ພາກທີ 106
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 25 ເດືອນພະຈິກ, 1834. ການເປີດເຜີຍນີ້ແມ່ນເຈາະຈົງໃສ່ວໍເຣັນ ເອ ຄາວເດີຣີ, ອ້າຍຂອງອໍລີເວີ ຄາວເດີຣີ.
1–3, ວໍເຣັນ ເອ ຄາວເດີຣີ ໄດ້ຖືກເອີ້ນໃຫ້ເປັນເຈົ້າໜ້າທີ່ຄວບຄຸມໃນທ້ອງຖິ່ນຄົນໜຶ່ງ; 4–5, ການສະເດັດມາຄັ້ງທີສອງຈະບໍ່ເກີດກັບລູກຫລານແຫ່ງຄວາມສະຫວ່າງຄືກັນກັບຂະໂມຍ; 6–8, ພອນອັນຍິ່ງໃຫຍ່ເກີດຂຶ້ນເນື່ອງດ້ວຍການຮັບໃຊ້ຢ່າງຊື່ສັດຢູ່ໃນສາດສະໜາຈັກ.
1 ມັນເປັນຄວາມປະສົງຂອງເຮົາທີ່ຜູ້ຮັບໃຊ້ຂອງເຮົາ ວໍເຣັນ ເອ ຄາວເດີຣີ ຄວນໄດ້ຮັບການກຳນົດ ແລະ ການແຕ່ງຕັ້ງໃຫ້ເປັນມະຫາປະໂລຫິດຄວບຄຸມສາດສະໜາຈັກຂອງເຮົາ, ໃນແຜ່ນດິນ ອິດສະລະພາບ ແລະ ໃນພາກພື້ນຕ່າງໆທີ່ອ້ອມຮອບ;
2 ແລະ ຄວນສັ່ງສອນພຣະກິດຕິຄຸນອັນເປັນນິດຂອງເຮົາ, ແລະ ເປັ່ງສຽງຂອງລາວ ແລະ ເຕືອນຜູ້ຄົນ, ບໍ່ພຽງແຕ່ໃນສະຖານທີ່ຂອງລາວເອງເທົ່ານັ້ນ, ແຕ່ໃນເຂດໃກ້ຄຽງນຳອີກ;
3 ແລະ ອຸທິດເວລາທັງໝົດຂອງລາວໃຫ້ແກ່ການເອີ້ນທີ່ສູງສົ່ງ ແລະ ສັກສິດນີ້, ຊຶ່ງບັດນີ້ເຮົາໄດ້ມອບໃຫ້ແກ່ລາວ, ໂດຍ ການສະແຫວງຫາ ອານາຈັກສະຫວັນ ແລະ ຄວາມຊອບທຳຂອງມັນຢ່າງພາກພຽນ, ແລະ ທຸກສິ່ງທັງປວງທີ່ຈຳເປັນຈະຖືກຕື່ມໃສ່; ເພາະ ຄົນງານກໍເໝາະສົມກັບຄ່າຈ້າງຂອງເຂົາ.
4 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ການສະເດັດມາຂອງພຣະຜູ້ເປັນເຈົ້າ ໃກ້ ຈະມາເຖິງແລ້ວ, ແລະ ມັນຈະເກີດກັບໂລກຄືກັນກັບ ຂະໂມຍໃນຍາມກາງຄືນ—
5 ສະນັ້ນ, ຈົ່ງຄາດແອວພວກເຈົ້າ, ເພື່ອວ່າພວກເຈົ້າຈະໄດ້ເປັນລູກຫລານແຫ່ງ ຄວາມສະຫວ່າງ, ແລະ ວ່າວັນນີ້ຈະບໍ່ ເກີດກັບພວກເຈົ້າຄືກັນກັບຂະໂມຍ.
6 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ສະຫວັນຊື່ນຊົມເມື່ອຜູ້ຮັບໃຊ້ຂອງເຮົາ ວໍເຣັນ ກົ້ມລົງຢູ່ຕໍ່ໜ້າໄມ້ຄ້ອນເທົ້າແຫ່ງອຳນາດຂອງເຮົາ, ແລະ ໄດ້ແຍກຕົວລາວເອງອອກຈາກເລ່ຫລ່ຽມຂອງມະນຸດແລ້ວ;
7 ສະນັ້ນ, ຜູ້ຮັບໃຊ້ຂອງເຮົາ ວໍເຣັນ ເປັນສຸກແລ້ວ, ເພາະວ່າເຮົາຈະມີຄວາມເມດຕາຕໍ່ລາວ; ແລະ, ທັງໆທີ່ໃຈຂອງລາວ ໂອ້ອວດ, ແຕ່ເຮົາຈະຍົກລາວຂຶ້ນ ຕາບໃດທີ່ລາວຈະຖ່ອມຕົວຢູ່ຕໍ່ໜ້າເຮົາ.
8 ແລະ ເຮົາຈະມອບ ພຣະຄຸນ ແລະ ຄວາມແນ່ນອນໃຈໃຫ້ແກ່ລາວ ຊຶ່ງດ້ວຍສິ່ງເຫລົ່ານັ້ນລາວຈະຍຶດໝັ້ນຢູ່ໄດ້; ແລະ ຖ້າຫາກລາວເປັນພະຍານທີ່ຊື່ສັດ ແລະ ເປັນຄວາມສະຫວ່າງໃຫ້ແກ່ສາດສະໜາຈັກຕໍ່ໄປ ເຮົາໄດ້ຕຽມມົງກຸດໄວ້ໃຫ້ລາວແລ້ວຢູ່ໃນ ຜາສາດຂອງພຣະບິດາຂອງເຮົາ. ແມ່ນເປັນດັ່ງນັ້ນ. ອາແມນ.