ພາກທີ 75
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງອາມເຮີດ, ລັດໂອໄຮໂອ, ວັນທີ 25 ເດືອນມັງກອນ, 1832. ພາກນີ້ປະກອບດ້ວຍການເປີດເຜີຍຢູ່ສອງຢ່າງ ທີ່ແຕກຕ່າງກັນ (ຢ່າງທຳອິດ ໃນ ຂໍ້ທີ 1 ຈົນເຖິງ 22 ແລະ ຢ່າງທີສອງ ໃນ ຂໍ້ທີ 23 ຈົນເຖິງ 36) ໄດ້ຖືກມອບໃຫ້ ໃນວັນດຽວກັນ. ເຫດການດັ່ງກ່າວ ໄດ້ເກີດຂຶ້ນຢູ່ກອງປະຊຸມໃຫຍ່ ຊຶ່ງໂຈເຊັບ ສະມິດ ໄດ້ຮັບການສະໜັບສະໜູນ ແລະ ໄດ້ຮັບການແຕ່ງຕັ້ງໃຫ້ເປັນປະທານຂອງຖານະປະໂລຫິດສູງ. ແອວເດີບາງຄົນ ໄດ້ປາດຖະໜາຢາກຮູ້ເພີ່ມເຕີມກ່ຽວກັບໜ້າທີ່ສະເພາະຂອງຕົນ. ການເປີດເຜີຍເຫລົ່ານີ້ຈຶ່ງຕິດຕາມມາ.
1–5, ແອວເດີທີ່ຊື່ສັດຜູ້ສັ່ງສອນພຣະກິດຕິຄຸນຈະໄດ້ຮັບຊີວິດນິລັນດອນ; 6–12, ຈົ່ງອະທິຖານເພື່ອຈະໄດ້ຮັບພຣະຜູ້ປອບໂຍນ, ຜູ້ສອນທຸກສິ່ງທັງປວງ; 13–22, ແອວເດີຈະນັ່ງຢູ່ໃນການພິພາກສາຜູ້ທີ່ປະຕິເສດ ຂ່າວສານຂອງພວກເຂົາ; 23–36, ຄອບຄົວຂອງຜູ້ສອນສາດສະໜາຕ້ອງໄດ້ຮັບຄວາມຊ່ວຍເຫລືອຈາກສາດສະໜາຈັກ.
1 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ, ເຮົາຜູ້ກ່າວແມ່ນແຕ່ໂດຍ ສຽງຂອງພຣະວິນຍານຂອງເຮົາ, ແມ່ນແຕ່ ອາລະຟາ ແລະ ໂອເມຄາ, ພຣະຜູ້ເປັນເຈົ້າຂອງພວກເຈົ້າ ແລະ ພຣະເຈົ້າຂອງພວກເຈົ້າ—
2 ຈົ່ງເຊື່ອຟັງ, ໂອ້ ພວກເຈົ້າຜູ້ທີ່ໄດ້ມອບຊື່ຂອງພວກເຈົ້າໄວ້ ເພື່ອອອກໄປປະກາດພຣະກິດຕິຄຸນຂອງເຮົາ, ແລະ ເພື່ອ ລິງ່າໃນ ສວນອະງຸ່ນຂອງເຮົາ.
3 ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ມັນເປັນຄວາມປະສົງຂອງເຮົາທີ່ພວກເຈົ້າຄວນອອກໄປ ແລະ ບໍ່ຢູ່ນີ້, ທັງບໍ່ໃຫ້ ກຽດຄ້ານ ແຕ່ໃຫ້ທຳງານດ້ວຍກຳລັງຂອງພວກເຈົ້າ—
4 ຈົ່ງເປັ່ງສຽງຂອງພວກເຈົ້າດັ່ງດ້ວຍສຽງແກ, ປະກາດ ຄວາມຈິງຕາມການເປີດເຜີຍ ແລະ ບັນຍັດ ຊຶ່ງເຮົາໄດ້ມອບໃຫ້ພວກເຈົ້າ.
5 ແລະ ດັ່ງນັ້ນ, ຖ້າຫາກພວກເຈົ້າຊື່ສັດ ພວກເຈົ້າຈະໜັກດ້ວຍ ຟ່ອນເຂົ້າຢ່າງຫລວງຫລາຍ, ແລະ ຈະໄດ້ ສວມມົງກຸດດ້ວຍ ກຽດຕິຍົດ, ແລະ ລັດສະໝີພາບ, ແລະ ຄວາມເປັນອະມະຕະ, ແລະ ຊີວິດນິລັນດອນ.
6 ສະນັ້ນ, ຕາມຄວາມຈິງແລ້ວ ເຮົາກ່າວກັບຜູ້ຮັບໃຊ້ຂອງເຮົາ ວິວລຽມ ອີ ມິກລີລິນ ວ່າ ເຮົາ ຍົກເລີກວຽກງານມອບໝາຍທີ່ເຮົາໄດ້ໃຫ້ລາວໄປຫາດິນແດນພາກຕາເວັນອອກ;
7 ແລະ ເຮົາຈະມອບວຽກງານມອບໝາຍໃໝ່ ແລະ ບັນຍັດຂໍ້ໃໝ່ໃຫ້ລາວ, ຊຶ່ງໃນນັ້ນເຮົາ, ພຣະຜູ້ເປັນເຈົ້າ, ຈະ ຕີສອນລາວສຳລັບ ການເວົ້າຈົ່ມຢູ່ໃນໃຈຂອງລາວ;
8 ແລະ ລາວໄດ້ເຮັດບາບ; ເຖິງຢ່າງໃດກໍຕາມ, ເຮົາອະໄພໃຫ້ລາວ ແລະ ກ່າວກັບລາວອີກວ່າ, ເຈົ້າຈົ່ງໄປຫາດິນແດນພາກໃຕ້.
9 ແລະ ໃຫ້ຜູ້ຮັບໃຊ້ຂອງເຮົາ ລຸກ ຈອນສັນ ໄປກັບລາວ, ແລະ ປະກາດສິ່ງທີ່ເຮົາໄດ້ບັນຊາພວກເຂົາ—
10 ໂດຍເອີ້ນຫາພຣະນາມຂອງພຣະຜູ້ເປັນເຈົ້າສຳລັບ ພຣະຜູ້ປອບໂຍນ, ຊຶ່ງຈະສິດສອນພວກເຂົາທຸກສິ່ງທີ່ເໝາະສົມສຳລັບພວກເຂົາ—
11 ຈົ່ງ ອະທິຖານສະເໝີເພື່ອວ່າພວກເຂົາຈະບໍ່ເປັນລົມ; ແລະ ຕາບໃດທີ່ພວກເຂົາເຮັດສິ່ງນີ້, ເຮົາຈະຢູ່ກັບພວກເຂົາຈົນເຖິງທີ່ສຸດ.
12 ຈົ່ງເບິ່ງ, ນີ້ຄືພຣະປະສົງຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າກ່ຽວກັບພວກເຈົ້າ. ແມ່ນເປັນດັ່ງນັ້ນ. ອາແມນ.
13 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້, ໃຫ້ຜູ້ຮັບໃຊ້ຂອງເຮົາ ອໍສັນ ຮາຍດ໌ ແລະ ຜູ້ຮັບໃຊ້ຂອງເຮົາ ແຊມໂຍ ເອັຈ ສະມິດ ອອກເດີນທາງໄປຫາດິນແດນພາກຕາເວັນອອກ, ແລະ ປະກາດສິ່ງທີ່ເຮົາໄດ້ບັນຊາພວກເຂົາ; ແລະ ຕາບໃດທີ່ພວກເຂົາຍັງຊື່ສັດ, ເບິ່ງແມ, ເຮົາຈະຢູ່ ກັບພວກເຂົາແມ່ນແຕ່ຈົນເຖິງທີ່ສຸດ.
14 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບຜູ້ຮັບໃຊ້ຂອງເຮົາ ໄລມັນ ຈອນສັນ, ແລະ ກັບຜູ້ຮັບໃຊ້ຂອງເຮົາ ອໍສັນ ພະແຣັດ ວ່າໃຫ້ພວກເຂົາອອກເດີນທາງໄປຫາດິນແດນພາກຕາເວັນອອກ; ແລະ ຈົ່ງເບິ່ງ, ແລະ ເບິ່ງແມ, ເຮົາຈະຢູ່ນຳພວກເຂົາຄືກັນ, ແມ່ນແຕ່ຈົນເຖິງທີ່ສຸດ.
15 ແລະ ອີກເທື່ອໜຶ່ງ, ເຮົາກ່າວກັບຜູ້ຮັບໃຊ້ຂອງເຮົາ ອາຊາ ດອສ໌, ແລະ ກັບຜູ້ຮັບໃຊ້ຂອງເຮົາ ຄາບສ໌ ວິວສັນ, ວ່າໃຫ້ພວກເຂົາອອກເດີນທາງຄືກັນໄປຫາດິນແດນພາກຕາເວັນຕົກ, ແລະ ປະກາດພຣະກິດຕິຄຸນຂອງເຮົາ, ແມ່ນແຕ່ດັ່ງທີ່ເຮົາໄດ້ບັນຊາພວກເຂົາ.
16 ແລະ ຄົນທີ່ຊື່ສັດຈະເອົາຊະນະທຸກສິ່ງທັງປວງ, ແລະ ຈະຖືກ ຍົກຂຶ້ນໃນວັນສຸດທ້າຍ.
17 ແລະ ອີກເທື່ອໜຶ່ງ, ເຮົາກ່າວກັບຜູ້ຮັບໃຊ້ຂອງເຮົາ ເມເຈີ ເອັນ ອາສະລີ, ແລະ ຜູ້ຮັບໃຊ້ຂອງເຮົາ ເບີ ຣີກສ໌, ວ່າໃຫ້ພວກເຂົາອອກເດີນທາງຄືກັນໄປຫາດິນແດນພາກໃຕ້.
18 ແທ້ຈິງແລ້ວ, ໃຫ້ ທຸກຄົນເຫລົ່ານັ້ນທັງໝົດອອກເດີນທາງ, ດັ່ງທີ່ເຮົາໄດ້ບັນຊາພວກເຂົາ, ໄປຈາກເຮືອນຫລັງໜຶ່ງຫາເຮືອນອີກຫລັງໜຶ່ງ, ແລະ ຈາກໝູ່ບ້ານໜຶ່ງໄປຫາອີກໝູ່ບ້ານໜຶ່ງ, ແລະ ຈາກເມືອງໜຶ່ງໄປຫາອີກເມືອງໜຶ່ງ.
19 ແລະ ໃນເຮືອນຫລັງໃດກໍຕາມທີ່ພວກເຈົ້າເຂົ້າໄປ, ແລະ ເຂົາໄດ້ຕ້ອນຮັບພວກເຈົ້າ, ຈົ່ງປະພອນຂອງພວກເຈົ້າໄວ້ກັບເຮືອນຫລັງນັ້ນ.
20 ແລະ ໃນເຮືອນຫລັງໃດກໍຕາມທີ່ພວກເຈົ້າເຂົ້າໄປ, ແລະ ເຂົາບໍ່ຕ້ອນຮັບພວກເຈົ້າ, ໃຫ້ພວກເຈົ້າອອກໄປຈາກເຮືອນຫລັງນັ້ນຢ່າງໄວ, ແລະ ສັ່ນຝຸ່ນອອກຈາກຕີນຂອງພວກເຈົ້າໄວ້ເປັນປະຈັກພະຍານຕໍ່ຕ້ານເຂົາ.
21 ແລະ ພວກເຈົ້າຈະເຕັມໄປດ້ວຍ ຄວາມສຸກ ແລະ ຄວາມຊື່ນຊົມຍິນດີ; ແລະ ຈົ່ງຮູ້ເລື່ອງນີ້, ວ່າໃນວັນແຫ່ງການພິພາກສາ ພວກເຈົ້າຈະເປັນ ຜູ້ຕັດສິນເຮືອນຫລັງນັ້ນ, ແລະ ກ່າວໂທດເຂົາ;
22 ແລະ ຄົນນອກສາດສະໜາຈະສາມາດທົນໃນວັນແຫ່ງການພິພາກສາຫລາຍກວ່າເຮືອນຫລັງນັ້ນ; ສະນັ້ນ, ຈົ່ງ ຄາດແອວພວກເຈົ້າ ແລະ ຊື່ສັດ, ແລະ ພວກເຈົ້າຈະເອົາຊະນະທຸກສິ່ງ, ແລະ ຈະຖືກຍົກຂຶ້ນໃນວັນສຸດທ້າຍ. ແມ່ນເປັນດັ່ງນັ້ນ. ອາແມນ.
23 ແລະ ອີກເທື່ອໜຶ່ງ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ກັບພວກເຈົ້າ, ໂອ້ ພວກເຈົ້າແອວເດີຂອງສາດສະໜາຈັກຂອງເຮົາ, ຜູ້ທີ່ໄດ້ມອບຊື່ຂອງພວກເຈົ້າໄວ້ ເພື່ອວ່າພວກເຈົ້າຈະໄດ້ຮູ້ຈັກພຣະປະສົງຂອງພຣະອົງກ່ຽວກັບພວກເຈົ້າ—
24 ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ມັນເປັນໜ້າທີ່ຂອງສາດສະໜາຈັກທີ່ຈະຊ່ວຍຄ້ຳຊູຄອບຄົວຂອງຄົນເຫລົ່ານັ້ນ ແລະ ຄ້ຳຊູຄອບຄົວຂອງຄົນເຫລົ່ານັ້ນນຳອີກຜູ້ທີ່ຖືກເອີ້ນ ແລະ ຈຳເປັນຕ້ອງສົ່ງໄປສູ່ໂລກ ເພື່ອປະກາດພຣະກິດຕິຄຸນໃຫ້ແກ່ໂລກ.
25 ດັ່ງນັ້ນ, ເຮົາ, ພຣະຜູ້ເປັນເຈົ້າ, ຈຶ່ງມອບບັນຍັດຂໍ້ນີ້ໃຫ້ພວກເຈົ້າ, ວ່າພວກເຈົ້າຈະໄດ້ສະຖານທີ່ ໃຫ້ຄອບຄົວຂອງພວກເຈົ້າ, ຕາບໃດທີ່ພີ່ນ້ອງຂອງພວກເຈົ້າຈະເປີດຫົວໃຈໃຫ້ພວກເຈົ້າ.
26 ແລະ ໃຫ້ຄົນເຊັ່ນນັ້ນທຸກຄົນທີ່ສາມາດໄດ້ສະຖານທີ່ໃຫ້ຄອບຄົວຂອງພວກເຂົາ, ແລະ ໄດ້ຮັບການຄ້ຳຊູຈາກສາດສະໜາຈັກ, ບໍ່ລະເລີຍຈາກການອອກໄປສູ່ໂລກ, ບໍ່ວ່າຈະເປັນພາກຕາເວັນອອກ ຫລື ພາກຕາເວັນຕົກ, ຫລື ພາກເໜືອ, ຫລື ພາກໃຕ້ກໍຕາມ.
27 ໃຫ້ພວກເຂົາໝັ່ນຂໍ ແລ້ວພວກເຂົາຈະໄດ້ຮັບ, ໝັ່ນເຄາະ ແລ້ວຈະມີຜູ້ໄຂປະຕູໃຫ້ພວກເຂົາ, ແລະ ຖືກເຮັດໃຫ້ເປັນທີ່ຮູ້ຈັກຈາກເບື້ອງບົນ, ແມ່ນແຕ່ໂດຍ ພຣະຜູ້ປອບໂຍນ, ບໍ່ວ່າພວກເຂົາຈະໄປບ່ອນໃດກໍຕາມ.
28 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ທຸກໆຄົນຜູ້ທີ່ໄດ້ຮັບໜ້າທີ່ໃຫ້ ຈັດຫາໃຫ້ ຄອບຄົວຂອງຕົນເອງ, ກໍໃຫ້ເຂົາຈັດຫາ, ແລະ ເຂົາຈະບໍ່ມີທາງສູນເສຍມົງກຸດຂອງເຂົາ; ແລະ ໃຫ້ເຂົາທຳງານໃນສາດສະໜາຈັກ.
29 ໃຫ້ທຸກໆຄົນ ພາກພຽນໃນທຸກສິ່ງທັງປວງ. ແລະ ຄົນກຽດຄ້ານຈະບໍ່ມີບ່ອນຢູ່ໃນສາດສະໜາຈັກ, ຍົກເວັ້ນແຕ່ພວກເຂົາຈະກັບໃຈ ແລະ ປ່ຽນທາງເດີນຂອງພວກເຂົາ.
30 ດັ່ງນັ້ນ, ໃຫ້ຜູ້ຮັບໃຊ້ຂອງເຮົາ ຊາຍມັນ ຄາດເທີ ແລະ ຜູ້ຮັບໃຊ້ຂອງເຮົາ ອີເມີ ແຮຣິສ ເປັນຄູ່ກັນໃນ ການປະຕິບັດສາດສະໜາກິດ;
31 ແລະ ຜູ້ຮັບໃຊ້ຂອງເຮົາ ເອຊະຣາ ແຕ ແລະ ຜູ້ຮັບໃຊ້ຂອງເຮົາ ທອມມັສ ບີ ມາສ໌ ນຳອີກ;
32 ຜູ້ຮັບໃຊ້ຂອງເຮົາ ໄຮຣຳ ສະມິດ ແລະ ຜູ້ຮັບໃຊ້ຂອງເຮົາ ເຣໂນນ ຄາຫູນ ນຳອີກ;
33 ແລະ ຜູ້ຮັບໃຊ້ຂອງເຮົາ ແດນໂຍ ສະແຕນຕັນ ແລະ ຜູ້ຮັບໃຊ້ຂອງເຮົາ ຊີມໍ ບຣັນສັນ ນຳອີກ;
34 ແລະ ຜູ້ຮັບໃຊ້ຂອງເຮົາ ຊຽວເວສ໌ເຕີ ສະມິດ ແລະ ຜູ້ຮັບໃຊ້ຂອງເຮົາ ກິດຽນ ຄາດເທີ ນຳອີກ;
35 ແລະ ຜູ້ຮັບໃຊ້ຂອງເຮົາ ຣັກໂກ ອີເມສ໌ ແລະ ຜູ້ຮັບໃຊ້ຂອງເຮົາ ສະຕີບເວັນ ເບີແນັດ ນຳອີກ;
36 ແລະ ຜູ້ຮັບໃຊ້ຂອງເຮົາ ໄມກາ ບີ ແວວຕັນ ນຳອີກ ແລະ ຜູ້ຮັບໃຊ້ຂອງເຮົາ ອີເດນ ສະມິດ ນຳອີກ. ແມ່ນເປັນດັ່ງນັ້ນ. ອາແມນ.