ບົດທີ 34
ແອມມິວເລັກໃຫ້ຖ້ອຍຄຳວ່າ ພຣະຄຳຢູ່ໃນພຣະຄຣິດນຳໄປສູ່ຄວາມລອດ—ມະນຸດທຸກຄົນຈະຕ້ອງຕາຍເວັ້ນເສຍແຕ່ຈະມີການຊົດໃຊ້ເກີດຂຶ້ນ—ກົດທັງໝົດຂອງໂມເຊຊີ້ໄປຫາການເສຍສະລະຂອງພຣະບຸດຂອງພຣະເຈົ້າ—ແຜນແຫ່ງການໄຖ່ນິລັນດອນຂຶ້ນຢູ່ກັບສັດທາ ແລະ ການກັບໃຈ—ຈົ່ງອະທິຖານສຳລັບພອນທາງໂລກ ແລະ ທາງວິນຍານ—ຊີວິດນີ້ເປັນເວລາຂອງມະນຸດທີ່ຈະຕຽມພ້ອມເພື່ອພົບກັບພຣະເຈົ້າ—ຈົ່ງທຳງານເພື່ອຄວາມລອດຂອງພວກທ່ານດ້ວຍຄວາມຢ້ານກົວຢູ່ຕໍ່ພຣະພັກຂອງພຣະເຈົ້າ. ປະມານ 74 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກແອວມາໄດ້ເວົ້າຂໍ້ຄວາມເຫລົ່ານີ້ກັບພວກເຂົາແລ້ວ ເພິ່ນກໍນັ່ງລົງເທິງພື້ນດິນ ແລະ ແອມມິວເລັກໄດ້ລຸກຂຶ້ນ ແລະ ເລີ່ມຕົ້ນສິດສອນພວກເຂົາ, ມີຄວາມວ່າ:
2 ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າຄິດວ່າມັນຈະເປັນໄປບໍ່ໄດ້ທີ່ພວກທ່ານຈະບໍ່ຮູ້ເລື່ອງ ຊຶ່ງໄດ້ບັນທຶກໄວ້ກ່ຽວກັບການສະເດັດມາຂອງພຣະຄຣິດ, ຜູ້ຊຶ່ງພວກເຮົາສິດສອນວ່າ ພຣະອົງເປັນພຣະບຸດຂອງພຣະເຈົ້າ; ແທ້ຈິງແລ້ວ, ຂ້າພະເຈົ້າຮູ້ວ່າພວກທ່ານໄດ້ຮັບການສິດສອນກ່ຽວກັບ ເລື່ອງເຫລົ່ານີ້ຢ່າງກວ້າງຂວາງກ່ອນພວກທ່ານໄດ້ແຍກອອກໄປຈາກພວກເຮົາ.
3 ແລະ ໂດຍທີ່ພວກທ່ານປາດຖະໜາຈາກອ້າຍທີ່ຮັກຂອງຂ້າພະເຈົ້າໃຫ້ເພິ່ນເຮັດໃຫ້ເປັນທີ່ຮູ້ແກ່ພວກທ່ານ ພວກທ່ານຄວນເຮັດແນວໃດ, ເພາະຄວາມທຸກຂອງພວກທ່ານ; ແລ້ວເພິ່ນໄດ້ເວົ້າກັບພວກທ່ານບາງຢ່າງເພື່ອຕຽມຈິດໃຈຂອງພວກທ່ານໄວ້; ແທ້ຈິງແລ້ວ, ເພິ່ນໄດ້ຊັກຊວນພວກທ່ານໃຫ້ມີສັດທາ ແລະ ຄວາມອົດທົນ—
4 ແທ້ຈິງແລ້ວ, ເຖິງແມ່ນໃຫ້ພວກທ່ານມີສັດທາຢ່າງຫລວງຫລາຍຈົນ ຝັງພຣະຄຳໄວ້ໃນໃຈຂອງພວກທ່ານ, ເພື່ອພວກທ່ານຈະໄດ້ພິສູດການທົດລອງຄວາມດີຂອງມັນ.
5 ແລະ ພວກເຮົາເຫັນຄຳຖາມອັນໃຫຍ່ຍິ່ງຊຶ່ງຢູ່ໃນຈິດໃຈຂອງພວກທ່ານຄືວ່າ ພຣະຄຳດຳລົງຢູ່ໃນພຣະບຸດຂອງພຣະເຈົ້າຫລືບໍ່ ຫລື ຈະມີພຣະຄຣິດຫລືບໍ່?
6 ແລະ ພວກທ່ານຫລຽວເຫັນອີກວ່າ ອ້າຍຂອງຂ້າພະເຈົ້າໄດ້ພິສູດຕໍ່ພວກທ່ານຫລາຍເທື່ອແລ້ວ, ວ່າ ພຣະຄຳຢູ່ໃນພຣະຄຣິດນຳໄປສູ່ຄວາມລອດ.
7 ອ້າຍຂອງຂ້າພະເຈົ້າໄດ້ເວົ້າເຖິງຄຳເວົ້າຂອງຊີນັດ, ວ່າການໄຖ່ມາເຖິງໂດຍທາງພຣະບຸດຂອງພຣະເຈົ້າ, ແລະ ໄດ້ເວົ້າເຖິງຄຳເວົ້າຂອງຊີໂນກນຳອີກ; ແລະ ເພິ່ນໄດ້ອ້າງເຖິງໂມເຊນຳອີກ, ເພື່ອພິສູດວ່າເລື່ອງເຫລົ່ານີ້ຈິງ.
8 ແລະ ບັດນີ້, ຈົ່ງເບິ່ງຂ້າພະເຈົ້າຈະ ໃຫ້ຖ້ອຍຄຳແກ່ພວກທ່ານດ້ວຍຕົວເອງວ່າ ສິ່ງເຫລົ່ານີ້ເປັນຄວາມຈິງ. ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານ, ວ່າຂ້າພະເຈົ້າຮູ້ວ່າພຣະຄຣິດຈະສະເດັດມາໃນບັນດາລູກຫລານມະນຸດ, ເພື່ອຮັບເອົາການລ່ວງລະເມີດຂອງຜູ້ຄົນຂອງພຣະອົງ, ແລະ ວ່າພຣະອົງຈະ ຊົດໃຊ້ແທນບາບຂອງໂລກ; ເພາະອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ດັ່ງນີ້.
9 ເພາະມັນສົມຄວນທີ່ຈະມີ ການຊົດໃຊ້; ເພາະຕາມ ແຜນອັນຍິ່ງໃຫຍ່ຂອງພຣະເຈົ້າຜູ້ສະຖິດນິລັນດອນ ແລ້ວມັນຈະຕ້ອງມີການຊົດໃຊ້ເກີດຂຶ້ນ, ຖ້າບໍ່ດັ່ງນັ້ນມະນຸດຊາດທັງປວງຕ້ອງຕາຍຢ່າງຫລີກລ້ຽງບໍ່ໄດ້; ແທ້ຈິງແລ້ວ, ຄົນທັງປວງມີຈິດໃຈແຂງກະດ້າງ; ແທ້ຈິງແລ້ວ, ຄົນທັງປວງ ຕົກ ແລະ ຫລົງທາງໄປ, ແລະ ຕ້ອງຕາຍເວັ້ນເສຍແຕ່ຈະເປັນໂດຍທາງການຊົດໃຊ້ ຊຶ່ງສົມຄວນທີ່ຈະມີຂຶ້ນ.
10 ເພາະມັນສົມຄວນທີ່ຈະມີ ການເສຍສະລະຄັ້ງຍິ່ງໃຫຍ່ ແລະ ຄັ້ງສຸດທ້າຍ; ແທ້ຈິງແລ້ວ, ບໍ່ແມ່ນການຖວາຍມະນຸດ, ຫລື ສັດ, ຫລື ສັດມີປີກຊະນິດໃດໆເປັນເຄື່ອງບູຊາ; ເພາະຈະບໍ່ມີການຖວາຍມະນຸດເປັນເຄື່ອງບູຊາ; ແຕ່ມັນຕ້ອງເປັນ ການເສຍສະລະອັນ ບໍ່ມີຂອບເຂດ ແລະ ນິລັນດອນ.
11 ບັດນີ້ບໍ່ມີຜູ້ໃດເລີຍທີ່ຈະເສຍສະລະເລືອດເນື້ອຂອງຕົນເອງ ເພື່ອຊົດໃຊ້ແທນບາບຂອງຄົນອື່ນ. ບັດນີ້, ຖ້າຫາກຜູ້ໃດເປັນຄາດຕະກອນ, ຈົ່ງເບິ່ງ ກົດໝາຍຂອງພວກເຮົາ, ຊຶ່ງ ທ່ຽງທຳ, ຈະເອົາຊີວິດຂອງນ້ອງຂອງເຂົາບໍ? ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ບໍ່ເລີຍ.
12 ແຕ່ກົດໝາຍຕ້ອງການຊີວິດຂອງເຂົາຜູ້ໄດ້ ທຳການຄາດຕະກຳ; ສະນັ້ນ ຈະບໍ່ມີສິ່ງໃດທີ່ໜ້ອຍກວ່າການຊົດໃຊ້ອັນບໍ່ມີຂອບເຂດ ຊຶ່ງຈະມີພຽງພໍສຳລັບບາບຂອງໂລກ.
13 ສະນັ້ນ, ມັນຈຶ່ງສົມຄວນທີ່ຈະມີການເສຍສະລະຄັ້ງຍິ່ງໃຫຍ່ ແລະ ຄັ້ງສຸດທ້າຍເກີດຂຶ້ນ, ແລະ ເມື່ອນັ້ນມັນຈະມີ ຫລື ມັນສົມຄວນທີ່ຈະ ຢຸດການຫລັ່ງເລືອດ; ແລ້ວ ກົດຂອງໂມເຊຈະສົມບູນ ແທ້ຈິງແລ້ວ, ມັນຈະສົມບູນທັງໝົດໃນທຸກຈຸດ ແລະ ທຸກຂີດ, ແລະ ຈະບໍ່ມີສິ່ງໃດຕົກຫລົ່ນເລີຍ.
14 ແລະ ຈົ່ງເບິ່ງ, ນີ້ຄື ຄວາມໝາຍທັງໝົດຂອງ ກົດ, ທຸກຂັ້ນທຸກຕອນໄດ້ຊີ້ແຈງເຖິງ ການເສຍສະລະຄັ້ງຍິ່ງໃຫຍ່ ແລະ ຄັ້ງສຸດທ້າຍ; ແລະ ການເສຍສະລະຄັ້ງຍິ່ງໃຫຍ່ ແລະ ຄັ້ງສຸດທ້າຍນີ້ ຈະເປັນພຣະບຸດຂອງພຣະເຈົ້າ, ແທ້ຈິງແລ້ວ, ມັນຈະບໍ່ມີຂອບເຂດ ແລະ ມັນຈະເປັນນິລັນດອນ.
15 ແລະ ພຣະອົງຈະນຳເອົາ ຄວາມລອດມາຫາຄົນທັງປວງທີ່ເຊື່ອໃນພຣະນາມຂອງພຣະອົງ; ນີ້ຄືເຈດຕະນາຂອງການເສຍສະລະຄັ້ງສຸດທ້າຍ, ເພື່ອຈະນຳອຸທອນແຫ່ງຄວາມເມດຕາມາ, ຊຶ່ງມີອຳນາດເໜືອກວ່າຄວາມຍຸດຕິທຳ, ແລະ ນຳຫົນທາງມາໃຫ້ມະນຸດ ເພື່ອພວກເຂົາຈະໄດ້ມີສັດທາຈົນເຖິງການກັບໃຈ.
16 ແລະ ຄວາມເມດຕາສາມາດສະໜອງຂໍ້ຮຽກຮ້ອງແຫ່ງ ຄວາມຍຸດຕິທຳໄດ້, ແລະ ລ້ອມພວກເຂົາໄວ້ໃນອ້ອມພຣະພາຫາແຫ່ງຄວາມປອດໄພ, ແຕ່ຜູ້ບໍ່ມີສັດທາຈົນເຖິງການກັບໃຈ ຈະຕ້ອງຊົດໃຊ້ດ້ວຍຕົນເອງຕາມກົດຂອງຂໍ້ຮຽກຮ້ອງແຫ່ງ ຄວາມຍຸດຕິທຳທັງໝົດ; ສະນັ້ນ ແຜນແຫ່ງການໄຖ່ອັນຍິ່ງໃຫຍ່ ແລະ ນິລັນດອນມາເຖິງພຽງຄົນທີ່ມີສັດທາຈົນເຖິງການກັບໃຈເທົ່ານັ້ນ.
17 ສະນັ້ນ ຂໍພຣະເຈົ້າຈົ່ງປະທານໃຫ້ພວກທ່ານເຖີດ, ພີ່ນ້ອງຂອງຂ້າພະເຈົ້າ, ເພື່ອພວກທ່ານຈະເລີ່ມໃຊ້ ສັດທາຂອງພວກທ່ານຈົນເຖິງການກັບໃຈ, ເພື່ອພວກທ່ານຈະເລີ່ມ ເອີ້ນຫາພຣະນາມອັນສັກສິດຂອງພຣະອົງ, ເພື່ອພຣະອົງຈະມີຄວາມເມດຕາຕໍ່ພວກທ່ານ;
18 ແທ້ຈິງແລ້ວ, ຈົ່ງເອີ້ນຫາພຣະອົງເພື່ອຄວາມເມດຕາ; ເພາະພຣະອົງມີອານຸພາບທີ່ຈະຊ່ວຍໃຫ້ລອດ.
19 ແທ້ຈິງແລ້ວ, ຈົ່ງຖ່ອມຕົວ, ແລະ ອະທິຖານຫາພຣະອົງຢູ່ສະເໝີ.
20 ຈົ່ງເອີ້ນຫາພຣະອົງ ເມື່ອພວກທ່ານຢູ່ໃນທົ່ງຂອງພວກທ່ານ, ແທ້ຈິງແລ້ວ, ເພື່ອຝູງສັດລ້ຽງທັງໝົດຂອງພວກທ່ານ.
21 ຈົ່ງ ເອີ້ນຫາພຣະອົງໃນບ້ານເຮືອນຂອງພວກທ່ານ, ແທ້ຈິງແລ້ວ, ເພື່ອຄົນທັງໝົດໃນຄອບຄົວຂອງພວກທ່ານ, ທັງຕອນເຊົ້າ, ຕອນບ່າຍ, ແລະ ຕອນແລງ.
22 ແທ້ຈິງແລ້ວ, ຈົ່ງເອີ້ນຫາພຣະອົງເພື່ອຕໍ່ຕ້ານອຳນາດຂອງສັດຕູຂອງພວກທ່ານ.
23 ແທ້ຈິງແລ້ວ, ຈົ່ງ ເອີ້ນຫາພຣະອົງເພື່ອຕໍ່ຕ້ານ ມານ, ຊຶ່ງເປັນສັດຕູຂອງ ຄວາມຊອບທຳທັງປວງ.
24 ຈົ່ງເອີ້ນຫາພຣະອົງເພື່ອພືດພັນໃນທົ່ງຂອງພວກທ່ານ, ເພື່ອພວກທ່ານຈະມີຢ່າງພຽງພໍ.
25 ຈົ່ງເອີ້ນຫາເພື່ອຝູງສັດລ້ຽງໃນທົ່ງຂອງພວກທ່ານ, ເພື່ອມັນຈະເພີ່ມຫລາຍຂຶ້ນ.
26 ແຕ່ນີ້ຍັງບໍ່ໝົດ; ພວກທ່ານຕ້ອງທຸ້ມເທຈິດວິນຍານຂອງພວກທ່ານໃນ ຫ້ອງຂອງພວກທ່ານ, ແລະ ໃນບ່ອນລັບລີ້ຂອງພວກທ່ານ, ແລະ ໃນຖິ່ນແຫ້ງແລ້ງກັນດານຂອງພວກທ່ານ.
27 ແທ້ຈິງແລ້ວ, ເມື່ອພວກທ່ານບໍ່ເອີ້ນຫາພຣະຜູ້ເປັນເຈົ້າ, ກໍຂໍໃຫ້ ໃຈຂອງພວກທ່ານຈົ່ງ ອີ່ມເອີບ, ແລະ ອອກມາເປັນການອະທິຖານຫາພຣະອົງຢູ່ສະເໝີ ເພື່ອຄວາມຜາສຸກຂອງພວກທ່ານ, ແລະ ເພື່ອຄວາມຜາສຸກຂອງຄົນທີ່ຢູ່ອ້ອມຮອບພວກທ່ານນຳອີກ.
28 ແລະ ບັດນີ້ຈົ່ງເບິ່ງ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ຢ່າຄິດວ່າມັນໝົດເທົ່ານີ້; ເພາະຫລັງຈາກພວກທ່ານເຮັດທັງໝົດນີ້ແລ້ວ, ຖ້າຫາກພວກທ່ານຫັນໜ້າໜີຈາກ ຄົນຂັດສົນ, ແລະ ຄົນເປືອຍເປົ່າ, ແລະ ບໍ່ໄປຢ້ຽມຢາມຄົນເຈັບປ່ວຍ ແລະ ຄົນເປັນທຸກ, ແລະ ໃຫ້ເຂົ້າຂອງ ຂອງພວກທ່ານແກ່ຄົນທີ່ຢູ່ໃນຄວາມຕ້ອງການແລ້ວ—ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ຖ້າຫາກພວກທ່ານບໍ່ເຮັດສິ່ງເຫລົ່ານີ້ແລ້ວ, ຈົ່ງເບິ່ງ, ການອະທິຖານຂອງພວກທ່ານ ບໍ່ມີປະໂຫຍດ, ແລະ ບໍ່ຊ່ວຍອັນໃດໃຫ້ພວກທ່ານເລີຍ, ແລະ ພວກທ່ານກໍຈະເປັນເໝືອນດັ່ງຄົນໜ້າຊື່ໃຈຄົດ ຜູ້ທີ່ປະຕິເສດສັດທາ.
29 ສະນັ້ນ, ຖ້າຫາກພວກທ່ານບໍ່ຈົດຈຳທີ່ຈະມີ ຄວາມໃຈບຸນ, ພວກທ່ານກໍເປັນດັ່ງເສດເຫລືອ, ທີ່ຊ່າງໄດ້ໂຍນຖິ້ມ, (ມັນບໍ່ມີຄຸນຄ່າ) ແລະ ຖືກຢຽບຍ່ຳໄວ້ໃຕ້ຕີນຂອງມະນຸດ.
30 ແລະ ບັດນີ້, ພີ່ນ້ອງຂອງຂ້າພະເຈົ້າ, ຫລັງຈາກທີ່ພວກທ່ານມີພະຍານຢ່າງຫລວງຫລາຍເຊັ່ນນີ້ແລ້ວ, ໂດຍທີ່ເຫັນວ່າພຣະຄຳພີອັນສັກສິດໃຫ້ຖ້ອຍຄຳເຖິງເລື່ອງນີ້, ຂ້າພະເຈົ້າຢາກໃຫ້ພວກທ່ານອອກມາ ແລະ ນຳ ຜົນໄປເຖິງການກັບໃຈ.
31 ແທ້ຈິງແລ້ວ, ຂ້າພະເຈົ້າຢາກໃຫ້ພວກທ່ານອອກມາ ແລະ ບໍ່ເຮັດໃຈແຂງກະດ້າງອີກຕໍ່ໄປ; ເພາະຈົ່ງເບິ່ງ, ບັດນີ້ຄືເວລາ ແລະ ວັນແຫ່ງຄວາມລອດຂອງພວກທ່ານ; ແລະ ສະນັ້ນ, ຖ້າຫາກພວກທ່ານຈະກັບໃຈ ແລະ ບໍ່ເຮັດໃຈແຂງກະດ້າງແລ້ວ, ແຜນແຫ່ງການໄຖ່ອັນຍິ່ງໃຫຍ່ນີ້ຈະຖືກນຳມາຫາພວກທ່ານໂດຍທັນທີ.
32 ເພາະຈົ່ງເບິ່ງ, ຊີວິດນີ້ເປັນເວລາສຳລັບມະນຸດທີ່ຈະ ຕຽມພ້ອມເພື່ອພົບກັບພຣະເຈົ້າ; ແທ້ຈິງແລ້ວ, ຈົ່ງເບິ່ງ ວັນແຫ່ງຊີວິດນີ້ເປັນວັນສຳລັບມະນຸດທີ່ຈະສະແດງຜົນງານຂອງຕົນເອງ.
33 ແລະ ບັດນີ້, ດັ່ງທີ່ຂ້າພະເຈົ້າໄດ້ເວົ້າກັບພວກທ່ານມາກ່ອນແລ້ວ, ຄືວ່າພວກທ່ານມີພະຍານຢ່າງຫລວງຫລາຍເຊັ່ນນີ້, ສະນັ້ນ, ຂ້າພະເຈົ້າຂໍວິງວອນພວກທ່ານວ່າຢ່າ ຜັດວັນແຫ່ງ ການກັບໃຈຂອງພວກທ່ານໄປຈົນເຖິງວັນສຸດທ້າຍເລີຍ; ເພາະຫລັງຈາກມື້ແຫ່ງຊີວິດນີ້ ຊຶ່ງພວກເຮົາໄດ້ຮັບມາເພື່ອຕຽມພ້ອມສຳລັບຊົ່ວນິລັນດອນ, ຈົ່ງເບິ່ງ, ຖ້າຫາກພວກເຮົາບໍ່ປັບປຸງເວລາຂອງພວກເຮົາຂະນະທີ່ຢູ່ໃນຊີວິດນີ້, ເມື່ອນັ້ນ ຄືນແຫ່ງ ຄວາມມືດຈະມາເຖິງ, ໃນນັ້ນຈະມີການທຳງານບໍ່ໄດ້ເລີຍ.
34 ພວກທ່ານຈະເວົ້າບໍ່ໄດ້ເມື່ອພວກທ່ານຖືກນຳໄປຫາ ວິກິດອັນເປັນຕາຢ້ານ, ວ່າຂ້າພະເຈົ້າຈະກັບໃຈ, ວ່າຂ້າພະເຈົ້າຈະກັບໄປຫາພຣະເຈົ້າຂອງຂ້າພະເຈົ້າ. ບໍ່ເລີຍ, ພວກທ່ານຈະເວົ້າເຊັ່ນນີ້ບໍ່ໄດ້; ເພາະວິນຍານດວງດຽວກັນນັ້ນ ທີ່ເປັນເຈົ້າຂອງຮ່າງກາຍຂອງພວກທ່ານເມື່ອພວກທ່ານອອກໄປຈາກຊີວິດນີ້ ວິນຍານດວງດຽວກັນນັ້ນ ຈະມີອຳນາດທີ່ຈະເປັນເຈົ້າຂອງຮ່າງກາຍຂອງພວກທ່ານໃນໂລກນິລັນດອນນັ້ນ.
35 ເພາະຈົ່ງເບິ່ງ, ຖ້າຫາກພວກທ່ານຜັດວັນແຫ່ງການກັບໃຈຈົນເຖິງວັນຕາຍ, ຈົ່ງເບິ່ງ, ພວກທ່ານຕ້ອງ ຂຶ້ນຢູ່ກັບວິນຍານຂອງມານ, ແລະ ມັນໄດ້ ຜູກມັດພວກທ່ານໄວ້ເປັນຂອງມັນ; ສະນັ້ນ, ພຣະວິນຍານຂອງພຣະຜູ້ເປັນເຈົ້າຈຶ່ງອອກໄປຈາກພວກທ່ານ ແລະ ບໍ່ປະທັບຢູ່ໃນພວກທ່ານ; ແລະ ມານຈະມີອຳນາດເໜືອພວກທ່ານ; ແລະ ນີ້ຄືພາວະສຸດທ້າຍຂອງຄົນຊົ່ວ.
36 ແລະ ສິ່ງນີ້ຂ້າພະເຈົ້າຮູ້, ເພາະພຣະຜູ້ເປັນເຈົ້າໄດ້ກ່າວວ່າ ພຣະອົງຈະບໍ່ປະທັບຢູ່ໃນວິຫານທີ່ ບໍ່ບໍລິສຸດ, ແຕ່ຈະປະທັບຢູ່ໃນໃຈຂອງ ຄົນຊອບທຳ; ແທ້ຈິງແລ້ວ, ພຣະອົງໄດ້ກ່າວອີກວ່າ ຄົນຊອບທຳຈະສາມາດຢູ່ໃນອານາຈັກຂອງພຣະອົງ, ຈະບໍ່ອອກໄປອີກ; ແຕ່ເສື້ອຜ້າຂອງພວກເຂົາຕ້ອງຖືກເຮັດໃຫ້ຂາວສະອາດໂດຍທາງໂລຫິດຂອງພຣະເມສານ້ອຍເສຍກ່ອນ.
37 ແລະ ບັດນີ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍໃຫ້ພວກທ່ານຈົດຈຳເລື່ອງເຫລົ່ານີ້ໄວ້, ແລະ ວ່າພວກທ່ານຈະ ທຳງານເພື່ອຄວາມລອດຂອງພວກທ່ານຕໍ່ພຣະພັກຂອງພຣະເຈົ້າດ້ວຍຄວາມຢ້ານກົວ, ແລະ ວ່າພວກທ່ານຈະບໍ່ປະຕິເສດເລື່ອງການສະເດັດມາຂອງພຣະຄຣິດອີກຕໍ່ໄປ;
38 ວ່າພວກທ່ານຈະບໍ່ ຕໍ່ຕ້ານພຣະວິນຍານບໍລິສຸດອີກຕໍ່ໄປ, ແຕ່ວ່າພວກທ່ານຈະຮັບເອົາພຣະອົງ, ແລະ ຮັບເອົາ ພຣະນາມຂອງພຣະຄຣິດ; ວ່າພວກທ່ານຈະຖ່ອມຕົວລົງຢູ່ກັບພື້ນດິນ, ແລະ ນະມັດສະການພຣະເຈົ້າດ້ວຍວິນຍານ ແລະ ດ້ວຍຄວາມຈິງ, ບໍ່ວ່າພວກທ່ານຈະຢູ່ບ່ອນໃດກໍຕາມ; ແລະ ວ່າພວກທ່ານຈະໃຊ້ຊີວິດຢູ່ໃນ ການຂອບພຣະໄທທຸກໆມື້ສຳລັບຄວາມເມດຕາ ແລະ ພອນຕ່າງໆທີ່ພຣະອົງໄດ້ປະທານໃຫ້ແກ່ພວກທ່ານ.
39 ແທ້ຈິງແລ້ວ, ແລະ ຂ້າພະເຈົ້າຂໍແນະນຳພວກທ່ານ, ພີ່ນ້ອງຂອງຂ້າພະເຈົ້າອີກວ່າ, ພວກທ່ານຈົ່ງ ເອົາໃຈໃສ່ຕໍ່ການອະທິຖານຢູ່ສະເໝີ, ເພື່ອພວກທ່ານຈະບໍ່ຖືກຊັກນຳໄປໂດຍ ການລໍ້ລວງຂອງມານ, ເພື່ອມັນຈະບໍ່ມີອຳນາດເໜືອພວກທ່ານ, ເພື່ອພວກທ່ານຈະບໍ່ໄດ້ຂຶ້ນຢູ່ກັບມັນໃນວັນສຸດທ້າຍ; ເພາະຈົ່ງເບິ່ງ, ມັນ ບໍ່ໃຫ້ຂອງດີເປັນລາງວັນແກ່ພວກທ່ານເລີຍ.
40 ແລະ ບັດນີ້ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍແນະນຳພວກທ່ານໃຫ້ມີ ຄວາມອົດທົນຕໍ່ຄວາມທຸກນາໆປະການ; ວ່າບໍ່ໃຫ້ພວກທ່ານ ໝິ່ນປະໝາດຜູ້ທີ່ຂັບໄລ່ພວກທ່ານອອກໄປຈາກທີ່ນະມັດສະການ ເພາະຄວາມຍາກຈົນຂອງພວກທ່ານ, ບໍ່ດັ່ງນັ້ນ ພວກທ່ານຈະກັບເປັນຄົນບາບຄືກັນກັບພວກເຂົາ;
41 ແຕ່ຂໍໃຫ້ພວກທ່ານມີຄວາມອົດທົນ, ແລະ ທົນຕໍ່ຄວາມທຸກເຫລົ່ານີ້, ດ້ວຍຄວາມຫວັງອັນໝັ້ນຄົງວ່າ ມື້ໃດມື້ໜຶ່ງພວກທ່ານຈະພົ້ນຈາກຄວາມທຸກທັງໝົດນີ້ຂອງພວກທ່ານ.