ພາກທີ 61
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ຢູ່ແຄມຝັ່ງແມ່ນ້ຳມີເຊີຣີ, ທາງໂຄ້ງມິກອິວເວນ, ວັນທີ 12 ເດືອນສິງຫາ, 1831. ຕອນເຂົາເຈົ້າເດີນທາງກັບໄປເມືອງເຄີດແລນ, ສາດສະດາ ແລະ ແອວເດີສິບຄົນໄດ້ເດີນທາງລ່ອງແມ່ນ້ຳມີເຊີຣີໄປໃນເຮືອພາຍ. ໃນມື້ທີສາມຂອງການເດີນທາງ, ເຂົາເຈົ້າໄດ້ປະສົບອັນຕະລາຍຫລາຍຢ່າງ. ໃນພາບນິມິດໃນຕອນກາງເວັນ, ແອວເດີ ວິວລຽມ ດັບເບິນຢູ ແຟ້ວສ໌, ໄດ້ເຫັນຜູ້ທຳລາຍເດີນທະຍານໄປດ້ວຍອຳນາດຢູ່ເທິງຜືນນ້ຳ.
1–12, ພຣະຜູ້ເປັນເຈົ້າໄດ້ອອກຄຳສັ່ງໃຫ້ເກີດຄວາມພິນາດຫລາຍຢ່າງຢູ່ເທິງຜືນນ້ຳ; 13–22, ຜືນນ້ຳຖືກໂຢຮັນສາບແຊ່ງ, ແລະ ຜູ້ທຳລາຍເດີນທະຍານໄປເທິງໜ້ານ້ຳ; 23–29, ບາງຄົນກໍມີອຳນາດບັນຊານ້ຳ; 30–35, ແອວເດີຕ້ອງເດີນທາງເປັນຄູ່ໆ ແລະ ສັ່ງສອນພຣະກິດຕິຄຸນ; 36–39, ເຂົາເຈົ້າຕ້ອງຕຽມສຳລັບການສະເດັດມາຂອງບຸດມະນຸດ.
1 ຈົ່ງເບິ່ງ, ແລະ ຈົ່ງເຊື່ອຟັງສຸລະສຽງຂອງພຣະອົງຜູ້ມີລິດ ອຳນາດທັງປວງ, ຜູ້ຈາກເປັນນິດເຖິງເປັນນິດ, ແມ່ນແຕ່ ອາລະຟາ ແລະ ໂອເມຄາ, ເປັນຕົ້ນ ແລະ ທີ່ສຸດ.
2 ຈົ່ງເບິ່ງ, ຕາມຄວາມຈິງແລ້ວ ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ກັບພວກເຈົ້າ, ໂອ້ ພວກເຈົ້າແອວເດີຂອງສາດສະໜາຈັກຂອງເຮົາ, ຜູ້ມາຊຸມນຸມກັນໃນບ່ອນນີ້, ຜູ້ທີ່ບາບຂອງພວກເຈົ້າໄດ້ຖືກອະໄພໃຫ້ແລ້ວ, ເພາະເຮົາ, ພຣະຜູ້ເປັນເຈົ້າ, ໃຫ້ ອະໄພບາບ, ແລະ ມີ ເມດຕາແກ່ຜູ້ ສາລະພາບບາບຂອງຕົນດ້ວຍຫົວໃຈທີ່ຖ່ອມ;
3 ແຕ່ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ບໍ່ຈຳເປັນທີ່ແອວເດີຂອງເຮົາທັງກຸ່ມຈະເດີນທາງໄປຢ່າງໄວເທິງຜືນນ້ຳ, ໃນຂະນະທີ່ຜູ້ອາໄສຢູ່ທັງສອງຝັ່ງພວມຕາຍຢູ່ໃນຄວາມບໍ່ເຊື່ອຖື.
4 ເຖິງຢ່າງໃດກໍຕາມ, ເຮົາກໍຍອມເພື່ອພວກເຈົ້າຈະໄດ້ກ່າວເປັນພະຍານ; ຈົ່ງເບິ່ງ, ມີອັນຕະລາຍຫລາຍຢ່າງຢູ່ເທິງຜືນນ້ຳ, ແລະ ຫລາຍຂຶ້ນໂດຍສະເພາະຫລັງຈາກນີ້;
5 ເພາະເຮົາ, ພຣະຜູ້ເປັນເຈົ້າ, ໄດ້ອອກຄຳສັ່ງໄວ້ໃນພຣະພິໂລດຂອງເຮົາໃຫ້ເກີດຄວາມພິນາດຫລາຍຢ່າງຢູ່ເທິງຜືນນ້ຳ; ແທ້ຈິງແລ້ວ, ແລະ ໂດຍສະເພາະເທິງຜືນນ້ຳນີ້.
6 ເຖິງຢ່າງໃດກໍຕາມ, ເນື້ອໜັງທັງປວງຢູ່ໃນມືຂອງເຮົາ, ແລະ ຄົນທີ່ຊື່ສັດໃນບັນດາພວກເຈົ້າຈະບໍ່ຕາຍທາງຜືນນ້ຳ.
7 ດັ່ງນັ້ນ, ມັນຈຶ່ງຈຳເປັນທີ່ຜູ້ຮັບໃຊ້ຂອງເຮົາ ຊິດນີ ກຽວເບີດ ແລະ ຜູ້ຮັບໃຊ້ຂອງເຮົາ ວິວລຽມ ດັບເບິນຢູ ແຟ້ວສ໌ ຕ້ອງຟ້າວຟັ່ງໄປເຮັດທຸລະ ແລະ ພາລະກິດຂອງພວກເຂົາ.
8 ເຖິງຢ່າງໃດກໍຕາມ, ເຮົາຈະບໍ່ຍອມໃຫ້ພວກເຈົ້າຈາກກັນໄປຈົນກວ່າພວກເຈົ້າໄດ້ຮັບ ການຕີສອນສຳລັບບາບຂອງພວກເຈົ້າເສຍກ່ອນ, ເພື່ອວ່າພວກເຈົ້າຈະໄດ້ເປັນອັນໜຶ່ງດຽວກັນ, ເພື່ອວ່າພວກເຈົ້າຈະບໍ່ຕາຍໃນ ຄວາມຊົ່ວຮ້າຍ;
9 ແຕ່ບັດນີ້, ຕາມຄວາມຈິງແລ້ວ ເຮົາກ່າວວ່າ ເຮົາເຫັນສົມຄວນທີ່ພວກເຈົ້າຈະຈາກກັນໄປ. ດັ່ງນັ້ນ ໃຫ້ ຜູ້ຮັບໃຊ້ຂອງເຮົາ ຊິດນີ ກຽວເບີດ ແລະ ວິວລຽມ ດັບເບິນຢູ ແຟ້ວສ໌ ຮັບກຸ່ມເດີມຂອງພວກເຂົາໄປ, ແລະ ໃຫ້ພວກເຂົາອອກເດີນທາງໃນຄວາມຟ້າວຟັ່ງ ເພື່ອວ່າພວກເຂົາຈະໄດ້ບັນລຸພາລະກິດຂອງພວກເຂົາ, ແລະ ຜ່ານສັດທາ, ພວກເຂົາຈະຊະນະ;
10 ແລະ ຕາບໃດທີ່ພວກເຂົາຍັງຊື່ສັດ ພວກເຂົາຈະຖືກຮັກສາໄວ້, ແລະ ເຮົາ, ພຣະຜູ້ເປັນເຈົ້າ, ຈະສະຖິດຢູ່ນຳພວກເຂົາ.
11 ແລະ ໃຫ້ຜູ້ທີ່ເຫລືອຢູ່ເອົາສິ່ງທີ່ຈຳເປັນສຳລັບການນຸ່ງຖືໄປນຳ.
12 ໃຫ້ຜູ້ຮັບໃຊ້ຂອງເຮົາ ຊິດນີ ກຽວເບີດ ເອົາສິ່ງທີ່ບໍ່ຈຳເປັນໄປນຳລາວ, ດັ່ງທີ່ພວກເຈົ້າເຫັນພ້ອມ.
13 ແລະ ບັດນີ້, ຈົ່ງເບິ່ງ, ເພື່ອ ຜົນປະໂຫຍດຂອງພວກເຈົ້າ ເຮົາຈະມອບ ບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຈົ້າກ່ຽວກັບເລື່ອງເຫລົ່ານີ້; ແລະ ເຮົາ, ພຣະຜູ້ເປັນເຈົ້າ, ຈະໃຫ້ເຫດຜົນກັບພວກເຈົ້າ ດັ່ງເຊັ່ນກັບຜູ້ຄົນໃນສະໄໝບູຮານ.
14 ຈົ່ງເບິ່ງ, ເຮົາ, ພຣະຜູ້ເປັນເຈົ້າ, ໃນຕອນຕົ້ນໄດ້ອວຍພອນ ຜືນນ້ຳ; ແຕ່ໃນຍຸກສຸດທ້າຍ, ໂດຍປາກຂອງໂຢຮັນຜູ້ຮັບໃຊ້ຂອງເຮົາ, ເຮົາໄດ້ ສາບແຊ່ງຜືນນ້ຳ.
15 ດັ່ງນັ້ນ, ວັນເວລາຈະມາເຖິງ ເມື່ອບໍ່ມີເນື້ອໜັງໃດຈະປອດໄພຢູ່ເທິງຜືນນ້ຳ.
16 ແລະ ຈະມີກ່າວໄວ້ໃນວັນເວລາຈະມາເຖິງວ່າ ບໍ່ມີໃຜສາມາດຂຶ້ນໄປຫາແຜ່ນດິນຊີໂອນເທິງຜືນນ້ຳ, ຍົກເວັ້ນແຕ່ຄົນທີ່ຊື່ຕົງໃນໃຈເທົ່ານັ້ນ.
17 ແລະ, ດັ່ງທີ່ເຮົາ, ພຣະຜູ້ເປັນເຈົ້າ, ໃນຕອນຕົ້ນໄດ້ ສາບແຊ່ງແຜ່ນດິນສັນໃດ, ເຮົາກໍຈະໃຫ້ພອນມັນໃນຍຸກສຸດທ້າຍສັນນັ້ນ, ໃນເວລາຂອງມັນເອງ, ເພື່ອຜົນປະໂຫຍດຂອງໄພ່ພົນຂອງເຮົາ, ເພື່ອວ່າເຂົາຈະໄດ້ຮັບສ່ວນອັນອຸດົມສົມບູນໃນນັ້ນ.
18 ແລະ ບັດນີ້ ເຮົາມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຈົ້າວ່າ ສິ່ງໃດກໍຕາມທີ່ເຮົາກ່າວກັບຄົນໜຶ່ງ ກໍຄືກັນກັບເຮົາກ່າວກັບທຸກຄົນ, ເພື່ອວ່າພວກເຈົ້າຈະໄດ້ເຕືອນອ້າຍນ້ອງຂອງພວກເຈົ້າກ່ຽວກັບຜືນນ້ຳເຫລົ່ານີ້, ເພື່ອວ່າພວກເຂົາຈະບໍ່ໄດ້ມາເດີນທາງໃນນ້ຳນີ້, ຖ້າບໍ່ດັ່ງນັ້ນພວກເຂົາຈະສູນເສຍສັດທາໄປ ແລະ ຖືກບ້ວງ;
19 ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ອອກຄຳສັ່ງ, ແລະ ຜູ້ທຳລາຍເດີນທະຍານໄປເທິງໜ້ານ້ຳນັ້ນ, ແລະ ເຮົາບໍ່ໄດ້ຍົກເລີກຄຳສັ່ງ.
20 ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ພຣະພິໂລດກັບພວກເຈົ້າມື້ວານນີ້, ແຕ່ມື້ນີ້ພຣະພິໂລດຂອງເຮົາໄດ້ຫາຍໄປແລ້ວ.
21 ດັ່ງນັ້ນ, ໃຫ້ຄົນທີ່ເຮົາໄດ້ກ່າວເຖິງ, ອອກເດີນທາງໃນຄວາມຟ້າວຟັ່ງ—ອີກເທື່ອໜຶ່ງ ເຮົາກ່າວກັບພວກເຈົ້າອີກວ່າ ໃຫ້ພວກເຂົາອອກເດີນທາງໃນຄວາມຟ້າວຟັ່ງ.
22 ແລະ ມັນບໍ່ສຳຄັນສຳລັບເຮົາ, ຫລັງຈາກບໍ່ດົນ, ຖ້າເປັນໄປວ່າ ພວກເຂົາໄດ້ບັນລຸພາລະກິດຂອງພວກເຂົາ, ບໍ່ວ່າພວກເຂົາຈະເດີນທາງໄປທາງນ້ຳ ຫລື ທາງບົກ; ໃຫ້ສິ່ງນີ້ເປັນໄປດັ່ງທີ່ມັນຖືກເຮັດໃຫ້ເປັນທີ່ຮູ້ຈັກແກ່ພວກເຂົາຕາມການພິຈາລະນາຂອງພວກເຂົາໃນພາຍໜ້າ.
23 ແລະ ບັດນີ້, ກ່ຽວກັບຜູ້ຮັບໃຊ້ຂອງເຮົາ, ຊິດນີ ຣິກດອນ, ໂຈເຊັບ ສະມິດ, ຜູ້ລູກ, ແລະ ອໍລີເວີ ຄາວເດີຣີ, ຢ່າໃຫ້ເຂົາເຈົ້າມາຕາມຜືນນ້ຳອີກ, ຍົກເວັ້ນແຕ່ຕາມຕະຄອງ, ໃນຂະນະທີ່ເດີນທາງກັບໄປຫາບ້ານເຮືອນຂອງເຂົາເຈົ້າ; ຫລື ອີກຄຳໜຶ່ງ ເຂົາເຈົ້າຕ້ອງບໍ່ເດີນທາງມາຕາມຜືນນ້ຳ, ຍົກເວັ້ນແຕ່ຕາມຕະຄອງເທົ່ານັ້ນ.
24 ຈົ່ງເບິ່ງ, ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ກຳນົດເສັ້ນທາງສຳລັບການເດີນທາງຂອງໄພ່ພົນຂອງເຮົາ; ແລະ ຈົ່ງເບິ່ງ, ນີ້ຄືເສັ້ນທາງ—ວ່າຫລັງຈາກເຂົາເຈົ້າໄດ້ຂຶ້ນຕະຄອງໄປ ແລ້ວເຂົາເຈົ້າຈະເດີນໄປທາງບົກ, ຕາບໃດທີ່ເຂົາເຈົ້າຖືກບັນຊາໃຫ້ເດີນທາງ ແລະ ຂຶ້ນໄປຫາແຜ່ນດິນຊີໂອນ;
25 ແລະ ເຂົາເຈົ້າຈະເຮັດຄືກັນກັບລູກຫລານຂອງອິດສະຣາເອນ, ຕັ້ງຜ້າເຕັນຂອງພວກເຂົາຕາມລະຫວ່າງທາງ.
26 ແລະ, ຈົ່ງເບິ່ງ, ພວກເຈົ້າຈະຕ້ອງມອບບັນຍັດຂໍ້ນີ້ໃຫ້ແກ່ອ້າຍນ້ອງຂອງພວກເຈົ້າທຸກຄົນ.
27 ເຖິງຢ່າງໃດກໍຕາມ, ກັບຜູ້ທີ່ໄດ້ຮັບ ອຳນາດໃຫ້ບັນຊາຜືນນ້ຳ, ຜູ້ນັ້ນຈະໄດ້ຮັບພຣະວິນຍານໃຫ້ຮູ້ວິທີທາງຂອງພຣະອົງ;
28 ດັ່ງນັ້ນ, ໃຫ້ລາວເຮັດດັ່ງທີ່ພຣະວິນຍານຂອງພຣະເຈົ້າທີ່ຊົງພຣະຊົນຢູ່ຈະບັນຊາລາວ, ບໍ່ວ່າຈະເປັນເທິງແຜ່ນດິນ ຫລື ເທິງຜືນນ້ຳ, ດັ່ງທີ່ມັນຢູ່ກັບເຮົາທີ່ຈະເຮັດໃນພາຍຂ້າງໜ້າ.
29 ແລະ ແກ່ພວກເຈົ້າ ວິທີທາງໄດ້ຖືກມອບໃຫ້ສຳລັບໄພ່ພົນຂອງພຣະເຈົ້າ, ຫລື ເສັ້ນທາງສຳລັບໄພ່ພົນຂອງຄ້າຍຂອງພຣະຜູ້ເປັນເຈົ້າ, ເພື່ອເດີນທາງ.
30 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ຜູ້ຮັບໃຊ້ຂອງເຮົາວ່າ ຊິດນີ ຣິກດອນ, ໂຈເຊັບ ສະມິດ, ຜູ້ລູກ, ແລະ ອໍລີເວີ ຄາວເດີຣີ, ຈະບໍ່ເປີດປາກຂອງເຂົາເຈົ້າໃນບ່ອນຊຸມນຸມຂອງຄົນຊົ່ວ ຈົນກວ່າເຂົາເຈົ້າຈະໄປເຖິງເມືອງຊິນຊິນນາດີ;
31 ແລະ ໃນບ່ອນນັ້ນ ເຂົາເຈົ້າຈະເປັ່ງສຽງຂອງຕົນເຖິງພຣະເຈົ້າຕ້ານຜູ້ຄົນເຫລົ່ານັ້ນ, ແທ້ຈິງແລ້ວ, ເຖິງພຣະອົງທີ່ພຣະພິໂລດຕ້ານຄວາມຊົ່ວຮ້າຍຂອງພວກເຂົາ, ຜູ້ຄົນທີ່ເກືອບຈະ ສຸກງອມສຳລັບຄວາມພິນາດ.
32 ແລະ ຈາກບ່ອນນັ້ນໃຫ້ເຂົາເຈົ້າເດີນທາງໄປຫາບ່ອນຊຸມນຸມຂອງອ້າຍນ້ອງຂອງເຂົາເຈົ້າ, ເພາະວຽກງານຂອງເຂົາເຈົ້າແມ່ນແຕ່ຕອນນີ້ກໍເປັນທີ່ຕ້ອງການໃນບັນດາພວກເຂົາຫລາຍກວ່າໃນບັນດາບ່ອນຊຸມນຸມຂອງຄົນຊົ່ວ.
33 ແລະ ບັດນີ້, ກ່ຽວກັບຜູ້ທີ່ເຫລືອຢູ່, ໃຫ້ພວກເຂົາເດີນທາງ ແລະ ປະກາດພຣະຄຳໃນບັນດາບ່ອນຊຸມນຸມຂອງຄົນຊົ່ວ, ເທົ່າທີ່ມັນຖືກມອບໃຫ້;
34 ແລະ ຕາບໃດທີ່ພວກເຂົາເຮັດສິ່ງນີ້ ພວກເຂົາຈະ ກຳຈັດຄວາມດ່າງພ້ອຍອອກຈາກອາພອນຂອງພວກເຂົາ, ແລະ ພວກເຂົາຈະບໍ່ມີມົນທິນຢູ່ຕໍ່ໜ້າເຮົາ.
35 ແລະ ໃຫ້ພວກເຂົາເດີນທາງໄປນຳກັນ, ຫລື ເປັນ ຄູ່ໆ, ດັ່ງທີ່ພວກເຂົາເຫັນວ່າດີ, ພຽງແຕ່ບໍ່ໃຫ້ຜູ້ຮັບໃຊ້ຂອງເຮົາ ເຣໂນນ ຄາຫູນ, ແລະ ຜູ້ຮັບໃຊ້ຂອງເຮົາ ແຊມໂຍ ເອັຈ ສະມິດ, ຜູ້ທີ່ເຮົາພໍໃຈຫລາຍ, ແຍກຈາກກັນ ຈົນກວ່າພວກເຂົາຈະກັບໄປເຖິງບ້ານເຮືອນຂອງພວກເຂົາ, ແລະ ນີ້ເພື່ອຈຸດປະສົງອັນສະຫລາດໃນເຮົາ.
36 ແລະ ບັດນີ້, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ແລະ ສິ່ງໃດກໍຕາມທີ່ເຮົາກ່າວກັບຄົນໜຶ່ງ ກໍຄືກັນກັບເຮົາກ່າວກັບທຸກຄົນ, ຈົ່ງເບີກບານເຖີດ, ເດັກນ້ອຍໆເອີຍ; ເພາະເຮົາຢູ່ໃນ ທ່າມກາງພວກເຈົ້າ, ແລະ ເຮົາຈະບໍ່ ປະຖິ້ມພວກເຈົ້າ;
37 ແລະ ຕາບໃດທີ່ພວກເຈົ້າຖ່ອມຕົວຢູ່ຕໍ່ໜ້າເຮົາ, ພອນແຫ່ງ ອານາຈັກຈະເປັນຂອງພວກເຈົ້າ.
38 ຈົ່ງຄາດແອວຂອງພວກເຈົ້າ ແລະ ຈົ່ງ ເຝົ້າລະວັງ ແລະ ຈົ່ງມີສະຕິ, ລໍຄອຍສຳລັບການສະເດັດມາຂອງບຸດມະນຸດ, ເພາະພຣະອົງຈະມາໃນຊົ່ວໂມງທີ່ພວກເຈົ້າບໍ່ຄາດຄິດ.
39 ຈົ່ງ ອະທິຖານສະເໝີເພື່ອບໍ່ໃຫ້ພວກເຈົ້າເຂົ້າໄປສູ່ ການລໍ້ລວງ, ເພື່ອວ່າພວກເຈົ້າຈະໄດ້ຄົງຢູ່ໃນວັນແຫ່ງການສະເດັດມາຂອງພຣະອົງ, ບໍ່ວ່າໃນຊີວິດ ຫລື ໃນຄວາມຕາຍ. ແມ່ນເປັນດັ່ງນັ້ນ. ອາແມນ.