ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 72


ພາກ​ທີ 72

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ວັນ​ທີ 4 ເດືອນ​ທັນ​ວາ, 1831. ແອວ​ເດີ ແລະ ສະ​ມາ​ຊິກ​ຫລາຍ​ຄົນ​ໄດ້​ມາ​ຊຸມ​ນຸມ​ກັນ​ເພື່ອ​ຮຽນ​ຮູ້​ໜ້າ​ທີ່​ຂອງ​ພວກ​ເຂົາ ແລະ ເພື່ອ​ຈະ​ໄດ້​ຮັບ​ການ​ເສີມ​ສ້າງ​ຕໍ່​ໄປ​ໃນ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ. ພາກ​ນີ້​ເປັນ​ການ​ຮ່ວມ​ການ​ເປີດ​ເຜີຍ​ສາມ​ຄັ້ງ​ທີ່​ໄດ້​ຮັບ​ໃນ​ວັນ​ດຽວ​ກັນ. ຂໍ້​ທີ 1 ຈົນ​ເຖິງ 8 ບອກ​ໃຫ້​ຮູ້​ເຖິງ​ການ​ເອີ້ນ​ຂອງ​ນິວ​ເອັນ ເຄ ວິດ​ນີ ເປັນ​ອະ​ທິ​ການ. ແລ້ວ​ລາວ​ໄດ້​ຮັບ​ການ​ເອີ້ນ ແລະ ໄດ້​ຮັບ​ການ​ແຕ່ງ​ຕັ້ງ, ຫລັງ​ຈາກ​ນັ້ນ ກໍ​ໄດ້​ຮັບ ຂໍ້​ທີ 9 ຈົນ​ເຖິງ 23 ຊຶ່ງ​ໃຫ້ ຂໍ້​ມູນ​ເພີ່ມ​ເຕີມ ກ່ຽວ​ກັບ​ໜ້າ​ທີ່​ຂອງ​ອະ​ທິ​ການ. ຫລັງ​ຈາກ​ນັ້ນ, ຂໍ້​ທີ 24 ຈົນ​ເຖິງ 26 ກໍ​ໄດ້​ຖືກ​ມອບ​ໃຫ້, ຊຶ່ງ​ເປັນ​ຄຳ​ແນະ​ນຳ​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ກັນ​ທີ່​ຊີ​ໂອນ.

1–8, ແອວ​ເດີ​ຕ້ອງ​ລາຍ​ງານ​ເລື່ອງ​ລາວ​ກ່ຽວ​ກັບ​ສິ່ງ​ທີ່​ຢູ່​ໃນ​ຄວາມ​ພິ​ທັກ​ຮັກ​ສາ​ຂອງ​ພວກ​ເຂົາ​ຕໍ່​ອະ​ທິ​ການ; 9–15, ອະ​ທິ​ການ​ເປັນ​ຜູ້​ຮັກ​ສາ​ຄັງ ແລະ ດູ​ແລ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ; 16–26, ອະ​ທິ​ການ​ເປັນ​ຜູ້​ຮັບ​ຮອງ​ການ​ມີ​ຄ່າ​ຄວນ​ຂອງ​ແອວ​ເດີ.

1 ຈົ່ງ​ເຊື່ອ​ຟັງ, ແລະ ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໂອ້ ພວກ​ເຈົ້າ​ຜູ້​ໄດ້​ມາ​ຮ່ວມ​ຊຸມ​ນຸມ​ນຳ​ກັນ, ຜູ້​ເປັນ ມະ​ຫາ​ປະ​ໂລ​ຫິດ​ແຫ່ງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຜູ້​ຊຶ່ງ ອາ​ນາ​ຈັກ ແລະ ອຳ​ນາດ​ໄດ້​ຖືກ​ມອບ​ໃຫ້.

2 ເພາະ​ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ເຮົາ​ເຫັນ​ສົມ​ຄວນ​ທີ່​ຈະ​ກຳ​ນົດ ອະ​ທິ​ການ ໃຫ້​ແກ່​ພວກ​ເຈົ້າ, ຫລື ຈາກ​ພວກ​ເຈົ້າ, ໃຫ້​ແກ່​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ສວນ​ອະ​ງຸ່ນ​ສ່ວນ​ນີ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

3 ແລະ ຕາມ​ຄວາມ​ຈິງ​ແລ້ວ ໃນ​ເລື່ອງ​ນີ້​ພວກ​ເຈົ້າ​ໄດ້​ເຮັດ​ໄປ​ຢ່າງ​ສະ​ຫລາດ, ເພາະ​ມັນ​ເປັນ​ການ​ຮຽກ​ຮ້ອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈາກ​ມື​ຂອງ ຜູ້​ພິ​ທັກ​ຮັກ​ສາ​ແຕ່​ລະ​ຄົນ, ເພື່ອ​ໃຫ້​ລາຍ​ງານ ເລື່ອງ​ລາວ​ກ່ຽວ​ກັບ​ສິ່ງ​ທີ່​ຢູ່​ໃນ ຄວາມ​ພິ​ທັກ​ຮັກ​ສາ​ຂອງ​ເຂົາ, ທັງ​ໃນ​ການ​ເວ​ລາ ແລະ ໃນ​ຊົ່ວ​ນິ​ລັນ​ດອນ.

4 ເພາະ​ຄົນ​ທີ່​ຊື່​ສັດ ແລະ ສະ​ຫລາດ​ໃນ​ການ​ເວ​ລາ​ຖື​ວ່າ​ມີ​ຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ ຜາ​ສາດ​ເປັນ​ມູນ​ມໍ​ລະ​ດົກ ຊຶ່ງ​ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ຕຽມ​ໄວ້​ສຳ​ລັບ​ເຂົາ.

5 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ພວກ​ແອວ​ເດີ​ຂອງ​ສາດ​ສະ​ໜາ​ຈັກ​ໃນ ສວນ​ອະ​ງຸ່ນ​ສ່ວນ​ນີ້​ຂອງ​ເຮົາ ຈະ​ລາຍ​ງານ​ເລື່ອງ​ລາວ​ກ່ຽວ​ກັບ​ສິ່ງ​ທີ່​ຢູ່​ໃນ​ຄວາມ​ພິ​ທັກ​ຮັກ​ສາ​ຂອງ​ພວກ​ເຂົາ​ຕໍ່​ອະ​ທິ​ການ, ຜູ້​ທີ່​ເຮົາ​ຈະ​ກຳ​ນົດ​ໄວ້​ຢູ່​ໃນ​ສວນ​ອະ​ງຸ່ນ​ສ່ວນ​ນີ້​ຂອງ​ເຮົາ.

6 ສິ່ງ​ເຫລົ່າ​ນີ້​ຈະ​ຖືກ​ບັນ​ທຶກ​ໄວ້, ເພື່ອ​ມອບ​ໃຫ້​ແກ່​ອະ​ທິ​ການ​ໃນ​ຊີ​ໂອນ.

7 ແລະ ໜ້າ​ທີ່ຂອງ ອະ​ທິ​ການ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ໂດຍ​ບັນ​ຍັດ ຊຶ່ງ​ໄດ້​ຖືກ​ມອບ​ໃຫ້, ແລະ ໂດຍ​ສຽງ​ຂອງ​ກອງ​ປະ​ຊຸມ​ໃຫຍ່.

8 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຜູ້​ຮັບ​ໃຊ້​ຂອງ​ເຮົາ ນິວ​ເອັນ ເຄ ວິດ​ນີ ຄື​ຜູ້​ທີ່​ຈະ​ໄດ້​ຮັບ​ການ​ກຳ​ນົດ ແລະ ແຕ່ງ​ຕັ້ງ​ສູ່​ອຳ​ນາດ​ນີ້. ນີ້​ຄື​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ, ພຣະ​ຜູ້​ໄຖ່​ຂອງ​ພວກ​ເຈົ້າ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາ​ແມນ.

9 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ນອກ​ຈາກ​ກົດ​ທີ່​ໄດ້​ມອບ​ໃຫ້​ແລ້ວ, ຊຶ່ງ​ເຮັດ​ໃຫ້​ຮູ້​ໜ້າ​ທີ່​ຂອງ​ອະ​ທິ​ການ​ຜູ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສຳ​ລັບ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ສວນ​ອະ​ງຸ່ນ​ສ່ວນ​ນີ້, ຊຶ່ງ​ຕາມ​ຄວາມ​ຈິງ​ແລ້ວ​ຄື—

10 ເພື່ອ​ຮັກ​ສາ ຄັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ເພື່ອ​ຮັບ​ເອົາ​ເງິນ​ທຶນ​ຈາກ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ສວນ​ອະ​ງຸ່ນ​ສ່ວນ​ນີ້;

11 ເພື່ອ​ຮັບ​ເອົາ​ເລື່ອງ​ລາວ​ຂອງ​ແອວ​ເດີ​ດັ່ງ​ທີ່​ໄດ້​ບັນ​ຊາ​ໄວ້​ກ່ອນ​ນັ້ນ; ແລະ ເພື່ອ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ພວກ​ເຂົາ, ຜູ້​ຈະ​ຈ່າຍ​ສຳ​ລັບ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຮັບ, ຕາບ​ໃດ​ທີ່​ພວກ​ເຂົາ​ມີ​ທີ່​ຈະ​ຈ່າຍ;

12 ເພື່ອ​ສິ່ງ​ນີ້​ຈະ​ຖືກ​ອຸ​ທິດ​ຖວາຍ​ເພື່ອ​ຄວາມ​ດີ​ຂອງ​ສາດ​ສະ​ໜາ​ຈັກ, ເພື່ອ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ​ນຳ​ອີກ.

13 ແລະ ຄົນ​ທີ່​ບໍ່ ມີ​ທີ່​ຈະ​ຈ່າຍ, ເລື່ອງ​ລາວ​ຈະ​ຖືກ​ບັນ​ທຶກ​ໄວ້ ແລະ ສົ່ງ​ໄປ​ໃຫ້​ອະ​ທິ​ການ​ຂອງ​ຊີ​ໂອນ, ຜູ້​ຈະ​ຈ່າຍ​ຄ່າ​ໜີ້​ສິນ​ນັ້ນ​ຈາກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃສ່​ໄວ້​ໃນ​ມື​ຂອງ​ເຂົາ.

14 ແລະ ວຽກ​ງານ​ຂອງ​ຄົນ​ຊື່​ສັດ ຜູ້​ທຳ​ງານ​ໃນ​ເລື່ອງ​ທາງ​ວິນ​ຍານ, ໃນ​ການ​ປະ​ຕິ​ບັດ​ພຣະ​ກິດ​ຕິ​ຄຸນ ແລະ ເລື່ອງ​ຂອງ​ອາ​ນາ​ຈັກ​ແກ່​ສາດ​ສະ​ໜາ​ຈັກ, ແລະ ແກ່​ໂລກ, ຈະ​ຊຳ​ລະ​ໜີ້​ສິນ​ໃຫ້​ອະ​ທິ​ການ​ໃນ​ຊີ​ໂອນ;

15 ດັ່ງ​ນັ້ນ​ມັນ​ຈຶ່ງ​ອອກ​ມາ​ຈາກ​ສາດ​ສະ​ໜາ​ຈັກ, ເພາະ​ຕາມ ກົດ​ແລ້ວ ທຸກ​ຄົນ​ທີ່​ຂຶ້ນ​ມາ​ຍັງ​ຊີ​ໂອນ​ຕ້ອງ​ວາງ​ທຸກ​ສິ່ງ​ໄວ້​ຕໍ່​ໜ້າ​ອະ​ທິ​ການ​ໃນ​ຊີ​ໂອນ.

16 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ແອວ​ເດີ​ທຸກ​ຄົນ​ໃນ​ສວນ​ອະ​ງຸ່ນ​ສ່ວນ​ນີ້ ຈະ​ຕ້ອງ​ລາຍ​ງານ​ເລື່ອງ​ລາວ​ກ່ຽວ​ກັບ​ສິ່ງ​ທີ່​ຢູ່​ໃນ​ຄວາມ​ພິ​ທັກ​ຮັກ​ສາ​ຂອງ​ເຂົາ​ຕໍ່​ອະ​ທິ​ການ​ໃນ​ສວນ​ອະ​ງຸ່ນ​ສ່ວນ​ນີ້​ຂອງ​ເຮົາ—

17 ໃບຮັບ​ຮອງ​ຈາກ​ຜູ້​ພິ​ພາກ​ສາ ຫລື ອະ​ທິ​ການ​ໃນ​ສວນ​ອະ​ງຸ່ນ​ສ່ວນ​ນີ້, ເຖິງ​ອະ​ທິ​ການ​ໃນ​ຊີ​ໂອນ, ຈະ​ເຮັດ​ໃຫ້​ທຸກ​ຄົນ​ເປັນ​ທີ່​ຍອມ​ຮັບ, ແລະ ຜ່ານ​ຂໍ້​ກຳ​ນົດ​ທຸກ​ຂໍ້, ເພື່ອ​ເປັນ​ມູນ​ມໍ​ລະ​ດົກ, ແລະ ເພື່ອ​ຈະ​ໄດ້​ຖືກ​ຮັບ​ໄວ້​ເປັນ ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະ​ຫລາດ ແລະ ເປັນ​ຄົນ​ງານ​ທີ່​ຊື່​ສັດ;

18 ຖ້າ​ບໍ່​ດັ່ງ​ນັ້ນ ອະ​ທິ​ການ​ຂອງ​ຊີ​ໂອນ​ຈະ​ບໍ່​ຍອມ​ຮັບ​ເຂົາ.

19 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ແອວ​ເດີ​ທຸກ​ຄົນ​ຜູ້​ຈະ​ລາຍ​ງານ​ເລື່ອງ​ລາວ​ແກ່​ອະ​ທິ​ການ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ສວນ​ອະ​ງຸ່ນ​ສ່ວນ​ນີ້ ໄດ້​ຮັບ​ການ​ຮັບ​ຮອງ​ໂດຍ​ສາດ​ສະ​ໜາ​ຈັກ ຫລື ໜ່ວຍ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ, ໃນ​ບ່ອນ​ທີ່​ເຂົາ​ທຳ​ງານ, ເພື່ອ​ວ່າ​ເຂົາ​ຈະ​ເຮັດ​ໃຫ້​ຕົນ​ເອງ ແລະ ການ​ລາຍ​ງານ​ຂອງ​ເຂົາ ເປັນ​ທີ່​ຍອມ​ຮັບ​ໃນ​ທຸກ​ສິ່ງ.

20 ແລະ ອີກ​ເທື່ອ​ໜຶ່ງ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຜູ້​ໄດ້​ຖືກ​ກຳ​ນົດ​ໃຫ້​ເປັນ​ຜູ້​ພິ​ທັກ​ຮັກ​ສາ ເອ​ກະ​ສານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ ມີ​ສິດ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ອະ​ທິ​ການ ຫລື ອະ​ທິ​ການ​ທັງ​ຫລາຍ​ໃນ​ທຸກ​ສິ່ງ​ທັງ​ປວງ—

21 ເພື່ອ​ວ່າ ການ​ເປີດ​ເຜີຍ​ຈະ​ໄດ້​ຖືກ​ພິມ, ແລະ ອອກ​ໄປ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ; ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ຮັບ​ເງິນ​ທຶນ ຊຶ່ງ​ຈະ​ເປັນ​ປະ​ໂຫຍດ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ໃນ​ທຸກ​ສິ່ງ​ທັງ​ປວງ;

22 ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ເຮັດ​ໃຫ້​ຕົນ​ເອງ​ເປັນ​ທີ່​ຍອມ​ຮັບ​ໃນ​ທຸກ​ສິ່ງ​ທັງ​ປວງ​ນຳ​ອີກ, ແລະ ຖືກ​ຮັບ​ຮູ້​ວ່າ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະ​ຫລາດ.

23 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ສິ່ງ​ນີ້​ຈະ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ສາ​ຂາ​ຕ່າງໆ​ທີ່​ແຜ່​ລາມ​ອອກ​ໄປ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ໃນ​ແຜ່ນ​ດິນ​ໃດ​ກໍ​ຕາມ​ທີ່​ມັນ​ຖືກ​ຈັດ​ຕັ້ງ​ຂຶ້ນ. ແລະ ບັດ​ນີ້ ເຮົາ​ຢຸດ​ຕິ​ການ​ກ່າວ​ຂອງ​ເຮົາ. ອາ​ແມນ.

24 ສອງ​ສາມ​ຄຳ​ຕື່ມ​ອີກ​ທີ່​ນອກ​ເໜືອ​ໄປ​ຈາກ​ກົດ​ຂອງ​ອາ​ນາ​ຈັກ, ກ່ຽວ​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ—ຄົນ​ທີ່​ໄດ້​ຖືກ ກຳ​ນົດ​ໂດຍ​ພຣະ​ວິນ​ຍານ​ສັກ​ສິດ​ໃຫ້​ຂຶ້ນ​ໄປ​ຍັງ​ຊີ​ໂອນ, ແລະ ຄົນ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃຫ້​ຂຶ້ນ​ໄປ​ຍັງ​ຊີ​ໂອນ—

25 ໃຫ້​ພວກ​ເຂົາ​ເອົາ​ໃບ​ຮັບ​ຮອງ​ຈາກ​ແອວ​ເດີ​ສາມ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ ຫລື ໃບ​ຮັບ​ຮອງ​ຈາກ​ອະ​ທິ​ການ​ຂຶ້ນ​ໄປ​ໃຫ້​ອະ​ທິ​ການ;

26 ຖ້າ​ບໍ່​ດັ່ງ​ນັ້ນ ຄົນ​ທີ່​ຈະ​ຂຶ້ນ​ໄປ​ຍັງ​ແຜ່ນ​ດິນ​ຂອງ​ຊີ​ໂອນ ຈະ​ບໍ່​ຖືກ​ຮັບ​ຮູ້​ວ່າ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະ​ຫລາດ. ສິ່ງ​ນີ້​ກໍ​ເປັນ​ແບບ​ຢ່າງ​ຄື​ກັນ. ອາ​ແມນ.

ພິມ