ພາກທີ 102
ບັນທຶກການຈັດຕັ້ງສະພາສູງຊຸດທຳອິດຂອງສາດສະໜາຈັກ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 17 ເດືອນກຸມພາ, 1834. ຕົ້ນສະບັບຂອງບັນທຶກນີ້ແມ່ນຖືກບັນທຶກໂດຍແອວເດີ ອໍລີເວີ ຄາວເດີຣີ ແລະ ອໍສັນ ຮາຍດ໌. ສາດສະດາໄດ້ດັດແປງບັນທຶກໃນມື້ຕໍ່ມາ, ແລະ ໜຶ່ງມື້ຈາກນັ້ນ ບັນທຶກທີ່ຖືກດັດແປງແລ້ວ ໄດ້ຖືກຮັບຮູ້ຢ່າງເປັນເອກະສັນ ໂດຍສະພາສູງ ວ່າເປັນ “ລະບຽບການ ແລະ ກົດລັດຖະທຳມະນູນຂອງສະພາສູງ” ຂອງສາດສະໜາຈັກ. ຂໍ້ທີ 30 ຈົນເຖິງ 32, ໂດຍທີ່ມີສ່ວນກ່ຽວຂ້ອງກັບສະພາອັກຄະສາວົກສິບສອງ, ໄດ້ຖືກຕື່ມໃສ່ໃນປີ 1835 ພາຍໃຕ້ການຊີ້ນຳຂອງໂຈເຊັບ ສະມິດ ຕອນພາກນີ້ໄດ້ຖືກຈັດຕຽມ ສຳລັບການພິມໃນຄຳສອນ ແລະ ພັນທະສັນຍາ.
1–8, ສະພາສູງໄດ້ຖືກແຕ່ງຕັ້ງໄວ້ເພື່ອໃຫ້ແກ້ໄຂບັນຫາທີ່ສຳຄັນຊຶ່ງເກີດຂຶ້ນໃນສາດສະໜາຈັກ; 9–18, ລະບຽບການໄດ້ຖືກມອບໃຫ້ສຳລັບການພິຈາລະນາຄະດີ; 19–23, ປະທານສະພາເປັນຜູ້ຕັດສິນ; 24–34, ລະບຽບການອຸທອນໄດ້ຖືກຈັດຕັ້ງໄວ້.
1 ວັນນີ້ສະພາໃຫຍ່ຂອງມະຫາປະໂລຫິດຊາວສີ່ຄົນ ໄດ້ມາຊຸມນຸມກັນຢູ່ເຮືອນຂອງໂຈເຊັບ ສະມິດ, ຜູ້ລູກ, ໂດຍການເປີດເຜີຍ, ແລະ ໄດ້ເລີ່ມຕົ້ນຈັດຕັ້ງ ສະພາສູງຂອງສາດສະໜາຈັກຂອງພຣະຄຣິດ, ຊຶ່ງປະກອບດ້ວຍມະຫາປະໂລຫິດສິບສອງຄົນ, ແລະ ປະທານໜຶ່ງ ຫລື ສາມຄົນຕາມແຕ່ຄວາມຈຳເປັນຂອງຄະດີ.
2 ສະພາສູງໄດ້ຖືກແຕ່ງຕັ້ງໄວ້ໂດຍການເປີດເຜີຍເພື່ອຈຸດປະສົງໃນການແກ້ໄຂບັນຫາທີ່ສຳຄັນຊຶ່ງອາດເກີດຂຶ້ນໃນສາດສະໜາຈັກ, ຊຶ່ງທາງສາດສະໜາຈັກ ຫລື ສະພາ ຂອງອະທິການບໍ່ສາມາດແກ້ໄຂໄດ້ ເພື່ອໃຫ້ເປັນທີ່ພໍໃຈຕໍ່ຝ່າຍຕ່າງໆ.
3 ໂຈເຊັບ ສະມິດ, ຜູ້ລູກ, ຊິດນີ ຣິກດອນ ແລະ ເຟຣ໌ເດຣິກ ຈີ ວິວລຽມສ໌ ໄດ້ຖືກຮັບຮູ້ເປັນປະທານໂດຍສຽງຂອງສະພາ; ແລະ ໂຈເຊັບ ສະມິດ, ຜູ້ພໍ່, ຈອນ ສະມິດ, ໂຈເຊັບ ໂຄ, ຈອນ ຈອນສັນ, ມາຕິນ ແຮຣິສ, ຈອນ ແອັສ ຄາດເທີ, ແຈເຣັດ ຄາດເທີ, ອໍລີເວີ ຄາວເດີຣີ, ແຊມໂຍ ເອັຈ ສະມິດ, ອໍສັນ ຮາຍດ໌, ຊຽວເວສ໌ເຕີ ສະມິດ, ແລະ ລຸກ ຈອນສັນ, ຜູ້ຊຶ່ງເປັນມະຫາປະໂລຫິດ, ໄດ້ຖືກເລືອກໃຫ້ເປັນສະພາແກ່ສາດສະໜາຈັກ, ໂດຍສຽງທີ່ເປັນເອກະສັນຂອງສະພາ.
4 ສະມາຊິກສະພາທີ່ກ່າວເຖິງຢູ່ຂ້າງເທິງນັ້ນໄດ້ຖືກຖາມວ່າ ເຂົາເຈົ້າຈະຮັບເອົາການມອບໝາຍຫລືບໍ່, ແລະ ເຂົາເຈົ້າຈະປະຕິບັດໜ້າທີ່ນັ້ນອີງຕາມກົດຂອງສະຫວັນຫລືບໍ່, ຊຶ່ງທຸກຄົນເຫລົ່ານັ້ນກໍໄດ້ຕອບວ່າເຂົາເຈົ້າຈະຮັບເອົາການມອບໝາຍຂອງຕົນ, ແລະ ຈະເຮັດໜ້າທີ່ຂອງຕົນຕາມພຣະຄຸນຂອງພຣະເຈົ້າທີ່ໄດ້ປະທານໃຫ້ແກ່ເຂົາເຈົ້າ.
5 ຈຳນວນຄົນທີ່ປະກອບເປັນສະພາ, ຜູ້ອອກສຽງໃນນາມ ແລະ ເພື່ອສາດສະໜາຈັກໃນການແຕ່ງຕັ້ງສະມາຊິກທີ່ກ່າວເຖິງຂ້າງເທິງມີສີ່ສິບສາມຄົນ, ດັ່ງຕໍ່ໄປນີ້: ມະຫາປະໂລຫິດເກົ້າຄົນ, ແອວເດີສິບເຈັດຄົນ, ປະໂລຫິດສີ່ຄົນ, ແລະ ສະມາຊິກສິບສາມຄົນ.
6 ໄດ້ອອກສຽງ: ວ່າສະພາສູງຈະບໍ່ມີອຳນາດທີ່ຈະກະທຳປາດສະຈາກສະມາຊິກເຈັດຄົນທີ່ກ່າວເຖິງຢູ່ຂ້າງເທິງ, ຫລື ຜູ້ສືບຕໍ່ຕຳແໜ່ງແທນເຂົາເຈົ້າຢ່າງຖືກຕ້ອງຢູ່ທີ່ນັ້ນ.
7 ເຈັດຄົນນີ້ມີອຳນາດທີ່ຈະແຕ່ງຕັ້ງມະຫາປະໂລຫິດຄົນອື່ນໆ, ຜູ້ຊຶ່ງເຂົາເຈົ້າອາດພິຈາລະນາວ່າມີຄ່າຄວນພໍ ແລະ ສາມາດເຮັດໜ້າທີ່ແທນສະມາຊິກທີ່ບໍ່ຢູ່ນັ້ນ.
8 ໄດ້ອອກສຽງ: ວ່າເມື່ອໃດກໍຕາມທີ່ມີຕຳແໜ່ງວ່າງເນື່ອງດ້ວຍການເຖິງແກ່ກຳ, ການປົດອອກຈາກໜ້າທີ່ເພາະການລ່ວງລະເມີດ, ຫລື ການຍ້າຍອອກຈາກເຂດປົກຄອງຂອງສາດສະໜາຈັກ, ຂອງສະມາຊິກຄົນໃດທີ່ກ່າວເຖິງຢູ່ຂ້າງເທິງ, ຕຳແໜ່ງດັ່ງກ່າວຈະມີຄົນອື່ນມາຮັບແທນຈາກການສະເໜີຊື່ໂດຍປະທານຄົນໜຶ່ງ ຫລື ໂດຍກຸ່ມປະທານ, ແລະ ໄດ້ຮັບການເຫັນພ້ອມໂດຍສຽງຂອງສະພາມະຫາປະໂລຫິດ, ທີ່ມາຊຸມນຸມກັນໃນຈຸດປະສົງນັ້ນ, ເພື່ອກະທຳໃນນາມຂອງສາດສະໜາຈັກ.
9 ປະທານຂອງສາດສະໜາຈັກ, ຜູ້ຊຶ່ງເປັນປະທານສະພານຳອີກ, ແມ່ນໄດ້ຖືກແຕ່ງຕັ້ງໂດຍ ການເປີດເຜີຍ, ແລະ ຖືກຮັບຮູ້ໃນການບໍລິຫານງານຂອງເພິ່ນໂດຍສຽງຂອງສາດສະໜາຈັກ.
10 ແລະ ມັນເປັນໄປຕາມກຽດສັກສີຂອງໜ້າທີ່ຂອງເພິ່ນ ວ່າເພິ່ນຈະຄວບຄຸມສະພາຂອງສາດສະໜາຈັກ; ແລະ ມັນເປັນສິດທິພິເສດຂອງເພິ່ນທີ່ຈະມີປະທານຄົນອື່ນອີກສອງຄົນມາຊ່ວຍເຫລືອ, ທີ່ຖືກແຕ່ງຕັ້ງໃນແບບດຽວກັນກັບທີ່ເພິ່ນໄດ້ຖືກແຕ່ງຕັ້ງ.
11 ແລະ ໃນກໍລະນີທີ່ຄົນໜຶ່ງໃນຈຳນວນສອງຄົນນັ້ນ ຫລື ທັງສອງທີ່ຖືກແຕ່ງຕັ້ງໃຫ້ຊ່ວຍເຫລືອເພິ່ນບໍ່ຢູ່, ເພິ່ນມີອຳນາດທີ່ຈະຄວບຄຸມສະພາໂດຍປາດສະຈາກຜູ້ຊ່ວຍ; ແລະ ໃນກໍລະນີທີ່ຕົວເພິ່ນເອງບໍ່ຢູ່, ປະທານຄົນອື່ນມີອຳນາດເປັນປະທານແທນເພິ່ນ, ທັງສອງຄົນ ຫລື ຄົນໃດຄົນໜຶ່ງໃນສອງຄົນນັ້ນ.
12 ເມື່ອໃດກໍຕາມທີ່ສະພາສູງຂອງສາດສະໜາຈັກຂອງພຣະຄຣິດຖືກຈັດຕັ້ງຂຶ້ນຢ່າງຖືກຕ້ອງ, ຕາມແບບແຜນທີ່ກ່າວມານັ້ນ, ມັນຈະເປັນໜ້າທີ່ຂອງສະມາຊິກສະພາສິບສອງທີ່ຈະຈົກສະຫລາກໝາຍເລກ, ແລະ ໂດຍການນີ້ຈະຮູ້ແນ່ວ່າຄົນໃດໃນສິບສອງຄົນຈະໄດ້ກ່າວເປັນຄົນທຳອິດ, ໂດຍການເລີ່ມຕົ້ນຈາກຜູ້ໝາຍເລກໜຶ່ງ ແລະ ຕໍ່ໆໄປຕາມລຳດັບຈົນເຖິງຜູ້ໝາຍເລກສິບສອງ.
13 ເມື່ອໃດກໍຕາມທີ່ສະພານີ້ມາຊຸມນຸມກັນເພື່ອດຳເນີນຄະດີໃດຄະດີໜຶ່ງ, ສະມາຊິກສະພາສິບສອງຈະພິຈາລະນາວ່າມັນຫຍຸ້ງຍາກຫລືບໍ່; ຖ້າມັນບໍ່ຫຍຸ້ງຍາກ, ແລ້ວສະມາຊິກສະພາສອງຄົນເທົ່ານັ້ນຈະກ່າວກ່ຽວກັບຄະດີນັ້ນ, ຕາມແບບແຜນທີ່ຂຽນໄວ້ຢູ່ຂ້າງເທິງ.
14 ແຕ່ຖ້າຫາກຄິດວ່າມັນຫຍຸ້ງຍາກ, ແລ້ວສີ່ຄົນຈະຖືກກຳນົດ; ແລະ ຖ້າຫາກຫຍຸ້ງຍາກວ່ານັ້ນ, ແລ້ວຫົກຄົນ; ແຕ່ບໍ່ມີຄະດີເລື່ອງໃດທີ່ຈະກຳນົດໃຫ້ກ່າວເກີນຫົກຄົນ.
15 ຈຳເລີຍ, ໃນທຸກຄະດີ, ມີສິດໃນເຄິ່ງໜຶ່ງຂອງສະພາ, ເພື່ອປ້ອງກັນການໝິ່ນປະໝາດ ຫລື ຄວາມບໍ່ຍຸດຕິທຳ.
16 ແລະ ສະມາຊິກສະພາທີ່ຖືກກຳນົດໃຫ້ກ່າວຢູ່ຕໍ່ໜ້າສະພາຈະສະເໜີຄະດີ, ຫລັງຈາກໄດ້ກວດກາເບິ່ງຫລັກຖານ, ຕາມຄວາມຈິງຢູ່ຕໍ່ໜ້າສະພາ; ແລະ ທຸກຄົນຈະກ່າວຕາມຄວາມສະເໝີພາບ ແລະ ຄວາມຍຸດຕິທຳ.
17 ສະມາຊິກສະພາທີ່ຈົກສະຫລາກໄດ້ເລກທີ 2, 4, 6, 8, 10, ແລະ 12, ເປັນບຸກຄົນທີ່ຢືນຢູ່ເພື່ອຈຳເລີຍ, ແລະ ປ້ອງກັນການປະໝິ່ນປະໝາດ ແລະ ຄວາມບໍ່ຍຸດຕິທຳ.
18 ໃນທຸກຄະດີ ໂຈດ ແລະ ຈຳເລີຍມີສິດທີ່ຈະກ່າວເພື່ອຕົນເອງຢູ່ຕໍ່ໜ້າສະພາ, ຫລັງຈາກໄດ້ຍິນຫລັກຖານ ແລະ ສະມາຊິກສະພາຜູ້ທີ່ໄດ້ຖືກກຳນົດໃຫ້ກ່າວກ່ຽວກັບຄະດີໄດ້ໃຫ້ຄວາມຄິດຄວາມເຫັນຂອງເຂົາເຈົ້າແລ້ວ.
19 ຫລັງຈາກໄດ້ຍິນຫລັກຖານ, ສະມາຊິກສະພາ, ໂຈດ ແລະ ຈຳເລີຍໄດ້ກ່າວແລ້ວ, ປະທານຈະຕັດສິນຕາມຄວາມເຂົ້າໃຈຂອງເພິ່ນກ່ຽວກັບຄະດີນັ້ນ, ແລະ ຂໍໃຫ້ສະມາຊິກສະພາສິບສອງເຫັນພ້ອມໂດຍການອອກສຽງຂອງເຂົາເຈົ້າ.
20 ແຕ່ຖ້າຫາກສະມາຊິກສະພາທີ່ເຫລືອຢູ່, ຜູ້ບໍ່ໄດ້ກ່າວ, ຫລື ຄົນໃດໃນເຂົາເຈົ້າ, ຫລັງຈາກໄດ້ຍິນຫລັກຖານ ແລະ ຄຳວິງວອນແບບບໍ່ຍຸດຕິທຳ, ພົບເຫັນຄວາມຜິດພາດໃນການຕັດສິນຂອງປະທານ, ແລ້ວເຂົາເຈົ້າຈະສະແດງມັນໃຫ້ປະຈັກ, ແລະ ຄະດີນັ້ນຈະມີການພິຈາລະນາໃໝ່.
21 ແລະ ຫລັງຈາກການພິຈາລະນາໃໝ່ຢ່າງລະມັດລະວັງ, ຖ້າຫາກມີຄວາມແຈ່ມແຈ້ງໃດໆມາຕື່ມໃສ່ຄະດີ, ແລ້ວກໍຈະຖືກປ່ຽນແປງຕາມນັ້ນ.
22 ແຕ່ໃນກໍລະນີທີ່ບໍ່ມີຄວາມແຈ່ມແຈ້ງໃດໆມາຕື່ມໃສ່, ແລ້ວການຕັດສິນເທື່ອທຳອິດຍັງມີສິດຢູ່, ແລະ ສະມາຊິກສະພາສ່ວນໃຫຍ່ກໍມີອຳນາດຕັດສິນຢ່າງດຽວກັນນັ້ນ.
23 ໃນກໍລະນີອັນຫຍຸ້ງຍາກທີ່ກ່ຽວກັບ ຄຳສອນ ຫລື ຫລັກທຳ, ຖ້າຫາກບໍ່ມີຂຽນໄວ້ພໍທີ່ຈະເຮັດໃຫ້ຄະດີນັ້ນ ແຈ່ມແຈ້ງຕໍ່ຄວາມຄິດຂອງສະພາ, ແລ້ວປະທານຈະທູນຖາມ ແລະ ຮັບພຣະປະສົງຂອງພຣະຜູ້ເປັນເຈົ້າໂດຍ ການເປີດເຜີຍ.
24 ມະຫາປະໂລຫິດ, ເມື່ອຢູ່ບ່ອນອື່ນ, ມີອຳນາດທີ່ຈະເອີ້ນ ແລະ ຈັດຕັ້ງສະພາຕາມວິທີທີ່ກ່າວມາກ່ອນນັ້ນ, ເພື່ອແກ້ໄຂບັນຫາຫຍຸ້ງຍາກ, ເມື່ອທັງສອງຝ່າຍ ຫລື ຝ່າຍໃດຝ່າຍໜຶ່ງຮຽກຮ້ອງ.
25 ແລະ ສະພາມະຫາປະໂລຫິດດັ່ງກ່າວ ຈະມີອຳນາດທີ່ຈະກຳນົດຄົນໜຶ່ງ ໃນຈຳນວນພວກເຂົາເຈົ້າເອງໃຫ້ຄວບຄຸມສະພາດັ່ງກ່າວສຳລັບເວລານັ້ນ.
26 ມັນຈະເປັນໜ້າທີ່ຂອງສະພາດັ່ງກ່າວ ທີ່ຈະສົ່ງໃບສຳເນົາຂອງການດຳເນີນການຂອງເຂົາເຈົ້າສະບັບໜຶ່ງ, ໂດຍທັນທີ, ພ້ອມດ້ວຍປະຈັກພະຍານອັນຄົບຖ້ວນຂອງການຕັດສິນຂອງເຂົາເຈົ້າ, ໄປໃຫ້ສະພາສູງທີ່ຢູ່ກັບຝ່າຍປະທານສູງສຸດຂອງສາດສະໜາຈັກ.
27 ຖ້າຫາກທັງສອງຝ່າຍ ຫລື ຝ່າຍໃດຝ່າຍໜຶ່ງບໍ່ພໍໃຈກັບການຕັດສິນຂອງສະພາດັ່ງກ່າວ, ເຂົາເຈົ້າສາມາດອຸທອນຂຶ້ນໄປຫາສະພາສູງ ທີ່ຢູ່ກັບຝ່າຍປະທານສູງສຸດຂອງສາດສະໜາຈັກ, ແລະ ຂໍໃຫ້ມີການພິຈາລະນາໃໝ່, ຊຶ່ງຄະດີນັ້ນຈະຖືກຮັບຟັງ, ຕາມແບບແຜນທີ່ຂຽນໄວ້, ຄືກັບວ່າບໍ່ມີການຕັດສິນເຊັ່ນນັ້ນມາກ່ອນ.
28 ສະພານີ້ຂອງມະຫາປະໂລຫິດ ທີ່ເດີນທາງໄປບ່ອນອື່ນ ຈະຖືກເອີ້ນພຽງແຕ່ໃນກໍລະນີທີ່ເປັນຄະດີ ທີ່ ຫຍຸ້ງຍາກທີ່ສຸດຂອງສາດສະໜາຈັກເທົ່ານັ້ນ; ແລະ ບໍ່ມີຄະດີທີ່ທຳມະດາ ຫລື ຄະດີທີ່ປົກກະຕິໃດທີ່ມີເຫດຜົນພຽງພໍທີ່ຈະເອີ້ນສະພາເຊັ່ນນັ້ນ.
29 ມະຫາປະໂລຫິດທີ່ເຄື່ອນທີ່ ຫລື ປະຈຳການຢູ່ບ່ອນອື່ນ ມີອຳນາດທີ່ຈະກ່າວວ່າຈຳເປັນ ຫລື ບໍ່ຈຳເປັນທີ່ຈະເອີ້ນສະພາເຊັ່ນນັ້ນ.
30 ມີຄວາມແຕກຕ່າງລະຫວ່າງສະພາສູງ ຫລື ມະຫາປະໂລຫິດເຄື່ອນທີ່, ແລະ ສະພາສູງເຄື່ອນທີ່ ຊຶ່ງປະກອບດ້ວຍ ອັກຄະສາວົກສິບສອງ, ໃນການຕັດສິນຂອງເຂົາເຈົ້າ.
31 ຈາກການຕັດສິນຂອງສະພາກ່ອນ ຈະມີການອຸທອນໄດ້; ແຕ່ຈາກການຕັດສິນຂອງສະພາທີຫລັງ ຈະອຸທອນບໍ່ໄດ້.
32 ການຕັດສິນທີຫລັງຈະຖືກເອີ້ນ ພຽງແຕ່ເພື່ອສອບຖາມໂດຍເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ ຂອງສາດສະໜາຈັກເທົ່ານັ້ນ ໃນກໍລະນີທີ່ມີການລ່ວງລະເມີດ.
33 ການຕົກລົງ: ວ່າປະທານ ຫລື ກຸ່ມປະທານທີ່ຢູ່ກັບຝ່າຍປະທານສູງສຸດຂອງສາດສະໜາຈັກ ຈະມີອຳນາດທີ່ຈະຕັດສິນຄະດີໃດໆເຊັ່ນນັ້ນ, ດັ່ງທີ່ໄດ້ອຸທອນ, ວ່າມີສິດທີ່ຈະພິຈາລະນາໃໝ່ຫລືບໍ່, ຫລັງຈາກໄດ້ກວດກາເບິ່ງການອຸທອນ ແລະ ຫລັກຖານ ແລະ ຄຳຢືນຢັນທີ່ຕິດມານຳ.
34 ຈາກນັ້ນສະມາຊິກສະພາສິບສອງຄົນໄດ້ເລີ່ມຕົ້ນການຈົກສະຫລາກ ຫລື ປ່ອນບັດ, ເພື່ອໃຫ້ຮູ້ແນ່ວ່າຜູ້ໃດຄວນກ່າວກ່ອນ, ແລະ ຕໍ່ໄປນີ້ແມ່ນຜົນທີ່ໄດ້ຮັບ, ນັ້ນຄື: 1, ອໍລີເວີ ຄາວເດີຣີ; 2, ໂຈເຊັບ ໂຄ; 3, ແຊມໂຍ ເອັຈ ສະມິດ; 4, ລຸກ ຈອນສັນ; 5, ຈອນ ແອັສ ຄາດເທີ; 6, ຊຽວເວສ໌ເຕີ ສະມິດ; 7, ຈອນ ຈອນສັນ; 8, ອໍສັນ ຮາຍດ໌; 9, ແຈເຣັດ ຄາດເທີ; 10, ໂຈເຊັບ ສະມິດ, ຜູ້ພໍ່; 11, ຈອນ ສະມິດ; 12, ມາຕິນ ແຮຣິສ.ຫລັງຈາກການອະທິຖານ ແລ້ວກໍໄດ້ປິດການປະຊຸມ.
ອໍລີເວີ ຄາວເດີຣີ,
ອໍສັນ ຮາຍດ໌,
ສະໝຽນ