ພາກທີ 35
ການເປີດເຜີຍທີ່ມອບໃຫ້ແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ ແລະ ຊິດນີ ຣິກດອນ, ຢູ່ທີ່ ຫລື ໃກ້ ເມືອງເຟແອດ, ລັດນິວຢອກ, ວັນທີ 7 ເດືອນທັນວາ, 1830. ໃນຊ່ວງເວລານີ້, ສາດສະດາໄດ້ໃຊ້ເວລາເກືອບທຸກມື້ໃນການແປພຣະຄຣິສຕະທຳຄຳພີ. ການແປໄດ້ເລີ່ມ ຕົ້ນນັບແຕ່ເດືອນມິຖຸນາ 1830, ແລະ ທັງ ອໍລີເວີ ຄາວເດີຣີ ແລະ ຈອນ ວິດເມີ ໄດ້ຊ່ວຍເປັນຜູ້ຂຽນ. ບັດນີ້ ນັບຕັ້ງແຕ່ເຂົາເຈົ້າໄດ້ຖືກເອີ້ນໃຫ້ເຮັດໜ້າທີ່ອື່ນໆ, ຊິດນີ ຣິກດອນຈຶ່ງໄດ້ຖືກເອີ້ນໂດຍການມອບໝາຍຈາກສະຫວັນໃຫ້ຮັບໃຊ້ເປັນຜູ້ຂຽນໃຫ້ສາດສະດາໃນວຽກງານນີ້ (ເບິ່ງ ຂໍ້ທີ 20). ໃນບົດຄຳນຳຂອງການບັນທຶກຕໍ່ການເປີດເຜີຍນີ້, ປະຫວັດຂອງໂຈເຊັບ ສະມິດ ກ່າວວ່າ: “ໃນເດືອນທັນວາ ຊິດນີ ຣິກດອນ ໄດ້ມາ [ຈາກລັດໂອໄຮໂອ] ເພື່ອທູນຖາມພຣະຜູ້ເປັນເຈົ້າ, ແລະ ເອດເວີດ ພາດທຣິດ ໄດ້ມາກັບລາວ. … ບໍ່ດົນຫລັງຈາກອ້າຍນ້ອງສອງຄົນນີ້ ໄດ້ມາເຖິງ, ພຣະຜູ້ເປັນເຈົ້າໄດ້ກ່າວໄວ້ດັ່ງນີ້.”
1–2, ວິທີທີ່ມະນຸດຈະກາຍເປັນບຸດຂອງພຣະເຈົ້າ; 3–7, ຊິດນີ ຣິກດອນ ຖືກເອີ້ນໃຫ້ບັບຕິສະມາ ແລະ ມອບພຣະວິນຍານບໍລິສຸດ; 8–12, ເຄື່ອງໝາຍ ແລະ ສິ່ງມະຫັດສະຈັນເກີດຂຶ້ນໂດຍສັດທາ; 13–16, ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າຈະຟາດປະຊາຊາດໂດຍອຳນາດຂອງພຣະວິນຍານ; 17–19, ໂຈເຊັບ ສະມິດ ຖືຂໍກະແຈແຫ່ງຄວາມລຶກລັບ; 20–21, ຜູ້ທີ່ຖືກເລືອກໄວ້ຈະຄົງຢູ່ໃນວັນແຫ່ງການສະເດັດມາຂອງພຣະຜູ້ເປັນເຈົ້າ; 22–27, ອິດສະຣາເອນຈະໄດ້ຮັບການຊ່ວຍໃຫ້ລອດ.
1 ຈົ່ງຟັງສຸລະສຽງຂອງ ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ, ແມ່ນແຕ່ ອາລະຟາ ແລະ ໂອເມຄາ, ເປັນຕົ້ນ ແລະ ທີ່ສຸດ, ຊຶ່ງ ວິທີທາງຂອງພຣະອົງເປັນໜຶ່ງຮອບນິລັນດອນ, ເໝືອນດັ່ງມື້ນີ້ດັ່ງມື້ວານນີ້, ແລະ ຕະຫລອດການ.
2 ເຮົາຄືພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ, ຜູ້ຖືກ ຄຶງເພື່ອບາບຂອງໂລກ, ແມ່ນແຕ່ຫລາຍຕໍ່ຫລາຍຄົນທີ່ຈະ ເຊື່ອໃນນາມຂອງເຮົາ, ເພື່ອວ່າພວກເຂົາຈະກາຍເປັນ ບຸດຂອງພຣະເຈົ້າ, ແມ່ນແຕ່ເປັນ ອັນໜຶ່ງດຽວກັນໃນເຮົາ ດັ່ງເຮົາ ເປັນອັນໜຶ່ງດຽວກັນໃນພຣະບິດາ, ດັ່ງພຣະບິດາສະຖິດຢູ່ໃນເຮົາ, ເພື່ອວ່າພວກເຮົາຈະໄດ້ເປັນອັນໜຶ່ງດຽວກັນ.
3 ຈົ່ງເບິ່ງ, ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບຜູ້ຮັບໃຊ້ຂອງເຮົາ ຊິດນີ, ເຮົາໄດ້ຫລຽວເບິ່ງເຈົ້າ ແລະ ວຽກງານຂອງເຈົ້າ. ເຮົາໄດ້ຍິນຄຳອະທິຖານຂອງເຈົ້າ, ແລະ ໄດ້ຕຽມເຈົ້າສຳລັບວຽກງານທີ່ສຳຄັນກວ່າ.
4 ເຈົ້າເປັນສຸກແລ້ວ, ເພາະເຈົ້າຈະເຮັດສິ່ງອັນຍິ່ງໃຫຍ່. ຈົ່ງເບິ່ງ ເຈົ້າໄດ້ຖືກສົ່ງອອກໄປ, ແມ່ນແຕ່ເໝືອນດັ່ງ ໂຢຮັນ, ເພື່ອຕຽມທາງໄວ້ກ່ອນເຮົາ, ແລະ ກ່ອນ ເອລີຢາຜູ້ຈະມາ, ແລະ ເຈົ້າບໍ່ຮູ້ເລື່ອງນີ້ເລີຍ.
5 ເຈົ້າໄດ້ໃຫ້ບັບຕິສະມາໂດຍນ້ຳສູ່ການກັບໃຈ, ແຕ່ພວກເຂົາ ບໍ່ໄດ້ຮັບພຣະວິນຍານບໍລິສຸດ;
6 ແຕ່ບັດນີ້ ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ເຈົ້າວ່າ ເຈົ້າຈະໃຫ້ ບັບຕິສະມາໂດຍນ້ຳ, ແລະ ພວກເຂົາຈະໄດ້ຮັບ ພຣະວິນຍານບໍລິສຸດໂດຍການວາງ ມື, ແມ່ນແຕ່ເໝືອນດັ່ງອັກຄະສາວົກໃນສະໄໝບູຮານ.
7 ແລະ ເຫດການຈະບັງເກີດຂຶ້ນຄື ວຽກງານອັນຍິ່ງໃຫຍ່ຈະເກີດຂຶ້ນໃນແຜ່ນດິນ, ແມ່ນແຕ່ໃນບັນດາ ຄົນຕ່າງຊາດ, ເພາະຄວາມໂງ່ຈ້າ ແລະ ຄວາມໜ້າກຽດຊັງຂອງພວກເຂົາຈະຖືກສະແດງໃຫ້ປະຈັກແກ່ສາຍຕາຂອງທຸກຜູ້ຄົນ.
8 ເພາະເຮົາຄືພຣະເຈົ້າ, ແລະ ແຂນຂອງເຮົາບໍ່ໄດ້ ສັ້ນລົງ; ແລະ ເຮົາຈະສະແດງ ສິ່ງມະຫັດສະຈັນ, ເຄື່ອງໝາຍ, ແລະ ການແປກປະຫລາດ, ແກ່ທຸກຄົນຜູ້ ເຊື່ອໃນນາມຂອງເຮົາ.
9 ແລະ ຜູ້ໃດກໍຕາມທີ່ຈະທູນຂໍສິ່ງນີ້ໃນນາມຂອງເຮົາດ້ວຍ ສັດທາ, ເຂົາຈະ ຂັບໄລ່ ຜີສາງອອກໄປ; ເຂົາຈະ ປິ່ນປົວຄົນເຈັບປ່ວຍ; ເຂົາຈະເຮັດໃຫ້ຄົນຕາບອດເຫັນຮຸ່ງ, ແລະ ຄົນຫູໜວກໃຫ້ໄດ້ຍິນ, ແລະ ຄົນປາກກືກຈະເວົ້າໄດ້, ແລະ ຄົນເປັນລ່ອຍຈະຍ່າງໄດ້.
10 ແລະ ເວລາຈະມາເຖິງຢ່າງວ່ອງໄວ ຊຶ່ງສິ່ງທີ່ຍິ່ງໃຫຍ່ຈະຖືກສະແດງໃຫ້ເຫັນແກ່ລູກຫລານມະນຸດ;
11 ແຕ່ ປາດສະຈາກສັດທາ ຈະບໍ່ມີສິ່ງໃດຖືກສະແດງໃຫ້ເຫັນ ຍົກເວັ້ນແຕ່ ຄວາມເປົ່າປ່ຽວຢູ່ເທິງ ບາບີໂລນ, ຊຶ່ງນະຄອນດຽວນີ້ແຫລະທີ່ໄດ້ເຮັດໃຫ້ທຸກປະຊາຊາດດື່ມເຫລົ້າອະງຸ່ນແຫ່ງພຣະພິໂລດຈາກ ການລ່ວງປະເວນີຂອງມັນ.
12 ແລະ ບໍ່ມີຄົນໃດເຮັດຄວາມດີ ຍົກເວັ້ນແຕ່ຄົນເຫລົ່ານັ້ນທີ່ພ້ອມແລ້ວທີ່ຈະຮັບເອົາຄວາມສົມບູນແຫ່ງພຣະກິດຕິຄຸນຂອງເຮົາ, ຊຶ່ງເຮົາໄດ້ສົ່ງອອກໄປໃຫ້ຄົນລຸ້ນນີ້.
13 ດັ່ງນັ້ນ, ເຮົາຈຶ່ງເອີ້ນສິ່ງທີ່ ອ່ອນແອຂອງໂລກ, ຄົນເຫລົ່ານັ້ນທີ່ ດ້ອຍການສຶກສາ ແລະ ຖືກກຽດຊັງ, ເພື່ອຟາດປະຊາຊາດໂດຍອຳນາດຂອງພຣະວິນຍານຂອງເຮົາ;
14 ແລະ ແຂນຂອງພວກເຂົາຈະເປັນແຂນຂອງເຮົາ, ແລະ ເຮົາຈະເປັນ ເຄື່ອງປ້ອງກັນ ແລະ ເສື້ອຫຸ້ມເກາະຂອງພວກເຂົາ; ແລະ ເຮົາຈະຄາດແອວຂອງພວກເຂົາ, ແລະ ພວກເຂົາຈະຕໍ່ສູ້ຢ່າງລູກຜູ້ຊາຍໃຫ້ເຮົາ; ແລະ ສັດຕູຂອງພວກເຂົາຈະຢູ່ໃຕ້ຕີນຂອງພວກເຂົາ; ແລະ ເຮົາຈະເງືອດດາບ ລົງຟັນແທນພວກເຂົາ, ແລະ ໂດຍ ໄຟແຫ່ງຄວາມເຄືອງແຄ້ນຂອງເຮົາ, ເຮົາຈະຮັກສາພວກເຂົາ.
15 ແລະ ຄົນຍາກຈົນ ແລະ ຄົນອ່ອນໂຍນ ຈະມີພຣະກິດຕິຄຸນສັ່ງສອນໃຫ້ແກ່ພວກເຂົາ, ແລະ ພວກເຂົາຈະ ລໍຄອຍວັນເວລາແຫ່ງການມາຂອງເຮົາ, ເພາະມັນ ໃກ້ຈະມາເຖິງແລ້ວ—
16 ແລະ ພວກເຂົາຈະຮຽນຮູ້ຄຳອຸປະມາເລື່ອງ ຕົ້ນໝາກເດື່ອ, ເພາະແມ່ນແຕ່ຕອນນີ້ ລະດູຮ້ອນໃກ້ຈະມາເຖິງແລ້ວ.
17 ແລະ ເຮົາໄດ້ສົ່ງ ຄວາມສົມບູນແຫ່ງພຣະກິດຕິຄຸນຂອງເຮົາອອກໄປໂດຍມືຂອງຜູ້ຮັບໃຊ້ຂອງເຮົາ ໂຈເຊັບ; ແລະ ໃນຄວາມອ່ອນແອ ເຮົາໄດ້ປະທານພອນໃຫ້ລາວ;
18 ແລະ ເຮົາໄດ້ມອບ ຂໍກະແຈແຫ່ງຄວາມລຶກລັບ ຂອງສິ່ງເຫລົ່ານັ້ນຊຶ່ງ ຜະນຶກໄວ້ໃຫ້ແກ່ລາວ, ແມ່ນແຕ່ສິ່ງຊຶ່ງເປັນຢູ່ນັບແຕ່ ການວາງຮາກຖານຂອງໂລກ, ແລະ ສິ່ງຊຶ່ງຈະເກີດຂຶ້ນຈາກເວລານີ້ໄປຈົນກວ່າ ເວລາແຫ່ງການມາຂອງເຮົາ, ຖ້າຫາກລາວແນບສະໜິດຢູ່ໃນເຮົາ, ແລະ ຖ້າຫາກບໍ່ເປັນເຊັ່ນນັ້ນ, ເຮົາຈະຕັ້ງຄົນໜຶ່ງຂຶ້ນແທນລາວ.
19 ດັ່ງນັ້ນ, ຈົ່ງດູແລລາວ ເພື່ອວ່າສັດທາຂອງລາວຈະບໍ່ສູນສິ້ນໄປ, ແລະ ມັນຈະຖືກມອບໃຫ້ໂດຍ ພຣະຜູ້ປອບໂຍນ, ພຣະວິນຍານບໍລິສຸດ, ທີ່ຮູ້ທຸກສິ່ງ.
20 ແລະ ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ເຈົ້າ—ວ່າເຈົ້າຈະ ຂຽນໃຫ້ລາວ; ແລະ ພຣະຄຳພີຈະຖືກມອບໃຫ້, ແມ່ນແຕ່ຄືກັບວ່າ ມັນຢູ່ໃນຊວງເອິກຂອງເຮົາເອງ, ເພື່ອຄວາມລອດຂອງຜູ້ທີ່ເຮົາ ເລືອກໄວ້ເອງ;
21 ເພາະພວກເຂົາຈະໄດ້ຍິນ ສຽງຂອງເຮົາ, ແລະ ຈະເຫັນເຮົາ, ແລະ ຈະບໍ່ນອນຫລັບຢູ່, ແລະ ຈະ ຄົງຢູ່ໃນວັນແຫ່ງການ ມາຂອງເຮົາ; ເພາະພວກເຂົາຈະຖືກເຮັດໃຫ້ບໍລິສຸດ, ແມ່ນແຕ່ເໝືອນດັ່ງທີ່ເຮົາ ບໍລິສຸດ.
22 ແລະ ບັດນີ້ ເຮົາກ່າວກັບ ເຈົ້າວ່າ ຈົ່ງຢູ່ກັບລາວ, ແລະ ລາວຈະເດີນທາງໄປກັບເຈົ້າ; ຢ່າປະຖິ້ມລາວ, ແລະ ສິ່ງເຫລົ່ານີ້ຈະສຳເລັດຢ່າງແນ່ນອນ.
23 ແລະ ຕາບໃດທີ່ເຈົ້າບໍ່ໄດ້ຂຽນ, ຈົ່ງເບິ່ງ, ມັນຈະຖືກມອບໃຫ້ແກ່ລາວເພື່ອທຳນາຍ; ແລະ ເຈົ້າຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ ແລະ ອ້າງເຖິງ ສາດສະດາຜູ້ບໍລິສຸດເພື່ອພິສູດຖ້ອຍຄຳຂອງລາວ, ດັ່ງທີ່ມັນຖືກມອບໃຫ້ແກ່ລາວ.
24 ຈົ່ງ ຮັກສາບັນຍັດ ແລະ ພັນທະສັນຍາທັງໝົດຊຶ່ງຜູກມັດເຈົ້າຢູ່; ແລະ ເຮົາຈະເຮັດໃຫ້ຟ້າສະຫວັນ ສັ່ນສະເທືອນເພື່ອຄວາມດີຂອງເຈົ້າ, ແລະ ຊາຕານຈະຕົວສັ່ນ ແລະ ຊີໂອນຈະ ປິຕິຍິນດີຢູ່ເທິງພູ ແລະ ຈະເລີນຮຸ່ງເຮືອງ;
25 ແລະ ອິດສະຣາເອນຈະ ລອດໃນເວລາອັນເໝາະສົມຂອງເຮົາເອງ; ແລະ ໂດຍ ຂໍກະແຈຊຶ່ງເຮົາໄດ້ມອບໃຫ້ ພວກເຂົາຈະຖືກນຳພາໄປ, ແລະ ຈະບໍ່ມີຄວາມສັບສົນໃນທາງໃດເລີຍ.
26 ຈົ່ງລື້ນເລີງ ແລະ ເບີກບານເຖີດ, ການໄຖ່ຂອງເຈົ້າໃກ້ຈະມາເຖິງແລ້ວ.
27 ຢ່າສູ່ຢ້ານ, ຝູງແກະນ້ອຍເອີຍ, ອານາຈັກເປັນຂອງພວກເຈົ້າຈົນກວ່າເຮົາຈະມາ. ຈົ່ງເບິ່ງ, ເຮົາ ມາຢ່າງໄວ. ແມ່ນເປັນດັ່ງນັ້ນ. ອາແມນ.