ພາກທີ 60
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ໃນເມືອງອິນດີເພັນເດັນສ໌, ເຂດແຈ໊ກສັນ, ລັດມີເຊີຣີ, ວັນທີ 8 ເດືອນສິງຫາ, 1831. ໃນໂອກາດນີ້ພວກແອວເດີຜູ້ໄດ້ເດີນທາງໄປຫາເຂັດແຈ໊ກສັນ ແລະ ໄດ້ມີສ່ວນຮ່ວມໃນການອຸທິດທີ່ດິນ ແລະ ສະຖານທີ່ສ້າງພຣະວິຫານ ມີຄວາມປາດຖະໜາຢາກຮູ້ວ່າ ເຂົາເຈົ້າຈະຕ້ອງເຮັດສິ່ງໃດ.
1–9, ແອວເດີຕ້ອງສັ່ງສອນພຣະກິດຕິຄຸນໃນບ່ອນຊຸມນຸມຂອງຄົນຊົ່ວ; 10–14, ເຂົາເຈົ້າບໍ່ຄວນປ່ອຍໃຫ້ເວລາຂອງເຂົາເຈົ້າເສຍໄປລ້າໆ, ຫລື ເຊື່ອງຊ້ອນພອນສະຫວັນຂອງຕົນ; 15–17, ເຂົາເຈົ້າອາດລ້າງຕີນຂອງຕົນ ເພື່ອເປັນປະຈັກພະຍານຕໍ່ຕ້ານຄົນທີ່ປະຕິເສດພຣະກິດຕິຄຸນ.
1 ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ກ່າວກັບແອວເດີແຫ່ງສາດສະໜາຈັກຂອງພຣະອົງ, ຜູ້ທີ່ຕ້ອງກັບໄປຢ່າງໄວຫາແຜ່ນດິນບ່ອນທີ່ເຂົາເຈົ້າໄດ້ຈາກມາດັ່ງນີ້: ຈົ່ງເບິ່ງ, ມັນເຮັດໃຫ້ເຮົາພໍໃຈຫລາຍທີ່ພວກເຈົ້າໄດ້ຂຶ້ນມາບ່ອນນີ້;
2 ແຕ່ກັບບາງຄົນ ເຮົາບໍ່ພໍໃຈນຳຫລາຍປານໃດ, ເພາະພວກເຂົາບໍ່ເປີດ ປາກ, ແຕ່ໄດ້ ເຊື່ອງຊ້ອນພອນສະຫວັນທີ່ເຮົາໄດ້ມອບໃຫ້ພວກເຂົາ, ເພາະ ຄວາມຢ້ານກົວມະນຸດ. ວິບັດແກ່ຄົນເຊັ່ນນັ້ນ, ເພາະພຣະພິໂລດຂອງເຮົາໄດ້ເກີດກັບພວກເຂົາແລ້ວ.
3 ແລະ ເຫດການຈະບັງເກີດຂຶ້ນຄື ຖ້າຫາກພວກເຂົາບໍ່ຊື່ສັດຕໍ່ເຮົາຫລາຍກວ່ານີ້, ແລ້ວ ມັນຈະ ຖືກເອົາໄປຈາກພວກເຂົາ, ແມ່ນແຕ່ສິ່ງຊຶ່ງພວກເຂົາມີ.
4 ເພາະເຮົາ, ພຣະຜູ້ເປັນເຈົ້າ, ປົກຄອງຢູ່ໃນຟ້າສະຫວັນເບື້ອງເທິງ, ແລະ ທ່າມກາງ ກອງທັບຂອງແຜ່ນດິນໂລກ; ແລະ ໃນວັນນັ້ນເມື່ອເຮົາຈະເລືອກເອົາ ເພັດພອຍຂອງເຮົາ, ມະນຸດທັງປວງຈະຮູ້ວ່າສິ່ງໃດທີ່ສະແດງໃຫ້ເຫັນອຳນາດຂອງພຣະເຈົ້າ.
5 ແຕ່, ຕາມຄວາມຈິງແລ້ວ, ເຮົາຈະກ່າວກັບພວກເຈົ້າກ່ຽວກັບການເດີນທາງຂອງພວກເຈົ້າໄປຫາແຜ່ນດິນທີ່ພວກເຈົ້າໄດ້ຈາກມາ. ໃຫ້ສ້າງເຮືອ, ຫລື ຊື້, ດັ່ງທີ່ພວກເຈົ້າເຫັນວ່າດີ, ມັນບໍ່ສຳຄັນສຳລັບເຮົາ, ແລະ ໃຫ້ອອກເດີນທາງຢ່າງໄວໄປຫາບ່ອນທີ່ເອີ້ນວ່າ ເຊັ້ນຫລຸຍ.
6 ແລະ ຈາກບ່ອນນັ້ນ ໃຫ້ຜູ້ຮັບໃຊ້ຂອງເຮົາ, ຊິດນີ ຣິກດອນ, ໂຈເຊັບ ສະມິດ, ຜູ້ລູກ, ແລະ ອໍລີເວີ ຄາວເດີຣີ, ອອກເດີນທາງໄປຫາເມືອງຊິນຊິນນາດີ;
7 ແລະ ໃນບ່ອນນີ້ ໃຫ້ເຂົາເຈົ້າເປັ່ງສຽງຂອງຕົນ ແລະ ປະກາດຄຳຂອງເຮົາດ້ວຍສຽງດັງ, ປາດສະຈາກຄວາມໂມໂຫ ຫລື ຄວາມສົງໄສ, ໂດຍຍົກມືບໍລິສຸດຂຶ້ນເທິງເຂົາ. ເພາະເຮົາສາມາດເຮັດໃຫ້ພວກເຈົ້າ ບໍລິສຸດ, ແລະ ບາບຂອງພວກເຈົ້າໄດ້ຖືກ ອະໄພໃຫ້ແລ້ວ.
8 ແລະ ໃຫ້ຜູ້ທີ່ເຫລືອຢູ່ອອກເດີນທາງຈາກເມືອງເຊັ້ນຫລຸຍ, ເປັນຄູ່ໆ, ແລະ ສັ່ງສອນພຣະຄຳ, ບໍ່ແມ່ນດ້ວຍຄວາມຟ້າວຟັ່ງ, ທ່າມກາງບ່ອນຊຸມນຸມຂອງຄົນຊົ່ວ, ຈົນກວ່າພວກເຂົາໄດ້ກັບໄປເຖິງໜ່ວຍຂອງສາດສະໜາຈັກບ່ອນທີ່ພວກເຂົາໄດ້ຈາກມາ.
9 ແລະ ທັງໝົດນີ້ເພາະຜົນປະໂຫຍດຂອງໜ່ວຍຂອງສາດສະໜາຈັກ; ເພາະດ້ວຍເຈດຕະນານີ້ ເຮົາຈຶ່ງໄດ້ສົ່ງພວກເຂົາໄປ.
10 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ເອດເວີດ ພາດທຣິດ ແບ່ງເງິນທີ່ເຮົາໄດ້ມອບໃຫ້ລາວໃຫ້ແກ່ແອວເດີຜູ້ທີ່ເຮົາໄດ້ບັນຊາໃຫ້ກັບໄປ;
11 ແລະ ຄົນໃດທີ່ສາມາດຈ່າຍຄືນ, ກໍໃຫ້ຈ່າຍເງິນຄືນຜ່ານທາງຕົວແທນ; ແລະ ຄົນໃດທີ່ບໍ່ສາມາດຈ່າຍຄືນ, ກໍບໍ່ຮຽກຮ້ອງຈາກເຂົາ.
12 ແລະ ບັດນີ້ ເຮົາກ່າວເຖິງຜູ້ທີ່ເຫລືອຢູ່ທີ່ຈະມາຫາແຜ່ນດິນນີ້.
13 ຈົ່ງເບິ່ງ, ພວກເຂົາໄດ້ຖືກສົ່ງໄປສັ່ງສອນພຣະກິດຕິຄຸນຂອງເຮົາໃນທ່າມກາງບ່ອນຊຸມນຸມຂອງຄົນຊົ່ວ; ດັ່ງນັ້ນ, ເຮົາມອບບັນຍັດຂໍ້ໜຶ່ງໃຫ້ພວກເຂົາ, ດັ່ງນີ້: ພວກເຈົ້າບໍ່ຄວນ ປ່ອຍໃຫ້ ເວລາຂອງພວກເຈົ້າເສຍໄປລ້າໆ, ທັງບໍ່ໃຫ້ເຊື່ອງຊ້ອນພອນສະຫວັນຂອງພວກເຈົ້າໄວ້ ເພື່ອວ່າມັນຈະບໍ່ໄດ້ເປັນທີ່ຮູ້ຈັກ.
14 ແລະ ຫລັງຈາກພວກເຈົ້າໄດ້ຂຶ້ນມາຍັງແຜ່ນດິນຊີໂອນ, ແລະ ໄດ້ປະກາດຄຳຂອງເຮົາ, ແລ້ວໃຫ້ພວກເຈົ້າກັບໄປຢ່າງໄວ, ໂດຍປະກາດຄຳຂອງເຮົາໃນທ່າມກາງບ່ອນຊຸມນຸມຂອງຄົນຊົ່ວ, ບໍ່ແມ່ນດ້ວຍຄວາມຟ້າວຟັ່ງ, ຫລື ດ້ວຍ ຄວາມໂມໂຫ ຫລື ດ້ວຍການຜິດຖຽງກັນ.
15 ແລະ ສັ່ນ ຝຸ່ນດິນອອກຈາກຕີນພວກເຈົ້າເພື່ອຕໍ່ຕ້ານຄົນທີ່ບໍ່ຮັບເອົາພວກເຈົ້າ, ບໍ່ແມ່ນຢູ່ຕໍ່ໜ້າພວກເຂົາ, ຖ້າບໍ່ດັ່ງນັ້ນພວກເຈົ້າຈະເຮັດໃຫ້ພວກເຂົາຂຸ່ນເຄືອງໃຈ, ແຕ່ໃນບ່ອນລີ້ລັບ; ແລະ ລ້າງຕີນຂອງພວກເຈົ້າ, ເພື່ອເປັນປະຈັກພະຍານຕໍ່ຕ້ານພວກເຂົາໃນວັນແຫ່ງການພິພາກສາ.
16 ຈົ່ງເບິ່ງ, ສິ່ງນີ້ແມ່ນພຽງພໍສຳລັບພວກເຈົ້າ, ແລະ ເປັນຕາມພຣະປະສົງຂອງຜູ້ທີ່ສົ່ງພວກເຈົ້າໄປ.
17 ແລະ ໂດຍປາກຂອງຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ມັນຈະເຮັດໃຫ້ເປັນທີ່ຮູ້ຈັກກ່ຽວກັບຊິດນີ ຣິກດອນ ແລະ ອໍລີເວີ ຄາວເດີຣີ. ສ່ວນທີ່ເຫລືອຢູ່ ໃນພາຍຫລັງ. ແມ່ນເປັນດັ່ງນັ້ນ. ອາແມນ.