ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 2: ຄົ້ນ​ຄວ້າ​ພຣະ​ຄຳ​ພີ ແລະ ສວມ​ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ


“ບົດ​ທີ 2: ຄົ້ນ​ຄວ້າ​ພຣະ​ຄຳ​ພີ ແລະ ສວມ​ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ຄົ້ນ​ຄວ້າ​ພຣະ​ຄຳ​ພີ ແລະ ສວມ​ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ສະ​ແຫວງ​ຫາ​ປັນ​ຍາ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ໂດຍ ແດວ ຄິວ​ບອນ

ບົດ​ທີ 2

ຄົ້ນ​ຄວ້າ​ພຣະ​ຄຳ​ພີ ແລະ ສວມ​ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

  • ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ໃນ​ພຣະ​ຄຳ​ພີ?

  • ເຮົາ​ຈະ​ສາ​ມາດ​ເຮັດ​ໃຫ້​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ເຮົາ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ສາ​ມາດ​ໃຊ້​ເທັກ​ໂນ​ໂລ​ຈີ​ຢ່າງ​ຊອບ​ທຳ ເພື່ອ​ຊ່ວຍ​ເຮົາ​ໃຫ້​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ເຮົາ​ໄດ້​ແນວ​ໃດ?

  • ການ​ສວມ​ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ຄົ້ນ​ຄວ້າ​ພຣະ​ຄຳ​ພີ

ພຣະ​ເຢ​ຊູ​ຄຣິດ “ເປັນ​ຊີ​ວິດ ແລະ ຄວາມ​ສະ​ຫວ່າງ​ຂອງ​ໂລກ. ຈົ່ງ​ເບິ່ງ, ພຣະ​ອົງ​ເປັນ​ພຣະ​ຄຳ​ແຫ່ງ​ຄວາມ​ຈິງ ແລະ ຄວາມ​ຊອບ​ທຳ” (ແອວ​ມາ 38:9; ເບິ່ງ ໂຢ​ຮັນ 1 ນຳ​ອີກ). ການ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃນ​ພຣະ​ຄຳ​ພີ​ທີ່​ສັກ​ສິດ​ຈະ​ນຳ​ຄວາມ​ອຸ​ດົມ​ສົມ​ບູນ​ມາ​ສູ່​ຊີ​ວິດ​ຂອງ​ທ່ານ (ເບິ່ງ ໂຢ​ຮັນ 10:10). ພຣະ​ຄຳ​ຂອງ​ພຣະ​ອົງ​ຈະ​ເຕີມ​ເຕັມ​ທ່ານ—ແລະ ຜູ້​ທີ່​ທ່ານ​ສິດ​ສອນ—ດ້ວຍ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ. ພຣະ​ຄຳ​ຈະ​ຊ່ວຍ​ທ່ານ—ແລະ ຜູ້​ທີ່​ທ່ານ​ສິດ​ສອນ—ໃຫ້​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ ແລະ ໄດ້​ຮັບ​ການ​ປົກ​ປ້ອງ ແລະ ພະ​ລັງ​ຈາກ​ສະ​ຫວັນ. ພຣະ​ຄຳ​ຈະ​ຊ່ວຍ​ທ່ານ​ໃຫ້​ມາ​ຮູ້​ຈັກ​ພຣະ​ອົງ ແລະ ຊີມ​ຄວາມ​ຮັກ​ຂອງ​ພຣະ​ອົງ, ຊຶ່ງ​ຫວານ​ຊື່ນ​ເໜືອ​ສິ່ງ​ອື່ນ​ໃດ​ທີ່​ຫວານ​ຊື່ນ. ພຣະ​ຄຳ​ຂອງ​ພຣະ​ອົງ​ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ທ່ານ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ (1 ນີ​ໄຟ 8:11–12; ເບິ່ງ ຂໍ້​ທີ 1–34).

ພຣະ​ຄຳ​ພີ​ເປັນ​ຂອງ​ປະ​ທານ​ຈາກ​ສະ​ຫວັນ. ພອນ​ອັນ​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ​ຂອງ​ການ​ເຜີຍ​ແຜ່​ຂອງ​ທ່ານ​ແມ່ນ​ການ​ມີ​ເວ​ລາ​ຕາມ​ກຳ​ນົດ ເພື່ອ​ສຶກ​ສາ​ມັນ​ທຸກໆ​ມື້.

ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ເປັນ​ວຽກ​ງານ​ທາງ​ວິນ​ຍານ​ທີ່​ກຸ້ມ​ຄ່າ​ທີ່​ສຸດ ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້. ມັນ​ເຮັດ​ໃຫ້​ທັງ​ຈິດ​ໃຈ ແລະ ວິນ​ຍານ​ສົດ​ຊື່ນ​ຂຶ້ນ. ດັ່ງ​ທີ່​ແອວ​ມາ​ໄດ້​ສິດ​ສອນ, ເມື່ອ​ທ່ານ “ປູກ” ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄວ້​ໃນ​ໃຈ​ຂອງ​ທ່ານ, ມັນ​ຈະ “ເຮັດ​ໃຫ້​ຄວາມ​ເຂົ້າ​ໃຈ [ຂອງ​ທ່ານ] ແຈ້ງ​ອອກ” ແລະ ເລີ່ມ​ມີ​ລົດ​ແຊບ​ສຳ​ລັບ​ທ່ານ (ແອວ​ມາ 32:28; ເບິ່ງ ເອ​ໂນດ 1:3–4 ນຳ​ອີກ). ເມື່ອ​ທ່ານ​ສືບ​ຕໍ່​ສຶກ​ສາ ແລະ ນຳ​ໃຊ້​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ມັນ​ຈະ “ແຕກ​ຮາກ; ແລະ … ຈະ​ເປັນ​ຕົ້ນ​ທີ່​ງອກ​ງາມ​ໄປ​ສູ່​ຊີ​ວິດ​ອັນ​ເປັນ​ນິດ” (ແອວ​ມາ 32:41; ເບິ່ງ ຂໍ້​ທີ 42–43 ນຳ​ອີກ). ຄວາມ​ຮູ້ ແລະ ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຈະ​ເພີ່ມ​ຂຶ້ນ. ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ສາ​ມາດ​ຂອງ​ທ່ານ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຈະ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ.

ການ​ຮຽນ​ຮູ້​ຈາກ​ຄູ​ທີ່​ດີ​ເປັນ​ສິ່ງ​ສຳ​ຄັນ, ແຕ່​ກໍ​ສຳ​ຄັນ​ຄື​ກັນ​ທີ່​ທ່ານ​ຈະ​ຕ້ອງ​ມີ​ປະ​ສົບ​ການ ການ​ຮຽນ​ຮູ້​ທີ່​ມີ​ຄວາມ​ໝາຍ ຈາກ​ການ​ສຶກ​ສາ​ພຣະ​ຄຳ​ພີ​ດ້ວຍ​ຕົວ​ທ່ານ​ເອງ. ສິ່ງ​ນີ້​ເປັນ​ຄວາມ​ຈິງ​ສຳ​ລັບ​ຄົນ​ທີ່​ທ່ານ​ສິດ​ສອນ.

ການ​ເຂົ້າ​ໃຈ​ພຣະ​ຄຳ​ພີ​ອາດ​ເປັນ​ການ​ທ້າ​ທາຍ​ໃນ​ຕອນ​ຕົ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ທ່ານ​ບາກ​ບັ່ນ​ອົດ​ທົນ​ໃນ​ການ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ​ຈະ​ເຕີບ​ໂຕ​ຂຶ້ນ. ທ່ານ​ຈະ​ມາ​ສະ​ສົມ​ເວ​ລາ​ຂອງ​ທ່ານ​ກັບ​ພຣະ​ຄຳ​ພີ. ທ່ານ​ຈະ​ຕັ້ງ​ຕາ​ລໍ​ຄອຍ​ສິ່ງ​ທີ່​ທ່ານ​ຈະ​ໄດ້​ຮຽນ​ຮູ້ ແລະ ປະ​ສົບ​ການ​ດ້ວຍ​ໃຈ​ຈົດ​ຈໍ່.

ການ​ໄດ້​ຮູ້​ຈັກ ແລະ ຮັກ​ພຣະ​ຄຳ​ພີ​ສາ​ມາດ​ເປັນ​ພອນ​ອັນ​ຍິ່ງ​ໃຫຍ່​ຕະ​ຫລອດ​ຊີ​ວິດ ໃນ​ການ​ຮັບ​ໃຊ້​ເຜີຍ​ແຜ່​ຂອງ​ທ່ານ. ເມື່ອ​ທ່ານ​ປະ​ສົບ​ກັບ​ພອນ​ຂອງ​ການ​ສຶກ​ສາ​ພຣະ​ຄຳ​ພີ ລະ​ຫວ່າງ​ການ​ເຜີຍ​ແຜ່​ຂອງ​ທ່ານ, ທ່ານ​ຈະ​ຢາກ​ສືບ​ຕໍ່​ໄປ​ຕະ​ຫລອດ​ຊີ​ວິດ​ຂອງ​ທ່ານ.

ຮູບ​ພາບ
ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ

“ຈຸດ​ປະ​ສົງ​ແທ້ໆ​ຂອງ​ພຣະ​ຄຳ​ພີ ຄື​ທີ່​ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ເຕັມ​ໄປ​ດ້ວຍ​ສັດ​ທາ​ໃນ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ—ມີ​ສັດ​ທາ​ວ່າ ພວກ​ພຣະ​ອົງ​ເປັນ​ຢູ່; ວ່າ​ແຜນ​ຂອງ​ພຣະ​ບິ​ດາ​ແມ່ນ​ສຳ​ລັບ​ຊີ​ວິດ​ອະ​ມະ​ຕະ ແລະ ນິ​ລັນ​ດອນ​ຂອງ​ເຮົາ; ມີ​ສັດ​ທາ​ໃນ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ເຮັດ​ໃຫ້​ແຜນ​ແຫ່ງ​ຄວາມ​ສຸກ​ນີ້​ເປັນ​ໄປ​ໄດ້; ມີ​ສັດ​ທາ​ທີ່​ຈະ​ເຮັດ​ໃຫ້​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ວິ​ຖີ​ຊີ​ວິດ​ຂອງ​ເຮົາ; ແລະ ມີ​ສັດ​ທາ​ທີ່​ຈະ​ມາ​ຮູ້​ຈັກ ‘ພຣະ​ເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ, ແລະ ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່​ພຣະ​ອົງ​ໃຊ້​ມາ’ (ໂຢ​ຮັນ 17:3)” (D. Todd Christofferson, “The Blessing of Scripture,” Liahona, May 2010, 34).

ການ​ສຶກ​ສາ​ສ່ວນ​ຕົວ

ເບິ່ງ​ຮູບ​ພາບ​ຂອງ​ໂຈ​ເຊັບ ສະ​ມິດ ໃນ​ຕອນ​ຕົ້ນ​ຂອງ​ບົດ​ນີ້. ອ່ານ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:11–13. ຕອບ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.

  • ການ​ອ່ານ ແລະ ການ​ໄຕ່​ຕອງ​ຂອງ​ໂຈ​ເຊັບ ສະ​ມິດ ກ່ຽວ​ກັບ ຢາ​ໂກ​ໂບ 1:5 ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ການ​ເປີດ​ເຜີຍ​ແນວ​ໃດ?

  • ການ​ສຶກ​ສາ​ຂອງ​ເພິ່ນ​ມີ​ອິດ​ທິ​ພົນ​ຕໍ່​ຄົນ​ລຸ້ນ​ຫລັງ​ແນວ​ໃດ?

  • ການ​ຕັດ​ສິນ​ໃຈ​ຂອງ​ເພິ່ນ​ທີ່​ຈະ​ສຶກ​ສາ ແລະ ສະ​ແຫວງ​ຫາ ມີ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

  • ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ​ມີ​ອິດ​ທິ​ພົນ​ຕໍ່​ຊີ​ວິດ​ຂອງ​ທ່ານ ແລະ ຕໍ່​ຊີ​ວິດ​ຂອງ​ຄົນ​ອື່ນ​ແນວ​ໃດ?

ການ​ສຶກ​ສາ​ພຣະ​ຄຳ​ພີ

ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້ ກ່ຽວ​ກັບ​ວິ​ທີ​ການ​ເຂົ້າ​ຫາ​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ?

ສະ​ແຫວງ​ຫາ​ພຣະ​ວິນ​ຍານ

ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ເປັນ​ຫລາຍກວ່າ​ການ​ໄດ້​ຮັບ​ຂໍ້​ມູນ​ເທົ່າ​ນັ້ນ. ມັນ​ຍັງ​ເປັນ​ຂະ​ບວນ​ການ​ທາງວິນ​ຍານ​ຂອງ​ການ​ນຳ​ໃຊ້​ຄວາມ​ຈິງ​ນິ​ລັນ​ດອນ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ອີກ (ເບິ່ງ ຢາ​ໂຄບ 4:8; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:19–25). ສະ​ແຫວງ​ຫາ ແລະ ໄວ້​ວາງ​ໃຈ​ພຣະ​ວິນ​ຍານ​ເພື່ອ​ສິດ​ສອນ​ທ່ານ ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ. ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ໃນ​ລະ​ດັບ​ທີ່​ທ່ານ​ປຽບ​ທຽບ​ພຣະ​ຄຳ​ພີ​ກັບ​ຕົວ​ເອງ ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້ (ເບິ່ງ 1 ນີ​ໄຟ 19:23; ໂມ​ໂຣ​ໄນ 10:4; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:18).

ການ​ສຶກ​ສາ​ພຣະ​ຄຳ​ພີ​ດ້ວຍ​ການ​ອະ​ທິ​ຖານ ຈະ​ເປີດ​ປ່ອງ​ຢ້ຽມ​ແຫ່ງ​ການ​ເປີດ​ເຜີຍ​ໃຫ້​ພຣະ​ວິນ​ຍານ​ກ່າວ​ກັບ​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ທ່ານ. ພຣະ​ອົງ​ຈະ​ອວຍ​ພອນ​ທ່ານ​ດ້ວຍ​ການ​ນຳ​ພາ, ການ​ດົນ​ໃຈ, ແລະ ຕອບ​ຄຳ​ຖາມ​ຂອງ​ທ່ານ. ຜ່ານ​ທາງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ທ່ານ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ປອບ​ໂຍນ​ທ່ານ. ພຣະ​ອົງ​ຈະ​ໃຫ້​ຄວາມ​ຮູ້ ແລະ ຄວາມ​ເຊື່ອ​ໝັ້ນ​ແກ່​ທ່ານ ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ ແລະ ເຮັດ​ໃຫ້​ທ່ານ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ຊົ່ວ​ນິ​ລັນ​ດອນ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ແມ່ນ​ຫຍັງ​ຄື​ບົດ​ບາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ​ການ​ຊ່ວຍ​ເຫລືອ​ຜູ້​ຄົນ​ໃຫ້​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ?

ຊອກ​ຫາ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ

ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ, ທ່ານ​ຈະ​ໄດ້​ຍິນ​ຄຳ​ຖາມ​ຫລາຍ​ຢ່າງ. ທ່ານ​ກໍ​ຍັງ​ຈະ​ມີ​ຄຳ​ຖາມ​ຂອງ​ທ່ານ​ເອງ​ນຳ​ອີກ. ການ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ ແລະ ແຫລ່ງ​ຂໍ້​ມູນ​ອື່ນໆ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ ເພື່ອ​ຫາ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ​ເຫລົ່າ​ນີ້ ເປັນ​ວິ​ທີ​ທີ່​ມີ​ພະ​ລັງ​ໃນ​ການ​ສຶກ​ສາ. ບັນ​ທຶກ​ຄຳ​ຖາມ ແລະ ສິ່ງ​ທີ່​ທ່ານ​ຮຽນ​ຮູ້ ແລະ ຮູ້​ສຶກ​ໄວ້​ໃນ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ.

ໃຊ້​ແຫລ່ງ​ຂໍ້​ມູນ​ທີ່​ຖືກ​ຕ້ອງ ແລະ ເຊື່ອ​ຖື​ໄດ້​ໃນ​ການ​ສຶກ​ສາ​ຂອງ​ທ່ານ—ໂດຍ​ສະ​ເພາະ​ພຣະ​ຄຳ​ພີ, ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ແລະ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ. ໃຊ້​ແຫລ່ງ​ຂໍ້​ມູນ​ໃນ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, ດັ່ງ​ເຊັ່ນ ຄູ່​ມື​ພຣະ​ຄຳ​ພີ, Bible Dictionary, ດັດ​ຊະ​ນີ​ຂອງ​ພຣະ​ຄຳ​ພີ​ສາມ​ເຫລັ້ມ, Gospel Topics, ແລະ Gospel Topics essays. ຮຽນ​ຮູ້​ວ່າ​ມີ​ແຫລ່ງ​ຂໍ້​ມູນ​ໃດ​ແດ່​ໃນ​ພາ​ສາ​ຂອງ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ.

ຮູບ​ພາບ
ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ

“ສິ່ງ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ຊີ​ວິດ​ຄື ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕອບ​ຄຳ​ຖາມ ແລະ ໃຫ້​ຄຳ​ແນະ​ນຳ​ແກ່​ເຮົາ​ຜ່ານ​ທາງ​ພຣະ​ຄຳ​ພີ​ເລື້ອຍໆ. … ແລ້ວ​ໃຫ້​ເຮົາ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ອະ​ທິ​ຖານ, ອ້ອນວອນ​ຂໍ​ຄວາມ​ຊ່ວຍ​ເຫລືອ ຫລື ຄຳ​ຕອບ; ແລະ ຄຳ​ຕອບ​ເຫລົ່າ​ນັ້ນ​ຈະ​ມາ ເມື່ອ​ເຮົາ​ເປີດ​ພຣະ​ຄຳ​ພີ ແລະ ເລີ່ມ​ສຶກ​ສາ. ບາງ​ຄັ້ງ​ມັນ​ຄື​ກັນ​ກັບ​ວ່າ ຂໍ້​ພຣະ​ຄຳ​ພີ​ໃດ​ໜຶ່ງ​ທີ່​ມີ​ອາ​ຍຸ​ຫລາຍ​ຮ້ອຍ ຫລື ຫລາຍ​ພັນ​ປີ​ໄດ້​ຖືກ​ບັນ​ຍາຍ​ໂດຍ​ສະ​ເພາະ ເພື່ອ​ຕອບ​ຄຳ​ຖາມ​ຂອງ​ເຮົາ” (M. Russell Ballard, “Be Strong in the Lord, and in the Power of His Might” [Brigham Young University fireside, Mar. 3, 2002], 5, speeches.byu.edu).

ດຳ​ລົງ​ຊີ​ວິດ​ຕາມ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້

ເມື່ອ​ທ່ານ​ຮູ້​ສຶກ​ເຖິງ​ຄວາມ​ຊື່ນ​ຊົມ​ທີ່​ມາ​ຈາກ​ການ​ເຂົ້າ​ໃຈ​ພຣະ​ກິດ​ຕິ​ຄຸນ, ທ່ານ​ຈະ​ຢາກ​ໃຊ້​ສິ່ງ​ທີ່​ທ່ານ​ຮຽນ​ຮູ້. ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ໃຫ້​ສອດ​ຄ່ອງ​ກັບ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້. ການ​ເຮັດ​ເຊັ່ນ​ນັ້ນ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ, ຄວາມ​ຮູ້, ແລະ ປະ​ຈັກ​ພະ​ຍານ​ຂອງ​ທ່ານ. ການ​ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ຈະ​ນຳ​ຄວາມ​ເຂົ້າ​ໃຈ​ເພີ່ມ​ເຕີມ ແລະ ຍືນ​ຍົງ​ມາ​ໃຫ້. (ເບິ່ງ ໂຢ​ຮັນ 7:17.)

ຮູບ​ພາບ
ປະ​ທານ​ບອຍ ເຄ ແພ໊ກ​ເກີ

“ຄຳ​ສອນ​ທີ່​ແທ້​ຈິງ, ທີ່​ຖືກ​ເຂົ້າ​ໃຈ, ປ່ຽນ​ແປງ​ທັດ​ສະ​ນະ ແລະ ພຶດ​ຕິ​ກຳ. ການ​ສຶກ​ສາ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈະ​ເຮັດ​ໃຫ້​ພຶດ​ຕິ​ກຳ​ດີ​ຂຶ້ນ​ໄວ​ກວ່າ​ການ​ສຶກ​ສາ​ພຶດ​ຕິ​ກຳ​ຈະ​ປັບ​ປຸງ​ພຶດ​ຕິ​ກຳ” (“Do Not Fear,” Liahona, May 1986, 17).

ການ​ສຶກ​ສາ​ສ່ວນ​ຕົວ

ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ?

ໃຊ້​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ

ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ​ເປັນ​ແຫລ່ງ​ຂໍ້​ມູນ​ອອນ​ລາຍ​ທີ່​ສາ​ມາດ​ເສີມ​ຂະ​ຫຍາຍ​ການ​ສຶກ​ສາ ແລະ ການ​ສິດ​ສອນ​ຂອງ​ທ່ານ​ໄດ້​ຢ່າງ​ຫລວງ​ຫລາຍ. ໃຫ້​ຄຸ້ນ​ເຄີຍ​ກັບ​ຄຸນ​ລັກ​ສະ​ນະ​ຫລາຍ​ຢ່າງ​ຂອງ​ມັນ. ຜົນ​ປະ​ໂຫຍດ​ບາງ​ຢ່າງ​ຂອງ​ການ​ໃຊ້​​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ສຶກ​ສາ ແລະ ການ​ສິດ​ສອນ​ຂອງ​ທ່ານ ມີ​ຢູ່​ໃນ​ລາຍ​ການ​ຂ້າງ​ລຸ່ມ​ນີ້.

  • ມັນ​ໃຫ້​ທ່ານ​ເຂົ້າ​ເຖິງ​ພຣະ​ຄຳ​ພີ, ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ແລະ ເນື້ອ​ຫາ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ຫລາຍ​ພາ​ສາ ໃນ​ຮູບ​ແບບ​ທີ່​ເປັນ​ຂໍ້​ຄວາມ, ສຽງ, ແລະ ວິ​ດີ​ໂອ.

  • ຖ້າ​ຫາກ​ທ່ານ​ບັນ​ທຶກ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້ ແລະ ຄວາມ​ປະ​ທັບ​ໃຈ​ທີ່​ໄດ້​ຮັບ ໄວ້​ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, ທ່ານ​ສາ​ມາດ​ສືບ​ຕໍ່​ເຂົ້າ​ເຖິງ​ຂໍ້​ມູນ ແລະ ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ໂດຍ​ຂໍ້​ມູນ​ນັ້ນ​ຫລັງ​ຈາກ​ການ​ເຜີຍ​ແຜ່​ຂອງ​ທ່ານ.

  • ມັນ​ຊ່ວຍ​ໃຫ້​ທ່ານ​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ, ຄຳ​ເວົ້າ​ຈາກ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ແລະ ວິ​ດີ​ໂອ​ໄດ້​ຢ່າງ​ງ່າຍ​ດາຍ ກັບ​ຜູ້​ທີ່​ທ່ານ​ກຳ​ລັງ​ສິດ​ສອນ.

  • ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ ແລະ ໃຫ້​ບັບ​ຕິ​ສະ​ມາ ສ່ວນ​ຫລາຍ​ຈະ​ໃຊ້​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ເພື່ອ​ເຂົ້າ​ຫາ​ແຫລ່ງ​ຂໍ້​ມູນ​ຂອງ​ສາດ​ສະ​ໜາ​ຈັກ. ໃຫ້​ຄຸ້ນ​ເຄີຍ​ກັບ​ຄຸນ​ລັກ​ສະ​ນະ​ຂອງ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ຮຽນ​ຮູ້​ທີ່​ຈະ​ໃຊ້​ມັນ.

ການ​ສຶກ​ສາ​ສ່ວນ​ຕົວ

ທົບ​ທວນ “Gospel Library User Guide.” ເລືອກ​ຄຸນ​ລັກ​ສະ​ນະ​ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ເພື່ອ​ລອງ​ເບິ່ງ​ໃນ​ການ​ສຶກ​ສາ​ສ່ວນ​ຕົວ ແລະ ການ​ສຶກ​ສາ​ກັບ​ຄູ່​ສອນ ເທື່ອ​ຕໍ່​ໄປ​ຂອງ​ທ່ານ. ຄຸນ​ລັກ​ສະ​ນະ​ນີ້​ຊ່ວຍ​ໃນ​ການ​ສຶກ​ສາ​ຂອງ​ທ່ານ​ແນວ​ໃດ? ເທື່ອ​ໜ້າ​ທ່ານ​ຈະ​ລອງ​ຫຍັງ​ແດ່? ສິດ​ສອນ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນໆ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້.

ໃຊ້​ເທັກ​ໂນ​ໂລ​ຈີ​ຢ່າງ​ຊອບ​ທຳ

ພຣະ​ຜູ້​ເປັນ​ເຈົ້າ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ​ໄດ້​ມອບ​ເທັກ​ໂນ​ໂລ​ຈີ​ໃຫ້​ທ່ານ ເພື່ອ​ຊ່ວຍ​ໃຫ້​ວຽກ​ງານ​ຂອງ​ພຣະ​ອົງ​ສຳ​ເລັດ. ເທັກ​ໂນ​ໂລ​ຈີ​ສາ​ມາດ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ທ່ານ ແລະ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ. ແຫລ່ງ​ຂໍ້​ມູນ​ໃນ​ຮູບ​ແບບ​ດິ​ຈິ​ຕັນ​ກໍ​ສາ​ມາດ​ຊ່ວຍ​ທ່ານ​ວາງ​ແຜນ​ໄດ້​ເຊັ່ນ​ກັນ. ມັນ​ສາ​ມາດ​ຊ່ວຍ​ໃນ​ການ​ສິດ​ສອນ​ຂອງ​ທ່ານ ແລະ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ໃນ​ການ​ຊອກ​ຫາ​ຄົນ​ເພື່ອ​ສິດ​ສອນ.

ການ​ໃຊ້​ເທັກ​ໂນ​ໂລ​ຈີ​ຢ່າງ​ສະ​ຫລາດ ແລະ ຊອບ​ທຳ ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ບັນ​ລຸ​ຈຸດ​ປະ​ສົງ​ການ​ເຜີຍ​ແຜ່​ຂອງ​ທ່ານ​ໄດ້ ແລະ ໃຊ້​ເວ​ລາ​ຢ່າງ​ມີ​ປະ​ສິດ​ທິ​ພາບ. ມັນ​ກໍ​ຍັງ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຫລີກ​ລ້ຽງ​ຈາກ​ເນື້ອ​ຫາ​ທີ່​ບໍ່​ເໝາະ​ສົມ​ນຳ​ອີກ.

ປະ​ຕິ​ບັດ​ຕາມ​ພຣະ​ວິນ​ຍານ​ວ່າ​ຈະ​ໃຊ້​ເທັກ​ໂນ​ໂລ​ຈີ​ເມື່ອ​ໃດ ແລະ ວິ​ທີ​ໃດ ໃນ​ທາງ​ທີ່​ຈະ​ຊ່ວຍ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ສັດ​ທາ​ຂອງ​ຜູ້​ທີ່​ທ່ານ​ຮັບ​ໃຊ້ ແລະ ສິດ​ສອນ.

ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ​ສຳ​ລັບ​ການ​ໃຊ້​ເທັກ​ໂນ​ໂລ​ຈີ

ມາດ​ຕະ​ການ​ປ້ອງ​ກັນ​ສີ່​ຢ່າງ​ຢູ່​ຂ້າງ​ລຸ່ມ ຈະ​ຊ່ວຍ​ໃຫ້​ທ່ານ​ໃຊ້​ເທັກ​ໂນ​ໂລ​ຈີ​ໄດ້​ຢ່າງ​ເໝາະ​ສົມ. ການ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ​ເຫລົ່າ​ນີ້​ເປັນ​ວິ​ທີ​ທີ່​ສຳ​ຄັນ​ສຳ​ລັບ​ທ່ານ​ທີ່​ຈະ “ສວມ​ຍຸດ​ທະ​ພັນ​ຄົບ​ຊຸດ ຊຶ່ງ​ພຣະ​ເຈົ້າ​ໂຜດ​ປະ​ທານ​ໃຫ້​ພວກ​ເຈົ້າ ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ສາ​ມາດ​ຢືນ​ຕໍ່​ສູ້​ກັບ​ກົນ​ອຸ​ບາຍ​ຂອງ​ມານ​ຮ້າຍ​ໄດ້” (ເອ​ເຟ​ໂຊ 6:11).

ສອດ​ຄ່ອງ​ກັບ​ການ​ກະ​ຕຸ້ນ​ທາງ​ວິນ​ຍານ

ນີ​ໄຟ​ໄດ້​ສັນ​ຍາ​ວ່າ, “ຖ້າ​ຫາກ​ພວກ​ທ່ານ​ຈະ​ເຂົ້າ​ໄປ​ໂດຍ​ທາງ​ນັ້ນ ແລະ ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພຣະ​ອົງ​ຈະ​ສະ​ແດງ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ​ໃຫ້​ແກ່​ພວກ​ທ່ານ” (2 ນີ​ໄຟ 32:5). ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ​ໄດ້​ມອບ​ຂອງ​ປະ​ທານ​ທີ່​ມີ​ພະ​ລັງ​ສອງ​ຢ່າງ​ໃຫ້​ທ່ານ ເພື່ອ​ຊ່ວຍ​ທ່ານ​ຄື: ​ອຳ​ເພີ​ໃຈ​ທາງ​ສິນ​ທຳ ແລະ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ທ່ານ​ມີ​ອຳ​ນາດ​ທີ່​ຈະ​ເລືອກ​ເຮັດ​ຕາມ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ການ​ນຳ​ພາ​ຂອງ​ພຣະ​ອົງ​ແມ່ນ​ສຳ​ຄັນ​ໃນ​ການ​ຊ່ວຍ​ທ່ານ​ໃຫ້​ເຮັດ​ຄວາມ​ດີ ຂະ​ນະ​ທີ່​ທ່ານ​ໃຊ້​ເທັກ​ໂນ​ໂລ​ຈີ. ມັນ​ຍັງ​ຊ່ວຍ​ປົກ​ປ້ອງ​ທ່ານ​ຈາກ​ສິ່ງ​ຊົ່ວ​ຮ້າຍ​ນຳ​ອີກ.

ຈົ່ງ​ສຸມ​ໃສ່​ຈຸດ​ປະ​ສົງ​ການ​ເຜີຍ​ແຜ່​ຂອງ​ທ່ານ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ຖ້າ​ຫາກ​ດວງ​ຕາ​ຂອງ​ພວກ​ເຈົ້າ ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ແຕ່​ຢ່າງ​ດຽວ, ທັງ​ຮ່າງ​ກາຍ​ຂອງ​ພວກ​ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ, ແລະ ຈະ​ບໍ່​ມີ​ຄວາມ​ມືດ​ໃນ​ພວກ​ເຈົ້າ; ແລະ ຮ່າງ​ກາຍ​ນັ້ນ ຊຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ ເຂົ້າ​ໃຈ​ທຸກ​ສິ່ງ​ທັງ​ປວງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:67). ການ​ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ ໝາຍ​ເຖິງ​ການ​ສຸມ​ໃສ່​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ​ແທ້ໆ, ຊຶ່ງ​ກໍ​ເປັນ​ຈຸດ​ປະ​ສົງ​ຂອງ​ທ່ານ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ເຊັ່ນ​ກັນ.

ການ​ໃຊ້​ເທັກ​ໂນ​ໂລ​ຈີ​ຂອງ​ທ່ານ​ຄວນ​ມີ​ຈຸດ​ໃຈ​ກາງ​ຢູ່​ທີ່​ຈຸດ​ປະ​ສົງ​ຂອງ​ທ່ານ. ເປີດ​ອຸ​ປະ​ກອນ​ຂອງ​ທ່ານ​ພຽງ​ແຕ່​ຫລັງ​ຈາກ​ທີ່​ທ່ານ​ໄດ້​ກຳ​ນົດ​ຈຸດ​ປະ​ສົງ​ການ​ເຜີຍ​ແຜ່​ທີ່​ທ່ານ​ຈະ​ໃຊ້​ເຮັດ​ເທົ່າ​ນັ້ນ. ແລ້ວ​ປິດ​ມັນ​ເມື່ອ​ເຮັດ​ຈຸດ​ປະ​ສົງ​ນັ້ນ​ແລ້ວ.

ທ່ານ​ມີ​ແນວ​ໂນ້ມ​ທີ່​ຈະ​ພົບ​ເນື້ອ​ຫາ​ທີ່​ບໍ່​ເໝາະ​ສົມ​ໃນ​ອິນ​ເຕີ​ເນັດ ເມື່ອ​ທ່ານ​ກຳ​ລັງ​ທ່ອງ​ເວັບ​ຢ່າງ​ສະ​ບາຍໆ ໂດຍ​ບໍ່​ມີ​ຈຸດ​ປະ​ສົງ​ສະ​ເພາະ​ຢູ່​ໃນ​ໃຈ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ຫລຽວ​ເບິ່ງ​ໂທ​ລະ​ສັບ

ມີ​ລະ​ບຽບ​ວິ​ໄນ

ມໍ​ມອນ​ໄດ້​ຂຽນ​ວ່າ: “ຂ້າ​ພະ​ເຈົ້າ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເອີ້ນ​ຈາກ​ພຣະ​ອົງ ໃຫ້​ປະ​ກາດ​ພຣະ​ຄຳໃນ​ບັນ​ດາ​ຜູ້​ຄົນ​ຂອງ​ພຣະ​ອົງ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຊີ​ວິດ​ອັນ​ເປັນ​ນິດ” (3 ນີ​ໄຟ 5:13). ຄື​ກັນ​ກັບ​ມໍ​ມອນ, ທ່ານ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ. ການ​ຮັບ​ໃຊ້​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ ເປັນ​ໂອ​ກາດ​ພິ​ເສດ​ທີ່​ຈະ​ເຮັດ​ໃຫ້​ການ​ເປັນ​ສາ​ນຸ​ສິດ​ຂອງ​ທ່ານ​ເລິກ​ເຊິ່ງ.

ຄຳ​ວ່າ ສາ​ນຸ​ສິດ ແລະ ລະ​ບຽບ​ວິ​ໄນ ແມ່ນ​ມາ​ຈາກ​ຮາກ​ສັບ​ດຽວ​ກັນ ຊຶ່ງ​ແປ​ວ່າ “ຜູ້​ຮຽນ” ຫລື “ນັກ​ຮຽນ.” ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ ໝາຍ​ຄວາມ​ວ່າ​ທ່ານ​ສະ​ແຫວງ​ຫາ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ມັນ​ໝາຍ​ຄວາມ​ວ່າ ທ່ານ​ຮຽນ​ຮູ້ ແລະ ສິດ​ສອນ​ກ່ຽວ​ກັບ​ພຣະ​ຄຣິດ​ຢ່າງ​ສະ​ໝ່ຳ​ສະ​ເໝີ.

ມີ​ລະ​ບຽບ​ວິ​ໄນ ແລະ ເລືອກ​ຢ່າງ​ຊອບ​ທຳ​ໃນ​ການ​ໃຊ້​ເທັກ​ໂນ​ໂລ​ຈີ. ເລືອກ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ. ເມື່ອ​ທ່ານ​ກຳ​ລັງ​ເວົ້າ​ລົມ​ແບບ​ໜ້າ​ຕໍ່​ໜ້າ​ກັບ​ຜູ້​ຄົນ, ຢ່າ​ກວດ​ເບິ່ງ​ຂໍ້​ຄວາມ ຫລື ຮັບ​ສາຍ. ຄວບ​ຄຸມ​ວິ​ທີ​ທີ່​ທ່ານ​ໃຊ້​ອຸ​ປະ​ກອນ​ເຫລົ່າ​ນີ້. ຢ່າ​ປ່ອຍ​ໃຫ້​ມັນ​ຄວບ​ຄຸມ​ທ່ານ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ, “ຄົນ​ໃດ​ທີ່​ຍອມ​ຮັບ​ກົດ​ຂອງ​ເຮົາ ແລະ ປະ​ຕິ​ບັດ​ຕາມ, ຄົນໆ​ນັ້ນ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ; ແລະ ຄົນ​ໃດ​ທີ່​ກ່າວ​ວ່າ​ເຂົາ​ຍອມ​ຮັບ​ມັນ ແລະ ບໍ່​ປະ​ຕິ​ບັດ​ຕາມ, ຄົນໆ​ນັ້ນ​ບໍ່​ໄດ້​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 41:5). ເຖິງ​ແມ່ນ​ບໍ່​ມີ​ໃຜ​ດີ​ພ້ອມ​ທຸກ​ຢ່າງ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ຫວັງ​ໃຫ້​ພະ​ຍາ​ຍາມ​ຕິດ​ຕາມ​ພຣະ​ອົງ​ຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ ຕໍ່​ເນື່ອງ.

ຄວາມ​ງົດ​ງາມ​ຂອງ​ພຣະ​ກິດ​ຕິ​ຄຸນ​ຄື ເຮົາ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ເມື່ອ​ເຮົາ​ກັບ​ໃຈ—ແລະ ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ເຮົາ​ກັບ​ໃຈ​ໂດຍ​ບໍ່​ຊັກ​ຊ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:21). ຖ້າ​ຫາກ​ທ່ານ​ເຮັດ​ຜິດ, ລວມ​ທັງ​ການ​ໃຊ້​ເທັກ​ໂນ​ໂລ​ຈີ, ຈົ່ງ​ກັບ​ໃຈ​ໃນ​ເວ​ລາ​ນັ້ນ ແລະ ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ຂອງ​ພຣະ​ອົງ. ນີ້​ຄື​ສ່ວນ​ໜຶ່ງ​ຂອງ​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ.

ເປັນ​ອັນ​ໜຶ່ງ​ດຽວ​ກັນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ເປັນ​ອັນ​ໜຶ່ງ​ດຽວ​ກັນ; ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ພວກ​ເຈົ້າ​ກໍ​ບໍ່​ແມ່ນ​ຂອງ​ເຮົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 38:27). ຊ່ວຍ​ໃຫ້​ການ​ເຜີຍ​ແຜ່​ຂອງ​ທ່ານ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ຂອງ​ຄວາມ​ສາ​ມັກ​ຄີ, ຄວາມ​ໄວ້​ວາງ​ໃຈ, ຄວາມ​ຮັບ​ຜິດ​ຊອບ, ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ ເພື່ອ​ໃຫ້​ທ່ານ​ສາ​ມາດ​ເສີມ​ສ້າງ ແລະ ສະ​ໜັບ​ສະ​ໜູນ​ຊຶ່ງ​ກັນ​ແລະ​ກັນ.

ຜູ້​ສອນ​ສາດ​ສະ​ໜາ​ທຸກ​ຄົນ​ຄວນ​ຮູ້​ສຶກ​ສະ​ບາຍ​ໃຈ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫລືອ​ເມື່ອ​ຈຳ​ເປັນ. ຜູ້​ສອນ​ສາດ​ສະ​ໜາ​ທີ່​ເຂັ້ມ​ແຂງ​ທາງ​ວິນ​ຍານ ສາ​ມາດ​ຊ່ວຍ​ຜູ້​ທີ່​ຮູ້​ສຶກ​ອ່ອນ​ແອ​ໄດ້ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:106). ຖ້າ​ຫາກ​ທ່ານ​ຮູ້​ສຶກ​ຖືກ​ລໍ້​ໃຈ, ຂໍ​ໃຫ້​ຄູ່​ສອນ ຫລື ຜູ້​ນຳ​ເຜີຍ​ແຜ່​ຂອງ​ທ່ານ​ຊ່ວຍ​ເຫລືອ.

ການ​ທ້າ​ທາຍ​ເກືອບ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ກັບ​ອິນ​ເຕີ​ເນັດ ຫລື ຮູບ​ພາບ​ລາ​ມົກ ເກີດ​ຂຶ້ນ​ໃນ​ຄວາມ​ຢູ່​ໂດດ​ດ່ຽວ. ໃຊ້​ອຸ​ປະ​ກອນ​ພຽງ​ແຕ່​ເມື່ອ​ພວກ​ທ່ານ​ເຫັນ​ໜ້າ​ຈໍ​ຂອງ​ກັນ​ແລະ​ກັນ​ເທົ່າ​ນັ້ນ. ມີ​ຄວາມ​ກ້າ​ຫານ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ກັນ​ແລະ​ກັນ.

ພຣະ​ຜູ້​ເປັນ​ເຈົ້າ​ມີ​ຄວາມ​ໝັ້ນ​ພຣະ​ໄທ​ໃນ​ຜູ້​ສອນ​ສາດ​ສະ​ໜາ​ແຕ່​ລະ​ຄົນ ທີ່​ພຣະ​ອົງ​ໄດ້​ເອີ້ນ, ລວມ​ທັງ​ທ່ານ. ພຣະ​ອົງ​ໄດ້​ຈັດ​ຫາ​ໝູ່​ເພື່ອນ ແລະ ຜູ້​ນຳ​ທີ່​ຈະ​ຊ່ວຍ​ປົກ​ປ້ອງ ແລະ ສະໜັບ​ສະ​ໜູນ​ທ່ານ. ເຊັ່ນ​ດຽວ​ກັບ​ທີ່​ແອວ​ມາ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ​ຄູ່​ສອນ​ຂອງ​ເພິ່ນ ແອມ​ມິວ​ເລັກ, ຈົ່ງ​ສະ​ແຫວງ​ຫາ​ຄວາມ​ເຂັ້ມ​ແຂງ​ຈາກ​ກັນ​ແລະ​ກັນ (ເບິ່ງ ແອວ​ມາ 15:18).

ທ່ານ​ຈະ​ເຮັດ​ສິ່ງ​ໃດ ຖ້າ​ຫາກ​ທ່ານ​ຮູ້​ສຶກ​ມີ​ຄວາມ​ສ່ຽງ ຫລື ອ່ອນ​ໄຫວ?

ການ​ຮຽນ​ຮູ້​ທີ່​ຈະ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ​ສີ່​ຢ່າງ​ເຫລົ່າ​ນີ້ ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ພະ​ຍາ​ຍາມ, ມີ​ລະ​ບຽບ​ວິ​ໄນ, ແລະ ການ​ປະ​ຕິ​ບັດ. ເຖິງ​ແມ່ນ​ຫລັງ​ຈາກ​ມາດ​ຕະ​ການ​ປົກ​ປ້ອງ​ກາຍ​ເປັນ​ສ່ວນ​ທຳ​ມະ​ຊາດ​ຂອງ​ວິ​ທີ​ທີ່​ທ່ານ​ຄິດ ແລະ ປະ​ຕິ​ບັດ​ແລ້ວ, ທ່ານ​ຈະ​ມີ​ເວ​ລາ​ທີ່​ທ່ານ​ຮູ້​ສຶກ​ວ່າ​ມີ​ຄວາມ​ສ່ຽງ ຫລື ອ່ອນ​ໄຫວ. ບາງ​ທີ​ທ່ານ​ອາດ​ມີ​ນິ​ໄສ​ບໍ່​ດີ​ດ້ານ​ເທັກ​ໂນ​ໂລ​ຈີ ກ່ອນ​ການ​ເຜີຍ​ແຜ່​ຂອງ​ທ່ານ ທີ່​ຍາກ​ຈະ​ເອົາ​ຊະ​ນະ​ໄດ້. ຜູ້​ສອນ​ສາດ​ສະ​ໜາ​ບາງ​ຄົນ​ມີ​ບັນ​ຫາ​ກັບ​ຮູບ​ພາບ​ລາ​ມົກ ກ່ອນ​ການ​ເອີ້ນ​ຂອງ​ເຂົາ​ເຈົ້າ ແລະ ອາດ​ຖືກ​ລໍ້​ໃຈ​ໃຫ້​ກັບ​ຄືນ​ໄປ​ຫາ​ແບບ​ແຜນ​ພຶດ​ຕິ​ກຳ​ເກົ່າ.

ຫລັກ​ທຳ​ຢູ່​ຂ້າງ​ລຸ່ມ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ ແລະ ປ້ອງ​ກັນ​ຕົວ​ເອງ​ຈາກ​ການ​ຖືກ​ລໍ້​ລວງ:

  • ລະ​ວັງ​ຄວາມ​ນຶກ​ຄິດ, ຄວາມ​ຮູ້​ສຶກ, ແລະ ພຶດ​ຕິ​ກຳ. ເຂົ້າ​ໃຈ​ວ່າ​ມັນ​ສາ​ມາດ​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ສ່ຽງ​ໃນ​ການ​ໃຊ້​ເທັກ​ໂນ​ໂລ​ຈີ​ແນວ​ໃດ.

  • ເລືອກ​ທີ່​ຈະ​ປະ​ຕິ​ບັດ. ຕອບ​ສະ​ໜອງ​ຕໍ່​ສິ່ງ​ທີ່​ທ່ານ​ຮູ້​ສຶກ​ໃນ​ວິ​ທີ​ທາງ​ທີ່​ຊອບ​ທຳ ແລະ ມີ​ປະ​ສິດ​ທິ​ພາບ.

  • ຮຽນ​ຮູ້, ກັບ​ໃຈ, ແລະ ປັບ​ປຸງ. ໃຊ້​ປະ​ສົບ​ການ​ຂອງ​ທ່ານ​ເພື່ອ​ສືບ​ຕໍ່​ການ​ຮຽນ​ຮູ້ ແລະ ປັບ​ປຸງ.

ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ດ້ວຍ​ຕົນ​ເອງ. ເພິ່ງ​ອາ​ໄສ​ຄວາມ​ເຂັ້ມ​ແຂງ​ທີ່​ມາ​ເຖິງ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ​ກັບ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ເຖິງ​ການ​ທ້າ​ທາຍ​ທີ່​ທ່ານ​ປະ​ເຊີນ, ແລະ ພຣະ​ອົງ​ຈະ​ຊ່ວຍ​ທ່ານ​ໃນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ນີ້.

ຈົ່ງ​ຈື່​ຈຳ​ສະ​ເໝີ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ຊ່ວຍ​ທ່ານ​ໃຊ້​ເທັກ​ໂນ​ໂລ​ຈີ​ຢ່າງ​ຊອບ​ທຳ. ຈົ່ງ​ຈິງ​ໃຈ​ຕໍ່​ຄວາມ​ໄວ້​ວາງ​ພຣະ​ໄທ​ທີ່​ພຣະ​ອົ​ງ​ປະ​ທານ​ໃຫ້​ແກ່​ທ່ານ. ຕັ້ງ​ໃຈ​ທີ່​ຈະ “ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ” (ແອວ​ມາ 53:21; ເບິ່ງ ຂໍ້​ທີ 20 ນຳ​ອີກ). ການ​ຮູ້​ສຶກ​ກະ​ຕັນ​ຍູ​ສຳ​ລັບ​ທຸກ​ສິ່ງ​ທີ່​ພຣະ​ອົງ ແລະ ພຣະ​ບິ​ດາ​ໄດ້​ກະ​ທຳ​ເພື່ອ​ທ່ານ ຈະ​ຊ່ວຍ​ໃຫ້​ທ່ານ​ຕັດ​ສິນ​ໃຈ​ໄດ້​ດີ​ກ່ຽວ​ກັບ​ວິ​ທີ​ໃຊ້​ແຫລ່ງ​ດິ​ຈິ​ຕັນ.

ການ​ເຜີຍ​ແຜ່​ຂອງ​ທ່ານ​ແມ່ນ​ໂອ​ກາດ​ທີ່​ດີ​ເລີດ ທີ່​ຈະ​ຮຽນ​ຮູ້​ການ​ໃຊ້​ເທັກ​ໂນ​ໂລ​ຈີ​ຢ່າງ​ສະ​ຫລາດ. ຄຳ​ໝັ້ນ​ສັນ​ຍາ ແລະ ນິ​ໄສ​ທີ່​ດີ​ທີ່​ທ່ານ​ພັດ​ທະ​ນາ​ໃນ​ລະ​ຫວ່າງ​ການ​ເຜີຍ​ແຜ່​ຂອງ​ທ່ານ ຈະ​ເປັນ​ປະ​ໂຫຍດ​ຕໍ່​ທ່ານ​ຕະ​ຫລອດ​ຊີ​ວິດ​ຂອງ​ທ່ານ.

ສວມ​ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ

ຄວາມ​ສາ​ມາດ​ຂອງ​ທ່ານ​ທີ່​ຈະ​ຕ້ານ​ທານ​ກັບ​ການ​ລໍ້​ລວງ ຈະ​ເພີ່ມ​ຂຶ້ນ ເມື່ອ​ທ່ານ​ສຶກ​ສາ ແລະ ນຳ​ໃຊ້​ພຣະ​ຄຳ​ພີ, ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, Missionary Standards for Disciples of Jesus Christ, ແລະ ມາດ​ຕະ​ການ​ປ້ອງ​ກັນ​ມີ​ລະ​ບຸ​ໄວ້​ຢູ່​ໃນ​ບົດ​ນີ້.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ທັກ​ທາຍ​ຜູ້​ຊາຍ​ຄົນ​ໜຶ່ງ

ໂດຍ​ການ​ສວມ “ຍຸດ​ທະ​ພັນ​ຄົບ​ຊຸດ​ຂອງ​ພຣະ​ເຈົ້າ,” ທ່ານ​ຈະ​ສາ​ມາດ​ຫລິງ​ເຫັນ​ຄວາມ​ຈິງ​ຈາກ​ຄວາມ​ຜິດ​ພາດ. ທ່ານ​ຈະ​ສວມ​ຕີນ​ຂອງ​ທ່ານ​ດ້ວຍ “ພຣະ​ກິດ​ຕິ​ຄຸນ​ແຫ່ງ​ສັນ​ຕິ​ສຸກ.” ການ​ສວມ “ແຜ່ນ​ປົກ​ເອິກ​ແຫ່ງ​ຄວາມ​ຊອບ​ທຳ” ຈະ​ປົກ​ປ້ອງ​ທ່ານ. ດ້ວຍ “ເຄື່ອງ​ປ້ອງ​ກັນ​ແຫ່ງ​ສັດ​ທາ,” ທ່ານ​ຈະ​ສາ​ມາດ​ດັບ​ລູກ​ສອນ​ໄຟ​ຂອງ​ຜູ້​ປໍ​ລະ​ປັກ​ໄດ້. ທ່ານ​ຈະ​ຖື “ພຣະ​ແສງ​ຂອງ​ພຣະ​ວິນ​ຍານ [ຂອງ​ພຣະ​ອົງ]” ເພື່ອ​ສິດ​ສອນ​ຄວາມ​ຈິງ​ດ້ວຍ​ພະ​ລັງ ແລະ ສິດ​ອຳ​ນາດ. ທ່ານ​ຈະ​ໄດ້​ຮັບ​ການ​ປ້ອງ​ກັນ​ຈາກ​ອິດ​ທິ​ພົນ​ທາງ​ໂລກ ຖ້າ​ບໍ່​ດັ່ງ​ນັ້ນ​ອາດ​ຈະ​ພາ​ທ່ານ​ລ່ອງ​ລອຍ​ໄປ, ໂດດ​ດ່ຽວ, ແລະ ແມ່ນ​ແຕ່​ແປກ​ຕ່າງ. (ເບິ່ງ ເອ​ເຟ​ໂຊ 6:10–18; ເບິ່ງ 1 ນີ​ໄຟ 8:20, 30; 15:24–25; ຮີ​ລາ​ມັນ 3:29–30; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:15–18; ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1:37; 2 ຕີ​ໂມ​ທຽວ 3:15–17 ນຳ​ອີກ.)

ການ​ສຶກ​ສາ​ສ່ວນ​ຕົວ

ອະ​ທິ​ຖານ​ເພື່ອ​ລະ​ບຸ​ມາດ​ຕະ​ການ​ປ້ອງ​ກັນ​ຢ່າງ​ໜຶ່ງ​ທີ່​ຄວນ​ສຸມ​ໃສ່​ໃນ​ອາ​ທິດ​ນີ້. ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ບັນ​ທຶກ​ຄວາມ​ຮູ້​ສຶກ​ຂອງ​ທ່ານ ແລະ ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້.


ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ ແລະ ການ​ນຳ​ໃຊ້

ການ​ສຶກ​ສາ​ສ່ວນ​ຕົວ

  • ໃຫ້​ລອງ​ໃຊ້​ຄຳ​ແນະ​ນຳ​ດັ່ງ​ຕໍ່​ໄປ​ນີ້​ເພື່ອ​ສົ່ງ​ເສີມ​ການ​ສຶກ​ສາ​ຂອງ​ທ່ານ:

    • ອ່ານ​ພຣະ​ຄຳ​ພີ​ໂດຍ​ມີ​ຄຳ​ຖາມ ແລະ ຂໍ້​ກັງ​ວົນ​ຢູ່​ໃນ​ໃຈ.

    • ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນ ແລະ ກັບ​ຜູ້​ທີ່​ທ່ານ​ສິດ​ສອນ. ການ​ອະ​ທິ​ບາຍ​ຄຳ​ສອນ ຫລື ຫລັກ​ທຳ ຈະ​ຊ່ວຍ​ໃຫ້​ທ່ານ​ຈື່​ຈຳ​ມັນ ແລະ ໄດ້​ຮັບ​ຄວາມ​ແຈ່ມ​ແຈ້ງ.

    • ສຶກ​ສາ​ຕາມ​ຫົວ​ຂໍ້. ສຸມ​ໃສ່​ຫົວ​ຂໍ້​ທີ່​ຈະ​ຊ່ວຍ​ທ່ານ ແລະ ຜູ້​ທີ່​ທ່ານ​ສິດ​ສອນ.

    • ຖາມ​ຕົວ​ເອງ​ວ່າ, “ຜູ້​ຂຽນ​ກຳ​ລັງ​ເວົ້າ​ຫຍັງ? ແມ່ນ​ຫຍັງ​ຄື​ຂ່າວ​ສານ​ຫລັກ? ສິ່ງ​ນີ້​ກ່ຽວ​ຂ້ອງ​ກັບ​ເຮົາ​ແນວ​ໃດ? ອັນ​ນີ້​ຈະ​ຊ່ວຍ​ຄົນ​ທີ່​ເຮົາ​ກຳ​ລັງ​ສິດ​ສອນ​ໄດ້​ແນວ​ໃດ?”

    • ວາດ​ພາບ ຫລື ແຕ້ມ​ສິ່ງ​ທີ່​ທ່ານ​ກຳ​ລັງ​ສຶກ​ສາ​ຢູ່. ຍົກ​ຕົວ​ຢ່າງ, ໃຫ້​ນຶກ​ພາບ​ວ່າ ມັນ​ໄດ້​ເປັນ​ແບບ​ໃດ​ທີ່ ອຳ​ໂມນ​ໄດ້​ຢືນ​ຢູ່​ຕໍ່​ໜ້າ​ກະ​ສັດ​ຊາວ​ເລ​ມັນ.

    • ຂຽນ​ແນວ​ຄິດ​ຫລັກ​ຂອງ​ບົດ​ເລື່ອງ​ໃນ​ປະ​ໂຫຍກ ຫລື ວັກ​ສັ້ນໆ.

    • ທ່ອງ​ຈຳ​ຂໍ້​ພຣະ​ຄຳ​ພີ​ທີ່​ອະ​ທິ​ບາຍ ແລະ ສະ​ໜັບ​ສະ​ໜູນ​ຫລັກ​ທຳ​ທີ່​ທ່ານ​ສິດ​ສອນ.

  • ປະ​ເມີນ​ຕົວ​ເອງ​ໃນ​ເລື່ອງ​ດັ່ງ​ຕໍ່​ໄປ​ນີ້ (1=ບໍ່​ເຄີຍ, 3=​ບາງ​ເວ​ລາ, ແລະ 5=ເກືອບ​ຕະ​ຫລອດ​ເວ​ລາ).

    • ເຮົາ​ເຕີບ​ໂຕ​ໃນ​ສັດ​ທາ ແລະ ມາ​ຮູ້​ຈັກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ດີ​ຂຶ້ນ​ກວ່າ​ເກົ່າ.

    • ເຮົາ​ຄິດ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ເຮົາ​ກຳ​ລັງ​ສິດ​ສອນ​ເມື່ອ​ເຮົາ​ສຶກ​ສາ.

    • ຕະ​ຫລອດ​ທັງ​ວັນ, ເຮົາ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ສຶກ​ສາ​ໃນ​ຕອນ​ເຊົ້າ.

    • ຂະ​ນະ​ທີ່​ເຮົາ​ສຶກ​ສາ, ແນວ​ຄິດ​ໄດ້​ເຂົ້າ​ມາ​ໃນ​ຄວາມ​ຄິດ​ຂອງ​ເຮົາ ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ກັບ​ເຮົາ​ມາ​ກ່ອນ.

    • ເຮົາ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ ແລະ ແນວ​ຄິດ​ໄວ້​ໃນ​ບ່ອນ​ທີ່​ເໝາະ​ສົມ.

    • ເຮົາ​ບໍ່​ໄດ້​ເຊືອບ​ຫລັບ​ໃນ​ຂະ​ນະ​ທີ່​ເຮົາ​ສຶກ​ສາ.

    • ເຮົາ​ຕັ້ງ​ຕາ​ລໍ​ຄອຍ​ທີ່​ຈະ​ສຶກ​ສາ​ສ່ວນ​ຕົວ.

    • ເຮົາ​ຕັ້ງ​ຕາ​ລໍ​ຄອຍ​ທີ່​ຈະ​ສຶກ​ສາ​ກັບ​ຄູ່​ສອນ.

    ທົບ​ທວນ​ຄຳ​ຕອບ​ຂອງ​ທ່ານ. ທ່ານ​ເຮັດ​ຫຍັງ​ໄດ້​ດີ? ທ່ານ​ຈະ​ປັບ​ປຸງ​ແນວ​ໃດ? ຕັ້ງ​ເປົ້າ​ໝາຍ​ໜຶ່ງ ຫລື ສອງ​ຢ່າງ ເພື່ອ​ປັບ​ປຸງ​ຄຸນ​ນະ​ພາບ​ຂອງ​ການ​ສຶກ​ສາ​ຂອງ​ທ່ານ.

ການ​ສຶກ​ສາ​ກັບ​ຄູ່​ສອນ ແລະ ການ​ສັບ​ປ່ຽນ​ຄູ່​ສອນ

ສະ​ພາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ອະ​ນາ​ເຂດ, ແລະ ສະ​ພາ​ຜູ້​ນຳ​ເຂດ​ເຜີຍ​ແຜ່

  • ຂໍ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ຂຽນ​ຄຳ​ຖາມ​ໜຶ່ງ ຫລື ສອງ​ຂໍ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຈາກ​ບົດ​ຮຽນ​ໃນ ບົດ​ທີ 3. ຄຳ​ຖາມ​ເຫລົ່າ​ນີ້​ສາ​ມາດ​ເປັນ​ເລື່ອງ​ສ່ວນ​ຕົວ ຫລື ຈາກ​ຜູ້​ທີ່​ເຂົາ​ເຈົ້າ​ສິດ​ສອນ. ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ແບ່ງ​ປັນ​ຄຳ​ຖາມ​ຂອງ​ເຂົາ​ເຈົ້າ​ກັບ​ກຸ່ມ. ສຳ​ລັບ​ຄຳ​ຖາມ​ແຕ່​ລະ​ຂໍ້, ໃຫ້​ສົນ​ທະ​ນາ​ດັ່ງ​ຕໍ່​ໄປ​ນີ້:

    • ການ​ຕອບ​ຄຳ​ຖາມ​ນີ້​ຈະ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ແນວ​ໃດ?

    • ສິ່ງ​ນີ້​ຈະ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຜູ້​ຄົນ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ສິດ​ສອນ​ໄດ້​ແນວ​ໃດ?

    • ຜູ້​ສອນ​ສາດ​ສະ​ໜາ​ຈະ​ສາ​ມາດ​ຫາ​ຄຳ​ຕອບ​ໄດ້​ແນວ​ໃດ?

  • ແຍກ​ຜູ້​ສອນ​ສາດ​ສະ​ໜາ​ອອກ​ເປັນ​ຫລາຍ​ກຸ່ມ, ແລະ ມອບ​ໝາຍ​ໃຫ້​ແຕ່​ລະ​ກຸ່ມ​ສຶກ​ສາ​ມາດ​ຕະ​ການ​ປ້ອງ​ກັນ​ໜຶ່ງ​ໃນ​ສີ່​ຂໍ້ ແລະ ພຣະ​ຄຳ​ພີ​ທີ່​ໃຫ້​ມາ​ນຳ. ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້ ແລະ ວິ​ທີ​ທີ່​ມາດ​ຕະ​ການ​ປ້ອງ​ກັນ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ແນວ​ໃດ.

ຜູ້​ນຳ​ເຜີຍ​ແຜ່ ແລະ ທີ່​ປຶກ​ສາ​ເຜີຍ​ແຜ່

  • ບາງ​ຄັ້ງ​ຈະ​ເຂົ້າ​ຮ່ວມ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ການ​ສຶກ​ສາ​ກັບ​ຄູ່​ສອນ​ຂອງ​ເຂົາ​ເຈົ້າ.

  • ລະ​ຫວ່າງ​ການ​ສຳ​ພາດ ຫລື ການ​ສົນ​ທະ​ນາ, ໃຫ້​ຖາມ​ບາງ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

    • ເມື່ອ​ບໍ່​ດົນ​ມາ​ນີ້​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ໃດ​ແດ່​ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ເຈົ້າ?

    • ບົດ​ໃດ ຫລື ພາກ​ໃດ​ຂອງ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ໄດ້​ຊ່ວຍ​ເຈົ້າ​ຫລາຍ​ທີ່​ສຸດ ໃນ​ລະ​ຫວ່າງ​ສອງ​ອາ​ທິດ​ຜ່ານ​ມາ​ນີ້? ມັນ​ໄດ້​ຊ່ວຍ​ເຈົ້າ​ແນວ​ໃດ?

    • ເຈົ້າ​ເຮັດ​ຫຍັງ​ໃນ​ການ​ສຶກ​ສາ​ສ່ວນ​ຕົວ​ຂອງ​ເຈົ້າ​ທີ່​ຊ່ວຍ​ໃຫ້​ເຈົ້າ​ຮຽນ​ຮູ້?

  • ໃນ​ການ​ສຳ​ພາດ, ໃຫ້​ພິ​ຈາ​ລະ​ນາ​ທົບ​ທວນ​ມາດ​ຕະ​ການ​ປ້ອງ​ກັນ​ສຳ​ລັບ​ການ​ໃຊ້​ເທັກ​ໂນ​ໂລ​ຈີ ແລະ ຖາມ​ຜູ້​ສອນ​ສາດ​ສະ​ໜາ​ວ່າ​ເຂົາ​ເຈົ້າ​ຮຽນ​ຮູ້​ຫຍັງ​ແດ່​ຂະ​ນະ​ທີ່​ເຂົາ​ເຈົ້າ​ນຳ​ໃຊ້​ມັນ.

  • ແບ່ງ​ປັນ​ຄວາມ​ຮູ້​ຈາກ​ການ​ສຶກ​ສາ​ສ່ວນ​ຕົວ​ຂອງ​ທ່ານ. ແບ່ງ​ປັນ​ລາຍ​ການ​ຈາກ​ບັນ​ທຶກ​ການ​ສຶກ​ສາ​ຂອງ​ທ່ານ ແລະ ປະ​ຈັກ​ພະ​ຍານ​ຂອງ​ທ່ານ ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ.

ພິມ