ພາກທີ 83
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງອິນດີເພັນເດັນສ໌, ລັດມີເຊີຣີ, ວັນທີ 30 ເດືອນເມສາ, 1832. ການເປີດເຜີຍນີ້ໄດ້ຮັບໃນຂະນະທີ່ສາດສະດານັ່ງຢູ່ໃນການປະຊຸມສະພາກັບພວກອ້າຍນ້ອງຂອງເພິ່ນ.
1–4, ຜູ້ຍິງ ແລະ ເດັກນ້ອຍມີສິດທີ່ຈະໄດ້ຮັບການລ້ຽງດູຈາກສາມີ ແລະ ພໍ່ຂອງພວກເຂົາ; 5–6, ແມ່ໝ້າຍ ແລະ ເດັກກຳພ້າມີສິດທີ່ຈະໄດ້ຮັບການລ້ຽງດູຈາກສາດສະໜາຈັກ.
1 ຕາມຄວາມຈິງແລ້ວ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້, ນອກເໜືອໄປຈາກກົດຂອງສາດສະໜາຈັກກ່ຽວກັບ ຜູ້ຍິງ ແລະ ເດັກນ້ອຍແລ້ວ, ຄົນທີ່ເປັນຂອງສາດສະໜາຈັກ, ຜູ້ໄດ້ ສູນເສຍສາມີ ຫລື ພໍ່ຂອງພວກເຂົາ:
2 ຜູ້ຍິງ ມີສິດທີ່ຈະໄດ້ຮັບການລ້ຽງດູຈາກສາມີຂອງພວກນາງ, ຈົນກວ່າສາມີຂອງພວກນາງໄດ້ຈາກໄປ; ແລະ ຖ້າຫາກພວກນາງຖືກພົບວ່າບໍ່ໄດ້ລ່ວງລະເມີດ, ພວກນາງຈະມີສິດເປັນສະມາຊິກໃນສາດສະໜາຈັກໄດ້.
3 ແລະ ຖ້າຫາກພວກນາງບໍ່ຊື່ສັດ ພວກນາງຈະເປັນສະມາຊິກໃນສາດສະໜາຈັກບໍ່ໄດ້; ແຕ່ພວກນາງສາມາດຢູ່ກັບມູນມໍລະດົກຂອງພວກນາງໄດ້ຕາມກົດໝາຍຂອງແຜ່ນດິນ.
4 ເດັກນ້ອຍທຸກຄົນມີສິດທີ່ຈະໄດ້ຮັບການລ້ຽງດູຈາກພໍ່ແມ່ຂອງຕົນ ຈົນກວ່າພວກເຂົາເຕັມກະສຽນ.
5 ແລະ ຫລັງຈາກນັ້ນ, ພວກເຂົາມີສິດທີ່ຈະໄດ້ຮັບຄວາມຊ່ວຍເຫລືອຈາກສາດສະໜາຈັກ, ຫລື ອີກຄຳໜຶ່ງ ຈາກ ຄັງຂອງພຣະຜູ້ເປັນເຈົ້າ, ຖ້າຫາກວ່າພໍ່ແມ່ຂອງພວກເຂົາບໍ່ມີສິ່ງໃດທີ່ຈະມອບໃຫ້ພວກເຂົາເປັນມູນມໍລະດົກ.
6 ແລະ ຕ້ອງຮັກສາຄັງນັ້ນດ້ວຍສິ່ງອຸທິດຖວາຍຂອງສາດສະໜາຈັກ; ແລະ ຕ້ອງຈັດຫາໃຫ້ ແມ່ໝ້າຍ ແລະ ເດັກກຳພ້າ, ຕະຫລອດທັງ ຄົນຍາກຈົນນຳອີກ. ອາແມນ.