ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 102


ພາກ​ທີ 102

ບັນ​ທຶກ​ການ​ຈັດ​ຕັ້ງ​ສະ​ພາ​ສູງ​ຊຸດ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ, ທີ່​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ວັນ​ທີ 17 ເດືອນ​ກຸມ​ພາ, 1834. ຕົ້ນ​ສະ​ບັບ​ຂອງ​ບັນ​ທຶກ​ນີ້​ແມ່ນ​ຖືກ​ບັນ​ທຶກ​ໂດຍ​ແອວ​ເດີ ອໍ​ລີ​ເວີ ຄາວ​ເດີ​ຣີ ແລະ ອໍ​ສັນ ຮາຍດ໌. ສາດ​ສະ​ດາ​ໄດ້​ດັດ​ແປງ​ບັນ​ທຶກ​ໃນ​ມື້​ຕໍ່​ມາ, ແລະ ໜຶ່ງ​ມື້​ຈາກ​ນັ້ນ ບັນ​ທຶກ​ທີ່​ຖືກ​ດັດ​ແປງ​ແລ້ວ ໄດ້​ຖືກ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ສັນ ໂດຍ​ສະ​ພາ​ສູງ ວ່າ​ເປັນ “ລະ​ບຽບ​ການ ແລະ ກົດ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ພາ​ສູງ” ຂອງ​ສາດ​ສະ​ໜາ​ຈັກ. ຂໍ້ທີ 30 ຈົນ​ເຖິງ 32, ໂດຍ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ, ໄດ້​ຖືກ​ຕື່ມ​ໃສ່​ໃນ​ປີ 1835 ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ໂຈ​ເຊັບ ສະ​ມິດ ຕອນ​ພາກ​ນີ້​ໄດ້​ຖືກ​ຈັດ​ຕຽມ ສຳ​ລັບ​ການ​ພິມ​ໃນ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ.

1–8, ສະ​ພາ​ສູງ​ໄດ້​ຖືກ​ແຕ່ງ​ຕັ້ງ​ໄວ້​ເພື່ອ​ໃຫ້​ແກ້​ໄຂ​ບັນ​ຫາ​ທີ່​ສຳ​ຄັນ​ຊຶ່ງ​ເກີດ​ຂຶ້ນ​ໃນ​ສາດ​ສະ​ໜາ​ຈັກ; 9–18, ລະ​ບຽບ​ການ​ໄດ້​ຖືກ​ມອບ​ໃຫ້​ສຳ​ລັບ​ການ​ພິ​ຈາ​ລະ​ນາ​ຄະ​ດີ; 19–23, ປະ​ທານ​ສະ​ພາ​ເປັນ​ຜູ້​ຕັດ​ສິນ; 24–34, ລະ​ບຽບ​ການ​ອຸ​ທອນ​ໄດ້​ຖືກ​ຈັດ​ຕັ້ງ​ໄວ້.

1 ວັນ​ນີ້​ສະ​ພາ​ໃຫຍ່​ຂອງ​ມະ​ຫາ​ປະ​ໂລ​ຫິດ​ຊາວ​ສີ່​ຄົນ ໄດ້​ມາ​ຊຸມ​ນຸມ​ກັນ​ຢູ່​ເຮືອນ​ຂອງ​ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ໂດຍ​ການ​ເປີດ​ເຜີຍ, ແລະ ໄດ້​ເລີ່ມ​ຕົ້ນ​ຈັດ​ຕັ້ງ ສະ​ພາ​ສູງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ, ຊຶ່ງ​ປະ​ກອບ​ດ້ວຍ​ມະ​ຫາ​ປະ​ໂລ​ຫິດ​ສິບ​ສອງ​ຄົນ, ແລະ ປະ​ທານ​ໜຶ່ງ ຫລື ສາມ​ຄົນ​ຕາມ​ແຕ່​ຄວາມ​ຈຳ​ເປັນ​ຂອງ​ຄະ​ດີ.

2 ສະ​ພາ​ສູງ​ໄດ້​ຖືກ​ແຕ່ງ​ຕັ້ງ​ໄວ້​ໂດຍ​ການ​ເປີດ​ເຜີຍ​ເພື່ອ​ຈຸດ​ປະ​ສົງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ທີ່​ສຳ​ຄັນ​ຊຶ່ງ​ອາດ​ເກີດ​ຂຶ້ນ​ໃນ​ສາດ​ສະ​ໜາ​ຈັກ, ຊຶ່ງ​ທາງ​ສາດ​ສະ​ໜາ​ຈັກ ຫລື ສະ​ພາ ຂອງ​ອະ​ທິ​ການ​ບໍ່​ສາ​ມາດ​ແກ້​ໄຂ​ໄດ້ ເພື່ອ​ໃຫ້​ເປັນ​ທີ່​ພໍ​ໃຈ​ຕໍ່​ຝ່າຍ​ຕ່າງໆ.

3 ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ຊິດ​ນີ ຣິກ​ດອນ ແລະ ເຟຣ໌​ເດ​ຣິກ ຈີ ວິວ​ລຽມສ໌ ໄດ້​ຖືກ​ຮັບ​ຮູ້​ເປັນ​ປະ​ທານ​ໂດຍ​ສຽງ​ຂອງ​ສະ​ພາ; ແລະ ໂຈ​ເຊັບ ສະ​ມິດ, ຜູ້​ພໍ່, ຈອນ ສະ​ມິດ, ໂຈ​ເຊັບ ໂຄ, ຈອນ ຈອນ​ສັນ, ມາ​ຕິນ ແຮ​ຣິສ, ຈອນ ແອັສ ຄາດ​ເທີ, ແຈ​ເຣັດ ຄາດ​ເທີ, ອໍ​ລີ​ເວີ ຄາວ​ເດີ​ຣີ, ແຊມ​ໂຍ ເອັຈ ສະ​ມິດ, ອໍ​ສັນ ຮາຍດ໌, ຊຽວ​ເວສ໌​ເຕີ ສະ​ມິດ, ແລະ ລຸກ ຈອນ​ສັນ, ຜູ້​ຊຶ່ງ​ເປັນ​ມະ​ຫາ​ປະ​ໂລ​ຫິດ, ໄດ້​ຖືກ​ເລືອກ​ໃຫ້​ເປັນ​ສະ​ພາ​ແກ່​ສາດ​ສະ​ໜາ​ຈັກ, ໂດຍ​ສຽງ​ທີ່​ເປັນ​ເອ​ກະ​ສັນ​ຂອງ​ສະ​ພາ.

4 ສະ​ມາ​ຊິກ​ສະ​ພາ​ທີ່​ກ່າວ​ເຖິງ​ຢູ່​ຂ້າງ​ເທິງ​ນັ້ນ​ໄດ້​ຖືກ​ຖາມ​ວ່າ ເຂົາ​ເຈົ້າ​ຈະ​ຮັບ​ເອົາ​ການ​ມອບ​ໝາຍ​ຫລື​ບໍ່, ແລະ ເຂົາ​ເຈົ້າ​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ນັ້ນ​ອີງ​ຕາມ​ກົດ​ຂອງ​ສະ​ຫວັນ​ຫລື​ບໍ່, ຊຶ່ງ​ທຸກ​ຄົນ​ເຫລົ່າ​ນັ້ນ​ກໍ​ໄດ້​ຕອບ​ວ່າ​ເຂົາ​ເຈົ້າ​ຈະ​ຮັບ​ເອົາ​ການ​ມອບ​ໝາຍ​ຂອງ​ຕົນ, ແລະ ຈະ​ເຮັດ​ໜ້າ​ທີ່​ຂອງ​ຕົນ​ຕາມ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ທີ່​ໄດ້​ປະ​ທານ​ໃຫ້​ແກ່​ເຂົາ​ເຈົ້າ.

5 ຈຳ​ນວນ​ຄົນ​ທີ່​ປະ​ກອບ​ເປັນ​ສະ​ພາ, ຜູ້​ອອກ​ສຽງ​ໃນ​ນາມ ແລະ ເພື່ອ​ສາດ​ສະ​ໜາ​ຈັກ​ໃນ​ການ​ແຕ່ງ​ຕັ້ງ​ສະ​ມາ​ຊິກ​ທີ່​ກ່າວ​ເຖິງ​ຂ້າງ​ເທິງ​ມີ​ສີ່​ສິບ​ສາມ​ຄົນ, ດັ່ງ​ຕໍ່​ໄປ​ນີ້: ມະ​ຫາ​ປະ​ໂລ​ຫິດ​ເກົ້າ​ຄົນ, ແອວ​ເດີ​ສິບ​ເຈັດ​ຄົນ, ປະ​ໂລ​ຫິດ​ສີ່​ຄົນ, ແລະ ສະ​ມາ​ຊິກ​ສິບ​ສາມ​ຄົນ.

6 ໄດ້​ອອກ​ສຽງ: ວ່າ​ສະ​ພາ​ສູງ​ຈະ​ບໍ່​ມີ​ອຳ​ນາດ​ທີ່​ຈະ​ກະ​ທຳ​ປາດ​ສະ​ຈາກ​ສະ​ມາ​ຊິກ​ເຈັດ​ຄົນ​ທີ່​ກ່າວ​ເຖິງ​ຢູ່​ຂ້າງ​ເທິງ, ຫລື ຜູ້​ສືບ​ຕໍ່​ຕຳ​ແໜ່ງ​ແທນ​ເຂົາ​ເຈົ້າ​ຢ່າງ​ຖືກ​ຕ້ອງ​ຢູ່​ທີ່​ນັ້ນ.

7 ເຈັດ​ຄົນ​ນີ້​ມີ​ອຳ​ນາດ​ທີ່​ຈະ​ແຕ່ງ​ຕັ້ງ​ມະ​ຫາ​ປະ​ໂລ​ຫິດ​ຄົນ​ອື່ນໆ, ຜູ້​ຊຶ່ງ​ເຂົາ​ເຈົ້າ​ອາດ​ພິ​ຈາ​ລະ​ນາ​ວ່າ​ມີ​ຄ່າ​ຄວນ​ພໍ ແລະ ສາ​ມາດ​ເຮັດ​ໜ້າ​ທີ່​ແທນ​ສະ​ມາ​ຊິກ​ທີ່​ບໍ່​ຢູ່​ນັ້ນ.

8 ໄດ້​ອອກ​ສຽງ: ວ່າ​ເມື່ອ​ໃດ​ກໍ​ຕາມ​ທີ່​ມີ​ຕຳ​ແໜ່ງ​ວ່າງ​ເນື່ອງ​ດ້ວຍ​ການ​ເຖິງ​ແກ່​ກຳ, ການ​ປົດ​ອອກ​ຈາກ​ໜ້າ​ທີ່​ເພາະ​ການ​ລ່ວງ​ລະ​ເມີດ, ຫລື ການ​ຍ້າຍ​ອອກ​ຈາກ​ເຂດ​ປົກ​ຄອງ​ຂອງ​ສາດ​ສະ​ໜາ​ຈັກ, ຂອງ​ສະ​ມາ​ຊິກ​ຄົນ​ໃດ​ທີ່​ກ່າວ​ເຖິງ​ຢູ່​ຂ້າງ​ເທິງ, ຕຳ​ແໜ່ງ​ດັ່ງ​ກ່າວ​ຈະ​ມີ​ຄົນ​ອື່ນ​ມາ​ຮັບ​ແທນ​ຈາກ​ການ​ສະ​ເໜີ​ຊື່​ໂດຍ​ປະ​ທານ​ຄົນ​ໜຶ່ງ ຫລື ໂດຍ​ກຸ່ມ​ປະ​ທານ, ແລະ ໄດ້​ຮັບ​ການ​ເຫັນ​ພ້ອມ​ໂດຍ​ສຽງ​ຂອງ​ສະ​ພາ​ມະ​ຫາ​ປະ​ໂລ​ຫິດ, ທີ່​ມາ​ຊຸມ​ນຸມ​ກັນ​ໃນ​ຈຸດ​ປະ​ສົງ​ນັ້ນ, ເພື່ອ​ກະ​ທຳ​ໃນ​ນາມ​ຂອງ​ສາດ​ສະ​ໜາ​ຈັກ.

9 ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ຊຶ່ງ​ເປັນ​ປະ​ທານ​ສະ​ພາ​ນຳ​ອີກ, ແມ່ນ​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍ ການ​ເປີດ​ເຜີຍ, ແລະ ຖືກ​ຮັບ​ຮູ້​ໃນ​ການ​ບໍ​ລິ​ຫານ​ງານ​ຂອງ​ເພິ່ນ​ໂດຍ​ສຽງ​ຂອງ​ສາດ​ສະ​ໜາ​ຈັກ.

10 ແລະ ມັນ​ເປັນ​ໄປ​ຕາມ​ກຽດ​ສັກ​ສີ​ຂອງ​ໜ້າ​ທີ່​ຂອງ​ເພິ່ນ ວ່າ​ເພິ່ນ​ຈະ​ຄວບ​ຄຸມ​ສະ​ພາ​ຂອງ​ສາດ​ສະ​ໜາ​ຈັກ; ແລະ ມັນ​ເປັນ​ສິດ​ທິ​ພິ​ເສດ​ຂອງ​ເພິ່ນ​ທີ່​ຈະ​ມີ​ປະ​ທານ​ຄົນ​ອື່ນ​ອີກ​ສອງ​ຄົນ​ມາ​ຊ່ວຍ​ເຫລືອ, ທີ່​ຖືກ​ແຕ່ງ​ຕັ້ງ​ໃນ​ແບບ​ດຽວ​ກັນ​ກັບ​ທີ່​ເພິ່ນ​ໄດ້​ຖືກ​ແຕ່ງ​ຕັ້ງ.

11 ແລະ ໃນ​ກໍ​ລະ​ນີ​ທີ່​ຄົນ​ໜຶ່ງ​ໃນ​ຈຳ​ນວນ​ສອງ​ຄົນ​ນັ້ນ ຫລື ທັງ​ສອງ​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ຊ່ວຍ​ເຫລືອ​ເພິ່ນ​ບໍ່​ຢູ່, ເພິ່ນ​ມີ​ອຳ​ນາດ​ທີ່​ຈະ​ຄວບ​ຄຸມ​ສະ​ພາ​ໂດຍ​ປາດ​ສະ​ຈາກ​ຜູ້​ຊ່ວຍ; ແລະ ໃນ​ກໍ​ລະ​ນີ​ທີ່​ຕົວ​ເພິ່ນ​ເອງ​ບໍ່​ຢູ່, ປະ​ທານ​ຄົນ​ອື່ນ​ມີ​ອຳ​ນາດ​ເປັນ​ປະ​ທານ​ແທນ​ເພິ່ນ, ທັງ​ສອງ​ຄົນ ຫລື ຄົນ​ໃດ​ຄົນ​ໜຶ່ງ​ໃນ​ສອງ​ຄົນ​ນັ້ນ.

12 ເມື່ອ​ໃດ​ກໍ​ຕາມ​ທີ່​ສະ​ພາ​ສູງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢ່າງ​ຖືກ​ຕ້ອງ, ຕາມ​ແບບ​ແຜນ​ທີ່​ກ່າວ​ມາ​ນັ້ນ, ມັນ​ຈະ​ເປັນ​ໜ້າ​ທີ່​ຂອງ​ສະ​ມາ​ຊິກ​ສະ​ພາ​ສິບ​ສອງ​ທີ່​ຈະ​ຈົກ​ສະ​ຫລາກ​ໝາຍ​ເລກ, ແລະ ໂດຍ​ການ​ນີ້​ຈະ​ຮູ້​ແນ່​ວ່າ​ຄົນ​ໃດ​ໃນ​ສິບ​ສອງ​ຄົນ​ຈະ​ໄດ້​ກ່າວ​ເປັນ​ຄົນ​ທຳ​ອິດ, ໂດຍ​ການ​ເລີ່ມ​ຕົ້ນ​ຈາກ​ຜູ້​ໝາຍ​ເລກ​ໜຶ່ງ ແລະ ຕໍ່ໆ​ໄປ​ຕາມ​ລຳ​ດັບ​ຈົນ​ເຖິງ​ຜູ້​ໝາຍ​ເລກ​ສິບ​ສອງ.

13 ເມື່ອ​ໃດ​ກໍ​ຕາມ​ທີ່​ສະ​ພາ​ນີ້​ມາ​ຊຸມ​ນຸມ​ກັນ​ເພື່ອ​ດຳ​ເນີນ​ຄະ​ດີ​ໃດ​ຄະ​ດີ​ໜຶ່ງ, ສະ​ມາ​ຊິກ​ສະ​ພາ​ສິບ​ສອງ​ຈະ​ພິ​ຈາ​ລະ​ນາ​ວ່າ​ມັນ​ຫຍຸ້ງ​ຍາກ​ຫລື​ບໍ່; ຖ້າ​ມັນ​ບໍ່​ຫຍຸ້ງ​ຍາກ, ແລ້ວ​ສະ​ມາ​ຊິກ​ສະ​ພາ​ສອງ​ຄົນ​ເທົ່າ​ນັ້ນ​ຈະ​ກ່າວ​ກ່ຽວ​ກັບ​ຄະ​ດີ​ນັ້ນ, ຕາມ​ແບບ​ແຜນ​ທີ່​ຂຽນ​ໄວ້​ຢູ່​ຂ້າງ​ເທິງ.

14 ແຕ່​ຖ້າ​ຫາກ​ຄິດ​ວ່າ​ມັນ​ຫຍຸ້ງ​ຍາກ, ແລ້ວ​ສີ່​ຄົນ​ຈະ​ຖືກ​ກຳ​ນົດ; ແລະ ຖ້າ​ຫາກ​ຫຍຸ້ງ​ຍາກ​ວ່າ​ນັ້ນ, ແລ້ວ​ຫົກ​ຄົນ; ແຕ່​ບໍ່​ມີ​ຄະ​ດີ​ເລື່ອງ​ໃດ​ທີ່​ຈະ​ກຳ​ນົດ​ໃຫ້​ກ່າວ​ເກີນ​ຫົກ​ຄົນ.

15 ຈຳ​ເລີຍ, ໃນ​ທຸກ​ຄະ​ດີ, ມີ​ສິດ​ໃນ​ເຄິ່ງ​ໜຶ່ງ​ຂອງ​ສະ​ພາ, ເພື່ອ​ປ້ອງ​ກັນ​ການ​ໝິ່ນ​ປະ​ໝາດ ຫລື ຄວາມ​ບໍ່​ຍຸດ​ຕິ​ທຳ.

16 ແລະ ສະ​ມາ​ຊິກ​ສະ​ພາ​ທີ່​ຖືກ​ກຳ​ນົດ​ໃຫ້​ກ່າວ​ຢູ່​ຕໍ່​ໜ້າ​ສະ​ພາ​ຈະ​ສະ​ເໜີ​ຄະ​ດີ, ຫລັງ​ຈາກ​ໄດ້​ກວດ​ກາ​ເບິ່ງ​ຫລັກ​ຖານ, ຕາມ​ຄວາມ​ຈິງ​ຢູ່​ຕໍ່​ໜ້າ​ສະ​ພາ; ແລະ ທຸກ​ຄົນ​ຈະ​ກ່າວ​ຕາມ​ຄວາມ​ສະ​ເໝີ​ພາບ ແລະ ຄວາມ​ຍຸດ​ຕິ​ທຳ.

17 ສະ​ມາ​ຊິກ​ສະ​ພາ​ທີ່​ຈົກ​ສະ​ຫລາກ​ໄດ້​ເລກ​ທີ 2, 4, 6, 8, 10, ແລະ 12, ເປັນ​ບຸກ​ຄົນ​ທີ່​ຢືນ​ຢູ່​ເພື່ອ​ຈຳ​ເລີຍ, ແລະ ປ້ອງ​ກັນ​ການ​ປະ​ໝິ່ນ​ປະ​ໝາດ ແລະ ຄວາມ​ບໍ່​ຍຸດ​ຕິ​ທຳ.

18 ໃນ​ທຸກ​ຄະ​ດີ ໂຈດ ແລະ ຈຳ​ເລີຍ​ມີ​ສິດ​ທີ່​ຈະ​ກ່າວ​ເພື່ອ​ຕົນ​ເອງ​ຢູ່​ຕໍ່​ໜ້າ​ສະ​ພາ, ຫລັງ​ຈາກ​ໄດ້​ຍິນ​ຫລັກ​ຖານ ແລະ ສະ​ມາ​ຊິກ​ສະ​ພາ​ຜູ້​ທີ່​ໄດ້​ຖືກ​ກຳ​ນົດ​ໃຫ້​ກ່າວ​ກ່ຽວ​ກັບ​ຄະ​ດີ​ໄດ້​ໃຫ້​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ເຂົາ​ເຈົ້າ​ແລ້ວ.

19 ຫລັງ​ຈາກ​ໄດ້​ຍິນ​ຫລັກ​ຖານ, ສະ​ມາ​ຊິກ​ສະ​ພາ, ໂຈດ ແລະ ຈຳ​ເລີຍ​ໄດ້​ກ່າວ​ແລ້ວ, ປະ​ທານ​ຈະ​ຕັດ​ສິນ​ຕາມ​ຄວາມ​ເຂົ້າ​ໃຈ​ຂອງ​ເພິ່ນ​ກ່ຽວ​ກັບ​ຄະ​ດີ​ນັ້ນ, ແລະ ຂໍ​ໃຫ້​ສະ​ມາ​ຊິກ​ສະ​ພາ​ສິບ​ສອງ​ເຫັນ​ພ້ອມ​ໂດຍ​ການ​ອອກ​ສຽງ​ຂອງ​ເຂົາ​ເຈົ້າ.

20 ແຕ່​ຖ້າ​ຫາກ​ສະ​ມາ​ຊິກ​ສະ​ພາ​ທີ່​ເຫລືອ​ຢູ່, ຜູ້​ບໍ່​ໄດ້​ກ່າວ, ຫລື ຄົນ​ໃດ​ໃນ​ເຂົາ​ເຈົ້າ, ຫລັງ​ຈາກ​ໄດ້​ຍິນ​ຫລັກ​ຖານ ແລະ ຄຳ​ວິງ​ວອນ​ແບບ​ບໍ່​ຍຸດ​ຕິ​ທຳ, ພົບ​ເຫັນ​ຄວາມ​ຜິດ​ພາດ​ໃນ​ການ​ຕັດ​ສິນ​ຂອງ​ປະ​ທານ, ແລ້ວ​ເຂົາ​ເຈົ້າ​ຈະ​ສະ​ແດງ​ມັນ​ໃຫ້​ປະ​ຈັກ, ແລະ ຄະ​ດີ​ນັ້ນ​ຈະ​ມີ​ການ​ພິ​ຈາ​ລະ​ນາ​ໃໝ່.

21 ແລະ ຫລັງ​ຈາກ​ການ​ພິ​ຈາ​ລະ​ນາ​ໃໝ່​ຢ່າງ​ລະ​ມັດ​ລະ​ວັງ, ຖ້າ​ຫາກ​ມີ​ຄວາມ​ແຈ່ມ​ແຈ້ງ​ໃດໆ​ມາ​ຕື່ມ​ໃສ່​ຄະ​ດີ, ແລ້ວ​ກໍ​ຈະ​ຖືກ​ປ່ຽນ​ແປງ​ຕາມ​ນັ້ນ.

22 ແຕ່​ໃນ​ກໍ​ລະ​ນີ​ທີ່​ບໍ່​ມີ​ຄວາມ​ແຈ່ມ​ແຈ້ງ​ໃດໆ​ມາ​ຕື່ມ​ໃສ່, ແລ້ວ​ການ​ຕັດ​ສິນ​ເທື່ອ​ທຳ​ອິດ​ຍັງ​ມີ​ສິດ​ຢູ່, ແລະ ສະ​ມາ​ຊິກ​ສະ​ພາ​ສ່ວນ​ໃຫຍ່​ກໍ​ມີ​ອຳ​ນາດ​ຕັດ​ສິນ​ຢ່າງ​ດຽວ​ກັນ​ນັ້ນ.

23 ໃນ​ກໍ​ລະ​ນີ​ອັນ​ຫຍຸ້ງ​ຍາກ​ທີ່​ກ່ຽວ​ກັບ ຄຳ​ສອນ ຫລື ຫລັກ​ທຳ, ຖ້າ​ຫາກ​ບໍ່​ມີ​ຂຽນ​ໄວ້​ພໍ​ທີ່​ຈະ​ເຮັດ​ໃຫ້​ຄະ​ດີ​ນັ້ນ ແຈ່ມ​ແຈ້ງ​ຕໍ່​ຄວາມ​ຄິດ​ຂອງ​ສະ​ພາ, ແລ້ວ​ປະ​ທານ​ຈະ​ທູນ​ຖາມ ແລະ ຮັບ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໂດຍ ການ​ເປີດ​ເຜີຍ.

24 ມະ​ຫາ​ປະ​ໂລ​ຫິດ, ເມື່ອ​ຢູ່​ບ່ອນ​ອື່ນ, ມີ​ອຳ​ນາດ​ທີ່​ຈະ​ເອີ້ນ ແລະ ຈັດ​ຕັ້ງ​ສະ​ພາ​ຕາມ​ວິ​ທີ​ທີ່​ກ່າວ​ມາ​ກ່ອນ​ນັ້ນ, ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ, ເມື່ອ​ທັງ​ສອງ​ຝ່າຍ ຫລື ຝ່າຍ​ໃດ​ຝ່າຍ​ໜຶ່ງ​ຮຽກ​ຮ້ອງ.

25 ແລະ ສະ​ພາ​ມະ​ຫາ​ປະ​ໂລ​ຫິດ​ດັ່ງ​ກ່າວ ຈະ​ມີ​ອຳ​ນາດ​ທີ່​ຈະ​ກຳ​ນົດ​ຄົນ​ໜຶ່ງ ໃນ​ຈຳ​ນວນ​ພວກ​ເຂົາ​ເຈົ້າ​ເອງ​ໃຫ້​ຄວບ​ຄຸມ​ສະ​ພາ​ດັ່ງ​ກ່າວ​ສຳ​ລັບ​ເວ​ລາ​ນັ້ນ.

26 ມັນ​ຈະ​ເປັນ​ໜ້າ​ທີ່​ຂອງ​ສະ​ພາ​ດັ່ງ​ກ່າວ ທີ່​ຈະ​ສົ່ງ​ໃບ​ສຳ​ເນົາ​ຂອງ​ການ​ດຳ​ເນີນ​ການ​ຂອງ​ເຂົາ​ເຈົ້າ​ສະ​ບັບ​ໜຶ່ງ, ໂດຍ​ທັນ​ທີ, ພ້ອມ​ດ້ວຍ​ປະ​ຈັກ​ພະ​ຍານ​ອັນ​ຄົບ​ຖ້ວນ​ຂອງ​ການ​ຕັດ​ສິນ​ຂອງ​ເຂົາ​ເຈົ້າ, ໄປ​ໃຫ້​ສະ​ພາ​ສູງ​ທີ່​ຢູ່​ກັບ​ຝ່າຍ​ປະ​ທານ​ສູງ​ສຸດ​ຂອງ​ສາດ​ສະ​ໜາ​ຈັກ.

27 ຖ້າ​ຫາກ​ທັງ​ສອງ​ຝ່າຍ ຫລື ຝ່າຍ​ໃດ​ຝ່າຍ​ໜຶ່ງ​ບໍ່​ພໍ​ໃຈ​ກັບ​ການ​ຕັດ​ສິນ​ຂອງ​ສະ​ພາ​ດັ່ງ​ກ່າວ, ເຂົາ​ເຈົ້າ​ສາ​ມາດ​ອຸ​ທອນ​ຂຶ້ນ​ໄປ​ຫາ​ສະ​ພາ​ສູງ ທີ່​ຢູ່​ກັບ​ຝ່າຍ​ປະ​ທານ​ສູງ​ສຸດ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ຂໍ​ໃຫ້​ມີ​ການ​ພິ​ຈາ​ລະ​ນາ​ໃໝ່, ຊຶ່ງ​ຄະ​ດີ​ນັ້ນ​ຈະ​ຖືກ​ຮັບ​ຟັງ, ຕາມ​ແບບ​ແຜນ​ທີ່​ຂຽນ​ໄວ້, ຄື​ກັບ​ວ່າ​ບໍ່​ມີ​ການ​ຕັດ​ສິນ​ເຊັ່ນ​ນັ້ນ​ມາ​ກ່ອນ.

28 ສະ​ພາ​ນີ້​ຂອງ​ມະ​ຫາ​ປະ​ໂລ​ຫິດ ທີ່​ເດີນ​ທາງ​ໄປ​ບ່ອນ​ອື່ນ ຈະ​ຖືກ​ເອີ້ນ​ພຽງ​ແຕ່​ໃນ​ກໍ​ລະ​ນີ​ທີ່​ເປັນ​ຄະ​ດີ ທີ່ ຫຍຸ້ງ​ຍາກ​ທີ່​ສຸດ​ຂອງ​ສາດ​ສະ​ໜາ​ຈັກ​ເທົ່າ​ນັ້ນ; ແລະ ບໍ່​ມີ​ຄະ​ດີ​ທີ່​ທຳ​ມະ​ດາ ຫລື ຄະ​ດີ​ທີ່​ປົກ​ກະ​ຕິ​ໃດ​ທີ່​ມີ​ເຫດ​ຜົນ​ພຽງ​ພໍ​ທີ່​ຈະ​ເອີ້ນ​ສະ​ພາ​ເຊັ່ນ​ນັ້ນ.

29 ມະ​ຫາ​ປະ​ໂລ​ຫິດ​ທີ່​ເຄື່ອນ​ທີ່ ຫລື ປະ​ຈຳ​ການ​ຢູ່​ບ່ອນ​ອື່ນ ມີ​ອຳ​ນາດ​ທີ່​ຈະ​ກ່າວ​ວ່າ​ຈຳ​ເປັນ ຫລື ບໍ່​ຈຳ​ເປັນ​ທີ່​ຈະ​ເອີ້ນ​ສະ​ພາ​ເຊັ່ນ​ນັ້ນ.

30 ມີ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ສະ​ພາ​ສູງ ຫລື ມະ​ຫາ​ປະ​ໂລ​ຫິດ​ເຄື່ອນ​ທີ່, ແລະ ສະ​ພາ​ສູງ​ເຄື່ອນ​ທີ່ ຊຶ່ງ​ປະ​ກອບ​ດ້ວຍ ອັກ​ຄະ​ສາ​ວົກ​ສິບ​ສອງ, ໃນ​ການ​ຕັດ​ສິນ​ຂອງ​ເຂົາ​ເຈົ້າ.

31 ຈາກ​ການ​ຕັດ​ສິນ​ຂອງ​ສະ​ພາ​ກ່ອນ ຈະ​ມີ​ການ​ອຸ​ທອນ​ໄດ້; ແຕ່​ຈາກ​ການ​ຕັດ​ສິນ​ຂອງ​ສະ​ພາ​ທີ​ຫລັງ ຈະ​ອຸ​ທອນ​ບໍ່​ໄດ້.

32 ການ​ຕັດ​ສິນ​ທີ​ຫລັງ​ຈະ​ຖືກ​ເອີ້ນ ພຽງ​ແຕ່​ເພື່ອ​ສອບ​ຖາມ​ໂດຍ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ຂອງ​ສາດ​ສະ​ໜາ​ຈັກ​ເທົ່າ​ນັ້ນ ໃນ​ກໍ​ລະ​ນີ​ທີ່​ມີ​ການ​ລ່ວງ​ລະ​ເມີດ.

33 ການ​ຕົກ​ລົງ: ວ່າ​ປະ​ທານ ຫລື ກຸ່ມ​ປະ​ທານ​ທີ່​ຢູ່​ກັບ​ຝ່າຍ​ປະ​ທານ​ສູງ​ສຸດ​ຂອງ​ສາດ​ສະ​ໜາ​ຈັກ ຈະ​ມີ​ອຳ​ນາດ​ທີ່​ຈະ​ຕັດ​ສິນ​ຄະ​ດີ​ໃດໆ​ເຊັ່ນ​ນັ້ນ, ດັ່ງ​ທີ່​ໄດ້​ອຸ​ທອນ, ວ່າ​ມີ​ສິດ​ທີ່​ຈະ​ພິ​ຈາ​ລະ​ນາ​ໃໝ່​ຫລື​ບໍ່, ຫລັງ​ຈາກ​ໄດ້​ກວດ​ກາ​ເບິ່ງ​ການ​ອຸ​ທອນ ແລະ ຫລັກ​ຖານ ແລະ ຄຳ​ຢືນ​ຢັນ​ທີ່​ຕິດ​ມາ​ນຳ.

34 ຈາກ​ນັ້ນ​ສະ​ມາ​ຊິກ​ສະ​ພາ​ສິບ​ສອງ​ຄົນ​ໄດ້​ເລີ່ມ​ຕົ້ນ​ການ​ຈົກ​ສະ​ຫລາກ ຫລື ປ່ອນ​ບັດ, ເພື່ອ​ໃຫ້​ຮູ້​ແນ່​ວ່າ​ຜູ້​ໃດ​ຄວນ​ກ່າວ​ກ່ອນ, ແລະ ຕໍ່​ໄປ​ນີ້​ແມ່ນ​ຜົນ​ທີ່​ໄດ້​ຮັບ, ນັ້ນ​ຄື: 1, ອໍ​ລີ​ເວີ ຄາວ​ເດີ​ຣີ; 2, ໂຈ​ເຊັບ ໂຄ; 3, ແຊມ​ໂຍ ເອັຈ ສະ​ມິດ; 4, ລຸກ ຈອນ​ສັນ; 5, ຈອນ ແອັສ ຄາດ​ເທີ; 6, ຊຽວ​ເວສ໌​ເຕີ ສະ​ມິດ; 7, ຈອນ ຈອນ​ສັນ; 8, ອໍ​ສັນ ຮາຍດ໌; 9, ແຈ​ເຣັດ ຄາດ​ເທີ; 10, ໂຈ​ເຊັບ ສະ​ມິດ, ຜູ້​ພໍ່; 11, ຈອນ ສະ​ມິດ; 12, ມາ​ຕິນ ແຮ​ຣິສ.ຫລັງ​ຈາກ​ການ​ອະ​ທິ​ຖານ ແລ້ວ​ກໍ​ໄດ້​ປິດ​ການ​ປະ​ຊຸມ.

ອໍ​ລີ​ເວີ ຄາວ​ເດີ​ຣີ,

ອໍ​ສັນ ຮາຍດ໌,

ສະ​ໝຽນ