“ບົດທີ 3: ບົດຮຽນທີ 1—ຂ່າວສານກ່ຽວກັບການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ: ຄູ່ມືຕໍ່ການແບ່ງປັນພຣະກິດຕິຄຸນຂອງພຣະເຢຊູຄຣິດ (2023)
“ບົດທີ 3: ບົດຮຽນທີ 1,” ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ
ບົດທີ 3: ບົດຮຽນທີ 1
ຂ່າວສານກ່ຽວກັບການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ
ຈາກການເລີ່ມຕົ້ນຂອງໂລກ, ພຣະເຈົ້າໄດ້ເປີດເຜີຍພຣະກິດຕິຄຸນຕໍ່ລູກໆຂອງພຣະອົງຜ່ານທາງສາດສະດາ. ພຣະອົງໄດ້ເຮັດສິ່ງນີ້ຜ່ານທາງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ໃນສະໄໝບູຮານ, ພຣະເຢຊູໄດ້ເປີດເຜີຍພຣະກິດຕິຄຸນຕໍ່ສາດສະດາ ດັ່ງເຊັ່ນ ອາດາມ, ໂນອາ, ອັບຣາຮາມ, ແລະ ໂມເຊ. ແຕ່ຜູ້ຄົນຢ່າງຫລວງຫລາຍໄດ້ປະຕິເສດພຣະກິດຕິຄຸນ.
ເມື່ອສອງພັນປີກ່ອນ, ພຣະເຢຊູຄຣິດພຣະອົງເອງໄດ້ສິດສອນພຣະກິດຕິຄຸນຂອງພຣະອົງ ແລະ ສະຖາປະນາສາດສະໜາຈັກຂອງພຣະອົງ. ຜູ້ຄົນໄດ້ປະຕິເສດແມ່ນແຕ່ພຣະເຢຊູ. ບໍ່ດົນຫລັງຈາກການສິ້ນພຣະຊົນຂອງພຣະອົງ, ໄດ້ມີການຕົກໄປຢ່າງຫລວງຫລາຍຈາກຄວາມຈິງຂອງພຣະຜູ້ເປັນເຈົ້າ ແລະ ສາດສະໜາຈັກ. ຄວາມສົມບູນແຫ່ງພຣະກິດຕິຄຸນ ແລະ ສິດອຳນາດຂອງຖານະປະໂລຫິດບໍ່ໄດ້ຢູ່ເທິງແຜ່ນດິນໂລກອີກຕໍ່ໄປ.
ຫລາຍສັດຕະວັດຕໍ່ມາ, ພຣະເຈົ້າໄດ້ເອີ້ນສາດສະດາອີກຄົນໜຶ່ງຊື່, ໂຈເຊັບ ສະມິດ. ພຣະເຈົ້າໄດ້ຟື້ນຟູຄວາມສົມບູນແຫ່ງພຣະກິດຕິຄຸນ ຜ່ານທາງເພິ່ນ ແລະ ໄດ້ມອບສິດອຳນາດໃຫ້ຈັດຕັ້ງສາດສະໜາຈັກຂອງພຣະເຢຊູຄຣິດອີກຄັ້ງ.
ການມີຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດຢູ່ເທິງແຜ່ນດິນໂລກ ເປັນພອນທີ່ຍິ່ງໃຫຍ່ຢ່າງໜຶ່ງໃນວັນເວລາຂອງເຮົາ. ພຣະກິດຕິຄຸນຊ່ວຍໃຫ້ເຮົາຕອບຄຳຖາມທີ່ຄົ້ນຫາຫລາຍທີ່ສຸດໃນຊີວິດ. ສາດສະດາທີ່ມີຊີວິດຢູ່ນຳພາເຮົາຜ່ານຜ່າຊ່ວງເວລາທີ່ທ້າທາຍ. ສິດອຳນາດຂອງຖານະປະໂລຫິດຂອງພຣະເຈົ້າມີຢູ່ເທິງໂລກນີ້ອີກຄັ້ງ ເພື່ອເປັນພອນໃຫ້ແກ່ລູກໆຂອງພຣະອົງ.
ຄຳແນະນຳສຳລັບການສິດສອນ
ພາກນີ້ມີໂຄງຮ່າງຕົວຢ່າງເພື່ອຊ່ວຍທ່ານກຽມພ້ອມທີ່ຈະສິດສອນ. ມັນຍັງລວມທັງຕົວຢ່າງຂອງຄຳຖາມ ແລະ ຄຳເຊື້ອເຊີນທີ່ທ່ານອາດຈະໃຊ້ນຳອີກ.
ຂະນະທີ່ທ່ານກຽມພ້ອມທີ່ຈະສິດສອນ, ໃຫ້ພິຈາລະນາດ້ວຍການອະທິຖານກ່ຽວກັບສະຖານະການ ແລະ ຄວາມຕ້ອງການທາງວິນຍານຂອງບຸກຄົນ. ຕັດສິນໃຈວ່າອັນໃດຈະເປັນປະໂຫຍດຫລາຍທີ່ສຸດທີ່ຈະສິດສອນ. ກຽມນິຍາມສັບທີ່ຜູ້ຄົນອາດບໍ່ເຂົ້າໃຈ. ວາງແຜນຕາມເວລາທີ່ທ່ານຈະມີ, ຈື່ຈຳໄວ້ວ່າໃຫ້ບົດຮຽນສັ້ນໆ.
ເລືອກຂໍ້ພຣະຄຳພີເພື່ອໃຊ້ຂະນະທີ່ທ່ານສິດສອນ. ພາກ “ພື້ນຖານຄຳສອນ” ຂອງບົດຮຽນແມ່ນປະກອບດ້ວຍຂໍ້ພຣະຄຳພີທີ່ເປັນປະໂຫຍດຫລາຍຂໍ້.
ພິຈາລະນາວ່າຈະຖາມຄຳຖາມໃດຂະນະທີ່ທ່ານສິດສອນ. ວາງແຜນເຊື້ອເຊີນທີ່ຈະຊຸກຍູ້ແຕ່ລະຄົນໃຫ້ປະຕິບັດ.
ເນັ້ນພອນທີ່ພຣະເຈົ້າໄດ້ສັນຍາໄວ້, ແລະ ແບ່ງປັນປະຈັກພະຍານຂອງທ່ານກ່ຽວກັບສິ່ງທີ່ທ່ານສິດສອນ.
ສິ່ງທີ່ທ່ານອາດຈະສິດສອນຜູ້ຄົນພາຍໃນ 15–25 ນາທີ
ເລືອກຫລັກທຳຂໍ້ໜຶ່ງ ຫລື ຫລາຍກວ່ານັ້ນດັ່ງຕໍ່ໄປນີ້ເພື່ອສິດສອນ. ພື້ນຖານຄຳສອນສຳລັບແຕ່ລະຫລັກທຳແມ່ນມີໃຫ້ຫລັງຈາກໂຄງຮ່າງນີ້.
ພຣະເຈົ້າເປັນພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ.
-
ພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ, ແລະ ເຮົາເປັນລູກຂອງພຣະອົງ. ພຣະອົງໄດ້ສ້າງເຮົາໃນຮູບລັກສະນະຂອງພຣະອົງ.
-
ພຣະເຈົ້າຮູ້ຈັກເຮົາເປັນສ່ວນຕົວ ແລະ ຮັກເຮົາ.
-
ພຣະເຈົ້າມີພຣະກາຍທີ່ເປັນເນື້ອໜັງ ແລະ ກະດູກທີ່ສະຫງ່າລາສີ ແລະ ສົມບູນແບບ.
-
ພຣະເຈົ້າຕ້ອງການອວຍພອນເຮົາດ້ວຍສັນຕິສຸກ ແລະ ຄວາມຊື່ນຊົມອັນບໍລິບູນ ທີ່ຈະຄົງຢູ່ຊົ່ວນິລັນດອນ.
-
ເພາະພຣະເຈົ້າຮັກເຮົາ, ພຣະອົງຈຶ່ງໄດ້ສົ່ງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດມາ, ເພື່ອໄຖ່ເຮົາຈາກບາບ ແລະ ຄວາມຕາຍ.
ພຣະເຈົ້າເປີດເຜີຍພຣະກິດຕິຄຸນຜ່ານທາງສາດສະດາ ໃນທຸກຍຸກທຸກສະໄໝ
-
ພຣະເຈົ້າເອີ້ນສາດສະດາໃຫ້ເປັນຕົວແທນຂອງພຣະອົງຢູ່ເທິງແຜ່ນດິນໂລກ.
-
ໃນສະໄໝບູຮານ, ພຣະເຈົ້າໄດ້ເອີ້ນສາດສະດາດັ່ງເຊັ່ນ ອາດາມ, ໂນອາ, ອັບຣາຮາມ, ແລະ ໂມເຊ.
-
ສາດສະດາທີ່ມີຊີວິດຢູ່ໄດ້ຮັບການເປີດເຜີຍຈາກພຣະເຈົ້າ ໃຫ້ສິດສອນ ແລະ ນຳພາເຮົາໃນທຸກວັນນີ້.
ການປະຕິບັດສາດສະໜາກິດ ແລະ ການຊົດໃຊ້ຂອງພຣະເຢຊູຄຣິດຢູ່ໃນໂລກ
-
ພຣະເຢຊູຄຣິດເປັນພຣະບຸດຂອງພຣະເຈົ້າ.
-
ໃນລະຫວ່າງການປະຕິບັດສາດສະໜາກິດຂອງພຣະອົງຢູ່ໃນໂລກ, ພຣະເຢຊູໄດ້ສິດສອນພຣະກິດຕິຄຸນຂອງພຣະອົງ ແລະ ໄດ້ສະຖາປະນາສາດສະໜາຈັກຂອງພຣະອົງ.
-
ພຣະເຢຊູໄດ້ເອີ້ນອັກຄະສາວົກສິບສອງຄົນ ແລະ ໄດ້ມອບສິດອຳນາດໃຫ້ພວກເພິ່ນເພື່ອນຳພາສາດສະໜາຈັກຂອງພຣະອົງ.
-
ໃນຕອນທ້າຍພຣະຊົນຊີບຂອງພຣະອົງ, ພຣະເຢຊູໄດ້ຊົດໃຊ້ແທນບາບຂອງເຮົາ ໂດຍການຮັບທຸກທໍລະມານຢູ່ໃນສວນເຄັດເຊມາເນ ແລະ ລະຫວ່າງການຖືກຄຶງ. ຫລັງຈາກການສິ້ນພຣະຊົນຂອງພຣະເຢຊູ, ພຣະອົງໄດ້ຟື້ນຄືນພຣະຊົນ.
-
ເພາະການເສຍສະລະຊົດໃຊ້ຂອງພຣະເຢຊູ, ເຮົາຈຶ່ງສາມາດໄດ້ຮັບການໃຫ້ອະໄພ ແລະ ຖືກເຮັດໃຫ້ສະອາດຈາກບາບຂອງເຮົາ ເມື່ອເຮົາກັບໃຈ. ສິ່ງນີ້ນຳຄວາມສະຫງົບມາໃຫ້ເຮົາ ແລະ ເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະກັບຄືນໄປຫາທີ່ປະທັບຂອງພຣະເຈົ້າ ແລະ ໄດ້ຮັບຄວາມຊື່ນຊົມອັນເຕັມປ່ຽມ.
-
ເພາະການຟື້ນຄືນພຣະຊົນຂອງພຣະເຢຊູ, ເຮົາທຸກຄົນຈະຟື້ນຄືນຊີວິດຫລັງຈາກເຮົາຕາຍ. ນີ້ໝາຍຄວາມວ່າ ວິນຍານ ແລະ ຮ່າງກາຍຂອງແຕ່ລະຄົນຈະກັບມາລວມກັນອີກຄັ້ງ ແລະ ມີຊີວິດຕະຫລອດໄປ.
ການຕົກໄປ
-
ຫລັງຈາກອັກຄະສາວົກຂອງພຣະເຢຊູໄດ້ຕາຍໄປ, ໄດ້ມີການຕົກໄປຢ່າງຫລວງຫລາຍຈາກພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະເຢຊູຄຣິດ.
-
ໃນຊ່ວງເວລານີ້, ຜູ້ຄົນໄດ້ປ່ຽນຄຳສອນພຣະກິດຕິຄຸນຫລາຍຢ່າງ. ຜູ້ຄົນກໍໄດ້ປ່ຽນພິທີການຂອງຖານະປະໂລຫິດນຳອີກ, ດັ່ງເຊັ່ນການບັບຕິສະມາ. ສິດອຳນາດຂອງຖານະປະໂລຫິດ ແລະ ສາດສະໜາຈັກທີ່ພຣະເຢຊູໄດ້ສະຖາປະນາ ບໍ່ມີຢູ່ໃນແຜ່ນດິນໂລກອີກຕໍ່ໄປ.
ການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດຜ່ານທາງໂຈເຊັບ ສະມິດ
-
ໂຈເຊັບ ສະມິດ ໄດ້ຊອກຫາທີ່ຈະຮູ້ວ່າ ສາດສະໜາຈັກໃດເປັນສາດສະໜາຈັກທີ່ແທ້ຈິງຂອງພຣະເຈົ້າ ເພື່ອວ່າເພິ່ນຈະສາມາດເຂົ້າຮ່ວມໄດ້. ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດໄດ້ມາປະກົດຕໍ່ເພິ່ນໃນປີ 1820. ເຫດການນີ້ເອີ້ນວ່າ ພາບທີ່ມາໃຫ້ເຫັນຄັ້ງທຳອິດ.
-
ພຣະເຈົ້າໄດ້ເອີ້ນໂຈເຊັບ ສະມິດ ໃຫ້ເປັນສາດສະດາ, ເຊັ່ນດຽວກັບທີ່ພຣະອົງໄດ້ເອີ້ນສາດສະດາໃນສະໄໝກ່ອນ.
-
ພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້ຖືກຟື້ນຟູຜ່ານທາງໂຈເຊັບ ສະມິດ.
-
ຜູ້ສົ່ງຂ່າວຈາກສະຫວັນຄົນອື່ນໆໄດ້ຟື້ນຟູຖານະໂລຫິດ, ແລະ ໂຈເຊັບໄດ້ຮັບສິດອຳນາດໃຫ້ຈັດຕັ້ງສາດສະໜາຈັກຂອງພຣະເຢຊູຄຣິດຂຶ້ນ.
-
ພຣະເຢຊູຄຣິດສືບຕໍ່ນຳພາສາດສະໜາຈັກຂອງພຣະອົງໃນທຸກວັນນີ້ ຜ່ານທາງສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່.
ພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ
-
ພຣະຄຳພີມໍມອນເປັນພຣະຄຳພີທີ່ຂຽນໄວ້ ໃນສະໄໝບູຮານໂດຍສາດສະດາໃນອາເມຣິກາ. ໂຈເຊັບ ສະມິດ ໄດ້ແປມັນໂດຍຂອງປະທານ ແລະ ອຳນາດຂອງພຣະເຈົ້າ.
-
ພ້ອມດ້ວຍພຣະຄຣິສຕະທຳຄຳພີ, ພຣະຄຳພີມໍມອນໄດ້ເປັນພະຍານເຖິງການປະຕິບັດສາດສະໜາກິດ, ການສິດສອນ, ແລະ ພາລະກິດຂອງພຣະເຢຊູ ໃນຖານະພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
-
ເຮົາສາມາດເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ ໂດຍການອ່ານພຣະຄຳພີມໍມອນ ແລະ ປະຕິບັດຕາມກົດເກນຂອງມັນ.
-
ເຮົາສາມາດຮູ້ວ່າພຣະຄຳພີມໍມອນເປັນພຣະຄຳຂອງພຣະເຈົ້າ ໂດຍການອ່ານມັນ, ໄຕ່ຕອງມັນ, ແລະ ອະທິຖານກ່ຽວກັບມັນ. ຂະບວນການນີ້ຍັງຈະຊ່ວຍໃຫ້ເຮົາມາຮູ້ຈັກວ່າໂຈເຊັບ ສະມິດ ເປັນສາດສະດານຳອີກ.
ອະທິຖານເພື່ອຈະໄດ້ຮູ້ຄວາມຈິງຜ່ານທາງພຣະວິນຍານບໍລິສຸດ
-
ການອະທິຖານເປັນການສື່ສານສອງທາງ ລະຫວ່າງພຣະເຈົ້າກັບລູກໆຂອງພຣະອົງ.
-
ຜ່ານທາງການອະທິຖານຢ່າງຈິງໃຈ, ເຮົາຈະສາມາດຮູ້ວ່າ ຂ່າວສານຂອງການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນຄວາມຈິງ.
-
ຂະນະທີ່ເຮົາອະທິຖານ, ພຣະວິນຍານບໍລິສຸດຈະສິດສອນເຮົາ ແລະ ຢືນຢັນຄວາມຈິງແກ່ເຮົາ.
ຄຳຖາມທີ່ທ່ານອາດຈະຖາມຜູ້ຄົນ
ຄຳຖາມດັ່ງຕໍ່ໄປນີ້ແມ່ນຕົວຢ່າງຂອງສິ່ງທີ່ທ່ານອາດຈະຖາມຜູ້ຄົນ. ຄຳຖາມເຫລົ່ານີ້ສາມາດຊ່ວຍໃຫ້ທ່ານມີການສົນທະນາທີ່ມີຄວາມໝາຍ ແລະ ເຂົ້າໃຈຄວາມຕ້ອງການ ແລະ ທັດສະນະຂອງບຸກຄົນ.
-
ເຈົ້າເຊື່ອຫຍັງແດ່ກ່ຽວກັບພຣະເຈົ້າ?
-
ການຮູ້ສຶກໃກ້ຊິດກັບພຣະເຈົ້າຊ່ວຍເຈົ້າແນວໃດ?
-
ເຈົ້າຮູ້ຫຍັງແດ່ກ່ຽວກັບພຣະເຢຊູຄຣິດ? ພຣະຊົນຊີບ ແລະ ຄຳສອນຂອງພຣະອົງມີອິດທິພົນຕໍ່ເຈົ້າແນວໃດ?
-
ເຈົ້າຈະຫາຄຳຕອບທີ່ເຊື່ອຖືໄດ້ໃນໂລກປະຈຸບັນທີ່ສັບສົນໄດ້ແນວໃດ?
-
ມັນຈະຊ່ວຍເຈົ້າໃຫ້ຮູ້ວ່າມີສາດສະດາທີ່ມີຊີວິດຢູ່ໃນໂລກທຸກວັນນີ້ໄດ້ແນວໃດ?
-
ເຈົ້າເຄີຍໄດ້ຍິນກ່ຽວກັບພຣະຄຳພີມໍມອນບໍ? ພວກເຮົາຂໍແບ່ງປັນໄດ້ບໍວ່າ ເປັນຫຍັງມັນຈຶ່ງສຳຄັນ?
-
ເຈົ້າຈະແບ່ງປັນຄວາມເຊື່ອຂອງເຈົ້າກ່ຽວກັບການອະທິຖານໄດ້ບໍ? ພວກເຮົາຂໍແບ່ງປັນຄວາມເຊື່ອຂອງພວກເຮົາກ່ຽວກັບການອະທິຖານໄດ້ບໍ?
ຄຳເຊື້ອເຊີນທີ່ທ່ານອາດສະເໜີ
-
ເຈົ້າຈະທູນຖາມພຣະເຈົ້າໃນຄຳອະທິຖານ ເພື່ອຊ່ວຍໃຫ້ເຈົ້າຮູ້ວ່າສິ່ງທີ່ພວກເຮົາສິດສອນນັ້ນເປັນຄວາມຈິງໄດ້ບໍ? (ເບິ່ງ “ຄວາມຮູ້ແຈ້ງດ້ານການສິດສອນ: ການອະທິຖານ” ໃນພາກສຸດທ້າຍຂອງບົດຮຽນນີ້.)
-
ເຈົ້າຈະໄປໂບດໃນວັນອາທິດນີ້ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບສິ່ງທີ່ພວກເຮົາໄດ້ສິດສອນໄດ້ບໍ?
-
ເຈົ້າຈະອ່ານພຣະຄຳພີມໍມອນ ແລະ ອະທິຖານ ເພື່ອຈະໄດ້ຮູ້ວ່າມັນເປັນພຣະຄຳຂອງພຣະເຈົ້າໄດ້ບໍ? (ທ່ານອາດຈະແນະນຳບົດ ຫລື ຂໍ້ສະເພາະໃດໜຶ່ງ.)
-
ເຈົ້າຈະເຮັດຕາມຕົວຢ່າງຂອງພຣະເຢຊູ ແລະ ຮັບບັບຕິສະມາບໍ? (ເບິ່ງ “ການເຊື້ອເຊີນໃຫ້ຮັບບັບຕິສະມາ ແລະ ການຢືນຢັນ,” ຊຶ່ງຢູ່ກ່ອນໜ້າບົດຮຽນນີ້ທັນທີ.)
-
ພວກເຮົາຈະກຳນົດເວລາສຳລັບການຢ້ຽມຢາມຄັ້ງຕໍ່ໄປຂອງພວກເຮົາໄດ້ບໍ?
ພຶ້ນຖານຄຳສອນ
ພາກນີ້ມີຄຳສອນ ແລະ ຂໍ້ພຣະຄຳພີໃຫ້ທ່ານສຶກສາເພື່ອເສີມສ້າງຄວາມຮູ້ ແລະ ປະຈັກພະຍານຂອງທ່ານກ່ຽວກັບພຣະກິດຕິຄຸນ ແລະ ເພື່ອຊ່ວຍທ່ານສິດສອນ.
ພຣະເຈົ້າເປັນພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ
ພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ, ແລະ ເຮົາເປັນລູກຂອງພຣະອົງ. ພຣະອົງໄດ້ສ້າງເຮົາໃນຮູບລັກສະນະຂອງພຣະອົງ. ພຣະອົງມີ “ພຣະກາຍທີ່ເປັນເນື້ອໜັງ ແລະ ກະດູກ ທີ່ສຳຜັດໄດ້ດັ່ງຂອງມະນຸດ” ທີ່ສະຫງ່າລາສີ ແລະ ສົມບູນແບບ (ຄຳສອນ ແລະ ພັນທະສັນຍາ 130:22).
ພຣະເຈົ້າຮູ້ຈັກເຮົາເປັນສ່ວນຕົວ, ແລະ ພຣະອົງຮັກເຮົາຫລາຍກວ່າທີ່ເຮົາສາມາດເຂົ້າໃຈໄດ້. ພຣະອົງເຂົ້າໃຈການທົດລອງ, ຄວາມໂສກເສົ້າ, ແລະ ຄວາມອ່ອນແອຂອງເຮົາ, ແລະ ພຣະອົງສະເໜີທີ່ຈະສະໜັບສະໜູນເຮົາຜ່ານທາງສິ່ງເຫລົ່ານີ້. ພຣະອົງປິຕິຍິນດີໃນຄວາມກ້າວໜ້າຂອງເຮົາ ແລະ ຈະຊ່ວຍໃຫ້ເຮົາເລືອກສິ່ງທີ່ຖືກຕ້ອງ. ພຣະອົງຕ້ອງການທີ່ຈະສື່ສານກັບເຮົາ, ແລະ ເຮົາສາມາດສື່ສານກັບພຣະອົງໄດ້ຜ່ານທາງການອະທິຖານ.
ພຣະເຈົ້າໄດ້ມອບປະສົບການນີ້ຢູ່ເທິງໂລກໃຫ້ເຮົາ ເພື່ອວ່າເຮົາຈະສາມາດຮຽນຮູ້, ເຕີບໂຕ, ແລະ ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ. ດ້ວຍຄວາມຮັກທີ່ສົມບູນແບບ, ພຣະອົງຕ້ອງການໃຫ້ເຮົາກັບຄືນໄປຫາພຣະອົງຫລັງຈາກເຮົາຕາຍໄປ. ເຖິງຢ່າງໃດກໍຕາມ, ເຮົາບໍ່ສາມາດເຮັດສິ່ງນີ້ໄດ້ດ້ວຍຕົວເອງ. ເພາະພຣະເຈົ້າຮັກເຮົາ, ພຣະອົງຈຶ່ງໄດ້ສົ່ງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດມາ, ເພື່ອໄຖ່ເຮົາ. “ເພາະວ່າພຣະເຈົ້າຊົງຮັກໂລກຫລາຍທີ່ສຸດ, ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ, … ເພື່ອມະນຸດສະໂລກຈະໄດ້ພົ້ນດ້ວຍພຣະບຸດນັ້ນ” (ໂຢຮັນ 3:16–17).
ພຣະເຈົ້າຕ້ອງການອວຍພອນເຮົາດ້ວຍສັນຕິສຸກ ແລະ ຄວາມຊື່ນຊົມອັນບໍລິບູນ ທີ່ຈະຄົງຢູ່ຊົ່ວນິລັນດອນ. ພຣະອົງໄດ້ຈັດຕຽມແຜນທີ່ເປີດໂອກາດໃຫ້ເຮົາໄດ້ຮັບພອນເຫລົ່ານີ້. ແຜນນີ້ເອີ້ນວ່າ ແຜນແຫ່ງຄວາມລອດ (ເບິ່ງ ບົດຮຽນທີ 2).
ພຣະເຈົ້າໄດ້ເປີດເຜີຍພຣະກິດຕິຄຸນຜ່ານທາງສາດສະດາ ໃນທຸກຍຸກທຸກສະໄໝ
ສາດສະດາເປັນຕົວແທນຂອງພຣະເຈົ້າຢູ່ໃນໂລກ
ວິທີທີ່ສຳຄັນຢ່າງໜຶ່ງທີ່ພຣະເຈົ້າສະແດງຄວາມຮັກຂອງພຣະອົງຕໍ່ເຮົາ ແມ່ນໂດຍການເອີ້ນສາດສະດາ, ປະທານສິດອຳນາດຂອງຖານະປະໂລຫິດໃຫ້ພວກເພິ່ນ, ແລະ ດົນໃຈພວກເພິ່ນໃຫ້ກ່າວແທນພຣະອົງ. ສາດສະດາເປັນຕົວແທນຂອງພຣະເຈົ້າຢູ່ໃນໂລກ. ສາດສະດາອາໂມດໃນພຣະຄຳພີເດີມບັນທຶກໄວ້ວ່າ “ອົງພຣະຜູ້ເປັນເຈົ້າ ບໍ່ໄດ້ເຮັດສິ່ງໃດ ໂດຍບໍ່ບອກແຈ້ງໃຫ້ຮູ້ລ່ວງໜ້າ ເຖິງແຜນການຂອງພຣະອົງແກ່ຜູ້ທຳນາຍ ຄືຜູ້ຮັບໃຊ້ຂອງພຣະອົງ” (ອາໂມດ 3:7). ພອນບາງຢ່າງທີ່ເຮົາໄດ້ຮັບຈາກສາດສະດາທີ່ມີຊີວິດຢູ່ ໄດ້ຖືກລະບຸໄວ້ຢູ່ຂ້າງລຸ່ມ.
ເປັນພະຍານເຖິງພຣະເຢຊູຄຣິດ. ສາດສະດາເປັນພະຍານພິເສດຂອງພຣະເຢຊູຄຣິດ, ເປັນພະຍານເຖິງພຣະອົງວ່າເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ.
ຄຳສອນ. ສາດສະດາໄດ້ຮັບການຊີ້ນຳຈາກພຣະເຈົ້າໃຫ້ຊ່ວຍເຮົາຫລິງເຫັນຄວາມຈິງຈາກຄວາມຜິດພາດ. ພວກເພິ່ນສິດສອນເຮົາໃຫ້ເຊື່ອຟັງພຣະບັນຍັດຂອງພຣະເຈົ້າ ແລະ ກັບໃຈເມື່ອເຮົາເຮັດຜິດພາດ. ພວກເພິ່ນປະນາມບາບ ແລະ ເຕືອນເຖິງຜົນສະທ້ອນຂອງມັນ.
ຄຳສອນຂອງສາດສະດາຍົກເຮົາຂຶ້ນຫາພຣະເຈົ້າ ແລະ ຊ່ວຍໃຫ້ເຮົາໄດ້ຮັບພອນທີ່ພຣະອົງປະສົງສຳລັບເຮົາ. ຄວາມປອດໄພທີ່ຍິ່ງໃຫຍ່ທີ່ສຸດສຳລັບເຮົາແມ່ນຢູ່ໃນການເຮັດຕາມພຣະຄຳຂອງພຣະຜູ້ເປັນເຈົ້າທີ່ໄດ້ມອບໃຫ້ຜ່ານທາງສາດສະດາຂອງພຣະອົງ.
ສິດອຳນາດຂອງຖານະປະໂລຫິດ. ສາດສະດາໃນປະຈຸບັນເປັນຜູ້ດຳລົງຖານະປະໂລຫິດຄວບຄຸມຢູ່ໃນໂລກ. ຖານະປະໂລຫິດຄືສິດອຳນາດ ແລະ ອຳນາດຂອງພຣະເຈົ້າ. ສາດສະດາມີສິດອຳນາດທີ່ຈະກ່າວ ແລະ ປະຕິບັດໃນພຣະນາມຂອງພຣະເຈົ້າ ເພື່ອຄວາມລອດຂອງລູກໆຂອງພຣະອົງ.
ທິດທາງຂອງສາດສະໜາຈັກ. ສາດສະໜາຈັກຂອງພຣະເຢຊູຄຣິດໄດ້ຖືກສ້າງຂຶ້ນເທິງຮາກຖານຂອງສາດສະດາ ແລະ ອັກຄະສາວົກ (ເບິ່ງ ເອເຟໂຊ 2:19–20; 4:11–14).
ສາດສະດາໃນສະໄໝບູຮານ
ອາດາມເປັນສາດສະດາຄົນທຳອິດໃນໂລກ. ພຣະເຈົ້າໄດ້ເປີດເຜີຍພຣະກິດຕິຄຸນຂອງພຣະເຢຊູຄຣິດແກ່ເພິ່ນ ແລະ ໄດ້ມອບສິດອຳນາດຂອງຖານະປະໂລຫິດໃຫ້ເພິ່ນ. ອາດາມ ແລະ ເອວາໄດ້ສິດສອນລູກໆຂອງພວກເພິ່ນກ່ຽວກັບຄວາມຈິງເຫລົ່ານີ້ ແລະ ຊຸກຍູ້ເຂົາເຈົ້າໃຫ້ພັດທະນາສັດທາ ແລະ ດຳລົງຊີວິດຕາມພຣະກິດຕິຄຸນ.
ໃນທີ່ສຸດລູກຫລານຂອງອາດາມ ແລະ ເອວາກໍກະບົດ ແລະ ຫັນໜີຈາກພຣະກິດຕິຄຸນ. ສິ່ງນີ້ໄດ້ນຳໄປສູ່ສະພາບທີ່ເອີ້ນວ່າ ການປະຖິ້ມຄວາມເຊື່ອ, ຫລື ການຕົກໄປ. ເມື່ອມີການປະຖິ້ມຄວາມເຊື່ອເກີດຂຶ້ນຢ່າງຫລວງຫລາຍ, ພຣະເຈົ້າໄດ້ຖອນສິດອຳນາດຂອງຖານະປະໂລຫິດຂອງພຣະອົງ, ຊຶ່ງຈຳເປັນຕໍ່ການສິດສອນ ແລະ ການປະຕິບັດພິທີການຂອງພຣະກິດຕິຄຸນ.
ພຣະຄຳພີເດີມບັນທຶກເຫດການຫລາຍຢ່າງກ່ຽວກັບການປະຖິ້ມຄວາມເຊື່ອຢ່າງຫລວງຫລາຍ. ເພື່ອສິ້ນສຸດໄລຍະເວລາເຫລົ່ານີ້, ພຣະເຈົ້າຈຶ່ງໄດ້ເອື້ອມອອກໄປຫາລູກໆຂອງພຣະອົງ ໂດຍການເອີ້ນສາດສະດາອີກຄົນໜຶ່ງ. ພຣະອົງໄດ້ປະກາດຄວາມຈິງຂອງພຣະກິດຕິຄຸນໃໝ່ແກ່ສາດສະດາເຫລົ່ານີ້ ແລະ ໄດ້ມອບສິດອຳນາດຂອງຖານະປະໂລຫິດໃຫ້ພວກເພິ່ນ. ສາດສະດາບາງຄົນເຫລົ່ານີ້ແມ່ນ ໂນອາ, ອັບຣາຮາມ, ແລະ ໂມເຊ. ແຕ່ໜ້າເສຍດາຍ, ໃນຮູບແບບທີ່ຊ້ຳກັນຕາມການເວລາ, ໃນທີ່ສຸດຜູ້ຄົນກໍປະຕິເສດສາດສະດາ ແລະ ຕົກໄປ.
ການປະຕິບັດສາດສະໜາກິດ ແລະ ການຊົດໃຊ້ຂອງພຣະເຢຊູຄຣິດຢູ່ໃນໂລກ
ພຣະເຢຊູຄຣິດເປັນພຣະບຸດຂອງພຣະເຈົ້າ. ພຣະເຢຊູ ແລະ ການຊົດໃຊ້ຂອງພຣະອົງເປັນສູນກາງຕໍ່ແຜນຂອງພຣະເຈົ້າສຳລັບເຮົາ. ການຊົດໃຊ້ຂອງພຣະອົງແມ່ນລວມທັງການຮັບທຸກທໍລະມານຂອງພຣະອົງຢູ່ໃນສວນເຄັດເຊມາເນ, ການຮັບທຸກທໍລະມານຂອງພຣະອົງ ແລະ ການສິ້ນພຣະຊົນຢູ່ເທິງໄມ້ກາງແຂນ, ແລະ ການຟື້ນຄືນພຣະຊົນຂອງພຣະອົງ.
ຈາກວັນເວລາຂອງອາດາມ ແລະ ເອວາ, ຜູ້ຄົນໄດ້ລໍຄອຍການສະເດັດມາຂອງພຣະເຢຊູຄຣິດ ໃນຖານະພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງພວກເຂົາ. ພຣະບິດາເທິງສະຫວັນໄດ້ສົ່ງພຣະເຢຊູມາສູ່ໂລກຫລາຍກວ່າ 2,000 ປີຜ່ານມາແລ້ວ.
ພຣະເຢຊູໄດ້ມີຊີວິດທີ່ດີພ້ອມທຸກຢ່າງ ແລະ ບໍ່ມີບາບ. ພຣະອົງໄດ້ສິດສອນພຣະກິດຕິຄຸນຂອງພຣະອົງ ແລະ ສະຖາປະນາສາດສະໜາຈັກຂອງພຣະອົງ. ພຣະອົງໄດ້ເອີ້ນອັກຄະສາວົກສິບສອງຄົນ ແລະ ໄດ້ມອບສິດອຳນາດຂອງຖານະປະໂລຫິດໃຫ້ພວກເພິ່ນ ເພື່ອສິດສອນ ແລະ ປະຕິບັດພິທີການສັກສິດ, ດັ່ງເຊັ່ນການບັບຕິສະມາ. ພຣະອົງຍັງໄດ້ມອບສິດອຳນາດໃຫ້ພວກເພິ່ນນຳອີກ ເພື່ອນຳພາສາດສະໜາຈັກຂອງພຣະອົງ.
ໃນຕອນທ້າຍພຣະຊົນຊີບຂອງພຣະອົງ, ພຣະເຢຊູໄດ້ຊົດໃຊ້ແທນບາບຂອງເຮົາ ໂດຍການຮັບທຸກທໍລະມານຢູ່ໃນເຄັດເຊມາເນ ແລະ ລະຫວ່າງການຄຶງຂອງພຣະອົງ. ເພາະການເສຍສະລະຊົດໃຊ້ຂອງພຣະເຢຊູ, ເຮົາຈຶ່ງສາມາດຖືກເຮັດໃຫ້ສະອາດຈາກບາບຂອງເຮົາ ເມື່ອເຮົາກັບໃຈ. ສິ່ງນີ້ເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະສາມາດກັບຄືນໄປຫາທີ່ປະທັບຂອງພຣະເຈົ້າ ແລະ ຮັບຄວາມຊື່ນຊົມອັນເຕັມປ່ຽມ.
ຫລັງຈາກທີ່ພຣະເຢຊູໄດ້ຖືກຄຶງ, ພຣະອົງໄດ້ຟື້ນຄືນພຣະຊົນ, ຮັບໄຊຊະນະເໜືອຄວາມຕາຍ ໂດຍອຳນາດຂອງພຣະບິດາເທິງສະຫວັນ. ເພາະການຟື້ນຄືນພຣະຊົນຂອງພຣະເຢຊູ, ເຮົາທຸກຄົນຈະຟື້ນຄືນຊີວິດຫລັງຈາກທີ່ເຮົາຕາຍໄປ. ນີ້ໝາຍຄວາມວ່າ ວິນຍານ ແລະ ຮ່າງກາຍຂອງແຕ່ລະຄົນຈະກັບມາລວມກັນອີກຄັ້ງ, ແລະ ເຮົາແຕ່ລະຄົນຈະມີຊີວິດຕະຫລອດໄປ ໃນຮ່າງກາຍທີ່ສົມບູນແບບ ແລະ ຟື້ນຄືນຊີວິດແລ້ວ. (ເບິ່ງ “ການຊົດໃຊ້ຂອງພຣະເຢຊູຄຣິດ” ໃນ ບົດຮຽນທີ 2.)
ສາດສະດາໂຈເຊັບ ສະມິດ ໄດ້ສິດສອນວ່າ, “ຫລັກທຳຂັ້ນພື້ນຖານຂອງສາດສະໜາຂອງເຮົາແມ່ນປະຈັກພະຍານຂອງອັກຄະສາວົກ ແລະ ສາດສະດາ, ກ່ຽວກັບພຣະເຢຊູຄຣິດ, ວ່າພຣະອົງໄດ້ສິ້ນພຣະຊົນ, ໄດ້ຖືກຝັງ, ແລະ ໄດ້ຟື້ນຄືນມາອີກໃນມື້ທີສາມ, ແລະ ໄດ້ສະເດັດຂຶ້ນໄປສະຫວັນ; ແລະ ທຸກສິ່ງທັງໝົດທີ່ກ່ຽວພັນກັບສາດສະໜາຂອງເຮົາເປັນພຽງສ່ວນປະກອບໃສ່ກັບສິ່ງເຫລົ່ານີ້ເທົ່ານັ້ນ” (Teachings of Presidents of the Church: Joseph Smith [2007], 49).
ການຕົກໄປ
ຫລັງຈາກການສິ້ນພຣະຊົນຂອງພຣະເຢຊູຄຣິດ, ອັກຄະສາວົກຂອງພຣະອົງໄດ້ພະຍາຍາມຮັກສາຄຳສອນຂອງພຣະຄຣິດໃຫ້ບໍລິສຸດ ແລະ ຮັກສາລະບຽບໃນສາດສະໜາຈັກ. ເຖິງຢ່າງໃດກໍຕາມ, ສະມາຊິກຂອງສາດສະໜາຈັກຫລາຍຄົນໄດ້ຫັນໜີຈາກອັກຄະສາວົກ ແລະ ຈາກຄຳສອນທີ່ພຣະເຢຊູໄດ້ສິດສອນ.
ຫລັງຈາກອັກຄະສາວົກໄດ້ຖືກຂ້າ, ມີການຕົກໄປຢ່າງຫລວງຫລາຍຈາກພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະເຢຊູຄຣິດ. ການຕົກໄປນີ້ບາງຄັ້ງຖືກເອີ້ນວ່າ ການປະຖິ້ມຄວາມເຊື່ອທີ່ຍິ່ງໃຫຍ່. ເພາະການນີ້, ພຣະເຈົ້າຈຶ່ງໄດ້ຖອນສິດອຳນາດຂອງຖານະປະໂລຫິດຈາກແຜ່ນດິນໂລກ. ການສູນເສຍນີ້ແມ່ນລວມທັງສິດອຳນາດທີ່ຈຳເປັນເພື່ອຊີ້ນຳສາດສະໜາຈັກ. ດ້ວຍເຫດນີ້, ສາດສະໜາຈັກທີ່ພຣະເຢຊູໄດ້ສະຖາປະນາຈຶ່ງບໍ່ມີຢູ່ໃນໂລກອີກຕໍ່ໄປ.
ໃນຊ່ວງເວລານີ້, ຜູ້ຄົນໄດ້ປ່ຽນຄຳສອນພຣະກິດຕິຄຸນຫລາຍຢ່າງ. ຄວາມຮູ້ຫລາຍຢ່າງກ່ຽວກັບລັກສະນະທີ່ແທ້ຈິງຂອງພຣະບິດາເທິງສະຫວັນ, ພຣະເຢຊູຄຣິດ, ແລະ ພຣະວິນຍານບໍລິສຸດ ໄດ້ຖືກບິດເບືອນ ຫລື ສູນເສຍ. ຜູ້ຄົນກໍໄດ້ປ່ຽນພິທີການຂອງຖານະປະໂລຫິດນຳອີກ, ດັ່ງເຊັ່ນການບັບຕິສະມາ.
ຫລາຍສັດຕະວັດຕໍ່ມາ, ຊາຍ ແລະ ຍິງທີ່ສະແຫວງຫາຄວາມຈິງ ໄດ້ພະຍາຍາມປະຕິຮູບຄຳສອນ ແລະ ການປະຕິບັດທີ່ມີການປ່ຽນແປງ. ເຂົາເຈົ້າໄດ້ສະແຫວງຫາຄວາມສະຫວ່າງທາງວິນຍານ, ແລະ ບາງຄົນໄດ້ເວົ້າເຖິງຄວາມຈຳເປັນຂອງການຟື້ນຟູຄວາມຈິງ. ຄວາມພະຍາຍາມຂອງເຂົາເຈົ້າໄດ້ນຳໄປສູ່ການຈັດຕັ້ງສາດສະໜາຈັກຈຳນວນຫລາຍ.
ຊ່ວງໄລຍະເວລານີ້ໄດ້ສົ່ງຜົນໃຫ້ມີການເນັ້ນກ່ຽວກັບເສລີພາບທາງສາດສະໜາ, ຊຶ່ງເປີດທາງສຳລັບການຟື້ນຟູຄວາມຈິງ ແລະ ສິດອຳນາດຈາກພຣະເຈົ້າ.
ສາດສະດາ ແລະ ອັກຄະສາວົກໄດ້ບອກລ່ວງໜ້າເຖິງການຕົກໄປ (ເບິ່ງ 2 ເທສະໂລນິກ 2:1–3). ພວກເພິ່ນໄດ້ບອກລ່ວງໜ້າວ່າ ພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະເຢຊູຄຣິດຈະຖືກຟື້ນຟູສູ່ແຜ່ນດິນໂລກ (ເບິ່ງ ກິດຈະການ 3:20–21). ຖ້າຫາກວ່າບໍ່ມີການຕົກໄປ, ການຟື້ນຟູກໍບໍ່ຈຳເປັນທີ່ຈະຕ້ອງເກີດຂຶ້ນ.
ການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດຜ່ານທາງໂຈເຊັບ ສະມິດ
ພາບທີ່ມາໃຫ້ເຫັນຄັ້ງທຳອິດ ແລະ ການເອີ້ນຂອງໂຈເຊັບ ສະມິດ ໃນຖານະສາດສະດາ
ໃນຊ່ວງຫລາຍສັດຕະວັດທີ່ຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດບໍ່ໄດ້ຢູ່ເທິງໂລກນີ້, ພຣະບິດາເທິງສະຫວັນໄດ້ສືບຕໍ່ເອື້ອມອອກໄປຫາລູກໆຂອງພຣະອົງ. ເມື່ອເວລາຜ່ານໄປ, ພຣະອົງໄດ້ກະກຽມທາງ ເພື່ອໃຫ້ພວກເຂົາສາມາດໄດ້ຮັບພອນອີກຄັ້ງ ດ້ວຍຄວາມສົມບູນແຫ່ງພຣະກິດຕິຄຸນ. ເມື່ອສະຖານະການຖືກຕ້ອງ, ພຣະອົງໄດ້ເອີ້ນໂຈເຊັບ ສະມິດ ໃນຖານະສາດສະດາ ຊຶ່ງຜ່ານທາງເພິ່ນ ພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະເຢຊູຄຣິດຈະໄດ້ຖືກຟື້ນຟູ.
ໂຈເຊັບ ສະມິດ ໄດ້ອາໄສຢູ່ໃນພາກຕາເວັນອອກຂອງສະຫະລັດໃນຊ່ວງເວລາທີ່ມີຄວາມຕື່ນເຕັ້ນທາງສາດສະໜາ. ສະມາຊິກໃນຄອບຄົວຂອງເພິ່ນໄດ້ອຸທິດຕໍ່ພຣະເຈົ້າ ແລະ ສະແຫວງຫາຄວາມຈິງ. ໂບດຕ່າງໆອ້າງວ່າມີຄວາມຈິງ, ແລະ ໂຈເຊັບປາດຖະໜາຢາກຮູ້ວ່າ ບ່ອນໃດຖືກຕ້ອງ (ເບິ່ງ ໂຈເຊັບ ສະມິດ—ປະຫວັດ 1:18). ພຣະຄຣິສຕະທຳຄຳພີສິດສອນວ່າມີ “ພຣະຜູ້ເປັນເຈົ້າ, ມີ [ສັດທາດຽວ], ມີບັບຕິສະມາດຽວ” (ເອເຟໂຊ 4:5). ໃນຂະນະທີ່ໂຈເຊັບໄດ້ໄປໂບດທີ່ແຕກຕ່າງກັນ, ເພິ່ນສັບສົນບໍ່ຮູ້ວ່າຈະເຂົ້າຮ່ວມບ່ອນໃດ. ຕໍ່ມາເພິ່ນໄດ້ເວົ້າວ່າ:
“ຄວາມສັບສົນ ແລະ ການຜິດຖຽງກັນໃນບັນດານິກາຍທີ່ແຕກຕ່າງກັນນັ້ນມີຫລາຍ, ຈົນວ່າເປັນໄປບໍ່ໄດ້ສຳລັບຄົນໜຸ່ມຢ່າງຂ້າພະເຈົ້າ … ຈະສະຫລຸບໄດ້ຢ່າງແນ່ນອນແນວໃດວ່າຜູ້ໃດຖືກ ແລະ ຜູ້ໃດຜິດ. …
“ໃນທ່າມກາງສົງຄາມຄາລົມ ແລະ ຄວາມວຸ້ນວາຍຂອງຄວາມຄິດຄວາມເຫັນນີ້, ຂ້າພະເຈົ້າໄດ້ຖາມຕົວເອງເລື້ອຍໆວ່າ: ເຮົາຈະເຮັດແນວໃດ? ໃນກຸ່ມທັງໝົດນີ້ ແມ່ນໃຜທີ່ຖືກຕ້ອງ; ຫລື, ຜິດທັງໝົດບໍ? ຖ້າຫາກມີກຸ່ມໃດຖືກຕ້ອງ, ແລ້ວຈະເປັນກຸ່ມໃດ, ແລະ ເຮົາຈະຮູ້ໄດ້ແນວໃດ?” (ໂຈເຊັບ ສະມິດ—ປະຫວັດ 1:8, 10).
ເຊັ່ນດຽວກັບຫລາຍໆຄົນ, ໂຈເຊັບ ສະມິດ ມີຄຳຖາມກ່ຽວກັບຄວາມລອດຂອງຈິດວິນຍານຂອງເພິ່ນ. ເພິ່ນຢາກໄດ້ຮັບການອະໄພບາບ ແລະ ສະອາດຢູ່ຕໍ່ພຣະພັກຂອງພຣະເຈົ້າ. ໃນຂະນະທີ່ເພິ່ນສະແຫວງຫາຄວາມຈິງໃນບັນດາໂບດຕ່າງໆ, ເພິ່ນໄດ້ອ່ານໃນພຣະຄຣິສຕະທຳຄຳພີວ່າ, “ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ ຜູ້ຊົງໂຜດປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະລຸນາ ບໍ່ຊົງກ່າວຕິ ແລະ ຜູ້ນັ້ນກໍຈະໄດ້ຮັບສິ່ງທີ່ທູນຂໍ” (ຢາໂກໂບ 1:5).
ເພາະຂໍ້ຄວາມນີ້, ໂຈເຊັບຈຶ່ງໄດ້ຕັດສິນໃຈທູນຖາມພຣະເຈົ້າ ວ່າເພິ່ນຄວນເຮັດແນວໃດ. ໃນລະດູໃບໄມ້ປົ່ງຂອງປີ 1820, ເພິ່ນໄດ້ເຂົ້າໄປໃນປ່າໃກ້ບ້ານຂອງເພິ່ນ ແລະ ຄຸເຂົ່າອະທິຖານ. ມີສີ່ເລື່ອງກ່ຽວກັບພາບທີ່ມາໃຫ້ເຫັນທີ່ຕິດຕາມມາ, ບັນທຶກໂດຍໂຈເຊັບ ສະມິດ ຫລື ໂດຍນັກຂຽນພາຍໃຕ້ການຊີ້ນຳຂອງເພິ່ນ (ເບິ່ງ Gospel Topics Essays, “First Vision Accounts”). ໃນເລື່ອງລາວທີ່ໄດ້ຮັບການສະຖາປະນາເປັນພຣະຄຳພີ, ເພິ່ນໄດ້ບັນຍາຍປະສົບການຂອງເພິ່ນດັ່ງຕໍ່ໄປນີ້:
“ຂ້າພະເຈົ້າໄດ້ເຫັນແສງສະຫວ່າງເປັນເລົາລົງມາ, ແຈ້ງກວ່າຄວາມສະຫວ່າງຂອງດວງຕາເວັນ, ຊຶ່ງຄ່ອຍໆເລື່ອນລົງມາຈົນເຖິງຕົວຂອງຂ້າພະເຈົ້າ. … ເມື່ອແສງນັ້ນລົງມາເຖິງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເຫັນສອງພຣະອົງປະທັບຢືນຢູ່ໃນອາກາດ, ຊື່ຫົວຂອງຂ້າພະເຈົ້າ. ອົງໜຶ່ງໄດ້ຮັບສັ່ງກັບຂ້າພະເຈົ້າ, ໂດຍເອີ້ນຊື່ຂອງຂ້າພະເຈົ້າ ແລະ ຊີ້ພຣະຫັດໄປຫາອີກອົງໜຶ່ງ ແລະ ກ່າວວ່າ—ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!” (ໂຈເຊັບ ສະມິດ—ປະຫວັດ 1:16–17).
ໃນພາບນິມິດນີ້, ພຣະເຈົ້າອົງເປັນພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ໄດ້ມາປະກົດຕໍ່ໂຈເຊັບ ສະມິດ. ພຣະຜູ້ຊ່ວຍໃຫ້ລອດໄດ້ບອກເພິ່ນວ່າ ບໍ່ໃຫ້ເຂົ້າຮ່ວມໂບດໃດ.
ໃນເລື່ອງລາວໜຶ່ງອີກກ່ຽວກັບພາບນິມິດ, ໂຈເຊັບໄດ້ເລົ່າວ່າ ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວກັບເພິ່ນອີກວ່າ: “ບາບຂອງເຈົ້າໄດ້ຮັບການອະໄພໃຫ້ແລ້ວ. … ຈົ່ງເບິ່ງ, ເຮົາຄືພຣະຜູ້ເປັນເຈົ້າແຫ່ງລັດສະໝີພາບ. ເຮົາໄດ້ຖືກຄຶງສຳລັບໂລກ, ເພື່ອວ່າທຸກຄົນທີ່ເຊື່ອໃນນາມຂອງເຮົາຈະມີຊີວິດນິລັນດອນ.”
ຫລັງຈາກພາບນິມິດ, ໂຈເຊັບໄດ້ສະທ້ອນຄິດວ່າ, “ຈິດວິນຍານຂອງຂ້າພະເຈົ້າເຕັມໄປດ້ວຍຄວາມຮັກ, ແລະ ເປັນເວລາຫລາຍມື້ທີ່ຂ້າພະເຈົ້າສາມາດປິຕິຍິນດີດ້ວຍຄວາມຊື່ນຊົມອັນຍິ່ງໃຫຍ່ ແລະ ພຣະຜູ້ເປັນເຈົ້າໄດ້ສະຖິດຢູ່ກັບຂ້າພະເຈົ້າ” (Joseph Smith History, circa Summer 1832, 3, josephsmithpapers.org; ການສະກົດຄຳ ແລະ ເຄື່ອງໝາຍວັກຕອນເປັນຕາມສະໄໝປະຈຸບັນ).
ຜ່ານທາງພາບນິມິດນີ້, ໂຈເຊັບ ສະມິດ ໄດ້ກາຍເປັນພະຍານຂອງພຣະເຢຊູຄຣິດ ແລະ ໄດ້ຮຽນຮູ້ຄວາມຈິງທີ່ສຳຄັນກ່ຽວກັບຝ່າຍພຣະເຈົ້າ. ຍົກຕົວຢ່າງ, ເພິ່ນໄດ້ຮຽນຮູ້ວ່າ ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດເປັນສອງພຣະອົງທີ່ແຕກຕ່າງກັນ. ເມື່ອພວກພຣະອົງເອີ້ນຊື່ເພິ່ນ, ເພິ່ນຮຽນຮູ້ວ່າ ພວກພຣະອົງຮູ້ຈັກເພິ່ນເປັນສ່ວນຕົວ. ເມື່ອໂຈເຊັບຖືກບອກວ່າເພິ່ນໄດ້ຮັບການໃຫ້ອະໄພແລ້ວ, ເພິ່ນຮຽນຮູ້ວ່າ ພຣະເຈົ້າຊົງມີເມດຕາ. ປະສົບການນີ້ເຮັດໃຫ້ເພິ່ນເຕັມໄປດ້ວຍຄວາມຊື່ນຊົມ.
ດັ່ງທີ່ພຣະເຈົ້າໄດ້ເຮັດກັບສາດສະດາຫລາຍທ່ານກ່ອນໜ້ານີ້, ພຣະອົງໄດ້ເອີ້ນໂຈເຊັບ ສະມິດ ໃຫ້ເປັນສາດສະດາ ຊຶ່ງຜ່ານທາງເພິ່ນຄວາມສົມບູນແຫ່ງພຣະກິດຕິຄຸນຈຶ່ງໄດ້ຖືກຟື້ນຟູຄືນສູ່ແຜ່ນດິນໂລກ. ການຟື້ນຟູນີ້ຈະຊ່ວຍລູກໆຂອງພຣະເຈົ້າໃຫ້ໄດ້ພົບຄວາມຊື່ນຊົມໃນໂລກນີ້ ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ—ທັງໝົດຜ່ານທາງພຣະເຢຊູຄຣິດ.
ການຟື້ນຟູຖານະປະໂລຫິດ ແລະ ຂໍກະແຈຂອງຖານະປະໂລຫິດ
ຫລັງຈາກການມາປະກົດຂອງພຣະບິດາ ແລະ ພຣະບຸດ, ຜູ້ສົ່ງຂ່າວຄົນອື່ນໆຈາກສະຫວັນໄດ້ຖືກສົ່ງມາຫາໂຈເຊັບ ສະມິດ ແລະ ເພື່ອນຮ່ວມງານຂອງເພິ່ນ ອໍລີເວີ ຄາວເດີຣີ. ໂຢຮັນບັບຕິສະໂຕໄດ້ມາປະກົດໃນຮ່າງກາຍທີ່ຟື້ນຄືນຊີວິດແລ້ວ ແລະ ໄດ້ມອບຖານະປະໂລຫິດແຫ່ງອາໂຣນ ແລະ ຂໍກະແຈຂອງມັນໃຫ້ພວກເພິ່ນ. ຖານະປະໂລຫິດແຫ່ງອາໂຣນແມ່ນລວມທັງສິດອຳນາດທີ່ຈະໃຫ້ບັບຕິສະມາ.
ບໍ່ດົນຫລັງຈາກນັ້ນ, ເປໂຕ, ຢາໂກໂບ, ແລະ ໂຢຮັນ—ອັກຄະສາວົກລຸ້ນດັ້ງເດີມສາມຄົນຂອງພຣະຄຣິດ—ໄດ້ມາປະກົດໃນຮ່າງກາຍທີ່ຟື້ນຄືນຊີວິດແລ້ວ ແລະ ໄດ້ມອບຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ຂໍກະແຈຂອງມັນໃຫ້ແກ່ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ. ຖານະປະໂລຫິດນີ້ມີສິດອຳນາດອັນດຽວກັນກັບທີ່ພຣະຄຣິດໄດ້ມອບໃຫ້ແກ່ອັກຄະສາວົກຂອງພຣະອົງໃນສະໄໝບູຮານ.
ໃນພຣະວິຫານເຄີດແລນ, ໂມເຊ, ອີລາຍ, ແລະ ເອລີຢາ ໄດ້ມາປະກົດຕໍ່ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ແລະ ໄດ້ມອບສິດອຳນາດເພີ່ມເຕີມ ແລະ ຂໍກະແຈຂອງຖານະປະໂລຫິດທີ່ຈຳເປັນຕໍ່ການບັນລຸວຽກງານຂອງພຣະເຈົ້າໃນຍຸກສຸດທ້າຍ. ໂມເຊໄດ້ມອບຂໍກະແຈແຫ່ງການເຕົ້າໂຮມອິດສະຣາເອນ. ອີລາຍໄດ້ມອບຍຸກສະໄໝແຫ່ງພຣະກິດຕິຄຸນຂອງອັບຣາຮາມ. ເອລີຢາໄດ້ມອບຂໍກະແຈແຫ່ງການຜະນຶກ. (ເບິ່ງ ຄຳສອນ ແລະ ພັນທະສັນຍາ 110:11–16; ເບິ່ງ ຄູ່ມືທົ່ວໄປ, 3.1 ນຳອີກ.)
ການຈັດຕັ້ງຂອງສາດສະໜາຈັກ
ໂຈເຊັບ ສະມິດ ໄດ້ຖືກຊີ້ນຳໃຫ້ຈັດຕັ້ງສາດສະໜາຈັກຂອງພຣະເຢຊູຄຣິດອີກຄັ້ງຢູ່ເທິງແຜ່ນດິນໂລກ. ຜ່ານທາງເພິ່ນ, ພຣະເຢຊູຄຣິດໄດ້ເອີ້ນອັກຄະສາວົກສິບສອງຄົນ.
ສາດສະດາໃນສະໄໝພຣະຄຳພີເດີມໄດ້ກ່າວເຖິງເວລາທີ່ເຮົາມີຊີວິດຢູ່ ວ່າເປັນວັນສຸດທ້າຍ ຫລື ຍຸກສຸດທ້າຍ. ເປັນເວລາບໍ່ດົນກ່ອນການສະເດັດມາຄັ້ງທີສອງຂອງພຣະເຢຊູຄຣິດ. ນັ້ນຄືເຫດຜົນທີ່ສາດສະໜາຈັກມີຊື່ວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 115:3–4; ເບິ່ງ 3 ນີໄຟ 27:3–8 ນຳອີກ).
ສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່ໃນທຸກວັນນີ້
ເຊັ່ນດຽວກັບທີ່ພຣະເຢຊູໄດ້ເອີ້ນອັກຄະສາວົກລະຫວ່າງການປະຕິບັດສາດສະໜາກິດຂອງພຣະອົງຢູ່ໃນໂລກ ເພື່ອນຳພາສາດສະໜາຈັກຂອງພຣະອົງ, ພຣະອົງກໍໄດ້ເອີ້ນອັກຄະສາວົກເພື່ອນຳພາສາດສະໜາຈັກໃນທຸກວັນນີ້. ຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ.
ມີແຕ່ອັກຄະສາວົກອາວຸໂສເທົ່ານັ້ນທີ່ຖືກເອີ້ນວ່າ ສາດສະດາ ເພາະເພິ່ນຄວບຄຸມສາດສະໜາຈັກທັງໝົດ ແລະ ມີສິດອຳນາດພິເສດທີ່ຈະກ່າວກັບພຣະຜູ້ເປັນເຈົ້າ. ເພິ່ນເປັນຜູ້ສືບທອດທີ່ໄດ້ຮັບອະນຸຍາດຕໍ່ຈາກໂຈເຊັບ ສະມິດ. ເພິ່ນ ແລະ ອັກຄະສາວົກໃນປະຈຸບັນສືບເສັ້ນສາຍສິດອຳນາດຂອງພວກເພິ່ນກັບໄປເຖິງພຣະເຢຊູຄຣິດ ໃນການແຕ່ງຕັ້ງທີ່ບໍ່ຂາດສາຍ ຊຶ່ງໄດ້ເລີ່ມຕົ້ນເມື່ອໂຈເຊັບ ສະມິດ ໄດ້ຮັບການແຕ່ງຕັ້ງພາຍໃຕ້ມືຂອງຜູ້ສົ່ງຂ່າວຈາກສະຫວັນ.
ພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ
ພຣະຄຳພີມໍມອນເປັນພຣະຄຳພີສັກສິດເຫລັ້ມເກົ່າແກ່ເຊັ່ນດຽວກັນກັບພຣະຄຣິສຕະທຳຄຳພີ. ພຣະຄຣິສຕະທຳຄຳພີເປັນພະຍານຢ່າງທີໜຶ່ງເຖິງພຣະເຢຊູຄຣິດ, ແລະ ພຣະຄຳພີມໍມອນເປັນພະຍານຢ່າງທີສອງເຖິງການປະຕິບັດສາດສະໜາກິດຂອງພຣະອົງ, ການສິດສອນຂອງພຣະອົງ, ແລະ ພາລະກິດຂອງພຣະອົງ ໃນຖານະພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
ໂຈເຊັບ ສະມິດ ໄດ້ຖືກຊີ້ນຳຈາກຜູ້ສົ່ງຂ່າວຈາກສະຫວັນຊື່ ໂມໂຣໄນ ໃຫ້ໄປຫາໂນນພູບ່ອນທີ່ແຜ່ນຈາລຶກບູຮານຖືກຝັງໄວ້ຫລາຍສັດຕະວັດມາແລ້ວ. ບັນທຶກນີ້, ຊຶ່ງຈາລຶກໄວ້ໃນແຜ່ນຈາລຶກຄຳ (ແຜ່ນໂລຫະບາງໆ), ບັນຈຸການຂຽນຂອງສາດສະດາກ່ຽວກັບການກະທຳຂອງພຣະເຈົ້າກັບຜູ້ອາໄສຢູ່ອາເມຣິກາໃນສະໄໝບູຮານ. ໂຈເຊັບ ສະມິດ ໄດ້ແປບັນທຶກໂດຍຂອງປະທານ ແລະ ອຳນາດຂອງພຣະເຈົ້າ.
ສາດສະດາໃນພຣະຄຳພີມໍມອນຮູ້ກ່ຽວກັບພາລະກິດຂອງພຣະເຢຊູຄຣິດ ແລະ ໄດ້ສິດສອນພຣະກິດຕິຄຸນຂອງພຣະອົງ. ຫລັງຈາກພຣະເຢຊູໄດ້ຟື້ນຄືນພຣະຊົນແລ້ວ, ພຣະອົງໄດ້ປະກົດຕົວຕໍ່ຜູ້ຄົນເຫລົ່ານີ້ ແລະ ໄດ້ປະຕິບັດສາດສະໜາກິດຕໍ່ເຂົາເຈົ້າດ້ວຍພຣະອົງເອງ. ພຣະອົງໄດ້ສິດສອນເຂົາເຈົ້າ ແລະ ໄດ້ສະຖາປະນາສາດສະໜາຈັກຂອງພຣະອົງ.
ພຣະຄຳພີມໍມອນຊ່ວຍໃຫ້ເຮົາຫຍັບເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ ເມື່ອເຮົາຮຽນຮູ້, ເຂົ້າໃຈ, ແລະ ນຳໃຊ້ຄຳສອນຂອງພຣະຄຳພີ. ສາດສະດາໂຈເຊັບ ສະມິດ ໄດ້ກ່າວວ່າ “ຊາຍ [ຫລື ຍິງ] ຈະໄດ້ເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ ໂດຍການປະຕິບັດຕາມຄຳສັ່ງສອນ [ຂອງໜັງສືນີ້], ຫລາຍກວ່າປະຕິບັດຕາມໜັງສືເຫລັ້ມອື່ນໆ” (Teachings: Joseph Smith, 64).
ເພື່ອໃຫ້ຮູ້ວ່າພຣະຄຳພີມໍມອນເປັນພຣະຄຳຂອງພຣະເຈົ້າ, ເຮົາຕ້ອງອ່ານມັນ, ໄຕ່ຕອງມັນ, ແລະ ອະທິຖານກ່ຽວກັບມັນ. ສາດສະດາໃນພຣະຄຳພີມໍມອນໄດ້ສັນຍາວ່າ ພຣະເຈົ້າຈະເປີດເຜີຍຄວາມຈິງຂອງໜັງສືນີ້ຕໍ່ເຮົາ ເມື່ອເຮົາອະທິຖານດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ແລະ ດ້ວຍສັດທາໃນພຣະຄຣິດ (ເບິ່ງ ໂມໂຣໄນ 10:3–5). ການສຶກສາພຣະຄຳພີມໍມອນແມ່ນສຳຄັນຕໍ່ການປ່ຽນໃຈເຫລື້ອມໃສທີ່ຍືນຍົງ.
ເມື່ອເຮົາອ່ານພຣະຄຳພີມໍມອນ ແລະ ອະທິຖານກ່ຽວກັບມັນ, ເຮົາຈະຮຽນຮູ້ຄວາມຈິງກ່ຽວກັບພຣະເຢຊູຄຣິດ ທີ່ຈະເປັນພອນໃຫ້ແກ່ຊີວິດຂອງເຮົາ. ເຮົາຍັງຈະມາຮູ້ຈັກໂຈເຊັບ ສະມິດ ວ່າເປັນສາດສະດາຂອງພຣະເຈົ້າ ແລະ ວ່າພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະເຢຊູຄຣິດໄດ້ຖືກຟື້ນຟູຜ່ານທາງເພິ່ນນຳອີກ.
“ຂ້າພະເຈົ້າສັນຍາວ່າ ເມື່ອທ່ານສຶກສາພຣະຄຳພີມໍມອນດ້ວຍການອະທິຖານ ທຸກວັນ, ທ່ານຈະສາມາດຕັດສິນໃຈໄດ້ດີກວ່າເກົ່າ—ໃນທຸກວັນ. ຂ້າພະເຈົ້າສັນຍາວ່າ ເມື່ອທ່ານໄຕ່ຕອງສິ່ງທີ່ທ່ານສຶກສາ, ປະຕູສະຫວັນຈະເປີດອອກ, ແລະ ທ່ານຈະໄດ້ຮັບຄຳຕອບໃຫ້ແກ່ຄຳຖາມຂອງທ່ານ ແລະ ໄດ້ຮັບການຊີ້ນຳສຳລັບຊີວິດຂອງທ່ານເອງ. ຂ້າພະເຈົ້າສັນຍາວ່າ ເມື່ອທ່ານສຶກສາພຣະຄຳພີມໍມອນທຸກວັນ, ທ່ານຈະມີພູມຕ້ານທານສິ່ງຊົ່ວຮ້າຍທຸກວັນ” (Russell M. Nelson, “The Book of Mormon: What Would Your Life Be Like without It?” Liahona, Nov. 2017, 62–63).
ອະທິຖານເພື່ອຈະໄດ້ຮູ້ຄວາມຈິງຜ່ານທາງພຣະວິນຍານບໍລິສຸດ
ເພາະພຣະເຈົ້າເປັນພຣະບິດາຂອງເຮົາ, ພຣະອົງຈະຊ່ວຍໃຫ້ເຮົາຮູ້ຈັກຄວາມຈິງ. ເຮົາສາມາດຮູ້ວ່າ ຂ່າວສານຂອງການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນຄວາມຈິງ ເມື່ອເຮົາອ່ານພຣະຄຳພີມໍມອນ ແລະ ອະທິຖານຫາພຣະເຈົ້າ. ເມື່ອເຮົາອະທິຖານດ້ວຍສັດທາ ແລະ ດ້ວຍເຈດຕະນາອັນແທ້ຈິງ, ພຣະອົງຈະຕອບຄຳຖາມຂອງເຮົາ ແລະ ນຳພາຊີວິດຂອງເຮົາ.
ຕາມປົກກະຕິແລ້ວ, ພຣະເຈົ້າຕອບຄຳອະທິຖານຂອງເຮົາຜ່ານທາງພຣະວິນຍານບໍລິສຸດ. ຂະນະທີ່ເຮົາອະທິຖານ, ພຣະວິນຍານບໍລິສຸດຈະສິດສອນ ແລະ ຢືນຢັນຄວາມຈິງ. ການສື່ສານຈາກພຣະວິນຍານບໍລິສຸດມີພະລັງ. ຕາມປົກກະຕິແລ້ວ ມັນຈະມາແບບໃຫ້ຄວາມໝັ້ນໃຈຢ່າງງຽບໆຜ່ານຄວາມຮູ້ສຶກ, ຄວາມຄິດ, ແລະ ຄວາມປະທັບໃຈ (ເບິ່ງ 1 ກະສັດ 19:11–12; ຮີລາມັນ 5:30; ຄຳສອນ ແລະ ພັນທະສັນຍາ 8:2).
ການສຶກສາພຣະຄຳພີຢ່າງສະໝ່ຳສະເໝີ (ໂດຍສະເພາະພຣະຄຳພີມໍມອນ), ການໄປຮ່ວມກອງປະຊຸມສິນລະລຶກທຸກອາທິດ, ແລະ ການອະທິຖານຢ່າງຈິງໃຈ ເພື່ອຊ່ວຍໃຫ້ເຮົາຮູ້ສຶກເຖິງອຳນາດຂອງພຣະວິນຍານບໍລິສຸດ ແລະ ຄົ້ນພົບຄວາມຈິງ.
ໂຄງຮ່າງບົດຮຽນສັ້ນຫາປານກາງ
ແນວທາງຊີ້ນຳດັ່ງຕໍ່ໄປນີ້ເປັນຕົວຢ່າງຂອງສິ່ງທີ່ທ່ານອາດຈະສິດສອນຄົນໃດຄົນໜຶ່ງ ຖ້າຫາກທ່ານມີເວລາໜ້ອຍ. ເມື່ອໃຊ້ໂຄງຮ່າງນີ້, ໃຫ້ເລືອກຫລັກທຳໜຶ່ງຂໍ້ ຫລື ຫລາຍກວ່ານັ້ນເພື່ອສິດສອນ. ພື້ນຖານຄຳສອນສຳລັບຫລັກທຳແຕ່ລະຂໍ້ແມ່ນມີໃຫ້ກ່ອນໜ້ານີ້ ໃນບົດຮຽນ.
ຂະນະທີ່ທ່ານສິດສອນ, ໃຫ້ຖາມຄຳຖາມ ແລະ ຟັງ. ສະເໜີຄຳເຊື້ອເຊີນທີ່ຈະຊ່ວຍໃຫ້ຜູ້ຄົນຮຽນຮູ້ວິທີທີ່ຈະເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ. ຄຳເຊື້ອເຊີນທີ່ສຳຄັນຢ່າງໜຶ່ງຄືການໃຫ້ບຸກຄົນນັ້ນໄດ້ພົບກັບທ່ານຕື່ມອີກ. ຄວາມຍາວຂອງບົດຮຽນຈະຂຶ້ນກັບຄຳຖາມທີ່ທ່ານຖາມ ແລະ ການຟັງທີ່ທ່ານເຮັດ.
ສິ່ງທີ່ທ່ານອາດຈະສິດສອນຜູ້ຄົນພາຍໃນ 3–10 ນາທີ
-
ພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ, ແລະ ພຣະອົງໄດ້ສ້າງເຮົາຕາມຮູບລັກສະນະຂອງພຣະອົງ. ພຣະອົງຮູ້ຈັກເຮົາເປັນສ່ວນຕົວ ແລະ ຮັກເຮົາ. ພຣະອົງຕ້ອງການອວຍພອນເຮົາດ້ວຍສັນຕິສຸກ ແລະ ຄວາມຊື່ນຊົມອັນບໍລິບູນ ທີ່ຈະຄົງຢູ່ຊົ່ວນິລັນດອນ.
-
ພຣະເຢຊູຄຣິດເປັນພຣະບຸດຂອງພຣະເຈົ້າ. ພາລະກິດຂອງພຣະອົງແມ່ນເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະສະອາດຈາກບາບ, ເອົາຊະນະຄວາມຕາຍ, ແລະ ຮັບຊີວິດນິລັນດອນ.
-
ພຣະເຈົ້າເອີ້ນສາດສະດາໃຫ້ເປັນຕົວແທນຂອງພຣະອົງຢູ່ເທິງແຜ່ນດິນໂລກ. ໃນສະໄໝບູຮານ, ພຣະອົງໄດ້ເອີ້ນສາດສະດາດັ່ງເຊັ່ນ ອາດາມ, ໂນອາ, ອັບຣາຮາມ, ແລະ ໂມເຊ. ສາດສະດາທີ່ມີຊີວິດຢູ່ໄດ້ຮັບການເປີດເຜີຍຈາກພຣະເຈົ້າ ໃຫ້ສິດສອນ ແລະ ນຳພາເຮົາໃນທຸກວັນນີ້.
-
ລະຫວ່າງການປະຕິບັດສາດສະໜາກິດຂອງພຣະອົງຢູ່ໃນໂລກ, ພຣະອົງໄດ້ສະຖາປະນາສາດສະໜາຈັກຂອງພຣະອົງ. ຫລັງຈາກອັກຄະສາວົກຂອງພຣະເຢຊູໄດ້ຕາຍໄປ, ໄດ້ມີການຕົກໄປຢ່າງຫລວງຫລາຍຈາກພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະເຢຊູຄຣິດ. ຜູ້ຄົນໄດ້ປ່ຽນຄຳສອນຂອງພຣະກິດຕິຄຸນ ແລະ ພິທີການຂອງຖານະປະໂລຫິດຫລາຍຢ່າງ, ດັ່ງເຊັ່ນການບັບຕິສະມາ.
-
ພຣະເຈົ້າໄດ້ເອີ້ນໂຈເຊັບ ສະມິດ ໃຫ້ເປັນສາດສະດາ, ເຊັ່ນດຽວກັບທີ່ພຣະອົງໄດ້ເອີ້ນສາດສະດາໃນສະໄໝກ່ອນ. ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດໄດ້ມາປະກົດຕໍ່ເພິ່ນ. ພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້ຖືກຟື້ນຟູຜ່ານທາງເພິ່ນ.
-
ພຣະຄຳພີມໍມອນເປັນພຣະຄຳພີເຫລັ້ມໜຶ່ງ. ເຊັ່ນດຽວກັບພຣະຄຣິສຕະທຳຄຳພີ, ມັນເປັນພະຍານເຖິງພຣະເຢຊູຄຣິດ ແລະ ຊ່ວຍໃຫ້ເຮົາຫຍັບເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ ເມື່ອເຮົາອ່ານມັນ ແລະ ນຳໃຊ້ຄຳສັ່ງສອນຂອງມັນ. ໂຈເຊັບ ສະມິດ ໄດ້ແປມັນໂດຍຂອງປະທານ ແລະ ອຳນາດຂອງພຣະເຈົ້າ.
-
ຜ່ານທາງການອະທິຖານຢ່າງຈິງໃຈ, ເຮົາສາມາດສື່ສານກັບພຣະເຈົ້າໄດ້. ເຮົາສາມາດຮູ້ວ່າຂ່າວສານກ່ຽວກັບການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນຄວາມຈິງ.