ພາກທີ 121
ຄຳອະທິຖານ ແລະ ຄຳທຳນາຍ ຊຶ່ງຂຽນໂດຍໂຈເຊັບ ສະມິດ ຜູ້ເປັນສາດສະດາ ຢູ່ໃນສານເຖິງສາດສະໜາຈັກ ໃນຂະນະທີ່ເພິ່ນຢູ່ໃນຄຸກຢູ່ເມືອງລີເບີຕີ, ລັດມີເຊີຣີ, ລົງວັນທີ 20 ເດືອນມີນາ, 1839. ສາດສະດາ ແລະ ໝູ່ເພື່ອນຫລາຍຄົນໄດ້ຖືກຈຳຄຸກເປັນເວລາຫລາຍເດືອນ. ຄຳຂໍຮ້ອງ ແລະ ຄຳອຸທອນຂອງພວກເພິ່ນເຖິງເຈົ້າໜ້າທີ່ບໍລິຫານງານ ແລະ ຕຸລາການບໍ່ສາມາດຊ່ວຍເຫລືອພວກເພິ່ນໄດ້.
1–6, ສາດສະດາອ້ອນວອນຕໍ່ພຣະຜູ້ເປັນເຈົ້າແທນໄພ່ພົນຂອງພຣະເຈົ້າທີ່ທຸກທໍລະມານ; 7–10, ພຣະຜູ້ເປັນເຈົ້າກ່າວໃຫ້ຄວາມສະຫງົບສຸກແກ່ເພິ່ນ; 11–17, ຄົນທີ່ຖືກສາບແຊ່ງຄືທຸກຄົນເຫລົ່ານັ້ນທີ່ໄດ້ປ່າວຮ້ອງເຖິງການລ່ວງລະເມີດເທັດຕໍ່ຕ້ານຜູ້ຄົນຂອງພຣະຜູ້ເປັນເຈົ້າ; 18–25, ພວກເຂົາຈະບໍ່ມີສິດໃນຖານະປະໂລຫິດ ແລະ ຈະອັບປະໂຫຍດ; 26–32, ການເປີດເຜີຍອັນຮຸ່ງໂລດສັນຍາກັບຜູ້ທີ່ອົດທົນຢ່າງກ້າຫານ; 33–40, ເປັນຫຍັງຫລາຍຄົນໄດ້ຖືກເອີ້ນ ແລະ ໜ້ອຍຄົນໄດ້ຖືກເລືອກ; 41–46, ຖານະປະໂລຫິດຄວນຖືກໃຊ້ພຽງແຕ່ໃນຄວາມຊອບທຳເທົ່ານັ້ນ.
1 ໂອ້ ພຣະອົງເຈົ້າ, ພຣະອົງຊົງປະທັບຢູ່ບ່ອນໃດ? ແລະ ສາລາທີ່ປົກປິດ ບ່ອນລີ້ຂອງພຣະອົງຢູ່ບ່ອນໃດ?
2 ອີກດົນ ປານໃດທີ່ພຣະຫັດຂອງພຣະອົງຈະຢັ້ງໄວ້, ແລະ ພຣະເນດຂອງພຣະອົງ, ແທ້ຈິງແລ້ວ ພຣະເນດອັນບໍລິສຸດຂອງພຣະອົງ, ຈາກສະຫວັນນິລັນດອນຈະເຫັນການກະທຳຜິດຕໍ່ຜູ້ຄົນຂອງພຣະອົງ ແລະ ຜູ້ຮັບໃຊ້ຂອງພຣະອົງ, ແລະ ພຣະກັນຂອງພຣະອົງຈະໄດ້ຍິນສຽງຮ້ອງຂອງພວກເຂົາ?
3 ແທ້ຈິງແລ້ວ, ໂອ້ ພຣະຜູ້ເປັນເຈົ້າ, ອີກດົນ ປານໃດທີ່ພວກເຂົາຈະທົນຮັບເອົາການກະທຳຜິດ ແລະ ການກົດຂີ່ຂົ່ມເຫັງທີ່ຜິດກົດໝາຍເຫລົ່ານີ້, ກ່ອນທີ່ພຣະໄທຂອງພຣະອົງຈະອ່ອນລົງຕໍ່ພວກເຂົາ, ແລະ ພຣະອຸທອນຂອງພຣະອົງຈະເກີດມີຄວາມເມດຕາສົງສານພວກເຂົາ?
4 ໂອ້ ອົງພຣະຜູ້ເປັນເຈົ້າ ຜູ້ຊົງລິດອຳນາດຍິ່ງໃຫຍ່, ພຣະຜູ້ສ້າງຟ້າສະຫວັນ, ແຜ່ນດິນໂລກ, ແລະ ທ້ອງທະເລ, ແລະ ທຸກສິ່ງທັງປວງທີ່ຢູ່ໃນນັ້ນ, ແລະ ຜູ້ຄຸ້ມຄອງ ແລະ ບັງຄັບບັນຊາມານ, ແລະ ອຳນາດການປົກຄອງອັນມືດມົນ ແລະ ດັບແສງຂອງຊີອອນ—ຂໍຈົ່ງຍື່ນພຣະຫັດຂອງພຣະອົງອອກໄປ; ຂໍໃຫ້ພຣະເນດຂອງພຣະອົງຈົ່ງສຽບແທງ; ຂໍໃຫ້ສາລາຂອງພຣະອົງຈົ່ງຖືກຍົກອອກໄປ; ຂໍໃຫ້ ບ່ອນເຊື່ອງຊ້ອນຂອງພຣະອົງບໍ່ຖືກປົກປິດອີກຕໍ່ໄປ; ຂໍໃຫ້ພຣະກັນຂອງພຣະອົງຈົ່ງຮັບຟັງ; ໃຫ້ຂໍພຣະໄທຂອງພຣະອົງຈົ່ງອ່ອນລົງ, ແລະ ຂໍໃຫ້ພຣະອຸທອນຂອງພຣະອົງຈົ່ງເກີດມີຄວາມເມດຕາສົງສານພວກຂ້າພຣະອົງ.
5 ຂໍໃຫ້ພຣະພິໂລດຂອງພຣະອົງເກີດກັບສັດຕູຂອງພວກຂ້າພຣະອົງ; ແລະ, ໃນຄວາມໂມໂຫຂອງພຣະໄທຂອງພຣະອົງ, ດ້ວຍດາບຂອງພຣະອົງເພື່ອ ແກ້ແຄ້ນໃຫ້ພວກຂ້າພຣະອົງເນື່ອງດ້ວຍການກະທຳຜິດຕໍ່ພວກຂ້າພຣະອົງ.
6 ຈົ່ງລະນຶກເຖິງໄພ່ພົນຂອງພຣະເຈົ້າທີ່ທຸກທໍລະມານ, ໂອ້ ພຣະເຈົ້າຂອງພວກຂ້າພຣະອົງ; ແລະ ຜູ້ຮັບໃຊ້ຂອງພຣະອົງຈະປິຕິຍິນດີໃນພຣະນາມຂອງພຣະອົງຕະຫລອດການ.
7 ລູກເອີຍ, ສັນຕິສຸກຈົ່ງມີແກ່ຈິດວິນຍານຂອງເຈົ້າ; ຄວາມຍາກລຳບາກຂອງເຈົ້າ ແລະ ຄວາມທຸກທໍລະມານຂອງເຈົ້າຈະເປັນຢູ່ພຽງຊົ່ວຄາວ;
8 ແລະ ຈາກນັ້ນ, ຖ້າຫາກເຈົ້າ ອົດທົນມັນໄດ້ດີ, ພຣະເຈົ້າຈະຍົກເຈົ້າຂຶ້ນສູ່ເບື້ອງບົນ; ເຈົ້າຈະມີໄຊເໜືອສັດຕູທັງໝົດຂອງເຈົ້າ.
9 ໝູ່ເພື່ອນຂອງເຈົ້າຢືນຄຽງຂ້າງເຈົ້າ, ແລະ ພວກເຂົາຈະທັກທາຍເຈົ້າດ້ວຍຫົວໃຈອັນອົບອຸ່ນ ແລະ ດ້ວຍມືອັນເປັນມິດ.
10 ເຈົ້າຍັງບໍ່ໄດ້ເປັນດັ່ງ ໂຢບ, ໝູ່ເພື່ອນຂອງເຈົ້າບໍ່ໄດ້ໂຕ້ແຍ້ງເຈົ້າ, ທັງບໍ່ໄດ້ກ່າວຫາເຈົ້າເລື່ອງການລ່ວງລະເມີດ, ດັ່ງທີ່ພວກເຂົາໄດ້ເຮັດກັບໂຢບ.
11 ແລະ ຄົນທີ່ກ່າວຫາເຈົ້າເລື່ອງການລ່ວງລະເມີດ, ຄວາມຫວັງຂອງພວກເຂົາຈະໂມຄະ, ແລະ ຄວາມຄາດໝາຍຂອງພວກເຂົາຈະລະລາຍໄປດັ່ງ ນ້ຳຄ້າງຖືກແສງແດດເຜົາໃນຍາມເຊົ້າ;
12 ແລະ ພຣະເຈົ້າລົງລາຍພຣະຫັດ ແລະ ຜະນຶກໄວ້ເພື່ອປ່ຽນ ເວລາ ແລະ ລະດູການ, ແລະ ເພື່ອເຮັດໃຫ້ຈິດໃຈຂອງພວກເຂົາບອດນຳອີກ, ເພື່ອວ່າພວກເຂົາຈະບໍ່ເຂົ້າໃຈວຽກງານອັນໜ້າອັດສະຈັນໃຈຂອງພຣະອົງ; ເພື່ອວ່າພຣະອົງຈະພິສູດພວກເຂົານຳອີກ ແລະ ຈັບພວກເຂົາໃນກົນອຸບາຍຂອງພວກເຂົາເອງ;
13 ເພາະໃຈຂອງພວກເຂົາເສື່ອມໂຊມນຳອີກ, ແລະ ສິ່ງທີ່ພວກເຂົາເຕັມໃຈທີ່ຈະນຳມາສູ່ຄົນອື່ນໆ, ແລະ ມັກໃຫ້ຄົນອື່ນທຸກທໍລະມານ, ອາດຈະມາເຖິງຕົວຂອງ ພວກເຂົາເອງຢ່າງເຕັມທີ່;
14 ເພື່ອພວກເຂົາຈະຜິດຫວັງນຳອີກ, ແລະ ຄວາມຫວັງຂອງພວກເຂົາຈະຖືກຕັດອອກ;
15 ແລະ ບໍ່ຫລາຍປີຈາກນີ້, ພວກເຂົາ ແລະ ລູກຫລານຂອງພວກເຂົາຈະຖືກກວາດລ້າງໄປຈາກພາຍໃຕ້ຟ້າສະຫວັນ, ພຣະເຈົ້າກ່າວ, ເພື່ອວ່າຈະບໍ່ມີຈັກຄົນເຫລືອຢູ່ຂ້າງກຳແພງ.
16 ການສາບແຊ່ງຈະເກີດກັບທຸກຄົນທີ່ຍົກສົ້ນຕີນໃຫ້ຜູ້ທີ່ ເຈີມໄວ້ຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ, ແລະ ປ່າວຮ້ອງວ່າພວກເຂົາເຮັດ ບາບເມື່ອພວກເຂົາບໍ່ໄດ້ເຮັດບາບຢູ່ຕໍ່ໜ້າເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ, ແຕ່ໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງເຮົາ, ແລະ ຊຶ່ງເຮົາໄດ້ບັນຊາພວກເຂົາ.
17 ແຕ່ຄົນທີ່ປ່າວຮ້ອງການລ່ວງລະເມີດເຮັດເຊັ່ນນັ້ນ ເພາະພວກເຂົາເປັນຄົນຮັບໃຊ້ບາບ, ແລະ ພວກເຂົາເອງເປັນ ລູກຫລານຂອງຄວາມບໍ່ເຊື່ອຟັງ.
18 ແລະ ຄົນທີ່ສາບານເທັດໃສ່ຜູ້ຮັບໃຊ້ຂອງເຮົາ, ເພື່ອວ່າພວກເຂົາຈະໄດ້ພາພວກເຂົາລົງໄປສູ່ຄວາມເປັນທາດ ແລະ ຄວາມຕາຍ—
19 ວິບັດແກ່ພວກເຂົາ; ເພາະພວກເຂົາໄດ້ ເຮັດຜິດຕໍ່ເດັກນ້ອຍຂອງເຮົາ ພວກເຂົາຈະຖືກຕັດຈາກ ພິທີການຂອງບ້ານຂອງເຮົາ.
20 ກະຕ່າຂອງພວກເຂົາຈະບໍ່ເຕັມ, ບ້ານເຮືອນຂອງພວກເຂົາ ແລະ ເລົ້າຂອງພວກເຂົາຈະພິນາດ, ແລະ ພວກເຂົາເອງຈະຖືກດູໝິ່ນໂດຍຄົນທີ່ເວົ້າຍ້ອງຍໍພວກເຂົາ.
21 ພວກເຂົາຈະບໍ່ມີສິດໃນ ຖານະປະໂລຫິດ, ທັງລູກຫລານຂອງພວກເຂົາຕໍ່ຈາກພວກເຂົາຈາກລຸ້ນສູ່ລຸ້ນ ກໍບໍ່ມີ.
22 ເປັນສິ່ງ ດີກວ່າຖ້າຫາກພວກເຂົາຖືກເອົາຫີນໂມ້ກ້ອນໃຫຍ່ຜູກຄໍ ແລະ ຈົມລົງໃນຄວາມເລິກຂອງທະເລ.
23 ວິບັດແກ່ຄົນທັງປວງທີ່ເຮັດໃຫ້ຜູ້ຄົນຂອງເຮົາເປັນທຸກ, ແລະ ຂັບໄລ່, ແລະ ຄາດຕະກຳ, ແລະ ເປັນພະຍານຕໍ່ຕ້ານພວກເຂົາ, ຈອມໂຍທາໄດ້ກ່າວ; ລຸ້ນໜຶ່ງຂອງເຫລົ່າງູພິດຮ້າຍຈະໜີບໍ່ພົ້ນຄວາມອັບປະໂຫຍດຂອງນະລົກ.
24 ຈົ່ງເບິ່ງ, ຕາຂອງເຮົາ ເຫັນ ແລະ ຮູ້ຈັກວຽກງານທັງໝົດຂອງພວກເຂົາ, ແລະ ເຮົາໄດ້ເກັບ ການພິພາກສາອັນວ່ອງໄວໄວ້ໃນລະດູການຂອງມັນ, ໃຫ້ພວກເຂົາທຸກຄົນ;
25 ເພາະມີ ເວລາກຳນົດໄວ້ໃຫ້ມະນຸດທຸກຄົນ, ຕາມທີ່ ວຽກງານຂອງເຂົາຈະເປັນ.
26 ພຣະເຈົ້າຈະມອບ ຄວາມຮູ້ໃຫ້ແກ່ເຈົ້າໂດຍ ພຣະວິນຍານສັກສິດຂອງພຣະອົງ, ແທ້ຈິງແລ້ວ, ໂດຍ ຂອງປະທານແຫ່ງພຣະວິນຍານບໍລິສຸດທີ່ບໍ່ອາດຈະກ່າວເຖິງໄດ້, ທີ່ຍັງບໍ່ຖືກເປີດເຜີຍເທື່ອນັບຕັ້ງແຕ່ໂລກເປັນມາຈົນເຖິງບັດນີ້;
27 ຊຶ່ງບັນພະບຸລຸດຂອງພວກເຮົາໄດ້ຄອຍຖ້າຢ່າງກະຕືລືລົ້ນທີ່ຈະໄດ້ຮັບການເປີດເຜີຍໃນເທື່ອສຸດທ້າຍ, ຊຶ່ງຄວາມຄິດຂອງພວກເຂົາໄດ້ຊີ້ນຳໂດຍເຫລົ່າທູດ, ຊຶ່ງເກັບໄວ້ລໍຄວາມສົມບູນແຫ່ງລັດສະໝີພາບຂອງພວກເຂົາ;
28 ເວລາຈະມາເຖິງໃນເວລານັ້ນເມື່ອ ບໍ່ມີສິ່ງໃດຈະຖືກຢັບຢັ້ງໄວ້, ບໍ່ວ່າຈະມີພຣະເຈົ້າອົງດຽວ ຫລື ຫລາຍອົງກໍຕາມ, ສິ່ງເຫລົ່ານັ້ນຈະຖືກສະແດງໃຫ້ປະຈັກ.
29 ພຣະບັນລັງ ແລະ ການຄອບຄອງ, ເຂດປົກຄອງ ແລະ ອຳນາດທັງໝົດ, ຈະຖືກ ເປີດເຜີຍ ແລະ ຖືກມອບໃຫ້ແກ່ທຸກຄົນທີ່ອົດທົນຢ່າງກ້າຫານເພື່ອພຣະກິດຕິຄຸນຂອງພຣະເຢຊູຄຣິດ.
30 ແລະ ພ້ອມນີ້, ຖ້າຫາກມີ ຂອບເຂດກຳນົດໄວ້ໃຫ້ແກ່ຟ້າສະຫວັນ ຫລື ທ້ອງທະເລ, ຫລື ແກ່ແຜ່ນດິນແຫ້ງ, ຫລື ແກ່ດວງຕາເວັນ, ດວງເດືອນ, ຫລື ດວງດາວ—
31 ເວລາທັງໝົດຂອງການໝຸນວຽນຂອງມັນ, ວັນ, ເດືອນ, ແລະ ປີທັງໝົດທີ່ໄດ້ກຳນົດໄວ້, ແລະ ວັນທັງໝົດຂອງມັນ, ເດືອນຂອງມັນ, ແລະ ປີຂອງມັນ, ແລະ ລັດສະໝີພາບ, ກົດ, ແລະ ເວລາທີ່ໄດ້ຕັ້ງໄວ້ທັງໝົດຂອງມັນ, ຈະຖືກເປີດເຜີຍໃນວັນເວລາແຫ່ງ ຍຸກສະໄໝຂອງຄວາມສົມບູນແຫ່ງເວລາ—
32 ຕາມສິ່ງຊຶ່ງໄດ້ຖືກແຕ່ງຕັ້ງໃນທ່າມກາງ ສະພາຂອງ ພຣະເຈົ້າຜູ້ສະຖິດນິລັນດອນຂອງພຣະເຈົ້າອົງອື່ນໆທັງປວງກ່ອນໂລກນີ້ເປັນມາ, ຊຶ່ງຄວນເກັບຮັກສາໄວ້ຈົນເຖິງການສຳເລັດ ແລະ ການສິ້ນສຸດຂອງມັນ, ເມື່ອມະນຸດທຸກຄົນຈະເຂົ້າໄປໃນ ທີ່ປະທັບນິລັນດອນຂອງພຣະອົງ ແລະ ໃນ ທີ່ພັກອະມະຕະຂອງພຣະອົງ.
33 ອີກດົນນານປານໃດທີ່ຜືນນ້ຳທີ່ໄຫລລ່ອງຈະຍັງຄົງບໍ່ບໍລິສຸດ? ອຳນາດໃດທີ່ຈະຢັບຢັ້ງສະຫວັນ? ດັ່ງມະນຸດຈະເດ່ແຂນອັນບອບບາງຂອງເຂົາອອກໄປຢຸດແມ່ນ້ຳມີເຊີຣີບໍ່ໃຫ້ໄຫລໄປຕາມທິດທາງຂອງມັນ ຫລື ເຮັດໃຫ້ມັນໄຫລຢ້ອນກັບໄປບໍ່ໄດ້ສັນໃດ, ກໍຈະບໍ່ສາມາດຂັດຂວາງພຣະຜູ້ຊົງລິດອຳນາດຍິ່ງໃຫຍ່ໃຫ້ຖອກເທ ຄວາມຮູ້ຈາກສະຫວັນລົງມາເທິງຫົວຂອງໄພ່ພົນຍຸກສຸດທ້າຍບໍ່ໄດ້ສັນນັ້ນ.
34 ຈົ່ງເບິ່ງ, ມີຫລາຍຄົນໄດ້ ຖືກເອີ້ນ, ແຕ່ມີໜ້ອຍຄົນໄດ້ ຖືກເລືອກ. ແລະ ເປັນຫຍັງພວກເຂົາຈຶ່ງບໍ່ຖືກເລືອກ?
35 ເພາະໃຈຂອງພວກເຂົາໝົກໝຸ້ນຢູ່ກັບສິ່ງທີ່ເປັນຂອງ ໂລກນີ້ຫລາຍ, ແລະ ສະແຫວງຫາ ກຽດຕິຍົດຈາກມະນຸດ, ຈົນວ່າພວກເຂົາບໍ່ຮຽນຮູ້ບົດຮຽນບົດດຽວນີ້—
36 ວ່າ ສິດຂອງຖານະປະໂລຫິດກ່ຽວຂ້ອງກັບອຳນາດແຫ່ງສະຫວັນຢ່າງແຍກກັນບໍ່ໄດ້, ແລະວ່າ ອຳນາດແຫ່ງສະຫວັນຈະຖືກບັງຄັບບໍ່ໄດ້ ຫລື ຖືກໃຊ້ບໍ່ໄດ້ນອກຈາກຕາມຫລັກທຳແຫ່ງ ຄວາມຊອບທຳເທົ່ານັ້ນ.
37 ວ່າມັນຖືກມອບໃຫ້ພວກເຮົາ, ນັ້ນເປັນຄວາມຈິງ; ແຕ່ເມື່ອພວກເຮົາພະຍາຍາມ ປົກປິດ ບາບຂອງພວກເຮົາ, ຫລື ສະໜອງ ຄວາມທະນົງຕົວຂອງພວກເຮົາ, ຄວາມທະເຍີທະຍານອັນໄຮ້ປະໂຫຍດຂອງພວກເຮົາ, ຫລື ໃຊ້ການບັງຄັບ ຫລື ການຄອບຄອງ ຫລື ການບີບບັງຄັບຈິດວິນຍານຂອງລູກຫລານມະນຸດ, ໃນຄວາມບໍ່ຊອບທຳລະດັບໃດກໍຕາມ, ຈົ່ງເບິ່ງ, ສະຫວັນຈະ ຖອນຕົວ; ພຣະວິນຍານຂອງພຣະຜູ້ເປັນເຈົ້າຈະໂສກເສົ້າ; ແລະ ເມື່ອຖືກຖອນຕົວ, ກໍອາແມນກັບຖານະປະໂລຫິດ ຫລື ສິດອຳນາດຂອງຊາຍຄົນນັ້ນ.
38 ຈົ່ງເບິ່ງ, ກ່ອນເຂົາຈະຮູ້ສຶກຕົວ, ເຂົາກໍຖືກປະຖິ້ມໃຫ້ຢູ່ໂດດດ່ຽວເສຍແລ້ວ, ໃຫ້ ເຕະໜາມ, ໃຫ້ ຂົ່ມເຫັງ ໄພ່ພົນຂອງພຣະເຈົ້າ, ແລະ ໃຫ້ຕໍ່ສູ້ກັບພຣະເຈົ້າ.
39 ພວກເຮົາໄດ້ຮຽນຮູ້ໂດຍປະສົບການທີ່ເສົ້າສະຫລົດໃຈວ່າ ມັນເປັນ ສັນດານ ແລະ ທຳມະຊາດຂອງມະນຸດເກືອບທຸກຄົນ, ທັນທີທີ່ພວກເຂົາໄດ້ສິດອຳນາດເລັກນ້ອຍ, ຢ່າງທີ່ເຂົາເຂົ້າໃຈ, ແລ້ວເຂົາຈະເລີ່ມໃຊ້ອຳນາດການປົກຄອງທີ່ບໍ່ຊອບທຳທັນທີ.
40 ດ້ວຍເຫດນີ້ ຫລາຍຄົນຈຶ່ງໄດ້ຖືກເອີ້ນ, ແຕ່ໜ້ອຍຄົນໄດ້ຖືກເລືອກ.
41 ບໍ່ມີອຳນາດ ຫລື ອິດທິພົນໃດສາມາດ ຫລື ຈະດຳລົງຮັກສາໄວ້ໄດ້ໂດຍອາໄສຖານະປະໂລຫິດ, ນອກຈາກໂດຍ ການຊັກຊວນ, ໂດຍ ຄວາມອົດກັ້ນ, ໂດຍຄວາມອ່ອນໂຍນ ແລະ ໂດຍຄວາມອ່ອນນ້ອມ, ແລະ ໂດຍຄວາມຮັກອັນບໍ່ແກ້ງເຮັດ;
42 ໂດຍຄວາມກະລຸນາ, ແລະ ຄວາມຮູ້ອັນບໍລິສຸດ, ຊຶ່ງຈະຂະຫຍາຍຈິດວິນຍານອອກໄປຢ່າງກວ້າງຂວາງໂດຍປາດສະຈາກ ຄວາມໜ້າຊື່ໃຈຄົດ, ແລະ ປາດສະຈາກ ອຸບາຍ—
43 ຈົ່ງຕິຕຽນໃຫ້ທັນການດ້ວຍຄວາມສຽບຂາດ, ເມື່ອໄດ້ຮັບການກະຕຸ້ນໂດຍພຣະວິນຍານບໍລິສຸດ; ແລະ ຈາກນັ້ນ ໃນເວລາຕໍ່ມາຈົ່ງສະແດງ ຄວາມຮັກຫລາຍຂຶ້ນຕໍ່ຄົນທີ່ທ່ານຕຳນິ, ຖ້າບໍ່ດັ່ງນັ້ນເຂົາຈະຖືວ່າທ່ານເປັນສັດຕູຂອງເຂົາ;
44 ເພື່ອວ່າເຂົາຈະຮູ້ວ່າຄວາມຊື່ສັດຂອງທ່ານແຂງແກ່ນຫລາຍກວ່າເຊືອກແຫ່ງຄວາມຕາຍ.
45 ໃຫ້ອຸທອນຂອງທ່ານເຕັມປ່ຽມໄປດ້ວຍຄວາມໃຈບຸນຕໍ່ມະນຸດທັງປວງນຳອີກ, ແລະ ຕໍ່ຄອບຄົວແຫ່ງສັດທາ, ແລະ ໃຫ້ ຄຸນນະທຳປະດັບ ຄວາມນຶກຄິດຂອງທ່ານຢ່າງບໍ່ເສື່ອມຄາຍ; ເມື່ອນັ້ນຄວາມໝັ້ນໃຈຂອງທ່ານຈະແຂງແກ່ນຂຶ້ນໃນທີ່ປະທັບຂອງພຣະເຈົ້າ; ແລະ ຄຳສອນຂອງຖານະປະໂລຫິດຈະກັ່ນລົງມາເທິງ ຈິດວິນຍານຂອງທ່ານເໝືອນດັ່ງຢາດ ນ້ຳຄ້າງຈາກສະຫວັນ.
46 ພຣະວິນຍານບໍລິສຸດຈະເປັນເພື່ອນຂອງທ່ານສະເໝີ, ແລະ ໄມ້ຄ້ອນເທົ້າແຫ່ງອຳນາດຂອງທ່ານ ຈະເປັນໄມ້ຄ້ອນເທົ້າອັນບໍ່ປ່ຽນແປງແຫ່ງຄວາມຊອບທຳ ແລະ ຄວາມຈິງ; ແລະ ການຄອບຄອງຂອງທ່ານຈະເປັນການຄອບຄອງອັນເປັນນິດ, ແລະ ປາດສະຈາກການບັງຄັບ ຊຶ່ງໝາຍຄວາມວ່າມັນຈະໄຫລມາສູ່ທ່ານຕະຫລອດການ ແລະ ຕະຫລອດໄປ.