ການ​ເອີ້ນ​ເຜີຍ​ແຜ່
ບົດ​ທີ 3: ບົດ​ຮຽນ​ທີ 1—ຂ່າວ​ສານ​ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ


“ບົດ​ທີ 3: ບົດ​ຮຽນ​ທີ 1—ຂ່າວ​ສານ​ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023)

“ບົດ​ທີ 3: ບົດ​ຮຽນ​ທີ 1,” ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ

ບົດ​ທີ 3: ບົດ​ຮຽນ​ທີ 1

ຂ່າວ​ສານ​ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ
ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ

ຜູ້​ຄົນ​ອາດ​ສົງ​ໄສ

  • ພຣະ​ເຈົ້າ​ມີ​ຈິງ​ບໍ?

  • ຂ້ອຍ​ຈະ​ຮູ້​ສຶກ​ໃກ້​ຊິດ​ກັບ​ພຣະ​ເຈົ້າ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ?

  • ຂ້ອຍ​ຈະ​ຮຽນ​ຮູ້​ຄວາມ​ຈິງ​ໃນ​ໂລກ​ທີ່​ສັບ​ສົນ​ທຸກ​ວັນ​ນີ້​ໄດ້​ແນວ​ໃດ?

  • ສາດ​ສະ​ໜາ​ຊ່ວຍ​ຂ້ອຍ​ໄດ້​ແນວ​ໃດ?

  • ເປັນ​ຫຍັງ​ຈຶ່ງ​ມີ​ໂບດ​ຫລາຍ​ແທ້?

  • ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ມີ​ການ​ທ້າ​ທາຍ​ຫລາຍ​ແທ້?

  • ຂ້ອຍ​ຈະ​ພົບ​ສັນ​ຕິ​ສຸກ​ໃນ​ຊ່ວງ​ເວ​ລາ​ທີ່​ມີ​ຄວາມ​ວຸ້ນ​ວາຍ​ໄດ້​ແນວ​ໃດ?

  • ຂ້ອຍ​ຈະ​ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ?

  • ສາດ​ສະ​ດາ​ສາ​ມາດ​ຊ່ວຍ​ໂລກ​ໃນ​ທຸກ​ວັນ​ນີ້​ໄດ້​ແນວ​ໃດ?

ຈາກ​ການ​ເລີ່ມ​ຕົ້ນ​ຂອງ​ໂລກ, ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ພຣະ​ກິດ​ຕິ​ຄຸນ​ຕໍ່​ລູກໆ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ. ພຣະ​ອົງ​ໄດ້​ເຮັດ​ສິ່ງ​ນີ້​ຜ່ານ​ທາງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ໃນ​ສະ​ໄໝ​ບູ​ຮານ, ພຣະ​ເຢ​ຊູ​ໄດ້​ເປີດ​ເຜີຍ​ພຣະ​ກິດ​ຕິ​ຄຸນ​ຕໍ່​ສາດ​ສະ​ດາ ດັ່ງ​ເຊັ່ນ ອາ​ດາມ, ໂນ​ອາ, ອັບ​ຣາ​ຮາມ, ແລະ ໂມ​ເຊ. ແຕ່​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໄດ້​ປະ​ຕິ​ເສດ​ພຣະ​ກິດ​ຕິ​ຄຸນ.

ເມື່ອ​ສອງ​ພັນ​ປີ​ກ່ອນ, ພຣະ​ເຢ​ຊູ​ຄຣິດ​ພຣະ​ອົງ​ເອງ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຜູ້​ຄົນ​ໄດ້​ປະ​ຕິ​ເສດ​ແມ່ນ​ແຕ່​ພຣະ​ເຢ​ຊູ. ບໍ່​ດົນ​ຫລັງ​ຈາກ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ, ໄດ້​ມີ​ການ​ຕົກ​ໄປ​ຢ່າງ​ຫລວງ​ຫລາຍ​ຈາກ​ຄວາມ​ຈິງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສາດ​ສະ​ໜາ​ຈັກ. ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ແລະ ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ບໍ່​ໄດ້​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ອີກ​ຕໍ່​ໄປ.

ຫລາຍ​ສັດ​ຕະ​ວັດ​ຕໍ່​ມາ, ພຣະ​ເຈົ້າ​ໄດ້​ເອີ້ນ​ສາດ​ສະ​ດາ​ອີກ​ຄົນ​ໜຶ່ງ​ຊື່, ໂຈ​ເຊັບ ສະ​ມິດ. ພຣະ​ເຈົ້າ​ໄດ້​ຟື້ນ​ຟູ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ຜ່ານ​ທາງ​ເພິ່ນ ແລະ ໄດ້​ມອບ​ສິດ​ອຳ​ນາດ​ໃຫ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ອີກ​ຄັ້ງ.

ການ​ມີ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ເປັນ​ພອນ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ. ພຣະ​ກິດ​ຕິ​ຄຸນ​ຊ່ວຍ​ໃຫ້​ເຮົາ​ຕອບ​ຄຳ​ຖາມ​ທີ່​ຄົ້ນ​ຫາ​ຫລາຍ​ທີ່​ສຸດ​ໃນ​ຊີ​ວິດ. ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ນຳ​ພາ​ເຮົາ​ຜ່ານ​ຜ່າ​ຊ່ວງ​ເວ​ລາ​ທີ່​ທ້າ​ທາຍ. ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ມີ​ຢູ່​ເທິງ​ໂລກນີ້​ອີກ​ຄັ້ງ ເພື່ອ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ​ຄອບ​ຄົວ​ໜຶ່ງ

ຄຳ​ແນະ​ນຳ​ສຳ​ລັບ​ການ​ສິດ​ສອນ

ພາກ​ນີ້​ມີ​ໂຄງ​ຮ່າງ​ຕົວ​ຢ່າງ​ເພື່ອ​ຊ່ວຍ​ທ່ານ​ກຽມ​ພ້ອມ​ທີ່​ຈະ​ສິດ​ສອນ. ມັນ​ຍັງ​ລວມ​ທັງ​ຕົວ​ຢ່າງ​ຂອງ​ຄຳ​ຖາມ ແລະ ຄຳ​ເຊື້ອ​ເຊີນ​ທີ່​ທ່ານ​ອາດ​ຈະ​ໃຊ້​ນຳ​ອີກ.

ຂະ​ນະ​ທີ່​ທ່ານ​ກຽມ​ພ້ອມ​ທີ່​ຈະ​ສິດ​ສອນ, ໃຫ້​ພິ​ຈາ​ລະ​ນາ​ດ້ວຍ​ການ​ອະ​ທິ​ຖານ​ກ່ຽວ​ກັບ​ສະ​ຖາ​ນະ​ການ ແລະ ຄວາມ​ຕ້ອງ​ການ​ທາງວິນ​ຍານ​ຂອງ​ບຸກ​ຄົນ. ຕັດ​ສິນ​ໃຈ​ວ່າ​ອັນ​ໃດ​ຈະ​ເປັນ​ປະ​ໂຫຍດ​ຫລາຍ​ທີ່​ສຸດ​ທີ່​ຈະ​ສິດ​ສອນ. ກຽມ​ນິ​ຍາມ​ສັບ​ທີ່​ຜູ້​ຄົນ​ອາດ​ບໍ່​ເຂົ້າ​ໃຈ. ວາງ​ແຜນ​ຕາມ​ເວ​ລາ​ທີ່​ທ່ານ​ຈະ​ມີ, ຈື່​ຈຳ​ໄວ້​ວ່າ​ໃຫ້​ບົດ​ຮຽນ​ສັ້ນໆ.

ເລືອກ​ຂໍ້​ພຣະ​ຄຳ​ພີ​ເພື່ອ​ໃຊ້​ຂະ​ນະ​ທີ່​ທ່ານ​ສິດ​ສອນ. ພາກ “ພື້ນ​ຖານ​ຄຳ​ສອນ” ຂອງ​ບົດ​ຮຽນ​ແມ່ນ​ປະ​ກອບ​ດ້ວຍ​ຂໍ້​ພຣະ​ຄຳ​ພີ​ທີ່​ເປັນ​ປະ​ໂຫຍດ​ຫລາຍ​ຂໍ້.

ພິ​ຈາ​ລະ​ນາ​ວ່າ​ຈະ​ຖາມ​ຄຳ​ຖາມ​ໃດ​ຂະ​ນະ​ທີ່​ທ່ານ​ສິດ​ສອນ. ວາງ​ແຜນ​ເຊື້ອ​ເຊີນ​ທີ່​ຈະ​ຊຸກ​ຍູ້​ແຕ່​ລະ​ຄົນ​ໃຫ້​ປະ​ຕິ​ບັດ.

ເນັ້ນ​ພອນ​ທີ່​ພຣະ​ເຈົ້າ​ໄດ້​ສັນ​ຍາ​ໄວ້, ແລະ ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສິດ​ສອນ.

ສິ່ງ​ທີ່​ທ່ານ​ອາດ​ຈະ​ສິດ​ສອນ​ຜູ້​ຄົນ​ພາຍ​ໃນ 15–25 ນາ​ທີ

ເລືອກ​ຫລັກ​ທຳ​ຂໍ້​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ​ດັ່ງ​ຕໍ່​ໄປ​ນີ້​ເພື່ອ​ສິດ​ສອນ. ພື້ນ​ຖານ​ຄຳ​ສອນ​ສຳ​ລັບ​ແຕ່​ລະ​ຫລັກ​ທຳ​ແມ່ນ​ມີ​ໃຫ້​ຫລັງ​ຈາກ​ໂຄງ​ຮ່າງ​ນີ້.

ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ.

  • ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ແລະ ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ສ້າງ​ເຮົາ​ໃນ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ອົງ.

  • ພຣະ​ເຈົ້າ​ຮູ້​ຈັກ​ເຮົາ​ເປັນ​ສ່ວນ​ຕົວ ແລະ ຮັກ​ເຮົາ.

  • ພຣະ​ເຈົ້າ​ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ​ທີ່​ສະ​ຫງ່າ​ລາ​ສີ ແລະ ສົມ​ບູນ​ແບບ.

  • ພຣະ​ເຈົ້າ​ຕ້ອງ​ການອວຍ​ພອນ​ເຮົາ​ດ້ວຍ​ສັນ​ຕິ​ສຸກ ແລະ ຄວາມ​ຊື່ນ​ຊົມ​ອັນ​ບໍ​ລິ​ບູນ ທີ່​ຈະ​ຄົງ​ຢູ່​ຊົ່ວ​ນິ​ລັນ​ດອນ.

  • ເພາະ​ພຣະ​ເຈົ້າ​ຮັກ​ເຮົາ, ພຣະ​ອົງ​ຈຶ່ງ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ມາ, ເພື່ອ​ໄຖ່​ເຮົາ​ຈາກ​ບາບ ແລະ ຄວາມ​ຕາຍ.

ພຣະ​ເຈົ້າ​ເປີດ​ເຜີຍ​ພຣະ​ກິດ​ຕິ​ຄຸນ​ຜ່ານ​ທາງ​ສາດ​ສະ​ດາ ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ

  • ພຣະ​ເຈົ້າ​ເອີ້ນ​ສາດ​ສະ​ດາ​ໃຫ້​ເປັນ​ຕົວ​ແທນ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

  • ໃນ​ສະ​ໄໝ​ບູ​ຮານ, ພຣະ​ເຈົ້າ​ໄດ້​ເອີ້ນ​ສາດ​ສະ​ດາ​ດັ່ງ​ເຊັ່ນ ອາ​ດາມ, ໂນ​ອາ, ອັບ​ຣາ​ຮາມ, ແລະ ໂມ​ເຊ.

  • ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ ໃຫ້​ສິດ​ສອນ ແລະ ນຳ​ພາ​ເຮົາ​ໃນ​ທຸກ​ວັນ​ນີ້.

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢູ່​ໃນ​ໂລກ

  • ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

  • ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ໃນ​ໂລກ, ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ໄດ້​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

  • ພຣະ​ເຢ​ຊູ​ໄດ້​ເອີ້ນ​ອັກ​ຄະ​ສາ​ວົກ​ສິບ​ສອງ​ຄົນ ແລະ ໄດ້​ມອບ​ສິດ​ອຳ​ນາດ​ໃຫ້​ພວກ​ເພິ່ນ​ເພື່ອ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

  • ໃນ​ຕອນ​ທ້າຍ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ ໂດຍ​ການ​ຮັບ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ ແລະ ລະ​ຫວ່າງ​ການ​ຖືກ​ຄຶງ. ຫລັງ​ຈາກ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ, ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ.

  • ເພາະ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ, ເຮົາ​ຈຶ່ງ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ ແລະ ຖືກ​ເຮັດ​ໃຫ້​ສະ​ອາດ​ຈາກ​ບາບ​ຂອງ​ເຮົາ ເມື່ອ​ເຮົາ​ກັບ​ໃຈ. ສິ່ງນີ້​ນຳ​ຄວາມ​ສະ​ຫງົບ​ມາ​ໃຫ້​ເຮົາ ແລະ ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ໄດ້​ຮັບ​ຄວາມ​ຊື່ນ​ຊົມ​ອັນ​ເຕັມ​ປ່ຽມ.

  • ເພາະ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ, ເຮົາ​ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ​ຫລັງ​ຈາກ​ເຮົາ​ຕາຍ. ນີ້​ໝາຍ​ຄວາມ​ວ່າ ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ແຕ່​ລະ​ຄົນ​ຈະ​ກັບ​ມາ​ລວມ​ກັນ​ອີກ​ຄັ້ງ ແລະ ມີ​ຊີ​ວິດ​ຕະ​ຫລອດ​ໄປ.

ການ​ຕົກ​ໄປ

  • ຫລັງ​ຈາກ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ໄດ້​ຕາຍ​ໄປ, ໄດ້​ມີ​ການ​ຕົກ​ໄປ​ຢ່າງ​ຫລວງ​ຫລາຍ​ຈາກ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ໃນ​ຊ່ວງ​ເວ​ລາ​ນີ້, ຜູ້​ຄົນ​ໄດ້​ປ່ຽນ​ຄຳ​ສອນ​ພຣະ​ກິດ​ຕິ​ຄຸນ​ຫລາຍ​ຢ່າງ. ຜູ້​ຄົນ​ກໍ​ໄດ້​ປ່ຽນ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ນຳ​ອີກ, ດັ່ງ​ເຊັ່ນ​ການ​ບັບ​ຕິ​ສະ​ມາ. ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ສາດ​ສະ​ໜາ​ຈັກ​ທີ່​ພຣະ​ເຢ​ຊູ​ໄດ້​ສະ​ຖາ​ປະ​ນາ ບໍ່​ມີ​ຢູ່​ໃນ​ແຜ່ນ​ດິນ​ໂລກ​ອີກ​ຕໍ່​ໄປ.

ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຜ່ານ​ທາງ​ໂຈ​ເຊັບ ສະ​ມິດ

  • ໂຈ​ເຊັບ ສະ​ມິດ ໄດ້​ຊອກ​ຫາ​ທີ່​ຈະ​ຮູ້​ວ່າ ສາດ​ສະ​ໜາ​ຈັກ​ໃດ​ເປັນ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຈົ້າ ເພື່ອ​ວ່າ​ເພິ່ນ​ຈະ​ສາ​ມາດ​ເຂົ້າ​ຮ່ວມ​ໄດ້. ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ປະ​ກົດ​ຕໍ່​ເພິ່ນ​ໃນ​ປີ 1820. ເຫດ​ການ​ນີ້​ເອີ້ນ​ວ່າ ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ.

  • ພຣະ​ເຈົ້າ​ໄດ້​ເອີ້ນ​ໂຈ​ເຊັບ ສະ​ມິດ ໃຫ້​ເປັນ​ສາດ​ສະ​ດາ, ​ເຊັ່ນ​ດຽວ​ກັບ​ທີ່​ພຣະ​ອົງ​ໄດ້​ເອີ້ນ​ສາດ​ສະ​ດາ​ໃນ​ສະ​ໄໝ​ກ່ອນ.

  • ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ໂຈ​ເຊັບ ສະ​ມິດ.

  • ຜູ້​ສົ່ງ​ຂ່າວ​ຈາກ​ສະ​ຫວັນ​ຄົນ​ອື່ນໆ​ໄດ້​ຟື້ນ​ຟູ​ຖາ​ນະ​ໂລ​ຫິດ, ແລະ ໂຈ​ເຊັບ​ໄດ້​ຮັບ​ສິດ​ອຳ​ນາດ​ໃຫ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຂຶ້ນ.

  • ພຣະ​ເຢ​ຊູ​ຄຣິດ​ສືບ​ຕໍ່​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໃນ​ທຸກ​ວັນ​ນີ້ ຜ່ານ​ທາງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ທີ່​ມີ​ຊີ​ວິດ​ຢູ່.

ພຣະ​ຄຳ​ພີ​ມໍ​ມອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ

  • ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ພີ​ທີ່​ຂຽນ​ໄວ້ ໃນ​ສະ​ໄໝ​ບູ​ຮານ​ໂດຍ​ສາດ​ສະ​ດາ​ໃນ​ອາ​ເມ​ຣິ​ກາ. ໂຈ​ເຊັບ ສະ​ມິດ ໄດ້​ແປ​ມັນ​ໂດຍ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ.

  • ພ້ອມ​ດ້ວຍ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເປັນ​ພະ​ຍານ​ເຖິງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ການ​ສິດ​ສອນ, ແລະ ພາ​ລະ​ກິດ​ຂອງ​ພຣະ​ເຢ​ຊູ ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

  • ເຮົາ​ສາ​ມາດ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ ໂດຍ​ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ແລະ ປະ​ຕິ​ບັດ​ຕາມ​ກົດ​ເກນ​ຂອງ​ມັນ.

  • ເຮົາ​ສາ​ມາດ​ຮູ້​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ໂດຍ​ການ​ອ່ານ​ມັນ, ໄຕ່​ຕອງ​ມັນ, ແລະ ອະ​ທິ​ຖານ​ກ່ຽວ​ກັບ​ມັນ. ຂະ​ບວນ​ການ​ນີ້​ຍັງ​ຈະ​ຊ່ວຍ​ໃຫ້​ເຮົາ​ມາ​ຮູ້​ຈັກ​ວ່າ​ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ​ນຳ​ອີກ.

ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ຄວາມ​ຈິງ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

  • ການ​ອະ​ທິ​ຖານ​ເປັນ​ການ​ສື່​ສານ​ສອງ​ທາງ ລະ​ຫວ່າງ​ພຣະ​ເຈົ້າ​ກັບ​ລູກໆ​ຂອງ​ພຣະ​ອົງ.

  • ຜ່ານ​ທາງ​ການ​ອະ​ທິ​ຖານ​ຢ່າງ​ຈິງ​ໃຈ, ເຮົາ​ຈະ​ສາ​ມາດ​ຮູ້​ວ່າ ຂ່າວ​ສານ​ຂອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ຈິງ.

  • ຂະ​ນະ​ທີ່​ເຮົາ​ອະ​ທິ​ຖານ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ສິດ​ສອນ​ເຮົາ ແລະ ຢືນ​ຢັນ​ຄວາມ​ຈິງ​ແກ່​ເຮົາ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ​ຊາຍ​ໜຸ່ມ​ຄົນ​ໜຶ່ງ

ຄຳ​ຖາມ​ທີ່​ທ່ານ​ອາດ​ຈະ​ຖາມ​ຜູ້​ຄົນ

ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້​ແມ່ນ​ຕົວ​ຢ່າງ​ຂອງ​ສິ່ງ​ທີ່​ທ່ານ​ອາດ​ຈະ​ຖາມ​ຜູ້​ຄົນ. ຄຳ​ຖາມ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ມີ​ການ​ສົນ​ທະ​ນາ​ທີ່​ມີ​ຄວາມ​ໝາຍ ແລະ ເຂົ້າ​ໃຈ​ຄວາມ​ຕ້ອງ​ການ ແລະ ທັດ​ສະ​ນະ​ຂອງ​ບຸກ​ຄົນ.

  • ເຈົ້າ​ເຊື່ອ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຈົ້າ?

  • ການ​ຮູ້​ສຶກ​ໃກ້​ຊິດ​ກັບ​ພຣະ​ເຈົ້າ​ຊ່ວຍ​ເຈົ້າ​ແນວ​ໃດ?

  • ເຈົ້າ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ? ພຣະ​ຊົນ​ຊີບ ແລະ ຄຳ​ສອນ​ຂອງ​ພຣະ​ອົງ​ມີ​ອິດ​ທິ​ພົນ​ຕໍ່​ເຈົ້າ​ແນວ​ໃດ?

  • ເຈົ້າ​ຈະ​ຫາ​ຄຳ​ຕອບ​ທີ່​ເຊື່ອ​ຖື​ໄດ້​ໃນ​ໂລກ​ປະ​ຈຸ​ບັນ​ທີ່​ສັບ​ສົນ​ໄດ້​ແນວ​ໃດ?

  • ມັນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ມີ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ທຸກ​ວັນ​ນີ້​ໄດ້​ແນວ​ໃດ​?

  • ເຈົ້າ​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ​ບໍ? ພວກ​ເຮົາ​ຂໍ​ແບ່ງ​ປັນ​ໄດ້​ບໍ​ວ່າ ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ?

  • ເຈົ້າ​ຈະ​ແບ່ງ​ປັນ​ຄວາມ​ເຊື່ອ​ຂອງ​ເຈົ້າ​ກ່ຽວ​ກັບ​ການ​ອະ​ທິ​ຖານ​ໄດ້​ບໍ? ພວກ​ເຮົາ​ຂໍ​ແບ່ງ​ປັນ​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ​ກ່ຽວ​ກັບ​ການ​ອະ​ທິ​ຖານ​ໄດ້​ບໍ?

ຄຳ​ເຊື້ອ​ເຊີນ​ທີ່​ທ່ານ​ອາດ​ສະ​ເໜີ

  • ເຈົ້າ​ຈະ​ທູນ​ຖາມ​ພຣະ​ເຈົ້າ​ໃນ​ຄຳ​ອະ​ທິ​ຖານ ເພື່ອ​ຊ່ວຍ​ໃຫ້​ເຈົ້າ​ຮູ້​ວ່າ​ສິ່ງ​ທີ່​ພວກ​ເຮົາ​ສິດ​ສອນ​ນັ້ນ​ເປັນ​ຄວາມ​ຈິງ​ໄດ້​ບໍ? (ເບິ່ງ “ຄວາມ​ຮູ້​ແຈ້ງ​ດ້ານ​ການ​ສິດ​ສອນ: ການ​ອະ​ທິ​ຖານ” ໃນ​ພາກ​ສຸດ​ທ້າຍ​ຂອງ​ບົດ​ຮຽນ​ນີ້.)

  • ເຈົ້າ​ຈະ​ໄປ​ໂບດ​ໃນ​ວັນ​ອາ​ທິດ​ນີ້ ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ສິດ​ສອນ​ໄດ້​ບໍ?

  • ເຈົ້າ​ຈະ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ແລະ ອະ​ທິ​ຖານ ເພື່ອ​ຈະ​ໄດ້​ຮູ້​ວ່າ​ມັນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄດ້​ບໍ? (ທ່ານ​ອາດ​ຈະ​ແນະ​ນຳ​ບົດ ຫລື ຂໍ້​ສະ​ເພາະ​ໃດ​ໜຶ່ງ.)

  • ເຈົ້າ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ເຢ​ຊູ ແລະ ຮັບ​ບັບ​ຕິ​ສະ​ມາ​ບໍ? (ເບິ່ງ “ການ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ,” ຊຶ່ງ​ຢູ່​ກ່ອນ​ໜ້າ​ບົດ​ຮຽນ​ນີ້​ທັນ​ທີ.)

  • ພວກ​ເຮົາ​ຈະ​ກຳ​ນົດ​ເວ​ລາ​ສຳ​ລັບ​ການ​ຢ້ຽມ​ຢາມ​ຄັ້ງ​ຕໍ່​ໄປ​ຂອງ​ພວກ​ເຮົາ​ໄດ້​ບໍ?

ພຶ້ນ​ຖານ​ຄຳ​ສອນ

ພາກ​ນີ້​ມີ​ຄຳ​ສອນ ແລະ ຂໍ້​ພຣະ​ຄຳ​ພີ​ໃຫ້​ທ່ານ​ສຶກ​ສາ​ເພື່ອ​ເສີມ​ສ້າງ​ຄວາມ​ຮູ້ ແລະ ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ແລະ ເພື່ອ​ຊ່ວຍ​ທ່ານ​ສິດ​ສອນ.

ຮູບ​ພາບ
ຄອບ​ຄົວ

ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ

ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ແລະ ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ສ້າງ​ເຮົາ​ໃນ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ອົງ. ພຣະ​ອົງ​ມີ “ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ ທີ່​ສຳ​ຜັດ​ໄດ້​ດັ່ງ​ຂອງ​ມະ​ນຸດ” ທີ່​ສະ​ຫງ່າ​ລາ​ສີ ແລະ ສົມ​ບູນ​ແບບ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:22).

ພຣະ​ເຈົ້າ​ຮູ້​ຈັກ​ເຮົາ​ເປັນ​ສ່ວນ​ຕົວ, ແລະ ພຣະ​ອົງ​ຮັກ​ເຮົາ​ຫລາຍ​ກວ່າ​ທີ່​ເຮົາ​ສາ​ມາດ​ເຂົ້າ​ໃຈ​ໄດ້. ພຣະ​ອົງ​ເຂົ້າ​ໃຈ​ການ​ທົດ​ລອງ, ຄວາມ​ໂສກ​ເສົ້າ, ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ, ແລະ ພຣະ​ອົງ​ສະ​ເໜີ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ເຮົາ​ຜ່ານ​ທາງ​ສິ່ງ​ເຫລົ່າ​ນີ້. ພຣະ​ອົງ​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ ແລະ ຈະ​ຊ່ວຍ​ໃຫ້​ເຮົາ​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ. ພຣະ​ອົງ​ຕ້ອງ​ການ​ທີ່​ຈະ​ສື່​ສານ​ກັບ​ເຮົາ, ແລະ ເຮົາ​ສາ​ມາດ​ສື່​ສານ​ກັບ​ພຣະ​ອົງ​ໄດ້​ຜ່ານ​ທາງ​ການ​ອະ​ທິ​ຖານ.

ພຣະ​ເຈົ້າ​ໄດ້​ມອບ​ປະ​ສົບ​ການ​ນີ້​ຢູ່​ເທິງ​ໂລກ​ໃຫ້​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຮຽນ​ຮູ້, ເຕີບ​ໂຕ, ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ. ດ້ວຍ​ຄວາມ​ຮັກ​ທີ່​ສົມ​ບູນ​ແບບ, ພຣະ​ອົງ​ຕ້ອງ​ການ​ໃຫ້​ເຮົາ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ​ຫລັງ​ຈາກ​ເຮົາ​ຕາຍ​ໄປ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ບໍ່​ສາ​ມາດ​ເຮັດ​ສິ່ງ​ນີ້​ໄດ້​ດ້ວຍ​ຕົວ​ເອງ. ເພາະ​ພຣະ​ເຈົ້າ​ຮັກ​ເຮົາ, ພຣະ​ອົງ​ຈຶ່ງ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ມາ, ເພື່ອ​ໄຖ່​ເຮົາ. “ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ໂລກ​ຫລາຍ​ທີ່​ສຸດ, ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ, … ເພື່ອ​ມະ​ນຸດ​ສະ​ໂລກ​ຈະ​ໄດ້​ພົ້ນ​ດ້ວຍ​ພຣະ​ບຸດ​ນັ້ນ” (ໂຢ​ຮັນ 3:16–17).

ພຣະ​ເຈົ້າ​ຕ້ອງ​ການອວຍ​ພອນ​ເຮົາ​ດ້ວຍ​ສັນ​ຕິ​ສຸກ ແລະ ຄວາມ​ຊື່ນ​ຊົມ​ອັນ​ບໍ​ລິ​ບູນ ທີ່​ຈະ​ຄົງ​ຢູ່​ຊົ່ວ​ນິ​ລັນ​ດອນ. ພຣະ​ອົງ​ໄດ້​ຈັດ​ຕຽມ​ແຜນ​ທີ່​ເປີດ​ໂອ​ກາດ​ໃຫ້​ເຮົາ​ໄດ້​ຮັບ​ພອນ​ເຫລົ່າ​ນີ້. ແຜນ​ນີ້​ເອີ້ນ​ວ່າ ແຜນ​ແຫ່ງ​ຄວາມ​ລອດ (ເບິ່ງ ບົດ​ຮຽນ​ທີ 2).

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮູບ​ພາບ
ໂມ​ເຊ ແລະ ແຜ່ນ​ພຣະ​ບັນ​ຍັດ, ໂດຍ ແຈ​ຣີ ຮາ​ສະ​ຕັນ

ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ພຣະ​ກິດ​ຕິ​ຄຸນ​ຜ່ານ​ທາງ​ສາດ​ສະ​ດາ ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ

ສາດ​ສະ​ດາ​ເປັນ​ຕົວ​ແທນ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ໂລກ

ວິ​ທີ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​ທີ່​ພຣະ​ເຈົ້າ​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ເຮົາ ແມ່ນ​ໂດຍ​ການ​ເອີ້ນ​ສາດ​ສະ​ດາ, ປະ​ທານ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ພວກ​ເພິ່ນ, ແລະ ດົນ​ໃຈ​ພວກ​ເພິ່ນ​ໃຫ້​ກ່າວ​ແທນ​ພຣະ​ອົງ. ສາດ​ສະ​ດາ​ເປັນ​ຕົວ​ແທນ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ໂລກ. ສາດ​ສະ​ດາ​ອາ​ໂມດ​ໃນ​ພຣະ​ຄຳ​ພີ​ເດີມ​ບັນ​ທຶກ​ໄວ້​ວ່າ “ອົງ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ໄດ້​ເຮັດ​ສິ່ງ​ໃດ ໂດຍ​ບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງ​ໜ້າ ເຖິງ​ແຜນ​ການ​ຂອງ​ພຣະ​ອົງ​ແກ່​ຜູ້​ທຳ​ນາຍ ຄື​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ” (ອາ​ໂມດ 3:7). ພອນ​ບາງ​ຢ່າງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ໄດ້​ຖືກ​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ.

ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ສາດ​ສະ​ດາ​ເປັນ​ພະ​ຍານ​ພິ​ເສດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເປັນ​ພະ​ຍານ​ເຖິງ​ພຣະ​ອົງ​ວ່າ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ.

ຄຳ​ສອນ. ສາດ​ສະ​ດາ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພຣະ​ເຈົ້າ​ໃຫ້​ຊ່ວຍ​ເຮົາ​ຫລິງ​ເຫັນ​ຄວາມ​ຈິງ​ຈາກ​ຄວາມ​ຜິດ​ພາດ. ພວກ​ເພິ່ນ​ສິດ​ສອນ​ເຮົາ​ໃຫ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ກັບ​ໃຈ​ເມື່ອ​ເຮົາ​ເຮັດ​ຜິດ​ພາດ. ພວກ​ເພິ່ນ​ປະ​ນາມ​ບາບ ແລະ ເຕືອນ​ເຖິງ​ຜົນ​ສະ​ທ້ອນ​ຂອງ​ມັນ.

ຄຳ​ສອນ​ຂອງ​ສາດ​ສະ​ດາ​ຍົກ​ເຮົາ​ຂຶ້ນ​ຫາ​ພຣະ​ເຈົ້າ ແລະ ຊ່ວຍ​​ໃຫ້​ເຮົາ​ໄດ້​ຮັບ​ພອນ​ທີ່​ພຣະ​ອົງ​ປະ​ສົງ​ສຳ​ລັບ​ເຮົາ. ຄວາມ​ປອດ​ໄພ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ສຳ​ລັບ​ເຮົາ​ແມ່ນ​ຢູ່​ໃນ​ການ​ເຮັດ​ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ໄດ້​ມອບ​ໃຫ້​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ.

ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ສາດ​ສະ​​ດາ​ໃນ​ປະ​ຈຸ​ບັນ​ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຄວບ​ຄຸມ​ຢູ່​ໃນ​ໂລກ. ຖາ​ນະ​ປະ​ໂລ​ຫິດ​ຄື​ສິດ​ອຳ​ນາດ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ. ສາດ​ສະ​ດາ​ມີ​ສິດ​ອຳ​ນາດ​ທີ່​ຈະ​ກ່າວ ແລະ ປະ​ຕິ​ບັດ​ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ ເພື່ອ​ຄວາມ​ລອດ​ຂອງ​ລູກໆ​ຂອງ​ພຣະ​ອົງ.

ທິດ​ທາງ​ຂອງ​ສາດ​ສະ​ໜາ​ຈັກ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ຮາກ​ຖານ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ (ເບິ່ງ ເອ​ເຟ​ໂຊ 2:19–20; 4:11–14).

ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ

ອາ​ດາມ​ເປັນ​ສາດ​ສະ​ດາ​ຄົນ​ທຳ​ອິດ​ໃນ​ໂລກ. ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແກ່​ເພິ່ນ ແລະ ໄດ້​ມອບ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ເພິ່ນ. ອາ​ດາມ ແລະ ເອ​ວາ​ໄດ້​ສິດ​ສອນ​ລູກໆ​ຂອງ​ພວກ​ເພິ່ນ​ກ່ຽວ​ກັບ​ຄວາມ​ຈິງ​ເຫລົ່າ​ນີ້ ແລະ ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ພັດ​ທະ​ນາ​ສັດ​ທາ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ.

ໃນ​ທີ່​ສຸດ​ລູກ​ຫລານ​ຂອງ​ອາ​ດາມ ແລະ ເອ​ວາ​ກໍ​ກະ​ບົດ ແລະ ຫັນ​ໜີ​ຈາກ​ພຣະ​ກິດ​ຕິ​ຄຸນ. ສິ່ງ​ນີ້​ໄດ້​ນຳ​ໄປ​ສູ່​ສະ​ພາບ​ທີ່​ເອີ້ນ​ວ່າ ການ​ປະ​ຖິ້ມ​ຄວາມ​ເຊື່ອ, ຫລື ການ​ຕົກ​ໄປ. ເມື່ອ​ມີ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ເກີດ​ຂຶ້ນ​ຢ່າງ​ຫລວງ​ຫລາຍ, ພຣະ​ເຈົ້າ​ໄດ້​ຖອນ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ, ຊຶ່ງ​ຈຳ​ເປັນ​ຕໍ່​ການ​ສິດ​ສອນ ແລະ ການ​ປະ​ຕິ​ບັດ​ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ.

ພຣະ​ຄຳ​ພີ​ເດີມ​ບັນ​ທຶກ​ເຫດ​ການ​ຫລາຍ​ຢ່າງ​ກ່ຽວ​ກັບ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ຢ່າງ​ຫລວງ​ຫລາຍ. ເພື່ອ​ສິ້ນ​ສຸດ​ໄລ​ຍະ​ເວ​ລາ​ເຫລົ່າ​ນີ້, ພຣະ​ເຈົ້າ​ຈຶ່ງ​ໄດ້​ເອື້ອມ​ອອກ​ໄປ​ຫາ​ລູກໆ​ຂອງ​ພຣະ​ອົງ ໂດຍ​ການ​ເອີ້ນ​ສາດ​ສະ​ດາ​ອີກ​ຄົນ​ໜຶ່ງ. ພຣະ​ອົງ​ໄດ້​ປະ​ກາດ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ໃໝ່​ແກ່​ສາດ​ສະ​ດາ​ເຫລົ່າ​ນີ້ ແລະ ໄດ້​ມອບ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ພວກ​ເພິ່ນ. ສາດ​ສະ​ດາ​ບາງ​ຄົນ​ເຫລົ່າ​ນີ້​ແມ່ນ ໂນ​ອາ, ອັບ​ຣາ​ຮາມ, ແລະ ໂມ​ເຊ. ແຕ່​ໜ້າ​ເສຍ​ດາຍ, ໃນ​ຮູບ​ແບບ​ທີ່​ຊ້ຳ​ກັນ​ຕາມ​ການ​ເວ​ລາ, ໃນ​ທີ່​ສຸດ​ຜູ້​ຄົນ​ກໍ​ປະ​ຕິ​ເສດ​ສາດ​ສະ​ດາ ແລະ ຕົກ​ໄປ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

  • ຄູ່​ມື​ພຣະ​ຄຳ​ພີ, “ສາດ​ສະ​ດາ.”

  • Gospel Topics: “Prophets,” “Restoration of the Church

ຮູບ​ພາບ
ພຣະ​ບິ​ດາ​ຂອງ​ລູກ​ເອີຍ, ໂດຍ ຊາຍ​ມັນ ດູ​ວີ

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢູ່​ໃນ​ໂລກ

ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ພຣະ​ເຢ​ຊູ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ເປັນ​ສູນ​ກາງ​ຕໍ່​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຮົາ. ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ແມ່ນ​ລວມ​ທັງ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ, ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ ແລະ ການ​ສິ້ນ​ພຣະ​ຊົນ​ຢູ່​ເທິງ​ໄມ້​ກາງ​ແຂນ, ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ.

ຈາກ​ວັນ​ເວ​ລາ​ຂອງ​ອາ​ດາມ ແລະ ເອ​ວາ, ຜູ້​ຄົນ​ໄດ້​ລໍ​ຄອຍ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສົ່ງ​ພຣະ​ເຢ​ຊູ​ມາ​ສູ່​ໂລກ​ຫລາຍ​ກວ່າ 2,000 ປີ​ຜ່ານ​ມາ​ແລ້ວ.

ພຣະ​ເຢ​ຊູ​ໄດ້​ມີ​ຊີ​ວິດ​ທີ່​ດີ​ພ້ອມ​ທຸກ​ຢ່າງ ແລະ ບໍ່​ມີ​ບາບ. ພຣະ​ອົງ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ເອີ້ນ​ອັກ​ຄະ​ສາ​ວົກ​ສິບ​ສອງ​ຄົນ ແລະ ໄດ້​ມອບ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ພວກ​ເພິ່ນ ເພື່ອ​ສິດ​ສອນ ແລະ ປະ​ຕິ​ບັດ​ພິ​ທີ​ການ​ສັກ​ສິດ, ດັ່ງ​ເຊັ່ນ​ການ​ບັບ​ຕິ​ສະ​ມາ. ພຣະ​ອົງ​ຍັງ​ໄດ້​ມອບ​ສິດ​ອຳ​ນາດ​ໃຫ້​ພວກ​ເພິ່ນ​ນຳ​ອີກ ເພື່ອ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ໃນ​ຕອນ​ທ້າຍ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ ໂດຍ​ການ​ຮັບ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ເຄັດ​ເຊ​ມາ​ເນ ແລະ ລະ​ຫວ່າງ​ການ​ຄຶງ​ຂອງ​ພຣະ​ອົງ. ເພາະ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ, ເຮົາ​ຈຶ່ງ​ສາ​ມາດ​ຖືກ​ເຮັດ​ໃຫ້​ສະ​ອາດ​ຈາກ​ບາບ​ຂອງ​ເຮົາ ເມື່ອ​ເຮົາ​ກັບ​ໃຈ. ສິ່ງ​ນີ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ຮັບ​ຄວາມ​ຊື່ນ​ຊົມ​ອັນ​ເຕັມ​ປ່ຽມ.

ຫລັງ​ຈາກ​ທີ່​ພຣະ​ເຢ​ຊູ​ໄດ້​ຖືກ​ຄຶງ, ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ, ຮັບ​ໄຊ​ຊະ​ນະ​ເໜືອ​ຄວາມ​ຕາຍ ໂດຍ​ອຳ​ນາດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ເພາະ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ, ເຮົາ​ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ​ຫລັງ​ຈາກ​ທີ່​ເຮົາ​ຕາຍ​ໄປ. ນີ້​ໝາຍ​ຄວາມ​ວ່າ ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ແຕ່​ລະ​ຄົນ​ຈະ​ກັບ​ມາ​ລວມ​ກັນ​ອີກ​ຄັ້ງ, ແລະ ເຮົາ​ແຕ່​ລະ​ຄົນ​ຈະ​ມີ​ຊີ​ວິດ​ຕະ​ຫລອດ​ໄປ ໃນ​ຮ່າງ​ກາຍ​ທີ່​ສົມ​ບູນ​ແບບ ແລະ ຟື້ນ​ຄືນ​ຊີ​ວິດ​ແລ້ວ. (ເບິ່ງ “ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ” ໃນ ບົດ​ຮຽນ​ທີ 2.)

ຮູບ​ພາບ
ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ, “ຫລັກ​ທຳ​ຂັ້ນ​ພື້ນ​ຖານ​ຂອງ​ສາດ​ສະ​ໜາ​ຂອງ​ເຮົາ​ແມ່ນ​ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ, ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ວ່າ​ພຣະ​ອົງ​ໄດ້​ສິ້ນ​ພຣະ​ຊົນ, ໄດ້​ຖືກ​ຝັງ, ແລະ ໄດ້​ຟື້ນ​ຄືນ​ມາ​ອີກ​ໃນ​ມື້​ທີ​ສາມ, ແລະ ໄດ້​ສະ​ເດັດ​ຂຶ້ນ​ໄປ​ສະ​ຫວັນ; ແລະ ທຸກ​ສິ່ງ​ທັງ​ໝົດ​ທີ່​ກ່ຽວ​ພັນ​ກັບ​ສາດ​ສະ​ໜາ​ຂອງ​ເຮົາ​ເປັນ​ພຽງ​ສ່ວນ​ປະ​ກອບ​ໃສ່​ກັບ​ສິ່ງ​ເຫລົ່າ​ນີ້​ເທົ່າ​ນັ້ນ” (Teachings of Presidents of the Church: Joseph Smith [2007], 49).

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ການ​ຕົກ​ໄປ

ຫລັງ​ຈາກ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ພະ​ຍາ​ຍາມ​ຮັກ​ສາ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ໃຫ້​ບໍ​ລິ​ສຸດ ແລະ ຮັກ​ສາ​ລະ​ບຽບ​ໃນ​ສາດ​ສະ​ໜາ​ຈັກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຫລາຍ​ຄົນ​ໄດ້​ຫັນ​ໜີ​ຈາກ​ອັກ​ຄະ​ສາ​ວົກ ແລະ ຈາກ​ຄຳ​ສອນ​ທີ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ.

ຫລັງ​ຈາກ​ອັກ​ຄະ​ສາ​ວົກ​ໄດ້​ຖືກ​ຂ້າ, ມີ​ການ​ຕົກ​ໄປ​ຢ່າງ​ຫລວງ​ຫລາຍ​ຈາກ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ການ​ຕົກ​ໄປ​ນີ້​ບາງ​ຄັ້ງ​ຖືກ​ເອີ້ນ​ວ່າ ການ​ປະ​ຖິ້ມ​ຄວາມ​ເຊື່ອ​ທີ່​ຍິ່ງ​ໃຫຍ່. ເພາະ​ການ​ນີ້, ພຣະ​ເຈົ້າ​ຈຶ່ງ​ໄດ້​ຖອນ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈາກ​ແຜ່ນ​ດິນ​ໂລກ. ການ​ສູນ​ເສຍ​ນີ້​ແມ່ນ​ລວມ​ທັງ​ສິດ​ອຳ​ນາດ​ທີ່​ຈຳ​ເປັນ​ເພື່ອ​ຊີ້​ນຳ​ສາດ​ສະ​ໜາ​ຈັກ. ດ້ວຍ​ເຫດ​ນີ້, ສາດ​ສະ​ໜາ​ຈັກ​ທີ່​ພຣະ​ເຢ​ຊູ​ໄດ້​ສະ​ຖາ​ປະ​ນາ​ຈຶ່ງບໍ່​ມີ​ຢູ່​ໃນ​ໂລກ​ອີກ​ຕໍ່​ໄປ.

ໃນ​ຊ່ວງ​ເວ​ລາ​ນີ້, ຜູ້​ຄົນ​ໄດ້​ປ່ຽນ​ຄຳ​ສອນ​ພຣະ​ກິດ​ຕິ​ຄຸນ​ຫລາຍ​ຢ່າງ. ຄວາມ​ຮູ້​ຫລາຍ​ຢ່າງ​ກ່ຽວ​ກັບ​ລັກ​ສະ​ນະ​ທີ່​ແທ້​ຈິງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ເຢ​ຊູ​ຄຣິດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ໄດ້​ຖືກ​ບິດ​ເບືອນ ຫລື ສູນ​ເສຍ. ຜູ້​ຄົນ​ກໍ​ໄດ້​ປ່ຽນ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ນຳ​ອີກ, ດັ່ງ​ເຊັ່ນ​ການ​ບັບ​ຕິ​ສະ​ມາ.

ຫລາຍ​ສັດ​ຕະ​ວັດ​ຕໍ່​ມາ, ຊາຍ ແລະ ຍິງ​ທີ່​ສະ​ແຫວງ​ຫາ​ຄວາມ​ຈິງ ໄດ້​ພະ​ຍາ​ຍາມ​ປະ​ຕິ​ຮູບ​ຄຳ​ສອນ ແລະ ການ​ປະ​ຕິ​ບັດ​ທີ່​ມີ​ການ​ປ່ຽນ​ແປງ. ເຂົາ​ເຈົ້າ​ໄດ້​ສະ​ແຫວງ​ຫາ​ຄວາມ​ສະ​ຫວ່າງ​ທາງ​ວິນ​ຍານ, ແລະ ບາງ​ຄົນ​ໄດ້​ເວົ້າ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ຟື້ນ​ຟູ​ຄວາມ​ຈິງ. ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ໄດ້​ນຳ​ໄປ​ສູ່​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຈຳ​ນວນ​ຫລາຍ.

ຊ່ວງ​ໄລ​ຍະ​ເວ​ລາ​ນີ້​ໄດ້​ສົ່ງ​ຜົນ​ໃຫ້​ມີ​ການ​ເນັ້ນ​ກ່ຽວ​ກັບ​ເສ​ລີ​ພາບ​ທາງ​ສາດ​ສະ​ໜາ, ຊຶ່ງ​ເປີດ​ທາງ​ສຳ​ລັບ​ການ​ຟື້ນ​ຟູ​ຄວາມ​ຈິງ ແລະ ສິດ​ອຳ​ນາດ​ຈາກ​ພຣະ​ເຈົ້າ.

ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ການ​ຕົກ​ໄປ (ເບິ່ງ 2 ເທ​ສະ​ໂລ​ນິກ 2:1–3). ພວກ​ເພິ່ນ​ໄດ້​ບອກ​ລ່ວງ​ໜ້າ​ວ່າ ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຈະ​ຖືກ​ຟື້ນ​ຟູ​ສູ່​ແຜ່ນ​ດິນ​ໂລກ (ເບິ່ງ ກິດ​ຈະ​ການ 3:20–21). ຖ້າ​ຫາກ​ວ່າ​ບໍ່​ມີ​ການ​ຕົກ​ໄປ, ການ​ຟື້ນ​ຟູ​ກໍ​ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ເກີດ​ຂຶ້ນ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຜ່ານ​ທາງ​ໂຈ​ເຊັບ ສະ​ມິດ

ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ ແລະ ການ​ເອີ້ນ​ຂອງ​ໂຈ​ເຊັບ ສະ​ມິດ ໃນ​ຖາ​ນະ​ສາດ​ສະ​ດາ

ໃນ​ຊ່ວງ​ຫລາຍ​ສັດ​ຕະ​ວັດ​ທີ່​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ບໍ່​ໄດ້​ຢູ່​ເທິງ​ໂລກ​ນີ້, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສືບ​ຕໍ່​ເອື້ອມ​ອອກ​ໄປ​ຫາ​ລູກໆ​ຂອງ​ພຣະ​ອົງ. ເມື່ອ​ເວ​ລາ​ຜ່ານ​ໄປ, ພຣະ​ອົງ​ໄດ້​ກະ​ກຽມ​ທາງ ເພື່ອ​ໃຫ້​ພວກ​ເຂົາ​ສາ​ມາດ​ໄດ້​ຮັບ​ພອນ​ອີກ​ຄັ້ງ ດ້ວຍ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ. ເມື່ອ​ສະ​ຖາ​ນະ​ການ​ຖືກ​ຕ້ອງ, ພຣະ​ອົງ​ໄດ້​ເອີ້ນ​ໂຈ​ເຊັບ ສະ​ມິດ ໃນ​ຖາ​ນະ​ສາດ​ສະ​ດາ ຊຶ່ງ​ຜ່ານ​ທາງ​ເພິ່ນ ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຈະ​ໄດ້​ຖືກ​ຟື້ນ​ຟູ.

ໂຈ​ເຊັບ ສະ​ມິດ ໄດ້​ອາ​ໄສ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດ​ໃນ​ຊ່ວງ​ເວ​ລາ​ທີ່​ມີ​ຄວາມ​ຕື່ນ​ເຕັ້ນ​ທາງ​ສາດ​ສະ​ໜາ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ອຸ​ທິດ​ຕໍ່​ພຣະ​ເຈົ້າ ແລະ ສະ​ແຫວງ​ຫາ​ຄວາມ​ຈິງ. ໂບດ​ຕ່າງໆ​ອ້າງ​ວ່າ​ມີ​ຄວາມ​ຈິງ, ແລະ ໂຈ​ເຊັບ​ປາດ​ຖະ​ໜາ​ຢາກ​ຮູ້​ວ່າ ບ່ອນ​ໃດ​ຖືກ​ຕ້ອງ (ເບິ່ງ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:18). ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ສິດ​ສອນ​ວ່າ​ມີ “ພຣະ​ຜູ້​ເປັນ​ເຈົ້າ, ມີ [ສັດ​ທາ​ດຽວ], ມີ​ບັບ​ຕິ​ສະ​ມາ​ດຽວ” (ເອ​ເຟ​ໂຊ 4:5). ໃນ​ຂະ​ນະ​ທີ່​ໂຈ​ເຊັບ​ໄດ້​ໄປ​ໂບດ​ທີ່​ແຕກ​ຕ່າງ​ກັນ, ເພິ່ນ​ສັບ​ສົນ​ບໍ່​ຮູ້​ວ່າ​ຈະ​ເຂົ້າ​ຮ່ວມ​ບ່ອນ​ໃດ. ຕໍ່​ມາ​ເພິ່ນ​ໄດ້​ເວົ້າ​ວ່າ:

“ຄວາມ​ສັບ​ສົນ ແລະ ການ​ຜິດ​ຖຽງ​ກັນ​ໃນ​ບັນ​ດາ​ນິ​ກາຍ​ທີ່​ແຕກ​ຕ່າງ​ກັນ​ນັ້ນ​ມີ​ຫລາຍ, ຈົນ​ວ່າ​ເປັນ​ໄປ​ບໍ່​ໄດ້​ສຳ​ລັບ​ຄົນ​ໜຸ່ມ​ຢ່າງ​ຂ້າ​ພະ​ເຈົ້າ … ຈະ​ສະ​ຫລຸບ​ໄດ້​ຢ່າງ​ແນ່​ນອນ​ແນວ​ໃດ​ວ່າ​ຜູ້​ໃດ​ຖືກ ແລະ ຜູ້​ໃດ​ຜິດ. …

“ໃນ​ທ່າມ​ກາງ​ສົງ​ຄາມ​ຄາ​ລົມ ແລະ ຄວາມ​ວຸ້ນ​ວາຍ​ຂອງ​ຄວາມ​ຄິດ​ຄວາມ​ເຫັນ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຕົວ​ເອງ​ເລື້ອຍໆ​ວ່າ: ເຮົາ​ຈະ​ເຮັດ​ແນວ​ໃດ? ໃນ​ກຸ່ມ​ທັງ​ໝົດ​ນີ້ ແມ່ນ​ໃຜ​ທີ່​ຖືກ​ຕ້ອງ; ຫລື, ຜິດ​ທັງ​ໝົດ​ບໍ? ຖ້າ​ຫາກ​ມີ​ກຸ່ມ​ໃດ​ຖືກ​ຕ້ອງ, ແລ້ວ​ຈະ​ເປັນ​ກຸ່ມ​ໃດ, ແລະ ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ?” (ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:8, 10).

ເຊັ່ນ​ດຽວ​ກັບ​ຫລາຍໆ​ຄົນ, ໂຈ​ເຊັບ ສະ​ມິດ ມີ​ຄຳ​ຖາມ​ກ່ຽວ​ກັບ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ເພິ່ນ. ເພິ່ນ​ຢາກ​ໄດ້​ຮັບ​ການ​ອະ​ໄພ​ບາບ ແລະ ສະ​ອາດ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ. ໃນ​ຂະ​ນະ​ທີ່​ເພິ່ນ​ສະ​ແຫວງ​ຫາ​ຄວາມ​ຈິງ​ໃນ​ບັນ​ດາ​ໂບດ​ຕ່າງໆ, ເພິ່ນ​ໄດ້​ອ່ານ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ວ່າ, “ຖ້າ​ຄົນ​ໃດ​ໃນ​ພວກ​ເຈົ້າ​ຂາດ​ສະ​ຕິ​ປັນ​ຍາ ກໍ​ໃຫ້​ຜູ້​ນັ້ນ​ທູນ​ຂໍ​ຈາກ​ພຣະ​ເຈົ້າ ຜູ້​ຊົງ​ໂຜດ​ປະ​ທານ​ໃຫ້​ແກ່​ຄົນ​ທັງ​ປວງ​ດ້ວຍ​ພຣະ​ກະ​ລຸ​ນາ ບໍ່​ຊົງ​ກ່າວ​ຕິ ແລະ ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນ​ຂໍ” (ຢາ​ໂກ​ໂບ 1:5).

ເພາະ​ຂໍ້​ຄວາມ​ນີ້, ໂຈ​ເຊັບ​ຈຶ່ງ​ໄດ້​ຕັດ​ສິນ​ໃຈ​ທູນ​ຖາມ​ພຣະ​ເຈົ້າ ວ່າ​ເພິ່ນ​ຄວນ​ເຮັດ​ແນວ​ໃດ. ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1820, ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ໃກ້​ບ້ານ​ຂອງ​ເພິ່ນ ແລະ ຄຸ​ເຂົ່າ​ອະ​ທິ​ຖານ. ມີ​ສີ່​ເລື່ອງ​ກ່ຽວ​ກັບ​ພາບ​ທີ່​ມາ​ໃຫ້​ເຫັນ​ທີ່​ຕິດ​ຕາມ​ມາ, ບັນ​ທຶກ​ໂດຍ​ໂຈ​ເຊັບ ສະ​ມິດ ​ຫລື ໂດຍ​ນັກ​ຂຽນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ເພິ່ນ (ເບິ່ງ Gospel Topics Essays, “First Vision Accounts”). ໃນ​ເລື່ອງ​ລາວ​ທີ່​ໄດ້​ຮັບ​ການ​ສະ​ຖາ​ປະ​ນາ​ເປັນ​ພຣະ​ຄຳ​ພີ, ເພິ່ນ​ໄດ້​ບັນ​ຍາຍ​ປະ​ສົບ​ການ​ຂອງ​ເພິ່ນ​ດັ່ງ​ຕໍ່​ໄປ​ນີ້:

ຮູບ​ພາບ
ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ, ໂດຍ ລິນ​ດາ ຄຣິສ​ເຕັນ​ເຊັນ ແລະ ໄມ​ໂກ ທີ ມອມ

“ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແສງ​ສະ​ຫວ່າງ​ເປັນ​ເລົາ​ລົງ​ມາ, ແຈ້ງ​ກວ່າ​ຄວາມ​ສະ​ຫວ່າງ​ຂອງ​ດວງ​ຕາ​ເວັນ, ຊຶ່ງ​ຄ່ອຍໆ​ເລື່ອນ​ລົງ​ມາ​ຈົນ​ເຖິງ​ຕົວ​ຂອງ​ຂ້າ​ພະ​ເຈົ້າ. … ເມື່ອ​ແສງ​ນັ້ນ​ລົງ​ມາ​ເຖິງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສອງ​ພຣະ​ອົງ​ປະ​ທັບ​ຢືນ​ຢູ່​ໃນ​ອາ​ກາດ, ຊື່​ຫົວ​ຂອງ​ຂ້າ​ພະ​ເຈົ້າ. ອົງ​ໜຶ່ງ​ໄດ້​ຮັບ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ, ໂດຍ​ເອີ້ນ​ຊື່​ຂອງ​ຂ້າ​ພະ​ເຈົ້າ ແລະ ຊີ້​ພຣະ​ຫັດ​ໄປ​ຫາ​ອີກ​ອົງ​ໜຶ່ງ ແລະ ກ່າວ​ວ່າ—ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!” (ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:16–17).

ໃນ​ພາບ​ນິ​ມິດ​ນີ້, ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ມາ​ປະ​ກົດ​ຕໍ່​ໂຈ​ເຊັບ ສະ​ມິດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ບອກ​ເພິ່ນ​ວ່າ ບໍ່​ໃຫ້​ເຂົ້າ​ຮ່ວມ​ໂບດ​ໃດ.

ໃນ​ເລື່ອງ​ລາວ​ໜຶ່ງ​ອີກ​ກ່ຽວ​ກັບ​ພາບ​ນິ​ມິດ, ໂຈ​ເຊັບ​ໄດ້​ເລົ່າ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ກັບ​ເພິ່ນ​ອີກ​ວ່າ: “ບາບ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະ​ໄພ​ໃຫ້​ແລ້ວ. … ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ລັດ​ສະ​ໝີ​ພາບ. ເຮົາ​ໄດ້​ຖືກ​ຄຶງ​ສຳ​ລັບ​ໂລກ, ເພື່ອ​ວ່າ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ນາມ​ຂອງ​ເຮົາ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.”

ຫລັງ​ຈາກ​ພາບ​ນິ​ມິດ, ໂຈ​ເຊັບ​ໄດ້​ສະ​ທ້ອນ​ຄິດ​ວ່າ, “ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ, ແລະ ເປັນ​ເວ​ລາ​ຫລາຍ​ມື້​ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ປິ​ຕິ​ຍິນ​ດີ​ດ້ວຍ​ຄວາມ​ຊື່ນ​ຊົມ​ອັນ​ຍິ່ງ​ໃຫຍ່ ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ຖິດ​ຢູ່​ກັບ​ຂ້າ​ພະ​ເຈົ້າ” (Joseph Smith History, circa Summer 1832, 3, josephsmithpapers.org; ການ​ສະ​ກົດ​ຄຳ ແລະ ເຄື່ອງ​ໝາຍ​ວັກ​ຕອນ​ເປັນ​ຕາມ​ສະ​ໄໝ​ປະ​ຈຸ​ບັນ).

ຜ່ານ​ທາງ​ພາບ​ນິ​ມິດ​ນີ້, ໂຈ​ເຊັບ ສະ​ມິດ ໄດ້​ກາຍ​ເປັນ​ພະ​ຍານ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ໄດ້​ຮຽນ​ຮູ້​ຄວາມ​ຈິງ​ທີ່​ສຳ​ຄັນ​ກ່ຽວ​ກັບ​ຝ່າຍ​ພຣະ​ເຈົ້າ. ຍົກ​ຕົວ​ຢ່າງ, ເພິ່ນ​ໄດ້​ຮຽນ​ຮູ້​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ສອງ​ພຣະ​ອົງ​ທີ່​ແຕກ​ຕ່າງ​ກັນ. ເມື່ອ​ພວກ​ພຣະ​ອົງ​ເອີ້ນ​ຊື່​ເພິ່ນ, ເພິ່ນ​ຮຽນ​ຮູ້​ວ່າ ພວກ​ພຣະ​ອົງ​ຮູ້​ຈັກ​ເພິ່ນ​ເປັນ​ສ່ວນ​ຕົວ. ເມື່ອ​ໂຈ​ເຊັບ​ຖືກ​ບອກ​ວ່າ​ເພິ່ນ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແລ້ວ, ເພິ່ນ​ຮຽນ​ຮູ້​ວ່າ ພຣະ​ເຈົ້າ​ຊົງ​ມີ​ເມດ​ຕາ. ປະ​ສົບ​ການ​ນີ້​ເຮັດ​ໃຫ້​ເພິ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ.

ດັ່ງ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ກັບ​ສາດ​ສະ​ດາ​ຫລາຍ​ທ່ານ​ກ່ອນ​ໜ້າ​ນີ້, ພຣະ​ອົງ​ໄດ້​ເອີ້ນ​ໂຈ​ເຊັບ ສະ​ມິດ ໃຫ້​ເປັນ​ສາດ​ສະ​ດາ ຊຶ່ງ​ຜ່ານ​ທາງ​ເພິ່ນ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຈຶ່ງ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ສູ່​ແຜ່ນ​ດິນ​ໂລກ. ການ​ຟື້ນ​ຟູ​ນີ້ຈະ​ຊ່ວຍ​ລູກໆ​ຂອງ​ພຣະ​ເຈົ້າ​ໃຫ້​ໄດ້​ພົບ​ຄວາມ​ຊື່ນ​ຊົມ​ໃນ​ໂລກ​ນີ້ ແລະ ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ—ທັງ​ໝົດ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ.

ການ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ ແລະ ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ຮູບ​ພາບ
ແກ່​ພວກ​ທ່ານ ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ, ໂດຍ ລິນ​ດາ ຄຣິສ​ເຕັນ​ເຊັນ ແລະ ໄມ​ໂກ ມອມ

ຫລັງ​ຈາກ​ການ​ມາ​ປະ​ກົດ​ຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ, ຜູ້​ສົ່ງ​ຂ່າວ​ຄົນ​ອື່ນໆ​ຈາກ​ສະ​ຫວັນ​ໄດ້​ຖືກ​ສົ່ງ​ມາ​ຫາ​ໂຈ​ເຊັບ ສະ​ມິດ ແລະ ເພື່ອນ​ຮ່ວມ​ງານ​ຂອງ​ເພິ່ນ ອໍ​ລີ​ເວີ ຄາວ​ເດີ​ຣີ. ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໄດ້​ມາ​ປະ​ກົດ​ໃນ​ຮ່າງ​ກາຍ​ທີ່​ຟື້ນ​ຄືນ​ຊີ​ວິດ​ແລ້ວ ແລະ ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຂໍ​ກະ​ແຈ​ຂອງ​ມັນ​ໃຫ້​ພວກ​ເພິ່ນ. ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ແມ່ນ​ລວມ​ທັງ​ສິດ​ອຳ​ນາດ​ທີ່​ຈະ​ໃຫ້​ບັບ​ຕິ​ສະ​ມາ.

ຮູບ​ພາບ
ສຽງ​ຂອງ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ, ໂດຍ ແວວ​ເດັນ ຊີ ແອນ​ເດີ​ເຊັນ

ບໍ່​ດົນ​ຫລັງ​ຈາກ​ນັ້ນ, ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ—ອັກ​ຄະ​ສາ​ວົກ​ລຸ້ນ​ດັ້ງ​ເດີມ​ສາມ​ຄົນ​ຂອງ​ພຣະ​ຄຣິດ—​ໄດ້​ມາ​ປະ​ກົດ​ໃນ​ຮ່າງ​ກາຍ​ທີ່​ຟື້ນ​ຄືນ​ຊີ​ວິດ​ແລ້ວ ແລະ ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ຂໍ​ກະ​ແຈ​ຂອງ​ມັນ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ. ຖາ​ນະ​ປະ​ໂລ​ຫິດ​ນີ້​ມີ​ສິດ​ອຳ​ນາດ​ອັນ​ດຽວ​ກັນ​ກັບ​ທີ່​ພຣະ​ຄຣິດ​ໄດ້​ມອບ​ໃຫ້​ແກ່​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໃນ​ສະ​ໄໝ​ບູ​ຮານ.

ຮູບ​ພາບ
Image of Moses Elias and Elijah descending into the Kirtland temple and appearing to Joseph Smith.

ໃນ​ພຣະ​ວິ​ຫານ​ເຄີດ​ແລນ, ໂມ​ເຊ, ອີ​ລາຍ, ແລະ ເອ​ລີ​ຢາ ໄດ້​ມາ​ປະ​ກົດ​ຕໍ່​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ແລະ ໄດ້​ມອບ​ສິດ​ອຳ​ນາດ​ເພີ່ມ​ເຕີມ ແລະ ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຈຳ​ເປັນ​ຕໍ່​ການ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ໃນ​ຍຸກ​ສຸດ​ທ້າຍ. ໂມ​ເຊ​ໄດ້​ມອບ​ຂໍ​ກະ​ແຈ​ແຫ່ງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ອີ​ລາຍ​ໄດ້​ມອບ​ຍຸກ​ສະ​ໄໝ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ອັບ​ຣາ​ຮາມ. ເອ​ລີ​ຢາ​ໄດ້​ມອບ​ຂໍ​ກະ​ແຈ​ແຫ່ງ​ການ​ຜະ​ນຶກ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:11–16; ເບິ່ງ ຄູ່​ມື​ທົ່ວ​ໄປ, 3.1 ນຳ​ອີກ.)

ການ​ຈັດ​ຕັ້ງ​ຂອງ​ສາດ​ສະ​ໜາ​ຈັກ

ໂຈ​ເຊັບ ສະ​ມິດ ໄດ້​ຖືກ​ຊີ້​ນຳ​ໃຫ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ອີກ​ຄັ້ງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ຜ່ານ​ທາງ​ເພິ່ນ, ພຣະ​ເຢ​ຊູ​ຄຣິດ​ໄດ້​ເອີ້ນ​ອັກ​ຄະ​ສາ​ວົກ​ສິບ​ສອງ​ຄົນ.

ສາດ​ສະ​ດາ​ໃນ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ​ໄດ້​ກ່າວ​ເຖິງ​ເວ​ລາ​ທີ່​ເຮົາ​ມີ​ຊີ​ວິດ​ຢູ່ ວ່າ​ເປັນ​ວັນ​ສຸດ​ທ້າຍ ຫລື ຍຸກ​ສຸດ​ທ້າຍ. ເປັນ​ເວ​ລາ​ບໍ່​ດົນ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ. ນັ້ນ​ຄື​ເຫດ​ຜົນ​ທີ່​ສາດ​ສະ​ໜາ​ຈັກ​ມີ​ຊື່​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:3–4; ເບິ່ງ 3 ນີ​ໄຟ 27:3–8 ນຳ​ອີກ).

ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ທຸກ​ວັນ​ນີ້

ເຊັ່ນ​ດຽວ​ກັບ​ທີ່​ພຣະ​ເຢ​ຊູ​ໄດ້​ເອີ້ນ​ອັກ​ຄະ​ສາ​ວົກ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ໃນ​ໂລກ ເພື່ອ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ພຣະ​ອົງ​ກໍ​ໄດ້​ເອີ້ນ​ອັກ​ຄະ​ສາ​ວົກ​ເພື່ອ​ນຳ​ພາ​ສາດ​ສະ​ໜາ​ຈັກ​ໃນ​ທຸກ​ວັນ​ນີ້. ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ.

ມີ​ແຕ່​ອັກ​ຄະ​ສາ​ວົກ​ອາ​ວຸ​ໂສ​ເທົ່າ​ນັ້ນ​ທີ່​ຖືກ​ເອີ້ນ​ວ່າ ສາດ​ສະ​ດາ ເພາະ​ເພິ່ນ​ຄວບ​ຄຸມ​ສາດ​ສະ​ໜາ​ຈັກ​ທັງ​ໝົດ ແລະ ມີ​ສິດ​ອຳ​ນາດ​ພິ​ເສດ​ທີ່​ຈະ​ກ່າວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ເປັນ​ຜູ້​ສືບ​ທອດ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຕໍ່​ຈາກ​ໂຈ​ເຊັບ ສະ​ມິດ. ເພິ່ນ ແລະ ອັກ​ຄະ​ສາ​ວົກ​ໃນ​ປະ​ຈຸ​ບັນ​ສືບ​ເສັ້ນ​ສາຍ​ສິດ​ອຳ​ນາດ​ຂອງ​ພວກ​ເພິ່ນ​ກັບ​ໄປ​ເຖິງ​ພຣະ​ເຢ​ຊູ​ຄຣິດ ໃນ​ການ​ແຕ່ງ​ຕັ້ງ​ທີ່ບໍ່​ຂາດ​ສາຍ ຊຶ່ງ​ໄດ້​ເລີ່ມ​ຕົ້ນ​ເມື່ອ​ໂຈ​ເຊັບ ສະ​ມິດ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ພາຍ​ໃຕ້​ມື​ຂອງ​ຜູ້​ສົ່ງ​ຂ່າວ​ຈາກ​ສະ​ຫວັນ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ພຣະ​ຄຳ​ພີ​ມໍ​ມອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ພີ​ສັກ​ສິດ​ເຫລັ້ມ​ເກົ່າ​ແກ່​ເຊັ່ນ​ດຽວ​ກັນ​ກັບ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເປັນ​ພະ​ຍານ​ຢ່າງ​ທີ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ແລະ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພະ​ຍານ​ຢ່າງ​ທີ​ສອງ​ເຖິງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ການ​ສິດ​ສອນ​ຂອງ​ພຣະ​ອົງ, ແລະ ພາ​ລະ​ກິດ​ຂອງ​ພຣະ​ອົງ ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ໂຈ​ເຊັບ ສະ​ມິດ ໄດ້​ຖືກ​ຊີ້​ນຳ​ຈາກ​ຜູ້​ສົ່ງ​ຂ່າວ​ຈາກ​ສະ​ຫວັນ​ຊື່ ໂມ​ໂຣ​ໄນ ໃຫ້​ໄປ​ຫາ​ໂນນ​ພູ​ບ່ອນ​ທີ່​ແຜ່ນ​ຈາ​ລຶກ​ບູ​ຮານ​ຖືກ​ຝັງ​ໄວ້​ຫລາຍ​ສັດ​ຕະ​ວັດ​ມາ​ແລ້ວ. ບັນ​ທຶກ​ນີ້, ຊຶ່ງ​ຈາ​ລຶກ​ໄວ້​ໃນ​ແຜ່ນ​ຈາ​ລຶກ​ຄຳ (ແຜ່ນ​ໂລ​ຫະ​ບາງໆ), ບັນ​ຈຸ​ການ​ຂຽນ​ຂອງ​ສາດ​ສະ​ດາ​ກ່ຽວ​ກັບ​ການ​ກະ​ທຳ​ຂອງ​ພຣະ​ເຈົ້າ​ກັບ​ຜູ້​ອາ​ໄສ​ຢູ່​ອາ​ເມ​ຣິ​ກາ​ໃນ​ສະ​ໄໝ​ບູ​ຮານ. ໂຈ​ເຊັບ ສະ​ມິດ ໄດ້​ແປ​ບັນ​ທຶກ​ໂດຍ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ.

ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ຮູ້​ກ່ຽວ​ກັບ​ພາ​ລະ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ຫລັງ​ຈາກ​ພຣະ​ເຢ​ຊູ​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ, ພຣະ​ອົງ​ໄດ້​ປະ​ກົດ​ຕົວ​ຕໍ່​ຜູ້​ຄົນ​ເຫລົ່າ​ນີ້ ແລະ ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ເຂົາ​ເຈົ້າ​ດ້ວຍ​ພຣະ​ອົງ​ເອງ. ພຣະ​ອົງ​ໄດ້​ສິດ​ສອນ​ເຂົາ​ເຈົ້າ ແລະ ໄດ້​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ພຣະ​ຄຳ​ພີ​ມໍ​ມອນ​ຊ່ວຍ​ໃຫ້​ເຮົາ​ຫຍັບ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ ເມື່ອ​ເຮົາ​ຮຽນ​ຮູ້, ເຂົ້າ​ໃຈ, ແລະ ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະ​ຄຳ​ພີ. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ວ່າ “ຊາຍ [ຫລື ຍິງ] ຈະ​ໄດ້​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ ໂດຍ​ການ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ [ຂອງ​ໜັງ​ສື​ນີ້], ຫລາຍ​ກວ່າ​ປະ​ຕິ​ບັດ​ຕາມ​ໜັງ​ສື​ເຫລັ້ມ​ອື່ນໆ” (Teachings: Joseph Smith64).

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ອ່ານ

ເພື່ອ​ໃຫ້​ຮູ້​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ເຮົາ​ຕ້ອງ​ອ່ານ​ມັນ, ໄຕ່​ຕອງ​ມັນ, ແລະ ອະ​ທິ​ຖານ​ກ່ຽວ​ກັບ​ມັນ. ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ສັນ​ຍາ​ວ່າ ພຣະ​ເຈົ້າ​ຈະ​ເປີດ​ເຜີຍ​ຄວາມ​ຈິງ​ຂອງ​ໜັງ​ສື​ນີ້​ຕໍ່​ເຮົາ ເມື່ອ​ເຮົາ​ອະ​ທິ​ຖານ​ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ແລະ ດ້ວຍ​ສັດ​ທາ​ໃນ​ພຣະ​ຄຣິດ (ເບິ່ງ ໂມ​ໂຣ​ໄນ 10:3–5). ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ສຳ​ຄັນ​ຕໍ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ຍືນ​ຍົງ.

ເມື່ອ​ເຮົາ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ແລະ ອະ​ທິ​ຖານ​ກ່ຽວ​ກັບ​ມັນ, ເຮົາ​ຈະ​ຮຽນ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ເຮົາ. ເຮົາ​ຍັງ​ຈະ​ມາ​ຮູ້​ຈັກ​ໂຈ​ເຊັບ ສະ​ມິດ ວ່າ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ແລະ ວ່າ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ເພິ່ນ​ນຳ​ອີກ.

ຮູບ​ພາບ
ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ

“ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍມອນ​ດ້ວຍ​ການ​ອະ​ທິ​ຖານ ທຸກ​ວັນ, ທ່ານ​ຈະ​ສາ​ມາດ​ຕັດ​ສິນ​ໃຈ​ໄດ້​ດີ​ກວ່າ​ເກົ່າ—ໃນ​ທຸກ​ວັນ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສຶກ​ສາ, ປະ​ຕູ​ສະ​ຫວັນ​ຈະ​ເປີດ​ອອກ, ແລະ ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ຂອງ​ທ່ານ ແລະ ໄດ້​ຮັບ​ການ​ຊີ້​ນຳ​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ​ເອງ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ທຸກ​ວັນ, ທ່ານ​ຈະ​ມີ​ພູມ​ຕ້ານ​ທານ​ສິ່ງ​ຊົ່ວ​ຮ້າຍ​ທຸກ​ວັນ” (Russell M. Nelson, “The Book of Mormon: What Would Your Life Be Like without It?Liahona, Nov. 2017, 62–63).

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ອະ​ທິ​ຖານ

ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ຄວາມ​ຈິງ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ເພາະ​ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ຂອງ​ເຮົາ, ພຣະ​ອົງ​ຈະ​ຊ່ວຍ​ໃຫ້​ເຮົາ​ຮູ້​ຈັກ​ຄວາມ​ຈິງ. ເຮົາສາ​ມາດ​ຮູ້​ວ່າ ຂ່າວ​ສານ​ຂອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ຈິງ ເມື່ອ​ເຮົາ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ແລະ ອະ​ທິ​ຖານ​ຫາ​ພຣະ​ເຈົ້າ. ເມື່ອ​ເຮົາ​ອະ​ທິ​ຖານ​ດ້ວຍ​ສັດ​ທາ ແລະ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ພຣະ​ອົງ​ຈະ​ຕອບ​ຄຳ​ຖາມ​ຂອງ​ເຮົາ ແລະ ນຳພາ​ຊີ​ວິດ​ຂອງ​ເຮົາ.

ຕາມ​ປົກ​ກະ​ຕິ​ແລ້ວ, ພຣະ​ເຈົ້າ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຂະ​ນະ​ທີ່​ເຮົາ​ອະ​ທິ​ຖານ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ສິດ​ສອນ ແລະ ຢືນ​ຢັນ​ຄວາມ​ຈິງ. ການ​ສື່​ສານ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມີ​ພະ​ລັງ. ຕາມ​ປົກ​ກະ​ຕິ​ແລ້ວ ມັນ​ຈະ​ມາ​ແບບ​ໃຫ້​ຄວາມ​ໝັ້ນ​ໃຈ​ຢ່າງ​ງຽບໆ​ຜ່ານ​ຄວາມ​ຮູ້​ສຶກ, ຄວາມ​ຄິດ, ແລະ ຄວາມ​ປະ​ທັບ​ໃຈ (ເບິ່ງ 1 ກະ​ສັດ 19:11–12; ຮີ​ລາ​ມັນ 5:30; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2).

ການ​ສຶກ​ສາ​ພຣະ​ຄຳ​ພີ​ຢ່າງ​ສະ​ໝ່ຳ​ສະ​ເໝີ (ໂດຍ​ສະ​ເພາະ​ພຣະ​ຄຳ​ພີ​ມໍ​ມອນ), ການ​ໄປ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ທຸກ​ອາ​ທິດ, ແລະ ການ​ອະ​ທິ​ຖານ​ຢ່າງ​ຈິງ​ໃຈ ເພື່ອ​ຊ່ວຍ​ໃຫ້​ເຮົາ​ຮູ້​ສຶກ​ເຖິງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ຄົ້ນ​ພົບ​ຄວາມ​ຈິງ.

ການ​ສຶກ​ສາ​ພຣະ​ຄຳ​ພີ

ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຫລັກ​ທຳ​ນີ້

ໂຄງ​ຮ່າງ​ບົດ​ຮຽນ​ສັ້ນ​ຫາ​ປານ​ກາງ

ແນວ​ທາງ​ຊີ້​ນຳ​ດັ່ງ​ຕໍ່​ໄປ​ນີ້​ເປັນ​ຕົວ​ຢ່າງ​ຂອງ​ສິ່ງ​ທີ່​ທ່ານ​ອາດ​ຈະ​ສິດ​ສອນ​ຄົນ​ໃດ​ຄົນ​ໜຶ່ງ ຖ້າ​ຫາກ​ທ່ານ​ມີ​ເວ​ລາ​ໜ້ອຍ. ເມື່ອ​ໃຊ້​ໂຄງ​ຮ່າງ​ນີ້, ໃຫ້​ເລືອກ​ຫລັກ​ທຳ​ໜຶ່ງ​ຂໍ້ ຫລື ຫລາຍ​ກວ່າ​ນັ້ນ​ເພື່ອ​ສິດ​ສອນ. ພື້ນ​ຖານ​ຄຳ​ສອນ​ສຳ​ລັບ​ຫລັກ​ທຳ​ແຕ່​ລະ​ຂໍ້​ແມ່ນ​ມີ​ໃຫ້​ກ່ອນ​ໜ້າ​ນີ້ ໃນ​ບົດ​ຮຽນ.

ຂະ​ນະ​ທີ່​ທ່ານ​ສິດ​ສອນ, ໃຫ້​ຖາມ​ຄຳ​ຖາມ ແລະ ຟັງ. ສະ​ເໜີ​ຄຳ​ເຊື້ອ​ເຊີນ​ທີ່​ຈະ​ຊ່ວຍ​ໃຫ້​ຜູ້​ຄົນ​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ. ຄຳ​ເຊື້ອ​ເຊີນ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​ຄື​ການ​ໃຫ້​ບຸກ​ຄົນ​ນັ້ນ​ໄດ້​ພົບ​ກັບ​ທ່ານ​ຕື່ມ​ອີກ. ຄວາມ​ຍາວ​ຂອງ​ບົດ​ຮຽນ​ຈະ​ຂຶ້ນ​ກັບ​ຄຳ​ຖາມ​ທີ່​ທ່ານ​ຖາມ ແລະ ການ​ຟັງ​ທີ່​ທ່ານ​ເຮັດ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ເວົ້າ​ລົມ​ກັບ​ຜູ້​ຊາຍ

ສິ່ງ​ທີ່​ທ່ານ​ອາດ​ຈະ​ສິດ​ສອນ​ຜູ້​ຄົນ​ພາຍ​ໃນ 3–10 ນາ​ທີ

  • ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ແລະ ພຣະ​ອົງ​ໄດ້​ສ້າງ​ເຮົາ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ອົງ. ພຣະ​ອົງ​ຮູ້​ຈັກ​ເຮົາ​ເປັນ​ສ່ວນ​ຕົວ ແລະ ຮັກ​ເຮົາ. ພຣະ​ອົງ​ຕ້ອງ​ການອວຍ​ພອນ​ເຮົາ​ດ້ວຍ​ສັນ​ຕິ​ສຸກ ແລະ ຄວາມ​ຊື່ນ​ຊົມ​ອັນ​ບໍ​ລິ​ບູນ ທີ່​ຈະ​ຄົງ​ຢູ່​ຊົ່ວ​ນິ​ລັນ​ດອນ.

  • ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ພາ​ລະ​ກິດ​ຂອງ​ພຣະ​ອົງ​ແມ່ນ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ສະ​ອາດ​ຈາກ​ບາບ, ເອົາ​ຊະ​ນະ​ຄວາມ​ຕາຍ, ແລະ ຮັບ​ຊີ​ວິດ​ນິ​ລັນ​ດອນ.

  • ພຣະ​ເຈົ້າ​ເອີ້ນ​ສາດ​ສະ​ດາ​ໃຫ້​ເປັນ​ຕົວ​ແທນ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ໃນ​ສະ​ໄໝ​ບູ​ຮານ, ພຣະ​ອົງ​ໄດ້​ເອີ້ນ​ສາດ​ສະ​ດາ​ດັ່ງ​ເຊັ່ນ ອາ​ດາມ, ໂນ​ອາ, ອັບ​ຣາ​ຮາມ, ແລະ ໂມ​ເຊ. ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ ໃຫ້​ສິດ​ສອນ ແລະ ນຳ​ພາ​ເຮົາ​ໃນ​ທຸກ​ວັນ​ນີ້.

  • ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ໃນ​ໂລກ, ພຣະ​ອົງ​ໄດ້​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຫລັງ​ຈາກ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ໄດ້​ຕາຍ​ໄປ, ໄດ້​ມີ​ການ​ຕົກ​ໄປ​ຢ່າງ​ຫລວງ​ຫລາຍ​ຈາກ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຜູ້​ຄົນ​ໄດ້​ປ່ຽນ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຫລາຍ​ຢ່າງ, ດັ່ງ​ເຊັ່ນ​ການ​ບັບ​ຕິ​ສະ​ມາ.

  • ພຣະ​ເຈົ້າ​ໄດ້​ເອີ້ນ​ໂຈ​ເຊັບ ສະ​ມິດ ໃຫ້​ເປັນ​ສາດ​ສະ​ດາ, ເຊັ່ນ​ດຽວ​ກັບ​ທີ່​ພຣະ​ອົງ​ໄດ້​ເອີ້ນ​ສາດ​ສະ​ດາ​ໃນ​ສະ​ໄໝ​ກ່ອນ. ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ປະ​ກົດ​ຕໍ່​ເພິ່ນ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ເພິ່ນ.

  • ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ພີ​ເຫລັ້ມ​ໜຶ່ງ. ເຊັ່ນ​ດຽວ​ກັບ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ມັນ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ຊ່ວຍ​ໃຫ້​ເຮົາ​ຫຍັບ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ ເມື່ອ​ເຮົາ​ອ່ານ​ມັນ ແລະ ນຳ​ໃຊ້​ຄຳ​ສັ່ງ​ສອນ​ຂອງ​ມັນ. ໂຈ​ເຊັບ ສະ​ມິດ ໄດ້​ແປ​ມັນ​ໂດຍ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ.

  • ຜ່ານ​ທາງ​ການ​ອະ​ທິ​ຖານ​ຢ່າງ​ຈິງ​ໃຈ, ເຮົາ​ສາ​ມາດ​ສື່​ສານ​ກັບ​ພຣະ​ເຈົ້າ​ໄດ້. ເຮົາ​ສາ​ມາດ​ຮູ້​ວ່າ​ຂ່າວ​ສານ​ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ຈິງ.

ພິມ