ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 36


ພາກ​ທີ 36

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ເອດ​ເວີດ ພາດ​ທຣິດ, ໃກ້​ເມືອງ​ເຟ​ແອດ, ລັດ​ນິວ​ຢອກ, ວັນ​ທີ 9 ເດືອນ​ທັນ​ວາ, 1830 (ເບິ່ງ ຫົວ​ຂໍ້​ຂອງ ພາກ​ທີ 35). ປະ​ຫວັດ​ຂອງ​ໂຈ​ເຊັບ ສະ​ມິດ ກ່າວ​ວ່າ ເອດ​ເວີດ ພາດ​ທຣິດ “ເປັນ​ແບບ​ແຜນ​ຂອງ​ຄົນ​ທີ່​ເຄັ່ງ​ຄັດ​ໃນ​ທາງ​ສາດ​ສະ​ໜາ, ແລະ ເປັນ​ຊາຍ​ທີ່​ຍິ່ງ​ໃຫຍ່​ຄົນ​ໜຶ່ງ​ຂອງ​ພຣະ​ຜູ້ເປັນ​ເຈົ້າ.”

1–3, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ວາງ​ພຣະ​ຫັດ​ຂອງ​ພຣະ​ອົງ​ເທິງ​ເອດ​ເວີດ ພາດ​ທຣິດ ໂດຍ​ມື​ຂອງ​ຊິດ​ນີ ຣິກ​ດອນ; 4–8, ຊາຍ​ທຸກໆ​ຄົນ​ທີ່​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ ແລະ ຖາ​ນະ​ປະ​ໂລ​ຫິດ ຈະ​ຖືກ​ເອີ້ນ​ໃຫ້​ອອກ​ໄປ ແລະ ສັ່ງ​ສອນ.

1 ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ມີ​ລິດ​ທາ​ນຸ​ພາບ​ຂອງ​ອິດ​ສະ​ຣາ​ເອນ​ໄດ້​ກ່າວ​ດັ່ງ​ນີ້: ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດ​ເວີດ, ວ່າ​ເຈົ້າ​ໄດ້​ຮັບ​ພອນ​ແລ້ວ, ແລະ ບາບ​ຂອງ​ເຈົ້າ​ໄດ້​ຖືກ​ອະ​ໄພ​ໃຫ້​ແລ້ວ, ແລະ ເຈົ້າ​ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ຄື​ກັບ​ວ່າ​ສຽງ​ແກ;

2 ແລະ ເຮົາ​ຈະ​ວາງ​ມື​ເທິງ​ເຈົ້າ ໂດຍ ມື​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດ​ນີ ຣິກ​ດອນ, ແລະ ເຈົ້າ​ຈະ​ໄດ້​ຮັບ ພຣະ​ວິນ​ຍານ​ຂອງ​ເຮົາ, ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແມ່ນ​ແຕ່ ພຣະ​ຜູ້​ປອບ​ໂຍນ, ຊຶ່ງ​ຈະ​ສິດ​ສອນ​ເຈົ້າ​ເຖິງ​ສິ່ງ​ທີ່​ເປັນ ສັນ​ຕິ​ສຸກ​ຂອງ​ອາ​ນາ​ຈັກ;

3 ແລະ ເຈົ້າ​ຈະ​ປະ​ກາດ​ມັນ​ດ້ວຍ​ສຽງ​ດັງ, ກ່າວ​ວ່າ: ໂຮ​ຊັນ​ນາ, ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຜູ້​ສູງ​ສຸດ​ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເຖີດ.

4 ແລະ ບັດ​ນີ້ ການ​ເອີ້ນ ແລະ ບັນ​ຍັດ​ນີ້ ເຮົາ​ມອບ​ໃຫ້​ແກ່​ເຈົ້າ ແມ່ນ​ກ່ຽວ​ກັບ​ມະ​ນຸດ​ທັງ​ປວງ—

5 ເພື່ອ​ວ່າ​ເມື່ອ​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຈະ​ມາ​ຫາ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດ​ນີ ຣິກ​ດອນ ແລະ ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ຮັບ​ເອົາ​ການ​ເອີ້ນ ແລະ ບັນ​ຍັດ​ນີ້, ແລ້ວ​ຈະ​ໄດ້​ຮັບ​ການ ແຕ່ງ​ຕັ້ງ ແລະ ຖືກ​ສົ່ງ​ອອກ​ໄປ​ເພື່ອ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ໃນ​ບັນ​ດາ​ປະ​ຊາ​ຊາດ—

6 ໂດຍ​ປະ​ກາດ​ການ​ກັບ​ໃຈ, ກ່າວ​ວ່າ: ຈົ່ງ ຊ່ວຍ​ຕົນ​ເອງ​ໃຫ້​ລອດ​ຈາກ​ຄົນ​ລຸ້ນ​ທີ່​ຊົ່ວ​ຮ້າຍ​ນີ້, ແລະ ອອກ​ມາ​ຈາກ​ໄຟ, ໂດຍ​ກຽດ​ຊັງ​ແມ່ນ​ແຕ່ ອາ​ພອນ​ທີ່​ດ່າງ​ພ້ອຍ​ດ້ວຍ​ເນື້ອ​ໜັງ.

7 ແລະ ບັນ​ຍັດ​ຂໍ້​ນີ້​ຈະ​ຖືກ​ມອບ​ໃຫ້​ແກ່​ແອວ​ເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ເພື່ອ​ວ່າ​ຊາຍ​ທຸກໆ​ຄົນ​ທີ່​ຮັບ​ເອົາ​ມັນ ດ້ວຍ​ໃຈ​ທີ່​ເຫັນ​ແກ່​ພຣະ​ອົງ​ເທົ່າ​ນັ້ນ​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ແລະ ຖືກ​ສົ່ງ​ອອກ​ໄປ, ແມ່ນ​ແຕ່​ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້.

8 ເຮົາ​ຄື​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ; ດັ່ງ​ນັ້ນ, ຈົ່ງ​ຄາດ​ແອວ​ຂອງ​ເຈົ້າ ແລະ ເຮົາ​ຈະ​ມາ​ຫາ ພຣະ​ວິ​ຫານ​ຂອງ​ເຮົາ​ໂດຍ​ໃນ​ທັນ​ໃດ​ນັ້ນ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາ​ແມນ.

ພິມ