ພາກທີ 110
ພາບນິມິດທີ່ສະແດງໃຫ້ປະຈັກແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ ແລະ ອໍລີເວີ ຄາວເດີຣີ ໃນພຣະວິຫານ ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 3 ເດືອນເມສາ 1836. ເຫດການນັ້ນເປັນການປະຊຸມໃນວັນຊະບາໂຕ. ປະຫວັດຂອງໂຈເຊັບ ສະມິດ ກ່າວວ່າ: “ໃນຕອນບ່າຍ, ຂ້າພະເຈົ້າໄດ້ຊ່ວຍປະທານຄົນອື່ນໆໃນການມອບອາຫານຄ່ຳຂອງພຣະຜູ້ເປັນເຈົ້າແກ່ ສາດສະໜາຈັກ, ໂດຍຮັບມັນມາຈາກອັກຄະສາວົກສິບສອງ, ຊຶ່ງເປັນສິດທິພິເສດຂອງຜູ້ຄົນເຫລົ່ານັ້ນທີ່ຈະປະຕິບັດໜ້າທີ່ຢູ່ທີ່ໂຕະສັກສິດໃນມື້ນີ້. ຫລັງຈາກໄດ້ປະຕິບັດພິທີນີ້ແກ່ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າແລ້ວ, ຂ້າພະເຈົ້າຈຶ່ງອອກໄປຍັງແທ່ນປາໄສ, ມ່ານກັ້ງໄດ້ເລື່ອນລົງ, ແລະ ຂ້າພະເຈົ້າໄດ້ນອບນ້ອມກາຍລົງ, ພ້ອມກັບອໍລີເວີ ຄາວເດີຣີ, ໃນການອະທິຖານທີ່ຈິງຈັງ ແລະ ສະຫງົບງຽບ. ເມື່ອລຸກຂຶ້ນຈາກການອະທິຖານ, ພາບນິມິດຕໍ່ໄປນີ້ຖືກເປີດເຜີຍແກ່ພວກເຮົາ.”
1–10, ພຣະຜູ້ເປັນເຈົ້າ ພຣະເຢໂຮວາ ປະກົດຕົວໃນລັດສະໝີພາບ ແລະ ຮັບເອົາພຣະວິຫານເຄີດແລນ ເປັນບ້ານຂອງພຣະອົງ; 11–12, ໂມເຊ ແລະ ອີລາຍ ຕ່າງກໍມາປະກົດ ແລະ ມອບຂໍກະແຈກັບຍຸກສະໄໝຂອງພວກເພິ່ນໃຫ້; 13–16, ເອລີຢາກັບມາ ແລະ ມອບຂໍກະແຈກັບຍຸກສະໄໝຂອງເພິ່ນໃຫ້ ດັ່ງທີ່ມາລາກີໄດ້ສັນຍາໄວ້.
1 ມ່ານໄດ້ຖືກເອົາອອກໄປຈາກຈິດໃຈຂອງພວກເຮົາ, ແລະ ຕາແຫ່ງຄວາມເຂົ້າໃຈຂອງພວກເຮົາໄດ້ຖືກເປີດ.
2 ພວກເຮົາໄດ້ເຫັນພຣະຜູ້ເປັນເຈົ້າ ຢືນຢູ່ທີ່ແທ່ນປາໄສຢູ່ຕໍ່ໜ້າພວກເຮົາ; ແລະ ຢູ່ໃຕ້ພຣະບາດຂອງພຣະອົງມີລານຮອງພຣະບາດທີ່ເຮັດດ້ວຍຄຳສົດ, ເປັນສີເຫລືອງ.
3 ພຣະເນດຂອງພຣະອົງເປັນດັ່ງແປວໄຟ; ພຣະເກສາຂອງພຣະອົງຂາວເໝືອນຫິມະບໍລິສຸດ; ພຣະພັກຂອງພຣະອົງຮຸ່ງເຫລື້ອມແຈ້ງກວ່າຄວາມສະຫວ່າງຂອງດວງຕາເວັນ; ແລະ ສຸລະສຽງຂອງພຣະອົງຄືກັບສຽງນ້ຳໄຫລ ຢ່າງໄວຂອງແມ່ນ້ຳອັນກວ້າງໃຫຍ່, ແມ່ນແຕ່ສຸລະສຽງຂອງ ພຣະເຢໂຮວາ, ກ່າວວ່າ:
4 ເຮົາເປັນຜູ້ ທຳອິດ ແລະ ຜູ້ສຸດທ້າຍ; ເຮົາຄືເຂົາຜູ້ນັ້ນທີ່ ມີຊີວິດ, ເຮົາຄືຜູ້ນັ້ນທີ່ຖືກປະຫານ; ເຮົາຄື ຜູ້ວິງວອນແທນພວກເຈົ້ານຳພຣະບິດາ.
5 ຈົ່ງເບິ່ງ, ບາບຂອງພວກເຈົ້າໄດ້ຖືກ ອະໄພໃຫ້ແລ້ວ; ພວກເຈົ້າສະອາດຢູ່ຕໍ່ໜ້າເຮົາ; ສະນັ້ນ, ຈົ່ງເງີຍໜ້າຂຶ້ນ ແລະ ປິຕິຍິນດີເຖີດ.
6 ຈົ່ງໃຫ້ອ້າຍເອື້ອຍນ້ອງຂອງພວກເຈົ້າປິຕິຍິນດີ, ແລະ ໃຫ້ຫົວໃຈຂອງຜູ້ຄົນທັງປວງຂອງເຮົາປິຕິຍິນດີ ຜູ້ທີ່ໄດ້ ສ້າງບ້ານແຫ່ງນີ້ດ້ວຍສຸດກຳລັງຂອງພວກເຂົາ ແດ່ນາມຂອງເຮົາ.
7 ເພາະຈົ່ງເບິ່ງ, ເຮົາໄດ້ ຍອມຮັບເອົາ ບ້ານແຫ່ງນີ້, ແລະ ນາມຂອງເຮົາຈະຢູ່ທີ່ນີ້; ແລະ ເຮົາຈະສະແດງຕົນໃຫ້ປະຈັກແກ່ຜູ້ຄົນຂອງເຮົາໃນຄວາມເມດຕາໃນບ້ານແຫ່ງນີ້.
8 ແທ້ຈິງແລ້ວ, ເຮົາຈະ ປະກົດຕໍ່ຜູ້ຮັບໃຊ້ຂອງເຮົາ, ແລະ ກ່າວກັບພວກເຂົາດ້ວຍສຽງຂອງເຮົາເອງ, ຖ້າຫາກຜູ້ຄົນຂອງເຮົາຈະຮັກສາບັນຍັດຂອງເຮົາ, ແລະ ບໍ່ເຮັດໃຫ້ ບ້ານສັກສິດແຫ່ງນີ້ຂອງເຮົາ ເປິເປື້ອນ.
9 ແທ້ຈິງແລ້ວ ຫົວໃຈຂອງຫລາຍພັນຄົນ ແລະ ຫລາຍໝື່ນຄົນຈະປິຕິຍິນດີເຫລືອລົ້ນອັນເປັນຜົນຈາກ ພອນຊຶ່ງຈະຖອກເທລົງມາ, ແລະ ຂອງປະທານສັກສິດທີ່ຜູ້ຮັບໃຊ້ຂອງເຮົາໄດ້ຮັບຢູ່ໃນບ້ານແຫ່ງນີ້.
10 ແລະ ຊື່ສຽງຂອງບ້ານແຫ່ງນີ້ຈະແຜ່ອອກໄປຍັງຕ່າງແດນ; ແລະ ນີ້ເປັນການເລີ່ມຕົ້ນພອນຊຶ່ງຈະ ຖອກເທລົງມາເທິງຫົວຂອງຜູ້ຄົນຂອງເຮົາ. ແມ່ນເປັນດັ່ງນັ້ນ. ອາແມນ.
11 ຫລັງຈາກ ພາບນິມິດນີ້ສິ້ນສຸດລົງ, ຟ້າສະຫວັນໄດ້ຖືກເປີດແກ່ພວກເຮົາອີກ; ແລະ ໂມເຊໄດ້ປະກົດຢູ່ຕໍ່ໜ້າພວກເຮົາ, ແລະ ໄດ້ມອບໝາຍ ຂໍກະແຈແຫ່ງການ ເຕົ້າໂຮມຂອງຊາວອິດສະຣາເອນຈາກສີ່ທິດຂອງແຜ່ນດິນໂລກ, ແລະ ການນຳພາສິບເຜົ່າມາຈາກແຜ່ນດິນທາງ ເໜືອໃຫ້ແກ່ພວກເຮົາ.
12 ຫລັງຈາກນີ້, ອີລາຍໄດ້ປະກົດ, ແລະ ໄດ້ມອບໝາຍ ຍຸກສະໄໝແຫ່ງ ພຣະກິດຕິຄຸນຂອງອັບຣາຮາມໃຫ້, ໂດຍກ່າວວ່າ ໃນພວກເຮົາ ແລະ ລູກຫລານຂອງພວກເຮົາ ຄົນທຸກລຸ້ນຕໍ່ຈາກພວກເຮົາຈະໄດ້ຮັບພອນ.
13 ຫລັງຈາກພາບນິມິດນີ້ສິ້ນສຸດລົງແລ້ວ, ພາບນິມິດທີ່ສຳຄັນ ແລະ ປະເສີດທີ່ສຸດອີກພາບໜຶ່ງໄດ້ມາປະຈັກແກ່ພວກເຮົາ; ເພາະ ເອລີຢາຜູ້ເປັນສາດສະດາ, ຜູ້ໄດ້ຖືກ ຮັບຂຶ້ນໄປສະຫວັນໂດຍບໍ່ໄດ້ຊີມລົດຊາດຂອງຄວາມຕາຍ, ໄດ້ຢືນຢູ່ຕໍ່ໜ້າພວກເຮົາ, ແລະ ກ່າວວ່າ:
14 ຈົ່ງເບິ່ງ, ເວລາມາເຖິງໂດຍສົມບູນແລ້ວ, ຊຶ່ງໄດ້ກ່າວໄວ້ໂດຍປາກຂອງມາລາກີ—ໂດຍເປັນພະຍານວ່າ ເພິ່ນ [ເອລີຢາ] ຈະຖືກສົ່ງມາ, ກ່ອນມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະຜູ້ເປັນເຈົ້າຈະມາເຖິງ—
15 ເພື່ອ ຫັນໃຈພໍ່ມາຫາລູກ, ແລະ ຫັນໃຈລູກໄປຫາພໍ່, ຖ້າບໍ່ດັ່ງນັ້ນທັງແຜ່ນດິນໂລກຈະຖືກສາບແຊ່ງ—
16 ສະນັ້ນ, ຂໍກະແຈຂອງຍຸກສະໄໝນີ້ ຈຶ່ງຖືກມອບໄວ້ຢູ່ໃນມືຂອງພວກທ່ານ; ແລະ ໂດຍການນີ້ ພວກທ່ານຈະຮູ້ວ່າ ມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະຜູ້ເປັນເຈົ້າຢູ່ໃກ້, ແມ່ນແຕ່ຢູ່ທີ່ປະຕູ.