ພາກທີ 38
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງເຟແອດ, ລັດນິວຢອກ, ວັນທີ 2 ເດືອນມັງກອນ, 1831. ເຫດການນັ້ນໄດ້ເກີດຂຶ້ນໃນກອງປະຊຸມໃຫຍ່ຂອງສາດສະໜາຈັກ.
1–6, ພຣະຄຣິດໄດ້ສ້າງທຸກສິ່ງທັງປວງ; 7–8, ພຣະອົງຢູ່ໃນທ່າມກາງໄພ່ພົນຂອງພຣະອົງ, ຜູ້ຈະເຫັນພຣະອົງໃນບໍ່ຊ້າ; 9–12, ເນື້ອໜັງທັງປວງເສື່ອມໂຊມຢູ່ຕໍ່ພຣະພັກຂອງພຣະອົງ; 13–22, ພຣະອົງໄດ້ສະຫງວນແຜ່ນດິນແຫ່ງຄຳສັນຍາໄວ້ສຳລັບໄພ່ພົນຂອງພຣະອົງໃນການເວລາ ແລະ ໃນຊົ່ວນິລັນດອນ; 23–27, ໄພ່ພົນຂອງພຣະເຈົ້າຖືກບັນຊາໃຫ້ເປັນອັນໜຶ່ງດຽວກັນ ແລະ ນັບຖືກັນສັນອ້າຍນ້ອງ; 28–29, ມີການບອກລ່ວງໜ້າກ່ຽວກັບສົງຄາມ; 30–33, ໄພ່ພົນຂອງພຣະເຈົ້າຈະໄດ້ຮັບອຳນາດຈາກເບື້ອງບົນ ແລະ ຈະອອກໄປໃນບັນດາທຸກປະຊາຊາດ; 34–42, ສາດສະໜາຈັກໄດ້ຖືກບັນຊາໃຫ້ດູແລຄົນຍາກຈົນ ແລະ ຄົນຂັດສົນ ແລະ ໃຫ້ສະແຫວງຫາຄວາມຮັ່ງມີແຫ່ງຊົ່ວນິລັນດອນ.
1 ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າໄດ້ກ່າວດັ່ງນີ້, ແມ່ນແຕ່ພຣະເຢຊູຄຣິດ, ເຮົາເປັນຜູ້ຍິ່ງໃຫຍ່, ອາລະຟາ ແລະ ໂອເມຄາ, ເປັນຕົ້ນ ແລະ ທີ່ສຸດ, ຜູ້ດຽວກັນນັ້ນທີ່ຫລຽວເບິ່ງຄວາມກວ້າງໃຫຍ່ໄພສານຂອງຊົ່ວນິລັນດອນ, ແລະ ໄພ່ພົນເຊຣາຟີມແຫ່ງສະຫວັນທັງໝົດ, ກ່ອນໂລກໄດ້ຖືກ ສ້າງຂຶ້ນ;
2 ຜູ້ດຽວກັນນັ້ນທີ່ ຮູ້ທຸກສິ່ງ, ເພາະ ທຸກສິ່ງໄດ້ຢູ່ຕໍ່ໜ້າຕໍ່ຕາເຮົາ;
3 ເຮົາຄືຜູ້ດຽວກັນນັ້ນທີ່ກ່າວ, ແລະ ໂລກໄດ້ຖືກ ສ້າງຂຶ້ນ, ແລະ ທຸກສິ່ງທັງປວງໄດ້ບັງເກີດຂຶ້ນໂດຍເຮົາ.
4 ເຮົາຄືຜູ້ດຽວກັນນັ້ນ ທີ່ໄດ້ເອົາເມືອງ ຊີໂອນຂອງເອນົກເຂົ້າມາໄວ້ໃນຊວງເອິກຂອງເຮົາເອງ; ແລະ ຕາມຄວາມຈິງແລ້ວ, ເຮົາກ່າວວ່າ ແມ່ນແຕ່ຫລາຍຕໍ່ຫລາຍຄົນທີ່ ເຊື່ອໃນນາມຂອງເຮົາ, ເພາະເຮົາຄືພຣະຄຣິດ, ແລະ ໃນນາມຂອງເຮົາເອງ, ໂດຍຄຸນນະທຳຂອງ ເລືອດທີ່ເຮົາໄດ້ຫລັ່ງ, ເຮົາໄດ້ອ້ອນວອນຕໍ່ພຣະບິດາແທນເຂົາ.
5 ແຕ່ຈົ່ງເບິ່ງ, ຄົນຊົ່ວຜູ້ທີ່ເຫລືອຢູ່ ເຮົາໄດ້ລ່າມໄວ້ດ້ວຍ ໂສ້ແຫ່ງຄວາມມືດ ຈົນກວ່າ ການພິພາກສາແຫ່ງວັນອັນຍິ່ງໃຫຍ່, ຊຶ່ງຈະມາໃນທີ່ສຸດຂອງແຜ່ນດິນໂລກ;
6 ແລະ ແມ່ນແຕ່ເຊັ່ນນັ້ນເຮົາຈະເຮັດໃຫ້ຄົນຊົ່ວຖືກລ່າມໄວ້, ຜູ້ທີ່ບໍ່ຍອມຟັງສຽງຂອງເຮົາ ແຕ່ໄດ້ເຮັດໃຈແຂງກະດ້າງ, ແລະ ວິບັດ, ວິບັດ, ວິບັດ, ຄືຊາຕາກຳຂອງເຂົາ.
7 ແຕ່ຈົ່ງເບິ່ງ, ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າວ່າ ຕາເຮົາຈ້ອງມອງພວກເຈົ້າຢູ່. ເຮົາຢູ່ໃນ ທ່າມກາງພວກເຈົ້າ ແລະ ພວກເຈົ້າບໍ່ສາມາດຫລຽວເຫັນເຮົາ;
8 ແຕ່ວັນນັ້ນຈະມາເຖິງໃນບໍ່ດົນນີ້ທີ່ພວກເຈົ້າຈະໄດ້ ເຫັນເຮົາ, ແລະ ຮູ້ວ່າເຮົາດຳລົງຢູ່; ເພາະບໍ່ດົນມ່ານແຫ່ງຄວາມມືດຈະຖືກສີກອອກ, ແລະ ຄົນທີ່ບໍ່ ບໍລິສຸດຈະ ຄົງຢູ່ໃນວັນນັ້ນບໍ່ໄດ້.
9 ດັ່ງນັ້ນ, ຈົ່ງຄາດແອວຂອງພວກເຈົ້າ ແລະ ຕຽມພ້ອມ. ຈົ່ງເບິ່ງ, ອານາຈັກເປັນຂອງພວກເຈົ້າ, ແລະ ສັດຕູຈະເອົາຊະນະບໍ່ໄດ້.
10 ຕາມຄວາມຈິງ ເຮົາກ່າວກັບພວກເຈົ້າວ່າ ພວກເຈົ້າ ສະອາດແລ້ວ, ແຕ່ບໍ່ແມ່ນທັງໝົດ; ແລະ ບໍ່ມີຄົນອື່ນທີ່ເຮົາ ພໍໃຈນຳຫລາຍກວ່າ;
11 ເພາະ ເນື້ອໜັງທັງປວງເສື່ອມໂຊມຢູ່ຕໍ່ໜ້າເຮົາ; ແລະ ອຳນາດແຫ່ງ ຄວາມມືດແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ, ໃນບັນດາລູກຫລານມະນຸດ, ຕໍ່ໜ້າໄພ່ພົນຂອງສະຫວັນທັງໝົດ—
12 ຊຶ່ງເຮັດໃຫ້ຄວາມງຽບສະຫງັດຄອບງຳ, ແລະ ຕະຫລອດຊົ່ວນິລັນດອນ ເຈັບປວດ, ແລະ ເຫລົ່າທູດພວມລໍຖ້າຄຳບັນຊາອັນຍິ່ງໃຫຍ່ຢູ່ ທີ່ຈະ ເກັບກ່ຽວແຜ່ນດິນໂລກ, ເພື່ອເຕົ້າໂຮມ ເຂົ້ານົກໄວ້ເພື່ອ ເຜົາ; ແລະ, ຈົ່ງເບິ່ງ, ສັດຕູໄດ້ເຕົ້າໂຮມຕົວເຂົ້າກັນ.
13 ແລະ ບັດນີ້ ເຮົາສະແດງໃຫ້ພວກເຈົ້າເຫັນຄວາມລຶກລັບ, ສິ່ງທີ່ເຄີຍຖືກເກັບໄວ້ໃນຫ້ອງລຶກລັບ, ເພື່ອຈະເຮັດໃຫ້ທຸກສິ່ງເກີດຂຶ້ນ ແມ່ນແຕ່ ຄວາມພິນາດຂອງພວກເຈົ້າຕາມຄວາມສົມຄວນຂອງເວລາ, ແລະ ພວກເຈົ້າບໍ່ຮູ້ມັນ;
14 ແຕ່ບັດນີ້ ເຮົາບອກໃຫ້ພວກເຈົ້າຮູ້ສິ່ງນີ້, ແລະ ພວກເຈົ້າເປັນສຸກແລ້ວ, ບໍ່ແມ່ນເພາະຄວາມຊົ່ວຮ້າຍຂອງພວກເຈົ້າ, ທັງບໍ່ແມ່ນເພາະໃຈຂອງພວກເຈົ້າບໍ່ເຊື່ອຖື; ເພາະຕາມຄວາມຈິງແລ້ວ ບາງຄົນໃນພວກເຈົ້າເຮັດຄວາມຜິດຕໍ່ເຮົາ, ແຕ່ເຮົາຈະເມດຕາຕໍ່ຄວາມອ່ອນແອຂອງພວກເຈົ້າ.
15 ສະນັ້ນ, ພວກເຈົ້າຈົ່ງ ເຂັ້ມແຂງນັບແຕ່ນີ້ເປັນຕົ້ນໄປ; ຢ່າສູ່ ຢ້ານ, ເພາະອານາຈັກເປັນຂອງພວກເຈົ້າ.
16 ແລະ ເພື່ອຄວາມລອດຂອງພວກເຈົ້າ ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຈົ້າ, ເພາະເຮົາໄດ້ຍິນຄຳອະທິຖານຂອງພວກເຈົ້າ, ແລະ ຄົນຍາກຈົນໄດ້ຈົ່ມຕໍ່ເຮົາ, ແລະ ຄົນຮັ່ງມີເຮົາກໍໄດ້ສ້າງຂຶ້ນ, ແລະ ເນື້ອໜັງທັງປວງເປັນຂອງເຮົາ, ແລະ ເຮົາບໍ່ ເລືອກໜ້າຄົນ.
17 ແລະ ເຮົາໄດ້ເຮັດໃຫ້ແຜ່ນດິນໂລກອຸດົມສົມບູນ, ແລະ ຈົ່ງເບິ່ງ ມັນເປັນ ບ່ອນຮອງຕີນຂອງເຮົາ, ດັ່ງນັ້ນ, ເຮົາຈະຢືນຢູ່ເທິງທີ່ນັ້ນອີກເທື່ອໜຶ່ງ.
18 ແລະ ເຮົາໄດ້ສະເໜີ ແລະ ຍອມທີ່ຈະມອບຄວາມຮັ່ງມີຫລາຍກວ່ານີ້ໃຫ້ແກ່ພວກເຈົ້າ, ແມ່ນແຕ່ແຜ່ນດິນແຫ່ງຄຳສັນຍາ, ແຜ່ນດິນທີ່ເຕັມໄປດ້ວຍນ້ຳນົມ ແລະ ນ້ຳເຜິ້ງ, ຊຶ່ງເທິງນັ້ນຈະບໍ່ມີຄຳສາບແຊ່ງເມື່ອພຣະຜູ້ເປັນເຈົ້າສະເດັດມາ;
19 ແລະ ເຮົາຈະມອບມັນໃຫ້ແກ່ພວກເຈົ້າ ເປັນແຜ່ນດິນມູນມໍລະດົກຂອງພວກເຈົ້າ, ຖ້າຫາກພວກເຈົ້າສະແຫວງຫາມັນດ້ວຍສຸດໃຈຂອງພວກເຈົ້າ.
20 ແລະ ນີ້ຈະເປັນພັນທະສັນຍາຂອງເຮົາກັບພວກເຈົ້າ, ພວກເຈົ້າຈະໄດ້ຮັບມັນເປັນແຜ່ນດິນມູນມໍລະດົກຂອງພວກເຈົ້າ, ແລະ ເປັນ ມູນມໍລະດົກຂອງລູກຫລານຂອງພວກເຈົ້າຕະຫລອດການ, ໃນຂະນະທີ່ແຜ່ນດິນໂລກຍັງຕັ້ງຢູ່, ແລະ ພວກເຈົ້າຈະໄດ້ຮັບມັນອີກໃນຊົ່ວນິລັນດອນ, ໂດຍບໍ່ສູນສິ້ນອີກຕໍ່ໄປ.
21 ແຕ່, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ມື້ໜຶ່ງພວກເຈົ້າຈະບໍ່ມີກະສັດ ຫລື ຜູ້ປົກຄອງ, ເພາະເຮົາຈະເປັນ ກະສັດຂອງພວກເຈົ້າ ແລະ ເຝົ້າດູແລພວກເຈົ້າ.
22 ດັ່ງນັ້ນ, ຈົ່ງຟັງສຽງຂອງເຮົາ ແລະ ຕາມເຮົາມາ, ແລະ ພວກເຈົ້າຈະເປັນ ຄົນອິດສະລະ, ແລະ ພວກເຈົ້າຈະບໍ່ມີກົດນອກຈາກກົດຂອງເຮົາ ເມື່ອເຮົາມາ, ເພາະເຮົາຄື ຜູ້ໃຫ້ກົດຂອງພວກເຈົ້າ, ແລະ ແມ່ນຫຍັງຈະຢັບຢັ້ງມືຂອງເຮົາໄດ້?
23 ແຕ່, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ຈົ່ງ ສິດສອນກັນແລະກັນຕາມໜ້າທີ່ຊຶ່ງເຮົາໄດ້ແຕ່ງຕັ້ງພວກເຈົ້າ;
24 ແລະ ໃຫ້ທຸກໆຄົນ ນັບຖືອ້າຍນ້ອງຂອງຕົນເໝືອນດັ່ງຕົນເອງ, ແລະ ປະຕິບັດດ້ວຍ ຄຸນນະທຳ ແລະ ຄວາມບໍລິສຸດຢູ່ຕໍ່ໜ້າເຮົາ.
25 ແລະ ອີກເທື່ອໜຶ່ງ ເຮົາກ່າວກັບພວກເຈົ້າວ່າ ໃຫ້ທຸກໆຄົນນັບຖືອ້າຍນ້ອງຂອງຕົນເໝືອນດັ່ງຕົນເອງ.
26 ເພາະຄົນໃດແດ່ໃນບັນດາພວກເຈົ້າທີ່ມີລູກຊາຍສິບສອງຄົນ, ແລະ ບໍ່ໄດ້ເລືອກໜ້າພວກເຂົາ, ແລະ ພວກເຂົາກໍໄດ້ຮັບໃຊ້ລາວຢ່າງເຊື່ອຟັງ, ແລະ ລາວຈະເວົ້າກັບຄົນໜຶ່ງບໍວ່າ: ໃຫ້ລູກນຸ່ງຖືເສື້ອຜ້າຜືນງາມ ແລະ ໃຫ້ນັ່ງຢູ່ນີ້; ແລະ ກັບອີກຄົນໜຶ່ງວ່າ: ໃຫ້ເຈົ້ານຸ່ງເສື້ອຜ້າຂາດ ແລະ ນັ່ງຢູ່ບ່ອນນັ້ນ—ແລະ ຫລຽວເບິ່ງພວກລູກຊາຍ ແລະ ເວົ້າວ່າເຮົາຍຸດຕິທຳແລ້ວ?
27 ຈົ່ງເບິ່ງ, ເຮົາໄດ້ມອບສິ່ງນີ້ໃຫ້ພວກເຈົ້າເປັນຄຳອຸປະມາ, ແລະ ມັນເປັນເໝືອນດັ່ງທີ່ເຮົາເປັນ. ເຮົາກ່າວກັບພວກເຈົ້າວ່າ, ຈົ່ງເປັນອັນ ໜຶ່ງອັນດຽວກັນ; ແລະ ຖ້າຫາກພວກເຈົ້າບໍ່ເປັນອັນໜຶ່ງອັນດຽວກັນພວກເຈົ້າກໍບໍ່ແມ່ນຂອງເຮົາ.
28 ແລະ ອີກເທື່ອໜຶ່ງ, ເຮົາກ່າວກັບພວກເຈົ້າວ່າ ສັດຕູຢູ່ໃນຫ້ອງລຶກລັບສະແຫວງຫາທີ່ຈະເອົາ ຊີວິດຂອງພວກເຈົ້າ.
29 ພວກເຈົ້າໄດ້ຍິນເລື່ອງ ສົງຄາມຢູ່ໃນປະເທດໄກ, ແລະ ພວກເຈົ້າເວົ້າວ່າ ບໍ່ດົນຈະມີສົງຄາມໃຫຍ່ໃນປະເທດໄກ, ແຕ່ພວກເຈົ້າບໍ່ຮູ້ໃຈຂອງຄົນໃນແຜ່ນດິນຂອງຕົນເອງເລີຍ.
30 ເຮົາບອກສິ່ງນີ້ກັບພວກເຈົ້າ ເພາະຄຳອະທິຖານຂອງພວກເຈົ້າ; ດັ່ງນັ້ນ, ຈົ່ງ ສະສົມ ປັນຍາໄວ້ໃນຊວງອົກຂອງພວກເຈົ້າ, ຖ້າບໍ່ດັ່ງນັ້ນຄວາມຊົ່ວຮ້າຍຂອງມະນຸດຈະເປີດເຜີຍເລື່ອງເຫລົ່ານີ້ແກ່ພວກເຈົ້າໂດຍຄວາມຊົ່ວຮ້າຍຂອງພວກເຂົາ, ໃນວິທີທີ່ຈະກ່າວເຂົ້າຫູຂອງພວກເຈົ້າດ້ວຍສຽງດັງກວ່າສຽງທີ່ຈະສັ່ນແຜ່ນດິນໂລກ; ແຕ່ ຖ້າຫາກພວກເຈົ້າຕຽມພ້ອມ ພວກເຈົ້າຈະບໍ່ຢ້ານກົວ.
31 ແລະ ເພື່ອພວກເຈົ້າຈະໄດ້ໜີພົ້ນອຳນາດຂອງສັດຕູ, ແລະ ເຕົ້າໂຮມເຂົ້າກັນເປັນຄົນຊອບທຳຂອງເຮົາ, ບໍ່ມີຂໍ້ຕຳນິ ແລະ ມົນທິນ—
32 ດັ່ງນັ້ນ, ເພາະເຫດນີ້ ເຮົາຈຶ່ງມອບພຣະບັນຍັດໃຫ້ພວກເຈົ້າ ວ່າພວກເຈົ້າຄວນໄປຫາລັດ ໂອໄຮໂອ; ແລະ ຢູ່ທີ່ນັ້ນເຮົາຈະມອບ ກົດຂອງເຮົາໃຫ້ພວກເຈົ້າ; ແລະ ຢູ່ທີ່ນັ້ນພວກເຈົ້າຈະໄດ້ ຮັບພອນດ້ວຍອຳນາດຈາກເບື້ອງບົນ;
33 ແລະ ຈາກທີ່ນັ້ນ, ຜູ້ໃດກໍຕາມທີ່ເຮົາປະສົງ ຈະ ອອກໄປໃນບັນດາປະຊາຊາດທັງປວງ, ແລະ ເຂົາຈະຖືກບອກວ່າ ເຂົາຄວນເຮັດສິ່ງໃດ; ເພາະເຮົາມີວຽກງານອັນສຳຄັນທີ່ໄດ້ສະສົມໄວ້, ເພາະອິດສະຣາເອນຈະ ລອດ, ແລະ ເຮົາຈະນຳພາເຂົາໄປຫາບ່ອນໃດກໍຕາມທີ່ເຮົາປະສົງ, ແລະ ບໍ່ມີອຳນາດໃດທີ່ຈະ ຢັບຢັ້ງມືຂອງເຮົາໄດ້.
34 ແລະ ບັດນີ້, ເຮົາມອບບັນຍັດຂໍ້ໜຶ່ງໃຫ້ແກ່ສາດສະໜາຈັກໃນພາກສ່ວນນີ້, ຄືຜູ້ຊາຍບາງຄົນໃນບັນດາພວກເຂົາຈະໄດ້ຮັບການແຕ່ງຕັ້ງ, ແລະ ພວກເຂົາຈະໄດ້ຮັບການແຕ່ງຕັ້ງໂດຍ ສຽງຂອງສາດສະໜາຈັກ;
35 ແລະ ພວກເຂົາຈະດູແລຄົນຍາກຈົນ ແລະ ຄົນຂັດສົນ, ແລະ ໃຫ້ຄວາມຊ່ວຍເຫລືອເພື່ອ ບັນເທົາພວກເຂົາຈາກຄວາມທຸກຍາກລຳບາກຂອງພວກເຂົາ; ແລະ ສົ່ງພວກເຂົາໄປຫາບ່ອນຊຶ່ງເຮົາໄດ້ບັນຊາພວກເຂົາ;
36 ແລະ ນີ້ຈະເປັນວຽກງານຂອງພວກເຂົາ, ທີ່ຈະບໍລິຫານງານເນື່ອງດ້ວຍຊັບສິນຂອງສາດສະໜາຈັກນີ້.
37 ແລະ ຜູ້ທີ່ມີໄຮ່ນາຊຶ່ງຂາຍບໍ່ໄດ້, ກໍໃຫ້ເຂົາປະມັນໄປ ຫລື ໃຫ້ຄົນອື່ນເຊົ່າ ດັ່ງທີ່ພວກເຂົາເຫັນວ່າດີ.
38 ຈົ່ງເບິ່ງວ່າ ທຸກສິ່ງຖືກປົກປັກຮັກສາ; ແລະ ເມື່ອມະນຸດໄດ້ ຮັບພອນດ້ວຍອຳນາດຈາກເບື້ອງບົນ ແລະ ຖືກສົ່ງອອກໄປ, ສິ່ງເຫລົ່ານີ້ທັງໝົດຈະຖືກຮວບຮວມເຂົ້າໃນຊວງອົກຂອງສາດສະໜາຈັກ.
39 ແລະ ຖ້າຫາກພວກເຈົ້າສະແຫວງຫາ ຄວາມຮັ່ງມີ ຊຶ່ງມັນເປັນຕາມພຣະປະສົງຂອງພຣະບິດາທີ່ຈະມອບໃຫ້ແກ່ພວກເຈົ້າ, ແລ້ວພວກເຈົ້າຈະເປັນຄົນຮັ່ງມີທີ່ສຸດຫລາຍກວ່າທຸກຄົນທັງປວງ, ເພາະພວກເຈົ້າຈະມີ ຄວາມຮັ່ງມີແຫ່ງຊົ່ວນິລັນດອນ; ແລະ ມັນຈຳເປັນວ່າ ຄວາມຮັ່ງມີຂອງແຜ່ນດິນໂລກເປັນຂອງເຮົາທີ່ຈະມອບໃຫ້; ແຕ່ຈົ່ງລະວັງ ຄວາມທະນົງຕົວ, ຖ້າບໍ່ດັ່ງນັ້ນພວກເຈົ້າຈະກາຍເປັນເໝືອນດັ່ງ ຊາວນີໄຟໃນສະໄໝບູຮານ.
40 ແລະ ອີກເທື່ອໜຶ່ງ, ເຮົາກ່າວກັບພວກເຈົ້າວ່າ ເຮົາມອບພຣະບັນຍັດຂໍ້ໜຶ່ງໃຫ້ພວກເຈົ້າ, ວ່າມະນຸດທຸກຄົນ, ທັງແອວເດີ, ປະໂລຫິດ, ຄູສອນ, ແລະ ສະມາຊິກນຳອີກ, ຈົ່ງໄປດ້ວຍສຸດພະລັງຂອງຕົນ, ດ້ວຍເຫື່ອແຮງຂອງ ມືຕົນ, ເພື່ອຕຽມ ແລະ ບັນລຸສິ່ງຊຶ່ງເຮົາໄດ້ບັນຊາ.
41 ແລະ ຈົ່ງໃຫ້ ການສັ່ງສອນຂອງພວກເຈົ້າເປັນສຽງ ເຕືອນ, ມະນຸດທຸກຄົນເຕືອນເພື່ອນບ້ານຂອງຕົນ, ດ້ວຍຄວາມນິ້ມນວນ ແລະ ດ້ວຍຄວາມອ່ອນໂຍນ.
42 ແລະ ພວກເຈົ້າຈົ່ງ ອອກໄປຈາກບັນດາຄົນຊົ່ວ. ຈົ່ງຊ່ວຍຕົວເອງໃຫ້ລອດ. ເຈົ້າທີ່ຖືພາຊະນະຂອງພຣະຜູ້ເປັນເຈົ້າຈົ່ງຮັກສາຕົວໃຫ້ສະອາດ. ແມ່ນເປັນດັ່ງນັ້ນ. ອາແມນ.