ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52


ພາກ​ທີ 52

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ພວກ​ແອວ​ເດີ​ຂອງ​ສາດ​ສະ​ໜາ​ຈັກ, ທີ່​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ວັນ​ທີ 6 ເດືອນ​ມິ​ຖຸ​ນາ, 1831. ກອງ​ປະ​ຊຸມ​ໃຫຍ່​ໄດ້​ຖືກ​ຈັດ​ຂຶ້ນ​ທີ່​ເມືອງ​ເຄີດ​ແລນ, ເລີ່ມ​ຕົ້ນ​ໃນ​ວັນ​ທີ 3 ແລະ ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 6 ຂອງ​ເດືອນ​ມິ​ຖຸ​ນາ. ໃນ​ກອງ​ປະ​ຊຸມ​ໃຫຍ່​ນີ້ ມີ​ການ​ແຕ່ງ​ຕັ້ງ​ສະ​ເພາະ​ເປັນ​ເທື່ອ​ທຳ​ອິດ​ຕໍ່​ຕຳ​ແໜ່ງ​ມະ​ຫາ​ປະ​ໂລ​ຫິດ, ແລະ ມີ​ການ​ຫລິງ​ເຫັນ ແລະ ຕິ​ຕຽນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ບາງ​ຢ່າງ​ຂອງ​ວິນ​ຍານ​ເທັດ ແລະ ການ​ຫລອກ​ລວງ.

1–2, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ຕໍ່​ໄປ​ຖືກ​ກຳ​ນົດ​ໃຫ້​ຈັດ​ຂຶ້ນ​ໃນ​ລັດ​ມີ​ເຊີ​ຣີ; 3–8, ມີ​ການ​ກຳ​ນົດ​ແອວ​ເດີ​ບາງ​ຄົນ​ໃຫ້​ເດີນ​ທາງ​ໄປ​ນຳ​ກັນ; 9–11, ແອວ​ເດີ​ຕ້ອງ​ສິດ​ສອນ​ສິ່ງ​ທີ່​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ​ໄດ້​ຂຽນ​ໄວ້; 12–21, ຄົນ​ທີ່​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ໂດຍ​ພຣະ​ວິນ​ຍານ​ຈະ​ນຳ​ຜົນ​ແຫ່ງ​ການ​ສັນ​ລະ​ເສີນ ແລະ ປັນ​ຍາ​ອອກ​ມາ; 22–44, ແອວ​ເດີ​ບາງ​ຄົນ​ໄດ້​ຖືກ​ກຳ​ນົດ​ໃຫ້​ອອກ​ໄປ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃນ​ຂະ​ນະ​ທີ່​ເດີນ​ທາງ​ໄປ ລັດ​ມີ​ເຊີ​ຣີ​ເພື່ອ​ຮ່ວມ​ກອງ​ປະ​ຊຸມ​ໃຫຍ່.

1 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ແອວ​ເດີ​ຜູ້​ທີ່​ພຣະ​ອົງ​ໄດ້ ເອີ້ນ ແລະ ໄດ້​ເລືອກ​ໃນ​ຍຸກ​ສຸດ​ທ້າຍ​ນີ້, ໂດຍ​ສຸ​ລະ​ສຽງ​ແຫ່ງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ—

2 ໂດຍ​ກ່າວ​ວ່າ: ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຈົ້າ​ວ່າ​ເຮົາ​ຕ້ອງ​ການ​ໃຫ້​ພວກ​ເຈົ້າ​ເຮັດ​ສິ່ງ​ໃດ​ນັບ​ຈາກ​ເວ​ລາ​ນີ້​ຈົນ​ເຖິງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ຕໍ່​ໄປ, ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ລັດ​ມີ​ເຊີ​ຣີ, ເທິງ ທີ່​ດິນ ຊຶ່ງ​ເຮົາ​ຈະ ອຸ​ທິດ​ໃຫ້​ຜູ້​ຄົນ​ຂອງ​ເຮົາ, ຊຶ່ງ​ເປັນ​ສ່ວນ​ໜຶ່ງ ທີ່​ເຫລືອ​ຢູ່​ຂອງ​ຢາ​ໂຄບ, ແລະ ຄົນ​ເຫລົ່າ​ນັ້ນ​ຜູ້​ເປັນ​ທາ​ຍາດ​ຕາມ ພັນ​ທະ​ສັນ​ຍາ.

3 ດັ່ງ​ນັ້ນ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ແລະ ຊິດ​ນີ ຣິກ​ດອນ ອອກ​ເດີນ​ທາງ​ທັນ​ທີ​ເທົ່າ​ທີ່​ຈະ​ສາ​ມາດ​ຕຽມ​ຕົວ​ຢ່າງ​ໄວ​ເພື່ອ​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ, ແລະ ເດີນ​ທາງ​ໄປ​ຫາ​ແຜ່ນ​ດິນ​ມີ​ເຊີ​ຣີ.

4 ແລະ ຕາບ​ໃດ​ທີ່​ເຂົາ​ເຈົ້າ​ຊື່​ສັດ​ຕໍ່​ເຮົາ, ຈະ​ເຮັດ​ໃຫ້​ມັນ​ເປັນ​ທີ່​ຮູ້​ຈັກ​ແກ່​ເຂົາ​ເຈົ້າ​ວ່າ​ເຂົາ​ເຈົ້າ​ຄວນ​ເຮັດ​ສິ່ງ​ໃດ;

5 ແລະ ຕາບ​ໃດ​ທີ່​ເຂົາ​ເຈົ້າ​ຊື່​ສັດ, ຈະ​ເຮັດ​ໃຫ້​ມັນ​ເປັນ​ທີ່​ຮູ້​ຈັກ​ແກ່​ເຂົາ​ເຈົ້າ​ນຳ​ອີກ​ວ່າ ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ເຂົາ​ເຈົ້າ​ຢູ່​ບ່ອນ​ໃດ.

6 ແລະ ຕາບ​ໃດ​ທີ່​ເຂົາ​ເຈົ້າ​ບໍ່​ຊື່​ສັດ, ເຂົາ​ເຈົ້າ​ຈະ​ຖືກ​ຕັດ​ອອກ, ແມ່ນ​ແຕ່​ຕາມ​ທີ່​ເຮົາ​ປະ​ສົງ, ດັ່ງ​ທີ່​ເຮົາ​ເຫັນ​ວ່າ​ດີ.

7 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄລ​ມັນ ໄວ້ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ຄໍ​ຣຽວ ອອກ​ເດີນ​ທາງ​ຢ່າງ​ໄວ;

8 ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ເມີ​ດ໊ອກ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄຮ​ຣຳ ສະ​ມິດ ນຳ​ອີກ, ອອກ​ເດີນ​ທາງ​ໄປ​ຫາ​ບ່ອນ​ດຽວ​ກັນ​ໂດຍ​ຜ່ານ​ທາງ​ເມືອງ​ດີ​ທຣອຍ.

9 ແລະ ໃຫ້​ພວກ​ເຂົາ​ເດີນ​ທາງ​ຈາກ​ບ່ອນ​ນັ້ນ​ໂດຍ​ສັ່ງ​ສອນ​ພຣະ​ຄຳ​ໄປ​ລະ​ຫວ່າງ​ທາງ, ໂດຍ ບໍ່​ໃຫ້​ກ່າວ​ສິ່ງ​ໃດ​ນອກ​ຈາກ​ສິ່ງ​ທີ່ ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໄດ້​ຂຽນ​ໄວ້, ແລະ ສິ່ງ​ທີ່ ພຣະ​ຜູ້​ປອບ​ໂຍນ​ໄດ້​ສິດ​ສອນ​ພວກ​ເຂົາ​ຜ່ານ​ການ​ອະ​ທິ​ຖານ​ດ້ວຍ​ສັດ​ທາ​ເທົ່າ​ນັ້ນ.

10 ໃຫ້​ພວກ​ເຂົາ​ໄປ​ເປັນ ຄູ່ໆ, ແລະ ໃຫ້​ພວກ​ເຂົາ​ສັ່ງ​ສອນ​ໄປ​ລະ​ຫວ່າງ​ທາງ​ໃນ​ການ​ຊຸມ​ນຸມ​ທຸກ​ບ່ອນ, ໂດຍ​ໃຫ້​ບັບ​ຕິ​ສະ​ມາ​ດ້ວຍ ນ້ຳ, ແລະ ໂດຍ​ການ​ວາງ ມື​ຢູ່​ແຄມ​ນ້ຳ.

11 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ເຮົາ​ຈະ​ຕັດ​ວຽກ​ງານ​ຂອງ​ເຮົາ​ໃຫ້​ສັ້ນ​ລົງ​ໃນ ຄວາມ​ຊອບ​ທຳ, ເພາະ​ເວ​ລາ​ມາ​ເຖິງ​ແລ້ວ​ທີ່​ເຮົາ​ຈະ​ສົ່ງ​ການ​ພິ​ພາກ​ສາ​ອອກ​ໄປ​ສູ່​ໄຊ​ຊະ​ນະ.

12 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄລ​ມັນ ໄວ້ ລະ​ມັດ​ລະ​ວັງ, ເພາະ​ຊາ​ຕານ​ຢາກ ຝັດ​ລາວ​ຄື​ກັນ​ກັບ​ຂີ້​ແກບ.

13 ແລະ ຈົ່ງ​ເບິ່ງ, ຄົນ​ທີ່ ຊື່​ສັດ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ຜູ້​ປົກ​ຄອງ​ຫລາຍ​ສິ່ງ.

14 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ຈະ​ມອບ​ແບບ​ແຜນ​ໃນ​ທຸກ​ສິ່ງ​ໃຫ້​ແກ່​ພວກ​ເຈົ້າ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ຖືກ​ຫລອກ​ລວງ; ເພາະ​ຊາ​ຕານ​ມີ​ຢູ່​ທົ່ວ​ແຜ່ນ​ດິນ, ແລະ ມັນ​ອອກ​ໄປ​ຫລອກ​ລວງ​ບັນ​ດາ​ປະ​ຊາ​ຊາດ—

15 ດັ່ງ​ນັ້ນ ຄົນ​ໃດ​ທີ່​ອະ​ທິ​ຖານ, ຜູ້​ມີ​ວິນ​ຍານ​ທີ່ ສຳ​ນຶກ​ຜິດ, ຄົນໆ​ນັ້ນ​ເຮົາ​ຈະ ຮັບ​ຮູ້​ຖ້າ​ຫາກ​ເຂົາ​ປະ​ຕິ​ບັດ​ຕາມ ພິ​ທີ​ການ​ຂອງ​ເຮົາ.

16 ຄົນ​ໃດ​ທີ່​ກ່າວ, ຜູ້​ມີ​ວິນ​ຍານ​ທີ່​ສຳ​ນຶກ​ຜິດ, ຊຶ່ງ​ພາ​ສາ​ຂອງ​ເຂົາ​ອ່ອນ​ໂຍນ ແລະ ເສີມ​ສ້າງ, ຄົນໆ​ນັ້ນ​ແມ່ນ​ມາ​ຈາກ​ພຣະ​ເຈົ້າ​ຖ້າ​ຫາກ​ເຂົາ​ປະ​ຕິ​ບັດ​ຕາມ​ພິ​ທີ​ການ​ຂອງ​ເຮົາ.

17 ແລະ ອີກ​ເທື່ອ​ໜຶ່ງ, ຄົນ​ໃດ​ທີ່​ຕົວ​ສັ່ນ​ພາຍ​ໃຕ້​ອຳ​ນາດ​ຂອງ​ເຮົາ ຈະ​ຖືກ​ເຮັດ​ໃຫ້ ເຂັ້ມ​ແຂງ​ຂຶ້ນ, ແລະ ຈະ ນຳ​ຜົນ​ແຫ່ງ​ການ​ສັນ​ລະ​ເສີນ ແລະ ປັນ​ຍາ​ອອກ​ມາ, ຕາມ​ການ​ເປີດ​ເຜີຍ ແລະ ຄວາມ​ຈິງ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ພວກ​ເຈົ້າ.

18 ແລະ ອີກ​ເທື່ອ​ໜຶ່ງ, ຄົນ​ທີ່​ຜ່າຍ​ແພ້ ແລະ ບໍ່​ໄດ້ ນຳ​ຜົນ​ອອກ​ມາ, ແມ່ນ​ແຕ່​ຕາມ​ແບບ​ແຜນ​ນີ້, ບໍ່​ໄດ້​ມາ​ຈາກ​ເຮົາ.

19 ດັ່ງ​ນັ້ນ, ໂດຍ​ແບບ​ແຜນ​ນີ້​ພວກ​ເຈົ້າ​ຈະ ຮູ້​ວິນ​ຍານ​ຕ່າງໆ​ໃນ​ທຸກ​ກໍ​ລະ​ນີ​ພາຍ​ໃຕ້​ຟ້າ​ສະ​ຫວັນ​ທັງ​ມວນ.

20 ແລະ ເວ​ລາ​ມາ​ເຖິງ​ແລ້ວ; ອີງ​ຕາມ​ສັດ​ທາ​ຂອງ​ມະ​ນຸດ ມັນ​ຈະ ເກີດ​ຂຶ້ນ​ກັບ​ພວກ​ເຂົາ.

21 ຈົ່ງ​ເບິ່ງ, ຄຳ​ບັນ​ຊາ​ນີ້​ຖືກ​ມອບ​ໃຫ້​ແກ່​ແອວ​ເດີ​ທຸກ​ຄົນ ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້.

22 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ທອມ​ມັສ ບີ ມາສ໌ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອ​ຊະ​ຣາ ແຕ ອອກ​ເດີນ​ທາງ​ຄື​ກັນ, ໂດຍ​ສັ່ງ​ສອນ​ພຣະ​ຄຳ​ໄປ​ລະ​ຫວ່າງ​ທາງ​ຫາ​ແຜ່ນ​ດິນ​ດຽວ​ກັນ​ນັ້ນ.

23 ແລະ ອີກ​ເທື່ອ​ໜຶ່ງ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໄອ​ຊິກ ມໍ​ລີ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອ​ຊະ​ຣາ ບູທ໌ ອອກ​ເດີນ​ທາງ, ໂດຍ​ສັ່ງ​ສອນ​ພຣະ​ຄຳ​ໄປ​ລະ​ຫວ່າງ​ທາງ​ຫາ​ແຜ່ນ​ດິນ​ດຽວ​ກັນ​ນັ້ນ​ດ້ວຍ.

24 ແລະ ອີກ​ເທື່ອ​ໜຶ່ງ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດ​ເວີດ ພາດ​ທຣິດ ແລະ ມາ​ຕິນ ແຮ​ຣິສ ອອກ​ເດີນ​ທາງ ໄປ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດ​ນີ ຣິກ​ດອນ ແລະ ໂຈ​ເຊັບ ສະ​ມິດ, ຜູ້​ລູກ.

25 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເດ​ວິດ ວິດ​ເມີ ແລະ ຮາ​ວີ ວິດ​ລ໊ອກ ອອກ​ເດີນ​ທາງ​ຄື​ກັນ, ແລະ ສັ່ງ​ສອນ​ໄປ​ລະ​ຫວ່າງ​ທາງ​ຫາ​ແຜ່ນ​ດິນ​ດຽວ​ກັນ​ນັ້ນ.

26 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ພາ​ລີ ພີ ພະ​ແຣັດ ແລະ ອໍ​ສັນ ພະ​ແຣັດ ອອກ​ເດີນ​ທາງ, ແລະ ສັ່ງ​ສອນ​ໄປ​ລະ​ຫວ່າງ​ທາງ, ແມ່ນ​ແຕ່​ໄປ​ຫາ​ແຜ່ນ​ດິນ​ດຽວ​ກັນ​ນັ້ນ.

27 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຊ​ໂລ​ໂມນ ແຮນ​ຄ໊ອກ ແລະ ຊາຍ​ມັນ ຄາດ​ເທີ ອອກ​ເດີນ​ທາງ​ຄື​ກັນ​ໄປ​ຫາ​ແຜ່ນ​ດິນ​ດຽວ​ກັນ​ນັ້ນ, ແລະ ສັ່ງ​ສອນ​ໄປ​ລະ​ຫວ່າງ​ທາງ.

28 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເອດ​ສັນ ຟູນ​ເລີ ແລະ ເຈ​ກັບ ສະ​ກາດ ອອກ​ເດີນ​ທາງ​ຄື​ກັນ.

29 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ລີ​ວາຍ ດັບ​ເບິນ​ຢູ ແຮນ​ຄ໊ອກ ແລະ ເຊ​ເບ​ດີ ຄໍ​ຕຣິນ ອອກ​ເດີນ​ທາງ​ຄື​ກັນ.

30 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຣ​ໂນນ ຄາ​ຮູນ ແລະ ແຊມ​ໂຍ ເອັຈ ສະ​ມິດ ອອກ​ເດີນ​ທາງ​ຄື​ກັນ.

31 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວີ​ເລີ ໂບ​ວິນ ແລະ ວິວ​ລຽມ ຄາດ​ເທີ ອອກ​ເດີນ​ທາງ​ຄື​ກັນ.

32 ແລະ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ນິວ​ເອັນ ໄນ້ ແລະ ສີ​ລາ ເຈ ກຣິບ​ຟິນ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ທັງ​ສອງ, ແລະ ອອກ​ເດີນ​ທາງ​ຄື​ກັນ.

33 ແທ້​ຈິງ​ແລ້ວ, ຕາມ​ຄວາມ​ຈິງ ເຮົາ​ກ່າວ​ວ່າ ໃຫ້​ພວກ​ເຂົາ​ທຸກ​ຄົນ​ອອກ​ເດີນ​ທາງ​ໄປ​ຫາ​ສະ​ຖານ​ທີ່​ແຫ່ງ​ດຽວ​ກັນ, ຕາມ​ເສັ້ນ​ທາງ​ຕ່າງໆ​ຂອງ​ພວກ​ເຂົາ, ແລະ ບໍ່​ໃຫ້​ຄົນ​ໃດ​ສ້າງ​ໄວ້​ເທິງ ຮາກ​ຖານ​ຂອງ​ຄົນ​ອື່ນ, ທັງ​ບໍ່​ໃຫ້​ເດີນ​ທາງ​ໄປ​ໃນ​ເສັ້ນ​ທາງ​ຂອງ​ຄົນ​ອື່ນ.

34 ຄົນ​ໃດ​ທີ່​ຊື່​ສັດ, ຄົນໆ​ນັ້ນ​ຈະ​ໄດ້​ຮັບ​ການ​ຮັກ​ສາ​ໄວ້ ແລະ ໄດ້​ຮັບ​ພອນ​ດ້ວຍ ຜົນ​ຢ່າງ​ຫລວງ​ຫລາຍ.

35 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈ​ເຊັບ ເວກ​ຟຽວ ແລະ ໂຊ​ໂລ​ໂມນ ຮຳ​ຟຣີ ອອກ​ເດີນ​ທາງ​ໄປ​ຫາ​ແຜ່ນ​ດິນ​ທາງ​ທິດ​ຕາ​ເວັນ​ອອກ;

36 ໃຫ້​ພວກ​ເຂົາ​ອອກ​ແຮງ​ນຳ​ຄອບ​ຄົວ​ຂອງ​ພວກ​ເຂົາ, ໂດຍ​ບໍ່ ປະ​ກາດ​ຢ່າງ​ອື່ນ​ນອກ​ຈາກ​ສິ່ງ​ທີ່​ເປັນ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ, ຊຶ່ງ​ພວກ​ເຂົາ​ໄດ້ ເຫັນ ແລະ ໄດ້​ຍິນ ແລະ ເຊື່ອ​ຢ່າງ​ແນ່​ນອນ​ທີ່​ສຸດ, ເພື່ອ​ວ່າ​ຄຳ​ທຳ​ນາຍ​ຈະ​ສຳ​ເລັດ​ຄົບ​ຖ້ວນ.

37 ເນື່ອງ​ຈາກ​ການ​ລ່ວງ​ລະ​ເມີດ, ຈົ່ງ​ໃຫ້​ເອົາ​ສິ່ງ​ທີ່​ໄດ້​ມອບ​ໃຫ້​ແກ່ ຮີມັນ ແບ​ເສັດ ໄປ​ຈາກ​ລາວ, ແລະ ມອບ​ມັນ​ໄວ້​ເທິງ​ຫົວ​ຂອງ ໄຊ​ມອນສ໌ ໄຣ​ເດີ.

38 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້ ແຕ່ງ​ຕັ້ງ ແຈ​ເຣັດ ຄາດ​ເທີ ເປັນ​ປະ​ໂລ​ຫິດ, ແລະ ໃຫ້​ແຕ່ງ​ຕັ້ງ ຈອດ ເຈມສ໌ ເປັນ ປະ​ໂລ​ຫິດ​ຄື​ກັນ.

39 ໃຫ້​ແອວ​ເດີ​ຜູ້​ທີ່​ເຫລືອ​ຢູ່ ດູ​ແລ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ປະ​ກາດ​ພຣະ​ຄຳ​ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ​ພວກ​ເຂົາ; ແລະ ໃຫ້​ພວກ​ເຂົາ​ອອກ​ແຮງ​ດ້ວຍ​ມື​ຂອງ​ຕົນ​ເອງ ເພື່ອ​ວ່າ​ພວກ​ເຂົາ​ຈະ​ບໍ່​ໄດ້​ເຄົາ​ລົບ ຮູບ​ບູ​ຊາ ຫລື ເຮັດ​ຄວາມ​ຊົ່ວ​ຮ້າຍ.

40 ແລະ ໃນ​ທຸກ​ສິ່ງ​ໃຫ້​ຈື່​ຈຳ ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ, ຄົນ​ເຈັບ​ປ່ວຍ ແລະ ຄົນ​ທີ່​ເປັນ​ທຸກ, ເພາະ​ຄົນ​ໃດ​ທີ່​ບໍ່​ເຮັດ​ສິ່ງ​ເຫລົ່າ​ນີ້, ຄົນໆ​ນັ້ນ​ບໍ່​ໄດ້​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ.

41 ແລະ ອີກ​ເທື່ອ​ໜຶ່ງ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ແລະ ຊິດ​ນີ ຣິກ​ດອນ ແລະ ເອດ​ເວີດ ພາດ​ທຣິດ ເອົາ ໃບ​ຮັບ​ຮອງ​ຈາກ​ສາດ​ສະ​ໜາ​ຈັກ​ໄປ​ກັບ​ເຂົາ​ເຈົ້າ. ແລະ ໃຫ້​ມີ​ໃບ​ໜຶ່ງ​ສຳ​ລັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ຄາວ​ເດີ​ຣີ ຄື​ກັນ.

42 ແລະ ດັ່ງ​ນັ້ນ, ແມ່ນ​ແຕ່​ດັ່ງ​ທີ່​ເຮົາ​ໄດ້​ກ່າວ, ຖ້າ​ຫາກ​ພວກ​ເຈົ້າ​ຊື່​ສັດ ພວກ​ເຈົ້າ​ຈະ​ໄປ​ຊຸມ​ນຸມ​ກັນ​ເພື່ອ​ປິ​ຕິ​ຍິນ​ດີ​ໃນ​ແຜ່ນ​ດິນ ມີ​ເຊີ​ຣີ, ຊຶ່ງ​ເປັນ​ແຜ່ນ​ດິນ ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຈົ້າ, ຊຶ່ງ​ຂະ​ນະ​ນີ້​ເປັນ​ແຜ່ນ​ດິນ​ຂອງ​ສັດ​ຕູ​ຂອງ​ພວກ​ເຈົ້າ.

43 ແຕ່, ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ເລັ່ງ​ສ້າງ​ເມືອງ​ໃນ​ເວ​ລາ​ອັນ​ເໝາະ​ສົມ, ແລະ ຈະ​ສວມ​ມົງ​ກຸດ​ໃຫ້​ຄົນ​ຊອບ​ທຳ​ດ້ວຍ ຄວາມ​ຊື່ນ​ຊົມ ແລະ ຄວາມ​ປິ​ຕິ​ຍິນ​ດີ.

44 ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ແລະ ເຮົາ​ຈະ ຍົກ​ພວກ​ເຂົາ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາ​ແມນ.

ພິມ