ພາກທີ 98
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 6 ເດືອນສິງຫາ, 1833. ການເປີດເຜີຍນີ້ມາເຖິງເນື່ອງຈາກການຂົ່ມເຫັງທີ່ເກີດກັບໄພ່ພົນຂອງພຣະເຈົ້າໃນລັດມີເຊີຣີ. ການທີ່ສະມາຊິກຂອງສາດສະໜາຈັກ ໄດ້ມາຕັ້ງຖິ່ນຖານຫລາຍຂຶ້ນ ຢູ່ໃນລັດມີເຊີຣີ ຈຶ່ງໄດ້ສ້າງບັນຫາໃຫ້ຜູ້ມາຕັ້ງຖິ່ນຖານຄົນອື່ນໆ, ຜູ້ຮູ້ສຶກຢ້ານກົວຕໍ່ຈຳນວນຂອງໄພ່ພົນຂອງພຣະເຈົ້າ, ຕໍ່ອິດທິພົນຝ່າຍການເມືອງ ແລະ ເສດຖະກິດ, ແລະ ວັດທະນະທຳ ແລະ ສາດສະໜາ ທີ່ແຕກຕ່າງກັນ. ໃນເດືອນກໍລະກົດ 1833, ກຸ່ມອັນຕະພານໄດ້ທຳລາຍຊັບສິນຂອງສາດສະໜາຈັກ, ໄດ້ເອົາຢາງໝາກຕອຍທາໃສ່ ແລະ ເອົາຂົນໄກ່ພຶກໃສ່ສະມາຊິກສອງຄົນຂອງສາດສະໜາຈັກ, ແລະ ສັ່ງໃຫ້ໄພ່ພົນຂອງພຣະເຈົ້າ ໜີຈາກເຂດແຈ໊ກສັນ. ເຖິງແມ່ນວ່າຂ່າວບາງຢ່າງກ່ຽວກັບບັນຫາໃນລັດມີເຊີຣີໄດ້ໄປເຖິງຜູ້ເປັນສາດສະດາໃນເມືອງເຄີດແລນຢ່າງບໍ່ມີຂໍ້ສົງໄສ (ຫ່າງໄກ ເກົ້າຮ້ອຍໄມ [1,448 ກິໂລແມັດ]), ແຕ່ຄວາມຮ້າຍແຮງຂອງສະຖານະການໄດ້ຖືກເຮັດໃຫ້ເພິ່ນຮູ້ໃນມື້ນີ້ພຽງແຕ່ໂດຍການເປີດເຜີຍເທົ່ານັ້ນ.
1–3, ຄວາມທຸກທໍລະມານຂອງໄພ່ພົນຂອງພຣະເຈົ້າຈະເປັນໄປເພື່ອຄວາມດີຂອງພວກເຂົາ; 4–8, ໄພ່ພົນຂອງພຣະເຈົ້າຕ້ອງນັບຖືກົດລັດຖະທຳມະນູນຂອງແຜ່ນດິນ; 9–10, ຄົນທີ່ຊື່ສັດ, ສະຫລາດ, ແລະ ດີ ຄວນຖືກສະໜັບສະໜູນໃຫ້ປົກຄອງເລື່ອງທາງໂລກ; 11–15, ຄົນທີ່ມອບຊີວິດຂອງຕົນໃນອຸດົມການຂອງພຣະຜູ້ເປັນເຈົ້າ ຈະມີຊີວິດນິລັນດອນ; 16–18, ເລີກເຮັດສົງຄາມ ແລະ ປະກາດສັນຕິສຸກ; 19–22, ໄພ່ພົນຂອງພຣະເຈົ້າໃນເມືອງເຄີດແລນໄດ້ຖືກຕຳນິ ແລະ ຖືກບັນຊາໃຫ້ກັບໃຈ; 23–32, ພຣະຜູ້ເປັນເຈົ້າ ເປີດເຜີຍກົດຂອງພຣະອົງທີ່ຄວບຄຸມການຂົ່ມເຫັງ ແລະ ຄວາມທຸກທໍລະມານກັບຜູ້ຄົນຂອງພຣະອົງ; 33–38, ສົງຄາມເປັນສິ່ງທີ່ຖືກຕ້ອງເມື່ອພຣະຜູ້ເປັນເຈົ້າບັນຊາເທົ່ານັ້ນ; 39–48, ໄພ່ພົນຂອງພຣະເຈົ້າຕ້ອງໃຫ້ອະໄພແກ່ສັດຕູຂອງພວກເຂົາ, ຜູ້ຊຶ່ງຖ້າຫາກພວກເຂົາກັບໃຈ ຈະໜີພົ້ນຈາກການແກ້ແຄ້ນຂອງພຣະຜູ້ເປັນເຈົ້າຄືກັນ.
1 ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ ເພື່ອນຂອງເຮົາ, ຢ່າສູ່ຢ້ານ, ຈົ່ງສະບາຍໃຈເຖີດ; ແທ້ຈິງແລ້ວ, ຈົ່ງປິຕິຍິນດີຕະຫລອດໄປ, ແລະ ຖວາຍ ຄວາມຂອບພຣະຄຸນໃນທຸກສິ່ງ;
2 ຈົ່ງ ລໍຖ້າພຣະຜູ້ເປັນເຈົ້າຢ່າງອົດທົນ, ເພາະຄຳອະທິຖານຂອງພວກເຈົ້າໄດ້ເຂົ້າພຣະກັນຂອງພຣະຜູ້ເປັນເຈົ້າແຫ່ງຊາບາໂອດແລ້ວ, ແລະ ໄດ້ຖືກບັນທຶກໄວ້ດ້ວຍຕາປະທັບ ແລະ ຫລັກຖານ—ພຣະຜູ້ເປັນເຈົ້າໄດ້ສາບານ ແລະ ອອກຄຳສັ່ງວ່າມັນຈະຖືກປະທານໃຫ້ຕາມທີ່ທູນຂໍ.
3 ສະນັ້ນ, ພຣະອົງຈຶ່ງມອບຄຳສັນຍານີ້ໃຫ້ແກ່ພວກເຈົ້າ, ດ້ວຍພັນທະສັນຍາທີ່ຖາວອນ ວ່າມັນຈະສຳເລັດຄົບຖ້ວນ; ແລະ ທຸກສິ່ງທັງປວງໃນນັ້ນທີ່ພວກເຈົ້າໄດ້ຮັບ ທຸກທໍລະມານມາ ຈະທຳງານນຳກັນເພື່ອຄວາມດີຂອງພວກເຈົ້າ, ແລະ ຕໍ່ລັດສະໝີພາບຂອງນາມຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ.
4 ແລະ ບັດນີ້, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າກ່ຽວກັບກົດໝາຍຂອງແຜ່ນດິນ, ມັນເປັນຄວາມປະສົງຂອງເຮົາທີ່ຜູ້ຄົນຂອງເຮົາຈະຍຶດຖືທີ່ຈະປະຕິບັດທຸກສິ່ງທັງປວງ ບໍ່ວ່າອັນໃດກໍຕາມທີ່ເຮົາບັນຊາພວກເຂົາ.
5 ແລະ ວ່າ ກົດຂອງແຜ່ນດິນຊຶ່ງເປັນກົດ ລັດຖະທຳມະນູນ, ອັນທີ່ສະໜັບສະໜູນຫລັກທຳແຫ່ງອິດສະລະພາບຂໍ້ນັ້ນໃນການຮັກສາສິດ ແລະ ສິດທິພິເສດ, ເປັນຂອງມະນຸດຊາດທັງປວງ, ແລະ ເປັນສິ່ງຖືກຕ້ອງຢູ່ຕໍ່ໜ້າເຮົາ.
6 ສະນັ້ນ, ເຮົາ, ພຣະຜູ້ເປັນເຈົ້າ, ຈຶ່ງຮັບຮອງພວກເຈົ້າ, ແລະ ພີ່ນ້ອງຂອງພວກເຈົ້າຈາກສາດສະໜາຈັກຂອງເຮົາ, ໃນການນັບຖືກົດນັ້ນຊຶ່ງເປັນກົດລັດຖະທຳມະນູນຂອງແຜ່ນດິນ;
7 ແລະ ກ່ຽວກັບກົດຂອງມະນຸດ, ບໍ່ວ່າສິ່ງໃດກໍຕາມທີ່ຫລາຍ ຫລື ໜ້ອຍໄປກວ່ານັ້ນ, ມາຈາກຄວາມຊົ່ວ.
8 ເຮົາ, ອົງພຣະຜູ້ເປັນເຈົ້າ, ເຮັດໃຫ້ພວກເຈົ້າເປັນ ອິດສະລະ, ສະນັ້ນ ພວກເຈົ້າຈຶ່ງເປັນອິດສະລະແທ້ໆ; ແລະ ກົດເຮັດໃຫ້ພວກເຈົ້າເປັນອິດສະລະຄືກັນ.
9 ເຖິງຢ່າງໃດກໍຕາມ, ເມື່ອ ຄົນຊົ່ວປົກຄອງ ຜູ້ຄົນຈະໂສກເສົ້າ.
10 ດັ່ງນັ້ນ, ຄວນສະແຫວງຫາຄົນທີ່ ຊື່ສັດ ແລະ ສະຫລາດຢ່າງພາກພຽນ, ແລະ ພວກເຈົ້າຄວນຍຶດຖືທີ່ຈະສະໜັບສະໜູນຄົນດີ ແລະ ສະຫລາດ; ຖ້າບໍ່ດັ່ງນັ້ນ ສິ່ງໃດກໍຕາມທີ່ໜ້ອຍກວ່ານັ້ນແມ່ນມາຈາກຄວາມຊົ່ວ.
11 ແລະ ເຮົາມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຈົ້າ, ວ່າພວກເຈົ້າປະຖິ້ມຄວາມຊົ່ວທັງໝົດ ແລະ ແນບສະໜິດຢູ່ກັບຄວາມດີທັງໝົດ, ເພື່ອວ່າພວກເຈົ້າຈະດຳລົງຊີວິດຕາມທຸກ ຄຳຊຶ່ງອອກມາຈາກພຣະໂອດ ຂອງພຣະເຈົ້າ.
12 ເພາະພຣະອົງຈະ ປະທານໃຫ້ແກ່ຄົນຊື່ສັດເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ; ແລະ ເຮົາຈະ ທົດລອງພວກເຈົ້າ ແລະ ພິສູດພວກເຈົ້າໂດຍວິທີນີ້.
13 ແລະ ຜູ້ໃດກໍຕາມທີ່ ວາງຊີວິດຂອງເຂົາໃນອຸດົມການຂອງເຮົາ, ເພື່ອເຫັນແກ່ນາມຂອງເຮົາ, ຈະພົບມັນອີກ, ແມ່ນແຕ່ຊີວິດນິລັນດອນ.
14 ສະນັ້ນ, ຢ່າສູ່ ຢ້ານສັດຕູຂອງພວກເຈົ້າ, ເພາະເຮົາໄດ້ອອກຄຳສັ່ງຢູ່ໃນໃຈຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ, ວ່າເຮົາຈະ ພິສູດພວກເຈົ້າໃນທຸກສິ່ງທັງປວງ, ວ່າພວກເຈົ້າຈະຢູ່ໃນພັນທະສັນຍາຂອງເຮົາຫລືບໍ່, ແມ່ນແຕ່ຈົນເຖິງ ຄວາມຕາຍ, ເພື່ອວ່າພວກເຈົ້າຈະຖືກພົບວ່າມີຄ່າຄວນ.
15 ເພາະຖ້າຫາກພວກເຈົ້າຈະບໍ່ຢູ່ໃນພັນທະສັນຍາຂອງເຮົາ ແລ້ວພວກເຈົ້າກໍບໍ່ມີຄຸນຄ່າກັບເຮົາ.
16 ສະນັ້ນ, ຈົ່ງ ເລີກເຮັດ ສົງຄາມ ແລະ ປະກາດ ສັນຕິສຸກ, ແລະ ສະແຫວງຫາຢ່າງພາກພຽນທີ່ຈະ ຫັນໃຈພໍ່ມາຫາລູກ, ແລະ ຫັນໃຈລູກໄປຫາພໍ່;
17 ແລະ ອີກເທື່ອໜຶ່ງ, ຫັນໃຈຂອງ ຊາວຢິວໄປຫາສາດສະດາ, ແລະ ສາດສະດາໄປຫາຊາວຢິວ; ຖ້າບໍ່ດັ່ງນັ້ນເຮົາຈະມາ ແລະ ທຳລາຍແຜ່ນດິນໂລກດ້ວຍຄຳສາບແຊ່ງ, ແລະ ເນື້ອໜັງທັງປວງຈະຖືກເຜົາໄໝ້ຢູ່ຕໍ່ໜ້າເຮົາ.
18 ຢ່າກັງວົນໃຈເລີຍ; ເພາະໃນບ້ານຂອງພຣະບິດາຂອງເຮົາມີ ຜາສາດຢ່າງຫລວງຫລາຍ, ແລະ ເຮົາໄດ້ຈັດຕຽມບ່ອນໄວ້ສຳລັບພວກເຈົ້າແລ້ວ; ແລະ ພຣະບິດາຂອງເຮົາ ແລະ ເຮົາຢູ່ທີ່ໃດ ພວກເຈົ້າກໍຈະຢູ່ທີ່ນັ້ນຄືກັນ.
19 ຈົ່ງເບິ່ງ, ເຮົາ, ພຣະຜູ້ເປັນເຈົ້າ, ບໍ່ພໍໃຈຫລາຍກັບຫລາຍຄົນຢູ່ໃນສາດສະໜາຈັກທີ່ເມືອງເຄີດແລນ;
20 ເພາະພວກເຂົາບໍ່ປະຖິ້ມບາບຂອງພວກເຂົາ, ແລະ ທາງເດີນທີ່ຊົ່ວຮ້າຍຂອງພວກເຂົາ, ຄວາມທະນົງຕົວຂອງໃຈຂອງພວກເຂົາ, ແລະ ຄວາມໂລບຂອງພວກເຂົາ, ແລະ ສິ່ງທີ່ໜ້າລັງກຽດທັງໝົດຂອງພວກເຂົາ, ແລະ ຍຶດຖືຖ້ອຍຄຳແຫ່ງປັນຍາ ແລະ ຊີວິດນິລັນດອນ ຊຶ່ງເຮົາໄດ້ມອບໃຫ້ແກ່ພວກເຂົາ.
21 ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ, ເຮົາ, ພຣະຜູ້ເປັນເຈົ້າ, ຈະ ຕີສອນພວກເຂົາ ແລະ ຈະເຮັດສິ່ງໃດກໍຕາມທີ່ເຮົາຕ້ອງການ, ຖ້າຫາກພວກເຂົາບໍ່ກັບໃຈ ແລະ ຍຶດຖືທຸກສິ່ງທັງປວງ ອັນໃດກໍຕາມທີ່ເຮົາໄດ້ກ່າວກັບພວກເຂົາ.
22 ແລະ ອີກເທື່ອໜຶ່ງ ເຮົາກ່າວກັບພວກເຈົ້າວ່າ ຖ້າຫາກພວກເຈົ້າຍຶດຖືທີ່ຈະ ເຮັດສິ່ງໃດກໍຕາມທີ່ເຮົາບັນຊາພວກເຈົ້າ, ແລ້ວເຮົາ, ພຣະຜູ້ເປັນເຈົ້າ, ຈະຫັນເອົາພຣະພິໂລດ ແລະ ຄວາມເຄືອງແຄ້ນທັງໝົດໄປຈາກພວກເຈົ້າ, ແລະ ປະຕູນະລົກຈະເອົາຊະນະພວກເຈົ້າບໍ່ໄດ້.
23 ບັດນີ້, ເຮົາກ່າວກັບພວກເຈົ້າກ່ຽວກັບຄອບຄົວຂອງພວກເຈົ້າ—ຖ້າຫາກມະນຸດຈະ ທຳຮ້າຍພວກເຈົ້າ, ຫລື ຄອບຄົວຂອງພວກເຈົ້າ, ເທື່ອໜຶ່ງ, ແລະ ພວກເຈົ້າທົນກັບມັນດ້ວຍຄວາມອົດທົນ ແລະ ບໍ່ໝິ່ນປະໝາດພວກເຂົາ, ທັງບໍ່ພະຍາຍາມແກ້ແຄ້ນພວກເຂົາ, ແລ້ວພວກເຈົ້າຈະໄດ້ຮັບລາງວັນ;
24 ແຕ່ຖ້າຫາກພວກເຈົ້າບໍ່ທົນກັບມັນດ້ວຍຄວາມອົດທົນ, ພວກເຈົ້າຈະຖືກພິຈາລະນາວ່າ ການ ວັດແທກນັ້ນແມ່ນທ່ຽງທຳກັບພວກເຈົ້າ.
25 ແລະ ອີກເທື່ອໜຶ່ງ, ຖ້າຫາກສັດຕູຂອງພວກເຈົ້າຈະທຳຮ້າຍພວກເຈົ້າເປັນເທື່ອທີສອງ, ແລະ ພວກເຈົ້າບໍ່ໄດ້ໝິ່ນປະໝາດສັດຕູຂອງພວກເຈົ້າ, ແລະ ທົນກັບມັນດ້ວຍຄວາມອົດທົນ, ແລ້ວລາງວັນຂອງພວກເຈົ້າຈະເປັນຮ້ອຍເທົ່າ.
26 ແລະ ອີກເທື່ອໜຶ່ງ, ຖ້າຫາກເຂົາທຳຮ້າຍພວກເຈົ້າເປັນເທື່ອທີສາມ, ແລະ ພວກເຈົ້າທົນກັບມັນດ້ວຍ ຄວາມອົດທົນ, ແລ້ວລາງວັນຂອງພວກເຈົ້າຈະທະວີຄູນສີ່ເທົ່າ;
27 ແລະ ປະຈັກພະຍານສາມຄັ້ງນີ້ ຈະຢືນຟ້ອງສັດຕູຂອງພວກເຈົ້າ ຖ້າຫາກເຂົາບໍ່ກັບໃຈ, ແລະ ຈະບໍ່ຖືກລົບລ້າງໄປ.
28 ແລະ ບັດນີ້, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ຖ້າຫາກສັດຕູຄົນນັ້ນຈະໜີພົ້ນຈາກການແກ້ແຄ້ນຂອງເຮົາ, ໂດຍທີ່ເຂົາບໍ່ຖືກນຳມາສູ່ການພິພາກສາຢູ່ຕໍ່ໜ້າເຮົາ, ແລ້ວໃຫ້ພວກເຈົ້າເບິ່ງວ່າ ພວກເຈົ້າໄດ້ ເຕືອນເຂົາໃນນາມຂອງເຮົາ, ເພື່ອວ່າເຂົາຈະບໍ່ໄດ້ມາທຳຮ້າຍພວກເຈົ້າອີກ, ທັງບໍ່ມາທຳຮ້າຍຄອບຄົວຂອງພວກເຈົ້າ, ແມ່ນແຕ່ລູກຫລານຂອງພວກເຈົ້າຈົນເຖິງຄົນລຸ້ນທີສາມ ແລະ ທີສີ່.
29 ແລະ ຈາກນັ້ນ, ຖ້າຫາກເຂົາມາທຳຮ້າຍພວກເຈົ້າ ຫລື ຄອບຄົວຂອງພວກເຈົ້າ, ຫລື ລູກຫລານຂອງພວກເຈົ້າຈົນເຖິງຄົນລຸ້ນທີສາມ ແລະ ທີສີ່, ເຮົາໄດ້ປ່ອຍສັດຕູຂອງພວກເຈົ້າໄວ້ຢູ່ໃນມືຂອງພວກເຈົ້າແລ້ວ;
30 ແລະ ຈາກນັ້ນ ຖ້າຫາກພວກເຈົ້າໄວ້ຊີວິດເຂົາ, ພວກເຈົ້າຈະໄດ້ຮັບລາງວັນເພາະຄວາມຊອບທຳຂອງພວກເຈົ້າ; ແລະ ລູກຂອງພວກເຈົ້າ ແລະ ລູກຂອງລູກຂອງພວກເຈົ້າກໍຄືກັນ ຈົນເຖິງຄົນລຸ້ນທີສາມ ແລະ ທີສີ່.
31 ເຖິງຢ່າງໃດກໍຕາມ, ສັດຕູຂອງພວກເຈົ້າຢູ່ໃນມືຂອງພວກເຈົ້າ; ແລະ ຖ້າຫາກພວກເຈົ້າໃຫ້ລາງວັນແກ່ເຂົາຕາມວຽກງານຂອງເຂົາ ແລ້ວພວກເຈົ້າກໍຖືກຕ້ອງ; ຖ້າຫາກເຂົາໝາຍໝັ້ນທີ່ຈະເອົາຊີວິດພວກເຈົ້າ, ແລະ ຊີວິດຂອງພວກເຈົ້າຕົກຢູ່ໃນຂັ້ນອັນຕະລາຍເພາະເຂົາ, ແລ້ວສັດຕູຂອງພວກເຈົ້າຢູ່ໃນມືຂອງພວກເຈົ້າ ແລະ ພວກເຈົ້າຖືກຕ້ອງ.
32 ຈົ່ງເບິ່ງ, ນີ້ເປັນກົດທີ່ເຮົາໄດ້ມອບໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ນີໄຟ, ແລະ ບັນພະບຸລຸດຂອງພວກເຈົ້າ, ໂຢເຊັບ, ແລະ ຢາໂຄບ, ແລະ ອີຊາກ, ແລະ ອັບຣາຮາມ, ແລະ ສາດສະດາ ແລະ ອັກຄະສາວົກທຸກຄົນໃນສະໄໝບູຮານຂອງເຮົາ.
33 ແລະ ອີກເທື່ອໜຶ່ງ, ນີ້ຄື ກົດທີ່ເຮົາໄດ້ມອບໃຫ້ແກ່ຄົນໃນສະໄໝບູຮານຂອງເຮົາ, ວ່າພວກເຂົາຈະບໍ່ອອກໄປສູ້ຮົບກັບປະຊາຊາດໃດ, ຕະກຸນໃດ, ພາສາໃດ ຫລື ຜູ້ຄົນໃດ, ຍົກເວັ້ນແຕ່ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ບັນຊາພວກເຂົາ.
34 ແລະ ຖ້າຫາກປະຊາຊາດໃດ, ພາສາໃດ, ຫລື ຜູ້ຄົນໃດປະກາດສົງຄາມກັບພວກເຂົາ, ກ່ອນອື່ນໝົດພວກເຂົາຄວນຍົກປ້າຍແຫ່ງ ສັນຕິພາບຂຶ້ນແກ່ຜູ້ຄົນເຫລົ່ານັ້ນ, ປະຊາຊາດນັ້ນ, ຫລື ພາສານັ້ນ;
35 ແລະ ຖ້າຫາກຜູ້ຄົນເຫລົ່ານັ້ນບໍ່ຍອມຮັບຂໍ້ສະເໜີແຫ່ງສັນຕິພາບ, ທັງບໍ່ຍອມຮັບເທື່ອທີສອງ ຫລື ເທື່ອທີສາມ, ແລ້ວພວກເຂົາຄວນນຳປະຈັກພະຍານເຫລົ່ານັ້ນມາຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ;
36 ເມື່ອນັ້ນ ເຮົາ, ພຣະຜູ້ເປັນເຈົ້າ, ຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຂົາ, ແລະ ຮັບຮອງພວກເຂົາໃນການອອກໄປສູ້ຮົບກັບປະຊາຊາດນັ້ນ, ພາສານັ້ນ, ຫລື ຜູ້ຄົນເຫລົ່ານັ້ນ.
37 ແລະ ເຮົາ, ພຣະຜູ້ເປັນເຈົ້າ, ຈະ ສູ້ຮົບໃຫ້ພວກເຂົາ, ແລະ ໃຫ້ລູກຂອງພວກເຂົາ, ແລະ ໃຫ້ລູກຂອງລູກຂອງພວກເຂົາ, ຈົນກວ່າພວກເຂົາຈະແກ້ແຄ້ນສັດຕູຂອງພວກເຂົາທັງໝົດ, ຈົນເຖິງຄົນລຸ້ນທີສາມ ແລະ ທີສີ່.
38 ຈົ່ງເບິ່ງ, ນີ້ຄືແບບຢ່າງໃຫ້ແກ່ຜູ້ຄົນທັງປວງ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າໄດ້ກ່າວ, ເພື່ອຄວາມຖືກຕ້ອງຢູ່ຕໍ່ໜ້າເຮົາ.
39 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ຖ້າຫາກຫລັງຈາກສັດຕູຂອງພວກເຈົ້າໄດ້ມາທຳຮ້າຍພວກເຈົ້າເທື່ອທຳອິດ, ແລ້ວເຂົາໄດ້ກັບໃຈ ແລະ ໄດ້ມາຫາພວກເຈົ້າໂດຍອ້ອນວອນຂໍອະໄພໂທດ, ກໍໃຫ້ພວກເຈົ້າອະໄພໃຫ້ເຂົາ, ແລະ ບໍ່ຖືມັນເປັນປະຈັກພະຍານກ່າວຟ້ອງສັດຕູຂອງພວກເຈົ້າອີກຕໍ່ໄປ—
40 ແລະ ຕໍ່ໄປເຖິງເທື່ອທີສອງ ແລະ ເທື່ອທີສາມ; ແລະ ເລື້ອຍໆເທົ່າທີ່ສັດຕູຂອງພວກເຈົ້າໄດ້ກັບໃຈຈາກຄວາມຜິດຂອງເຂົາ ຊຶ່ງເຂົາໄດ້ເຮັດຜິດຕໍ່ພວກເຈົ້າ, ພວກເຈົ້າຕ້ອງ ອະໄພໃຫ້ເຂົາ, ຈົນເຖິງເຈັດສິບເທື່ອຄູນເຈັດ.
41 ແລະ ຖ້າຫາກເຂົາເຮັດຜິດຕໍ່ພວກເຈົ້າ ແລະ ບໍ່ກັບໃຈເທື່ອທຳອິດ, ເຖິງຢ່າງໃດກໍຕາມ ພວກເຈົ້າຈະຕ້ອງອະໄພໃຫ້ເຂົາ.
42 ແລະ ຖ້າຫາກເຂົາເຮັດຜິດຕໍ່ພວກເຈົ້າເທື່ອທີສອງ, ແລະ ບໍ່ກັບໃຈ, ເຖິງຢ່າງໃດກໍຕາມ ພວກເຈົ້າຈະຕ້ອງອະໄພໃຫ້ເຂົາ.
43 ແລະ ຖ້າຫາກເຂົາເຮັດຜິດຕໍ່ພວກເຈົ້າເທື່ອທີສາມ, ແລະ ບໍ່ກັບໃຈ, ພວກເຈົ້າຈະຕ້ອງອະໄພໃຫ້ເຂົາຄືກັນ.
44 ແຕ່ຖ້າຫາກເຂົາເຮັດຜິດກັບພວກເຈົ້າເທື່ອທີສີ່ ພວກເຈົ້າບໍ່ຕ້ອງອະໄພໃຫ້ເຂົາ, ແຕ່ໃຫ້ນຳປະຈັກພະຍານເຫລົ່ານັ້ນມາຟ້ອງຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ; ແລະ ມັນຈະບໍ່ຖືກລົບລ້າງຈົນກວ່າເຂົາກັບໃຈ ແລະ ມອບລາງວັນໃຫ້ແກ່ພວກເຈົ້າສີ່ເທົ່າໃນທຸກສິ່ງທີ່ເຂົາໄດ້ເຮັດຜິດຕໍ່ພວກເຈົ້າ.
45 ແລະ ຖ້າຫາກເຂົາເຮັດສິ່ງນີ້, ພວກເຈົ້າຕ້ອງອະໄພໃຫ້ເຂົາດ້ວຍສຸດໃຈຂອງພວກເຈົ້າ; ແລະ ຖ້າຫາກເຂົາບໍ່ເຮັດສິ່ງນີ້, ເຮົາ, ພຣະຜູ້ເປັນເຈົ້າ, ຈະ ແກ້ແຄ້ນສັດຕູຂອງພວກເຈົ້າໃຫ້ພວກເຈົ້າຮ້ອຍເທົ່າ;
46 ແລະ ກັບລູກຂອງເຂົາ, ແລະ ລູກຂອງລູກຂອງເຂົາທັງໝົດທີ່ກຽດຊັງເຮົາ, ຈົນເຖິງຄົນລຸ້ນ ທີສາມ ແລະ ທີສີ່.
47 ແຕ່ ຖ້າຫາກລູກຂອງເຂົາກັບໃຈ, ຫລື ລູກຂອງລູກຂອງເຂົາ, ແລະ ຫັນມາຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ດ້ວຍສຸດໃຈ ແລະ ດ້ວຍສຸດພະລັງ, ຄວາມຄິດ, ແລະ ກຳລັງຂອງພວກເຂົາ, ແລະ ຄືນສີ່ເທົ່າສຳລັບຄວາມຜິດທັງໝົດຂອງພວກເຂົາ ທີ່ພວກເຂົາໄດ້ເຮັດຜິດໄປນັ້ນ, ຫລື ພໍ່ຂອງພວກເຂົາໄດ້ເຮັດຜິດໄປນັ້ນ, ຫລື ພໍ່ຂອງພໍ່ຂອງພວກເຂົາ, ເມື່ອນັ້ນຄວາມເຄືອງແຄ້ນຂອງພວກເຈົ້າຈະຫັນໜີໄປ;
48 ແລະ ການແກ້ແຄ້ນຈະບໍ່ເກີດກັບພວກເຂົາອີກຕໍ່ໄປ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າໄດ້ກ່າວ, ແລະ ຄວາມຜິດຂອງພວກເຂົາຈະບໍ່ຖືກນຳມາຟ້ອງ ຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າອີກເລີຍ. ອາແມນ.