ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115


ພາກ​ທີ 115

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ຟາ​ແວັດ, ລັດ​ມີ​ເຊີ​ຣີ, ວັນ​ທີ 26 ເດືອນ​ເມ​ສາ, 1838, ໂດຍ​ການ​ເຮັດ​ໃຫ້​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ກ່ຽວ​ກັບ​ການ​ສ້າງ​ສາ​ສະ​ຖານ​ທີ່ ແລະ ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ການ​ເປີດ​ເຜີຍ​ນີ້​ແມ່ນ​ເຖິງ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

1–4, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕັ້ງ​ຊື່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ; 5–6, ຊີ​ໂອນ ແລະ ສະ​ເຕກ​ຂອງ​ນາງ​ເປັນ​ສະ​ຖານ​ທີ່​ປົກ​ປ້ອງ ແລະ ເປັນ​ບ່ອນ​ຫລົບ​ໄພ​ສຳ​ລັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ; 7–16, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຖືກ​ບັນ​ຊາ​ໃຫ້​ສ້າງ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເມືອງ​ຟາ​ແວັດ; 17–19, ໂຈ​ເຊັບ ສະ​ມິດ ຖື​ຂໍ​ກະ​ແຈ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

1 ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້ກັບ​ພວກ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດ​ນີ ຣິກ​ດອນ ນຳ​ອີກ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄຮ​ຣຳ ສະ​ມິດ ນຳ​ອີກ, ແລະ ທີ່​ປຶກ​ສາ​ຂອງ​ພວກ​ເຈົ້າ​ຜູ້​ໄດ້​ຖືກ​ກຳ​ນົດ ແລະ ຈະ​ຖືກ​ກຳ​ນົດ​ໃນ​ພາຍ​ຫລັງ.

2 ແລະ ກັບ​ເຈົ້າ​ຄື​ກັນ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດ​ເວີດ ພາດ​ທຣິດ, ແລະ ທີ່​ປຶກ​ສາ​ຂອງ​ລາວ;

3 ແລະ ກັບ​ຜູ້​ຮັບ​ໃຊ້​ທີ່​ຊື່​ສັດ​ຂອງ​ເຮົາ​ນຳ​ອີກ ຜູ້​ເປັນ​ຂອງ​ສະ​ພາ​ສູງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ໃນ​ຊີ​ໂອນ, ເພາະ​ມັນ​ຈະ​ຖືກ​ເອີ້ນ​ເຊັ່ນ​ນັ້ນ, ແລະ ກັບ​ແອວ​ເດີ ແລະ ຜູ້​ຄົນ​ທັງ​ຫລາຍ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຂອງ​ເຮົາ, ທີ່​ກະ​ຈັດ​ຈະ​ກາຍ​ກັນ​ຢູ່​ທົ່ວ​ໂລກ;

4 ເພາະ ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຈະ​ຖືກ​ເອີ້ນ​ດັ່ງ​ນັ້ນ​ໃນ​ຍຸກ​ສຸດ​ທ້າຍ, ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

5 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ທັງ​ຫລາຍ​ວ່າ: ຈົ່ງ ລຸກ​ຂຶ້ນ ແລະ ສ່ອງ​ແສງ​ອອກ​ໄປ, ເພື່ອ​ວ່າ​ຄວາມ​ສະ​ຫວ່າງ​ຂອງ​ພວກ​ເຈົ້າ​ຈະ​ເປັນ ທຸງ​ສັນ​ຍານ​ໃຫ້​ປະ​ຊາ​ຊາດ;

6 ແລະ ເພື່ອ​ວ່າ ການ​ເຕົ້າ​ໂຮມ​ຢູ່​ເທິງ​ແຜ່ນ​ດິນ ຊີ​ໂອນ, ແລະ ເທິງ ສະ​ເຕກ​ຂອງ​ນາງ, ຈະ​ເກີດ​ຂຶ້ນ​ເພື່ອ​ການ​ປົກ​ປ້ອງ, ແລະ ເພື່ອ​ເປັນ ບ່ອນ​ຫລົບ​ໄພ​ຈາກ​ພະ​ຍຸ, ແລະ ຈາກ​ພຣະ​ພິ​ໂລດ​ເມື່ອ​ມັນ​ຈະ ຖອກ​ເທ​ລົງ​ມາ​ໂດຍ​ສຸດ​ພະ​ລັງ​ເທິງ​ທັງ​ແຜ່ນ​ດິນ​ໂລກ.

7 ໃຫ້​ເມືອງ, ຟາ​ແວັດ, ເປັນ​ແຜ່ນ​ດິນ ສັກ​ສິດ ແລະ ອຸ​ທິດ​ຖວາຍ​ແກ່​ເຮົາ; ແລະ ມັນ​ຈະ​ຖືກ​ເອີ້ນ​ວ່າ ສັກ​ສິດ​ທີ່​ສຸດ, ເພາະ​ສະ​ຖານ​ທີ່ ທີ່​ພວກ​ເຈົ້າ​ຢືນ​ຢູ່​ນັ້ນ​ເປັນ​ບ່ອນ​ສັກ​ສິດ.

8 ສະ​ນັ້ນ, ເຮົາ​ບັນ​ຊາ​ພວກ​ເຈົ້າ​ໃຫ້ ສ້າງ​ບ້ານ​ຫລັງ​ໜຶ່ງ​ໃຫ້​ແກ່​ເຮົາ, ສຳ​ລັບ​ເປັນ​ການ​ເຕົ້າ​ໂຮມ​ຂອງ​ໄພ່​ພົນ​ຂອງ​ເຮົາ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້ ນະ​ມັດ​ສະ​ການ​ເຮົາ.

9 ແລະ ໃຫ້​ມີ​ການ​ເລີ່ມ​ຕົ້ນ​ວຽກ​ງານ​ນີ້, ແລະ ພື້ນ​ຖານ, ແລະ ການ​ຕຽມ​ວຽກ​ງານ, ໃນ​ລະ​ດູ​ຮ້ອນ​ທີ່​ຈະ​ມາ​ເຖິງ​ນີ້;

10 ແລະ ໃຫ້​ເລີ່ມ​ຕົ້ນ​ການ​ສ້າງ​ໃນ​ວັນ​ທີ​ສີ່​ຂອງ​ເດືອນ​ກໍ​ລະ​ກົດ​ທີ່​ຈະ​ມາ​ເຖິງ​ນີ້; ແລະ ຈາກ​ເວ​ລາ​ນັ້ນ ໃຫ້​ຜູ້​ຄົນ​ຂອງ​ເຮົາ​ທຳ​ງານ​ຢ່າງ​ພາກ​ພຽນ​ເພື່ອ​ສ້າງ​ບ້ານ​ແດ່​ນາມ​ຂອງ​ເຮົາ;

11 ແລະ ປີ ໜຶ່ງ​ຈາກ​ວັນ​ນັ້ນ ໃຫ້​ພວກ​ເຂົາ​ເລີ່ມ​ຕົ້ນ​ການ​ວາງ​ພື້ນ​ຖານ ບ້ານ​ຂອງ​ເຮົາ​ອີກ.

12 ດັ່ງ​ນັ້ນ ນັບ​ແຕ່​ເວ​ລາ​ນີ້​ໄປ ໃຫ້​ພວກ​ເຂົາ​ທຳ​ງານ​ຢ່າງ​ພາກ​ພຽນ​ຈົນ​ກວ່າ​ມັນ​ຈະ​ສຳ​ເລັດ, ຈາກ​ຫີນ​ເສົາ​ເອກ​ນັ້ນ​ຈົນ​ເຖິງ​ຈອມ​ຂອງ​ມັນ, ຈົນ​ວ່າ​ບໍ່​ມີ​ບ່ອນ​ໃດ​ເຫລືອ​ຢູ່​ທີ່​ຍັງ​ບໍ່​ສຳ​ເລັດ.

13 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ບໍ່​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈ​ເຊັບ, ທັງ​ບໍ່​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດ​ນີ, ທັງ​ບໍ່​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄຮ​ຣຳ, ເປັນ​ໜີ້​ອີກ​ໃນ​ການ​ສ້າງ​ບ້ານ​ແດ່​ນາມ​ຂອງ​ເຮົາ;

14 ແຕ່​ໃຫ້​ບ້ານ​ຖືກ​ສ້າງ​ຂຶ້ນ​ແດ່​ນາມ​ຂອງ​ເຮົາ ຕາມ ແບບ​ແຜນ​ຊຶ່ງ​ເຮົາ​ຈະ​ສະ​ແດງ​ແກ່​ເຂົາ​ເຈົ້າ.

15 ແລະ ຖ້າ​ຫາກ​ຜູ້​ຄົນ​ຂອງ​ເຮົາ​ບໍ່​ສ້າງ​ມັນ​ຕາມ​ແບບ​ແຜນ​ທີ່​ເຮົາ​ໄດ້​ສະ​ແດງ​ແກ່​ຝ່າຍ​ປະ​ທານ​ຂອງ​ພວກ​ເຂົາ, ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ມັນ​ຈາກ​ມື​ຂອງ​ພວກ​ເຂົາ.

16 ແຕ່​ຖ້າ​ຫາກ​ຜູ້​ຄົນ​ຂອງ​ເຮົາ​ສ້າງ​ມັນ​ຕາມ​ແບບ​ແຜນ​ທີ່​ເຮົາ​ຈະ​ສະ​ແດງ​ແກ່​ຝ່າຍ​ປະ​ທານ​ຂອງ​ພວກ​ເຂົາ, ແມ່ນ​ແຕ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈ​ເຊັບ ແລະ ທີ່​ປຶກ​ສາ​ຂອງ​ລາວ, ເມື່ອ​ນັ້ນ​ເຮົາ​ຈະ​ຍອມ​ຮັບ​ເອົາ​ມັນ​ຈາກ​ມື​ຂອງ​ຜູ້​ຄົນ​ຂອງ​ເຮົາ.

17 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມັນ​ເປັນ​ຄວາມ​ປະ​ສົງ​ຂອງ​ເຮົາ​ວ່າ​ເມືອງ​ຟາ​ແວັດ​ຄວນ​ຖືກ​ສ້າງ​ສາ​ຂຶ້ນ​ຢ່າງ​ໄວ​ໂດຍ​ການ​ເຕົ້າ​ໂຮມ​ຂອງ​ໄພ່​ພົນ​ຂອງ​ເຮົາ;

18 ແລະ ວ່າ ບ່ອນ​ອື່ນ​ຄວນ​ຖືກ​ກຳ​ນົດ​ໃຫ້​ເປັນ ສະ​ເຕກ​ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ, ດັ່ງ​ທີ່​ມັນ​ຈະ​ຖືກ​ສະ​ແດງ​ໃຫ້​ປະ​ຈັກ​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ໂຈ​ເຊັບ, ເປັນ​ບາງ​ຄັ້ງ.

19 ເພາະ​ຈົ່ງ​ເບິ່ງ, ເຮົາ​ຈະ​ຢູ່​ກັບ​ລາວ, ແລະ ເຮົາ​ຈະ​ຊຳ​ລະ​ລາວ​ໃຫ້​ບໍ​ລິ​ສຸດ​ຕໍ່​ໜ້າ​ຜູ້​ຄົນ; ເພາະ​ເຮົາ​ໄດ້​ມອບ ຂໍ​ກະ​ແຈ​ຂອງ​ອາ​ນາ​ຈັກ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ນີ້​ໃຫ້​ລາວ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາ​ແມນ.

ພິມ