ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98


ພາກ​ທີ 98

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ວັນ​ທີ 6 ເດືອນ​ສິງ​ຫາ, 1833. ການ​ເປີດ​ເຜີຍ​ນີ້​ມາ​ເຖິງ​ເນື່ອງ​ຈາກ​ການ​ຂົ່ມ​ເຫັງ​ທີ່​ເກີດ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ມີ​ເຊີ​ຣີ. ການ​ທີ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ມາ​ຕັ້ງ​ຖິ່ນ​ຖານ​ຫລາຍ​ຂຶ້ນ ຢູ່​ໃນ​ລັດ​ມີ​ເຊີ​ຣີ ຈຶ່ງ​ໄດ້​ສ້າງ​ບັນ​ຫາ​ໃຫ້​ຜູ້​ມາ​ຕັ້ງ​ຖິ່ນ​ຖານ​ຄົນ​ອື່ນໆ, ຜູ້​ຮູ້​ສຶກ​ຢ້ານ​ກົວ​ຕໍ່​ຈຳ​ນວນ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ຕໍ່​ອິດ​ທິ​ພົນ​ຝ່າຍ​ການ​ເມືອງ ແລະ ເສດ​ຖະ​ກິດ, ແລະ ວັດ​ທະ​ນະ​ທຳ ແລະ ສາດ​ສະ​ໜາ ທີ່​ແຕກ​ຕ່າງ​ກັນ. ໃນ​ເດືອນ​ກໍ​ລະ​ກົດ 1833, ກຸ່ມ​ອັນ​ຕະ​ພານ​ໄດ້​ທຳ​ລາຍ​ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ, ໄດ້​ເອົາ​ຢາງ​ໝາກ​ຕອຍ​ທາ​ໃສ່ ແລະ ເອົາ​ຂົນ​ໄກ່​ພຶກ​ໃສ່​ສະ​ມາ​ຊິກ​ສອງ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ສັ່ງ​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ ໜີ​ຈາກ​ເຂດ​ແຈ໊ກ​ສັນ. ເຖິງ​ແມ່ນ​ວ່າ​ຂ່າວ​ບາງ​ຢ່າງ​ກ່ຽວ​ກັບ​ບັນ​ຫາ​ໃນ​ລັດ​ມີ​ເຊີ​ຣີ​ໄດ້​ໄປ​ເຖິງ​ຜູ້​ເປັນ​ສາດ​ສະ​ດາ​ໃນ​ເມືອງ​ເຄີດ​ແລນ​ຢ່າງ​ບໍ່​ມີ​ຂໍ້​ສົງ​ໄສ (ຫ່າງ​ໄກ ເກົ້າ​ຮ້ອຍ​ໄມ [1,448 ກິ​ໂລ​ແມັດ]), ແຕ່​ຄວາມ​ຮ້າຍ​ແຮງ​ຂອງ​ສະ​ຖາ​ນະ​ການ​ໄດ້​ຖືກ​ເຮັດ​ໃຫ້​ເພິ່ນ​ຮູ້​ໃນ​ມື້​ນີ້​ພຽງ​ແຕ່​ໂດຍ​ການ​ເປີດ​ເຜີຍ​ເທົ່າ​ນັ້ນ.

1–3, ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ເປັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ພວກ​ເຂົາ; 4–8, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ນັບ​ຖື​ກົດ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ແຜ່ນ​ດິນ; 9–10, ຄົນ​ທີ່​ຊື່​ສັດ, ສະ​ຫລາດ, ແລະ ດີ ຄວນ​ຖືກ​ສະ​ໜັບ​ສະ​ໜູນ​ໃຫ້​ປົກ​ຄອງ​ເລື່ອງ​ທາງ​ໂລກ; 11–15, ຄົນ​ທີ່​ມອບ​ຊີ​ວິດ​ຂອງ​ຕົນ​ໃນ​ອຸ​ດົມ​ການ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ; 16–18, ເລີກ​ເຮັດ​ສົງ​ຄາມ ແລະ ປະ​ກາດ​ສັນ​ຕິ​ສຸກ; 19–22, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ເມືອງ​ເຄີດ​ແລນ​ໄດ້​ຖືກ​ຕຳ​ນິ ແລະ ຖືກ​ບັນ​ຊາ​ໃຫ້​ກັບ​ໃຈ; 23–32, ພຣະ​ຜູ້​ເປັນ​ເຈົ້າ ເປີດ​ເຜີຍ​ກົດ​ຂອງ​ພຣະ​ອົງ​ທີ່​ຄວບ​ຄຸມ​ການ​ຂົ່ມ​ເຫັງ ແລະ ຄວາມ​ທຸກ​ທໍ​ລະ​ມານ​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ; 33–38, ສົງ​ຄາມ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ເທົ່າ​ນັ້ນ; 39–48, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ໃຫ້​ອະ​ໄພ​ແກ່​ສັດ​ຕູ​ຂອງ​ພວກ​ເຂົາ, ຜູ້​ຊຶ່ງ​ຖ້າ​ຫາກ​ພວກ​ເຂົາ​ກັບ​ໃຈ ຈະ​ໜີ​ພົ້ນ​ຈາກ​ການ​ແກ້​ແຄ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄື​ກັນ.

1 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ ເພື່ອນ​ຂອງ​ເຮົາ, ຢ່າ​ສູ່​ຢ້ານ, ຈົ່ງ​ສະ​ບາຍ​ໃຈ​ເຖີດ; ແທ້​ຈິງ​ແລ້ວ, ຈົ່ງ​ປິ​ຕິ​ຍິນ​ດີ​ຕະ​ຫລອດ​ໄປ, ແລະ ຖວາຍ ຄວາມ​ຂອບ​ພຣະ​ຄຸນ​ໃນ​ທຸກ​ສິ່ງ;

2 ຈົ່ງ ລໍ​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ອົດ​ທົນ, ເພາະ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຈົ້າ​ໄດ້​ເຂົ້າ​ພຣະ​ກັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຊາ​ບາ​ໂອດ​ແລ້ວ, ແລະ ໄດ້​ຖືກ​ບັນ​ທຶກ​ໄວ້​ດ້ວຍ​ຕາ​ປະ​ທັບ ແລະ ຫລັກ​ຖານ—ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສາ​ບານ ແລະ ອອກ​ຄຳ​ສັ່ງ​ວ່າ​ມັນ​ຈະ​ຖືກ​ປະ​ທານ​ໃຫ້​ຕາມ​ທີ່​ທູນ​ຂໍ.

3 ສະ​ນັ້ນ, ພຣະ​ອົງ​ຈຶ່ງ​ມອບ​ຄຳ​ສັນ​ຍາ​ນີ້​ໃຫ້​ແກ່​ພວກ​ເຈົ້າ, ດ້ວຍ​ພັນ​ທະ​ສັນ​ຍາ​ທີ່​ຖາ​ວອນ ວ່າ​ມັນ​ຈະ​ສຳ​ເລັດ​ຄົບ​ຖ້ວນ; ແລະ ທຸກ​ສິ່ງ​ທັງ​ປວງ​ໃນ​ນັ້ນ​ທີ່​ພວກ​ເຈົ້າ​ໄດ້​ຮັບ ທຸກ​ທໍ​ລະ​ມານ​ມາ ຈະ​ທຳ​ງານ​ນຳ​ກັນ​ເພື່ອ​ຄວາມ​ດີ​ຂອງ​ພວກ​ເຈົ້າ, ແລະ ຕໍ່​ລັດ​ສະ​ໝີ​ພາບ​ຂອງ​ນາມ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

4 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ກ່ຽວ​ກັບ​ກົດ​ໝາຍ​ຂອງ​ແຜ່ນ​ດິນ, ມັນ​ເປັນ​ຄວາມ​ປະ​ສົງ​ຂອງ​ເຮົາ​ທີ່​ຜູ້​ຄົນ​ຂອງ​ເຮົາ​ຈະ​ຍຶດ​ຖື​ທີ່​ຈະ​ປະ​ຕິ​ບັດ​ທຸກ​ສິ່ງ​ທັງ​ປວງ ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ເຮົາ​ບັນ​ຊາ​ພວກ​ເຂົາ.

5 ແລະ ວ່າ ກົດ​ຂອງ​ແຜ່ນ​ດິນ​ຊຶ່ງ​ເປັນ​ກົດ ລັດ​ຖະ​ທຳ​ມະ​ນູນ, ອັນ​ທີ່​ສະ​ໜັບ​ສະ​ໜູນ​ຫລັກ​ທຳ​ແຫ່ງ​ອິດ​ສະ​ລະ​ພາບ​ຂໍ້​ນັ້ນ​ໃນ​ການ​ຮັກ​ສາ​ສິດ ແລະ ສິດ​ທິ​ພິ​ເສດ, ເປັນ​ຂອງ​ມະ​ນຸດ​ຊາດ​ທັງ​ປວງ, ແລະ ເປັນ​ສິ່ງ​ຖືກ​ຕ້ອງ​ຢູ່​ຕໍ່​ໜ້າ​ເຮົາ.

6 ສະ​ນັ້ນ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈຶ່ງ​ຮັບ​ຮອງ​ພວກ​ເຈົ້າ, ແລະ ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ຈາກ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ໃນ​ການ​ນັບ​ຖື​ກົດ​ນັ້ນ​ຊຶ່ງ​ເປັນ​ກົດ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ແຜ່ນ​ດິນ;

7 ແລະ ກ່ຽວ​ກັບ​ກົດ​ຂອງ​ມະ​ນຸດ, ບໍ່​ວ່າ​ສິ່ງ​ໃດ​ກໍ​ຕາມ​ທີ່​ຫລາຍ ຫລື ໜ້ອຍ​ໄປ​ກວ່າ​ນັ້ນ, ມາ​ຈາກ​ຄວາມ​ຊົ່ວ.

8 ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ເຮັດ​ໃຫ້​ພວກ​ເຈົ້າ​ເປັນ ອິດ​ສະ​ລະ, ສະ​ນັ້ນ ພວກ​ເຈົ້າ​ຈຶ່ງ​ເປັນ​ອິດ​ສະ​ລະ​ແທ້ໆ; ແລະ ກົດ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ອິດ​ສະ​ລະ​ຄື​ກັນ.

9 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ ຄົນ​ຊົ່ວ​ປົກ​ຄອງ ຜູ້​ຄົນ​ຈະ​ໂສກ​ເສົ້າ.

10 ດັ່ງ​ນັ້ນ, ຄວນ​ສະ​ແຫວງ​ຫາ​ຄົນ​ທີ່ ຊື່​ສັດ ແລະ ສະ​ຫລາດ​ຢ່າງ​ພາກ​ພຽນ, ແລະ ພວກ​ເຈົ້າ​ຄວນ​ຍຶດ​ຖື​ທີ່​ຈະ​ສະ​ໜັບ​ສະ​ໜູນ​ຄົນ​ດີ ແລະ ສະ​ຫລາດ; ຖ້າ​ບໍ່​ດັ່ງ​ນັ້ນ ສິ່ງ​ໃດ​ກໍ​ຕາມ​ທີ່​ໜ້ອຍ​ກວ່າ​ນັ້ນ​ແມ່ນ​ມາ​ຈາກ​ຄວາມ​ຊົ່ວ.

11 ແລະ ເຮົາ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ, ວ່າ​ພວກ​ເຈົ້າ​ປະ​ຖິ້ມ​ຄວາມ​ຊົ່ວ​ທັງ​ໝົດ ແລະ ແນບ​ສະ​ໜິດ​ຢູ່​ກັບ​ຄວາມ​ດີ​ທັງ​ໝົດ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ທຸກ ຄຳ​ຊຶ່ງ​ອອກ​ມາ​ຈາກ​ພຣະ​ໂອດ ຂອງ​ພຣະ​ເຈົ້າ.

12 ເພາະ​ພຣະ​ອົງ​ຈະ ປະ​ທານ​ໃຫ້​ແກ່​ຄົນ​ຊື່​ສັດ​ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ; ແລະ ເຮົາ​ຈະ ທົດ​ລອງ​ພວກ​ເຈົ້າ ແລະ ພິ​ສູດ​ພວກ​ເຈົ້າ​ໂດຍ​ວິ​ທີ​ນີ້.

13 ແລະ ຜູ້​ໃດ​ກໍ​ຕາມ​ທີ່ ວາງ​ຊີ​ວິດ​ຂອງ​ເຂົາ​ໃນ​ອຸ​ດົມ​ການ​ຂອງ​ເຮົາ, ເພື່ອ​ເຫັນ​ແກ່​ນາມ​ຂອງ​ເຮົາ, ຈະ​ພົບ​ມັນ​ອີກ, ແມ່ນ​ແຕ່​ຊີ​ວິດ​ນິ​ລັນ​ດອນ.

14 ສະ​ນັ້ນ, ຢ່າ​ສູ່ ຢ້ານ​ສັດ​ຕູ​ຂອງ​ພວກ​ເຈົ້າ, ເພາະ​ເຮົາ​ໄດ້​ອອກ​ຄຳ​ສັ່ງ​ຢູ່​ໃນ​ໃຈ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ວ່າ​ເຮົາ​ຈະ ພິ​ສູດ​ພວກ​ເຈົ້າ​ໃນ​ທຸກ​ສິ່ງ​ທັງ​ປວງ, ວ່າ​ພວກ​ເຈົ້າ​ຈະ​ຢູ່​ໃນ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ຫລື​ບໍ່, ແມ່ນ​ແຕ່​ຈົນ​ເຖິງ ຄວາມ​ຕາຍ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຖືກ​ພົບ​ວ່າ​ມີ​ຄ່າ​ຄວນ.

15 ເພາະ​ຖ້າ​ຫາກ​ພວກ​ເຈົ້າ​ຈະ​ບໍ່​ຢູ່​ໃນ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ແລ້ວ​ພວກ​ເຈົ້າ​ກໍ​ບໍ່​ມີ​ຄຸນ​ຄ່າ​ກັບ​ເຮົາ.

16 ສະ​ນັ້ນ, ຈົ່ງ ເລີກ​ເຮັດ ສົງ​ຄາມ ແລະ ປະ​ກາດ ສັນ​ຕິ​ສຸກ, ແລະ ສະ​ແຫວງ​ຫາ​ຢ່າງ​ພາກ​ພຽນ​ທີ່​ຈະ ຫັນ​ໃຈ​ພໍ່​ມາ​ຫາ​ລູກ, ແລະ ຫັນ​ໃຈ​ລູກ​ໄປ​ຫາ​ພໍ່;

17 ແລະ ອີກ​ເທື່ອ​ໜຶ່ງ, ຫັນ​ໃຈ​ຂອງ ຊາວ​ຢິວ​ໄປ​ຫາ​ສາດ​ສະ​ດາ, ແລະ ສາດ​ສະ​ດາ​ໄປ​ຫາ​ຊາວ​ຢິວ; ຖ້າ​ບໍ່​ດັ່ງ​ນັ້ນ​ເຮົາ​ຈະ​ມາ ແລະ ທຳ​ລາຍ​ແຜ່ນ​ດິນ​ໂລກ​ດ້ວຍ​ຄຳ​ສາບ​ແຊ່ງ, ແລະ ເນື້ອ​ໜັງ​ທັງ​ປວງ​ຈະ​ຖືກ​ເຜົາ​ໄໝ້​ຢູ່​ຕໍ່​ໜ້າ​ເຮົາ.

18 ຢ່າ​ກັງ​ວົນ​ໃຈ​ເລີຍ; ເພາະ​ໃນ​ບ້ານ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ​ມີ ຜາ​ສາດ​ຢ່າງ​ຫລວງ​ຫລາຍ, ແລະ ເຮົາ​ໄດ້​ຈັດ​ຕຽມ​ບ່ອນ​ໄວ້​ສຳ​ລັບ​ພວກ​ເຈົ້າ​ແລ້ວ; ແລະ ພຣະ​ບິ​ດາ​ຂອງ​ເຮົາ ແລະ ເຮົາ​ຢູ່​ທີ່​ໃດ ພວກ​ເຈົ້າ​ກໍ​ຈະ​ຢູ່​ທີ່​ນັ້ນ​ຄື​ກັນ.

19 ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ພໍ​ໃຈ​ຫລາຍ​ກັບ​ຫລາຍ​ຄົນ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ທີ່​ເມືອງ​ເຄີດ​ແລນ;

20 ເພາະ​ພວກ​ເຂົາ​ບໍ່​ປະ​ຖິ້ມ​ບາບ​ຂອງ​ພວກ​ເຂົາ, ແລະ ທາງ​ເດີນ​ທີ່​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ຄວາມ​ທະ​ນົງ​ຕົວ​ຂອງ​ໃຈ​ຂອງ​ພວກ​ເຂົາ, ແລະ ຄວາມ​ໂລບ​ຂອງ​ພວກ​ເຂົາ, ແລະ ສິ່ງ​ທີ່​ໜ້າ​ລັງ​ກຽດ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ຍຶດ​ຖື​ຖ້ອຍ​ຄຳ​ແຫ່ງ​ປັນ​ຍາ ແລະ ຊີ​ວິດ​ນິ​ລັນ​ດອນ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຂົາ.

21 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ ຕີ​ສອນ​ພວກ​ເຂົາ ແລະ ຈະ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ຕ້ອງ​ການ, ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ ແລະ ຍຶດ​ຖື​ທຸກ​ສິ່ງ​ທັງ​ປວງ ອັນ​ໃດ​ກໍ​ຕາມ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກ​ເຂົາ.

22 ແລະ ອີກ​ເທື່ອ​ໜຶ່ງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ພວກ​ເຈົ້າ​ຍຶດ​ຖື​ທີ່​ຈະ ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ບັນ​ຊາ​ພວກ​ເຈົ້າ, ແລ້ວ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ຫັນ​ເອົາ​ພຣະ​ພິ​ໂລດ ແລະ ຄວາມ​ເຄືອງ​ແຄ້ນ​ທັງ​ໝົດ​ໄປ​ຈາກ​ພວກ​ເຈົ້າ, ແລະ ປະ​ຕູ​ນະ​ລົກ​ຈະ​ເອົາ​ຊະ​ນະ​ພວກ​ເຈົ້າ​ບໍ່​ໄດ້.

23 ບັດ​ນີ້, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ພວກ​ເຈົ້າ—ຖ້າ​ຫາກ​ມະ​ນຸດ​ຈະ ທຳ​ຮ້າຍ​ພວກ​ເຈົ້າ, ຫລື ຄອບ​ຄົວ​ຂອງ​ພວກ​ເຈົ້າ, ເທື່ອ​ໜຶ່ງ, ແລະ ພວກ​ເຈົ້າ​ທົນ​ກັບ​ມັນ​ດ້ວຍ​ຄວາມ​ອົດ​ທົນ ແລະ ບໍ່​ໝິ່ນ​ປະ​ໝາດ​ພວກ​ເຂົາ, ທັງ​ບໍ່​ພະ​ຍາ​ຍາມ​ແກ້​ແຄ້ນ​ພວກ​ເຂົາ, ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ລາງ​ວັນ;

24 ແຕ່​ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ທົນ​ກັບ​ມັນ​ດ້ວຍ​ຄວາມ​ອົດ​ທົນ, ພວກ​ເຈົ້າ​ຈະ​ຖືກ​ພິ​ຈາ​ລະ​ນາ​ວ່າ ການ ວັດ​ແທກ​ນັ້ນ​ແມ່ນ​ທ່ຽງ​ທຳ​ກັບ​ພວກ​ເຈົ້າ.

25 ແລະ ອີກ​ເທື່ອ​ໜຶ່ງ, ຖ້າ​ຫາກ​ສັດ​ຕູ​ຂອງ​ພວກ​ເຈົ້າ​ຈະ​ທຳ​ຮ້າຍ​ພວກ​ເຈົ້າ​ເປັນ​ເທື່ອ​ທີ​ສອງ, ແລະ ພວກ​ເຈົ້າ​ບໍ່​ໄດ້​ໝິ່ນ​ປະ​ໝາດ​ສັດ​ຕູ​ຂອງ​ພວກ​ເຈົ້າ, ແລະ ທົນ​ກັບ​ມັນ​ດ້ວຍ​ຄວາມ​ອົດ​ທົນ, ແລ້ວ​ລາງ​ວັນ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ຮ້ອຍ​ເທົ່າ.

26 ແລະ ອີກ​ເທື່ອ​ໜຶ່ງ, ຖ້າ​ຫາກ​ເຂົາ​ທຳ​ຮ້າຍ​ພວກ​ເຈົ້າ​ເປັນ​ເທື່ອ​ທີ​ສາມ, ແລະ ພວກ​ເຈົ້າ​ທົນ​ກັບ​ມັນ​ດ້ວຍ ຄວາມ​ອົດ​ທົນ, ແລ້ວ​ລາງ​ວັນ​ຂອງ​ພວກ​ເຈົ້າ​ຈະ​ທະ​ວີ​ຄູນ​ສີ່​ເທົ່າ;

27 ແລະ ປະ​ຈັກ​ພະ​ຍານ​ສາມ​ຄັ້ງ​ນີ້ ຈະ​ຢືນ​ຟ້ອງ​ສັດ​ຕູ​ຂອງ​ພວກ​ເຈົ້າ ຖ້າ​ຫາກ​ເຂົາ​ບໍ່​ກັບ​ໃຈ, ແລະ ຈະ​ບໍ່​ຖືກ​ລົບ​ລ້າງ​ໄປ.

28 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ສັດ​ຕູ​ຄົນ​ນັ້ນ​ຈະ​ໜີ​ພົ້ນ​ຈາກ​ການ​ແກ້​ແຄ້ນ​ຂອງ​ເຮົາ, ໂດຍ​ທີ່​ເຂົາ​ບໍ່​ຖືກ​ນຳ​ມາ​ສູ່​ການ​ພິ​ພາກ​ສາ​ຢູ່​ຕໍ່​ໜ້າ​ເຮົາ, ແລ້ວ​ໃຫ້​ພວກ​ເຈົ້າ​ເບິ່ງ​ວ່າ ພວກ​ເຈົ້າ​ໄດ້ ເຕືອນ​ເຂົາ​ໃນ​ນາມ​ຂອງ​ເຮົາ, ເພື່ອ​ວ່າ​ເຂົາ​ຈະ​ບໍ່​ໄດ້​ມາ​ທຳ​ຮ້າຍ​ພວກ​ເຈົ້າ​ອີກ, ທັງ​ບໍ່​ມາ​ທຳ​ຮ້າຍ​ຄອບ​ຄົວ​ຂອງ​ພວກ​ເຈົ້າ, ແມ່ນ​ແຕ່​ລູກ​ຫລານ​ຂອງ​ພວກ​ເຈົ້າ​ຈົນ​ເຖິງ​ຄົນ​ລຸ້ນ​ທີ​ສາມ ແລະ ທີ​ສີ່.

29 ແລະ ຈາກ​ນັ້ນ, ຖ້າ​ຫາກ​ເຂົາ​ມາ​ທຳ​ຮ້າຍ​ພວກ​ເຈົ້າ ຫລື ຄອບ​ຄົວ​ຂອງ​ພວກ​ເຈົ້າ, ຫລື ລູກ​ຫລານ​ຂອງ​ພວກ​ເຈົ້າ​ຈົນ​ເຖິງ​ຄົນ​ລຸ້ນ​ທີ​ສາມ ແລະ ທີ​ສີ່, ເຮົາ​ໄດ້​ປ່ອຍ​ສັດ​ຕູ​ຂອງ​ພວກ​ເຈົ້າ​ໄວ້​ຢູ່​ໃນ​ມື​ຂອງ​ພວກ​ເຈົ້າ​ແລ້ວ;

30 ແລະ ຈາກ​ນັ້ນ ຖ້າ​ຫາກ​ພວກ​ເຈົ້າ​ໄວ້​ຊີ​ວິດ​ເຂົາ, ພວກ​ເຈົ້າ​ຈະ​ໄດ້​ຮັບ​ລາງ​ວັນ​ເພາະ​ຄວາມ​ຊອບ​ທຳ​ຂອງ​ພວກ​ເຈົ້າ; ແລະ ລູກ​ຂອງ​ພວກ​ເຈົ້າ ແລະ ລູກ​ຂອງ​ລູກ​ຂອງ​ພວກ​ເຈົ້າ​ກໍ​ຄື​ກັນ ຈົນ​ເຖິງ​ຄົນ​ລຸ້ນ​ທີ​ສາມ ແລະ ທີ​ສີ່.

31 ເຖິງ​ຢ່າງ​ໃດ​ກໍ​ຕາມ, ສັດ​ຕູ​ຂອງ​ພວກ​ເຈົ້າ​ຢູ່​ໃນ​ມື​ຂອງ​ພວກ​ເຈົ້າ; ແລະ ຖ້າ​ຫາກ​ພວກ​ເຈົ້າ​ໃຫ້​ລາງ​ວັນ​ແກ່​ເຂົາ​ຕາມ​ວຽກ​ງານ​ຂອງ​ເຂົາ ແລ້ວ​ພວກ​ເຈົ້າ​ກໍ​ຖືກ​ຕ້ອງ; ຖ້າ​ຫາກ​ເຂົາ​ໝາຍ​ໝັ້ນ​ທີ່​ຈະ​ເອົາ​ຊີ​ວິດ​ພວກ​ເຈົ້າ, ແລະ ຊີ​ວິດ​ຂອງ​ພວກ​ເຈົ້າ​ຕົກ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ​ເພາະ​ເຂົາ, ແລ້ວ​ສັດ​ຕູ​ຂອງ​ພວກ​ເຈົ້າ​ຢູ່​ໃນ​ມື​ຂອງ​ພວກ​ເຈົ້າ ແລະ ພວກ​ເຈົ້າ​ຖືກ​ຕ້ອງ.

32 ຈົ່ງ​ເບິ່ງ, ນີ້​ເປັນ​ກົດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ນີ​ໄຟ, ແລະ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຈົ້າ, ໂຢ​ເຊັບ, ແລະ ຢາ​ໂຄບ, ແລະ ອີ​ຊາກ, ແລະ ອັບ​ຣາ​ຮາມ, ແລະ ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ທຸກ​ຄົນ​ໃນ​ສະ​ໄໝ​ບູ​ຮານ​ຂອງ​ເຮົາ.

33 ແລະ ອີກ​ເທື່ອ​ໜຶ່ງ, ນີ້​ຄື ກົດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ຄົນ​ໃນ​ສະ​ໄໝ​ບູ​ຮານ​ຂອງ​ເຮົາ, ວ່າ​ພວກ​ເຂົາ​ຈະ​ບໍ່​ອອກ​ໄປ​ສູ້​ຮົບ​ກັບ​ປະ​ຊາ​ຊາດ​ໃດ, ຕະ​ກຸນ​ໃດ, ພາ​ສາ​ໃດ ຫລື ຜູ້​ຄົນ​ໃດ, ຍົກ​ເວັ້ນ​ແຕ່​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ບັນ​ຊາ​ພວກ​ເຂົາ.

34 ແລະ ຖ້າ​ຫາກ​ປະ​ຊາ​ຊາດ​ໃດ, ພາ​ສາ​ໃດ, ຫລື ຜູ້​ຄົນ​ໃດ​ປະ​ກາດ​ສົງ​ຄາມ​ກັບ​ພວກ​ເຂົາ, ກ່ອນ​ອື່ນ​ໝົດ​ພວກ​ເຂົາ​ຄວນ​ຍົກ​ປ້າຍ​ແຫ່ງ ສັນ​ຕິ​ພາບ​ຂຶ້ນ​ແກ່​ຜູ້​ຄົນ​ເຫລົ່າ​ນັ້ນ, ປະ​ຊາ​ຊາດ​ນັ້ນ, ຫລື ພາ​ສາ​ນັ້ນ;

35 ແລະ ຖ້າ​ຫາກ​ຜູ້​ຄົນ​ເຫລົ່າ​ນັ້ນ​ບໍ່​ຍອມ​ຮັບ​ຂໍ້​ສະ​ເໜີ​ແຫ່ງ​ສັນ​ຕິ​ພາບ, ທັງ​ບໍ່​ຍອມ​ຮັບ​ເທື່ອ​ທີ​ສອງ ຫລື ເທື່ອ​ທີ​ສາມ, ແລ້ວ​ພວກ​ເຂົາ​ຄວນ​ນຳ​ປະ​ຈັກ​ພະ​ຍານ​ເຫລົ່າ​ນັ້ນ​ມາ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ;

36 ເມື່ອ​ນັ້ນ ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຂົາ, ແລະ ຮັບ​ຮອງ​ພວກ​ເຂົາ​ໃນ​ການ​ອອກ​ໄປ​ສູ້​ຮົບ​ກັບ​ປະ​ຊາ​ຊາດ​ນັ້ນ, ພາ​ສາ​ນັ້ນ, ຫລື ຜູ້​ຄົນ​ເຫລົ່າ​ນັ້ນ.

37 ແລະ ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ ສູ້​ຮົບ​ໃຫ້​ພວກ​ເຂົາ, ແລະ ໃຫ້​ລູກ​ຂອງ​ພວກ​ເຂົາ, ແລະ ໃຫ້​ລູກ​ຂອງ​ລູກ​ຂອງ​ພວກ​ເຂົາ, ຈົນ​ກວ່າ​ພວກ​ເຂົາ​ຈະ​ແກ້​ແຄ້ນ​ສັດ​ຕູ​ຂອງ​ພວກ​ເຂົາ​ທັງ​ໝົດ, ຈົນ​ເຖິງ​ຄົນ​ລຸ້ນ​ທີ​ສາມ ແລະ ທີ​ສີ່.

38 ຈົ່ງ​ເບິ່ງ, ນີ້​ຄື​ແບບ​ຢ່າງ​ໃຫ້​ແກ່​ຜູ້​ຄົນ​ທັງ​ປວງ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ, ເພື່ອ​ຄວາມ​ຖືກ​ຕ້ອງ​ຢູ່​ຕໍ່​ໜ້າ​ເຮົາ.

39 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ຫລັງ​ຈາກ​ສັດ​ຕູ​ຂອງ​ພວກ​ເຈົ້າ​ໄດ້​ມາ​ທຳ​ຮ້າຍ​ພວກ​ເຈົ້າ​ເທື່ອ​ທຳ​ອິດ, ແລ້ວ​ເຂົາ​ໄດ້​ກັບ​ໃຈ ແລະ ໄດ້​ມາ​ຫາ​ພວກ​ເຈົ້າ​ໂດຍ​ອ້ອນ​ວອນ​ຂໍ​ອະ​ໄພ​ໂທດ, ກໍ​ໃຫ້​ພວກ​ເຈົ້າ​ອະ​ໄພ​ໃຫ້​ເຂົາ, ແລະ ບໍ່​ຖື​ມັນ​ເປັນ​ປະ​ຈັກ​ພະ​ຍານ​ກ່າວ​ຟ້ອງ​ສັດ​ຕູ​ຂອງ​ພວກ​ເຈົ້າ​ອີກ​ຕໍ່​ໄປ—

40 ແລະ ຕໍ່​ໄປ​ເຖິງ​ເທື່ອ​ທີ​ສອງ ແລະ ເທື່ອ​ທີ​ສາມ; ແລະ ເລື້ອຍໆ​ເທົ່າ​ທີ່​ສັດ​ຕູ​ຂອງ​ພວກ​ເຈົ້າ​ໄດ້​ກັບ​ໃຈ​ຈາກ​ຄວາມ​ຜິດ​ຂອງ​ເຂົາ ຊຶ່ງ​ເຂົາ​ໄດ້​ເຮັດ​ຜິດ​ຕໍ່​ພວກ​ເຈົ້າ, ພວກ​ເຈົ້າ​ຕ້ອງ ອະ​ໄພ​ໃຫ້​ເຂົາ, ຈົນ​ເຖິງ​ເຈັດ​ສິບ​ເທື່ອ​ຄູນ​ເຈັດ.

41 ແລະ ຖ້າ​ຫາກ​ເຂົາ​ເຮັດ​ຜິດ​ຕໍ່​ພວກ​ເຈົ້າ ແລະ ບໍ່​ກັບ​ໃຈ​ເທື່ອ​ທຳ​ອິດ, ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຈົ້າ​ຈະ​ຕ້ອງ​ອະ​ໄພ​ໃຫ້​ເຂົາ.

42 ແລະ ຖ້າ​ຫາກ​ເຂົາ​ເຮັດ​ຜິດ​ຕໍ່​ພວກ​ເຈົ້າ​ເທື່ອ​ທີ​ສອງ, ແລະ ບໍ່​ກັບ​ໃຈ, ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຈົ້າ​ຈະ​ຕ້ອງ​ອະ​ໄພ​ໃຫ້​ເຂົາ.

43 ແລະ ຖ້າ​ຫາກ​ເຂົາ​ເຮັດ​ຜິດ​ຕໍ່​ພວກ​ເຈົ້າ​ເທື່ອ​ທີ​ສາມ, ແລະ ບໍ່​ກັບ​ໃຈ, ພວກ​ເຈົ້າ​ຈະ​ຕ້ອງ​ອະ​ໄພ​ໃຫ້​ເຂົາ​ຄື​ກັນ.

44 ແຕ່​ຖ້າ​ຫາກ​ເຂົາ​ເຮັດ​ຜິດ​ກັບ​ພວກ​ເຈົ້າ​ເທື່ອ​ທີ​ສີ່ ພວກ​ເຈົ້າ​ບໍ່​ຕ້ອງ​ອະ​ໄພ​ໃຫ້​ເຂົາ, ແຕ່​ໃຫ້​ນຳ​ປະ​ຈັກ​ພະ​ຍານ​ເຫລົ່າ​ນັ້ນ​ມາ​ຟ້ອງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ມັນ​ຈະ​ບໍ່​ຖືກ​ລົບ​ລ້າງ​ຈົນ​ກວ່າ​ເຂົາ​ກັບ​ໃຈ ແລະ ມອບ​ລາງ​ວັນ​ໃຫ້​ແກ່​ພວກ​ເຈົ້າ​ສີ່​ເທົ່າ​ໃນ​ທຸກ​ສິ່ງ​ທີ່​ເຂົາ​ໄດ້​ເຮັດ​ຜິດ​ຕໍ່​ພວກ​ເຈົ້າ.

45 ແລະ ຖ້າ​ຫາກ​ເຂົາ​ເຮັດ​ສິ່ງ​ນີ້, ພວກ​ເຈົ້າ​ຕ້ອງ​ອະ​ໄພ​ໃຫ້​ເຂົາ​ດ້ວຍ​ສຸດ​ໃຈ​ຂອງ​ພວກ​ເຈົ້າ; ແລະ ຖ້າ​ຫາກ​ເຂົາ​ບໍ່​ເຮັດ​ສິ່ງ​ນີ້, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ ແກ້​ແຄ້ນ​ສັດ​ຕູ​ຂອງ​ພວກ​ເຈົ້າ​ໃຫ້​ພວກ​ເຈົ້າ​ຮ້ອຍ​ເທົ່າ;

46 ແລະ ກັບ​ລູກ​ຂອງ​ເຂົາ, ແລະ ລູກ​ຂອງ​ລູກ​ຂອງ​ເຂົາ​ທັງ​ໝົດ​ທີ່​ກຽດ​ຊັງ​ເຮົາ, ຈົນ​ເຖິງ​ຄົນ​ລຸ້ນ ທີ​ສາມ ແລະ ທີ​ສີ່.

47 ແຕ່ ຖ້າ​ຫາກ​ລູກ​ຂອງ​ເຂົາ​ກັບ​ໃຈ, ຫລື ລູກ​ຂອງ​ລູກ​ຂອງ​ເຂົາ, ແລະ ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ດ້ວຍ​ສຸດ​ໃຈ ແລະ ດ້ວຍ​ສຸດ​ພະ​ລັງ, ຄວາມ​ຄິດ, ແລະ ກຳ​ລັງ​ຂອງ​ພວກ​ເຂົາ, ແລະ ຄືນ​ສີ່​ເທົ່າ​ສຳ​ລັບ​ຄວາມ​ຜິດ​ທັງ​ໝົດ​ຂອງ​ພວກ​ເຂົາ ທີ່​ພວກ​ເຂົາ​ໄດ້​ເຮັດ​ຜິດ​ໄປ​ນັ້ນ, ຫລື ພໍ່​ຂອງ​ພວກ​ເຂົາ​ໄດ້​ເຮັດ​ຜິດ​ໄປ​ນັ້ນ, ຫລື ພໍ່​ຂອງ​ພໍ່​ຂອງ​ພວກ​ເຂົາ, ເມື່ອ​ນັ້ນ​ຄວາມ​ເຄືອງ​ແຄ້ນ​ຂອງ​ພວກ​ເຈົ້າ​ຈະ​ຫັນ​ໜີ​ໄປ;

48 ແລະ ການ​ແກ້​ແຄ້ນ​ຈະ​ບໍ່​ເກີດ​ກັບ​ພວກ​ເຂົາ​ອີກ​ຕໍ່​ໄປ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ, ແລະ ຄວາມ​ຜິດ​ຂອງ​ພວກ​ເຂົາ​ຈະ​ບໍ່​ຖືກ​ນຳ​ມາ​ຟ້ອງ ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອີກ​ເລີຍ. ອາ​ແມນ.