“ບົດທີ 10: ສິດສອນໃຫ້ສ້າງສັດທາໃນພຣະເຢຊູຄຣິດ,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ (2023)
“ບົດທີ 10,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ
ບົດທີ 10
ສິດສອນໃຫ້ສ້າງສັດທາໃນພຣະເຢຊູຄຣິດ
ທ່ານຖືກເອີ້ນໃຫ້ສິດສອນພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ ໃຫ້ແກ່ຫລາຍຄົນເທົ່າທີ່ຈະຮັບທ່ານ. ການສິດສອນເປັນສູນກາງຂອງທຸກສິ່ງທີ່ທ່ານເຮັດ. ເມື່ອທ່ານເພິ່ງອາໄສພຣະຜູ້ເປັນເຈົ້າເພື່ອຊ່ວຍເຫລືອ, ພຣະອົງໄດ້ສັນຍາວ່າ:
“ແລະ ຜູ້ໃດກໍຕາມທີ່ຮັບເອົາພວກເຈົ້າ, ທີ່ນັ້ນເຮົາຈະຢູ່ນຳຄືກັນ, ເພາະເຮົາຈະອອກໜ້າພວກເຈົ້າ. ເຮົາຈະຢູ່ທາງເບື້ອງຂວາມືພວກເຈົ້າ ແລະ ທາງຊ້າຍພວກເຈົ້າ, ແລະ ວິນຍານຂອງເຮົາຈະຢູ່ໃນໃຈຂອງພວກເຈົ້າ, ແລະ ທູດຂອງເຮົາຈະອ້ອມຮອບພວກເຈົ້າໄວ້, ເພື່ອຄ້ຳຊູພວກເຈົ້າ” (ຄຳສອນ ແລະ ພັນທະສັນຍາ 84:88).
ອະທິຖານ, ສຶກສາ, ແລະ ຝຶກຝົນເພື່ອພັດທະນາຄວາມສາມາດໃນການສິດສອນຂອງທ່ານ. ນຳໃຊ້ຫລັກທຳໃນບົດນີ້ ແລະ ໃນບົດອື່ນໆຂອງປຶ້ມນີ້. ສະແຫວງຫາຂອງປະທານແຫ່ງການສິດສອນຢ່າງຕັ້ງໃຈ ເພື່ອວ່າທ່ານຈະສາມາດເປັນພອນໃຫ້ແກ່ຄົນອື່ນ ແລະ ຖວາຍບາລະມີແດ່ພຣະເຈົ້າ. ພຣະຜູ້ເປັນເຈົ້າຈະຊ່ວຍທ່ານສິດສອນດ້ວຍອຳນາດ ແລະ ສິດອຳນາດ ຂະນະທີ່ທ່ານສະແຫວງຫາພຣະອົງ ແລະ ຮຽນຮູ້ພຣະຄຳຂອງພຣະອົງຢ່າງພາກພຽນ.
ສະແຫວງຫາທີ່ຈະສິດສອນເໝືອນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນ
ລະຫວ່າງການປະຕິບັດສາດສະໜາກິດຢູ່ໃນໂລກຂອງພຣະອົງ, ພຣະເຢຊູ “ໄດ້ເດີນທາງໄປທົ່ວ … [ສິດສອນ] … , [ສັ່ງສອນ] … , ແລະ [ປິ່ນປົວ]” (ມັດທາຍ 4:23). ພຣະອົງໄດ້ສິດສອນໃນຫລາຍສະພາບແວດລ້ອມ—ໃນທຳມະສາລາ, ໃນບ້ານເຮືອນ, ແລະ ຕາມຖະໜົນຫົນທາງ. ພຣະອົງໄດ້ສິດສອນໃນການຊຸມນຸມໃຫຍ່ ແລະ ໃນການສົນທະນາເປັນສ່ວນຕົວ. ການປະຕິສຳພັນບາງຄັ້ງຂອງພຣະອົງທີ່ມີພະລັງທີ່ສຸດແມ່ນສັ້ນໆ ຫລື ໃນສະພາບແວດລ້ອມທີ່ຜິດປົກກະຕິ. ພຣະອົງໄດ້ສິດສອນຜ່ານທາງການກະທຳຂອງພຣະອົງ ຕະຫລອດທັງພຣະວາຈາຂອງພຣະອົງ.
ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນແຕ່ລະຄົນຕາມຄວາມຕ້ອງການສະເພາະຂອງເຂົາເຈົ້າ. ຍົກຕົວຢ່າງ, ເມື່ອຮັບໃຊ້ຊາຍເປ້ຍລ່ອຍ, ພຣະອົງໄດ້ໃຫ້ອະໄພບາບ ແລະ ປິ່ນປົວລາວ (ເບິ່ງ ມາຣະໂກ 2:1–12). ເມື່ອປະຕິບັດສາດສະໜາກິດຕໍ່ຍິງຄົນໜຶ່ງຜູ້ໄດ້ຫລິ້ນຊູ້, ພຣະອົງໄດ້ປົກປ້ອງນາງ ແລະ ເຊື້ອເຊີນນາງບໍ່ໃຫ້ເຮັດບາບອີກຕໍ່ໄປ (ເບິ່ງ ໂຢຮັນ 8:2–11). ເມື່ອກ່າວເຖິງເສດຖີໜຸ່ມຜູ້ປາດຖະໜາຊີວິດນິລັນດອນ, ພຣະອົງ “[ຮັກລາວ]” ເຖິງແມ່ນຊາຍໜຸ່ມໄດ້ປະຕິເສດບໍ່ຮັບຄຳເຊື້ອເຊີນຂອງພຣະອົງໃຫ້ຕິດຕາມພຣະອົງກໍຕາມ (ມາຣະໂກ 10:21; ເບິ່ງ ຂໍ້ທີ 17–21).
ທ່ານສາມາດປັບປຸງການສິດສອນຂອງທ່ານໂດຍການຮຽນຮູ້ວິທີທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນແນວໃດ. ຍົກຕົວຢ່າງ, ພຣະອົງຮັກພຣະບິດາ ແລະ ຜູ້ທີ່ພຣະອົງສິດສອນ. ພຣະອົງໄດ້ອະທິຖານ. ພຣະອົງໄດ້ສິດສອນຈາກພຣະຄຳພີ. ພຣະອົງໄດ້ກະກຽມທາງວິນຍານ. ພຣະອົງໄດ້ຖາມຄຳຖາມທີ່ດົນໃຈ. ພຣະອົງໄດ້ເຊື້ອເຊີນຜູ້ຄົນໃຫ້ກະທຳໃນສັດທາ. ພຣະອົງໄດ້ປຽບທຽບຫລັກທຳພຣະກິດຕິຄຸນກັບທຸກສິ່ງທີ່ມີຊີວິດ.
ການສະແຫວງຫາທີ່ຈະສິດສອນເໝືອນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນແມ່ນການສະແຫວງຫາຕະຫລອດຊີວິດ. ມັນຈະມາສູ່ທ່ານເທື່ອລະບັນທັດຂະນະທີ່ທ່ານຕິດຕາມພຣະອົງ (ເບິ່ງ 2 ນີໄຟ 28:30; ອີເທີ 12:41).
“ສະແຫວງຫາ [ເພື່ອຮັບ] ຄຳຂອງເຮົາ”
ເພື່ອທີ່ຈະສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ, ທ່ານຕ້ອງຮູ້ຈັກຄຳສອນ ແລະ ຫລັກທຳຂັ້ນພື້ນຖານ. ທ່ານຍັງຕ້ອງການຄວາມຮູ້ ແລະ ການຢືນຢັນທາງວິນຍານເຖິງຄວາມຈິງຂອງພຣະກິດຕິຄຸນນຳອີກ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ຢ່າສະແຫວງຫາທີ່ຈະປະກາດຄຳຂອງເຮົາ, ແຕ່ກ່ອນອື່ນໝົດ ໃຫ້ສະແຫວງ ຫາ [ເພື່ອຮັບ] ຄຳຂອງເຮົາ.”
ເພື່ອ “ຮັບ” ພຣະຄຳຂອງພຣະຜູ້ເປັນເຈົ້າ ໝາຍເຖິງການສຶກສາມັນ ແລະ ໃຫ້ມັນຊຶມເຂົ້າໄປໃນສ່ວນເລິກຂອງໃຈທ່ານ. ເມື່ອທ່ານພະຍາຍາມສິ່ງນີ້, ພຣະອົງໄດ້ສັນຍາວ່າ, “ເມື່ອນັ້ນ ລີ້ນຂອງເຈົ້າຈະມາຍອອກ; ຈາກນັ້ນ, ຖ້າຫາກເຈົ້າປາດຖະໜາ, ເຈົ້າຈະມີວິນຍານຂອງເຮົາ ແລະ ຄຳຂອງເຮົາ, ແທ້ຈິງແລ້ວ, ມີອຳນາດຂອງພຣະເຈົ້າໃນການໃຫ້ມະນຸດຍອມຮັບ” (ຄຳສອນ ແລະ ພັນທະສັນຍາ 11:21).
ພຣະຜູ້ເປັນເຈົ້າກໍຍັງໄດ້ກ່າວອີກວ່າ “ໃຫ້ສະສົມຖ້ອຍຄຳແຫ່ງຊີວິດໄວ້ໃນຈິດໃຈຂອງພວກເຈົ້າເລື້ອຍໄປ” (ຄຳສອນ ແລະ ພັນທະສັນຍາ 84:85). ການສະສົມພຣະຄຳຂອງພຣະຜູ້ເປັນເຈົ້າ ຈະເພີ່ມຄວາມຮູ້ ແລະ ຄວາມເຂັ້ມແຂງໃຫ້ແກ່ປະຈັກພະຍານຂອງທ່ານ. ຄວາມປາດຖະໜາ ແລະ ຄວາມສາມາດຂອງທ່ານທີ່ຈະສິດສອນພຣະກິດຕິຄຸນຈະເພີ່ມຂຶ້ນເຊັ່ນກັນ. (ເບິ່ງ ຢາໂຄບ 4:6–7; ແອວມາ 32:27–42; 36:26; 37:8–9.)
ຮັບ ແລະ ສະສົມພຣະຄຳຂອງພຣະຜູ້ເປັນເຈົ້າໂດຍການສຶກສາພຣະຄຳພີ, ຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່, ແລະ ບົດຮຽນໃນ ບົດທີ 3.
ສິດສອນໂດຍພຣະວິນຍານ
ພຣະກິດຕິຄຸນຂອງພຣະເຢຊູຄຣິດແມ່ນ “ອຳນາດຂອງພຣະເຈົ້າ ເພື່ອໃຫ້ທຸກຄົນທີ່ເຊື່ອໄດ້ຮັບ [ຄວາມລອດ]” (ໂຣມ 1:16). ເພາະດ້ວຍເຫດຜົນນີ້, ຂ່າວສານຂອງການຟື້ນຟູພຣະກິດຕິຄຸນຈຶ່ງຈຳເປັນຕ້ອງຖືກສິດສອນດ້ວຍອຳນາດຈາກສະຫວັນ—ອຳນາດຂອງພຣະວິນຍານບໍລິສຸດ.
ມັນສຳຄັນທີ່ທ່ານຈະພັດທະນາທັກສະການສິດສອນ. ມັນສຳຄັນທີ່ທ່ານຈະຮຽນຮູ້ຄຳສອນ ແລະ ຫລັກທຳທີ່ທ່ານສິດສອນນຳອີກ. ເຖິງຢ່າງໃດກໍຕາມ, ເມື່ອສິດສອນຄວາມຈິງທາງວິນຍານ, ທ່ານຈະບໍ່ເພິ່ງອາໄສພຽງແຕ່ຄວາມສາມາດ ແລະ ຄວາມຮູ້ຂອງຕົນເອງເທົ່ານັ້ນ.
ຄວາມຈິງທາງວິນຍານຖືກສິດສອນໂດຍອຳນາດຂອງພຣະວິນຍານບໍລິສຸດ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ພຣະວິນຍານຈະຖືກມອບໃຫ້ແກ່ເຈົ້າໂດຍການອະທິຖານດ້ວຍສັດທາ; ແລະ ຖ້າຫາກພວກເຈົ້າບໍ່ໄດ້ຮັບພຣະວິນຍານ ພວກເຈົ້າຈະບໍ່ສິດສອນ” (ຄຳສອນ ແລະ ພັນທະສັນຍາ 42:14; ເບິ່ງ ຄຳສອນ ແລະ ພັນທະສັນຍາ 50:13–14, 17–22 ນຳອີກ).
ສິດສອນໂດຍພຣະວິນຍານໝາຍຄວາມວ່າແນວໃດ
ເມື່ອທ່ານສິດສອນໂດຍພຣະວິນຍານ, ທ່ານອະທິຖານຂໍອຳນາດຂອງພຣະວິນຍານບໍລິສຸດໃນການສິດສອນຂອງທ່ານ. ທ່ານຍັງອະທິຖານຂໍໃຫ້ຜູ້ຄົນຮັບເອົາຄວາມຈິງໂດຍພຣະວິນຍານນຳອີກ. ຜູ້ຄົນອາດເຊື່ອຄວາມຈິງບາງຢ່າງ, ແຕ່ກ່ອນຈະປ່ຽນໃຈເຫລື້ອມໃສ, ເຂົາເຈົ້າຕ້ອງການມີປະສົບການກັບພຣະວິນຍານ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 8:2–3).
ກຽມຕົວເອງເພື່ອເປັນເຄື່ອງມືຜ່ານທາງຜູ້ຊຶ່ງພຣະວິນຍານສາມາດສິດສອນ. ໃຫ້ຄິດວ່າພຣະວິນຍານບໍລິສຸດເປັນຄູ່ສອນຂອງທ່ານໃນການສິດສອນ.
ເພິ່ນອາໄສພຣະວິນຍານເພື່ອຊ່ວຍໃຫ້ທ່ານຮູ້ວ່າຈະເວົ້າຫຍັງ. ພຣະອົງຈະນຳຄຳສອນທີ່ທ່ານໄດ້ສຶກສາມາສູ່ຄວາມຊົງຈຳຂອງທ່ານ. ພຣະອົງຈະຊ່ວຍທ່ານວາງແຜນ ແລະ ປັບປ່ຽນສິ່ງທີ່ທ່ານສິດສອນຕາມຄວາມຕ້ອງການຂອງບຸກຄົນ.
ເມື່ອທ່ານສິດສອນໂດຍພຣະວິນຍານ, ພຣະອົງຈະນຳຂ່າວສານຂອງທ່ານເຂົ້າໄປໃນໃຈຂອງຜູ້ຄົນ. ພຣະອົງຈະຢືນຢັນຂ່າວສານຂອງທ່ານ ຂະນະທີ່ທ່ານສະແດງປະຈັກພະຍານຂອງທ່ານ. ທ່ານ ແລະ ຜູ້ທີ່ຮັບເອົາສິ່ງທີ່ທ່ານສິດສອນໂດຍພຣະວິນຍານຮຽນຮູ້ນຳກັນ, ເຂົ້າໃຈກັນ, ແລະ ປິຕິຍິນດີນຳກັນ. (ເບິ່ງ 2 ນີໄຟ 33:1; ຄຳສອນ ແລະ ພັນທະສັນຍາ 50:13–22.)
“ພຣະວິນຍານເປັນອົງປະກອບດຽວທີ່ສຳຄັນທີ່ສຸດໃນວຽກງານນີ້. ດ້ວຍພຣະວິນຍານທີ່ຂະຫຍາຍການເອີ້ນຂອງທ່ານ, ທ່ານຈະສາມາດເຮັດການມະຫັດສະຈັນໄດ້ເພື່ອພຣະຜູ້ເປັນເຈົ້າ ຢູ່ໃນສະໜາມເຜີຍແຜ່. ປາດສະຈາກພຣະວິນຍານ, ທ່ານຈະບໍ່ສຳເລັດ ບໍ່ວ່າ ທ່ານຈະມີພອນສະຫວັນ ແລະ ຄວາມສາມາດຫລາຍປານໃດກໍຕາມ” (Ezra Taft Benson, seminar for new mission presidents, June 25, 1986).
ຄຳສັນຍາຂອງການເອີ້ນຂອງທ່ານ
ທ່ານໄດ້ຖືກເອີ້ນ ແລະ ແຕ່ງຕັ້ງເປັນທາງການເພື່ອ “ສັ່ງສອນພຣະກິດຕິຄຸນຂອງເຮົາໂດຍພຣະວິນຍານ, ແມ່ນແຕ່ພຣະຜູ້ປອບໂຍນ ຊຶ່ງຖືກສົ່ງອອກໄປເພື່ອສິດສອນຄວາມຈິງ” (ຄຳສອນ ແລະ ພັນທະສັນຍາ 50:14). ບາງຄັ້ງທ່ານອາດຈະຮູ້ສຶກຢ້ານ ຫລື ບໍ່ພຽບພ້ອມ. ບາງທີທ່ານກັງວົນວ່າທ່ານບໍ່ຮູ້ຫລາຍພໍ ຫລື ວ່າທ່ານບໍ່ມີປະສົບການຫລາຍພໍ.
ພຣະບິດາເທິງສະຫວັນຂອງທ່ານ, ຜູ້ຮູ້ຈັກທ່ານດີ, ໄດ້ເອີ້ນທ່ານຍ້ອນສິ່ງທີ່ທ່ານສາມາດມອບໃຫ້ ໃນຖານະຜູ້ຕິດຕາມທີ່ມຸ່ງໝັ້ນຂອງພຣະເຢຊູຄຣິດ. ພຣະອົງຈະບໍ່ປະຖິ້ມທ່ານ. ໄວ້ວາງໃຈວ່າພຣະອົງຈະຂະຫຍາຍຄວາມສາມາດຂອງທ່ານ ແລະ ສິດສອນຄວາມຈິງໃຫ້ກັບຜູ້ທີ່ຮັບເອົາ.
ແອວເດີ ນຽວ ແອວ ແອນເດີເຊັນ ໄດ້ກ່າວວ່າ: “ຂະນະທີ່ຂ້າພະເຈົ້າໄຕ່ຕອງການທ້າທາຍຂອງການເຜີຍແຜ່, ຂ້າພະເຈົ້າຮູ້ສຶກບໍ່ພຽບພ້ອມ ແລະ ບໍ່ພ້ອມຫລາຍແທ້ໆ. ຂ້າພະເຈົ້າຈື່ການອະທິຖານໄດ້ວ່າ, ‘ພຣະບິດາເທິງສະຫວັນ, ຂ້ານ້ອຍຈະສາມາດຮັບໃຊ້ເຜີຍແຜ່ໄດ້ແນວໃດ ໃນເມື່ອຂ້ານ້ອຍຮູ້ໜ້ອຍແທ້ໆ?’ ຂ້າພະເຈົ້າເຊື່ອໃນສາດສະໜາຈັກ, ແຕ່ຂ້າພະເຈົ້າຮູ້ສຶກວ່າຄວາມຮູ້ທາງວິນຍານມີຈຳກັດຫລາຍ. ຂະນະທີ່ຂ້າພະເຈົ້າໄດ້ອະທິຖານ, ຄວາມຮູ້ສຶກໄດ້ເກີດຂຶ້ນ: ‘ເຈົ້າບໍ່ຮູ້ທຸກສິ່ງ, ແຕ່ເຈົ້າຮູ້ພຽງພໍ!’ ຄວາມໝັ້ນໃຈນັ້ນໄດ້ເຮັດໃຫ້ຂ້າພະເຈົ້າກ້າຫານທີ່ຈະກ້າວເຂົ້າໄປໃນສະໜາມເຜີຍແຜ່” (“You Know Enough,” Liahona, Nov. 2008, 13).
ເຊື້ອເຊີນພຣະວິນຍານຂະນະທີ່ທ່ານເລີ່ມສິດສອນ
ຊ່ວງເວລາທຳອິດກັບຜູ້ຄົນແມ່ນສຳຄັນຫລາຍ. ຈົ່ງຈິງໃຈ ແລະ ເຄົາລົບ. ສະແດງຄວາມສົນໃຈ ແລະ ຄວາມຮັກຢ່າງຈິງໃຈ. ສະແຫວງຫາທີ່ຈະໄດ້ຮັບຄວາມໄວ້ວາງໃຈຈາກເຂົາເຈົ້າ. ວິທີໜຶ່ງທີ່ຈະຮັບຄວາມໄວ້ວາງໃຈຄື ເມື່ອຜູ້ຄົນຮູ້ສຶກເຖິງພຣະວິນຍານກັບທ່ານ.
ຖາມຄຳຖາມງ່າຍໆສອງສາມຂໍ້ ເພື່ອຊ່ວຍໃຫ້ທ່ານເຂົ້າໃຈພື້ນຖານ ແລະ ຄວາມຄາດໝາຍຂອງເຂົາເຈົ້າກ່ຽວກັບການຢ້ຽມຢາມຂອງທ່ານ. ຕັ້ງໃຈຟັງ.
ກ່ອນທ່ານເລີ່ມຕົ້ນ, ໃຫ້ເຊື້ອເຊີນທຸກຄົນຢູ່ໃນນັ້ນໃຫ້ຮັບຟັງບົດຮຽນນຳກັນ. ຊຸກຍູ້ເຂົາເຈົ້າໃຫ້ກຳຈັດສິ່ງລົບກວນ ເພື່ອຈະສາມາດຮູ້ສຶກເຖິງພຣະວິນຍານຂອງພຣະຜູ້ເປັນເຈົ້າ.
ອະທິບາຍວ່າທ່ານຈະເລີ່ມຕົ້ນ ແລະ ຈົບແຕ່ລະບົດຮຽນດ້ວຍການອະທິຖານ. ສະເໜີກ່າວຄຳອະທິຖານເປີດ. ອະທິຖານແບບງ່າຍໆ ແລະ ຈິງໃຈ ເພື່ອວ່າພຣະເຈົ້າຈະປະທານໃຫ້ແກ່ຜູ້ຄົນທີ່ທ່ານກຳລັງສິດສອນໃນທຸກດ້ານຂອງຊີວິດຂອງເຂົາເຈົ້າ. ອະທິຖານວ່າເຂົາເຈົ້າຈະສາມາດຮູ້ສຶກເຖິງຄວາມຈິງທີ່ທ່ານຈະສິດສອນ. ຈົ່ງຈື່ຈຳວ່າ “ຄຳອະທິຖານຂອງຜູ້ຊອບທຳສັກສິດເຮັດໃຫ້ເກີດຜົນ” (ຢາໂກໂບ 5:16).
ມີສັດທາໃນອຳນາດການປ່ຽນໃຈເຫລື້ອມໃສຂອງພຣະວິນຍານບໍລິສຸດ. ເມື່ອຖືກນຳພາໂດຍພຣະວິນຍານ, ທ່ານອາດສະແດງຄວາມຄິດເຊັ່ນດັ່ງຕໍ່ໄປນີ້ ຂະນະທີ່ທ່ານເລີ່ມສິດສອນ:
-
ພຣະເຈົ້າເປັນພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ. ເຮົາທຸກຄົນເປັນອ້າຍເອື້ອຍນ້ອງກັນ. ພຣະອົງຕ້ອງການໃຫ້ເຮົາປະສົບກັບຄວາມຊື່ນຊົມ.
-
ເຮົາທຸກຄົນມີການທ້າທາຍ ແລະ ການດີ້ນລົນ. ບໍ່ວ່າເຈົ້າກຳລັງປະສົບກັບສິ່ງໃດຢູ່, ພຣະເຢຊູຄຣິດ ແລະ ຄຳສອນຂອງພຣະອົງສາມາດຊ່ວຍເຈົ້າໄດ້. ພຣະອົງສາມາດຊ່ວຍໃຫ້ເຈົ້າພົບສັນຕິສຸກ, ການປິ່ນປົວ, ແລະ ຄວາມສຸກ. ພຣະເຢຊູສາມາດຊ່ວຍໃຫ້ເຈົ້າມີຄວາມເຂັ້ມແຂງຫລາຍຂຶ້ນສຳລັບການທ້າທາຍໃນຊີວິດ.
-
ເຮົາທຸກຄົນເຮັດຄວາມຜິດ, ຊຶ່ງສາມາດສ້າງຄວາມຮູ້ສຶກຜິດ, ອັບອາຍ, ແລະ ກິນແໜງ. ຄວາມຮູ້ສຶກເຫລົ່ານີ້ຈະໜີໄປພຽງແຕ່ເມື່ອເຮົາກັບໃຈ ແລະ ສະແຫວງຫາການໃຫ້ອະໄພຈາກພຣະເຈົ້າ. ພຽງແຕ່ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດເທົ່ານັ້ນ ທີ່ເຮົາຈະສາມາດໄດ້ຮັບການປິ່ນປົວໃຫ້ຫາຍດີຈາກບາບຂອງເຮົາ.
-
ພວກເຮົາຈະໄດ້ຮັບການນຳພາເພື່ອວ່າເຈົ້າຈະສາມາດຮຽນຮູ້ຄວາມຈິງຂອງຂ່າວສານຂອງພວກເຮົາສຳລັບຕົວເຈົ້າເອງ. ພວກເຮົາຈະເຊື້ອເຊີນເຈົ້າໃຫ້ເຮັດບາງສິ່ງ, ດັ່ງເຊັ່ນການອ່ານ, ການອະທິຖານ, ແລະ ການໄປໂບດ. ບົດບາດຂອງພວກເຮົາແມ່ນເພື່ອຊ່ວຍເຈົ້າໃຫ້ປະຕິບັດຕາມຄຳເຊື້ອເຊີນ ແລະ ອະທິບາຍພອນທີ່ເຈົ້າສາມາດໄດ້ຮັບ. ກະລຸນາຖາມຄຳຖາມ.
-
ພວກເຮົາໄດ້ຮັບການເອີ້ນໂດຍສາດສະດາຂອງພຣະເຈົ້າ ເພື່ອແບ່ງປັນສິ່ງທີ່ພວກເຮົາຮູ້. ພວກເຮົາຮູ້ວ່າຂ່າວສານຂອງພວກເຮົາເປັນຄວາມຈິງ.
-
ພວກເຮົາຈະສອນເຈົ້າເຖິງວິທີເຮັດພັນທະສັນຍາ, ຫລື ເຮັດຄຳສັນຍາສະເພາະ, ກັບພຣະເຈົ້າ. ພັນທະສັນຍາເຫລົ່ານີ້ຈະເຊື່ອມຕໍ່ເຈົ້າເຂົ້າກັບພຣະເຈົ້າ ແລະ ໃຫ້ເຈົ້າໄດ້ຮັບຄວາມຊື່ນຊົມ, ຄວາມເຂັ້ມແຂງ, ແລະ ຄຳສັນຍາສະເພາະຈາກພຣະອົງ.
-
ເຈົ້າຈະຮຽນຮູ້ວິທີການປ່ຽນແປງໃນຊີວິດຂອງເຈົ້າ ແລະ ຕິດຕາມພຣະເຢຊູຄຣິດ ແລະ ຄຳສອນຂອງພຣະອົງ. ຄຳສອນທີ່ສຳຄັນຢ່າງໜຶ່ງຂອງພຣະເຢຊູຄຣິດ, ແລະ ພັນທະສັນຍາຢ່າງທຳອິດທີ່ເຮົາເຮັດ, ນັ້ນຄືການເຮັດຕາມຕົວຢ່າງຂອງພຣະອົງ ແລະ ຮັບບັບຕິສະມາໂດຍສິດອຳນາດທີ່ເໝາະສົມ (ເບິ່ງ ໂຢຮັນ 3:5; ຄຳສອນ ແລະ ພັນທະສັນຍາ 22).
ກ່ອນສິດສອນບົດຮຽນ, ໃຫ້ອະທິບາຍພາບລວມທີ່ລຽບງ່າຍເຖິງສິ່ງທີ່ທ່ານຈະສິດສອນ. ຊ່ວຍຜູ້ຄົນໃຫ້ເຫັນວ່າ ມັນຈະກ່ຽວຂ້ອງກັບເຂົາເຈົ້າແນວໃດ. ຍົກຕົວຢ່າງ, ທ່ານອາດເວົ້າວ່າ, “ພວກເຮົາມານີ້ເພື່ອແບ່ງປັນຂ່າວສານວ່າ ພຣະເຢຊູຄຣິດໄດ້ສະຖາປະນາສາດສະໜາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກໃນທຸກວັນນີ້ ແລະ ໄດ້ເອີ້ນສາດສະດາທີ່ມີຊີວິດຢູ່ເພື່ອນຳພາເຮົາ.” ຫລື ທ່ານອາດເວົ້າວ່າ, “ພວກເຮົາມານີ້ເພື່ອຊ່ວຍໃຫ້ເຈົ້າຮູ້ວ່າ ພຣະເຈົ້າຮັກເຈົ້າ ແລະ ມີແຜນສຳລັບຄວາມສຸກຂອງເຈົ້າ.”
ທຸກຄົນຈະໄດ້ຮັບຜົນປະໂຫຍດເມື່ອເຂົາເຈົ້າຮັບເອົາ ແລະ ດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ. ພຣະບິດາເທິງສະຫວັນອາດໃຫ້ພອນແກ່ຜູ້ຄົນທີ່ທ່ານພົບເຫັນແລ້ວ ດ້ວຍການກະກຽມທາງວິນຍານທີ່ມີຄ່າ (ເບິ່ງ ແອວມາ 16:16–17).
ການເຊື້ອເຊີນພຣະວິນຍານ ແລະ ການແບ່ງປັນຄວາມຈິງໃນການພົບປະຄັ້ງທຳອິດ ຈະຊ່ວຍໃຫ້ຜູ້ຄົນຮັບຮູ້ທ່ານ ວ່າເປັນຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ.
ໃຊ້ພຣະຄຳພີ
ວຽກງານມາດຕະຖານຂອງສາດສະໜາຈັກເປັນແຫລ່ງພື້ນຖານຂອງທ່ານສຳລັບການສິດສອນພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ. ມີຫລາຍເຫດຜົນວ່າເປັນຫຍັງມັນຈຶ່ງສຳຄັນທີ່ຈະໃຊ້ພຣະຄຳພີເປັນພື້ນຖານສຳລັບການສິດສອນຂອງທ່ານ. ຍົກຕົວຢ່າງ:
-
ພຣະຄຳພີເຊື້ອເຊີນພຣະວິນຍານບໍລິສຸດໃຫ້ເຂົ້າມາໃນການສິດສອນຂອງທ່ານ (ເບິ່ງ ລູກາ 24:13–32).
-
ພຣະຄຳພີມີຜົນກະທົບທີ່ມີພະລັງຕໍ່ຈິດໃຈຂອງຜູ້ຄົນຫລາຍກວ່າສິ່ງອື່ນໆ (ເບິ່ງ ແອວມາ 31:5).
-
ພຣະຄຳພີຕອບຄຳຖາມທີ່ຍິ່ງໃຫຍ່ຂອງຈິດວິນຍານ (ເບິ່ງ ບົດທີ 5; ເບິ່ງ 2 ນີໄຟ 32:3; ຢາໂຄບ 2:8 ນຳອີກ).
-
ພຣະຄຳພີໃຫ້ສິດອຳນາດ ແລະ ຄວາມຖືກຕ້ອງແກ່ການສິດສອນຂອງທ່ານ.
-
ພຣະຜູ້ເປັນເຈົ້າ ແລະ ສາດສະດາຂອງພຣະອົງໄດ້ກ່າວວ່າໃຫ້ເຮັດເຊັ່ນກັນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 42:12, 56–58; 71:1).
ໂດຍການໃຊ້ພຣະຄຳພີໃນການສິດສອນຂອງທ່ານ, ທ່ານສາມາດຊ່ວຍຄົນອື່ນເລີ່ມຕົ້ນສຶກສາພຣະຄຳພີດ້ວຍຕົນເອງ. ເມື່ອຄວາມຮັກທີ່ທ່ານມີຕໍ່ພຣະຄຳພີເປັນທີ່ປະຈັກ, ເຂົາເຈົ້າຈະຖືກຊຸກຍູ້ໃຫ້ສຶກສາ. ສະແດງໃຫ້ເຫັນວ່າ ການສຶກສາພຣະຄຳພີຈະຊ່ວຍໃຫ້ເຂົາເຈົ້າຮຽນຮູ້ພຣະກິດຕິຄຸນ ແລະ ຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າໄດ້ແນວໃດ. ຍົກຕົວຢ່າງວ່າພຣະຄຳພີສາມາດຊ່ວຍໃຫ້ເຂົາເຈົ້າພົບເຫັນຄຳຕອບຕໍ່ຄຳຖາມຂອງເຂົາເຈົ້າ ແລະ ຮັບການນຳພາ ແລະ ຄວາມເຂັ້ມແຂງໄດ້ແນວໃດ.
ອຸທິດຕົນເອງກັບການສຶກສາພຣະຄຳພີ ເພື່ອວ່າທ່ານຈະສາມາດສິດສອນຈາກພຣະຄຳພີຢ່າງມີປະສິດທິພາບ (ເບິ່ງ ບົດທີ 2). ຄວາມສາມາດຂອງທ່ານໃນການສິດສອນຈາກພຣະຄຳພີຈະດີຂຶ້ນ ເມື່ອທ່ານສຶກສາທຸກວັນ, ທັງເປັນສ່ວນຕົວ ແລະ ກັບຄູ່ສອນຂອງທ່ານ.
ຊ່ວຍຜູ້ຄົນພັດທະນາສັດທາໃນພຣະເຢຊູຄຣິດ ຜ່ານທາງການສຶກສາພຣະຄຳພີຕ່າງໆ, ໂດຍສະເພາະພຣະຄຳພີມໍມອນ. ຄຳແນະນຳດັ່ງຕໍ່ໄປນີ້ອາດຊ່ວຍໄດ້.
ແນະນຳພຣະຄຳພີ
ບັນຍາຍສັ້ນໆກ່ຽວກັບທີ່ມາຂອງຂ່າວສານ. ເຮັດຕາມຕົວຢ່າງທີ່ສະແດງບາງວິທີໃນການແນະນຳພຣະຄຳພີ:
-
“ໃນປະຫວັດຂອງໂຈເຊັບ ສະມິດ, ໂຈເຊັບໄດ້ໃຊ້ຄຳຂອງເພິ່ນເອງເລົ່າເຖິງສິ່ງທີ່ໄດ້ເກີດຂຶ້ນ ເມື່ອເພິ່ນເຂົ້າໄປໃນປ່າເພື່ອອະທິຖານ. ເພິ່ນໄດ້ກ່າວວ່າ, ‘ຂ້າພະເຈົ້າໄດ້ເຫັນແສງສະຫວ່າງເປັນເລົາລົງມາ …’”
-
“ໃນຂ່າວສານນີ້, ສາດສະດາແອວມາກຳລັງສິດສອນຜູ້ຄົນທີ່ຍາກຈົນໃຫ້ໃຊ້ສັດທາຂອງພວກເຂົາໃນພຣະຄຳຂອງພຣະເຈົ້າ. ເພິ່ນປຽບທຽບພຣະຄຳຂອງພຣະເຈົ້າກັບເມັດພືດທີ່ສາມາດປູກໄວ້ໃນໃຈຂອງເຮົາ. ໃຫ້ເຈົ້າເລີ່ມອ່ານຂໍ້ທີ່ … ຊິໄດ້ບໍ?”
ອ່ານຂໍ້ພຣະຄຳພີ
ອ່ານຂໍ້ເຫລົ່ານີ້ອອກສຽງ ຫລື ຂໍໃຫ້ບຸກຄົນທີ່ທ່ານກຳລັງສິດສອນອ່ານມັນອອກສຽງ. ໃຫ້ຮູ້ສຶກໄວກັບຜູ້ທີ່ມີບັນຫາເລື່ອງການອ່ານ. ຖ້າຫາກຂໍ້ພຣະຄຳພີຍາກສຳລັບເຂົາເຈົ້າທີ່ຈະເຂົ້າໃຈ, ໃຫ້ອ່ານກັບເຂົາເຈົ້າ ແລະ ອະທິບາຍຖ້າຈຳເປັນ. ນິຍາມຄຳສັບ ຫລື ວະລີໃດໆທີ່ຍາກໆ. ຫລື ມອບຂໍ້ພຣະຄຳພີທີ່ງ່າຍໆໃຫ້ອ່ານ. ເຊື້ອເຊີນເຂົາເຈົ້າໃຫ້ຊອກຫາຈຸດໃດໜຶ່ງສະເພາະຢູ່ໃນຂໍ້ພຣະຄຳພີ.
ນຳໃຊ້ພຣະຄຳພີ
ນີໄຟໄດ້ກ່າວວ່າ “ຂ້າພະເຈົ້າປຽບທຽບພຣະຄຳພີທັງໝົດກັບຕົວຂອງພວກເຮົາ, ເພື່ອມັນຈະໄດ້ເປັນຜົນປະໂຫຍດ ແລະ ເປັນການຮຽນຮູ້ຂອງພວກເຮົາ” (1 ນີໄຟ 19:23). ການ “ປຽບທຽບ” ໝາຍເຖິງການນຳໃຊ້ພຣະຄຳພີກັບຊີວິດຂອງທ່ານ.
ການປຽບທຽບ ພຣະຄຳພີກັບຜູ້ທີ່ທ່ານສິດສອນ ໂດຍການສະແດງໃຫ້ເຫັນວ່າ ເລື່ອງລາວ ແລະ ຫລັກທຳກ່ຽວຂ້ອງກັບເຂົາເຈົ້າເປັນສ່ວນຕົວແນວໃດ. ຍົກຕົວຢ່າງ:
-
“ຄືກັນກັບເຈົ້າ, ຜູ້ຄົນຂອງແອວມາໄດ້ມີພາລະໜັກໜ່ວງ, ເກືອບເກີນກວ່າທີ່ພວກເຂົາສາມາດແບກຫາບໄດ້. ແຕ່ເມື່ອພວກເຂົາໃຊ້ສັດທາ ແລະ ອະທິຖານ, ພຣະເຈົ້າໄດ້ເພີ່ມຄວາມເຂັ້ມແຂງໃຫ້ພວກເຂົາ ເພື່ອວ່າພວກເຂົາຈະສາມາດອົດທົນກັບການທ້າທາຍນັ້ນໄດ້. ແລ້ວພຣະອົງໄດ້ປົດປ່ອຍພວກເຂົາຈາກການທົດລອງຂອງພວກເຂົາ. ເຊັ່ນດຽວກັບທີ່ພຣະອົງໄດ້ເຮັດກັບຜູ້ຄົນເຫລົ່ານີ້, ຂ້ອຍຮູ້ວ່າພຣະອົງຈະຊ່ວຍເຈົ້າໃນການທົດລອງຂອງເຈົ້າ ເມື່ອເຈົ້າ …” (ເບິ່ງ ໂມໄຊຢາ 24.)
-
“ຄຳແນະນຳຂອງແອວມາຕໍ່ຜູ້ຄົນຢູ່ທີ່ນ້ຳມໍມອນ ສາມາດນຳໃຊ້ກັບເຮົາໃນທຸກວັນນີ້. ຈອນ, ເຈົ້າເຕັມໃຈທີ່ຈະ … ?” (ເບິ່ງ ໂມໄຊຢາ 18.)
ສິດສອນຜູ້ຄົນເຖິງວິທີ “ປຽບທຽບ” ພຣະຄຳພີກັບຕົວເຂົາເຈົ້າເອງ. ການຄົ້ນພົບການນຳໃຊ້ສ່ວນຕົວຈະຊ່ວຍເຂົາເຈົ້ານຳໃຊ້ ແລະ ປະສົບກັບພະລັງຂອງພຣະຄຳຂອງພຣະເຈົ້າ.
ເຊື້ອເຊີນ ແລະ ຊ່ວຍໃຫ້ຜູ້ຄົນອ່ານດ້ວຍຕົນເອງ
ຜູ້ຄົນທີ່ທ່ານສິດສອນຈຳເປັນຕ້ອງອ່ານພຣະຄຳພີຕ່າງໆ, ໂດຍສະເພາະພຣະຄຳພີມໍມອນ, ເພື່ອຮັບປະຈັກພະຍານເຖິງຄວາມຈິງ. ໂດຍການໃຊ້ພຣະຄຳພີໃນການສິດສອນຂອງທ່ານຢ່າງມີປະສິດທິພາບ, ທ່ານສາມາດຊ່ວຍຜູ້ຄົນເລີ່ມຕົ້ນສຶກສາພຣະຄຳພີດ້ວຍຕົນເອງ.
ຫລັງຈາກການຢ້ຽມຢາມແຕ່ລະຄັ້ງ, ໃຫ້ແນະນຳບົດ ຫລື ຂໍ້ສະເພາະໃດໜຶ່ງ ໃຫ້ເຂົາເຈົ້າອ່ານ. ແນະນຳຄຳຖາມໃຫ້ເຂົາເຈົ້າເພື່ອພິຈາລະນາຂະນະທີ່ເຂົາເຈົ້າອ່ານ. ຊຸກຍູ້ເຂົາເຈົ້າໃຫ້ສຶກສາພຣະຄຳພີທຸກວັນດ້ວຍຕົນເອງ ແລະ ກັບຄອບຄົວຂອງເຂົາເຈົ້າ. ທ່ານອາດຂໍໃຫ້ສະມາຊິກອ່ານກັບເຂົາເຈົ້າຂັ້ນລະຫວ່າງບົດຮຽນ.
ກ່ອນເລີ່ມບົດຮຽນຕໍ່ໄປ, ໃຫ້ຕິດຕາມຜົນໂດຍການສົນທະນາສິ່ງທີ່ທ່ານໄດ້ເຊື້ອເຊີນຜູ້ຄົນໃຫ້ອ່ານ. ຕາມຄວາມຈຳເປັນ, ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈ ແລະ “ປຽບທຽບ” ຂໍ້ພຣະຄຳພີເຫລົ່ານີ້. ຊຸກຍູ້ເຂົາເຈົ້າໃຫ້ບັນທຶກຄວາມຄິດ ແລະ ຄຳຖາມຂອງເຂົາເຈົ້າ.
ເມື່ອທ່ານຊ່ວຍໃຫ້ຜູ້ຄົນອ່ານ, ເຂົ້າໃຈ, ແລະ ນຳໃຊ້ພຣະຄຳພີຕ່າງໆ—ໂດຍສະເພາະ ພຣະຄຳພີມໍມອນ—ເຂົາເຈົ້າຈະມີປະສົບການທາງວິນຍານກັບພຣະຄຳຂອງພຣະເຈົ້າ. ເຂົາເຈົ້າຈະມີແນວໂນ້ມທີ່ຈະອ່ານດ້ວຍຕົນເອງ ແລະ ເຮັດໃຫ້ພຣະຄຳພີເປັນພາກສ່ວນສຳຄັນໃນຊີວິດຂອງເຂົາເຈົ້າ.
ຊ່ວຍຜູ້ຄົນເຂົ້າເຖິງພຣະຄຳພີ
ພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່ ມີໃຫ້ໃນຫລາຍທາງ ແລະ ພາສາ ຫລາຍກວ່າແຕ່ກ່ອນ. ຮຽນຮູ້ວ່າມີທາງເລືອກໃດແດ່ໃນແບບເປັນປຶ້ມ ແລະ ດິຈິຕັນ ໃຫ້ຜູ້ຄົນທີ່ທ່ານສິດສອນ. ຊ່ວຍໃຫ້ຜູ້ຄົນເຂົ້າເຖິງພຣະຄຳພີໃນທາງທີ່ກົງກັບຄວາມຕ້ອງການ ແລະ ຄວາມມັກຊອບຂອງເຂົາເຈົ້າ. ພິຈາລະນາສິ່ງດັ່ງຕໍ່ໄປນີ້:
-
ຖາມຜູ້ຄົນວ່າເຂົາເຈົ້າຢາກອ່ານ ຫລື ຟັງພຣະຄຳພີໃນພາສາໃດ.
-
ຜູ້ທີ່ມີບັນຫາໃນການອ່ານ, ຫລື ຜູ້ມີບັນຫາໃນການເຂົ້າໃຈສິ່ງທີ່ເຂົາເຈົ້າອ່ານ, ອາດໄດ້ຮັບຜົນປະໂຫຍດຈາກການອ່ານອອກສຽງນຳກັນ ຫລື ຟັງເທັບສຽງບັນທຶກ. ສິ່ງເຫລົ່ານີ້ມີໃຫ້ຟຣີຜ່ານທາງແອັບ ແລະ ເວັບໄຊຂອງສາດສະໜາຈັກ.
-
ຖ້າຫາກບຸກຄົນໃດບຸກຄົນໜຶ່ງມີອຸປະກອນດິຈິຕັນ, ຊ່ວຍລາວເຂົ້າເຖິງພຣະຄຳພີ, ໂດຍສະເພາະ ພຣະຄຳພີມໍມອນ. ແອັບພຣະຄຳພີມໍມອນ ແລະ ແອັບຫ້ອງສະໝຸດພຣະກິດຕິຄຸນກໍຟຣີ ແລະ ງ່າຍທີ່ຈະແບ່ງປັນ.
-
ຖ້າຫາກໃຊ້ຂໍ້ຄວາມ, ແຊັດ, ຫລື ອີເມວ, ໃຫ້ສົ່ງລິ້ງ ຫລື ຮູບພາບຂອງພຣະຄຳພີ. ເມື່ອສິດສອນໃນວິດີໂອແຊັດ, ໃຫ້ພິຈາລະນາແບ່ງປັນໜ້າຈໍຂອງທ່ານ ເພື່ອວ່າພວກທ່ານຈະສາມາດອ່ານຂໍ້ພຣະຄຳພີນຳກັນ.
-
ຊ່ວຍຜູ້ຄົນໃຫ້ເຂົ້າເຖິງຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່.
ແບ່ງປັນປະຈັກພະຍານຂອງທ່ານ
ປະຈັກພະຍານເປັນພະຍານທາງວິນຍານທີ່ມອບໃຫ້ໂດຍພຣະວິນຍານບໍລິສຸດ. ການແບ່ງປັນປະຈັກພະຍານຂອງທ່ານເປັນການປະກາດທີ່ລຽບງ່າຍ ແລະ ກົງໄປກົງມາກ່ຽວກັບຄວາມຮູ້ ຫລື ຄວາມເຊື່ອກ່ຽວກັບຄວາມຈິງຂອງພຣະກິດຕິຄຸນ. ການແບ່ງປັນປະຈັກພະຍານຂອງທ່ານເປັນການເພີ່ມພະຍານສ່ວນຕົວຂອງທ່ານ ເຖິງຄວາມຈິງທີ່ທ່ານໄດ້ສິດສອນຈາກພຣະຄຳພີ.
ການແບ່ງປັນປະຈັກພະຍານຂອງທ່ານເປັນວິທີທີ່ມີພະລັງໃນການເຊື້ອເຊີນພຣະວິນຍານ ແລະ ຊ່ວຍໃຫ້ຜູ້ຄົນຮູ້ສຶກເຖິງອິດທິພົນຂອງພຣະອົງ. ພາລະກິດຢ່າງໜຶ່ງຂອງພຣະວິນຍານບໍລິສຸດແມ່ນການເປັນພະຍານເຖິງພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ພຣະອົງມັກເຮັດສິ່ງນີ້ໃນການເປັນເພື່ອນກັບທ່ານ ຂະນະທີ່ທ່ານສະແດງປະຈັກພະຍານ.
ປະຈັກພະຍານທີ່ມີພະລັງແມ່ນບໍ່ຂຶ້ນກັບຄວາມໂວຫານ ຫລື ນ້ຳສຽງຂອງທ່ານ—ແຕ່ຂຶ້ນກັບຄວາມເຊື່ອໝັ້ນ ແລະ ຄວາມຈິງໃຈຂອງໃຈທ່ານ. ຈົ່ງລະວັງຢ່າຮີບຮ້ອນ ຫລື ປັບປະຈັກພະຍານຂອງທ່ານໃຫ້ເປັນໜ້າຕື່ນເຕັ້ນ. ໃຫ້ໂອກາດຜູ້ຄົນໃຫ້ຮູ້ສຶກວ່າພຣະວິນຍານບໍລິສຸດເປັນພະຍານວ່າ ສິ່ງທີ່ທ່ານໄດ້ສິດສອນເປັນຄວາມຈິງ.
ປະຈັກພະຍານຂອງທ່ານສາມາດເປັນແບບລຽບງ່າຍ ເຊັ່ນ “ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ” ຫລື “ຂ້ອຍໄດ້ຮຽນຮູ້ດ້ວຍຕົວເອງວ່າ ພຣະຄຳພີມໍມອນເປັນຄວາມຈິງ.” ທ່ານຍັງສາມາດແບ່ງປັນປະສົບການສັ້ນໆກ່ຽວກັບວ່າ ທ່ານໄດ້ຮັບປະຈັກພະຍານນີ້ແນວໃດ.
ເມື່ອທ່ານສິດສອນ, ໃຫ້ແບ່ງປັນປະຈັກພະຍານຂອງທ່ານເມື່ອທ່ານຮູ້ສຶກໄດ້ຮັບການກະຕຸ້ນ, ບໍ່ແມ່ນກ່າວໃນຕອນຈົບເທົ່ານັ້ນ. ເມື່ອຄູ່ສອນຂອງທ່ານກຳລັງສິດສອນ, ໃຫ້ແບ່ງປັນປະຈັກພະຍານຂອງທ່ານ ເພື່ອເປັນພະຍານຄົນທີສອງ ເຖິງສິ່ງທີ່ລາວໄດ້ສິດສອນ.
ແບ່ງປັນປະຈັກພະຍານຂອງທ່ານວ່າ ຫລັກທຳທີ່ທ່ານກຳລັງສິດສອນຈະເປັນພອນໃຫ້ແກ່ຊີວິດຂອງບຸກຄົນນັ້ນ ຖ້າຫາກລາວຈະປະຕິບັດຕາມ. ບອກວ່າການດຳລົງຊີວິດຕາມຫລັກທຳໄດ້ເປັນພອນໃຫ້ແກ່ຊີວິດຂອງທ່ານແນວໃດ. ປະຈັກພະຍານທີ່ຈິງໃຈຂອງທ່ານຈະຊ່ວຍສ້າງບັນຍາກາດໃຫ້ຜູ້ຄົນຮູ້ສຶກເຖິງພຣະວິນຍານບໍລິສຸດຢືນຢັນຄວາມຈິງ.
ວາງແຜນ ແລະ ປັບປ່ຽນການສິດສອນຂອງທ່ານເພື່ອສະໜອງຄວາມຕ້ອງການ
ແຕ່ລະຄົນທີ່ທ່ານສິດສອນມີເອກະລັກສະເພາະ. ສະແຫວງຫາທີ່ຈະເຂົ້າໃຈຄວາມສົນໃຈ, ຄວາມຕ້ອງການ, ແລະ ຄວາມຫ່ວງໃຍທາງວິນຍານຂອງລາວ. ຖາມຄຳຖາມ ແລະ ຕັ້ງໃຈຟັງ. ເຖິງແມ່ນວ່າທ່ານອາດບໍ່ເຂົ້າໃຈຄວາມຕ້ອງການຂອງລາວທັງໝົດ, ແຕ່ໃຫ້ຈື່ຈຳວ່າພຣະບິດາເທິງສະຫວັນເຂົ້າໃຈທັງໝົດ. ພຣະອົງຈະນຳພາທ່ານຜ່ານທາງພຣະວິນຍານບໍລິສຸດ.
ໃຫ້ພຣະວິນຍານນຳພາລຳດັບຂອງບົດຮຽນ
ໃຫ້ພຣະວິນຍານນຳພາລຳດັບຂອງບົດຮຽນທີ່ທ່ານສິດສອນ. ທ່ານສາມາດປັບຕົວງ່າຍກັບການສິດສອນບົດຮຽນໃນລຳດັບທີ່ດີທີ່ສຸດສຳລັບຄວາມຕ້ອງການ, ຄຳຖາມ, ແລະ ສະຖານະການຂອງຜູ້ທີ່ທ່ານສິດສອນ.
ບາງຄັ້ງທ່ານອາດລວມຫລັກທຳຈາກບົດຮຽນອື່ນ ເພື່ອສະໜອງຄວາມຕ້ອງການ ແລະ ຄວາມສົນໃຈຂອງບຸກຄົນ. ເບິ່ງສາມຕົວຢ່າງດັ່ງຕໍ່ໄປນີ້.
ນາງຢູກິໄດ້ພົບເຫັນທ່ານທາງອອນລາຍ ແລະ ຖາມວ່າເປັນຫຍັງໝູ່ເພື່ອນຂອງນາງຢູ່ໃນສາດສະໜາຈັກຈຶ່ງບໍ່ສູບຢາ ຫລື ດື່ມເຫລົ້າ. ທ່ານອາດສິດສອນນາງກ່ຽວກັບພອນຂອງພຣະບັນຍັດໂດຍການປະຕິບັດຕາມພາກຕ່າງໆຈາກ ບົດທີ 3:
-
ພັນທະສັນຍາຂອງເຮົາທີ່ຈະຮັກສາພຣະບັນຍັດຂອງພຣະເຈົ້າ
-
ການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດຜ່ານທາງໂຈເຊັບ ສະມິດ
ທ້າວແຊມໂຍບໍ່ຮູ້ສຶກວ່າລາວເປັນພາກສ່ວນກັບບ່ອນໃດ. ທ່ານອາດສິດສອນລາວກ່ຽວກັບເອກະລັກຂອງລາວ ແລະ ບ່ອນຂອງລາວຢູ່ໃນຄອບຄົວຂອງພຣະເຈົ້າ ໂດຍການໃຊ້ພາກຕ່າງໆຈາກ ບົດທີ 3:
-
ຊີວິດກ່ອນເກີດ: ຈຸດປະສົງຂອງພຣະເຈົ້າ ແລະ ແຜນສຳລັບເຮົາ
-
ພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນພອນແກ່ລູກໆທຸກຄົນຂອງພຣະເຈົ້າ
ນາງທັດທີອານາໄດ້ສຶກສາຫລາຍສາດສະໜາ ແລະ ຕ້ອງການຮູ້ວ່າ ແມ່ນຫຍັງທີ່ເຮັດໃຫ້ສາດສະໜາຈັກນີ້ແຕກຕ່າງ. ທ່ານອາດສິດສອນນາງກ່ຽວກັບການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ ໂດຍການໃຊ້ພາກຕ່າງໆຈາກ ບົດທີ 3:
-
ການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດຜ່ານທາງໂຈເຊັບ ສະມິດ
-
ພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ
-
ອະທິຖານເພື່ອຈະໄດ້ຮູ້ຄວາມຈິງຜ່ານທາງພຣະວິນຍານບໍລິສຸດ
ພຣະບິດາເທິງສະຫວັນຮູ້ຈັກລູກໆຂອງພຣະອົງ, ສະນັ້ນຈົ່ງສະແຫວງຫາການດົນໃຈໃນການໃຫ້ການຕັດສິນໃຈເຫລົ່ານີ້ ຂະນະທີ່ທ່ານກະກຽມທີ່ຈະສິດສອນ. ອະທິຖານທູນຂໍຂອງປະທານແຫ່ງການຫລິງເຫັນ ຂະນະທີ່ທ່ານຕັດສິນວ່າຈະສິດສອນສິ່ງໃດ. ເອົາໃຈໃສ່ຕໍ່ຄວາມຄິດ ແລະ ຄວາມຮູ້ສຶກທີ່ມາສູ່ທ່ານ.
ໃຫ້ເວລາຜູ້ຄົນນຳໃຊ້ສິ່ງທີ່ເຂົາເຈົ້າກຳລັງຮຽນຮູ້
ເມື່ອທ່ານສິດສອນ, ໃຫ້ເວລາຜູ້ຄົນນຳໃຊ້ສິ່ງທີ່ເຂົາເຈົ້າກຳລັງຮຽນຮູ້ (ເບິ່ງ 3 ນີໄຟ 17:2–3). ຊອກຫາວິທີທີ່ເໝາະສົມເພື່ອສະໜັບສະໜູນເຂົາເຈົ້າໃນການຮັກສາຄຳໝັ້ນສັນຍາຂອງເຂົາເຈົ້າ. ສຸມໃສ່ການຊ່ວຍເຂົາເຈົ້າດ້ວຍການກະທຳທີ່ຈະສ້າງພື້ນຖານແຫ່ງສັດທາ, ດັ່ງເຊັ່ນການອະທິຖານ, ການອ່ານ, ແລະ ການໄປໂບດ. ສິ່ງນີ້ຈະເຮັດໃຫ້ເຂົາເຈົ້າສາມາດຮັກສາຄຳໝັ້ນສັນຍາເພີ່ມເຕີມ.
ຂະນະທີ່ທ່ານວາງແຜນ ແລະ ສິດສອນ, ໃຫ້ຮູ້ສຶກໄວກ່ຽວກັບວ່າທ່ານແບ່ງປັນຂໍ້ມູນຫລາຍໜ້ອຍປານໃດ. ຈຸດປະສົງຕົ້ນຕໍຂອງການສິດສອນຂອງທ່ານແມ່ນເພື່ອຊ່ວຍບຸກຄົນສ້າງສັດທາໃນພຣະເຢຊູຄຣິດ ເພື່ອວ່າມັນຈະນຳໄປສູ່ການກັບໃຈ. ຈຸດປະສົງຂອງທ່ານບໍ່ແມ່ນເພື່ອເບິ່ງວ່າ ທ່ານສາມາດແຈກຈ່າຍຂໍ້ມູນໄດ້ຫລາຍໜ້ອຍປານໃດ.
ສິດສອນໃນຈັງຫວະທີ່ເໝາະສົມສຳລັບບຸກຄົນ. ຖາມຄຳຖາມ ແລະ ຕັ້ງໃຈຟັງ ເພື່ອວ່າທ່ານຈະເຂົ້າໃຈວ່າ ລາວກຳລັງຮຽນຮູ້ ແລະ ນຳໃຊ້ສິ່ງທີ່ທ່ານກຳລັງສິດສອນໄດ້ດີປານໃດ.
ຄວາມຈິງທີ່ທ່ານສິດສອນ, ບວກກັບອຳນາດຂອງພຣະວິນຍານບໍລິສຸດ, ສາມາດມີອິດທິພົນຕໍ່ຜູ້ຄົນ ເພື່ອໃຊ້ອຳເພີໃຈຂອງເຂົາເຈົ້າໃນວິທີທີ່ສ້າງສັດທາຂອງເຂົາເຈົ້າໃນພຣະຄຣິດ. ຂະນະທີ່ເຂົາເຈົ້າໃຊ້ສັດທາໃນພຣະຜູ້ເປັນເຈົ້າ ໂດຍການນຳໃຊ້ສິ່ງທີ່ເຂົາເຈົ້າໄດ້ຮຽນຮູ້, ເຂົາເຈົ້າຈະມາຮູ້ຈັກໂດຍພຣະວິນຍານວ່າ ພຣະກິດຕິຄຸນເປັນຄວາມຈິງ.
ໃຊ້ໂອກາດໃນການສິດສອນທີ່ຫລາກຫລາຍ
ໂອກາດໃນການສິດສອນມີຫລາຍຮູບແບບ, ດັ່ງເຊັ່ນ ການໄປຢ້ຽມຢາມດ້ວຍຕົນເອງ, ການຢ້ຽມຢາມທາງວິດີໂອ, ການໂທລະສັບ, ການສົ່ງຂໍ້ຄວາມ, ແລະ ສື່ສັງຄົມ.
ເຄົາລົບເວລາຂອງຜູ້ຄົນ
ຮັກສາການສິດສອນຂອງທ່ານໃຫ້ລຽບງ່າຍ ແລະ ສັ້ນໆ. ຜູ້ຄົນຈະມີແນວໂນ້ມທີ່ຈະພົບກັບທ່ານ ເມື່ອທ່ານເຄົາລົບເວລາ ແລະ ການຮຽກຮ້ອງຂອງເຂົາເຈົ້າ. ຖາມວ່າເຂົາເຈົ້າມີເວລາຫລາຍເທົ່າໃດສຳລັບການຢ້ຽມຢາມ. ເລີ່ມຕົ້ນ ແລະ ສິ້ນສຸດການສົນທະນາໃດໆຕາມເວລາທີ່ຕົກລົງກັນໄວ້, ບໍ່ວ່າຈະເຫັນການສິດສອນດ້ວຍຕົນເອງ ຫລື ທາງອອນລາຍກໍຕາມ. ຈົ່ງຮູ້ໄວ້ວ່າ ໃນບາງບ່ອນ, ການໂທຫາ ຫລື ວິດີໂອແຊັດ ອາດມີລາຄາແພງ.
ພວກທ່ານຈະຕ້ອງໄດ້ພົບກັນຫລາຍຄັ້ງເພື່ອສິດສອນຫລັກທຳໃນບົດຮຽນໜຶ່ງ. ຕາມປົກກະຕິແລ້ວ ການຢ້ຽມສອນບໍ່ຄວນດົນກວ່າ 30 ນາທີ, ແລະ ທ່ານສາມາດສິດສອນບຸກຄົນໄດ້ໃນເວລາພຽງ 5 ນາທີ. ໃຫ້ປັບການສິດສອນຂອງທ່ານຕາມເວລາຂອງຜູ້ຄົນ.
ໃຊ້ເທັກໂນໂລຈີຢ່າງສະຫລາດ
ທ່ານມີຫລາຍໂອກາດທີ່ຈະສິດສອນຜູ້ຄົນໂດຍການໃຊ້ເທັກໂນໂລຈີ. ບາງຄົນມັກຊອບຄວາມສະດວກ ຫລື ຄວາມເປັນສ່ວນຕົວຂອງການປະຕິສຳພັນຜ່ານທາງວິທີການທາງອີເລັກໂທຣນິກ. ແມ່ນແຕ່ຜູ້ຄົນທີ່ທ່ານຢ້ຽມຢາມດ້ວຍຕົນເອງກໍສາມາດຮັບຜົນປະໂຫຍດຈາກການສະໜັບສະໜູນເພີ່ມເຕີມຜ່ານທາງເທັກໂນໂລຈີໄດ້. ສົນທະນາກ່ຽວກັບແຫລ່ງຂໍ້ມູນຕ່າງໆທີ່ມີໃຫ້ສື່ສານ. ແລ້ວຕິດຕາມຜົນ ແລະ ຕິດຕໍ່ຫາກັນດັ່ງທີ່ເຄີຍ. ໃຫ້ການມັກຊອບຂອງແຕ່ລະບຸກຄົນນຳພາການປະຕິສຳພັນຂອງທ່ານ.
ເທັກໂນໂລຈີດັ່ງເຊັ່ນ ການໂທທາງວິດີໂອ ສາມາດເປັນປະໂຫຍດຫລາຍ ສຳລັບການສິດສອນຜູ້ຄົນທີ່ຫຍຸ້ງກັບກິດຈະວັດປະຈຳວັນ ຫລື ອາໄສຢູ່ໄກ. ບາງເທື່ອມັນງ່າຍກວ່າສຳລັບສະມາຊິກທີ່ຈະເຂົ້າຮ່ວມບົດຮຽນທາງເທັກໂນໂລຈີ.
ຊ່ວຍຜູ້ຮຽນທີ່ອາຍຸນ້ອຍ
ລະຫວ່າງການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ວຍໃຫ້ລອດ, ພຣະອົງໄດ້ບອກສານຸສິດຂອງພຣະອົງວ່າ, “ຈົ່ງປ່ອຍເດັກນ້ອຍໃຫ້ເຂົ້າມາຫາເຮົາ, ແລະ ຢ່າຫ້າມພວກເຂົາ: ເພາະອານາຈັກພຣະເຈົ້າເປັນຂອງຜູ້ທີ່ເປັນເໝືອນເດັກນ້ອຍເຫລົ່ານີ້ແຫລະ” (ມາຣະໂກ 10:14). ເມື່ອທ່ານສິດສອນເດັກນ້ອຍ, ໃຫ້ປັບວິທີການ ແລະ ຂ່າວສານຂອງທ່ານເພື່ອສະໜອງຄວາມຕ້ອງການຂອງພວກເຂົາ. ຊ່ວຍພວກເຂົາຮຽນຮູ້ພຣະກິດຕິຄຸນໂດຍການສົນທະນາສິ່ງທີ່ພວກເຂົາຄຸ້ນເຄີຍ. ໃຫ້ແນ່ໃຈວ່າພວກເຂົາເຂົ້າໃຈສິ່ງທີ່ທ່ານກຳລັງສິດສອນ.
ສິດສອນກັບຄູ່ສອນຂອງທ່ານໃນຄວາມສາມັກຄີ
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ພວກເຈົ້າຈະອອກໄປໃນອຳນາດຂອງພຣະວິນຍານຂອງເຮົາ, ສັ່ງສອນພຣະກິດຕິຄຸນຂອງເຮົາ, ເປັນຄູ່ໆ” (ຄຳສອນ ແລະ ພັນທະສັນຍາ 42:6). ພຣະອົງກໍໄດ້ບັນຊາທ່ານ ແລະ ຄູ່ສອນຂອງທ່ານໃຫ້ເປັນ “ອັນໜຶ່ງດຽວກັນ” (ຄຳສອນ ແລະ ພັນທະສັນຍາ 38:27). ການສິດສອນຂອງທ່ານຈະມີພະລັງ ແລະ ໜ້າສົນໃຈຖ້າຫາກທ່ານ ແລະ ຄູ່ສອນຂອງທ່ານເຮັດວຽກງານນຳກັນໃນຄວາມສາມັກຄີ. ປ່ຽນຜຽນກັນໃຫ້ບົດຮຽນສັ້ນໆ.
ລະຫວ່າງການສຶກສາກັບຄູ່ສອນ, ໃຫ້ສົນທະນາ ແລະ ຝຶກຫັດວິທີທີ່ພວກທ່ານຈະສິດສອນ ເພື່ອວ່າພວກທ່ານຈະເປັນນ້ຳໜຶ່ງໃຈດຽວກັນ. ກະກຽມວິທີທີ່ພວກທ່ານຈະເຮັດວຽກງານນຳກັນ ເມື່ອສິດສອນທາງອອນລາຍ. ປະຕິບັດຕາມ ມາດຕະການປ້ອງກັນສຳລັບການໃຊ້ເທັກໂນໂລຈີ, ທີ່ລະບຸໄວ້ໃນ ບົດທີ 2.
ເມື່ອຄູ່ສອນຂອງທ່ານກຳລັງສິດສອນ, ຈົ່ງອະທິຖານເພື່ອ, ຟັງ, ແລະ ເບິ່ງລາວ. ສະໜັບສະໜູນຄູ່ສອນຂອງທ່ານ ໂດຍການສະເໜີເປັນພະຍານຄົນທີສອງເຖິງຄວາມຈິງທີ່ລາວໄດ້ສິດສອນ (ເບິ່ງ ແອວມາ 12:1). ເຮັດຕາມຄວາມປະທັບໃຈຂອງທ່ານ ເມື່ອພຣະວິນຍານກະຕຸ້ນໃຫ້ທ່ານເວົ້າບາງຢ່າງ.
ສົນໃຈຜູ້ຄົນທີ່ທ່ານສິດສອນຢ່າງຈິງໃຈ. ຟັງເຂົາເຈົ້າ. ຈ້ອງຕາເມື່ອເຂົາເຈົ້າ ຫລື ທ່ານກຳລັງເວົ້າ. ສັງເກດການຕອບຮັບຂອງເຂົາເຈົ້າຢ່າງລະມັດລະວັງ, ແລະ ຟັງການກະຕຸ້ນເຕືອນທາງວິນຍານ.
ເຊື້ອເຊີນສະມາຊິກໃຫ້ເຂົ້າຮ່ວມ
ເຊື້ອເຊີນສະມາຊິກໃຫ້ຊ່ວຍທ່ານສິດສອນ ແລະ ສະໜັບສະໜູນຜູ້ຄົນທີ່ທ່ານກຳລັງເຮັດວຽກນຳ. ສິ່ງນີ້ອາດເກີດຂຶ້ນດ້ວຍຕົນເອງ ຫລື ທາງອອນລາຍ. ລະຫວ່າງການປະຊຸມປະສານງານປະຈຳອາທິດ, ໃຫ້ປຶກສາຫາລືກັບຜູ້ນຳໃນຫວອດກ່ຽວກັບວ່າໃຜສາມາດຊ່ວຍໄດ້.
ເມື່ອສະມາຊິກເຂົ້າຮ່ວມໃນການສິດສອນ ແລະ ການຜູກມິດ, ເຂົາເຈົ້າສາມາດເພີ່ມຄວາມຮູ້ແຈ້ງ ແລະ ສ້າງການເຊື່ອມຕໍ່ໃນຖານະເພື່ອນ. ເຂົາເຈົ້າຈະຮູ້ສຶກຊື່ນຊົມກັບວຽກງານເຜີຍແຜ່.
ເຊື້ອເຊີນສະມາຊິກໃຫ້ຊ່ວຍທ່ານສິດສອນ
ກ່ອນບົດຮຽນ, ໃຫ້ວາງແຜນກັບສະມາຊິກວ່າຈະເຮັດວຽກງານນຳກັນແນວໃດ. ທ່ານສາມາດໃຊ້ການສົ່ງຂໍ້ຄວາມ ຫລື ໂທສັ້ນໆ ເພື່ອຢືນຢັນສິ່ງທີ່ພວກທ່ານຈະສິດສອນ, ໃຜຈະອະທິຖານ, ໃຜຈະນຳພາການສົນທະນາ, ແລະ ລາຍລະອຽດຍ່ອຍອື່ນໆ.
ບົດບາດຫລັກຂອງສະມາຊິກໃນບົດຮຽນແມ່ນການສະເໜີປະຈັກພະຍານສ່ວນຕົວສັ້ນໆ ແລະ ພັດທະນາຄວາມສຳພັນກັບຜູ້ທີ່ກຳລັງຮັບການສິດສອນ. ທ່ານອາດຂໍໃຫ້ສະມາຊິກແບ່ງປັນວິທີທີ່ເຂົາເຈົ້າສາມາດຮຽນຮູ້, ຍອມຮັບ, ແລະ ດຳລົງຊີວິດຕາມຫລັກທຳສະເພາະໃນບົດຮຽນ. ຖ້າຫາກເຂົາເຈົ້າໄດ້ປ່ຽນໃຈເຫລື້ອມໃສ, ເຊື້ອເຊີນເຂົາເຈົ້າໃຫ້ແບ່ງປັນວ່າເຂົາເຈົ້າໄດ້ຕັດສິນໃຈເຂົ້າຮ່ວມສາດສະໜາຈັກແນວໃດ.
ເມື່ອສະມາຊິກແນະນຳຄົນໃດຄົນໜຶ່ງ, ຂໍໃຫ້ເຂົາເຈົ້າເຂົ້າຮ່ວມໃນການສິດສອນ. ສະມາຊິກອາດມີສ່ວນຮ່ວມໃນສະຖານະການເຫລົ່ານີ້ຫລາຍຂຶ້ນ. ປຶກສາຫາລືກັບເຂົາເຈົ້າກ່ຽວກັບວ່າ ເຂົາເຈົ້າຕ້ອງການມີສ່ວນຮ່ວມແນວໃດ.
ພິຈາລະນາວ່າການໃຊ້ເທັກໂນໂລຈີເພື່ອສິດສອນກັບສະມາຊິກອາດເໝາະສົມແນວໃດ. ເທັກໂນໂລຈີຊ່ວຍໃຫ້ສະມາຊິກເຂົ້າຮ່ວມກັບທ່ານໄດ້ ໂດຍບໍ່ຕ້ອງມີຄຳໝັ້ນສັນຍາໃນການມາຢ້ຽມຢາມດ້ວຍຕົນເອງ.
ໃນການປະຊຸມປະສານງານປະຈຳອາທິດ, ວາງແຜນກັບຜູ້ນຳໃນຫວອດເພື່ອໃຫ້ສະມາຊິກຄົນໜຶ່ງເຂົ້າຮ່ວມບົດຮຽນໃຫ້ຫລາຍເທົ່າທີ່ຈະເປັນໄປໄດ້ (ເບິ່ງ ບົດທີ 13). ພິຈາລະນາທີ່ຈະໃຫ້ສະມາຊິກໃໝ່ຊ່ວຍທ່ານສິດສອນ.
ເຊື້ອເຊີນສະມາຊິກໃຫ້ສະໜັບສະໜູນ
ສະມາຊິກກໍສາມາດໃຫ້ການສະໜັບສະໜູນທີ່ມີຄຸນຄ່າຕໍ່ຜູ້ຄົນຂັ້ນລະຫວ່າງການຢ້ຽມສອນເຊັ່ນກັນ. ເຂົາເຈົ້າສາມາດສົ່ງຂໍ້ຄວາມ, ອ່ານພຣະຄຳພີນຳກັນ, ເຊື້ອເຊີນຜູ້ຄົນໃຫ້ມາບ້ານຂອງເຂົາເຈົ້າ ຫລື ມາຮ່ວມກິດຈະກຳ, ຫລື ເຊື້ອເຊີນເຂົາເຈົ້າໃຫ້ນັ່ງນຳຢູ່ໂບດ. ເຂົາເຈົ້າສາມາດຕອບຄຳຖາມ ແລະ ສະແດງໃຫ້ເຫັນວ່າ ຊີວິດຂອງເຂົາເຈົ້າເປັນຈັ່ງໃດໃນຖານະສະມາຊິກຂອງສາດສະໜາຈັກ. ປະສົບການຊີວິດ ແລະ ທັດສະນະຂອງເຂົາເຈົ້າ ສາມາດຊ່ວຍໃຫ້ເຂົາເຈົ້າມີຄວາມສຳພັນກັບຜູ້ຄົນໃນແບບທີ່ບາງຄັ້ງແຕກຕ່າງຫລາຍຈາກຄວາມສຳພັນຂອງຜູ້ສອນສາດສະໜາ.
ປຶກສາຫາລືກັບສະມາຊິກກ່ຽວກັບວິທີທີ່ທ່ານສາມາດເຮັດວຽກງານນຳກັນ ເພື່ອສະໜັບສະໜູນຜູ້ຄົນນອກການຢ້ຽມສອນແນວໃດ.
ສິດສອນເພື່ອຄວາມເຂົ້າໃຈ
ສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ ເພື່ອວ່າຜູ້ຄົນຈະເຂົ້າໃຈພຣະກິດຕິຄຸນ. ສຶກສາພຣະຄຳພີ ແລະ ບົດຮຽນ ເພື່ອວ່າທ່ານຈະສາມາດສິດສອນຢ່າງແຈ່ມແຈ້ງຈາກບົດຮຽນ. ເມື່ອທ່ານສິດສອນຢ່າງແຈ່ມແຈ້ງຫລາຍຂຶ້ນເທົ່າໃດ, ໂອກາດສຳລັບພຣະວິນຍານບໍລິສຸດທີ່ຈະເປັນພະຍານເຖິງຄວາມຈິງກໍຈະມີຫລາຍຂຶ້ນເທົ່ານັ້ນ.
ຖາມຄຳຖາມທີ່ຊ່ວຍໃຫ້ຜູ້ຄົນຄິດກ່ຽວກັບສິ່ງທີ່ທ່ານໄດ້ສິດສອນ. ແລ້ວໃຫ້ຟັງເພື່ອເບິ່ງວ່າເຂົາເຈົ້າເຂົ້າໃຈ ແລະ ຍອມຮັບຫລືບໍ່.
ສ່ວນໜຶ່ງຂອງການສິດສອນເພື່ອຄວາມເຂົ້າໃຈແມ່ນການອະທິບາຍຄຳ, ວະລີ, ແລະ ແນວຄິດ. ທ່ານສາມາດປັບປຸງຄວາມສາມາດຂອງທ່ານໃນການສິດສອນພຣະກິດຕິຄຸນໂດຍ:
-
ການເຂົ້າໃຈຄຳທີ່ທ່ານໃຊ້.
-
ການໃຫ້ນິຍາມຄຳທີ່ຄົນອື່ນອາດບໍ່ເຂົ້າໃຈ.
-
ການຖາມຜູ້ຄົນຄຳຖາມເຊັ່ນ “ເຈົ້າຈະແບ່ງປັນເຖິງຄວາມເຂົ້າໃຈກັບພວກເຮົາກ່ຽວກັບສິ່ງທີ່ພວກເຮົາຫາກໍອະທິບາຍຊິໄດ້ບໍ?” ຫລື “ເຈົ້າເຕັມໃຈທີ່ຈະສະຫລຸບສິ່ງທີ່ພວກເຮົາເວົ້າໄປນັ້ນບໍ?”
ຂະນະທີ່ທ່ານສິດສອນຄຳສອນໃນ ບົດທີ 3, ໃຫ້ສັງເກດເບິ່ງວ່າຄຳ, ວະລີ, ແລະ ແນວຄິດໃດທີ່ຜູ້ຄົນອາດບໍ່ເຂົ້າໃຈ. ໃຫ້ນິຍາມສິ່ງເຫລົ່ານັ້ນໂດຍການໃຊ້ແຫລ່ງຂໍ້ມູນໃນຫ້ອງສະໝຸດພຣະກິດຕິຄຸນ, ດັ່ງເຊັ່ນ ຄູ່ມືພຣະຄຳພີ, Bible Dictionary, ແລະ Gospel Topics.
ຮັກສາການສິດສອນຂອງທ່ານໃຫ້ລຽບງ່າຍ ແລະ ສັ້ນໆ. ສຸມໃສ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ, ສ້າງຄວາມເຂົ້າໃຈໃນຄຳສອນ ແລະ ຫລັກທຳຂັ້ນພື້ນຖານ. ຊ່ວຍໃຫ້ຜູ້ຄົນສະແຫວງຫາຄວາມເຂົ້າໃຈທີ່ມາຈາກພຣະວິນຍານບໍລິສຸດ. ເມື່ອເຂົາເຈົ້າໄດ້ຮັບຄວາມເຂົ້າໃຈນີ້, ເຂົາເຈົ້າຈະມາເຊື່ອຂ່າວສານຂອງພຣະກິດຕິຄຸນ.
ຖາມຄຳຖາມ
ພຣະຜູ້ຊ່ວຍໃຫ້ລອດໄດ້ຖາມຄຳຖາມທີ່ເຊື້ອເຊີນຜູ້ຄົນໃຫ້ຄິດ ແລະ ຮູ້ສຶກຢ່າງເລິກເຊິ່ງກ່ຽວກັບຄວາມຈິງທີ່ພຣະອົງໄດ້ສິດສອນ. ຄຳຖາມຂອງພຣະອົງໄດ້ກະຕຸ້ນການຄົ້ນຫາຈິດວິນຍານ ແລະ ການເຮັດຄຳໝັ້ນສັນຍາ.
ຄຳຖາມທີ່ດີມີຄວາມສຳຄັນໃນການສິດສອນຂອງທ່ານເຊັ່ນກັນ. ມັນຈະຊ່ວຍໃຫ້ທ່ານເຂົ້າໃຈຄວາມສົນໃຈ, ຄວາມຫ່ວງໃຍ, ແລະ ຄຳຖາມຂອງຜູ້ຄົນ. ຄຳຖາມທີ່ດີສາມາດເຊື້ອເຊີນພຣະວິນຍານ ແລະ ຊ່ວຍຜູ້ຄົນໃຫ້ຮຽນຮູ້.
ຖາມຄຳຖາມທີ່ດົນໃຈ
ສະແຫວງຫາການນຳພາຈາກພຣະວິນຍານໃນການຖາມຄຳຖາມທີ່ດີ. ຄຳຖາມທີ່ເໝາະສົມ ໃນເວລາທີ່ເໝາະສົມ ສາມາດຊ່ວຍຜູ້ຄົນຮຽນຮູ້ພຣະກິດຕິຄຸນ ແລະ ຮູ້ສຶກເຖິງພຣະວິນຍານໄດ້.
ຄຳຖາມທີ່ດົນໃຈ ແລະ ການຟັງທີ່ຈິງໃຈຈະຊ່ວຍໃຫ້ຜູ້ຄົນຮູ້ສຶກສະບາຍໃຈຫລາຍຂຶ້ນທີ່ຈະເວົ້າຢ່າງເປີດໃຈ ແລະ ແບ່ງປັນຄວາມຮູ້ສຶກຂອງເຂົາເຈົ້າ. ສິ່ງນີ້ສາມາດຊ່ວຍໃຫ້ທ່ານຄົ້ນພົບປະຈັກພະຍານທີ່ກຳລັງເຕີບໂຕ. ເຂົາເຈົ້າກໍຈະສະບາຍໃຈຫລາຍຂຶ້ນທີ່ຈະຖາມທ່ານ ເມື່ອເຂົາເຈົ້າບໍ່ເຂົ້າໃຈບາງສິ່ງ ຫລື ມີຄວາມກັງວົນ.
ຕາຕະລາງດັ່ງຕໍ່ໄປນີ້ສະແດງໃຫ້ເຫັນຫລັກທຳບາງຢ່າງຂອງການຖາມຄຳຖາມທີ່ດົນໃຈ, ພ້ອມກັບບາງຕົວຢ່າງ.
ຫລັກທຳ ແລະ ຕົວຢ່າງຂອງຄຳຖາມທີ່ດົນໃຈ
ຫລັກທຳ |
ຕົວຢ່າງ |
ຖາມຄຳຖາມທີ່ຊ່ວຍໃຫ້ຜູ້ຄົນຮູ້ສຶກເຖິງພຣະວິນຍານ. |
|
ຖາມຄຳຖາມທີ່ລຽບງ່າຍ ແລະ ງ່າຍທີ່ຈະເຂົ້າໃຈ. |
|
ຖາມຄຳຖາມທີ່ຊ່ວຍໃຫ້ຜູ້ຄົນຄິດກ່ຽວກັບສິ່ງທີ່ກຳລັງສິດສອນ. |
|
ຖາມຄຳຖາມທີ່ຊ່ວຍໃຫ້ທ່ານຮູ້ວ່າ ຜູ້ຄົນເຂົ້າໃຈສິ່ງທີ່ທ່ານກຳລັງສິດສອນຫລາຍປານໃດ. |
|
ຖາມຄຳຖາມທີ່ຊ່ວຍໃຫ້ຜູ້ຄົນແບ່ງປັນສິ່ງທີ່ເຂົາເຈົ້າກຳລັງຮູ້ສຶກ. |
|
ຖາມຄຳຖາມທີ່ສະແດງເຖິງຄວາມຮັກ ແລະ ຄວາມຫ່ວງໃຍ. |
|
ຖາມຄຳຖາມທີ່ຊ່ວຍໃຫ້ຜູ້ຄົນນຳໃຊ້ສິ່ງທີ່ເຂົາເຈົ້າຮຽນຮູ້. |
|
ຫລີກເວັ້ນຈາກຄຳຖາມທີ່ບໍ່ໄດ້ຜົນ ຫລື ຫລາຍເກີນໄປ
ພະຍາຍາມບໍ່ຖາມຄຳຖາມທີ່:
-
ມີຄຳຕອບທີ່ຊັດເຈນ.
-
ອາດເຮັດໃຫ້ຄົນໃດຄົນໜຶ່ງອັບອາຍຖ້າຫາກລາວບໍ່ຮູ້ຄຳຕອບ.
-
ລວມຫລາຍກວ່າໜຶ່ງແນວຄິດ.
-
ບັນຈຸຄຳສອນທີ່ທ່ານຍັງບໍ່ໄດ້ສິດສອນເທື່ອ.
-
ບໍ່ມີຈຸດປະສົງທີ່ແຈ່ມແຈ້ງ.
-
ຫລາຍເກີນໄປ.
-
ສອດຮູ້ສອດເຫັນ ຫລື ສາມາດເຮັດໃຫ້ຜູ້ຄົນຂຸ່ນເຄືອງ ແລະ ບໍ່ພໍໃຈ.
ເຮັດຕາມຕົວຢ່າງຂອງຄຳຖາມທີ່ມີປະສິດທິພາບໜ້ອຍ:
-
ແມ່ນໃຜເປັນສາດສະດາຜູ້ທຳອິດ? (ບຸກຄົນອາດບໍ່ຮູ້ຈັກຄຳຕອບ.)
-
ການຮັກສາຮ່າງກາຍຂອງເຮົາໃຫ້ສະອາດ ຈະຊ່ວຍໃຫ້ເຮົາມີພຣະວິນຍານສະຖິດຢູ່ນຳ ແລະ ສະແດງໃຫ້ເຫັນວ່າເຮົາເຕັມໃຈທີ່ຈະເຮັດຕາມສາດສະດາຂອງພຣະເຈົ້າແນວໃດ? (ມີຫລາຍກວ່າໜຶ່ງແນວຄິດ.)
-
ມັນສຳຄັນບໍທີ່ຈະຮູ້ຈັກພຣະບັນຍັດຂອງພຣະເຈົ້າ? (ນີ້ແມ່ນຄຳຖາມຕອບ ແມ່ນ-ບໍ່ແມ່ນ, ແລະ ເປັນຄຳຕອບທີ່ຊັດເຈນ.)
-
ແມ່ນຫຍັງທີ່ເຮົາສາມາດເຮັດໄດ້ໃນແຕ່ລະມື້ ເພື່ອຊ່ວຍໃຫ້ເຮົາຮູ້ສຶກໃກ້ຊິດກັບພຣະເຈົ້າ? (ນີ້ແມ່ນຄຳຖາມທີ່ບໍ່ຊັດເຈນ ທີ່ຊອກຫາຄຳຕອບສະເພາະ: ອະທິຖານ.)
-
ໃຜເປັນສາດສະດາຕໍ່ຈາກໂນອາ? (ບຸກຄົນອາດບໍ່ຮູ້ຄຳຕອບ, ແລະ ຄຳຖາມບໍ່ສຳຄັນສຳລັບຂ່າວສານຂອງທ່ານ.)
-
ເຈົ້າເຂົ້າໃຈສິ່ງທີ່ຂ້ອຍກຳລັງເວົ້າບໍ? (ບຸກຄົນອາດຮູ້ສຶກວ່າທ່ານກຳລັງເວົ້າດູຖູກລາວ.)
ຟັງ
ເມື່ອທ່ານຕັ້ງໃຈຟັງຄົນອື່ນ, ທ່ານເຂົ້າໃຈເຂົາເຈົ້າດີຂຶ້ນ. ເມື່ອເຂົາເຈົ້າຮູ້ວ່າຄວາມຄິດ ແລະ ຄວາມຮູ້ສຶກຂອງເຂົາເຈົ້າສຳຄັນຕໍ່ທ່ານ, ເຂົາເຈົ້າມີແນວໂນ້ມທີ່ຈະຮັບການສິດສອນຂອງທ່ານ, ແບ່ງປັນປະສົບການສ່ວນຕົວ, ແລະ ເຮັດຄຳໝັ້ນສັນຍາ.
ຂະນະທີ່ທ່ານຟັງ, ທ່ານຈະໄດ້ຮັບຄວາມຮູ້ແຈ້ງເພີ່ມເຕີມເຖິງວິທີທີ່ຈະປັບການສິດສອນຂອງທ່ານໃຫ້ເຂົ້າກັບຄວາມຕ້ອງການ ແລະ ຄວາມສົນໃຈຂອງເຂົາເຈົ້າ. ທ່ານຈະເຂົ້າໃຈດີຂຶ້ນວ່າ ຄວາມຈິງຂອງພຣະກິດຕິຄຸນໃດທີ່ຈະເປັນປະໂຫຍດຫລາຍທີ່ສຸດຕໍ່ເຂົາເຈົ້າ.
ໂດຍສະເພາະໃຫ້ຟັງສຽງສື່ມຂອງພຣະວິນຍານ. ເມື່ອຄົນອື່ນແບ່ງປັນຄວາມຮູ້ສຶກຂອງເຂົາເຈົ້າ, ພຣະວິນຍານບໍລິສຸດອາດກະຕຸ້ນທ່ານດ້ວຍຄວາມຄິດ ຫລື ແນວໃດ. ພຣະວິນຍານສາມາດຊ່ວຍໃຫ້ທ່ານເຂົ້າໃຈສິ່ງທີ່ຄົນອື່ນພະຍາຍາມສະແດງອອກ.
ຟັງດ້ວຍຄວາມຫ່ວງໃຍຢ່າງແທ້ຈິງ
ການຟັງຕ້ອງໃຊ້ຄວາມພະຍາຍາມ ແລະ ຄວາມຫ່ວງໃຍຢ່າງແທ້ຈິງ. ໃນຂະນະທີ່ຄົນອື່ນເວົ້າ, ໃຫ້ແນ່ໃຈວ່າທ່ານຕັ້ງໃຈຟັງສິ່ງທີ່ເຂົາເຈົ້າເວົ້າ. ຫລີກເວັ້ນຈາກແນວໂນ້ມທີ່ຈະວາງແຜນສິ່ງທີ່ທ່ານຈະເວົ້າ.
ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ສິດສອນວ່າ: “ສິ່ງທີ່ສຳຄັນກວ່າການເວົ້າ ແມ່ນການຮັບຟັງ. ຜູ້ຄົນເຫລົ່ານີ້ບໍ່ແມ່ນວັດຖຸທີ່ໄຮ້ຊີວິດ ປອມແປງເປັນສະຖິຕິບັບຕິສະມາ. … ຖາມເພື່ອນເຫລົ່ານີ້ວ່າແມ່ນຫຍັງທີ່ສຳຄັນທີ່ສຸດຕໍ່ ເຂົາເຈົ້າ. ແມ່ນຫຍັງທີ່ ເຂົາເຈົ້າ ທະນຸຖະໜອມ, ແລະ ແມ່ນຫຍັງທີ່ ເຂົາເຈົ້າ ຮັກຫລາຍ? ແລະ ແລ້ວໃຫ້ຟັງ. ຖ້າຫາກສະພາບແວດລ້ອມເໝາະສົມ ທ່ານອາດຖາມວ່າ ເຂົາເຈົ້າຢ້ານຫຍັງ, ເຂົາເຈົ້າປາດຖະໜາຫຍັງ, ຫລື ວ່າແມ່ນຫຍັງຄືສິ່ງທີ່ເຂົາເຈົ້າຮູ້ສຶກວ່າຂາດຫາຍໄປໃນຊີວິດຂອງເຈົ້າ. ຂ້າພະເຈົ້າສັນຍາກັບທ່ານວ່າ ບາງສິ່ງ ໃນສິ່ງທີ່ເຂົາເຈົ້າເວົ້າຈະເນັ້ນເຖິງຄວາມຈິງຂອງພຣະກິດຕິຄຸນ ສະເໝີ ກ່ຽວກັບສິ່ງທີ່ທ່ານສາມາດສະແດງປະຈັກພະຍານ ແລະ ກ່ຽວກັບສິ່ງທີ່ທ່ານສາມາດສະເໜີເພີ່ມເຕີມໄດ້. … ຖ້າຫາກເຮົາຮັບຟັງດ້ວຍຄວາມຮັກ, ເຮົາບໍ່ຈຳເປັນຕ້ອງຄິດວ່າ ຕ້ອງເວົ້າສິ່ງໃດ. ມັນຈະຖືກມອບໃຫ້ແກ່ເຮົາ—ໂດຍພຣະວິນຍານ ແລະ ໂດຍໝູ່ເພື່ອນຂອງເຮົາ” (“Witnesses unto Me,” Ensign, May 2001, 15).
ສັງເກດຂ່າວສານທີ່ບໍ່ໄດ້ເວົ້າ
ຜູ້ຄົນຍັງສື່ສານຜ່ານທາງພາສາຮ່າງກາຍນຳອີກ. ສັງເກດລັກສະນະທີ່ເຂົາເຈົ້ານັ່ງ, ສີໜ້າຂອງເຂົາເຈົ້າທີ່ສະແດງອອກ, ມືຂອງເຂົາເຈົ້າເຮັດຫຍັງ, ນ້ຳສຽງຂອງເຂົາເຈົ້າເປັນຈັ່ງໃດ, ແລະ ເຂົາເຈົ້າຫລຽວໄປທາງໃດ. ການສັງເກດຂ່າວສານທີ່ບໍ່ໄດ້ເວົ້າເຫລົ່ານີ້ສາມາດຊ່ວຍໃຫ້ທ່ານເຂົ້າໃຈຄວາມຮູ້ສຶກຂອງຜູ້ທີ່ທ່ານສິດສອນໄດ້.
ພ້ອມທັງລະວັງພາສາຮ່າງກາຍຂອງທ່ານເອງ. ສົ່ງຂ່າວສານເຖິງຄວາມສົນໃຈ ແລະ ຄວາມກະຕືລືລົ້ນ ໂດຍການຟັງຢ່າງຈິງໃຈ.
ໃຫ້ເວລາຜູ້ຄົນໄດ້ຄິດ ແລະ ຕອບ
ພຣະຜູ້ຊ່ວຍໃຫ້ລອດມັກຈະຖາມຄຳຖາມທີ່ຜູ້ຄົນຕ້ອງໃຊ້ເວລາຕອບ. ເມື່ອທ່ານຖາມຄຳຖາມ, ໃຫ້ຢຸດບຶດໜຶ່ງເພື່ອໃຫ້ເວລາບຸກຄົນໄດ້ຄິດ ແລະ ຕອບ. ຢ່າຢ້ານຄວາມງຽບ. ຜູ້ຄົນມັກຕ້ອງການເວລາທີ່ຈະຄິດ ແລະ ຕອບຄຳຖາມ ຫລື ສະແດງສິ່ງທີ່ເຂົາເຈົ້າຮູ້ສຶກ.
ທ່ານອາດຢຸດບຶດໜຶ່ງຫລັງຈາກຖາມຄຳຖາມ, ຫລັງຈາກແບ່ງປັນປະສົບການທາງວິນຍານ, ຫລື ເມື່ອຜູ້ຄົນມີບັນຫາໃນການສະແດງຕົວເອງ. ໃຫ້ແນ່ໃຈວ່າໄດ້ໃຫ້ເວລາເຂົາເຈົ້າເພື່ອຄິດແລ້ວກ່ອນທີ່ທ່ານຈະຕອບ. ຢ່າຂັດຈັງຫວະໃນຂະນະທີ່ເຂົາເຈົ້າກຳລັງເວົ້າ.
ຕອບດ້ວຍຄວາມເຂົ້າອົກເຂົ້າໃຈ
ເມື່ອບຸກຄົນຕອບຄຳຖາມ, ໃຫ້ເລີ່ມຕົ້ນການຕອບສະໜອງຂອງທ່ານດ້ວຍການສະແດງຄວາມເຂົ້າອົກເຂົ້າໃຈ ຖ້າເໝາະສົມ. ຄວາມເຂົ້າອົກເຂົ້າໃຈສະແດງໃຫ້ເຫັນວ່າທ່ານຫ່ວງໃຍຢ່າງແທ້ຈິງ. ຫລີກລ້ຽງຈາກການຟ້າວສະຫລຸບ, ສະເໜີວິທີແກ້ໄຂທັນທີ, ຫລື ປະກົດວ່າມີຄຳຕອບທັງໝົດ.
ຢືນຢັນວ່າທ່ານເຂົ້າໃຈສິ່ງທີ່ຜູ້ຄົນເວົ້າ
ເມື່ອສະແຫວງຫາທີ່ຈະເຂົ້າໃຈສິ່ງທີ່ຜູ້ຄົນກຳລັງເວົ້າ, ຖາມເພື່ອໃຫ້ແນ່ໃຈວ່າທ່ານເຂົ້າໃຈ. ຍົກຕົວຢ່າງ, ທ່ານອາດຖາມ, “ສິ່ງທີ່ເຈົ້າເວົ້າແມ່ນ . ແມ່ນບໍ່?” ຫລື “ຖ້າຂ້ອຍເຂົ້າໃຈຖືກຕ້ອງ, ເຈົ້າກຳລັງຮູ້ສຶກວ່າ .” ເມື່ອທ່ານບໍ່ແນ່ໃຈວ່າທ່ານເຂົ້າໃຈຫລືບໍ່, ໃຫ້ຖາມບຸກຄົນນັ້ນເພື່ອຄວາມແຈ່ມແຈ້ງ.
ນຳທາງການປະຕິສຳພັນທີ່ທ້າທາຍ
ທ່ານຈະຊ່ວຍຜູ້ຄົນໄດ້ຫລາຍທີ່ສຸດໂດຍການສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ກັບເຂົາເຈົ້າ. ບາງຄົນອາດຕ້ອງການເວົ້າເປັນສ່ວນໃຫຍ່. ບາງຄັ້ງຜູ້ຄົນພຽງຕ້ອງການໃຫ້ມີໃຜຈັກຄົນທີ່ຈະຮັບຟັງການດີ້ນລົນ ແລະ ຄວາມຮູ້ສຶກຂອງເຂົາເຈົ້າດ້ວຍຄວາມເຫັນອົກເຫັນໃຈ. ບາງຄົນອາດສະແຫວງຫາທີ່ຈະຄອບງຳ ຫລື ໂຕ້ແຍ້ງ.
ຮຽນຮູ້ທີ່ຈະຈັດການກັບສະຖານະການເຊັ່ນນັ້ນ ຢ່າງແນບນຽນ ແລະ ດ້ວຍຄວາມຮັກ. ທ່ານອາດສາມາດປັບການສິດສອນຂອງທ່ານໃຫ້ເຂົ້າກັບບາງສິ່ງທີ່ບຸກຄົນໄດ້ແບ່ງປັນ. ຫລື ທ່ານອາດຕ້ອງໄດ້ເວົ້າຢ່າງສຸພາບວ່າ ທ່ານຢາກສົນທະນາກ່ຽວກັບຄວາມກັງວົນຂອງເຂົາເຈົ້າໃນເວລາອື່ນ. ພຣະວິນຍານສາມາດຊ່ວຍໃຫ້ທ່ານຮູ້ຈັກວິທີຕອບສະໜອງໃນສະຖານະການທີ່ທ້າທາຍ.
ຊ່ວຍຜູ້ຄົນໃຫ້ຮູ້ສຶກສະບາຍໃຈໃນການແບ່ງປັນຄວາມຮູ້ສຶກທີ່ແທ້ຈິງ
ເພື່ອຫລີກເວັ້ນຄວາມອັບອາຍ, ບາງຄົນຈະຕອບຄຳຖາມທີ່ເຂົາເຈົ້າຄິດວ່າທ່ານຕ້ອງການໃຫ້ເຂົາເຈົ້າຕອບແທນທີ່ຈະແບ່ງປັນຄວາມຮູ້ສຶກທີ່ແທ້ຈິງຂອງເຂົາເຈົ້າ. ສະແຫວງຫາທີ່ຈະພັດທະນາຄວາມສຳພັນທີ່ໃຫ້ເຂົາເຈົ້າສະບາຍໃຈໃນການແບ່ງປັນຄວາມຮູ້ສຶກທີ່ແທ້ຈິງຂອງເຂົາເຈົ້າກັບທ່ານ.
ການເຂົ້າໃຈ ແລະ ການເຊື່ອມຕໍ່ກັບຜູ້ຄົນຈະເຮັດໃຫ້ທ່ານສາມາດຊ່ວຍເຂົາເຈົ້າ, ສະໜອງຄວາມສົນໃຈ ແລະ ຄວາມຕ້ອງການຂອງເຂົາເຈົ້າ, ແລະ ສະແດງໃຫ້ເຫັນເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດທີ່ມີຕໍ່ເຂົາເຈົ້າ. ສ້າງຄວາມສຳພັນແຫ່ງຄວາມໄວ້ວາງໃຈ ໂດຍການຊື່ສັດກັບເຂົາເຈົ້າ, ການຮັກສາຄວາມສຳພັນຂອງຜູ້ສອນສາດສະໜາທີ່ເໝາະສົມ, ແລະ ການສະແດງຄວາມເຄົາລົບ.
ຊ່ວຍຜູ້ຄົນໃຫ້ພົບເຫັນຄຳຕອບຕໍ່ຄຳຖາມ ແລະ ຄວາມກັງວົນຂອງເຂົາເຈົ້າ
ພະຍາຍາມຢ່າງຈິງຈັງເພື່ອຕອບຄຳຖາມຂອງຜູ້ຄົນ ແລະ ຊ່ວຍເຂົາເຈົ້າແກ້ໄຂຄວາມກັງວົນຂອງເຂົາເຈົ້າ. ເຖິງຢ່າງໃດກໍຕາມ, ມັນບໍ່ແມ່ນໜ້າທີ່ຮັບຜິດຊອບຂອງທ່ານທີ່ຈະຕອບທຸກໆຄຳຖາມ. ໃນທີ່ສຸດ, ຜູ້ຄົນຈະຕ້ອງແກ້ໄຂຄຳຖາມ ແລະ ຄວາມກັງວົນຂອງເຂົາເຈົ້າເອງ.
ຮັບຮູ້ວ່າບໍ່ແມ່ນຄຳຖາມ ແລະ ຄວາມກັງວົນທັງໝົດຈະສາມາດໄດ້ຮັບຄຳຕອບຢ່າງສົມບູນ. ຄຳຕອບບາງຢ່າງຈະແຈ້ງຊັດຕາມເວລາ. ບາງຄຳຕອບກໍຍັງບໍ່ຖືກເປີດເຜີຍເທື່ອ. ສຸມໃສ່ການສ້າງຮາກຖານທີ່ໝັ້ນຄົງຂອງຄວາມຈິງຂັ້ນພື້ນຖານ ແລະ ຈຳເປັນຕໍ່ພຣະກິດຕິຄຸນ. ຮາກຖານນີ້ຈະຊ່ວຍທ່ານ ແລະ ຜູ້ທີ່ທ່ານສິດສອນດຳເນີນໄປໜ້າດ້ວຍຄວາມອົດທົນ ແລະ ສັດທາເມື່ອມີຄຳຖາມທີ່ບໍ່ໄດ້ຮັບຄຳຕອບ ຫລື ຍາກ.
ຫລັກທຳບາງຢ່າງສຳລັບການຕອບຄຳຖາມມີລະບຸໄວ້ຢູ່ໃນພາກນີ້.
ເຂົ້າໃຈຄວາມກັງວົນ
ບາງສິ່ງທີ່ທ່ານສິດສອນຜູ້ຄົນອາດເບິ່ງຄືວ່າຍາກ ຫລື ບໍ່ຄຸ້ນເຄີຍກັບເຂົາເຈົ້າ. ຖ້າຫາກຜູ້ຄົນມີຄຳຖາມ ຫລື ຄວາມກັງວົນ, ກ່ອນອື່ນໝົດ ໃຫ້ສະແຫວງຫາທີ່ຈະເຂົ້າໃຈເຂົາເຈົ້າຢ່າງແຈ່ມແຈ້ງກ່ອນ. ບາງເທື່ອຄວາມກັງວົນຂອງຜູ້ຄົນກໍຄືກັນກັບພູເຂົານ້ຳແຂງ. ພຽງແຕ່ສ່ວນນ້ອຍເທົ່ານັ້ນທີ່ເຫັນໄດ້ຢູ່ເໜືອໜ້ານ້ຳ. ຄວາມກັງວົນເຫລົ່ານີ້ສາມາດຊັບຊ້ອນ. ອະທິຖານທູນຂໍຂອງປະທານແຫ່ງການຫລິງເຫັນ, ແລະ ເຮັດຕາມພຣະວິນຍານ ໃນການຕອບສະໜອງຂອງທ່ານ. ພຣະບິດາເທິງສະຫວັນຮູ້ຈັກໃຈ ແລະ ປະສົບການຂອງທຸກຄົນ (ພູເຂົານ້ຳແຂງທັງໜ່ວຍ). ພຣະອົງຈະຊ່ວຍທ່ານໃຫ້ຮູ້ສິ່ງທີ່ດີທີ່ສຸດສຳລັບແຕ່ລະຄົນ.
ສ່ວນຫລາຍແລ້ວຄວາມກັງວົນເປັນເລື່ອງທາງສັງຄົມຫລາຍກວ່າຫລັກຄຳສອນ. ຍົກຕົວຢ່າງ, ບາງຄົນອາດຢ້ານການຕໍ່ຕ້ານຈາກສະມາຊິກໃນຄອບຄົວ ຖ້າຫາກເຂົາເຈົ້າເຂົ້າຮ່ວມສາດສະໜາຈັກ. ຫລື ເຂົາເຈົ້າອາດຢ້ານຖືກປະຕິເສດຈາກໝູ່ເພື່ອນທີ່ບ່ອນທຳງານຂອງເຂົາເຈົ້າ.
ສະແຫວງຫາທີ່ຈະເຂົ້າໃຈແຫລ່ງຂອງຄວາມກັງວົນ ໂດຍການຖາມຄຳຖາມ ແລະ ຟັງ. ຄວາມຫ່ວງໃຍເກີດຂຶ້ນຍ້ອນບຸກຄົນບໍ່ໄດ້ຮັບການຢືນຢັນທາງວິນຍານເຖິງຄວາມຈິງຂອງການຟື້ນຟູບໍ? ມັນເກີດຂຶ້ນຍ້ອນບຸກຄົນບໍ່ຕ້ອງການທີ່ຈະດຳລົງຊີວິດຕາມຫລັກທຳພຣະກິດຕິຄຸນບໍ? ການຮູ້ເຖິງສາເຫດຂອງຄວາມກັງວົນຂອງເຂົາເຈົ້າ ຈະຊ່ວຍໃຫ້ທ່ານຮູ້ວ່າຈະສຸມໃສ່ປະຈັກພະຍານ ຫລື ຄຳໝັ້ນສັນຍາ.
ໃຊ້ພຣະຄຳພີ, ໂດຍສະເພາະ ພຣະຄຳພີມໍມອນ, ເພື່ອຊ່ວຍຕອບຄຳຖາມ
ສະແດງໃຫ້ຜູ້ຄົນຮູ້ເຫັນວ່າ ຄວາມຈິງໃນພຣະຄຳພີສາມາດຊ່ວຍຕອບຄຳຖາມ ແລະ ແກ້ໄຂຄວາມກັງວົນຂອງເຂົາເຈົ້າໄດ້ແນວໃດ. (ເບິ່ງ “ພຣະຄຳພີມໍມອນຕອບຄຳຖາມຂອງຈິດວິນຍານ” ໃນ ບົດທີ 5.) ເມື່ອຜູ້ຄົນສະແຫວງຫາການດົນໃຈ ໂດຍການສຶກສາ ແລະ ການນຳໃຊ້ພຣະຄຳພີ, ເຂົາເຈົ້າຈະເພີ່ມຄວາມສາມາດຂອງເຂົາເຈົ້າທີ່ຈະໄດ້ຍິນ ແລະ ຕິດຕາມພຣະຜູ້ເປັນເຈົ້າ. ສັດທາຂອງເຂົາເຈົ້າໃນພຣະອົງຈະເພີ່ມຂຶ້ນ. ດ້ວຍສັດທາທີ່ເພີ່ມຂຶ້ນ ປະຈັກພະຍານ, ການກັບໃຈ, ແລະ ພິທີການແຫ່ງການບັບຕິສະມາຈະເກີດຂຶ້ນ.
“ບາງຄັ້ງຂ້າພະເຈົ້າໄປຫາພຣະຄຳພີເພື່ອຄຳສອນ. ບາງຄັ້ງຂ້າພະເຈົ້າໄປຫາພຣະຄຳພີເພື່ອຄຳແນະນຳ. ຂ້າພະເຈົ້າໄປດ້ວຍຄຳຖາມ, ແລະ ຕາມປົກກະຕິແລ້ວ ຄຳຖາມຄື ‘ພຣະເຈົ້າຈະໃຫ້ຂ້າພະເຈົ້າເຮັດຫຍັງ?’ ຫລື ‘ພຣະອົງຈະໃຫ້ຂ້າພະເຈົ້າຮູ້ສຶກແນວໃດ?’ ຂ້າພະເຈົ້າພົບແນວຄິດໃໝ່ເລື້ອຍໆ, ຄວາມຄິດທີ່ຂ້າພະເຈົ້າບໍ່ເຄີຍມີມາກ່ອນ, ແລະ ຂ້າພະເຈົ້າໄດ້ຮັບການດົນໃຈ ແລະ ຄຳແນະນຳ ແລະ ຄຳຕອບຕໍ່ຄຳຖາມຂອງຂ້າພະເຈົ້າ” (Henry B. Eyring, ໃນ “A Discussion on Scripture Study,” Ensign, July 2005, 22).
ມັນສາມາດເປັນປະໂຫຍດໄດ້ທີ່ຈະອະທິບາຍວ່າ ຄວາມເຂົ້າໃຈຂອງເຮົາຫລາຍຢ່າງກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດມາຈາກສິ່ງທີ່ໄດ້ຖືກເປີດເຜີຍຕໍ່ສາດສະດາໂຈເຊັບ ສະມິດ ແລະ ຕໍ່ຜູ້ທີ່ໄດ້ສືບທອດຈາກເພິ່ນ. ຄຳຖາມກ່ຽວກັບຄວາມຈິງຂອງພຣະກິດຕິຄຸນສາມາດຖືກແກ້ໄຂ ໂດຍການຮັບປະຈັກພະຍານວ່າ ໂຈເຊັບ ສະມິດ ໄດ້ເປັນສາດສະດາຂອງພຣະເຈົ້າ. ການອ່ານ ແລະ ການອະທິຖານກ່ຽວກັບພຣະຄຳພີມໍມອນເປັນວິທີສຳຄັນໃນການໄດ້ຮັບປະຈັກພະຍານນີ້.
ຊ່ວຍຜູ້ຄົນສຸມໃສ່ການເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຂົາເຈົ້າໃນພຣະເຢຊູຄຣິດ. ການອ່ານ ແລະ ການອະທິຖານກ່ຽວກັບພຣະຄຳພີມໍມອນເປັນວິທີສຳຄັນໃນການເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຂົາເຈົ້າ.
ເຊື້ອເຊີນຜູ້ຄົນໃຫ້ກະທຳໃນສັດທາ
ເມື່ອຜູ້ຄົນພັດທະນາ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຂົາເຈົ້າເຖິງພຣະກິດຕິຄຸນທີ່ຖືກຟື້ນຟູ, ເຂົາເຈົ້າຈະສາມາດຕອບຄຳຖາມ ແລະ ຄວາມກັງວົນຂອງເຂົາເຈົ້າ ຈາກຮາກຖານແຫ່ງສັດທາ. ເມື່ອເຂົາເຈົ້າກະທຳໃນສັດທາຕໍ່ຄວາມຈິງທີ່ເຂົາເຈົ້າເຊື່ອ, ເຂົາເຈົ້າຈະສາມາດຮັບປະຈັກພະຍານເຖິງຄວາມຈິງອື່ນໆຂອງພຣະກິດຕິຄຸນ.
ບາງວິທີທີ່ຈະກະທຳໃນສັດທາແມ່ນລວມທັງ:
-
ການອະທິຖານເລື້ອຍໆ ແລະ ດ້ວຍເຈດຕະນາອັນແທ້ຈິງສຳລັບການດົນໃຈ ແລະ ການນຳພາ.
-
ການສຶກສາພຣະຄຳພີ, ໂດຍສະເພາະພຣະຄຳພີມໍມອນ.
-
ໄປໂບດ.
ມອບບາງສິ່ງເພື່ອສຶກສາ ແລະ ອະທິຖານກ່ຽວກັບ
ໃນທ້າຍຂອງການຢ້ຽມສອນແຕ່ລະຄັ້ງ, ໃຫ້ມອບບາງສິ່ງໃຫ້ຜູ້ຄົນເພື່ອສຶກສາ, ໄຕ່ຕອງ, ແລະ ອະທິຖານກ່ຽວກັບ ເພື່ອກະກຽມສຳລັບການພົບກັນຄັ້ງຕໍ່ໄປ. ການອ່ານ, ການອະທິຖານ, ແລະ ການໄຕ່ຕອງຂັ້ນລະຫວ່າງການຢ້ຽມສອນ ຈະເຊື້ອເຊີນອິດທິພົນຂອງພຣະວິນຍານບໍລິສຸດໃຫ້ເຂົ້າມາສູ່ຊີວິດຂອງເຂົາເຈົ້າ.
ທ່ານອາດເຊື້ອເຊີນຜູ້ຄົນໃຫ້ອ່ານບົດໃດໜຶ່ງສະເພາະ ຢູ່ໃນພຣະຄຳພີມໍມອນ. ຫລື ທ່ານອາດຊຸກຍູ້ເຂົາເຈົ້າໃຫ້ໃຊ້ແຫລ່ງຂໍ້ມູນຂອງສາດສະໜາຈັກ, ດັ່ງເຊັ່ນ ຫ້ອງສະໝຸດພຣະກິດຕິຄຸນ, ເພື່ອຊອກຫາຄຳຕອບຕໍ່ຄຳຖາມ, ຮຽນຮູ້ກ່ຽວກັບຫົວຂໍ້, ຫລື ເບິ່ງວິດີໂອ. ສິ່ງນີ້ສາມາດກາຍເປັນຫົວຂໍ້ເປີດການສົນທະນາ ໃນຄັ້ງຕໍ່ໄປທີ່ພວກທ່ານພົບກັນ.
ຫລີກເວັ້ນຈາກການໃຫ້ຄົນອື່ນເຮັດຫລາຍເກີນໄປ, ໂດຍສະເພາະ ຖ້າຫາກທ່ານມີການປະຕິສຳພັນສັ້ນໆ ແລະ ເລື້ອຍໆກັບເຂົາເຈົ້າ.
ການຊ່ວຍຜູ້ຄົນກັບການຕິດແສດ
ທ່ານສາມາດຊ່ວຍຜູ້ຄົນທີ່ດີ້ນລົນກັບການເອົາຊະນະການຕິດແສດ ໂດຍການສົນທະນາກ່ຽວກັບການດີ້ນລົນຂອງເຂົາເຈົ້າດ້ວຍຄວາມຮັກ, ສະໜັບສະໜູນເຂົາເຈົ້າ, ແລະ ເຊື່ອມຕໍ່ເຂົາເຈົ້າກັບແຫລ່ງຊ່ວຍເຫລືອຕ່າງໆ. ທ່ານອາດຊຸກຍູ້ເຂົາເຈົ້າໃຫ້ເຂົ້າຮ່ວມກຸ່ມສົ່ງເສີມການຟື້ນຕົວຈາກການຕິດແສດ ຂອງສາດສະໜາຈັກ. ກຸ່ມນີ້ອາດພົບກັນດ້ວຍຕົນເອງ ຫລື ທາງອອນລາຍ. (ເບິ່ງ AddictionRecovery.ChurchofJesusChrist.org.) ຊຸກຍູ້ເຂົາເຈົ້າໃຫ້ໃຊ້ແຫລ່ງຊ່ວຍເຫລືອຢູ່ໃນພາກ “Addiction” ຂອງ Life Help ໃນຫ້ອງສະໝຸດພຣະກິດຕິຄຸນ.
ຜູ້ນຳສາດສະໜາຈັກໃນທ້ອງຖິ່ນ ແລະ ສະມາຊິກສາມາດໃຫ້ການສະໜັບສະໜູນ. ບາງຄົນທີ່ຕິດແສດອາດຕ້ອງການການຮັກສາຈາກມືອາຊີບທາງການແພດ ແລະ ທາງສຸຂະພາບຈິດ.
ຕໍ່ໄປນີ້ແມ່ນຄຳແນະນຳເລັກນ້ອຍສຳລັບວິທີທີ່ທ່ານສາມາດສະໜັບສະໜູນຜູ້ຄົນທີ່ດີ້ນລົນທີ່ຈະເອົາຊະນະການຕິດແສດ:
-
ເສີມສ້າງຄວາມພະຍາຍາມທີ່ຈະມາຫາພຣະຄຣິດ. ຊ່ວຍເຂົາເຈົ້າໃຫ້ເຫັນວ່າ ຄວາມພະຍາຍາມຂອງເຂົາເຈົ້າ ແລະ ການປິ່ນປົວຖືກຮັບຮູ້ ແລະ ມີຄຸນຄ່າໂດຍພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ສິດສອນເຂົາເຈົ້າວ່າ ເຂົາເຈົ້າສາມາດເຂັ້ມແຂງຜ່ານທາງພຣະຜູ້ຊ່ວຍໃຫ້ລອດ ແລະ ການຊົດໃຊ້ຂອງພຣະອົງ. ພຣະອົງຮູ້ດີເຖິງຄວາມຕັ້ງໃຈຂອງເຂົາເຈົ້າທີ່ຈະເຮັດຄວາມດີ.
-
ອະທິຖານເພື່ອເຂົາເຈົ້າໃນການອະທິຖານສ່ວນຕົວຂອງທ່ານ, ແລະ ການອະທິຖານກັບເຂົາເຈົ້າ. ຕາມຄວາມເໝາະສົມ, ຊຸກຍູ້ເຂົາເຈົ້າໃຫ້ສະແຫວງຫາພອນຂອງຖານະປະໂລຫິດ ຈາກຜູ້ນຳຖານະປະໂລຫິດໃນທ້ອງຖິ່ນ.
-
ສືບຕໍ່ສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ກັບເຂົາເຈົ້າ. ສິດສອນເຂົາເຈົ້າວ່າ ພຣະບິດາເທິງສະຫວັນ, ພຣະຜູ້ຊ່ວຍໃຫ້ລອດ, ແລະ ພຣະວິນຍານບໍລິສຸດຮັກເຂົາເຈົ້າ ແລະ ຕ້ອງການໃຫ້ເຂົາເຈົ້າປະສົບຄວາມສຳເລັດ.
-
ຊຸກຍູ້ເຂົາເຈົ້າໃຫ້ໄປໂບດເປັນປະຈຳ ແລະ ພັດທະນາມິດຕະພາບກັບສະມາຊິກ.
-
ຄິດບວກ ແລະ ໃຫ້ກຳລັງໃຈ, ໂດຍສະເພາະຖ້າຫາກເຂົາເຈົ້າມີອາການກຳເລີບ.
ການຕິດແສດເປັນສິ່ງຍາກທີ່ຈະເອົາຊະນະ, ແລະ ອາການກຳເລີບສາມາດເກີດຂຶ້ນໄດ້. ຜູ້ນຳໃນສາດສະໜາຈັກ ແລະ ສະມາຊິກບໍ່ຄວນຕົກອົກຕົກໃຈກັບເລື່ອງນີ້. ເຂົາເຈົ້າຄວນສະແດງຄວາມຮັກ, ບໍ່ແມ່ນການຕັດສິນ.
ສະມາຊິກໃໝ່ຜູ້ທີ່ເຊົາມາໂບດອາດກັບຄືນໄປຫານິໄສເກົ່າ ແລະ ອາດຮູ້ສຶກບໍ່ມີຄ່າຄວນ ແລະ ທໍ້ແທ້. ການຢ້ຽມຢາມທັນທີເພື່ອໃຫ້ກຳລັງໃຈ ແລະ ສະໜັບສະໜູນສາມາດຊ່ວຍໄດ້. ສະມາຊິກຄວນສະແດງໃນຄຳເວົ້າ ແລະ ການກະທຳ ວ່າສາດສະໜາຈັກເປັນສະຖານທີ່ ທີ່ສາມາດພົບເຫັນຄວາມຮັກຂອງພຣະຄຣິດ (ເບິ່ງ 3 ນີໄຟ 18:32).
ການສິດສອນຜູ້ຄົນຈາກພື້ນຖານທີ່ບໍ່ແມ່ນຊາວຄຣິດ
ບາງຄົນທີ່ທ່ານສິດສອນອາດມາຈາກພື້ນຖານທີ່ບໍ່ແມ່ນຊາວຄຣິດ ຫລື ອາດບໍ່ເຊື່ອໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ເຖິງຢ່າງໃດກໍຕາມ, ຫລາຍຄົນເຫລົ່ານີ້ມີຄວາມເຊື່ອ, ການປະຕິບັດ, ແລະ ສະຖານທີ່ສັກສິດສຳລັບເຂົາເຈົ້າ. ມັນສຳຄັນທີ່ທ່ານຈະສະແດງຄວາມເຄົາລົບຕໍ່ຄວາມເຊື່ອທາງສາດສະໜາ ແລະ ປະເພນີຂອງເຂົາເຈົ້າ.
ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈວ່າພຣະເຈົ້າແມ່ນໃຜ
ທ່ານອາດສົງໄສວ່າທ່ານຄວນປັບການສິດສອນຂອງທ່ານແນວໃດ ເພື່ອຜູ້ຄົນຈາກພື້ນຖານທີ່ບໍ່ແມ່ນຊາວຄຣິດ. ຫລັກທຳທີ່ຊ່ວຍບຸກຄົນໃຫ້ສ້າງສັດທາແມ່ນຄືກັນໃນທຸກວັດທະນະທຳ. ຊ່ວຍໃຫ້ຜູ້ຄົນມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພຣະເຈົ້າ ແລະ ພາລະກິດສູງສົ່ງຂອງພຣະເຢຊູຄຣິດ. ວິທີທີ່ດີທີ່ສຸດສຳລັບເຂົາເຈົ້າເພື່ອຮຽນຮູ້ຄວາມຈິງເຫລົ່ານີ້ແມ່ນການມີປະສົບການສ່ວນຕົວທາງວິນຍານ. ບາງວິທີທີ່ທ່ານສາມາດຊ່ວຍເຂົາເຈົ້າໃຫ້ມີປະສົບການເຫລົ່ານີ້ໄດ້ຖືກລະບຸໄວ້ຢູ່ຂ້າງລຸ່ມ:
-
ສິດສອນວ່າພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ, ແລະ ພຣະອົງຮັກເຮົາ. ເຮົາເປັນລູກຂອງພຣະອົງ. ເຊື້ອເຊີນເຂົາເຈົ້າໃຫ້ສະແຫວງຫາການເປັນພະຍານດ້ວຍຕົນເອງ.
-
ສິດສອນກ່ຽວກັບແຜນແຫ່ງຄວາມລອດ.
-
ສິດສອນວ່າພຣະເຈົ້າອົງເປັນພຣະບິດາ ແລະ ພຣະເຢຊູຄຣິດ ໄດ້ມາປະກົດຕໍ່ສາດສະດາໂຈເຊັບ ສະມິດ.
-
ສະແດງປະຈັກພະຍານທີ່ຈິງໃຈເຖິງພຣະກິດຕິຄຸນ, ລວມທັງຄວາມຮູ້ສຶກເຖິງຄວາມຮັກຂອງພຣະບິດາເທິງສະຫວັນ ແລະ ເປັນຫຍັງທ່ານຈຶ່ງເລືອກທີ່ຈະຕິດຕາມພຣະເຢຊູຄຣິດ.
-
ເຊື້ອເຊີນເຂົາເຈົ້າໃຫ້ກ່າວຄຳອະທິຖານທີ່ລຽບງ່າຍ ແລະ ຈິງໃຈ—ກັບທ່ານ ແລະ ດ້ວຍຕົນເອງ.
-
ເຊື້ອເຊີນເຂົາເຈົ້າໃຫ້ອ່ານພຣະຄຳພີມໍມອນທຸກວັນ—ກັບທ່ານ ແລະ ດ້ວຍຕົນເອງ.
-
ເຊື້ອເຊີນເຂົາເຈົ້າໃຫ້ໄປໂບດ.
-
ແນະນຳເຂົາເຈົ້າໃຫ້ຮູ້ຈັກສະມາຊິກຂອງສາດສະໜາຈັກ ຜູ້ສາມາດອະທິບາຍໄດ້ວ່າເຂົາເຈົ້າມາເຊື່ອໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດໄດ້ແນວໃດ.
-
ເຊື້ອເຊີນເຂົາເຈົ້າໃຫ້ຮັກສາພັນທະສັນຍາ.
ຜູ້ຄົນສ່ວນໃຫຍ່ປາດຖະໜາທີ່ຈະມີການເຊື່ອມຕໍ່ເຂົ້າກັບພຣະເຈົ້າຫລາຍຂຶ້ນ ແລະ ພົບຈຸດປະສົງ ແລະ ຄວາມໝາຍໃນຊີວິດ. ຊ່ວຍເຂົາເຈົ້າໃຫ້ເຫັນວ່າ ເຂົາເຈົ້າເປັນລູກຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນທີ່ຊົງຮັກ ແລະ ວ່າພຣະອົງມີແຜນສຳລັບເຂົາເຈົ້າ. ຍົກຕົວຢ່າງ, ທ່ານອາດເລີ່ມຕົ້ນໂດຍການເວົ້າບາງຢ່າງແບບດັ່ງຕໍ່ໄປນີ້:
ພຣະເຈົ້າເປັນພຣະບິດາຂອງເຮົາຜູ້ສະຖິດຢູ່ໃນສະຫວັນ, ແລະ ພຣະອົງຮັກເຮົາ. ເຮົາເປັນລູກຂອງພຣະອົງ. ເຮົາໄດ້ອາໄສຢູ່ກັບພຣະອົງກ່ອນເຮົາໄດ້ມາເກີດ. ຍ້ອນວ່າເຮົາທຸກຄົນເປັນລູກຂອງພຣະອົງ, ເຮົາທຸກຄົນຈຶ່ງເປັນອ້າຍເອື້ອຍນ້ອງກັນ. ພຣະອົງປາດຖະໜາໃຫ້ເຮົາກັບຄືນໄປຫາພຣະອົງ. ເພາະຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາ, ພຣະອົງຈຶ່ງໄດ້ຈັດກຽມທາງໄວ້ໃຫ້ເຮົາ ເພື່ອກັບໄປຫາພຣະອົງ ຜ່ານທາງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ.
ປັບການສິດສອນຂອງທ່ານຕາມຄວາມຕ້ອງການ
ຜູ້ປ່ຽນໃຈເຫລື້ອມໃສຫລາຍຄົນຈາກພື້ນຖານທີ່ບໍ່ແມ່ນຊາວຄຣິດເວົ້າວ່າ ເຂົາເຈົ້າບໍ່ເຂົ້າໃຈຫລາຍກ່ຽວກັບສິ່ງທີ່ຜູ້ສອນສາດສະໜາກຳລັງສິດສອນ. ເຖິງຢ່າງໃດກໍຕາມ, ເຂົາເຈົ້າຮູ້ສຶກເຖິງພຣະວິນຍານ ແລະ ຢາກເຮັດສິ່ງທີ່ຜູ້ສອນສາດສະໜາຂໍຮ້ອງ. ໃຫ້ເຮັດທຸກສິ່ງທຸກຢ່າງທີ່ທ່ານສາມາດເຮັດໄດ້ ເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈຄຳສອນຂອງພຣະກິດຕິຄຸນ. ມີຄວາມອົດທົນ ແລະ ສະໜັບສະໜູນ. ມັນອາດຈະໃຊ້ເວລາສຳລັບຜູ້ຄົນທີ່ຈະຮຽນຮູ້ວິທີລະບຸ ແລະ ສະແດງຄວາມຮູ້ສຶກຂອງເຂົາເຈົ້າ. ທ່ານອາດຕ້ອງໄດ້ປັບຄວາມໄວ ແລະ ຄວາມເລິກຂອງການສິດສອນຂອງທ່ານເພື່ອຊ່ວຍເຂົາເຈົ້າ.
ຄຳແນະນຳດັ່ງຕໍ່ໄປນີ້ອາດຊ່ວຍໄດ້ ຂະນະທີ່ທ່ານກຽມສິດສອນຜູ້ຄົນຈາກພື້ນຖານທີ່ບໍ່ແມ່ນຊາວຄຣິດ:
-
ເຂົ້າໃຈວ່າຄວາມຕ້ອງການ ຫລື ຄວາມສົນໃຈທາງວິນຍານກະຕຸ້ນໃຫ້ເຂົາເຈົ້າພົບກັບທ່ານ.
-
ໃຫ້ພາບລວມ ແລະ ການທົບທວບທີ່ລຽບງ່າຍສຳລັບແຕ່ລະບົດຮຽນ.
-
ຂໍໃຫ້ເຂົາເຈົ້າບອກທ່ານວ່າ ເຂົາເຈົ້າເຂົ້າໃຈ ແລະ ມີປະສົບການຫຍັງແດ່.
-
ໃຫ້ນິຍາມຄຳສັບ ແລະ ຫລັກທຳທີ່ສຳຄັນ. ຜູ້ຄົນອາດບໍ່ຄຸ້ນເຄີຍກັບຫລາຍຄຳທີ່ທ່ານໃຊ້ຂະນະທີ່ທ່ານສິດສອນ.
-
ກັບໄປສິດສອນບົດຮຽນທີ່ຜ່ານມາ ເພື່ອສິດສອນຄຳສອນໃຫ້ແຈ່ມແຈ້ງຫລາຍຂຶ້ນ. ສິ່ງນີ້ອາດຈຳເປັນເມື່ອໃດກໍຕາມໃນລະຫວ່າງຂັ້ນຕອນການສິດສອນ.
-
ລະບຸຄຳເຊື້ອເຊີນທີ່ທ່ານສາມາດສະເໜີ ເພື່ອຊ່ວຍໃຫ້ຜູ້ຄົນປະສົບກັບພອນຂອງພຣະກິດຕິຄຸນ.
ລາຍການຢູ່ຂ້າງລຸ່ມເປັນແຫລ່ງຂໍ້ມູນບາງສ່ວນໃນຫ້ອງສະໝຸດພຣະກິດຕິຄຸນທີ່ທ່ານອາດໃຊ້ເພື່ອຊ່ວຍຜູ້ທີ່ມາຈາກພື້ນຖານທີ່ບໍ່ແມ່ນຊາວຄຣິດ:
-
“Who Is God?”
-
“Who Is Jesus Christ?”
-
“Jesus Christ, Son of God”
-
“What to Expect When Visiting with Missionaries of The Church of Jesus Christ of Latter-day Saints”
-
“Muslims and Latter-day Saints: Beliefs, Values, and Lifestyles”
ແນວຄິດສຳລັບການສຶກສາ ແລະ ການນຳໃຊ້
ການສຶກສາສ່ວນຕົວ
-
ສົມມຸດວ່າທ່ານຢູ່ໃນສະຖານະການດັ່ງຕໍ່ໄປນີ້. ທ່ານຈະໃຊ້ຫລັກທຳ ແລະ ທັກສະໃນບົດນີ້ ເພື່ອຊ່ວຍໃຫ້ຜູ້ຄົນເຫລົ່ານີ້ກ້າວໜ້າໄດ້ແນວໃດ? ວາງແຜນວິທີທີ່ທ່ານຈະນຳໃຊ້ມັນໃນແຕ່ລະສະຖານະການ.
-
ບາງຄົນທີ່ໄດ້ກຽມພ້ອມສຳລັບການບັບຕິສະມາບອກທ່ານວ່າ ລາວບໍ່ຕ້ອງການພົບກັບພວກທ່ານອີກແລ້ວ.
-
ພວກທ່ານໄດ້ພົບເຈັດເທື່ອ ກັບບຸກຄົນທີ່ໄດ້ຮັບການສິດສອນໂດຍຜູ້ສອນສາດສະໜາຫລາຍຄົນໃນໄລຍະເວລາສອງປີ. ມີສັນຍານຂອງຄວາມຄືບໜ້າເລັກນ້ອຍ ຖ້າຫາກມີ.
-
-
ເລືອກບົດຮຽນຜູ້ສອນສາດສະໜາບົດໜຶ່ງ. ລະບຸຂໍ້ພຣະຄຳພີໜຶ່ງ ຫລື ສອງຂໍ້ຈາກຫລັກທຳຫລັກ. ຝຶກຫັດການສິດສອນຈາກຂໍ້ພຣະຄຳພີດັ່ງທີ່ລະບຸໄວ້ໃນພາກ “ໃຊ້ພຣະຄຳພີ” ຢູ່ໃນບົດນີ້.
ການສຶກສາກັບຄູ່ສອນ ແລະ ການສັບປ່ຽນຄູ່ສອນ
-
ອ່ານເລື່ອງລາວຂອງອຳໂມນ ແລະ ກະສັດລາໂມໄນ ຢູ່ໃນ ແອວມາ 18–19 ແລະ ເລື່ອງລາວຂອງອາໂຣນ ຢູ່ໃນ ແອວມາ 22:4–18. ຂະນະທີ່ທ່ານອ່ານ, ໃຫ້ລະບຸ ແລະ ບັນຍາຍວິທີທີ່ອຳໂມນ ແລະ ອາໂຣນ:
-
ເຮັດຕາມພຣະວິນຍານ ແລະ ສິດສອນດ້ວຍຄວາມຮັກ.
-
ເລີ່ມຕົ້ນສິດສອນ.
-
ປັບການສິດສອນຂອງເຂົາເຈົ້າເພື່ອສະໜອງຄວາມຕ້ອງການ.
-
ສະແດງປະຈັກພະຍານ.
-
ໄດ້ໃຊ້ພຣະຄຳພີ.
-
ໄດ້ຖາມຄຳຖາມ, ໄດ້ຟັງ, ແລະ ໄດ້ຊ່ວຍຜູ້ຄົນທີ່ເຂົາເຈົ້າສິດສອນ ເພື່ອແກ້ໄຂຄວາມກັງວົນຂອງເຂົາເຈົ້າ.
-
ໄດ້ຊຸກຍູ້ຜູ້ທີ່ເຂົາເຈົ້າສິດສອນໃຫ້ເຮັດຄຳໝັ້ນສັນຍາ.
ສົນທະນາວິທີທີ່ການຮັບໃຊ້ ແລະ ການສິດສອນຂອງເຂົາເຈົ້າ ມີຜົນກະທົບຕໍ່ກະສັດລາໂມໄນ, ບິດາຂອງເພິ່ນ, ແລະ ນາງເອບິດແນວໃດ.
-
ສະພາທ້ອງຖິ່ນ, ກອງປະຊຸມອະນາເຂດ, ແລະ ສະພາຜູ້ນຳເຂດເຜີຍແຜ່
-
ເຊື້ອເຊີນສະມາຊິກ ຫລື ຜູ້ທີ່ກຳລັງຮັບການສິດສອນໃນປະຈຸບັນມາຮ່ວມການປະຊຸມຂອງທ່ານ. ອະທິບາຍຕໍ່ກຸ່ມວ່າ ທ່ານຕ້ອງການໃຫ້ຜູ້ສອນສາດສະໜາປັບປຸງຄວາມສາມາດຂອງເຂົາເຈົ້າ ໃນການແບ່ງປັນຂ່າວສານທີ່ສຳຄັນຂອງເຂົາເຈົ້າ. ເລືອກບົດຮຽນ ແລະ ທັກສະ. ໃຫ້ຜູ້ສອນສາດສະໜາສິດສອນບົດຮຽນທີ່ທ່ານໄດ້ເລືອກໄວ້ ປະມານ 20 ນາທີ ໃຫ້ກັບບຸກຄົນ ຫລື ຜູ້ຄົນ, ໂດຍການສຸມໃສ່ທັກສະທີ່ທ່ານໄດ້ລະບຸ. ໃຫ້ເຂົາເຈົ້າປ່ຽນຜູ້ທີ່ເຂົາເຈົ້າສິດສອນຫລັງຈາກ 20 ນາທີ. ຫລັງຈາກຜູ້ສອນສາດສະໜາໄດ້ສິດສອນແລ້ວ, ໃຫ້ນຳກຸ່ມມາລວມກັນ. ໃຫ້ບຸກຄົນນັ້ນ ຫລື ຜູ້ຄົນບອກຜູ້ສອນສາດສະໜາວ່າ ແມ່ນຫຍັງທີ່ມີປະສິດທິພາບຫລາຍທີ່ສຸດ ແລະ ວິທີໜຶ່ງທີ່ເຂົາເຈົ້າສາມາດປັບປຸງ.
-
ສາຍວິດີໂອຕົວຢ່າງຂອງຜູ້ສອນສາດສະໜາທີ່ກຳລັງສິດສອນ ຫລື ຕິດຕໍ່ຜູ້ຄົນ. ເລືອກທັກສະ ແລະ ສົນທະນາວ່າ ຜູ້ສອນສາດສະໜານຳໃຊ້ຫລັກທຳສຳລັບທັກສະນັ້ນໄດ້ດີຫລາຍປານໃດ.
-
ເລືອກທັກສະ, ແລະ ລະບຸຄຳສອນ ຫລື ຂໍ້ພຣະຄຳພີທີ່ສະໜັບສະໜູນທັກສະນັ້ນ. ສິດສອນພື້ນຖານຄຳສອນຂອງທັກສະໃຫ້ແກ່ຜູ້ສອນສາດສະໜາ.
ຜູ້ນຳເຜີຍແຜ່ ແລະ ທີ່ປຶກສາເຜີຍແຜ່
-
ໄປກັບຜູ້ສອນສາດສະໜາເປັນບາງຄັ້ງ ຂະນະທີ່ເຂົາເຈົ້າສິດສອນ. ວາງແຜນວ່າທ່ານຈະສາມາດມີສ່ວນຮ່ວມໃນການສິດສອນແນວໃດ.
-
ຊຸກຍູ້ຜູ້ນຳໃນທ້ອງຖິ່ນໃຫ້ມີສ່ວນຮ່ວມກັບຜູ້ສອນສາດສະໜາໃນການໄປຢ້ຽມສອນຂອງເຂົາເຈົ້າ.
-
ສາທິດ ແລະ ຊ່ວຍຜູ້ສອນສາດສະໜາຝຶກຫັດທັກສະການສິດສອນຢ່າງໜຶ່ງ ທີ່ບັນຍາຍໄວ້ຢູ່ໃນບົດນີ້, ດັ່ງເຊັ່ນການຖາມຄຳຖາມທີ່ດີ ແລະ ຟັງ.
-
ສາທິດການໃຊ້ພຣະຄຳພີທີ່ມີປະສິດທິພາບ ເມື່ອຜູ້ສອນສາດສະໜາຝ່າຍສິດສອນຢູໃນກອງປະຊຸມອະນາເຂດ, ສະພາຜູ້ນຳເຜີຍແຜ່, ແລະ ການສຳພາດ. ເຮັດແບບດຽວກັນເມື່ອທ່ານສິດສອນກັບເຂົາເຈົ້າ.
-
ຊ່ວຍໃຫ້ຜູ້ສອນສາດສະໜາເຂົ້າໃຈພຣະຄຳພີ ແລະ ພັດທະນາຄວາມຮັກຕໍ່ພຣະຄຳພີ. ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ແນະນຳຜູ້ນຳເຜີຍແຜ່ວ່າ:
“ໃຫ້ຄວາມຮັກຕໍ່ພຣະຄຳຂອງພຣະເຈົ້າເປັນສູນກາງທີ່ແນ່ນອນຂອງວັດທະນະທຳເຜີຍແຜ່ຂອງທ່ານ. … ເຮັດໃຫ້ຄວາມຄຸ້ນເຄີຍກັບການເປີດເຜີຍ ແລະ ການໃຊ້ວຽກງານມາດຕະຖານເປັນປະຈຳ ເປັນບຸກຄະລິກລັກສະນະເດັ່ນຢ່າງໜຶ່ງຂອງຜູ້ສອນສາດສະໜາຂອງທ່ານ ຕະຫລອດຊີວິດຂອງເຂົາເຈົ້າ.
“ເມື່ອທ່ານສິດສອນຜູ້ສອນສາດສະໜາຂອງທ່ານ—ແລະ ນັ້ນຄືຕະຫລອດເວລາ—ໃຫ້ສິດສອນເຂົາເຈົ້າຈາກພຣະຄຳພີ. ໃຫ້ເຂົາເຈົ້າເຫັນວ່າ ທ່ານໄດ້ຄວາມເຂັ້ມແຂງ ແລະ ການດົນໃຈມາຈາກໃສ. ສິດສອນເຂົາເຈົ້າໃຫ້ຮັກ ແລະ ເພິ່ງອາໄສການເປີດເຜີຍທີ່ສະສົມນັ້ນ.
“ປະທານເຜີຍແຜ່ [ຂອງຂ້າພະເຈົ້າ] ສິດສອນຈາກພຣະຄຳພີມໍມອນ ແລະ ພຣະຄຳພີ [ອື່ນໆ] ທຸກເທື່ອທີ່ພວກເຮົາຢູ່ກັບເພິ່ນ, ຫລື ເບິ່ງຄືວ່າເປັນແນວນັ້ນ. ການສຳພາດສ່ວນຕົວໄດ້ເຕັມໄປດ້ວຍພຣະຄຳພີ. ໂຄງຮ່າງສຳລັບ … ການປະຊຸມ ຖືກດຶງມາຈາກວຽກງານມາດຕະຖານ. …
“ຕອນນັ້ນພວກເຮົາບໍ່ຮູ້, ແຕ່ປະທານຂອງພວກເຮົາໄດ້ວາງຍຸດທະພັນໄວ້ໃນເບື້ອງຂວາ ແລະ ເບື້ອງຊ້າຍ, ແນະນຳພວກເຮົາດ້ວຍສຸດພະລັງທັງໝົດແຫ່ງຈິດວິນຍານຂອງເພິ່ນ ແລະ ດ້ວຍຄວາມສາມາດທັງໝົດທີ່ເພິ່ນມີ ເພື່ອຈັບຮາວເຫລັກໄວ້ໃຫ້ແໜ້ນ ເພື່ອວ່າເຮົາຈະບໍ່ຕາຍເລີຍ [ເບິ່ງ 1 ນີໄຟ 15:23–25]”(“The Power of the Scriptures” seminar for new mission leaders, June 25, 2022).