“ບົດທີ 3: ບົດຮຽນທີ 3—ພຣະກິດຕິຄຸນຂອງພຣະເຢຊູຄຣິດ,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ (2023)
“ບົດທີ 3: ບົດຮຽນທີ 3,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ
ບົດທີ 3: ບົດຮຽນທີ 3
ພຣະກິດຕິຄຸນຂອງພຣະເຢຊູຄຣິດ
ພຣະກິດຕິຄຸນຂອງພຣະເຢຊູຄຣິດຄືວິທີທີ່ເຮົາມາຫາພຣະຄຣິດ. ມັນງ່າຍດາຍພຽງພໍທີ່ເດັກນ້ອຍກໍສາມາດເຂົ້າໃຈມັນໄດ້. ບົດຮຽນນີ້ສຸມໃສ່ພຣະກິດຕິຄຸນ ແລະ ຄຳສອນຂອງພຣະຄຣິດ, ລວມທັງສັດທາໃນພຣະເຢຊູຄຣິດ, ການກັບໃຈ, ການບັບຕິສະມາ, ຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ການອົດທົນຈົນເຖິງທີ່ສຸດ. ມັນກໍຍັງສຸມໃສ່ວິທີທີ່ພຣະກິດຕິຄຸນເປັນພອນໃຫ້ແກ່ລູກໆທຸກຄົນຂອງພຣະເຈົ້ານຳອີກ.
ຄຳວ່າ ພຣະກິດຕິຄຸນ ຕາມຈິງແລ້ວໝາຍເຖິງ “ຂ່າວປະເສີດ.” ພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນຂ່າວປະເສີດ ເພາະມັນໃຫ້ຄຳສອນ—ຄວາມຈິງນິລັນດອນ—ທີ່ເຮົາຕ້ອງການເພື່ອມາຫາພຣະອົງ ແລະ ໄດ້ຮັບຄວາມລອດ (ເບິ່ງ 1 ນີໄຟ 15:14). ພຣະກິດຕິຄຸນສິດສອນເຮົາເຖິງວິທີການດຳລົງຊີວິດທີ່ດີ ແລະ ມີຄວາມໝາຍ. ຂ່າວປະເສີດຂອງພຣະກິດຕິຄຸນຈັດກຽມຫົນທາງໃຫ້ເຮົາເພື່ອຈະໄດ້ຮັບການໃຫ້ອະໄພບາບ, ການຊຳລະໃຫ້ບໍລິສຸດ, ແລະ ການກັບຄືນໄປຫາທີ່ປະທັບຂອງພຣະເຈົ້າ.
ຄຳແນະນຳສຳລັບການສິດສອນ
ພາກນີ້ມີໂຄງຮ່າງຕົວຢ່າງ ເພື່ອຊ່ວຍໃຫ້ທ່ານກະກຽມທີ່ຈະສິດສອນ. ມັນຍັງມີຕົວຢ່າງຂອງຄຳຖາມ ແລະ ຄຳເຊື້ອເຊີນທີ່ທ່ານອາດໃຊ້ນຳອີກ.
ຂະນະທີ່ທ່ານກຽມພ້ອມທີ່ຈະສິດສອນ, ໃຫ້ພິຈາລະນາດ້ວຍການອະທິຖານກ່ຽວກັບສະຖານະການ ແລະ ຄວາມຕ້ອງການທາງວິນຍານຂອງບຸກຄົນ. ຕັດສິນໃຈວ່າອັນໃດຈະເປັນປະໂຫຍດຫລາຍທີ່ສຸດທີ່ຈະສິດສອນ. ກຽມນິຍາມສັບທີ່ຜູ້ຄົນອາດບໍ່ເຂົ້າໃຈ. ວາງແຜນຕາມເວລາທີ່ທ່ານຈະມີ, ຈື່ຈຳໄວ້ວ່າໃຫ້ບົດຮຽນສັ້ນໆ.
ເລືອກຂໍ້ພຣະຄຳພີເພື່ອໃຊ້ຂະນະທີ່ທ່ານສິດສອນ. ພາກ “ພື້ນຖານຄຳສອນ” ຂອງບົດຮຽນປະກອບດ້ວຍຂໍ້ພຣະຄຳພີທີ່ເປັນປະໂຫຍດຫລາຍຂໍ້.
ພິຈາລະນາວ່າຈະຖາມຄຳຖາມໃດຂະນະທີ່ທ່ານສິດສອນ. ວາງແຜນເຊື້ອເຊີນທີ່ຈະຊຸກຍູ້ແຕ່ລະຄົນໃຫ້ປະຕິບັດ.
ເນັ້ນພອນທີ່ພຣະເຈົ້າໄດ້ສັນຍາໄວ້, ແລະ ແບ່ງປັນປະຈັກພະຍານຂອງທ່ານກ່ຽວກັບສິ່ງທີ່ທ່ານສິດສອນ.
ສິ່ງທີ່ທ່ານອາດຈະສິດສອນຜູ້ຄົນພາຍໃນ 15-25 ນາທີ
ເລືອກຫລັກທຳຂໍ້ໜຶ່ງ ຫລື ຫລາຍກວ່ານັ້ນດັ່ງຕໍ່ໄປນີ້ເພື່ອສິດສອນ. ພື້ນຖານຄຳສອນສຳລັບແຕ່ລະຫລັກທຳແມ່ນມີໃຫ້ຫລັງຈາກໂຄງຮ່າງນີ້.
ພາລະກິດແຫ່ງສະຫວັນຂອງພຣະເຢຊູຄຣິດ
-
ພຣະເຈົ້າໄດ້ສົ່ງພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ, ມາສູ່ໂລກ ເພື່ອໄຖ່ເຮົາຈາກບາບ ແລະ ຄວາມຕາຍ.
-
ເພາະການເສຍສະລະຊົດໃຊ້ຂອງພຣະເຢຊູ, ເຮົາຈຶ່ງສາມາດຖືກຊຳລະໃຫ້ສະອາດຈາກບາບຂອງເຮົາ ແລະ ຖືກເຮັດໃຫ້ບໍລິສຸດເມື່ອເຮົາກັບໃຈ.
-
ຫລັງຈາກພຣະເຢຊູໄດ້ຖືກຄຶງ, ພຣະອົງໄດ້ຟື້ນຄືນພຣະຊົນ. ເພາະການຟື້ນຄືນພຣະຊົນຂອງພຣະອົງ, ເຮົາທຸກຄົນຈະຟື້ນຄືນຊີວິດຫລັງຈາກເຮົາຕາຍ. ນີ້ໝາຍຄວາມວ່າ ວິນຍານ ແລະ ຮ່າງກາຍຂອງແຕ່ລະຄົນຈະກັບມາລວມກັນອີກຄັ້ງ, ແລະ ເຮົາແຕ່ລະຄົນຈະມີຊີວິດຕະຫລອດໄປ ໃນຮ່າງກາຍທີ່ສົມບູນແບບ ແລະ ຟື້ນຄືນຊີວິດແລ້ວ.
ສັດທາໃນພຣະເຢຊູຄຣິດ
-
ສັດທາແມ່ນຫລັກທຳຂໍ້ທຳອິດແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ.
-
ສັດທາໃນພຣະເຢຊູຄຣິດແມ່ນລວມທັງການມີຄວາມໝັ້ນໃຈທີ່ພຣະອົງເປັນພຣະບຸດຂອງພຣະເຈົ້າ ແລະ ການໄວ້ວາງໃຈໃນພຣະອົງ ໃນຖານະພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ.
-
ສັດທາໃນພຣະເຢຊູຄຣິດເປັນຫລັກທຳຂອງການກະທຳ ແລະ ພະລັງ.
-
ເຮົາເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຮົາໂດຍການອະທິຖານ, ການສຶກສາພຣະຄຳພີ, ແລະ ການເຊື່ອຟັງພຣະວິນຍານ.
ການກັບໃຈ
-
ສັດທາໃນພຣະເຢຊູຄຣິດນຳເຮົາໄປສູ່ການກັບໃຈ. ການກັບໃຈແມ່ນຂະບວນການທີ່ຫັນມາຫາພຣະເຈົ້າ ແລະ ຫັນຫລັງໃຫ້ບາບ. ເມື່ອເຮົາກັບໃຈ, ການກະທຳ, ຄວາມປາດຖະໜາ, ແລະ ຄວາມຄິດຂອງເຮົາຈະປ່ຽນໄປ ເພື່ອໃຫ້ສອດຄ່ອງກັບພຣະປະສົງຂອງພຣະເຈົ້າຫລາຍຂຶ້ນ.
-
ເມື່ອເຮົາກັບໃຈຢ່າງຈິງໃຈ, ພຣະເຈົ້າໃຫ້ອະໄພແກ່ເຮົາ. ການໃຫ້ອະໄພເປັນໄປໄດ້ເພາະພຣະເຢຊູຄຣິດໄດ້ຊົດໃຊ້ແທນບາບຂອງເຮົາ.
-
ເມື່ອເຮົາກັບໃຈ, ເຮົາຮູ້ສຶກສະຫງົບ ຂະນະທີ່ຄວາມຮູ້ສຶກຜິດ ແລະ ຄວາມໂສກເສົ້າຂອງເຮົາຖືກປິ່ນປົວ.
-
ການກັບໃຈເປັນຂະບວນການຕະຫລອດຊີວິດ. ພຣະເຈົ້າຍິນດີຕ້ອນຮັບເຮົາກັບມາ ທຸກເທື່ອທີ່ເຮົາກັບໃຈ. ພຣະອົງຈະບໍ່ມີວັນຍອມແພ້ກັບເຮົາ.
ການບັບຕິສະມາ: ພັນທະສັນຍາທຳອິດຂອງເຮົາກັບພຣະເຈົ້າ
-
ການບັບຕິສະມາແມ່ນວິທີທີ່ເຮົາເຂົ້າສູ່ຄວາມສຳພັນໃນພັນທະສັນຍາກັບພຣະເຈົ້າເປັນຄັ້ງທຳອິດ.
-
ການບັບຕິສະມາມີສອງສ່ວນ: ການບັບຕິສະມາດ້ວຍນ້ຳ ແລະ ດ້ວຍພຣະວິນຍານ. ເມື່ອເຮົາຮັບບັບຕິສະມາ ແລະ ການຢືນຢັນ, ເຮົາໄດ້ຮັບການຊຳລະຈາກບາບຂອງເຮົາ, ແລະ ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໃນຊີວິດ.
-
ເຮົາຮັບບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວ, ເຮັດຕາມຕົວຢ່າງຂອງພຣະເຢຊູ.
-
ເດັກນ້ອຍບໍ່ຕ້ອງຮັບບັບຕິສະມາ ຈົນກວ່າເຂົາມີອາຍຸແປດປີ. ເດັກນ້ອຍຜູ້ໄດ້ຕາຍກ່ອນອາຍຸນັ້ນ ໄດ້ຖືກໄຖ່ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ.
-
ເຮົາຮັບສ່ວນສິນລະລຶກທຸກອາທິດໃນການລະນຶກເຖິງການເສຍສະລະຂອງພຣະເຢຊູ ແລະ ເພື່ອຕໍ່ພັນທະສັນຍາຂອງເຮົາກັບພຣະເຈົ້າ.
ຂອງປະທານແຫ່ງພຣະວິນຍານບໍລິສຸດ
-
ພຣະວິນຍານບໍລິສຸດເປັນສະມາຊິກອົງທີສາມໃນຝ່າຍພຣະເຈົ້າ.
-
ຫລັງຈາກທີ່ເຮົາໄດ້ຮັບບັບຕິສະມາແລ້ວ, ເຮົາກໍໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດຜ່ານທາງພິທີການແຫ່ງການຢືນຢັນ.
-
ເມື່ອເຮົາຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ, ເຮົາສາມາດມີຄວາມເປັນເພື່ອນຂອງພຣະອົງ ຕະຫລອດຊີວິດຂອງເຮົາ ຖ້າຫາກເຮົາຊື່ສັດ.
-
ພຣະວິນຍານບໍລິສຸດຊຳລະເຮົາໃຫ້ບໍລິສຸດ, ນຳພາເຮົາ, ປອບໂຍນເຮົາ, ແລະ ຊ່ວຍໃຫ້ເຮົາຮູ້ຄວາມຈິງ.
ອົດທົນຈົນເຖິງທີ່ສຸດ
-
ການອົດທົນແມ່ນລວມທັງການສືບຕໍ່ໃຊ້ສັດທາໃນພຣະຄຣິດທຸກວັນ. ເຮົາສືບຕໍ່ຮັກສາພັນທະສັນຍາຂອງເຮົາກັບພຣະເຈົ້າ, ສະແຫວງຫາຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດ, ແລະ ຮັບສ່ວນສິນລະລຶກ.
-
ເມື່ອເຮົາສະແຫວງຫາທີ່ຈະຕິດຕາມພຣະເຢຊູຄຣິດຢ່າງຊື່ສັດ, ພຣະເຈົ້າສັນຍາວ່າ ເຮົາຈະມີຊີວິດນິລັນດອນ.
ພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນພອນແກ່ລູກໆທຸກຄົນຂອງພຣະເຈົ້າ
-
ການດຳລົງຊີວິດຕາມພຣະກິດຕິຄຸນເຮັດໃຫ້ເຮົາມີຄວາມຊື່ນຊົມຫລາຍຂຶ້ນ, ເປັນແຮງບັນດານໃຈໃນການກະທຳຂອງເຮົາ, ແລະ ເສີມສ້າງຄວາມສຳພັນຂອງເຮົາ.
-
ເຮົາມັກຈະມີຄວາມສຸກ—ທັງສ່ວນຕົວ ແລະ ເປັນຄອບຄົວ—ເມື່ອເຮົາດຳລົງຊີວິດຕາມຄຳສອນຂອງພຣະເຢຊູຄຣິດ.
-
ຜ່ານທາງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຄອບຄົວໄດ້ຮັບພອນໃນຊີວິດນີ້ ແລະ ສາມາດຢູ່ນຳກັນຊົ່ວນິລັນດອນ ໃນທີ່ປະທັບຂອງພຣະເຈົ້າ.
ຄຳຖາມທີ່ທ່ານອາດຈະໃຊ້ຖາມຜູ້ຄົນ
ຄຳຖາມດັ່ງຕໍ່ໄປນີ້ແມ່ນຕົວຢ່າງຂອງສິ່ງທີ່ທ່ານອາດຈະຖາມຜູ້ຄົນ. ຄຳຖາມເຫລົ່ານີ້ສາມາດຊ່ວຍໃຫ້ທ່ານມີການສົນທະນາທີ່ມີຄວາມໝາຍ ແລະ ເຂົ້າໃຈຄວາມຕ້ອງການ ແລະ ທັດສະນະຂອງບຸກຄົນ.
-
ເຈົ້າຮູ້ຫຍັງແດ່ກ່ຽວກັບພຣະເຢຊູຄຣິດ?
-
ການມີສັດທາໃນພຣະເຢຊູຄຣິດໝາຍຄວາມວ່າແນວໃດຕໍ່ເຈົ້າ?
-
ເຈົ້າຢາກປ່ຽນຫຍັງແດ່ໃນຊີວິດຂອງເຈົ້າ?
-
ເຈົ້າເຂົ້າໃຈຫຍັງແດ່ກ່ຽວກັບການກັບໃຈ?
-
ເຈົ້າເຂົ້າໃຈຫຍັງແດ່ກ່ຽວກັບການບັບຕິສະມາ? ຕອນນີ້ເຈົ້າສາມາດເຮັດຫຍັງແດ່ ເພື່ອກຽມພ້ອມສຳລັບການບັບຕິສະມາ?
-
ພຣະວິນຍານບໍລິສຸດຈະສາມາດຊ່ວຍເຈົ້າໃນການເດີນທາງຂອງເຈົ້າກັບໄປຫາທີ່ປະທັບຂອງພຣະເຈົ້າໄດ້ແນວໃດ?
-
ມີການທ້າທາຍໃດແດ່ທີ່ເຈົ້າ ຫລື ຄອບຄົວຂອງເຈົ້າກຳລັງປະເຊີນຢູ່? ຂໍໃຫ້ພວກເຮົາແບ່ງປັນບາງວິທີທີ່ພຣະກິດຕິຄຸນຂອງພຣະເຢຊູຄຣິດສາມາດຊ່ວຍເຫລືອຊິໄດ້ບໍ?
ຄຳເຊື້ອເຊີນທີ່ທ່ານອາດຈະໃຊ້
-
ເຈົ້າຈະທູນຖາມພຣະເຈົ້າໃນຄຳອະທິຖານຫລືບໍ່ ເພື່ອຊ່ວຍໃຫ້ເຈົ້າຮູ້ວ່າສິ່ງທີ່ພວກເຮົາສິດສອນນັ້ນເປັນຄວາມຈິງ? (ເບິ່ງ “ຄວາມຮູ້ແຈ້ງດ້ານການສິດສອນ: ການອະທິຖານ” ໃນພາກສຸດທ້າຍຂອງບົດຮຽນທີ 1.)
-
ເຈົ້າຈະໄປໂບດໃນວັນອາທິດນີ້ຫລືບໍ່ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບສິ່ງທີ່ພວກເຮົາໄດ້ສິດສອນ?
-
ເຈົ້າຈະອ່ານພຣະຄຳພີມໍມອນ ແລະ ອະທິຖານຫລືບໍ່ ເພື່ອຈະໄດ້ຮູ້ວ່າມັນເປັນພຣະຄຳຂອງພຣະເຈົ້າ? (ທ່ານອາດຈະແນະນຳບົດ ຫລື ຂໍ້ສະເພາະໃດໜຶ່ງ.)
-
ເຈົ້າຈະເຮັດຕາມຕົວຢ່າງຂອງພຣະເຢຊູ ແລະ ຮັບບັບຕິສະມາຫລືບໍ່? (ເບິ່ງ “ການເຊື້ອເຊີນໃຫ້ຮັບບັບຕິສະມາ ແລະ ການຢືນຢັນ,” ຊຶ່ງຢູ່ກ່ອນໜ້າບົດຮຽນທີ 1 ທັນທີ.)
-
ພວກເຮົາຈະກຳນົດເວລາສຳລັບການຢ້ຽມຢາມຄັ້ງຕໍ່ໄປຂອງພວກເຮົາຊິໄດ້ບໍ?
ພຶ້ນຖານຄຳສອນ
ພາກນີ້ມີຄຳສອນ ແລະ ຂໍ້ພຣະຄຳພີໃຫ້ທ່ານສຶກສາເພື່ອເສີມສ້າງຄວາມຮູ້ ແລະ ປະຈັກພະຍານຂອງທ່ານກ່ຽວກັບພຣະກິດຕິຄຸນ ແລະ ເພື່ອຊ່ວຍທ່ານສິດສອນ.
ພາລະກິດແຫ່ງສະຫວັນຂອງພຣະເຢຊູຄຣິດ
ພຣະບິດາເທິງສະຫວັນໄດ້ສົ່ງພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ, ມາສູ່ໂລກ ເພື່ອເຮັດໃຫ້ເປັນໄປໄດ້ສຳລັບເຮົາທຸກຄົນ ທີ່ຈະປະສົບກັບຄວາມສຸກຢູ່ໃນໂລກນີ້ ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ. “ແລະ ນີ້ຄືພຣະກິດຕິຄຸນ, ຂ່າວອັນໜ້າຊື່ນຊົມ, … ວ່າ [ພຣະເຢຊູຄຣິດ] ໄດ້ມາສູ່ໂລກ … ເພື່ອຮັບເອົາບາບຂອງໂລກ, ແລະ ເພື່ອເຮັດໃຫ້ໂລກບໍລິສຸດ, ແລະ ເພື່ອຊຳລະລ້າງມັນຈາກຄວາມບໍ່ຊອບທຳທັງໝົດ” (ຄຳສອນ ແລະ ພັນທະສັນຍາ 76:40–42).
ໂດຍທີ່ເປັນມະຕະ, ເຮົາທຸກຄົນຈະເຮັດບາບ, ແລະ ເຮົາທຸກຄົນຈະຕາຍ. ບາບ ແລະ ຄວາມຕາຍຈະກີດກັນເຮົາຈາກການມີຊີວິດນິລັນດອນກັບພຣະເຈົ້າ ເວັ້ນເສຍແຕ່ເຮົາຈະມີພຣະຜູ້ໄຖ່ (ເບິ່ງ 2 ນີໄຟ 9). ກ່ອນໂລກໄດ້ຖືກສ້າງຂຶ້ນ, ພຣະບິດາເທິງສະຫວັນໄດ້ເລືອກເອົາພຣະເຢຊູຄຣິດເພື່ອໄຖ່ເຮົາ. ໃນການສະແດງຄວາມຮັກອັນສູງສົ່ງ, ພຣະເຢຊູໄດ້ມາສູ່ໂລກ ແລະ ສຳເລັດພາລະກິດອັນສູງສົ່ງນີ້. ພຣະອົງໄດ້ເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະຖືກໄຖ່ຈາກບາບຂອງເຮົາ, ແລະ ພຣະອົງໄດ້ຮັບຮອງວ່າ ເຮົາຈະຟື້ນຄືນຊີວິດຫລັງຈາກເຮົາຕາຍ.
ພຣະເຢຊູໄດ້ມີຊີວິດທີ່ບໍ່ມີບາບ. ໃນຕອນທ້າຍຂອງການປະຕິບັດສາດສະໜາກິດຂອງພຣະອົງໃນຊ່ວງມະຕະ, ພຣະອົງໄດ້ຮັບເອົາບາບຂອງເຮົາ ໂດຍການຮັບທຸກທໍລະມານຢູ່ໃນເຄັດເຊມາເນ ເມື່ອພຣະອົງໄດ້ເສຍສະລະ (ເບິ່ງ 1 ນີໄຟ 11:33). ຄວາມທຸກທໍລະມານຂອງພຣະເຢຊູຍິ່ງໃຫຍ່ ຈົນເຮັດໃຫ້ພຣະອົງ “ຕ້ອງສັ່ນເພາະຄວາມເຈັບປວດ, ແລະ ເລືອດໄຫລອອກຈາກທຸກຂຸມຂົນ” (ຄຳສອນ ແລະ ພັນທະສັນຍາ 19:18). ຫລັງຈາກການຄຶງຂອງພຣະອົງ, ພຣະເຢຊູໄດ້ຟື້ນຄືນພຣະຊົນ, ຮັບໄຊຊະນະເໜືອຄວາມຕາຍ. ຮ່ວມກັນ, ເຫດການເຫລົ່ານີ້ເປັນການຊົດໃຊ້ຂອງພຣະເຢຊູຄຣິດ.
ບາບຂອງເຮົາເຮັດໃຫ້ເຮົາບໍ່ສະອາດທາງວິນຍານ, ແລະ “ສິ່ງທີ່ເປິເປື້ອນຈະບໍ່ສາມາດຢູ່ກັບພຣະເຈົ້າໄດ້” (1 ນີໄຟ 10:21). ນອກເໜືອຈາກນີ້, ກົດແຫ່ງຄວາມຍຸດຕິທຳຮຽກຮ້ອງຜົນສະທ້ອນສຳລັບບາບຂອງເຮົາ.
ການເສຍສະລະຊົດໃຊ້ຂອງພຣະເຢຊູຈັດຫາວິທີໃຫ້ເຮົາເພື່ອຮັບການຊຳລະໃຫ້ສະອາດຈາກບາບ ແລະ ຖືກເຮັດໃຫ້ບໍລິສຸດເມື່ອເຮົາກັບໃຈ. ມັນຍັງຈັດຫາວິທີຕອບສະໜອງການຮຽກຮ້ອງຂອງຄວາມຍຸດຕິທຳນຳອີກ (ເບິ່ງ ແອວມາ 42:15, 23–24). ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ, “ເຮົາ … ໄດ້ທົນທຸກທໍລະມານກັບສິ່ງເຫລົ່ານີ້ແທນທຸກຄົນ, ເພື່ອວ່າພວກເຂົາຈະບໍ່ໄດ້ທົນທຸກທໍລະມານຖ້າຫາກພວກເຂົາຈະກັບໃຈ; ແຕ່ຖ້າຫາກພວກເຂົາບໍ່ກັບໃຈ ພວກເຂົາຈະຕ້ອງທົນທຸກທໍລະມານແມ່ນແຕ່ເໝືອນດັ່ງເຮົາ” (ຄຳສອນ ແລະ ພັນທະສັນຍາ 19:16–17). ຖ້າຫາກບໍ່ແມ່ນເພາະພຣະເຢຊູຄຣິດ, ບາບຈະຢຸດຕິຄວາມຫວັງທັງໝົດສຳລັບການດຳລົງຢູ່ໃນອະນາຄົດກັບພຣະບິດາເທິງສະຫວັນ.
ໃນການຖວາຍພຣະອົງເອງເປັນເຄື່ອງບູຊາແທນເຮົາ, ພຣະເຢຊູບໍ່ໄດ້ກຳຈັດໜ້າທີ່ຮັບຜິດຊອບສ່ວນຕົວຂອງເຮົາ. ເຮົາຕ້ອງມີສັດທາໃນພຣະອົງ, ແລະ ພະຍາຍາມເຊື່ອຟັງພຣະບັນຍັດ. ເມື່ອເຮົາກັບໃຈ, ພຣະເຢຊູຈະທວງເອົາສິດທິແຫ່ງຄວາມເມດຕາຂອງພຣະອົງຈາກພຣະບິດາແທນເຮົາ (ເບິ່ງ ໂມໂຣໄນ 7:27–28). ເພາະການອ້ອນວອນຂອງພຣະຜູ້ຊ່ວຍໃຫ້ລອດ, ພຣະບິດາເທິງສະຫວັນຈະໃຫ້ອະໄພແກ່ເຮົາ, ຜ່ອນຄາຍເຮົາຈາກພາລະ ແລະ ຄວາມຮູ້ສຶກຜິດຈາກບາບຂອງເຮົາ (ເບິ່ງ ໂມໄຊຢາ 15:7–9). ເຮົາຖືກຊຳລະໃຫ້ສະອາດທາງວິນຍານ ແລະ ໃນທີ່ສຸດສາມາດຖືກຕ້ອນຮັບເຂົ້າໃນທີ່ປະທັບຂອງພຣະເຈົ້າ.
ພາລະກິດທີ່ສູງສົ່ງຂອງພຣະເຢຊູກໍເພື່ອຊ່ວຍເຮົາໃຫ້ລອດຈາກຄວາມຕາຍນຳອີກ. ເພາະພຣະອົງໄດ້ຟື້ນຄືນພຣະຊົນ, ເຮົາທຸກຄົນຈະຟື້ນຄືນຊີວິດຫລັງຈາກເຮົາຕາຍ. ນີ້ໝາຍຄວາມວ່າ ວິນຍານ ແລະ ຮ່າງກາຍຂອງແຕ່ລະຄົນຈະກັບມາລວມກັນອີກຄັ້ງ, ແລະ ເຮົາແຕ່ລະຄົນຈະມີຊີວິດຕະຫລອດໄປ ໃນຮ່າງກາຍທີ່ສົມບູນແບບ ແລະ ຟື້ນຄືນຊີວິດແລ້ວ. ຖ້າຫາກບໍ່ແມ່ນເພາະພຣະເຢຊູຄຣິດ, ຄວາມຕາຍຈະຢຸດຕິຄວາມຫວັງທັງໝົດສຳລັບການດຳລົງຢູ່ໃນອະນາຄົດກັບພຣະບິດາເທິງສະຫວັນ.
ສັດທາໃນພຣະເຢຊູຄຣິດ
ຫລັກທຳຂໍ້ທຳອິດແຫ່ງພຣະກິດຕິຄຸນແມ່ນສັດທາໃນອົງພຣະເຢຊູຄຣິດເຈົ້າ. ສັດທາເປັນພື້ນຖານສຳລັບຫລັກທຳພຣະກິດຕິຄຸນອື່ນໆທັງໝົດ.
ສັດທາໃນພຣະເຢຊູຄຣິດແມ່ນລວມທັງການມີຄວາມໝັ້ນໃຈວ່າ ພຣະອົງເປັນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ. ມັນລວມທັງການໄວ້ວາງໃຈໃນພຣະອົງໃນຖານະພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ—ວ່າພຣະອົງເປັນພຽງທາງດຽວເທົ່ານັ້ນຂອງເຮົາທີ່ຈະກັບຄືນໄປຫາທີ່ປະທັບຂອງພຣະເຈົ້າ (ເບິ່ງ ກິດຈະການ 4:10–12; ໂມໄຊຢາ 3:17; 4:6–8). ເຮົາຖືກເຊື້ອເຊີນໃຫ້ໃຊ້ “ສັດທາອັນບໍ່ສັ່ນສະເທືອນໃນພຣະອົງ, ໄວ້ວາງໃຈຢ່າງເຕັມທີ່ໃນພຣະຄຸນຄວາມດີຂອງພຣະອົງ ຜູ້ຊົງອານຸພາບເພື່ອຊ່ວຍໃຫ້ລອດ” (2 ນີໄຟ 31:19).
ສັດທາໃນພຣະເຢຊູຄຣິດແມ່ນລວມທັງການເຊື່ອວ່າ ພຣະອົງໄດ້ຮັບທຸກທໍລະມານແທນບາບຂອງເຮົາ ໃນການເສຍສະລະຊົດໃຊ້ຂອງພຣະອົງ. ເພາະການເສຍສະລະຂອງພຣະເຢຊູ, ເຮົາຈຶ່ງສາມາດຖືກເຮັດໃຫ້ສະອາດ ແລະ ຖືກໄຖ່ເມື່ອເຮົາກັບໃຈ. ການຊຳລະລ້າງນີ້ຊ່ວຍໃຫ້ເຮົາພົບສັນຕິສຸກ ແລະ ຄວາມຫວັງໃນຊີວິດນີ້. ມັນຍັງຊ່ວຍໃຫ້ເຮົາໄດ້ຮັບຄວາມສົມບູນແຫ່ງຄວາມຊື່ນຊົມ ຫລັງຈາກເຮົາຕາຍນຳອີກ.
ສັດທາໃນພຣະເຢຊູຄຣິດແມ່ນລວມທັງການໄວ້ວາງໃຈວ່າ ຜ່ານທາງພຣະອົງ, ເຮົາທຸກຄົນຈະຟື້ນຄືນຊີວິດຫລັງຈາກເຮົາຕາຍ. ສັດທານີ້ສາມາດສະໜັບສະໜູນ ແລະ ປອບໂຍນເຮົາໃນເວລາທີ່ສູນເສຍ. ຄວາມໂສກເສົ້າຂອງການຕາຍສາມາດຖືກກຳຈັດອອກໄປໂດຍຄຳສັນຍາຂອງການຟື້ນຄືນຊີວິດ.
ສັດທາໃນພຣະເຢຊູຄຣິດແມ່ນລວມທັງການເຊື່ອ ແລະ ການໄວ້ວາງໃຈວ່າ ພຣະອົງໄດ້ຮັບເອົາຄວາມທຸກ ແລະ ຄວາມອ່ອນແອຂອງເຮົາໄວ້ກັບພຣະອົງເອງ (ເບິ່ງ ເອຊາຢາ 53:3–5). ພຣະອົງຮູ້ໂດຍປະສົບການຂອງພຣະອົງວ່າຈະສະໜັບສະໜູນເຮົາຢ່າງມີເມດຕາຜ່ານການທ້າທາຍໃນຊີວິດໄດ້ແນວໃດ (ເບິ່ງ ແອວມາ 7:11–12; ຄຳສອນ ແລະ ພັນທະສັນຍາ 122:8). ເມື່ອເຮົາໃຊ້ສັດທາ, ພຣະອົງຈະຊ່ວຍເຮົາໃຫ້ກ້າວໄປໜ້າຜ່ານຜ່າຄວາມຫຍຸ້ງຍາກ.
ຜ່ານທາງສັດທາຂອງເຮົາໃນພຣະອົງ, ພຣະເຢຊູສາມາດປິ່ນປົວເຮົາທາງກາຍ ແລະ ທາງວິນຍານ. ພຣະອົງພ້ອມສະເໝີທີ່ຈະຊ່ວຍເຮົາ ເມື່ອເຮົາຈື່ຈຳຄຳເຊື້ອເຊີນຂອງພຣະອົງ ທີ່ຈະ “ເບິ່ງທີ່ເຮົາໃນຄວາມນຶກຄິດທຸກຢ່າງ, ຢ່າສົງໄສ, ຢ່າສູ່ຢ້ານ” (ຄຳສອນ ແລະ ພັນທະສັນຍາ 6:36).
ຫລັກທຳຂອງການກະທຳ ແລະ ພະລັງ
ສັດທາໃນພຣະເຢຊູຄຣິດນຳພາໄປສູ່ການກະທຳ. ເຮົາສະແດງສັດທາຂອງເຮົາໂດຍການເຊື່ອຟັງພຣະບັນຍັດ ແລະ ການເຮັດຄວາມດີທຸກວັນ. ເຮົາກັບໃຈຈາກບາບຂອງເຮົາ. ເຮົາຈົງຮັກພັກດີຕໍ່ພຣະອົງ. ເຮົາພະຍາຍາມກາຍເປັນເໝືອນດັ່ງພຣະອົງ.
ເມື່ອເຮົາໃຊ້ສັດທາ, ເຮົາສາມາດປະສົບກັບອຳນາດຂອງພຣະເຢຊູໃນຊີວິດປະຈຳວັນຂອງເຮົາ. ເຮົາຈະຂະຫຍາຍຄວາມພະຍາຍາມທີ່ດີທີ່ສຸດຂອງເຮົາເອງ. ພຣະອົງຈະຊ່ວຍເຮົາໃຫ້ເຕີບໂຕ ແລະ ຕ້ານທານກັບການລໍ້ລວງ.
ເພີ່ມພູນສັດທາຂອງເຮົາ
ສາດສະດາແອວມາໄດ້ສິດສອນວ່າ ການສ້າງສັດທາສາມາດເລີ່ມຕົ້ນດ້ວຍ “ຄວາມປາດຖະໜາທີ່ຈະເຊື່ອ” ທີ່ລຽບງ່າຍ (ແອວມາ 32:27). ແລ້ວ, ເພື່ອໃຫ້ສັດທາຂອງເຮົາໃນພຣະເຢຊູຄຣິດເຕີບໂຕ, ເຮົາຕ້ອງບຳລຸງລ້ຽງມັນໂດຍການຮຽນຮູ້ພຣະຄຳຂອງພຣະອົງ, ນຳໃຊ້ຄຳສອນຂອງພຣະອົງ, ແລະ ເຊື່ອຟັງພຣະບັນຍັດຂອງພຣະອົງ. ແອວມາໄດ້ສິດສອນວ່າ ເມື່ອເຮົາບຳລຸງລ້ຽງພຣະຄຳຂອງພຣະເຈົ້າຢູ່ໃນໃຈເຮົາດ້ວຍຄວາມອົດທົນ ແລະ ພາກພຽນ, “ມັນຈະແຕກຮາກ [ແລະ ກາຍເປັນ] ຕົ້ນທີ່ງອກງາມໄປສູ່ຊີວິດອັນເປັນນິດ”—ຈຶ່ງເຮັດໃຫ້ສັດທາຂອງເຮົາເຂັ້ມແຂງຂຶ້ນ (ແອວມາ 32:41; ເບິ່ງ ຂໍ້ທີ 26–43).
ການກັບໃຈ
ການກັບໃຈຄືຫຍັງ?
ການກັບໃຈ ຄືຫລັກທຳຂໍ້ທີສອງຂອງພຣະກິດຕິຄຸນ. ສັດທາໃນພຣະເຢຊູຄຣິດ ແລະ ຄວາມຮັກຂອງເຮົາທີ່ມີຕໍ່ພຣະອົງນຳເຮົາໄປສູ່ການກັບໃຈ (ເບິ່ງ ຮີລາມັນ 14:13). ການກັບໃຈແມ່ນຂະບວນການທີ່ຫັນມາຫາພຣະເຈົ້າ ແລະ ຫັນຫລັງໃຫ້ບາບ. ເມື່ອເຮົາກັບໃຈ, ການກະທຳ, ຄວາມປາດຖະໜາ, ແລະ ຄວາມຄິດຂອງເຮົາຈະປ່ຽນໄປ ເພື່ອໃຫ້ສອດຄ່ອງກັບພຣະປະສົງຂອງພຣະເຈົ້າຫລາຍຂຶ້ນ. ການໃຫ້ອະໄພຈາກບາບຖືກເຮັດໃຫ້ເປັນໄປໄດ້ຜ່ານທາງພຣະເຢຊູຄຣິດ ແລະ ການເສຍສະລະຊົດໃຊ້ຂອງພຣະອົງ.
ການກັບໃຈແມ່ນເປັນຫລາຍກວ່າພຽງແຕ່ການໃຊ້ຄວາມຕັ້ງໃຈເພື່ອປ່ຽນແປງພຶດຕິກຳ ຫລື ການເອົາຊະນະຄວາມອ່ອນແອເທົ່ານັ້ນ. ການກັບໃຈແມ່ນການຫັນມາຫາພຣະຄຣິດຢ່າງຈິງໃຈ, ຜູ້ປະທານພະລັງໃຫ້ເຮົາເພື່ອປະສົບກັບ “ການປ່ຽນແປງອັນຍິ່ງໃຫຍ່” ໃນໃຈຂອງເຮົາ (ແອວມາ 5:12–14). ເມື່ອເຮົາປະສົບກັບການປ່ຽນແປງນີ້ໃນໃຈ, ເຮົາໄດ້ເກີດໃໝ່ທາງວິນຍານ (ເບິ່ງ ໂມໄຊຢາ 27:24–26).
ຜ່ານທາງການກັບໃຈ, ເຮົາພັດທະນາມຸມມອງໃໝ່ກ່ຽວກັບພຣະເຈົ້າ, ຕົວເຮົາເອງ, ແລະ ໂລກ. ເຮົາຮູ້ສຶກໃໝ່ເຖິງຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຮົາ ໃນຖານະລູກຂອງພຣະອົງ—ແລະ ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດທີ່ມີຕໍ່ເຮົາ. ໂອກາດທີ່ຈະກັບໃຈເປັນໜຶ່ງໃນພອນທີ່ຍິ່ງໃຫຍ່ທີ່ສຸດ ທີ່ພຣະເຈົ້າໄດ້ປະທານໃຫ້ເຮົາຜ່ານທາງພຣະບຸດຂອງພຣະອົງ.
ຂະບວນການຂອງການກັບໃຈ
ເມື່ອເຮົາກັບໃຈ, ເຮົາຮັບຮູ້ບາບຂອງເຮົາ ແລະ ຮູ້ສຶກເສຍໃຈແທ້ໆ. ເຮົາສາລະພາບບາບຂອງເຮົາຕໍ່ພຣະເຈົ້າ ແລະ ທູນຂໍການໃຫ້ອະໄພຈາກພຣະອົງ. ເຮົາຍັງສາລະພາບບາບທີ່ຮ້າຍແຮງຕໍ່ຜູ້ນຳຂອງສາດສະໜາຈັກທີ່ໄດ້ຮັບສິດອຳນາດ, ຜູ້ຈະສະໜັບສະໜູນເຮົາເມື່ອເຮົາກັບໃຈ. ເຮົາເຮັດສິ່ງທີ່ເຮົາສາມາດເຮັດເພື່ອທົດແທນ, ຊຶ່ງໝາຍຄວາມວ່າ ການພະຍາຍາມແກ້ໄຂບັນຫາຂອງການກະທຳຂອງເຮົາ ທີ່ເຮົາໄດ້ເຮັດໄປນັ້ນ. ການກັບໃຈທີ່ແທ້ຈິງສະແດງໃຫ້ເຫັນໄດ້ດີທີ່ສຸດ ໂດຍການກະທຳທີ່ຊອບທຳໃນຊ່ວງໄລຍະໜຶ່ງ.
ການກັບໃຈເປັນຂະບວນການປະຈຳວັນຕະຫລອດຊີວິດຂອງເຮົາ. “ທຸກຄົນໄດ້ເຮັດຜິດບາບ, ແລະ ຂາດຈາກລັດສະໝີພາບຂອງພຣະເຈົ້າ” (ໂຣມ 3:23). ເຮົາຄວນສືບຕໍ່ກັບໃຈ, ຈື່ຈຳວ່າ ເຮົາ “ສາມາດສູ້ກັບທຸກສິ່ງໄດ້ໂດຍພຣະອົງຜູ້ຊົງຊູກຳລັງ” ເຮົາ (ຟີລິບປອຍ 4:13). ພຣະຜູ້ເປັນເຈົ້າໄດ້ຮັບຮອງເຮົາວ່າ “ເຖິງແມ່ນວ່າຜູ້ຄົນຂອງເຮົາຈະກັບໃຈເທົ່າໃດເທື່ອກໍຕາມ ເຮົາກໍຈະໃຫ້ອະໄພແກ່ເຂົາ” (ໂມໄຊຢາ 26:30).
ພອນຂອງການກັບໃຈ
ການກັບໃຈເປັນຫລັກທຳໃນທາງບວກ ທີ່ນຳຄວາມຊື່ນຊົມ ແລະ ສັນຕິສຸກມາໃຫ້. ມັນນຳເຮົາ “ໄປຫາອຳນາດຂອງພຣະຜູ້ໄຖ່, ໄປຫາຄວາມລອດຂອງຈິດວິນຍານ [ຂອງເຮົາ]” (ຮີລາມັນ 5:11).
ເມື່ອເຮົາກັບໃຈ, ຄວາມຮູ້ສຶກຜິດ ແລະ ຄວາມໂສກເສົ້າຂອງເຮົາໄດ້ຖືກປິ່ນປົວ ໃນຂະບວນການຂອງເວລາ. ເຮົາຈະຮູ້ສຶກເຖິງອິດທິພົນຂອງພຣະວິນຍານຢ່າງລົ້ນເຫລືອ. ຄວາມປາດຖະໜາຂອງເຮົາທີ່ຈະເຮັດຕາມພຣະເຈົ້າຈະເຕີບໂຕຂຶ້ນ.
“ຜູ້ຄົນຢ່າງຫລວງຫລາຍຄິດວ່າ ການກັບໃຈເປັນການລົງໂທດ—ເປັນບາງສິ່ງທີ່ຕ້ອງຫລີກເວັ້ນ. … ແຕ່ຄວາມຮູ້ສຶກວ່າຕົວເອງຖືກລົງໂທດແມ່ນມາຈາກຊາຕານ. ມັນພະຍາຍາມກີດກັນເຮົາບໍ່ໃຫ້ຫວັງເພິ່ງພຣະເຢຊູຄຣິດ, ຜູ້ຢືນວາແຂນຢູ່, ດ້ວຍຄວາມຫວັງ ແລະ ຄວາມເຕັມພຣະໄທ ທີ່ຈະປິ່ນປົວ, ໃຫ້ອະໄພ, ຊຳລະລ້າງ, ຊູກຳລັງ, ເຮັດໃຫ້ເຮົາສະອາດ, ແລະ ບໍລິສຸດ” (Russell M. Nelson, “We Can Do Better ແລະ Be Better,” Liahona, May 2019, 67).
ການບັບຕິສະມາ: ພັນທະສັນຍາທຳອິດກັບພຣະເຈົ້າ
ສັດທາໃນພຣະເຢຊູຄຣິດ ແລະ ການກັບໃຈກະກຽມເຮົາສຳລັບພິທີການແຫ່ງການບັບຕິສະມາ ແລະ ການຢືນຢັນ. ການບັບຕິສະມາເປັນພິທີການຊ່ວຍໃຫ້ລອດຢ່າງທຳອິດແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ເມື່ອເຮົາຮັບເອົາພິທີການແຫ່ງຄວາມຫວັງອັນໜ້າຍິນດີນີ້, ເຮົາໄດ້ເຮັດພັນທະສັນຍາທຳອິດກັບພຣະເຈົ້າ.
ພິທີການແມ່ນການກະທຳ ຫລື ພິທີທີ່ສັກສິດ ທີ່ປະຕິບັດໂດຍສິດອຳນາດຂອງຖານະປະໂລຫິດ. ພິທີການບາງຢ່າງ, ເຊັ່ນ ການບັບຕິສະມາ, ແມ່ນຈຳເປັນຕໍ່ຄວາມລອດຂອງເຮົາ.
ຜ່ານທາງພິທີການ, ເຮົາເຮັດພັນທະສັນຍາກັບພຣະເຈົ້າ. ພັນທະສັນຍາເຫລົ່ານີ້ແມ່ນຄຳສັນຍາສັກສິດລະຫວ່າງເຮົາກັບພຣະເຈົ້າ. ພຣະອົງສັນຍາວ່າຈະອວຍພອນເຮົາ ເມື່ອເຮົາຮັກສາຄຳສັນຍາຂອງເຮົາກັບພຣະອົງ. ເຮົາຄວນມີຄວາມມຸ່ງໝັ້ນທີ່ເຂັ້ມແຂງ ທີ່ຈະຮັກສາຄຳສັນຍາຂອງເຮົາກັບພຣະເຈົ້າ.
ພຣະເຈົ້າໄດ້ຈັດຫາພິທີການ ແລະ ພັນທະສັນຍາ ເພື່ອຊ່ວຍເຮົາໃຫ້ມາຫາພຣະອົງ ແລະ ມີຊີວິດນິລັນດອນ. ເມື່ອເຮົາຮັບເອົາພິທີການຂອງຖານະປະໂລຫິດ ແລະ ຮັກສາພັນທະສັນຍາທີ່ກ່ຽວຂ້ອງ, ເຮົາສາມາດປະສົບກັບ “ອຳນາດຂອງຄວາມເປັນເໝືອນພຣະເຈົ້າ” ໃນຊີວິດຂອງເຮົາ (ຄຳສອນ ແລະ ພັນທະສັນຍາ 84:20).
ພັນທະສັນຍາແຫ່ງການບັບຕິສະມາ
ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນວ່າ ການບັບຕິສະມາແມ່ນຈຳເປັນສຳລັບເຮົາທີ່ຈະເຂົ້າໄປໃນອານາຈັກສະຫວັນ (ເບິ່ງ ໂຢຮັນ 3:5). ມັນກໍຍັງຈຳເປັນສຳລັບເຮົາທີ່ຈະກາຍເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດນຳອີກ. ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ຕັ້ງຕົວຢ່າງໂດຍການຮັບບັບຕິສະມາ (ເບິ່ງ ມັດທາຍ 3:13–17).
ເມື່ອເຮົາຮັບບັບຕິສະມາ ແລະ ຮັກສາພັນທະສັນຍາຂອງເຮົາ, ພຣະເຈົ້າສັນຍາວ່າຈະໃຫ້ອະໄພແກ່ບາບຂອງເຮົາ (ເບິ່ງ ກິດຈະການ 22:16; 3 ນີໄຟ 12:1–2). ພອນທີ່ຍິ່ງໃຫຍ່ນີ້ເປັນໄປໄດ້ຜ່ານທາງການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດ, ຜູ້ທີ່ “ຮັກເຮົາ, ແລະ ໄດ້ຊົງປົດປ່ອຍພວກເຮົາຈາກການຜິດບາບ ດ້ວຍໂລຫິດຂອງພຣະອົງ” (ພຣະນິມິດ 1:5). ພຣະເຈົ້າກໍຍັງສັນຍາວ່າຈະອວຍພອນເຮົາດ້ວຍຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດນຳອີກ ເພື່ອວ່າເຮົາຈະຖືກຊຳລະໃຫ້ບໍລິສຸດ, ນຳພາ, ແລະ ປອບໂຍນ.
ໃນພາກສ່ວນຂອງເຮົາໃນພັນທະສັນຍາແຫ່ງການບັບຕິສະມາ, ເຮົາເປັນພະຍານວ່າ ເຮົາເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ. ເຮົາກໍຍັງສັນຍາວ່າຈະລະນຶກເຖິງພຣະອົງຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ. ເຮົາສັນຍາທີ່ຈະຮັກ ແລະ ຮັບໃຊ້ຄົນອື່ນ, “ຈະເປັນທຸກກັບຄົນທີ່ເປັນທຸກ; … ຈະປອບໃຈຄົນທີ່ຕ້ອງການຄວາມປອບໃຈ, ແລະ ຈະຢືນເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນ” (ໂມໄຊຢາ 18:9; ເບິ່ງ ຂໍ້ທີ 8–10, 13). ເຮົາສະແດງຄວາມມຸ່ງໝັ້ນທີ່ຈະຮັບໃຊ້ພຣະເຢຊູຄຣິດ ຈົນເຖິງທີ່ສຸດຂອງຊີວິດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:37; ໂມໄຊຢາ 2:17).
ຄຳໝັ້ນສັນຍາຂອງພັນທະສັນຍາຂອງເຮົາທີ່ກ່ຽວຂ້ອງກັບການບັບຕິສະມາ ແມ່ນໜ້າທີ່ຮັບຜິດຊອບອັນຍິ່ງໃຫຍ່. ມັນກໍຍັງເປັນການດົນໃຈ ແລະ ຊື່ນຊົມນຳອີກ. ມັນສ້າງຄວາມສຳພັນພິເສດລະຫວ່າງເຮົາກັບພຣະບິດາເທິງສະຫວັນ ຊຶ່ງຜ່ານທາງນັ້ນພຣະອົງໄດ້ຂະຫຍາຍຄວາມຮັກຂອງພຣະອົງຕະຫລອດໄປ.
ການບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວ
ພຣະເຢຊູໄດ້ສິດສອນວ່າ ເຮົາຕ້ອງຮັບບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວເພື່ອການປົດບາບຂອງເຮົາ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:72–74). ການບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວເປັນສັນຍາລັກຂອງການສິ້ນພຣະຊົນ, ການຖືກຝັງ, ແລະ ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ (ເບິ່ງ ໂຣມ 6:3–6).
ການບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວກໍມີສັນຍາລັກທີ່ມີພະລັງສຳລັບເຮົາເປັນການສ່ວນຕົວ. ມັນເປັນຕົວແທນຂອງການຕາຍຂອງຊີວິດເກົ່າ, ການຝັງສົບຂອງຊີວິດນັ້ນ, ແລະ ການຂຶ້ນມາຂອງເຮົາ ໃນການເກີດໃໝ່ທາງວິນຍານ. ເມື່ອເຮົາຮັບບັບຕິສະມາ, ເຮົາເລີ່ມຕົ້ນຂະບວນການຂອງການເກີດໃໝ່ ແລະ ກາຍເປັນບຸດ ແລະ ທິດາທາງວິນຍານຂອງພຣະຄຣິດ (ເບິ່ງ ໂມໄຊຢາ 5:7–8; ໂຣມ 8:14–17).
ເດັກນ້ອຍ
ເດັກນ້ອຍຈະບໍ່ຮັບບັບຕິສະມາຈົນກວ່າເຂົາເຖິງອາຍຸຂອງການຮັບຜິດຊອບ, ຊຶ່ງມີອາຍຸແປດປີ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 68:27). ເດັກນ້ອຍຜູ້ໄດ້ຕາຍໄປກ່ອນອາຍຸນັ້ນ ຖືກໄຖ່ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ (ເບິ່ງ ໂມໂຣໄນ 8:4–24; ຄຳສອນ ແລະ ພັນທະສັນຍາ 137:10). ກ່ອນເດັກນ້ອຍຈະຮັບບັບຕິສະມາ, ພວກເຂົາຄວນໄດ້ຮັບການສິດສອນພຣະກິດຕິຄຸນ ເພື່ອວ່າພວກເຂົາຈະພ້ອມສຳລັບຂັ້ນຕອນທີ່ສຳຄັນນີ້ໃນຊີວິດຂອງພວກເຂົາ ເພື່ອເຮັດພັນທະສັນຍາກັບພຣະເຈົ້າ.
ສິນລະລຶກ
ພຣະບິດາເທິງສະຫວັນຂອງເຮົາຕ້ອງການໃຫ້ເຮົາຊື່ສັດຕໍ່ພັນທະສັນຍາທີ່ເຮົາໄດ້ເຮັດກັບພຣະອົງ. ເພື່ອຊ່ວຍເຮົາເຮັດສິ່ງນີ້, ພຣະອົງໄດ້ບັນຊາເຮົາໃຫ້ພົບກັນເລື້ອຍໆເພື່ອຮັບສ່ວນສິນລະລຶກ. ສິນລະລຶກເປັນພິທີການຂອງຖານະປະໂລຫິດ ທີ່ພຣະເຢຊູໄດ້ແນະນຳຕໍ່ອັກຄະສາວົກຂອງພຣະອົງ ກ່ອນການຊົດໃຊ້ຂອງພຣະອົງ.
ການຮັບສ່ວນສິນລະລຶກເປັນຈຸດປະສົງຫລັກຂອງກອງປະຊຸມສິນລະລຶກໃນແຕ່ລະອາທິດ. ເຂົ້າຈີ່ ແລະ ນ້ຳຖືກອວຍພອນ ແລະ ຢາຍໃຫ້ຜູ້ຄົນຢູ່ໃນບ່ອນຊຸມນຸມ. ເຂົ້າຈີ່ເປັນຕົວແທນໃຫ້ແກ່ການເສຍສະລະພຣະກາຍຂອງພຣະຜູ້ຊ່ວຍໃຫ້ລອດເພື່ອເຮົາ. ນ້ຳເປັນຕົວແທນໃຫ້ແກ່ໂລຫິດຂອງພຣະອົງ, ຊຶ່ງໄດ້ຫລັ່ງເພື່ອເຮົາ.
ການຮັບສ່ວນເຄື່ອງໝາຍເຫລົ່ານີ້ ແມ່ນເພື່ອການລະນຶກເຖິງການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ເພື່ອຕໍ່ພັນທະສັນຍາຂອງເຮົາກັບພຣະເຈົ້າ. ເຮົາຮັບເອົາຄຳສັນຍາໃໝ່ວ່າ ພຣະວິນຍານຈະສະຖິດຢູ່ກັບເຮົາ.
ຂອງປະທານແຫ່ງພຣະວິນຍານບໍລິສຸດ
ການຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ
ການບັບຕິສະມາມີສອງສ່ວນ. ພຣະເຢຊູໄດ້ສິດສອນວ່າ ເຮົາຕ້ອງໄດ້ “ບັງເກີດຈາກນ້ຳ ແລະ ຈາກພຣະວິນຍານ” ເພື່ອເຂົ້າໄປໃນອານາຈັກຂອງພຣະເຈົ້າ (ໂຢຮັນ 3:5; ເນັ້ນຄຳເນີ້ງ). ໂຈເຊັບ ສະມິດ ໄດ້ສິດສອນວ່າ, “ການບັບຕິສະມາດ້ວຍນ້ຳ ເປັນພຽງເຄິ່ງໜຶ່ງຂອງການບັບຕິສະມາ, ແລະ ບໍ່ມີປະໂຫຍດຫຍັງເລີຍ ຖ້າປາດສະຈາກອີກເຄິ່ງໜຶ່ງ—ນັ້ນຄື, ການບັບຕິສະມາດ້ວຍພຣະວິນຍານບໍລິສຸດ” (Teachings of Presidents of the Church: Joseph Smith [2007], 95).
ການບັບຕິສະມາດ້ວຍນ້ຳຈະຕ້ອງຕິດຕາມດ້ວຍການບັບຕິສະມາດ້ວຍພຣະວິນຍານຈຶ່ງຈະສົມບູນ. ເມື່ອເຮົາໄດ້ຮັບການບັບຕິສະມາທັງສອງຄັ້ງນີ້, ເຮົາໄດ້ຮັບການຊຳລະໃຫ້ສະອາດຈາກບາບ ແລະ ເກີດໃໝ່ທາງວິນຍານ. ແລ້ວເຮົາເລີ່ມຕົ້ນຊີວິດທາງວິນຍານໃໝ່ ໃນຖານະສານຸສິດຂອງພຣະຄຣິດ.
ເຮົາໄດ້ຮັບການບັບຕິສະມາທາງວິນຍານຜ່ານທາງພິທີການທີ່ເອີ້ນວ່າ ການຢືນຢັນ. ພິທີການນີ້ຖືກປະຕິບັດໂດຍຜູ້ດຳລົງຖານະປະໂລຫິດໜຶ່ງຄົນ ຫລື ຫລາຍກວ່ານັ້ນ ຜູ້ວາງມືໃສ່ເທິງຫົວຂອງເຮົາ. ທຳອິດ ພວກເພິ່ນຢືນຢັນເຮົາເປັນສະມາຊິກຂອງສາດສະໜາຈັກ, ແລະ ແລ້ວພວກເພິ່ນຈະມອບຂອງປະທານແຫ່ງພຣະວິນຍານບໍລິສຸດໃຫ້ເຮົາ. ນີ້ເປັນພິທີການອັນດຽວກັນທີ່ອ້າງເຖິງໃນພຣະຄຳພີໃໝ່ ແລະ ພຣະຄຳພີມໍມອນ (ເບິ່ງ ກິດຈະການ 8:14–17; 3 ນີໄຟ 18:36–37).
ພຣະວິນຍານບໍລິສຸດເປັນສະມາຊິກອົງທີສາມໃນຝ່າຍພຣະເຈົ້າ. ພຣະອົງເຮັດວຽກງານເປັນໜຶ່ງກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ເມື່ອເຮົາຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ, ເຮົາສາມາດມີຄວາມເປັນເພື່ອນຂອງພຣະອົງຕະຫລອດຊີວິດຂອງເຮົາ ເມື່ອເຮົາຊື່ສັດ.
ວິທີທີ່ພຣະວິນຍານບໍລິສຸດອວຍພອນເຮົາ
ຂອງປະທານແຫ່ງພຣະວິນຍານບໍລິສຸດເປັນໜຶ່ງໃນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະບິດາເທິງສະຫວັນ. ພຣະວິນຍານບໍລິສຸດໄດ້ຊຳລະເຮົາໃຫ້ສະອາດ ແລະ ເຮັດໃຫ້ເຮົາບໍລິສຸດ, ເຮັດໃຫ້ເຮົາບໍລິສຸດຫລາຍຂຶ້ນ, ສົມບູນຫລາຍຂຶ້ນ, ແລະ ເປັນເໝືອນດັ່ງພຣະເຈົ້າຫລາຍຂຶ້ນ (ເບິ່ງ 3 ນີໄຟ 27:20). ພຣະອົງຊ່ວຍເຮົາໃຫ້ປ່ຽນແປງ ແລະ ເຕີບໂຕທາງວິນຍານ ເມື່ອເຮົາສະແຫວງຫາທີ່ຈະເຮັດຕາມຄຳສັ່ງສອນຂອງພຣະເຈົ້າ.
ພຣະວິນຍານບໍລິສຸດຊ່ວຍເຮົາຮຽນຮູ້ ແລະ ຮັບຮູ້ຄວາມຈິງ (ເບິ່ງ ໂມໂຣໄນ 10:5). ພຣະອົງຍັງຢືນຢັນຄວາມຈິງຕໍ່ຫົວໃຈ ແລະ ຈິດໃຈຂອງເຮົານຳອີກ. ນອກເໜືອຈາກນີ້, ພຣະວິນຍານບໍລິສຸດຍັງຊ່ວຍເຮົາຮຽນຮູ້ຄວາມຈິງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 42:14). ເມື່ອເຮົາຮຽນຮູ້ ແລະ ສິດສອນຄວາມຈິງໂດຍອຳນາດຂອງພຣະວິນຍານບໍລິສຸດ, ພຣະອົງຈະນຳມັນເຂົ້າສູ່ຫົວໃຈຂອງເຮົາ (ເບິ່ງ 2 ນີໄຟ 33:1).
ເມື່ອເຮົາສະແຫວງຫາການຊີ້ນຳຈາກພຣະວິນຍານບໍລິສຸດດ້ວຍຄວາມຖ່ອມຕົວ, ພຣະອົງຈະນຳພາເຮົາ (ເບິ່ງ 2 ນີໄຟ 32:5). ສິ່ງນີ້ແມ່ນລວມທັງການກະຕຸ້ນເຮົາໃນວິທີທີ່ເຮົາສາມາດຮັບໃຊ້ຄົນອື່ນ.
ພຣະວິນຍານບໍລິສຸດໃຫ້ຄວາມເຂັ້ມແຂງທາງວິນຍານ ເພື່ອຊ່ວຍໃຫ້ເຮົາເອົາຊະນະຄວາມອ່ອນແອ. ພຣະອົງຊ່ວຍໃຫ້ເຮົາຕ້ານທານກັບການລໍ້ລວງ. ພຣະອົງສາມາດເຕືອນເຮົາເຖິງສິ່ງອັນຕະລາຍທາງວິນຍານ ແລະ ທາງຮ່າງກາຍ.
ພຣະວິນຍານບໍລິສຸດຈະຊ່ວຍເຮົາຜ່ານຜ່າການທ້າທາຍຂອງຊີວິດ. ພຣະອົງຈະປອບໂຍນເຮົາລະຫວ່າງເວລາທີ່ມີການທົດລອງ ຫລື ໂສກເສົ້າ, ເຕີມເຕັມເຮົາດ້ວຍຄວາມຫວັງ (ເບິ່ງ ໂມໂຣໄນ 8:26). ຜ່ານທາງພຣະວິນຍານບໍລິສຸດ, ເຮົາສາມາດຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຮົາ.
ອົດທົນຈົນເຖິງທີ່ສຸດ
ເມື່ອເຮົາຮັບບັບຕິສະມາ ແລະ ການຢືນຢັນ, ເຮົາໄດ້ເຂົ້າເຮັດພັນທະສັນຍາກັບພຣະເຈົ້າ. ໃນບັນດາສິ່ງອື່ນໆ, ເຮົາສັນຍາວ່າຈະຮັກສາພຣະບັນຍັດຂອງພຣະອົງ ແລະ ຮັບໃຊ້ພຣະອົງຕະຫລອດຊີວິດທີ່ເຫລືອຢູ່ຂອງເຮົາ (ເບິ່ງ ໂມໄຊຢາ 18:8–10, 13; ຄຳສອນ ແລະ ພັນທະສັນຍາ 20:37).
ຫລັງຈາກເຮົາໄດ້ເຂົ້າໄປໃນເສັ້ນທາງແຫ່ງພຣະກິດຕິຄຸນຜ່ານທາງການບັບຕິສະມາ ແລະ ການຢືນຢັນແລ້ວ, ເຮົາຈະເຮັດທຸກວິທີທາງເພື່ອຢູ່ໃນເສັ້ນທາງນັ້ນ. ເມື່ອເຮົາອອກໄປຈາກເສັ້ນທາງ ແມ່ນແຕ່ເລັກນ້ອຍ, ເຮົາຈະໃຊ້ສັດທາໃນພຣະຄຣິດເພື່ອກັບໃຈ. ພອນຂອງການກັບໃຈເຮັດໃຫ້ເຮົາໄດ້ກັບຄືນສູ່ເສັ້ນທາງແຫ່ງພຣະກິດຕິຄຸນ ແລະ ຮັກສາພອນແຫ່ງພັນທະສັນຍາກັບພຣະເຈົ້າ. ເມື່ອເຮົາກັບໃຈຢ່າງຈິງໃຈ, ພຣະເຈົ້າຈະເຕັມພຣະໄທສະເໝີ ທີ່ຈະໃຫ້ອະໄພ ແລະ ຕ້ອນຮັບເຮົາກັບຄືນ.
ການອົດທົນຈົນເຖິງທີ່ສຸດໝາຍເຖິງການຊື່ສັດຕໍ່ພຣະເຈົ້າ ຈົນເຖິງທີ່ສຸດຂອງຊີວິດເຮົາ—ຜ່ານຊ່ວງເວລາທີ່ດີ ແລະ ຊ່ວງເວລາທີ່ຫຍຸ້ງຍາກ, ຜ່ານຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຍາກລຳບາກ. ເຮົາຍອມໃຫ້ພຣະຄຣິດຫລໍ່ຫລອມເຮົາ ແລະ ເຮັດໃຫ້ເຮົາເປັນເໝືອນພຣະອົງຫລາຍຂຶ້ນ. ເຮົາຫວັງເພິ່ງພຣະຄຣິດດ້ວຍສັດທາ, ຄວາມໄວ້ວາງໃຈ, ແລະ ຄວາມຫວັງ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນໃນຊີວິດຂອງເຮົາກໍຕາມ.
ການອົດທົນຈົນເຖິງທີ່ສຸດບໍ່ໄດ້ໝາຍເຖິງພຽງແຕ່ຍຶດໝັ້ນຈົນເຖິງມື້ເຮົາຕາຍ. ແຕ່, ມັນໝາຍເຖິງການສຸມຊີວິດ, ຄວາມຄິດ, ແລະ ການກະທຳຂອງເຮົາໄວ້ທີ່ພຣະເຢຊູຄຣິດ. ມັນລວມທັງການສືບຕໍ່ໃຊ້ສັດທາໃນພຣະຄຣິດໃນແຕ່ລະວັນ. ເຮົາຍັງສືບຕໍ່ກັບໃຈ, ຮັກສາພັນທະສັນຍາຂອງເຮົາກັບພຣະເຈົ້າ, ແລະ ສະແຫວງຫາຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດນຳອີກ.
ການອົດທົນຈົນເຖິງທີ່ສຸດແມ່ນລວມທັງ “[ການ] ມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ, ແລະ ຄວາມຮັກຂອງພຣະເຈົ້າ ແລະ ຂອງມະນຸດທັງປວງ.” ພຣະບິດາເທິງສະຫວັນຂອງເຮົາສັນຍາວ່າ ເມື່ອເຮົາອົດທົນຈົນເຖິງທີ່ສຸດ, ເຮົາ “ຈະມີຊີວິດນິລັນດອນ” (2 ນີໄຟ 31:20).
ພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນພອນແກ່ລູກໆທຸກຄົນຂອງພຣະເຈົ້າ
ພຣະກິດຕິຄຸນຂອງພຣະເຢຊູຄຣິດມີໃຫ້ສຳລັບລູກໆທຸກຄົນຂອງພຣະເຈົ້າ. ພຣະຄຳພີສິດສອນວ່າ “ທຸກຄົນເທົ່າທຽມກັນໝົດຕໍ່ພຣະເຈົ້າ” ບໍ່ວ່າພື້ນຖານ ຫລື ສະຖານະການຂອງເຮົາຈະເປັນແບບໃດກໍຕາມ. ພຣະອົງເຊື້ອເຊີນ “ທັງໝົດໃຫ້ເຂົ້າມາຫາພຣະອົງ ແລະ ຮັບສ່ວນພຣະກະລຸນາທິຄຸນຂອງພຣະອົງ; ແລະ ພຣະອົງບໍ່ປະຕິເສດຜູ້ໃດທີ່ມາຫາພຣະອົງເລີຍ” (2 ນີໄຟ 26:33).
ພຣະກິດຕິຄຸນເປັນພອນໃຫ້ແກ່ເຮົາຕະຫລອດຊີວິດມະຕະ ແລະ ຕະຫລອດນິລັນດອນ. ເຮົາມັກຈະມີຄວາມສຸກ—ທັງສ່ວນຕົວ ແລະ ເປັນຄອບຄົວ—ເມື່ອເຮົາດຳລົງຊີວິດຕາມຄຳສອນຂອງພຣະເຢຊູຄຣິດ (ເບິ່ງ ໂມໄຊຢາ 2:41; “ຄອບຄົວ: ການປະກາດຕໍ່ໂລກ,” ChurchofJesusChrist.org). ການດຳລົງຊີວິດຕາມພຣະກິດຕິຄຸນເຮັດໃຫ້ເຮົາມີຄວາມຊື່ນຊົມຫລາຍຂຶ້ນ, ເປັນແຮງບັນດານໃຈໃນການກະທຳຂອງເຮົາ, ແລະ ເສີມສ້າງຄວາມສຳພັນຂອງເຮົາ.
ການດຳລົງຊີວິດຕາມພຣະກິດຕິຄຸນຂອງພຣະເຢຊູຄຣິດ ຍັງສາມາດປົກປ້ອງເຮົາຈາກການເລືອກທີ່ຈະທຳຮ້າຍເຮົາທາງຮ່າງກາຍ ຫລື ທາງວິນຍານ. ມັນຊ່ວຍເຮົາພົບຄວາມເຂັ້ມແຂງ ແລະ ປອບໂຍນໃນເວລາທີ່ມີການທົດລອງ ແລະ ໂສກເສົ້າ. ມັນໃຫ້ຫົນທາງສູ່ຊີວິດນິລັນດອນທີ່ຊື່ນຊົມ.
ຂ່າວສານສຳຄັນຢ່າງໜຶ່ງຂອງພຣະກິດຕິຄຸນທີ່ຖືກຟື້ນຟູຄື ເຮົາທຸກຄົນເປັນພາກສ່ວນໜຶ່ງຂອງຄອບຄົວຂອງພຣະເຈົ້າ. ເຮົາເປັນບຸດ ແລະ ທິດາທີ່ຮັກຂອງພຣະອົງ. ບໍ່ວ່າສະຖານະການໃນຄອບຄົວຂອງເຮົາຢູ່ເທິງໂລກນີ້ຈະເປັນແນວໃດກໍຕາມ, ເຮົາແຕ່ລະຄົນກໍເປັນສະມາຊິກໃນຄອບຄົວຂອງພຣະເຈົ້າ.
ພາກສ່ວນໜຶ່ງທີ່ຍິ່ງໃຫຍ່ອີກຢ່າງໜຶ່ງຂອງຂ່າວສານຂອງເຮົາຄື ຄອບຄົວສາມາດຢູ່ນຳກັນຊົ່ວນິລັນດອນ. ຄອບຄົວແມ່ນຖືກແຕ່ງຕັ້ງຂຶ້ນໂດຍພຣະເຈົ້າ. ແຜນແຫ່ງຄວາມສຸກຂອງພຣະບິດາເທິງສະຫວັນເຮັດໃຫ້ຄວາມສຳພັນຂອງຄອບຄົວຍືນຍົງຕໍ່ໄປຫລັງຈາກຄວາມຕາຍ. ພິທີການພຣະວິຫານທີ່ສັກສິດ ແລະ ພັນທະສັນຍາເຮັດໃຫ້ເປັນໄປໄດ້ສຳລັບຄອບຄົວທີ່ຈະຢູ່ນຳກັນຕະຫລອດໄປ.
ຜ່ານທາງຄວາມສະຫວ່າງຂອງພຣະກິດຕິຄຸນ, ຄອບຄົວສາມາດແກ້ໄຂຄວາມເຂົ້າໃຈຜິດ, ການຂັດແຍ້ງ, ແລະ ການທ້າທາຍໄດ້. ຄອບຄົວທີ່ແຕກແຍກໂດຍຄວາມບໍ່ລົງລອຍກັນ ສາມາດໄດ້ຮັບການປິ່ນປົວຜ່ານທາງການກັບໃຈ, ການໃຫ້ອະໄພ, ແລະ ສັດທາໃນອຳນາດຂອງການຊົດໃຊ້ຂອງພຣະເຢຊູຄຣິດ.
ພຣະກິດຕິຄຸນຂອງພຣະເຢຊູຄຣິດຊ່ວຍໃຫ້ເຮົາພັດທະນາຄວາມສຳພັນຂອງຄອບຄົວໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ບ້ານເປັນສະຖານທີ່ ທີ່ດີທີ່ສຸດເພື່ອສິດສອນ ແລະ ຮຽນຮູ້ຫລັກທຳພຣະກິດຕິຄຸນ. ບ້ານທີ່ຕັ້ງຢູ່ເທິງຫລັກທຳພຣະກິດຕິຄຸນ ຈະເປັນບ່ອນຫລົບໄພ ແລະ ປອດໄພ. ມັນຈະເປັນສະຖານທີ່ ທີ່ພຣະວິນຍານຂອງພຣະຜູ້ເປັນເຈົ້າສາມາດສະຖິດຢູ່.
ໂຄງຮ່າງບົດຮຽນສັ້ນຫາປານກາງ
ແນວທາງຊີ້ນຳດັ່ງຕໍ່ໄປນີ້ເປັນຕົວຢ່າງຂອງສິ່ງທີ່ທ່ານອາດຈະສິດສອນຄົນໃດຄົນໜຶ່ງ ຖ້າຫາກທ່ານມີເວລາໜ້ອຍ. ເມື່ອໃຊ້ໂຄງຮ່າງນີ້, ໃຫ້ເລືອກຫລັກທຳໜຶ່ງຂໍ້ ຫລື ຫລາຍກວ່ານັ້ນເພື່ອສິດສອນ. ພື້ນຖານຄຳສອນສຳລັບຫລັກທຳແຕ່ລະຂໍ້ແມ່ນມີໃຫ້ກ່ອນໜ້ານີ້ ໃນບົດຮຽນ.
ຂະນະທີ່ທ່ານສິດສອນ, ໃຫ້ຖາມຄຳຖາມ ແລະ ຟັງ. ສະເໜີຄຳເຊື້ອເຊີນທີ່ຈະຊ່ວຍໃຫ້ຜູ້ຄົນຮຽນຮູ້ວິທີທີ່ຈະເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ. ຄຳເຊື້ອເຊີນທີ່ສຳຄັນຢ່າງໜຶ່ງຄືການໃຫ້ບຸກຄົນນັ້ນໄດ້ພົບກັບທ່ານຕື່ມອີກ. ຄວາມຍາວຂອງບົດຮຽນຈະຂຶ້ນກັບຄຳຖາມທີ່ທ່ານຖາມ ແລະ ການຟັງທີ່ທ່ານເຮັດ.
ສິ່ງທີ່ທ່ານອາດຈະສິດສອນຜູ້ຄົນພາຍໃນ 3–10 ນາທີ
-
ພຣະເຈົ້າໄດ້ສົ່ງພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ, ມາສູ່ໂລກ ເພື່ອໄຖ່ເຮົາຈາກບາບ ແລະ ຄວາມຕາຍ.
-
ສັດທາໃນພຣະເຢຊູຄຣິດເປັນຫລັກທຳຂອງການກະທຳ ແລະ ພະລັງ. ສັດທາຊ່ວຍໃຫ້ເຮົາປະສົບກັບອຳນາດທີ່ເສີມສ້າງຄວາມເຂັ້ມແຂງຂອງພຣະຜູ້ຊ່ວຍໃຫ້ລອດໃນຊີວິດຂອງເຮົາ.
-
ສັດທາໃນພຣະເຢຊູຄຣິດນຳເຮົາໄປສູ່ການກັບໃຈ. ການກັບໃຈແມ່ນຂະບວນການທີ່ຫັນມາຫາພຣະເຈົ້າ ແລະ ຫັນຫລັງໃຫ້ບາບ. ເມື່ອເຮົາກັບໃຈ, ການກະທຳ, ຄວາມປາດຖະໜາ, ແລະ ຄວາມຄິດຂອງເຮົາຈະປ່ຽນໄປ ເພື່ອໃຫ້ສອດຄ່ອງກັບພຣະປະສົງຂອງພຣະເຈົ້າຫລາຍຂຶ້ນ.
-
ເມື່ອເຮົາກັບໃຈ, ພຣະເຈົ້າໃຫ້ອະໄພແກ່ເຮົາ. ການໃຫ້ອະໄພເປັນໄປໄດ້ເພາະພຣະເຢຊູຄຣິດໄດ້ຊົດໃຊ້ແທນບາບຂອງເຮົາ.
-
ການບັບຕິສະມາມີສອງສ່ວນ: ການບັບຕິສະມາດ້ວຍນ້ຳ ແລະ ດ້ວຍພຣະວິນຍານ. ເມື່ອເຮົາຮັບບັບຕິສະມາ ແລະ ການຢືນຢັນ, ເຮົາໄດ້ຮັບການຊຳລະຈາກບາບຂອງເຮົາ, ແລະ ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໃນຊີວິດ.
-
ຫລັງຈາກທີ່ເຮົາໄດ້ຮັບບັບຕິສະມາດ້ວຍນ້ຳແລ້ວ, ເຮົາກໍໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ ຜ່ານທາງພິທີການແຫ່ງການຢືນຢັນ.
-
ເມື່ອເຮົາເດີນຕາມເສັ້ນທາງພຣະກິດຕິຄຸນຢ່າງຊື່ສັດຈົນເຖິງທີ່ສຸດຂອງຊີວິດເຮົາ, ພຣະເຈົ້າສັນຍາວ່າ ເຮົາຈະມີຊີວິດນິລັນດອນ.