບ ຫລື ຍາກ.

ຫລັກ​ທຳ​ບາງ​ຢ່າງ​ສຳ​ລັບ​ການ​ຕອບ​ຄຳ​ຖາມ​ມີ​ລະ​ບຸ​ໄວ້​ຢູ່​ໃນ​ພາກ​ນີ້.

ຮູບ​ພາບ
ພຣະ​ເຢ​ຊູ ແລະ ຍິງ​ຊາວ​ຊາ​ມາ​ເຣຍ​ຢູ່​ທີ່​ນ້ຳ​ສ້າງ

ເຂົ້າ​ໃຈ​ຄວາມ​ກັງ​ວົນ

ບາງ​ສິ່ງ​ທີ່​ທ່ານ​ສິດ​ສອນ​ຜູ້​ຄົນ​ອາດ​ເບິ່ງ​ຄື​ວ່າ​ຍາກ ຫລື ບໍ່​ຄຸ້ນ​ເຄີຍ​ກັບ​ເຂົາ​ເຈົ້າ. ຖ້າ​ຫາກ​ຜູ້​ຄົນ​ມີ​ຄຳ​ຖາມ ຫລື ຄວາມ​ກັງ​ວົນ, ກ່ອນ​ອື່ນ​ໝົດ ໃຫ້​ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ເຂົາ​ເຈົ້າ​ຢ່າງ​ແຈ່ມ​ແຈ້ງ​ກ່ອນ. ບາງ​ເທື່ອ​ຄວາມ​ກັງ​ວົນ​ຂອງ​ຜູ້​ຄົນ​ກໍ​ຄື​ກັນ​ກັບ​ພູ​ເຂົາ​ນ້ຳ​ແຂງ. ພຽງ​ແຕ່​ສ່ວນ​ນ້ອຍ​ເທົ່າ​ນັ້ນ​ທີ່​ເຫັນ​ໄດ້​ຢູ່​ເໜືອ​ໜ້າ​ນ້ຳ. ຄວາມ​ກັງ​ວົນ​ເຫລົ່າ​ນີ້​ສາ​ມາດ​ຊັບ​ຊ້ອນ. ອະ​ທິ​ຖານ​ທູນ​ຂໍ​ຂອງ​ປະ​ທານ​ແຫ່ງ​ການ​ຫລິງ​ເຫັນ, ແລະ ເຮັດ​ຕາມ​ພຣະ​ວິນ​ຍານ ໃນ​ການ​ຕອບ​ສະ​ໜອງ​ຂອງ​ທ່ານ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ຈັກ​ໃຈ ແລະ ປະ​ສົບ​ການ​ຂອງ​ທຸກ​ຄົນ (ພູ​ເຂົາ​ນ້ຳ​ແຂງ​ທັງ​ໜ່ວຍ). ພຣະ​ອົງ​ຈະ​ຊ່ວຍ​ທ່ານ​ໃຫ້​ຮູ້​ສິ່ງ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ແຕ່​ລະ​ຄົນ.

ສ່ວນ​ຫລາຍ​ແລ້ວ​ຄວາມ​ກັງ​ວົນ​ເປັນ​ເລື່ອງ​ທາງ​ສັງ​ຄົມ​ຫລາຍ​ກວ່າ​ຫລັກ​ຄຳ​ສອນ. ຍົກ​ຕົວ​ຢ່າງ, ບາງ​ຄົນ​ອາດ​ຢ້ານ​ການ​ຕໍ່​ຕ້ານ​ຈາກ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ຖ້າ​ຫາກ​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ. ຫລື ເຂົາ​ເຈົ້າ​ອາດ​ຢ້ານ​ຖືກ​ປະ​ຕິ​ເສດ​ຈາກ​ໝູ່​ເພື່ອນ​ທີ່​ບ່ອນ​ທຳ​ງານ​ຂອງ​ເຂົາ​ເຈົ້າ.

ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ແຫລ່ງ​ຂອງ​ຄວາມ​ກັງ​ວົນ ໂດຍ​ການ​ຖາມ​ຄຳ​ຖາມ ແລະ ຟັງ. ຄວາມ​ຫ່ວງ​ໃຍ​ເກີດ​ຂຶ້ນ​ຍ້ອນ​ບຸກ​ຄົນ​ບໍ່​ໄດ້​ຮັບ​ການ​ຢືນ​ຢັນ​ທາງ​ວິນ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ການ​ຟື້ນ​ຟູ​ບໍ? ມັນ​ເກີດ​ຂຶ້ນ​ຍ້ອນ​ບຸກ​ຄົນ​ບໍ່​ຕ້ອງ​ການ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ບໍ? ການ​ຮູ້​ເຖິງ​ສາ​ເຫດ​ຂອງ​ຄວາມ​ກັງ​ວົນ​ຂອງ​ເຂົາ​ເຈົ້າ ຈະ​ຊ່ວຍ​ໃຫ້​ທ່ານ​ຮູ້​ວ່າ​ຈະ​ສຸມ​ໃສ່​ປະ​ຈັກ​ພະ​ຍານ ຫລື ຄຳ​ໝັ້ນ​ສັນ​ຍາ.

ໃຊ້​ພຣະ​ຄຳ​ພີ, ໂດຍ​ສະ​ເພາະ ພຣະ​ຄຳ​ພີ​ມໍ​ມອນ, ເພື່ອ​ຊ່ວຍ​ຕອບ​ຄຳ​ຖາມ

ສະ​ແດງ​ໃຫ້​ຜູ້​ຄົນ​ຮູ້​ເຫັນ​ວ່າ ຄວາມ​ຈິງ​ໃນ​ພຣະ​ຄຳ​ພີ​ສາ​ມາດ​ຊ່ວຍ​ຕອບ​ຄຳ​ຖາມ ແລະ ແກ້​ໄຂ​ຄວາມ​ກັງ​ວົນ​ຂອງ​ເຂົາ​ເຈົ້າ​ໄດ້​ແນວ​ໃດ. (ເບິ່ງ “ພຣະ​ຄຳ​ພີ​ມໍ​ມອນ​ຕອບ​ຄຳ​ຖາມ​ຂອງ​ຈິດ​ວິນ​ຍານ” ໃນ ບົດ​ທີ 5.) ເມື່ອ​ຜູ້​ຄົນ​ສະ​ແຫວງ​ຫາ​ການ​ດົນ​ໃຈ ໂດຍ​ການ​ສຶກ​ສາ ແລະ ການ​ນຳ​ໃຊ້​ພຣະ​ຄຳ​ພີ, ເຂົາ​ເຈົ້າ​ຈະ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ໄດ້​ຍິນ ແລະ ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ. ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ອົງ​ຈະ​ເພີ່ມ​ຂຶ້ນ. ດ້ວຍ​ສັດ​ທາ​ທີ່​ເພີ່ມ​ຂຶ້ນ ປະ​ຈັກ​ພະ​ຍານ, ການ​ກັບ​ໃຈ, ແລະ ພິ​ທີ​ການ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຈະ​ເກີດ​ຂຶ້ນ.

ຮູບ​ພາບ
ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ

“ບາງ​ຄັ້ງ​ຂ້າ​ພະ​ເຈົ້າ​ໄປ​ຫາ​ພຣະ​ຄຳ​ພີ​ເພື່ອ​ຄຳ​ສອນ. ບາງ​ຄັ້ງ​ຂ້າ​ພະ​ເຈົ້າ​ໄປ​ຫາ​ພຣະ​ຄຳ​ພີ​ເພື່ອ​ຄຳ​ແນະ​ນຳ. ຂ້າ​ພະ​ເຈົ້າ​ໄປ​ດ້ວຍ​ຄຳ​ຖາມ, ແລະ ຕາມ​ປົກ​ກະ​ຕິ​ແລ້ວ ຄຳ​ຖາມ​ຄື ‘ພຣະ​ເຈົ້າ​ຈະ​ໃຫ້​ຂ້າ​ພະ​ເຈົ້າ​ເຮັດ​ຫຍັງ?’ ຫລື ‘ພຣະ​ອົງ​ຈະ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ແນວ​ໃດ?’ ຂ້າ​ພະ​ເຈົ້າ​ພົບ​ແນວ​ຄິດ​ໃໝ່​ເລື້ອຍໆ, ຄວາມ​ຄິດ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ມີ​ມາ​ກ່ອນ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ ແລະ ຄຳ​ແນະ​ນຳ ແລະ ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂອງ​ຂ້າ​ພະ​ເຈົ້າ” (Henry B. Eyring, ໃນ “A Discussion on Scripture Study,” Ensign, July 2005, 22).

ມັນ​ສາ​ມາດ​ເປັນ​ປະ​ໂຫຍດ​ໄດ້​ທີ່​ຈະ​ອະ​ທິ​ບາຍ​ວ່າ ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ຫລາຍ​ຢ່າງ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ມາ​ຈາກ​ສິ່ງ​ທີ່​ໄດ້​ຖືກ​ເປີດ​ເຜີຍ​ຕໍ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລະ ຕໍ່​ຜູ້​ທີ່​ໄດ້​ສືບ​ທອດ​ຈາກ​ເພິ່ນ. ຄຳ​ຖາມ​ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ສາ​ມາດ​ຖືກ​ແກ້​ໄຂ ໂດຍ​ການ​ຮັບ​ປະ​ຈັກ​ພະ​ຍານ​ວ່າ ໂຈ​ເຊັບ ສະ​ມິດ ໄດ້​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ການ​ອ່ານ ແລະ ການ​ອະ​ທິ​ຖານ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ວິ​ທີ​ສຳ​ຄັນ​ໃນ​ການ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ນີ້.

ຊ່ວຍ​ຜູ້​ຄົນ​ສຸມ​ໃສ່​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ. ການ​ອ່ານ ແລະ ການ​ອະ​ທິ​ຖານ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ວິ​ທີ​ສຳ​ຄັນ​ໃນ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ.

ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ກະ​ທຳ​ໃນ​ສັດ​ທາ

ເມື່ອ​ຜູ້​ຄົນ​ພັດ​ທະ​ນາ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ​ເຖິງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ, ເຂົາ​ເຈົ້າ​ຈະ​ສາ​ມາດ​ຕອບ​ຄຳ​ຖາມ ແລະ ຄວາມ​ກັງ​ວົນ​ຂອງ​ເຂົາ​ເຈົ້າ ຈາກ​ຮາກ​ຖານ​ແຫ່ງ​ສັດ​ທາ. ເມື່ອ​ເຂົາ​ເຈົ້າ​ກະ​ທຳ​ໃນ​ສັດ​ທາ​ຕໍ່​ຄວາມ​ຈິງ​ທີ່​ເຂົາ​ເຈົ້າ​ເຊື່ອ, ເຂົາ​ເຈົ້າ​ຈະ​ສາ​ມາດ​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ຄວາມ​ຈິງ​ອື່ນໆ​ຂອງ​ພຣະ​ກິດ​ຕິ​ຄຸນ.

ບາງວິ​ທີ​ທີ່​ຈະ​ກະ​ທຳ​ໃນ​ສັດ​ທາ​ແມ່ນ​ລວມ​ທັງ:

  • ການ​ອະ​ທິ​ຖານ​ເລື້ອຍໆ ແລະ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ​ສຳ​ລັບ​ການ​ດົນ​ໃຈ ແລະ ການ​ນຳ​ພາ.

  • ການ​ສຶກ​ສາ​ພຣະ​ຄຳ​ພີ, ໂດຍ​ສະ​ເພາະ​ພຣະ​ຄຳ​ພີ​ມໍ​ມອນ.

  • ໄປ​ໂບດ.

ການ​ສຶກ​ສາ​ກັບ​ຄູ່​ສອນ

ເລືອກ​ຄຳ​ເຊື້ອ​ເຊີນ​ໜຶ່ງ​ທີ່​ຈະ​ສະ​ເໜີ​ເມື່ອ​ທ່ານ​ສິດ​ສອນ​ບົດ​ຮຽນ. ແລ້ວ​ໃຫ້​ລະ​ບຸ​ຄວາມ​ກັງ​ວົນ​ທີ່​ອາດ​ກີດ​ກັນ​ຄົນ​ໃດ​ຄົນ​ໜຶ່ງ​ຈາກ​ການ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ ຫລື ຈາກ​ການ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ. ສົນ​ທະ​ນາ ແລະ ຝຶກ​ຫັດ​ວິ​ທີ​ທີ່​ທ່ານ​ສາ​ມາດ​ຊ່ວຍ​ຜູ້​ຄົນ​ໃຫ້​ໃຊ້​ຄວາມ​ພະ​ຍາ​ຍາມ​ເພື່ອ​ແກ້​ໄຂ​ຄວາມ​ກັງ​ວົນ​ຂອງ​ເຂົາ​ເຈົ້າ.

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ, ຂຽນ​ວິ​ທີ​ທີ່​ທ່ານ​ຈະ​ອ້າງ​ເຖິງ​ໂຈ​ເຊັບ ສະ​ມິດ ແລະ ພຣະ​ຄຳ​ພີ​ມໍ​ມອນ ໃນ​ການ​ຕອບ​ສະ​ໜອງ​ຄວາມ​ກັງ​ວົນ​ດັ່ງ​ຕໍ່​ໄປ​ນີ້:

  • “ຂ້ອຍ​ບໍ່​ເຊື່ອ​ວ່າ​ພຣະ​ເຈົ້າ​ກ່າວ​ກັບ​ຜູ້​ຄົນ​ອີກ​ແລ້ວ.”

  • “ຂ້ອຍ​ເຊື່ອ​ວ່າ ຂ້ອຍ​ສາ​ມາດ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ໃນ​ແບບ​ຂອງ​ຂ້ອຍ​ເອງ ແທນ​ທີ່​ຈະ​ນັບ​ຖື​ສາດ​ສະ​ໜາ​ທີ່​ຈັດ​ຕັ້ງ​ຂຶ້ນ.”

  • “ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຄວນ​ເຊົາ​ດື່ມ​ເຫລົ້າ​ກັບ​ອາ​ຫານ​ຂອງ​ຂ້ອຍ ຖ້າ​ຫາກ​ຂ້ອຍ​ເຂົ້າ​ຮ່ວມ​ໂບດ​ຂອງ​ເຈົ້າ?”

  • “ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຕ້ອງ​ການ​ສາດ​ສະ​ໜາ?”

ມອບ​ບາງ​ສິ່ງ​ເພື່ອ​ສຶກ​ສາ ແລະ ອະ​ທິ​ຖານ​ກ່ຽວ​ກັບ

ໃນ​ທ້າຍ​ຂອງ​ການ​ຢ້ຽມ​ສອນ​ແຕ່​ລະ​ຄັ້ງ, ໃຫ້​ມອບ​ບາງ​ສິ່ງ​ໃຫ້​ຜູ້​ຄົນ​ເພື່ອ​ສຶກ​ສາ, ໄຕ່​ຕອງ, ແລະ ອະ​ທິ​ຖານ​ກ່ຽວ​ກັບ ເພື່ອ​ກະ​ກຽມ​ສຳ​ລັບ​ການ​ພົບ​ກັນ​ຄັ້ງ​ຕໍ່​ໄປ. ການ​ອ່ານ, ການ​ອະ​ທິ​ຖານ, ແລະ ການ​ໄຕ່​ຕອງ​ຂັ້ນ​ລະ​ຫວ່າງ​ການ​ຢ້ຽມ​ສອນ ຈະ​ເຊື້ອ​ເຊີນ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ທ່ານ​ອາດ​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ອ່ານ​ບົດ​ໃດ​ໜຶ່ງ​ສະ​ເພາະ ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ຫລື ທ່ານ​ອາດ​ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ໃຊ້​ແຫລ່ງ​ຂໍ້​ມູນ​ຂອງ​ສາດ​ສະ​ໜາ​ຈັກ, ດັ່ງ​ເຊັ່ນ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, ເພື່ອ​ຊອກ​ຫາ​ຄຳ​ຕອບ​ຕໍ່​ຄຳ​ຖາມ, ຮຽນ​ຮູ້​ກ່ຽວ​ກັບ​ຫົວ​ຂໍ້, ຫລື ເບິ່ງ​ວິ​ດີ​ໂອ. ສິ່ງ​ນີ້​ສາ​ມາດ​ກາຍ​ເປັນ​ຫົວ​ຂໍ້​ເປີດ​ການ​ສົນ​ທະ​ນາ ໃນ​ຄັ້ງ​ຕໍ່​ໄປ​ທີ່​ພວກ​ທ່ານ​ພົບ​ກັນ.

ຮູບ​ພາບ
ບຸກ​ຄົນ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ຫລີກ​ເວັ້ນ​ຈາກ​ການ​ໃຫ້​ຄົນ​ອື່ນ​ເຮັດ​ຫລາຍ​ເກີນ​ໄປ, ໂດຍ​ສະ​ເພາະ ຖ້າ​ຫາກ​ທ່ານ​ມີ​ການ​ປະ​ຕິ​ສຳ​ພັນ​ສັ້ນໆ ແລະ ເລື້ອຍໆ​ກັບ​ເຂົາ​ເຈົ້າ.

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ພິ​ຈາ​ລະ​ນາ​ແຕ່​ລະ​ຄົນ​ທີ່​ທ່ານ​ມີ​ກຳ​ນົດ​ເວ​ລາ​ທີ່​ຈະ​ສິດ​ສອນ​ໃນ​ອາ​ທິດ​ນີ້. ບົດ​ໃດ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ທີ່​ຈະ​ຊ່ວຍ​ໄດ້​ດີ​ທີ່​ສຸດ​ສຳ​ລັບ​ເຂົາ​ເຈົ້າ? ແຫລ່ງ​ຂໍ້​ມູນ​ອື່ນ​ໃດ​ອີກ​ແດ່​ທີ່​ຈະ​ເປັນ​ປະ​ໂຫຍດ​ກັບ​ເຂົາ​ເຈົ້າ? ບັນ​ທຶກ​ສິ່ງ​ທີ່​ທ່ານ​ຕັ້ງ​ໃຈ​ທີ່​ຈະ​ຈັດ​ຫາ​ໃຫ້​ແຕ່​ລະ​ຄົນ. ບັນ​ທຶກ​ສິ່ງ​ທີ່​ທ່ານ​ຈະ​ຕິດ​ຕາມ​ຜົນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ເທື່ອ​ຕໍ່​ໄປ​ນຳ​ອີກ.

ການ​ຊ່ວຍ​ຜູ້​ຄົນ​ກັບ​ການ​ຕິດ​ແສດ

ທ່ານ​ສາ​ມາດ​ຊ່ວຍ​ຜູ້​ຄົນ​ທີ່​ດີ້ນ​ລົນ​ກັບ​ການ​ເອົາ​ຊະ​ນະ​ການ​ຕິດ​ແສດ ໂດຍ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ການດີ້ນ​ລົນ​ຂອງ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຮັກ, ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ, ແລະ ເຊື່ອມ​ຕໍ່​ເຂົາ​ເຈົ້າ​ກັບ​ແຫລ່ງ​ຊ່ວຍ​ເຫລືອ​ຕ່າງໆ. ທ່ານ​ອາດ​ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ເຂົ້າ​ຮ່ວມ​ກຸ່ມ​ສົ່ງ​ເສີມ​ການ​ຟື້ນ​ຕົວ​ຈາກ​ການ​ຕິດ​ແສດ ຂອງ​ສາດ​ສະ​ໜາ​ຈັກ. ກຸ່ມ​ນີ້​ອາດ​ພົບ​ກັນ​ດ້ວຍ​ຕົນ​ເອງ ຫລື ທາງ​ອອນ​ລາຍ. (ເບິ່ງ AddictionRecovery.ChurchofJesusChrist.org.) ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ຢູ່​ໃນ​ພາກ “Addiction” ຂອງ Life Help ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ຜູ້​ນຳ​ສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ ແລະ ສະ​ມາ​ຊິກ​ສາ​ມາດ​ໃຫ້​ການ​ສະ​ໜັບ​ສະ​ໜູນ. ບາງ​ຄົນ​ທີ່​ຕິດ​ແສດ​ອາດ​ຕ້ອງ​ການ​ການ​ຮັກ​ສາ​ຈາກ​ມື​ອາ​ຊີບ​ທາງ​ການ​ແພດ ແລະ ທາງ​ສຸ​ຂະ​ພາບ​ຈິດ.

ຕໍ່​ໄປ​ນີ້​ແມ່ນ​ຄຳ​ແນະ​ນຳ​ເລັກ​ນ້ອຍ​ສຳ​ລັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ສະ​ໜັບ​ສະ​ໜູນ​ຜູ້​ຄົນ​ທີ່​ດີ້ນ​ລົນ​ທີ່​ຈະ​ເອົາ​ຊະ​ນະ​ການ​ຕິດ​ແສດ:

  • ເສີມ​ສ້າງ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ມາ​ຫາ​ພຣະ​ຄຣິດ. ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຫັນ​ວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ ແລະ ການ​ປິ່ນ​ປົວ​ຖືກ​ຮັບ​ຮູ້ ແລະ ມີ​ຄຸນ​ຄ່າ​ໂດຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ສິດ​ສອນ​ເຂົາ​ເຈົ້າ​ວ່າ ເຂົາ​ເຈົ້າ​ສາ​ມາດ​ເຂັ້ມ​ແຂງ​ຜ່ານ​ທາງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ພຣະ​ອົງ​ຮູ້​ດີ​ເຖິງ​ຄວາມ​ຕັ້ງ​ໃຈ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ເຮັດ​ຄວາມ​ດີ.

  • ອະ​ທິ​ຖານ​ເພື່ອ​ເຂົາ​ເຈົ້າ​ໃນ​ການ​ອະ​ທິ​ຖານ​ສ່ວນ​ຕົວ​ຂອງ​ທ່ານ, ແລະ ການ​ອະ​ທິ​ຖານ​ກັບ​ເຂົາ​ເຈົ້າ. ຕາມ​ຄວາມ​ເໝາະ​ສົມ, ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ສະ​ແຫວງ​ຫາ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ ຈາກ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ໃນ​ທ້ອງ​ຖິ່ນ.

  • ສືບ​ຕໍ່​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ກັບ​ເຂົາ​ເຈົ້າ. ສິດ​ສອນ​ເຂົາ​ເຈົ້າ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຮັກ​ເຂົາ​ເຈົ້າ ແລະ ຕ້ອງ​ການ​ໃຫ້​ເຂົາ​ເຈົ້າ​ປະ​ສົບ​ຄວາມ​ສຳ​ເລັດ.

  • ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ໄປ​ໂບດ​ເປັນ​ປະ​ຈຳ ແລະ ພັດ​ທະ​ນາ​ມິດ​ຕະ​ພາບ​ກັບ​ສະ​ມາ​ຊິກ.

  • ຄິດ​ບວກ ແລະ ໃຫ້​ກຳ​ລັງ​ໃຈ, ໂດຍ​ສະ​ເພາະ​ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ອາ​ການ​ກຳ​ເລີບ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ເດ່​ພຣະ​ຫັດ​ອອກ​ໄປ​ຫາ​ຜູ້​ຍິງ

ການ​ຕິດ​ແສດ​ເປັນ​ສິ່ງ​ຍາກ​ທີ່​ຈະ​ເອົາ​ຊະ​ນະ, ແລະ ອາ​ການ​ກຳ​ເລີບ​ສາ​ມາດ​ເກີດ​ຂຶ້ນ​ໄດ້. ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ ແລະ ສະ​ມາ​ຊິກ​ບໍ່​ຄວນ​ຕົກ​ອົກ​ຕົກ​ໃຈ​ກັບ​ເລື່ອງ​ນີ້. ເຂົາ​ເຈົ້າ​ຄວນ​ສະ​ແດງ​ຄວາມ​ຮັກ, ບໍ່​ແມ່ນ​ການ​ຕັດ​ສິນ.

ສະ​ມາ​ຊິກ​ໃໝ່​ຜູ້​ທີ່​ເຊົາ​ມາ​ໂບດ​ອາດ​ກັບ​ຄືນ​ໄປ​ຫາ​ນິ​ໄສ​ເກົ່າ ແລະ ອາດ​ຮູ້​ສຶກ​ບໍ່​ມີ​ຄ່າ​ຄວນ ແລະ ທໍ້​ແທ້. ການ​ຢ້ຽມ​ຢາມ​ທັນ​ທີ​ເພື່ອ​ໃຫ້​ກຳ​ລັງ​ໃຈ ແລະ ສະ​ໜັບ​ສະ​ໜູນ​ສາ​ມາດ​ຊ່ວຍ​ໄດ້. ສະ​ມາ​ຊິກ​ຄວນ​ສະ​ແດງ​ໃນ​ຄຳ​ເວົ້າ ແລະ ການ​ກະ​ທຳ ວ່າ​ສາດ​ສະ​ໜາ​ຈັກ​ເປັນ​ສະ​ຖານ​ທີ່ ທີ່​ສາ​ມາດ​ພົບ​ເຫັນ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ (ເບິ່ງ 3 ນີ​ໄຟ 18:32).

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ຄິດ​ກ່ຽວ​ກັບ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ ຫລື ສະ​ມາ​ຊິກ​ໃໝ່ ຫລື ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ ຜູ້​ພະ​ຍາ​ຍາມ​ເອົາ​ຊະ​ນະ​ການ​ຕິດ​ແສດ. ທົບ​ທວນ “ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ” ແລະ “ການ​ຮັບ​ໃຊ້” ຈາກ​ບົດ​ຮຽນ “ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ” ໃນ ບົດ​ທີ 3.

  • ທ່ານ​ສາ​ມາດ​ສິດ​ສອນ​ຫຍັງ​ແດ່​ໃຫ້​ກັບ​ບຸກ​ຄົນ​ນີ້​ຈາກ​ບົດ​ຮຽນ​ນັ້ນ ແລະ ຈາກ​ບົດ​ທີ່​ສາ​ມາດ​ຊ່ວຍ​ລາວ?

  • ສ້າງ​ແຜນ​ການ​ສິດ​ສອນ​ເພື່ອ​ຊ່ວຍ​ບຸກ​ຄົນ​ນີ້.

ການ​ສິດ​ສອນ​ຜູ້​ຄົນ​ຈາກ​ພື້ນ​ຖານ​ທີ່​ບໍ່​ແມ່ນ​ຊາວ​ຄຣິດ

ບາງ​ຄົນ​ທີ່​ທ່ານ​ສິດ​ສອນ​ອາດ​ມາ​ຈາກ​ພື້ນ​ຖານ​ທີ່​ບໍ່​ແມ່ນ​ຊາວ​ຄຣິດ ຫລື ອາດ​ບໍ່​ເຊື່ອ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລາຍ​ຄົນ​ເຫລົ່າ​ນີ້​ມີ​ຄວາມ​ເຊື່ອ, ການ​ປະ​ຕິ​ບັດ, ແລະ ສະ​ຖານ​ທີ່​ສັກ​ສິດ​ສຳ​ລັບ​ເຂົາ​ເຈົ້າ. ມັນ​ສຳ​ຄັນ​ທີ່​ທ່ານ​ຈະ​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ຄວາມ​ເຊື່ອ​ທາງ​ສາດ​ສະ​ໜາ ແລະ ປະ​ເພ​ນີ​ຂອງ​ເຂົາ​ເຈົ້າ.

ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ​ພຣະ​ເຈົ້າ​ແມ່ນ​ໃຜ

ທ່ານ​ອາດ​ສົງ​ໄສວ່າ​ທ່ານ​ຄວນ​ປັບ​ການ​ສິດ​ສອນ​ຂອງ​ທ່ານ​ແນວ​ໃດ ເພື່ອ​ຜູ້​ຄົນ​ຈາກ​ພື້ນ​ຖານ​ທີ່​ບໍ່​ແມ່ນ​ຊາວ​ຄຣິດ. ຫລັກ​ທຳ​ທີ່​ຊ່ວຍ​ບຸກ​ຄົນ​ໃຫ້​ສ້າງ​ສັດ​ທາ​ແມ່ນ​ຄື​ກັນ​ໃນ​ທຸກ​ວັດ​ທະ​ນະ​ທຳ. ຊ່ວຍ​ໃຫ້​ຜູ້​ຄົນ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ພຣະ​ເຈົ້າ ແລະ ພາ​ລະ​ກິດ​ສູງ​ສົ່ງ​ຂອງ​ພຣະ​ເຢ​ຊູ​ຄຣິດ. ວິ​ທີ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ເຂົາ​ເຈົ້າ​ເພື່ອ​ຮຽນ​ຮູ້​ຄວາມ​ຈິງ​ເຫລົ່າ​ນີ້​ແມ່ນ​ການ​ມີ​ປະ​ສົບ​ການ​ສ່ວນ​ຕົວ​ທາງ​ວິນ​ຍານ. ບາງວິ​ທີ​ທີ່​ທ່ານ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ປະ​ສົບ​ການ​ເຫລົ່າ​ນີ້​ໄດ້​ຖືກ​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ:

  • ສິດ​ສອນ​ວ່າ​ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ແລະ ພຣະ​ອົງ​ຮັກ​ເຮົາ. ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ. ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ສະ​ແຫວງ​ຫາ​ການ​ເປັນ​ພະ​ຍານ​ດ້ວຍ​ຕົນ​ເອງ.

  • ສິດ​ສອນ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ.

  • ສິດ​ສອນ​ວ່າ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ເຢ​ຊູ​ຄຣິດ ໄດ້​ມາ​ປະ​ກົດ​ຕໍ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ.

  • ສະ​ແດງ​ປະ​ຈັກ​ພະ​ຍານ​ທີ່​ຈິງ​ໃຈ​ເຖິງ​ພຣະ​ກິດ​ຕິ​ຄຸນ, ລວມ​ທັງ​ຄວາມ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ເປັນ​ຫຍັງ​ທ່ານ​ຈຶ່ງ​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.

  • ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ກ່າວ​ຄຳ​ອະ​ທິ​ຖານ​ທີ່​ລຽບ​ງ່າຍ ແລະ ຈິງ​ໃຈ—ກັບ​ທ່ານ ແລະ ດ້ວຍ​ຕົນ​ເອງ.

  • ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ທຸກວັນ—ກັບ​ທ່ານ ແລະ ດ້ວຍ​ຕົນ​ເອງ.

  • ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ໄປ​ໂບດ.

  • ແນະ​ນຳ​ເຂົາ​ເຈົ້າ​ໃຫ້​ຮູ້​ຈັກ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຜູ້​ສາ​ມາດ​ອະ​ທິ​ບາຍ​ໄດ້​ວ່າ​ເຂົາ​ເຈົ້າ​ມາ​ເຊື່ອ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ.

  • ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຮັກ​ສາ​ພັນ​ທະ​ສັນ​ຍາ.

ຜູ້​ຄົນ​ສ່ວນ​ໃຫຍ່​ປາດ​ຖະ​ໜາ​ທີ່​ຈະ​ມີ​ການ​ເຊື່ອມ​ຕໍ່​ເຂົ້າ​ກັບ​ພຣະ​ເຈົ້າ​ຫລາຍ​ຂຶ້ນ ແລະ ພົບ​ຈຸດ​ປະ​ສົງ ແລະ ຄວາມ​ໝາຍ​ໃນ​ຊີ​ວິດ. ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ເປັນ​ລູກ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ທີ່​ຊົງ​ຮັກ ແລະ ວ່າ​ພຣະ​ອົງ​ມີ​ແຜນ​ສຳ​ລັບ​ເຂົາ​ເຈົ້າ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ເລີ່ມ​ຕົ້ນ​ໂດຍ​ການ​ເວົ້າ​ບາງ​ຢ່າງ​ແບບ​ດັ່ງ​ຕໍ່​ໄປ​ນີ້:

ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ, ແລະ ພຣະ​ອົງ​ຮັກ​ເຮົາ. ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ. ເຮົາ​ໄດ້​ອາ​ໄສ​ຢູ່​ກັບ​ພຣະ​ອົງ​ກ່ອນ​ເຮົາ​ໄດ້​ມາ​ເກີດ. ຍ້ອນ​ວ່າ​ເຮົາ​ທຸກ​ຄົນ​ເປັນ​ລູກ​ຂອງ​ພຣະ​ອົງ, ເຮົາ​ທຸກ​ຄົນ​ຈຶ່ງ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ. ພຣະ​ອົງ​ປາດ​ຖະ​ໜາ​ໃຫ້​ເຮົາ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ. ເພາະ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ, ພຣະ​ອົງ​ຈຶ່ງ​ໄດ້​ຈັດ​ກຽມ​ທາງ​ໄວ້​ໃຫ້​ເຮົາ ເພື່ອ​ກັບ​ໄປ​ຫາ​ພຣະ​ອົງ ຜ່ານ​ທາງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ.

ປັບ​ການ​ສິດ​ສອນ​ຂອງ​ທ່ານ​ຕາມ​ຄວາມ​ຕ້ອງ​ການ

ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຫລາຍ​ຄົນ​ຈາກ​ພື້ນ​ຖານ​ທີ່​ບໍ່​ແມ່ນ​ຊາວ​ຄຣິດ​ເວົ້າ​ວ່າ ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ຫລາຍ​ກ່ຽວ​ກັບ​ສິ່ງ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຂົາ​ເຈົ້າ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ ແລະ ຢາກ​ເຮັດ​ສິ່ງ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ຂໍ​ຮ້ອງ. ໃຫ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ. ມີ​ຄວາມ​ອົດ​ທົນ ແລະ ສະ​ໜັບ​ສະ​ໜູນ. ມັນ​ອາດ​ຈະ​ໃຊ້​ເວ​ລາ​ສຳ​ລັບ​ຜູ້​ຄົນ​ທີ່​ຈະ​ຮຽນ​ຮູ້​ວິ​ທີ​ລະ​ບຸ ແລະ ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ. ທ່ານ​ອາດ​ຕ້ອງ​ໄດ້​ປັບ​ຄວາມ​ໄວ ແລະ ຄວາມ​ເລິກ​ຂອງ​ການ​ສິດ​ສອນ​ຂອງ​ທ່ານ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ.

ຄຳ​ແນະ​ນຳ​ດັ່ງ​ຕໍ່​ໄປ​ນີ້​ອາດ​ຊ່ວຍ​ໄດ້ ຂະ​ນະ​ທີ່​ທ່ານ​ກຽມ​ສິດ​ສອນ​ຜູ້​ຄົນ​ຈາກ​ພື້ນ​ຖານ​ທີ່​ບໍ່​ແມ່ນ​ຊາວ​ຄຣິດ:

  • ເຂົ້າ​ໃຈ​ວ່າ​ຄວາມ​ຕ້ອງ​ການ ຫລື ຄວາມ​ສົນ​ໃຈ​ທາງ​ວິນ​ຍານ​ກະ​ຕຸ້ນ​ໃຫ້​ເຂົາ​ເຈົ້າ​ພົບ​ກັບ​ທ່ານ.

  • ໃຫ້​ພາບ​ລວມ ແລະ ການ​ທົບ​ທວບ​ທີ່​ລຽບ​ງ່າຍ​ສຳ​ລັບ​ແຕ່​ລະ​ບົດ​ຮຽນ.

  • ຂໍ​ໃຫ້​ເຂົາ​ເຈົ້າ​ບອກ​ທ່ານ​ວ່າ ເຂົາ​ເຈົ້າ​ເຂົ້າ​ໃຈ ແລະ ມີ​ປະ​ສົບ​ການ​ຫຍັງ​ແດ່.

  • ໃຫ້​ນິ​ຍາມ​ຄຳ​ສັບ ແລະ ຫລັກ​ທຳ​ທີ່​ສຳ​ຄັນ. ຜູ້​ຄົນ​ອາດ​ບໍ່​ຄຸ້ນ​ເຄີຍ​ກັບ​ຫລາຍ​ຄຳ​ທີ່​ທ່ານ​ໃຊ້​ຂະ​ນະ​ທີ່​ທ່ານ​ສິດ​ສອນ.

  • ກັບ​ໄປ​ສິດ​ສອນ​ບົດ​ຮຽນ​ທີ່​ຜ່ານ​ມາ ເພື່ອ​ສິດ​ສອນ​ຄຳ​ສອນ​ໃຫ້​ແຈ່ມ​ແຈ້ງ​ຫລາຍ​ຂຶ້ນ. ສິ່ງ​ນີ້​ອາດ​ຈຳ​ເປັນ​ເມື່ອ​ໃດ​ກໍ​ຕາມ​ໃນ​ລະ​ຫວ່າງ​ຂັ້ນ​ຕອນ​ການ​ສິດ​ສອນ.

  • ລະ​ບຸ​ຄຳ​ເຊື້ອ​ເຊີນ​ທີ່​ທ່ານ​ສາ​ມາດ​ສະ​ເໜີ ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ປະ​ສົບ​ກັບ​ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ.

ລາຍ​ການ​ຢູ່​ຂ້າງ​ລຸ່ມ​ເປັນ​ແຫລ່ງ​ຂໍ້​ມູນ​ບາງ​ສ່ວນ​ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ​ທີ່​ທ່ານ​ອາດ​ໃຊ້​ເພື່ອ​ຊ່ວຍ​ຜູ້​ທີ່​ມາ​ຈາກ​ພື້ນ​ຖານ​ທີ່​ບໍ່​ແມ່ນ​ຊາວ​ຄຣິດ:

  • Who Is God?

  • Who Is Jesus Christ?

  • Jesus Christ, Son of God

  • What to Expect When Visiting with Missionaries of The Church of Jesus Christ of Latter-day Saints

  • Muslims and Latter-day Saints: Beliefs, Values, and Lifestyles

ການ​ສຶກ​ສາ​ສ່ວນ​ຕົວ ຫລື ກັບ​ຄູ່​ສອນ

ຖ້າ​ເປັນ​ໄປ​ໄດ້, ໃຫ້​ລະ​ບຸ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຄົນ​ໜຶ່ງ​ທີ່​ມາ​ຈາກ​ພື້ນ​ຖານ​ທີ່​ບໍ່​ແມ່ນ​ຊາວ​ຄຣິດ ກ່ອນ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ. ນັດ​ພົບ ແລະ ຖາມ​ກ່ຽວ​ກັບ​ປະ​ສົບ​ການ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ລາວ. ຍົກ​ຕົວ​ຢາງ, ທ່ານ​ອາດ​ຖາມ​ບຸກ​ຄົນ​ນັ້ນ​ກ່ຽວ​ກັບ:

  • ແມ່ນ​ຫຍັງ​ທີ່​ນຳ​ພາ​ລາວ​ໃຫ້​ເຊື່ອ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ.

  • ປະ​ສົບ​ການ​ກ່ຽວ​ກັບ​ການ​ອະ​ທິ​ຖານ​ເທື່ອ​ທຳ​ອິດ​ເປັນ​ແນວ​ໃດ.

  • ເທື່ອ​ທຳ​ອິດ​ທີ່​ລາວ​ຮູ້​ສຶກ​ເຖິງ​ຄຳ​ຕອບ​ຕໍ່​ການ​ອະ​ທິ​ຖານ​ເປັນ​ແນວ​ໃດ.

  • ບົດ​ບາດ​ຂອງ​ພຣະ​ຄຳ​ພີ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ລາວ.

  • ການ​ໄປ​ໂບດ​ເປັນ​ຈັ່ງ​ໃດ.

ຂຽນ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ລົງ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.

ພິ​ຈາ​ລະ​ນາ​ການ​ເຊື້ອ​ເຊີນ​ບຸກ​ຄົນ​ນັ້ນ​ໃຫ້​ຊ່ວຍ​ທ່ານ​ສິດ​ສອນ​ຄົນ​ໃດ​ຄົນ​ໜຶ່ງ​ຈາກ​ພື້ນ​ຖານ​ທີ່​ບໍ່​ແມ່ນ​ຊາວ​ຄຣິດ.


ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ ແລະ ການ​ນຳ​ໃຊ້

ການ​ສຶກ​ສາ​ສ່ວນ​ຕົວ

  • ສົມ​ມຸດ​ວ່າ​ທ່ານ​ຢູ່​ໃນ​ສະ​ຖາ​ນະ​ການ​ດັ່ງ​ຕໍ່​ໄປ​ນີ້. ທ່ານ​ຈະ​ໃຊ້​ຫລັກ​ທຳ ແລະ ທັກ​ສະ​ໃນ​ບົດ​ນີ້ ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ເຫລົ່າ​ນີ້​ກ້າວ​ໜ້າ​ໄດ້​ແນວ​ໃດ? ວາງ​ແຜນ​ວິ​ທີ​ທີ່​ທ່ານ​ຈະ​ນຳ​ໃຊ້​ມັນ​ໃນ​ແຕ່​ລະ​ສະ​ຖາ​ນະ​ການ.

    • ບາງ​ຄົນ​ທີ່​ໄດ້​ກຽມ​ພ້ອມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ​ບອກ​ທ່ານ​ວ່າ ລາວ​ບໍ່​ຕ້ອງ​ການ​ພົບ​ກັບ​ພວກ​ທ່ານ​ອີກ​ແລ້ວ.

    • ພວກ​ທ່ານ​ໄດ້​ພົບ​ເຈັດ​ເທື່ອ ກັບ​ບຸກ​ຄົນ​ທີ່​ໄດ້​ຮັບ​ການ​ສິດ​ສອນ​ໂດຍ​ຜູ້​ສອນ​ສາດ​ສະ​ໜາ​ຫລາຍ​ຄົນ​ໃນ​ໄລ​ຍະ​ເວ​ລາ​ສອງ​ປີ. ມີ​ສັນ​ຍານ​ຂອງ​ຄວາມ​ຄືບ​ໜ້າ​ເລັກ​ນ້ອຍ ຖ້າ​ຫາກ​ມີ.

  • ເລືອກ​ບົດ​ຮຽນ​ຜູ້​ສອນ​ສາດ​ສະ​ໜາ​ບົດ​ໜຶ່ງ. ລະ​ບຸ​ຂໍ້​ພຣະ​ຄຳ​ພີ​ໜຶ່ງ ຫລື ສອງ​ຂໍ້​ຈາກ​ຫລັກ​ທຳ​ຫລັກ. ຝຶກ​ຫັດ​ການ​ສິດ​ສອນ​ຈາກ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ທີ່​ລະ​ບຸ​ໄວ້​ໃນ​ພາກ “ໃຊ້​ພຣະ​ຄຳ​ພີ” ຢູ່​ໃນ​ບົດ​ນີ້.

ການ​ສຶກ​ສາ​ກັບ​ຄູ່​ສອນ ແລະ ການ​ສັບ​ປ່ຽນ​ຄູ່​ສອນ

  • ອ່ານ​ເລື່ອງ​ລາວ​ຂອງ​ອຳ​ໂມນ ແລະ ກະ​ສັດ​ລາ​ໂມ​ໄນ ຢູ່​ໃນ ແອວ​ມາ 18–19 ແລະ ເລື່ອງ​ລາວ​ຂອງ​ອາ​ໂຣນ ຢູ່​ໃນ ແອວ​ມາ 22:4–18. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ລະ​ບຸ ແລະ ບັນ​ຍາຍ​ວິ​ທີ​ທີ່​ອຳ​ໂມນ ແລະ ອາ​ໂຣນ:

    • ເຮັດ​ຕາມ​ພຣະ​ວິນ​ຍານ ແລະ ສິດ​ສອນ​ດ້ວຍ​ຄວາມ​ຮັກ.

    • ເລີ່ມ​ຕົ້ນ​ສິດ​ສອນ.

    • ປັບ​ການ​ສິດ​ສອນ​ຂອງ​ເຂົາ​ເຈົ້າ​ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ.

    • ສະ​ແດງ​ປະ​ຈັກ​ພະ​ຍານ.

    • ໄດ້​ໃຊ້​ພຣະ​ຄຳ​ພີ.

    • ໄດ້​ຖາມ​ຄຳ​ຖາມ, ໄດ້​ຟັງ, ແລະ ໄດ້​ຊ່ວຍ​ຜູ້​ຄົນ​ທີ່​ເຂົາ​ເຈົ້າ​ສິດ​ສອນ ເພື່ອ​ແກ້​ໄຂ​ຄວາມ​ກັງ​ວົນ​ຂອງ​ເຂົາ​ເຈົ້າ.

    • ໄດ້​​ຊຸກ​ຍູ້​ຜູ້​ທີ່​ເຂົາ​ເຈົ້າ​ສິດ​ສອນ​ໃຫ້​ເຮັດ​ຄຳ​ໝັ້ນ​ສັນ​ຍາ.

    ສົນ​ທະ​ນາ​ວິ​ທີ​ທີ່​ການ​ຮັບ​ໃຊ້ ແລະ ການ​ສິດ​ສອນ​ຂອງ​ເຂົາ​ເຈົ້າ ມີ​ຜົນ​ກະ​ທົບ​ຕໍ່​ກະ​ສັດ​ລາ​ໂມ​ໄນ, ບິ​ດາ​ຂອງ​ເພິ່ນ, ແລະ ນາງ​ເອ​ບິດ​ແນວ​ໃດ.

ສະ​ພາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ອະ​ນາ​ເຂດ, ແລະ ສະ​ພາ​ຜູ້​ນຳ​ເຂດ​ເຜີຍ​ແຜ່

  • ເຊື້ອ​ເຊີນ​ສະ​ມາ​ຊິກ ຫລື ຜູ້​ທີ່​ກຳ​ລັງ​ຮັບ​ການ​ສິດ​ສອນ​ໃນ​ປະ​ຈຸ​ບັນ​ມາ​ຮ່ວມ​ການ​ປະ​ຊຸມ​ຂອງ​ທ່ານ. ອະ​ທິ​ບາຍ​ຕໍ່​ກຸ່ມ​ວ່າ ທ່ານ​ຕ້ອງ​ການ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ປັບ​ປຸງ​ຄວາມ​ສາ​ມາດ​ຂອງ​ເຂົາ​ເຈົ້າ ໃນ​ການ​ແບ່ງ​ປັນ​ຂ່າວ​ສານ​ທີ່​ສຳ​ຄັນ​ຂອງ​ເຂົາ​ເຈົ້າ. ເລືອກ​ບົດ​ຮຽນ ແລະ ທັກ​ສະ. ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ສິດ​ສອນ​ບົດ​ຮຽນ​ທີ່​ທ່ານ​ໄດ້​ເລືອກ​ໄວ້​ ປະ​ມານ 20 ນາ​ທີ ໃຫ້​ກັບ​ບຸກ​ຄົນ ຫລື ຜູ້​ຄົນ, ໂດຍ​ການ​ສຸມ​ໃສ່​ທັກ​ສະ​ທີ່​ທ່ານ​ໄດ້​ລະ​ບຸ. ໃຫ້​ເຂົາ​ເຈົ້າ​ປ່ຽນ​ຜູ້​ທີ່​ເຂົາ​ເຈົ້າ​ສິດ​ສອນ​ຫລັງ​ຈາກ 20 ນາ​ທີ. ຫລັງ​ຈາກ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ສິດ​ສອນ​ແລ້ວ, ໃຫ້​ນຳ​ກຸ່ມ​ມາ​ລວມ​ກັນ. ໃຫ້​ບຸກ​ຄົນ​ນັ້ນ ຫລື ຜູ້​ຄົນ​ບອກ​ຜູ້​ສອນ​ສາດ​ສະ​ໜາ​ວ່າ ແມ່ນ​ຫຍັງ​ທີ່​ມີ​ປະ​ສິດ​ທິ​ພາບ​ຫລາຍ​ທີ່​ສຸດ ແລະ ວິ​ທີ​ໜຶ່ງ​ທີ່​ເຂົາ​ເຈົ້າ​ສາ​ມາດ​ປັບ​ປຸງ.

  • ສາຍ​ວິ​ດີ​ໂອ​ຕົວ​ຢ່າງ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ກຳ​ລັງ​ສິດ​ສອນ ຫລື ຕິດ​ຕໍ່​ຜູ້​ຄົນ. ເລືອກ​ທັກ​ສະ ແລະ ສົນ​ທະ​ນາ​ວ່າ ຜູ້​ສອນ​ສາດ​ສະ​ໜາ​ນຳ​ໃຊ້​ຫລັກ​ທຳ​ສຳ​ລັບ​ທັກ​ສະ​ນັ້ນ​ໄດ້​ດີ​ຫລາຍ​ປານ​ໃດ.

  • ເລືອກ​ທັກ​ສະ, ແລະ ລະ​ບຸ​ຄຳ​ສອນ ຫລື ຂໍ້​ພຣະ​ຄຳ​ພີ​ທີ່​ສະ​ໜັບ​ສະ​ໜູນ​ທັກ​ສະ​ນັ້ນ. ສິດ​ສອນ​ພື້ນ​ຖານ​ຄຳ​ສອນ​ຂອງ​ທັກ​ສະ​ໃຫ້​ແກ່​ຜູ້​ສອນ​ສາດ​ສະ​ໜາ.

ຜູ້​ນຳ​ເຜີຍ​ແຜ່ ແລະ ທີ່​ປຶກ​ສາ​ເຜີຍ​ແຜ່

  • ໄປ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ເປັນ​ບາງ​ຄັ້ງ ຂະ​ນະ​ທີ່​ເຂົາ​ເຈົ້າ​ສິດ​ສອນ. ວາງ​ແຜນ​ວ່າ​ທ່ານ​ຈະ​ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ການ​ສິດ​ສອນ​ແນວ​ໃດ.

  • ຊຸກ​ຍູ້​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ໃຫ້​ມີ​ສ່ວນ​ຮ່ວມ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ການ​ໄປ​ຢ້ຽມ​ສອນ​ຂອງ​ເຂົາ​ເຈົ້າ.

  • ສາ​ທິດ ແລະ ຊ່ວຍ​ຜູ້​ສອນ​ສາດ​ສະ​ໜາ​ຝຶກ​ຫັດ​ທັກ​ສະ​ການ​ສິດ​ສອນ​ຢ່າງ​ໜຶ່ງ ທີ່​ບັນ​ຍາຍ​ໄວ້​ຢູ່​ໃນ​ບົດ​ນີ້, ດັ່ງ​ເຊັ່ນ​ການ​ຖາມ​ຄຳ​ຖາມ​ທີ່​ດີ ແລະ ຟັງ.

  • ສາ​ທິດ​ການ​ໃຊ້​ພຣະ​ຄຳ​ພີ​ທີ່​ມີ​ປະ​ສິດ​ທິ​ພາບ ເມື່ອ​ຜູ້​ສອນ​ສາດ​ສະ​ໜາ​ຝ່າຍ​ສິດ​ສອນ​ຢູ​ໃນ​ກອງ​ປະ​ຊຸມ​ອະ​ນາ​ເຂດ, ສະ​ພາ​ຜູ້​ນຳ​ເຜີຍ​ແຜ່, ແລະ ການ​ສຳ​ພາດ. ເຮັດ​ແບບ​ດຽວ​ກັນ​ເມື່ອ​ທ່ານ​ສິດ​ສອນ​ກັບ​ເຂົາ​ເຈົ້າ.

  • ຊ່ວຍ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ເຂົ້າ​ໃຈ​ພຣະ​ຄຳ​ພີ ແລະ ພັດ​ທະ​ນາ​ຄວາມ​ຮັກ​ຕໍ່​ພຣະ​ຄຳ​ພີ. ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ແນະ​ນຳ​ຜູ້​ນຳ​ເຜີຍ​ແຜ່​ວ່າ:

    “ໃຫ້​ຄວາມ​ຮັກ​ຕໍ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເປັນ​ສູນ​ກາງ​ທີ່​ແນ່​ນອນ​ຂອງ​ວັດ​ທະ​ນະ​ທຳ​ເຜີຍ​ແຜ່​ຂອງ​ທ່ານ. … ເຮັດ​ໃຫ້​ຄວາມ​ຄຸ້ນ​ເຄີຍ​ກັບ​ການ​ເປີດ​ເຜີຍ ແລະ ການ​ໃຊ້​ວຽກ​ງານ​ມາດ​ຕະ​ຖານ​ເປັນ​ປະ​ຈຳ ເປັນ​ບຸກ​ຄະ​ລິກ​ລັກ​ສະ​ນະ​ເດັ່ນ​ຢ່າງ​ໜຶ່ງ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ທ່ານ ຕະ​ຫລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

    “ເມື່ອ​ທ່ານ​ສິດ​ສອນ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ທ່ານ—ແລະ ນັ້ນ​ຄື​ຕະ​ຫລອດ​ເວ​ລາ—ໃຫ້​ສິດ​ສອນ​ເຂົາ​ເຈົ້າ​ຈາກ​ພຣະ​ຄຳ​ພີ. ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ ທ່ານ​ໄດ້​ຄວາມ​ເຂັ້ມ​ແຂງ ແລະ ການ​ດົນ​ໃຈ​ມາ​ຈາກ​ໃສ. ສິດ​ສອນ​ເຂົາ​ເຈົ້າ​ໃຫ້​ຮັກ ແລະ ເພິ່ງ​ອາ​ໄສ​ການ​ເປີດ​ເຜີຍ​ທີ່​ສະ​ສົມ​ນັ້ນ.

    “ປະ​ທານ​ເຜີຍ​ແຜ່ [ຂອງ​ຂ້າ​ພະ​ເຈົ້າ] ສິດ​ສອນ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ ແລະ ພຣະ​ຄຳ​ພີ [ອື່ນໆ] ທຸກ​ເທື່ອ​ທີ່​ພວກ​ເຮົາ​ຢູ່​ກັບ​ເພິ່ນ, ຫລື ເບິ່ງ​ຄື​ວ່າ​ເປັນ​ແນວ​ນັ້ນ. ການ​ສຳ​ພາດ​ສ່ວນ​ຕົວ​ໄດ້​ເຕັມ​ໄປ​ດ້ວຍ​ພຣະ​ຄຳ​ພີ. ໂຄງ​ຮ່າງ​ສຳ​ລັບ … ການ​ປະ​ຊຸມ ຖືກ​ດຶງ​ມາ​ຈາກ​ວຽກ​ງານ​ມາດ​ຕະ​ຖານ. …

    “ຕອນ​ນັ້ນ​ພວກ​ເຮົາ​ບໍ່​ຮູ້, ແຕ່​ປະ​ທານ​ຂອງ​ພວກ​ເຮົາ​ໄດ້​ວາງ​ຍຸດ​ທະ​ພັນ​ໄວ້​ໃນ​ເບື້ອງ​ຂວາ ແລະ ເບື້ອງ​ຊ້າຍ, ແນະ​ນຳ​ພວກ​ເຮົາ​ດ້ວຍ​ສຸດ​ພະ​ລັງ​ທັງ​ໝົດ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ເພິ່ນ ແລະ ດ້ວຍ​ຄວາມ​ສາ​ມາດ​ທັງ​ໝົດ​ທີ່​ເພິ່ນ​ມີ ເພື່ອ​ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ ເພື່ອ​ວ່າ​ເຮົາ​ຈະ​ບໍ່​ຕາຍ​ເລີຍ [ເບິ່ງ 1 ນີ​ໄຟ 15:23–25]”(“The Power of the Scriptures” seminar for new mission leaders, June 25, 2022).

ພິມ