ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29


ພາກ​ທີ 29

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ຢູ່​ຕໍ່​ໜ້າ​ແອວ​ເດີ​ຫົກ​ຄົນ, ທີ່​ເມືອງ​ເຟ​ແອດ, ລັດ​ນິວ​ຢອກ, ເດືອນ​ກັນ​ຍາ 1830. ການ​ເປີດ​ເຜີຍ​ນີ້​ໄດ້​ຖືກ​ມອບ​ໃຫ້​ບໍ່​ດົນ​ກ່ອນ​ກອງ​ປະ​ຊຸມ​ໃຫຍ່, ເລີ່ມ​ຈາກ​ວັນ​ທີ 26 ເດືອນ​ກັນ​ຍາ, 1830.

1–8, ພຣະ​ຄຣິດ​ເຕົ້າ​ໂຮມ​ຜູ້​ທີ່​ຖືກ​ເລືອກ​ໄວ້​ຂອງ​ພຣະ​ອົງ; 9–11, ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ​ເຮັດ​ໃຫ້​ຊ່ວງ​ໄລ​ຍະ​ພັນ​ປີ​ເລີ່ມ​ຕົ້ນ; 12–13, ອັກ​ຄະ​ສາ​ວົກ​ສິບ​ສອງ​ຈະ​ພິ​ພາກ​ສາ​ອິດ​ສະ​ຣາ​ເອນ​ທັງ​ໝົດ; 14–21, ເຄື່ອງ​ໝາຍ, ໂຣກ​ພະ​ຍາດ, ແລະ ຄວາມ​ເປົ່າ​ປ່ຽວ ຈະ​ເກີດ​ຂຶ້ນ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ; 22–28, ການ​ຟື້ນ​ຄືນ​ຊີ​ວິດ ແລະ ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ​ຫລັງ​ຈາກ​ພັນ​ປີ; 29–35, ທຸກ​ສິ່ງ​ເປັນ​ເລື່ອງ​ທາງ​ວິນ​ຍານ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ; 36–39, ມານ ແລະ ບໍ​ລິ​ວານ​ຂອງ​ມັນ​ຖືກ​ຂັບ​ໄລ່​ອອກ​ຈາກ​ສະ​ຫວັນ ເພື່ອ​ໃຫ້​ມາ​ລໍ້​ລວງ​ມະ​ນຸດ; 40–45, ການ​ຕົກ ແລະ ການ​ຊົດ​ໃຊ້​ນຳ​ຄວາມ​ລອດ​ມາ​ໃຫ້; 46–50, ເດັກ​ນ້ອຍໆ​ໄດ້​ຮັບ​ການ​ໄຖ່​ຜ່ານ​ການ​ຊົດ​ໃຊ້.

1 ຈົ່ງ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ໄຖ່​ຂອງ​ພວກ​ເຈົ້າ, ເຮົາ​ເປັນ​ຜູ້​ຍິ່ງ​ໃຫຍ່, ຜູ້​ທີ່​ແຂນ​ແຫ່ງ ຄວາມ​ເມດ​ຕາ ໄດ້ ຊົດ​ໃຊ້​ເພື່ອ​ບາບ​ຂອງ​ພວກ​ເຈົ້າ;

2 ຜູ້​ທີ່​ຈະ ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ​ດັ່ງ​ແມ່​ໄກ່​ເຕົ້າ​ໂຮມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ແມ່ນ​ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ຈະ​ໄດ້​ຍິນ​ສຽງ​ຂອງ​ເຮົາ ແລະ ຖ່ອມ​ຕົວ​ລົງ​ຢູ່​ຕໍ່​ໜ້າ​ເຮົາ, ແລະ ເອີ້ນ​ຫາ​ເຮົາ​ໃນ​ຄຳ​ອະ​ທິ​ຖານ​ອັນ​ມີ​ພະ​ລັງ.

3 ຈົ່ງ​ເບິ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ວ່າ​ໃນ​ເວ​ລາ​ນີ້​ບາບ​ຂອງ​ພວກ​ເຈົ້າ​ໄດ້​ຖືກ ອະ​ໄພ​ໃຫ້​ແລ້ວ, ສະ​ນັ້ນ ພວກ​ເຈົ້າ​ຈຶ່ງ​ຈະ​ໄດ້​ຮັບ​ສິ່ງ​ເຫລົ່າ​ນີ້; ແຕ່​ຈົ່ງ​ຈື່​ຈຳ​ບໍ່​ໃຫ້​ເຮັດ​ບາບ​ອີກ​ຕໍ່​ໄປ, ຖ້າ​ບໍ່​ດັ່ງ​ນັ້ນ​ໄພ​ອັນ​ຕະ​ລາຍ​ຈະ​ມາ​ຫາ​ພວກ​ເຈົ້າ.

4 ຕາມ​ຄວາມ​ຈິງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ໄດ້​ຖືກ​ເລືອກ​ອອກ​ຈາກ​ໂລກ​ເພື່ອ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ດ້ວຍ ສຽງ​ທີ່​ມີ​ຄວາມ​ປິ​ຕິ​ຍິນ​ດີ, ຄື​ກັບ​ວ່າ​ສຽງ​ແກ.

5 ຈົ່ງ​ລື້ນ​ເລີງ ແລະ ເບີກ​ບານ​ເຖີດ, ເພາະ​ເຮົາ​ຢູ່​ໃນ ທ່າມ​ກາງ​ພວກ​ເຈົ້າ, ແລະ ເຮົາ​ເປັນ ຜູ້​ວິງ​ວອນ​ແທນ​ພວກ​ເຈົ້າ​ນຳ​ພຣະ​ບິ​ດາ; ແລະ ມັນ​ເປັນ​ເຈດ​ຕະ​ນາ​ດີ​ຂອງ​ພຣະ​ອົງ​ທີ່​ຈະ​ມອບ ອາ​ນາ​ຈັກ​ໃຫ້​ພວກ​ເຈົ້າ.

6 ແລະ, ດັ່ງ​ທີ່​ມີ​ຂຽນ​ໄວ້—ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ຈະ ທູນ​ຂໍ​ດ້ວຍ ສັດ​ທາ, ໂດຍ​ການ ຮ່ວມ​ກັນ​ໃນ​ຄຳ​ອະ​ທິ​ຖານ​ຕາມ​ຄຳ​ບັນ​ຊາ​ຂອງ​ເຮົາ, ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ.

7 ແລະ ພວກ​ເຈົ້າ​ໄດ້​ຮັບ​ການ​ເອີ້ນ​ເພື່ອ​ເຮັດ​ໃຫ້ ການ​ເຕົ້າ​ໂຮມ ຜູ້​ທີ່​ຖືກ​ເລືອກ​ໄວ້​ຂອງ​ເຮົາ​ເກີດ​ຂຶ້ນ; ເພາະ​ຜູ້​ທີ່​ຖືກ​ເລືອກ​ໄວ້​ຂອງ​ເຮົາ ໄດ້​ຍິນ​ສຽງ​ຂອງ​ເຮົາ ແລະ ບໍ່​ເຮັດ ໃຈ​ແຂງ​ກະ​ດ້າງ;

8 ດັ່ງ​ນັ້ນ ຈຶ່ງ​ມີຄຳ​ສັ່ງ​ອອກ​ໄປ​ຈາກ​ພຣະ​ບິ​ດາ​ວ່າ ພວກ​ເຂົາ​ຈະ​ຖືກ ເຕົ້າ​ໂຮມ​ໄວ້​ຢູ່​ບ່ອນ​ໜຶ່ງ​ໃນ​ຜືນ​ແຜ່ນ​ດິນ​ນີ້, ເພື່ອ ຕຽມ​ໃຈ​ຂອງ​ພວກ​ເຂົາ ແລະ ໃຫ້​ຕຽມ​ໃນ​ທຸກ​ສິ່ງ​ໄວ້​ເພື່ອ​ຮັບ​ວັນ​ທີ່ ຄວາມ​ທຸກ​ຍາກ​ລຳ​ບາກ ແລະ ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ​ຈະ​ຖືກ​ສົ່ງ​ມາ​ຫາ​ຄົນ​ຊົ່ວ.

9 ເພາະ​ຊົ່ວ​ໂມງ​ໃກ້​ຈະ​ມາ​ເຖິງ​ແລ້ວ ແລະ ວັນ​ຈະ​ມາ​ເຖິງ​ໃນ​ບໍ່​ຊ້າ​ນີ້ ເມື່ອ​ແຜ່ນ​ດິນ​ໂລກ​ຈະ​ສຸກ​ງອມ; ແລະ ທຸກ ຄົນ​ທີ່​ອວດ​ດີ ແລະ ຄົນ​ທີ່​ເຮັດ​ຄວາມ​ຊົ່ວ​ຮ້າຍ ຈະ​ເປັນ​ຄື​ກັນ​ກັບ ເຟືອງ​ເຂົ້າ; ແລະ ເຮົາ​ຈະ ເຜົາ​ມັນ, ຈອມ​ໂຍ​ທາ​ໄດ້​ກ່າວ, ເພື່ອ​ວ່າ​ຄວາມ​ຊົ່ວ​ຮ້າຍ​ຈະ​ບໍ່​ມີ​ຢູ່​ເທິງ​ແຜ່ນ​ດິນ​ໂລກ;

10 ເພາະ​ຊົ່ວ​ໂມງ​ໃກ້​ຈະ​ມາ​ເຖິງ​ແລ້ວ, ແລະ ເລື່ອງ​ຊຶ່ງ ກ່າວ​ໄວ້​ໂດຍ​ອັກ​ຄະ​ສາ​ວົກ​ຂອງ​ເຮົາ​ຕ້ອງ​ເກີດ​ເປັນ​ຈິງ; ເພາະ​ພວກ​ເຂົາ​ໄດ້​ກ່າວ​ໄວ້​ຢ່າງ​ໃດ ມັນ​ກໍ​ຈະ​ເກີດ​ຂຶ້ນ​ຢ່າງ​ນັ້ນ;

11 ເພາະ​ເຮົາ​ຈະ​ເປີດ​ເຜີຍ​ຕົວ​ເຮົາ​ຈາກ​ສະ​ຫວັນ ດ້ວຍ​ອຳ​ນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່, ພ້ອມ​ດ້ວຍ ໄພ່​ພົນ​ທັງ​ປວງ​ໃນ​ນັ້ນ, ແລະ ດຳ​ລົງ​ຢູ່​ໃນ ຄວາມ​ຊອບ​ທຳ​ກັບ​ມະ​ນຸດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ເປັນ​ເວ​ລາ ພັນ​ປີ, ແລະ ຄົນ​ຊົ່ວຈະ​ບໍ່​ຄົງ​ຢູ່.

12 ແລະ ອີກ​ເທື່ອ​ໜຶ່ງ, ຕາມຈິງ, ຕາມຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ແລະ ມັນ​ໄດ້​ອອກ​ໄປ​ແລ້ວ ໃນ​ຄຳ​ສັ່ງ​ທີ່​ຈິງ​ຈັງ, ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ, ວ່າ ອັກ​ຄະ​ສາ​ວົກ​ຂອງ​ເຮົາ, ອັກ​ຄະ​ສາ​ວົກ​ສິບ​ສອງ​ຄົນ ຜູ້​ຊຶ່ງ​ໄດ້​ຢູ່​ນຳ​ເຮົາ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ​ທີ່​ເຢ​ຣູ​ຊາ​ເລັມ, ຈະ​ຢືນ​ຢູ່​ທາງ​ເບື້ອງ​ຂວາ​ມື​ຂອງ​ເຮົາ​ໃນ​ວັນ​ທີ່​ເຮົາ​ມາ​ໃນ ເລົາ​ໄຟ, ນຸ່ງ​ຫົ່ມ​ດ້ວຍ​ເສື້ອ​ຄຸມ​ແຫ່ງ​ຄວາມ​ຊອບ​ທຳ, ດ້ວຍ​ມົງ​ກຸດ​ຢູ່​ເທິງ​ຫົວ​ຂອງ​ເຂົາ​ເຈົ້າ, ໃນ ລັດ​ສະ​ໝີ​ພາບ ແມ່ນ​ແຕ່​ເໝືອນ​ດັ່ງ​ທີ່​ເຮົາ​ເປັນ, ເພື່ອ ພິ​ພາກ​ສາ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ທັງ​ໝົດ, ແມ່ນ​ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຮັກ​ເຮົາ ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລະ ບໍ່​ມີ​ຄົນ​ອື່ນ​ອີກ.

13 ເພາະ ແກ​ຈະ​ສົ່ງ​ສຽງ​ອັນ​ຍາວ​ນານ ແລະ ດັງ​ກ້ອງ, ແມ່ນ​ແຕ່​ເໝືອນ​ດັ່ງ​ກັບ​ຢູ່​ເທິງ​ພູ​ຊີ​ນາຍ, ແລະ ທັງ​ແຜ່ນ​ດິນ​ໂລກ ຈະ​ສັ່ນ​ສະ​ເທືອນ, ແລະ ພວກ​ເຂົາ​ຈະ ອອກ​ມາ—ແທ້​ຈິງ​ແລ້ວ, ແມ່ນ​ແຕ່ ຄົນ​ຕາຍ ຊຶ່ງ​ໄດ້​ຕາຍ​ໃນ​ເຮົາ, ເພື່ອ​ມາ​ຮັບ​ເອົາ ມົງ​ກຸດ​ແຫ່ງ​ຄວາມ​ຊອບ​ທຳ, ແລະ ນຸ່ງ​ຫົ່ມ, ແມ່ນ​ແຕ່​ເໝືອນ​ດັ່ງ​ເຮົາ, ເພື່ອ​ຢູ່​ນຳ​ເຮົາ, ເພື່ອ​ວ່າ​ພວກ​ເຮົາ​ຈະ​ໄດ້​ເປັນ​ອັນ​ໜຶ່ງ​ດຽວ​ກັນ.

14 ແຕ່, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ກ່ອນ ວັນ​ອັນ​ຍິ່ງ​ໃຫຍ່​ນີ້​ຈະ​ມາ​ເຖິງ ດວງ​ຕາ​ເວັນ​ຈະ​ມືດ​ດັບ, ແລະ ດວງ​ເດືອນ​ຈະ​ກັບ​ເປັນ​ເລືອດ, ແລະ ດວງ​ດາວ​ຈະ​ຕົກ​ລົງ​ມາ​ຈາກ​ຟ້າ​ສະ​ຫວັນ, ແລະ ຈະ​ມີ ເຄື່ອງ​ໝາຍ​ອັນ​ຍິ່ງ​ໃຫຍ່​ໃນ​ຟ້າ​ສະ​ຫວັນ​ເບື້ອງ​ເທິງ ແລະ ໃນ​ແຜ່ນ​ດິນ​ໂລກ​ເບື້ອງ​ລຸ່ມ;

15 ແລະ ຈະ​ມີ​ການ​ຮ້ອງ​ໄຫ້ ແລະ ການ​ຄວນ​ຄາງ​ໃນ​ທ່າມ​ກາງ​ໄພ່​ພົນ​ມະ​ນຸດ;

16 ແລະ ພະ​ຍຸ​ໝາກ​ເຫັບ​ໃຫຍ່​ອັນ​ຮ້າຍ​ແຮງ​ຈະ​ຖືກ​ສົ່ງ​ໄປ​ທຳ​ລາຍ​ຜົນ​ລະ​ປູກ​ຂອງ​ແຜ່ນ​ດິນ​ໂລກ.

17 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ໂລກ, ຄື​ເຮົາ​ຈະ ແກ້​ແຄ້ນ ຄົນ​ຊົ່ວ, ເພາະ​ເຂົາ​ຈະ​ບໍ່​ກັບ​ໃຈ; ເພາະ​ຈອກ​ແຫ່ງ​ຄວາມ​ເຄືອງ​ແຄ້ນ​ຂອງ​ເຮົາ​ເຕັມ​ປ່ຽມ; ເພາະ​ຈົ່ງ​ເບິ່ງ, ເລືອດ​ຂອງ​ເຮົາ​ຈະ​ບໍ່​ຊຳ​ລະ​ເຂົາ ຖ້າ​ຫາກ​ເຂົາ​ບໍ່​ຟັງ​ເຮົາ.

18 ດັ່ງ​ນັ້ນ, ເຮົາ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ສົ່ງ​ຮີ້ນ​ມາ​ເທິງ​ຜືນ​ແຜ່ນ​ດິນ​ໂລກ, ຊຶ່ງ​ຈະ​ຈັບ​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ, ແລະ ຈະ​ກິນ​ເນື້ອ​ໜັງ​ຂອງ​ເຂົາ, ແລະ ຈະ​ເຮັດ​ໃຫ້​ໂຕ​ໜອນ​ເກີດ​ກັບ​ເຂົາ;

19 ແລະ ລີ້ນ​ຂອງ​ເຂົາ​ຈະ​ຖືກ​ຫ້າມ​ໄວ້ ເພື່ອ​ເຂົາ​ຈະ​ບໍ່ ເອີ່ຍ​ປາກ​ຕໍ່​ຕ້ານ​ເຮົາ; ແລະ ເນື້ອ​ໜັງ​ຂອງ​ເຂົາ​ຈະ​ຫລຸດ​ຈາກ​ກະ​ດູກ​ຂອງ​ເຂົາ, ແລະ ໜ່ວຍ​ຕາ​ຂອງ​ເຂົາ​ຈາກ​ເບົ້າ​ຂອງ​ມັນ;

20 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ສັດ​ໃນ​ປ່າ ແລະ ຝູງ​ນົກ​ໃນ​ອາ​ກາດ​ຈະ​ກັດ​ກິນ​ເຂົາ​ຈົນ​ໝົດ​ສິ້ນ.

21 ແລະ ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ, ຊຶ່ງ​ເປັນ ໂສ​ເພ​ນີ​ຂອງ​ແຜ່ນ​ດິນ​ໂລກ​ທັງ​ໝົດ, ຈະ​ຖືກ​ໂຄ່ນ​ລົງ ດ້ວຍ​ໄຟ​ເຜົາ​ຜານ, ຕາມ​ທີ່​ມັນ​ຖືກ​ກ່າວ​ໄວ້​ໂດຍ​ປາກ​ຂອງ​ເອ​ເຊ​ກຽນ ຜູ້​ເປັນ​ສາດ​ສະ​ດາ, ຜູ້​ໄດ້​ກ່າວ​ເຖິງ​ສິ່ງ​ເຫລົ່າ​ນີ້, ຊຶ່ງ​ຍັງ​ບໍ່​ໄດ້​ເກີດ​ຂຶ້ນ​ເທື່ອ ແຕ່ ຕ້ອງ​ເກີດ​ຂຶ້ນ​ຢ່າງ​ແນ່​ນອນ, ດັ່ງ​ທີ່​ເຮົາ​ມີ​ຊີ​ວິດ​ຢູ່, ເພາະ​ຄວາມ​ໜ້າ​ກຽດ​ຊັງ​ຈະ​ຄອບ​ຄອງ​ບໍ່​ໄດ້.

22 ແລະ ອີກ​ເທື່ອ​ໜຶ່ງ, ຕາມຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເມື່ອ ພັນ​ປີ​ຜ່ານ​ພົ້ນ​ໄປ, ແລະ ມະ​ນຸດ​ເລີ່ມ​ຕົ້ນ​ປະ​ຕິ​ເສດ​ພຣະ​ເຈົ້າ​ຂອງ​ເຂົາ​ອີກ, ຈາກ​ນັ້ນ ເຮົາ​ຈະ​ລະ​ເວັ້ນ​ແຜ່ນ​ດິນ​ໂລກ​ໄວ້ ຊົ່ວ​ໄລ​ຍະ​ໜຶ່ງ;

23 ແລະ ທີ່​ສຸດ​ຈະ​ມາ​ເຖິງ, ແລະ ຟ້າ​ສະ​ຫວັນ​ກັບ​ແຜ່ນ​ດິນ​ໂລກ​ຈະ​ຖືກ​ເຜົາ​ຜານ ແລະ ລ່ວງ​ພົ້ນ​ໄປ, ແລະ ຈະ​ມີ​ຟ້າ​ສະ​ຫວັນ​ໃໝ່ ແລະ ແຜ່ນ​ດິນ​ໂລກ​ໃໝ່.

24 ເພາະ​ສິ່ງ​ເກົ່າ​ຈະ ລ່ວງ​ພົ້ນ​ໄປ, ແລະ ທຸກ​ສິ່ງ​ຈະ​ກັບ​ເປັນ​ສິ່ງ​ໃໝ່, ແມ່ນ​ແຕ່​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ, ແລະ ຄວາມ​ສົມ​ບູນ​ທັງ​ໝົດ​ໃນ​ນັ້ນ, ທັງ​ມະ​ນຸດ ແລະ ສັດ​ສາ​ວາ​ສິ່ງ, ນົກ​ໃນ​ອາ​ກາດ, ແລະ ປາ​ໃນ​ທະ​ເລ;

25 ແລະ ແມ່ນ​ແຕ່ ຜົມ​ເສັ້ນ​ໜຶ່ງ, ທັງ​ຝຸ່ນ​ດິນ​ເມັດ​ໜຶ່ງ​ກໍ​ຈະ​ບໍ່​ເສຍ​ໄປ, ເພາະ​ມັນ​ເປັນ​ຝີ​ມື​ຂອງ​ເຮົາ.

26 ແຕ່, ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ກ່ອນ​ແຜ່ນ​ດິນ​ໂລກ​ຈະ​ຜ່ານ​ໄປ, ມີ​ຄາ​ເອນ, ທູດ​ຂອງ​ເຮົາ, ຈະ​ເປົ່າ ແກ​ຂອງ​ລາວ, ແລະ ຈາກ​ນັ້ນ​ຄົນ​ຕາຍ​ທຸກ​ຄົນ​ຈະ ລຸກ​ຂຶ້ນ, ເພາະ​ຫລຸມ​ສົບ​ຂອງ​ເຂົາ​ຈະ​ເປີດ​ອອກ, ແລະ ເຂົາ​ຈະ ອອກ​ມາ—ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ທຸກ​ຄົນ.

27 ແລະ ຄົນ​ຊອບ​ທຳ​ຈະ​ຖືກ​ເຕົ້າ​ໂຮມ​ໄວ້​ຢູ່​ທາງ​ເບື້ອງ ຂວາ​ມື​ຂອງ​ເຮົາ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ; ແລະ ຄົນ​ຊົ່ວ​ທາງ​ຊ້າຍ​ມື​ຂອງ​ເຮົາ ຊຶ່ງ​ເຮົາ​ຈະ​ອັບ​ອາຍ​ທີ່​ຈະ​ຮັບ​ເປັນ​ຂອງ​ເຮົາ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ບິ​ດາ;

28 ດັ່ງ​ນັ້ນ ເຮົາ​ຈະ​ກ່າວ​ກັບ​ເຂົາ—ຈົ່ງ ອອກ​ໄປ​ຈາກ​ເຮົາ, ເຈົ້າ​ຜູ້​ຖືກ​ສາບ​ແຊ່ງ, ໄປ​ຫາ ໄຟ​ອັນ​ເປັນ​ນິດ, ທີ່​ຕຽມ​ໄວ້​ສຳ​ລັບ ມານ ແລະ ບໍ​ລິ​ວານ​ຂອງ​ມັນ.

29 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ບໍ່​ເຄີຍ​ມີ​ເວ​ລາ​ໃດ​ທີ່​ເຮົາ​ໄດ້​ປະ​ກາດ​ຈາກ​ປາກ​ຂອງ​ເຮົາ​ເອງ​ວ່າ​ເຂົາ​ຈະ​ກັບ​ມາ, ເພາະ ບ່ອນ​ທີ່​ເຮົາ​ຢູ່ ເຂົາ​ມາ​ຫາ​ບໍ່​ໄດ້, ເພາະ​ເຂົາ​ບໍ່​ມີ​ອຳ​ນາດ.

30 ແຕ່​ຈົ່ງ​ຈຳ​ໄວ້​ວ່າ ການ​ພິ​ພາກ​ສາ​ທັງ​ໝົດ​ຂອງ​ເຮົາ​ບໍ່​ໄດ້​ຖືກ​ມອບ​ໃຫ້​ແກ່​ມະ​ນຸດ; ແລະ ດັ່ງ​ທີ່​ຖ້ອຍ​ຄຳ​ຂອງ​ເຮົາ​ໄດ້​ອອກ​ໄປ​ຈາກ​ປາກ​ຂອງ​ເຮົາ​ສັນ​ໃດ ມັນ​ຈະ​ບັນ​ລຸ​ຜົນ​ສຳ​ເລັດ​ສັນ​ນັ້ນ, ວ່າ ທຳ​ອິດ​ຈະ​ເປັນ​ສຸດ​ທ້າຍ, ແລະ ວ່າ​ສຸດ​ທ້າຍ​ຈະ​ເປັນ​ທຳ​ອິດ​ໃນ​ທຸກ​ສິ່ງ ອັນ​ໃດ​ກໍ​ຕາມ​ທີ່​ເຮົາ​ໄດ້​ສ້າງ​ໄວ້​ໂດຍ​ຖ້ອຍ​ຄຳ​ແຫ່ງ​ອຳ​ນາດ​ຂອງ​ເຮົາ, ຊຶ່ງ​ຄື​ອຳ​ນາດ​ແຫ່ງ​ພຣະ​ວິນ​ຍານ​ຂອງ​ເຮົາ.

31 ເພາະ​ໂດຍ​ອຳ​ນາດ​ແຫ່ງ​ພຣະ​ວິນ​ຍານ​ຂອງ​ເຮົາ, ເຮົາ​ໄດ້ ສ້າງ​ເຂົາ; ແທ້​ຈິງ​ແລ້ວ, ທຸກ​ສິ່ງ ທັງ​ທາງ ຝ່າຍ​ວິນ​ຍານ ແລະ ທັງ​ຝ່າຍ​ໂລກ—

32 ທຳ​ອິດ​ແມ່ນ ຝ່າຍ​ວິນ​ຍານ, ທີ​ສອງ​ແມ່ນ​ຝ່າຍ​ໂລກ, ຊຶ່ງ​ຄື​ການ​ເລີ່ມ​ຕົ້ນ​ວຽກ​ງານ​ຂອງ​ເຮົາ; ແລະ ອີກ​ເທື່ອ​ໜຶ່ງ, ທຳ​ອິດ​ແມ່ນ​ຝ່າຍ​ໂລກ, ແລະ ທີ​ສອງ​ແມ່ນ​ຝ່າຍ​ວິນ​ຍານ, ຊຶ່ງ​ຄື​ບັ້ນ​ປາຍ​ຂອງ​ວຽກ​ງານ​ຂອງ​ເຮົາ—

33 ເຮົາ​ກ່າວ​ກັບ​ພວກ​ເຈົ້າ ເພື່ອ​ພວກ​ເຈົ້າ​ຈະ​ເຂົ້າ​ໃຈ​ຕາມ​ທຳ​ມະ​ຊາດ; ແຕ່​ສຳ​ລັບ​ເຮົາ​ແລ້ວ, ວຽກ​ງານ​ຂອງ​ເຮົາ ບໍ່​ມີ​ທີ່​ສິ້ນ​ສຸດ, ທັງ​ບໍ່​ມີ​ການ​ເລີ່ມ​ຕົ້ນ; ແຕ່​ມັນ​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ ເພື່ອ​ພວກ​ເຈົ້າ​ຈະ​ເຂົ້າ​ໃຈ, ເພາະ​ພວກ​ເຈົ້າ​ໄດ້​ທູນ​ຖາມ​ເຮົາ ແລະ ເຫັນ​ພ້ອມ​ນຳ​ກັນ.

34 ດັ່ງ​ນັ້ນ, ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ສຳ​ລັບ​ເຮົາ​ທຸກ​ສິ່ງ​ເປັນ​ທາງ​ຝ່າຍ​ວິນ​ຍານ, ແລະ ບໍ່​ມີ​ຈັກ​ເທື່ອ​ທີ່​ເຮົາ​ໄດ້​ມອບ​ກົດ​ທີ່​ເປັນ​ທາງ​ຝ່າຍ​ໂລກ​ໃຫ້​ພວກ​ເຈົ້າ; ທັງ​ບໍ່​ໃຫ້​ມະ​ນຸດ​ຄົນ​ໃດ, ຫລື ລູກ​ຫລານ​ມະ​ນຸດ​ຄົນ​ໃດ; ທັງ​ບໍ່​ໃຫ້​ອາ​ດາມ, ບິ​ດາ​ຂອງ​ພວກ​ເຈົ້າ, ຜູ້​ທີ່​ເຮົາ​ໄດ້​ສ້າງ.

35 ຈົ່ງ​ເບິ່ງ, ເຮົາ​ໄດ້​ມອບ​ໃຫ້​ແກ່​ລາວ ເພື່ອ​ລາວ​ຈະ​ເປັນ ຕົວ​ແທນ​ອິດ​ສະ​ລະ​ພາບ​ຂອງ​ຕົນ​ເອງ; ແລະ ເຮົາ​ໄດ້​ມອບ​ບັນ​ຍັດ​ໃຫ້​ແກ່​ລາວ, ແຕ່​ບັນ​ຍັດ​ທາງ​ຝ່າຍ​ໂລກ ເຮົາ​ບໍ່​ໄດ້​ມອບ​ໃຫ້​ແກ່​ລາວ, ເພາະ ບັນ​ຍັດ​ຂອງ​ເຮົາ​ເປັນ​ທາງ​ຝ່າຍ​ວິນ​ຍານ; ມັນ​ບໍ່​ເປັນ​ທາງ​ຝ່າຍ​ທຳ​ມະ​ຊາດ ຫລື ທາງ​ຝ່າຍ​ໂລກ, ທັງ​ບໍ່​ເປັນ​ກາມ​ມະ​ລົມ ຫລື ຕັນ​ຫາ​ໜ້າ​ມືດ.

36 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອາ​ດາມ, ໂດຍ​ທີ່​ໄດ້​ຖືກ ມານ​ລໍ້​ລວງ—ເພາະ, ຈົ່ງ​ເບິ່ງ, ມານ​ຢູ່​ກ່ອນ​ອາ​ດາມ, ເພາະ​ມັນ​ໄດ້ ກະ​ບົດ​ຕໍ່​ຕ້ານ​ເຮົາ, ກ່າວ​ວ່າ, ຈົ່ງ​ມອບ ກຽດ​ຕິ​ຍົດ​ຂອງ​ທ່ານ​ໃຫ້​ເຮົາ, ຊຶ່ງ​ເປັນ ອຳ​ນາດ​ຂອງ​ເຮົາ; ແລະ ມັນ​ໄດ້​ເຮັດ​ໃຫ້ ໜຶ່ງ​ສ່ວນ​ສາມ​ຂອງ ໄພ່​ພົນ​ຂອງ​ສະ​ຫວັນ​ຫັນ​ໜີ​ຈາກ​ເຮົາ​ນຳ​ອີກ ເພາະ ອຳ​ເພີ​ໃຈ​ຂອງ​ພວກ​ເຂົາ;

37 ແລະ ພວກ​ເຂົາ​ຖືກ​ໂຍນ​ລົງ​ມາ, ແລະ ດັ່ງ​ນັ້ນ​ຈຶ່ງ​ເກີດ​ມີ ມານ ແລະ ບໍ​ລິ​ວານ​ຂອງ​ມັນ;

38 ແລະ, ຈົ່ງ​ເບິ່ງ, ມີ​ບ່ອນ​ຕຽມ​ໄວ້​ໃຫ້​ພວກ​ເຂົາ​ຕັ້ງ​ແຕ່​ຕົ້ນ, ຊຶ່ງ​ບ່ອນ​ນັ້ນ​ຄື ນະ​ລົກ.

39 ແລະ ມັນ​ຈຳ​ເປັນ​ວ່າ​ມານ​ຈະ​ຕ້ອງ ລໍ້​ລວງ​ລູກ​ຫລານ​ມະ​ນຸດ, ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ບໍ່​ສາ​ມາດ​ເປັນ​ຕົວ​ແທນ​ອິດ​ສະ​ລະ​ພາບ​ຂອງ​ຕົນ​ເອງ; ເພາະ​ຖ້າ​ຫາກ​ພວກ​ເຂົາ​ບໍ່​ເຄີຍ​ມີ ຄວາມ​ຂົມ ພວກ​ເຂົາ​ຈະ​ຮູ້​ຄວາມ​ຫວານ​ບໍ່​ໄດ້—

40 ດັ່ງ​ນັ້ນ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມານ​ໄດ້​ລໍ້​ລວງ​ອາ​ດາມ, ແລະ ລາວ​ກໍ​ໄດ້​ກິນ ໝາກ​ໄມ້​ທີ່​ຕ້ອງ​ຫ້າມ ແລະ ລ່ວງ​ລະ​ເມີດ​ບັນ​ຍັດ, ຊຶ່ງ​ໃນ​ການ​ນີ້ ລາວ​ຈຶ່ງ ຂຶ້ນ​ຢູ່​ກັບ​ຄວາມ​ປະ​ສົງ​ຂອງ​ມານ, ເພາະ ລາວ​ຜ່າຍ​ແພ້​ຕໍ່​ການ​ລໍ້​ລວງ.

41 ດັ່ງ​ນັ້ນ, ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຈຶ່ງ​ເຮັດ​ໃຫ້​ລາວ​ຖືກ​ຂັບ ໄລ່​ອອກ​ຈາກ ສວນ​ເອ​ເດນ, ຈາກ​ທີ່​ປະ​ທັບ​ຂອງ​ເຮົາ, ເພາະ​ການ​ລ່ວງ​ລະ​ເມີດ​ຂອງ​ລາວ, ຊຶ່ງ​ໃນ​ການ​ນີ້ ລາວ​ຈຶ່ງ​ຕາຍ ທາງ​ວິນ​ຍານ, ຊຶ່ງ ເປັນ​ຄວາມ​ຕາຍ​ເທື່ອ​ທຳ​ອິດ, ແມ່ນ​ແຕ່​ເປັນ ຄວາມ​ຕາຍ​ເທື່ອ​ສຸດ​ທ້າຍ, ຊຶ່ງ​ຄື​ທາງ​ຝ່າຍ​ວິນ​ຍານ, ຊຶ່ງ​ຈະ​ຖືກ​ປະ​ກາດ​ແກ່​ຄົນ​ຊົ່ວ ເມື່ອ​ເຮົາ​ຈະ​ກ່າວ​ວ່າ: ຈົ່ງ​ອອກ​ໄປ, ເຈົ້າ​ຜູ້​ຖືກ ສາບ​ແຊ່ງ.

42 ແຕ່, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ມອບ​ໃຫ້​ແກ່​ອາ​ດາມ ແລະ ໃຫ້​ແກ່​ລູກ​ຫລານ​ຂອງ​ລາວ, ວ່າ​ພວກ​ເຂົາ​ຈະ​ບໍ່ ຕາຍ ອັນ​ກ່ຽວ​ກັບ​ຄວາມ​ຕາຍ​ທາງ​ໂລກ, ຈົນ​ກວ່າ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຈະ​ສົ່ງ ເຫລົ່າ​ທູດ​ອອກ​ໄປ​ປະ​ກາດ ການ​ກັບ​ໃຈ ແລະ ການ​ໄຖ່​ແກ່​ພວກ​ເຂົາ, ໂດຍ​ຜ່ານ​ສັດ​ທາ​ໃນ​ພຣະ​ນາມ​ຂອງ ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ.

43 ແລະ ດັ່ງ​ນັ້ນ​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຈຶ່ງ​ໄດ້​ກຳ​ນົດ​ວັນ​ເວ​ລາ ແຫ່ງ​ການ​ທົດ​ລອງ​ໃຫ້​ແກ່​ມະ​ນຸດ—ວ່າ​ໂດຍ​ຄວາມ​ຕາຍ​ທາງ​ທຳ​ມະ​ຊາດ​ຂອງ​ເຂົາ, ເຂົາ​ຈະ​ຖືກ ຍົກ​ຂຶ້ນ​ສູ່​ຄວາມ​ເປັນ ອະ​ມະ​ຕະ ໄປ​ສູ່ ຊີ​ວິດ​ນິ​ລັນ​ດອນ, ແມ່ນ​ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຈະ​ເຊື່ອ;

44 ແລະ ຄົນ​ທີ່​ບໍ່​ເຊື່ອ ໄປ​ສູ່ ຄວາມ​ອັບ​ປະ​ໂຫຍດ​ນິ​ລັນ​ດອນ; ເພາະ​ພວກ​ເຂົາ​ບໍ່​ສາ​ມາດ​ໄດ້​ຮັບ​ການ​ໄຖ່​ຈາກ​ການ​ຕົກ​ທາງ​ວິນ​ຍານ​ຂອງ​ພວກ​ເຂົາ, ເພາະ​ພວກ​ເຂົາ​ບໍ່​ກັບ​ໃຈ;

45 ເພາະ​ພວກ​ເຂົາ​ຮັກ​ຄວາມ​ມືດ​ຫລາຍ​ກວ່າ​ຄວາມ​ສະ​ຫວ່າງ, ແລະ ການ​ກະ​ທຳ​ຂອງ​ພວກ​ເຂົາ​ກໍ​ຊົ່ວ​ຮ້າຍ, ແລະ ພວກ​ເຂົາ​ໄດ້ ຮັບ​ຄ່າ​ຕອບ​ແທນ​ຂອງ​ຕົນ​ຈາກ​ຜູ້​ທີ່​ພວກ​ເຂົາ​ເລືອກ​ເຊື່ອ​ຟັງ.

46 ແຕ່ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເດັກ​ນ້ອຍໆ​ໄດ້​ຮັບ ການ​ໄຖ່​ນັບ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ ຜ່ານ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ;

47 ດັ່ງ​ນັ້ນ, ພວກ​ເຂົາ​ເຮັດ​ບາບ​ບໍ່​ໄດ້, ເພາະ​ອຳ​ນາດ​ບໍ່​ໄດ້​ຖືກ​ມອບ​ໃຫ້​ແກ່​ຊາ​ຕານ​ເພື່ອ ລໍ້​ລວງ​ເດັກ​ນ້ອຍໆ, ຈົນ​ກວ່າ​ພວກ​ເຂົາ​ເລີ່ມ ຮູ້​ຈັກ​ຮັບ​ຜິດ​ຊອບ​ຢູ່​ຕໍ່​ໜ້າ​ເຮົາ;

48 ເພາະ​ມັນ​ຖືກ​ມອບ​ໃຫ້​ແກ່​ພວກ​ເຂົາ ແມ່ນ​ແຕ່​ດັ່ງ​ທີ່​ເຮົາ​ປະ​ສົງ, ຕາມ​ຄວາມ​ພໍ​ໃຈ​ຂອງ​ເຮົາ​ເອງ, ເພື່ອ​ວ່າ​ຄວາມ​ຍິ່ງ​ໃຫຍ່​ຈະ​ຖືກ​ຮຽກ​ຮ້ອງ​ຈາກ​ມື​ຂອງ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ.

49 ແລະ, ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຜູ້​ໃດ​ທີ່​ມີ​ຄວາມ​ຮູ້, ເຮົາ​ບໍ່​ໄດ້​ບັນ​ຊາ​ໃຫ້​ກັບ​ໃຈ​ບໍ?

50 ແລະ ຄົນ​ທີ່​ບໍ່ ເຂົ້າ​ໃຈ, ມັນ​ກໍ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ມີ​ຂຽນ​ໄວ້. ແລະ ບັດ​ນີ້ ເຮົາ​ຈະ​ບໍ່​ປະ​ກາດ​ແກ່​ພວກ​ເຈົ້າ​ອີກ​ໃນ​ເວ​ລາ​ນີ້. ອາ​ແມນ.