ພາກທີ 47
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 8 ເດືອນມີນາ, 1831. ຈອນ ວິດເມີ, ຜູ້ໄດ້ຮັບໃຊ້ມາແລ້ວ ໃນຖານະເປັນສະໝຽນໃຫ້ສາດສະດາ, ຕອນຕົ້ນກໍລັງເລ ຕອນລາວໄດ້ຖືກຂໍໃຫ້ຮັບໃຊ້ ເປັນຜູ້ບັນທຶກປະຫວັດສາດຂອງສາດສະໜາຈັກ, ແທນອໍລີເວີ ຄາວເດີຣີ. ລາວໄດ້ຂຽນວ່າ, “ຂ້າພະເຈົ້າກໍບໍ່ຢາກເປັນດອກ ພຽງແຕ່ຢາກສັງເກດເບິ່ງ ພຣະປະສົງຂອງພຣະຜູ້ເປັນເຈົ້າ ຈະສຳເລັດແນວໃດ, ແລະ ຖ້າຫາກພຣະອົງປະສົງໃຫ້ຂ້າພະເຈົ້າເປັນ, ຂ້າພະເຈົ້າ ກໍຂໍໃຫ້ພຣະອົງສະແດງໃຫ້ປະຈັກແກ່ໂຈເຊັບ ຜູ້ພະຍາກອນ.” ຫລັງຈາກໂຈເຊັບ ສະມິດ ໄດ້ຮັບການເປີດເຜີຍນີ້, ຈອນ ວິດເມີ ກໍໄດ້ຍອມຮັບ ແລະ ໄດ້ຮັບໃຊ້ ໃນໜ້າທີ່ມອບໝາຍຂອງລາວ.
1–4, ຈອນ ວິດເມີ ຖືກກຳນົດໃຫ້ຮັກສາປະຫວັດສາດຂອງສາດສະໜາຈັກ ແລະ ຂຽນໃຫ້ສາດສະດາ.
1 ຈົ່ງເບິ່ງ, ເຮົາເຫັນສົມຄວນທີ່ຜູ້ຮັບໃຊ້ຂອງເຮົາ ຈອນ ຈະຂຽນ ແລະ ບັນທຶກ ປະຫວັດສາດເປັນປະຈຳ, ແລະ ຊ່ວຍເຫລືອເຈົ້າ, ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ, ໃນການຂຽນທຸກເລື່ອງ ຊຶ່ງຈະຖືກມອບໃຫ້ແກ່ເຈົ້າ, ຈົນກວ່າລາວຖືກເອີ້ນໃຫ້ເຮັດໜ້າທີ່ອື່ນຕໍ່ໄປ.
2 ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ ລາວຍັງສາມາດເປັ່ງສຽງຂອງລາວອີກໃນກອງປະຊຸມນຳອີກ, ເມື່ອໃດກໍຕາມທີ່ຈະເປັນການສົມຄວນ.
3 ແລະ ອີກເທື່ອໜຶ່ງ, ເຮົາກ່າວກັບເຈົ້າວ່າ ຈະກຳນົດລາວໃຫ້ຮັກສາບັນທຶກຂອງສາດສະໜາຈັກ ແລະ ປະຫວັດສາດຕໍ່ໆໄປ; ເພາະເຮົາໄດ້ກຳນົດອໍລີເວີ ຄາວເດີຣີ ຕໍ່ຕຳແໜ່ງອື່ນ.
4 ດັ່ງນັ້ນ, ມັນຈະຖືກມອບໃຫ້ລາວ, ຕາບໃດທີ່ລາວຊື່ສັດ, ໂດຍ ພຣະຜູ້ປອບໂຍນ, ເພື່ອຂຽນເລື່ອງເຫລົ່ານີ້. ແມ່ນເປັນດັ່ງນັ້ນ. ອາແມນ.