ພາກທີ 117
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງຟາແວັດ, ລັດມີເຊີຣີ, ວັນທີ 8 ເດືອນກໍລະກົດ, 1838, ກ່ຽວກັບວຽກງານສະເພາະຂອງວິວລຽມ ມາກສ໌, ນິວເອັນ ເຄ ວິດນີ, ແລະ ອໍລີເວີ ກະແຣນເຈີ.
1–9, ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າບໍ່ຄວນໂລບສິ່ງຂອງທາງໂລກ, ເພາະ “ຊັບສົມບັດສຳຄັນແນວໃດຕໍ່ພຣະຜູ້ເປັນເຈົ້າ?” 10–16, ພວກເຂົາຄວນປະຖິ້ມຄວາມຄັບແຄບໃນຈິດວິນຍານ, ແລະ ການເສຍສະລະຂອງພວກເຂົາຈະສັກສິດແດ່ພຣະຜູ້ເປັນເຈົ້າ.
1 ຕາມຄວາມຈິງແລ້ວ ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ກັບຜູ້ຮັບໃຊ້ຂອງເຮົາ ວິວລຽມ ມາກສ໌, ແລະ ກັບຜູ້ຮັບໃຊ້ຂອງເຮົາ ນິວເອັນ ເຄ ວິດນີ ນຳອີກ, ໃຫ້ພວກເຂົາຟ້າວເຮັດທຸລະກິດຂອງພວກເຂົາໃຫ້ຮຽບຮ້ອຍ ແລະ ໃຫ້ເດີນທາງໄປຈາກແຜ່ນດິນເຄີດແລນ, ກ່ອນເຮົາ, ພຣະຜູ້ເປັນເຈົ້າ, ຈະສົ່ງຫິມະມາເທິງແຜ່ນດິນໂລກອີກ.
2 ໃຫ້ພວກເຂົາຕື່ນ, ແລະ ລຸກຂຶ້ນ, ແລະ ອອກມາ, ແລະ ບໍ່ໃຫ້ຢູ່ຕໍ່ໄປດົນນານ, ເພາະເຮົາ, ພຣະຜູ້ເປັນເຈົ້າ, ບັນຊາເລື່ອງນີ້.
3 ສະນັ້ນ, ຖ້າຫາກພວກເຂົາຢູ່ຕໍ່ໄປດົນນານ ມັນຈະບໍ່ດີກັບພວກເຂົາ.
4 ໃຫ້ພວກເຂົາກັບໃຈຈາກບາບທັງໝົດຂອງພວກເຂົາ, ແລະ ຈາກຄວາມມັກໂລບມາກໂລພາທັງໝົດຂອງພວກເຂົາ, ຢູ່ຕໍ່ໜ້າເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ; ເພາະ ຊັບສົມບັດສຳຄັນແນວໃດຕໍ່ເຮົາ? ພຣະຜູ້ເປັນເຈົ້າໄດ້ກ່າວ.
5 ໃຫ້ນຳຊັບສົມບັດຂອງເມືອງເຄີດແລນໄປໃຊ້ ໜີ້, ພຣະຜູ້ເປັນເຈົ້າໄດ້ກ່າວ. ໃຫ້ປ່ອຍມັນໄປ, ພຣະຜູ້ເປັນເຈົ້າໄດ້ກ່າວ, ແລະ ສິ່ງໃດກໍຕາມທີ່ເຫລືອຢູ່, ໃຫ້ມັນເຫລືອຢູ່ໃນມືຂອງພວກເຈົ້າ, ພຣະຜູ້ເປັນເຈົ້າໄດ້ກ່າວ.
6 ເພາະເຮົາບໍ່ໄດ້ມີນົກຢູ່ໃນຟ້າສະຫວັນ, ແລະ ປາໃນທະເລ, ແລະ ສັດສາວາສິ່ງໃນພູຜາປ່າດົງບໍ? ເຮົາບໍ່ໄດ້ສ້າງແຜ່ນດິນໂລກບໍ? ເຮົາບໍ່ໄດ້ຖື ຊາຕາກຳຂອງກອງທັບທັງປວງແຫ່ງປະຊາຊາດ ຂອງແຜ່ນດິນໂລກບໍ?
7 ສະນັ້ນ, ເຮົາຈະບໍ່ເຮັດໃຫ້ສະຖານທີ່ໂດດດ່ຽວ ອອກດອກ ແລະ ບານສະພັ່ງບໍ, ແລະ ອອກຜົນຢ່າງຫລວງຫລາຍບໍ? ພຣະຜູ້ເປັນເຈົ້າໄດ້ກ່າວ.
8 ບໍ່ມີບ່ອນພຽງພໍບໍຢູ່ເທິງພູ ອາດາມ-ອອນໄດ-ອາມັນ, ແລະ ຢູ່ເທິງທົ່ງພຽງ ໂອລາຫາ ໄຊນີຫາ, ຫລື ແຜ່ນດິນບ່ອນອາດາມໄດ້ອາໄສຢູ່, ທີ່ພວກເຈົ້າຈະຕ້ອງໂລບສິ່ງຊຶ່ງເປັນພຽງຢອດດຽວ, ແລະ ລະເລີຍເລື່ອງທີ່ສຳຄັນຫລາຍກວ່ານັ້ນ?
9 ສະນັ້ນ, ຈົ່ງຂຶ້ນມາທີ່ນີ້ຫາແຜ່ນດິນຂອງຜູ້ຄົນຂອງເຮົາ, ແມ່ນແຕ່ຊີໂອນ.
10 ໃຫ້ຜູ້ຮັບໃຊ້ຂອງເຮົາ ວິວລຽມ ມາກສ໌ ຊື່ສັດໃນສິ່ງຂອງເລັກໜ້ອຍ, ແລະ ລາວຈະເປັນຜູ້ປົກຄອງໃນສິ່ງຂອງຫລາຍຢ່າງ. ໃຫ້ລາວຄວບຄຸມໃນທ່າມກາງຜູ້ຄົນຂອງເຮົາໃນເມືອງຟາແວັດ, ແລະ ໃຫ້ລາວໄດ້ຮັບພອນດ້ວຍພອນຂອງຜູ້ຄົນຂອງເຮົາ.
11 ໃຫ້ຜູ້ຮັບໃຊ້ຂອງເຮົາ ນິວເອັນ ເຄ ວິດນີ ລະອາຍກ່ຽວກັບກຸ່ມ ນີໂກລາຍເຕ ແລະ ຄວາມໜ້າກຽດຊັງລັບໆທັງໝົດຂອງພວກເຂົາ, ແລະ ຄວາມຄັບແຄບໃນຈິດວິນຍານຂອງລາວຢູ່ຕໍ່ໜ້າເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ, ແລະ ຂຶ້ນມາຍັງແຜ່ນດິນອາດາມ-ອອນໄດ-ອາມັນ, ແລະ ເປັນ ອະທິການໃຫ້ຜູ້ຄົນຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ, ບໍ່ແມ່ນໃນນາມ ແຕ່ໃນການກະທຳ, ພຣະຜູ້ເປັນເຈົ້າໄດ້ກ່າວ.
12 ແລະ ອີກເທື່ອໜຶ່ງ, ເຮົາກ່າວກັບພວກເຈົ້າວ່າ ເຮົາຈື່ຈຳຜູ້ຮັບໃຊ້ຂອງເຮົາ ອໍລີເວີ ກະແຣນເຈີ; ຈົ່ງເບິ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບລາວວ່າ ຊື່ຂອງລາວຈະມີຢູ່ໃນຄວາມຊົງຈຳອັນສັກສິດຈາກລຸ້ນສູ່ລຸ້ນ, ຕະຫລອດການ ແລະ ຕະຫລອດໄປ, ພຣະຜູ້ເປັນເຈົ້າໄດ້ກ່າວ.
13 ສະນັ້ນ, ໃຫ້ລາວທຳງານຢ່າງພາກພຽນເພື່ອການໄຖ່ຝ່າຍປະທານສູງສຸດຂອງສາດສະໜາຈັກຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ; ແລະ ເມື່ອລາວລົ້ມ ລາວຈະລຸກຂຶ້ນອີກ, ເພາະ ການເສຍສະລະຂອງລາວຈະສັກສິດຕໍ່ເຮົາຫລາຍກວ່າລາຍໄດ້ຂອງລາວ, ພຣະຜູ້ເປັນເຈົ້າໄດ້ກ່າວ.
14 ສະນັ້ນ, ໃຫ້ລາວມາຍັງທີ່ນີ້ຢ່າງໄວ, ມາຍັງແຜ່ນດິນຊີໂອນ; ແລະ ໃນເວລາອັນເໝາະສົມ ລາວຈະຖືກເຮັດໃຫ້ເປັນພໍ່ຄ້າສຳລັບນາມຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ, ສຳລັບຜົນປະໂຫຍດຂອງຜູ້ຄົນຂອງເຮົາ.
15 ສະນັ້ນ ຢ່າໃຫ້ຄົນໃດດູໝິ່ນຜູ້ຮັບໃຊ້ຂອງເຮົາ ອໍລີເວີ ກະແຣນເຈີ, ແຕ່ໃຫ້ພອນຂອງຜູ້ຄົນຂອງເຮົາສະຖິດຢູ່ກັບລາວຕະຫລອດການ ແລະ ຕະຫລອດໄປ.
16 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ໃຫ້ຜູ້ຮັບໃຊ້ຂອງເຮົາທັງໝົດໃນ ແຜ່ນດິນເຄີດແລນລະນຶກເຖິງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແລະ ບ້ານຂອງເຮົານຳອີກ, ເພື່ອຮັກສາ ແລະ ປ້ອງກັນມັນໄວ້ໃຫ້ສັກສິດ, ແລະ ເພື່ອຂວ້ຳໂຕະຂອງພວກຮັບແລກປ່ຽນເງິນຕາໃນເວລາອັນເໝາະສົມຂອງເຮົາເອງ, ພຣະຜູ້ເປັນເຈົ້າກ່າວໄດ້. ແມ່ນເປັນດັ່ງນັ້ນ. ອາແມນ.