ພາກທີ 74
ການເປີດເຜີຍທີ່ມອບໃຫ້ແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເຂດເວນ, ລັດນິວຢອກ, ໃນປີ 1830. ເຖິງແມ່ນກ່ອນການຈັດຕັ້ງສາດສະໜາຈັກ, ກໍມີຄຳຖາມເກີດຂຶ້ນ ກ່ຽວກັບວິທີການທີ່ຖືກຕ້ອງເລື່ອງການບັບຕິສະມາ, ຈຶ່ງໄດ້ເຮັດໃຫ້ສາດສະດາສະແຫວງຫາຄຳຕອບ ໃນເລື່ອງນີ້. ປະຫວັດຂອງໂຈເຊັບ ສະມິດ ກ່າວວ່າ ການເປີດເຜີຍນີ້ ເປັນການຂະຫຍາຍຂໍ້ຄວາມຂອງ 1 ໂກຣິນໂທ 7:14, ເປັນຂໍ້ພຣະຄຳພີ ທີ່ມັກຖືກໃຊ້ເລື້ອຍໆ ເພື່ອໃຫ້ເຫດຜົນ ເລື່ອງການບັບຕິສະມາໃຫ້ເດັກແດງທາລົກ.
1–5, ໂປໂລແນະນຳສາດສະໜາຈັກໃນວັນເວລາຂອງເພິ່ນວ່າບໍ່ໃຫ້ຮັກສາກົດຂອງໂມເຊ; 6–7, ເດັກນ້ອຍໆບໍລິສຸດ ແລະ ໄດ້ຮັບການຊຳລະໃຫ້ບໍລິສຸດໂດຍຜ່ານການຊົດໃຊ້.
1 ເພາະສາມີ ທີ່ບໍ່ເຊື່ອໄດ້ຮັບການຊຳລະໃຫ້ບໍລິສຸດໂດຍພັນລະຍາ, ແລະ ພັນລະຍາທີ່ບໍ່ເຊື່ອໄດ້ຮັບການຊຳລະໃຫ້ບໍລິສຸດໂດຍສາມີ; ຖ້າບໍ່ດັ່ງນັ້ນລູກໆຂອງເຈົ້າຈະບໍ່ສະອາດ, ແຕ່ບັດນີ້ພວກເຂົາບໍລິສຸດ.
2 ບັດນີ້, ໃນວັນເວລາຂອງອັກຄະສາວົກ ມີກົດຂອງພິທີຕັດໃນບັນດາຊາວຢິວທັງປວງຜູ້ບໍ່ໄດ້ເຊື່ອໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ເກີດ ການຂັດແຍ້ງອັນຍິ່ງໃຫຍ່ໃນບັນດາຜູ້ຄົນກ່ຽວກັບກົດຂອງ ພິທີຕັດ, ເພາະສາມີຜູ້ທີ່ບໍ່ເຊື່ອຢາກໃຫ້ລູກໆຂອງຕົນໄດ້ຮັບພິທີຕັດ ແລະ ມາຢູ່ພາຍໃຕ້ ກົດຂອງໂມເຊ, ຊຶ່ງກົດນັ້ນ ໄດ້ສົມບູນແລ້ວ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ລູກໆ, ໂດຍທີ່ໄດ້ຮັບການລ້ຽງດູໃຫ້ຢູ່ພາຍໃຕ້ກົດຂອງໂມເຊ, ຈຶ່ງເອົາໃຈໃສ່ກັບ ຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາ ແລະ ບໍ່ເຊື່ອໃນພຣະກິດຕິຄຸນຂອງພຣະຄຣິດ, ຊຶ່ງໃນການນີ້ພວກເຂົາຈຶ່ງກາຍເປັນຄົນທີ່ບໍ່ບໍລິສຸດ.
5 ດັ່ງນັ້ນ, ເພາະເຫດນີ້ອັກຄະສາວົກຈຶ່ງໄດ້ຂຽນເຖິງສາດສະໜາຈັກ, ໂດຍມອບບັນຍັດໃຫ້ແກ່ພວກເຂົາ, ບໍ່ແມ່ນຈາກພຣະຜູ້ເປັນເຈົ້າ, ແຕ່ຈາກເພິ່ນເອງ, ວ່າຄົນທີ່ເຊື່ອບໍ່ຄວນ ແຕ່ງງານກັບຄົນທີ່ບໍ່ເຊື່ອ; ຍົກເວັ້ນແຕ່ ກົດຂອງໂມເຊຈະຖືກຍົກເລີກໃນບັນດາພວກເຂົາ,
6 ເພື່ອລູກໆຂອງພວກເຂົາຈະຍັງຢູ່ໂດຍປາດສະຈາກພິທີຕັດ; ແລະວ່າຮີດຄອງປະເພນີນັ້ນຈະຖືກຍົກເລີກໄປ, ຊຶ່ງກ່າວວ່າເດັກນ້ອຍໆບໍ່ບໍລິສຸດ; ເພາະເລື່ອງນີ້ມີຢູ່ໃນບັນດາຊາວຢິວ;
7 ແຕ່ ເດັກນ້ອຍໆ ບໍລິສຸດ, ໂດຍໄດ້ຮັບ ການຊຳລະໃຫ້ບໍລິສຸດຜ່ານ ການຊົດໃຊ້ຂອງພຣະເຢຊູຄຣິດ; ແລະ ນີ້ຄືສິ່ງທີ່ພຣະຄຳພີໝາຍເຖິງ.